ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ເປັນ​ຜູ້​ຕິດ​ຕາມ​ພຣະ​ຄຣິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ການ​ເປັນ​ຜູ້​ຕິດ​ຕາມ​ພຣະ​ຄຣິດ

ການ​ເປັນ​ຜູ້​ຕິດ​ຕາມ​ພຣະ​ຄຣິດ​ແມ່ນ​ການ​ພະ​ຍາ​ຍາມ​ໃຫ້​ການ​ກະ​ທຳ, ການ​ປະ​ພຶດ, ແລະ ການ​ດຳ​ລົງ​ຊີ​ວິດ​ຂອງ​ເຮົາ​ສອດ​ຄ່ອງ​ກັບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ໃນ​ການ​ສຶກ​ສາ​ພຣະ​ຄຳ​ພີ​ສ່ວນ​ຕົວ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ປະ​ທັບ​ໃຈ​ກັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ໂຊ​ໂລ​ຊາວ​ເມືອງ​ຕາ​ໂຊ, ຜູ້​ຊຶ່ງ​ຕໍ່​ມາ​ກາຍ​ເປັນ​ທີ່​ຮູ້​ຈັກ​ໃນ​ນາມ​ໂປ​ໂລ, ດັ່ງ​ທີ່​ໄດ້​ອະ​ທິ​ບາຍ​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ.

ໂປ​ໂລ​ເປັນ​ຄົນ​ໜຶ່ງ​ທີ່​ຕໍ່​ຕ້ານ​ສາດ​ສະ​ໜາ​ຈັກ ແລະ ຊາວ​ຄຣິດ​ຫລາຍ​ທີ່​ສຸດ. ແຕ່​ວ່າ​ຍ້ອນ​ອຳ​ນາດ​ແຫ່ງ​ສະ​ຫວັນ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ເພິ່ນ​ໄດ້​ປ່ຽນ​ແປງ​ຢ່າງ​ສົມ​ບູນ, ແລະ ເພິ່ນ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ຜູ້​ຮັບ​ໃຊ້​ທີ່​ດີ​ເລີດ​ຂອງ​ພຣະ​ເຈົ້າ. ແບບ​ຢ່າງ​ໃນ​ຊີ​ວິດ​ຂອງ​ເພິ່ນ​ແມ່ນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ.

ໜຶ່ງ​ໃນ​ຄຳ​ສອນ​ຂອງ​ໂປ​ໂລ​ທີ່​ມີ​ຕໍ່​ຊາວ​ໂກ​ຣິນ​ໂທ ຄື, ເພິ່ນ​ໄດ້​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ເປັນ​ຜູ້​ຕິດ​ຕາມ​ເພິ່ນ ຄື​ກັນ​ກັບ​ທີ່​ເພິ່ນ​ເປັນ​ຜູ້​ຕິດ​ຕາມ​ພຣະ​ຄຣິດ (ເບິ່ງ 1 ໂກ​ຣິນ​ໂທ 11:1). ນີ້​ເປັນ​ຄຳ​ເຊື້ອ​ເຊີນ​ທີ່​ຈິງ​ໃຈ ແລະ ມີ​ເຫດ​ຜົນ ຈາກ​ວັນ​ເວ​ລາ​ຂອງ​ໂປ​ໂລ ຈົນ​ເຖິງ​ປະ​ຈຸ​ບັນ ຄື: ການ​ເປັນ​ຜູ້​ຕິດ​ຕາມ​ພຣະ​ຄຣິດ.

ຂ້າ​ພະ​ເຈົ້າ​ເລີ່ມ​ສະ​ທ້ອນ​ຄິດ​ວ່າ ການ​ກາຍ​ການ​ເປັນ​ຜູ້​ຕິດ​ຕາມ​ພຣະ​ຄຣິດ ໝາຍ​ຄວາມ​ວ່າ​ແນວ​ໃດ. ແລະ ສິ່ງ​ສຳ​ຄັນ​ໄປ​ກວ່າ​ນັ້ນ​ຄື, ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ທູນ​ຖາມ, “ເຮົາ​ຄວນ​ຮຽນ​ແບບ​ພຣະ​ອົງ​ໄດ້​ໃນ​ທາງ​ໃດ​ແດ່?”

ການ​ເປັນ​ຜູ້​ຕິດ​ຕາມ​ພຣະ​ຄຣິດ​ແມ່ນ​ການ​ພະ​ຍາ​ຍາມ​ໃຫ້​ການ​ກະ​ທຳ, ການ​ປະ​ພຶດ, ແລະ ການ​ດຳ​ລົງ​ຊີ​ວິດ​ຂອງ​ເຮົາ​ສອດ​ຄ່ອງ​ກັບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ມັນ​ຄື​ການ​ສະ​ແຫວງ​ຫາ​ຄຸນ​ງາມ​ຄວາມ​ດີ. ມັນ​ຄື​ການ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຂ້າ​ພະ​ເຈົ້າ​ໄດ້​ສຶກ​ສາ​ພຣະ​ຊົນ​ຊີບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ບາງ​ແງ່​ມຸມ, ແລະ ຂ້າ​ພະ​ເຈົ້າ​ໄດ້​ເກັບ​ຮັກ​ສາ​ໄວ້, ເພື່ອ​ສ່ວນ​ໜຶ່ງ​ຂອງ​ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້​ນີ້, ມີ​ຄຸນ​ສົມ​ບັດ​ສີ່​ຢ່າງ​ຂອງ​ພຣະ​ອົງ​ທີ່​ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ຮຽນ​ແບບ ແລະ ທີ່​ຂ້າ​ພະ​ເຈົ້າ​ຈະ​ແບ່ງ​ປັນ​ກັບ​ທ່ານ.

ຄຸນ​ລັກ​ສະ​ນະ​ທຳ​ອິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແມ່ນ​ຄວາມ​ຖ່ອມ​ຕົວ. ພຣະ​ເຢ​ຊູ​ຄຣິດ​ຖ່ອມ​ຕົວ​ຫລາຍ​ຈາກ​ຊີ​ວິດ​ກ່ອນ​ເກີດ. ທີ່​ສະ​ພາ​ສະ​ຫວັນ, ພຣະ​ອົງ​ໄດ້​ຮັບ​ຮູ້ ແລະ ຍອມ​ໃຫ້​ເປັນ​ໄປ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ໃນ​ແຜນ​ແຫ່ງ​ຄວາມ​ລອດ​ສຳ​ລັບ​ມວນ​ມະ​ນຸດ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ພຣະ​ບິ​ດາ​ເອີຍ, ຂໍ​ໃຫ້​ເປັນ​ໄປ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ເທີ້ນ, ແລະ ຂໍ​ໃຫ້​ລັດ​ສະ​ໝີ​ພາບ​ເປັນ​ຂອງ​ພຣະ​ອົງ​ຕະ​ຫລອດ​ໄປ” (ໂມ​ເຊ 4:2).

ເຮົາ​ຮັບ​ຮູ້​ວ່າ​ພຣະ​ເຢ​ຊູ​ຄຣິດ​ໄດ້​ສິດ​ສອນ​ຄວາມ​ຖ່ອມ​ຕົວ ແລະ ໄດ້​ຖ່ອມ​ຕົວ​ເອງ​ລົງ​ເພື່ອ​ສັນ​ລະ​ເສີນ​ພຣະ​ບິ​ດາ​ຂອງ​ພຣະ​ອົງ.

ຂໍ​ໃຫ້​ເຮົາ​ຈົ່ງ​ໃຊ້​ຊີ​ວິດ​ໃນ​ຄວາມ​ຖ່ອມ​ຕົວ ເພາະ​ວ່າ​ມັນ​ຈະ​ນຳ​ສັນ​ຕິ​ສຸກ​ມາ​ໃຫ້ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:23). ຄວາມ​ຖ່ອມ​ຕົວ​ມາ​ກ່ອນ​ລັດ​ສະ​ໝີ​ພາບ, ແລະ ມັນ​ນຳ​ຄວາມ​ໂປດ​ປານ​ຂອງ​ພຣະ​ເຈົ້າ​ມາ​ສູ່​ເຮົາ: “ພວກ​ເຈົ້າ, ໝົດ​ທຸກ​ຄົນ​ຈົ່ງ​ສວມ​ຄວາມ​ຖ່ອມ​ໃຈ, ເພື່ອ​ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ: ພຣະ​ເຈົ້າ​ຊົງ​ຕໍ່​ສູ້​ຄົນ​ທີ່​ຈອງ​ຫອງ​ແຕ່​ຊົງ​ປະ​ທານ​ພຣະ​ຄຸນ​ແກ່​ຜູ້​ທີ່​ຖ່ອມ​ໃຈ​ລົງ” (1 ເປ​ໂຕ 5:5). ຄວາມ​ຖ່ອມ​ຕົວ​ຈະ​ນຳ​ຄຳ​ຕອບ​ທີ່​ອ່ອນ​ໂຍນ​ມາ. ມັນ​ເປັນ​ແຫລ່ງ​ຂອງ​ລັກ​ສະ​ນະ​ທີ່​ຊອບ​ທຳ.

ແອວ​ເດີ ແດວ ຈີ ເຣັນ​ລັນ ໄດ້​ສິດ​ສອນ​ວ່າ:

“ບຸກ​ຄົນ​ທີ່​ໃຊ້​ຊີ​ວິດ​ກັບ​ພຣະ​ເຈົ້າ​ດ້ວຍ​ຄວາມ​ຖ່ອມ​ໃຈ ຈື່​ຈຳ​ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ໄດ້​ກະ​ທຳ​ເພື່ອ​ເຂົາ​ເຈົ້າ.”

“ເຮົາ​ປະ​ພຶດ​ຢ່າງ​ມີ​ກຽດ​ກັບ​ພຣະ​ເຈົ້າ​ໂດຍ​ການ​ໃຊ້​ຊີ​ວິດ​ກັບ​ພຣະ​ເຈົ້າ​ດ້ວຍ​ຄວາມ​ຖ່ອມ​ໃຈ” (“Do Justly, Love Mercy, and Walk Humbly with God,” Liahona, Nov. 2020, 111, 109).

ຄຸນ​ລັກ​ສະ​ນະ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແມ່ນ​ຄວາມ​ກ້າ​ຫານ. ເມື່ອ​ຂ້າ​ພະ​ເຈົ້າ​ຄິດ​ເຫັນ​ພຣະ​ເຢ​ຊູ​ຄຣິດ​ທີ່​ມີ​ອາ​ຍຸ​ພຽງ 12 ປີ, ນັ່ງ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ທ່າມ​ກາງ​ກຸ່ມ​ອາ​ຈານ ແລະ ສິດ​ສອນ​ເຂົາ​ເຈົ້າ​ເຖິງ​ສິ່ງ​ສັກ​ສິດ, ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ອົງ​ມີ​ຢູ່​ແລ້ວ, ຕັ້ງ​ແຕ່​ຍັງ​ເຍົາ​ໄວ, ຄວາມ​ກ້າ​ຫານ​ທີ່​ດີ, ຄວາມ​ກ້າ​ຫານ​ໂດຍ​ສະ​ເພາະ. ໃນ​ຂະ​ນະ​ທີ່​ຄົນ​ສ່ວນ​ຫລາຍ​ຄາດ​ຫວັງ​ວ່າ​ເດັກ​ນ້ອຍ​ຈະ​ຖືກ​ສິດ​ສອນ​ໂດຍ​ກຸ່ມ​ອາ​ຈານ, ແຕ່​ພຣະ​ອົງ​ໄດ້​ສິດ​ສອນ​ເຂົາ​ເຈົ້າ​ຂະ​ນະ​ທີ່ “ເຂົາ​ເຈົ້າ​ກຳ​ລັງ​ຟັງ, ແລະ ຊັກ​ຖາມ​ຄຳ​ຖາມ” (ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ລູ​ກາ 2:46 [ໃນ ລູ​ກາ 2:46, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ]).

ພວກ​ເຮົາ​ໄດ້​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ​ໃນ​ເຂດ​ເຜີຍ​ແຜ່​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຄອງ​ໂກ ເອັມ​ບູ​ຈີ-ມາ​ຢີ ຈາກ​ປີ 2016 ຫາ 2019. ວິ​ທີ​ເດີນ​ທາງ​ໃນ​ເຂດ​ເຜີຍ​ແຜ່​ຈາກ​ອະ​ນາ​ເຂດ​ໜຶ່ງ​ໄປ​ຫາ​ອີກ​ເຂດ​ໜຶ່ງ​ແມ່ນ​ໃຊ້​ລົດ. ໄດ້​ເກີດ​ມີ​ເຫດ​ການ​ບໍ່​ສະ​ຫງົບ​ໃນ​ເຂດ​ນັ້ນ ໂດຍ​ມີ​ພວກ​ໂຈນ​ຕິດ​ອາ​ວຸດ​ບຸກ​ລຸກ​ເຂົ້າ​ໂຈມ​ຕີ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ ແລະ ໄດ້​ເຮັດ​ໃຫ້​ການ​ເດີນ​ທາງ​ຂອງ​ຜູ້​ຄົນ​ບໍ່​ສະ​ຫງົບ.

ຜູ້​ສອນ​ສາດ​ສະ​ໜາ​ຫ້າ​ຄົນ​ທີ່​ກຳ​ລັງ​ເດີນ​ທາງ​ຈາກ​ອະ​ນາ​ເຂດ​ໜຶ່ງ​ໄປ​ຫາ​ອີກ​ເຂດ​ໜຶ່ງ​ຊຶ່ງ​ເປັນ​ການ​ປ່ຽນ​ເຂດ​ເຜີຍ​ແຜ່​ໄດ້​ຕົກ​ເປັນ​ເຫຍື່ອ​ຂອງ​ຄວາມ​ບໍ່​ສະ​ຫງົບ​ເຫລົ່າ​ນີ້. ໂດຍ​ທີ່​ເຄີຍ​ຕົກ​ເປັນ​ເຫຍື່ອ​ຂອງ​ເຫດ​ການ​ອັນ​ບໍ່​ສະ​ຫງົບ​ນີ້​ມາ​ກ່ອນ​ແດ່​ແລ້ວ, ພວກ​ເຮົາ​ເລີ່ມ​ເປັນ​ຫ່ວງ​ກັບ​ຄວາມ​ປອດ​ໄພ​ຂອງ​ຊີ​ວິດ​ຂອງ​ພວກ​ເຮົາ​ໝົດ​ທຸກ​ຄົນ, ແມ່ນ​ແຕ່​ລັງ​ເລ​ໃນ​ການ​ເດີນ​ທາງ​ຕາມ​ເສັ້ນ​ທາງ​ເຫລົ່າ​ນີ້​ເພື່ອ​ໄປ​ຢ້ຽມ​ຢາມ​ຜູ້​ສອນ​ສາດ​ສະ​ໜາ ແລະ ຈັດ​ກອງ​ປະ​ຊຸມ​ອະ​ນາ​ເຂດ. ພວກ​ເຮົາ​ບໍ່​ຮູ້​ວ່າ​ມັນ​ຈະ​ເປັນ​ແບບ​ນີ້​ອີກ​ດົນ​ປານ​ໃດ. ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ໃບ​ລາຍ​ງານ​ສະ​ບັບ​ໜຶ່ງ, ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ສົ່ງ​ໄປ​ໃຫ້​ຝ່າຍ​ປະ​ທານ​ເຂດ, ແລະ ຂ້າ​ພະ​ເຈົ້າ​ໄດ້​ສະ​ແດງ​ຄວາມ​ຮູ້​ສຶກ​ຢ້ານ​ກົວ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ການ​ເດີນ​ທາງ​ຕໍ່​ໄປ ເມື່ອ​ເສັ້ນ​ທາງ​ນັ້ນ​ເປັນ​ທາງ​ດຽວ​ທີ່​ຈະ​ໄປ​ຮອດ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ພວກ​ເຮົາ.

ໃນ​ການ​ຕອບ​ກັບ​ຄືນ​ຂອງ​ເພິ່ນ, ແອວ​ເດີ ແຄ​ວິນ ແຮມ​ໂມ​ຕັນ, ຜູ້​ທີ່​ເປັນ​ປະ​ທານ​ຂອງ​ພວກ​ເຮົາ​ຢູ່​ເຂດ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ອາ​ຟຣິ​ກາ, ໄດ້​ຂຽນ​ຫາ​ຂ້າ​ພະ​ເຈົ້າ​ວ່າ: “ຄຳ​ແນະ​ນຳ​ຂອງ​ຂ້ອຍ​ແມ່ນ​ເຮັດ​ໃຫ້​ດີ​ທີ່​ສຸດ​ເທົ່າ​ທີ່​ເຈົ້າ​ສາ​ມາດ​ເຮັດ​ໄດ້. ຈົ່ງ​ສະ​ຫລາດ ແລະ ຈົ່ງ​ອະ​ທິ​ຖານ. ຢ່າ​ເອົາ​ຕົວ​ເອງ ຫລື ຜູ້​ສອນ​ສາດ​ສະ​ໜາ​ຂອງ​ເຈົ້າ​ໄປ​ໃນ​ທາງ​ທີ່​ຈະ​ເກີດ​ອັນ​ຕະ​ລາຍຢ່າງ​ຮູ້​ຕົວ, ແຕ່​ໃນ​ເວ​ລາ​ດຽວ​ກັນ ກໍ​ໃຫ້​ກ້າວ​ຕໍ່​ໄປ​ໃນ​ສັດ​ທາ. ‘ເພາະ​ວ່າ​ພຣະ​ເຈົ້າ​ບໍ່​ໄດ້​ປະ​ທານ​ໃຈ​ອັນ​ຢ້ານ​ກົວ​ໃຫ້​ແກ່​ເຮົາ; ແຕ່​ໄດ້​ປະ​ທານ​ໃຈ​ອັນ​ປະ​ກອບ​ດ້ວຍ​ອຳ​ນາດ, ແລະ ຄວາມ​ຮັກ, ແລະ ການ​ບັງ​ຄັບ​ຕົນ​ເອງ ໃຫ້​ແກ່​ເຮົາ’ (2 ຕີ​ໂມ​ທຽວ 1:7).”

ຄຳ​ຕັກ​ເຕືອນ​ນີ້​ເຮັດ​ໃຫ້​ພວກ​ເຮົາ​ເຂັ້ມ​ແຂງ​ຫລາຍ​ຂຶ້ນ ແລະ ຊ່ວຍ​ໃຫ້​ພວກ​ເຮົາ​ເດີນ​ທາງ​ຕໍ່​ໄປ ແລະ ຮັບ​ໃຊ້​ດ້ວຍ​ຄວາມ​ກ້າ​ຫານ​ຈົນ​ເຖິງ​ທີ່​ສິ້ນ​ສຸດ​ຂອງ​ການ​ເຜີຍ​ແຜ່​ຂອງ​ພວກ​ເຮົາ, ເພາະ​ວ່າ​ພວກ​ເຮົາ​ໄດ້​ຍິນ​ການ​ຊີ້​ນຳ​ຈາກ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ໃນ​ສະ​ຫວັນ​ຂອງ​ພວກ​ເຮົາ ຜ່ານ​ທາງ​ພຣະ​ຄຳ​ພີ​ຂໍ້​ນັ້ນ.

ໃນ​ພຣະ​ຄຳ​ພີ​ສະ​ໄໝ​ໃໝ່, ເຮົາ​ໄດ້​ອ່ານ​ຖ້ອຍ​ຄຳ​ດົນ​ໃຈ​ຂອງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ສະ​ທ້ອນ​ເຖິງ​ການ​ໃຫ້​ກຳ​ລັງ​ໃຈ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ເຮົາ​ວ່າ: “ອ້າຍ​ນ້ອງ​ທັງ​ຫລາຍ, ພວກ​ເຮົາ​ຈະ​ບໍ່​ກ້າວ​ຕໍ່​ໄປ​ໃນ​ອຸ​ດົມ​ການ​ອັນ​ຍິ່ງ​ໃຫຍ່​ເຊັ່ນ​ນີ້​ບໍ? ກ້າວ​ໄປ​ໜ້າ ແລະ ບໍ່​ຖອຍ​ກັບ. ຈົ່ງ​ກ້າ​ຫານ, ອ້າຍ​ນ້ອງ​ທັງ​ຫລາຍ; ແລະ ກ້າວ​ຕໍ່​ໄປ, ຕໍ່​ໄປ​ເຖິງ​ໄຊ​ຊະ​ນະ!” ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 128:22.

ຂໍ​ໃຫ້​ເຮົາ​ມີ​ຄວາມ​ກ້າ​ຫານ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ ເຖິງ​ແມ່ນ​ວ່າ​ມັນ​ຈະ​ບໍ່​ເປັນ​ທີ່​ນິ​ຍົມ—ຄວາມ​ກ້າ​ຫານ​ທີ່​ຈະ​ປົກ​ປ້ອງ​ສັດ​ທາ​ຂອງ​ເຮົາ ແລະ ກະ​ທຳ​ດ້ວຍ​ສັດ​ທາ. ຂໍ​ໃຫ້​ເຮົາ​ມີ​ຄວາມ​ກ້າ​ຫານ​ທີ່​ຈະ​ກັບ​ໃຈ​ແຕ່​ລະ​ວັນ, ກ້າ​ຫານ​ທີ່​ຈະ​ຍອມ​ຮັບ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ ແລະ ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ຂໍ​ໃຫ້​ເຮົາ​ມີ​ຄວາມ​ກ້າ​ຫານ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຢ່າງ​ຊອບ​ທຳ ແລະ ເຮັດ​ໃນ​ສິ່ງ​ທີ່​ເຮົາ​ຖືກ​ຄາດ​ຫວັງ​ໄວ້​ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ ແລະ ຕຳ​ແໜ່ງ​ຕ່າງໆ​ຂອງ​ເຮົາ.

ຄຸນ​ລັກ​ສະ​ນະ​ທີ​ສາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແມ່ນ​ການ​ໃຫ້​ອະ​ໄພ. ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ໃນ​ຊ່ວງ​ມະ​ຕະ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປ້ອງ​ກັນ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ໄດ້​ລ່ວງ​ປະ​ເວ​ນີ​ຈາກ​ການ​ຖືກ​ແກວ່ງ​ກ້ອນ​ຫີນ​ໃສ່​ໃຫ້​ຕາຍ. ພຣະ​ອົງ​ໄດ້​ສັ່ງ​ນາງ​ວ່າ “ຈົ່ງ​ໄປ​ສາ, ຕໍ່​ໄປ​ຢ່າ​ເຮັດ​ບາບ​ອີກ” (ໂຢ​ຮັນ 8:11). ສິ່ງ​ນີ້​ໄດ້​ກະ​ຕຸ້ນ​ໃຫ້​ນາງ​ໄປ​ສູ່​ການ​ກັບ​ໃຈ ແລະ ການ​ໃຫ້​ອະ​ໄພ​ໃນ​ທີ່​ສຸດ, ດັ່ງ​ທີ່​ໄດ້​ບັນ​ທຶກ​ໃນ​ພຣະ​ຄຳ​ພີ, “ຍິງ​ຄົນ​ນັ້ນ​ໄດ້​ສັນ​ລະ​ເສີນ​ພຣະ​ເຈົ້າ​ນັບ​ແຕ່​ເວ​ລາ​ນັ້ນ, ແລະ ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ” (ໂຈ​ເຊັບ ສະ​ມິດ, ໂຢ​ຮັນ 8:11 [ໃນ ໂຢ​ຮັນ 8:11, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ]).

ໃນ​ຊ່ວງ​ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ບຸນ​ຄຣິດ​ສະ​ມາດ ເດືອນ​ທັນ​ວາ ປີ 2018, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ທີ່​ຮັກ​ແພງ​ຂອງ​ເຮົາ ໄດ້​ກ່າວ​ກ່ຽວ​ກັບ​ຂອງ​ປະ​ທານ​ສີ່​ຢ່າງ ທີ່​ເຮົາ​ໄດ້​ຮັບ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເພິ່ນ​ໄດ້​ກ່າວ​ວ່າ ຂອງ​ປະ​ທານ​ຢ່າງ​ໜຶ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ເໜີ​ມອບ​ໃຫ້ ແມ່ນ​ຄວາມ​ສາ​ມາດ​ທີ່​ຈະ ໃຫ້​ອະ​ໄພ:

“ຜ່ານ​ທາງ​ການ​ຊົດ​ໃຊ້​ອັນ​ເປັນ​ນິດ​ຂອງ​ພຣະ​ອົງ, ທ່ານ​ສາ​ມາດ​ໃຫ້​ອະ​ໄພ​ຄົນ​ທີ່​ໄດ້​ເຮັດ​ໃຫ້​ທ່ານ​ເຈັບ​ປວດ ແລະ ຄົນ​ທີ່​ບໍ່​ເຄີຍ​ຮັບ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ​ຄວາມ​ຮ້າຍ​ກາດ​ທີ່​ເຂົາ​ໄດ້​ເຮັດ​ກັບ​ທ່ານ.

“ມັນ​ເປັນ​ສິ່ງ​ງ່າຍ​ທີ່​ຈະ​ໃຫ້​ອະ​ໄພ​ແກ່​ຄົນ​ທີ່​ສະ​ແຫວງ​ຫາ​ການ​ໃຫ້​ອະ​ໄພ​ຈາກ​ທ່ານ​ດ້ວຍ​ຄວາມ​ຈິງ​ໃຈ ແລະ ດ້ວຍ​ຄວາມ​ຖ່ອມ​ຕົວ. ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ປະ​ທານ​ຄວາມ​ສາ​ມາດ​ໃຫ້​ທ່ານ ເພື່ອ​ໃຫ້​ອະ​ໄພ​ຄົນ​ທີ່​ໄດ້​ເຮັດ​ຜິດ​ຕໍ່​ທ່ານ ບໍ່​ວ່າ​ຈະ​ເປັນ​ໃນ​ຮູບ​ແບບ​ໃດ​ກໍ​ຕາມ” (“ຂອງ​ປະ​ທານ​ສີ່​ຢ່າງ​ທີ່​ພຣະ​ເຢ​ຊູ​ຄຣິດ​ສະ​ເໜີ​ມອບ​ໃຫ້​ທ່ານ” [ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ບຸນ​ຄຣິດ​ສະ​ມາດ, ວັນ​ທີ 2 ເດືອນ​ທັນ​ວາ, 2018], broadcasts.ChurchofJesusChrist.org).

ຂໍ​ໃຫ້​ເຮົາ​ໃຫ້​ອະ​ໄພ​ຊຶ່ງ​ກັນ​ແລະ​ກັນ​ດ້ວຍ​ຄວາມ​ຈິງ​ໃຈ ເພື່ອ​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ພຣະ​ບິ​ດາ. ການ​ໃຫ້​ອະ​ໄພ​ຈະ​ປົດ​ປ່ອຍ​ເຮົາ ແລະ ເຮັດ​ໃຫ້​ເຮົາ​ມີ​ຄ່າ​ຄວນ​ທີ່​ຈະ​ຮັບ​ເອົາ​ສິນ​ລະ​ລຶກ​ແຕ່​ລະ​ອາ​ທິດ​ໄດ້. ການ​ໃຫ້​ອະ​ໄພ​ເປັນ​ສິ່ງ​ຈຳ​ເປັນ​ສຳ​ລັບ​ເຮົາ​ທີ່​ຈະ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຄຸນ​ລັກ​ສະ​ນະ​ທີ​ສີ່​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແມ່ນ​ການ​ເສຍ​ສະ​ລະ. ມັນ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເສຍ​ສະ​ລະ​ພຣະ​ຊົນ​ຊີບ​ຢ່າງ​ສູງ​ສຸດ​ເພື່ອ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ໄດ້​ຮັບ​ການ​ໄຖ່. ໂດຍ​ທີ່​ຮູ້​ສຶກ​ເຈັບ​ປວດ​ຈາກ​ການ​ເສຍ​ສະ​ລະ, ພຣະ​ອົງ​ໄດ້​ຂໍ​ໃຫ້​ພຣະ​ບິ​ດາ​ຂອງ​ພຣະ​ອົງ​ເລື່ອນ​ຈອກ​ນີ້​ອອກ​ໄປ, ແຕ່​ວ່າ​ພຣະ​ອົງ​ໄດ້​ໄປ​ເຖິງ​ຈຸດ​ຈົບ​ຂອງ​ການ​ເສຍ​ສະ​ລະ​ແຫ່ງ​ນິ​ລັນ​ດອນ. ນີ້​ແມ່ນ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.

ປະ​ທານ​ເອັມ ຣະ​ໂຊ ບາ​ເລີດ ໄດ້​ສິດ​ສອນ​ເລື່ອງ​ນີ້​ວ່າ: “ການ​ເສຍ​ສະ​ລະ​ຄື​ການ​ສະ​ແດງ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ. ລະ​ດັບ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ຕໍ່​ພຣະ​ກິດ​ຕິ​ຄຸນ, ແລະ ຕໍ່​ເພື່ອນ​ມະ​ນຸດ​ດ້ວຍ​ກັນ ສາ​ມາດ​ຖືກ​ວັດ​ແທກ​ໄດ້​ໂດຍ​ການ​ທີ່​ເຮົາ​ຕັ້ງ​ໃຈ​ເສຍ​ສະ​ລະ​ໃຫ້​ກັບ​ເຂົາ​ເຈົ້າ” (“The Blessings of Sacrifice,” Ensign, May 1992, 76).

ເຮົາ​ສາ​ມາດ​ເສຍ​ສະ​ລະ​ເວ​ລາ​ຂອງ​ເຮົາ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ຮັບ​ໃຊ້​ຄົນ​ອື່ນ, ເຮັດ​ຄວາມ​ດີ, ເຮັດ​ວຽກ​ງານ​ປະ​ຫວັດ​ຄອບ​ຄົວ, ແລະ ຂະ​ຫຍາຍ​ການ​ເອີ້ນ​ຂອງ​ເຮົາ​ໃນ​ສາດ​ສະ​ໜາ​ຈັກ.

ເຮົາ​ສາ​ມາດ​ເສຍ​ສະ​ລະ​ທາງ​ດ້ານ​ການ​ເງິນ​ໂດຍ​ການ​ຈ່າຍ​ສ່ວນ​ສິບ, ເງິນ​ຖື​ສິນ​ອົດ​ເຂົ້າ, ແລະ ການ​ບໍ​ລິ​ຈາກ​ອື່ນໆ ເພື່ອ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ເທິງ​ແຜ່ນ​ດິນ​ໂລກ. ເຮົາ​ຕ້ອງ​ເສຍ​ສະ​ລະ​ເພື່ອ​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ເຮັດ​ໄວ້​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ໂດຍ​ການ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ ແລະ ຮັບ​ເອົາ​ພອນ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ເຮົາ​ຈະ​ກາຍ​ເປັນ​ຄົນ​ທີ່​ຖ່ອມ​ຕົວ​ຫລາຍ​ກວ່າ​ເກົ່າ, ເຮົາ​ຈະ​ກ້າ​ຫານ​ຫລາຍ​ກວ່າ​ເກົ່າ, ເຮົາ​ຈະ​ໃຫ້​ອະ​ໄພ​ຫລາຍ​ກວ່າ​ເກົ່າ, ເຮົາ​ຈະ​ເສຍ​ສະ​ລະ​ຫລາຍ​ກວ່າ​ເກົ່າ​ສຳ​ລັບ​ອາ​ນາ​ຈັກ​ຂອງ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຊົງ​ພຣະ​ຊົນ​ຢູ່, ແລະ ພຣະ​ອົງ​ຮູ້​ຈັກ​ເຮົາ​ແຕ່​ລະ​ຄົນ​ເປັນ​ສ່ວນ​ຕົວ, ວ່າ​ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ, ວ່າ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ໃນ​ປະ​ຈຸ​ບັນ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ເປັນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ເທິງ​ແຜ່ນ​ດິນ​ໂລກ ແລະ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຄວາມ​ຈິງ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ຜູ້​ໄຖ່​ຂອງ​ເຮົາ, ອາ​ແມນ.