ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ
ຂອງ​ປະ​ທານ​ສີ່​ຢ່າງ​ທີ່​ພຣະ​ເຢ​ຊູ​ຄຣິດ​ສະ​ເໜີ​ມອບ​ໃຫ້​ທ່ານ


ຂອງ​ປະ​ທານ​ສີ່​ຢ່າງ​ທີ່​ພຣະ​ເຢ​ຊູ​ຄຣິດ​ສະ​ເໜີ​ມອບ​ໃຫ້​ທ່ານ

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເທດ​ສະ​ການນີ້ ຊ່າງ​ເປັນ​ສິ່ງ​ທີ່​ລ້ຳ​ຄ່າ​ແທ້ໆ! ເຮົາ​ມັກ​ທຳ​ນອງ​ເພງ “ຂໍ​ເຊີນ​ທ່ານ​ຜູ້​ຊື່​ສັດ”1 ແລະ ກະ​ຕື​ລື​ລົ້ນ ທີ່​ຈະ​ມາເຄົາ​ລົບ​ພຣະ​ອົງ: ພຣະ​ເຢ​ຊູ​ຄຣິດ—ພຣະ​ກຸມ​ມານ​ນ້ອຍ​ອົງ​ນັ້ນ​ແຫ່ງ​ເບັດ​ເລ​ເຮັມ—“ພຣະ​ເຢ​ໂຮ​ວາ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ຄຳ​ພີ​ເດີມ [ແລະ] ພຣະ​ເມ​ຊີ​ອາ​ຂອງ​ພຣະ​ຄຳ​ພີ​ໃໝ່.”2

ຄ່ຳ​ຄືນນີ້ ຂໍ​ໃຫ້​ເຮົາ​ຈົ່ງ​ພິ​ຈາ​ລະ​ນາ​ນຳ​ກັນ ກ່ຽວ​ກັບ​ພອນ​ທີ່​ມາ​ສູ່​ເຮົາ ເມື່ອ​ເຮົາ​ເອົາ​ໃຈ​ໃສ່​ຕໍ່​ພຣະ​ຊົນ​ຊີບ, ພາ​ລະ​ກິດ, ຄຳ​ສອນ, ແລະ ການ​ຊົດ​ໃຊ້​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ, ດັ່ງ​ທີ່​ກະ​ສັດ​ເບັນ​ຢາ​ມິນ ໄດ້​ເຮັດ​ເພື່ອ​ໄພ່​ພົນ​ໃນ​ວັນ​ເວ​ລາ​ຂອງ​ເພິ່ນ, ໃຫ້ “ພິ​ຈາ​ລະ​ນາ​ເຖິງ​ສະ​ພາບ​ອັນ​ເປັນ​ພອນ ແລະ ຄວາມ​ສຸກ​ຂອງ​ຄົນ​ທີ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.” ພອນນັ້ນ​ແມ່ນ​ສຳ​ລັບ​ເຮົາ​ໃນ​ເວ​ລານີ້, ແຕ່​ຕື່ມ​ໃສ່​ກັບ​ມັນ ໃນ​ທີ່​ສຸດ​ຈະ​ເປັນ​ຄຳ​ສັນ​ຍາ, ເຖິງ “ຄວາມ​ສຸກ​ທີ່ບໍ່​ມີ​ວັນ​ສິ້ນ​ສຸດ.”3 ໂດຍພຽງກ່າວ​ວ່າ, ຜູ້​ຕິດ​ຕາມ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ ມີ​ສິດ​ທິ​ພິ​ເສດ ທີ່​ຈະ​ປະ​ສົບ​ກັບ​ຄວາມ​ສຸກ​ຕະ​ຫລອດ​ການ ຢ່າງ​ທີ່ບອກບໍ່​ໄດ້.

ສອງ​ສາມ​ວັນ​ຜ່ານ​ມານີ້ ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເຕືອນ​ກ່ຽວ​ກັບ​ສິ່ງນີ້ ຕອນ​ຂ້າ​ພະ​ເຈົ້າ​ໄດ້​ພົບ​ເຫັນ​ທູດ​ອົງ​ໜຶ່ງ​ຊື່ ລີເດຍ. ທູດ​ອົງ​ນີ້ບໍ່​ໄດ້​ນຸ່ງ​ຊຸດ​ຂາວ, ແລະ ນາງ​ໄດ້​ເຮັດ​ໃຫ້​ການ​ພົບ​ປະ​ຂອງ​ພວກ​ເຮົາ​ງ່າຍ​ຂຶ້ນ ໂດຍ​ການ​ມາ​ຫາ​ຂ້າ​ພະ​ເຈົ້າ​ຢູ່​ຫ້ອງ​ການ. ນາງລີເດຍ ມີ​ອາ​ຍຸ​ໄດ້ 12 ປີ. ນາງ​ເປັນ​ໂຣກ​ມະ​ເລັງຊະ​ນິດ​ທີ່ຮ້າຍ​ແຮງ ແລະ ​ໜ້ອຍ​ຄົນ​ເປັນ ຢູ່ໃນສະ​ໝອງ.4 ນາງ​ມີ​ໃບ​ໜ້າ​ຂອງ​ທູດ ແລະ ວາງ​ຕົວຮຽບ​ຮ້ອຍ​ເກີນ​ອາ​ຍຸ​ຂອງ​ນາງ. ຂະ​ນະ​ທີ່​ພວກ​ເຮົາ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ຊີ​ວິດ​ຂອງ​ນາງ ແລະ ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະ​ນາ​ຄົດ, ນາງບໍ່​ສະ​ທ້ານ​ຢ້ານ​ກົວ ແລະ ມີ​ຄວາມ​ສະ​ຫງົບ​ໃນ​ຈິດ​ໃຈ. ເມື່ອ​ຂ້າ​ພະ​ເຈົ້າ​ຖາມ​ວ່າ ນາງ​ມີ​ຄຳ​ຖາມ​ຫຍັງ​ບໍ່, ນາງເວົ້າ​ຂຶ້ນ​ທັນ​ທີ​ວ່າ, “ສະ​ຫວັນ​ເປັນ​ຈັ່ງ​ໃດ?” ສິ່ງ​ນັ້ນ​ໄດ້​ເລີ່ມ​ຕົ້ນ​ການ​ສົນ​ທະ​ນາ​ແບບ​ເປີດ​ໃຈ ກ່ຽວ​ກັບ​ຈຸດ​ປະ​ສົງ​ຂອງ​ຊີ​ວິດ ແລະ ພອນ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ ໄດ້​ສະ​ເໜີ​ມອບ​ໃຫ້​ແກ່​ຜູ້​ທີ່​ໃຫ້​ກຽດ ແລະ ຕິດ​ຕາມ​ພວກ​ພຣະ​ອົງ.

ຮູບ​ພາບ
ລີເດຍ ແລະ ປະ​ທານ​ແນວສັນ

ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ຫລາຍ​ກັບ​ສັດ​ທາ​ຂອງ​ນາງລີເດຍ ແລະ ຄອບ​ຄົວ​ຂອງ​ນາງ! ເຖິງ​ແມ່ນ​ເຂົາ​ເຈົ້າ​ກຳ​ລັງ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ອັນ​ໃຫຍ່​ຫລວງ ກ່ຽວ​ກັບ​ຊີ​ວິດ​ຢູ່​ໃນ​ໂລກນີ້, ​ແຕ່ນາງລີເດຍຍັງ​ເຕັມ​ໄປ​ດ້ວຍ​ສັດ​ທາ. ນາງ​ມີທັດ​ສະ​ນະນິ​ລັນ​ດອນ. ນາງ​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ນາງ ແລະ ຈະ​ດູ​ແລ​ນາງ. ຄອບ​ຄົວ​ທີ່​ອຸ​ທິດ​ຕົນ​ຂອງ​ນາງ ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ສະ​ຫງົບ ແລະ ທ່າ​ທາງ​ແບບ​ມີ​ຄວາມ​ສະ​ຫງົບ​ໃນ​ຈິດ​ໃຈ ຊຶ່ງ​ພຽງ​ແຕ່​ການ​ມີ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ ທີ່​ສາ​ມາດ​ນຳ​ມາ​ໃຫ້.

ຄວາມ​ຫວັງ​ຂອງ​ນາງລີເດຍ ແມ່ນ​​ຢາກ​ພົບ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະຜູ້​ເປັນ​ເຈົ້າ, ແຕ່ ຄວາມ​ປາດ​ຖະ​ໜາ ຂອງ​ນາງ​ແມ່ນເກີນກວ່າ​ປະ​ສົບ​ການ​ພຽງ​​ແຕ່ເທື່ອ​ດຽວ ຢູ່​ໃນ​ຊ່ວງ​ມະ​ຕະ​ນີ້. ຄວາມ​ປາດ​ຖະ​ໜາ​​ຢ່າງ​ເລິກ​ຊຶ້ງ​ຂອງ​ນາງ ຄື​ການ​ຢາກ​ຢູ່​ກັບ​ຄອບ​ຄົວ​ຂອງ​ນາງ​ຕະ​ຫລອດ​​ໄປ ໃນອາ​ນາ​ຈັກ​ຊັ້ນ​ສູງ. ສິ່ງນັ້ນ​ແມ່ນ​ຮ່ວມ​ທັງ​ຄວາມ​ປາດ​ຖະ​​ໜາ​ທີ່​ຈະ​ໄດ້​ຢູ່​ກັບ​ພຣະ​ບິ​ດາ​ເທິງ​ສະ​​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ເລື້ອຍໄປ.

ຕາມ​ຈິງ​ແລ້ວ, ຄວາມ​ປາດ​ຖະ​ໜາຂອງ​ເຮົາມີ​ອິດ​ທິ​ພົນ​ຕໍ່​ເຮົາ​ແຕ່​ລະ​ຄົນ ໃນ​ວິ​ທີ​ທາງ​ທີ່​ເລິກ​ຊຶ້ງ, ບໍ່​ພຽງ​ແຕ່​ຢູ່​ໃນ​ໂລກນີ້ ແລະ ໃນ​ເວ​ລານີ້​ເທົ່າ​ນັ້ນ ແຕ່​ຫລັງ​ຈາກ​ຊີ​ວິດນີ້​ນຳ​ອີກ. ໃຫ້​ເຮົາ​ມາ​ພິ​ຈາ​ລະ​ນາ​ຄວາມ​ສຳ​ຄັນ​ຂອງ​ຖ້ອຍ​ຄຳ​ຈາກ​ແອວ​ມາ ທີ່​ວ່າ: “[ພຣະ​ຜູ້​ເປັນ​ເຈົ້າ] ປະ​ທານ​ໃຫ້​ມະ​ນຸດ ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ເຂົາ.”5

ຄວາມ​ປາດ​ຖະ​ໜາ​ແມ່ນ​ສຳ​ຄັນ​ໃນ​ເທດ​ສະ​ການ​ແຫ່ງ​ການມອບ​ໃຫ້​ນີ້, ເມື່ອ​ເຮົາເອົາ​ໃຈ​ໃສ່​ຕໍ່​ຄວາມ​ປາດ​ຖະ​ໜາ​ຂອງ​ຄົນ​ທີ່​ເຮົາ​ຮັກ​ໂດຍ​ສະ​ເພາະ. ລະ​ຫວ່າງ​ເທດ​ສະ​ການນີ້, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ຄວາມ​ປາດ​ຖະ​ໜາ​ຂອງ​ຕົວ​ເອງ. ທ່ານ​ປາດ​ຖະ​ໜາ​ສິ່ງ​ໃດ​ຫລາຍ​ທີ່​ສຸດ? ທ່ານ​ຢາກ​ມີ​ປະ​ສົບ​ການ​ກັບ​ສິ່ງ​ໃດ ແລະ ບັນ​ລຸ​ຄວາມ​ສຳ​ເລັດ​ໃນ​ສິ່ງ​ໃດ​ຫລາຍ​ທີ່​ສຸດ ໃນ​ຊີ​ວິດນີ້? ທ່ານ​ຢາກ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ​ເລື້ອຍໆ​ບໍ? ທ່ານ​ຢາກ​ອາ​ໄສ​ຢູ່​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ກັບ​ຄອບ​ຄົວ​ຂອງ​ທ່ານ​ຕະ​ຫລອດໄປ​ບໍ ແລະ ດຳ​ລົງ​ຊີ​ວິດເໝືອນ​ດັ່ງ​ພຣະ​ອົງ?

ຖ້າ​ທ່ານ​ຢາກ, ທ່ານ​ຈະ​ຕ້ອງ​ຮັບ​ເອົາ​ຂອງ​ປະ​ທານ​ຫລາຍ​ຢ່າງ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສະ​ເໜີ​ມອບ​ໃຫ້ ເພື່ອ​ຊ່ວຍ​ທ່ານ ແລະ ຂ້າ​ພະ​ເຈົ້າ ລະ​ຫວ່າງ​​ທີ່ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ຊ່ວງ​ມະ​ຕະ​ນີ້. ໃຫ້​ເຮົາເອົາ​ໃຈ​ໃສ່​​ຕໍ່​ຂອງ​ປະ​ທານ ສີ່ ຢ່າງ ທີ່​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ມອບ​ໃຫ້​ທຸກ​ຄົນ ຜູ້​ທີ່​ເຕັມ​ໃຈ​ທີ່​ຈະ ຮັບ​ເອົາ ຂອງ​ປະ​ທານ​ເຫລົ່າ​ນີ້.6

ຢ່າງ​ທີ​ໜຶ່ງ, ພຣະ​ອົງ​ໄດ້​ມອບ​ຄວາມ​ສາ​ມາດ​ຢ່າງບໍ່​ມີ​ຂອບ​ເຂດ ທີ່​ຈະ​ຮັກ ໃຫ້​ທ່ານ ແລະ ຂ້າ​ພະ​ເຈົ້າ. ສິ່ງນີ້​ແມ່ນ​ຮ່ວມ​ທັງ​ຄວາມ​ສາ​ມາດ​ທີ່​ຈະ​ຮັກ​ຜູ້​ທີ່ບໍ່​ເປັນ​ຕາ​ຮັກ ແລະ ຜູ້​ທີ່ບໍ່​ພຽງ​ແຕ່ ບໍ່ ຮັກ​ທ່ານ​ເທົ່າ​ນັ້ນ ແຕ່​​ຍັງຂົ່ມ​ເຫັງ​ທ່ານ ແລະ ໃຊ້​ທ່ານ​ໃນ​ເວ​ລານີ້ ນຳ​ອີກ.7

ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ສາ​ມາດ​ຮຽນ​ທີ່​ຈະ​ຮັກ ດັ່ງ​ທີ່​ພຣະ​ອົງ​ໄດ້​ຮັກ. ມັນ​ອາດ​ຮຽກ​ຮ້ອງ​ເຮົາ​ໃຫ້​ປ່ຽນໃຈ—​ແນ່ນອນ​ທີ່​ສຸດຄື ໃຫ້​ໃຈ​ອ່ອນ​ລົງ—ດັ່ງ​ທີ່​ເຮົາ​ໄດ້​ຖືກ​ສິດ​ສອນ​ໂດຍ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເຖິງວິ​ທີດູ​ແລ​ກັນ​ແລະ​ກັນ ແທ້ໆ. ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເຮົາ​ສາ​ມາດ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແທ້ໆ ໃນ​ວິ​ທີ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ເຮົາ​ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ອົງ.

ໃຫ້​ທູນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຈະ​ໄດ້​ຮັກ​ຄົນ​ທີ່​ພຣະ​ອົງ​ຕ້ອງ​ການ​ໃຫ້​ທ່ານ​ຮັກ, ຮ່ວມ​ທັງ​ຜູ້​ທີ່​ຮູ້​ສຶກວ່າຮັກ​ໄດ້​ຍາກ. ທ່ານ​ອາດ​ຕ້ອງ​ໄດ້​ທູນ​ຂໍ​ໃຫ້​ພຣະ​ເຈົ້າ ສົ່ງ​ທູດ​ສະ​ຫວັນ​ຂອງ​ພຣະ​ອົງ​ລົງ​ມາ​ເດີນໄປ​ກັບ​ທ່ານ ໃນ​ບ່ອນ​ທີ່​ທ່ານບໍ່​ຢາກ​ເດີນ​ໄປ.8

ຂອງ​ປະ​ທານ​ຢ່າງ​ທີ​ສອງ ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະເໝີມອບ​ໃຫ້ ແມ່ນ​ຄວາມ​ສາ​ມາດ ທີ່​ຈະ​ໃຫ້​ອະ​ໄພ. ຜ່ານ​ທາງ​ການ​ຊົດ​ໃຊ້​ອັນ​ເປັນ​ນິດ​ຂອງ​ພຣະ​ອົງ, ທ່ານ​ສາ​ມາດ​ໃຫ້​ອະ​ໄພ​ຄົນ​ທີ່​ໄດ້​ເຮັດ​ໃຫ້​ທ່ານ​ເຈັບ​ປວດ ແລະ ຄົນ​ທີ່ບໍ່​ເຄີຍ​ຮັບ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ​ຄວາມ​ຮ້າຍ​ກາດ​ທີ່​ເຂົາ​ໄດ້​ເຮັດ​ກັບ​ທ່ານ.

ມັນ​ເປັນ​ສິ່ງ​ງ່າຍ​ທີ່​ຈະ​ໃຫ້​ອະ​ໄພ​ແກ່​ຄົນ​ທີ່​ສະ​ແຫວງ​ຫາ​ການ​ໃຫ້​ອະ​ໄພ​ຈາກ​ທ່ານ​ດ້ວຍ​ຄວາມ​ຈິງ​ໃຈ ແລະ ດ້ວຍ​ຄວາມ​ຖ່ອມ​ຕົວ. ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ປະ​ທານ​ຄວາມ​ສາ​ມາດ​ໃຫ້​ທ່ານ ເພື່ອ​ໃຫ້​ອະ​ໄພ​ຄົນ​ທີ່​ໄດ້​ເຮັດ​ຜິດ​ຕໍ່​ທ່ານ ບໍ່​ວ່າ​ຈະ​ເປັນ​ໃນ​ຮູບ​ແບບ​ໃດ​ກໍ​ຕາມ. ແລ້ວການ​ກະ​ທຳ​ອັນ​ເຈັບ​ປວດ​ຂອງ​ເຂົາ ຈະບໍ່​ລົບ​ກວນ​ຈິດ​ວິນ​ຍານ​ຂອງ​ທ່ານ​ອີກ​ຕໍ່​ໄປ.

ຂອງ​ປະ​ທານ​ຢ່າງ​ທີ​ສາມ ຈາກພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແມ່ນ ການ​ກັບ​ໃຈ. ຂອງ​ປະ​ທານ​ຢ່າງນີ້ ບໍ່​ແມ່ນ​ຈະ​ເຂົ້າ​ໃຈ​ໄດ້​ຄັກ​ສະ​ເໝີ​ໄປ. ດັ່ງ​ທີ່​ທ່ານ​ຮູ້, ສະ​ບັບ​ຕົ້ນ​ຂອງພຣະ​ຄຳ​ພີໃໝ່​ແມ່ນ​ເປັນ​ພາ​ສາກຣີກ. ໃນ​ວັກ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂໍ​ໃຫ້​ຜູ້​ຄົນ​ກັບ​ໃຈ, ຄຳ​ທີ່​ຖືກ​ແປ​ອອກ​ມາ​ເປັນ​ຄຳ​ວ່າ “ກັບ​ໃຈ” ໃນ​ພາ​ສາ​ກຣີກ ແມ່ນ metanoeo.9 ນີ້​ແມ່ນ​ຄຳ​ກິ​ລິ​ຍາ​ທີ່​ມີ​ພະ​ລັງ ໃນ​ພາ​ສາກຣີກ. ຄຳ​ຕື່ມ​ໜ້າ meta ໝາຍ​ເຖິງ “ການ​ປ່ຽນ​ແປງ.” ເຮົາ​ກໍ​ໃຊ້​ຄຳ​ຕື່ມ​ໜ້າ​ຄຳ​ນີ້ ໃນ​ພາ​ສາ​ອັງ​ກິດ​ຄື​ກັນ. ຍົກ​ຕົວ​ຢ່າງ, ຄຳ​ວ່າ metamorphosis ໝາຍ​ເຖິງ “ການປ່ຽນແປງ​ໃນ​ທຸກ​ຮູບ​ແບບ.” ສ່ວນ​ທີ່​ຕໍ່​ທ້າຍ​ຄຳເຊັ່ນ noeo ເຂົ້າ​ໃຈ​ວ່າ ຄຳ​ນີ້​ໃນ​ພາ​ສາກຣີກ ໝາຍ​ເຖິງ “ຈິດ​ໃຈ.”10 ມັນ​ກໍ​ຍັງ​ກ່ຽວ​ພັນ​ກັບ​ສັບ​ອື່ນ​ໃນ​ພາ​ສາກ​ຣີກ​ນຳ​ອີກ ທີ່​ໝາຍ​ເຖິງ “ຄວາມ​ຮູ້,”11 “ວິນ​ຍານ,”12 ແລະ “ລົມ​ຫາຍ​ໃຈ.”13

ເຮົາ​ສາ​ມາດ​ເລີ່ມ​ຕົ້ນ​ເຫັນ​ເຖິງ​ຄວາມກວ້າງ​ຂວາງ ແລະ ຄວາມ​ເລິກ ຂອງ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ເຮົາ​ແລ້ວ​ບໍ ເມື່ອ​ພຣະ​ອົງ​ສະ​ເໜີ​ມອບ​ຂອງ​ປະ​ທານ​ໃຫ້​ກັບ​ໃຈ ແກ່​ເຮົາ? ພຣະ​ອົງ​ເຊື້ອ​ເຊີນ​ເຮົາ​ໃຫ້​ປ່ຽນ​ແປງ​ຈິດ​ໃຈ, ​ຄວາມ​ຮູ້, ວິນ​ຍານ​ຂອງ​ເຮົາ, ແມ່ນ​ແຕ່​ການ​ຫາຍ​ໃຈ​ຂອງ​ເຮົາ. ຍົກ​ຕົວ​ຢ່າງ, ເມື່ອ​ເຮົາ​ກັບ​ໃຈ, ເຮົາ​ຈະ​ຫາຍ​ໃຈ​ດ້ວຍ​ຄວາມ​ກະ​ຕັນ​ຍູ​ຕໍ່​ພຣະ​ເຈົ້າ, ຜູ້​ໃຫ້​ເຮົາ​ຢືມ​ລົມ​ຫາຍ​ໃຈ​ໄປ​ແຕ່​ລະ​ວັນ.14 ແລະ ເຮົາ​ປາດ​ຖະ​ໜາ​ທີ່​ຈະ​ໃຊ້​ລົມ​ຫາຍ​ໃຈ​ນັ້ນ ໃນ​ການ​ຮັບ​ໃຊ້​ພຣະ​ອົງ ແລະ ລູກໆ​ຂອງ​ພຣະ​ອົງ. ການ​ກັບ​ໃຈ​ເປັນ​ຂອງ​ປະທານທີ່​ສະ​ຫງ່າ​ງາມ. ມັນ​ເປັນ​ຂັ້ນ​ຕອນ​ທີ່ບໍ່​ຄວນ​ຢ້ານ​ກົວ. ມັນ​ເປັນ​ຂອງ​ປະ​ທານ​ສຳ​ລັບ​ເຮົາ​ທີ່​ຈະຮັບ​ເອົາ​ດ້ວຍ​ຄວາມ​ຊື່ນ​ຊົມ ແລະ ໃຊ້​ມັນ—ແມ່ນ​ແຕ່​ຮັບ​ເອົາ​ມັນ—ທຸກໆ​ວັນ ຂະ​ນະ​ທີ່​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ.

ບິ​ດາ​ຂອງ​ກະ​ສັດ​ລາ​ໂມ​ໄນ ໄດ້​ເຫັນ​ໜ້ອຍ​ໜຶ່ງ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະ​ນາ​ຄົດ ສຳ​ລັບ​ຜູ້​ທີ່​ເຊື່ອ​ໃນ​ພຣະ​ຄຣິດ ແລະ ຕິດ​ຕາມ​ພຣະ​ອົງ. ເພິ່ນ​ໄດ້​ປະ​ກາດ​ວ່າ ເພິ່ນຈະ​ເຊົາ​ເຮັດ​ບາບ ທັງ​ໝົດ ເພື່ອ​ຈະ​ໄດ້​ຮັບ​ສິດ​ທິ​ພິ​ເສດ ໃນ​ການຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ.15 ການ​ກັບ​ໃຈ​ທີ່​ແທ້​ຈິງ ບໍ່​ແມ່ນວາ​ລະ​ໂອ​ກາດ. ມັນ​ເປັນ​ສິດ​ທິ​ພິ​ເສດ ​ທີ່ບໍ່ໝົດເປັນຈັກ​ເທື່ອ. ມັນ​ເປັນ ພື້ນ​ຖານ ທີ່​ພາ​ໄປ​ສູ່​ຄວາມ​ກ້າວ​ໜ້າ ແລະ ການ​ມີ​ຄວາມ​ສະ​ຫງົບໃນ​ຈິດ​ໃຈ, ການ​ປອບ​ໂຍນ, ແລະ ຄວາມ​ຊື່ນ​ຊົມ.

ຂອງ​ປະ​ທານ​ຢ່າງ​ທີ​ສີ່ ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແມ່ນ​ຄຳ​ສັນ​ຍາຢ່າງ​ແທ້​ຈິງ—ຄຳ​ສັນ​ຍາ​ຂອງ​ການ​ມີ ຊີ​ວິດອັນ​ເປັນ​ນິດ. ສິ່ງນີ້ບໍ່​ໄດ້​ໝາຍ​ຄວາມ​ວ່າ ເປັນ​ພຽງການ​ມີ​ຊີ​ວິດ​ຢ່າງ​ດົນ​ນານ​ເທົ່າ​ນັ້ນ. ທຸກ​ຄົນ​ຈະ​ມີ​ຊີ​ວິດ​ຕະ​ຫລອດ​ໄປ​ຫລັງ​ຈາກ​ຄວາມ​ຕາຍ, ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ອາ​ໄສ​ຢູ່​ໃນ​ອາ​ນາ​ຈັກ ຫລື ໃນ​ລັດ​ສະ​ໝີ​ພາບໃດ​ກໍ​ຕາມ ທີ່​ເຂົາ​ເຈົ້າ​ເໝາະ​ສົມ​ທີ່​ຈະ​ໄດ້​ຢູ່. ທຸກ​ຄົນ​ຈະ​ຟື້ນ​ຄືນ​ຊີ​ວິດ ແລະ ປະ​ສົບ​ກັບ ຄວາມ​ເປັນ​ອະ​ມະ​ຕະ. ແຕ່​ຊີ​ວິດ​ນິ​ລັນ​ດອນ ແມ່ນ​ເກີນກວ່າເວ​ລາທີ່​ຖືກ​ກຳ​ນົດ​ໄວ້. ຊີ​ວິດ​ນິ​ລັນ​ດອນຄືການ​ມີ​ຊີ​ວິດ​ແບບ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ຂອງ​ພຣະ​ອົງມີ. ເມື່ອ​ພຣະ​ບິ​ດາ​ສະ​ເໜີ​ມອບ​ຊີ​ວິດ​ອັນ​ເປັນ​ນິດ​ໃຫ້​ເຮົາ, ພຣະ​ອົງ​ໄດ້​ກ່າວ​ໃນ​ທາງນີ້​ວ່າ, “ຖ້າ​ຫາກ​ເຈົ້າ​ເລືອກ​ທີ່​ຈະ​ຕິດ​ຕາມ​ພຣະ​ບຸດ​ຂອງ​ເຮົາ—ຖ້າ​ຫາກ​ເຈົ້າ ປາດ​ຖະ​ໜາ ຢ່າງ ແທ້​ຈິງ ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ບຸດ​ຂອງ​ເຮົາ—ແລ້ວ ເມື່ອເຖິງ​ເວ​ລາ ເຈົ້າ​ຈະ​ມີ​ຊີ​ວິດ ດັ່ງ​ທີ່​ພວກ​ເຮົາ​ມີ ແລະ ອາ​ໄສ​ຢູ່​ໃນ​ໂລກ ແລະ ອາ​ນາ​ຈັກ ດັ່ງ​ທີ່​ພວກ​ເຮົາ​ອາ​ໄສ​ຢູ່.”

ຂອງ​ປະ​ທານ​ພິ​ເສດ​ສີ່​ຢ່າງ​ເຫລົ່າ​ນີ້ ຈະ​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້​ເຮົາ​ຫລາຍ​ຂຶ້ນ​ເລື້ອຍໆ ເມື່ອ​ເຮົາ​ຮັບ​ເອົາ​ພວກ​ພຣະ​ອົງ. ຂອງ​ປະ​ທານ​ເຫລົ່າ​ນີ້​ຖືກ​ເຮັດ​ໃຫ້​ເປັນ​ໄປ​ໄດ້ ເພາະ​ພຣະ​ເຢ​ໂຮ​ວາ​ໄດ້​ຍິນຍອມ​ລົງ​ມາ​ສູ່​ໂລກ ເປັນ​ກຸມ​ມານ​ນ້ອຍ​ເຢ​ຊູ. ພຣະ​ອົງ​ມີ​ພຣະ​ບິ​ດາ​ທີ່​ເປັນ​ອະ​ມະ​ຕະ ແລະ ມີ​ມານ​ດາ​ທີ່​ເປັນ​ມະ​ຕະ. ພຣະ​ອົງ​ໄດ້​ກຳ​ເນີດ​ຢູ່​ໃນ​ເມືອງ​ເບັດ​ເລ​ເຮັມ ໃນ​ສະ​ພາບແວດ​ລ້ອມທີ່​ຕ່ຳ​ຕ້ອຍ​ທີ່​ສຸດ. ມັນ​ເປັນ​ການ​ກຳ​ເນີດ​ທີ່​ສັກ​ສິດ ຊຶ່ງ​ໄດ້​ຖືກ​ທຳ​ນາຍ​ໄວ້​ແລ້ວ​ລ່ວງ​ໜ້າ ໂດຍ​ບັນ​ດາ​ສາດ​ສະ​ດາ ນັບ​ຕັ້ງ​ແຕ່​ວັນ​ເວ​ລາ​ຂອງ​ອາ​ດາມ​ເປັນ​ຕົ້ນ​ມາ. ພຣະ​ເຢ​ຊູ​ຄຣິດ​ຄື​ພຣະ​ເຈົ້າ​ຂອງ ຂອງ​ປະ​ທານ​ທີ່​ເໜືອກວ່າ​ສິ່ງ​ອື່ນ​ໃດ—ເປັນ​ຂອງ​ປະ​ທານ​ທີ່​ພຣະ​ບິ​ດາ​ໄດ້​ມອບ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ອົງ​ທຸກ​ຄົນ.16 ການ​ກຳ​ເນີດນັ້ນ​ເປັນ​ການ​ສະ​ເຫລີມ​ສະ​ຫລອງດ້ວຍ​ຄວາມ​ຊື່ນ​ຊົມ ໃນ​ທຸກ​ເທດ​ສະ​ການ​ຂອງ​ບຸນ​ຄຣິດ​ສະ​ມັດ.

ດ້ວຍ​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ທີ່​ເຮົາ​ເອົາ​ໃຈ​ໃສ່​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ, ແລ້ວ ເຮົາ ຕ້ອງ​ເຮັດ​ສິ່ງ​ໃດ ຈຶ່ງຈະ​ໄດ້​ຮັບ​ຂອງ​ປະ​ທານ​ເຫລົ່າ​ນີ້ ທີ່​ສະ​ເໜີ​ມອບ​ໃຫ້​ເຮົາ​ດ້ວຍ​ຄວາມ​ເຕັມ​ພຣະ​ໄທ​ຈາກ​ພຣະ​ເຢ​ຊູ​ຄຣິດ? ແມ່ນ​ຫຍັງ​ຄື​ສິ່ງ​ສຳ​ຄັນ​ໃນ​ການ​ທີ່​ຈະ​ຮັກ​ດັ່ງ​ທີ່​ພຣະ​ອົງ​ຮັກ, ໃຫ້​ອະ​ໄພ​ດັ່ງ​ທີ່​ພຣະ​ອົງ​ໃຫ້​ອະ​ໄພ, ກັບ​ໃຈ​ເພື່ອ​ຈະ​ໄດ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ, ແລະ ໃນ​ທີ່​ສຸດ ໄດ້​ຢູ່​ກັບ​ພຣະ​ອົງ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ?

ສິ່ງ​ສຳ​ຄັນ​ແມ່ນ​ການເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ. ເຮົາ ເລືອກ ທີ່​ຈະ​ດຳ​ລົງ​ຊີ​ວິດ ແລະ ກ້າວ​ໜ້າ​ຕາມ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຢູ່​ໃນນັ້ນ. ມັນບໍ່ໄດ້​ເປັນ​ວິ​ທີ​ທີ່​ຫຍຸ້ງ​ຍາກ. ມັນ​ເປັນວິ​ທີ​ທາງ ດຽວ ​ທີ່​ພາ​ໄປ​ສູ່​ຄວາມ​ສຸກໃນ​ຊີ​ວິດນີ້ ແລະ ຊີ​ວິດ​ນິ​ລັນ​ດອນ ຫລັງ​ຈາກ​ຊີ​ວິດນີ້.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຄວາມ​ປາດຖະ​ໜາ​ຢ່າງ​ເລິກ​ຊຶ້ງ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນຢາກ​ໃຫ້​ລູກໆຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນທຸກ​ຄົນ ມີ​ໂອ​ກາດ​ໄດ້​ຍິນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ເຊື່ອ​ຟັງ​ຕາມ​ຄຳ​ສອນ​ຂອງ​ພຣະ​ອົງ ແລະ ຢາກ​ໃຫ້​ອິດ​ສະ​ຣາ​ເອນ​ຖືກເຕົ້າ​ໂຮມ ດັ່ງ​ທີ່​ສັນ​ຍາ​ໄວ້ ໃນ​ຍຸກ​ສຸດ​ທ້າຍນີ້. ແລະ ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ ເຮົາ​ຈະ​ເຊື່ອ ແລະ ຮັບ​ເອົາ​ຄວາມ​ຮັກ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມີ​ໄວ້​ໃຫ້​ເຮົາ​ແຕ່​ລະ​ຄົນ. ຄວາມ​ຮັກ​ອັນເປັນ​ນິດ ແລະ ດີ​ພ້ອມ​ຂອງ​ພຣະ​ອົງ ໄດ້​ເຮັດ​ໃຫ້​ພຣະ​ອົງ​ຊົດ​ໃຊ້​ແທນ​ທ່ານ ແລະ ຂ້າ​ພະ​ເຈົ້າ. ຂອງ​ປະ​ທານນັ້ນ—ການ​ຊົດ​ໃຊ້​ຂອງ​ພຣະ​ອົງ—ໄດ້​ອະ​ນຸ​ຍາດ​ໃຫ້​ຂອງ​ປະ​ທານ​ຢ່າງ​ອື່ນໆ​ຂອງ​ພຣະ​ອົງ ກາຍເປັນ​ຂອງ​ເຮົາ​ໄດ້.

ໃນ​ວັນ​ເວ​ລາ​ທີ່​ຈະ​ມາ​ເຖິງ—ໃນ​ຊ່ວງ​ໄລ​ຍະ​ໜຶ່ງ​ພັນ​ປີ ຊຶ່ງຕອນນີ້​ເຮົາ​ກຳ​ລັງ​ກະ​ກຽມ​ຢູ່—“ທຸກ​ຫົວ​ເຂົ່າ​ຈະ​ຄຸ​ລົງ, ແລະ ທຸກ​ລີ້ນ​ຈະ​ສາ​ລະ​ພາບ”17 ວ່າ​ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ. ແລະ ບໍ່​ພຽງ​ແຕ່​ກຸ່ມ​ນັກ​ຮ້ອງ ແທ​ໂບ​ແນ​ໂກ ທີ່ຍອດ​ຍ້ຽມນີ້​ເທົ່າ​ນັ້ນ ທີ່​ຈະ​ຮ້ອງວ່າ “​ຮາ​ເລ​ລູ​ຢາ.”18 ທຸກ​ຄົນ​ຜູ້​ໄດ້​ເລືອກ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ ຈະ​ໂຮ​ຮ້ອງວ່າ: “ຮາ​ເລ​ລູ​ຢາ: ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ພວກ​ເຮົາ ຜູ້​ຊົງ​ລິດ​ທາ​ນຸ​ພາບ​ອົງ​ສູງ​ສຸດ ໄດ້​ຂຶ້ນ​ສະ​ເຫວີຍ​ລາດ​ແລ້ວ.”19 “ອາ​ນາ​ຈັກ​ໂລກນີ້ ເປັນ​ກຳ​ມະ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຮົາ ແລະ ຂອງ​ພຣະ​ຄຣິດ​ຂອງ​ພຣະ​ອົງ, ແລະ ພຣະ​ອົງ​ຈະ​ປົກ​ຄອງ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ,”20 “ຈອມ​ກະ​ສັດ, ແລະ ຈອມ​ເຈົ້າ​ນາຍ.”21

ຂ້າ​ພະ​ເຈົ້າ​​ເປັນ​ພະ​ຍານ​ວ່າ ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່! ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ—ພຣະ​ເມ​ຊີ​ອາ. ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ຊຶ່ງ​ພຣະ​ອົງ​ຊີ້​ນຳ ຜ່ານ​ທາງ​ບັນ​ດາສາດ​ສະ​ດາຂອງ​ພຣະ​ອົງ. ດ້ວຍ​ຄວາມ​ຖ່ອມ​ຕົວ, ພວກ​ເຮົາ​ຂໍ​ມອບ​ພອນ​ຂອງ​ພຣະ​ອົງ​ໃຫ້​ແກ່​ທ່ານ​ແຕ່​ລະ​ຄົນ, ຮ່ວມ​ທັງ​ຄວາມ​ປາດ​ຖະ​ໜາ ແລະ ຄວາມ​ສາ​ມາດ ທີ່​ຈະ​ຮັບ​ເອົາ​ຂອງ​ປະ​ທານ ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ເໜີ​ມອບ​ໃຫ້​ທ່ານ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.