ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ລາງ​ວັນ​ການ​ຄົ້ນ​ຫາ​ຢ່າງ​ຊື່​ສັດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ລາງ​ວັນ​ການ​ຄົ້ນ​ຫາ​ຢ່າງ​ຊື່​ສັດ

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ໃຫ້​ເຮົາ​ໝົດ​ທຸກ​ຄົນ​ສືບ​ຕໍ່​ເພີ່ມ​ພູນ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ຄຣິດ, ຜູ້​ສືບ​ຕໍ່​ປ່ຽນ​ແປງ​ຊີ​ວິດ​ຂອງ​ຜູ້​ທີ່​ສະ​ແຫວງ​ຫາ​ພຣະ​ອົງ.

ໃນ​ຕົ້ນ​ປີ 1846, ຜູ້​ບຸກ​ເບີກ​ທັງ​ຊາຍ, ຍິງ, ແລະ ເດັກ​ນ້ອຍ​ຫລາຍ​ພັນ​ຄົນ​ໄດ້​ມຸ້ງ​ໜ້າ​ໄປ​ທາງ​ພາກ​ຕາ​ເວັນ​ຕົກ​ສູ່​ຊີ​ໂອນ. ສັດ​ທາ​ອັນ​ຍິ່ງ​ໃຫຍ່​ຂອງ​ເຂົາ​ເຈົ້າ​ໄດ້​ກະ​ຕຸ້ນ​ຄວາມ​ກ້າ​ຫານ​ທີ່​ບໍ່​ມີ​ຂອບ​ເຂດ​ຂອງ​ເຂົາ​ເຈົ້າ. ສຳ​ລັບ​ບາງ​ຄົນ, ການ​ເດີນ​ທາງ​ນັ້ນ​ບໍ່​ເຄີຍ​ສິ້ນ​ສຸດ​ຍ້ອນ​ວ່າ​ເຂົ້າ​ເຈົ້າ​ໄດ້​ເສຍ​ຊີ​ວິດ​ລະ​ຫວ່າງ​ການ​ເດີນ​ທາງ. ຄົນ​ອື່ນໆ, ເຖິງ​ແມ່ນ​ໄດ້​ປະ​ເຊີນ​ກັບ​ຄວາມ​ຍາກ​ລຳ​ບາກ​ອັນ​ໃຫຍ່​ຫລວງ, ແຕ່​ກໍ​ໄດ້​ກ້າວ​ໄປ​ຂ້າງ​ໜ້າ​ດ້ວຍ​ສັດ​ທາ.

ຍ້ອນ​ເຂົາ​ເຈົ້າ​ເຫລົ່າ​ນັ້ນ, ລຸ້ນ​ລູກ​ຫລານ​ຕໍ່ໆ​ມາ, ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຊື່ນ​ຊົມ​ກັບ​ພອນ​ຕ່າງໆ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຄື​ກັນ​ກັບ​ຊາຍ​ໜຸ່ມ​ອີກ​ຄົນ​ໜຶ່ງ, ຜູ້​ຊຶ່ງ​ຂ້າ​ພະ​ເຈົ້າ​ຈະ​ກ່າວ​ເຖິງ​ຈັກ​ໜ່ອຍ, ຂ້າ​ພະ​ເຈົ້າ​ອາ​ຍຸ 14 ປີ ເມື່ອ​ຕອນ​ທີ່​ຂ້າ​ພະ​ເຈົ້າ​ເລີ່ມ​ສົງ​ໄສ​ໃນ​ສາດ​ສະ​ໜາ ແລະ ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ໂບດ​ອີກ​ນິ​ກາຍ​ໜຶ່ງ​ທີ່​ຢູ່​ໃກ້​ບ້ານ​ຂອງ​ຂ້າ​ພະ​ເຈົ້າ, ແຕ່​ວ່າ​ຂ້າ​ພະ​ເຈົ້າ​ຍັງ​ມີ​ຄວາມ​ຮູ້​ສຶກ​ຢາກ​ໄປ​ຢ້ຽມ​ຢາມ​ໂບດ​ອື່ນໆ​ທີ່​ແຕກ​ຕ່າງ​ກັນ​ໄປ.

ຕອນ​ສວຍ​ຂອງ​ວັນ​ໜຶ່ງ, ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ຊາຍ​ໜຸ່ມ​ສອງ​ຄົນ​ທີ່​ໃສ່​ຊຸດ​ສີ​ດຳ ແລະ ເສື້ອ​​ສີ​ຂາວ ເຂົ້າ​ໄປ​ໃນ​ເຮືອນ​ເພື່ອນ​ບ້ານ​ຂອງ​ຂ້າ​ພະ​ເຈົ້າ. ຊາຍ​ໜຸ່ມ​ເຫລົ່າ​ນີ້​ເບິ່ງ​ຄື—ພິ​ເສດ.

ມື້​ຕໍ່​ມາ​ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ເພື່ອນ​ບ້ານ​ຂອງ​ຂ້າ​ພະ​ເຈົ້າ, ລີ​ໂອ​ເນີ ໂລ​ເປສ, ແລະ ໄດ້​ຖາມ​ລາວ​ກ່ຽວ​ກັບ​ຜູ້​ຊາຍ​ສອງ​ຄົນ​ນັ້ນ. ລີ​ໂອ​ເນີ​ໄດ້​ອະ​ທິ​ບາຍ​ວ່າ ເຂົາ​ເຈົ້າ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ຂອງ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ລາວ​ໄດ້​ບອກ​ກັບ​ຂ້າ​ພະ​ເຈົ້າ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ວ່າ ຄອບ​ຄົວ​ຂອງ​ລາວ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ​ເມື່ອ​ໜຶ່ງ​ປີ​ກ່ອນ. ເມື່ອ​ເຫັນ​ວ່າ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ສົນ​ໃຈ, ລີ​ໂອ​ເນີ​ໄດ້​ຊັກ​ຊວນ​ໃຫ້​ຂ້າ​ພະ​ເຈົ້າ​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ ແລະ ຮຽນ​ຮູ້​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ.

ສອງ​ມື້​ຕໍ່​ມາ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ເຮືອນ​ຄອບ​ຄົວ​ໂລ​ເປສ ເພື່ອ​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ. ເຂົາ​ເຈົ້າ​ໄດ້​ແນະ​ນຳ​ຕົວ​ເອງ​ໃນ​ຖາ​ນະ ແອວ​ເດີ ຈອນ ເມ​ເຊີ​ລີ ມາ​ຈາກ​ເມືອງ​ອອກ​ເດັນ, ລັດ​ຢູ​ທາ, ແລະ ແອວ​ເດີ ຄຣິສ​ໂຕ​ເຟີ ໂອ​ໂຊ​ຣິ​ໂອ ມາ​ຈາກ​ເມືອງ​ວໍ​ນັດ ຄຣີກ, ລັດ​ຄາ​ລິ​ຟໍເນຍ. ຂ້າ​ພະ​ເຈົ້າ​ຈະ​ບໍ່​ມີ​ວັນ​ລືມ​ເຂົາ​ເຈົ້າ.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ສິດ​ສອນ​ຕອນ​ກິນ​ເຂົ້າ​ແລງ

ເນື່ອງ​ຈາກ​ວ່າ​ຂ້າ​ພະ​ເຈົ້າ​ອາ​ຍຸ​ພຽງ​ແຕ່ 14 ປີ ແອວ​ເດີ ເມ​ເຊີ​ລີ ໄດ້​ຂໍ​ໃຫ້​ພວກ​ເຮົາ​ໄປ​ທີ່​ບ້ານ​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ວ່າ​ແມ່​ຂອງ​ຂ້າ​ພະ​ເຈົ້າ​ຈະ​ສາ​ມາດ​ຮັບ​ຮູ້​ນຳ​ວ່າ​ເຂົາ​ເຈົ້າ​ໄດ້​ສິດ​ສອນ​ຫຍັງ​ແດ່​ກັບ​ຂ້າ​ພະ​ເຈົ້າ. ທີ່​ນັ້ນ, ລາວ​ໄດ້​ອະ​ທິ​ບາຍ​ຢ່າງ​ສຸ​ພາບ​ວ່າ ເຂົາ​ເຈົ້າ​ໄດ້​ມາ​ເພື່ອ​ແບ່ງ​ປັນ​ຂ່າວ​ສານ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ຂໍ​ອະ​ນຸ​ຍາດ​ຈາກ​ແມ່​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ຈະ​ສິດ​ສອນ​ຂ້າ​ພະ​ເຈົ້າ. ແມ່​ໄດ້​ຕົກ​ລົງ​ເຫັນ​ດີ ແລະ ແມ່ນ​ແຕ່​ໄດ້​ຮ່ວມ​ກັບ​ພວກ​ເຮົາ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ສິດ​ສອນ​ຂ້າ​ພະ​ເຈົ້າ.

ທຳ​ອິດ​ຜູ້​ສອນ​ສາດ​ສະ​ໜາ​ໄດ້​ຂໍ​ໃຫ້ ລີ​ໂອ​ເນີ ເປັນ​ຜູ້​ກ່າວ​ອະ​ທິ​ຖານ. ນີ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ຢ່າງ​ສຸດ​ຊຶ້ງ ຍ້ອນ​ວ່າ​ຄຳ​ອະ​ທິ​ຖານ​ຂອງ​ລາວ​ນັ້ນ​ບໍ່​ໄດ້​ມາ​ຈາກ​ການ​ທ່ອງ​ຈຳ​ຄຳ​ສັບ​ຕ່າງໆ ແຕ່​ເປັນ​ການ​ສະ​ແດງ​ອອກ​ຈາກ​ໃຈ​ຈິງ​ຂອງ​ລາວ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ໄດ້​ວ່າ​ລາວ​ກຳ​ລັງ​ໂອ້​ລົມ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ລາວ​ແທ້ໆ.

ຕໍ່​ຈາກ​ນັ້ນ​ຜູ້​ສອນ​ສາດ​ສະ​ໜາ​ໄດ້​ສິດ​ສອນ​ພວກ​ເຮົາ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ເຂົາ​ເຈົ້າ​ໄດ້​ເອົາ​ຮູບ​ຂອງ​ພຣະ​ອົງ​ໃຫ້​ຂ້າ​ພະ​ເຈົ້າ​ເບິ່ງ ທີ່​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ເພາະ​ວ່າ​ມັນ​ຄື​ຮູບ​ຂອງ​ພຣະ​ຄຣິດ​ທີ່​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ ແລະ ດຳ​ລົງ​ຢູ່.

ຮູບ​ພາບ
ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພ​ຣະ​ເຢ​ຊູ​ຄຣິດ

ເຂົາ​ເຈົ້າ​ໄດ້​ດຳ​ເນີນ​ຕໍ່​ໄປ, ສິດ​ສອນ​ພວກ​ເຮົາ​ເຖິງ​ວິ​ທີ​ທີ່​ພຣະ​ເຢ​ຊູ​ໄດ້​ສ້າງ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ໃນ​ສະ​ໃໝ​ບູ​ຮານ, ມີ​ພຣະ​ອົງ​ເປັນ​ປະ​ມຸກ ຮ່ວມ​ໂດຍ​ອັກ​ຄະ​ສາ​ວົກ​ສິບ​ສອງ​ຄົນ. ເຂົາ​ເຈົ້າ​ໄດ້​ສິດ​ສອນ​ພວກ​ເຮົາ​ກ່ຽວ​ກັບ​ການ​ປະ​ຖິ້ມ​ຄວາມ​ເຊື່ອ—ເຖິງ​ຄວາມ​ຈິງ ແລະ ສິດ​ອຳ​ນາດ​ຂອງ​ພຣະ​ຄຣິດ​ໄດ້​ຖືກ​ເອົາ​ໄປ​ຈາກ​ແຜ່ນ​ດິນ​ໂລກ​ຫລັງ​ຈາກ​ທີ່​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ໄດ້​ຕາຍ​ໄປ.

ເຂົາ​ເຈົ້າ​ໄດ້​ບອກ​ກັບ​ພວກ​ເຮົາ​ເຖິງ​ຊາຍ​ໜຸ່ມ​ອາ​ຍຸ 14 ປີ ຊື່​ວ່າ​ໂຈ​ເຊັບ ສະ​ມິດ ຜູ້​ທີ່, ໃນ​ຊ່ວງ​ຊຸມ​ຕົ້ນ​ປີ 1800, ໄດ້​ໄປ​ຢ້ຽມ​ຢາມ​ໂບດ​ຕ່າງໆ​ເພື່ອ​ຄົ້ນ​ຫາ​ຄວາມ​ຈິງ. ເມື່ອ​ເວ​ລາ​ຜ່ານ​ໄປ, ຍິ່ງ​ເຮັດ​ໃຫ້​ໂຈ​ເຊັບ​ສັບ​ສົນ​ຫລາຍ​ຂຶ້ນ. ຫລັງ​ຈາກ​ທີ່​ໄດ້​ອ່ານ​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ວ່າ ເຮົາ​ສາ​ມາດ “ທູນ​ຂໍ​ຈາກ​ພຣະ​ເຈົ້າ”1 ເພື່ອ​ຂໍ​ສະ​ຕິ​ປັນ​ຍາ, ໂຈ​ເຊັບ, ໂດຍ​ທີ່​ປະ​ຕິ​ບັດ​ໃນ​ສັດ​ທາ, ໄດ້​ເຂົ້າ​ໄປ​ໃນ​ປ່າ ເພື່ອ​ອະ​ທິ​ຖານ ແລະ ທູນ​ຖາມ​ວ່າ​ເພິ່ນ​ຄວນ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ໃດ.

ຜູ້​ສອນ​ສາດ​ສະ​ໜາ​ອີກ​ຄົນ​ໜຶ່ງ​ກໍ​ໄດ້​ອ່ານ​ເລື່ອງ​ລາວ​ຂອງ​ໂຈ​ເຊັບ ວ່າ​ໄດ້​ເກີດ​ຫຍັງ​ຂຶ້ນ​ຂະ​ນະ​ທີ່​ເພິ່ນ​ໄດ້​ອະ​ທິ​ຖານ​ຢູ່:

“ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ແສງ​ສະ​ຫວ່າງ​ເປັນ​ເລົາ​ລົງ​ມາ, ແຈ້ງ​ກວ່າ​ຄວາມ​ສະ​ຫວ່າງ​ຂອງ​ດວງ​ຕາ​ເວັນ, ຊຶ່ງ​ຄ່ອຍໆ​ເລື່ອນ​ລົງ​ມາ​ຈົນ​ເຖິງ​ຕົວ​ຂອງ​ຂ້າ​ພະ​ເຈົ້າ.

“… ເມື່ອ​ແສງ​ນັ້ນ​ລົງ​ມາ​ເຖິງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສອງ​ພຣະ​ອົງ​ປະ​ທັບ​ຢືນ​ຢູ່​ໃນ​ອາ​ກາດ​ຊື່​ຫົວ​ຂອງ​ຂ້າ​ພະ​ເຈົ້າ, ຄວາມ​ສະ​ຫວ່າງ ແລະ ລັດ​ສະ​ໝີ​ພາບ​ຂອງ​ທັງ​ສອງ​ພຣະ​ອົງ​ນັ້ນ​ເກີນ​ກວ່າ​ທີ່​ຈະ​ພັນ​ລະ​ນາ​ໄດ້. ອົງ​ໜຶ່ງ​ໄດ້​ຮັບ​ສັ່ງ​ກັບ​ຂ້າ​ພະ​ເຈົ້າ, ໂດຍ​ເອີ້ນ​ຊື່​ຂອງ​ຂ້າ​ພະ​ເຈົ້າ ແລະ ຊີ້​ພຣະ​ຫັດ​ໄປ​ຫາ​ອີກ​ອົງ​ໜຶ່ງ ແລະ ກ່າວ​ວ່າ—ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ. ຈົ່ງ​ຟັງ​ທ່ານ!2

ໃນ​ລະ​ຫວ່າງ​ບົດ​ຮຽນ​ນັ້ນ, ພຣະ​ວິນ​ຍານ​ໄດ້​ຢືນ​ຢັນ​ຄວາມ​ຈິງ​ຫລາຍ​ຢ່າງ​ກັບ​ຂ້າ​ພະ​ເຈົ້າ.

ຢ່າງ​ທຳ​ອິດ, ພຣະ​ເຈົ້າ​ຟັງ​ຄຳ​ອະ​ທິ​ຖານ​ທີ່​ຈິງ​ໃຈ​ຂອງ​ລູກໆ​ຂອງ​ພຣະ​ອົງ, ແລະ ຟ້າ​ສະ​ຫວັນ​ເປີດ​ໃຫ້​ກັບ​ທຸກ​ຄົນ—ບໍ່​ແມ່ນ​ແຕ່​ໃຫ້​ກັບ​ຄົນ​ໃດ​ຄົນ​ໜຶ່ງ.

ຢ່າງ​ທີ​ສອງ, ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ, ພຣະ​ເຢ​ຊູ​ຄຣິດ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ສາມ​ພຣະ​ອົງ ທີ່​ແຍກ​ຈາກ​ກັນ, ເປັນ​ໜຶ່ງ​ດຽວ​ໃນ​ພຣະ​ປະ​ສົງ​ຂອງ​ພວກ​ພຣະ​ອົງ “ເພື່ອ​ກໍ່​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ມະ​ນຸດ.”3

ຢ່າງ​ທີ​ສາມ, ເຮົາ​ໄດ້​ຖືກ​ສ້າງ​ຂຶ້ນ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ. ພຣະບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ມີ​ພຣະ​ກາຍ​ເປັນ​ເນື້ອ​ໜັງ ແລະ ກະ​ດູກ​ຄື​ກັນ​ກັບ​ເຮົາ, ແຕ່​ພວກ​ພຣະ​ອົງ​ມີ​ລັດ​ສະ​ໝີ​ພາບ ແລະ ດີ​ພ້ອມ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມີ​ພຣະ​ກາຍ​ທີ່​ເປັນ​ວິນ​ຍານ.4

ຢ່າງ​ທີ​ສີ່, ຜ່ານ​ທາງໂຈ​ເຊັບ ສະ​ມິດ, ພຣະ​ເຢ​ຊູ​ຄຣິດ​ໄດ້​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ ແລະ ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະ​ອົງ​ເທິງ​ແຜ່ນ​ດິນ​ໂລກ. ສິດ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ທີ່​ໄດ້​ຖືກ​ມອບ​ໃຫ້​ກັບ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ຄຣິດ ເມື່ອ 2,000 ປີ​ກ່ອນ ຄື​ສິດ​ອຳ​ນາດ​ດຽວ​ກັນ ທີ່​ໄດ້​ມອບ​ໃຫ້​ກັບ​ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ ໂດຍ​ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ.5

ສຸດ​ທ້າຍ, ພວກ​ເຮົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ: ພຣະ​ຄຳ​ພີ​ມໍ​ມອນ. ຖືກ​ຂຽນ​ຂຶ້ນ​ໂດຍ​ສາດ​ສະ​ດາ​ຫລາຍ​ທ່ານ​ໃນ​ສະ​ໃໝ​ບູ​ຮານ, ໄດ້​ເລົ່າ​ເຖິງ​ຜູ້​ຄົນ​ທີ່​ໄດ້​ອາ​ໃສ​ຢູ່​ທະ​ວີບ​ອາ​ເມ​ຣິ​ກາ ກ່ອນ, ລະ​ຫວ່າງ, ແລະ ຫລັງ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ. ຈາກ​ພຣະ​ຄຳ​ພີ​ນັ້ນ ເຮົາ​ໄດ້​ຮຽນ​ຮູ້​ເຖິງ​ວິ​ທີ​ທີ່​ພວກ​ເຂົາ​ໄດ້​ຮູ້​ຈັກ, ໄດ້​ຮັກ, ແລະ ໄດ້​ນະ​ມັດ​ສະ​ການ​ພຣະ​ຄຣິດ, ຜູ້​ທີ່​ໄດ້​ປະ​ກົດ​ຕົວ​ຕໍ່​ພວກ​ເຂົາ​ໃນ​ຖາ​ນະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຟື້ນ​ຄືນ​ພຣະ​ຊົນ.

ພຣະ​ວິນ​ຍານ​ໄດ້​ກະ​ຕຸ້ນ​ຂ້າ​ພະ​ເຈົ້າ​ຢ່າງ​ເລິກ​ເຊິ່ງ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ເຖິງ​ການ​ປະ​ກາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ພວກ​ເຂົາ​ວ່າ “ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ເຢ​ຊູ​ຄຣິດ, ຜູ້​ທີ່​ສາດ​ສະ​ດາ​ໄດ້​ໃຫ້​ຖ້ອຍ​ຄຳ​ວ່າ​ຈະ​ມາ​ຍັງ​ໂລກ​ນີ້.”6

ຜູ້​ສອນ​ສາດ​ສະ​ໜາ​ໄດ້​ມອບ​ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ພວກ​ເຮົາ​ຄົນ​ລະ​ເຫລັ້ມ. ພວກ​ເຮົາ​ໄດ້​ອ່ານ ແລະ ຍອມ​ຮັບ​ເອົາ​ການ​ເຊື້ອ​ເຊີນ​ທີ່​ຢູ່​ໃນ​ທ້າຍ​ປຶ້ມ​ພຣະ​ຄຳ​ພີ​ມໍ​ມອນ, ທີ່​ວ່າ:

“ແລະ ເມື່ອ​ທ່ານ​ໄດ້​ຮັບ​ເລື່ອງ​ເຫລົ່າ​ນີ້​ແລ້ວ, ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ທ່ານ​ໃຫ້​ທູນ​ຖາມ​ພຣະ​ເຈົ້າ, ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ​ໃນ​ພຣະ​ນາມ​ຂອງ​ພຣະ​ຄຣິດ, ຖ້າ​ຫາກ​ເລື່ອງ​ເຫລົ່າ​ນີ້​ບໍ່​ຈິງ; ແລະ ຖ້າ​ຫາກ​ທ່ານ​ທູນ​ຖາມ​ດ້ວຍ​ໃຈ​ຈິງ, ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ, ໂດຍ​ມີ​ສັດ​ທາ​ໃນ​ພຣະ​ຄຣິດ, ພຣະ​ອົງ​ຈະ​ສະ​ແດງ​ຄວາມ​ຈິງ​ຂອງ​ເລື່ອງ​ນີ້​ໃຫ້​ປະ​ກົດ​ແກ່​ທ່ານ, ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

“ແລະ ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ທ່ານ​ຈະ​ຮູ້​ຈັກ​ຄວາມ​ຈິງ​ຂອງ​ທຸກ​ເລື່ອງ.”7

ມັນ​ເກືອບ​ເຖິງ 45 ປີ​ແລ້ວ ນັບ​ແຕ່​ຂ້າ​ພະ​ເຈົ້າ ແລະ ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ເປັນ​ຄັ້ງ​ທຳ​ອິດ​ເຖິງ​ຄວາມ​ສຸກ ແລະ ອຳ​ນາດ​ຂອງ​ການ​ມີ​ສັດ​ທາ​ໃນ​ພຣະ​ຄຣິດ. ເປັນ​ຍ້ອນ​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ຄຣິດ ທີ່​ຄອບ​ຄົວ​ໂລ​ເປສ​ໄດ້​ແປ່ງ​ປັນ​ຄວາມ​ເຊື່ອ​ອັນ​ໃໝ່​ຂອງ​ເຂົາ​ເຈົ້າ​ກັບ​ຂ້າ​ພະ​ເຈົ້າ. ເປັນ​ຍ້ອນ​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ຄຣິດ ທີ່​ຜູ້​ສອນ​ສາດ​ສະ​ໜາ​ທັງ​ສອງ​ຄົນ​ໄດ້​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ໃນ​ສະ​ຫະ​ລັດ​ເພື່ອ​ຊອກ​ຫາ​ຂ້າ​ພະ​ເຈົ້າ ແລະ ແມ່​ຂອງ​ຂ້າ​ພະ​ເຈົ້າ. ເປັນ​ຍ້ອນ​ສັດ​ທາ​ຂອງ​ເພື່ອນ​ທີ່​ຮັກ​ທັງ​ໝົດ​ເຫລົ່າ​ນີ້ ທີ່​ໄດ້​ປູກ​ຝັງ​ເມັດ​ພືດ​ນ້ອຍໆ​ແຫ່ງ​ສັດ​ທາ​ໃນ​ພວກ​ເຮົາ ທີ່​ໄດ້​ເຕີບ​ໂຕ​ເປັນ​ຕົ້ນ​ໄມ້​ໃຫຍ່​ແຫ່ງ​ພອນ​ນິ​ລັນ​ດອນ.

ໃນ​ຊ່ວງ​ປີ​ແຫ່ງ​ການ​ໄດ້​ຮັບ​ພອນ​ຕ່າງໆ​ເຫລົ່າ​ນີ້, ພວກ​ເຮົາ​ໄດ້​ຮັບ​ຮູ້, ດັ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ປະ​ກາດ​ວ່າ: “ທຸກ​ສິ່ງ​ທີ່​ດີ​ໃນ​ຊີ​ວິດ—ພອນ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ນິ​ລັນ​ດອນ​ທີ່​ຈະ​ມາ​ເຖິງ​ທຸກ​ຢ່າງ—ເລີ່ມ​ຕົ້ນ​ດ້ວຍ​ສັດ​ທາ. ການ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ເຮົາ​ເລີ່ມ​ຕົ້ນ​ດ້ວຍ​ສັດ​ທາ​ວ່າ ພຣະ​ອົງ​ຈະ​ນຳ​ພາ​ເຮົາ. ການ​ກັບ​ໃຈ​ທີ່​ແທ້​ຈິງ​ເລີ່ມ​ຕົ້ນ​ດ້ວຍ​ສັດ​ທາ​ວ່າ ພຣະ​ເຢ​ຊູ​ຄຣິດ​ມີ​ອຳ​ນາດ​ທີ່​ຈະ​ຊຳ​ລະ​ລ້າງ, ປິ່ນ​ປົວ, ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ.”8

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ໃຫ້​ເຮົາ​ໝົດ​ທຸກ​ຄົນ​ສືບ​ຕໍ່​ເພີ່ມ​ພູນ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ຄຣິດ, ພຣະ​ອົງ​ຜູ້​ທີ່​ປ່ຽນ​ແປງ​ຊີ​ວິດ​ຂອງ​ແມ່​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ ແລະ ສືບ​ຕໍ່​ປ່ຽນ​ແປງ​ຊີ​ວິດ​ຂອງ​ຜູ້​ທີ່​ສະ​ແຫວງ​ຫາ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ໂຈ​ເຊັບ ສະ​ມິດ ເປັນ​ສາດ​ສະ​ດາ​ແຫ່ງ​ການ​ຟື້ນ​ຟູ, ວ່າ​ປະ​ທານ​ແນວ​ສັນ​ເປັນ​ສາດ​ສະ​ດາ​ຂອງ​ເຮົາ​ໃນ​ປະ​ຈຸ​ບັນ, ວ່າ​ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ ແລະ ຄື​ພຣະ​ຜູ້​ໄຖ່​ຂອງ​ເຮົາ, ແລະ ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຍັງ​ຊົງ​ພຣະ​ຊົນ​ຢູ່ ແລະ ຕອບ​ທຸກໆ​ຄຳ​ອະ​ທິ​ຖານ​ຂອງ​ລູກໆ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ເຫລົ່າ​ນີ້ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.