ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄວາມ​ຈິງ​ທີ່​ບໍ​ລິ​ສຸດ, ຄຳ​ສອນ​ທີ່​ບໍ​ລິ​ສຸດ, ແລະ ການ​ເປີດ​ເຜີຍ​ທີ່​ບໍ​ລິ​ສຸດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ຄວາມ​ຈິງ​ທີ່​ບໍ​ລິ​ສຸດ, ຄຳ​ສອນ​ທີ່​ບໍ​ລິ​ສຸດ, ແລະ ການ​ເປີດ​ເຜີຍ​ທີ່​ບໍ​ລິ​ສຸດ

ຈົ່ງ​ເຮັດ​ໃຫ້​ກອງ​ປະ​ຊຸມ​ນີ້​ເປັນ​ເວ​ລາ​ແຫ່ງ​ການ​ຊື່ນ​ຊົມ​ກັບ​ຂ່າວ​ສານ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຜ່ານ​ທາງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂໍ​ຕ້ອນ​ຮັບ​ທ່ານ​ສູ່​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ! ຊ່າງ​ເປັນ​ຄວາມ​ຊື່ນ​ຊົມ​ແທ້ໆ​ທີ່​ໄດ້​ມາ​ຮ່ວມ​ກັບ​ທ່ານ! ທ່ານ​ໄດ້​ຢູ່​ໃນ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ເກືອບ​ຕະ​ຫລອດ​ເວ​ລາ ລະ​ຫວ່າງ​ຫົກ​ເດືອນ​ຜ່ານ​ມາ​ນີ້. ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ ກ່ຽວ​ກັບ ທ່ານ ແລະ ເພື່ອ ທ່ານ. ໃນ​ໄລ​ຍະ​ສອງ​ສາມ​ອາ​ທິດ​ທີ່​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ດ້ວຍ​ຄວາມ​ຕັ້ງ​ໃຈ​ວ່າ ກອງ​ປະ​ຊຸມ​ໃຫຍ່​ນີ້ ຈະ​ເປັນ​ຊ່ວງ​ເວ​ລາ​ແຫ່ງ​ການ​ເປີດ​ເຜີຍ ແລະ ການ​ສະ​ທ້ອນ​ຄິດ ສຳ​ລັບ​ຜູ້​ທີ່​ສະ​ແຫວງ​ຫາ​ພອນ​ເຫລົ່າ​ນັ້ນ.

ພວກ​ເຮົາ​ດີ​ໃຈ​ທີ່​ຈະ​ໄດ້​ກ່າວ​ກັບ​ທ່ານ​ຈາກ​ສູນ​ກາງ​ປະ​ຊຸມ​ໃຫຍ່​ອີກ​ຄັ້ງ. ບ່ອນ​ນັ່ງ​ສ່ວນ​ຫລາຍ​ຍັງ​ວ່າງ​ເປົ່າ, ແຕ່​ການ​ມາ​ຮ່ວມ​ຂອງ​ກຸ່ມ​ນັກ​ຮ້ອງ​ແທັບ​ເບິ​ແນັກ​ໂກ ກໍ​ເປັນ​ການ​ດຳ​ເນີນ​ໄປ​ໜ້າ​ທີ່​ດີ​ຫລາຍ​ແລ້ວ. ພວກ​ເຮົາ​ຂໍ​ຕ້ອນ​ຮັບ​ທ່ານ​ທັງ​ຫລາຍ​ສູ່​ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ສ່ວນ​ໃຫຍ່, ບໍ່​ວ່າ​ທ່ານ​ຈະ​ຢູ່​ໃສ​ກໍ​ຕາມ.

ພວກ​ເຮົາ​ຍັງ​ປະ​ເຊີນ​ກັບ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄ​ວິດ-19 ຢູ່ ແລະ ໂຄ​ວິດ​ສາຍ​ພັນ​ແວ​ລ້ຽນ​ນຳ​ອີກ. ພວກ​ເຮົາ​ຂໍ​ຂອບ​ໃຈ​ທ່ານ​ສຳ​ລັບ​ການ​ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳ​ຂອງ​ພວກ​ເຮົາ ແລະ ຄຳ​ເຕືອນ​ຂອງ​ຜູ້​ຊ່ຽວ​ຊານ​ດ້ານ​ການ​ແພດ ແລະ ເຈົ້າ​ໜ້າ​ທີ່​ຝ່າຍ​ລັດ​ຖະ​ບານ ຢູ່​ໃນ​ຊຸມ​ຊົນ​ຂອງ​ທ່ານ.

ພວກ​ເຮົາ​ຈັດ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ທຸກ​ຄັ້ງ​ຕາມ​ການ​ຊີ້​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.1 ຮູບ​ແບບ​ກອງ​ປະ​ຊຸມ​ກໍ​ແຕກ​ຕ່າງ​ໃນ​ຊ່ວງ​ຫລາຍ​ປີ​ທີ່​ຜ່ານ​ມາ​ນີ້. ຕອນ​ຂ້າ​ພະ​ເຈົ້າ​ຍັງ​ນ້ອຍ, ກອງ​ປະ​ຊຸມ​ໄດ້​ຖືກ​ຈັດ​ຂຶ້ນ​ສາມ ຫລື ສີ່​ມື້. ຕໍ່​ມາ, ກອງ​ປະ​ຊຸມ​ໃຫຍ່​ໄດ້​ຖືກ​ປ່ຽນ​ເປັນ​ສອງ​ມື້. ທຸກ​ຂ່າວ​ສານ—ເມື່ອ​ກ່ອນ ແລະ ເວ​ລາ​ນີ້—ເປັນ​ຜົນ​ຈາກ​ການ​ອະ​ທິ​ຖານ​ຢ່າງ​ພາກ​ພຽນ ແລະ ການ​ກະ​ກຽມ​ທາງ​ວິນ​ຍານ.

ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່ ແລະ ເຈົ້າ​ໜ້າ​ທີ່​ສາ​ມັນ​ຂອງ​ສາດ​ສະ​ໜາ​ຈັກ ຜູ້​ຈະ​ກ່າວ ໄດ້​ເຈາະ​ຈົງ​ຂ່າວ​ສານ​ຂອງ​ພວກ​ເພິ່ນ​ໃສ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ, ແລະ ອຳ​ນາດ​ແຫ່ງ​ການ​ໄຖ່​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ. ບໍ່​ເຄີຍ​ມີ​ຊ່ວງ​ເວ​ລາ​ໃດ​ໃນ​ປະ​ຫວັດ​ສາດ​ຂອງ​ໂລກ ເມື່ອ​ຄວາມ​ຮູ້​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ມີ​ຄວາມ​ສຳ​ຄັນ​ສ່ວນ​ຕົວ ແລະ ກ່ຽວ​ຂ້ອງ​ກັບ ຈິດ​ວິນ​ຍານ​ຂອງ​ມວນ​ມະ​ນຸດ ຫລາຍ​ໄປ​ກວ່າ​ໃນ​ເວ​ລາ​ນີ້. ໃຫ້​ລອງ​ວາດ​ພາບ​ວ່າ ການ​ຂັດ​ແຍ້ງ​ທີ່​ຮ້າຍ​ແຮງ​ຕະ​ຫລອດ​ທົ່ວ​ໂລກ—ແລະ ຂອງ​ຜູ້​ຄົນ​ໃນ​ຊີ​ວິດ​ຂອງ​ເຮົາ—ຈະ​ຖືກ​ແກ້​ໄຂ​ໄວ​ພຽງ​ໃດ ຖ້າ​ຫາກ​ເຮົາ​ທຸກ​ຄົນ​ເລືອກ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ ແລະ ເອົາ​ໃຈ​ໃສ່​ຕໍ່​ຄຳ​ສອນ​ຂອງ​ພຣະ​ອົງ.

ໃນ​ຄວາມ​ຮູ້​ສຶກ​ນັ້ນ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ຕັ້ງ​ໃຈ​ຟັງ​ສາມ​ຢ່າງ​ລະ​ຫວ່າງ​ກອງ​ປະ​ຊຸມ​ໃຫຍ່​ນີ້: ຄວາມ​ຈິງ​ທີ່​ບໍ​ລິ​ສຸດ, ຄຳ​ສອນ​ຂອງ​ພຣະ​ຄຣິດ​ທີ່​ບໍ​ລິ​ສຸດ, ແລະ ການ​ເປີດ​ເຜີຍ​ທີ່​ບໍ​ລິ​ສຸດ. ກົງ​ກັນ​ຂ້າມ​ກັບ​ຄວາມ​ສົງ​ໄສ​ຂອງ​ບາງ​ຄົນ, ຄຳ​ວ່າ ຖືກ ແລະ ຜິດ ກໍ ມີ​ຈິງ. ຄວາມ​ຈິງ​ທີ່​ສົມ​ບູນ—ຄວາມ​ຈິງ​ນິ​ລັນ​ດອນ ກໍ ມີ​ຈິງ. ໄພ​ພິ​ບັດ​ຢ່າງ​ໜຶ່ງ​ໃນ​ວັນ​ເວ​ລາ​ຂອງ​ເຮົາ​ແມ່ນ​ວ່າ ມີ​ໜ້ອຍ​ຄົນ​ເກີນ​ໄປ​ທີ່​ຮູ້​ວ່າ​ຈະ​ໄປ​ຊອກ​ຫາ​ຄວາມ​ຈິງ​ໄດ້​ຢູ່​ບ່ອນ​ໃດ.2 ຂ້​າ​ພະ​ເຈົ້າ​ຮັບ​ຮອງ​ກັບ​ທ່ານ​ໄດ້​ວ່າ ສິ່ງ​ທີ່​ທ່ານ​ໄດ້​ຍິນ​ໃນ​ມື້​ນີ້ ແລະ ໃນ​ມື້​ອື່ນ ຖື​ວ່າ​ເປັນ​ຄວາມ​ຈິງ​ທີ່​ບໍ​ລິ​ສຸດ.

ຄຳ​ສອນ​ທີ່​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ​ມີ​ພະ​ລັງ​ຫລາຍ. ມັນ​ປ່ຽນ​ຊີ​ວິດ​ຂອງ​ທຸກ​ຄົນ​ທີ່​ເຂົ້າ​ໃຈ ແລະ ສະ​ແຫວງ​ຫາ​ທີ່​ຈະ​ນຳ​ໃຊ້​ມັນ​ໃນ​ຊີ​ວິດ​ຂອງ​ຕົນ. ຄຳ​ສອນ​ຂອງ​ພຣະ​ຄຣິດ​ຊ່ວຍ​ເຮົາ​ໃຫ້​ພົບ​ເຫັນ ແລະ ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ. ການ​ຢູ່​ໃນ​ເສັ້ນ​ທາງ​ທີ່​ແຄບ ແຕ່​ຊັດ​ເຈນ​ນັ້ນ ຈະ​ເຮັດ​ໃຫ້​ທ່ານ​ເໝາະ​ສົມ​ທີ່​ຈະ​ໄດ້​ຮັບ​ທຸກ​ສິ່ງ​ທີ່​ພຣະ​ເຈົ້າ​ມີ ໃນ​ທີ່​ສຸດ.3 ບໍ່​ມີ​ສິ່ງ​ໃດ​ທີ່​ມີ​ຄ່າ​ຫລາຍ​ໄປ​ກວ່າ ທຸກ​ສິ່ງ ທີ່​ພຣະ​ບິ​ດາ​ຂອງ​ເຮົາ​ມີ!

ສຸດ​ທ້າຍ, ການ​ເປີດ​ເຜີຍ​ທີ່​ບໍ​ລິ​ສຸດ​ສຳ​ລັບ​ຄຳ​ຖາມ​ໃນ​ໃຈ​ຂອງ​ທ່ານ ຈະ​ເຮັດ​ໃຫ້​ກອງ​ປະ​ຊຸມ​ນີ້​ກຸ້ມ​ຄ່າ ແລະ ໜ້າ​ຊົງ​ຈຳ​ທີ່​ສຸດ. ຖ້າ​ຫາກ​ທ່ານ​ຍັງ​ບໍ່​ໄດ້​ສະ​ແຫວງ​ຫາ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ເພື່ອ​ຊ່ວຍ​ທ່ານ​ໃຫ້​ໄດ້​ຍິນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ທ່ານ​ໄດ້​ຍິນ​ລະ​ຫວ່າງ​ສອງ​ມື້​ນີ້, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ເຮັດ​ໃນ​ເວ​ລາ​ນີ້. ຈົ່ງ​ເຮັດ​ໃຫ້​ກອງ​ປະ​ຊຸມ​ນີ້​ເປັນ​ເວ​ລາ​ແຫ່ງ​ການ​ຊື່ນ​ຊົມ​ກັບ​ຂ່າວ​ສານ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຜ່ານ​ທາງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ. ໃຫ້​ຮຽນ​ຮູ້​ວິ​ທີ​ທີ່​ຈະ​ນຳ​ໃຊ້​ມັນ​ໃນ​ຊີ​ວິດ​ຂອງ​ທ່ານ.

ນີ້ ແມ່ນ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ພວກ​ເຮົາ​ແມ່ນ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ ພຣະ​ອົງ​ຈະ​ເລັ່ງ​ວຽກ​ງານ​ຂອງ​ພຣະ​ອົງ​ເມື່ອ​ເຖິງ​ເວ​ລາ​ຂອງ​ມັນ,4 ແລະ ພຣະ​ອົງ​ກຳ​ລັງ​ເຮັດ​ເຊັ່ນ​ນັ້ນ​ດ້ວຍ​ຄວາມ​ໄວ​ທີ່​ເພີ່ມ​ຂຶ້ນ​ເລື້ອຍໆ. ເຮົາ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ທີ່​ໄດ້​ເປັນ​ພາກ​ສ່ວນ​ໃນ​ວຽກ​ງານ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ຂໍ​ມອບ​ພອນ​ໃຫ້​ທຸກ​ຄົນ​ທີ່​ກຳ​ລັງ​ສະ​ແຫວງ​ຫາ​ຄວາມ​ສະ​ຫວ່າງ, ຄວາມ​ຮູ້, ແລະ ຄວາມ​ຈິງ. ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ທ່ານ​ແຕ່​ລະ​ຄົນ, ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.