ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄວາມ​ຈຳ​ເປັນ​ທີ່​ຕ້ອງ​ມີ​ສາດ​ສະ​ໜາ​ຈັກ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ຄວາມ​ຈຳ​ເປັນ​ທີ່​ຕ້ອງ​ມີ​ສາດ​ສະ​ໜາ​ຈັກ

ພຣະ​ຄຳ​ພີ​ສິດ​ສອນ​ຢ່າງ​ແຈ່ມ​ແຈ້ງ​ເຖິງ​ການ​ເລີ່ມ​ຕົ້ນ ແລະ ຄວາມ​ຕ້ອງ​ການ​ສາດ​ສະ​ໜາ​ຈັກ ທີ່​ຖືກ​ຊີ້​ນຳ​ໂດຍ ແລະ ດ້ວຍ​ສິດ​ອຳ​ນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ.

ເມື່ອ​ຫລາຍ​ປີ​ກ່ອນ, ແອວ​ເດີ ມາກ ອີ ພີ​ເຕີ​ເຊັນ, ສະ​ມາ​ຊິກ​ຂອງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ໄດ້​ເລີ່ມ​ກ່າວ​ຄຳ​ປາ​ໄສ​ຂອງ​ເພິ່ນ​ດ້ວຍ​ຕົວ​ຢ່າງ​ສົມ​ມຸດ​ຕິ​ຖານ ດັ່ງ​ນີ້:

“ເຄັນ​ເນັດ ແລະ ພັນ​ລະ​ຍາ​ຂອງ​ລາວ, ນາງ​ລູ​ຊຽວ, ກໍ​ເປັນ​ຄົນ​ດີ, ຊື່​ສັດ ແລະ ທ່ຽງ​ທຳ. ແຕ່​ເຂົາ​ເຈົ້າ​ບໍ່​ໄປ​ໂບດ, ແລະ ເຂົາ​ເຈົ້າ​ຮູ້​ສຶກ​ວ່າ ເຂົາ​ເຈົ້າ​ດີ​ຢູ່​ແລ້ວ ເຖິງ​ແມ່ນ​ບໍ່​ໄປ. ເຂົາ​ເຈົ້າ​ສິດ​ສອນ​ຄວາມ​ຊື່​ສັດ ແລະ ຄຸນ​ນະ​ທຳ​ໃຫ້​ລູກໆ ແລະ ເຂົາ​ເຈົ້າ​ບອກ​ຕົວ​ເອງ​ວ່າ ສາດ​ສະ​ໜາ​ຈັກ​ຊ່ວຍ​ເຂົາ​ເຈົ້າ​ໄດ້​ພຽງ​ແຕ່​ເທົ່າ​ນັ້ນ.

“ແລະ, ເຖິງ​ແນວ​ໃດ, ເຂົາ​ເຈົ້າ​ເວົ້າ​ວ່າ ເຂົາ​ເຈົ້າ​ຕ້ອງ​ການ​ວັນ​ເສົາ​ອາ​ທິດ​ສຳ​ລັບ​ການ​ພັກ​ຜ່ອນ​ເປັນ​ຄອບ​ຄົວ … [ແລະ] ການ​ໄປ​ໂບດ​ຈະ​ຂັດ​ຂວາງ​ທາງ​ຂອງ​ເຂົາ​ເຈົ້າ.”1

ມື້ນີ້, ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ກ່ຽວ​ກັບ​ຜູ້​ຄົນ​ທີ່​ດີ ແລະ ມີ​ຄວາມ​ຄິດ​ດີ​ເລື່ອງ​ສາດ​ສະ​ໜາເຫລົ່າ​ນັ້ນ ຜູ້​ເຊົາ​ໄປ​ໂບດ ຫລື ເຊົາ​ເປັນ​ພາກ​ສ່ວນ​ໃນ​ໂບດ​ຂອງ​ເຂົາ​ເຈົ້າ.2 ເມື່ອ​ຂ້າ​ພະ​ເຈົ້າ​ກ່າວ​ຄຳ​ວ່າ “ໂບດ,” ຂ້າ​ພະ​ເຈົ້າ​ລວມ​ທັງ ທຳ​ມະ​ສາ​ລາ, ໂບດ​ອິດ​ສະ​ລາມ, ຫລື ສະ​ຖານ​ທີ່​ຊຸມ​ນຸມ​ສາດ​ສະ​ໜາ​ອື່ນໆ. ພວກ​ເຮົາ​ເປັນ​ຫ່ວງ​ກັບ​ຈຳ​ນວນ​ຜູ້​ໄປ​ໂບດ ທີ່​ລົດ​ນ້ອຍ​ລົງ​ຫລາຍ, ທົ່ວ​ປະ​ເທດ.3 ຖ້າ​ຫາກ​ເຮົາ​ລົດ​ຄຸນ​ຄ່າ​ໂບດ​ຂອງ​ເຮົາ ບໍ່​ວ່າ​ຈະ​ເປັນ​ດ້ວຍ​ເຫດ​ໃດ, ເຮົາ​ໄດ້​ທຳ​ຮ້າຍ​ຊີ​ວິດ​ຝ່າຍ​ວິນ​ຍານ​ສ່ວນ​ຕົວ​ຂອງ​ເຮົາ, ແລະ ເມື່ອ​ຫລາຍ​ຄົນ​ແຍກ​ຕົວ​ອອກ​ຈາກ​ພຣະ​ເຈົ້າ ພອນ​ຂອງ​ພຣະ​ອົງ​ແກ່​ປະ​ຊາ​ຊາດ​ຂອງ​ເຮົາ​ກໍ​ຈະ​ລົດ​ລົງ.

ການ​ໄປ​ໂບດ ແລະ ການ​ເຮັດ​ກິດ​ຈະ​ກຳ​ໃນ​ໂບດ ຊ່ວຍ​ເຮົາ​ກາຍ​ເປັນ​ຜູ້​ຄົນ​ດີ​ຂຶ້ນ ແລະ ເປັນ​ອິດ​ທິ​ພົນ​ທີ່​ດີ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ຄົນ​ອື່ນ. ຢູ່ໂບດ ເຮົາ​ຖືກ​ສິດ​ສອນ​ເຖິງ​ວິ​ທີ​ນຳ​ໃຊ້​ຫລັກ​ທຳ​ສາດ​ສະ​ໜາ. ເຮົາ​ຮຽນ​ຮູ້​ຈາກ​ກັນ​ແລະ​ກັນ. ຕົວ​ຢ່າງ​ທີ່​ຊັກ​ຊວນ ມີ​ພະ​ລັງ​ຫລາຍ​ກວ່າ​ຄຳ​ເທດ​ສະ​ໜາ. ເຮົາ​ເຂັ້ມ​ແຂງ​ຂຶ້ນ​ໂດຍ​ການ​ສຳ​ພັນ​ກັບ​ຄົນ​ອື່ນ​ທີ່​ຄິດ​ຄື​ກັນ. ໃນ​ການ​ໄປ​ໂບດ ແລະ ການ​ມີ​ສ່ວນ​ຮ່ວມ, ໃຈ​ຂອງ​ເຮົາ​ເປັນ​ເໝືອນ​ດັ່ງ​ທີ່​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ກ່າວ​ວ່າ, “ຕິດ​ສະ​ໜິດ​ກັນ​ໃນ​ຄວາມ​ຮັກ.”4

I.

ຂໍ້​ພຣະ​ຄຳ​ພີ​ທີ່​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້​ຊາວ​ຄຣິດ ຢູ່​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ຢູ່​ໃນ​ການ​ເປີດ​ເຜີຍ​ສະ​ໄໝ​ໃໝ່ ສິດ​ສອນ​ຢ່າງ​ແຈ່ມ​ແຈ້ງ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ມີ​ສາດ​ສະ​ໜາ​ຈັກ. ທັງ​ສອງ​ສະ​ແດງ​ວ່າ ພຣະ​ເຢ​ຊູ​ຄຣິດ​ໄດ້​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂຶ້ນ ແລະ ຄິດ​ວ່າ ສາດ​ສະ​ໜາ​ຈັກ​ຈະ​ດຳ​ເນີນ​ວຽກ​ງານ​ຂອງ​ພຣະ​ອົງ​ຫລັງ​ຈາກ​ພຣະ​ອົງ​ຈາກ​ໄປ. ພຣະ​ອົງ​ໄດ້​ເອີ້ນ​ອັກ​ຄະ​ສາ​ວົກ​ສິບ​ສອງ ແລະ ໄດ້​ມອບ​ສິດ​ອຳ​ນາດ ແລະ ຂໍ​ກະ​ແຈ​ໃຫ້​ພວກ​ເພິ່ນ ເພື່ອ​ຊີ້​ນຳ​ສາດ​ສະ​ໜາ​ຈັກ. ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ສິດ​ສອນ​ວ່າ ພຣະ​ຄຣິດ​ເປັນ “ປະ​ມຸກ​ຂອງ​ສາດ​ສະ​ໜາ​ຈັກ”5 ແລະ ເຈົ້າ​ໜ້າ​ທີ່​ໃນ​ນັ້ນ ໄດ້​ຖືກ​ຈັດ​ຕັ້ງ​ໄວ້ “ເພື່ອ​ຈັດ​ຕຽມ​ໄພ່​ພົນ​ທັງ​ຫລາຍ​ຂອງ​ພຣະ​ອົງ​ໃຫ້​ເປັນ​ຜູ້​ຮັບ​ໃຊ້​ທີ່​ເໝາະ​ສົມ ເພື່ອ​ເສີມ​ສ້າງ​ພຣະ​ກາຍ​ຂອງ​ພຣະ​ຄຣິດ.”6 ແນ່​ນອນ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ແມ່ນ​ແຈ່ມ​ແຈ້ງ​ກ່ຽວ​ກັບ​ການ​ເລີ່ມ​ຕົ້ນ​ຂອງ​ສາດ​ສະ​ໜາ​ຈັກ ແລະ ຄວາມ​ຕ້ອງ​ການ​ທີ່​ຈະ​ມີ​ມັນ​ໃນ​ເວ​ລາ​ນີ້.

ບາງ​ຄົນ​ເວົ້າ​ວ່າ ການ​ໄປ​ປະ​ຊຸມ​ໂບດ ບໍ່​ໄດ້​ຊ່ວຍ​ຫຍັງ​ພວກ​ເຂົາ. ບາງ​ຄົນ​ເວົ້າ​ວ່າ, “ມື້​ນີ້​ຂ້ອຍ​ບໍ່​ໄດ້​ຮຽນ​ຮູ້​ຫຍັງ​ເລີຍ” ຫລື “ບໍ່​ມີ​ໃຜ​ເປັນ​ມິດ​ກັບ​ຂ້ອຍ” ຫລື “ຂ້ອຍ​ເຄືອງ​ໃຈ.” ຄວາມ​ຜິດ​ຫວັງ​ສ່ວນ​ຕົວ​ບໍ່​ຄວນ​ກີດ​ກັນ​ເຮົາ​ຈາກ​ຄຳ​ສອນ​ຂອງ​ພຣະ​ຄຣິດ, ຜູ້​ໄດ້​ສິດ​ສອນ​ເຮົາ​ໃຫ້​ຮັບ​ໃຊ້, ບໍ່​ແມ່ນ​ຖືກ​ຮັບ​ໃຊ້.7 ເມື່ອ​ຄຳ​ນຶງ​ເຖິງ​ສິ່ງ​ນີ້, ສະ​ມາ​ຊິກ​ຄົນ​ໜຶ່ງ​ໄດ້​ບັນ​ຍາຍ​ເຖິງ​ຄວາມ​ຕັ້ງ​ໃຈ​ຂອງ​ລາວ​ໃນ​ການ​ໄປ​ໂບດ ດັ່ງ​ນີ້:

“ເມື່ອ​ຫລາຍ​ປີ​ກ່ອນ, ຂ້ອຍ​ໄດ້​ປ່ຽນ​ທັດ​ສະ​ນະ​ຄະ​ຕິ​ກ່ຽວ​ກັບ​ການ​ໄປ​ໂບດ. ຂ້ອຍບໍ່​ໄດ້​ໄປ​ໂບດ​ເພື່ອ​ເຫັນ​ແກ່​ຕົວ​ເອງ​ອີກ​ແລ້ວ, ແຕ່​ຄິດ​ກ່ຽວ​ກັບ​ຄົນ​ອື່ນ. ຂ້ອຍ​ຕັ້ງ​ໃຈ​ທີ່​ຈະ​ຖາມ​ສະ​ບາຍ​ດີ​ກັບ​ຄົນ​ທີ່​ນັ່ງ​ຢູ່​ຄົນ​ດຽວ, ຕ້ອນ​ຮັບ​ຜູ້​ມາ​ຢ້ຽມ​ຢາມ, … ອາ​ສາ​ສະ​ໝັກ​ຊ່ວຍ​ວຽກ​ງານ​ຕ່າງໆ. …

“ສະ​ຫລຸບ​ແລ້ວ, ຂ້ອຍ​ໄປ​ໂບດ​ທຸກ​ອາ​ທິດ ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ຫ້າວ​ຫັນ, ບໍ່​ແມ່ນ​ນັ່ງ​ເສີຍ, ແລະ ເພື່ອ​ສ້າງ​ຄວາມ​ແຕກ​ຕ່າງ​ໃນ​ທາງ​ບວກ ໃນ​ຊີ​ວິດ​ຂອງ​ຜູ້​ຄົນ.”8

ຮູບ​ພາບ
ການ​ຕ້ອນ​ຮັບ​ຢູ່​ທີ່​ໂບດ

ປະ​ທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ໄດ້​ສິດ​ສອນ​ວ່າ “ເຮົາ​ໄປ​ໂບດ​ໃນ​ວັນ​ຊະ​ບາ​ໂຕ ບໍ່​ແມ່ນ​ເພື່ອ​ຄວາມ​ບັນ​ເທີງ ຫລື ພຽງ​ແຕ່​ຮັບ​ຄຳ​ແນະ​ນຳ​ເທົ່າ​ນັ້ນ. ເຮົາ​ໄປ​ເພື່ອ​ນະ​ມັດ​ສະ​ການ​ພຣະ​ຜູ້​ເປັນ​ເຈົ້າ. ມັນ​ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສ່ວນ​ຕົວ. … ຖ້າ​ການ​ໄປ​ໂບດ​ລົ້ມ​ເຫລວ​ສຳ​ລັບ​ທ່ານ, ກໍ​ສະ​ແດງ​ວ່າ​ທ່ານ​ລົ້ມ​ເຫລວ. ບໍ່​ມີ​ໃຜ​ສາ​ມາດ​ນະ​ມັດ​ສະ​ການ​ແທນ​ທ່ານ; ທ່ານ​ຈະ​ຕ້ອງ​ລໍ​ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຕົວ​ເອງ.”9

ການ​ໄປ​ໂບດ​ສາ​ມາດ​ເປີດ​ໃຈ​ເຮົາ ແລະ ຊຳ​ລະ​ລ້າງ​ຈິດ​ວິນ​ຍານ​ຂອງ​ເຮົາ.

ຮູບ​ພາບ
ການ​ປະ​ຊຸມ​ສະ​ພາ​ຫວອດ

ຢູ່​ໃນ​ໂບດ ເຮົາ​ບໍ່​ຮັບ​ໃຊ້​ດ້ວຍ​ຕົວ​ຄົນ​ດຽວ ຫລື ໂດຍ​ການ​ເລືອກ ຫລື ຕາມ​ຄວາມ​ສະ​ດວກ​ສະ​ບາຍ​ຂອງ​ເຮົາ​ເອງ. ຕາມ​ທຳ​ມະ​ດາ​ແລ້ວ ເຮົາ​ຮັບ​ໃຊ້​ນຳ​ກັນ. ໃນ​ການ​ຮັບ​ໃຊ້ ເຮົາ​ຈະ​ພົບ​ໂອ​ກາດ​ທີ່​ສະ​ຫວັນ​ສົ່ງ​ມາ​ໃຫ້ ເພື່ອ​ຢູ່​ເໜືອ ບຸກ​ຄົນ​ນິ​ຍົມ [ໝາຍ​ເຖິງ​ການ​ເພິ່ງ​ຕົວ​ເອງ] ຂອງ​ຍຸກ​ສະ​ໄໝ​ເຮົາ. ການ​ຮັບ​ໃຊ້​ທີ່​ຊີ້​ນຳ​ໂດຍ​ສາດ​ສະ​ໜາ​ຈັກ ຊ່ວຍ​ເຮົາ​ໃຫ້​ເອົາ​ຊະ​ນະ​ຄວາມ​ເຫັນ​ແກ່​ຕົວ ທີ່​ອາດ​ຂັດ​ຂວາງ​ຄວາມ​ເຕີບ​ໂຕ​ທາງວິນ​ຍານ​ຂອງ​ເຮົາ.

ມັນ​ມີ​ຂໍ້​ດີ​ທີ່​ສຳ​ຄັນ​ທີ່​ຈະ​ກ່າວ​ເຖິງ, ແມ່ນ​ແຕ່​ສັ້ນໆ. ຢູ່​ໃນ​ໂບດ ເຮົາ​ຄົບ​ຫາ​ສະ​ມາ​ຄົມ​ກັບ​ຜູ້​ຄົນ​ທີ່​ດີ ທີ່​ພະ​ຍາ​ຍາມ​ຮັບ​ໃຊ້​ພຣະ​ເຈົ້າ. ສິ່ງນີ້​ເຕືອນ​ເຮົາ​ວ່າ ເຮົາ​ບໍ່​ໄດ້​ຢູ່​ຄົນ​ດຽວ​ໃນ​ກິດ​ຈະ​ກຳ​ທາງ​ສາດ​ສະ​ໜາ. ເຮົາ​ທຸກ​ຄົນ​ຕ້ອງ​ການ​ຄົບ​ຫາ​ສະ​ມາ​ຄົມ​ກັບ​ຄົນ​ອື່ນ, ແລະ ການ​ຄົບ​ຫາ​ສະ​ມາ​ຄົມ​ຢູ່​ທີ່​ໂບດ ເປັນ​ປະ​ສົບ​ການ​ບາງ​ຢ່າງ​ທີ່​ດີ​ທີ່​ສຸດ, ສຳ​ລັບ​ເຮົາ ແລະ ຄູ່​ຄອງ ແລະ ລູກໆ​ຂອງ​ເຮົາ. ຖ້າ​ບໍ່​ມີ​ການ​ຄົບ​ຫາ​ສະ​ມາ​ຄົມ​ເຫລົ່າ​ນັ້ນ, ໂດຍ​ສະ​ເພາະ​ລະ​ຫວ່າງ​ເດັກ​ນ້ອຍ ແລະ ພໍ່​ແມ່​ທີ່​ຊື່​ສັດ, ການ​ຄົ້ນ​ຄວ້າ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຂຶ້ນ​ສຳ​ລັບ​ພໍ່​ແມ່​ທີ່​ຈະ​ລ້ຽງ​ດູ​ລູກໆ​ໃນ​ຄວາມ​ເຊື່ອ​ຖື​ຂອງ​ເຂົາ​ເຈົ້າ.10

II.

ຈົນ​ເຖິງ​ຕອນ​ນີ້, ຂ້າ​ພະ​ເຈົ້າ​ກ່າວ​ເຖິງ​ໂບດ​ໂດຍ​ທົ່ວ​ໄປ. ບັດ​ນີ້ ຂ້າ​ພະ​ເຈົ້າ​ຈະ​ກ່າວ​ເຖິງ​ເຫດ​ຜົນ​ພິ​ເສດ​ສຳ​ລັບ​ການ​ເປັນ​ສະ​ມາ​ຊິກ, ການ​ໄປ​ໂບດ, ແລະ ການ​ມີ​ພາກ​ສ່ວນ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຮູບ​ພາບ
ພຣະ​ວິ​ຫານ​ເຊົາ​ເລັກ

ແນ່​ນອນ, ພວກ​ເຮົາ​ຢືນ​ຢັນ​ວ່າ​ພຣະ​ຄຳ​ພີ, ຂອງ​ສະ​ໄໝ​ບູ​ຮານ ແລະ ຂອງ​ສະ​ໄໝ​ໃໝ່, ສິດ​ສອນ​ຢ່າງ​ແຈ່ມ​ແຈ້ງ​ເຖິງ​ການ​ເລີ່ມ​ຕົ້ນ ແລະ ຄວາມ​ຕ້ອງ​ການ​ສາດ​ສະ​ໜາ​ຈັກ ທີ່​ຖືກ​ຊີ້​ນຳ​ໂດຍ ແລະ ດ້ວຍ​ສິດ​ອຳ​ນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ. ພວກ​ເຮົາ​ຍັງ​ເປັນ​ພະ​ຍານ​ວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ຖືກ​ຟື້ນ​ຟູ ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ເພື່ອ​ສິດ​ສອນ​ຄຳ​ສອນ​ທີ່​ສົມ​ບູນ​ຂອງ​ພຣະ​ອົງ ແລະ ເພື່ອ​ເຮັດ​ໜ້າ​ທີ່​ດ້ວຍ​ສິດ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ ເພື່ອ​ກະ​ທຳ​ພິ​ທີ​ການ​ທີ່​ຈຳ​ເປັນ​ຕໍ່​ການ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.11 ສະ​ມາ​ຊິກ​ທີ່​ເຊົາ​ໄປ​ໂບດ ແລະ ເພິ່ງ​ອາ​ໄສ​ພຽງ​ແຕ່​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ສ່ວນ​ຕົວ ໄດ້​ແຍກ​ຕົວ​ເອງ​ຈາກ​ສິ່ງ​ສຳ​ຄັນ​ຂອງ​ພຣະ​ກິດ​ຕິ​ຄຸນ​ເຫລົ່າ​ນີ້: ອຳ​ນາດ ແລະ ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ຄຳ​ສອນ​ຢ່າງ​ສົມ​ບູນ​ທີ່​ຖືກ​ຟື້ນ​ຟູ, ແລະ ແຮງ​ຈູງ​ໃຈ ແລະ ໂອ​ກາດ​ທີ່​ຈະ​ນຳ​ໃຊ້​ຄຳ​ສອນ​ນັ້ນ. ເຂົາ​ເຈົ້າ​ສູນ​ເສຍ​ໂອ​ກາດ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ການ​ສືບ​ຕໍ່​ເປັນ​ຄອບ​ຄົວ​ໃນ​ນິ​ລັນ​ດອນ.

ຂໍ້​ດີ​ອີກ​ຢ່າງ​ໜຶ່ງ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ແມ່ນ​ວ່າ ມັນ​ຊ່ວຍ​ເຮົາ​ໃຫ້​ເຕີບ​ໂຕ​ທາງ​ວິນ​ຍານ. ເຕີບ​ໂຕ​ໝາຍ​ເຖິງ​ການ​ປ່ຽນ​ແປງ. ໃນ​ຄວາມ​ໝາຍ​ທາງວິນ​ຍານ ນີ້​ໝາຍ​ເຖິງ​ການ​ກັບ​ໃຈ ແລະ ການ​ສະ​ແຫວງ​ຫາ​ທີ່​ຈະ​ເຂົ້າ​ໃກ້​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ຂຶ້ນ. ໃນ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ ເຮົາ​ມີ​ຄຳ​ສອນ, ຫລັກ​ການ, ແລະ ຜູ້​ຊ່ວຍ​ທີ່​ໄດ້​ຮັບ​ການ​ດົນ​ໃຈ ເພື່ອ​ຊ່ວຍ​ເຮົາ​ໃຫ້​ກັບ​ໃຈ. ຈຸດ​ປະ​ສົງ​ຂອງ​ພວກ​ເພິ່ນ, ແມ່ນ​ແຕ່​ໃນ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ, ບໍ່​ແມ່ນ​ເພື່ອ​ລົງ​ໂທດ, ຄື​ກັບ​ສານ​ອາ​ຍາ. ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂອງ​ສາດ​ສະ​ໜາ​ຈັກ ໄດ້​ສະ​ແຫວງ​ຫາ​ທີ່​ຈະ​ຊ່ວຍ​ເຮົາ​ດ້ວຍ​ຄວາມ​ຮັກ ເພື່ອ​ໃຫ້​ເໝາະ​ສົມ​ສຳ​ລັບ​ການ​ໃຫ້​ອະ​ໄພ​ດ້ວຍ​ຄວາມ​ເມດ​ຕາ ທີ່​ເປັນ​ໄປ​ໄດ້​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ຄູ່​ຜົວ​ເມຍ
ຮູບ​ພາບ
ການ​ມຸ້ງ​ໜ້າ​ໄປ​ຫາ​ພຣະ​ວິ​ຫານ

ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ສ່ວນ​ຕົວ ໜ້ອຍ​ໜັກ​ໜ້ອຍ​ໜາ​ຈະ​ສ້າງ​ແຮງ​ຈູງ​ໃຈ ແລະ ໂຄງ​ສ້າງ​ສຳ​ລັບ​ການ​ຮັບ​ໃຊ້​ຢ່າງ​ບໍ່​ເຫັນ​ແກ່​ຕົວ ທີ່​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຈັດ​ຫາ​ໃຫ້. ຕົວ​ຢ່າງ​ທີ່​ດີ​ເລີດ​ກ່ຽວ​ກັບ​ເລື່ອງນີ້ ແມ່ນ​ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ ແລະ ຜູ້​ອາ​ວຸ​ໂສ ທີ່​ໄດ້​ໂຈະ​ການ​ສຶກ​ສາ ຫລື ກິດ​ຈະ​ກຳ​ບຳ​ນານ ເພື່ອ​ຮັບ​ເອົາ​ການ​ຮັບ​ໃຊ້​ເຜີຍ​ແຜ່. ເຂົາ​ເຈົ້າ​ທຳ​ງານ​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ​ຕໍ່​ຄົນ​ແປກ​ໜ້າ ໃນ​ບ່ອນ​ທີ່​ບໍ່​ຄຸ້ນ​ເຄີຍ ທີ່​ເຂົາ​ເຈົ້າ​ບໍ່​ໄດ້​ເລືອກ​ເອງ. ສິ່ງ​ດຽວ​ກັນ​ນີ້​ກໍ​ເປັນ​ຄວາມ​ຈິງ​ກັບ​ສະ​ມາ​ຊິກ​ທີ່​ຊື່​ສັດ ຜູ້​ມີ​ສ່ວນ​ຮ່ວມ​ໃນ​ການ​ຮັບ​ໃຊ້​ທີ່​ບໍ່​ເຫັນ​ແກ່​ຕົວ ຊຶ່ງ​ເຮົາ​ເອີ້ນ​ວ່າ “ວຽກ​ງານ​ພຣະ​ວິ​ຫານ.” ບໍ່​ມີ​ການ​ຮັບ​ໃຊ້​ໃດໆ​ເຊັ່ນ​ນີ້​ທີ່​ເປັນ​ໄປ​ໄດ້ ຖ້າ​ປາດ​ສະ​ຈາກ​ການ​ສະ​ໜັບ​ສະ​ໜູນ, ການ​ຈັດ​ຕັ້ງ, ແລະ ການ​ຊີ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ.

ຄວາມ​ເຊື່ອ​ທາງ​ສາດ​ສະ​ໜາ ແລະ ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກຂອງ​ສະ​ມາ​ຊິກ ໄດ້​ສິດ​ສອນ​ເຂົາ​ເຈົ້າ​ເຖິງວິ​ທີ​ທີ່​ຈະ​ເຮັດ​ວຽກ​ນຳ​ກັນ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຊຸມ​ຊົນ​ທີ່​ໃຫຍ່​ກວ່າ. ປະ​ສົບ​ການ ແລະ ການ​ພັດ​ທະ​ນາ​ແບບ​ນັ້ນ ຈະ​ບໍ່​ເກີດ​ຂຶ້ນ​ໃນ ບຸກ​ຄົນ​ນິ​ຍົມ ຊຶ່ງ​ມີ​ຫລາຍ​ໃນ​ສັງ​ຄົມ​ປະ​ຈຸ​ບັນ​ຂອງ​ເຮົາ. ໃນ​ພູ​ມີ​ພາກ​ບ່ອນ​ຈັດ​ຕັ້ງ​ຫວອດ​ໃນ​ທ້ອງ​ຖິ່ນ​ຂອງ​ເຮົາ, ເຮົາ​ໄດ້​ພົວ​ພັນ ແລະ ທຳ​ງານ​ກັບ​ບຸກ​ຄົນ​ທີ່​ເຮົາ​ອາດ​ຈະ​ບໍ່​ໄດ້​ເລືອກ, ບຸກ​ຄົນ​ທີ່​ສິດ​ສອນ​ເຮົາ ແລະ ທົດ​ສອບ​ເຮົາ.

ນອກ​ເໜືອ​ໄປ​ຈາກ​ການ​ຊ່ວຍ​ເຮົາ​ໃຫ້​ຮຽນ​ຮູ້​ຄຸນ​ສົມ​ບັດ​ທາງວິນ​ຍານ​ເຊັ່ນ ຄວາມ​ຮັກ, ຄວາມ​ເຫັນ​ອົກ​ເຫັນ​ໃຈ, ການ​ໃຫ້​ອະ​ໄພ, ແລະ ຄວາມ​ອົດ​ທົນ​ແລ້ວ, ສິ່ງ​ນີ້​ຍັງ​ໃຫ້​ໂອ​ກາດ​ເຮົາ​ຮຽນ​ຮູ້​ວິ​ທີ​ທີ່​ຈະ​ເຮັດ​ວຽກ​ກັບ​ບຸກ​ຄົນ​ທີ່​ມີ​ພື້ນ​ຖານ ແລະ ມີ​ຄວາມ​ມັກ​ຊອບ​ທີ່​ແຕກ​ຕ່າງ​ກັນ​ຫລາຍ. ຜົນ​ປະ​ໂຫຍດ​ນີ້​ໄດ້​ຊ່ວຍ​ສະ​ມາ​ຊິກ​ຂອງ​ພວກ​ເຮົາ​ຫລາຍ​ຄົນ, ແລະ ຫລາຍ​ອົງ​ການ ໃຫ້​ໄດ້​ຮັບ​ພອນ​ຈາກ​ການ​ເຂົ້າ​ຮ່ວມ​ຂອງ​ເຂົາ​ເຈົ້າ. ໄພ່​ພົນ​ຍຸກ​ສຸດ​ທ້າຍ​ມີ​ຊື່​ສຽງ​ຍ້ອນ​ຄວາມ​ສາ​ມາດ​ໃນ​ການ​ນຳ​ພາ ແລະ ຄວາມ​ສາ​ມັກ​ຄີ​ໃນ​ການ​ຮ່ວມ​ມື​ເຮັດ​ກິດ​ຈະ​ກຳ​ຕ່າງໆ. ປະ​ເພ​ນີ​ນັ້ນ​ມີ​ຕົ້ນ​ກຳ​ເນີດ​ມາ​ຈາກ​ຜູ້​ບຸກ​ເບີກ​ທີ່​ກ້າ​ຫານ ຜູ້​ໄດ້​ໄປ​ຕັ້ງ​ອາ​ນາ​ນິ​ຄົມ​ຢູ່​ເຂດ​ພູ​ສູງ ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ສະ​ຫະ​ລັດ ແລະ ໄດ້​ສ້າງ​ຕັ້ງ​ປະ​ເພ​ນີ​ອັນ​ມີ​ຄ່າ​ຂອງ​ພວກ​ເຮົາ ໃນ​ການ​ຮ່ວມ​ມື​ທີ່​ບໍ່​ເຫັນ​ແກ່​ຕົວ ເພື່ອ​ຜົນ​ປະ​ໂຫຍດ​ສ່ວນ​ລວມ.

ຮູບ​ພາບ
ໂຄງ​ການ Helping Hands

ອົງ​ການ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ ແລະ ໂຄງ​ການ​ກຸ​ສົນ​ສ່ວນ​ໃຫຍ່ ຈຳ​ເປັນ​ຕ້ອງ​ເຮັດ​ໃຫ້​ສຳ​ເລັດ​ໂດຍ​ການ​ຮວບ​ຮວມ ແລະ ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ສ່ວນ​ຕົວ ໃນ​ລະ​ດັບ​ໃຫຍ່. ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ໄດ້​ເຮັດ​ສິ່ງ​ນີ້​ກັບ​ອົງ​ການ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ​ລະ​ດັບ​ໃຫຍ່​ຂອງ​ຕົນ ຕະ​ຫລອດ​ທົ່ວ​ໂລກ. ສິ່ງ​ເຫລົ່າ​ນີ້ ແມ່ນ​ລວມ​ທັງ​ການ​ຢາຍ​ອຸ​ປະ​ກອນ​ການ​ສຶກ​ສາ ແລະ ການ​ແພດ, ການ​ລ້ຽງ​ດູ​ຄົນ​ຫິວ​ໂຫຍ, ການ​ດູ​ແລ​ຊາວ​ອົບ​ພະ​ຍົບ, ການ​ຊ່ວຍ​ແກ້​ໄຂ​ຜົນ​ກະ​ທົບ​ຈາກ​ການ​ຕິດ​ແສດ, ແລະ ອີກ​ຫລາຍໆ​ຢ່າງ. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພວກ​ເຮົາ​ມີ​ຊື່​ສຽງ​ໃນ​ດ້ານ​ໂຄງ​ການ Helping Hands ໃນ​ໄພ​ທຳ​ມະ​ຊາດ. ການ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ອະ​ນຸ​ຍາດ​ໃຫ້​ເຮົາ​ມີ​ພາກ​ສ່ວນ​ໃນ​ໂຄງ​ການ​ລະ​ດັບ​ໃຫຍ່​ເຊັ່ນ​ນີ້. ສະ​ມາ​ຊິກ​ກໍ​ໄດ້​ບໍ​ລິ​ຈາກ​ເງິນ​ຖື​ສິນ​ອົດ​ເຂົ້າ​ນຳ​ອີກ ເພື່ອ​ຊ່ວຍ​ຄົນ​ຍາກ​ຈົນ ໃນ​ທ່າມ​ກາງ​ພວກ​ເຂົາ.

ຮູບ​ພາບ
ການ​ຮັບ​ສ່ວນ​ສິນ​ລະ​ລຶກ

ນອກ​ເໜືອ​ໄປ​ຈາກ​ຄວາມ​ຮູ້​ສຶກ​ສະ​ຫງົບ​ສຸກ ແລະ ຄວາມ​ຊື່ນ​ຊົມ ຜ່ານ​ທາງ​ການ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພວກ​ເຮົາ​ທີ່​ມີ​ສ່ວນ​ຮ່ວມ​ກໍ​ຍັງ​ມີ​ຄວາມ​ສຸກ​ກັບ​ຜົນ​ຂອງ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ນຳ​ອີກ, ດັ່ງ​ເຊັ່ນ​ພອນ​ຂອງ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ ແລະ ຄວາມ​ຈະ​ເລີນ​ທາງວັດ​ຖຸ ແລະ ທາງວິນ​ຍານ​ທີ່​ສັນ​ຍາ​ໄວ້ ສຳ​ລັບ​ການ​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ສ່ວນ​ສິບ. ເຮົາ​ຍັງ​ມີ​ພອນ​ແຫ່ງ​ການ​ແນະ​ນຳ​ຈາກ​ຜູ້​ນຳ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ນຳ​ອີກ.

ທັງ​ໝົດ​ນີ້​ຖື​ວ່າ​ເປັນ​ພິ​ທີ​ການ​ຖາ​ນະ​ປະ​ໂລ​ຫິດ​ທີ່​ເຊື່ອ​ຖື​ໄດ້ ຊຶ່ງ​ຈຳ​ເປັນ​ສຳ​ລັບ​ນິ​ລັນ​ດອນ, ລວມ​ທັງ​ສິນ​ລະ​ລຶກ​ທີ່​ເຮົາ​ໄດ້​ຮັບ​ໃນ​ແຕ່​ລະ​ວັນ​ຊະ​ບາ​ໂຕ. ພິ​ທີ​ການ​ສູງ​ສຸດ​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ແມ່ນ​ພັນ​ທະ​ສັນ​ຍາ​ອັນ​ເປັນ​ນິດ​ຂອງ​ການ​ແຕ່ງ​ງານ, ຊຶ່ງ​ເຮັດ​ໃຫ້​ຄວາມ​ສຳ​ພັນ​ຄອບ​ຄົວ​ຮຸ່ງ​ໂລດ​ສືບ​ຕໍ່​ໄປ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ຫລັກ​ທຳ​ນີ້ ໃນ​ທາງ​ທີ່​ໜ້າ​ຊົງ​ຈຳ. ເພິ່ນ​ກ່າວ​ວ່າ: “ເຮົາ​ບໍ່​ສາ​ມາດ​ພຽງ​ແຕ່ ປາດ​ຖະ​ໜາ ແລະ ກໍ​ໄດ້​ເຂົ້າ​ໄປ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ໂລດ. ເຮົາ​ຕ້ອງ​ເຊື່ອ​ຟັງ​ກົດ ຊຶ່ງ [ພອນ​ນັ້ນ​ຖືກ] ກຳ​ນົດ​ໄວ້.”12

ໜຶ່ງ​ໃນ​ກົດ​ເຫລົ່າ​ນັ້ນ​ແມ່ນ​ການ​ນະ​ມັດ​ສະ​ການ​ໃນ​ໂບດ ທຸກ​ວັນ​ຊະ​ບາ​ໂຕ.13 ການ​ນະ​ມັດ​ສະ​ການ ແລະ ການ​ນຳ​ໃຊ້​ຫລັກ​ທຳ​ນິ​ລັນ​ດອນ​ຂອງ​ເຮົາ ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ຂຶ້ນ ແລະ ຂະ​ຫຍາຍ​ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ຮັກ. ພາ​ລີ ພີ ພະ​ແຣັດ, ຜູ້​ໜຶ່ງ​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ດັ້ງ​ເດີມ​ຂອງ​ສະ​ໄໝ​ນີ້ ໄດ້​ບັນ​ຍາຍ​ເຖິງ​ຄວາມ​ຮູ້​ສຶກ​ຂອງ​ເພິ່ນ ເມື່ອ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ອະ​ທິ​ບາຍ​ຫລັກ​ທຳ​ເຫລົ່າ​ນີ້: “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ແທ້ໆ​ຂອງ​ຂ້າ​ພະ​ເຈົ້າ; ວ່າ​ພຣະ​ເຢ​ຊູ​ເປັນ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ, ແລະ ວ່າ​ພັນ​ລະ​ຍາ​ໃນ​ອ້ອມ​ອົກ​ຂອງ​ຂ້າ​ພະ​ເຈົ້າ ເປັນ​ເພື່ອນ​ອະ​ມະ​ຕະ ແລະ ນິ​ລັນ​ດອນ: ເປັນ​ທູດ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທີ່​ມີ​ເມດ​ຕາ, ຊຶ່ງ​ຖືກ​ມອບ​ໃຫ້​ຂ້າ​ພະ​ເຈົ້າ​ເພື່ອ​ປອບ​ໂຍນ, ແລະ ເປັນ​ມົງ​ກຸດ​ທີ່​ສະ​ຫງ່າ​ລາ​ສີ​ຕະ​ຫລອດ​ໄປ ແລະ ຕະ​ຫລອດ​ການ. ສະ​ຫລຸບ​ແລ້ວ, ບັດ​ນີ້ ຂ້າ​ພະ​ເຈົ້າ​ສາ​ມາດ​ຮັກ​ດ້ວຍ​ວິນ​ຍານ ແລະ ດ້ວຍ​ຄວາມ​ເຂົ້າ​ໃຈ​ນຳ​ອີກ.”14

ສຸດ​ທ້າຍ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ເຕືອນ​ທຸກ​ຄົນ​ວ່າ ພວກ​ເຮົາ​ບໍ່​ເຊື່ອ​ວ່າ ຄວາມ​ດີ​ຈະ​ສຳ​ເລັດ​ໄດ້​ພຽງ​ແຕ່​ຜ່ານ​ທາງ​ສາດ​ສະ​ໜາ​ຈັກ​ເທົ່າ​ນັ້ນ. ພວກ​ເຮົາ​ກໍ​ເຫັນ​ຜູ້​ຄົນ​ນັບ​ຫລາຍ​ລ້ານ​ຄົນ ສະ​ໜັບ​ສະ​ໜູນ ແລະ ດຳ​ເນີນ​ວຽກ​ງານ​ດີ ຈົນ​ນັບ​ບໍ່​ຖ້ວນ ໂດຍ​ທີ່​ບໍ່​ຂຶ້ນ​ກັບ​ໂບດ. ໄພ່​ພົນ​ຍຸກ​ສຸດ​ທ້າຍ​ກໍ​ໄດ້​ມີ​ພາກ​ສ່ວນ​ໃນ​ຫລາຍໆ​ໂຄງ​ການ​ເປັນ​ສ່ວນ​ຕົວ. ພວກ​ເຮົາ​ເຫັນ​ວ່າ ວຽກ​ງານ​ເຫລົ່າ​ນີ້​ເປັນ​ການ​ສະ​ແດງ​ຄວາມ​ຈິງ​ນິ​ລັນ​ດອນ ທີ່ “ພຣະ​ວິນ​ຍານ​ໃຫ້​ຄວາມ​ສະ​ຫວ່າງ​ແກ່ ມະ​ນຸດ​ທຸກ​ຄົນ ທີ່​ມາ​ສູ່​ໂລກ.”15

ເຖິງ​ແມ່ນ​ວຽກ​ງານ​ດີ​ທີ່​ສາ​ມາດ​ເຮັດ​ສຳ​ເລັດ​ໄດ້​ປາດ​ສະ​ຈາກ​ສາດ​ສະ​ໜາ​ຈັກ, ແຕ່​ຄວາມ​ສົມ​ບູນ​ຂອງ​ຄຳ​ສອນ ແລະ ພິ​ທີ​ການ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ ມີ​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ເທົ່າ​ນັ້ນ. ນອກ​ເໜືອ​ຈາກ​ນີ້, ການ​ໄປ​ໂບດ​ຍັງ​ໃຫ້​ຄວາມ​ເຂັ້ມ​ແຂງ ແລະ ໃຫ້​ການ​ສົ່ງ​ເສີມ​ແກ່​ສັດ​ທາ​ຂອງ​ເຮົາ ຊຶ່ງ​ມາ​ຈາກ​ການ​ຄົບ​ຫາ​ສະ​ມາ​ຄົມ​ກັບ​ຜູ້​ທີ່​ເຊື່ອ​ຄົນ​ອື່ນໆ ແລະ ການ​ນະ​ມັດ​ສະ​ການ​ຮ່ວມ​ກັບ​ຜູ້​ທີ່​ພະ​ຍາ​ຍາມ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ແລະ ເປັນ​ສາ​ນຸ​ສິດ​ທີ່​ດີ​ຂຶ້ນ​ຂອງ​ພຣະ​ຄຣິດ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ເຮົາ​ທຸກ​ຄົນ​ຈະ​ແນ່ວ​ແນ່​ຢູ່​ໃນ​ປະ​ສົບ​ການ​ເຫລົ່າ​ນີ້​ຂອງ​ສາດ​ສະ​ໜາ​ຈັກ ຂະ​ນະ​ທີ່​ເຮົາ​ສະ​ແຫວງ​ຫາ​ຊີ​ວິດ​ນິ​ລັນ​ດອນ, ຊຶ່ງ​ເປັນ​ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ເຈົ້າ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.