ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ບໍ່​ມີ​ຫວ້ານ​ຢາ​ທີ່​ກີ​ເລ​ອາດ​ບໍ?
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ບໍ່​ມີ​ຫວ້ານ​ຢາ​ທີ່​ກີ​ເລ​ອາດ​ບໍ?

ວ່າ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບໍ່​ໄດ້​ເປັນ​ພຽງ​ແຕ່​ຄວາມ​ສາ​ມາດ​ຂອງ​ພຣະ​ອົງ​ທີ່​ຈະ​ປິ່ນ​ປົວ​ຮ່າງ​ກາຍ​ຂອງ​ເຮົາ​ເທົ່າ​ນັ້ນ, ແຕ່​ບາງ​ທີ​ແມ່ນ​ແຕ່​ສຳ​ຄັນ​ກວ່າ​ນັ້ນ​ຄື, ຄວາມ​ສາ​ມາດ​ຂອງ​ພຣະ​ອົງ​ທີ່​ຈະ​ປິ່ນ​ປົວ​ຫົວ​ໃຈ​ຂອງ​ເຮົາ.

ບໍ່​ດົນ​ຫລັງ​ຈາກ​ການ​ເຜີຍ​ແຜ່​ຂອງ​ຂ້າ​ພະ​ເຈົ້າ, ຕອນ​ເປັນ​ນັກ​ສຶກ​ສາ​ຢູ່​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ບຣິ​ກຳ ຢັງ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໂທ​ລະ​ສັບ​ຈາກ​ພໍ່​ຂອງ​ຂ້າ​ພະ​ເຈົ້າ. ເພິ່ນ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ ເພິ່ນ​ຖືກ​ກວດ​ພົບ​ວ່າ​ເປັນ​ໂຣກ​ມະ​ເລັງ​ໃນ​ມ້າມ ແລະ ວ່າ, ເຖິງ​ແມ່ນ​ວ່າ​ໂອ​ກາດ​ຂອງ​ເພິ່ນ​ທີ່​ຈະ​ລອດ​ນັ້ນ​ບໍ່​ດີ​ປານ​ໃດ, ແຕ່​ເພິ່ນ​ກໍ​ຕັ້ງ​ໃຈ​ທີ່​ຈະ​ຮັບ​ເອົາ​ການ​ປິ່ນ​ປົວ​ໃຫ້​ຫາຍ​ດີ ແລະ ກັບ​ມາ​ເຮັດ​ກິດ​ຈະ​ກຳ​ປົກ​ກະ​ຕິ​ໃນ​ຊີ​ວິດ​ຂອງ​ເພິ່ນ​ອີກ. ໂທ​ລະ​ສັບ​ນັ້ນ​ເປັນ​ວິ​ນາ​ທີ​ທີ່​ເປັນ​ຫ່ວງ​ຫລາຍ​ສຳ​ລັບ​ຂ້າ​ພະ​ເຈົ້າ. ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເປັນ​ອະ​ທິ​ການ​ຂອງ​ຂ້າ​ພະ​ເຈົ້າ, ເປັນ​ເພື່ອນ, ແລະ ເປັນ​ຜູ້​ໃຫ້​ຄຳ​ແນະ​ນຳ​ຂອງ​ຂ້າ​ພະ​ເຈົ້າ. ຂະ​ນະ​ທີ່​ແມ່​ຂອງ​ຂ້າ​ພະ​ເຈົ້າ, ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ໄດ້​ໄຕ່​ຕອງ​ເຖິງ​ອະ​ນາ​ຄົດ, ມັນ​ໄດ້​ປະ​ກົດ​ວ່າ​ມືດ​ມົນ. ທ້າວ​ເດບ ນ້ອງ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ກຳ​ລັງ​ຮັບ​ໃຊ້​ເຜີຍ​ແຜ່​ຢູ່​ທີ່​ລັດ​ນິວ​ຢອກ ແລະ ໄດ້​ມີ​ສ່ວນ​ຮ່ວມ​ຢູ່​ທາງ​ໄກ​ໃນ​ເຫດ​ການ​ທີ່​ຫຍຸ້ງ​ຍາກ​ເຫລົ່າ​ນີ້​ຂອງ​ຄອບ​ຄົວ.

ຜູ້​ໃຫ້​ການ​ດູ​ແລ​ທາງ​ການ​ແພດ​ຂອງ​ວັນ​ນັ້ນ​ໄດ້​ແນະ​ນຳ​ໃຫ້​ຜ່າ​ຕັດ ເພື່ອ​ພະ​ຍາ​ຍາມ ແລະ ລົດ​ການ​ແຜ່​ຂອງ​ມະ​ເລັງ​ນັ້ນ​ໃຫ້​ຊ້າ​ລົງ. ຄອບ​ຄົວ​ຂອງ​ພວກ​ເຮົາ​ໄດ້​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ ຢ່າງ​ຕັ້ງ​ໃຈ ເພື່ອ​ຂໍ​ການ​ມະ​ຫັດ​ສະ​ຈັນ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ ພວກ​ເຮົາ​ມີ​ສັດ​ທາ​ພຽງ​ພໍ​ວ່າ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ຈະ​ຫາຍ​ດີ​ໄດ້. ກ່ອນ​ການ​ຜ່າ​ຕັດ, ທ້າວ​ນອມ ອ້າຍ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ພອນ​ແກ່​ພໍ່​ຂອງ​ຂ້າ​ພະ​ເຈົ້າ. ພ້ອມ​ດ້ວຍ​ສັດ​ທາ​ທັງ​ໝົດ​ທີ່​ພວກ​ເຮົາ​ມີ, ພວກ​ເຮົາ​ໄດ້​ອະ​ທິ​ຖານ​ວ່າ​ເພິ່ນ​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ​ໃຫ້​ຫາຍ​ດີ.

ການ​ຜ່າ​ຕັດ​ນັ້ນ​ໄດ້​ກຳ​ນົດ​ວ່າ​ຈະ​ໃຊ້​ເວ​ລາ​ຫລາຍ​ຊົ່ວ​ໂມງ, ແຕ່​ຫລັງ​ຈາກ​ບໍ່​ດົນ​ເທົ່າ​ໃດ, ທ່ານ​ໝໍ​ໄດ້​ມາ​ທີ່​ຫ້ອງ​ລໍ​ຖ້າ​ເພື່ອ​ພົບ​ກັບ​ຄອບ​ຄົວ​ຂອງ​ພວກ​ເຮົາ. ເພິ່ນ​ໄດ້​ບອກ​ພວກ​ເຮົາ​ວ່າ​ຂະ​ນະ​ທີ່​ພວກ​ເພິ່ນ​ໄດ້​ເລີ່ມ​ການ​ຜ່າ​ຕັດ, ພວກ​ເພິ່ນ​ກໍ​ເຫັນ​ໄດ້​ວ່າ​ມະ​ເລັງ​ໄດ້​ແຜ່​ອອກ​ໄປ​ທົ່ວ​ຮ່າງ​ກາຍ​ຂອງ​ພໍ່​ຂ້າ​ພະ​ເຈົ້າ​ແລ້ວ. ອີງ​ຕາມ​ສິ່ງ​ທີ່​ພວກ​ເພິ່ນ​ໄດ້​ສັງ​ເກດ​ເຫັນ, ພໍ່​ຂອງ​ຂ້າ​ພະ​ເຈົ້າ​ຈະ​ມີ​ຊີ​ວິດ​ຕໍ່​ໄປ​ພຽງ​ແຕ່​ສອງ​ສາມ​ເດືອນ​ເທົ່າ​ນັ້ນ. ພວກ​ເຮົາ​ເສົ້າ​ເສຍ​ໃຈ​ຫລາຍ.

ເມື່ອ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຕື່ນ​ຈາກ​ການ​ຜ່າ​ຕັດ, ເພິ່ນ​ກໍ​ກັງ​ວົນ​ຢາກ​ຮູ້​ຖ້າ​ຫາກ​ວ່າ​ການ​ຜ່າ​ຕັດ​ນັ້ນ​ໄດ້​ສຳ​ເລັດ​ຜົນ​ດີ​ຫລື​ບໍ່. ພວກ​ເຮົາ​ໄດ້​ບອກ​ເພິ່ນ​ເຖິງ​ຂ່າວ​ຮ້າຍ​ນັ້ນ.

ພວກ​ເຮົາ​ໄດ້​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ ທູນ​ຂໍ​ການ​ມະ​ຫັດ​ສະ​ຈັນ​ຕໍ່​ໄປ. ຂະ​ນະ​ທີ່​ສຸ​ຂະ​ພາບ​ຂອງ​ພໍ່​ຂ້າ​ພະ​ເຈົ້າ​ຊຸດ​ໂຊມ​ລົງ​ໄວໆ, ພວກ​ເຮົາ​ໄດ້​ເລີ່ມ​ອະ​ທິ​ຖານ​ວ່າ​ບໍ່​ໃຫ້​ເພິ່ນ​ເຈັບ​ປວດ​ຫລາຍ. ໃນ​ທີ່​ສຸດ, ເມື່ອ​ອາ​ການ​ຂອງ​ເພິ່ນ​ຮ້າຍ​ແຮງ​ຫລາຍ​ຂຶ້ນ, ພວກ​ເຮົາ​ໄດ້​ທູນ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ອະ​ນຸ​ຍາດ​ໃຫ້​ເພິ່ນ​ໄປ​ໄວໆ. ພຽງ​ແຕ່​ສອງ​ສາມ​ເດືອນ​ຫລັງ​ຈາກ​ການ​ຜ່າ​ຕັດ, ດັ່ງ​ທີ່​ທ່ານ​ໝໍ​ຜ່າ​ຕັດ​ໄດ້​ຄາດ​ຄະ​ເນ​ໄວ້, ພໍ່​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ເສຍ​ຊີ​ວິດ​ໄປ.

ສະ​ມາ​ຊິກ​ໃນ​ຫວອດ ແລະ ໝູ່​ເພື່ອນ​ຂອງ​ຄອບ​ຄົວ​ໄດ້​ທຸ້ມ​ເທ​ຄວາມ​ຮັກ ແລະ ການ​ດູ​ແລ​ໃຫ້​ແກ່​ຄອບ​ຄົວ​ຂອງ​ພວກ​ເຮົາ. ພວກ​ເຮົາ​ໄດ້​ມີ​ການ​ສົ່ງ​ສະ​ການ​ທີ່​ສວຍ​ງາມ​ທີ່​ໄດ້​ໃຫ້​ກຽດ​ແກ່​ຊີ​ວິດ​ຂອງ​ພໍ່​ຂອງ​ຂ້າ​ພະ​ເຈົ້າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ເວ​ລາ​ຜ່ານ​ໄປ, ແລະ ພວກ​ເຮົາ​ໄດ້​ປະ​ສົບ​ກັບ​ຄວາມ​ເຈັບ​ປວດ​ຈາກ​ການ​ເສຍ​ໄປ​ຂອງ​ພໍ່​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ສົງ​ໄສ​ວ່າ​ເປັນ​ຫຍັງ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ຈຶ່ງ​ບໍ່​ໄດ້​ຮັບ​ການ​ປິ່ນ​ປົວ​ໃຫ້​ຫາຍ​ດີ. ຂ້າ​ພະ​ເຈົ້າ​ໄດ້​ສົງ​ໄສ​ຖ້າ​ຫາກ​ວ່າ​ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ເຂັ້ມ​ແຂງ​ພໍ. ເປັນ​ຫຍັງ​ບາງ​ຄອບ​ຄົວ​ໄດ້​ຮັບ​ການ​ມະ​ຫັດ​ສະ​ຈັນ, ແຕ່​ຄອບ​ຄົວ​ຂອງ​ພວກ​ເຮົາ​ບໍ່​ໄດ້​ຮັບ​ເລີຍ? ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ທີ່​ຈະ​ຫັນ​ໄປ​ຫາ​ພຣະ​ຄຳ​ພີ​ສຳ​ລັບ​ຄຳ​ຕອບ​ຕອນ​ໄປ​ເຜີຍ​ແຜ່, ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ເລີ່ມ​ຄົ້ນ​ຄວ້າ​ພຣະ​ຄຳ​ພີ.

ພຣະ​ຄຳ​ພີ​ເດີມ​ສິດ​ສອນ​ເຖິງ​ເຄື່ອງ​ເທດ ຫລື ນ້ຳ​ມັນ​ຫອມ, ທີ່​ໃຊ້​ສຳ​ລັບ​ການ​ປິ່ນ​ປົວ​ບາດ​ແຜ, ທີ່​ສະ​ກັດ​ມາ​ຈາກ​ຟຸ່ມ​ໄມ້​ທີ່​ເກີດ​ໃນ​ກີ​ເລ​ອາດ. ໃນ​ສະ​ໄໝ​ພຣະ​ຄຳ​ພີ​ເດີມ ນ້ຳ​ມັນ​ນັ້ນ​ໄດ້​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ “ຫວ້ານ​ຢາ​ທີ່​ກີ​ເລ​ອາດ.”1 ສາດ​ສະ​ດາ​ເຢ​ເຣ​ມີ​ຢາ​ໄດ້​ຄ້ຳ​ຄວນ​ເຖິງ​ໄພ​ພິ​ບັດ​ທີ່​ເພິ່ນ​ໄດ້​ສັງ​ເກດ​ເຫັນ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ເພິ່ນ ແລະ ໄດ້​ຫວັງ​ສຳ​ລັບ​ການ​ປິ່ນ​ປົວ. ເຢ​ເຣ​ມີ​ຢາ​ໄດ້​ຖາມ​ວ່າ, “ບໍ່​ມີ​ຫວ້ານ​ຢາ​ທີ່​ກີ​ເລ​ອາດ; ບໍ່​ມີ​ໝໍ​ຜູ້​ໃດ​ປິ່ນ​ປົວ​ໄດ້​ບໍ?”2 ຜ່ານ​ວັນ​ນະ​ຄະ​ດີ, ດົນ​ຕີ, ແລະ ສິ​ລະ​ປະ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ ສ່ວນ​ຫລາຍ​ຈະ​ຖືກ​ອ້າງ​ເຖິງ​ວ່າ​ເປັນ ຫວ້ານ​ຢາ​ທີ່​ກີ​ເລ​ອາດ ເພາະ​ຍ້ອນ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ທີ່​ອັດ​ສະ​ຈັນ​ຂອງ​ພຣະ​ອົງ. ເໝືອນ​ດັ່ງ​ເຢ​ເຣ​ມີ​ຢາ, ຂ້າ​ພະ​ເຈົ້າ​ກໍ​ໄດ້​ສົງ​ໄສ​ວ່າ, “ບໍ່​ມີ​ຫວ້ານ​ຢາ​ທີ່​ກີ​ເລ​ອາດ​ສຳ​ລັບ​ຄອບ​ຄົວ​ນຽວ​ສັນ​ບໍ?”

ໃນ ມາ​ຣະ​ໂກ ບົດ​ທີ 2 ຂອງ​ພຣະ​ຄຳ​ພີ​ໃໝ່, ພວກ​ເຮົາ​ໄດ້​ພົບ​ເຫັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ທີ່​ເມືອງ​ກາ​ເປ​ນາ​ອູມ. ຜູ້​ຄົນ​ຕະ​ຫລອດ​ທົ່ວ​ແຜ່ນ​ດິນ​ໄດ້​ເລົ່າ​ເລື່ອງ​ລາວ​ກ່ຽວ​ກັບ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ຫລາຍໆ​ຄົນ​ກໍ​ໄດ້​ເດີນ​ທາງ​ໄປ​ຍັງ​ເມືອງ​ກາ​ເປ​ນາ​ອູມ ເພື່ອ​ໄປ​ຮັບ​ການ​ປິ່ນ​ປົວ​ໃຫ້​ຫາຍ​ດີ​ໂດຍ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຫລາຍໆ​ຄົນ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ບ້ານ​ບ່ອນ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຢູ່ ຈົນ​ວ່າ​ບໍ່​ມີ​ບ່ອນ​ຫວ່າງ​ສຳ​ລັບ​ພຣະ​ອົງ​ທີ່​ຈະ​ຕ້ອນ​ຮັບ​ເຂົາ​ເຈົ້າ​ທັງ​ໝົດ. ຜູ້​ຊາຍ​ສີ່​ຄົນ​ໄດ້​ຫາມ​ຊາຍ​ເປ້ຍ​ຄົນ​ໜຶ່ງ​ໄປ​ຮັບ​ການ​ປິ່ນ​ປົວ​ໂດຍ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເຂົາ​ເຈົ້າ​ບໍ່​ສາ​ມາດ​ຜ່ານ​ກຸ່ມ​ໝູ່​ຄົນ​ທີ່​ແໜ້ນ​ໜາ​ນັ້ນ​ໄປ, ແລະ ສະ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ຮື້​ຫລັງ​ຄາ​ເຮືອນ ແລະ ໄດ້​ຢ່ອນ​ຊາຍ​ຄົນ​ນັ້ນ​ລົງ​ໄປ ເພື່ອ​ພົບ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ເລື່ອງ​ລາວ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ຕົກ​ໃຈ​ໂດຍ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ຕອນ​ທີ່​ພຣະ​ອົງ​ໄດ້​ພົບ​ຜູ້​ຊາຍ​ຄົນ​ນີ້​ວ່າ: “ລູກ​ເອີຍ ຄວາມ​ຜິດ​ບາບ​ຂອງ​ເຈົ້າ​ໄດ້​ຮັບ​ການ​ອະ​ໄພ​ແລ້ວ.”3 ຂ້າ​ພະ​ເຈົ້າ​ໄດ້​ຄິດ​ຖ້າ​ຫາກ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ເປັນ​ໜຶ່ງ​ໃນ​ບັນ​ດາ​ຜູ້​ຊາຍ​ສີ່​ຄົນ​ທີ່​ໄດ້​ຫາມ​ຜູ້​ຊາຍ​ຄົນ​ນັ້ນ, ຂ້າ​ພະ​ເຈົ້າ​ອາດ​ກ່າວ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ວ່າ, “ພວກ​ຂ້າ​ນ້ອຍ​ໄດ້​ນຳ​ລາວ​ມາ​ທີ່​ນີ້​ເພື່ອ​ຮັບ​ການ​ປິ່ນ​ປົວ.” ຂ້າ​ພະ​ເຈົ້າ​ຄິດ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ອາດ​ໄດ້​ຕອບ​ວ່າ, “ເຮົາ​ໄດ້​ປິ່ນ​ປົວ​ລາວ​ແລ້ວ​ເດ.” ເປັນ​ໄປ​ໄດ້​ບໍ ທີ່​ຂ້າ​ພະ​ເຈົ້າ​ບໍ່​ເຂົ້າ​ໃຈ​ທັງ​ໝົດ—ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບໍ່​ໄດ້​ເປັນ​ພຽງ​ແຕ່​ຄວາມ​ສາ​ມາດ​ຂອງ​ພຣະ​ອົງ​ທີ່​ຈະ​ປິ່ນ​ປົວ​ຮ່າງ​ກາຍ​ຂອງ​ເຮົາ​ເທົ່າ​ນັ້ນ ແຕ່, ບາງ​ທີ​ແມ່ນ​ແຕ່​ສຳ​ຄັນ​ກວ່າ​ນັ້ນ​ຄື, ຄວາມ​ສາ​ມາດ​ຂອງ​ພຣະ​ອົງ​ທີ່​ຈະ​ປິ່ນ​ປົວ​ຫົວ​ໃຈ​ຂອງ​ເຮົາ ແລະ ຫົວ​ໃຈ​ທີ່​ແຕກ​ສະ​ຫລາຍ​ຂອງ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ?

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ບົດ​ຮຽນ​ທີ່​ສຳ​ຄັນ​ຜ່ານ​ປະ​ສົບ​ການ​ນີ້ ຂະ​ນະ​ທີ່​ໃນ​ທີ່​ສຸດ​ພຣະ​ອົງ​ກໍ​ປິ່ນ​ປົວ​ຜູ້​ຊາຍ​ຄົນ​ນີ້​ທາງ​ຮ່າງ​ກາຍ. ມັນ​ກໍ​ແຈ່ມ​ແຈ້ງ​ດີ​ຕໍ່​ຂ້າ​ພະ​ເຈົ້າ​ວ່າ​ຂ່າວ​ສານ​ຂອງ​ພຣະ​ອົງ​ນັ້ນ​ແມ່ນ​ວ່າ ພຣະ​ອົງ​ສາ​ມາດ​ສຳ​ພັດ​ຕາ​ຂອງ​ຜູ້​ຄົນ​ທີ່​ຕາ​ບອດ ແລະ ເຂົາ​ເຈົ້າ​ກໍ​ຈະ​ເຫັນ​ໄດ້. ພຣະ​ອົງ​ສາ​ມາດ​ສຳ​ພັດ​ຫູ​ຂອງ​ຜູ້​ຄົນ​ທີ່​ຫູ​ໜວກ, ແລະ ເຂົາ​ເຈົ້າ​ກໍ​ຈະ​ໄດ້​ຍິນ. ພຣະ​ອົງ​ສາ​ມາດ​ສຳ​ພັດ​ຂາ​ຂອງ​ຜູ້​ຄົນ​ທີ່​ຍ່າງ​ບໍ່​ໄດ້, ແລະ ເຂົາ​ເຈົ້າ​ກໍ​ຈະ​ຍ່າງ​ໄດ້. ພຣະ​ອົງ​ສາ​ມາດ​ປິ່ນ​ປົວ​ຕາ ແລະ ຫູ ແລະ ຂາ​ຂອງ​ເຮົາ​ໄດ້, ແຕ່​ສຳ​ຄັນ​ທີ່​ສຸດ​ແມ່ນ, ພຣະ​ອົງ​ສາ​ມາດ​ປິ່ນ​ປົວ​ຫົວ​ໃຈ​ຂອງ​ເຮົາ​ຂະ​ນະ​ທີ່​ພຣະ​ອົງ​ຊຳ​ລະ​ລ້າງ​ເຮົາ​ໃຫ້​ສະ​ອາດ​ຈາກ​ບາບ ແລະ ຍົກ​ເຮົາ​ຂຶ້ນ​ຜ່ານ​ຜ່າ​ການ​ທົດ​ລອງ​ທີ່​ຍາກ​ລຳ​ບາກ.

ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປະ​ກົດ​ຕໍ່​ຜູ້​ຄົນ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ, ພຣະ​ອົງ​ກ່າວ​ອີກ​ເຖິງ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ອົງ. ຊາວ​ນີ​ໄຟ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ຈາກ​ຟ້າ​ສະ​ຫວັນ​ວ່າ, “ບັດ​ນີ້​ພວກ​ເຈົ້າ​ຍັງ​ຈະ​ບໍ່​ຫັນ​ກັບ​ມາ​ຫາ​ເຮົາ​ບໍ, ແລະ ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ເຈົ້າ ແລະ ປ່ຽນ​ໃຈ​ເຫລື້ອມ​ໃສ, ເພື່ອ​ເຮົາ​ຈະ​ໄດ້​ປິ່ນ​ປົວ​ພວກ​ເຈົ້າ?”4 ຕໍ່​ມາ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສິດ​ສອນ​ວ່າ, “ເພາະ​ເຈົ້າ​ບໍ່​ສາ​ມາດ​ຈະ​ຮູ້​ໄດ້​ວ່າ ເຂົາ​ອາດ​ຈະ​ກັບ​ມາ ແລະ ກັບ​ໃຈ​ຫລື​ບໍ່, ແລະ ມາ​ຫາ​ເຮົາ​ດ້ວຍ​ຈຸດ​ປະ​ສົງ​ເຕັມ​ທີ່​ແຫ່ງ​ໃຈ, ແລະ ເຮົາ​ຈະ​ປິ່ນ​ປົວ​ເຂົາ.”5 ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບໍ່​ໄດ້​ອ້າງ​ເຖິງ​ການ​ປິ່ນ​ປົວ​ທາງ​ຮ່າງ​ກາຍ ແຕ່​ເຖິງ​ການ​ປິ່ນ​ປົວ​ທາງ​ວິນ​ຍານ​ຂອງ​ຈິດ​ວິນ​ຍານ​ຂອງ​ເຂົາ​ເຈົ້າ.

ໂມ​ໂຣ​ໄນ​ນຳ​ຄວາມ​ເຂົ້າ​ໃຈ​ເພີ່ມ​ເຕີມ​ມາ​ໃຫ້​ຂະ​ນະ​ທີ່​ເພິ່ນ​ແບ່ງ​ປັນ​ຖ້ອຍ​ຄຳ​ຂອງ​ມໍ​ມອນ, ບິ​ດາ​ຂອງ​ເພິ່ນ. ຫລັງ​ຈາກ​ກ່າວ​ເຖິງ​ການ​ມະ​ຫັດ​ສະ​ຈັນ, ມໍ​ມອນ​ອະ​ທິ​ບາຍ​ວ່າ, “ແລະ ພຣະ​ຄຣິດ​ໄດ້​ກ່າວ​ວ່າ: ຖ້າ​ຫາກ​ເຈົ້າ​ມີ​ສັດ​ທາ​ໃນ​ເຮົາ, ເຈົ້າ​ຈະ​ມີ​ອຳ​ນາດ​ເຮັດ​ສິ່ງ​ໃດ​ກໍ​ໄດ້​ຕາມ​ທີ່​ເຮົາ​ເຫັນ​ວ່າ ສົມ​ຄວນ.”6 ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ​ເປົ້າ​ໝາຍ​ຂອງ​ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ​ຕ້ອງ​ເປັນ​ພຣະ​ເຢ​ຊູ​ຄຣິດ, ແລະ ວ່າ​ຂ້າ​ພະ​ເຈົ້າ​ຈຳ​ເປັນ​ຕ້ອງ​ຍອມ​ຮັບ​ສິ່ງ​ທີ່​ພຣະ​ອົງ​ເຫັນ​ວ່າ​ສົມ​ຄວນ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ. ບັດ​ນີ້ ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ວ່າ​ການ​ເສຍ​ຊີ​ວິດ​ຂອງ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ສົມ​ຄວນ​ຕໍ່​ແຜນ​ຂອງ​ພຣະ​ເຈົ້າ. ບັດ​ນີ້, ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ວາງ​ມື​ເທິງ​ຫົວ​ຄົນ​ອື່ນ​ເພື່ອ​ໃຫ້​ພອນ​ເຂົາ​ເຈົ້າ, ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ພຣະ​ຄຣິດ, ແລະ ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ວ່າ​ຄົນໆ​ນັ້ນ​ສາ​ມາດ ແລະ ຈະ​ຫາຍ​ດີ​ທາງ​ຮ່າງ​ກາຍ ຖ້າ​ຫາກ​ວ່າ​ພຣະ​ຄຣິດ​ເຫັນ​ວ່າ​ສົມ​ຄວນ.

ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຊຶ່ງ​ເຮັດ​ໃຫ້​ມີ​ທັງ​ອຳ​ນາດ​ແຫ່ງ​ການ​ໄຖ່ ແລະ ອຳ​ນາດ​ທີ່​ເຮັດ​ໃຫ້​ສາ​ມາດ, ເປັນ​ພອນ​ທີ່​ສູງ​ສຸດ​ທີ່​ພຣະ​ເຢ​ຊູ​ຄຣິດ​ມີ​ໃຫ້​ທຸກໆ​ຄົນ. ເມື່ອ​ເຮົາ​ກັບ​ໃຈ​ດ້ວຍ​ຈຸດ​ປະ​ສົງ​ເຕັມ​ທີ່​ແຫ່ງ​ໃຈ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ຊຳ​ລະ​ລ້າງ​ເຮົາ​ໃຫ້​ສະ​ອາດ​ຈາກ​ບາບ. ຂະ​ນະ​ທີ່​ເຮົາ​ຍອມ​ຮັບ​ຕໍ່​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ດ້ວຍ​ຄວາມ​ເບີກ​ບານ, ແມ່ນ​ແຕ່​ໃນ​ສະ​ຖາ​ນະ​ການ​ທີ່​ຍາກ​ລຳ​ບາກ​ທີ່​ສຸດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ຍົກ​ພາ​ລະ​ແບກ​ຫາບ​ຂອງ​ເຮົາ​ຂຶ້ນ ແລະ ເຮັດ​ໃຫ້​ມັນ​ເບົາ​ບາງ​ລົງ.7

ແຕ່​ນີ້​ຄື​ບົດ​ຮຽນ​ທີ່​ສຳ​ຄັນ​ກວ່າ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້. ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ໃຈ​ຜິດ​ໄປ​ວ່າ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບໍ່​ໄດ້​ຜົນ​ສຳ​ລັບ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ. ບັດ​ນີ້ ເມື່ອ​ຂ້າ​ພະ​ເຈົ້າ​ຫວນ​ຄິດ​ກັບ​ໄປ​ດ້ວຍ​ຕາ ແລະ ປະ​ສົບ​ການ​ທີ່​ເປັນ​ຜູ້​ໃຫຍ່​ກວ່າ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກໍ​ປະ​ຈັກ​ໃຫ້​ເຫັນ​ໄດ້​ໃນ​ຊີ​ວິດ​ຂອງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ແຕ່​ລະ​ຄົນ. ຂ້າ​ພະ​ເຈົ້າ​ໄດ້​ເອົາ​ໃຈ​ໃສ່​ແຕ່​ການ​ປິ່ນ​ປົວ​ທາງ​ຮ່າງ​ກາຍ ຈົນ​ວ່າ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຫັນ​ການ​ມະ​ຫັດ​ສະ​ຈັນ​ທີ່​ໄດ້​ເກີດ​ຂຶ້ນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເສີມ​ຄວາມ​ເຂັ້ມ​ແຂງ ແລະ ໄດ້​ຍົກ​ແມ່​ຂອງ​ຂ້າ​ພະ​ເຈົ້າ​ຂຶ້ນ​ເກີນ​ກວ່າ​ຄວາມ​ສາ​ມາດ​ຂອງ​ເພິ່ນ​ຜ່ານ​ການ​ທົດ​ລອງ​ທີ່​ຍາກ​ລຳ​ບາກ​ນີ້, ແລະ ເພິ່ນ​ກໍ​ໄດ້​ມີ​ອາ​ຍຸ​ໝັ້ນ​ຍືນ ແລະ ມີ​ຊີ​ວິດ​ທີ່​ດີ. ເພິ່ນ​ໄດ້​ມີ​ອິດ​ທິ​ພົນ​ໃນ​ທາງ​ບວກ​ຫລາຍ​ຕໍ່​ລູກ​ຫລານ​ຂອງ​ເພິ່ນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອວຍ​ພອນ​ຂ້າ​ພະ​ເຈົ້າ ແລະ ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ ດ້ວຍ​ຄວາມ​ຮັກ, ການ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ, ສັດ​ທາ, ແລະ ການ​ຟື້ນ​ຕົວ​ໄວ ຊຶ່ງ​ໄດ້​ກາຍ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງ​ຊີ​ວິດ​ຂອງ​ພວກ​ເຮົາ ແລະ ເປັນ​ຢູ່​ຕໍ່​ໄປ​ໃນ​ທຸກ​ວັນ​ນີ້.

ແຕ່​ເປັນ​ຈັ່ງ​ໃດ​ລະ​ກ່ຽວ​ກັບ​ພໍ່​ຂອງ​ຂ້າ​ພະ​ເຈົ້າ? ດັ່ງ​ທີ່​ເປັນ​ໄປ​ກັບ​ທຸກ​ຄົນ​ທີ່​ຈະ​ກັບ​ໃຈ, ເພິ່ນ​ກໍ​ໄດ້​ຮັບ​ການ​ປິ່ນ​ປົວ​ທາງ​ວິນ​ຍານ ຂະ​ນະ​ທີ່​ເພິ່ນ​ໄດ້​ສະ​ແຫວງ​ຫາ ແລະ ໄດ້​ຮັບ​ພອນ​ເພາະ​ຍ້ອນ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເພິ່ນ​ໄດ້​ຮັບ​ການ​ປົດ​ບາບ ແລະ ບັດ​ນີ້​ກໍ​ກຳ​ລັງ​ລໍ​ຖ້າ​ການ​ຟື້ນ​ຄືນ​ຊີ​ວິດ​ທີ່​ໜ້າ​ອັດ​ສະ​ຈັນ. ອັກ​ຄະ​ສາ​ວົກ​ໂປ​ໂລ ໄດ້​ສິດ​ສອນ​ວ່າ, “ດ້ວຍ​ວ່າ, ຄົນ​ທັງ​ປວງ​ໄດ້​ຕາຍ​ເພາະ​ກ່ຽວ​ເນື່ອງ​ກັບ​ອາ​ດາມ​ສັນ​ໃດ, ຄົນ​ທັງ​ປວງ​ກໍ​ຈະ​ຖືກ​ຊົງ​ບັນ​ດານ​ໃຫ້​ມີ​ຊີ​ວິດ ເພາະ​ກ່ຽວ​ເນື່ອງ​ກັບ​ພຣະ​ຄຣິດ​ສັນ​ນັ້ນ.”8 ທ່ານ​ກໍ​ເຫັນ​ວ່າ, ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ວ່າ, “ພວກ​ຂ້າ​ນ້ອຍ​ໄດ້​ພາ​ພໍ່​ມາ​ຫາ​ພຣະ​ອົງ​ເພື່ອ​ຮັບ​ການ​ປິ່ນ​ປົວ,” ແລະ ບັດ​ນີ້ ມັນ​ແຈ່ມ​ແຈ້ງ​ຕໍ່​ຂ້າ​ພະ​ເຈົ້າ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປິ່ນ​ປົວ​ເພິ່ນ​ແລ້ວ. ຫວ້ານ​ຢາ​ທີ່​ກີ​ເລ​ອາດ​ໃຊ້​ໄດ້​ຜົນ​ກັບ​ຄອບ​ຄົວ​ນຽວ​ສັນ—ມັນ​ບໍ່​ໄດ້​ເປັນ​ໄປ​ຕາມ​ວິ​ທີ​ທາງ​ທີ່​ພວກ​ເຮົາ​ໄດ້​ຄິດ​ວ່າ​ຈະ​ເປັນ, ແຕ່​ໃນ​ວິ​ທີ​ທາງ​ທີ່​ສຳ​ຄັນ​ຫລາຍ​ກວ່າ​ນັ້ນ ທີ່​ໄດ້​ເປັນ​ພອນ ແລະ ສືບ​ຕໍ່​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ພວກ​ເຮົາ​ຕໍ່​ໄປ.

ໃນ ໂຢ​ຮັນ ບົດ​ທີ 6 ຂອງ​ພຣະ​ຄຳ​ພີ​ໃໝ່, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ຕິ​ບັດ​ການ​ມະ​ຫັດ​ສະ​ຈັນ​ທີ່​ໜ້າ​ສົນ​ໃຈ​ທີ່​ສຸດ. ດ້ວຍ​ປາ​ສອງ​ສາມ​ໂຕ ແລະ ເຂົ້າ​ຈີ່​ສີ່​ຫ້າ​ກ້ອນ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ລ້ຽງ​ອາ​ຫານ​ຜູ້​ຄົນ​ຈຳ​ນວນ 5,000 ຄົນ. ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ເລື່ອງ​ລາວ​ນີ້​ຫລາຍ​ເທື່ອ​ແລ້ວ, ແຕ່​ຍັງ​ມີ​ສ່ວນ​ໜຶ່ງ​ຂອງ​ປະ​ສົບ​ການ​ນັ້ນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ພາດ​ໄປ​ທີ່​ບັດ​ນີ້​ກໍ​ມີ​ຄວາມ​ໝາຍ​ຫລາຍ​ຕໍ່​ຂ້າ​ພະ​ເຈົ້າ. ຫລັງ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ລ້ຽງ​ອາ​ຫານ​ຜູ້​ຄົນ​ຈຳ​ນວນ 5,000 ຄົນ, ພຣະ​ອົງ​ໄດ້​ບອກ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໃຫ້​ເກັບ​ເອົາ​ຈຳ​ນວນ​ທີ່​ເຫລືອ​ນັ້ນ, ຊຶ່ງ​ໄດ້​ເປັນ​ຈຳ​ນວນ 12 ກະ​ບຸງ. ຂ້າ​ພະ​ເຈົ້າ​ໄດ້​ຄິດ​ວ່າ ເປັນ​ຫຍັງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈຶ່ງ​ໃຊ້​ເວ​ລາ​ເຮັດ​ສິ່ງ​ນັ້ນ. ມັນ​ແຈ່ມ​ແຈ້ງ​ຕໍ່​ຂ້າ​ພະ​ເຈົ້າ​ວ່າ ບົດ​ຮຽນ​ບົດ​ໜຶ່ງ​ທີ່​ເຮົາ​ສາ​ມາດ​ຮຽນ​ຮູ້​ຈາກ​ເຫດ​ການ​ນັ້ນ​ກໍ​ຄື​ວ່າ: ພຣະ​ອົງ​ສາ​ມາດ​ລ້ຽງ​ອາ​ຫານ 5,000 ຄົນ ແລະ ແລ້ວ​ຍັງ​ມີ​ຈຳ​ນວນ​ທີ່​ເຫລືອ​ຢູ່. “ພຣະ​ຄຸນ​ຂອງ​ເຮົາ​ມີ​ພຽງ​ພໍ​ສຳ​ລັບ​ຄົນ​ທັງ​ປວງ.”9 ອຳ​ນາດ​ແຫ່ງ​ການ​ໄຖ່ ແລະ ການ​ປິ່ນ​ປົວ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປົກ​ຄຸມ​ບາບ, ບາດ​ແຜ, ຫລື ການ​ທົດ​ລອງ​ໃດໆ—ບໍ່​ວ່າ​ຈະ​ໃຫຍ່ ຫລື ຍາກ​ລຳ​ບາກ​ເທົ່າ​ໃດ​ກໍ​ຕາມ—ແລະ ຍັງ​ມີ​ຈຳ​ນວນ​ທີ່​ເຫລືອ​ຢູ່​ອີກ​ຫລາຍ. ພຣະ​ຄຸນ​ຂອງ​ພຣະ​ອົງ​ມີ​ພຽງ​ພໍ.

ດ້ວຍ​ຄວາມ​ຮູ້​ນັ້ນ, ເຮົາ​ສາ​ມາດ​ກ້າວ​ໄປ​ໜ້າ​ໄດ້ ດ້ວຍ​ສັດ​ທາ, ໂດຍ​ຮູ້​ວ່າ ເມື່ອ​ຊ່ວງ​ເວ​ລາ​ທີ່​ຍາກ​ລຳ​ບາກ​ມາ​ເຖິງ—ແລະ ແນ່​ນອນ​ວ່າ​ມັນ​ຈະ​ມາ​ເຖິງ—ຫລື ເມື່ອ​ບາບ​ອ້ອມ​ຮອບ​ຊີ​ວິດ​ຂອງ​ເຮົາ​ໄວ້, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ຢືນ​ຢູ່ “ພ້ອມ​ດ້ວຍ​ການ​ປິ່ນ​ປົວ,”10 ເຊື້ອ​ເຊີນ​ເຮົາ​ໃຫ້​ມາ​ຫາ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຕໍ່​ທ່ານ​ເຖິງ ຫວ້ານ​ຢາ​ທີ່​ກີ​ເລ​ອາດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ, ພຣະ​ຜູ້​ໄຖ່​ຂອງ​ເຮົາ, ແລະ ເຖິງ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ທີ່​ອັດ​ສະ​ຈັນ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄວາມ​ປາດ​ຖະ​ໜາ​ຂອງ​ພຣະ​ອົງ​ທີ່​ຈະ​ປິ່ນ​ປົວ​ທ່ານ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.