ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຈົ່ງ​ມາ​ຫາ​ພຣະ​ຄຣິດ ແລະ ຢ່າ​ມາ​ຄົນ​ດຽວ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ຈົ່ງ​ມາ​ຫາ​ພຣະ​ຄຣິດ ແລະ ຢ່າ​ມາ​ຄົນ​ດຽວ

ວິ​ທີ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ພວກ​ເຈົ້າ​ທີ່​ຈະ​ພັດ​ທະ​ນາ​ໂລກ​ຄື ທີ່​ຈະ​ກະ​ກຽມ​ໂລກ​ສຳ​ລັບ​ພຣະ​ຄຣິດ ໂດຍ​ການ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ຕິດ​ຕາມ​ພຣະ​ອົງ.

ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຈົດ​ໝາຍ​ຈາກ​ຍິງ​ໜຸ່ມ​ທີ່​ມັກ​ສອບ​ຖາມ​ຄົນ​ໜຶ່ງ. ນາງ​ໄດ້​ຂຽນ​ວ່າ: “ຂ້າ​ນ້ອຍ​ຮູ້​ສຶກ​ວ່າ ບໍ່​ມີ​ຄວາມ​ກ້າວ​ໜ້າ. … ຂ້າ​ນ້ອຍ​ບໍ່​ແນ່​ໃຈ​ວ່າ​ຂ້າ​ນ້ອຍ​ເປັນ​ໃຜ, ແຕ່​ຮູ້​ສຶກ​ວ່າ ຂ້າ​ນ້ອຍ​ຢູ່​ທີ່​ນີ້​ເພື່ອ​ຈຸດ​ປະ​ສົງ​ນິ​ລັນ​ດອນ​ທີ່​ຍິ່ງ​ໃຫຍ່.”

ທ່ານ​ເຄີຍ​ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ເຂົ້າ​ໃຈ​ຈຸດ​ປະ​ສົງ​ຂອງ​ຊີ​ວິດ​ບໍ, ສົງ​ໄສ​ຖ້າ​ຫາກ​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮູ້​ຈັກ​ວ່າ​ທ່ານ​ເປັນ​ໃຜ ແລະ ຖ້າ​ຫາກ​ວ່າ​ພຣະ​ອົງ​ຕ້ອງ​ການ​ທ່ານ​ບໍ? ຊາວ​ໜຸ່ມ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຕໍ່​ທຸກ​ຄົນ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ຄຳ​ຕອບ​ນັ້ນ​ແມ່ນ​ວ່າ ເຄີຍ! ພຣະ​ຜູ້​ເປັນ​ເຈົ້າ​ມີ​ແຜນ​ສຳ​ລັບ​ພວກ​ເຈົ້າ! ພຣະ​ອົງ​ໄດ້​ກະ​ກຽມ​ພວກ​ເຈົ້າ​ສຳ​ລັບ​ວັນ​ເວ​ລາ​ນີ້, ດຽວ​ນີ້, ເພື່ອ​ເປັນ​ພະ​ລັງ ແລະ ກຳ​ລັງ​ສຳ​ລັບ​ຄວາມ​ດີ​ຢູ່​ໃນ​ວຽກ​ງານ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ. ພວກ​ເຮົາ​ຕ້ອງ​ການ​ພວກ​ເຈົ້າ! ມັນ​ຈະ​ບໍ່​ຍິ່ງ​ໃຫຍ່​ເທົ່າ​ໃດ​ຖ້າ​ປາດ​ສະ​ຈາກ​ພວກ​ເຈົ້າ!

ພາຍ​ໃຕ້​ສະ​ຖາ​ນະ​ການ​ທີ່​ສັກ​ສິດ, ສາດ​ສະ​ດາ​ທີ່​ຮັກ​ຂອງ​ເຮົາ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ຄັ້ງ​ໜຶ່ງ​ໄດ້​ເຕືອນ​ໃຈ​ຂ້າ​ພະ​ເຈົ້າ​ເຖິງ​ຄວາມ​ຈິງ​ສອງ​ຢ່າງ​ທີ່​ເປັນ​ພື້ນ​ຖານ​ຕໍ່​ວຽກ​ງານ​ທີ່​ຍິ່ງ​ໃຫຍ່ ແລະ ຮຸ່ງ​ໂລດ​ຂອງ​ພວກ​ເຈົ້າ.

ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ນັ່ງ​ຢູ່​ຕັ່ງ​ສະ​ລົ້ງ​ກັບ​ສາ​ມີ​ຂອງ​ຂ້າ​ພະ​ເຈົ້າ, ສາດ​ສະ​ດາ​ຂອງ​ເຮົາ​ໄດ້​ດຶງ​ເອົາ​ຕັ່ງ​ຂອງ​ເພິ່ນ​ມາ​ໃກ້, ຫົວ​ເຂົ່າ​ເກືອບ​ແຕະ​ຫົວ​ເຂົ່າ​ຂອງ​ພວກ​ເຮົາ, ແລະ ໄດ້​ຫລຽວ​ເບິ່ງ​ພວກ​ເຮົາ​ດ້ວຍ​ສາຍ​ຕາ​ທີ່​ຮູ້​ສຶກ​ໄວ​ສີ​ຟ້າ​ຂອງ​ເພິ່ນ. ຂ້າ​ພະ​ເຈົ້າ​ບໍ່​ແນ່​ໃຈ​ຖ້າ​ຫາກ​ວ່າ​ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ເຕັ້ນ​ຢູ່​ໄວໆ ຫລື ວ່າ​ໄດ້​ຢຸດ​ເຕັ້ນ​ໄປ​ເສຍ​ແລ້ວ ຕອນ​ທີ່​ເພິ່ນ​ໄດ້​ເອີ້ນ​ໃຫ້​ຂ້າ​ພະ​ເຈົ້າ​ຮັບ​ໃຊ້​ເປັນ​ປະ​ທານ​ອົງ​ການ​ຍິງ​ໜຸ່ມ​ສາ​ມັນ. ເພິ່ນ​ໄດ້​ຖາມ​ຄຳ​ຖາມ​ທີ່​ຍັງ​ດັງ​ກ້ອງ​ຢູ່​ໃນ​ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ວ່າ, “ບອນ​ນີ, ແມ່ນ​ຫຍັງ​ຄື​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ທີ່ [ຊາວ​ໜຸ່ມ] ຕ້ອງ​ຮູ້?”

ຂ້າ​ພະ​ເຈົ້າ​ໄດ້​ໄຕ່​ຕອງ​ບຶດ​ໜຶ່ງ ແລະ ເວົ້າ​ວ່າ “ພວກ​ເຂົາ​ຕ້ອງ​ຮູ້​ວ່າ ພວກ​ເຂົາ​ເປັນ​ໃຜ.”

“ແມ່ນ​ແລ້ວ!” ເພິ່ນ​ໄດ້​ກ່າວ, “ແລະ ພວກ​ເຂົາ​ຕ້ອງ​ຮູ້​ຈຸດ​ປະ​ສົງ​ຂອງ​ພວກ​ເຂົາ.”

ເອ​ກະ​ລັກ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ

ພວກ​ເຈົ້າ​ເປັນ​ທີ່​ທະ​ນຸ​ຖະ​ໜອມ, ເປັນ​ລູກ​ທີ່​ຮັກ​ຫອມ​ຂອງ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ. ພຣະ​ອົງ​ຮັກ​ພວກ​ເຈົ້າ​ຢ່າງ​ສົມ​ບູນ ຈົນ​ພຣະ​ອົງ​ໄດ້​ສົ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ​ມາ, ເພື່ອ​ຊົດ​ໃຊ້​ແທນ​ພວກ​ເຈົ້າ ແລະ ຂ້າ​ພະ​ເຈົ້າ.1 ຄວາມ​ຮັກ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມີ​ໃຫ້​ພວກ​ເຈົ້າ​ນັ້ນ​ບໍ່​ລົ້ມ​ເຫລວ—ເຖິງ​ແມ່ນ​ເມື່ອ​ເຮົາ​ລົ້ມ​ເຫລວ! ບໍ່​ມີ​ຫຍັງ​ສາ​ມາດ​ແຍກ​ເຮົາ​ຈາກ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ໄດ້.2 ການ​ຈົດ​ຈຳ​ຄວາມ​ຮັກ​ນີ້ ຈະ​ສາ​ມາດ​ຊ່ວຍ​ພວກ​ເຈົ້າ​ໃຫ້​ກີດ​ກັນ​ຄວາມ​ສັບ​ສົນ​ຂອງ​ໂລກ ທີ່​ພະ​ຍາ​ຍາມ​ເຮັດ​ໃຫ້​ຄວາມ​ໝັ້ນ​ໃຈ​ຂອງ​ພວກ​ເຈົ້າ​ອ່ອນ​ແອ​ລົງ ໃນ​ເອ​ກະ​ລັກ​ແຫ່ງ​ສະ​ຫວັນ​ຂອງ​ພວກ​ເຈົ້າ ແລະ ເຮັດ​ໃຫ້​ພວກ​ເຈົ້າ​ບໍ່​ເຫັນ​ສັກ​ກະ​ຍະ​ພາບ​ຂອງ​ພວກ​ເຈົ້າ.

ຢູ່​ທີ່​ກອງ​ປະ​ຊຸມ​ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ, ຂ້າ​ພະ​ເຈົ້າ​ໄດ້​ພົບ​ຍິງ​ໜຸ່ມ​ສອງ​ຄົນ​ທີ່​ໄດ້​ດີ້ນ​ລົນ. ຍິງ​ໜຸ່ມ​ທັງ​ສອງ​ໄດ້​ກ່າວ​ເຖິງ​ການ​ຫັນ​ໄປ​ຫາ​ປິ​ຕຸ​ພອນ​ຂອງ​ຕົນ ເພື່ອ​ຄົ້ນ​ຫາ​ຄວາມ​ຮັກ ແລະ ການ​ຊີ້​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອີກ​ຄັ້ງ ສຳ​ລັບ​ພວກ​ນາງ​ເປັນ​ສ່ວນ​ຕົວ. ໃຫ້​ຊອກ​ຫາ​ປິ​ຕຸ​ພອນ​ຂອງ​ພວກ​ເຈົ້າ, ເປົ່າ​ຂີ້​ຝຸ່ນ​ອອກ​ຖ້າ​ຈຳ​ເປັນ, ແຕ່​ໃຫ້​ສຶກ​ສາ​ມັນ​ເລື້ອຍໆ. ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ມີ​ປິ​ຕຸ​ພອນ, ກໍ​ໃຫ້​ໄປ​ຂໍ—ໃນ​ໄວໆ​ນີ້. ຢ່າ​ລັງ​ເລ​ທີ່​ຈະ​ຊອກ​ຫາ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ບອກ​ພວກ​ເຈົ້າ​ໃນ​ເວ​ລາ​ນີ້ ກ່ຽວ​ກັບ​ວ່າ​ພວກ​ເຈົ້າ​ເປັນ​ໃຜ​ກັນ​ແທ້.

ຈຸດ​ປະ​ສົງ​ນິ​ລັນ​ດອນ​ຂອງ​ເຮົາ

ຄວາມ​ຈິງ​ຢ່າງ​ທີ​ສອງ​ທີ່​ປະ​ທານ​ແນວ​ສັນ​ໄດ້​ກ່າວ​ກັບ​ພວກ​ເຮົາ​ໃນ​ມື້​ນັ້ນ​ແມ່ນ ຄື​ການ​ຮູ້​ຈັກ​ຈຸດ​ປະ​ສົງ​ຂອງ​ເຮົາ. ນີ້​ແມ່ນ​ພາ​ລະ​ອັນ​ຍິ່ງ​ໃຫຍ່ ແລະ ມີ​ກຽດ​ຂອງ​ເຮົາ.

ເມື່ອ​ຫລາຍ​ປີ​ກ່ອນ, ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ ທ້າວ​ແທນ​ເນີ ມີ​ອາ​ຍຸ​ປະ​ມານ​ຫ້າ​ປີ ຕອນ​ລາວ​ໄດ້​ຫລິ້ນ​ເກມ​ເຕະ​ບານ​ເທື່ອ​ທຳ​ອິດ​ຂອງ​ລາວ. ລາວ​ກໍ​ຕື່ນ​ເຕັ້ນ​ຫລາຍ!

ຕອນ​ພວກ​ເຮົາ​ໄດ້​ໄປ​ເຖິງ​ບ່ອນ​ຫລິ້ນ​ເກມ, ພວກ​ເຮົາ​ໄດ້​ເຫັນ​ວ່າ ທີມ​ຂອງ​ລາວ​ໄດ້​ໃຊ້​ເປົ້າ​ບານ​ມາດ​ຕະ​ຖານ—ບໍ່​ແມ່ນ​ເປົ້າ​ບານ​ນ້ອຍໆ​ທີ່​ຍົກ​ຍ້າຍ​ໄປ​ມາ​ໄດ້ ແຕ່​ເປັນ​ເປົ້າ​​ບານ​ໃຫຍ່ໆ ທີ່​ເບິ່ງ​ຄື​ວ່າ​ໃຫຍ່​ເກີນ​ໄປ​ສຳ​ລັບ​ເດັກ​ນ້ອຍ​ອາ​ຍຸ​ຫ້າ​ປີ.

ເບິ່ງ​ຄື​ວ່າ​ເກມ​ນີ້​ເປັນ​ແບບ​ເລື່ອງ​ເລົ່າ​ໃນ​ນິ​ຍາຍ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ຫລຽວ​ເບິ່ງ​ທ້າວ​ແທນ​ເນີ​ເຂົ້າ​ປະ​ຈຳ​ທີ່​ເປັນ​ນາຍ​ຍາມ​ປະ​ຕູ​ເປົ້າ. ຂ້າ​ພະ​ເຈົ້າ​ກໍ​ແປກ​ໃຈ​ຫລາຍ. ລາວ​ເຂົ້າ​ໃຈ​ຈຸດ​ປະ​ສົງ​ຂອງ​ລາວ​ໃນ​ການ​ເຝົ້າ​ປະ​ຕູ​ນັ້ນ​ແທ້​ບໍ?

ສຽງ​ໝາກ​ຫວີດ​ດັງ​ຂຶ້ນ, ແລະ ພວກ​ເຮົາ​ກໍ​ຕື່ນ​ເຕັ້ນ​ໄປ​ນຳ​ການ​ແຂ່ງ​ຂັນ​ນັ້ນ ຈົນ​ລືມ​ທ້າວ​ແທນ​ເນີ. ໃນ​ທັນ​ໃດ​ນັ້ນ​ຄົນ​ໜຶ່ງ​ຂອງ​ທີມ​ກັງ​ກັນ​ຂ້າມ​ໄດ້​ໝາກ​ບານ ແລະ ເຕະ​ມັນ​ໄປ​ໄວໆ​ຫາ​ລາວ. ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ໄປ​ທາງ​ທ້າວ​ແທນ​ເນີ ເພື່ອ​ໃຫ້​ແນ່​ໃຈ​ວ່າ ລາວ​ຢືນ​ຢູ່ ແລະ ພ້ອມ​ແລ້ວ​ທີ່​ຈະ​ປົກ​ປ້ອງ​ເປົ້າ. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ບາງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ຄາດ​ຄິດ.

ຮູບ​ພາບ
ເດັກ​ນ້ອຍ​ກຳ​ລັງ​ເຝົ້າ​ປະ​ຕູ​ເປົ້າ

ໃນ​ລະ​ຫວ່າງ​ຈຸດ​ໃດ​ຈຸດ​ໜຶ່ງ​ໃນ​ເກມ​ນັ້ນ, ທ້າວ​ແທນ​ເນີ​ໃຈ​ລອຍ​ໄປ​ທາງ​ອື່ນ ແລະ ໄດ້​ເອົາ​ແຂນ​ຊ້າຍ​ຂອງ​ລາວ​ສອດ​ສານ​ເຂົ້າ​ໄປ​ໃນ​ຫລາຍໆ​ຮູ​ຂອງ​ຕາ​ໜ່າງ​ເປົ້າ. ແລ້ວ​ລາວ​ກໍ​ໄດ້​ເຮັດ​ແບບ​ດຽວ​ກັນ​ນັ້ນ​ກັບ​ແຂນ​ຂວາ​ຂອງ​ລາວ. ແລ້ວ​ກັບ​ຂາ​ຊ້າຍ. ໃນ​ທີ່​ສຸດ, ກັບ​ຂາ​ຂວາ​ຂອງ​ລາວ. ທ້າວ​ແທນ​ເນີ​ກໍ​ຄາ​ຢູ່​ໃນ​ຕາ​ໜ່າງ​ເປົ້າ​ນັ້ນ. ລາວ​ໄດ້​ລືມ​ຈຸດ​ປະ​ສົງ​ຂອງ​ລາວ ແລະ ສິ່ງ​ທີ່​ລາວ​ຖືກ​ມອບ​ໝາຍ​ໃຫ້​ເຮັດ.

ຮູບ​ພາບ
ເດັກ​ນ້ອຍ​ທີ່​ຄາ​ຢູ່​ໃນ​ຕາ​ໜ່າງ

ເຖິງ​ແມ່ນ​ວ່າ​ອາ​ຊີບ​ເຕະ​ບານ​ຂອງ​ທ້າວ​ແທນ​ເນີ​ບໍ່​ກຸ້ມ​ດົນ, ແຕ່​ບົດ​ຮຽນ​ຂອງ​ລາວ​ສຳ​ລັບ​ຂ້າ​ພະ​ເຈົ້າ​ໃນ​ມື້​ນັ້ນ​ຈະ​ບໍ່​ຈືດ​ຈາງ​ໄປ​ຈາກ​ຄວາມ​ຊົງ​ຈຳ​ຂອງ​ຂ້າ​ພະ​ເຈົ້າ. ເປັນ​ບາງ​ຄັ້ງ​ບາງ​ຄາວ ເຮົາ​ທຸກ​ຄົນ​ກໍ​ຈະ​ໃຈ​ລອຍ ລືມ​ໄປ​ວ່າ​ເຮົາ​ມາ​ເຮັດ​ຫຍັງ​ຢູ່​ນີ້ ແລະ ຫັນ​ພະ​ລັງ​ຂອງ​ເຮົາ​ໄປ​ບ່ອນ​ອື່ນ. ອາ​ວຸດ​ທີ່​ມີ​ພະ​ລັງ​ທີ່​ສຸດ​ຂອງ​ຊາ​ຕານ ແມ່ນ​ການ​ລົບ​ກວນ​ເຮົາ​ດ້ວຍ​ເຫດ​ຜົນ​ທີ່​ດີ ແລະ ດີ​ກວ່າ ຊຶ່ງ, ໃນ​ເວ​ລາ​ທີ່​ເຮົາ​ຕ້ອງ​ການ, ອາດ​ເຮັດ​ໃຫ້​ເຮົາ​ຕາ​ບອດ ແລະ ຜູກ​ມັດ​ເຮົາ​ໃຫ້​ຫ່າງ​ຈາກ​ອຸ​ດົມ​ການ​ທີ່​ດີ​ທີ່​ສຸດ—ວຽກ​ງານ​ສະ​ເພາະ​ເຈາະ​ຈົງ​ນັ້ນ ທີ່​ເອີ້ນ​ເຮົາ​ເຂົ້າ​ມາ​ໃນ​ໂລກ​ນີ້.3

ຈຸດ​ປະ​ສົງ​ນິ​ລັນ​ດອນ​ຂອງ​ເຮົາ ແມ່ນ​ເພື່ອ​ມາ​ຫາ​ພຣະ​ຄຣິດ ແລະ ເຂົ້າ​ຮ່ວມ​ກັບ​ພຣະ​ອົງ​ຢ່າງ​ແຂງ​ຂັນ ໃນ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ. ມັນ​ງ່າຍ​ເທົ່າ​ກັບ​ຕອນ​ເຮັດ​ຕາມ​ທີ່​ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ ທີ່​ວ່າ: “ທຸກ​ເທື່ອ​ທີ່​ເຮົາ​ເຮັດ​ບາງ​ສິ່ງ​ທີ່​ຊ່ວຍ​ບາງ​ຄົນ … ໃຫ້​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ​ກັບ​ພຣະ​ເຈົ້າ, ເຮົາ​ໄດ້​ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ.”4 ແລະ ເມື່ອ​ເຮົາ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ​ນຳ​ພຣະ​ອົງ, ເຮົາ​ຈະ​ຮູ້​ຈັກ​ພຣະ​ອົງ​ຫລາຍ​ຂຶ້ນ.

ເຮົາ​ຈະ​ສືບ​ຕໍ່​ສະ​ແຫວງ​ຫາ​ທີ່​ຈະ​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ​ຜ່ານ​ທາງ​ສັດ​ທາ, ການ​ກັບ​ໃຈ​ທີ່​ທະ​ນຸ​ຖະ​ໜອມ, ແລະ ການ​ຮັກ​ສາ​ພຣະ​ບັນ​ຍັດ. ເມື່ອ​ເຮົາ​ຜູກ​ມັດ​ຕົວ​ເອງ​ໄວ້​ກັບ​ພຣະ​ອົງ ຜ່ານ​ທາງ​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ, ຊີ​ວິດ​ຂອງ​ເຮົາ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ເຊື່ອ​ໝັ້ນ,5 ການ​ປົກ​ປ້ອງ,6 ແລະ ຄວາມ​ຊື່ນ​ຊົມ​ທີ່​ເລິກ​ເຊິ່ງ ແລະ ຍືນ​ຍົງ.7

ເມື່ອ​ເຮົາ​ມາ​ຫາ​ພຣະ​ອົງ, ເຮົາ​ຈະ​ເບິ່ງ​ຄົນ​ອື່ນ​ຜ່ານ​ທາງ​ພຣະ​ເນດ​ຂອງ​ພຣະ​ອົງ.8 ຈົ່ງ​ມາ​ຫາ​ພຣະ​ຄຣິດ. ຈົ່ງ​ມາ​ດຽວ​ນີ້, ແຕ່​ຢ່າ​ມາ​ຄົນ​ດຽວ!9

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ບໍ່​ພຽງ​ແຕ່​ເປັນ​ສິ່ງ​ທີ່ ດີ​ງາມ ເທົ່າ​ນັ້ນ, ມັນ​ເປັນ​ສິ່ງ​ທີ່ ຈຳ​ເປັນ ສຳ​ລັບ​ທຸກ​ຄົນ. “ບໍ່​ມີ​ທາງ​ອື່ນ ຫລື ວິ​ທີ​ອື່ນ​ໃດ​ທີ່​ມະ​ນຸດ​ຈະ​ລອດ​ໄດ້, ມີ​ແຕ່​ໃນ ແລະ ໂດຍ​ທາງ​ພຣະ​ຄຣິດ​ເທົ່າ​ນັ້ນ.”10 ເຮົາ​ຕ້ອງ​ການ​ພຣະ​ເຢ​ຊູ​ຄຣິດ! ຊາວ​ໂລກ​ຕ້ອງ​ການ​ພຣະ​ເຢ​ຊູ​ຄຣິດ.11

ຈົ່ງ​ຈື່​ຈຳ​ວ່າ, ວິ​ທີ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ພວກ​ເຈົ້າ​ທີ່​ຈະ​ພັດ​ທະ​ນາ​ໂລກ​ຄື ທີ່​ຈະ​ກະ​ກຽມ​ໂລກ​ສຳ​ລັບ​ພຣະ​ຄຣິດ ໂດຍ​ການ​ຕິດ​ຕາມ​ພຣະ​ອົງ​ໃນ​ເວ​ລາ​ນີ້.

ມີ​ເລື່ອງ​ໜຶ່ງ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ທີ່​ມີ​ພະ​ລັງ ຊຶ່ງ​ກ່າວ​ເຖິງ​ຕອນ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຟື້ນ​ພຣະ​ຊົນ​ໄດ້​ໃຊ້​ເວ​ລາ​ຢູ່​ກັບ​ຊາວ​ນີ​ໄຟ. ພວກ​ເຈົ້າ​ສາ​ມາດ​ຈິນ​ຕະ​ນາ​ການ​ໄດ້​ບໍ​ວ່າ​ນັ້ນ​ຈະ​ເປັນ​ແບບ​ໃດ?

ຂະ​ນະ​ທີ່​ພຣະ​ຄຣິດ​ໄດ້​ປະ​ກາດ​ວ່າ ພຣະ​ອົງ​ຕ້ອງ​ສະ​ເດັດ​ກັບ​ໄປ​ຫາ​ພຣະ​ບິ​ດາ, “ພຣະ​ອົງ​ໄດ້​ທອດ​ພຣະ​ເນດ​ເບິ່ງ​ຝູງ​ຊົນ ໂດຍ​ຮອບ​ອີກ.”12 ໂດຍ​ທີ່​ເຫັນ​ຜູ້​ຄົນ​ຫລັ່ງ​ນ້ຳ​ຕາ, ພຣະ​ອົງ​ໄດ້​ຮູ້​ວ່າ ຫົວ​ໃຈ​ຂອງ​ເຂົາ​ເຈົ້າ​ປາດ​ຖະ​ໜາ​ຢາກ​ໃຫ້​ພຣະ​ອົງ​ຢູ່​ກັບ​ເຂົາ​ເຈົ້າ​ຕື່ມ​ອີກ​ໜ້ອຍ​ໜຶ່ງ.

ຮູບ​ພາບ
ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກຳ​ລັງ​ເຊື້ອ​ເຊີນ​ຊາວ​ນີ​ໄຟ​ໃຫ້​ມາ​ຮັບ​ການ​ປິ່ນ​ປົວ

ພຣະ​ອົງ​ໄດ້​ຖາມ​ວ່າ “ມີ​ຜູ້​ໃດ​ເຈັບ​ປ່ວຍ​ຢູ່​ໃນ​ບັນ​ດາ​ພວກ​ເຈົ້າ​ບໍ່? ຈົ່ງ​ນຳ​ເອົາ​ພວກ​ເຂົາ​ມາ​ນີ້. ມີ​ຜູ້​ໃດ​ທີ່​ເປັນ​ລ່ອຍ, ຫລື ຕາ​ບອດ, … ຫລື ຫູ​ໜວກ, ຫລື ເປັນ​ທຸກ​ອັນ​ໃດ​ບໍ່? ຈົ່ງ​ນຳ​ເອົາ​ພວກ​ເຂົາ​ມາ​ນີ້ ແລະ ເຮົາ​ຈະ​ປິ່ນ​ປົວ​ພວກ​ເຂົາ.”13

ໂດຍ​ທີ່​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຢ່າງ​ຍິ່ງ, ພຣະ​ອົງ​ບໍ່​ໄດ້​ຈຳ​ກັດ ແລະ ໄດ້​ເອີ້ນ​ຫາ​ທຸກ​ຄົນ​ທີ່ “ເປັນ​ທຸກ​ອັນ​ໃດ.” ຂ້າ​ພະ​ເຈົ້າ​ມັກ​ຫລາຍ​ທີ່​ວ່າ​ບໍ່​ມີ​ຫຍັງ​ທີ່​ໃຫຍ່ ຫລື ນ້ອຍ​ເກີນ​ໄປ​ສຳ​ລັບ​ພຣະ​ອົງ​ທີ່​ຈະ​ປິ່ນ​ປົວ.

ພຣະ​ອົງ​ຮູ້​ຈັກ​ຄວາມ​ທຸກ​ທໍ​ລະ​ມານ ຂອງ​ເຮົາ ນຳ​ອີກ ແລະ ເອີ້ນ​ໃຫ້​ນຳ​ທຸກ​ຄົນ​ທີ່​ກັງ​ວົນ ແລະ ກຸ້ມ​ໃຈ, ຜູ້​ທີ່​ອິດ​ເມື່ອຍ, ຜູ້​ທີ່​ທະ​ນົງ​ຕົວ, ຜູ້​ທີ່​ເຂົ້າ​ໃຈ​ຜິດ, ຜູ້​ທີ່​ໂດດ​ດ່ຽວ​ດຽວ​ດາຍ, ຫລື ຜູ້​ທີ່ “ເປັນ​ທຸກ​ອັນ​ໃດ” ມາ​ຫາ​ພຣະ​ອົງ.

ຮູບ​ພາບ
ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃຫ້​ການ​ປິ່ນ​ປົວ

ແລະ ທຸກ​ຄົນ “ໄດ້​ອອກ​ໄປ … ; ແລະ ພຣະ​ອົງ​ໄດ້​ປິ່ນ​ປົວ​ພວກ​ເຂົາ​ທຸກ​ຄົນ. …

“… ທັງ​ຜູ້​ທີ່​ໄດ້​ຮັບ​ການ​ປິ່ນ​ປົວ ແລະ ຜູ້​ມີ​ສຸ​ຂະ​ພາບ​ແຂງ​ແຮງ, [ໄດ້] ກົ້ມ​ຂາບ​ລົງ​ແທບ​ພຣະ​ບາດ ແລະ ໄດ້​ນະ​ມັດ​ສະ​ການ​ພຣະ​ອົງ.”14

ທຸກ​ເທື່ອ​ທີ່​ຂ້າ​ພະ​ເຈົ້າ​ອ່ານ​ເລື່ອງ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ຖາມ​ຕົວ​ເອງ​ວ່າ: ເຮົາ​ຈະ​ນຳ​ໃຜ​ມາ​ຫາ​ພຣະ​ຄຣິດ? ພວກ​ເຈົ້າ ຈະ​ນຳ​ໃຜ​ມາ?

ເຮົາ​ສາ​ມາດ​ຫລຽວ ເບິ່ງ​ອີກ​ຮອບ ດັ່ງ​ທີ່​ພຣະ​ອົງ​ເຮັດ​ໄດ້​ບໍ, ດັ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ເຮັດ, ເພື່ອ​ຈະ​ໃຫ້​ແນ່​ໃຈ​ວ່າ ເຮົາ​ບໍ່​ໄດ້​ພາດ​ໃຜ​ໄປ ແລະ ທຸກ​ຄົນ​ກໍ​ຖືກ​ເຊື້ອ​ເຊີນ​ໃຫ້​ມາ​ຮູ້​ຈັກ​ພຣະ​ອົງ?

ຂ້າ​ພະ​ເຈົ້າ​ຂໍ​ເລົ່າ​ເລື່ອງ​ໜຶ່ງ ເພື່ອ​ເປັນ​ຕົວ​ຢ່າງ​ວ່າ​ມັນ​ງ່າຍ​ເທົ່າ​ໃດ. ເພື່ອນ​ອາ​ຍຸ 15 ປີ ຂອງ​ຂ້າ​ພະ​ເຈົ້າ​ຊື່ ເພ​ຕັນ ໄດ້​ມີ​ເປົ້າ​ໝາຍ​ທີ່​ຈະ​ອ່ານ​ພຣະ​ຄຳ​ພີ​ຫ້າ​ຂໍ້​ຕອນ​ກິນ​ເຂົ້າ​ເຊົ້າ​ແຕ່​ລະ​ມື້, ແຕ່​ນາງ​ບໍ່​ໄດ້​ເຮັດ​ຄົນ​ດຽວ. ໂດຍ​ການ​ຫລຽວ​ເບິ່ງ​ອີກ​ຮອບ, ນາງ​ເພ​ຕັນ​ໄດ້​ເຊື້ອ​ເຊີນ​ພໍ່​ແມ່ ແລະ ອ້າຍ​ເອື້ອຍ​ນ້ອງ​ຂອງ​ນາງ, ແມ່ນ​ແຕ່​ນ້ອງ​ຊາຍ​ຜູ້​ມີ​ອາ​ຍຸ​ຫ້າ​ປີ. ການ​ກະ​ທຳ​ທີ່​ເບິ່ງ​ຄື​ວ່າ​ນ້ອຍໆ​ນີ້ ເປັນ​ສິ່ງ​ທີ່​ພຣະ​ຄຣິດ​ໄດ້​ສິດ​ສອນ​ເມື່ອ​ພຣະ​ອົງ​ໄດ້​ເຊື້ອ​ເຊີນ​ວ່າ “ຈົ່ງ​ນຳ​ເອົາ​ພວກ​ເຂົາ​ມາ​ນີ້.”

ຄຳ​ເຊື້ອ​ເຊີນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຍັງ​ຖືກ​ສະ​ເໜີ​ມອບ​ໃຫ້​ແກ່​ເຮົາ​ຢູ່​ໃນ​ເວ​ລາ​ນີ້. ຍິງ​ໜຸ່ມ ແລະ ຊາຍ​ໜຸ່ມ​ທັງ​ຫລາຍ, ໃຫ້​ເລີ່ມ​ຕົ້ນ​ໃນ​ເວ​ລາ​ນີ້​ເລີຍ, ໃນ​ບ້ານ​ເຮືອນ​ຂອງ​ພວກ​ເຈົ້າ​ເອງ. ພວກ​ເຈົ້າ​ຈະ​ອະ​ທິ​ຖານ ແລະ ທູນ​ຖາມ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ບໍ່ ເຖິງ​ວິ​ທີ​ທີ່ ພວກ​ເຈົ້າ ຈະ​ສາ​ມາດ​ຊ່ວຍ​ເຫລືອ ພໍ່​ແມ່​ຂອງ​ພວກ​ເຈົ້າ ຂະ​ນະ​ທີ່​ພວກ​ເພິ່ນ​ສືບ​ຕໍ່​ມາ​ຫາ​ພຣະ​ຄຣິດ? ພວກ​ເພິ່ນ​ຕ້ອງ​ການ​ພວກ​ເຈົ້າ​ຫລາຍ ເທົ່າ​ກັບ​ທີ່​ພວກ​ເຈົ້າ​ຕ້ອງ​ການ​ພວກ​ເພິ່ນ.

ແລ້ວ​ໃຫ້ ຫລຽວ​ເບິ່ງ​ອີກ​ຮອບ ຫາ​ອ້າຍ​ເອື້ອຍ​ນ້ອງ, ໝູ່​ເພື່ອນ, ແລະ ເພື່ອນ​ບ້ານ​ຂອງ​ພວກ​ເຈົ້າ. ພວກ​ເຈົ້າ​ຈະ​ນຳ​ໃຜ​ມາ​ຫາ​ພຣະ​ຄຣິດ?

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເປັນ​ພະ​ຍານ​ວ່າ, “ຈົ່ງ​ເບິ່ງ ເຮົາ​ຄື​ຄວາມ​ສະ​ຫວ່າງ; ເຮົາ​ໄດ້​ເຮັດ​ເປັນ​ຕົວ​ຢ່າງ​ໄວ້​ໃຫ້​ເຈົ້າ​ແລ້ວ.”15 ເຮົາ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຮັກ ແລະ ສັນ​ຕິ​ສຸກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຂະ​ນະ​ທີ່​ເຮົາ​ຊ່ວຍ​ພຣະ​ອົງ​ໃນ​ການ​ຊ່ວຍ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ​ໃຫ້​ໄດ້​ຮັບ​ຄວາມ​ລອດ, ເພາະ​ພຣະ​ອົງ​ໄດ້​ສັນ​ຍາ​ວ່າ, “ຜູ້​ທີ່​ຕາມ​ເຮົາ​ມາ​ຈະ​ມີ​ຄວາມ​ສະ​ຫວ່າງ​ແຫ່ງ​ຊີ​ວິດ ແລະ ຈະ​ບໍ່​ເດີນ​ຢູ່​ໃນ​ຄວາມ​ມືດ​ຈັກ​ເທື່ອ.”16

ນີ້​ຊ່າງ​ເປັນ​ວັນ​ເວ​ລາ​ອັນ​ຮຸ່ງ​ໂລດ​ແທ້ໆ ທີ່​ຈະ​ເປັນ​ພາກ​ສ່ວນ​ໃນ​ອຸ​ດົມ​ການ​ຂອງ​ພຣະ​ຄຣິດ!

ແມ່ນ​ແລ້ວ, ພວກ​ເຈົ້າ​ຢູ່​ທີ່​ນີ້​ເພື່ອ ຈຸດ​ປະ​ສົງ​ນິ​ລັນ​ດອນ​ທີ່​ຍິ່ງ​ໃຫຍ່. ຂ້າ​ພະ​ເຈົ້າ​ຮ່ວມ​ກັບ​ປະ​ທານ​ແນວ​ສັນ, ຜູ້​ທີ່​ໄດ້​ກ່າວ​ວ່າ: “ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ທ່ານ ເພື່ອ​ປ່ຽນ​ແປງ​ໂລກ. ເມື່ອ​ທ່ານ​ຍອມ​ຮັບ ແລະ ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ, ແລ້ວ​ທ່ານ​ຈະ​ພົບ​ເຫັນ​ຕົວ​ເອງ ບັນ​ລຸ​ສິ່ງ​ທີ່​ເປັນ​ໄປ​ບໍ່​ໄດ້!”17

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຢ່າງ​ອາດ​ຫານ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ວ່າ​ພວກ​ເຈົ້າ​ເປັນ​ໃຜ ແລະ ພຣະ​ອົງ​ຮັກ​​ພວກ​ເຈົ້າ! ພ້ອມ​ກັນ, ເຮົາ​ຈະ​ເຮັດ​ໃຫ້​ຈຸດ​ປະ​ສົງ​ຂອງ​ພຣະ​ອົງ​ກ້າວ​ໄປ​ໜ້າ ຈົນ​ເຖິງ​ວັນ​ທີ່​ຍິ່ງ​ໃຫຍ່​ນັ້ນ ເມື່ອ​ພຣະ​ຄຣິດ​ເອງ​ຈະ​ສະ​ເດັດ​ກັບ​ມາ​ຍັງ​ໂລກ ແລະ ເອີ້ນ​ໃຫ້​ເຮົາ​ແຕ່​ລະ​ຄົນ​ມາ “ນີ້.” ເຮົາ​ຈະ​ເຕົ້າ​ໂຮມ​ກັນ​ຢ່າງ​ຊື່ນ​ຊົມ, ເພາະ​ເຮົາ​ເປັນ​ຜູ້​ທີ່​ມາ​ຫາ​ພຣະ​ຄຣິດ, ແລະ ເຮົາ​ບໍ່​ໄດ້​ມາ​ຄົນ​ດຽວ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.