ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ບ້ານ​ແຫ່ງ​ລະ​ບຽບ​ທີ່​ເປັນ​ລຳ​ດັບ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ບ້ານ​ແຫ່ງ​ລະ​ບຽບ​ທີ່​ເປັນ​ລຳ​ດັບ

“ລະ​ບຽບ​ທີ່​ເປັນ​ລຳ​ດັບ” ເປັນ​ວິ​ທີ​ທີ່​ລຽບ​ງ່າຍ, ເປັນ​ທຳ​ມະ​ຊາດ, ແລະ ມີ​ປະ​ສິດ​ທິ​ພາບ​ທີ່​ສຸດ​ສຳ​ລັບ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ການ​ສິດ​ສອນ​ເຮົາ, ໃນ​ຖາ​ນະ​ລູກໆ​ຂອງ​ພຣະ​ອົງ, ກ່ຽວ​ກັບ​ຫລັກ​ທຳ​ທີ່​ສຳ​ຄັນ.

ໃນ​ຊີ​ວິດ​ການ​ທຳ​ງານ ແລະ ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ, ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ແນວ​ນີ້​ມາ​ແລ້ວ​ຫລາຍ​ພັນ​ເທື່ອ—ແຕ່​ບໍ່​ເຄີຍ​ມີ​ຈັກ​ເທື່ອ​ທີ່​ມີ​ຜູ້​ຊາຍ 15 ທ່ານ​ເຫລົ່າ​ນີ້​ນັ່ງ​ຢູ່​ຂ້າງ​ຫລັງ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຖິງ​ຄຳ​ອະ​ທິ​ຖານ​ຂອງ​ທ່ານ ແລະ ຂອງ​ພວກ​ເພິ່ນ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ເປັນ​ຄົນ​ຈາກ​ອາ​ນາ​ຈັກ​ຕົງ​ກາ​ໃນ​ປາ​ຊີ​ຟິກ​ໃຕ້​ໂດຍ​ກຳ​ເນີດ ແຕ່​ເຕີບ​ໃຫຍ່​ຢູ່​ອາ​ເມ​ຣິ​ກາ​ເໜືອ. ໂຣກ​ລະ​ບາດ​ໄດ້​ເຮັດ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຊາວ​ຕົງ​ກາ​ຫລາຍ​ຄົນ​ທີ່​ກຳ​ລັງ​ຮັບ​ໃຊ້​ຢູ່​ທົ່ວ​ໂລກ ບໍ່​ສາ​ມາດ​ກັບ​ຄືນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ເຂົາ​ເຈົ້າ​ໄດ້ ຍ້ອນ​ການ​ປິດ​ຊາຍ​ແດນ. ພວກ​ແອວ​ເດີ​ຊາວ​ຕົງ​ກາ​ບາງ​ຄົນ​ໄດ້​ຮັບ​ໃຊ້​ເຜີຍ​ແຜ່​ເປັນ​ເວ​ລາ​ສາມ​ປີ ແລະ ພວກ​ຊິດ​ສະ​ເຕີ​ເປັນ​ເວ​ລາ​ຫລາຍ​ກວ່າ​ສອງ​ປີ! ເຂົາ​ເຈົ້າ​ໄດ້​ລໍ​ຖ້າ​ຢ່າງ​ອົດ​ທົນ​ດ້ວຍ​ສັດ​ທາ ຊຶ່ງ​ຜູ້​ຄົນ​ຂອງ​ພວກ​ເຮົາ​ເປັນ​ທີ່​ຮູ້​ຈັກ. ໃນ​ຂະ​ນະ​ດຽວ​ກັນ, ຢ່າ​ໄດ້​ຕົກ​ໃຈ ຖ້າ​ບາງ​ຄົນ​ໃນ​ພວກ​ເຂົາ​ເຈົ້າ​ທີ່​ກຳ​ລັງ​ຮັບ​ໃຊ້​ໃນ​ຫວອດ ແລະ ສະ​ເຕກ​ຂອງ​ທ່ານ ເບິ່ງ​ຄື​ຂ້າ​ພະ​ເຈົ້າ​ຂຶ້ນ​ເລື້ອຍໆ—ເຖົ້າ​ແກ່​ລົງ ແລະ ຜົມ​ຫງອກ. ພວກ​ເຮົາ​ກະ​ຕັນ​ຍູ​ຕໍ່​ຜູ້​ສອນ​ສາດ​ສະ​ໜາ​ໃນ​ທຸກ​ທີ່​ທຸກ​ບ່ອນ ສຳ​ລັບ​ການ​ຮັບ​ໃຊ້​ຢ່າງ​ອຸ​ທິດ​ຕົນ​ຂອງ​ເຂົາ​ເຈົ້າ, ເຖິງ​ແມ່ນ​ວ່າ​ຈະ​ສັ້ນ ຫລື ຍາວ​ກວ່າ​ທີ່​ເຂົາ​ເຈົ້າ​ໄດ້​ຄາດ​ໄວ້​ກໍ​ຕາມ ຍ້ອນ​ໂຣກ​ລະ​ບາດ.

ວັນ​ອາ​ທິດ​ມື້​ໜຶ່ງ ຕອນ​ຂ້າ​ພະ​ເຈົ້າ​ເປັນ​ມັກ​ຄະ​ນາ​ຍົກ, ຂ້າ​ພະ​ເຈົ້າ​ຢູ່​ຫ້ອງ​ໂຖງ​ທາງ​ເຂົ້າ​ຕຶກ​ໂບດ ກຳ​ລັງ​ຖື​ຖາດ​ນ້ຳ​ຢາຍ​ສິນ​ລະ​ລຶກ ເມື່ອ​ຜູ້​ຍິງ​ຄົນ​ໜຶ່ງ​ໄດ້​ຍ່າງ​ເຂົ້າ​ມາ​ໃນ​ຕຶກ. ຕາມ​ໜ້າ​ທີ່, ຂ້າ​ພະ​ເຈົ້າ​ໄດ້​ຍ່າງ​ເຂົ້າ​ໄປ​ຫາ​ນາງ ແລະ ຍື່ນ​ຖາດ​ໃຫ້​ນາງ. ນາງ​ໄດ້​ງຶກ​ຫົວ, ຍິ້ມ, ແລະ ຈັບ​ເອົາ​ຈອກ​ນ້ຳ​ໄປ. ນາງ​ມາ​ຮອດ​ຊ້າ​ເກີນ​ໄປ​ທີ່​ຈະ​ຮັບ​ເຂົ້າ​ຈີ່. ຫລັງ​ຈາກ​ປະ​ສົບ​ການ​ນີ້​ບໍ່​ດົນ, ຄູ​ສອນ​ປະ​ຈຳ​ບ້ານ​ຂອງ​ຂ້າ​ພະ​ເຈົ້າ, ເນັດ ບຣິມ​ລີ, ໄດ້​ສິດ​ສອນ​ຂ້າ​ພະ​ເຈົ້າ​ວ່າ ແງ່​ມຸມ ແລະ ພອນ​ຫລາຍໆ​ຢ່າງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ຕາມ​ລະ​ບຽບ​ທີ່​ເປັນ​ລຳ​ດັບ.

ຕໍ່​ມາ​ໃນ​ອາ​ທິດ​ນັ້ນ, ເນັດ ແລະ ຄູ່​ຂອງ​ເພິ່ນ​ໄດ້​ມາ​ບ້ານ​ຂອງ​ພວກ​ເຮົາ​ພ້ອມ​ກັບ​ບົດ​ຮຽນ​ທີ່​ໜ້າ​ຈົດ​ຈຳ. ເນັດ​ໄດ້​ຢ້ຳ​ເຕືອນ​ພວກ​ເຮົາ​ວ່າ ພຣະ​ເຈົ້າ​ໄດ້​ສ້າງ​ແຜ່ນ​ດິນ​ໂລກ​ຕາມ​ລຳ​ດັບ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ເປັນ​ຢ່າງ​ດີ​ໃນ​ການ​ອະ​ທິ​ບາຍ​ໃຫ້​ໂມ​ເຊ​ຟັງ​ກ່ຽວ​ກັບ​ລຳ​ດັບ​ທີ່​ພຣະ​ອົງ​ໄດ້​ສ້າງ​ແຜ່ນ​ດິນ​ໂລກ. ກ່ອນ​ອື່ນ, ພຣະ​ອົງ​ໄດ້​ເລີ່ມ​ຈາກ​ການ​ແຍກ​ແສງ​ສະ​ຫວ່າງ​ອອກ​ຈາກ​ຄວາມ​ມືດ, ແລ້ວ​ແຍກ​ນ້ຳ​ອອກ​ຈາກ​ພື້ນ​ດິນ​ແຫ້ງ. ພຣະ​ອົງ​ໄດ້​ຕື່ມ​ພືດ ແລະ ສັດ​ຕ່າງໆ​ທີ່​ມີ​ຊີ​ວິດ ກ່ອນ​ທີ່​ຈະ​ແນະ​ນຳ​ດາວ​ພະ​ເຄາະ​ທີ່​ຫາ​ກໍ​ໄດ້​ສ້າງ​ຂຶ້ນ​ໃໝ່​ນີ້​ໃຫ້​ກັບ​ການ​ນິ​ລະ​ມິດ​ສ້າງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ອົງ ນັ້ນ​ຄື: ມະ​ນຸດ​ຊາດ, ໂດຍ​ເລີ່ມ​ຈາກ​ອາ​ດາມ ແລະ ເອ​ວາ.

“ດັ່ງ​ນັ້ນ ພຣະ​ເຈົ້າ​ຈຶ່ງ​ສ້າງ​ມະ​ນຸດ​ໃຫ້​ຄື​ພຣະ​ອົງ. ພຣະ​ອົງ​ສ້າງ​ເຂົາ​ໃຫ້​ເປັນ​ຊາຍ ແລະ ຍິງ. …

“ພຣະ​ເຈົ້າ​ຊົມ​ທຸກໆ​ສິ່ງ​ທີ່​ໄດ້​ນິ​ລະ​ມິດ​ສ້າງ​ຂຶ້ນ​ມາ ແລ້ວ​ກໍ​ເຫັນ​ວ່າ​ດີ​ຫລາຍ” (ປະ​ຖົມ​ມະ​ການ 1:27, 31).

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພໍ​ພຣະ​ໄທ. ແລະ ພຣະ​ອົງ​ໄດ້​ພັກ​ຜ່ອນ​ໃນ​ມື້​ທີ​ເຈັດ.

ລຳ​ດັບ​ຊຶ່ງ​ແຜ່ນ​ດິນ​ໂລກ​ໄດ້​ຖືກ​ສ້າງ​ຂຶ້ນ ບໍ່​ພຽງ​ແຕ່​ເຮັດ​ໃຫ້​ເຮົາ​ເຫັນ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ພຣະ​ເຈົ້າ​ເທົ່າ​ນັ້ນ, ແຕ່​ຍັງ​ໃຫ້​ເຮົາ​ເຫັນ​ວ່າ ພຣະ​ອົງ​ໄດ້​ສ້າງ​ແຜ່ນ​ດິນ​ໂລກ​ເພື່ອ​ຫຍັງ ແລະ ເພື່ອ​ໃຜ.

ຮູບ​ພາບ
ເນັດ ບຣິມ​ລີ ແລະ ຄອບ​ຄົວ

ເນັດ ບຣິມ​ລີ ໄດ້​ຂັ້ນ​ບົດ​ຮຽນ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ນີ້​ດ້ວຍ​ຖ້ອຍ​ຄຳ​ທີ່​ລຽບ​ງ່າຍ​ວ່າ: “ເວ, ບ້ານ​ຂອງ​ພຣະ​ເຈົ້າ​ເປັນ​ບ້ານ​ແຫ່ງ​ຄວາມ​ເປັນ​ລະ​ບຽບ. ພຣະ​ອົງ​ຄາດ​ຫວັງ​ທີ່​ຈະ​ໃຫ້​ເຈົ້າ​ດຳ​ເນີນ​ຊີ​ວິດ​ຂອງ​ເຈົ້າ​ຢ່າງ​ມີ​ລະ​ບຽບ. ໃນ​ລຳ​ດັບ​ທີ່​ເໝາະ​ສົມ. ພຣະ​ອົງ​ຢາກ​ໃຫ້​ເຈົ້າ​ຮັບ​ໃຊ້​ເຜີຍ​ແຜ່​ກ່ອນ​ທີ່​ເຈົ້າ​ຈະ​ແຕ່ງ​ງານ.” ມາ​ເຖິງ​ຈຸດ​ນີ້, ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ສິດ​ສອນ​ໃນ​ປະ​ຈຸ​ບັນ​ນີ້​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ຄາດ​ຫວັງ​ໃຫ້​ຊາຍ​ໜຸ່ມ​ແຕ່​ລະ​ຄົນ​ທີ່​ສາ​ມາດ ໃຫ້​ກຽມ​ພ້ອມ​ທີ່​ຈະ​ຮັບ​ໃຊ້. … ຍິງ​ໜຸ່ມ … ຜູ້​ທີ່​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ໃຊ້ ກໍ​ຄວນ​ກຽມ​ພ້ອມ​ເຊັ່ນ​ກັນ” (General Handbook: Serving in The Church of Jesus Christ of Latter-day Saints, 24.0, ChurchofJesusChrist.org). ບຣາ​ເດີ ບຣິມ​ລີ ໄດ້​ເວົ້າ​ຕໍ່​ວ່າ: “ພຣະ​ເຈົ້າ​ຢາກ​ໃຫ້​ເຈົ້າ​ແຕ່ງ​ງານ​ກ່ອນ​ທີ່​ເຈົ້າ​ຈະ​ມີ​ລູກ. ແລະ ພຣະ​ອົງ​ຢາກ​ໃຫ້​ເຈົ້າ​ພັດ​ທະ​ນາ​ພອນ​ສະ​ຫວັນ​ຂອງ​ເຈົ້າ​ຕໍ່​ໄປ ໃນ​ຂະ​ນະ​ທີ່​ເຈົ້າ​ໄດ້​ຮັບ​ການ​ສຶກ​ສາ.” ຖ້າ​ທ່ານ​ເລືອກ​ທີ່​ຈະ​ດຳ​ເນີນ​ຊີ​ວິດ​ຂອງ​ທ່ານ​ຢ່າງ​ບໍ່​ມີ​ລຳ​ດັບ, ທ່ານ​ຈະ​ພົບ​ວ່າ​ຊີ​ວິດ​ຂອງ​ທ່ານ​ຫຍຸ້ງ​ຍາກ ແລະ ວຸ້ນ​ວາຍ​ຫລາຍ​ຂຶ້ນ.

ບຣາ​ເດີ ບຣິມ​ລີ ຍັງ​ໄດ້​ສິດ​ສອນ​ພວກ​ເຮົາ​ວ່າ ຜ່ານ​ທາງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຊ່ວຍ​ເຮົາ​ຈັດ​ລະ​ບຽບ​ຊີ​ວິດ​ຂອງ​ເຮົາ​ຄືນ​ໃໝ່ ຊຶ່ງ​ເຮົາ​ເຄີຍ​ເຮັດ​ໃຫ້​ວຸ້ນ​ວາຍ ຫລື ບໍ່​ມີ​ລຳ​ດັບ​ໂດຍ​ການ​ເລືອກ​ທີ່​ບໍ່​ດີ​ຂອງ​ເຮົາ​ເອງ ຫລື ຂອງ​ຄົນ​ອື່ນ.

ຕັ້ງ​ແຕ່​ຕອນ​ນັ້ນ​ມາ, ຂ້າ​ພະ​ເຈົ້າ​ກໍ​ປະ​ທັບ​ໃຈ​ໃນ “ລະ​ບຽບ​ທີ່​ເປັນ​ລຳ​ດັບ.” ຂ້າ​ພະ​ເຈົ້າ​ໄດ້​ພັດ​ທະ​ນາ​ນິ​ໄສ​ທີ່​ມັກ​ຊອກ​ຫາ​ແບບ​ແຜນ​ທີ່​ເປັນ​ລຳ​ດັບ​ໃນ​ຊີ​ວິດ ແລະ ໃນ​ພຣະ​ກິດ​ຕິ​ຄຸນ.

ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ສິດ​ສອນ​ຫລັກ​ທຳ​ຂໍ້​ນີ້​ວ່າ: “ເມື່ອ​ເຮົາ​ສຶກ​ສາ, ຮຽນ​ຮູ້, ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ລຳ​ດັບ​ມັກ​ຈະ​ເປັນ​ການ​ໃຫ້​ຄວາມ​ຮູ້. ລອງ​ພິ​ຈາ​ລະ​ນາ​ເບິ່ງ, ຍົກ​ຕົວ​ຢ່າງ​ເຊັ່ນ, ບົດ​ຮຽນ​ຕ່າງໆ​ທີ່​ເຮົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ລຳ​ດັບ​ຄວາມ​ສຳ​ຄັນ​ທາງ​ວິນ​ຍານ ຂອງ​ລຳ​ດັບ​ເຫດ​ການ​ສຳ​ຄັນ​ຕ່າງໆ​ທີ່​ໄດ້​ເກີດ​ຂຶ້ນ​ຈົນ​ກາຍ​ເປັນ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ຖືກ​ຟື້ນ​ຟູ​ໃນ​ຍຸກ​ສຸດ​ທ້າຍ​ນີ້.”

ແອວ​ເດີ ແບ໊ດ​ນາ ໄດ້​ລະ​ບຸ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ ແລະ ການ​ປະ​ກົດ​ຕົວ​ເທື່ອ​ທຳ​ອິດ​ຂອງ​ໂມ​ໂຣ​ໄນ​ຕໍ່​ໂຈ​ເຊັບ ສະ​ມິດ ໃນ​ຂະ​ນະ​ທີ່​ກຳ​ລັງ​ສິດ​ສອນ​ສາດ​ສະ​ດາ​ໜຸ່ມ​ກ່ອນ, ເຖິງ​ທຳ​ມະ​ຊາດ ແລະ ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ, ຕາມ​ດ້ວຍ​ບົດ​ບາດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ແລະ ເອ​ລີ​ຢາ​ໃນ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ຢູ່​ທັງ​ສອງ​ຟາກ​ມ່ານ ໃນ​ຍຸກ​ສະ​ໄໝ​ສຸດ​ທ້າຍ​ນີ້.

ແອວ​ເດີ ແບ໊ດ​ນາ ໄດ້​ປິດ​ທ້າຍ​ວ່າ: “ລຳ​ດັບ​ທີ່​ດົນ​ໃຈ​ນີ້ ເປັນ​ການ​ໃຫ້​ຄວາມ​ຮູ້​ກ່ຽວ​ກັບ​ເລື່ອງ​ທາງ​ວິນ​ຍານ​ທີ່​ມີ​ຄວາມ​ສຳ​ຄັນ​ສູງ​ສຸດ​ຕໍ່​ພຣະ​ເຈົ້າ” (“The Hearts of the Children Shall Turn,” Liahona, Nov. 2011, 24).

ຂໍ້​ສັງ​ເກດ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ກໍ​ຄື​ວ່າ “ລະ​ບຽບ​ທີ່​ເປັນ​ລຳ​ດັບ” ເປັນ​ວິ​ທີ​ທີ່​ລຽບ​ງ່າຍ, ເປັນ​ທຳ​ມະ​ຊາດ, ແລະ ມີ​ປະ​ສິດ​ທິ​ພາບ​ທີ່​ສຸດ​ສຳ​ລັບ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ການ​ສິດ​ສອນ​ເຮົາ, ໃນ​ຖາ​ນະ​ລູກໆ​ຂອງ​ພຣະ​ອົງ, ກ່ຽວ​ກັບ​ຫລັກ​ທຳ​ທີ່​ສຳ​ຄັນ.

ເຮົາ​ໄດ້​ເຂົ້າ​ມາ​ໃນ​ໂລກ​ນີ້​ເພື່ອ​ຮຽນ​ຮູ້ ແລະ ມີ​ປະ​ສົບ​ການ​ທີ່​ເຮົາ​ບໍ່​ສາ​ມາດ​ມີ​ໄດ້​ດ້ວຍ​ວິ​ທີ​ອື່ນ. ການ​ເຕີບ​ໃຫຍ່​ຂອງ​ເຮົາ​ເປັນ​ເອ​ກະ​ລັກ​ສະ​ເພາະ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ ແລະ ເປັນ​ອົງ​ປະ​ກອບ​ສຳ​ຄັນ​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ການ​ເຕີບ​ໃຫຍ່​ທາງ​ຮ່າງ​ກາຍ ແລະ ທາງ​ວິນ​ຍານ ເລີ່ມ​ຕົ້ນ​ເປັນ​ໄລ​ຍະ ແລະ ພັດ​ທະ​ນາ​ຊ້າໆ ເມື່ອ​ເຮົາ​ມີ​ປະ​ສົບ​ການ​ຕາມ​ລຳ​ດັບ.

ແອວ​ມາ​ໄດ້​ກ່າວ​ເທດ​ສະ​ໜາ​ທີ່​ມີ​ພະ​ລັງ​ກ່ຽວ​ກັບ​ສັດ​ທາ—ໂດຍ​ການ​ປຽບ​ທຽບ​ເລື່ອງ​ເມັດ​ພືດ, ຊຶ່ງ​ຫາກ​ໄດ້​ຮັບ​ການ​ດູ​ແລ ແລະ ບຳ​ລຸງ​ລ້ຽງ​ຢ່າງ​ເໝາະ​ສົມ, ມັນ​ຈະ​ງອກ​ງາມ​ຂຶ້ນ​ຈາກ​ຕົ້ນ​ອ່ອນ​ນ້ອຍໆ ກາຍ​ເປັນ​ຕົ້ນ​ໄມ້​ໃຫຍ່​ເຕັມ​ຂະ​ໜາດ ຊຶ່ງ​ມີ​ໝາກ​ທີ່​ແຊບ​ຊ້ອຍ (ເບິ່ງ ແອວ​ມາ 32:28–43). ບົດ​ຮຽນ​ກໍ​ຄື​ວ່າ ສັດ​ທາ​ຂອງ​ທ່ານ​ຈະ​ເພີ່ມ​ຂຶ້ນ ເມື່ອ​ທ່ານ​ໃຫ້​ສະ​ຖານ​ທີ່ ແລະ ບຳ​ລຸງ​ລ້ຽງ​ເມັດ​ພືດ​ນັ້ນ—ຫລື ພຣະ​ຄຳ​ຂອງ​ພຣະ​ເຈົ້າ—ໃນ​ຫົວ​ໃຈ​ຂອງ​ທ່ານ. ສັດ​ທາ​ຂອງ​ທ່ານ​ຈະ​ເພີ່ມ​ຂຶ້ນ ເມື່ອ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ເລີ່ມ “ພອງ​ຢູ່​ໃນ​ເອິກ​ຂອງ​ພວກ​ທ່ານ” (ຂໍ້​ທີ 28). ການ​ທີ່​ມັນ “ພອງ, ແລະ ງອກ, ເລີ່ມ​ເຕີບ​ໂຕ​ຂຶ້ນ” (ຂໍ້​ທີ 30) ເປັນ​ທັງ​ພາບ ແລະ ຄວາມ​ຮູ້. ມັນ​ຍັງ​ເປັນ​ລຳ​ດັບ​ນຳ​ອີກ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ເຮົາ​ແຕ່​ລະ​ຄົນ​ຕາມ​ຄວາມ​ສາ​ມາດ​ໃນ​ການ​ຮຽນ​ຮູ້ ແລະ ວິ​ທີ​ການ​ຮຽນ​ຮູ້​ຂອງ​ເຮົາ. ການ​ເຕີບ​ໃຫຍ່​ຂອງ​ເຮົາ​ແມ່ນ​ຂຶ້ນ​ຢູ່​ກັບ​ຄວາມ​ເຕັມ​ໃຈ, ຄວາມ​ຢາກ​ຮູ້​ຢາກ​ເຫັນ​ຕາມ​ທຳ​ມະ​ຊາດ, ລະ​ດັບ​ຂອງ​ສັດ​ທາ, ແລະ ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ.

ນີ​ໄຟ​ໄດ້​ຖືກ​ສິດ​ສອນ​ສິ່ງ​ທີ່​ໂຈ​ເຊັບ ສະ​ມິດ ໄດ້​ຮຽນ​ຮູ້​ໃນ​ເມືອງ​ເຄີດ​ແລນ ລັດ​ໂອ​ໄຮ​ໂອ, ຫລາຍກວ່າ 2,300 ປີ​ຕໍ່​ມາ: “ເພາະ​ຈົ່ງ​ເບິ່ງ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ເຮົາ​ຈະ​ໃຫ້​ແກ່​ລູກ​ຫລານ​ມະ​ນຸດ​ເປັນ​ບັນ​ທັດ, ເປັນ​ຂໍ້​ເລັກໆ​ໜ້ອຍໆ, ນີ້​ໜ້ອຍ​ໜຶ່ງ ແລະ ນັ້ນ​ໜ້ອຍ​ໜຶ່ງ; ແລະ ຜູ້​ທີ່​ເຊື່ອ​ຟັງ​ກົດ​ເກນ​ຂອງ​ເຮົາ ແລະ ງ່ຽງ​ຫູ​ຟັງ​ຄຳ​ແນະ​ນຳ​ຂອງ​ເຮົາ ຍ່ອມ​ເປັນ​ສຸກ, ເພາະ​ວ່າ​ເຂົາ​ຈະ​ຮຽນ​ຮູ້​ເຖິງ​ປັນ​ຍາ” (2 ນີ​ໄຟ 28:30).

ການ​ທີ່​ເຮົາ​ຮຽນ​ຮູ້ “ເປັນ​ບັນ​ທັດ, ເປັນ​ຂໍ້​ເລັກໆ​ໜ້ອຍໆ, ນີ້​ໜ້ອຍ​ໜຶ່ງ ແລະ ນັ້ນ​ໜ້ອຍ​ໜຶ່ງ” ກໍ​ເປັນ​ລຳ​ດັບ​ເຊັ່ນ​ກັນ.

ລອງ​ພິ​ຈາ​ລະ​ນາ​ຂໍ້​ຄວາມ​ຕໍ່​ໄປ​ນີ້​ທີ່​ເຮົາ​ໄດ້​ຍິນ​ມາ​ເກືອບ​ທັງ​ຊີ​ວິດ​ຂອງ​ເຮົາ: “ໃຫ້​ເຮັດ​ສິ່ງ​ທຳ​ອິດ​ກ່ອນ” ຫລື “ໃຫ້​ກິນ​ນົມ​ກ່ອນ​ກິນ​ຊີ້ນ.” ແລ້ວ​ຄຳ​ວ່າ “ເຮົາ​ຕ້ອງ​ຍ່າງ​ກ່ອນ​ຈຶ່ງ​ແລ່ນ” ເດ? ຄຳ​ເວົ້າ​ທີ່​ເປັນ​ຄວາມ​ຈິງ​ເຫລົ່າ​ນີ້​ອະ​ທິ​ບາຍ​ບາງ​ສິ່ງ​ທີ່​ເປັນ​ລຳ​ດັບ.

ການ​ມະ​ຫັດ​ສະ​ຈັນ​ດຳ​ເນີນ​ງານ​ຕາມ​ລະ​ບຽບ​ທີ່​ເປັນ​ລຳ​ດັບ. ການ​ມະ​ຫັດ​ສະ​ຈັນ​ເກີດ​ຂຶ້ນ​ເມື່ອ​ເຮົາ​ໃຊ້​ສັດ​ທາ​ກ່ອນ. ສັດ​ທາ​ມາ​ກ່ອນ​ການ​ມະ​ຫັດ​ສະ​ຈັນ.

ກຸ່ມ​ຊາຍ​ໜຸ່ມ​ກໍ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ຕາມ​ລຳ​ດັບ, ອີງ​ຕາມ​ອາ​ຍຸ​ຂອງ​ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ: ມັກ​ຄະ​ນາ​ຍົກ, ຄູ​ສອນ, ແລະ ແລ້ວ​ປະ​ໂລ​ຫິດ.

ພິ​ທີ​ການ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ ແມ່ນ​ເປັນ​ໄປ​ຕາມ​ລຳ​ດັບ​ແບບ​ທຳ​ມະ​ຊາດ. ເຮົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ກ່ອນ​ທີ່​ຈະ​ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ພິ​ທີ​ການ​ພຣະ​ວິ​ຫານ​ກໍ​ເປັນ​ໄປ​ຕາມ​ລຳ​ດັບ​ເຊັ່ນ​ດຽວ​ກັນ. ແນ່​ນອນ, ດັ່ງ​ທີ່​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ ເນັດ ບຣິມ​ລີ ໄດ້​ສິດ​ສອນ​ຂ້າ​ພະ​ເຈົ້າ​ຢ່າງ​ມີ​ສະ​ຕິ​ປັນ​ຍາ, ສິນ​ລະ​ລຶກ​ເປັນ​ໄປ​ຕາມ​ລຳ​ດັບ—ມັນ​ເລີ່ມ​ຈາກ​ເຂົ້າ​ຈີ່, ຕາມ​ດ້ວຍ​ນ້ຳ.

“ໃນ​ລະ​ຫວ່າງ​ອາ​ຫານ​ວັນ​ນັ້ນ ພຣະ​ເຢ​ຊູ​ໄດ້​ຈັບ​ເອົາ​ເຂົ້າ​ຈີ່​ຂຶ້ນ​ມາ ແລະ ໂມ​ທະ​ນາ​ຂອບ​ພຣະ​ຄຸນ ພຣະ​ອົງ​ຫັກ​ເຂົ້າ​ຈີ່​ນັ້ນ ແລະ ຍື່ນ​ໃຫ້​ພວກ​ສາ​ວົກ ໂດຍ​ກ່າວ​ແກ່​ພວກ​ເພິ່ນ​ວ່າ, ຈົ່ງ​ຮັບ​ກິນ​ເຖີດ, ນີ້​ແຫລະ ແມ່ນ​ກາຍ​ຂອງ​ເຮົາ.

“ແລ້ວ​ພຣະ​ອົງ​ກໍ​ຈັບ​ເອົາ​ຈອກ​ຂຶ້ນ​ມາ ໂມ​ທະ​ນາ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ ແລະ ຍື່ນ​ໃຫ້​ພວກ​ສາ​ວົກ ໂດຍ​ກ່າວ​ແກ່​ພວກ​ເພິ່ນ​ວ່າ, ‘ພວກ​ເຈົ້າ​ທຸກ​ຄົນ​ຈົ່ງ​ດື່ມ;

“ນີ້​ແຫລະ ແມ່ນ​ເລືອດ​ຂອງ​ເຮົາ ຊຶ່ງ​ເປັນ​ເລືອດ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ ທີ່​ຫລັ່ງ​ໄຫລ​ອອກ​ສຳ​ລັບ​ຄົນ​ຈຳ​ນວນ​ຫລາຍ ເພື່ອ​ຄວາມ​ຜິດ​ບາບ​ຈະ​ໄດ້​ຮັບ​ການ​ອະ​ໄພ” (ມັດ​ທາຍ 26:26–28).

ໃນ​ເຢ​ຣູ​ຊາ​ເລັມ ແລະ ໃນ​ອາ​ເມ​ຣິ​ກາ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຈັດ​ຕັ້ງ​ສິນ​ລະ​ລຶກ​ຕາມ​ລະ​ບຽບ​ດຽວ​ກັນ.

“ຈົ່ງ​ເບິ່ງ, ບ້ານ​ຂອງ​ເຮົາ​ເປັນ​ບ້ານ​ແຫ່ງ​ລະ​ບຽບ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ແລະ ບໍ່​ແມ່ນ​ບ້ານ​ແຫ່ງ​ຄວາມ​ສັບ​ສົນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:8).

ການ​ກັບ​ໃຈ​ກໍ​ເປັນ​ລຳ​ດັບ​ເຊັ່ນ​ກັນ. ມັນ​ເລີ່ມ​ຈາກ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ເຖິງ​ແມ່ນ​ວ່າ​ຈະ​ເປັນ​ພຽງ​ແຕ່​ໜ້ອຍ​ໜຶ່ງ​ກໍ​ຕາມ. ສັດ​ທາ​ຮຽກ​ຮ້ອງ​ຄວາມ​ຖ່ອມ​ຕົວ, ຊຶ່ງ​ເປັນ​ອົງ​ປະ​ກອບ​ສຳ​ຄັນ​ຂອງ​ການ​ມີ “ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ” (2 ນີ​ໄຟ 2:7).

ແນ່​ນອນ, ຫລັກ​ທຳ​ສີ່​ປະ​ການ​ທຳ​ອິດ​ຂອງ​ພຣະ​ກິດ​ຕິ​ຄຸນ​ກໍ​ເປັນ​ລຳ​ດັບ. “ພວກ​ເຮົາ​ເຊື່ອ​ວ່າ ຫລັກ​ທຳ ແລະ ພິ​ທີ​ການ​ເບື້ອງ​ຕົ້ນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຄື: ໜຶ່ງ ສັດທາ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ; ສອງ ການ​ກັບ​ໃຈ; ສາມ ບັບ​ຕິ​ສະ​ມາ​ໂດຍ​ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ​ເພື່ອ​ການ​ປົດ​ບາບ; ສີ່ ການ​ວາງ​ມື​ເພື່ອ​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ” (ຫລັກ​ແຫ່ງ​ຄວາມ​ເຊື່ອ 1:4).

ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ຜູ້​ຄົນ​ຂອງ​ເພິ່ນ​ເຖິງ​ຄວາມ​ຈິງ​ທີ່​ສຳ​ຄັນ​ນີ້: “ແລະ ໃຫ້​ເບິ່ງ​ວ່າ​ເຮັດ​ສິ່ງ​ທັງ​ໝົດ​ນີ້​ດ້ວຍ​ປັນ​ຍາ ແລະ ເປັນ​ລະ​ບຽບ; ເພາະ​ບໍ່​ຈຳ​ເປັນ​ທີ່​ຄົນ​ຈະ​ແລ່ນ​ໄວ​ກວ່າ​ກຳ​ລັງ​ຂອງ​ຕົນ. ແລະ ອີກ​ຢ່າງ​ໜຶ່ງ, ສົມ​ຄວນ​ທີ່​ເຂົາ​ຈະ​ພາກ​ພຽນ​ເພື່ອ​ໂດຍ​ການ​ນັ້ນ​ເຂົາ​ຈະ​ໄດ້​ຮັບ​ລາງ​ວັນ; ສະ​ນັ້ນ, ທຸກ​ຢ່າງ​ຕ້ອງ​ເປັນ​ໄປ​ຕາມ​ລະ​ບຽບ” (ໂມ​ໄຊ​ຢາ 4:27).

ຂໍ​ໃຫ້​ເຮົາ​ດຳ​ເນີນ​ຊີ​ວິດ​ຕາມ​ລະ​ບຽບ ແລະ ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ຕາມ​ລຳ​ດັບ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​​ອອກ​ແບບ​ໄວ້​ໃຫ້​ເຮົາ. ເຮົາ​ຈະ​ໄດ້​ຮັບ​ພອນ​ເມື່ອ​ເຮົາ​ຊອກ​ຫາ ແລະ ເຮັດ​ຕາມ​ແບບ​ແຜນ ແລະ ລຳ​ດັບ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ວ່າ​ສິ່ງ​ໃດ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ພຣະ​ອົງ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.