ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພ້ອມ​ກັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃນ​ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ພ້ອມ​ກັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃນ​ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່

(1 ນີ​ໄຟ 14:14)

ການ​ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ​ເປັນ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ ແລະ ພ້ອມ​ກັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃນ​ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່.

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ໃຫ້​ຄວາມ​ເຂົ້າ​ໃຈ ແລະ ໃຫ້​ຄວາມ​ຮູ້​ແກ່​ເຮົາ​ທຸກ​ຄົນ ຂະ​ນະ​ທີ່​ເຮົາ​ພິ​ຈາ​ລະ​ນາ​ວຽກ​ງານ​ທີ່​ໜ້າ​ອັດ​ສະ​ຈັນ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ ໃນ​ຍຸກ​ສະ​ໄໝ​ຂອງ​ຄວາມ​ສົມ​ບູນ​ແຫ່ງ​ເວ​ລາ​ນີ້​ນຳ​ກັນ.

ການ​ມາ​ຢ້ຽມ​ຢາມ​ເທື່ອ​ທຳ​ອິດ​ຂອງ​ໂມ​ໂຣ​ໄນ​ຕໍ່​ໂຈ​ເຊັບ ສະ​ມິດ

ປະ​ມານ​ສາມ​ປີ​ຫລັງ​ຈາກ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ, ໃນ​ຄືນ​ຂອງ​ວັນ​ທີ 21 ເດືອນ​ກັນ​ຍາ, 1823, ຊາຍ​ໜຸ່ມ​ໂຈ​ເຊັບ ສະ​ມິດ ໄດ້​ອະ​ທິ​ຖານ​ເພື່ອ​ຂໍ​ການ​ໃຫ້​ອະ​ໄພ​ໂທດ​ແກ່​ຄວາມ​ຜິດ​ບາບ​ຂອງ​ເພິ່ນ ແລະ ຂໍ​ໃຫ້​ຮູ້​ສະ​ພາບ ແລະ ຖາ​ນະ​ຂອງ​ເພິ່ນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ.1 ບຸກ​ຄົນ​ໜຶ່ງ​ໄດ້​ປະ​ກົດ​ຂຶ້ນ​ຢູ່​ຂ້າງ​ຕຽງ​ນອນ​ຂອງ​ເພິ່ນ ໄດ້​ເອີ້ນ​ຊື່​ໂຈ​ເຊັບ, ແລະ ປະ​ກາດ​ວ່າ “ເພິ່ນ​ແມ່ນ​ທູດ​ສະ​ຫວັນ​ທີ່​ຖືກ​ສົ່ງ​ມາ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ … ແລະ ວ່າ​ເພິ່ນ​ຊື່ ໂມ​ໂຣ​ໄນ.” ເພິ່ນ​ໄດ້​ອະ​ທິ​ບາຍ “ວ່າ​ພຣະ​ເຈົ້າ​ມີ​ວຽກ​ງານ​ໃຫ້ [ໂຈ​ເຊັບ] ເຮັດ”2 ແລະ ແລ້ວ​ໄດ້​ແນະ​ນຳ​ເພິ່ນ​ກ່ຽວ​ກັບ​ການ​ອອກ​ມາ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ. ສິ່ງ​ທີ່​ສຳ​ຄັນ​ຄື, ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ໜຶ່ງ​ໃນ​ຫົວ​ຂໍ້​ທຳ​ອິດ ທີ່​ກ່າວ​ເຖິງ​ໃນ​ຂ່າວ​ສານ​ຂອງ​ໂມ​ໂຣ​ໄນ.

ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ​ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ເປັນ​ເຄື່ອງ​ມື​ທີ່​ຍິ່ງ​ໃຫຍ່​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ໃນ​ຍຸກ​ສຸດ​ທ້າຍ. ຈຸດ​ປະ​ສົງ​ຂອງ​ເຮົາ​ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ແມ່ນ​ເພື່ອ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ມາ​ຫາ​ພຣະ​ເຢ​ຊູ​ຄຣິດ,3 ຮັບ​ເອົາ​ພອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ, ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ຜ່ານ​ທາງ​ສັດ​ທາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.4 ການ​ຊ່ວຍ​ເຫລືອ​ຜູ້​ຄົນ​ໃຫ້​ມີ​ປະ​ສົບ​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ໃນ​ໃຈ5 ແລະ ຜູກ​ມັດ​ຕົວ​ເອງ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ຜ່ານ​ທາງ​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ທີ່​ສັກ​ສິດ ເປັນ​ຈຸດ​ເປົ້າ​ໝາຍ​ຕົ້ນ​ຕໍ​ຂອງ​ການ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ.

ຄຳ​ແນະ​ນຳ​ຂອງ​ໂມ​ໂຣ​ໄນ​ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ​ຕໍ່​ໂຈ​ເຊັບ ສະ​ມິດ ໄດ້​ລິ​ເລີ່ມ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ສຳ​ລັບ​ຜູ້​ທີ່ ຢູ່​ຟາກ​ມ່ານ​ເບື້ອງ​ນີ້ ໃນ​ຍຸກ​ສະ​ໄໝ​ຂອງ​ຄວາມ​ສົມ​ບູນ​ແຫ່ງ​ເວ​ລາ.

ໃນ​ການ​ສືບ​ຕໍ່​ໃຫ້​ຄຳ​ແນະ​ນຳ​ແກ່​ໂຈ​ເຊັບ, ຕໍ່​ໄປ​ໂມ​ໂຣ​ໄນ​ໄດ້​ອ້າງ​ເຖິງ​ຂໍ້​ຄວາມ​ຈາກ​ໜັງ​ສື​ມາ​ລາ​ກີ ຢູ່​ໃນ​ພຣະ​ຄຳ​ພີ​ເດີມ, ຊຶ່ງ​ແຕກ​ຕ່າງ​ໜ້ອຍ​ໜຶ່ງ​ໃນ​ພາ​ສາ​ທີ່​ໃຊ້​ຢູ່​ໃນ​ພຣະ​ຄຳ​ພີ​ສະ​ບັບ​ກະ​ສັດ​ເຈມສ໌ ທີ່​ວ່າ:

“ຈົ່ງ​ເບິ່ງ, ເຮົາ​ຈະ​ເປີດ​ເຜີຍ​ຖາ​ນະ​ປະ​ໂລ​ຫິດ​ແກ່​ເຈົ້າ, ໂດຍ​ມື​ຂອງ​ເອ​ລີ​ຢາ​ຜູ້​ເປັນ​ສາດ​ສະ​ດາ, ກ່ອນ​ມື້​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ຢ້ານ​ກົວ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ​ເຖິງ.

“… ແລະ ເພິ່ນ​ຈະ​ປູກ​ຝັງ​ຄຳ​ສັນ​ຍາ​ທີ່​ໄດ້​ເຮັດ​ກັບ​ພໍ່​ໄວ້​ໃນ​ໃຈ​ລູກ, ແລະ ໃຈ​ລູກ​ຈະ​ຫັນ​ໄປ​ຫາ​ພໍ່​ຂອງ​ເຂົາ. ຖ້າ​ບໍ່​ເປັນ​ເຊັ່ນ​ນັ້ນ, ທັງ​ແຜ່ນ​ດິນ​ໂລກ​ຈະ​ຖືກ​ທຳ​ລາຍ​ໃຫ້​ໝົດ​ສິ້ນ​ໃນ​ຕອນ​ພຣະ​ອົງ​ສະ​ເດັດ​ມາ.”6

ຈຸດ​ປະ​ສົງ​ຂອງ​ເຮົາ​ໃນ​ການ​ສ້າງ​ພຣະ​ວິ​ຫານ​ແມ່ນ​ເພື່ອ​ວ່າ ຈະ​ໃຫ້​ມີ​ສະ​ຖານ​ທີ່​ສັກ​ສິດ ບ່ອນ​ທີ່​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ທີ່​ສັກ​ສິດ​ສຳ​ລັບ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຂອງ​ຄອບ​ຄົວ​ມະ​ນຸດ ຈະ​ສາ​ມາດ​ຖືກ​ປະ​ຕິ​ບັດ, ສຳ​ລັບ​ທັງ​ຄົນ​ເປັນ ແລະ ຄົນ​ຕາຍ. ຄຳ​ແນະ​ນຳ​ຂອງ​ໂມ​ໂຣ​ໄນ​ຕໍ່​ໂຈ​ເຊັບ ສະ​ມິດ ກ່ຽວ​ກັບ​ບົດ​ບາດ​ທີ່​ສຳ​ຄັນ​ຂອງ​ເອ​ລີ​ຢາ ແລະ ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ໄດ້​ຂະ​ຫຍາຍ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຢູ່ ຟາກ​ມ່ານ​ເບື້ອງນີ້ ແລະ ໄດ້​ລິ​ເລີ່ມ​ວຽກ​ງານ​ໃນ​ຍຸກ​ສະ​ໄໝ​ຂອງ​ເຮົາ ສຳ​ລັບ​ຄົນ​ຕາຍ​ຢູ່ ຟາກ​ມ່ານ​ເບື້ອງ​ນັ້ນ.

ສະ​ຫລຸບ​ແລ້ວ, ການ​ສິດ​ສອນ​ຂອງ​ໂມ​ໂຣ​ໄນ ໃນ​ເດືອນ​ກັນ​ຍາ ປີ 1823 ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ ແລະ ພາ​ລະ​ກິດ​ຂອງ​ເອ​ລີ​ຢາ ໄດ້​ຈັດ​ຕັ້ງ​ຮາກ​ຖານ​ຫລັກ​ຄຳ​ສອນ​ສຳ​ລັບ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຢູ່ ທັງ​ສອງ​ຟາກ​ມ່ານ.

ຄຳ​ສອນ​ຂອງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ

ບົດ​ຮຽນ​ຕ່າງໆ​ທີ່​ໂຈ​ເຊັບ ສະ​ມິດ ໄດ້​ຮຽນ​ຮູ້​ຈາກ​ໂມ​ໂຣ​ໄນ ໄດ້​ເປັນ​ອິດ​ທິ​ພົນ​ໃຫ້​ທຸກ​ດ້ານ ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເພິ່ນ. ຍົກ​ຕົວ​ຢ່າງ, ໃນ​ການ​ຊຸມ​ນຸມ​ທີ່​ສັກ​ສິດ​ໃນ​ພຣະ​ວິ​ຫານ​ເຄີດ​ແລນ ໃນ​ວັນ​ທີ 6 ເດືອນ​ເມ​ສາ, 1837, ສາດ​ສະ​ດາ​ໄດ້​ປະ​ກາດ​ວ່າ: “ຫລັງ​ຈາກ​ທັງ​ໝົດ​ທີ່​ກ່າວ​ມາ​ນັ້ນ, ໜ້າ​ທີ່​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ ແລະ ສຳ​ຄັນ​ທີ່​ສຸດ​ແມ່ນ​ການ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ.”7

ເກືອບ​ກົງ​ກັບ​ວັນ​ຄົບ​ຮອບ​ເຈັດ​ປີ​ພໍ​ດີ, ໃນ​ວັນ​ທີ 7 ເດືອນ​ເມ​ສາ, 1844, ໂຈ​ເຊັບ ສະ​ມິດ ໄດ້​ກ່າວ​ຄຳ​ເທດ​ສະ​ໜາ ຊຶ່ງ​ຮູ້​ຈັກ​ກັນ​ໃນ​ທຸກວັນ​ນີ້​ວ່າ ສຸນ​ທອນ​ພົດ​ຂອງ​ຄິງ ໂຟ​ແລັດ. ເພິ່ນ​ໄດ້​ປະ​ກາດ​ຢູ່​ໃນ​ຄຳ​ປາ​ໄສ​ວ່າ, “ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຢູ່​ໃນ​ໂລກ​ນີ້​ທີ່​ພຣະ​ເຈົ້າ​ໄດ້​ມອບ​ໃຫ້​ເຮົາ ແມ່ນ​ເພື່ອ​ໃຫ້​ຊອກ​ຫາ​ຄົນ​ຕາຍ​ຂອງ​ເຮົາ.”8

ແຕ່​ການ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ ແລະ ການ​ຊອກ​ຫາ​ຄົນ​ຕາຍ​ຂອງ​ເຮົາ ເປັນ​ໜ້າ​ທີ່ ແລະ ຄວາມ​ຮັບ​ຜິດ​ຊອບ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ທີ່​ພຣະ​ເຈົ້າ​ໄດ້​ມອບ​ໃຫ້​ເຮົາ​ໄດ້​ແນວ​ໃດ? ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ ໄດ້​ເນັ້ນ​ໃນ​ທັງ​ສອງ​ປະ​ໂຫຍກ​ເຖິງ​ຄວາມ​ຈິງ​ຂັ້ນ​ພື້ນ​ຖານ​ວ່າ ພັນ​ທະ​ສັນ​ຍາ, ຊຶ່ງ​ໄດ້​ເຮັດ​ຜ່ານ​ທາງ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ມີ​ສິດ​ອຳ​ນາດ, ສາ​ມາດ​ຜູກ​ມັດ​ເຮົາ​ໄວ້​ກັບ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ເປັນ​ຈຸດ​ໃຈ​ກາງ​ອັນ​ສຳ​ຄັນ​ຂອງ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຢູ່​ທັງ​ສອງ​ຟາກ​ມ່ານ.

ວຽກ​ງານ​ເຜີຍ​ແຜ່ ແລະ ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ເປັນ​ພາກ​ສ່ວນ​ເສີມ ແລະ ສຳ​ພັນ​ກັບ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່ ຊຶ່ງ​ເນັ້ນ​ໃສ່​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ສັກ​ສິດ ທີ່​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ອຳ​ນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຮົາ ແລະ, ໃນ​ທີ່​ສຸດ, ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ດັ່ງ​ນັ້ນ, ສອງ​ປະ​ໂຫຍກ​ດັ່ງ​ກ່າວ​ຂອງ​ສາດ​ສະ​ດາ ໃນ​ຕອນ​ຕົ້ນ​ອາດ​ປະ​ກົດ​ວ່າ​ຂັດ​ແຍ້ງ​ກັນ, ຕາມ​ຈິງ​ແລ້ວ, ມັນ​ເນັ້ນ​ຈຸດ​ສຸມ​ຂອງ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ໃນ​ຍຸກ​ສຸດ​ທ້າຍ.

ການ​ຜູກ​ມັດ​ໄວ້​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຜ່ານ​ທາງ​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ:

“ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້, ແລ້ວ​ຮຽນ​ຮູ້​ຈາກ​ເຮົາ; ເພາະ​ວ່າ​ເຮົາ​ເປັນ​ຜູ້​ມີ​ໃຈ​ອ່ອນ​ສຸ​ພາບ ແລະ ຖ່ອມ​ລົງ: ແລ້ວ​ຈິດ​ໃຈ​ຂອງ​ພວກ​ເຈົ້າ​ຈະ​ໄດ້​ພົບ​ຄວາມ​ເຊົາ​ເມື່ອຍ.

“ດ້ວຍ​ວ່າ ແອກ​ຂອງ​ເຮົາ​ກໍ​ພໍ​ເໝາະ ແລະ ພາ​ລະ​ຂອງ​ເຮົາ​ກໍ​ເບົາ.”9

ເຮົາ​ແບກ​ເອົາ​ແອກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຂະ​ນະ​ທີ່​ເຮົາ​ຮຽນ​ຮູ້, ຮັບ​ເອົາ​ຢ່າງ​ມີ​ຄຸນ​ຄ່າ, ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ທີ່​ສັກ​ສິດ. ເຮົາ​ຖືກ​ຜູກ​ມັດ​ໄວ້​ແໜ້ນ​ຢູ່​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຂະ​ນະ​ທີ່​ເຮົາ​ຈື່​ຈຳ ແລະ ເຮັດ​ໃຫ້​ດີ​ທີ່​ສຸດ​ດ້ວຍ​ຄວາມ​ຊື່​ສັດ ໃນ​ການ​ດຳ​ລົງ​ຊີ​ວິດ​ໃຫ້​ສອດ​ຄ່ອງ​ກັບ​ພັນ​ທະ​ທີ່​ເຮົາ​ໄດ້​ຮັບ​ເອົາ. ແລະ ການ​ຜູກ​ມັດ​ໄວ້​ກັບ​ພຣະ​ອົງ​ນັ້ນ ເປັນ​ແຫລ່ງ​ໃຫ້​ພະ​ລັງ​ທາງ​ວິນ​ຍານ ໃນ​ທຸກ​ຊ່ວງ​ຊີ​ວິດ​ເຮົາ.

ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ພິ​ຈາ​ລະ​ນາ​ພອນ​ທີ່​ສັນ​ຍາ​ໄວ້​ກັບ​ສາ​ນຸ​ສິດ​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຍົກ​ຕົວ​ຢ່າງ, ນີ​ໄຟ “ໄດ້​ເຫັນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ [ໃນ​ຍຸກ​ສຸດ​ທ້າຍ], ແລະ ມີ​ສະ​ມາ​ຊິກ​ພຽງ​ເລັກ​ໜ້ອຍ​ເທົ່າ​ນັ້ນ, … ໄພ່​ພົນ​ຂອງ​ພຣະ​ເຈົ້າ​ມີ​ຢູ່​ທົ່ວ​ໄປ​ຕາມ​ຜືນ​ແຜ່ນ​ດິນ​ໂລກ​ເໝືອນ​ກັນ; ແລະ ການ​ຄອບ​ຄອງ​ຂອງ​ພວກ​ເຂົາ … ມີ​ພຽງ​ເລັກ​ໜ້ອຍ​ເທົ່າ​ນັ້ນ.”10

ເພິ່ນ​ກໍ​ໄດ້ “ເຫັນ​ອຳ​ນາດ​ຂອງ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ລົງ​ມາ​ເທິງ​ໄພ່​ພົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເມ​ສາ​ນ້ອຍ ແລະ ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, … ພວກ​ເຂົາ​ມີ ອາ​ວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃນ​ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່.”11

ວະ​ລີ​ທີ່​ວ່າ “ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃນ​ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່” ບໍ່​ແມ່ນ​ພຽງ​ແຕ່​ເປັນ​ແນວ​ຄິດ​ທີ່​ດີ ຫລື ເປັນ​ຕົວ​ຢ່າງ​ຂອງ​ພາ​ສາ​ພຣະ​ຄຳ​ພີ​ທີ່​ສວຍ​ງາມ​ເທົ່າ​ນັ້ນ. ແຕ່, ພອນ​ເຫລົ່າ​ນີ້​ເປັນ​ຫລັກ​ຖານ​ທີ່​ເຫັນ​ໄດ້​ຊັດ​ເຈນ​ໃນ​ຊີ​ວິດ​ຂອງ​ສາ​ນຸ​ສິດ​ຍຸກ​ສຸດ​ທ້າຍ​ຈົນ​ນັບ​ບໍ່​ຖ້ວນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ການມອບ​ໝາຍ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ພາ​ຂ້າ​ພະ​ເຈົ້າ​ໄປ​ທັງ​ທົ່ວ​ໂລກ. ແລະ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ ທີ່​ໄດ້​ພົບ​ເຫັນ ແລະ ຮຽນ​ຮູ້​ບົດ​ຮຽນ​ທີ່​ໜ້າ​ຊົງ​ຈຳ​ຈາກ​ພວກ​ທ່ານ​ຫລາຍໆ​ຄົນ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ທຸກ​ວັນ​ນີ້ ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃນ​ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່​ແທ້ໆ. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄວາມ​ຊື່​ສັດ, ຄວາມ​ກ້າ​ຫານ, ທັດ​ສະ​ນະ​ຄະ​ຕິ, ຄວາມ​ມະ​ນະ​ອົດ​ທົນ, ແລະ ຄວາມ​ຊື່ນ​ຊົມ​ທີ່​ຂະ​ຫຍາຍ​ກວ້າງ​ເກີນ​ຄວາມ​ສາ​ມາດ​ຂອງ​ມະ​ນຸດ—ແລະ ນັ້ນ​ພຽງ​ແຕ່​ພຣະ​ເຈົ້າ​ເທົ່າ​ນັ້ນ​ທີ່​ສາ​ມາດ​ຈັດ​ຫາ​ໃຫ້.

ຂ້າ​ພະ​ເຈົ້າ​ໄດ້​ເປັນ​ພະ​ຍານ​ເຖິງ​ຄວາມ​ຊອບ​ທຳ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃນ​ຄວາມ​ສະ​ຫງ່າ​ລາ​ສີ​ທີ່​ຍິ່ງ​ໃຫຍ່ ຊຶ່ງ​ໄດ້​ຮັບ​ຜ່ານ​ທາງ​ຄວາມ​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ໃນ​ຊີ​ວິດ​ຂອງ​ສະ​ມາ​ຊິກ​ໜຸ່ມ​ຄົນ​ໜຶ່ງ​ຂອງ​ສາດ​ສະ​ໜາ​ຈັກ ຜູ້​ເປັນ​ອຳ​ມະ​ພາດ​ເຄິ່ງ​ຕົວ ເນື່ອງ​ດ້ວຍ​ອຸ​ປະ​ຕິ​ເຫດ​ລົດ​ຊົນ​ທີ່​ຮ້າຍ​ແຮງ. ຫລັງ​ຈາກ​ຮັບ​ການ​ບຳ​ບັດ​ສ່ວນ​ຕົວ​ທີ່​ທໍ​ລະ​ຫົດ​ເປັນ​ເວ​ລາ​ຫລາຍ​ເດືອນ ແລະ ປັບ​ຕົວ​ເຂົ້າ​ກັບ​ວິ​ຖີ​ຊີ​ວິດ​ໃໝ່​ທີ່​ຈຳ​ກັດ​ໃນ​ການ​ເຄື່ອນ​ໄຫວ, ຂ້າ​ພະ​ເຈົ້າ​ໄດ້​ພົບ ແລະ ເວົ້າ​ລົມ​ກັບ​ຜູ້​ທີ່​ແຂງ​ແກ່ນ​ຄົນ​ນີ້. ລະ​ຫວ່າງ​ການ​ສົນ​ທະ​ນາ​ກັນ ຂ້າ​ພະ​ເຈົ້າ​ໄດ້​ຖາມ​ວ່າ, “ປະ​ສົບ​ການ​ນີ້​ຊ່ວຍ​ເຈົ້າ​ຮຽນ​ຮູ້​ຢ່າງ​ໃດ​ແດ່?” ລາວ​ຕອບ​ທັນ​ທີ​ວ່າ, “ຂ້າ​ນ້ອຍ​ບໍ່​ໂສກ​ເສົ້າ. ຂ້າ​ນ້ອຍ​ບໍ່​ໃຈ​ຮ້າຍ. ແລະ ທຸກ​ສິ່ງ​ຈະ​ເປັນ​ໄປ​ດ້ວຍ​ດີ.”

ຂ້າ​ພະ​ເຈົ້າ​ໄດ້​ເປັນ​ພະ​ຍານ​ເຖິງ​ຄວາມ​ຊອບ​ທຳ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃນ​ຄວາມ​ສະ​ຫງ່າ​ລາ​ສີ​ທີ່​ຍິ່ງ​ໃຫຍ່ ຊຶ່ງ​ໄດ້​ຮັບ​ຜ່ານ​ທາງ​ຄວາມ​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ໃນ​ຊີ​ວິດ​ຂອງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ທີ່​ຫາ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ຮັບ​ການ​ຢືນ​ຢັນ. ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ເຫລົ່າ​ນີ້​ມີ​ຄວາມ​ກະ​ຕື​ລື​ລົ້ນ​ທີ່​ຈະ​ຮຽນ​ຮູ້ ແລະ ຮັບ​ໃຊ້, ເຕັມ​ໃຈ ແຕ່​ສ່ວນ​ຫລາຍ​ບໍ່​ແນ່​ໃຈ​ວ່າ​ຈະ​ປະ​ຖິ້ມ​ນິ​ໄສ​ເກົ່າ ແລະ ປະ​ເພ​ນີ​ເກົ່າ​ແກ່​ໄດ້​ແນວ​ໃດ, ແຕ່​ກໍ​ໄດ້​ກາຍ​ເປັນ “ພົນ​ລະ​ເມືອງ​ອັນ​ດຽວ​ກັນ​ກັບ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ” ດ້ວຍ​ຄວາມ​ຊື່ນ​ຊົມ.12

ຂ້າ​ພະ​ເຈົ້າ​ໄດ້​ເປັນ​ພະ​ຍານ​ເຖິງ​ຄວາມ​ຊອບ​ທຳ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃນ​ຄວາມ​ສະ​ຫງ່າ​ລາ​ສີ​ທີ່​ຍິ່ງ​ໃຫຍ່ ຊຶ່ງ​ໄດ້​ຮັບ​ຜ່ານ​ທາງ​ຄວາມ​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ໃນ​ຊີ​ວິດ​ຂອງ​ຄອບ​ຄົວ​ໜຶ່ງ ທີ່​ໄດ້​ດູ​ແລ​ຄູ່​ຄອງ ແລະ ພໍ່​ແມ່​ຜູ້​ປ່ວຍ​ໜັກ​ໄລ​ຍະ​ສຸດ​ທ້າຍ​ດ້ວຍ​ຄວາມ​ອ່ອນ​ໂຍນ. ສາ​ນຸ​ສິດ​ທີ່​ກ້າ​ຫານ​ເຫລົ່າ​ນີ້​ໄດ້​ບອກ​ເຖິງ​ເວ​ລາ​ທີ່​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ຮູ້​ສຶກ​ໂດດ​ດ່ຽວ—ແລະ ເວ​ລາ​ທີ່​ເຂົາ​ເຈົ້າ​ຮູ້​ວ່າ ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊູ​ແຮງ​ເຂົາ​ເຈົ້າ​ແນວ​ໃດ. ຄອບ​ຄົວ​ນີ້​ໄດ້​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຢ່າງ​ສຸດ​ຊຶ້ງ​ສຳ​ລັບ​ປະ​ສົບ​ການ​ຫຍຸ້ງ​ຍາກ​ຂອງ​ຊ່ວງ​ມະ​ຕະ ທີ່​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຕີບ​ໂຕ ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ຫລາຍ​ຂຶ້ນ. ພຣະ​ເຈົ້າ​ຊ່ວຍ​ເຫລືອ ແລະ ອວຍ​ພອນ​ຄອບ​ຄົວ​ນີ້ ໂດຍ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ເພື່ອນ ແລະ ເຮັດ​ໃຫ້​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ເປັນ​ບ່ອນ​ພັກ​ພາ​ທີ່​ສັກ​ສິດ ຄື​ກັນ​ກັບ​ພຣະ​ວິ​ຫານ.

ຂ້າ​ພະ​ເຈົ້າ​ໄດ້​ເປັນ​ພະ​ຍານ​ເຖິງ​ຄວາມ​ຊອບ​ທຳ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃນ​ຄວາມ​ສະ​ຫງ່າ​ລາ​ສີ​ທີ່​ຍິ່ງ​ໃຫຍ່ ຊຶ່ງ​ໄດ້​ຮັບ​ຜ່ານ​ທາງ​ຄວາມ​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ໃນ​ຊີ​ວິດ​ຂອງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ຜູ້​ເຈັບ​ປວດ​ໃຈ ເພາະ​ການ​ຢ່າ​ຮ້າງ. ຄວາມ​ກຸ້ມ​ອົກ​ກຸ້ມ​ໃຈ​ຂອງ​ເອື້ອຍ​ນ້ອງ​ຄົນ​ນີ້ ໄດ້​ເພີ່ມ​ຂຶ້ນ​ຈາກ​ຄວາມ​ຮູ້​ສຶກ​ບໍ່​ຍຸດ​ຕິ​ທຳ ທີ່​ກ່ຽວ​ຂ້ອງ​ກັບ​ການ​ທີ່​ສາ​ມີ​ໄດ້​ລະ​ເມີດ​ພັນ​ທະ​ສັນ​ຍາ ແລະ ທຳ​ລາຍ​ການ​ແຕ່ງ​ງານ​ຂອງ​ເຂົາ​ເຈົ້າ. ນາງ​ຢາກ​ໄດ້​ຮັບ​ຄວາມ​ຍຸດ​ຕິ​ທຳ ແລະ ຄວາມ​ຮັບ​ຜິດ​ຊອບ.

ຂະ​ນະ​ທີ່​ເອື້ອຍ​ນ້ອງ​ທີ່​ຊື່​ສັດ​ຜູ້​ນີ້​ກຳ​ລັງ​ຕໍ່​ສູ້​ດີ້ນ​ລົນ​ກັບ​ທຸກ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ນາງ, ນາງ​ໄດ້​ສຶກ​ສາ ແລະ ໄຕ່​ຕອງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢ່າງ​ຈິງ​ຈັງ​ຫລາຍ​ກວ່າ​ທີ່​ເຄີຍ​ເຮັດ​ມາ​ໃນ​ຊີ​ວິດ. ໂດຍ​ເທື່ອ​ລະ​ນ້ອຍ, ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ເຖິງ​ພາ​ລະ​ກິດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ຄຣິດ​ໄດ້​ກັ່ນ​ລົງ​ມາ​ເທິງ​ຈິດ​ວິນ​ຍານ​ຂອງ​ນາງ—ການ​ຮັບ​ທຸກ​ທໍ​ລະ​ມານ​ເພື່ອ​ບາບ​ຂອງ​ເຮົາ ແລະ ເພື່ອ​ຄວາມ​ເຈັບ​ປວດ​ຂອງ​ເຮົາ, ຄວາມ​ອ່ອນ​ແອ, ຄວາມ​ຜິດ​ຫວັງ, ແລະ ຄວາມ​ປວດ​ລ້າວ. ແລະ ນາງ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ຖາມ​ຕົວ​ເອງ ໃນ​ຄຳ​ຖາມ​ທີ່​ຕ້ອງ​ຄຸ້ນ​ຄິດ​ວ່າ: ນັບ​ແຕ່​ບາບ​ເຫລົ່າ​ນັ້ນ​ໄດ້​ຖືກ​ຈ່າຍ​ໃຫ້​ແລ້ວ, ເຈົ້າ​ຍັງ​ຢາກ​ໃຫ້​ຈ່າຍ​​ອີກເທື່ອທີສອງ​ຊັ້ນ​ບໍ? ນາງ​ຮັບ​ຮູ້​ວ່າ ການ​ຮຽກ​ຮ້ອງ​ເຊັ່ນ​ນັ້ນ​ຄົງ​ບໍ່​ທ່ຽງ​ທຳ ຫລື ມີ​ເມດ​ຕາ​ເລີຍ.

ເອື້ອຍ​ນ້ອງ​ຄົນ​ນີ້​ໄດ້​ຮຽນ​ຮູ້​ວ່າ ການ​ຜູກ​ມັດ​ຕົວ​ເອງ​ໄວ້​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຜ່ານ​ທາງ​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ ສາ​ມາດ​ປິ່ນ​ປົວ​ບາດ​ແຜ ຊຶ່ງ​ເກີດ​ຂຶ້ນ​ເພາະ​ຄົນ​ອື່ນ​ໃຊ້​ອຳ​ເພີ​ໃຈ​ເຮັດ​ສິ່ງ​ທີ່​ຜິດ​ສິນ​ທຳ ແລະ ຊ່ວຍ​ໃຫ້​ນາງ​ພົບ​ຄວາມ​ສາ​ມາດ​ທີ່​ຈະ​ໃຫ້​ອະ​ໄພ ແລະ ຮັບ​ເອົາ​ຄວາມ​ສະ​ຫງົບ, ຄວາມ​ເມດ​ຕາ, ແລະ ຄວາມ​ຮັກ.

ຄຳ​ສັນ​ຍາ ແລະ ປະ​ຈັກ​ພະ​ຍານ

ຄຳ​ສັນ​ຍາ ແລະ ພອນ​ຂອງ​ພັນ​ທະ​ສັນ​ຍາ ເປັນ​ໄປ​ໄດ້​ຍ້ອນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ​ຂອງ​ເຮົາ​ເທົ່າ​ນັ້ນ. ພຣະ​ອົງ​ເຊື້ອ​ເຊີນ​ເຮົາ​ໃຫ້​ເບິ່ງ​ທີ່​ພຣະ​ອົງ,13 ມາ​ຫາ​ພຣະ​ອົງ,14 ຮຽນ​ຮູ້​ຈາກ​ພຣະ​ອົງ,15 ແລະ ຜູກ​ມັດ​ຕົວ​ເຮົາ​ເອງ​ໄວ້​ກັບ​ພຣະ​ອົງ16 ຜ່ານ​ທາງ​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ ແລະ ສັນ​ຍາ​ວ່າ ການຮັກສາ​ພັນ​ທະ​ສັນ​ຍາ ຈະ​ສວມ​ເຮົາ​ດ້ວຍ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃນ​ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່. ແລະ ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ທີ່​ຊົງ​ພຣະ​ຊົນ ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ເຫລົ່າ​ນີ້​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.