ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຈົ່ງ​ລະ​ນຶກ​ເຖິງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ທີ່​ທຸກ​ທໍ​ລະ​ມານ, ໂອ້ ພຣະ​ເຈົ້າ​ຂອງ​ພວກ​ຂ້າ​ພຣະ​ອົງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ຈົ່ງ​ລະ​ນຶກ​ເຖິງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ທີ່​ທຸກ​ທໍ​ລະ​ມານ, ໂອ້ ພຣະ​ເຈົ້າ​ຂອງ​ພວກ​ຂ້າ​ພຣະ​ອົງ

ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ເປີດ​ອຳ​ນາດ​ແຫ່ງ​ການ​ເສຍ​ສະ​ລະ​​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ໃຫ້​ຄວາມ​ເຂັ້ມ​ແຂງ ແລະ ແມ່ນ​ແຕ່​ຄວາມ​ຊື່ນ​ຊົມ​ແກ່​ຜູ້​ທີ່​ທຸກ​ທໍ​ລະ​ມານ.

ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ແມ່ນ​ລວມ​ທັງ​ປະ​ສົບ​ການ​ມະ​ຕະ ຊຶ່ງ​ລູກໆ​ຂອງ​ພຣະ​ອົງ​ທຸກ​ຄົນ​ຈະ​ຖືກ​ທົດ​ສອບ ແລະ ປະ​ເຊີນ​ກັບ​ການ​ທົດ​ລອງ.1 ເມື່ອ​ຫ້າ​ປີ​ກ່ອນ ຂ້າ​ພະ​ເຈົ້າ​ໄດ້​ຖືກ​ກວດ​ພົບ​ວ່າ​ເປັນ​ໂຣກ​ມະ​ເລັງ. ຂ້າ​ພະ​ເຈົ້າ​ເຄີຍ​ຮູ້​ສຶກ ແລະ ຍັງ​ຮູ້​ສຶກ​ເຖິງ​ຄວາມ​ເຈັບ​ປວດ​ທາງ​ຮ່າງ​ກາຍ​ຈາກ​ການ​ຜ່າ​ຕັດ, ການ​ປິ່ນ​ປົວ​ດ້ວຍ​ລັງ​ສີ, ແລະ ຜົນ​ຂ້າງ​ຄຽງ​ຂອງ​ຢາ. ຂ້າ​ພະ​ເຈົ້າ​ໄດ້​ປະ​ເຊີນ​ກັບ​ການ​ດີ້ນ​ລົນ​ທາງ​ອາ​ລົມ​ໃນ​ຊ່ວງ​ຄ່ຳ​ຄືນ​ທີ່​ນອນ​ບໍ່​ຫລັບ ທີ່​ແສນ​ທໍ​ລະ​ມານ. ສະ​ຖິ​ຕິ​ທາງ​ການ​ແພດ​ໄດ້​ຊີ້​ບອກ​ວ່າ ຂ້າ​ພະ​ເຈົ້າ​ອາດ​ຈະ​ຈາກ​ຄວາມ​ເປັນ​ມະ​ຕະ​ນີ້​ໄວ​ກວ່າ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຄາດ​ໄວ້, ໂດຍ​ຖິ້ມ​ຄອບ​ຄົວທີ່​ເປັນ​ທຸກ​ສິ່ງ​ສຳ​ລັບ​ຂ້າ​ພະ​ເຈົ້າ​ໄວ້​ທາງ​ຫລັງ, ຊົ່ວ​ໄລ​ຍະ​ໜຶ່ງ.

ບໍ່​ວ່າ​ທ່ານ​ຈະ​ຢູ່​ໃສ​ກໍ​ຕາມ, ຄວາມ​ທຸກ​ທໍ​ລະ​ມານ​ທາງ​ຮ່າງ​ກາຍ ຫລື ອາ​ລົມ​ຈາກ​ການ​ທົດ​ລອງ​ທີ່​ຫລາກ​ຫລາຍ ແລະ ຄວາມ​ອ່ອນ​ແອ​ທາງ​ມະ​ຕະ​ໄດ້​ເຄີຍ​ເປັນ, ກຳ​ລັງ​ເປັນ​ຢູ່​ຕອນ​ນີ້, ຫລື ຈັກ​ມື້​ໜຶ່ງ ຈະ​ເປັນ​ສ່ວນ​ໜຶ່ງ​ໃນ​ຊີ​ວິດ​ຂອງ​ທ່ານ.

ຄວາມ​ທຸກ​ທໍ​ລະ​ມານ​ທາງ​ຮ່າງ​ກາຍ​ສາ​ມາດ​ເປັນ​ຜົນ​ມາ​ຈາກ​ການ​ແກ່​ຊະ​ລາ​ຕາມ​ທຳ​ມະ​ຊາດ, ພະ​ຍາດ​ທີ່​ບໍ່​ຄາດ​ຄິດ, ແລະ ອຸ​ບັດ​ຕິ​ເຫດ​ໂດຍ​ບັງ​ເອີນ​; ຄວາມ​ອຶດ​ຫິວ ຫລື ຄວາມ​ພະ​ເນ​ຈອນ; ຫລື ການ​ຂົ່ມ​ເຫັງ, ການ​ກະ​ທຳ​ທີ່​ຮຸນ​ແຮງ, ແລະ ສົງ​ຄາມ.

ຄວາມ​ທຸກ​ທໍ​ລະ​ມານ​ທາງ​ອາ​ລົມ​ອາດ​ເກີດ​ຂຶ້ນ​ຈາກ​ຄວາມ​ວິ​ຕົກ​ກັງ​ວົນ ຫລື ພາ​ວະ​ຊຶມ​ເສົ້າ; ການ​ທໍ​ລະ​ຍົດ​ຂອງ​ຄູ່​ຄອງ, ພໍ່​ແມ່, ຫລື ຜູ້​ນຳ​ທີ່​ໄວ້​ວາງ​ໃຈ; ການ​ວ່າງ​ງານ ຫລື ການ​ຖອຍ​ຫລັງ​ທາງ​ການ​ເງິນ; ການ​ຕັດ​ສິນ​ທີ່​ບໍ່​ຍຸດ​ຕິ​ທຳ​ຈາກ​ຄົນ​ອື່ນ; ການ​ເລືອກ​ຂອງ​ໝູ່​ເພື່ອນ, ລູກໆ, ຫລື ສະ​ມາ​ຊິກ​ໃນ​ຄອບ​ຄົວ​ອື່ນໆ; ການ​ຂົ່ມ​ເຫັງ​ໃນ​ທຸກ​ຮູບ​ແບບ; ຄວາມ​ຝັນ​ທີ່​ບໍ່​ສົມ​ຫວັງ​ຂອງ​ຊີ​ວິດ​ແຕ່ງ​ງານ ຫລື ລູກໆ; ຄວາມ​ເຈັບ​ປ່ວຍ​ໜັກ ຫລື ການ​ຕາຍ​ກ່ອນ​ຄວນ ຂອງ​ຄົນ​ທີ່​ເຮົາ​ຮັກ; ຫລື ອື່ນໆ​ອີກ​ຢ່າງ​ຫລວງ​ຫລາຍ.

ທ່ານ​ຈະ​ສາ​ມາດ​ອົດ​ທົນ​ຕໍ່​ຄວາມ​ທຸກ​ທໍ​ລະ​ມານ​ທີ່​ບໍ່​ຄື​ໃຜ ແລະ ບາງ​ເທື່ອ​ກໍ​ເຮັດ​ໃຫ້​ອ່ອນ​ກຳ​ລັງ​ລົງ ຊຶ່ງ​ມາ​ເຖິງ​ເຮົາ​ແຕ່​ລະ​ຄົນ​ໄດ້​ແນວ​ໃດ?

ໂຊກ​ດີ​ທີ່​ຄວາມ​ຫວັງ​ສາ​ມາດ​ຖືກ​ພົບ​ໄດ້​ຢູ່​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ແລະ ຄວາມ​ຫວັງ​ສາ​ມາດ​ເປັນ​ສ່ວນ​ໜຶ່ງ​ໃນ​ຊີ​ວິດ​ຂອງ​ທ່ານ​ໄດ້​ເຊັ່ນ​ກັນ. ມື້​ນີ້, ຂ້າ​ພະ​ເຈົ້າ​ຈະ​ມາ​ແບ່ງ​ປັນ​ຫລັກ​ທຳ​ແຫ່ງ​ຄວາມ​ຫວັງ​ສີ່​ຢ່າງ ຊຶ່ງ​ເອົາ​ມາ​ຈາກ​ພຣະ​ຄຳ​ພີ, ຄຳ​ສອນ​ຂອງ​ສາດ​ສະ​ດາ, ການ​ຢ້ຽມ​ຢາມ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຫລາຍໆ​ຄັ້ງ, ແລະ ບັນ​ຫາ​ທາງ​ດ້ານ​ສຸ​ຂະ​ພາບ​ທີ່​ຂ້າ​ພະ​ເຈົ້າ​ມີ​ຢູ່​ໃນ​ເວ​ລາ​ນີ້. ຫລັກ​ທຳ​ເຫລົ່າ​ນີ້​ບໍ່​ແມ່ນ​ພຽງ​ແຕ່​ສາ​ມາດ​ນຳ​ໃຊ້​ໄດ້​ໃນ​ວົງ​ກວ້າງ​ເທົ່າ​ນັ້ນ ແຕ່​ຍັງ​ນຳ​ໃຊ້​ເປັນ​ສ່ວນ​ບຸກ​ຄົນ​ຢ່າງ​ເລິກ​ເຊິ່ງ​ໄດ້​ອີກ​ດ້ວຍ.

ຢ່າງ​ທຳ​ອິດ, ຄວາມ​ທຸກ​ທໍ​ລະ​ມານ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພຣະ​ເຈົ້າ​ບໍ່​ພໍ​ພຣະ​ໄທ​ກັບ​ຊີ​ວິດ​ຂອງ​ທ່ານ. ເມື່ອ​ສອງ​ພັນ​ປີ​ກ່ອນ, ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ໄດ້​ເຫັນ​ຄົນ​ຕາ​ບອດ​ຄົນ​ໜຶ່ງ​ຢູ່​ພຣະ​ວິ​ຫານ ແລະ ຖາມ​ວ່າ, “ພຣະ​ອາ​ຈານ​ເອີຍ, ບາບ​ກຳ​ຂອງ​ຜູ້​ໃດ ຈຶ່ງ​ເປັນ​ເຫດ​ໃຫ້​ຊາຍ​ຄົນ​ນີ້​ເກີດ​ມາ​ຕາ​ບອດ?”

ສາ​ນຸ​ສິດ​ຂອງ​ພຣະ​ອົງ​ເບິ່ງ​ຄື​ວ່າ​ເຊື່ອ​ຢ່າງ​ຜິດໆ, ຄື​ດັ່ງ​ຫລາຍໆ​ຄົນ​ໃນ​ສະ​ໄໝ​ນີ້, ວ່າ​ຄວາມ​ຍາກ​ລຳ​ບາກ ແລະ ຄວາມ​ທຸກ​ທໍ​ລະ​ມານ​ໃນ​ຊີ​ວິດ​ເປັນ​ຜົນ​ຈາກ​ການ​ບາບ. ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຕອບ​ວ່າ, “ບໍ່​ແມ່ນ​ຍ້ອນ​ການ​ບາບ​ຂອງ​ລາວ ຫລື ບາບ​ກຳ​ຂອງ​ພໍ່​ແມ່​ລາວ ລາວ​ຕາ​ບອດ​ເພື່ອ​ໃຫ້​ພາ​ລະ​ກິດ​ຂອງ​ພຣະ​ເຈົ້າ​ສຳ​ແດງ​ໃນ​ຕົວ​ລາວ.”2

ວຽກ​ງານ​ຂອງ​ພຣະ​ເຈົ້າ​ຄື​ການ​ທີ່​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ.3 ແຕ່​ການ​ທົດ​ລອງ ແລະ ຄວາມ​ທຸກ​ທໍ​ລະ​ມານ​—ໂດຍ​ສະ​ເພາະ​​ຄວາມ​ທຸກ​ທໍ​ລະ​ມານ​ທີ່​ເກີດ​ຈາກ​ການ​ນຳ​ໃຊ້​ອຳ​ເພີ​ໃຈ​ທີ່​ເປັນ​ບາບ​ຂອງ​ຄົນ​ອື່ນ4—ໃນ​ທ້າຍ​ທີ່​ສຸດ ຈະ​ເຮັດ​ໃຫ້​ວຽກ​ງານ​ຂອງ​ພຣະ​ເຈົ້າ​ກ້າວ​ໜ້າ​ໄປ​ໄດ້​ແນວ​ໃດ?

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ກັບ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ວ່າ, “ເຮົາ​ທົດ​ສອບ​ພວກ​ເຈົ້າ​ໃຫ້​ທົນ​ທຸກ​ໃນ​ແປວ​ໄຟ … ; ໃຫ້​ບໍ​ລິ​ສຸດ​ໃນ​ເຕົາ​ຫລອມ​ຮ້ອນ.”5 ບໍ່​ວ່າ​ສາ​ເຫດ​ຂອງ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ທ່ານ​ຈະ​ມາ​ຈາກ​ຫຍັງ​ກໍ​ຕາມ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ທ່ານ ສາ​ມາດ​ນຳ​ມັນ​ໃຫ້​ຊຳ​ລະ​ຈິດ​ວິນ​ຍານ​ຂອງ​ທ່ານ​ໃຫ້​ບໍ​ລິ​ສຸດ​ໄດ້.6 ຈິດ​ວິນ​ຍານ​ທີ່​ຖືກ​ຊຳ​ລະ​ສາ​ມາດ​ແບກ​ຮັບ​ພາ​ລະ​ຂອງ​ຄົນ​ອື່ນ​ດ້ວຍ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ເຫັນ​ອົກ​ເຫັນ​ໃຈ​ທີ່​ແທ້​ຈິງ​ໄດ້.7 ຈິດ​ວິນ​ຍານ​ທີ່​ຖືກ​ຊຳ​ລະ​ທີ່ “ໄດ້​ຜ່ານ​ການ​ຂົ່ມ​ເຫັງ​ຢ່າງ​ໜັກ” ໄດ້​ກຽມ​ພ້ອມ​ທີ່​ຈະ​ມີ​ຊີ​ວິດ​ຢູ່​ຢ່າງ​ຊົມ​ຊື່ນ​ຍິນ​ດີ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ຕະ​ຫລອດ​ໄປ, ແລະ “ພຣະ​ເຈົ້າ​ຈະ​ຊົງ​ເຊັດ​ນ້ຳ​ຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກ​ເຂົາ.”8

ຢ່າງ​ທີ​ສອງ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮູ້​ກ່ຽວ​ກັບ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ທ່ານ​ຢ່າງ​ໃກ້​ຊິດ. ໃນ​ຂະ​ນະ​ທີ່​ຢູ່​ທ່າມ​ກາງ​ການ​ທົດ​ລອງ, ເຮົາ​ສາ​ມາດ​ຄິດ​ຢ່າງ​ຜິດໆ​ວ່າ ພຣະ​ເຈົ້າ​ຢູ່​ໄກ ແລະ ບໍ່​ສົນ​ພຣະ​ໄທ​ກັບ​ຄວາມ​ເຈັບ​ປວດ​ຂອງ​ເຮົາ​ເລີຍ. ແມ່ນ​ແຕ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ກໍ​ຍັງ​ສະ​ແດງ​ຄວາມ​ຮູ້​ສຶກ​ນີ້​ໃນ​ຈຸດ​ທີ່​ຕ່ຳ​ທີ່​ສຸດ​ຂອງ​ເພິ່ນ. ຕອນ​ທີ່​ຖືກ​ຂັງ​ຢູ່​ໃນ​ຄຸກ​ລີ​ເບີ​ຕີ ໃນ​ຂະ​ນະ​ທີ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເປັນ​ພັນໆ​ຄົນ​ກຳ​ລັງ​ຖືກ​ຂັບ​ໄລ່​ໜີ​ອອກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ, ໂຈ​ເຊັບ​ໄດ້​ສະ​ແຫວງ​ຫາ​ທີ່​ຈະ​ເຂົ້າ​ໃຈ​ຜ່ານ​ທາງ​ການ​ອະ​ທິ​ຖານ​ທີ່​ວ່າ: “ໂອ້ ພຣະ​ອົງ​ເຈົ້າ, ພຣະ​ອົງ​ຊົງ​ປະ​ທັບ​ຢູ່​ບ່ອນ​ໃດ? ແລະ ສາ​ລາ​ທີ່​ປົກ​ປິດ​ບ່ອນ​ລີ້​ຂອງ​ພຣະ​ອົງ​ຢູ່​ບ່ອນ​ໃດ?” ເພິ່ນ​ໄດ້​ຈົບ​ດ້ວຍ​ຄຳ​ວິງ​ວອນ​ນີ້: “ຈົ່ງ​ລະ​ນຶກ​ເຖິງ​ໄພ່​ພົນ​ຂອງ​ພຣະ​ອົງ​ທີ່​ທຸກ​ທໍ​ລະ​ມານ, ໂອ້ ພຣະ​ເຈົ້າ​ຂອງ​ພວກ​ຂ້າ​ພຣະ​ອົງ.”9

ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ໂຈ​ເຊັບ ແລະ ທຸກ​ຄົນ​ທີ່​ທຸກ​ທໍ​ລະ​ມານ​ໝັ້ນ​ໃຈ​ຂຶ້ນ​ອີກ​ຄັ້ງ​ວ່າ:

“ລູກ​ເອີຍ, ສັນ​ຕິ​ສຸກ​ຈົ່ງ​ມີ​ແກ່​ຈິດ​ວິນ​ຍານ​ຂອງ​ເຈົ້າ; ຄວາມ​ຍາກ​ລຳ​ບາກ​ຂອງ​ເຈົ້າ ແລະ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຈົ້າ​ຈະ​ເປັນ​ຢູ່​ພຽງ​ຊົ່ວ​ຄາວ;

ແລະ ຈາກ​ນັ້ນ, ຖ້າ​ຫາກ​ເຈົ້າ​ອົດ​ທົນ​ມັນ​ໄດ້​ດີ, ພຣະ​ເຈົ້າ​ຈະ​ຍົກ​ເຈົ້າ​ຂຶ້ນ​ສູ່​ເບື້ອງ​ບົນ.”10

ໄພ່​ພົນ​ຫລາຍ​ຄົນ​ທີ່​ທຸກ​ທໍ​ລະ​ມານ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ ເຂົາ​ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ໃນ​ລະ​ຫວ່າງ​ການ​ທົດ​ລອງ​ຂອງ​ເຂົາ​ເຈົ້າ​ໄດ້​ຢ່າງ​ໃດ. ຂ້າ​ພະ​ເຈົ້າ​ຈື່​ປະ​ສົບ​ການ​ຂອງ​ຂ້າ​ພະ​ເຈົ້າ​ເອງ​ໄດ້​ຢ່າງ​ຊັດ​ເຈນ ໃນ​ຈຸດ​ໜຶ່ງ​ຂອງ​ການ​ຕໍ່​ສູ້​ກັບ​ໂຣກ​ມະ​​ເລັງ​ຂອງ​ຂ້າ​ພະ​ເຈົ້າ ເມື່ອ​ຕອນ​ທີ່​ໝໍ​ຍັງ​ບໍ່​ໄດ້​ບອກ​ສາ​ເຫດ​ຂອງ​ຄວາມ​ເຈັບ​ປວດ​ທີ່​ຮຸນ​ແຮງ​ບາງ​ອັນ​ເທື່ອ. ຂ້າ​ພະ​ເຈົ້າ​ນັ່ງ​ກັບ​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ໂດຍ​ມີ​ເຈດ​ຕະ​ນາ​ທີ່​ຈະ​ອວຍ​ພອນ​ເຂົ້າ​ສວຍ​ຂອງ​ພວກ​ເຮົາ. ກົງ​ກັນ​ຂ້າມ, ຂ້າ​ພະ​ເຈົ້າ​ເຮັດ​ໄດ້​ພຽງ​ແຕ່​ຮ້ອງ​ໄຫ້, “ພຣະ​ບິ​ດາ​ເທິງ​ສະ​ຫວັນ, ຂໍ​ຈົ່ງ​ຊ່ວຍ​ລູກ​ແນ່​ທ້ອນ. ລູກ​ປ່ວຍ​ຫລາຍ.” ປະ​ມານ 20 ຫາ 30 ວິ​ນາ​ທີ​ຕໍ່​ມາ, ຂ້າ​ພະ​ເຈົ້າ​ຖືກ​ອ້ອມ​ຮອບ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຮັບ​ເຫດ​ຜົນ​ສຳ​ລັບ​ຄວາມ​ເຈັບ​ປ່ວຍ​ຂອງ​ຂ້າ​ພະ​ເຈົ້າ, ບໍ່​ມີ​ສັນ​ຍານ​ຂອງ​ຜົນ​ໄດ້​ຮັບ​ສຸດ​ທ້າຍ, ແລະ ທັງ​ບໍ່​ໄດ້​ຮັບ​ການ​ບັນ​ເທົາ​ຈາກ​ຄວາມ​ເຈັບ​ປວດ. ຂ້າ​ພະ​ເຈົ້າ​ພຽງ​ແຕ່​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ອົງ, ແລະ ນັ້ນ​ກໍ​ພຽງ​ພໍ​ແລ້ວ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ພວກ​ເຮົາ, ຜູ້​ຮູ້​ແມ່ນ​ແຕ່​ການ​ຕົກ​ຂອງ​ນົກ​ຈອກ​ພຽງ​ແຕ່​ໂຕ​ດຽວ, ຮູ້​ເຖິງ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ທ່ານ.11

ຢ່າງ​ທີ​ສາມ, ພຣະ​ເຢ​ຊູ​ຄຣິດ​ໄດ້​ປະ​ທານ​ອຳ​ນາດ​ຂອງ​ພຣະ​ອົງ​ເພື່ອ​ຊ່ວຍ​ໃຫ້​ທ່ານ​ມີ​ກຳ​ລັງ​ທີ່​ຈະ​ອົດ​ທົນ​ຕໍ່​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ທ່ານ​ໄດ້​ດີ. ອຳ​ນາດ​ນີ້​ສາ​ມາດ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ໂດຍ​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.12 ຂ້າ​ພະ​ເຈົ້າ​ຢ້ານ​ວ່າ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຫລາຍ​ຄົນ​ຈະ​ຄິດ​ວ່າ ຖ້າ​ພວກ​ເຂົາ​ເຂັ້ມ​ແຂງ​ຂຶ້ນ​ຈັກ​ໜ້ອຍ​ໜຶ່ງ, ພວກ​ເຂົາ​ຈະ​ສາ​ມາດ​ຜ່ານ​ຜ່າ​ຄວາມ​ທຸກ​ທໍ​ລະ​ມານ​ດ້ວຍ​ຕົນ​ເອງ​ໄດ້. ນີ້​ແມ່ນ​ວິ​ທີ​ທີ່​ຍາກ​ໃນ​ການ​ໃຊ້​ຊີ​ວິດ. ຊ່ວງ​ເວ​ລາ​ແຫ່ງ​ຄວາມ​ເຂັ້ມ​ແຂງ​ຊົ່ວ​ຄາວ​ຂອງ​ທ່ານ ບໍ່​ສາ​ມາດ​ປຽບ​ທຽບ​ກັບ​ອຳ​ນາດ​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ເສີມ​ສ້າງ​ຈິດ​ວິນ​ຍານ​ຂອງ​ທ່ານ​ໄດ້.13

ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ສິດ​ສອນ​ວ່າ ພຣະ​ເຢ​ຊູ​ຄຣິດ​ຈະ “ຮັບ​ເອົາ” ຄວາມ​ເຈັບ​ປວດ, ຄວາມ​ປ່ວຍ​ໄຂ້, ແລະ ຄວາມ​ບົກ​ພ່ອງ​ຂອງ​ເຮົາ ເພື່ອ​ວ່າ​ພຣະ​ອົງ​ຈະ​ສາ​ມາດ​ຊ່ວຍ​ເຫລືອ​ເຮົາ​ໄດ້.14 ທ່ານ​ຈະ​ສາ​ມາດ​ນຳ​ໃຊ້​ອຳ​ນາດ​ທີ່​ພຣະ​ເຢ​ຊູ​ຄຣິດ​ປະ​ທານ​ໃຫ້ ເພື່ອ​ຊ່ວຍ​ເຫລືອ​ທ່ານ ແລະ ເຮັດ​ໃຫ້​ທ່ານ​ເຂັ້ມ​ແຂງ​ຂຶ້ນ​ໃນ​ຍາມ​ທຸກ​ທໍ​ລະ​ມານ​ໄດ້​ແນວ​ໃດ? ສິ່ງ​ສຳ​ຄັນ​ກໍ​ຄື​ການ​ຜູກ​ມັດ​ຕົນ​ເອງ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໂດຍ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ທ່ານ​ໄດ້​ເຮັດ​ໄວ້​ກັບ​ພຣະ​ອົງ. ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້ ເມື່ອ​ເຮົາ​ຮັບ​ພິ​ທີ​ການ​ຖາ​ນະ​ປະ​ໂລ​ຫິດ.15

ຜູ້​ຄົນ​ຂອງ​ແອວ​ມາ​ໄດ້​ເຂົ້າ​ສູ່​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ. ຕໍ່​ມາ ພວກ​ເຂົາ​ໄດ້​ທຸກ​ທໍ​ລະ​ມານ​ໃນ​ຄວາມ​ເປັນ​ທາດ ແລະ ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ນະ​ມັດ​ສະ​ການ​ໃນ​​ບ່ອນ​ເປີດ​ເຜີຍ ຫລື ແມ່ນ​ແຕ່​ອະ​ທິ​ຖານ​ອອກ​ສຽງ. ແຕ່​ພວກ​ເຂົາ​ຍັງ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ຕົນ​ເອງ​ດີ​ທີ່​ສຸດ​ເທົ່າ​ທີ່​ພວກ​ເຂົາ​ສາ​ມາດ​ເຮັດ​ໄດ້ ໂດຍ​ການ​ຮ້ອງ​ອອກ​ມາ​ຢ່າງ​ງຽບໆ​ໃນ​ໃຈ​ຂອງ​ພວກ​ເຂົາ. ຜົນ​ທີ່​ໄດ້​ຮັບ​ກໍ​ຄື, ອຳ​ນາດ​ແຫ່ງ​ສະ​ຫວັນ​ໄດ້​ມາ. “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເພີ່ມ​ພະ​ລັງ​ໃຫ້​ພວກ​ເຂົາ ເພື່ອ​ພວກ​ເຂົາ​ຈະ​ໄດ້​ທົນ​ຕໍ່​ພາ​ລະ​ແບກ​ຫາບ​ຢ່າງ​ງ່າຍ​ດາຍ.”16

ໃນ​ວັນ​ເວ​ລາ​ຂອງ​ເຮົາ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຊື້ອ​ເຊີນ​ວ່າ, “ຈົ່ງ ເບິ່ງ​ທີ່​ເຮົາ​ໃນ​ຄວາມ​ນຶກ​ຄິດ​ທຸກ​ຢ່າງ; ຢ່າ​ສົງ​ໄສ, ຢ່າ​ສູ່​ຢ້ານ.”17 ເມື່ອ​ເຮົາ​ຮັກ​ສາ​ພັນ​ທະ​ສັນ​ຍາ​ແຫ່ງ​ສິນ​ລະ​ລຶກ​ຂອງ​ເຮົາ ວ່າ​ຈະ​ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ, ພຣະ​ອົງ​ກໍ​ສັນ​ຍາ​ວ່າ ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຈະ​ຢູ່​ກັບ​ເຮົາ​ຕະ​ຫລອດ​ເວ​ລາ. ພຣະ​ວິນ​ຍານ​ໄດ້​ມອບ​ກຳ​ລັງ​ໃຫ້​ເຮົາ​ເພື່ອ​ອົດ​ທົນ​ຕໍ່​ການ​ທົດ​ລອງ ແລະ ເຮັດ​ໃນ​ສິ່ງ​ທີ່​ເຮົາ​ບໍ່​ສາ​ມາດ​ເຮັດ​ເອງ​ໄດ້. ພຣະ​ວິນ​ຍານ​ສາ​ມາດ​ປິ່ນ​ປົວ​ເຮົາ, ເຖິງ​ແມ່ນ​ວ່າ​ປະ​ທານ​ເຈມສ໌ ອີ ຟາວ ໄດ້​ສິດ​ສອນ​ວ່າ, “ການ​ປິ່ນ​ປົວ​ບາງ​ຢ່າງ​ອາດ​ເກີດ​ຂຶ້ນ​ໃນ​ອີກ​ໂລກ​ໜຶ່ງ.”18

ເຮົາ​ຍັງ​ໄດ້​ຮັບ​ພອນ​ໂດຍ​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ໃນ​ພຣະ​ວິ​ຫານ, ບ່ອນ​ທີ່ “ອຳ​ນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ​ຈະ​ສະ​ແດງ​ໃຫ້​ປະ​ຈັກ.”19 ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ສູນ​ເສຍ​ລູກ​ສາວ​ໄວ​ລຸ້ນ​ໃນ​ອຸ​ບັດ​ຕິ​ເຫດ​ຮ້າຍ​ແຮງ, ແລ້ວ​ຕໍ່​ມາ ກໍ​ສູນ​ເສຍ​ສາ​ມີ​ຂອງ​ນາງ​ດ້ວຍ​ໂຣກ​ມະ​ເລັງ. ຂ້າ​ພະ​ເຈົ້າ​ຖາມ​ວ່າ ນາງ​ສາ​ມາດ​ອົດ​ທົນ​ຕໍ່​ການ​ສູນ​ເສຍ ແລະ ຄວາມ​ທຸກ​ທໍ​ລະ​ມານ​ເຊັ່ນ​ນີ້​ໄດ້​ແນວ​ໃດ. ນາງ​ຕອບ​ວ່າ ຄວາມ​ເຂັ້ມ​ແຂງ​ມາ​ຈາກ​ຄວາມ​ໝັ້ນ​ໃຈ​ທາງ​ວິນ​ຍານ​ກ່ຽວ​ກັບ​ຄອບ​ຄົວ​ນິ​ລັນ​ດອນ, ທີ່​ໄດ້​ຮັບ​ໃນ​ລະ​ຫວ່າງ​ການ​ນະ​ມັດ​ສະ​ການ​ໃນ​ພຣະ​ວິ​ຫານ​ເປັນ​ປະ​ຈຳ. ດັ່ງ​ທີ່​ໄດ້​ສັນ​ຍາ​ໄວ້, ພິ​ທີ​ການ​ຕ່າງໆ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ມອບ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ເປັນ​ອາ​ວຸດ​ໃຫ້​ກັບ​ນາງ.20

ຢ່າງ​ທີ​ສີ່, ເລືອກ​ທີ່​ຈະ​ພົບ​ຄວາມ​ສຸກ​ໃນ​ແຕ່​ລະ​ມື້. ຜູ້​ທີ່​ທຸກ​ທໍ​ລະ​ມານ​ມັກ​ຈະ​ຮູ້​ສຶກ​ວ່າ ກາງ​ຄືນ​ນັ້ນ​ຍາວ​ນານ​ເຫລືອ​ເກີນ, ແລະ ແສງ​ອາ​ລຸນ​ຈະ​ບໍ່​ມີ​ວັນ​ມາ​ເຖິງ. ບໍ່​ເປັນ​ຫຍັງ​ທີ່​ຈະ​ຮ້ອງ​ໄຫ້.21 ແຕ່​ຖ້າ​ທ່ານ​ພົບ​ຕົວ​ເອງ​ໃນ​ກາງ​ຄືນ​ແຫ່ງ​ຄວາມ​ທຸກ​ທໍ​ລະ​ມານ​ທີ່​ມືດ​ມົນ, ໂດຍ​ການ​ເລືອກ​ສັດ​ທາ ທ່ານ​ຈະ​ສາ​ມາດ​ຕື່ນ​ຂຶ້ນ​ມາ​ກັບ​ຕອນ​ເຊົ້າ​ທີ່​ແຈ້ງ​ສະ​ຫວ່າງ​ແຫ່ງ​ປິ​ຕິ​ຍິນ​ດີ.22

ຍົກ​ຕົວ​ຢ່າງ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ແມ່​ທີ່​ຍັງ​ໜຸ່ມ​ຄົນ​ໜຶ່ງ​ທີ່​ກຳ​ລັງ​ຮັບ​ການ​ປິ່ນ​ປົວ​ມະ​ເລັງ, ຍິ້ມ​ຢ່າງ​ສະ​ຫງ່າ​ຜ່າ​ເຜີຍ​ໃນ​ຕັ່ງ​ຂອງ​ນາງ ເຖິງ​ແມ່ນ​ຈະ​ເຈັບ​ປວດ ແລະ ບໍ່​ມີ​ຜົມ​ກໍ​ຕາມ. ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ສາ​ມີ​ພັນ​ລະ​ຍາ​ຄູ່​ໜຶ່ງ ໄວ​ກາງ​ຄົນ​ທີ່​ກຳ​ລັງ​ຮັບ​ໃຊ້​ຢ່າງ​ມີ​ຄວາມ​ສຸກ​ໃນ​ຖາ​ນະ​ຜູ້​ນຳ​ຊາວ​ໜຸ່ມ ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ບໍ່​ສາ​ມາດ​ມີ​ລູກ​ໄດ້​ກໍ​ຕາມ. ຂ້າ​ພະ​ເຈົ້າ​ໄດ້​ນັ່ງ​ຢູ່​ກັບ​ຜູ້​ຍິງ​ທີ່​ດີ​ຄົນ​ໜຶ່ງ—ເປັນ​ແມ່​ຕູ້, ເປັນ​ແມ່, ແລະ ເປັນ​ພັນ​ລະ​ຍາ​ທີ່​ຍັງ​ໜຸ່ມ​ຢູ່—ຜູ້​ທີ່​ຈະ​ເສຍ​ຊີ​ວິດ​ພາຍ​ໃນ​ສອງ​ສາມ​ມື້​ນັ້ນ, ແຕ່​ທ່າມ​ກາງ​ນ້ຳ​ຕາ​ຂອງ​ຄອບ​ຄົວ ກໍ​ຍັງ​ມີ​ສຽງ​ຫົວ ແລະ ຄວາມ​ຊົງ​ຈຳ​ທີ່​ມີ​ຄວາມ​ມ່ວນ​ຊື່ນ.

ໄພ່​ພົນ​ທີ່​ທຸກ​ທໍ​ລະ​ມານ​ເຫລົ່າ​ນີ້ ເປັນ​ຕົວ​ຢ່າງ​ເຖິງ​ສິ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ທີ່​ວ່າ:

“ຄວາມສຸກ​ທີ່ເຮົາ​ຮູ້ສຶກ ບໍ່ຂຶ້ນ​ກັບ​ສະຖາ​ນະການ​ໃນ​ຊີວິດ​ຂອງເຮົາ ແຕ່​ມັນ​ຂຶ້ນກັບ​ວ່າ ເຮົາ​ເອົາ​ໃຈໃສ່​ຕໍ່​ສິ່ງໃດ ໃນ​ຊີວິດ​ຂອງເຮົາ.

ເມື່ອ​ເຮົາ​ເຮັດ​ໃຫ້​ຊີ​ວິດ​ຂອງ​ເຮົາ​ເອົາ​ໃຈ​ໃສ່​ຕໍ່​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ເຈົ້າ … ແລະ ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ເຮົາ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ສຸກ​ໄດ້ ບໍ່​ວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ—ຫລື ບໍ່​ເກີດ​ຂຶ້ນ​ກໍ​ຕາມ—ໃນ​ຊີ​ວິດ​ຂອງ​ເຮົາ.”23

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ24 ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​​ຈື່​ຈຳ​ໄພ່​ພົນ​ທີ່​ກຳ​ລັງ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ອົງ, ຮັກ​ທ່ານ, ແລະ ຮູ້​ກ່ຽວ​ກັບ​ທ່ານ​ຢ່າງ​ໃກ້​ຊິດ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ຮູ້​ວ່າ​ທ່ານ​ຮູ້​ສຶກ​ຢ່າງ​ໃດ. “ແນ່​ນອນ ເພິ່ນ​ຈະ​ແບກ​ຫາບ​ເອົາ​ຄວາມ​ໂສກ​ເສົ້າ, ແລະ ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຂອງ​ພວກ​ເຮົາ​ໄວ້.”25 ຂ້າ​ພະ​ເຈົ້າ​ຮູ້—ໃນ​ຖາ​ນະ​ຜູ້​ຮັບ​ທຸກ​ວັນ26—ວ່າ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ ເປີດ​ອຳ​ນາດ​ແຫ່ງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ໃຫ້​ຄວາມ​ເຂັ້ມ​ແຂງ ແລະ ແມ່ນ​ແຕ່​ຄວາມ​ຊື່ນ​ຊົມ​ແກ່​ຜູ້​ທີ່​ທຸກ​ທໍ​ລະ​ມານ.

ສຳ​ລັບ​ທຸກ​ຄົນ​ທີ່​ທຸກ​ທໍ​ລະ​ມານ, ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ, “ຂໍ​ໃຫ້​ພຣະ​ເຈົ້າ​ຈົ່ງ​ໂປດ​ປະ​ທານ​ໃຫ້​ພາ​ລະ​ຂອງ​ພວກ​ທ່ານ​ເບົາ​ບາງ​ລົງ, ໂດຍ​ທາງ​ຄວາມ​ສຸກ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ.”27 ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.