​2018
ເມື່ອ​ເຮົາ​ດຳ​ເນີນ​ໄປ​ໜ້າ​ດ້ວຍ​ກັນ
April 2018


ຂ່າວ​ສານ​ຈາກ​ຝ່າຍ​ປະທານ​ສູງ​ສຸດ, ເດືອນ​ເມສາ 2018

ເມື່ອ​ເຮົາ​ດຳ​ເນີນ​ໄປ​ໜ້າ​ດ້ວຍ​ກັນ

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ຂ້າ​ພະ​ເຈົ້າ​ຖ່ອມ​ຕົວ ທີ່​ໄດ້​ມາ​ຢູ່​ນຳ​ທ່ານ​ໃນ​ເຊົ້າ​ມື້​ນີ້. ສີ່​ມື້​ຜ່ານ​ມາ ພວກ​ເຮົາ​ໄດ້​ໄປ​ຮ່ວມ​ງານ​ສົ່ງ​ສະ​ການ​ຂອງ​ວິ​ລະ​ຊົນ​ຜູ້​ຍິ່ງ​ໃຫຍ່​ຄົນ​ໜຶ່ງ, ຊຶ່ງ​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ—ປະ​ທານ ທອມ​ມັສ ແອັສ ມອນສັນ. ບໍ່​ມີ​ຄຳ​ໃດ​ທີ່​ສາ​ມາດ​ເອົາ​ມາ​ບັນ​ຍາຍ​ໄດ້​ເຖິງ​ຊີ​ວິດ ທີ່​ໃຫຍ່​ໂຕ ແລະ ດີ​ເດັ່ນ​ຂອງ​ເພິ່ນ. ຂ້າ​ພະ​ເຈົ້າ​ຈະ​ຖະ​ໜອມ​ຄວາມ​ເປັນ​ເພື່ອນ​ຂອງ​ພວກ​ເຮົາ ດ້ວຍ​ຄວາມ​ກະ​ຕັນ​ຍູ ສຳ​ລັບ​ສິ່ງ​ທີ່​ເພິ່ນ​ໄດ້​ສອນ​ຂ້າ​ພະ​ເຈົ້າ. ບັດ​ນີ້ ເຮົາ​ຕ້ອງ​ເບິ່ງ​ອະ​ນາ​ຄົດ ດ້ວຍ​ສັດ​ທາ​ອັນ​ເຕັມ​ປ່ຽມ ໃນ​ອົງ​ພຣະ​ເຢຊູ​ຄຣິດ, ຊຶ່ງ​ສາດ​ສະ​ໜາ​ຈັກ​ນີ້ ເປັນ​ຂອງ​ພຣະ​ອົງ.

ສອງ​ມື້​ຜ່ານ​ມາ​ນີ້ ອັກ​ຄະ​ສາ​ວົກ​ທັງ​ໝົດ ໄດ້​ຊຸມ​ນຸມ​ກັນ​ຢູ່​ໃນ​ຫ້ອງ​ຊັ້ນ​ເທິງ​ຂອງ​ພຣະ​ວິ​ຫານ​ເຊົາ​ເລັກ. ຢູ່​ໃນ​ນັ້ນ ພວກ​ເພິ່ນ​ໄດ້​ຕັດ​ສິນ​ໃຈ​ຢ່າງ​ເປັນ​ເອ​ກະ​ສັນ, ທຳ​ອິດ, ໃຫ້​ຈັດ​ຕັ້ງ​ຝ່າຍ​ປະ​ທານ​ສູງ​ສຸດ​ຂຶ້ນ​ໃໝ່​ຕອນ​ນີ້ ແລະ, ສອງ, ວ່າ​ໃຫ້​ຂ້າ​ພະ​ເຈົ້າ​ຮັບ​ໃຊ້​ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ. ບໍ່​ມີ​ຄຳ​ໃດ ທີ່​ເໝາະ​ສົມ​ພໍ ທີ່​ຈະ​ເອົາ​ມາ​ບອກ​ທ່ານ ວ່າ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ແນວ​ໃດ ທີ່​ບັນ​ດາ​ນ້ອງໆ​ຂອງ​ຂ້າ​ພະ​ເຈົ້າ—ນ້ອງໆ​ຜູ້​ດຳ​ລົງ​ຂໍ​ກະ​ແຈ​ທັງ​ໝົດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ຊຶ່ງ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ຜ່ານ​ທາງ​ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ ໃນ​ຍຸກ​ສະ​ໄໝ​ນີ້—ໄດ້​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ຂ້າ​ພະ​ເຈົ້າ ແລະ ແຕ່ງ​ຕັ້ງ​ຂ້າ​ພະ​ເຈົ້າ​ເປັນ​ທາງ​ການ ໃຫ້​ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ. ມັນ​ເປັນ​ປະ​ສົບ​ການ​ທີ່​ສັກ​ສິດ ແລະ ຖ່ອມ​ຕົວ​ຫລາຍ.

ແລ້ວ​ມັນ​ໄດ້​ກາຍ​ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຂ້າ​ພະ​ເຈົ້າ ທີ່​ຈະ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕຽມ​ຜູ້​ໃດ​ໄວ້ ໃຫ້​ມາ​ເປັນ​ທີ່​ປຶກ​ສາ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຈະ​ເລືອກ​ພຽງ​ແຕ່​ສອງ​ຄົນ ໃນ​ບັນ​ດາ​ອັກ​ຄະ​ສາ​ວົກ​ສິບ​ສອງ​ໄດ້​ແນວ​ໃດ, ເພາະ​ຂ້າ​ພະ​ເຈົ້າ​ກໍ​ຮັກ​ທຸກ​ຄົນ​ຫລາຍ​ທີ່​ສຸດ? ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ຢ່າງ​ເລິກ​ຊຶ້ງ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ຄຳ​ອະ​ທິ​ຖານ​ອັນ​ແຮງ​ກ້າ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຂໍ​ຂອບ​ພຣະ​ໄທ ທີ່​ປະ​ທານ ດາລິນ ແຮຣິສ ໂອກສ໌ ແລະ ປະ​ທານ ເຮັນຣີ ເບັນນຽນ ໄອຣິງ ເຕັມ​ໃຈ ທີ່​ຈະ​ຮັບ​ໃຊ້​ກັບ​ຂ້າ​ພະ​ເຈົ້າ ເປັນ​ທີ່​ປຶກ​ສາ​ທີ​ໜຶ່ງ ແລະ ທີ​ສອງ, ຕາມ​ລຳ​ດັບ. ປະ​ທານ​ດີເດີ ແອັຟ ອຸກດອບ ກໍ​ໄດ້​ກັບ​ຄືນ​ໄປ​ຫາ​ທີ່​ເດີມ​ຂອງ​ເພິ່ນ ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ. ເພິ່ນ​ກໍ​ໄດ້​ຮັບ​ໜ້າ​ທີ່ມອບ​ໝາຍ​ທີ່​ໃຫຍ່​ໂຕ​ໄປ​ແລ້ວ ອັນ​ທີ່​ເໝາະ​ສົມ​ເປັນ​ພິ​ເສດ ສຳ​ລັບ​ເພິ່ນ.

ຂ້າ​ພະ​ເຈົ້າ​ຂໍ​ສັນ​ລະ​ເສີນ​ເພິ່ນ ແລະ ປະ​ທານ​ໄອຣິງ ສຳ​ລັບ​ການ​ຮັບ​ໃຊ້​ທີ່​ດີ​ເລີດ​ຂອງ​ພວກ​ເພິ່ນ ໃນ​ການ​ເປັນ​ທີ່​ປຶກ​ສາ​ຂອງ​ປະ​ທານ​ມອນສັນ. ພວກ​ເພິ່ນ​ມີ​ຄວາມ​ສາ​ມາດ, ອຸ​ທິດ​ຕົນ, ແລະ ໃຫ້​ການ​ດົນ​ໃຈ​ຫລາຍ. ພວກ​ເຮົາ​ມີ​ຄວາມ​ກະ​ຕັນ​ຍູ​ເປັນ​ຢ່າງ​ຍິ່ງ​ຕໍ່​ພວກ​ເພິ່ນ. ໃນ​ເວ​ລາ​ນີ້ ແຕ່​ລະ​ຄົນ​ກໍ​ເຕັມ​ໃຈ​ທີ່​ຈະ​ຮັບ​ໃຊ້ ຢູ່​ໃນ​ບ່ອນ​ທີ່​ຕ້ອງ​ການ​ພວກ​ເພິ່ນ​ຫລາຍ​ທີ່​ສຸດ.

ໂດຍ​ທີ່​ເປັນ​ອັກ​ຄະ​ສາ​ວົກ​ຜູ້​ມີ​ຄວາມ​ອາ​ວຸ​ໂສ​ກວ່າ​ຕໍ່​ລົງ​ມາ ຄົນ​ທີ​ສອງ, ປະ​ທານ​ໂອກສ໌ ຈຶ່ງ​ກາຍ​ເປັນ​ປະ​ທານ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ເພິ່ນ​ຖືກ​ເອີ້ນ​ໃຫ້​ມາ​ເປັນ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ຕາມ​ລະບຽບ​ຂອງ​ສາດ​ສະ​ໜາ​ຈັກ, ປະ​ທານ ເອັມ ຣະ​ໂຊ ບາ​ເລີດ, ຜູ້​ມີ​ຄວາມ​ອາ​ວຸ​ໂສ​ກວ່າ​ຕໍ່​ລົງ​ມາ ຄົນ​ທີ​ສາມ, ຈະ​ຮັບ​ໃຊ້​ເປັນ​ປະ​ທານ​ກຸ່ມ​ແທນ​ຊົ່ວ​ຄາວ. ຝ່າຍ​ປະ​ທານ​ສູງ​ສຸດ ຈະ​ທຳ​ງານ​ຢ່າງ​ຂະ​ຫຍັນ ຄຽງ​ບ່າ​ຄຽງ​ໄລ່​ກັບ​ອັກ​ຄະ​ສາ​ວົກ​ສິບ​ສອງ ເພື່ອ​ຈະ​ໄດ້​ຮູ້​ຈັກ​ເຖິງ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ນຳ​ພາ​ວຽກ​ງານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ​ໄປ​ໜ້າ.

ພວກ​ເຮົາ​ຂໍ​ຂອບ​ໃຈ​ສຳ​ລັບ​ຄຳ​ອະ​ທິ​ຖານ​ຂອງ​ທ່ານ. ຜູ້​ຄົນ​ຕະ​ຫລອດ​ທົ່ວ​ໂລກ​ໄດ້​ອະ​ທິ​ຖານ​ເພື່ອ​ພວກ​ເຮົາ. ໃນ​ເຊົ້າ​ຂອງ​ວັນ​ຕໍ່​ຈາກ​ມື້​ທີ່​ປະ​ທານ​ມອນສັນ​ໄດ້​ເສຍ​ຊີ​ວິດ​ໄປ, ເດັກ​ນ້ອຍ​ຜູ້​ຊາຍ​ຄົນ​ໜຶ່ງ ອາ​ຍຸ​ສີ່​ປີ ຊື່ ເບັນສັນ ໄດ້​ອະ​ທິ​ຖານ​ເພື່ອ​ພວກ​ເຮົາ. ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ຖ້ອຍ​ຄຳ​ທີ່​ຍົກ​ເອົາ​ມາ​ຈາກ​ຈົດ​ໝາຍ​ຂອງ​ແມ່​ລາວ ທີ່​ໄດ້​ສົ່ງ​ມາ​ໃຫ້ ເວັນດີ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ. ທ້າວ​ເບັນສັນ ໄດ້​ອະ​ທິ​ຖານ​ວ່າ, “ໂອ້ ພຣະ​ບິ​ດາ​ເທິງ​ສະ​ຫວັນ, ຂໍ​ຂອບ​ພຣະ​ໄທ​ພຣະ​ອົງ ທີ່​ປະ​ທານ ທອມມັສ ແອັສ ມອນສັນ ສາ​ມາດ​ເຫັນ​ເມຍ​ຂອງ​ເພິ່ນ​ອີກ. ຂໍ​ຂອບ​ພຣະ​ໄທ​ພຣະ​ອົງ​ສຳ​ລັບ​ສາດ​ສະ​ດາ​ຄົນ​ໃໝ່. ຂໍ​ຈົ່ງ​ຊ່ວຍ​ເພິ່ນ​ໃຫ້​ມີ​ຄວາມ​ກ້າ​ຫານ ແລະ ບໍ່​ຢ້ານ​ກົວ ໃນ​ຕຳ​ແໜ່ງ​ໃໝ່​ຂອງ​ເພິ່ນ. ຂໍ​ຈົ່ງ​ຊ່ວຍ​ເພິ່ນ​ໃຫ້​ເຕີບ​ໂຕ, ມີ​ສຸ​ຂະ​ພາບ​ແຂງ​ແຮງ, ແລະ ເຂັ້ມ​ແຂງ. ຂໍ​ຈົ່ງ​ຊ່ວຍ​ເພິ່ນ​ໃຫ້​ມີ​ພະ​ລັງ ເພາະ​ເພິ່ນ​ມີ​ຖາ​ນະ​ປະ​ໂລ​ຫິດ. ແລະ ຂໍ​ຈົ່ງ​ຊ່ວຍ​ພວກ​ຂ້າ​ນ້ອຍ​ໃຫ້​ເປັນ​ຄົນ​ອ່ອນ​ຫວານ​ສະ​ເໝີ.”

ຂ້າ​ພະ​ເຈົ້າ​ຂອບ​ພຣະ​ໄທ​ພຣະ​ເຈົ້າ​ສຳ​ລັບ​ເດັກ​ນ້ອຍ​ເຊັ່ນ​ນີ້ ແລະ ສຳ​ລັບ​ພໍ່​ແມ່​ຜູ້​ຕັ້ງ​ໃຈ ທີ່​ຈະ​ເປັນ​ຄົນ​ຊອບ​ທຳ, ເອົາ​ໃຈ​ໃສ່​ໃນ​ການ​ເປັນ​ພໍ່​ແມ່—ສຳ​ລັບ​ພໍ່​ແມ່​ທຸກ​ຄົນ, ຄູ​ສອນ, ແລະ ສະ​ມາ​ຊິກ ຜູ້​ທີ່​ແບກ​ຫາບ​ພາ​ລະ​ໜັກ​ໜ່ວງ ແລະ ຍັງ​ຮັບ​ໃຊ້​ດ້ວຍ​ຄວາມ​ເຕັມ​ໃຈ. ໃນ​ອີກ​ຄຳ​ໜຶ່ງ, ສຳ​ລັບ​ທ່ານ​ທຸກ​ຄົນ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ດ້ວຍ​ຄວາມ​ຖ່ອມ​ຕົວ.

ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ນຳ

ເມື່ອ​ເຮົາ​ດຳ​ເນີນ​ໄປ​ໜ້າ​ດ້ວຍ​ກັນ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ຄິດ​ກ່ຽວ​ກັບ​ຄຸນ​ສົມ​ບັດ​ທີ່​ສະ​ຫງ່າ​ງາມ ຊຶ່ງ​ໂດຍ​ແບບ​ນັ້ນ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປົກ​ຄອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ເມື່ອ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ເສຍ​ຊີ​ວິດ​ໄປ, ມັນ​ບໍ່​ໄດ້​ເປັນ​ເລື່ອງ​ລຶບ​ລັບ​ກ່ຽວ​ກັບ​ຄົນ​ຕໍ່​ໄປ​ທີ່​ຈະ​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ໃນ​ຕຳ​ແໜ່ງ​ນັ້ນ. ມັນ​ຈະ​ບໍ່​ມີ​ການ​ອອກ​ຄະ​ແນນ​ເລືອກ​ຕັ້ງ, ຫລື ການ​ໂຄ​ສະ​ນາ​ຫາ​ສຽງ, ມີ​ແຕ່​ດຳ​ເນີນ​ການ ຕາມ​ວຽກ​ງານ​ທີ່​ງຽບໆ ຂອງ​ແຜນ​ແຫ່ງ​ສະ​ຫວັນ​ຂອງ​ການ​ຮັບ​ຕຳ​ແໜ່ງ​ຕໍ່​ເທົ່າ​ນັ້ນ, ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ເອງ ໄດ້​ຈັດ​ຕັ້ງ​ໄວ້.

ການ​ຮັບ​ໃຊ້​ໃນ​ແຕ່​ລະ​ວັນ​ຂອງ​ອັກ​ຄະ​ສາ​ວົກ ເປັນ​ວັນ​ແຫ່ງ​ການ​ຮຽນ​ຮູ້ ແລະ ຕຽມ​ສຳ​ລັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຢ່າງ​ອື່ນໆ ໃນ​ອະ​ນາ​ຄົດ. ມັນ​ຈະ​ໃຊ້​ເວ​ລາ​ເປັນ​ສິບໆ​ປີ ສຳ​ລັບ​ອັກ​ຄະ​ສາ​ວົກ​ຄົນ​ໜຶ່ງ ທີ່​ຈະ​ເລື່ອນ​ຈາກ​ການ​ເປັນ​ລຸ້ນ​ນ້ອງ ເຖິງ ການ​ເປັນ​ລຸ້ນ​ອ້າຍ ຢູ່​ໃນ​ກຸ່ມ. ໃນ​ໄລ​ຍະ​ເວ​ລາ​ນັ້ນ, ເພິ່ນ​ຈະ​ໄດ້​ຮັບ​ປະ​ສົບ​ການ​ໂດຍ​ກົງ ໃນ​ວຽກ​ງານ​ແຕ່​ລະ​ດ້ານ​ຂອງ​ສາດ​ສະ​ໜາ​ຈັກ. ເພິ່ນ​ກໍ​ຍັງ​ຮູ້​ຈັກ​ກັບ​ຜູ້​ຄົນ​ຢູ່​ໃນ​ໂລກ​ນີ້​ຢ່າງ​ຫລວງ​ຫລາຍ, ຮ່ວມ​ທັງ​ປະ​ຫວັດ, ວັດ​ທະ​ນະ​ທຳ, ພາ​ສາ​ຂອງ​ເຂົາ​ເຈົ້າ ເມື່ອ​ພວກ​ເພິ່ນ​ໄດ້​ຖືກ​ມອບ​ໝາຍ​ຫລາຍໆ​ເທື່ອ ໃຫ້​ໄປ​ຫາ​ທົ່ວ​ໂລກ. ຂັ້ນ​ຕອນ​ຂອງ​ການ​ຮັບ​ຕຳ​ແໜ່ງ​ຕໍ່ ໃນ​ການ​ເປັນ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ນີ້ ແມ່ນ​ພິ​ເສດ​ຫລາຍ. ຂ້າ​ພະ​ເຈົ້າ​ບໍ່​ຮູ້​ຈັກ​ສິ່ງ​ອື່ນ​ໃດ ທີ່​ເປັນ​ແບບ​ນີ້. ບໍ່​ຄວນ​ເປັນ​ສິ່ງ​ແປກ​ສຳ​ລັບ​ເຮົາ, ເພາະ​ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ອົງ​ບໍ່​ໄດ້​ທຳ​ງານ​ຕາມ​ລະ​ບຽບ​ຂອງ​ມະ​ນຸດ.

ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້​ຢູ່​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ພາຍ​ໃຕ້​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຜ່ານ​ມາ ຫ້າ​ທ່ານ. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ປະ​ທານ​ແຕ່​ລະ​ທ່ານ ໄດ້​ຮັບ​ການ​ເປີດ​ເຜີຍ ແລະ ຕອບ​ສະ​ໜອງ​ຕໍ່​ການ​ເປີດ​ເຜີຍ​ນັ້ນ. ພຣະ​ຜູ້​ເປັນ​ເຈົ້າ​ເຄີຍ ແລະ ຈະ​ແນະ​ນຳ ແລະ ດົນ​ໃຈ​ສາດ​ສະ​ດາ​ຂອງ​ພຣະ​ອົງ​ສະ​ເໝີ​ໄປ. ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ນຳ. ພວກ​ເຮົາ​ຜູ້​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ພະ​ຍານ​ເຖິງ​ພຣະ​ນາມ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ ຕະ​ຫລອດ​ທົ່ວ​ໂລກ ຈະ​ສືບ​ຕໍ່​ສະ​ແຫວງ​ຫາ​ທີ່​ຈະ​ຮູ້​ຈັກ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ ແລະ ເຮັດ​ຕາມ​ນັ້ນ.

ຈົ່ງ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ

ບັດ​ນີ້, ຕໍ່​ສະ​ມາ​ຊິກ​ແຕ່​ລະ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ, ຂ້າ​ພະ​ເຈົ້າ​ກ່າວ​ວ່າ, ຈົ່ງ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ. ຄວາມ​ຕັ້ງ​ໃຈ​ຂອງ​ທ່ານ​ທີ່​ຈະ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໂດຍ​ການ​ເຮັດ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ອົງ ແລະ ແລ້ວ​ຮັກ​ສາ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ ຈະ​ເປີດ​ປະ​ຕູ​ຂອງ​ພອນ​ທາງ​ວິນ​ຍານ​ທຸກ​ປະ​ການ ໃຫ້​ສຳ​ລັບ​ຊາຍ, ຍິງ, ແລະ ເດັກ​ນ້ອຍ ໃນ​ທຸກ​ແຫ່ງ​ຫົນ.

ໂດຍ​ທີ່​ເປັນ​ຝ່າຍ​ປະ​ທານ​ສູງ​ສຸດ​ກຸ່ມ​ໃໝ່, ພວກ​ເຮົາ​ຢາກ​ເລີ່ມ​ຕົ້ນ ໂດຍ​ມີ​ທີ່​ສຸດ​ຢູ່​ໃນ​ໃຈ. ເພາະ​ດ້ວຍ​ເຫດ​ນີ້, ພວກ​ເຮົາ​ຈຶ່ງ​ກ່າວ​ກັບ​ທ່ານ​ໃນ​ມື້​ນີ້ ຈາກ​ພຣະ​ວິ​ຫານ. ທີ່​ສຸດ​ດັ່ງ​ກ່າວ ທີ່​ເຮົາ​ແຕ່​ລະ​ຄົນ​ພະ​ຍາ​ຍາມ​ໄປ​ເຖິງ ແມ່ນ​ການ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ ພ້ອມ​ດ້ວຍ​ພະ​ລັງ ຢູ່​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ​ໄດ້​ຜະ​ນຶກ​ເຂົ້າ​ກັບ​ຄອບ​ຄົວ, ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ ທີ່​ໄດ້​ເຮັດ​ຢູ່​ໃນ​ພຣະ​ວິ​ຫານ ຊຶ່ງ​ຊ່ວຍ​ເຮົາ​ໃຫ້​ເໝາະ​ສົມ​ກັບ​ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ເຈົ້າ—ຄື​ຊີ​ວິດ​ນິ​ລັນ​ດອນ. ພິ​ທີ​ການ​ຂອງ​ພຣະ​ວິ​ຫານ ແລະ ພັນ​ທະ​ສັນ​ຍາ​ທີ່​ທ່ານ​ເຮັດ​ຢູ່​ໃນ​ນັ້ນ ຄື​ສິ່ງ​ສຳ​ຄັນ​ທີ່​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຊີ​ວິດ, ການ​ແຕ່ງ​ງານ ແລະ ຄອບ​ຄົວ, ແລະ ຄວາມ​ສາ​ມາດ​ຂອງ​ທ່ານ ໃນ​ການ​ຕໍ່​ຕ້ານ​ກັບ​ການ​ໂຈມ​ຕີ​ຂອງ​ຜູ້​ປໍ​ລະ​ປັກ. ການ​ນະ​ມັດ​ສະ​ການ​ຢູ່​ໃນ​ພຣະ​ວິ​ຫານ ແລະ ການ​ຮັບ​ໃຊ້​ສຳ​ລັບ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານ ຈະ​ເປັນ​ພອນ​ໃຫ້​ແກ່​ທ່ານ ໂດຍ​ການ​ເພີ່ມ​ການ​ເປີດ​ເຜີຍ​ສ່ວນ​ຕົວ ແລະ ຄວາມ​ສະ​ຫງົບ​ສຸກ​ໃຫ້​ທ່ານ ແລະ ຈະ​ປົກ​ປ້ອງ​ຄວາມ​ຕັ້ງ​ໃຈ​ຂອງ​ທ່ານ ເພື່ອ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

ບັດ​ນີ້, ຖ້າ​ຫາກ​ທ່ານ​ໄດ້​ຍ່າງ​ອອກ​ໄປ​ຈາກ​ເສັ້ນ​ທາງ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ ດ້ວຍ​ຄວາມ​ຫວັງ​ທັງ​ໝົດ​ຂອງ​ໃຈ ເພື່ອ​ຂໍ​ໃຫ້​ທ່ານ​ກັບ​ມາ. ບໍ່​ວ່າ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຂອງ​ທ່ານ, ການ​ທ້າ​ທາຍ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ແຕ່​ຍັງ​ມີ​ບ່ອນ​ສຳ​ລັບ​ທ່ານ​ຢູ່, ຢູ່​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນີ້. ທ່ານ ແລະ ເຊື້ອ​ສາຍ​ຂອງ​ທ່ານ​ທີ່​ຍັງ​ບໍ່​ໄດ້​ເກີດ​ເທື່ອ ຈະ​ໄດ້​ຮັບ​ພອນ ໂດຍ​ການ​ກະ​ທຳ​ຂອງ​ທ່ານ ທີ່​ຈະ​ກັບ​ຄືນ​ມາ​ຫາ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ໃນ​ເວ​ລາ​ນີ້. ພຣະ​ບິ​ດາ​ຂອງ​ເຮົາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ ຈະ​ທະ​ນຸ​ຖະ​ໜອມ​ລູກໆ​ຂອງ​ພຣະ​ອົງ, ແລະ ພຣະ​ອົງ​ຢາກ​ໃຫ້​ເຮົາ​ແຕ່​ລະ​ຄົນ​ກັບ​ຄືນ​ໄປ​ບ້ານ ຫາ​ພຣະ​ອົງ. ນີ້​ຄື​ເປົ້າ​ໝາຍ​ທີ່​ສຳ​ຄັນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ—ທີ່​ຈະ​ຊ່ວຍ​ເຮົາ​ແຕ່​ລະ​ຄົນ​ໃຫ້​ກັບ​ຄືນ​ບ້ານ.

ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຮັກ​ອັນ​ເລິກ​ຊຶ້ງ​ຕໍ່​ທ່ານ—ຄວາມ​ຮັກ​ທີ່​ເຕີບ​ໂຕ​ມາ​ເປັນ​ເວ​ລາ​ຫລາຍ​ສິບ​ປີ​ແລ້ວ ຈາກ​ການ​ໄດ້​ພົບ​ເຫັນ​ທ່ານ, ນະ​ມັດ​ສະ​ການ​ກັບ​ທ່ານ, ແລະ ຮັບ​ໃຊ້​ຮ່ວມ​ກັບ​ທ່ານ. ໜ້າ​ທີ່​ມອບ​ໝາຍ ທີ່​ສູງ​ສົ່ງ​ຂອງ​ເຮົາ ຄື​ທີ່​ຈະ​ໄປ​ຫາ​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ, ໃນ​ການ​ຊ່ວຍ​ຕຽມ​ໂລກ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພວກ​ເຮົາ​ຈະ​ເຮັດ​ສິ່ງ​ນີ້​ດ້ວຍ​ສັດ​ທາ​ໃນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ໂດຍ​ທີ່​ຮູ້​ວ່າ ພຣະ​ອົງ​ເປັນ​ຜູ້​ນຳ​ພາ. ນີ້​ແມ່ນ​ວຽກ​ງານ​ຂອງ​ພຣະ​ອົງ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ພວກ​ເຮົາ​ແມ່ນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ຂໍ​ປະ​ກາດ​ຄວາມ​ອຸ​ທິດ​ຕົນ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ພຣະ​ເຈົ້າ ອົງ​ເປັນ​ພຣະ​ບິ​ດາ​ນິ​ລັນ​ດອນ​ຂອງ​ເຮົາ ແລະ ຕໍ່​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢຊູ​ຄຣິດ. ຂ້າ​ພະ​ເຈົ້າ​ຮູ້​ຈັກ​ພວກ​ພຣະ​ອົງ, ຮັກ​ພວກ​ພຣະ​ອົງ, ແລະ ປະ​ຕິ​ຍານ​ທີ່​ຈະ​ຮັບ​ໃຊ້​ພວກ​ພຣະ​ອົງ—ແລະ ທ່ານ—ດ້ວຍ​ທຸກ​ລົມ​ຫາຍ​ໃຈ ຂອງ​ຊີ​ວິດ​ຂ້າ​ພະ​ເຈົ້າ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.