ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ປົກ​ປ້ອງ​ລັດ​ຖະ​ທຳ​ມະ​ນູນ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ສະ​ຫວັນ​ຂອງ​ເຮົາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ການ​ປົກ​ປ້ອງ​ລັດ​ຖະ​ທຳ​ມະ​ນູນ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ສະ​ຫວັນ​ຂອງ​ເຮົາ

ຄວາມ​ເຊື່ອ​ຂອງ​ເຮົາ​ໃນ​ການ​ດົນ​ໃຈ​ຈາກ​ສະ​ຫວັນ​ໄດ້​ມອບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ພິ​ເສດ​ໃຫ້​ແກ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ ເພື່ອ​ຮັກ​ສາ ແລະ ປົກ​ປ້ອງ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ຫະ​ລັດ ແລະ ຫລັກ​ການ​ແຫ່ງ​ລັດ​ຖະ​ທຳ​ມະ​ນູນ.

ໃນ​ວັນ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ນີ້, ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ​ຢາກ​ກ່າວ​ກ່ຽວ​ກັບ​ລັດ​ຖະ​ທຳ​ມະ​ນູນ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຂອງ​ສະ​ຫະ​ລັດ. ລັດ​ຖະ​ທຳ​ມະ​ນູນ​ນີ້​ມີ​ຄວາມ​ສຳ​ຄັນ​ພິ​ເສດ​ຕໍ່​ສະ​ມາ​ຊິກ​ຂອງ​ພວກ​ເຮົາ​ໃນ​ສະ​ຫະ​ລັດ, ແຕ່​ມັນ​ກໍ​ຍັງ​ເປັນ​ມໍ​ລະ​ດົກ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ຮ່ວມ​ກັນ​ຕະ​ຫລອດ​ທົ່ວ​ໂລກ.

I.

ລັດ​ຖະ​ທຳ​ມະ​ນູນ​ແມ່ນ​ຮາກ​ຖານ​ຂອງ​ລັດ​ຖະ​ບານ. ມັນ​ໃຫ້​ໂຄງ​ຮ່າງ ແລະ ຂໍ້​ຈຳ​ກັດ​ໃນ​ການ​ໃຊ້​ອຳ​ນາດ​ຂອງ​ລັດ​ຖະ​ບານ. ລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ຫະ​ລັດ​ເປັນ​ລັດ​ຖະ​ທຳ​ມະ​ນູນ​ທີ່​ເກົ່າ​ແກ່​ທີ່​ສຸດ ທີ່​ຍັງ​ມີ​ຜົນ​ສັກ​ສິດ​ໃນ​ທຸກ​ວັນ​ນີ້. ເຖິງ​ແມ່ນ​ວ່າ​ແຕ່​ກ່ອນ​ກີ້​ມັນ​ໄດ້​ຖືກ​ຮັບ​ຮູ້​ໂດຍ​ກຸ່ມ​ອາ​ນາ​ນິ​ຄົມ​ຈຳ​ນວນ​ໜ້ອຍ​ໜຶ່ງ, ແຕ່​ບໍ່​ດົນ​ມັນ​ກໍ​ກາຍ​ເປັນ​ແບບ​ຢ່າງ​ໃຫ້​ຕະ​ຫລອດ​ທົ່ວ​ໂລກ. ປະ​ຈຸ​ບັນ​ນີ້, ທຸກ​ປະ​ເທດ​ຍົກ​ເວັ້ນ​ແຕ່​ສາມ​ປະ​ເທດ ໄດ້​ມີ​ກົດ​ລັດ​ຖະ​ທຳ​ມະ​ນູນ​ຄື​ກັນ.1

ໃນ​ຄຳ​ປາ​ໄສ​ນີ້ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ກ່າວ​ເພື່ອ​ພັກ​ການ​ເມືອງ ຫລື ກຸ່ມ​ອື່ນ​ໃດໆ. ຂ້າ​ພະ​ເຈົ້າ​ກ່າວ​ເພື່ອ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ຫະ​ລັດ, ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ສຶກ​ສາ​ມາ​ເປັນ​ເວ​ລາ​ຫລາຍ​ກວ່າ 60 ປີ​ແລ້ວ. ຂ້າ​ພະ​ເຈົ້າ​ກ່າວ​ຈາກ​ປະ​ສົບ​ການ​ຕອນ​ທຳ​ງານ​ເປັນ​ສະ​ໝຽນ​ໃຫ້​ຫົວ​ໜ້າ​ຜູ້​ຕັດ​ສິນ​ໃນ​ສານ​ສູງ​ສຸດ​ຂອງ​ສະ​ຫະ​ລັດ. ຂ້າ​ພະ​ເຈົ້າ​ກ່າວ​ຈາກ​ການ​ເປັນ​ອາ​ຈານ​ສອນ​ຝ່າຍ​ກົດ​ໝາຍ​ເປັນ​ເວ​ລາ 15 ປີ, ແລະ 3 ປີ​ເຄິ່ງ ໃນ​ຖາ​ນະ​ຜູ້​ຕັດ​ສິນ​ໃນ​ສານ​ສູງ​ສຸດ​ຂອງ​ລັດ​ຢູ​ທາ. ສຳ​ຄັນ​ທີ່​ສຸດ​ຄື, ຂ້າ​ພະ​ເຈົ້າ​ກ່າວ​ຈາກ 37 ປີ​ໃນ​ຖາ​ນະ​ອັກ​ຄະ​ສາ​ວົກ​ຄົນ​ໜຶ່ງ​ຂອງ​ພຣະ​ເຢ​ຊູ​ຄຣິດ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ສຶກ​ສາ​ຄວາມ​ໝາຍ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ສະ​ຫວັນ​ຂອງ​ສະ​ຫະ​ລັດ ຊຶ່ງ​ມັນ​ກ່ຽວ​ຂ້ອງ​ກັບ​ວຽກ​ງານ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຟື້ນ​ຟູ​ຂອງ​ພຣະ​ອົງ.

ລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ຫະ​ລັດ​ແມ່ນ​ແຕກ​ຕ່າງ ເພາະ​ວ່າ​ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ວ່າ ພຣະ​ອົງ “​ໄດ້​ຈັດ​ຕັ້ງ” ມັນ​ຂຶ້ນ “ເພື່ອ​ສິດ​ທິ ແລະ ການ​ຄຸ້ມ​ຄອງ​ເນື້ອ​ໜັງ​ທັງ​ປວງ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 101:77); ເບິ່ງ ຂໍ້​ທີ 80 ນຳ​ອີກ). ນັ້ນ​ຄື​ເຫດ​ຜົນ​ທີ່​ລັດ​ຖະ​ທຳ​ມະ​ນູນ​ນີ້​ຈຶ່ງ​ເປັນ​ທີ່​ໜ້າ​ຫ່ວງ​ໃຍ​ພິ​ເສດ​ຕໍ່​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຕະ​ຫລອດ​ທົ່ວ​ໂລກ. ບໍ່​ວ່າ​ຫລັກ​ການ​ຂອງ​ມັນ​ຄວນ​ຖືກ​ນຳ​ໃຊ້​ໃນ​ປະ​ຊາ​ຊາດ​ອື່ນ​ຂອງ​ໂລກ​ແນວ​ໃດ​ກໍ​ຕາມ ມັນ​ຂຶ້ນ​ກັບ​ການ​ຕັດ​ສິນ​ໃຈ​ຂອງ​ເຂົາ​ເຈົ້າ.

ແມ່ນ​ຫຍັງ​ຄື​ຈຸດ​ປະ​ສົງ​ຂອງ​ພຣະ​ເຈົ້າ​ໃນ​ການ​ຈັດ​ຕັ້ງ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ຫະ​ລັດ​ຂຶ້ນ​ມາ? ເຮົາ​ເຫັນ​ມັນ​ຢູ່​ໃນ​ຄຳ​ສອນ​ກ່ຽວ​ກັບ​ອຳ​ເພີ​ໃຈ​ທາງ​ສິນ​ທຳ. ໃນ​ທົດ​ສະ​ວັດ​ທຳ​ອິດ​ຂອງ​ການ​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ, ສະ​ມາ​ຊິກ​ທີ່​ຢູ່​ໃນ​ເຂດ​ຊາຍ​ແດນ​ຕາ​ເວັນ​ຕົກ ໄດ້​ທົນ​ກັບ​ການ​ຂົ່ມ​ເຫັງ​ໃນ​ບ່ອນ​ສ່ວນ​ຕົວ ແລະ ໃນ​ສະ​ຖານ​ທີ່​ສາ​ທາ​ລະ​ນະ. ພາກ​ສ່ວນ​ໜຶ່ງ​ຍ້ອນ​ວ່າ​ເຂົາ​ເຈົ້າ​ຄັດ​ຄ້ານ​ກັບ​ການ​ໃຫ້​ມະ​ນຸດ​ເປັນ​ຂ້າ​ທາດ ທີ່​ມີ​ຢູ່​ໃນ​ສະ​ຫະ​ລັດ​ໃນ​ເວ​ລາ​ນັ້ນ. ໃນ​ສະ​ຖາ​ນະ​ການ​ທີ່​ໂຊກ​ຮ້າຍ​ເຫລົ່າ​ນີ້, ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ຄວາມ​ຈິງ​ກ່ຽວ​ກັບ​ຄຳ​ສອນ​ຂອງ​ພຣະ​ອົງ​ຜ່ານ​ທາງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ.

ພຣະ​ເຈົ້າ​ໄດ້​ມອບ​ອຳ​ເພີ​ໃຈ​ທາງ​ສິນ​ທຳ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ອົງ—​ອຳ​ນາດ​ທີ່​ຈະ​ຕັດ​ສິນ​ໃຈ ແລະ ປະ​ຕິ​ບັດ. ເງື່ອນ​ໄຂ​ທີ່​ໜ້າ​ເພິ່ງ​ປາດ​ຖະ​ໜາ​ທີ່​ສຸດ​ສຳ​ລັບ​ການ​ໃຊ້​ອຳ​ເພີ​ໃຈ​ນັ້ນ​ແມ່ນ​ສິດ​ເສ​ລີ​ພາບ​ສູງ​ສຸດ​ຂອງ​ຊາຍ ແລະ ຍິງ​ທີ່​ຈະ​ຕັດ​ສິນ​ໃຈ ແລະ ປະ​ຕິ​ບັດ​ອີງ​ຕາມ​ການ​ເລືອກ​ຂອງ​ຕົນ. ການ​ເປີດ​ເຜີຍ​ອະ​ທິ​ບາຍ​ວ່າ “ມະ​ນຸດ​ທຸກ​ຄົນ​ຈະ​ຮັບ​ຜິດ​ຊອບ​ຕໍ່​ບາບ​ຂອງ​ຕົນ​ເອງ​ໃນ​ວັນ​ແຫ່ງ​ການ​ພິ​ພາກ​ສາ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 101:78). “ສະ​ນັ້ນ,” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ, “ມັນ​ຈຶ່ງບໍ່​ຖືກ​ຕ້ອງ​ທີ່​ມະ​ນຸດ​ຄົນ​ໃດ​ຈະ​ຢູ່​ໃນ​ຄວາມ​ເປັນ​ທາດ​ຂອງ​ຄົນ​ອື່ນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 101:79). ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງ​ວ່າ ການ​ໃຫ້​ມະ​ນຸດ​ເປັນ​ຂ້າ​ທາດ​ນັ້ນ​ຜິດ. ແລະ ອີງ​ຕາມ​ຫລັກ​ການ​ດຽວ​ກັນ, ມັນ​ຜິດ​ທີ່​ປະ​ຊາ​ຊົນ​ບໍ່​ສາ​ມາດ​ປາກ​ເວົ້າ​ໃນ​ການ​ເລືອກ​ຕັ້ງ​ຜູ້​ນຳ​ຂອງ​ພວກ​ເຂົາ ຫລື ການ​ສ້າງ​ຕັ້ງ​ກົດ​ໝາຍ​ຂອງ​ພວກ​ເຂົາ.

II.

ຄວາມ​ເຊື່ອ​ຂອງ​ພວກ​ເຮົາ​ທີ່​ວ່າ​ລັດ​ຖະ​ທຳ​ມະ​ນູນ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ສະ​ຫວັນ​ຂອງ​ສະ​ຫະ​ລັດ ບໍ່​ໄດ້​ໝາຍ​ຄວາມ​ວ່າ ການ​ເປີດ​ເຜີຍ​ຈາກ​ສະ​ຫວັນ​ກຳ​ນົດ​ທຸກ​ຄຳ ແລະ ວະ​ລີ, ດັ່ງ​ເຊັ່ນ​ການ​ຈັດ​ຈຳ​ນວນ​ຕົວ​ແທນ​ຈາກ​ແຕ່​ລະ​ລັດ ຫລື ອາ​ຍຸ​ຕ່ຳ​ສຸດ​ຂອງ​ຜູ້​ແທນ​ແຕ່​ລະ​ຄົນ.2 ລັດ​ຖະ​ທຳ​ມະ​ນູນ​ບໍ່​ແມ່ນ “ເອ​ກະ​ສານ​ທີ່​ສົມ​ບູນ​ເຕັມ​ທີ່,” ປະ​ທານ​ເຈ ຣູ​ເບັນ ຄະ​ລາກ ໄດ້​ກ່າວ. “ກົງ​ກັນ​ຂ້າມ,” ເພິ່ນ​ອະ​ທິ​ບາຍ, “ພວກ​ເຮົາ​ເຊື່ອ​ວ່າ​ມັນ​ຈະ​ຖືກ​ດັດ​ແປງ ແລະ ພັດ​ທະ​ນາ​ເພື່ອ​ສະ​ໜອງ​ການ​ປ່ຽນ​ແປງ​ທີ່​ຈຳ​ເປັນ​ຕາມ​ຄວາມ​ຈະ​ເລີນ​ຂອງ​ໂລກ.”3 ຍົກ​ຕົວ​ຢ່າງ, ການ​ດັດ​ແປງ ທີ່​ໄດ້​ຮັບ​ການ​ດົນ​ໃຈ​ໄດ້​ຍົກ​ເລີກ​ການ​ເປັນ​ຂ້າ​ທາດ ແລະ ມອບ​ສິດ​ໃຫ້​ແມ່​ຍິງ​ໃນ​ການ​ເລືອກ​ຕັ້ງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຮົາ​ບໍ່​ເຫັນ​ການ​ດົນ​ໃຈ​ໃນ​ທຸກໆ​ການ​ຕັດ​ສິນ​ຂອງ​ສານ​ສູງ​ສຸດ​ທີ່​ຕີ​ຄວາມ​ໝາຍ​ຂອງ​ລັດ​ຖະ​ທຳ​ມະ​ນູນ.

ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ຫະ​ລັດ​ບັນ​ຈຸ​ຫລັກ​ການ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ສະ​ຫວັນ​ຢູ່​ຫ້າ​ຢ່າງ.4

ຫລັກ​ການ​ຢ່າງ​ທຳ​ອິດ​ແມ່ນ ແຫລ່ງ​ອຳ​ນາດ​ຂອງ​ລັດ​ຖະ​ບານ​ຄື ປະ​ຊາ​ຊົນ. ໃນ​ຊ່ວງ​ເວ​ລາ​ທີ່​ອຳ​ນາດ​ອະ​ທິ​ປະ​ໄຕ​ຖືກ​ສັນ​ນິ​ຖານ​ໂດຍ​ທົ່ວ​ໄປ ວ່າ​ກະ​ສັດ ຫລື ກຸ່ມ​ທະ​ຫານ​ໄດ້​ຮັບ​ສິດ​ຈາກ​ສະ​ຫວັນ​ໃຫ້​ປົກ​ຄອງ, ມັນ​ຈະ​ມີ​ການ​ປະ​ຕິ​ວັດ​ເພື່ອ​ມອບ​ສິດ​ອຳ​ນາດ​ອະ​ທິ​ປະ​ໄຕ​ໃຫ້​ແກ່​ປະ​ຊາ​ຊົນ. ນັກ​ປັດ​ຊະ​ຍາ​ໄດ້​ສະ​ໜັບ​ສະ​ໜູນ​ເລື່ອງ​ນີ້, ແຕ່​ລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ຫະ​ລັດ​ໄດ້​ຖືກ​ນຳ​ໃຊ້​ກ່ອນ​ໝູ່​ໝົດ. ອຳ​ນາດ​ອະ​ທິ​ປະ​ໄຕ​ໃນ​ປະ​ຊາ​ຊົນ ບໍ່ ໝາຍ​ຄວາມ​ວ່າ​ກຸ່ມ​ອັນ​ຕະ​ພານ ຫລື ກຸ່ມ​ອື່ນໆ​ສາ​ມາດ​ແຊກ​ແຊງ​ເພື່ອ​ຂົ່ມ​ຂູ່ ຫລື ບັງ​ຄັບ​ໃຫ້​ລັດ​ຖະ​ບານ​ດຳ​ເນີນ​ການ. ລັດ​ຖະ​ທຳ​ມະ​ນູນ​ໄດ້​ຈັດ​ຕັ້ງ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຕາມ​ລັດ​ຖະ​ທຳ​ມະ​ນູນ, ບ່ອນ​ທີ່​ປະ​ຊາ​ຊົນ​ໃຊ້​ອຳ​ນາດ​ຂອງ​ຕົນ​ເລືອກ​ຕັ້ງ​ຜູ້​ແທນ.

ຫລັກ​ການ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຢ່າງ​ທີ​ສອງ​ຄື ການ​ແບ່ງ​ອຳ​ນາດ​ທີ່​ຖືກ​ມອບ​ໝາຍ​ລະ​ຫວ່າງ​ປະ​ເທດ ແລະ ບັນ​ດາ​ລັດ. ໃນ​ລະ​ບົບ​ລັດ​ຖະ​ບານ​ຂອງ​ເຮົາ, ຫລັກ​ການ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນນີ້ ບາງ​ຄັ້ງ​ໄດ້​ມີ​ການ​ປ່ຽນ​ແປງ​ໂດຍ​ການ​ດັດ​ແປງ​ທີ່​ໄດ້​ຮັບ​ການ​ດົນ​ໃຈ, ເຊັ່ນ​ການ​ຍົກ​ເລີກ​ການ​ເປັນ​ຂ້າ​ທາດ ແລະ ການ​ຂະ​ຫຍາຍ​ສິດ​ອອກ​ສຽງ​ໃຫ້​ກັບ​ແມ່​ຍິງ, ຊຶ່ງ​ໄດ້​ກ່າວ​ມາ​ກ່ອນ​ໜ້າ​ນີ້. ທີ່​ສຳ​ຄັນ, ລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ຫະ​ລັດ​ຈຳ​ກັດ​ລັດ​ຖະ​ບານ​ແຫ່ງ​ຊາດ​ໃນ​ການ​ໃຊ້​ອຳ​ນາດ​ທີ່​ອະ​ນຸ​ຍາດ​ດັ່ງ​ທີ່​ອະ​ທິ​ບາຍ ຫລື ມີ​ຂຽນ​ໄວ້, ແລະ ມັນ​ສະ​ຫງວນ​ອຳ​ນາດ​ຂອງ​ລັດ​ຖະ​ບານ​ອື່ນໆ​ທັງ​ໝົດ “ໃຫ້​ແກ່​ບັນ​ດາ​ລັດ ຫລື ປະ​ຊາ​ຊົນ.”5

ຫລັກ​ການ​ທີ່​ດົນ​ໃຈ​ອີກ​ຢ່າງ​ໜຶ່ງ​ຄື ການ​ແບ່ງ​ອຳ​ນາດ. ເປັນ​ເວ​ລາ​ຫລາຍ​ສັດ​ຕະ​ວັດ​ກ່ອນ​ສົນ​ທິ​ສັນ​ຍາ​ລັດ​ຖະ​ທຳ​ມະ​ນູນ​ປີ 1787, ລັດ​ຖະ​ສະ​ພາ​ອັງ​ກິດ​ໄດ້​ບຸກ​ເບີກ​ການ​ແບ່ງ​ແຍກ​ອຳ​ນາດ​ນິ​ຕິ​ບັນ​ຍັດ ແລະ ສິດ​ອຳ​ນາດ​ບໍ​ລິ​ຫານ​ເມື່ອ​ພວກ​ເຂົາ​ຕໍ່​ສູ້​ກັບ​ອຳ​ນາດ​ບາງ​ຢ່າງ​ຈາກ​ກະ​ສັດ. ແຮງ​ດົນ​ໃຈ​ໃນ​ສົນ​ທິ​ສັນ​ຍາ​ອາ​ເມ​ຣິ​ກາ​ແມ່ນ​ການມອບ​ອຳ​ນາດ​ການ​ບໍ​ລິ​ຫານ, ນິ​ຕິ​ບັນ​ຍັດ, ແລະ ອຳ​ນາດ​ຕຸ​ລາ​ການ ຢ່າງ​ເປັນ​ອິດ​ສະ​ລະ ເພື່ອ​ໃຫ້​ສາມ​ສາ​ຂານີ້​ສາ​ມາດກວດ​ກາ​ຊຶ່ງ​ກັນ​ແລະ​ກັນ.

ຫລັກ​ການ​ທີ່​ໃຫ້​ການ​ດົນ​ໃຈ​ຢ່າງ​ທີ​ສີ່​ແມ່ນ​ຢູ່​ໃນ​ກຸ່ມ​ຂອງ​ການ​ຮັບ​ປະ​ກັນ​ທີ່​ສຳ​ຄັນ​ຂອງ​ສິດ​ທິ​ບຸກ​ຄົນ ແລະ ຂໍ້​ຈຳ​ກັດ​ສະ​ເພາະ​ຕໍ່​ສິດ​ອຳ​ນາດ​ຂອງ​ລັດ​ຖະ​ບານ​ໃນ​ໃບ​ແຈ້ງ​ສິດ​ທິ, ໄດ້​ຖືກ​ຮັບ​ຮອງ​ພຽງ​ແຕ່​ສາມ​ປີ​ຫລັງ​ຈາກ​ລັດ​ຖະ​ທຳ​ມະ​ນູນ​ໄດ້​ມີ​ຜົນ​ບັງ​ຄັບ​ໃຊ້. ໃບ​ແຈ້ງ​ສິດ​ທິ​ບໍ່​ແມ່ນ​ສິ່ງ​ໃໝ່. ທີ່​ນີ້ ແຮງ​ດົນ​ໃຈ​ຄື​ການ​ນຳ​ເອົາ​ຫລັກ​ການ​ໄປ​ໃຊ້ ຊຶ່ງ​ບຸກ​ເບີກ​ຢູ່​ປະ​ເທດ​ອັງ​ກິດ, ເລີ່ມ​ຈາກ​ກົດ​ບັນ​ຍັດ ແມກ​ນາ ຄາ​ຕາ. ຜູ້​ຂຽນ​ລັດ​ຖະ​ທຳ​ມະ​ນູນ​ຄຸ້ນ​ເຄີຍ​ກັບ​ສິ່ງ​ເຫລົ່າ​ນີ້ ຍ້ອນ​ວ່າ​ກົດ​ບັນ​ຍັດ​ອາ​ນາ​ນິ​ຄົມ​ມີ​ການ​ຮັບ​ປະ​ກັນ​ເຊັ່ນ​ນີ້.

ປາດ​ສະ​ຈາກ​ໃບ​ແຈ້ງ​ສິດ​ທິ, ອາ​ເມ​ຣິ​ກາ​ຄົງ​ບໍ່​ສາ​ມາດ​ເປັນ​ປະ​ເທດ​ເຈົ້າ​ພາບ​ສຳ​ລັບ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ, ຊຶ່ງ​ເລີ່ມ​ຕົ້ນ​ພຽງ​ແຕ່​ສາມ​ທົດ​ສະ​ວັດ​ຕໍ່​ມາ. ມີ​ການ​ດົນ​ໃ​ຈ​ຈາກ​ສະ​ຫວັນ​ໃ​ນ​ບົດ​ບັນ​ຍັດ​ດັ້ງ​ເດີມ​ທີ່ບໍ່​ຄວນ​ມີ​ການ​ທົດ​ສອບ​ທາງ​ສາດ​ສະ​ໜາ​ສຳ​ລັບ​ຜູ້​ຢາກ​ທຳ​ງານ​ໃນ​ຫ້ອງ​ການ​ສາ​ທາ​ລະ​ນະ,6 ແຕ່​ການ​ເພີ່ມ​ເສ​ລີ​ພາບ​ທາງ​ສາດ​ສະ​ໜາ ແລະ ການ​ຮັບ​ປະ​ກັນ​ຕໍ່​ຕ້ານ​ການ​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ໃດ​ໜຶ່ງ​ເປັນ​ສາດ​ສະ​ໜາ​ທາງ​ການ​ຂອງ​ປະ​ເທດ ຢູ່​ໃນ​ລັດ​ຖະ​ທຳ​ມະ​ນູນ​ຂໍ້​ທຳ​ອິດ​ແມ່ນ​ສຳ​ຄັນ. ເຮົາ​ຍັງ​ເຫັນ​ການ​ດົນ​ໃຈ​ຈາກ​ສະ​ຫວັນ​ໃນ​ລັດ​ຖະ​ທຳ​ມະ​ນູນ​ຂໍ້​ທຳ​ອິດ​ຂອງ​ສິດ​ທິ​ການ​ປາກ​ເວົ້າ ແລະ ສື່ມວນ​ຊົນ ແລະ ໃນ​ການ​ປົກ​ຄອງ ທີ່​ລວມ​ຢູ່​ໃນ​ລັດ​ຖະ​ທຳ​ມະ​ນູນ​ຂໍ້​ອື່ນໆ, ດັ່ງ​ເຊັ່ນ​ການ​ດຳ​ເນີນ​ຄະ​ດີ​ທາງ​ອາ​ຍາ​ນຳ​ອີກ.

ຮູບ​ພາບ
ພວກ​ເຮົາ​ປະ​ຊາ​ຊົນ

ຫ້າ ແລະ ສຸດ​ທ້າຍ, ຂ້າ​ພະ​ເຈົ້າ​ເຫັນ​ການ​ດົນ​ໃຈ​ຈາກ​ສະ​ຫວັນ​ໃນ​ຈຸດ​ປະ​ສົງ​ທີ່​ສຳ​ຄັນ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ທັງ​ໝົດ. ເຮົາ​ຖືກ​ປົກ​ຄອງ​ໂດຍ ກົດ​ໝາຍ ແລະ ບໍ່​ແມ່ນ​ໂດຍ ບຸກ​ຄົນ​ໃດ​ໜຶ່ງ, ແລະ ຄວາມ​ຈົງ​ຮັກ​ພັກ​ດີ​ຂອງ​ເຮົາ​ແມ່ນ​ມີ​ຕໍ່ ລັດ​ຖະ​ທຳ​ມະ​ນູນ ແລະ ຫລັກ​ການ ແລະ ຂະ​ບວນ​ການ​ຂອງ​ມັນ, ບໍ່​ແມ່ນ​ຕໍ່ ຜູ້​ດຳ​ລົງ​ຕຳ​ແໜ່ງ ໃດໆ. ດ້ວຍ​ວິ​ທີ​ນີ້, ທຸກ​ຄົນ​ຈຶ່ງ​ສະ​ເໝີ​ພາບ​ຢູ່​ຕໍ່​ໜ້າ​ກົດ​ໝາຍ. ຫລັກ​ການ​ເຫລົ່າ​ນີ້​ກີດ​ກັນ​ຄວາມ​ທະ​ເຍີ​ທະ​ຍານ​ຜະ​ເດັດ​ການ, ຊຶ່ງ​ເຮັດ​ໃຫ້​ປະ​ຊາ​ທິ​ປະ​ໄຕ​ເສື່ອມ​ໂຊມ​ໃນ​ບາງ​ປະ​ເທດ. ມັນ​ຍັງ​ໝາຍ​ຄວາມ​ວ່າ ບໍ່​ຄວນ​ມີ​ສາ​ຂາ​ໃດ​ໃນ​ສາມ​ສາ​ຂາ​ຂອງ​ລັດ​ຖະ​ບານ ໂດດ​ເດັ່ນ​ເໜືອ​ກຸ່ມ​ອື່ນ ຫລື ປ້ອງ​ກັນ​ກຸ່ມ​ອື່ນບໍ່​ໃຫ້​ອີກ​ຝ່າຍ​ປະ​ຕິ​ບັດ​ໜ້າ​ທີ່​ຕາມ​ລັດ​ຖະ​ທຳ​ມະ​ນູນ​ຢ່າງ​ເໝາະ​ສົມ ເພື່ອກວດ​ກາ​ຊຶ່ງ​ກັນ​ແລະ​ກັນ.

III.

ເຖິງ​ແມ່ນ​ວ່າ​ມີ​ຫລັກ​ການ​ທີ່​ດົນ​ໃຈ​ຈາກ​ສະ​ຫວັນ​ໃນ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ຫະ​ລັດ, ເມື່ອ​ນຳ​ໃຊ້​ໂດຍ​ມະ​ນຸດ​ທີ່​ບໍ່​ດີ​ພ້ອມ ພວກ​ເຂົາ​ຈະ​ບໍ່​ປະ​ຕິ​ບັດ​ຕາມ​ຄວາມ​ຕັ້ງ​ໃຈ​ດັ້ງ​ເດີມ​ສະ​ເໝີ​ໄປ. ຫົວ​ຂໍ້​ສຳ​ຄັນ​ຂອງ​ການ​ສ້າງ​ກົດ, ດັ່ງ​ເຊັ່ນ​ກົດ​ໝາຍ​ບາງ​ຢ່າງ​ທີ່​ກ່ຽວ​ກັບ​ການ​ຄວບ​ຄຸມ​ຄວາມ​ສຳ​ພັນ​ໃນ​ຄອບ​ຄົວ, ໄດ້​ຖືກ​ລັດ​ຖະ​ບານ​ກາງ​ເອົາ​ໄປ​ຈາກ​ບັນ​ດາ​ລັດ. ລັດ​ຖະ​ທຳ​ມະ​ນູນ​ຂໍ້​ທຳ​ອິດ​ທີ່​ຮັບ​ປະ​ກັນ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ ບາງ​ເທື່ອ​ກໍ​ຖືກ​ເຮັດ​ໃຫ້​ອ່ອນ​ແອ​ລົງ​ໂດຍ​ການ​ສະ​ກັດ​ກັ້ນ​ການ​ເວົ້າ​ທີ່​ບໍ່​ເປັນ​ທີ່​ນິ​ຍົມ. ຫລັກ​ການ​ຂອງ​ການ​ແບ່ງ​ແຍກ​ອຳ​ນາດ​ແມ່ນ​ຢູ່​ພາຍ​ໃຕ້​ຄວາມ​ກົດ​ດັນ​ສະ​ເໝີ ຕາມ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ຖະ​ບານ​ສາ​ຂາ​ໜຶ່ງ ຫລື ການ​ຢັບ​ຢັ້ງ​ອຳ​ນາດ​ທີ່ມອບ​ໃຫ້​ອີກ​ຝ່າຍ.

ມີ​ໄພ​ຂົ່ມ​ຂູ່​ອື່ນໆ​ອີກ​ທີ່​ຫວັງ​ທຳ​ລາຍ​ຫລັກ​ການ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ຫະ​ລັດ. ຄວາມ​ສຳ​ຄັນ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ໄດ້​ຫລຸດ​ລົງ​ເນື່ອງ​ຈາກ​ກະ​ແສ​ຂອງ​ສັງ​ຄົມ​ໃນ​ປະ​ຈຸ​ບັນ​ພະ​ຍາມ​ປ່ຽນ​ແປງ​ມັນ ຊຶ່ງ​ເປັນ​ເຫດ​ຜົນ​ຂອງ​ການ​ສ້າງ​ຕັ້ງ​ມັນ​ຂຶ້ນ​ມາ, ແທນ​ທີ່​ຈະ​ເປັນ​ເສ​ລີ​ພາບ ແລະ ການ​ປົກ​ຄອງ​ຕົນ​ເອງ. ສິດ​ອຳ​ນາດ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ຈະ​ເປັນ​ເລື່ອງ​ບໍ່​ສຳ​ຄັນ​ເມື່ອ​ຜູ້​ສະ​ໝັກ ຫລື ເຈົ້າ​ໜ້າ​ທີ່​ບໍ່​ສົນ​ໃຈ​ກັບ​ຫລັກ​ການ​ຂອງ​ມັນ. ກຽດ​ສັກ​ສີ ແລະ ຜົນ​ບັງ​ຄັບ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ໄດ້​ຫລຸດ​ລົງ​ໂດຍ​ຜູ້​ທີ່​​ກ່າວ​ເຖິງ​ມັນ​ຄື​ກັບ​ວ່າ​ເປັນ​ການ​ທົດ​ສອບ ຫລື ເປັນ​ຄຳ​ຂວັນ​ທາງ​ການ​ເມືອງ, ແທນ​ທີ່​ຈະ​ເປັນ​ສະ​ຖາ​ນະ​ພາບ​ສູງ​ສົ່ງ ໃນ​ຖາ​ນະ​ແຫລ່ງ​ຂອງ​ການ​ອະ​ນຸ​ຍາດ ແລະ ຂໍ້​ຈຳ​ກັດ​ສຳ​ລັບ​ສິດ​ອຳ​ນາດ​ຂອງ​ລັດ​ຖະ​ບານ.

IV.

ຄວາມ​ເຊື່ອ​ຂອງ​ເຮົາ​ໃນ​ການ​ດົນ​ໃຈ​ຈາກ​ສະ​ຫວັນ​ໄດ້​ມອບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ພິ​ເສດ​ໃຫ້​ແກ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ ເພື່ອ​ຮັກ​ສາ ແລະ ປົກ​ປ້ອງ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ຫະ​ລັດ ແລະ ຫລັກ​ການ​ແຫ່ງ​ລັດ​ຖະ​ທຳ​ມະ​ນູນ​ໃນ​ບ່ອນ​ທີ່​ເຮົາ​ອາ​ໄສ​ຢູ່. ເຮົາ​ຄວນ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຄິດ​ໃນ​ທາງ​ບວກ​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ​ປະ​ເທດ​ຊາດ.

ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ຊື່​ສັດ​ຄວນ​ເຮັດ​ຫຍັງ​ຕື່ມ​ອີກ​ແດ່? ເຮົາ​ຕ້ອງ​ອະ​ທິ​ຖານ​ເພື່ອ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊີ້​ນຳ ແລະ ອວຍ​ພອນ​ປະ​ຊາ​ຊາດ ແລະ ຜູ້​ນຳ​ຂອງ​ພວກ​ເຂົາ. ນີ້​ຄື​ພາກ​ສ່ວນ​ໜຶ່ງ​ໃນ​ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂອງ​ເຮົາ. ການ​ຢູ່​ພາຍ​ໃຕ້​ປະ​ທາ​ນາ​ທິ​ບໍ​ດີ ຫລື ຜູ້​ປົກ​ຄອງ7 ແນ່​ນອນ​ວ່າບໍ່​ມີ​ອຸ​ປະ​ສັກ​ໃດໆ​ຕໍ່​ການ​ຕໍ່​ຕ້ານ​ກົດ​ໝາຍ ຫລື ນະ​ໂຍ​ບາຍ​ສ່ວນ​ບຸກ​ຄົນ​ຂອງ​ເຮົາ. ມັນ​ຮຽກ​ຮ້ອງ​ເຮົາ​ໃຫ້​ໃຊ້​ອິດ​ທິ​ພົນ​ຂອງ​ເຮົາ​ຢ່າງ​ສຸ​ພາບ ແລະ ດ້ວຍ​ສັນ​ຕິ, ໃນ​ຂອບ​ເຂດ​ຂອງ​ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ​ທີ່​ນຳ​ໃຊ້. ໃນ​ປະ​ເດັນ​ທີ່​ມີ​ການ​ໂຕ້​ແຍ້ງ​ກັນ, ເຮົາ​ຄວນ​ຊ່ວຍ​ຜູ້​ຄົນ​ໃຫ້​ຢຸດ​ຕິ ແລະ ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ.

ມີ​ໜ້າ​ທີ່​ອື່ນ​ອີກ​ທີ່​ເປັນ​ພາກ​ສ່ວນ​ຂອງ​ການ​ຮັກ​ສາ​ລັດ​ຖະ​ທຳ​ມະ​ນູນ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ນັ້ນ. ເຮົາ​ຄວນ​ຮຽນ​ຮູ້ ແລະ ສະ​ໜັບ​ສະ​ໜູນ ຫລັກ​ການ ຂອງ​ລັດ​ຖະ​ທຳ​ມະ​ນູນ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ນັ້ນ. ເຮົາ​ຄວນ​ຊອກ​ຫາ ແລະ ສະ​ໜັບ​ສະ​ໜູນ​ບຸກ​ຄົນ​ທີ່​ສະ​ຫລາດ ແລະ ດີ ທີ່​ຈະ​ສະ​ໜັບ​ສະ​ໜູນ​ຫລັກ​ການ​ເຫລົ່າ​ນັ້ນ​ໃນ​ການ​ກະ​ທຳ​ສາ​ທາ​ລະ​ນະ​ຂອງ​ເຂົາ​ເຈົ້າ.8 ເຮົາ​ຄວນ​ເປັນ​ພົນ​ລະ​ເມືອງ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ ໃນ​ການ​ເຮັດ​ໃຫ້​ອິດ​ທິ​ພົນ​ຂອງ​ເຮົາ​ເປັນ​ທີ່​ຮູ້​ຈັກ​ໃນ​ເລື່ອງ​ວຽກ​ງານ​ຂອງ​ພົນ​ລະ​ເມືອງ.

ໃນ​ສະ​ຫະ​ລັດ ແລະ ໃນ​ປະ​ຊາ​ທິ​ປະ​ໄຕ​ອື່ນໆ, ອິດ​ທິ​ພົນ​ທາງ​ການ​ເມືອງ​ຖືກ​ໃຊ້​ໂດຍ​ການ​ດຳ​ລົງ​ຕຳ​ແໜ່ງ (ຊຶ່ງ​ເຮົາ​ສະ​ໜັບ​ສະ​ໜູນ), ໂດຍ​ການ​ລົງ​ຄະ​ແນນ​ສຽງ, ໂດຍ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ເງິນ, ໂດຍ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ ແລະ ຮັບ​ໃຊ້​ໃນ​ພັກ​ການ​ເມືອງ, ແລະ ໂດຍ​ການ​ຕິດ​ຕໍ່​ສື່​ສານ​ກັບ​ເຈົ້າ​ໜ້າ​ທີ່, ພັກ​ຕ່າງໆ, ແລະ ຜູ້​ສະ​ໝັກ. ເພື່ອ​ໃຫ້​ທຳ​ງານ​ໄດ້​ດີ, ປະ​ຊາ​ທິ​ປະ​ໄຕ​ຕ້ອງ​ການ​ທັງ​ໝົດ​ເຫລົ່າ​ນີ້, ແຕ່​ວ່າ​ພົນ​ລະ​ເມືອງ​ທີ່​ມີ​ສະ​ຕິ​ບໍ່​ຈຳ​ເປັນ​ຕ້ອງ​ຈັດ​ຫາ​ໃຫ້​ທັງ​ໝົດ.

ມີ​ຫລາຍ​ບັນ​ຫາ​ທາງ​ດ້ານ​ການ​ເມືອງ, ແລະ ບໍ່​ມີ​ພັກ​ໃດ, ນະ​ໂຍ​ບາຍ, ແລະ ຜູ້​ສະ​ໝັກ​ຄົນ​ໃດ​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ມັກ​ຊອບ​ສ່ວນ​ຕົວ​ທັງ​ໝົດ. ພົນ​ລະ​ເມືອງ​ແຕ່​ລະ​ຄົນ​ຕ້ອງ​ຕັດ​ສິນ​ໃຈ​ເອງ​ວ່າ ປະ​ເດັນ​ໃດ​ທີ່​ສຳ​ຄັນ​ທີ່​ສຸດ​ຕໍ່​ເຂົາ​ໃນ​ເວ​ລາ​ນັ້ນ. ແລ້ວ​ສະ​ມາ​ຊິກ​ຄວນ​ສະ​ແຫວງ​ຫາ​ການ​ດົນ​ໃຈ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ໃຊ້​ອິດ​ທິ​ພົນ​ຂອງ​ເຂົາ​ເຈົ້າ ຕາມ​ລຳ​ດັບ​ຄວາມ​ສຳ​ຄັນ​ຂອງ​ແຕ່​ລະ​ຄົນ. ຂັ້ນ​ຕອນ​ເຫລົ່າ​ນີ້​ຈະ​ບໍ່​ເປັນ​ເລື່ອງ​ງ່າຍ. ອາດ​ຈະ​ຕ້ອງ​ປ່ຽນ​ການ​ສະ​ໜັບ​ສະ​ໜູນ​ພັກ ຫລື ການ​ເລືອກ​ຜູ້​ສະ​ໝັກ, ແມ່ນ​ແຕ່​ຈາກ​ການ​ເລືອກ​ຕັ້ງ​ໜຶ່ງ​ຫາ​ອີກ​ການ​ເລືອກ​ຕັ້ງ​ໜຶ່ງ.

ການ​ກະ​ທຳ​ແບບ​ເປັນ​ອິດ​ສະ​ລະ​ເຊັ່ນ​ນັ້ນ ບາງ​ເທື່ອ​ຈະ​ຮຽກ​ຮ້ອງ​ໃຫ້​ຜູ້​ລົງ​ຄະ​ແນນ​ສຽງ​ສະ​ໜັບ​ສະ​ໜູນ​ຜູ້​ສະ​ໝັກ ຫລື ພັກ​ການ​ເມືອງ ຫລື ນະ​ໂຍ​ບາຍ ຊຶ່ງ​ເຂົາ​ບໍ່​ເຫັນ​ດ້ວຍ​ກັບ​ຕຳ​ແໜ່ງ.9 ນັ້ນ​ແມ່ນ​ເຫດ​ຜົນ​ໜຶ່ງ​ທີ່​ພວກ​ເຮົາ​ຊຸກ​ຍູ້​ສະ​ມາ​ຊິກ​ຂອງ​ພວກ​ເຮົາ​ໃຫ້​ຫລີກ​ເວັ້ນ​ຈາກ​ການ​ຕັດ​ສິນ​ກັນ​ແລະ​ກັນ​ໃນ​ເລື່ອງ​ການ​ເມືອງ. ເຮົາ​ບໍ່​ຄວນ​ເວົ້າ​ວ່າ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ຊື່​ສັດ ບໍ່​ສາ​ມາດ​ຂຶ້ນ​ກັບ​ພັກ​ໃດ ຫລື ລົງ​ຄະ​ແນນ​ສຽງ​ສຳ​ລັບ​ຜູ້​ສະ​ໝັກ​ຄົນ​ໃດ. ພວກ​ເຮົາ​ສິດ​ສອນ​ຫລັກ​ທຳ​ທີ່​ຖືກ​ຕ້ອງ ແລະ ປ່ອຍ​ໃຫ້​ສະ​ມາ​ຊິກ​ຂອງ​ພວກ​ເຮົາ​ເລືອກ​ເອົາ​ວິ​ທີ​ການ​ຈັດ​ລຳ​ດັບ​ຄວາມ​ສຳ​ຄັນ​ເອງ ແລະ ນຳ​ໃຊ້​ຫລັກ​ທຳ​ເຫລົ່າ​ນັ້ນ​ໃນ​ປະ​ເດັນ​ຕ່າງໆ​ທີ່​ເກີດ​ຂຶ້ນ​ເປັນ​ບາງ​ຄັ້ງ​ບາງ​ຄາວ. ພວກ​ເຮົາ​ຢືນ​ຢັນ, ແລະ ພວກ​ເຮົາ​ຂໍ​ໃຫ້​ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ຂອງ​ພວກ​ເຮົາ​ຢືນ​ຢັນ, ວ່າ​ສະ​ມາ​ຊິກ​ບໍ່​ຄວນ​ສິດ​ສອນ​ເລື່ອງ​ການ​ເລືອກ ແລະ ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ເມືອງ​ຢູ່​ໃນ​ການ​ປະ​ຊຸມ​ໃດໆ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພວກ​ເຮົາ.

ແນ່​ນອນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຈະ​ໃຊ້​ສິດ​ໃນ​ການ​ຮັບ​ຮອງ ຫລື ຄັດ​ຄ້ານ​ຂໍ້​ສະ​ເໜີ​ດ້ານ​ກົດ​ໝາຍ​ໃດ​ໜຶ່ງ​ໂດຍ​ສະ​ເພາະ ທີ່​ພວກ​ເຮົາ​ເຊື່ອ​ວ່າ​ຈະ​ມີ​ຜົນ​ກະ​ທົບ​ຕໍ່​ການ​ໃຊ້​ສາດ​ສະ​ໜາ ຫລື ຜົນ​ປະ​ໂຫຍດ​ທີ່​ສຳ​ຄັນ​ຂອງ​ສາດ​ສະ​ໜາ​ຈັກ​ຢ່າງ​ເປັນ​ອິດ​ສະ​ລະ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ລັດ​ຖະ​ທຳ​ມະ​ນູນ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ສະ​ຫວັນ​ຂອງ​ສະ​ຫະ​ລັດ ແລະ ອະ​ທິ​ຖານ​ວ່າ ເຮົາ​ຜູ້​ຮັບ​ຮູ້​ພຣະ​ເຈົ້າ​ແຫ່ງ​ສະ​ຫວັນ​ທີ່​ໄດ້​ດົນ​ໃຈ​ໃຫ້​ສ້າງ​ມັນ​ຂຶ້ນ​ມາ ຈະ​ຮັກ​ສາ ແລະ ປົກ​ປ້ອງ​ຫລັກ​ການ​ທີ່​ຍິ່ງ​ໃຫຍ່​ຂອງ​ລັດ​ຖະ​ທຳ​ມະ​ນູນ​ສະ​ເໝີ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ Mark Tushnet, “Constitution,” ໃນ Michel Rosenfeld and András Sajó, eds., The Oxford Handbook of Comparative Constitutional Law (2012), 222. ສາມ​ປະ​ເທດ​ທີ່​ບໍ່​ມີ​ລັດ​ຖະ​ທຳ​ມະ​ນູນ​ໃນ​ເອ​ກະ​ສານ​ສະ​ບັບ​ດຽວ ແມ່ນ ສະ​ຫະ​ຣາຊ​ອາ​ນາ​ຈັກ, ນູ​ແວນ​ເຊ​ລັງ, ແລະ ອິດ​ສະ​ຣາ​ເອນ. ແຕ່​ລະ​ປະ​ເທດ​ເຫລົ່າ​ນີ້​ມີ​ວັດ​ທະ​ນະ​ທຳ​ທີ່​ເຂັ້ມ​ແຂງ​ແຫ່ງ​ລັດ​ຖະ​ທຳ​ມະ​ນູນ, ເຖິງ​ແມ່ນ​ວ່າ​ຂໍ້​ບັນ​ຍັດ​ທີ່​ໃຊ້​ບັງ​ຄັບ​ບໍ່​ໄດ້​ບັນ​ຈຸ​ຢູ່​ໃນ​ເອ​ກະ​ສານ​ສະ​ບັບ​ດຽວ​ກໍ​ຕາມ.

  2. ເບິ່ງ ລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ຫະ​ລັດ, ມາດ​ຕາ 1, ພາກ 2.

  3. J. Reuben Clark Jr., “Constitutional Government: Our Birthright Threatened,” Vital Speeches of the Day, Jan. 1, 1939, 177, quoted in Martin B. Hickman, “J. Reuben Clark, Jr.: The Constitution and the Great Fundamentals,” in Ray C. Hillam, ed., By the Hands of Wise Men: Essays on the U.S. Constitution (1979), 53. ບຣິ​ກຳ ຢັງ ໄດ້​ມີ​ແນວ​ຄິດ​ທີ່​ຄ້າຍ​ຄື​ກັນ​ກັບ​ສິ່ງ​ທີ່​ຢູ່​ໃນ​ລັດ​ຖະ​ທຳ​ມະ​ນູນ, ໂດຍ​ສິດ​ສອນ​ວ່າ ຜູ້​ສ້າງ​ຕັ້ງ “ໄດ້​ວາງ​ຮາກ​ຖານ​ໄວ້, ແລະ ຄົນ​ລຸ້ນ​ຫລັງ​ຈະ​ຕ້ອງ​ກໍ່​ສ້າງ​ມັນ​ຕໍ່​ໄປ” (Discourses of Brigham Young, sel. John A. Widtsoe [1954], 359).

  4. ຫ້າ​ຢ່າງ​ນີ້​ມີ​ຄວາມ​ຄ້າຍ​ຄື​ກັນ ແຕ່​ບໍ່​ຕົງ​ເປັຍ​ກັບ​ສິ່ງ​ທີ່​ໄດ້​ແນະ​ນຳ​ຢູ່​ໃນ J. Reuben Clark Jr., Stand Fast by Our Constitution (1973), 7; Ezra Taft Benson, “Our Divine Constitution,” Ensign, Nov. 1987, 4–7; and Ezra Taft Benson, “The Constitution—A Glorious Standard,” Ensign, Sept. 1987, 6–11. ເບິ່ງ, ໂດຍ​ທົ່ວ​ໄປ, Noel B. Reynolds, “The Doctrine of an Inspired Constitution,” ໃນ By the Hands of Wise Men, 1–28.

  5. ລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ຫະ​ລັດ, ຂໍ້ 10.

  6. ເບິ່ງ ລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ຫະ​ລັດ, ມາດ​ຕາ 6.

  7. ເບິ່ງ ຫລັກ​ແຫ່ງ​ຄວາມ​ເຊື່ອ 1:12.

  8. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 98:10.

  9. ເບິ່ງ David B. Magleby, “The Necessity of Political Parties and the Importance of Compromise,” BYU Studies, vol. 54, no. 4 (2015), 7–23.