ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄວາມ​ສະ​ຫວ່າງ​ຈະ​ແນບ​ສະ​ໜິດ​ຢູ່​ກັບ​ຄວາມ​ສະ​ຫວ່າງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ຄວາມ​ສະ​ຫວ່າງ​ຈະ​ແນບ​ສະ​ໜິດ​ຢູ່​ກັບ​ຄວາມ​ສະ​ຫວ່າງ

ຂະ​ນະ​ທີ່​ເຮົາ​ເພີ່ມ​ພູນ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ຄຣິດ, ເຮົາ​ໄດ້​ຮັບ​ແສງ​ສະ​ຫວ່າງ​ຫລາຍ​ຂຶ້ນ​ເລື້ອຍໆ​ຈົນ​ກວ່າ​ມັນ​ຈະ​ກຳ​ຈັດ​ຄວາມ​ມືດ​ມົນ​ທັງ​ໝົດ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຊື່ນ​ຊົມ​ກັບ​ທ່ານ​ໃນ​ວັນ​ອາ​ທິດ​ອີດ​ສະ​ເຕີ​ທີ່​ເປັນ​ພອນ​ນີ້ ໃນ​ການ​ໄຕ່​ຕອງ​ເຖິງ​ຄວາມ​ສະ​ຫວ່າງ​ທີ່​ສະ​ຫງ່າ​ລາ​ສີ​ສ່ອງ​ແສງ​ເທິງ​ໂລກ​ດ້ວຍ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ.

ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຊ່ວງ​ມະ​ຕະ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ໄດ້​ປະ​ກາດ​ວ່າ, “ເຮົາ​ນີ້​ແຫລະ ເປັນ​ຄວາມ​ສະ​ຫວ່າງ​ຂອງ​ໂລກ: ຜູ້​ທີ່​ຕາມ​ເຮົາ​ມາ​ຈະ​ມີ​ຄວາມ​ສະ​ຫວ່າງ​ແຫ່ງ​ຊີ​ວິດ ແລະ ຈະ​ບໍ່​ເດີນ​ຢູ່​ໃນ​ຄວາມ​ມືດ​ຈັກ​ເທື່ອ ແຕ່​ຈະ​ມີ​ຄວາມ​ສະ​ຫວ່າງ​ຂອງ​ຊີ​ວິດ.”1 ພຣະ​ວິນ​ຍານ​ຂອງ​ພຣະ​ຄຣິດ “ຢູ່​ໃນ​ທຸກ​ສິ່ງ​ທັງ​ປວງ [ແລະ] ໃຫ້​ຊີ​ວິດ​ແກ່​ທຸກ​ສິ່ງ​ທັງ​ປວງ.”2 ມັນ​ເອົາ​ຊະ​ນະ​ຄວາມ​ມືດ​ມົນ​ຊຶ່ງ​ອາດ​ອ້ອມ​ຮອບ​ເຮົາ​ຖ້າ​ຫາກ​ບໍ່​ມີ​ຄວາມ​ສະ​ຫວ່າງ.

ເມື່ອ​ຫລາຍ​ປີ​ກ່ອນ, ເພື່ອ​ຊອກ​ຫາ​ການ​ຜະ​ຈົນ​ໄພ, ຂ້າ​ພະ​ເຈົ້າ ແລະ ລູກ​ຊາຍ​ທັງ​ສອງ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ນຳ​ພາ​ກຸ່ມ​ຊາຍ​ໜຸ່ມ​ໄປ​ທີ່​Moaning Cavern [ຖ້ຳ​ຄວນ​ຄາງ], ທີ່​ໄດ້​ມີ​ຊື່​ເອີ້ນ​ຕາມ​ສຽງ​ສະ​ທ້ອນ​ທີ່​ອອກ​ຈາກ​ປາກ​ຖ້ຳ​ຂອງ​ມັນ. ມັນ​ເປັນ​ຖ້ຳ​ທີ່​ມີ​ປ່ອງ​ເປີດ​ເລິກ​ລົງ​ໄປ 180-ຟຸດ (55 ແມັດ), ເປັນ​ຖ້ຳ​ປ່ອງ​ທີ່​ໃຫຍ່​ທີ່​ສຸດ​ໃນ​ລັດ​ແຄ​ລິ​ໂຟ​ເນຍ.

ຮູບ​ພາບ
Moaning Cavern [ຖ້ຳ​ຄວນ​ຄາງ]

ມີ​ພຽງ​ແຕ່​ສອງ​ທາງ​ລົງ​ໄປ​ໃນ​ຖ້ຳ​ເທົ່າ​ນັ້ນ​ຄື: ທາງ​ລົງ​ດ້ວຍ​ຂັ້ນ​ໄດ​ວົງ​ກົມ​ທີ່​ປອດ​ໄພ ຫລື ການ​ຢ່ອນ​ເຊືອກ​ລົງ​ໄປ​ຫາ​ພື້ນ​ຖ້ຳ​ກໍ​ໄດ້; ຂ້າ​ພະ​ເຈົ້າ ແລະ ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ເລືອກ​ການ​ຢ່ອນ​ເຊືອກ​ລົງ​ໄປ. ລູກ​ຊາຍ​ຜູ້​ໃຫຍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ລົງ​ໄປ​ກ່ອນ​ໃນ​ຂະ​ນະ​ທີ່​ລູກ​ຊາຍ​ຜູ້​ນ້ອຍ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ຕັ້ງ​ໃຈ​ວ່າ​ຈະ​ລົງ​ສຸດ​ທ້າຍ​ໝູ່ ເພື່ອ​ພວກ​ເຮົາ​ຈະ​ໄດ້​ລົງ​ໄປ​ພ້ອມ​ກັນ.

ຫລັງ​ຈາກ​ຜູ້​ນຳ​ທ່ຽວ​ຂອງ​ພວກ​ເຮົາ​ໄດ້​ແນະ​ນຳ ແລະ ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ພວກ​ເຮົາ​ດ້ວຍ​ການ​ມັດ​ສາຍ​ຮັດ ແລະ ຕ່ອງ​ເຫລັກ​ໃສ່​ກັບ​ເຊືອກ​ທີ່​ແຂງ​ແຮງ​ແລ້ວ, ພວກ​ເຮົາ​ຕ້ອງ​ຫຍັບ​ຖອຍ​ຫລັງ​ເຂົ້າ​ໄປ​ຈົນ​ເຖິງ​ຂອບ​ສຸດ​ຂອງ​ປາກ​ຖ້ຳ ແລະ ຮວບ​ຮວມ​ຄວາມ​ໝັ້ນ​ໃຈ​ຂອງ​ພວກ​ເຮົາ, ເພາະ​ນີ້​ເປັນ​ບ່ອນ​ສຸດ​ທ້າຍ​ທີ່​ຈະ​ຫັນ​ຫລັງ​ກັບ​ໄດ້ ແລະ ນີ້​ເປັນ​ບ່ອນ​ສຸດ​ທ້າຍ​ທີ່​ພວກ​ເຮົາ​ຈະ​ສາ​ມາດ​ເຫັນ​ແສງ​ຕາ​ເວັນ​ຈາກ​ປາກ​ຖ້ຳ.

ຖ້າ​ຫາກ​ກ້າວ​ຖອຍ​ຫລັງ​ອີກ​ບາດ​ກ້າວ​ໜຶ່ງ ພວກ​ເຮົາ​ກໍ​ຈະ​ຕົກ​ລົງ​ໄປ​ໃນ​ຖ້ຳ​ທີ່​ສູງ ແລະ ກວ້າງ​ພໍ​ທີ່​ຈະ​ສາ​ມາດ​ກືນ​ເອົາ​ຮູບ​ປັ້ນ​ເທ​ພີ​ສັນ​ຕິ​ພາບ​ໄດ້. ນະ​ທີ່​ນັ້ນ​ພວກ​ເຮົາ​ຄ່ອຍ​ຫ້ອຍ​ລົງ​ໝຸນ​ໄປ​ມາ​ແບບ​ຊ້າໆ ຂະ​ນະ​ທີ່​ສາຍ​ຕາ​ຂອງ​ພວກ​ເຮົາ​ໄດ້​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ສະ​ພາບ​ຂອງ​ຄວາມ​ມືດ. ຕອນ​ທີ່​ພວກ​ເຮົາ​ລົງ​ໄປ​ຕໍ່​ໃນ​ຖ້ຳ, ແສງ​ໄຟ​ຈາກ​ດອກ​ໄຟ​ຟ້າ​ໄດ້​ສາດ​ສ່ອງ​ປະ​ດັບ​ຝາ​ຫີນ​ອ່ອນ ແລະ ຫີນ​ຍ້ອຍ​ເປັນ​ທີ່​ໜ້າ​ຕື່ນ​ຕາ​ຕື່ນ​ໃຈ.

ໂດຍ​ທີ່​ບໍ່​ມີ​ການ​ເຕືອນ​ໃດໆ, ທັນ​ໃດ​ນັ້ນ​ດອກ​ໄຟ​ໄດ້​ດັບ​ລົງ​ໝົດ​ທຸກ​ດວງ. ໂດຍ​ທີ່​ຢູ່​ກົ້ນ​ເຫວ​ເລິກ, ພວກ​ເຮົາ​ຖືກ​ກືນ​ລົງ​ໄປ​ໃນ​ຄວາມ​ມືດ​ມົນ​ທີ່​ພວກ​ເຮົາ​ບໍ່​ສາ​ມາດ​ເບິ່ງ​ເຫັນ​ແມ່ນ​ແຕ່​ການ​ຢື້​ມື​ຈັບ​ເອົາ​ເຊືອກ​ທີ່​ຢູ່​ຕໍ່​ໜ້າ​ຂອງ​ພວກ​ເຮົາ​ກໍ​ຕາມ. ມີ​ສຽງ​ຮ້ອງ​ອອກ​ມາ​ທັນ​ທີ​ວ່າ, “ພໍ່, ພໍ່, ເຈົ້າ​ຢູ່​ທີ່​ນັ້ນ​ບໍ?”

“ພໍ່​ຢູ່​ນີ້, ລູກ; ພໍ່​ຢູ່​ນີ້​ແຫລະ,” ຂ້າ​ພະ​ເຈົ້າ​ຕອບ.

ການ​ດັບ​ໄຟ​ແບບ​ບໍ່​ໃຫ້​ຕັ້ງ​ຕົວ​ໄດ້​ຖືກ​ອອກ​ແບບ​ມາ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ​ປາດ​ສະ​ຈາກ​ດອກ​ໄຟ​ຟ້າ​ແລ້ວ, ຄວາມ​ມືດ​ຂອງ​ຖ້ຳ​ເຮັດ​ໃຫ້​ບໍ່​ສາ​ມາດ​ເຂົ້າ​ໄປ​ໄດ້. ມັນ​ເຫັນ​ຜົນ​ແທ້ໆ; ພວກ​ເຮົາ “ຮູ້​ສຶກ​ໄດ້” ເຖິງ​ຄວາມ​ມືດ​ມົນ. ເມື່ອ​ແສງ​ໄຟ​ກັບ​ຄືນ​ມາ, ຄວາມ​ມືດ​ມົນ​ນັ້ນ​ກໍ​ຫາຍ​ໄປ​ທັນ​ທີ, ຄວາມ​ມືດ​ມົນ​ຕ້ອງ​ຍອມ​ຈຳ​ນົນ, ໃຫ້​ກັບ​ແມ່ນ​ແຕ່​ແສງ​ທີ່​ນ້ອຍ​ນິດ​ສະ​ເໝີ. ຂ້າ​ພະ​ເຈົ້າ ແລະ ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ຍັງ​ເຫລືອ​ຄວາມ​ຊົງ​ຈຳ​ຂອງ​ຄວາມ​ມືດ​ມົນ​ທີ່​ພວກ​ເຮົາ​ບໍ່​ເຄີຍ​ຮູ້​ເຫັນ​ມາ​ກ່ອນ, ພວກ​ເຮົາ​ຈະ​ບໍ່​ມີ​ວັນ​ລືມ​ຄຸນ​ຄ່າ​ຂອງ​ແສງ, ແລະ ຄວາມ​ໝັ້ນ​ໃຈ​ວ່າ​ເຮົາ​ບໍ່​ໄດ້​ຢູ່​ຄົນ​ດຽວ​ໃນ​ຄວາມ​ມືດ.

ການ​ລົງ​ໄປ​ໃນ​ຖ້ຳ​ນັ້ນ​ເບິ່ງ​ແລ້ວ​ເປັນ​ຄື​ກັນ​ກັບ​ການ​ເດີນ​ທາງ​ຂອງ​ເຮົາ ​ໃນ​ຄວາມ​ເປັນ​ມະ​ຕະ. ເຮົາ​ໄດ້​ອອກ​ຈາກ​ແສງ​ສະ​ຫວ່າງ​ທີ່​ສະ​ຫງ່າ​ລາ​ສີ​ຂອງ​ສະ​ຫວັນ ແລະ ຜ່ານ​ມ່ານ​ແຫ່ງ​ການ​ຫລົງ​ລືມ​ລົງ​ມາ​ສູ່​ໂລກ​ທີ່​ມືດ​ມົນ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ບໍ່​ໄດ້​ປະ​ຖິ້ມ​ເຮົາ​ໃນ​ຄວາມ​ມືດ​ມົນ​ແຕ່​ໄດ້​ສັນ​ຍາ​ວ່າ​ຈະ​ໃຫ້​ແສງ​ສະ​ຫວ່າງ​ແກ່​ການ​ເດີນ​ທາງ​ຂອງ​ເຮົາ​ຜ່ານ​ທາງ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ.

ເຮົາ​ຮູ້​ວ່າ​ແສງ​ຕາ​ເວັນ​ເປັນ​ສິ່ງ​ສຳ​ຄັນ​ຕໍ່​ທຸກ​ຊີ​ວິດ​ເທິງ​ໂລກ​ນີ້. ຄວາມ​ສຳ​ຄັນ​ທີ່​ເທົ່າ​ທຽມ​ກັບ​ຊີ​ວິດ​ທາງ​ວິນ​ຍານ​ຂອງ​ເຮົາ ຄື​ແສງ​ສະ​ຫວ່າງ​ທີ່​ສ່ອງ​ອອກ​ມາ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ໃນ​ຄວາມ​ຮັກ​ທີ່​ສົມ​ບູນ​ແບບ​ຂອງ​ພຣະ​ອົງ, ພຣະ​ເຈົ້າ​ໄດ້​ມອບ​ແສງ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ​ໃຫ້​ກັບ​ທຸກ​ຄົນ “ທີ່​ມາ​ສູ່​ໂລກ”3 ເພື່ອ​ພວກ​ເຂົາ​ຈະ “ຮຽນ​ຮູ້​ຄວາມ​ດີ​ຈາກ​ຄວາມ​ຊົ່ວ”4 ແລະ ໄດ້​ຖືກ​ກະ​ຕຸ້ນ​ເຕືອນ “ໃຫ້​ເຮັດ​ຄວາມ​ດີ​ຕໍ່​ໄປ.”5 ແສງ​ສະ​ຫວ່າງ​ນັ້ນ, ຈະ​ເປີດ​ເຜີຍ​ຕົວ​ມັນ​ເອງ​ຜ່ານ​ທາງ​ສິ່ງ​ທີ່​ເຮົາ​ເອີ້ນ​ວ່າ​ຈິດ​ສຳ​ນຶກ​ຂອງ​ເຮົາ, ຮຽກ​ຮ້ອງ​ໃຫ້​ເຮົາ​ປະ​ຕິ​ບັດ ແລະ ເປັນ​ຄົນ​ດີ​ຂຶ້ນ, ເພື່ອ​ເປັນ​ຕົວ​ຂອງ​ເຮົາ​ເອງ​ທີ່​ດີ​ທີ່​ສຸດ.

ຂະ​ນະ​ທີ່​ເຮົາ​ເພີ່ມ​ພູນ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ຄຣິດ, ເຮົາ​ໄດ້​ຮັບ​ແສງ​ສະ​ຫວ່າງ​ຫລາຍ​ຂຶ້ນ​ເລື້ອຍໆ​ຈົນ​ກວ່າ​ມັນ​ຈະ​ກຳ​ຈັດ​ຄວາມ​ມືດ​ມົນ​ທັງ​ໝົດ​ທີ່​ອາດ​ຈະ​ອ້ອມ​ຮອບ​ຕົວ​ເຮົາ. “ສິ່ງ​ທີ່​ມາ​ຈາກ​ພຣະ​ເຈົ້າ​ເປັນ​ຄວາມ​ສະ​ຫວ່າງ; ແລະ ຄົນ​ທີ່​ໄດ້​ຮັບ​ຄວາມ​ສະ​ຫວ່າງ, ແລະ ດຳ​ເນີນ​ຢູ່​ກັບ​ພຣະ​ເຈົ້າ, ຈະ​ໄດ້​ຮັບ​ຄວາມ​ສະ​ຫວ່າງ​ຫລາຍ​ຂຶ້ນ; ແລະ ຄວາມ​ສະ​ຫວ່າງ​ນັ້ນ​ຈະ​ຮຸ່ງ​ແຈ້ງ​ຫລາຍ​ຂຶ້ນ​ໄປ​ເລື້ອຍໆ​ຈົນ​ເຖິງ​ວັນ​ທີ່​ສົມ​ບູນ.”6

ແສງ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ​ກຽມ​ພ້ອມ​ເຮົາ​ໃນ​ການ​ຮັບ​ອິດ​ທິ​ພົນ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ​ເປັນ “ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃນ​ການ​ຍອມ​ຮັບ … ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ.”7 ສະ​ມາ​ຊິກ​ອົງ​ທີ​ສາມ ຢູ່​ໃນ​ຝ່າຍ​ພຣະ​ເຈົ້າ, ພຣະ​ວິນ​ຍານ​ບໍ​ລິ​ສຸດ “ເປັນ​ພຣະ​ກາຍ​ທີ່​ເປັນ​ພຣະ​ວິນ​ຍານ.”8 ແຫລ່ງ​ຂອງ​ແສງ​ສະ​ຫວ່າງ​ທີ່​ໃຫຍ່​ທີ່​ສຸດ​ທີ່​ພຣະ​ບິ​ດາ​ເທິງສະ​ຫວັນ​ຈະ​ມອບ​ໃຫ້​ແກ່​ທ່ານ​ໃນ​ຊ່ວງ​ມະ​ຕະ ຈະ​ເປັນ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຜູ້​ຊຶ່ງ​ອິດ​ທິ​ພົນ​ຂອງ​ພຣະ​ອົງ “ຈະ​ໃຫ້​ຄວາມ​ສະ​ຫວ່າງ​ແກ່​ຄວາມ​ຄິດ​ຂອງ​ທ່ານ [ແລະ] ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ທ່ານ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ.”9

ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຜ່ານ​ທາງ​ການ​ຟື້ນ​ຟູ​ສິດ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ, ທ່ານ​ຮັບ​ບັບ​ຕິ​ສະ​ມາ​ໂດຍ​ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ​ເພື່ອ​ການ​ປົດ​ບາບ. ຈາກ​ນັ້ນ​ແມ່ນ, ການ​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ທ່ານ ແລະ “ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ” ທີ່​ບໍ່​ອາດ​ຈະ​ກ່າວ​ເຖິງ​ໄດ້10 ຖືກ​ມອບ​ໃຫ້​ທ່ານ.

ຫລັງ​ຈາກ​ນັ້ນ, ເມື່ອ​ທ່ານ​ປາດ​ຖະ​ໜາ ແລະ ການ​ກະ​ທຳ​ຂອງ​ທ່ານ​​ເຈາະ​ຈົງ​ຢູ່​ທີ່​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ, ແລ້ວ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຜູ້​ຊຶ່ງ​ເປັນ​ເໝືອນ​ດັ່ງ​ແສງ​ສະ​ຫວ່າງ​ໃນ​ຕົວ​ທ່ານ, ຈະ​ເປີດ​ເຜີຍ ແລະ ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ,11 ເຕືອນ​ໄພ​ອັນ​ຕະ​ລາຍ, ປອບ​ໂຍນ12 ແລະ ຊຳ​ລະ​ໃຫ້​ສະ​ອາດ,13 ແລະ​ໃຫ້​ຄວາມ​ສະ​ຫງົບ14 ແກ່​ຈິດ​ວິນ​ຍານ​ຂອງ​ທ່ານ.

ຍ້ອນ​ວ່າ “ຄວາມ​ສະ​ຫວ່າງ​ຈະ​ແນບ​ສະ​ໜິດ​ຢູ່​ກັບ​ຄວາມ​ສະ​ຫວ່າງ,”15 ຄວາມ​ເປັນ​ເພື່ອນ​ສະ​ເໝີ​ໄປ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດຈະ​ນຳ​ພາ​ທ່ານ​ໃນ​ການ​ຕັດ​ສິນ​ໃຈ​ທີ່​ມີ​ແນວ​ໂນ້ມ​ໃຫ້​ທ່ານ​ຢູ່​ໃນ​ແສງ​ສະ​ຫວ່າງ; ກົງ​ກັນ​ຂ້າມ, ການ​ຕັດ​ສິນ​ໃຈ​ໂດຍ​ປາດ​ສະ​ຈາກ​ການ​ຊົງ​ນຳ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມີ​ແນວ​ໂນ້ມ​ຈະ​ນຳ​ພາ​ທ່ານ​ໄປ​ໃນ​ເງົາ ແລະ ຄວາມ​ມືດ​ມົນ. ແອວ​ເດີ ຣໍ​ເບີດ ດີ ແຮວສ໌ ໄດ້​ສິດ​ສອນ​ວ່າ, “ເມື່ອ​ໃດ​ທີ່​ມີ​ແສງ​ສະ​ຫວ່າງ, ຄວາມ​ມືດ​ກໍ​ຈະ​ສູນ​ຫາຍ​ໄປ ແລະ ຈຳ​ຕ້ອງ​ໝົດ​ໄປ. ເມື່ອ​ໃດ​ທີ່​ມີ​ແສງ​ສະ​ຫວ່າງ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສະ​ຖິດ​ຢູ່, ຄວາມ​ມືດ​ຂອງ​ຊາ​ຕານ​ກໍ​ຈະ​ໝົດ​ໄປ.”16

ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ວ່າ, ບາງ​ທີ, ນີ້​ແມ່ນ​ເວ​ລາ​ທີ່​ຈະ​ຖາມ​ຕົວ​ເອງ​ວ່າ: ເຮົາ​ມີ​ແສງ​ສະ​ຫວ່າງ​ນັ້ນ​ໃນ​ຊີ​ວິດ​ຂອງ​ເຮົາ​ແລ້ວ​ບໍ? ຖ້າ​ຍັງ​ບໍ່​ມີ, ຄັ້ງ​ລ່າ​ສຸດ​ທີ່​ເຮົາ​ເຄີຍ​ມີ​ແມ່ນ​ເມື່ອ​ໃດ?

ດັ່ງ​ທີ່​ແສງ​ແດດ​ອາບ​ທົ່ວ​ໂລກ, ເພື່ອ​ຕໍ່ ແລະ ຄ້ຳ​ຊູ​ຊີ​ວິດ​ໃນ​ແຕ່​ລະ​ວັນ, ທ່ານ​ກໍ​ສາ​ມາດ​ສ່ອງ​ແສງ​ພາຍ​ໃນ​ຕົວ​ທ່ານ ເມື່ອ​ທ່ານ​ເລືອກ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ​ໃນ​ແຕ່​ລະ​ວັນ​ເຊັ່ນ​ດຽວ​ກັນ—ພຣະ​ເຢ​ຊູ​ຄຣິດ.

ຢົດ​ຢາດ​ຂອງ​ແສງ​ຕາ​ເວັນ​ຈະ​ເພີ່ມ​ຂຶ້ນ​ທຸກ​ຄັ້ງ​ເມື່ອ​ທ່ານ​ສະ​ແຫວງ​ຫາ​ພຣະ​ເຈົ້າ​ໃນ​ການ​ອະ​ທິ​ຖານ; ສຶກ​ສາ​ພຣະ​ຄຳ​ພີ​ເພື່ອ “ຟັງ​ພຣະ​ອົງ”;17 ເຮັດ​ຕາມ​ການ​ຊີ້​ນຳ ແລະ ການ​ເປີດ​ເຜີຍ​ຈາກ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ເຮົາ; ແລະ ເຊື່ອ​ຟັງ ແລະ ຮັກ​ສາ​ພຣະ​ບັນ​ຍັດ ເພື່ອ “ດຳ​ເນີນ​ຊີ​ວິດ​ຕາມ​ພິ​ທີ​ການ​ທັງ​ໝົດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”18

ທ່ານ​ຈະ​ເຊື້ອ​ເຊີນ​ແສງ​ສະ​ຫວ່າງ​ທາງ​ວິນ​ຍານ​ເຂົ້າ​ສູ່​ຈິດ​ວິນ​ຍານ​ຂອງ​ທ່ານ ແລະ ເຊື້ອ​ເຊີນ​ຄວາມ​ສະ​ຫງົບ​ເຂົ້າ​ສູ່​ຊີ​ວິດ​ຂອງ​ທ່ານ ທຸກ​ເທື່ອ​ທີ່​ທ່ານ​ກັບ​ໃຈ. ຂະ​ນະ​ທີ່​ທ່ານ​ຮັບ​ສ່ວນ​ສິນ​ລະ​ລຶກ​ໃນ​ແຕ່​ລະ​ອາ​ທິດ​ເພື່ອ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເພື່ອ​ຈື່​ຈຳ​ພຣະ​ອົງ​ຕະ​ຫລອດ​ເວ​ລາ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແສງ​ສະ​ຫວ່າງ​ຂອງ​ພຣະ​ອົງ​ຈະ​ສາດ​ສ່ອງ​ໃນ​ຕົວ​ທ່ານ.

ມີ​ແສງ​ສະ​ຫວ່າງ​ຂອງ​ດວງ​ຕາ​ເວັນ​ໃນ​ຈິດ​ວິນ​ຍານ​ຂອງ​ທ່ານ​ທຸກ​ຄັ້ງ​ທີ່​ທ່ານ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ແລະ ກ່າວ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ. ທຸກ​ຄັ້ງ​ທີ່​ທ່ານ​ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ​ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກະ​ທຳ, ຄວາມ​ອົບ​ອຸ່ນ​ຂອງ​ພຣະ​ອົງ​ຈະ​ເປັນ​ທີ່​ຮູ້​ສຶກ​ໄດ້​ໃນ​ໃຈ​ຂອງ​ທ່ານ. ຄວາມ​ສະ​ຫວ່າງ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ສະ​ຖິດ​ຢູ່​ໃນ​ພຣະ​ວິ​ຫານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ​ສະ​ເໝີ ແລະ ສະ​ຖິດ​ຢູ່​ກັບ​ທຸກ​ຄົນ​ທີ່​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຄວາມ​ສະ​ຫວ່າງ​ຂອງ​ພຣະ​ອົງ​ໃນ​ຕົວ​ທ່ານ​ຈະ​ຂະ​ຫຍາຍ​ດ້ວຍ​ການ​ກະ​ທຳ​ທີ່​ມີ​ຄວາມ​ເມດ​ຕາ, ດ້ວຍ​ຄວາມ​ອົດ​ທົນ, ການ​ໃຫ້​ອະ​ໄພ, ແລະ ຄວາມ​ໃຈ​ບຸນ​ຂອງ​ທ່ານ ແລະ ປະ​ກົດ​ຢູ່​ໃນ​ໃບ​ໜ້າ​ທີ່​ມີ​ຄວາມ​ສຸກ​ຂອງ​ທ່ານ. ກົງ​ກັນ​ຂ້າມ, ເຮົາ​ດຳ​ເນີນ​ຊີ​ວິດ​ໃນ​ເງົາ​ມືດ​ເມື່ອ​ເຮົາ​ໃຈ​ຮ້າຍ​ໄວ​ເກີນ​ໄປ ຫລື ໃຫ້​ອະ​ໄພ​ຊ້າ​ເກີນ​ໄປ. “ຂະ​ນະ​ທີ່​ທ່ານ​ມຸ້ງ​ໜ້າ​ໄປ​ສູ່​ແສງ​ສະ​ຫວ່າງ​ຂອງ​ດວງ​ຕາ​ເວັນ, ເງົາ​ມືດ​ບໍ່​ສາ​ມາດ​ເຮັດ​ຫຍັງ​ໄດ້ ແຕ່​ຈະ​ຜ່າຍ​ແພ້​ໃຫ້​ກັບ​ທ່ານ.”19

ຂະ​ນະ​ທີ່​ທ່ານ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ຄຸນ​ງາມ​ຄວາມ​ດີ​ຂອງ​ຄວາມ​ເປັນ​ເພື່ອນ​ສະ​ເໝີ​ໄປ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ທ່ານ​ໄດ້ “ຂະ​ຫຍາຍ​ຄວາມ​ສາ​ມາດ​ທາງ​ວິນ​ຍານ​ຂອງ​ທ່ານ ເພື່ອ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ” ຢ່າງ​ແທ້​ຈິງ.20

ຊີ​ວິດ​ຈະ​ມີ​ການ​ທ້າ​ທາຍ ແລະ ຄວາມ​ຜ່າຍ​ແພ້, ແລະ ເຮົາ​ທຸກ​ຄົນ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ວັນ​ແຫ່ງ​ຄວາມ​ມືດ​ມົນ ແລະ ພະ​ຍຸ. ຜ່ານ​ເລື່ອງ​ລາວ​ທັງ​ໝົດ​ນີ້, ຖ້າ​ເຮົາ “ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ເຮົາ,”21 ແສງ​ສະ​ຫວ່າງ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ເປີດ​ເຜີຍ​ວ່າ ການ​ທົດ​ລອງ​ຂອງ​ເຮົາ​ມີ​ຈຸດ​ປະ​ສົງ ແລະ ມີ​ຄວາມ​ໝາຍ ແລະ ວ່າ​ໃນ​ທີ່​ສຸດ​ມັນ​ຈະ​ປ່ຽນ​ແປງ​ເຮົາ​ໃຫ້​ດີ​ຂຶ້ນ, ເປັນ​ຄົນ​ທີ່​ສົມ​ບູນ​ແບບ​ຫລາຍ​ຂຶ້ນ​ດ້ວຍ​ສັດ​ທາ​ທີ່​ໝັ້ນ​ຄົງ​ກວ່າ​ເກົ່າ ແລະ ຄວາມ​ຫວັງ​ທີ່​ກະ​ຈ່າງ​ແຈ້ງ​ກວ່າ​ເກົ່າ​ໃນ​ພຣະ​ຄຣິດ, ໂດຍ​ທີ່​ຮູ້​ວ່າ​ພຣະ​ເຈົ້າ​ໄດ້​ຢູ່​ໃນ​ມື້​ທີ່​ມືດ​ມົນ​ທັງ​ໝົດ​ກັບ​ເຮົາ​ຕະ​ຫລອດ​ມາ. ດັ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ແນະ​ນຳ​ວ່າ, “ການ​ຂະ​ຫຍາຍ​ຕົວ​ຂອງ​ຄວາມ​ມືດ​ມົນ ຊຶ່ງ​ມາ​ກັບ​ຄວາມ​ລຳ​ບາກ ໄດ້​ເຮັດ​ໃຫ້​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຮຸ່ງ​ແຈ້ງ​ຫລາຍ​ກວ່າ​ເກົ່າ.”22

ລະ​ດູ​ການ​ຂອງ​ຊີ​ວິດ​ເຮົາ​ສາ​ມາດ​ນຳ​ເຮົາ​ໄປ​ສູ່​ບ່ອນ​ທີ່​ບໍ່​ຄາດ​ຄິດ ແລະ ບໍ່​ເພິ່ງ​ປາດ​ຖະ​ໜາ. ຖ້າ​ຄວາມ​ຜິດ​ບາບ​ໄດ້​ນຳ​ພາ​ທ່ານ​ໄປ​ເຖິງ​ຈຸດ​ນັ້ນ, ໃຫ້​ເປີດ​ຜ້າ​ກັ້ງ​ແຫ່ງ​ຄວາມ​ມືດ​ມົນ​ນັ້ນ ແລະ ເລີ່ມ​ຕົ້ນ​ບັດ​ນີ້​ດ້ວຍ​ຄວາມ​ຖ່ອມ​ຕົວ ເພື່ອ​ເຂົ້າ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ​ດ້ວຍ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ ແລະ ກັບ​ໃຈ. ພຣະ​ອົງ​ຈະ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ທີ່​ຈິງ​ໃຈ​ຂອງ​ທ່ານ. ດ້ວຍ​ຄວາມ​ກ້າ​ຫານ​ໃນ​ມື້​ນີ້, “ຈົ່ງ​ເຂົ້າ​ໃກ້ [ພຣະ​ອົງ] ແລ້ວ [ພຣະ​ອົງ] ຈະ​ເຂົ້າ​ໃກ້​ທ່ານ.”23 ເຮົາ​ບໍ່​ໄດ້​ຢູ່​ໄກ​ກວ່າ​ອຳ​ນາດ​ທີ່​ປິ່ນ​ປົວ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ.

ຂ້າ​ພະ​ເຈົ້າ​ເຕີບ​ໃຫຍ່​ມາ​ຈາກ​ພໍ່​ແມ່​ຜູ້​ປະ​ເສີດ ແລະ ບັນ​ພະ​ບຸ​ລຸດ​ທີ່​ຊື່​ສັດ ຜູ້​ທີ່​ໄດ້​ຕອບ​ຮັບ​ແສງ​ສະ​ຫວ່າງ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ແລະ ຊີ​ວິດ​ຂອງ​ພວກ​ເພິ່ນ​ໄດ້​ຮັບ​ພອນ ແລະ ລຸ້ນ​ລູກ​ຫລານ​ກໍ​ໄດ້​ເຮັດ​ຕາມ ດ້ວຍ​ຄວາມ​ຍຶດ​ໝັ້ນ​ທາງ​ວິນ​ຍານ. ພໍ່​ຂອງ​ຂ້າ​ພະ​ເຈົ້າ​ມັກ​ເລົ່າ​ເລື່ອງ​ກ່ຽວ​ກັບ​ພໍ່​ຂອງ​ເພິ່ນ​ຢູ່​ສະ​ເໝີ, ພໍ່​ຕູ້​ປູ່ ມາຍໂລ ທີ ໄດ້ສ໌, ແລະ ໄດ້​ບອກ​ເຖິງ​ສັດ​ທາ​ຂອງ​ພໍ່​ຕູ້​ປູ່ ໃນ​ພຣະ​ເຈົ້າ ທີ່​ຊ່ວຍ​ເປັນ​ແສງ​ສະ​ຫວ່າງ​ໃຫ້​ກັບ​ເພິ່ນ​ຕະ​ຫລອດ​ທັງ​ເວັນ ແລະ ຄືນ​ແນວ​ໃດ. ພໍ່​ຕູ້​ປູ່​ເປັນ​ຜູ້​ຮັກ​ສາ​ປ່າ ແລະ ມັກ​ຂີ່​ລົດ​ອອກ​ໄປ​ເທິງ​ພູ​ຄົນ​ດຽວ, ໂດຍ​ມອບ​ຊີ​ວິດ​ຂອງ​ເພິ່ນ​ໃຫ້​ພຣະ​ເຈົ້າ​ດູ​ແລ​ຢ່າງ​ບໍ່​ສົງ​ໄສ.

ໃນ​ທ້າຍ​ລະ​ດູ​ໃບ​ໄມ້​ຫລົ່ນ​ປີ​ໜຶ່ງ, ພໍ່​ຕູ້​ປູ່​ໄດ້​ຂຶ້ນ​ໄປ​ພູ​ເຂົາ​ສູງ​ຄົນ​ດຽວ. ລະ​ດູ​ໜາວ​ໄດ້​ເລີ່ມ​ປະ​ກົດ ເມື່ອ​ເພິ່ນ​ໄດ້​ໃສ່​ອານ​ມ້າ​ໂຕ​ທີ່​ເພິ່ນ​ມັກ​ທີ່​ສຸດ, ຊື່​ວ່າ ໂອນ​ພຣິນສ໌, ແລະ ໄດ້​ຂີ່​ອອກ​ໄປ​ຫາ​ໂຮງ​ເລື່ອຍ ເພື່ອ​ຊັ່ງ​ນ້ຳ​ໜັກ ແລະ ວັດ​ແທກ​ທ່ອນ​ໄມ້​ກ່ອນ​ທີ່​ຈະ​ເລື່ອຍ​ເປັນ​ແຜ່ນໆ.

ໃນ​ຕອນ​ຄ່ຳ, ເພິ່ນ​ໄດ້​ເຮັດ​ວຽກ​ສຳ​ເລັດ​ແລ້ວ ແລະ ກໍ​ຂີ່​ມ້າ​ກັບ​ຄືນ​ມາ. ໃນ​ເວ​ລາ​ນັ້ນ, ອຸນ​ຫະ​ພູມ​ເລີ່ມ​ລົດ​ລົງ ແລະ ພະ​ຍຸ​ຫິ​ມະ​ທີ່​ຮ້າຍ​ແຮງ​ໄດ້​ປົກ​ຄຸມ​ໄປ​ທົ່ວ​ພູ​ເຂົາ. ໂດຍ​ທີ່​ປາດ​ສະ​ຈາກ​ແສງ​ສະ​ຫວ່າງ​ພ້ອມ​ທັງ​ບໍ່​ເຫັນ​ເສັ້ນ​ທາງ, ເພິ່ນ​ໄດ້​ຫັນ​ມ້າ​ພຣິນສ໌ ກັບ​ຄືນ​ໄປ​ທິດ​ທາງ​ທີ່​ເພິ່ນ​ຄິດ​ວ່າ​ອາດ​ຈະ​ນຳ​ເພິ່ນ​ກັບ​ຄືນ​ໄປ​ຫາ​ສະ​ຖາ​ນີ​ຮັກ​ສາ​ປ່າ.

ຮູບ​ພາບ
ມາຍ​ໂລ ໄດ້ສ໌ ກຳ​ລັງ​ເດີນ​ທາງ​ໄປ​ໃນ​ພະ​ຍຸ​ຫິ​ມະ

ຫລັງ​ຈາກ​ການ​ເດີນ​ທາງ​ຫລາຍ​ກິ​ໂລ​ແມັດ​ໃນ​ຄວາມ​ມືດ, ມ້າ​ພຣິນສ໌ ໄດ້​ຄ່ອຍ​ຍ່າງ, ແລ້ວ​ກໍ​ໄດ້​ຢຸດ. ພໍ່​ຕູ້​ປູ່​ໄດ້​ກະ​ຕຸ້ນ​ມ້າ​ພຣິນສ໌​ໃຫ້​ເດີນ​ທາງ​ຕໍ່​ໄປ​ຊ້າໆ, ແຕ່​ມ້າ​ກໍ​ປະ​ຕິ​ເສດ. ດ້ວຍ​ຫິ​ມະ​ປົກ​ຄຸມ​ຈົນ​ເບິ່ງ​ບໍ່​ເຫັນ​ຫຍັງ, ພໍ່​ຕູ້​ປູ່​ຮູ້​ວ່າ​ເພິ່ນ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ. ຕາມ​ທີ່​ເພິ່ນ​ເຄີຍ​ເຮັດ​ຜ່ານ​ມາ​ໃນ​ຊີ​ວິດ​ຂອງ​ເພິ່ນ, ເພິ່ນ​ໄດ້​ຖ່ອມ​ຕົວ​ລົງ “ຂໍ​ດ້ວຍ​ສັດ​ທາ, ຢ່າ​ໃຫ້​ມີ​ໃຈ​ສົງ​ໄສ.”24 ສຸ​ລະ​ສຽງ​ແຜ່ວ​ເບົາ​ໄດ້​ຕອບ​ວ່າ, “ມາຍ​ໂລ, ປ່ອຍ​ຫົວ​ຂອງ​ມ້າ​ພຣິນສ໌.” ພໍ່​ຕູ້​ປູ່​ໄດ້​ເຊື່ອ​ຟັງ, ແລະ ຂະ​ນະ​ທີ່​ເພິ່ນ​ໄດ້​ຍານ​ເຊືອກ​ມ້າ​ລົງ, ມ້າ​ພຣິນສ໌ ໄດ້​ໝູນ​ໄປ​ອ້ອມໆ ແລະ ໄດ້​ກະ​ໂດດ​ອອກ​ໄປ​ທິດ​ທາງ​ອື່ນ. ຫລາຍ​ຊົ່ວ​ໂມງ​ຕໍ່​ມາ, ມ້າ​ພຣິນສ໌​ໄດ້​ຢຸດ ແລະ ກົ້ມ​ຫົວ​ລົງ. ຜ່ານ​ການ​ຂີ່​ມ້າ​ຜ່າ​ຫິ​ມະ, ພໍ່​ຕູ້​ປູ່​ໄດ້​ເຫັນ​ວ່າ​ພວກ​ເພິ່ນ​ໄດ້​ໄປ​ຮອດ​ໜ້າ​ຮົ້ວ​ຂອງ​ສະ​ຖາ​ນີ​ຮັກ​ສາ​ປ່າ​ຢ່າງ​ປອດ​ໄພ.

ເມື່ອ​ຕາ​ເວັນ​ຂຶ້ນ​ຍາມ​ເຊົ້າ, ພໍ່​ຕູ້​ປູ່​ໄດ້​ກັບ​ຄືນ​ໄປ​ຕາມ​ຮອຍ​ຕີນ​ຂອງ​ມ້າ​ພຣິນສ໌ ໃນ​ຫິ​ມະ. ເພິ່ນ​ໄດ້​ຕົກ​ໃຈ​ຕອນ​ທີ່​ເພິ່ນ​ໄດ້​ພົບ​ວ່າ ບ່ອນ​ທີ່​ເພິ່ນ​ປ່ອຍ​ຫົວ​ຂອງ​ມ້າ​ພຣິນສ໌: ມັນ​ເປັນ​ບ່ອນ​ທີ່​ໃກ້​ກັບ​ປາກ​ເຫວ, ທີ່​ຖ້າ​ຍ່າງ​ໄປ​ອີກ​ແມ່ນ​ແຕ່​ກ້າວ​ດຽວ ອາດ​ນຳ​ໄປ​ສູ່​ຄວາມ​ຕາຍ​ທັງ​ມ້າ ແລະ ທັງ​ຜູ້​ຂີ່​ໃນ​ພື້ນ​ໜ້າ​ຜາ​ທີ່​ເຕັມ​ໄປ​ດ້ວຍ​ກ້ອນ​ຫີນ.

ອີງ​ຕາມ​ປະ​ສົບ​ການ​ນັ້ນ ແລະ ອື່ນໆ​ອີກ​ຫລາຍ​ຢ່າງ, ພໍ່​ຕູ້​ປູ່​ໄດ້​ແນະ​ນຳ​ວ່າ “ຄູ່​ຂາ​ທີ່​ດີ​ທີ່​ສຸດ ແລະ ຍິ່ງ​ໃຫຍ່​ທີ່​ສຸດ​ທີ່​ເຈົ້າ​ເຄີຍ​ມີ​ມາ​ຄື​ພຣະ​ບິ​ດາ​ຜູ້​ສະ​ຖິດ​ໃນ​ສະ​ຫວັນ​ຂອງ​ເຈົ້າ” ເມື່ອ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ເລົ່າ​ເລື່ອງ​ຂອງ​ພໍ່​ຕູ້​ປູ່​ເທື່ອ​ໃດ, ຂ້າ​ພະ​ເຈົ້າ​ຈື່​ໄດ້​ວ່າ​ເພິ່ນ​ຈະ​ອ້າງ​ເຖິງ​ພຣະ​ຄຳ​ພີ​ຂໍ້​ນີ້:

“ຈົ່ງ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສຸດ​ໃຈ​ຂອງ​ເຈົ້າ, ຢ່າ​ເຊື່ອ​ໝັ້ນ​ຈັກ​ເທື່ອ​ໃນ​ສິ່ງ​ທີ່​ເຈົ້າ​ຄິດ​ວ່າ​ເຈົ້າ​ຮູ້​ຈັກ.

“ຈົ່ງ​ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ທຸກ​ສິ່ງ​ທີ່​ເຈົ້າ​ກະ​ທຳ, ແລະ ພຣະ​ອົງ​ຈະ​ໃຫ້​ເຈົ້າ​ເຫັນ​ຫົນ​ທາງ​ອັນ​ຖືກ​ຕ້ອງ.”25

ຮູບ​ພາບ
ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຖື​ໂຄມ​ໄຟ

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ​ຄື​ແສງ​ສະ​ຫວ່າງ​ອັນ​ເປັນ​ນິດ​ທີ່​ຍັງ​ຄົງ “ສ່ອງ​ແສງ​ໃນ​ຄວາມ​ມືດ​ມົນ.”26 ບໍ່​ມີ​ຄວາມ​ມືດ​ໃດ​ທີ່​ສາ​ມາດ​ສະ​ກັດ​ກັ້ນ, ດັບ​ມອດ, ມີ​ພະ​ລັງ​ເໜືອ​ກວ່າ, ຫລື ເອົາ​ຊະ​ນະ​ແສງ​ສະ​ຫວ່າງ​ໄດ້. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໄດ້​ສະ​ເໜີ​ມອບ​ແສງ​ສະ​ຫວ່າງ​ນັ້ນ​ໃຫ້​ກັບ​ທ່ານ​ຢ່າງ​ບໍ່​​ເອົາ​ຄ່າ​ຕອບ​ແທນ. ທ່ານ​ບໍ່​ເຄີຍ​ຢູ່​ຄົນ​ດຽວ​ຕາມ​ລຳ​ພັງ. ພຣະ​ອົງ​ຮັບ​ຟັງ ແລະ ຕອບ​ທຸກໆ​ຄຳ​ອະ​ທິ​ຖານ. ພຣະ​ອົງ “ໄດ້​ເອີ້ນ​ທ່ານ​ອອກ​ຈາກ​ຄວາມ​ມືດ ເຂົ້າ​ສູ່​ຄວາມ​ສະ​ຫວ່າງ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ.”27 ເມື່ອ​ທ່ານ​ຖາມ​ວ່າ, “ພຣະ​ບິ​ດາ, ພຣະ​ບິ​ດາ​ເອີຍ, ພຣະ​ອົງ​ຢູ່​ທີ່​ນັ້ນ​ບໍ?” ພຣະ​ອົງ​ຈະ​ຕອບ​ວ່າ, “ພ​ຣະ​ບິ​ດາ​ຢູ​ນີ້, ລູກ​ເອີຍ, ພຣະ​ບິ​ດາ​ຢູ່​ນີ້​ແຫລະ.”

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ພຣະ​ເຢ​ຊູ​ຄຣິດ​ໄດ້​ສຳ​ເລັດ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໃນ​ການ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ;28 ພຣະ​ອົງ​ຄື​ແສງ​ສະ​ຫວ່າງ​ຂອງ​ເຮົາ, ຊີ​ວິດ​ຂອງ​ເຮົາ, ແລະ ຫົນ​ທາງ​ຂອງ​ເຮົາ. ແສງ​ສະ​ຫວ່າງ​ຂອງ​ພຣະ​ອົງ​ຈະ​ບໍ່​ມີ​ວັນ​ມືດ​ມົວ;29 ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ຈະ​ບໍ່​ມີ​ວັນ​ຢຸດ​ລົງ; ຄວາມ​ຮັກ​ທີ່​ພຣະ​ອົງ​ມີ​ໃຫ້​ທ່ານ​ນັ້ນ​ຄື​ນິ​ລັນ​ດອນ—ມື້​ວານ​ນີ້, ມື້​ນີ້, ແລະ ຕະ​ຫລອດ​ໄປ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.