ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄວາມ​ບໍ່​ຍຸດ​ຕິ​ທຳ​ທີ່​ເຮັດ​ໃຫ້​ໃຈ​ຮ້າຍ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ຄວາມ​ບໍ່​ຍຸດ​ຕິ​ທຳ​ທີ່​ເຮັດ​ໃຫ້​ໃຈ​ຮ້າຍ

ພຣະ​ເຢ​ຊູ​ຄຣິດ​ທັງ​ເຂົ້າ​ໃຈ​ຄວາມ​ບໍ່​ຍຸດ​ຕິ​ທຳ ແລະ ມີ​ອຳ​ນາດ​ທີ່​ຈະ​ຈັດ​ຫາ​ຫວ້ານ​ຢາ​ໃຫ້.

ໃນ​ປີ 1994, ການ​ຂ້າ​ລ້າງ​ເຜົ່າ​ພັນ​ໄດ້​ເກີດ​ຂຶ້ນ​ຢູ່ ອາ​ຟຣິ​ກາ​ຕາ​ເວັນ​ອອກ​ໃນ​ປະ​ເທດ​ຣາ​ວັນ​ດາ ຊຶ່ງ​ເຫດ​ຜົນ​ໜຶ່ງ​ແມ່ນ​ຍ້ອນ​ການ​ຂັດ​ແຍ້ງ​ຂອງ​ຊົນ​ເຜົ່າ​ເປັນ​ເວ​ລາ​ດົນ​ນານ. ສະ​ເລ່ຍ​ແລ້ວ​ຄົງ​ມີ​ຫລາຍ​ກວ່າ​ເຄິ່ງ​ລ້ານ​ຄົນ​ທີ່​ຖືກ​ຂ້າ​ຕາຍ.1 ເປັນ​ໜ້າ​ປະ​ຫລາດ​ໃຈ​ທີ່​ປະ​ຊາ​ຊົນ​ຣາ​ວັນ​ດາ​ສ່ວນ​ຫລາຍ​ໄດ້​ຄືນ​ດີ​ກັນ,2 ແຕ່​ເຫດ​ການ​ເຫລົ່າ​ນີ້​ກໍ​ຍັງ​ມີ​ຜົນ​ສະ​ທ້ອນ​ຕໍ່​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ຢູ່.

ເປັນ​ເວ​ລາ​ໜຶ່ງ​ທົດ​ສະ​ວັດ​ມາ​ແລ້ວ, ຂະ​ນະ​ທີ່​ຢ້ຽມ​ຢາມ​ປະ​ເທດ​ຣາ​ວັນ​ດາ, ພັນ​ລະ​ຍາ​ກັບ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ລົມ​ກັບ​ຜູ້​ໂດຍ​ສານ​ຄົນ​ໜຶ່ງ​ຢູ່​ທີ່​ສະ​ໜາມ​ບິນ ຄີ​ກາ​ລີ. ລາວ​ໄດ້​ຄ່ຳ​ຄວນ​ເຖິງ​ຄວາມ​ບໍ່​ຍຸດ​ຕິ​ທຳ​ຂອງ​ການ​ຂ້າ​ລ້າງ​ເຜົ່າ​ພັນ ແລະ ໄດ້​ຖາມ​ແບບ​ເຈັບ​ປວດ​ໃຈ​ວ່າ, “ຖ້າ​ຫາກ​ພຣະ​ເຈົ້າ​ມີ​ຈິງ, ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ບໍ່​ເຮັດ​ຫຍັງ?” ສຳ​ລັບ​ຊາຍ​ຄົນ​ນີ້—ແລະ ສຳ​ລັບ​ເຮົາ​ຫລາຍ​ຄົນ—ຄວາມ​ທຸກ​ທໍ​ລະ​ມານ ແລະ ຄວາມ​ບໍ່​ຍຸດ​ຕິ​ທຳ​ທີ່​ໂຫດ​ຮ້າຍ ສາ​ມາດ​ເບິ່ງ​ຄື​ວ່າ ບໍ່​ເຂົ້າ​ກັນ​ກັບ​ຄວາມ​ເປັນ​ຈິງ​ຂອງ​ຄວາມ​ເມດ​ຕາ ແລະ ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ແຕ່​ພຣະ​ອົງ​ມີ​ຈິງ, ພຣະ​ອົງ​ມີ​ເມດ​ຕາ, ແລະ ພຣະ​ອົງ​ຮັກ​ລູກໆ​ຂອງ​ພຣະ​ອົງ​ທຸກ​ຄົນ​ຢ່າງ​ສົມ​ບູນ. ການ​ແບ່ງ​ແຍກ​ນີ້​ໄດ້​ເປັນ​ມາ​ແຕ່​ດຶກ​ດຳ​ບັນ ແລະ ບໍ່​ສາ​ມາດ​ອະ​ທິ​ບາຍ​ຢ່າງ​ແຈ່ມ​ແຈ້ງ​ໃນ​ສອງ​ສາມ​ຄຳ ຫລື ໃນ​ສະ​ຕິກ​ເກີ​ກັນ​ຊົນ.

ໃນ​ການ​ເລີ່ມ​ຕົ້ນ​ອະ​ທິ​ບາຍ, ໃຫ້​ເຮົາ​ມາ​ຄົ້ນ​ຄວ້າ​ຄວາມ​ບໍ່​ຍຸດ​ຕິ​ທຳ​ຫລາຍໆ​ຢ່າງ​ນຳ​ກັນ. ໃຫ້​ເຮົາ​ມາ​ພິ​ຈາ​ລະ​ນາ​ຄອບ​ຄົວ​ໜຶ່ງ ຊຶ່ງ​ລູກໆ​ໄດ້​ຮັບ​ເງິນ​ຈາກ​ການ​ເຮັດ​ວຽກ​ບ້ານ. ລູກ​ຊາຍ, ຊື່​ທ້າວ​ຈອນ, ໄດ້​ຊື້​ເຂົ້າ​ໜົມ​ກິນ; ລູກ​ສາວ, ຊື່​ນາງ​ແອນ​ນາ, ໄດ້​ເກັບ​ເງິນ​ໄວ້. ໃນ​ທີ່​ສຸດ, ນາງ​ແອນ​ນາ​ໄດ້​ຊື້​ລົດ​ຖີບ. ທ້າວ​ຈອນ​ຄິດ​ວ່າ ມັນ​ບໍ່​ຍຸດ​ຕິ​ທຳ​ທີ່​ນາງ​ແອນ​ນາ​ໄດ້​ລົດ​ຖີບ ແລະ ລາວບໍ່​ໄດ້. ແຕ່​ແມ່ນ​ການ​ເລືອກ​ຂອງ​ທ້າວ​ຈອນ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ບໍ່ເທົ່າທຽມກັນ, ບໍ່​ແມ່ນ​ການ​ກະ​ທຳ​ຂອງ​ພໍ່​ແມ່. ການ​ຕັດ​ສິນ​ໃຈ​ຂອງ​ນາງ​ແອນ​ນາ​ທີ່​ອົດ​ກິນ​ເຂົ້າ​ໜົມ ບໍ່​ແມ່ນ​ສາ​ເຫດ​ທີ່​ນຳ​ຄວາມ​ບໍ່​ຍຸດ​ຕິ​ທຳ​ມາ​ໃຫ້​ທ້າວ​ຈອນ ເພາະ​ວ່າ​ລາວ​ກໍ​ມີ​ໂອ​ກາດ​ທີ່​ຈະ​ເຮັດ​ຄື​ກັນ​ກັບ​ເອື້ອຍ​ຂອງ​ລາວ.

ການ​ຕັດ​ສິນ​ໃຈ​ຂອງ​ເຮົາ​ກໍ​ສາ​ມາດ​ເປັນ​ການ​ໄດ້​ປຽບ ຫລື ການ​ເສຍ​ປຽບ​ໄລ​ຍະ​ຍາວ​ໄດ້. ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ວ່າ, “ຖ້າ​ຫາກ​ບຸກ​ຄົນ​ໃດ​ບັນ​ລຸ​ຄວາມ​ຮູ້ ແລະ ຄວາມ​ຮູ້​ແຈ້ງ​ໃນ​ຊີ​ວິດ​ນີ້ ຜ່ານ​ຄວາມ​ພາກ​ພຽນ ແລະ ການ​ເຊື່ອ​ຟັງ​ຂອງ​ເຂົາ ຫລາຍ​ກວ່າ​ຄົນ​ອື່ນ​ເທົ່າ​ໃດ, ບຸກ​ຄົນ​ນັ້ນ​ກໍ​ຈະ​ໄດ້​ປຽບ​ຄົນ​ອື່ນ​ຫລາຍ​ກວ່າ​ເທົ່າ​ນັ້ນ ຢູ່​ໃນ​ໂລກ​ທີ່​ຈະ​ມາ​ເຖິງ.”3 ເມື່ອ​ຄົນ​ອື່ນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເພາະ​ການ​ເລືອກ​ທີ່​ດີ​ຂອງ​ເຂົາ, ເຮົາ​ບໍ່​ສາ​ມາດ​ສະ​ຫລຸບ​ວ່າ ເຮົາ​ບໍ່​ໄດ້​ຮັບ​ຄວາມ​ຍຸດ​ຕິ​ທຳ ເມື່ອ​ເຮົາ​ກໍ​ມີ​ໂອ​ກາດ​ແບບ​ດຽວ​ກັນ​ນັ້ນ​ຄື​ກັນ.

ອີກ​ຕົວ​ຢ່າງ​ໜຶ່ງ​ເຖິງ​ຄວາມ​ບໍ່​ຍຸດ​ຕິ​ທຳ ຈາກ​ສະ​ຖາ​ນະ​ການ​ທີ່ ນາງ​ຣຸດ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ປະ​ເຊີນ​ຕອນ​ຍັງ​ນ້ອຍ. ມື້​ໜຶ່ງ​ນາງ​ຣຸດ​ໄດ້​ຍິນ​ວ່າ​ແມ່​ຊິ​ພາ​ນາງ​ເມີ​ລາ ນ້ອງ​ສາວ​ຂອງ​ນາງ​ໄປ​ຊື້​ເກີບ. ນາງ​ຣຸດ​ໄດ້​ເວົ້າ​ຈົ່ມ, “ແມ່, ມັນ​ບໍ່​ຍຸດ​ຕິ​ທຳ​ເລີຍ! ເມີ​ລາ​ເປັນ​ຄົນ​ສຸດ​ທ້າຍ​ທີ່​ໄດ້​ເກີບ​ຄູ່​ໃໝ່​ເທື່ອ​ແລ້ວ​ນີ້.”

ແມ່​ໄດ້​ຖາມ​ວ່າ, “ຣຸດ, ເກີບ​ເຈົ້າ​ຍັງ​ໃຊ້​ໄດ້​ຢູ່​ບໍ?”

ນາງ​ຣຸດ​ຕອບ​ວ່າ, “ຍັງ​ໃຊ້​ໄດ້​ຢູ່.”

ແລ້ວ​ແມ່​ໄດ້​ເວົ້າ​ວ່າ, “ເກີບ​ຂອງ​ເມີ​ລາ​ຄັບ​ແລ້ວ.”

ນາງ​ຣຸດ​ໄດ້​ເຫັນ​ດ້ວຍ​ທີ່​ລູກ​ທຸກ​ຄົນ​ໃນ​ຄອບ​ຄົວ​ຄວນ​ມີ​ເກີບ​ທີ່​ໃຊ້​ໄດ້. ເຖິງ​ແມ່ນ​ວ່າ​ນາງ​ຣຸດ​ຢາກ​ໄດ້​ເກີບ​ຄູ່​ໃໝ່, ແຕ່​ຄວາມ​ຄິດ​ທີ່​ວ່າ ມັນ​ບໍ່​ຍຸດ​ຕິ​ທຳ​ກໍ​ໄດ້​ຫາຍ​ໄປ ເມື່ອ​ນາງ​ເບິ່ງ​ສະ​ຖາ​ນະ​ການ​ດ້ວຍ​ສາຍ​ຕາ​ຂອງ​ແມ່.

ຄວາມ​ບໍ່​ຍຸດ​ຕິ​ທຳ​ບາງ​ຢ່າງ ກໍ​ບໍ່​ສາ​ມາດ​ອະ​ທິ​ບາຍ​ໄດ້; ຄວາມ​ບໍ່​ຍຸດ​ຕິ​ທຳ​ທີ່​ອະ​ທິ​ບາຍ​ບໍ່​ໄດ້ ເຮັດ​ໃຫ້​ໃຈ​ຮ້າຍ. ຄວາມ​ບໍ່​ຍຸດ​ຕິ​ທຳ​ມາ​ຈາກ​ການ​ມີ​ຮ່າງ​ກາຍ​ທີ່​ບໍ່​ສົມ​ປະ​ກອບ, ໄດ້​ຮັບ​ບາດ​ເຈັບ, ຫລື ເປັນ​ພະ​ຍາດ. ຊີ​ວິດ​ມະ​ຕະ​ແມ່ນ​ບໍ່​ຍຸດ​ຕິ​ທຳ​ຢູ່​ແລ້ວ. ບາງ​ຄົນ​ໄດ້​ເກີດ​ມາ​ກັບ​ກອງ​ເງິນ​ກອງ​ຄຳ; ບາງ​ຄົນ​ຍາກ​ຈົນ. ບາງ​ຄົນ​ມີ​ພໍ່​ແມ່​ທີ່​ຮັກ​ຫອມ; ບາງ​ຄົນ​ບໍ່​ມີ. ບາງ​ຄົນ​ມີ​ອາ​ຍຸ​ຍືນ; ບາງ​ຄົນ​ອາ​ຍຸ​ສັ້ນ. ແລະ ຕໍ່ໆ​ໄປ. ບາງ​ຄົນ​ເຮັດ​ຄວາມ​ຜິດ​ພາດ​ທີ່​ເປັນ​ອັນ​ຕະ​ລາຍ ເຖິງ​ແມ່ນ​ເຂົາ​ພະ​ຍາ​ຍາມ​ເຮັດ​ສິ່ງ​ທີ່​ດີ. ບາງ​ຄົນ​ເລືອກ​ບໍ່​ປ່ຽນ​ຄວາມ​ບໍ່​ຍຸດ​ຕິ​ທຳ​ໃຫ້​ດີ​ຂຶ້ນ ເມື່ອ​ເຂົາ​ສາ​ມາດ​ເຮັດ​ໄດ້. ເປັນ​ໜ້າ​ກັງ​ວົນ​ທີ່, ບາງ​ຄົນ​ໃຊ້​ອຳ​ເພີ​ໃຈ​ທີ່​ພຣະ​ເຈົ້າ​ປະ​ທານ​ໃຫ້ ເພື່ອ​ທຳ​ຮ້າຍ​ຄົນ​ອື່ນ ທີ່​ເຂົາ​ບໍ່​ຄວນ​ເຮັດ.

ຄວາມ​ບໍ່​ຍຸດ​ຕິ​ທຳ​ຫລາຍໆ​ຢ່າງ​ສາ​ມາດ​ລວມ​ຕົວ​ກັນ, ກໍ່​ໃຫ້​ເກີດ​ຄວາມ​ບໍ່​ຍຸດ​ຕິ​ທຳ​ອັນ​ໃຫຍ່​ໂຕ​ໄດ້. ຍົກ​ຕົວ​ຢ່າງ, ຜົນ​ສະ​ທ້ອນ​ຂອງ​ພະ​ຍາດ​ໂຄວິດ-19 ຕໍ່​ຜູ້​ຄົນ​ຫລາຍໆ​ກຸ່ມ ທີ່​ເປັນ​ຝ່າຍ​ເສຍ​ປຽບ​ໃນ​ຫລາຍໆ​ຢ່າງ​ຢູ່​ແລ້ວ. ຂ້າ​ພະ​ເຈົ້າ​ເຈັບ​ປວດ​ໃຈ​ແທນ​ຜູ້​ທີ່​ປະ​ເຊີນ​ກັບ​ຄວາມ​ບໍ່​ຍຸດ​ຕິ​ທຳ, ແຕ່​ຂ້າ​ພະ​ເຈົ້າ​ຂໍ​ປະ​ກາດ​ດ້ວຍ​ຄວາມ​ເຈັບ​ປວດ​ໃຈ​ສຸດໆ​ວ່າ ພຣະ​ເຢ​ຊູ​ຄຣິດ​ທັງ​ເຂົ້າ​ໃຈ​ຄວາມ​ບໍ່​ຍຸດ​ຕິ​ທຳ ແລະ ມີ​ອຳ​ນາດ​ທີ່​ຈະ​ມອບ​ຫວ້ານ​ຢາ​ປິ່ນ​ປົວ​ໃຫ້. ບໍ່​ມີ​ສິ່ງ​ໃດ​ຈະ​ສາ​ມາດ​ປຽບ​ທຽບ​ກັບ​ຄວາມ​ບໍ່​ຍຸດ​ຕິ​ທຳ​ທີ່​ພຣະ​ອົງ​ໄດ້​ປະ​ເຊີນ. ມັນ​ບໍ່​ຍຸດ​ຕິ​ທຳ​ທີ່​ພຣະ​ອົງ​ຕ້ອງ​ໄດ້​ປະ​ເຊີນ​ກັບ​ຄວາມ​ເຈັບ​ປວດ ແລະ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ມະ​ນຸດ​ທັງ​ປວງ. ມັນ​ບໍ່​ຍຸດ​ຕິ​ທຳ​ທີ່​ພຣະ​ອົງ​ຕ້ອງ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ກັບ​ບາບ ແລະ ຄວາມ​ຜິດ​ພາດ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂອງ​ທ່ານ. ແຕ່​ພຣະ​ອົງ​ໄດ້​ເລືອກ​ເຮັດ​ແນວ​ນັ້ນ ເພາະ​ວ່າ​ພຣະ​ອົງ​ຮັກ​ເຮົາ ແລະ ຮັກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ພຣະ​ອົງ​ເຂົ້າ​ໃຈ​ກັບ​ສິ່ງ​ທີ່​ເຮົາ​ກຳ​ລັງ​ປະ​ເຊີນ​ຢູ່​ເປັນ​ຢ່າງ​ດີ.4

ພຣະ​ຄຳ​ພີ​ບັນ​ທຶກວ່າ ຊາວ​ອິດ​ສະ​ຣາ​ເອນ​ໃນ​ສະ​ໄໝ​ບູ​ຮານ​ໄດ້​ເວົ້າ​ຈົ່ມ​ວ່າ ພຣະ​ເຈົ້າ​ໄດ້​ປະ​ຕິ​ບັດ​ກັບ​ພວກ​ເຂົາ​ຢ່າງ​ບໍ່​ຍຸດ​ຕິ​ທຳ. ໃນ​ການ​ໂຕ້​ຕອບ​ຄືນ, ພຣະ​ເຢ​ໂຮ​ວາ​ໄດ້​ຖາມ​ວ່າ, “ຍິງ​ຜູ້​ໜຶ່ງ​ລືມ​ໄລ​ລູກ​ທີ່​ຕົນ​ຄອດ​ໄດ້​ຫລື​ບໍ່?” ເຖິງ​ແມ່ນ​ວ່າ​ແມ່​ອາດ​ບໍ່​ລືມ​ໄລ​ລູກ​ຂອງ​ຕົນ​ກໍ​ຕາມ, ແຕ່​ພຣະ​ເຢ​ໂຮ​ວາ​ໄດ້​ປະ​ກາດ​ວ່າ​ຈະ​ໝັ້ນ​ຄົງ​ຫລາຍ​ກວ່າ​ນັ້ນ. ພຣະ​ອົງ​ໄດ້​ຢືນ​ຢັນ​ວ່າ: “ເຖິງ​ແມ່ນ​ວ່າ​ແມ່​ຈະ​ລືມ​ໄລ​ລູກ​ຂອງ​ຕົນ, ແຕ່​ເຮົາ​ຈະ​ບໍ່​ລືມ​ໄລ​ພວກ​ເຈົ້າ​ຈັກ​ເທື່ອ. … ນະ​ຄອນ​ເຢ​ຣູ​ຊາ​ເລັມ ເຮົາ​ລືມ​ໄລ​ເຈົ້າ​ບໍ່​ໄດ້​ເລີຍ; ເຮົາ​ຂຽນ​ຊື່​ເຈົ້າ​ໃສ່​ຝາ​ມື​ຂອງ​ເຮົາ​ແລ້ວ.”5 ຍ້ອນ​ວ່າ​ພຣະ​ເຢ​ຊູ​ຄຣິດ​ໄດ້​ອົດ​ທົນ​ກັບ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ, ພຣະ​ອົງ​ຈຶ່ງ​ເຂົ້າ​ໃຈ​ຄວາມ​ຮູ້​ສຶກ​ຂອງ​ເຮົາ​ເປັນ​ຢ່າງ​ດີ.6 ພຣະ​ອົງ​ຮູ້​ຈັກ​ເຮົາ ແລະ ຮູ້​ຈັກ​ສະ​ຖາ​ນະ​ການ​ຂອງ​ເຮົາ​ຢູ່​ສະ​ເໝີ.

ໃນຊີວິດ​ມະ​ຕະ, ເຮົາ​ສາ​ມາດ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ດ້ວຍ “ໃຈ​ກ້າ” ແລະ ຮັບ​ເອົາ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ການ​ປິ່ນ​ປົວ, ແລະ ຄວາມ​ຊ່ວຍ​ເຫລືອ.7 ແມ່ນ​ແຕ່​ຂະ​ນະ​ທີ່​ເຮົາ​ທຸກ​ທໍ​ລະ​ມານ​ຈົນ​ບໍ່​ສາ​ມາດ​ເວົ້າ​ໄດ້, ແຕ່​ພຣະ​ເຈົ້າ​ກໍ​ສາ​ມາດ​ອວຍ​ພອນ​ເຮົາ​ໃນ​ວິ​ທີ​ທີ່​ລຽບ​ງ່າຍ, ແບບ​ທຳ​ມະ​ດາ, ແລະ ແບບ​ສຳ​ຄັນ​ໄດ້. ຂະ​ນະ​ທີ່​ເຮົາ​ຮຽນ​ຮູ້​ທີ່​ຈະ​ຮັບ​ຮູ້​ພອນ​ເຫລົ່າ​ນີ້, ຄວາມ​ໄວ້​ວາງ​ໃຈ​ຂອງ​ເຮົາ​ໃນ​ພຣະ​ເຈົ້າ​ຈະ​ເພີ່ມ​ພູນ​ຫລາຍ​ຂຶ້ນ. ໃນ​ຊົ່ວ​ນິ​ລັນ​ດອນ, ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ຈະ​ແກ້​ໄຂ​ບັນ​ຫາ​ທີ່​ບໍ່​ຍຸດ​ຕິ​ທຳ​ທັງ​ໝົດ. ເຮົາ​ກໍ​ຢາກ​ຮູ້​ວ່າ ວິ​ທີ​ໃດ ແລະ ເມື່ອ​ໃດ. ພວກ​ພຣະ​ອົງ​ຈະ​ເຮັດ​ສິ່ງ​ນັ້ນ​ໃນ ວິ​ທີ​ໃດ? ພວກ​ພຣະ​ອົງ​ຈະ​ເຮັດ​ສິ່ງ​ນັ້ນ ເມື່ອ​ໃດ? ຕາມ​ທີ່​ຂ້າ​ພະ​ເຈົ້າ​ຮູ້, ພວກ​ພຣະ​ອົງ​ຍັງ​ບໍ່​ໄດ້​ເປີດ​ເຜີຍ​ເທື່ອ​ກ່ຽວ​ກັບ ວິ​ທີ​ໃດ ຫລື ເມື່ອ​ໃດ. 8 ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ຈັກ​ແມ່ນ ພວກ​ພຣະ​ອົງ ຈະ​ເຮັດ.

ໃນ​ສະ​ຖາ​ນະ​ການ​ທີ່ບໍ່​ຍຸດ​ຕິ​ທຳ, ໜ້າ​ທີ່​ຢ່າງ​ໜຶ່ງ​ຂອງ​ເຮົາ​ແມ່ນ​ທີ່​ຈະ​ໄວ້​ວາງ​ໃຈ​ວ່າ “ສິ່ງ​ທີ່​ບໍ່​ຍຸດ​ຕິ​ທຳ​ທັງ​ຫລາຍ​ໃນ​ຊີ​ວິດ ສາ​ມາດ​ຖືກ​ແກ້​ໄຂ​ໃຫ້​ຖືກ​ຕ້ອງ​ໄດ້ ໂດຍ​ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.”9 ພຣະ​ເຢ​ຊູ​ຄຣິດ​ໄດ້​ເອົາ​ຊະ​ນະ​ໂລກ ແລະ “ກຳ​ຈັດ” ຄວາມ​ບໍ່​ຍຸດ​ຕິ​ທຳ​ທັງ​ໝົດ. ເພາະ​ພຣະ​ອົງ, ເຮົາ​ຈຶ່ງ​ມີ​ຄວາມ​ສະ​ຫງົບ​ສຸກ​ໃນ​ໂລກ​ນີ້ ແລະ ສະ​ບາຍ​ໃຈ​ໄດ້.10 ຖ້າ​ຫາກ​ເຮົາ​ອະ​ນຸ​ຍາດ, ພຣະ​ເຢ​ຊູ​ຄຣິດ​ຈະ​ຕັ້ງ​ຄວາມ​ບໍ່​ຍຸດ​ຕິ​ທຳ​ໄວ້​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ເຮົາ.11 ພຣະ​ອົງ​ຈະ​ບໍ່​ພຽງ​ແຕ່​ປອບ​ໃຈ​ເຮົາ ແລະ ຟື້ນ​ຟູ​ສິ່ງ​ທີ່​ສູນ​ເສຍ​ໄປ​ເທົ່າ​ນັ້ນ;12 ແຕ່​ພຣະ​ອົງ​ຈະ​ໃຊ້​ຄວາມ​ບໍ່​ຍຸດ​ຕິ​ທຳ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ເຮົາ. ເມື່ອ​ມັນ​ກ່ຽວ​ຂ້ອງ​ກັບ ວິ​ທີ​ໃດ ແລະ ເມື່ອ​ໃດ, ເຮົາ​ຕ້ອງ​ຮັບ​ຮູ້ ແລະ ຍອມ​ຮັບ, ຄື​ກັນ​ກັບ​ແອວ​ມາ ທີ່​ວ່າ, “ມັນ​ບໍ່​ສຳ​ຄັນ, ເພາະ​ພຣະ​ເຈົ້າ​ຮູ້​ເລື່ອງ​ທັງ​ໝົດ​ນີ້; ແລະ ເປັນ​ການ​ພຽງ​ພໍ​ສຳ​ລັບ​ພໍ່​ທີ່​ພຽງ​ຮູ້​ວ່າ​ມັນ​ເປັນ​ເຊັ່ນ​ນັ້ນ.”13

ເຮົາ​ສາ​ມາດ​ໂຈະ​ການ​ລໍ​ຄອຍ​ຄຳ​ຖາມ​ກ່ຽວ​ກັບ​ວ່າ ວິ​ທີ​ໃດ ແລະ ເມື່ອ​ໃດ ໄວ້​ກ່ອນ ແລະ ໃຫ້​ເອົາ​ໃຈ​ໃສ່​ກັບ​ການ​ພັດ​ທະ​ນາ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ວ່າ​ພຣະ​ອົງ​ມີ​ທັງ​ອຳ​ນາດ​ທີ່​ຈະ​ເຮັດ​ໃຫ້​ທຸກ​ສິ່ງ​ຖືກ​ຕ້ອງ ແລະ ມີ​ພຣະ​ປະ​ສົງ​ທີ່​ຈະ​ເຮັດ​ສິ່ງ​ນັ້ນ​ດ້ວຍ.14 ການ​ທີ່​ເຮົາ​ພຽງ​ຢາກ​ໄດ້​ແຕ່​ຄຳ​ຕອບ​ກ່ຽວ​ກັບ​ວ່າ ວິ​ທີ​ໃດ ຫລື ​ເມື່ອ​ໃດ ແມ່ນ​ບໍ່​ມີ​ຜົນ​ດີ​ແນວ​ໃດ ແລະ, ເຖິງ​ແນວ​ໃດ, ມັນ​ກໍ​ເປັນ​ແບບ​ສາຍ​ຕາ​ສັ້ນ.15

ຂະ​ນະ​ທີ່​ເຮົາ​ພັດ​ທະ​ນາ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຄວນ​ພະ​ຍາ​ຍາມ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ. ແລ້ວ​ເຮົາ​ຈະ​ເຂົ້າ​ຫາ​ຄົນ​ອື່ນ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ພະ​ຍາ​ຍາມ​ປ່ຽນ​ຄວາມບໍ່​ຍຸດ​ຕິ​ທຳ​ໃຫ້​ດີ​ຂຶ້ນ ເມື່ອ​ເຮົາ​ພົບ​ເຫັນ​ມັນ;16 ເຮົາ​ສາ​ມາດ​ພະ​ຍາ​ຍາມ​ເຮັດ​ໃຫ້​ສິ່ງ​ຕ່າງໆ​ດີ​ຂຶ້ນ​ໃນ​ຂອບ​ເຂດ​ອິດ​ທິ​ພົນ​ຂອງ​ເຮົາ​ເອງ. ແນ່ນອນ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຊີ້​ນຳ​ວ່າ “ຄວນ​ທຸ້ມ​ເທ​ຢ່າງ​ກະ​ຕື​ລື​ລົ້ນ​ໃນ​ອຸ​ດົມ​ການ​ດີ, ແລະ ເຮັດ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ຂອງ​ຕົນ​ເອງ, ແລະ ເຮັດ​ໃຫ້​ເກີດ​ຄວາມ​ຊອບ​ທຳ​ຢ່າງ​ຫລວງ​ຫລາຍ.”17

ບຸກ​ຄົນ​ໜຶ່ງ​ທີ່​ໄດ້​ຕໍ່​ສູ້​ກັບ​ຄວາມ​ບໍ່​ຍຸດ​ຕິ​ທຳ​ດ້ວຍ​ໃຈ​ຈົດ​ຈໍ່​ແມ່ນ​ທະ​ນາຍ​ຄວາມ ບຣາຍ​ແອນ ສະ​ຕີບ​ເວັນ​ສັນ. ການປະຕິບັດກົດໝາຍ​ຂອງ​ເພິ່ນ​ໃນ​ສະ​ຫະ​ລັດ​ແມ່ນ​ການ​ອຸ​ທິດ​ຕົນ​ກັບ​ການ​ຕໍ່​ສູ້​ເພື່ອ​ຜູ້​ທີ່​ຖືກ​ກ່າວ​ຫາ​ຢ່າງ​ຜິດໆ, ຢຸດ​ຕິ​ການ​ລົງ​ໂທດ​ທີ່​ຮ້າຍ​ແຮງ​ເກີນ​ຂອບ​ເຂດ, ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ຂັ້ນ​ພື້ນ​ຖານ. ເມື່ອ​ຫລາຍ​ປີ​ກ່ອນ, ທ່ານ​ສະ​ຕີບ​ເວັນ​ສັນ​ໄດ້​ສູ້​ຄະ​ດີ​ໃຫ້​ຊາຍ​ຄົນ​ໜຶ່ງ​ທີ່​ຖືກ​ກ່າວ​ຫາ​ແບບ​ຜິດໆ​ຖານ​ຄາດ​ຕະ​ກຳ ແລະ ຖືກ​ສັ່ງ​ປະ​ຫານ​ຊີ​ວິດ. ທ່ານ​ສະ​ຕີບ​ເວັນ​ສັນ​ໄດ້​ຂໍ​ໃຫ້​ໂບດ​ຄຣິດ​ສະ​ຕຽນ​ຂອງ​ຊາຍ​ຄົນ​ນັ້ນ​ຮັບ​ຮອງ​ເອົາ​ລາວ, ເຖິງ​ແມ່ນ​ວ່າ​ຊາຍ​ຄົນ​ນັ້ນ​ບໍ່​ເຂັ້ມ​ແຂງ​ໃນ​ໂບດ​ຂອງ​ລາວ ແລະ ຖືກ​ດູ​ໝິ່ນ​ໃນ​ຊຸມ​ຊົນ​ເລື່ອງ​ການ​ຫລິ້ນ​ຊູ້​ທີ່​ຜູ້​ຄົນ​ຮູ້​ຈັກ​ໄປ​ທົ່ວ​ກໍ​ຕາມ.

ເພື່ອ​ໃຫ້​ຜູ້​ຄົນ​ໃນ​ໂບດ​ເອົາ​ໃຈ​ໃສ່​ກັບ​ສິ່ງ​ທີ່​ສຳ​ຄັນ, ທ່ານ​ສະ​ຕີບ​ເວັນ​ສັນ​ໄດ້​ເລົ່າ​ເລື່ອງ​ໜຶ່ງ​ກ່ຽວ​ກັບ​ຜູ້​ຍິງ​ທີ່​ຫລິ້ນ​ຊູ້​ຄົນ​ໜຶ່ງ ຊຶ່ງ​ຖືກ​ພາ​ມາ​ຫາ​ພຣະ​ເຢ​ຊູ. ພວກ​ຜູ້​ກ່າວ​ຫາ​ຢາກ​ແກວ່ງ​ກ້ອນ​ຫີນ​ໃສ່​ນາງ​ໃຫ້​ຕາຍ, ແຕ່​ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ, “ມີ​ຄົນ​ໃດ … , ທີ່​ບໍ່​ໄດ້​ເຮັດ​ບາບ, ໃຫ້​ຜູ້​ນັ້ນ​ເປັນ​ຜູ້​ທຳ​ອິດ​ແກວ່ງ​ກ້ອນ​ຫີນ​ໃສ່​ຍິງ​ຄົນ​ນີ້.”18 ພວກ​ຜູ້​ກ່າວ​ຫາ​ຜູ້​ຍິງ​ຄົນ​ນັ້ນ​ໄດ້​ພາ​ກັນ​ອອກ​ໜີ​ໄປ. ພຣະ​ເຢ​ຊູ​ບໍ່​ໄດ້​ລົງ​ໂທດ​ຜູ້​ຍິງ​ຄົນ​ນັ້ນ ແຕ່​ໄດ້​ສັ່ງ​ວ່າ ຕໍ່​ໄປ​ຢ່າ​ເຮັດ​ບາບ​ອີກ.19

ຫລັງ​ຈາກ​ໄດ້​ເລົ່າ​ເລື່ອງ​ນີ້​ແລ້ວ, ທ່ານ​ສະ​ຕີບ​ເວັນ​ສັນ​ໄດ້​ສັງ​ເກດ​ເຫັນ​ວ່າ ການ​ເຫັນ​ຕົວ​ເອງ​ຊອບ​ທຳ, ຄວາມ​ຢ້ານ​ກົວ, ແລະ ຄວາມ​ໃຈ​ຮ້າຍ ໄດ້​ເຮັດ​ໃຫ້​ແມ່ນ​ແຕ່​ຊາວ​ຄຣິດ​ແກວ່ງ​ກ້ອນ​ຫີນ​ໃສ່​ຜູ້​ທີ່​ເຮັດ​ຄວາມ​ຜິດ​ພາດ. ແລ້ວ​ເພິ່ນ​ໄດ້​ເວົ້າ​ວ່າ, “ເຮົາ​ຊິ​ຢືນ​ເບິ່ງ​ຊື່ໆ​ບໍ່​ໄດ້,” ແລະ ເພິ່ນ​ໄດ້​ຊຸກ​ຍູ້​ຜູ້​ຄົນ​ໃນ​ໂບດ​ໃຫ້​ກາຍ​ເປັນ “ຜູ້​ຮັບ​ກ້ອນ​ຫີນ.”20 ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ການບໍ່​ແກວ່ງ​ກ້ອນ​ຫີນ​ເປັນ​ບາດ​ກ້າວ​ທຳ​ອິດ​ໃນ​ການ​ປະ​ຕິ​ບັດ​ຕໍ່​ຄົນ​ອື່ນ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ. ບາດ​ກ້າວ​ທີ​ສອງ​ແມ່ນ​ທີ່​ຈະ​ພະ​ຍາ​ຍາມ​ຮັບ​ເອົາ​ກ້ອນ​ຫີນ​ທີ່​ຄົນ​ອື່ນ​ແກວ່ງ​ມາ.

ວິ​ທີ​ທີ່​ເຮົາ​ຈັດ​ການ​ກັບ​ການ​ໄດ້​ປຽບ ແລະ ການ​ເສຍ​ປຽບ​ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ​ການ​ທົດ​ສອບ​ໃນ​ຊີ​ວິດ. ເຮົາ​ຈະ​ຖືກ​ພິ​ພາກ​ສາ ບໍ່​ແມ່ນ​ຕາມ​ຄຳ​ທີ່​ເຮົາ​ເວົ້າ ແຕ່​ຕາມ​ວິ​ທີ​ທີ່​ເຮົາ​ປະ​ຕິ​ບັດ​ຕໍ່​ຜູ້​ທີ່​ອ່ອນ​ແອ ແລະ ຜູ້​ທີ່​ເສຍ​ປຽບ.21 ໃນ​ຖາ​ນະ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເພື່ອ​ໄປ​ທຸກ​ຫົນ​ທຸກ​ແຫ່ງ​ເຮັດ​ຄຸນ​ງາມ​ຄວາມ​ດີ.22 ເຮົາ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ເພື່ອນ​ບ້ານ ໂດຍ​ການ​ພະ​ຍາ​ຍາມ​ຮັກ​ສາ​ກຽດ​ຂອງ​ລູກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທຸກໆ​ຄົນ​ໄວ້.

ການ​ສະ​ທ້ອນ​ຄິດ​ຢ່າງ​ໜັກ​ແໜ້ນ​ກ່ຽວ​ກັບ​ການ​ໄດ້​ປຽບ ແລະ ການ​ເສຍ​ປຽບ​ຂອງ​ເຮົາ​ເອງ ແມ່ນ​ເປັນ​ສິ່ງ​ດີ. ທ້າວ​ຈອນ​ໄດ້​ເຫັນ​ທ່າ​ທີ​ຂອງ​ຕົນ, ກ່ອນ​ລາວ​ຈະ​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ນາງ​ແອນ​ນາ​ຈຶ່ງ​ໄດ້​ລົດ​ຖີບ. ນາງ​ຣຸດ​ໄດ້​ຮັບ​ຄວາມ​ຮູ້​ຈາກ​ການ​ມອງ​ຜ່ານ​ສາຍ​ຕາ​ຂອງ​ແມ່ ກ່ອນ​ນາງ​ຈະ​ເຂົ້າ​ໃຈ​ວ່າ ເປັນ​ຫຍັງ​ນາງ​ເມີ​ລາ​ຈຶ່ງ​ຕ້ອງ​ໄດ້​ມີ​ເກີບ​ຄູ່​ໃໝ່. ສິ່ງ​ຕ່າງໆ​ຈະ​ແຈ່ມ​ແຈ້ງ​ຂຶ້ນ ຖ້າ​ຫາກ​ເຮົາ​ພະ​ຍາ​ຍາມ​ເບິ່ງ​ສິ່ງ​ຕ່າງໆ​ດ້ວຍ​ທັດ​ສະ​ນະ​ນິ​ລັນ​ດອນ. ຂະ​ນະ​ທີ່​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ, ເຮົາ​ຈະ​ເກີດ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ມີ​ຄວາມ​ເຂົ້າ​ໃຈ, ແລະ ມີ​ຄວາມ​ໃຈ​ບຸນ.

ຂ້າ​ພະ​ເຈົ້າ​ຈະ​ກັບ​ຄືນ​ໄປ​ຫາ​ຄຳ​ຖາມ​ທີ່​ເພື່ອນ​ໂດຍ​ສານ​ໃນ​ເມືອງ​ຄີ​ກາ​ລີ ຕອນ​ລາວ​ຄ່ຳ​ຄວນ​ເລື່ອງ​ຄວາມ​ບໍ່​ຍຸດ​ຕິ​ທຳ ກ່ຽວ​ກັບ​ການ​ຂ້າ​ລ້າງ​ເຜົ່າ​ພັນ​ທີ່​ຣາ​ວັນ​ດາ ແລະ ຖາມ​ວ່າ, “ຖ້າ​ຫາກ​ພຣະ​ເຈົ້າ​ມີ​ຈິງ, ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ບໍ່​ເຮັດ​ຫຍັງ?”

ໂດຍ​ທີ່​ບໍ່​ພະ​ຍາ​ຍາມ​ລົດ​ຄວາມ​ທຸກ​ທໍ​ລະ​ມານ​ທີ່​ເກີດ​ຈາກ​ການ​ຂ້າ​ລ້າງ​ເຜົ່າ​ພັນ, ແລະ ຫລັງ​ຈາກ​ທີ່​ພວກ​ເຮົາ​ໄດ້​ຮັບ​ຮູ້​ຄວາມ​ບໍ່​ສາ​ມາດ​ທີ່​ຈະ​ເຂົ້າ​ໃຈ​ຄວາມ​ທຸກ​ທໍ​ລະ​ມານ​ເຊັ່ນ​ນັ້ນ​ໄດ້, ພວກ​ເຮົາ​ໄດ້​ຕອບ​ວ່າ​ພຣະ​ເຢ​ຊູ​ຄຣິດ​ໄດ້​ເຮັດ​ບາງ​ສິ່ງ​ກ່ຽວ​ກັບ​ຄວາມ​ບໍ່​ຍຸດ​ຕິ​ທຳ​ທີ່​ເຮັດ​ໃຫ້​ໃຈ​ຮ້າຍ​ນັ້ນ.23 ພວກ​ເຮົາ​ໄດ້​ອະ​ທິ​ບາຍ​ຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຫລາຍ​ຢ່າງ​ແມ່ນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.24

ຫລັງ​ຈາກ​ນັ້ນ, ເພື່ອນ​ຂອງ​ພວກ​ເຮົາ​ໄດ້​ຖາມ, ດ້ວຍ​ນ້ຳ​ຕາ​ຄາ​ປໍ້​ວ່າ, “ພວກ​ທ່ານ​ໝາຍ​ຄວາມ​ວ່າ ​ເຮົາ​ສາ​ມາດ​ເຮັດ​ບາງ​ສິ່ງ​ແທນ​ພໍ່​ແມ່ ແລະ ພໍ່​ລຸງ​ທີ່​ຕາຍ​ໄປ​ແລ້ວ​ໄດ້​ຫວະ?”

ພວກ​ເຮົາ​ເວົ້າ​ວ່າ, “ແມ່ນ​ແລ້ວ!” ແລ້ວ​ພວກ​ເຮົາ​ໄດ້​ກ່າວ​ເປັນ​ພະ​ຍານ​ວ່າ ທຸກ​ສິ່ງ​ທີ່​ບໍ່​ຍຸດ​ຕິ​ທຳ​ໃນ​ຊີ​ວິດ ສາ​ມາດ​ຖືກ​ເຮັດ​ໃຫ້​ຖືກ​ຕ້ອງ​ໄດ້​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ວ່າ​ໂດຍ​ສິດ​ອຳ​ນາດ​ຂອງ​ພຣະ​ອົງ ຄອບ​ຄົວ​ສາ​ມາດ​ຢູ່​ນຳ​ກັນ​ຕະ​ຫລອດ​ໄປ.

ເມື່ອ​ປະ​ເຊີນ​ກັບ​ຄວາມ​ບໍ່​ຍຸດ​ຕິ​ທຳ, ເຮົາ​ສາ​ມາດ​ເດີນ​ໜີ​ຈາກ​ພຣະ​ເຈົ້າ ຫລື ເຮົາ​ສາ​ມາດ​ເຂົ້າ​ຫາ​ພຣະ​ອົງ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ ແລະ ການ​ສະ​ໜັບ​ສະ​ໜູນ. ຍົກ​ຕົວ​ຢ່າງ, ສົງ​ຄາມ​ອັນ​ຍາວ​ນານ​ລະ​ຫວ່າງ​ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ​ມີ​ຜົນ​ກະ​ທົບ​ຕໍ່​ຜູ້​ຄົນ​ໃນ​ທາງ​ທີ່​ແຕກ​ຕ່າງ. ມໍ​ມອນ​ໄດ້​ສັງ​ເກດ​ເຫັນ​ວ່າ “ຄົນ​ຈຳ​ນວນ​ຫລວງ​ຫລາຍ​ຈຶ່ງ​ແຂງ​ກະ​ດ້າງ​ຂຶ້ນ” ຂະ​ນະ​ທີ່​ບາງ​ຄົນ “ອ່ອນ​ໂຍນ​ລົງ​ເພາະ​ຄວາມ​ທຸກ​ຂອງ​ພວກ​ເຂົາ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ຖ່ອມ​ຕົວ​ລົງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ.”25

ຢ່າ​ປ່ອຍ​ໃຫ້​ຄວາມ​ບໍ່​ຍຸດ​ຕິ​ທຳ​ເຮັດ​ໃຫ້​ທ່ານ​ແຂງ​ກະ​ດ້າງ ຫລື ທຳ​ລາຍ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຈົ້າ. ແຕ່​ໃຫ້​ທູນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ. ມີ​ຄວາມ​ກະ​ຕັນ​ຍູ ແລະ ເພິ່ງ​ອາ​ໄສ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ກວ່າ​ເກົ່າ. ແທນ​ທີ່​ຈະ​ຂົມ​ຂື່ນ, ຂໍ​ໃຫ້​ພຣະ​ອົງ​ຊ່ວຍ​ທ່ານ​ໃຫ້​ດີ​ຂຶ້ນ.26 ອະ​ນຸ​ຍາດ​ໃຫ້​ພຣະ​ອົງ​ຊ່ວຍ​ທ່ານ​ໃຫ້​ມີ​ຄວາມ​ອົດ​ທົນ, ເພື່ອ​ໃຫ້​ຄວາມ​ທຸກ​ຂອງ​ທ່ານ​ຖືກ “ກືນ​ເຂົ້າ​ໄປ​ໃນ​ຄວາມ​ສຸກ​ຂອງ​ພຣະ​ຄຣິດ.”27 ຈົ່ງ​ເຂົ້າ​ຮ່ວມ​ກັບ​ພຣະ​ອົງ​ໃນ​ພາ​ລະ​ກິດ​ຂອງ​ພຣະ​ອົງ “ເພື່ອ​ປິ່ນ​ປົວ​ຫົວ​ໃຈ​ທີ່​ຊອກ​ຊ້ຳ,”28 ພະ​ຍາ​ຍາມ​ລົດ​ຄວາມ​ບໍ່​ຍຸດ​ຕິ​ທຳ, ແລະ ກາຍ​ເປັນ​ຜູ້​ຮັບ​ເອົາ​ກ້ອນ​ຫີນ.29

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຊົງ​ພຣະ​ຊົນ​ຢູ່. ພຣະ​ອົງ​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ບໍ່​ຍຸດ​ຕິ​ທຳ. ຮອຍ​ແຜ​ຢູ່​ທີ່​ຝາ​ພຣະ​ຫັດ​ຂອງ​ພຣະ​ອົງ​ຍັງ​ສືບ​ຕໍ່​ເຕືອນ​ພຣະ​ອົງ​ກ່ຽວ​ກັບ​ທ່ານ ແລະ ສະ​ຖາ​ນະ​ການ​ຂອງ​ທ່ານ​ຢູ່​ສະ​ເໝີ. ພຣະ​ອົງ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ທ່ານ ໃນ​ຄວາມ​ຫຍຸ້ງ​ຍາກ​ທັງ​ໝົດ​ຂອງ​ທ່ານ. ຕໍ່​ຜູ້​ທີ່​ມາ​ຫາ​ພຣະ​ອົງ, ເຂົາ​ຈະ​ໄດ້​ຮັບ​ມົງ​ກຸດ​ແຫ່ງ​ຄວາມ​ງົດ​ງາມ​ແທນ​ຂີ້​ເຖົ່າ​ຂອງ​ການ​ເປັນ​ທຸກ; ຈະ​ຊື່ນ​ຊົມ ແລະ ດີ​ໃຈ​ແທນ​ທີ່​ຈະ​ໂສກ​ເສົ້າ ແລະ ເສຍ​ໃຈ; ຈະ​ກະ​ຕັນ​ຍູ ແລະ ສະ​ເຫລີມ​ສະ​ຫລອງ​ແທນ​ທີ່​ຈະ​ທໍ້​ແທ້​ໃຈ ແລະ ໝົດ​ຫວັງ.30 ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ຈະ​ໄດ້​ຮັບ​ລາງ​ວັນ​ຫລາຍ​ກວ່າ​ທີ່​ທ່ານ​ຄິດ. ຄວາມ​ບໍ່​ຍຸດ​ຕິ​ທຳ​ທັງ​ໝົດ—ໂດຍ​ສະ​ເພາະ​ຄວາມ​ບໍ່​ຍຸດ​ຕິ​ທຳ​ທີ່​ເຮັດ​ໃຫ້​ໃຈ​ຮ້າຍ—ຈະ​ເປັນ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ທ່ານ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ John Reader, Africa: A Biography of the Continent (1999), 635–36, 673–79.

  2. ເຖິງ​ແມ່ນ​ຈະ​ມີ​ຄວາມ​ຫວັງ, ແຕ່​ຄວາມ​ປອງ​ດອງ​ຂອງ​ຣາ​ວັນ​ດາ​ແມ່ນ​ຊັບ​ຊ້ອນ. ບາງ​ຄົນ​ສົງ​ໄສ​ກ່ຽວ​ກັບ​ຄຸນ​ນະ​ພາບ ແລະ ຄວາມ​ທົນ​ທານ​ຂອງ​ມັນ. ເບິ່ງ, ຍົກ​ຕົວ​ຢ່າງ, “The Great Rwanda Debate: Paragon or Prison?,” Economist, Mar. 27, 2021, 41–43.

  3. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 130:19; ເນັ້ນ​ຄຳ​ເນີ້ງ.

  4. ເບິ່ງ ເຮັບ​ເຣີ 4:15.

  5. 1 ນີ​ໄຟ 21:15–16.

  6. ເບິ່ງ ແອວ​ມາ 7:11–13.

  7. ເບິ່ງ ເຮັບ​ເຣີ 4:16; ເບິ່ງ ເອ​ຊາ​ຢາ 41:10; 43:2; 46:4; 61:1–3 ນຳ​ອີກ.

  8. ຄຳ​ເຕືອນ: ເຮົາ​ຄວນ​ຫລີກ​ລ້ຽງ​ຈາກ​ການ​ຕັ້ງ​ຄຳ​ຕອບ​ເອງ​ກ່ຽວ​ກັບ ວິ​ທີ​ໃດ ແລະ ເມື່ອ​ໃດ, ເຖິງ​ແມ່ນ​ວ່າ​ຈະ​ມີ​ເຫດ​ຜົນ ຫລື ເຊື່ອ​ຖື​ໄດ້​ຫລາຍ​ປານ​ໃດ​ກໍ​ຕາມ. ເຮົາ​ບໍ່​ສາ​ມາດ​ສ້າງ​ບາງ​ສິ່ງ​ຂຶ້ນ​ເອງ ໃນ​ສິ່ງ​ທີ່​ພຣະ​ເຈົ້າ​ຍັງ​ບໍ່​ທັນ​ເປີດ​ເຜີຍ​ເທື່ອ.

  9. ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ (2004), 60; ເບິ່ງ ເອ​ຊາ​ຢາ 61:2–3; ພຣະ​ນິ​ມິດ 21:4 ນຳ​ອີກ. “ທຸກ​ສິ່ງ​ທີ່​ບໍ່​ຍຸດ​ຕິ​ທຳ​ໃນ​ຊີ​ວິດ ສາ​ມາດ​ຖືກ​ເຮັດ​ໃຫ້​ຖືກ​ຕ້ອງ​ໄດ້” ອາດ​ໝາຍ​ຄວາມ​ວ່າ​ຜົນ​ສະ​ທ້ອນ​ຂອງ​ຄວາມ​ບໍ່​ຍຸດ​ຕິ​ທຳ​ຕໍ່​ເຮົາ ຈະ​ຖືກ​ແກ້​ໄຂ, ຫລຸດ​ຜ່ອນ, ຫລື ໝົດ​ໄປ. ໃນ​ຄຳ​ປາ​ໄສ​ເທື່ອ​ສຸດ​ທ້າຍ​ຂອງ​ເພິ່ນ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ, “ສິ່ງ​ໃດ​ຈະ​ເກີດ​ຂຶ້ນ ກໍ​ໃຫ້​ມັນ​ເກີດ​ຂຶ້ນ,” ແອວ​ເດີ ໂຈ​ເຊັບ ບີ ເວີດ​ລິນ ໄດ້​ກ່າວ​ວ່າ: “ນ້ຳ​ຕາ​ທຸກໆ​ຢົດ​ໃນ​ວັນ​ນີ້ ໃນ​ທີ່​ສຸດ​ຈະ​ໄດ້​ຮັບ​ຄືນ​ເປັນ​ຮ້ອຍໆ ດ້ວຍ​ນ້ຳ​ຕາ​ຂອງ​ຄວາມ​ມ່ວນ​ຊື່ນ ແລະ ຮູ້​ບຸນ​ຄຸນ. … ເຫັນ​ຫລັກ​ທຳ​ນີ້​ໃນ​ຊີ​ວິດ” (Liahona, Nov. 2008, 28).

  10. ເບິ່ງ ໂຢ​ຮັນ 16:33.

  11. ເບິ່ງ 2 ນີ​ໄຟ 2:2.

  12. ເບິ່ງ ໂຢບ 42:10, 12–13; ຢາ​ໂຄບ 3:1.

  13. ແອວ​ມາ 40:5.

  14. ເບິ່ງ ໂມໄຊຢາ 4:9.

  15. ເບິ່ງ Russell M. Nelson, “Let God Prevail,” Liahona, Nov. 2020, 93. ສາຍ​ຕາ​ສັ້ນ ໝາຍ​ຄວາມ​ວ່າ ຫລຽວ​ບໍ່​ເຫັນ​ໄກ.

  16. ຍົກ​ຕົວ​ຢ່າງ, ນາຍ​ທັບ​ໂມ​ໂຣ​ໄນ​ໄດ້​ຢືນ​ຢັນ​ວ່າ ມັນ​ເປັນ​ສິ່ງ​ທີ່​ບໍ່​ຖືກ​ຕ້ອງ​ທີ່​ຜູ້​ຄົນ​ຈະ​ຢືນ​ຢູ່​ຊື່ໆ ແລະ “ບໍ່​ຕ້ອງ​ເຮັດ​ຫຍັງ​ເລີຍ” ເມື່ອ​ພວກ​ເຂົາ​ສາ​ມາດ​ຊ່ວຍ​ເຫລືອ​ຄົນ​ອື່ນ (ເບິ່ງ ແອວ​ມາ 60:9–11); ເບິ່ງ 2 ໂກ​ຣິນ​ໂທ 1:3–4 ນຳ​ອີກ.

  17. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:27; ເບິ່ງ ຂໍ້​ທີ 26, 28–29 ນຳ​ອີກ.

  18. ໂຢ​ຮັນ 8:7.

  19. ເບິ່ງ ໂຢ​ຮັນ 8:10–11; ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ ຂໍ້​ທີ 11 ລວມ​ທັງ, “ແລະ ຍິງ​ຄົນ​ນັ້ນ​ໄດ້​ສັນ​ລະ​ເສີນ​ພຣະ​ເຈົ້າ​ນັບ​ແຕ່​ນັ້ນ​ໄປ, ແລະ ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ,” ແນະ​ນຳ​ວ່າ ການ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບໍ່​ໄດ້​ລົງ​ໂທດ​ນາງ ແລະ ໄດ້​ສັ່ງ​ວ່າ “ຕໍ່​ໄປ​ຢ່າ​ເຮັດ​ບາບ​ອີກ” ມີ​ຜົນ​ກະ​ທົບ​ຕໍ່​ນາງ​ໄປ​ຕະ​ຫລອດ​ຊີ​ວິດ.

  20. Bryan Stevenson, Just Mercy: A Story of Justice and Redemption (2015), 308–9.

  21. ເບິ່ງ ມັດ​ທາຍ 25:31–46.

  22. ເບິ່ງ ກິດ​ຈະ​ການ 10:38; ເບິ່ງ Russell M. Nelson, “The Second Great Commandment,” Liahona, Nov. 2019, 96–100 ນຳ​ອີກ.

  23. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:17, 22–23.

  24. ຄຳ​ສອນ​ເຫລົ່າ​ນີ້​ແມ່ນ​ຊັດ​ເຈນ​ໃນ “ການ​ຟື້ນ​ຟູ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ: ການ​ປະ​ກາດ​ຕໍ່​ໂລກ​ເນື່ອງ​ໃນ​ວາ​ລະ​ຄົບ​ຮອບ​ສອງ​ຮ້ອຍ​ປີ,” ChurchofJesusChrist.org.

  25. ແອວ​ມາ 62:41.

  26. ເບິ່ງ Amos C. Brown, ໃນ Boyd Matheson, “‘It Can Be Well with This Nation’ If We Lock Arms as Children of God,” Church News, July 25, 2019, thechurchnews.com.

  27. ແອວ​ມາ 31:38.

  28. ເບິ່ງ ລູ​ກາ 4:16–19. ການ​ປິ່ນ​ປົວ​ຫົວ​ໃຈ​ທີ່​ຊອກ​ຊ້ຳ​ຄື​ການ​ຟື້ນ​ຟູ​ຈິດ​ໃຈ, ຄວາມ​ປາດ​ຖະ​ໜາ, ມັນ​ສະ​ໝອງ, ຫລື ຄວາມ​ຮູ້​ສຶກ​ພາຍ​ໃນ​ຂອງ​ບຸກ​ຄົນ​ທີ່​ແຕກ​ສະ​ຫລາຍ ຫລື ຖືກ​ຢຽບ​ຍ້ຳ (ເບິ່ງ James Strong, The New Strong’s Expanded Exhaustive Concordance of the Bible [2010], Hebrew dictionary section, 139 and 271).

  29. ເບິ່ງ, ຍົກ​ຕົວ​ຢ່າງ, Russell M. Nelson, “Let God Prevail,” Liahona, Nov. 2020, 94; Dallin H. Oaks, “Love Your Enemies,” Liahona, Nov. 2020, 26–29. ປະ​ທານ​ແນວ​ສັນ​ໄດ້​ຕັກ​ເຕືອນ​ວ່າ: “ມື້​ນີ້ ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ສະ​ມາ​ຊິກ​ຂອງ​ພວກ​ເຮົາ​ໃນ​ທຸກ​ແຫ່ງ​ຫົນ ເປັນ​ຕົວ​ຢ່າງ​ໃນ​ການ​ປະ​ຖິ້ມ​ຄວາມ​ອະ​ຄະ​ຕິ. ຂ້າ​ພະ​ເຈົ້າ​ອ້ອນ​ວອນ​ທ່ານ​ໃຫ້​ສົ່ງ​ເສີມ​ການ​ມີ​ຄວາມ​ນັບ​ຖື​ຕໍ່​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ.” ສິ່ງນີ້​ແມ່ນ​ຫລາຍ​ກວ່າ​ການ​ພຽງ​ແຕ່​ຕໍ່​ຕ້ານ​ທັດ​ສະ​ນະ​ຄະ​ຕິ ແລະ ການ​ກະ​ທຳ​ທີ່​ມີ​ອະ​ຄະ​ຕິ​ເທົ່າ​ນັ້ນ. ປະ​ທານ​ໂອກສ໌​ໄດ້​ອ້າງ​ເຖິງ​ຖ້ອຍ​ຄຳ​ຂອງ​ບາດ​ຫລວງ​ເທ​ຣີ​ຊາ ເອ ເດຍ ວ່າ: “ການ​ຈຳ​ແນກ​ເຊື້ອ​ຊາດ​ເຕີບ​ໂຕ​ຂຶ້ນ​ຈາກ​ຄວາມ​ກຽດ​ຊັງ, ການ​ກົດ​ຂີ່, ການ​ເສີຍ​ເມີຍ, ຄວາມ​ບໍ່​ເອົາ​ໃຈ​ໃສ່ ແລະ ຄວາມ​ມິດ​ງຽບ.” ແລ້ວ​ເພິ່ນ​ໄດ້​ກ່າວ​ວ່າ, “ໃນ​ຖາ​ນະ​ພົນ​ລະ​ເມືອງ ແລະ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ເຮົາ​ຕ້ອງ​ເຮັດ​ໃຫ້​ດີ​ກວ່າ​ເກົ່າ​ເພື່ອ​ຊ່ວຍ​ກຳ​ຈັດ​ການ​ຈຳ​ແນກ​ເຊື້ອ​ຊາດ.”

  30. ເບິ່ງ ເອ​ຊາ​ຢາ 61:3. ການ​ໄດ້​ຮັບ​ມົງ​ກຸດ​ແຫ່ງ​ຄວາມ​ງົດ​ງາມ​ໝາຍ​ຄວາມ​ວ່າ ເຮົາ​ໄດ້​ກາຍ​ເປັນ​ຜູ້​ຮ່ວມ​ຮັບ​ມູນ​ມໍ​ລະ​ດົກ​ກັບ​ພຣະ​ເຢ​ຊູ​ຄຣິດ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ. ເບິ່ງ Donald W. Parry, Jay A. Parry, ແລະ Tina M. Peterson, Understanding Isaiah (1998), 541–43 ນຳ​ອີກ.