ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພຣະ​ເຈົ້າ​ຮັກ​ລູກໆ​ຂອງ​ພຣະ​ອົງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ພຣະ​ເຈົ້າ​ຮັກ​ລູກໆ​ຂອງ​ພຣະ​ອົງ

ຂ້າ​ພະ​ເຈົ້າ​ຢາກ​ແບ່ງ​ປັນ​ສາມ​ວິ​ທີ​ສະ​ເພາະ ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສະ​ແດງ​ໃຫ້​ປະ​ຈັກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ເຮົາ, ລູກໆ​ຂອງ​ພຣະ​ອົງ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ປິ​ຕິ​ຍິນ​ດີ​ກັບ​ທ່ານ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຂ້າ​ພະ​ເຈົ້າ​ນໍາ​ຄວາມ​ຮັກ​ຈາກ​ສະ​ມາ​ຊິກ​ທີ່​ສູ້​ຊົນ​ໃນ​ປະ​ເທດ​ຟີ​ລິບ​ປີນ​ມາ​ກັບ​ຂ້າ​ພະ​ເຈົ້າ ແລະ ຂໍ​ກ່າວ​ຕາງ​ໜ້າ​ເຂົາ​ເຈົ້າ​ວ່າ, ມາ​ບູ​ເຮ!

ໃນ​ເຊົ້າ​ວັນ​ອີດ​ສະ​ເຕີ​ນີ້, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​​ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ, ວ່າ​ພຣະ​ອົງ​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ ແລະ ວ່າ​ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ເຮົາ ແລະ ຕໍ່​ພຣະ​ບິ​ດາ​ຜູ້​ສະ​ຖິດ​ໃນ​ສະ​ຫວັນ​ນັ້ນ ບໍ​ລິ​ສຸດ ແລະ ເປັນ​ນິ​ລັນ​ດອນ. ມື້​ນີ້, ຂ້າ​ພະ​ເຈົ້າ​ຢາກ​ຈະ​ເນັ້ນ​ໃສ່​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ທີ່​ມີ​ຕໍ່​ທຸກ​ຄົນ, ຊຶ່ງ​ຖືກ​ສະ​ແດງ​ໃຫ້​ປະ​ຈັກ​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຢ​ຊູ​ຄຣິດ. “ເພາະ​ວ່າ ພຣະ​ເຈົ້າ​ຊົງ​ຮັກ​ໂລກ​ຫລາຍ​ທີ່​ສຸດ ຈົນ​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ” (ໂຢ​ຮັນ 3:16).

ເມື່ອ​ສາດ​ສະ​ດາ​ນີ​ໄຟ​ໄດ້​ຖືກ​ຖາມ​ໂດຍ​ທູດ​ສະ​ຫວັນ​ອົງ​ໜຶ່ງ​ກ່ຽວ​ກັບ​ຄວາມ​ຮູ້​ຂອງ​ເພິ່ນ​ເລື່ອງ​ພຣະ​ເຈົ້າ, ນີ​ໄຟ​ໄດ້​ຕອບ​ຢ່າງ​ລຽບ​ງ່າຍ​ວ່າ, “ຂ້າ​ນ້ອຍ​ຮູ້​ວ່າ ພຣະ​ອົງ​ຮັກ​ລູກໆ​ຂອງ​ພຣະ​ອົງ” (ເບິ່ງ 1 ນີ​ໄຟ 11:16–17).

ຂໍ້​ໜຶ່ງ​ຈາກ​ພຣະ​ຄໍາ​ພີ​ມໍ​ມອນ: ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ ໄດ້​ອະ​ທິ​ບາຍ​ເຖິງ​ຄວາມ​ຮັກ​ທີ່​ດີ​ພ້ອມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ວ່າ: “ແລະ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ມະ​ນຸດ​ສະ​ໂລກ, ເຂົາ​ຈະ​ຕັດ​ສິນ​ພຣະ​ອົງ​ວ່າ​ບໍ່​ມີ​ຄ່າ; … ເຂົາ​ຈຶ່ງ​ຂ້ຽນ​ພຣະ​ອົງ, … ເຂົາ​ຕີ​ພຣະ​ອົງ, … ເຂົາ​ຖົ່ມ​ນ້ຳ​ລາຍ​ໃສ່​ພຣະ​ອົງ, ແລະ ພຣະ​ອົງ​ໄດ້​ທົນ, ເພາະ​ຄວາມ​ກະ​ລຸ​ນາ​ຮັກ​ຫອມ​ຂອງ​ພຣະ​ອົງ ແລະ ຄວາມ​ອົດ​ກັ້ນ​ທີ່​ພຣະ​ອົງ​ມີ​ຕໍ່​ລູກ​ຫລານ​ມະ​ນຸດ”(1 ນີ​ໄຟ 19:9). ຄວາມ​ຮັກ​ທົ່ວ​ໄປ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເປັນ​ແຮງ​ກະ​ຕຸ້ນ​ທີ່​ຢູ່​ເບື້ອງ​ຫລັງ​ທຸກ​ສິ່ງ​ທີ່​ພຣະ​ອົງ​ກະ​ທໍາ. ເຮົາ​ຮູ້​ວ່າ ນີ້​ແມ່ນ​ຄວາມ​ຮັກ​ດຽວ​ກັນ​ທີ່​ພຣະ​ບິ​ດາ​ຜູ້​ສະ​ຖິດ​ໃນ​ສະ​ຫວັນ​ຂອງ​ເຮົາ​ມີ​ຕໍ່​ເຮົາ, ເພາະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ຢ່າງ​ຖ່ອມ​ຕົວ​ວ່າ ພຣະ​ອົງ ແລະ ພຣະ​ບິ​ດາ “ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ” (ເບິ່ງ ໂຢ​ຮັນ 10:30; 17:20–23).

ແລ້ວ​ເຮົາ​ຈະ​ຕອບ​ແທນ ແລະ ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຂອງ​ເຮົາ​ຕໍ່​ຄວາມ​ຮັກ​ທົ່ວ​ໄປ​ຂອງ​ພວກ​ພຣະ​ອົງ​ໄດ້​ແນວ​ໃດ? ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ເຮົາ​ດ້ວຍ​ຄຳ​ເຊື້ອ​ເຊີນ​ທີ່​ລຽບ​ງ່າຍ​ສຳ​ລັບ​ທຸກ​ຄົນ ຄື: “ຖ້າ​ພວກ​ເຈົ້າ​ຮັກ​ເຮົາ ພວກ​ເຈົ້າ​ກໍ​ຈະ​ເຊື່ອ​ຟັງ​ກົດ​ບັນ​ຍັດ​ຂອງ​ເຮົາ” (ໂຢ​ຮັນ 14:15).

ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ສິດ​ສອນ​ວ່າ, “ຄວາມ​ຮັກ​ທົ່ວ​ໄປ ແລະ ດີ​ພ້ອມ​ຂອງ​ພຣະ​ເຈົ້າ ທີ່​ສະ​ແດງ​ອອກ​ໃນ​ພອນ​ທັງ​ໝົດ​ຂອງ​ແຜນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ລວມ​ທັງ​ຄວາມ​ຈິງ​ທີ່​ວ່າ ພອນ​ອັນ​ປະ​ເສີດ​ສຸດ​ແມ່ນ​ຖືກ​ເກັບ​ໄວ້​ໃຫ້​ຜູ້​ທີ່​ເຊື່ອ​ຟັງ​ກົດ​ຂອງ​ພຣະ​ອົງ.”1

ຂ້າ​ພະ​ເຈົ້າ​ຢາກ​ແບ່ງ​ປັນ​ສາມ​ວິ​ທີ​ສະ​ເພາະ ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສະ​ແດງ​ໃຫ້​ປະ​ຈັກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ເຮົາ, ລູກໆ​ຂອງ​ພຣະ​ອົງ.

ໜຶ່ງ, ຄວາມ​ສໍາ​ພັນ​ກັບ​ພຣະ​ເຈົ້າ ແລະ ຄອບ​ຄົວ ສະ​ແດງ​ໃຫ້​ປະ​ຈັກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ

ຄວາມ​ສໍາ​ພັນ​ທີ່​ມີ​ຄຸນ​ຄ່າ​ທີ່​ສຸດ​ຂອງ​ເຮົາ ແມ່ນ​ຄວາມ​ສໍາ​ພັນ​ທີ່​ເຮົາ​ມີ​ກັບ​ພຣະ​ບິ​ດາ ແລະ ພຣະ​ບຸດ ແລະ ກັບ​ຄອບ​ຄົວ​ຂອງ​ເຮົາ​ເອງ ເພາະ​ສາຍ​ສໍາ​ພັນ​ຂອງ​ເຮົາ​ກັບ​ເຂົາ​ເຈົ້າ​ນັ້ນ​ເປັນ​ນິ​ລັນ​ດອນ. ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່ ແມ່ນ​ການ​ສະ​ແດງ​ໃຫ້​ປະ​ຈັກ​ອັນ​ດີ​ເລີດ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ທີ່​ມີ​ຕໍ່​ເຮົາ. ດ້ວຍ​ສາຍ​ຕາ​ທີ່​ຈົດ​ຈໍ່​ຢູ່​ກັບ​ແຜນ​ຂອງ​ພຣະ​ເຈົ້າ, ເຮົາ​ເຕັມ​ໃຈ​ເລືອກ​ທີ່​ຈະ​ແກະ​ເອົາ​ດິນ ແລະ ຫີນ​ທີ່​ຢູ່​ໃນ​ຕົວ​ເຮົາ ອັນ​ທີ່​ສົ່ງ​ເສີມ​ຄວາມ​ປາດ​ຖະ​ໜາ​ທີ່ເຫັນ​ແກ່​ຕົວ​ອອກ​ມາ ແລະ ແທນ​ທີ່​ດ້ວຍ​ຮາກ​ຖານ​ທີ່​ສ້າງ​ຄວາມ​ສໍາ​ພັນ​ນິ​ລັນ​ດອນ. ຕາມ​ຄວາມ​ຈິງ​ແລ້ວ, ນີ້​ສາ​ມາດ​ເອີ້ນ​ໄດ້​ວ່າ​ເປັນ “ການ​ຂຸດ​ຄົ້ນ​ທາງ​ວິນ​ຍານ.” ໃນ​ການ​ຂຸດ​ຄົ້ນ​ທາງ​ວິນ​ຍານ​ຂອງ​ເຮົາ, ກ່ອນ​ອື່ນ ເຮົາ​ຕ້ອງ​ສະ​ແຫວງ​ຫາ​ພຣະ​ເຈົ້າ ແລະ ເອີ້ນ​ຫາ​ພຣະ​ອົງ (ເບິ່ງ ເຢ​ເຣ​ມີ​ຢາ 29:12–13).

ການ​ສະ​ແຫວງ​ຫາ​ພຣະ​ອົງ ແລະ ການ​ເອີ້ນ​ຫາ​ພຣະ​ອົງ​ນັ້ນ ຈະ​ເລີ່ມ​ຕົ້ນ​ຂະ​ບວນ​ການ ແລະ ໃຫ້​ພື້ນ​ທີ່​ໃນ​ການ​ສ້າງ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສໍາ​ພັນ​ນິ​ລັນ​ດອນ​ຂອງ​ເຮົາ. ມັນ​ຂະ​ຫຍາຍ​ມຸມ​ມອງ​ທາງ​ວິນ​ຍານ​ຂອງ​ເຮົາ ແລະ ຊ່ວຍ​ໃຫ້​ເຮົາ​ເອົາ​ໃຈ​ໃສ່​ຕໍ່​ການ​ປ່ຽນ​ແປງ​ສິ່ງ​ທີ່​ເຮົາ​ຄວບ​ຄຸມ​ໄດ້ ແທນ​ທີ່​ຈະ​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ຢ້ານ​ກົວ​ທີ່​ເຮົາ​ຄວບ​ຄຸມ​ບໍ່​ໄດ້. ການ​ສຶກ​ສາ​ພຣະ​ຊົນ​ຊີບ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ຈະ​ຊ່ວຍ​ໃຫ້​ເຮົາ​ເບິ່ງ​ຄວາມ​ກັງ​ວົນ​ອື່ນໆ​ເຫລົ່າ​ນີ້​ດ້ວຍ​ມຸມ​ມອງ​ທີ່​ເປັນ​ນິ​ລັນ​ດອນ.

ບາງ​ເທື່ອ​ການ​ລົບ​ກວນ​ຕ່າງໆ​ອາດ​ກີດ​ກັນ​ເຮົາ​ບໍ່​ໃຫ້​ປະ​ສົບ​ກັບ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ໃນ​ຄວາມ​ສຳ​ພັນ ແລະ ກິດ​ຈະ​ກຳ​ຕ່າງໆ​ໃນ​ຄອບ​ຄົວ​ຂອງ​ເຮົາ. ແມ່​ຄົນ​ໜຶ່ງ, ໂດຍ​ທີ່​ຮູ້​ສຶກ​ວ່າ​ອຸ​ປະ​ກອນ​ເຄື່ອງ​ໃຊ້​ຕ່າງໆ​ກຳ​ລັງ​ຍຶດ​ຄອງ​ຄວາມ​ສໍາ​ພັນ​ໃນ​ຄອບ​ຄົວ​ຂອງ​ລາວ, ໄດ້​ຄິດ​ອອກ​ເຖິງ​ວິ​ທີ​ແກ້​ບັນ​ຫາ. ຢູ່​ໂຕະ​ກິນ​ເຂົ້າ ແລະ ໃນ​ເວ​ລາ​ອື່ນໆ​ຂອງ​ຄອບ​ຄົວ, ລາວ​ຈະ​ເອີ້ນ​ໃສ່​ວ່າ, “ເອົາ​ໂທ​ລະ​ສັບ​ໄວ້​ບ່ອນ​ເກັບ; ແລ້ວ​ໃຫ້​ພວກ​ເຮົາ​ມາ​ໃຊ້​ເວ​ລາ​ໜ້າ​ຕໍ່​ໜ້າ​ນຳ​ກັນ.” ລາວ​ເວົ້າ​ວ່າ ນີ້​ແມ່ນ​ຄວາມ​ປົກ​ກະ​ຕິ​ແບບ​ໃໝ່​ສໍາ​ລັບ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ແລະ ມັນ​ໄດ້​ເຮັດ​ໃຫ້​ຄວາມ​ສໍາ​ພັນ​ຂອງ​ເຂົາ​ເຈົ້າ​ໃນ​ຖາ​ນະ​ຄອບ​ຄົວ​ເຂັ້ມ​ແຂງ​ຂຶ້ນ ເມື່ອ​ເຂົາ​ເຈົ້າ​ໃຊ້​ເວ​ລາ​ໜ້າ​ຕໍ່​ໜ້າ​ນຳ​ກັນ​ແທ້ໆ. ດຽວ​ນີ້​ເຂົາ​ເຈົ້າ​ກໍ​ມ່ວນ​ຊື່ນ​ກັບ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ທີ່​ມີ​ຄຸນ​ນະ​ພາບ​ນໍາ​ກັນ​ແບບ​ຄອບ​ຄົວ.

ສອງ, ພຣະ​ອົງ​ສະ​ແດງ​ໃຫ້​ປະ​ຈັກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ລູກໆ​ຂອງ​ພຣະ​ອົງ​ໂດຍ​ການ​ເອີ້ນ​ບັນ​ດາ​ສາດ​ສະ​ດາ

ໂລກ​ປະ​ຈຸ​ບັນ​ຂອງ​ເຮົາ​ແມ່ນ​ເຕັມ​ໄປ​ດ້ວຍ “ສົງ​ຄາມ​ຄາ​ລົມ ແລະ ຄວາມ​ວຸ້ນ​ວາຍ​ຂອງ​ຄວາມ​ຄິດ​ຄວາມ​ເຫັນ” (ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:10). ໂປ​ໂລ​ເຕືອນ​ເຮົາ​ວ່າ “ໃນ​ໂລກ​ນີ້​ມີ​ຫລາຍ​ພາ​ສາ​ຕ່າງ​ກັນ” (1 ໂກ​ຣິນ​ໂທ 14:10). ສຽງ​ໃດ​ໃນ​ທ່າມ​ກາງ​ສຽງ​ທັງ​ໝົດ ທີ່​ຖືກ​ຍົກ​ຂຶ້ນ​ຢ່າງ​ຊັດ​ເຈນ ແລະ ຢ່າງ​ມີ​ຄວາມ​ໝາຍ​ທີ່​ສຸດ​ເໜືອ​ການ​ຜິດ​ຖຽງ​ກັນ? ແມ່ນ​ສຽງ​ຂອງ​ບັນ​ດາ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ​ຂອງ​ພຣະ​ເຈົ້າ.

ຂ້າ​ພະ​ເຈົ້າ​ຈື່​ໄດ້​ຢ່າງ​ຊັດ​ເຈນ​ວ່າ, ຫລັງ​ຈາກ​ທີ່​ຜ່ານ​ການ​ຜ່າ​ຕັດ​ໃນ​ປີ 2018 ແລະ ຕອນ​ກັບ​ໄປ​ທຳ​ງານ, ຂ້າ​ພະ​ເຈົ້າ​ໄດ້​ຢູ່​ໃນ​ບ່ອນ​ຈອດ​ລົດ​ຂອງ​ສູນ​ກາງ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ. ໃນ​ທັນ​ໃດ​ນັ້ນ, ຂ້າ​ພະ​ເຈົ້າ​ກໍ​ໄດ້​ຍິນ​ສຽງ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເອີ້ນ, “ທາ​ເນຍ​ລາ, ທາ​ເນຍ​ລາ.” ຂ້າ​ພະ​ເຈົ້າ​ແລ່ນ​ເຂົ້າ​ໄປ​ຫາ​ເພິ່ນ, ແລະ ເພິ່ນ​ກໍ​ຖາມ​ວ່າ​ຂ້າ​ພະ​ເຈົ້າ​ເປັນ​ແນວ​ໃດ.

ຂ້າ​ພະ​ເຈົ້າ​ເວົ້າ​ວ່າ, “ດີ​ຂຶ້ນ​ຫລາຍ​ແລ້ວ, ປະ​ທານ​ແນວ​ສັນ.”

ເພິ່ນ​ໄດ້​ໃຫ້​ຄຳ​ແນະ​ນໍາ​ແກ່​ຂ້າ​ພະ​ເຈົ້າ ແລະ ກອດ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຖິງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່ “ແຕ່​ລະ​ຄົນ” ຂອງ​ສາດ​ສະ​ດາ.

ປະ​ທານ​ແນວ​ສັນ​ເຄີຍ​ເດີນ​ທາງ​ໄປ​ຫລາຍ​ປະ​ເທດ​ໃນ​ໂລກ. ໃນ​ຄວາມ​ຄິດ​ຂອງ​ຂ້າ​ພະ​ເຈົ້າ​ນັ້ນ, ເພິ່ນ​ບໍ່​ພຽງ​ແຕ່​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຝູງ​ຊົນ​ກຸ່ມ​ໃຫຍ່​ເປັນ​ພັນໆ​ເທົ່າ​ນັ້ນ, ແຕ່​ເພິ່ນ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່ “ແຕ່​ລະ​ຄົນ” ເປັນ​ພັນໆ​ນຳ​ອີກ. ໃນ​ການ​ເຮັດ​ເຊັ່ນ​ນັ້ນ, ເພິ່ນ​ໄດ້​ແບ່ງ​ປັນ​ຄວາມ​ຮັກ​ທີ່​ພຣະ​ເຈົ້າ​ມີ​ໃຫ້​ແກ່​ລູກໆ​ທັງ​ໝົດ​ຂອງ​ພຣະ​ອົງ.

ເມື່ອ​ບໍ່​ດົນ​ມາ​ນີ້, ຖ້ອຍ​ຄຳ​ຂອງ​ປະ​ທານ​ແນວ​ສັນ ໄດ້​ກາຍ​ເປັນ​ແຫລ່ງ​ແຫ່ງ​ຄວາມ​ເຂັ້ມ​ແຂງ ແລະ ແຮງ​ບັນ​ດານ​ໃຈ​ໃຫ້​ແກ່​ຜູ້​ຄົນ​ໃນ​ປະ​ເທດ​ຟີ​ລິບ​ປີນ. ເຊັ່ນ​ດຽວ​ກັບ​ທຸກ​ປະ​ເທດ​ໃນ​ໂລກ, ໃນ​ຊ່ວງ​ປີ 2020 ປະ​ເທດ​ຟີ​ລິບ​ປີນ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ຮຸນ​ແຮງ​ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄ​ວິດ-19, ລວມ​ທັງ​ພູ​ເຂົາ​ໄຟ​ລະ​ເບີດ, ແຜ່ນ​ດິນ​ໄຫວ, ພະ​ຍຸ​ໄຕ້​ຝຸ່ນ​ທີ່​ຮຸນ​ແຮງ, ແລະ ນໍ້າ​ຖ້ວມ​ທີ່​ຮ້າຍ​ແຮງ.

ແຕ່​ເໝືອນ​ດັ່ງ​ເລົາ​ແສງ​ທີ່​ກຳ​ລັງ​ສ່ອງ​ຜ່ານ​ເມກ​ທີ່​ມືດ​ມົນ​ແຫ່ງ​ຄວາມ​ຢ້ານ​ກົວ, ຄວາມ​ເປົ່າ​ປ່ຽວ, ແລະ ຄວາມ​ສິ້ນ​ຫວັງ, ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ກໍ​ມາ​ເຖິງ. ມັນ​ລວມ​ທັງ​ການ​ຮຽກ​ຮ້ອງ​ໃຫ້​ມີ​ການ​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ທົ່ວ​ໂລກ ແລະ ການ​ແນະ​ນໍາ​ໃຫ້​ດຳ​ເນີນ​ໄປ​ໜ້າ ເຖິງ​ແມ່ນ​ວ່າ​ຈະ​ມີ​ການ​ແຜ່​ລະ​ບາດ​ກໍ​ຕາມ. ເພິ່ນ​ໄດ້​ເຊື້ອ​ເຊີນ​ໃຫ້​ເຮົາ​ເຮັດ​ໃຫ້​ບ້ານ​ຂອງ​ເຮົາ​ເປັນ​ສະ​ຖານ​ທີ່​ສັກ​ສິດ​ສ່ວນ​ຕົວ​ແຫ່ງ​ສັດ​ທາ. ເພິ່ນ​ໄດ້​ຂໍ​ໃຫ້​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຢູ່​ທຸກ​ບ່ອນ​ໃຫ້​ເຄົາ​ລົບ​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ ແລະ ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ເຮົາ.2

ວິ​ດີ​ໂອ​ການ​ເປັນ​ພະ​ຍານ​ກ່ຽວ​ກັບ​ພະ​ລັງ​ແຫ່ງ​ຄວາມ​ກະ​ຕັນ​ຍູ​ຂອງ​ປະ​ທານ​ແນວ​ສັນ ກໍ​ເປັນ​ການ​ປຸກ​ລະ​ດົມ​ບໍ່​ແພ້​ກັນ ແລະ ຄຳ​ອະ​ທິ​ຖານ​ຂອງ​ເພິ່ນ​ໃນ​ທ້າຍ​ສຸດ, ຊຶ່ງ​ກ້ອງ​ກັງ​ວານ​ໄປ​ທົ່ວ​ຟີ​ລິບ​ປີນ.3 ໃນ​ແຂວງ​ເລ​ເຕ: ວິ​ດີ​ໂອ​ນັ້ນ​ໄດ້​ຖືກ​ສາຍ​ຢູ່​ໃນ​ງານ​ລວມ​ສາດ​ສະ​ໜາ​ສັດ​ທາ, ແລະ ຍັງ​ໄດ້​ຖືກ​ກ່າວ​ເຖິງ​ໃນ​ສ່ວນ​ໜຶ່ງ​ຂອງ​ການ​ເທດ​ສະ​ໜາ​ຂອງ​ຄຸນ​ພໍ່​ຄົນ​ໜຶ່ງ​ອີກ​ດ້ວຍ. ປະ​ເທດ​ຟີ​ລິບ​ປີນ, ພ້ອມ​ກັບ​ທັງ​ໂລກ, ໄດ້​ຮັບ​ພອນ​ຫລາຍ​ທີ່​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ຜ່ານ​ທາງ​ຖ້ອຍ​ຄໍາ​ຂອງ​ສາດ​ສະ​ດາ​ທີ່​ຖືກ​ເລືອກ​ຂອງ​ພຣະ​ອົງ.

ສາມ, ການ​ຕີ​ສອນ​ສາ​ມາດ​ເປັນ​ການ​ສະ​ແດງ​ໃຫ້​ປະ​ຈັກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ທີ່​ມີ​ຕໍ່​ລູກໆ​ຂອງ​ພຣະ​ອົງ​ໄດ້.

ບາງ​ເທື່ອ​ພຣະ​ເຈົ້າ​ກໍ​ສະ​ແດງ​ໃຫ້​ປະ​ຈັກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ໂດຍ​ການ​ຕີ​ສອນ​ເຮົາ. ນີ້​ແມ່ນ​ວິ​ທີ​ເຕືອນ​ເຮົາ​ວ່າ ພຣະ​ອົງ​ຮັກ​ເຮົາ ແລະ ພຣະ​ອົງ​ຮູ້​ວ່າ​ເຮົາ​ແມ່ນ​ໃຜ. ພອນ​ແຫ່ງ​ຄວາມ​ສະ​ຫງົບ​ທີ່​ພຣະ​ອົງ​ໄດ້​ສັນ​ຍາ​ໄວ້ ແມ່ນ​ເປີດ​ໃຫ້​ທຸກ​ຄົນ​ທີ່​ເດີນ​ໄປ​ຕາມ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຢ່າງ​ກ້າ​ຫານ ແລະ ທຸກ​ຄົນ​ທີ່​ເຕັມ​ໃຈ​ຮັບ​ການ​ລົງ​ໂທດ.

ເມື່ອ​ເຮົາ​ຮັບ​ຮູ້​ເຖິງ​ການ​ຕີ​ສອນ ແລະ ເປັນ​ຜູ້​ເຕັມ​ໃຈ​ຮັບ, ມັນ​ກໍ​ຈະ​ກາຍ​ເປັນ​ການ​ຜ່າ​ຕັດ​ທາງ​ວິນ​ຍານ. ແລ້ວ​ມີ​ໃຜ​​ທີ່​ມັກ​ການ​ຜ່າ​ຕັດ? ແຕ່​ສໍາ​ລັບ​ຜູ້​ທີ່​ຕ້ອງ​ການ ແລະ ເຕັມ​ໃຈ​ທີ່​ຈະ​ຮັບ​ການ​ຜ່າ​ຕັດ, ມັນ​ສາ​ມາດ​ເປັນ​ການ​ຊ່ວຍ​ຊີ​ວິດ​ໄດ້. ພຣະ​ຜູ້​ເປັນ​ເຈົ້າ​ຕີ​ສອນ​ຜູ້​ທີ່​ພຣະ​ອົງ​ຮັກ. ພຣະ​ຄໍາ​ພີ​ກໍ​ສອນ​ເຮົາ​ເຊັ່ນ​ນັ້ນ (ເບິ່ງ ເຮັບ​ເຣີ 12:5–11; ຮີ​ລາ​ມັນ 12:3; ຄໍາ​ສອນ ແລະ ພັນ​ທະ​ສັນ​ຍາ 1:27; 95:1). ການ​ຕີ​ສອນ​ນັ້ນ, ຫລື ການ​ຜ່າ​ຕັດ​ທາງ​ວິນ​ຍານ, ຈະ​ນໍາ​ການ​ປ່ຽນ​ແປງ​ທີ່​ເຮົາ​ຕ້ອງ​ການ​ໃນ​ຊີ​ວິດ​ມາ​ໃຫ້​ເຮົາ. ເຮົາ​ຈະ​ຮັບ​ຮູ້, ອ້າຍ​ເອື້ອຍ​ນ້ອງ​ເອີຍ, ວ່າ​ມັນ​ຈະ​ຂັດ​ເກົາ ແລະ ຊໍາ​ລະ​ພາ​ຊະ​ນະ​ຂ້າງ​ໃນ​ຂອງ​ເຮົາ​ໃຫ້​ບໍ​ລິ​ສຸດ.

ໂຈ​ເຊັບ ສະ​ມິດ, ສາດ​ສະ​ດາ​ແຫ່ງ​ການ​ຟື້ນ​ຟູ, ໄດ້​ຖືກ​ຕີ​ສອນ. ຫລັງ​ຈາກ​ທີ່​ໂຈ​ເຊັບ​ໄດ້​ເຮັດ​ຕົ້ນ​ສະ​ບັບ 116 ໜ້າ​ຂອງ​ພຣະ​ຄໍາ​ພີ​ມໍ​ມອນ​ເສຍ, ພຣະ​ຜູ້​ເປັນ​ເຈົ້າ​ທັງ​ໄດ້​ຕຳ​ນິ ແລະ ສະ​ແດງ​ຄວາມ​ຮັກ ໂດຍ​ກ່າວ​ວ່າ: “ເຈົ້າ​ບໍ່​ຄວນ​ຢ້ານ​ກົວ​ມະ​ນຸດ​ຫລາຍ​ກວ່າ​ພຣະ​ເຈົ້າ. … ແຕ່​ເຈົ້າ​ຄວນ​ຈະ​ຊື່​ສັດ. … ຈົ່ງ​ເບິ່ງ, ເຈົ້າ​ຄື​ໂຈ​ເຊັບ, ແລະ ເຈົ້າ​ໄດ້​ຖືກ​ເລືອກ. … ຈົ່ງ​ຈຳ​ໄວ້​ວ່າ ພຣະ​ເຈົ້າ​ມີ​ເມດ​ຕາ; ສະ​ນັ້ນ, ຈົ່ງ​ກັບ​ໃຈ” (ຄໍາ​ສອນ ແລະ ພັນ​ທະ​ສັນ​ຍາ 3:7–10).

ໃນ​ປີ 2016, ຂະ​ນະ​ທີ່​ກຳ​ລັງ​ຮັບ​ໃຊ້​ເຜີຍ​ແຜ່​ໃນ​ເມືອງ​ລິດ​ເຕິ້ນ ຣ໊ອກ, ລັດ​ອາ​ຄານ​ຊໍ, ຂ້າ​ພະ​ເຈົ້າ​ໄດ້​ຂໍ​ໃຫ້​ບຣາ​ເດີ ຄາ​ວາ ເອົາ​ພັດ​ສະ​ດຸ​ໄປ​ໃຫ້​ເອື້ອຍ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ອາ​ໄສ​ຢູ່​ເກາະ​ຟີ​ຈີ. ຄໍາ​ຕອບ​ຂອງ​ລາວ​ເປັນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຄາດ​ບໍ່​ເຖິງ. “ປະ​ທານ​ວາ​ໂຄ​ໂລ,” ລາວ​ເວົ້າ​ແບບ​ເສົ້າໆ, “ເອື້ອຍ​ຂອງ​ທ່ານ​ເສຍ​ຊີ​ວິດ​ແລ້ວ ແລະ ໄດ້​ຖືກ​ຝັງ​ເມື່ອ 10 ມື້​ກ່ອນ​ນີ້.” ຂ້າ​ພະ​ເຈົ້າ​ອີ່​ຕົນ​ໂຕ​ເອງ ແລະ ແມ່ນ​ແຕ່​ຮູ້​ສຶກ​ໃຈ​ຮ້າຍ​ເລັກ​ນ້ອຍ ທີ່​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ຄິດ​ແມ່ນ​ແຕ່​ຈະ​ບອກ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້.

ມື້​ຕໍ່​ມາ, ຂະ​ນະ​ທີ່​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ກຳ​ລັງ​ສິດ​ສອນ​ກຸ່ມ​ຜູ້​ສອນ​ສາດ​ສະ​ໜາ​ຢູ່​ນັ້ນ, ຄວາມ​ຄິດ​ນີ້​ກໍ​ທະ​ລຸ​ຊອດ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ວ່າ: “ທາ​ເນຍ​ລາ, ປະ​ສົບ​ການ​ທັງ​ໝົດ​ເຫລົ່າ​ນີ້​ແມ່ນ​ເພື່ອ​ຜົນ​ປະ​ໂຫຍດ ແລະ ການ​ພັດ​ທະ​ນາ​ຂອງ​ໂຕ​ເຈົ້າ​ເອງ. ເຈົ້າ​ໄດ້​ເຄີຍ​ສິດ​ສອນ ແລະ ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ກ່ຽວ​ກັບ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ແລ້ວ; ບັດ​ນີ້​ຈົ່ງ​ໃຊ້​ຊີ​ວິດ​ຕາມ​ນັ້ນ.” ຂ້າ​ພະ​ເຈົ້າ​ໄດ້​ຖືກ​ຢໍ້າ​ເຕືອນ​ວ່າ “ຄວາມ​ສຸກ​ເປັນ​ຂອງ​ຜູ້​ທີ່​ພຣະ​ເຈົ້າ​ຕີ​ສອນ​ເດີ ຢ່າ​ໂກດ​ເຄືອງ​ໃຈ​ເມື່ອ​ພຣະ​ອົງ​ຕໍາ​ນິ [ເຮົາ]” (ໂຢບ 5:17). ນັ້ນ​ແມ່ນ​ການ​ຜ່າ​ຕັດ​ທາງ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຜົນ​ໄດ້​ຮັບ​ກໍ​ອອກ​ມາ​ທັນ​ທີ.

ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ໄຕ່​ຕອງ​ເຖິງ​ປະ​ສົບ​ການ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຖືກ​ຂໍ​ໃຫ້​ສະ​ຫລຸບ​ຄວາມ​ຄິດ​ໃນ​ທ້າຍ​ການ​ສົນ​ທະ​ນາ. ໃນ​ບັນ​ດາ​ສິ່ງ​ອື່ນໆ, ຂ້າ​ພະ​ເຈົ້າ​ໄດ້​ແບ່ງ​ປັນ​ບົດ​ຮຽນ​ທີ່​ຂ້າ​ພະ​ເຈົ້າ​ຫາ​ກໍ​ຖືກ​ສິດ​ສອນ​ມາ​ຄື: ໜຶ່ງ, ຂ້າ​ພະ​ເຈົ້າ​ຫາ​ກໍ​ຖືກ​ຕີ​ສອນ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ຂ້າ​ພະ​ເຈົ້າ​ກໍ​ມັກ​ການ​ຕີ​ສອນ​ນັ້ນ ເພາະ​ຂ້າ​ພະ​ເຈົ້າ​ເປັນ​ຄົນ​ດຽວ​ທີ່​ໄດ້​ຍິນ; ສອງ, ຍ້ອນ​ການ​ເສຍ​ສະ​ລະ ແລະ ຄ່າ​ໄຖ່​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຂ້າ​ພະ​ເຈົ້າ​ຈະ​ບໍ່​ອ້າງ​ເຖິງ​ການ​ທ້າ​ທາຍ​ຕ່າງໆ​ຂອງ​ຂ້າ​ພະ​ເຈົ້າ​ວ່າ​ເປັນ​ການ​ທົດ​ລອງ ແລະ ຄວາມ​ຍາກ​ລໍາ​ບາກ​ອີກ​ຕໍ່​ໄປ ແຕ່​ຈະ​ຖື​ວ່າ​ເປັນ​ປະ​ສົບ​ການ ການ​ຮຽນ​ຮູ້​ຂອງ​ຂ້າ​ພະ​ເຈົ້າ; ແລະ ສາມ, ຍ້ອນ​ພຣະ​ຊົນ​ຊີບ​ທີ່​ດີ​ພ້ອມ ແລະ ບໍ່​ມີ​ບາບ​ຂອງ​ພຣະ​ອົງ ຂ້າ​ພະ​ເຈົ້າ​ຈະ​ບໍ່​ອ້າງ​ເຖິງ​ຂໍ້​ບົກ​ພ່ອງ ແລະ ການ​ຂາດ​ຄວາມ​ສາ​ມາດ​ວ່າ​ເປັນ​ຈຸດ​ອ່ອນ ແຕ່​ຈະ​ຖື​ວ່າ​ເປັນ​ໂອ​ກາດ​ໃນ​ການ​ພັດ​ທະ​ນາ​ຂອງ​ຂ້າ​ພະ​ເຈົ້າ. ປະ​ສົບ​ການ​ນີ້​ໄດ້​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ເຈົ້າ​ຕີ​ສອນ​ເຮົາ ເພາະ​ພຣະ​ອົງ​ຮັກ​ເຮົາ.

ຂ້າ​ພະ​ເຈົ້າ​ຂໍ​ສະ​ຫລຸບ. ພຣະ​ບິ​ດາ​ນິ​ລັນ​ດອນ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ສະ​ແດງ​ຄວາມ​ຮັກ​ຂອງ​ພວກ​ພຣະ​ອົງ​ໂດຍ​ການ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ​ມີ​ຄວາມ​ສໍາ​ພັນ​ນິ​ລັນ​ດອນ​ກັບ​ພວກ​ພຣະ​ອົງ ແລະ ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ເຮົາ, ໂດຍ​ການ​ເອີ້ນ​ສາດ​ສະ​ດາ​ໃນ​ຍຸກ​ສະ​ໄໝ​ໃໝ່ ໃຫ້​ສິດ​ສອນ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ເຮົາ, ແລະ ໂດຍ​ການ​ຕີ​ສອນ​ເຮົາ​ເພື່ອ​ຊ່ວຍ​ໃຫ້​ເຮົາ​ຮຽນ​ຮູ້ ແລະ ເຕີບ​ໂຕ​ຂຶ້ນ. “ຂໍ​ຂອບ​ຄຸນ​ພຣະ​ເຈົ້າ​ສໍາ​ລັບ​ຂອງ​ຂວັນ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້ ຄື​ພຣະ​ບຸດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ອົງ,”4 ພຣະ​ຜູ້​ເປັນ​ເຈົ້າ​ທີ່​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ເຮົາ, ແມ່ນ​ແຕ່​ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.