ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ໜ້າ​ທີ່​ຮັບ​ຜິດ​ຊອບ​ແມ່ນ​ຂຶ້ນ​ຢູ່​ກັບ​ເຮົາ​ແຕ່​ລະ​ຄົນ​ໂດຍ​ກົງ​ໃນ​ການ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອາ​ຈານ ແລະ ສິດ​ສອນ​ເໝືອນ​ດັ່ງ​ພຣະ​ອົງ.

ຄູ​ສອນ​ທີ່​ປະ​ເສີດ

ສອງ​ສາມ​ເດືອນ​ຜ່ານ​ມາ​ນີ້, ເພື່ອນ​ຮ່ວມ​ຫ້ອງ​ຮຽນ​ໃນ​ອະ​ດີດ​ທີ່​ມາ​ຈາກ​ເມືອງ​ໂອ​ເວີ​ຕັນ, ລັດ​ນີ​ວາ​ດາ​ບ້ານ​ເກີດ​ຂອງ​ຂ້າ​ພະ​ເຈົ້າ, ໄດ້​ອອກ​ຄວາມ​ຄິດ​ວ່າ​ໃຫ້​ພວກ​ເຮົາ​ລວມ​ເງິນ​ກັນ​ເພື່ອ​ຊື້​ຂອງ​ຂວັນ​ຄຣິດ​ສະ​ມາດ​ໃຫ້​ຄູ​ສອນ​ຊັ້ນ​ອະ​ນຸ​ບານ​ຜູ້​ເປັນ​ທີ່​ຮັກ​ຂອງ​ພວກ​ເຮົາ, ຜູ້​ທີ່​ຫາ​ກໍ​ໄດ້​ສະ​ຫລອງ​ວັນ​ເກີດ​ຄົບ​ຮອບ 98 ປີ​ຂອງ​ເພິ່ນ. ເພິ່ນ​ໄດ້​ສອນ​ພວກ​ເຮົາ​ໃຫ້​ເປັນ​ຄົນ​ໃຈ​ດີ, ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ນອນ​ສວຍ, ຄວາມ​ສຸກ​ຂອງ​ການ​ດື່ມ​ນົມ ແລະ ກິນ​ເຂົ້າ​ໜົມ​ປັງ​ກອບ, ແລະ ໃຫ້​ຮັກ​ຊຶ່ງ​ກັນ​ແລະ​ກັນ. ຂໍ​ຂອບ​ໃຈ​ຫລາຍໆ, ຊິດ​ສະ​ເຕີ ເດ​ວິສ, ສຳ​ລັບ​ການ​ເປັນ​ຄູ​ສອນ​ທີ່​ດີ​ເດັ່ນ.

ຮູບ​ພາບ
ຊິດ​ສະ​ເຕີ ເດ​ວິສ

ຂ້າ​ພະ​ເຈົ້າ​ກໍ​ມີ​ຄູ​ສອນ​ທີ່​ປະ​ເສີດ​ອີກ​ຄົນ​ໜຶ່ງ​ຕອນ​ເຂົ້າ​ໂຮງ​ຮຽນ​ວິ​ທະ​ຍາ​ໄລ ຣິກສ໌ ຫລາຍ​ປີ​ທີ່​ຜ່ານ​ມາ. ຂ້າ​ພະ​ເຈົ້າ​ໄດ້​ກຳ​ລັງ​ກຽມ​ພ້ອມ​ເພື່ອ​ໄປ​ຮັບ​ໃຊ້​ເຜີຍ​ແຜ່ ແລະ ໄດ້​ຄິດ​ວ່າ​ມັນ​ຈະ​ເປັນ​ປະ​ໂຫຍດ​ໃນ​ການ​ເຂົ້າ​ຮ່ວມ​ຫ້ອງ​ຮຽນ​ການ​ກຽມ​ພ້ອມ​ເປັນ​ຜູ້​ສອນ​ສາດ​ສະ​ໜາ. ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ປະ​ສົບ​ພົບ​ພໍ້​ໄດ້​ປ່ຽນ​ແປງ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ.

ນັບ​ແຕ່​ມື້​ທຳ​ອິດ​ຂອງ​ຫ້ອງ​ຮຽນ, ຂ້າ​ພະ​ເຈົ້າ​ສັງ​ເກດ​ໄດ້​ວ່າ​ຕົນ​ເອງ​ໄດ້​ຢູ່​ຕໍ່​ໜ້າ​ຄູ​ສອນ​ທີ່​ຊຳ​ນານ​ຄົນ​ໜຶ່ງ. ຄູ​ສອນ​ຄົນ​ນັ້ນ​ແມ່ນ​ບຣາ​ເດີ ແອັຟ ມາວ​ວິນ ແຮມ​ມອນ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ບຣາ​ເດີ ແຮມ​ມອນ ຮັກ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຮັກ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ສາ​ມາດ​ເຫັນ​ມັນ​ໄດ້​ໃນ​ສີ​ໜ້າ​ຂອງ​ເພິ່ນ ແລະ ໃນ​ຄຳ​ເວົ້າ​ຂອງ​ເພິ່ນ. ເວ​ລາ​ທີ່​ເພິ່ນ​ສິດ​ສອນ, ພຣະ​ວິນ​ຍານ​ໄດ້​ໃຫ້​ຄວາມ​ຮູ້​ແກ່​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ. ເພິ່ນ​ໄດ້​ສິດ​ສອນ​ຄຳ​ສອນ, ແຕ່​ເພິ່ນ​ໄດ້​ເຊື້ອ​ເຊີນ​ໃຫ້​ຂ້າ​ພະ​ເຈົ້າ​ຮຽນ​ຮູ້​ມັນ​ດ້ວຍ​ຕົວ​ເອງ​ເຊັ່ນ​ກັນ. ການ​ເຊື້ອ​ເຊີນ​ນັ້ນ​ໄດ້​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຕົນ​ເອງ​ຢ່າງ​ແຈ່ມ​ແຈ້ງ​ໃນ​ການ​ຮຽນ​ຮູ້​ຄຳ​ສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ຕົວ​ຂອງ​ຂ້າ​ພະ​ເຈົ້າ​ເອງ. ປະ​ສົບ​ການ​ນັ້ນ​ໄດ້​ປ່ຽນ​ແປງ​ຂ້າ​ພະ​ເຈົ້າ​ຕະ​ຫລອດ​ໄປ. ຂອບ​ໃຈ, ບຣາ​ເດີ ແຮມ​ມອນ, ສຳ​ລັບ​ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ທຸກ​ຄົນ​ສົມ​ຄວນ​ທີ່​ຈະ​ໄດ້​ຮັບ​ປະ​ສົບ​ການ​ຮຽນ​ຮູ້​ແບບ​ນີ້​ທັງ​ຢູ່​ໃນ​ບ້ານ ແລະ ຢູ່​ທີ່​ໂບດ.

ຄຳ​ນຳ​ຂອງ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ໃຫ້​ວິ​ໃສ​ທັດ​ເຖິງ​ວິ​ທີ​ທີ່​ຈະ​ສິດ​ສອນ​ເໝືອນ​ດັ່ງ​ພຣະ​ຄຣິດ​ໄດ້​ແນວ​ໃດ. “ຄວາມ​ມຸ້ງ​ໝາຍ​ຂອງ​ການ​ຮຽນ​ຮູ້ ແລະ ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ທັງ​ໝົດ,” ມັນ​ກ່າວ, “ແມ່ນ​ເພື່ອ​ເຮັດ​ໃຫ້​ຄວາມ​ເຫລື້ອມ​ໃສ​ຂອງ​ເຮົາ​ເລິກ​ເຊິ່ງ​ຕໍ່​ພຣະ​ເຢ​ຊູ​ຄຣິດ ແລະ ຊ່ວຍ​ເຮົາ​ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ກວ່າ​ເກົ່າ. ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ທີ່​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຮົາ ແລະ ນຳ​ພາ​ໄປ​ສູ່​ການ​ເຫລື້ອມ​ໃສ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ ຈະ​ບໍ່​ເກີດ​ຂຶ້ນ​ໃນ​ທັນ​ທີ. ມັນ​ຂະ​ຫຍາຍ​ຈາກ​ຫ້ອງ​ຮຽນ​ເຂົ້າ​ໄປ​ສູ່​ໃຈ​ຂອງ​ບຸກ​ຄົນ ແລະ ເຂົ້າ​ເຖິງ​ບ້ານ​ເຮືອນ.”1

ພຣະ​ຄຳ​ພີ​ໄດ້​ບົ່ງ​ບອກ​ວ່າ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ອາ​ເມ​ຣິ​ກາ​ສະ​ໄໝ​ບູ​ຮານ ໄດ້​ສົ່ງ​ຜົນ​ສະ​ທ້ອນ ແລະ ຂະ​ຫຍາຍ​ເປັນ​ວົງ​ກວ້າງ​ຕໍ່ “ຜູ້​ຄົນ​ທັງ​ໝົດ​ທົ່ວ​ຜືນ​ແຜ່ນ​ດິນ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ທັງ​ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ, ແລະ ບໍ່​ມີ​ການ​ຂັດ​ແຍ້ງ ແລະ ການ​ໂຕ້​ຖຽງ​ກັນ​ໃນ​ບັນ​ດາ​ພວກ​ເຂົາ, ແລະ ທຸກ​ຄົນ​ກໍ​ໄດ້​ປະ​ຕິ​ບັດ​ຕໍ່​ກັນ​ໂດຍ​ທ່ຽງ​ທຳ.”2

ເຮັດ​ແນວ​ໃດ​ການ​ສິດ​ສອນ​ຂອງ​ເຮົາ​ຈຶ່ງ​ຈະ​ມີ​ຜົນ​ກະ​ທົບ​ທີ່​ຄ້າຍ​ຄື​ກັນ​ນີ້ ຕໍ່​​ຄົນ​ທີ່​ເຮົາ​ຮັກ? ເຮົາ​ຈະ​ສາ​ມາດ​ສິດ​ສອນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຊ່ວຍ​ເຫລືອ​ຄົນ​ອື່ນ​ໃຫ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຢ່າງ​ເລິກ​ເຊິ່ງ​ໄດ້​ແນວ​ໃດ? ຂ້າ​ພະ​ເຈົ້າ​ຂໍ​ສະ​ເໜີ​ຄຳ​ແນະ​ນຳ​ສອງ​ສາມ​ຢ່າງ​ກັບ​ທ່ານ.

ເອົາ​ແບບ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ສິ່ງ​ທຳ​ອິດ ແລະ ສຳ​ຄັນ​ທີ່​ສຸດ, ຍອມ​ຮັບ​ເອົາ​ການ​ຮຽນ​ຮູ້​ທັງ​ໝົດ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້​ກ່ຽວ​ກັບ​ພຣະ​ອາ​ຈານ​ເອງ. ພຣະ​ອົງ​ໄດ້​ສະ​ແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ​ແນວ​ໃດ? ເຂົາ​ເຈົ້າ​ຮູ້​ສຶກ​ເຖິງ​ຫຍັງ ເມື່ອ​ພຣະ​ອົງ​ສິດ​ສອນ? ພຣະ​ອົງ​ໄດ້​ສິດ​ສອນ​ຫຍັງ​ແດ່? ພຣະ​ອົງ​ຄາດ​ຫວັງ​ຫຍັງ​ຈາກ​ຄົນ​ທີ່​ພຣະ​ອົງ​ສິດ​ສອນ? ຫລັງ​ຈາກ​ທີ່​ທ່ານ​ໄດ້​ຄົ້ນ​ຄວ້າ​ຄຳ​ຖາມ​ເຫລົ່າ​ນີ້, ໃຫ້​ປະ​ເມີນ ແລະ ປັບ​ປ່ຽນ​ວິ​ທີ​ສິດ​ສອນ​ຂອງ​ທ່ານ ເພື່ອໃຫ້​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ.

ສາດ​ສະ​ໜາ​ຈັກ​ໄດ້​ຈັດ​ຫາ​ແຫລ່ງ​ຊ່ວຍ​ສິດ​ສອນ​ຫລາຍ​ຢ່າງ​ໃນ​ແອັບ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ແລະ ມີ​ຢູ່​ທີ່ ChurchofJesusChrist.org. ໜຶ່ງ​ໃນ​ແຫລ່ງ​ເຫລົ່າ​ນັ້ນ​ແມ່ນ Teaching in the Savior’s Way. ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ອ່ານ ແລະ ສຶກ​ສາ​ທຸກ​ຖ້ອຍ​ຄຳ​ໃນ​ນັ້ນ. ຫລັກ​ການ​ຂອງ​ມັນ​ຈະ​ຊ່ວຍ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ໃນ​ການ​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ​ຫລາຍ​ຂຶ້ນ​ໃນ​ການ​ສິດ​ສອນ​ຂອງ​ທ່ານ.

ປົດ​ປ່ອຍ​ພະ​ລັງ​ຂອງ​ຄອບ​ຄົວ​ອອກ​ໄປ

ຄຳ​ແນະ​ນຳ​ຂໍ້​ຕໍ່​ໄປ​ຂອງ​ຂ້າ​ພະ​ເຈົ້າ​ສາ​ມາດ​ສະ​ແດງ​ໃຫ້​ເຫັນ​ຈາກ​ປະ​ສົບ​ການ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ມີ​ໃນ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມາ​ຕອນ​ຂ້າ​ພະ​ເຈົ້າ​ໄດ້​ໄປ​ແວ່​ຫລິ້ນ​ນຳ​ເພື່ອນ​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ຄົນ​ໜຶ່ງ. ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​​ພັນ​ລະ​ຍາ​ຂອງ​ລາວ​ກຳ​ລັງ​ເວົ້າ​ກັບ​ຄົນ​ໃດ​ຄົນ​ໜຶ່ງ​ຢູ່​ໃນ​ເຮືອນ, ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ສັ່ງ​ລາ​ລາວ​ຢ່າງ​ໄວ​ເພື່ອ​ວ່າ​ລາວ​ຈະ​ໄດ້​ກັບ​ຄືນ​ໄປ​ຫາ​ຄອບ​ຄົວ​ຂອງ​ລາວ.

ປະ​ມານ​ໜຶ່ງ​ຊົ່ວ​ໂມງ​ຈາກ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຂໍ້​ຄວາມ​ຈາກ​ພັນ​ລະ​ຍາ​ທີ່​ໜ້າ​ຮັກ​ຂອງ​ລາວ​ວ່າ: “ບຣາ​ເດີ ນິວ​ແມນ, ຂອບ​ໃຈ​ທີ່​ເຈົ້າ​ໄດ້​ມາ​ແວ່​ຫລິ້ນ​ນຳ. ພວກ​ເຮົາ​ຄວນເຊີນ​ເຈົ້າ​ໃຫ້​ເຂົ້າ​ມາ​ໃນ​ເຮືອນ, ແຕ່​ຂ້ອຍ​ຢາກ​ເລົ່າ​ໃຫ້​ເຈົ້າ​ຟັງ​ວ່າ​ພວກ​ເຮົາ​ກຳ​ລັງ​ເຮັດ​ຫຍັງ​ຢູ່​ຕອນ​ນັ້ນ. ນັບ​ຕັ້ງ​ແຕ່​ການ​ແຜ່​ລະ​ບາດ ພວກ​ເຮົາ​ໄດ້​ສົນ​ທະ​ນາ​ກັບ​ລູກໆ​ຜູ້​ໃຫຍ່​ຂອງ​ພວກ​ເຮົາ​ທຸກ​ວັນ​ອາ​ທິດ​ກ່ຽວ​ກັບ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ຜ່ານ​ທາງ​ວິ​ດີ​ໂອ​ຊູມ. ມັນ​ຊ່ວຍ​ເຫລືອ​ຢ່າງ​ເປັນ​ປະ​ຕິ​ຫານ​ແທ້ໆ. ຂ້ອຍ​ຄິດ​ວ່າ​ມັນ​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ລູກ​ສາວ​ຂອງ​ພວກ​ເຮົາ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ດ້ວຍ​ຕົວ​ເອງ. ມື້​ນີ້​ເປັນ​ບົດ​ຮຽນ​ສຸດ​ທ້າຍ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ ແລະ ພວກ​ເຮົາ​ໃກ້​ຈະ​ຈົບ​ບົດ​ຮຽນ​ພໍ​ດີ​ຕອນ​ທີ່​ເຈົ້າ​ມາ​ຮອດ. … ຂ້ອຍ​ຄິດ​ວ່າ​ເຈົ້າ​ອາດ​ຈະ​ສົນ​ໃຈ​ຢາກ​ໄດ້​ຍິນ​ກ່ຽວ​ກັບ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ, ວິ​ດີ​ໂອ​ຊູມ, ແລະ ການ​ແຜ່​ລະ​ບາດ​ໄດ້​ໃຫ້​ໂອ​ກາດ​ທີ່​ເໝາະ​ສົມ​ສຳ​ລັບ​ການ​ປ່ຽນ​ໃຈ​ດວງ​ໜຶ່ງ​ແນວ​ໃດ. … ມັນ​ເຮັດ​ໃຫ້​ຂ້ອຍ​ສົງ​ໄສ​ວ່າ​ມີ​ປະ​ຕິ​ຫານ​ນ້ອຍໆ​ຈັກ​ຢ່າງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ຊ່ວງ​ເວ​ລາ​ທີ່​ບໍ່​ປົກ​ກະ​ຕິ​ນີ້.”

ເລື່ອງ​ນີ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ຄຳ​ສັນ​ຍາ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ເວົ້າ​ໄວ້​ໃນ​ເດືອນ​ຕຸ​ລາ ປີ 2018 ນັ້ນ​ໄດ້​ເກີດ​ເປັນ​ຈິງ. ເພິ່ນ​ໄດ້​ເວົ້າ​ວ່າ​ການ​ເຮັດ​ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ, ໂດຍ​ທີ່​ມີ​ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ “ຈະ​ປ່ອຍ​ພະ​ລັງ​ຂອງ​ຄອບ​ຄົວ​ອອກ​ໄປ, ເມື່ອ​ແຕ່​ລະ​ຄອບ​ຄົວ​ປະ​ຕິ​ບັດ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່ ແລະ ດ້ວຍ​ຄວາມ​ຮອບ​ຄອບ ເພື່ອ​ປ່ຽນ​ບ້ານ​ເຮືອນ​ຂອງ​ຕົນ ໃຫ້​ເປັນ​ສະ​ຖານ​ທີ່​ສັກ​ສິດ​ແຫ່ງ​ສັດ​ທາ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ເຮົາ​ທຳ​ງານ​ຢ່າງ​ພາກ​ພຽນ ເພື່ອ​ສ້ອມ​ແປງ​ບ້ານ​ເຮືອນ​ຂອງ​ເຮົາ ໃຫ້​ເປັນ​ສູນ​ກາງ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ, ແລ້ວ​ເມື່ອ​ເວ​ລາ​ຜ່ານ​ໄປ ວັນ​ຊະ​ບາ​ໂຕ ຂອງ​ທ່ານ ຈະ​ເປັນ​ມື້​ທີ່​ມີ​ຄວາມ​ສຸກ​ຫລາຍ. ລູກໆ ຂອງ​ທ່ານ ຈະ​ຕື່ນ​ເຕັ້ນ ທີ່​ຈະ​ຮຽນ​ຮູ້ ແລະ ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. … ການ​ປ່ຽນ​ແປງ​ໃນ​ຄອບ​ຄົວ​ຂອງ​ທ່ານ ຈະ​ເປັນ​ສິ່ງ​ທີ່​ໜ້າ​ຕື່ນ​ເຕັ້ນ ແລະ ຄ້ຳ​ຈູນ.”3 ຊ່າງ​ເປັນ​ຄຳ​ສັນ​ຍາ​ທີ່​ງົດ​ງາມ​ແທ້ໆ!

ເພື່ອ​ປ່ຽນ​ແປງ​ຊີ​ວິດ​ຢ່າງ​ແທ້​ຈິງ, ການ​ປ່ຽນ​ໃຈ​ເຫລື້ອ​ໃສ​ໃນ​ພຣະ​ເຢ​ຊູ​ຄຣິດ​ຈຳ​ຕ້ອງ​ຮ່ວມ​ດ້ວຍ​ຈິດ​ວິນ​ຍານ​ຂອງ​ເຮົາ​ທັງ​ໝົດ ແລະ ຊຶມ​ຊັບ​ເຂົ້າ​ໄປ​ໃນ​ທຸກ​ຊອກ​ທຸກ​ມຸມ​ໃນ​ຊີ​ວິດ​ຂອງ​ເຮົາ. ດ້ວຍ​ເຫດ​ນີ້​ມັນ​ຈຳ​ເປັນ​ຕ້ອງ​ສຸມ​ໃສ່​ທີ່​ສູນ​ກາງ​ຂອງ​ຊີ​ວິດ​ຂອງ​ເຮົາ​ຄື—ຄອບ​ຄົວ ແລະ ບ້ານ​ເຮືອນ​ຂອງ​ເຮົາ.

ຈື່​ຈຳ​ວ່າ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ເປັນ​ເລື່ອງ​ສ່ວນ​ຕົວ

ຄຳ​ແນະ​ນຳ​ສຸດ​ທ້າຍ​ຂອງ​ຂ້າ​ພະ​ເຈົ້າ​ຄື​ໃຫ້​ຈື່​ຈຳ​ວ່າ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຈຳ​ຕ້ອງ​ມາ​ຈາກ​ຂ້າງ​ໃນ. ດັ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ໃນ​ຄຳ​ອຸ​ປະ​ມາ​ຂອງ​ຍິງ​ສາວ​ບໍ​ລິ​ສຸດ​ສິບ​ຄົນ, ເຮົາ​ບໍ່​ສາ​ມາດ​ເອົາ​ນ້ຳ​ມັນ​ແຫ່ງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຮົາ​ໃຫ້​ຄົນ​ໃດ​ຄົນ​ໜຶ່ງ, ເຖິງ​ແມ່ນ​ວ່າ​ເຮົາ​ຢາກ​ມອບ​ໃຫ້​ຫລາຍ​ປານ​ໃດ​ກໍ​ຕາມ. ດັ່ງ​ທີ່​ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ສິດ​ສອນ​ວ່າ: “ນ້ຳ​ມັນ​ທີ່​ມີ​ຄ່າ​ປະ​ເສີດ​ເລີດ​ລ້ຳ​ນີ້ ຈະ​ໄດ້​ຮັບ​ເທື່ອ​ລະ​ຢົດ​… ດ້ວຍ​ຄວາມ​ອົດ​ທົນ ແລະ ຄວາມ​ສະ​ໝ່ຳ​ສະ​ເໝີ. ຈະ​ເປັນ​ດ້ວຍ​ວິ​ທີ​ງ່າຍໆ​ບໍ່​ໄດ້; ຈະ​ຕຽມ​ແບບ​ຟ້າວ​ຟັ່ງ​ໃນ​ນາ​ທີ​ສຸດ​ທ້າຍ​ບໍ່​ໄດ້.”4

ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ແມ່ນ​ອີງ​ຕາມ​ຄວາມ​ຈິງ​ນັ້ນ. ຂ້າ​ພະ​ເຈົ້າ​ປຽບ​ທຽບ​ມັນ​ກັບ​ທູດ​ຜູ້​ທີ່​ຊ່ວຍ​ນີ​ໄຟ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ໂດຍ​ເວົ້າ​ວ່າ, “ເບິ່ງ​ເຖີດ!”5 ເຊັ່ນ​ດຽວ​ກັນ​ກັບ​ທູດ​ອົງ​ນັ້ນ, ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ເຊື້ອ​ເຊີນ​ເຮົາ​ໃຫ້​ເບິ່ງ​ໃນ​ພຣະ​ຄຳ​ພີ ແລະ ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ໃນ​ປະ​ຈຸ​ບັນ​ເພື່ອ​ຈະ​ໄດ້​ພົບ​ເຫັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຟັງ​ພຣະ​ອົງ. ເຊັ່ນ​ດຽວ​ກັນ​ກັບ​ນີ​ໄຟ, ເຮົາ​ຈະ​ຖືກ​ສິດ​ສອນ​ໂດຍ​ພຣະ​ວິນ​ຍານ​ເປັນ​ສ່ວນ​ຕົວ​ຂະ​ນະ​ທີ່​ອ່ານ ແລະ ໄຕ່​ຕອງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ເປັນ​ໄມ້​ກະ​ດານ​ໂດດ​ນ້ຳ​ທີ່​ຊ່ວຍ​ໃຫ້​ເຮົາ​ແຕ່​ລະ​ຄົນ​ດຳ​ເລິກ​ລົງ​ໄປ​ໃນ​ນ້ຳ​ທີ່​ປະ​ກອບ​ດ້ວຍ​ຊີ​ວິດ​ແຫ່ງ​ຄຳ​ສອນ​ຂອງ​ພຣະ​ຄຣິດ.

ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ພໍ່​ແມ່​ກໍ​ຄ້າຍ​ຄື​ກັນ​ໃນ​ຫລາຍ​ດ້ານ. ລູກໆ​ສືບ​ທອດ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ຈາກ​ພໍ່​ແມ່​ຂອງ​ເຂົາ, ແຕ່​ວ່າ​ປະ​ຈັກ​ພະ​ຍານ​ບໍ່​ແມ່ນ​ໜຶ່ງ​ໃນ​ນັ້ນ. ເຮົາ​ບໍ່​ສາ​ມາດ​ມອບ​ປະ​ຈັກ​ພະ​ຍານ​ໃຫ້​ແກ່​ລູກໆ​ຂອງ​ເຮົາ ຄື​ກັນ​ກັບ​ທີ່​ເຮົາ​ບໍ່​ສາ​ມາດ​ບັງ​ຄັບ​ໃຫ້​ເມັດ​ພືດ​ເຕີບ​ໂຕ​ໄດ້. ແຕ່​ເຮົາ​ສາ​ມາດ​ໃຫ້​ການ​ບຳ​ລຸງ​ລ້ຽງ, ດ້ວຍ​ດິນ​ທີ່​ດີ, ປາດ​ສະ​ຈາກ​ຕົ້ນ​ໜາມ​ທີ່​ອາດ​ຈະ “ຫຸ້ມ​ຮັດ​ພຣະ​ທຳ.” ເຮົາ​ສາ​ມາດ​ພະ​ຍາ​ຍາມ​ສ້າງ​ສະ​ພາບ​ທີ່​ເໝາະ​ສົມ​ທີ່​ສຸດ​ເພື່ອ​ວ່າ​ລູກໆ​ຂອງ​ເຮົາ—ແລະ ຄົນ​ອື່ນໆ​ທີ່​ເຮົາ​ຮັກ—ຈະ​ສາ​ມາດ​ມີ​ບ່ອນ​ສຳ​ລັບ​ເມັດ​ພືດ, “[ໄດ້​ຍິນ] ພຣະ​ທຳ, ແລະ [ເຂົ້າ​ໃຈ] ພຣະ​ທຳ​ນັ້ນ”6 ແລະ ຄົ້ນ​ພົບ​ດ້ວຍ​ຕົວ​ຂອງ​ເຂົາ​ເອງ “ວ່າ​ມັນ​ແມ່ນ​ເມັດ​ດີ.”7

ຮູບ​ພາບ
ບຣາ​ເດີ ນິວ​ແມນ ກັບ​ທ້າວ​ແຈັກ ລູກ​ຊາຍ​ຂອງ​ເພິ່ນ

ເມື່ອ​ຫລາຍ​ປີ​ກ່ອນ, ທ້າວ​ແຈັກ​ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ໄປ​ຕີ​ກ໋ອບ​ທີ່​ສະ​ໜາມ​ກ໋ອບ​ເມືອງ​ເຊນ ແອນ​ດຣູ ປະ​ເທດ​ສະ​ກອດ​ແລນ, ບ່ອນ​ທີ່​ເກມ​ກິ​ລາ​ກ໋ອບ​ໄດ້​ເລີ່ມ​ຕົ້ນ. ມັນ​ອັດ​ສະ​ຈັນ​ຫລາຍ! ເມື່ອ​ຂ້າ​ພະ​ເຈົ້າ​ກັບ​ຄືນ​ມາ ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ຖ່າຍ​ທອດ​ປະ​ສົບ​ການ​ສຸດ​ຍອດ​ນັ້ນ​ໃຫ້​ກັບ​ຄົນ​ອື່ນ. ແຕ່​ຂ້າ​ພະ​ເຈົ້າ​ກໍ​ເຮັດ​ບໍ່​ສຳ​ເລັດ. ທັງ​ຮູບ​ຖ່າຍ, ວິ​ດີ​ໂອ, ແລະ ຄຳ​ອະ​ທິ​ບາຍ​ທີ່​ດີ​ທີ່​ສຸດ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ບໍ່​ພຽງ​ພໍ. ສຸດ​ທ້າຍ​ຂ້າ​ພະ​ເຈົ້າ​ສັງ​ເກດ​ໄດ້​ວ່າ ວິ​ທີ​ທີ່​ຈະ​ໃຫ້​ຄົນ​ໃດ​ຄົນ​ໜຶ່ງ​ຮູ້​ເຖິງ​ຄວາມ​ຍິ່ງ​ໃຫຍ່​ຂອງ​ເມືອງ​ເຊນ ແອນ​ດຣູ ແມ່ນ​ຕ້ອງ​ໄດ້​ປະ​ສົບ​ພົບ​ພໍ້​ດ້ວຍ​ຕົວ​ເອງ—ເຫັນ​ສະ​ໜາມ​ກ໋ອບ​ທີ່​ກວ້າງ​ໃຫຍ່, ສູດ​ອາ​ກາດ, ສຳ​ຜັດ​ສາຍ​ລົມ​ພັດ​ໃສ່​ໃບ​ໜ້າ​ຄ່ອຍໆ, ແລະ ຕີ​ລູກ​ກ໋ອບ​ພາດ​ອອກ​ນອກ​ສະ​ໜາມ​ໄປ​ຫາ​ດິນ​ຊາຍ ແລະ ເຂົ້າ​ພຸ່ມ​ໄມ້​ຈັກ​ສອງ​ສາມ​ເທື່ອ, ຊຶ່ງ​ພວກ​ເຮົາ​ກໍ​ເຮັດ​ໄດ້​ດີ.

ເຊັ່ນ​ດຽວ​ກັນ​ກັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ເຮົາ​ສາ​ມາດ​ສິດ​ສອນ​ມັນ, ເຮົາ​ສາ​ມາດ​ສັ່ງ​ສອນ​ມັນ, ເຮົາ​ສາ​ມາດ​ອະ​ທິ​ບາຍ​ມັນ. ເຮົາ​ສາ​ມາດ​ເວົ້າ​ລົມ​ກ່ຽວ​ກັບ​ມັນ, ເຮົາ​ສາ​ມາດ​ບັນ​ລະ​ຍາຍ​ມັນ, ແມ່ນ​ແຕ່​ເຮົາ​ຍັງ​ເປັນ​ປະ​ຈັກ​ພະ​ຍານ​ເຖິງ​ມັນ​ໄດ້. ແຕ່​ຈົນ​ກວ່າ​ຄົນ​ຜູ້​ໜຶ່ງ​ຮູ້​ສຶກ​ເຖິງ​ຄວາມ​ສັກ​ສິດ​ຂອງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ກັ່ນ​ລົງ​ມາ​ເທິງ​ຈິດ​ວິນ​ຍານ​ຂອງ​ເຂົາ​ເໝືອນ​ດັ່ງ​ຢາດ​ນ້ຳ​ຄ້າງ​ຈາກ​ສະ​ຫວັນ​ຜ່ານ​ທາງ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ,8 ມັນ​ກໍ​ຈະ​ເປັນ​ຄື​ກັນ​ກັບ​ໄດ້​ເບິ່ງ​ໂປສ​ຄາດ ຫລື ຮູບ​ຖ່າຍ​ວັນ​ພັກ​ຜ່ອນ​ຂອງ​ຄົນ​ອື່ນ​ເທົ່າ​ນັ້ນ​ໃນ​ເວ​ລານີ້. ທ່ານ​ຕ້ອງ​ໄປ​ທີ່​ນັ້ນ​ດ້ວຍ​ຕົວ​ເອງ. ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ເປັນ​ການ​ເດີນ​ທາງ​ສ່ວນ​ຕົວ—ການ​ເດີນ​ທາງ​ແຫ່ງ​ການ​ເຕົ້າ​ໂຮມ.

ທຸກ​ຄົນ​ທີ່​ສິດ​ສອນ​ໃນ​ບ້ານ ແລະ ທີ່​ໂບດ, ສາ​ມາດ​ເປີດ​ໂອ​ກາດ​ໃຫ້​ກັບ​ຄົນ​ອື່ນ​ໃຫ້​ມີ​ປະ​ສົບ​ການ​ທາງ​ວິນ​ຍານ​ດ້ວຍ​ຕົວ​ຂອງ​ເຂົາ​ເອງ. ຜ່ານ​ທາງ​ປະ​ສົບ​ການ​ເຫລົ່າ​ນີ້, ເຂົາ​ເຈົ້າ​ຈະ​ໄດ້ “ຮູ້​ຈັກ​ຄວາມ​ຈິງ​ຂອງ​ທຸກ​ເລື່ອງ” ດ້ວຍ​ຕົວ​ຂອງ​ເຂົາ​ເອງ.9 ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ​ວ່າ, “ຖ້າ​ຫາກ​ທ່ານ​ມີ​ຄຳ​ຖາມ​ທີ່​ຈິງ​ໃຈ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ ຫລື ສາດ​ສະ​ໜາ​ຈັກ, ຂະ​ນະ​ທີ່​ທ່ານ​ເລືອກ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ, ທ່ານ​ຈະ​ຖືກ​ນຳ​ພາ​ໄປ​ພົບ ແລະ ເຂົ້າ​ໃຈ​ຄວາມ​ຈິງ​ທີ່​ແນ່​ນອນ ແລະ ນິ​ລັນ​ດອນ ທີ່​ຈະ​ນຳ​ພາ​ຊີ​ວິດ ແລະ ຊ່ວຍ​ທ່ານ​ໃຫ້​ຍຶດ​ໝັ້ນ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.”10

ປັບ​ປຸງ​ການ​ສິດ​ສອນ​ໃຫ້​ດີ​ຂຶ້ນ​ເລື້ອຍໆ

ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ຜູ້​ນຳ ແລະ ຄູ​ສອນ​ໃນ​ທຸກ​ອົງ​ການ​ຂອງ​ສາດ​ສະ​ໜາ​ຈັກ​ໃຫ້​ປຶກ​ສາ​ຫາ​ລື​ກັນ​ກັບ​ຜູ້​ເປັນ​ພໍ່​ແມ່ ແລະ ຊາວ​ໜຸ່ມ​ເພື່ອ​ປັບ​ປຸງ​ການ​ສິດ​ສອນ​ໃຫ້​ດີ​ຂຶ້ນ​ເລື້ອຍໆ​ໃນ​ທຸກ​ລະ​ດັບ—ໃນ​ສະ​ເຕກ, ໃນ​ຫວອດ, ແລະ ໃນ​ບ້ານ. ສິ່ງ​ນີ້​ຈະ​ສຳ​ເລັດ​ໂດຍ​ການ​ສິດ​ສອນ​ຄຳ​ສອນ ແລະ ເຊື້ອ​ເຊີນ​ພຣະ​ວິນ​ຍານ​ໃຫ້​ມາ​ເຕີມ​ເຕັມ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ຈິງ​ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ສິດ​ສອນ​ເຮົາ​ໃນ​ຕອນ​ທີ່​ສຶກ​ສາ​ດ້ວຍ​ຕົວ​ເອງ​ໃນ​ເວ​ລາ​ມິດ​ງຽບ.

ເພື່ອນ​ທີ່​ຮັກ​ແພງ​ໃນ​ພຣະ​ຄຣິດ​ຂອງ​ຂ້າ​ພະ​ເຈົ້າ, ໜ້າ​ທີ່​ຮັບ​ຜິດ​ຊອບ​ແມ່ນ​ຂຶ້ນ​ຢູ່​ກັບ​ເຮົາ​ແຕ່​ລະ​ຄົນ​ໂດຍ​ກົງ​ໃນ​ການ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອາ​ຈານ ແລະ ສິດ​ສອນ​ເໝືອນ​ດັ່ງ​ພຣະ​ອົງ. ວິ​ທີ​ຂອງ​ພຣະ​ອົງ​ເປັນ​ວິ​ທີ​ທີ່​ຖືກ​ຕ້ອງ! ຂະ​ນະ​ທີ່​ເຮົາ​ເຮັດ​ຕາມ​ພຣະ​ອົງ “ເມື່ອ​ພຣະ​ອົງ​ສະ​ເດັດ​ມາ ເຮົາ​ຈະ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ, ເພາະ​ວ່າ​ເຮົາ​ຈະ​ເຫັນ​ພຣະ​ອົງ​ຢ່າງ​ທີ່​ພຣະ​ອົງ​ເປັນ​ຢູ່​ນັ້ນ; ເພື່ອ​ເຮົາ​ຈະ​ມີ​ຄວາມ​ຫວັງ​ນີ້; ເພື່ອ​ເຮົາ​ຈະ​ຖືກ​ເຮັດ​ໃຫ້​ບໍ​ລິ​ສຸດ​ຄື​ກັນ​ກັບ​ພຣະ​ອົງ​ທີ່​ບໍ​ລິ​ສຸດ.”11 ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ຜູ້​ໄດ້​ຟື້ນ​ຄືນ​ພຣະ​ຊົນ, ພຣະ​ອາ​ຈານ​ເອງ, ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.