ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ບໍ່​ເໝືອນ​ສັນ​ຕິ​ສຸກ​ທີ່​ໂລກ​ໃຫ້
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ບໍ່​ເໝືອນ​ສັນ​ຕິ​ສຸກ​ທີ່​ໂລກ​ໃຫ້

ອຸ​ປະ​ກອນ​ທີ່​ມີ​ໃຫ້​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຄວາມ​ດີ​ງາມ​ແມ່ນ​ມີ​ຢູ່​ຢ່າງ​ຫລວງ​ຫລາຍ ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ກ່ອນ​ວັນ​ອີດ​ສະ​ເຕີ​ເທື່ອ​ທຳ​ອິດ, ໃນ​ທ້າຍ​ພິ​ທີ​ສິນ​ລະ​ລຶກ​ທີ່​ພຣະ​ເຢ​ຊູ​ໄດ້​ປະ​ຕິ​ບັດ​ຕໍ່​ອັກ​ຄະ​ສາ​ວົກ​ສິບ​ສອງ, ພຣະ​ອົງ​ໄດ້​ເລີ່ມ​ຕົ້ນ​ກ່າວ​ຄຳ​ອຳ​ລາ​ທີ່​ງົດ​ງາມ ແລະ ໄດ້​ໄປ​ຫາ​ສວນ​ເຄັດ​ເຊ​ມາ​ເນ, ຖືກ​ທໍ​ລະ​ຍົດ, ແລະ ຖືກ​ຄຶງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ຮູ້​ສຶກ​ເຖິງ​ຄວາມ​ເປັນ​ຫ່ວງ ແລະ ບາງ​ທີ​ອາດ​ເປັນ​ຍ້ອນ​ຄວາມ​ຢ້ານ​ກົວ ທີ່​ຜູ້​ຊາຍ​ເຫລົ່າ​ນັ້ນ​ສະ​ແດງ​ອອກ​ມາ, ພຣະ​ອົງ​ຈຶ່ງ​ໄດ້​ກ່າວ​ສິ່ງ​ນີ້​ກັບ​ພວກ​ເພິ່ນ (ແລະ ກັບ​ເຮົາ) ວ່າ:

“ຢ່າ​ໃຫ້​ໃຈ​ຂອງ​ເຈົ້າ​ທັງ​ຫລາຍ​ວຸ້ນ​ວາຍ​ໄປ: ຈົ່ງ​ວາງ​ໃຈ​ເຊື່ອ​ພຣະ​ເຈົ້າ, ແລະ ຈົ່ງ​ວາງ​ໃຈ​ເຊື່ອ​ໃນ​ຕົວ​ເຮົາ​ເໝືອນ​ກັນ. …

“ເຮົາ​ຈະ​ບໍ່​ປະ​ຖິ້ມ​ເຈົ້າ​ທັງ​ຫລາຍ​ໄວ້​ໃຫ້​ເປັນ​ກຳ​ພ້າ: ເຮົາ​ຈະ​ມາ​ຫາ​ພວກ​ເຈົ້າ. …

“ເຮົາ​ມອບ​ສັນ​ຕິ​ສຸກ​ໄວ້​ກັບ​ພວກ​ເຈົ້າ, ເປັນ​ສັນ​ຕິ​ສຸກ​ຂອງ​ເຮົາ, ທີ່​ເຮົາ​ມອບ​ໃຫ້​ພວກ​ເຈົ້າ: ສັນ​ຕິ​ສຸກ​ທີ່​ເຮົາ​ໃຫ້​ນັ້ນ, ບໍ່​ເໝືອນ​ສັນ​ຕິ​ສຸກ​ທີ່​ໂລກ​ໃຫ້. ຢ່າ​ວຸ້ນ​ວາຍ​ເປັນ​ທຸກ​ໃຈ, ແລະ ຢ່າ​ສູ່​ຢ້ານ.”1

ເວ​ລາ​ທີ່​ມີ​ການ​ທ້າ​ທາຍ​ຈະ​ມາ​ເຖິງ​ໃນ​ໂລກ​ມະ​ຕະ​ນີ້, ລວມ​ທັງ​ຜູ້​ທີ່​ຊື່​ສັດ, ແຕ່​ຂ່າວ​ສານ​ທີ່​ໃຫ້​ຄວາມ​ໝັ້ນ​ໃຈ​ຂອງ​ພຣະ​ຄຣິດ​ແມ່ນ ເຖິງ​ແມ່ນ​ວ່າ ພຣະ​ອົງ, ພຣະ​ເມ​ສາ​ນ້ອຍ​ທີ່​ຈະ​ຖືກ​ເອົາ​ໄປ​ຂ້າ, ຈະ​ໄປ “ດັ່ງ​ແກະ​ທີ່​ຖືກ​ຕັດ​ເອົາ​ຂົນ [ຂອງ​ມັນ],”2 ແຕ່​ເຖິງ​ຢ່າງ​ໃດ ພຣະ​ອົງ​ກໍ​ຈະ​ລຸກ​ຂຶ້ນ, ເປັນ​ຄື​ກັນ​ກັບ​ດັ່ງ​ທີ່​ຜູ້​ຂຽນ​ພຣະ​ທຳ​ສັນ​ລະ​ເສີນ ກ່າວ​ໄວ້ ເພື່ອ, “ເປັນ​ທີ່​ກຳ​ບັງ ແລະ ກຳ​ລັງ [ຂອງ​ເຮົາ], ພຣະ​ອົງ​ພ້ອມ​ຊ່ວຍ​ເຫລືອ [ໃນຄາວ] [ເຮົາ] ຍາກ​ລຳ​ບາກ.”3

ໂດຍ​ທີ່​ຄຳ​ນຶງ​ເຖິງ​ຊ່ວງ​ເວ​ລາ​ທີ່​ຍາກ​ລຳ​ບາກ​ທີ່​ລໍ​ຄອຍ​ພຣະ​ຄຣິດ ຂະ​ນະ​ທີ່​ພຣະ​ອົງ​ໄປ​ຫາ​ໄມ້​ກາງ​ແຂນ ແລະ ສາ​ນຸ​ສິດ​ຂອງ​ພຣະ​ອົງ ຂະ​ນະ​ທີ່​ພວກ​ເຂົາ​ຈະ​ນຳ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ໄປ​ທົ່ວ​ໂລກ​ໃນ​ເວ​ລາ​ອັນ​ຮຸ່ງ​ໂລດ, ບັດ​ນີ້​ໃຫ້​ໄປ​ກັບ​ຂ້າ​ພະ​ເຈົ້າ ຫາ​ຂ່າວ​ສານ​ທີ່​ກ່ຽວ​ຂ້ອງ​ກັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຍຸກ​ສຸດ​ທ້າຍ. ມັນ​ບັນ​ຈຸ​ຢູ່​ໃນ​ຫລາຍໆ​ຂໍ້ ໃນ​ພຣະ​ຄຳ​ພີ​ມໍ​ມອນ ທີ່​ກ່ຽວ​ຂ້ອງ​ກັບ​ການ​ຕໍ່​ຕ້ານ​ບາງ​ຢ່າງ, ພຶດ​ຕິ​ກຳ​ທີ່​ໜ້າ​ລຳ​ຄານບໍ່​ເລີກບໍ່​ແລ້ວ​ຂອງ​ເລ​ມັນ ແລະ ເລ​ມູ​ເອນ ເຖິງ​ການ​ສູ້​ຮົບ​ຄັ້ງ​ສຸດ​ທ້າຍ ທີ່​ກ່ຽວ​ຂ້ອງ​ກັບ​ກອງ​ທະ​ຫານ​ເປັນ​ຈຳ​ນວນ​ຫລາຍ​ຮ້ອຍ​ຫລາຍ​ພັນ​ຄົນ. ເຫດ​ຜົນ​ໜຶ່ງ​ທີ່​ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ​ໃນ​ການ​ກ່າວ​ເນັ້ນ​ແມ່ນ​ວ່າ ຕາບ​ໃດ​ທີ່​ພຣະ​ຄຳ​ພີ​ມໍ​ມອນ​ຖືກ​ຂຽນ​ສຳ​ລັບ​ຜູ້​ອ່ານ​ໃນ​ຍຸກ​ສຸດ​ທ້າຍ, ຜູ້​ຂຽນ​ເຫລົ່າ​ນີ້ (ຜູ້​ໄດ້​ປະ​ເຊີນ​ກັບ​ສົງ​ຄາມ​ຢ່າງ​ຫລວງ​ຫລາຍ​ດ້ວຍ​ຕົວ​ເອງ) ໄດ້​ເຕືອນ​ເຮົາ​ດ້ວຍ​ຄຳ​ທຳ​ນາຍ​ວ່າ ຄວາມ​ຮຸນ​ແຮງ ແລະ ການ​ຕໍ່​ຕ້ານ​ຈະ​ເປັນ​ລັກ​ສະ​ນະ​ທີ່​ເຫັນ​ໄດ້​ແຈ້ງ​ຂອງ​ຄວາມ​ສຳ​ພັນ​ໃນ​ວັນ​ເວ​ລາ​ສຸດ​ທ້າຍ.

ແນ່​ນອນ, ທິດ​ສະ​ດີ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ການ​ຂັດ​ແຍ້ງ​ໃນ​ຍຸກ​ສຸດ​ທ້າຍ​ບໍ່​ແມ່ນ​ຫາ​ກໍ​ໄດ້​ຍິນ​ເປັນ​ເທື່ອ​ທຳ​ອິດ. ເກືອບ​ເຖິງ​ສອງ​ພັນ​ປີ​ຜ່ານ​ມາ​ແລ້ວ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຕືອນ​ວ່າ ວັນ​ເວ​ລາ​ສຸດ​ທ້າຍ ຈະ​ມີ “ສົງ​ຄາມ, ແລະ ຂ່າວ​ລື​ເລື່ອງ​ສົງ​ຄາມ,”4 ຈາກ​ນັ້ນ​ໄດ້​ກ່າວ​ວ່າ “ສັນ​ຕິ​ສຸກ [ຈະ] ຖືກ​ເອົາ​ໄປ​ຈາກ​ແຜ່ນ​ດິນ​ໂລກ.”5 ແນ່​ນອນ​ອົງ​ສັນ​ຕິ​ລາດ, ຜູ້​ໄດ້​ສິດ​ສອນ​ຢ່າງ​ຈິງ​ຈັງ​ວ່າ ການ​ຂັດ​ແຍ້ງ​ມາ​ຈາກ​ມານ,6 ຄົງ​ກັນ​ແສງ​ກັບ​ພຣະ​ບິ​ດາ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ອົງ ນຳ​ຄົນ​ໃນ​ຄອບ​ຄົວ​ມະ​ນຸດ​ເຫລົ່າ​ນັ້ນ​ໃນ​ວັນ​ເວ​ລາ​ຂອງ​ເຮົາ ຜູ້ “ປາດ​ສະ​ຈາກ​ຄວາມ​ຮັກ” ພຣະ​ຄຳ​ພີ​ກ່າວ, ແລະ ຜູ້​ບໍ່​ຮູ້​ຈັກ​ວິ​ທີ​ທີ່​ຈະ​ໃຊ້​ຊີ​ວິດ​ນຳ​ກັນ​ດ້ວຍ​ຄວາມ​ຮັກ.7

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເຮົາ​ເຫັນ​ການ​ຕໍ່​ຕ້ານ, ຄວາມ​ໃຈ​ຮ້າຍ, ແລະ ການ​ປະ​ພຶດ​ທີ່​ຫຍາບ​ຄາຍ​ຢ່າງ​ຫລວງ​ຫລາຍ​ຕະ​ຫລອດ​ທົ່ວ​ໂລກ. ໂຊກ​ດີ​ຫລາຍ​ທີ່, ຄົນ​ລຸ້ນ​ປະ​ຈຸ​ບັນ​ບໍ່​ມີ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສາມ​ໃຫ້​ຕໍ່​ສູ້​ກັນ, ທັງ​ເຮົາ​ກໍ​ຍັງ​ບໍ່​ເຄີຍ​ປະ​ເຊີນ​ກັບ​ເສດ​ຖະ​ກິດ​ຕົກ​ຕ່ຳ​ຕະ​ຫລອດ​ທົ່ວ​ໂລກ ຄື​ກັນ​ກັບ​ປີ 1929 ນັ້ນ ຊຶ່ງ​ນຳ​ໄປ​ສູ່​ພາ​ວະ​ເສດ​ຖະ​ກິດ​ຕົກ​ຕ່ຳ​ທີ່​ຮ້າຍ​ແຮງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ກຳ​ລັງ​ປະ​ເຊີນ​ກັບ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສາມ​ໃນ​ທາງ​ທີ່​ແຕກ​ຕ່າງ, ມັນ ບໍ່ ແມ່ນ​ການ​ຕໍ່​ສູ້​ເພື່ອ​ທຳ​ລາຍ​ສັດ​ຕູ​ຂອງ​ເຮົາ ແຕ່​ເປັນ​ການ​ເກນ​ລູກໆ​ຂອງ​ພຣະ​ເຈົ້າ​ໃຫ້​ດູ​ແລ​ຊຶ່ງ​ກັນ​ແລະ​ກັນ ແລະ ຊ່ວຍ​ປິ່ນ​ປົວ​ບາດ​ແຜ​ຢູ່​ໃນ​ໂລກ​ທີ່​ກຳ​ລັງ​ເດືອດ​ຮ້ອນ​ຫລາຍ. ພາ​ວະ​ເສດ​ຖະ​ກິດ​ຕົກ​ຕ່ຳ​ທີ່​ຮ້າຍ​ແຮງ​ທີ່​ເຮົາ​ປະ​ເຊີນ​ໃນ​ເວ​ລາ​ນີ້ ບໍ່​ກ່ຽວ​ຂ້ອງ​ກັບ​ການ​ຂາດ​ເງິນ ແລະ ມັນ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ຂາດ​ຄວາມ​ໝັ້ນ​ໃຈ​ໃນ​ຕົວ​ເອງ, ການ​ຂາດ​ສັດ​ທາ ແລະ ຄວາມ​ຫວັງ ແລະ ຄວາມ​ໃຈ​ບຸນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ. ແຕ່​ອຸ​ປະ​ກອນ​ທີ່​ມີ​ໃຫ້​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຄວາມ​ດີ​ງາມ​ແມ່ນ​ມີ​ຢູ່​ຢ່າງ​ຫລວງ​ຫລາຍ ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເຮົາ​ຈະ​ຢຸດ​ໃຊ້—ແລະ ຊາວ​ໂລກ ຈະ​ຢຸດ​ໃຊ້​ບໍ່​ໄດ້—ຄຳ​ສອນ​ພຣະ​ກິດ​ຕິ​ຄຸນ​ເຫລົ່າ​ນີ້ ແລະ ການ​ປົກ​ປ້ອງ​ພັນ​ທະ​ສັນ​ຍາ​ຢ່າງ​ເຕັມ​ປ່ຽມ​ໃນ​ບ່ອນ​ສ່ວນ​ຕົວ ແລະ ໃນ​ສາ​ທາ​ລະ​ນະ.

ສະ​ນັ້ນ, ຢູ່​ໃນ​ໂລກ​ທີ່ “ຖືກ​ໂຍນ​ໄປ​ດ້ວຍ​ພະ​ຍຸ​ຝົນ​ຟ້າ​ຄະ​ນອງ, ແລະ ບໍ່​ໄດ້​ຮັບ​ການ​ປອບ​ໂຍນ,” ດັ່ງ​ທີ່​ພຣະ​ເຢ​ໂຮ​ວາ​ໄດ້​ກ່າວ ວ່າ​ມັນ​ຈະ​ເປັນ​ເຊັ່ນ​ນັ້ນ, ເຮົາ​ຈະ​ພົບ​ເຫັນ​ສິ່ງ​ທີ່​ພຣະ​ອົງ​ເອີ້ນ​ວ່າ “ສັນ​ຍາ​ແຫ່ງ … ສັນ​ຕິ​ພາບ” ໄດ້​ແນວ​ໃດ? ເຮົາ​ພົບ​ເຫັນ​ມັນ​ໂດຍ​ການ​ຫັນ​ມາ​ຫາ​ພຣະ​ອົງ ຜູ້​ໄດ້​ກ່າວ​ວ່າ​ພຣະ​ອົງ​ຈະ​ມີ​ຄວາມ​ເມດ​ຕາ​ຕໍ່​ເຮົາ “ດ້ວຍ​ຄວາມ​ກະ​ລຸ​ນາ​ອັນ​ເປັນ​ນິດ” ຈະ​ປະ​ທານ​ສັນ​ຕິ​ສຸກ​ໃຫ້​ແກ່​ລູກໆ​ຂອງ​ເຮົາ.8 ເຖິງ​ແມ່ນ​ຄຳ​ທຳ​ນາຍ​ທີ່​ເປັນ​ຕາ​ຢ້ານ ແລະ ຂໍ້​ພຣະ​ຄຳ​ພີ​ທີ່​ເຮັດ​ໃຫ້​ບໍ່​ສະ​ຫງົບ​ປະ​ກາດ​ວ່າ ສັນ​ຕິ​ສຸກ​ຈະ​ຖືກ​ເອົາ​ໄປ​ຈາກ​ແຜ່ນ​ດິນ​ໂລກ​ໂດຍ​ທົ່ວ​ໄປ, ແຕ່​ບັນ​ດາ​ສາດ​ສະ​ດາ, ລວມ​ທັງ​ທ່ານ​ຣະ​ໂຊ ເອັມ ແນວ​ສັນ ທີ່​ຮັກ​ແພງ​ຂອງ​ພວກ​ເຮົາ​ເອງ ໄດ້​ສິດ​ສອນ​ວ່າ ມັນ​ບໍ່​ຈຳ​ເປັນ​ຕ້ອງ​ຖືກ​ເອົາ​ໄປ​ຈາກ​ເຮົາ​ແຕ່​ລະ​ຄົນ!9 ສະ​ນັ້ນ, ໃນ​ຊ່ວງ​ເທດ​ສະ​ການ​ບຸນ​ອີດ​ສະ​ເຕີ​ນີ້ ໃຫ້​ເຮົາ​ຝຶກ​ຝົນ​ຄວາມ​ສະ​ຫງົບ​ໃນ​ທາງ​ສ່ວນ​ຕົວ, ໂດຍ​ການ​ນຳ​ໃຊ້​ພຣະ​ຄຸນ ແລະ ຫວ້ານ​ຢາ​ປິ່ນ​ປົວ​ຈາກ​ການ​ຊົດ​ໃຊ້​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ທີ່​ມີ​ໃຫ້​ເຮົາ ແລະ ຄອບ​ຄົວ​ຂອງ​ເຮົາ ແລະ ທຸກ​ຄົນ​ຢູ່​ອ້ອມ​ຂ້າງ​ເຮົາ ທີ່​ເຮົາ​ສາ​ມາດ​ເອື້ອມ​ເຖິງ. ໂຊກ​ດີ​ທີ່, ແມ່ນ​ແຕ່​ໜ້າ​ອັດ​ສະ​ຈັນ, ຫວ້ານ​ຢາ​ບັນ​ເທົາ​ນີ້ ມີ​ໃຫ້​ເຮົາ “ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ຫຍັງ​ໝົດ.”10

ຄວາມ​ຊ່ວຍ​ເຫລືອ ແລະ ຄວາມ​ຫວັງ​ເຊັ່ນ​ນັ້ນ​ແມ່ນ​ຕ້ອງ​ການ​ຫລາຍ​ທີ່​ສຸດ ເພາະ​ວ່າ​ຢູ່​ໃນ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ໃນ​ມື້​ນີ້​ກໍ​ມີ​ຫລາຍ​ຄົນ​ທີ່​ດີ້ນ​ລົນ​ກັບ​ການ​ທ້າ​ທາຍ​ຕ່າງໆ​ນາໆ—ທາງ​ຮ່າງ​ກາຍ ຫລື ທາງ​ອາ​ລົມ, ທາງ​ສັງ​ຄົມ ຫລື ທາງ​ການ​ເງິນ, ຫລື ບັນ​ຫາ​ອື່ນ​ເປັນ​ສິບໆ​ຢ່າງ. ແຕ່​ຫລາຍ​ຢ່າງ​ເຫລົ່າ​ນີ້ ເຮົາ ບໍ່ ສາ​ມາດ​ຈັດ​ການ​ກັບ​ມັນ​ດ້ວຍ​ຕົວ​ເອງ, ເພາະ​ຄວາມ​ຊ່ວຍ​ເຫລືອ ແລະ ສັນ​ຕິ​ສຸກ​ທີ່​ເຮົາ​ຕ້ອງ​ການ ບໍ່​ເປັນ​ເໝືອນ “ທີ່​ໂລກ​ໃຫ້.”11 ບໍ່, ສຳ​ລັບ​ບັນ​ຫາ​ທີ່​ຫຍຸ້ງ​ຍາກ​ຫລາຍ ເຮົາ​ຕ້ອງ​ການ​ສິ່ງ​ທີ່​ພຣະ​ຄຳ​ພີ​ເອີ້ນ​ວ່າ “ອຳ​ນາດ​ແຫ່ງ​ສະ​ຫວັນ,” ແລະ ກ່ອນ​ຈະ​ເຂົ້າ​ເຖິງ​ອຳ​ນາດ​ເຫລົ່າ​ນີ້​ໄດ້​ນັ້ນ ເຮົາ​ຕ້ອງ​ດຳ​ລົງ​ຊີ​ວິດ​ຕາມ​ສິ່ງ​ທີ່​ພຣະ​ຄຳ​ພີ​ເອີ້ນ​ວ່າ “ຫລັກ​ທຳ​ແຫ່ງ​ຄວາມ​ຊອບ​ທຳ.”12 ບັດ​ນີ້, ການ​ເຂົ້າ​ໃຈ​ຄວາມ​ສຳ​ພັນ​ລະ​ຫວ່າງ​ຫລັກ​ທຳ ແລະ ອຳ​ນາດ​ຄື​ບົດ​ຮຽນ ໜຶ່ງ ທີ່​ຄອບ​ຄົວ​ມະ​ນຸດ​ເບິ່ງ​ຄື​ວ່າ​ບໍ່​ສາ​ມາດ​ຮຽນ​ໄດ້​ຈັກ​ເທື່ອ, ດັ່ງ​ທີ່​ພຣະ​ເຈົ້າ​ແຫ່ງ​ຟ້າ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ​ກ່າວ!13

ແລະ ຫລັກ​ທຳ​ເຫລົ່າ​ນັ້ນ​ມີ​ຫຍັງ​ແດ່? ຫລັກ​ທຳ​ເຫລົ່າ​ນັ້ນ​ມີ​ຢູ່​ຫລາຍໆ​ບ່ອນ​ໃນ​ພຣະ​ຄຳ​ພີ, ມັນ​ຖືກ​ສິດ​ສອນ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ແບບ​ນີ້​ເທື່ອ​ແລ້ວ​ເທື່ອ​ອີກ, ແລະ ໃນ​ຍຸກ​ສະ​ໄໝ​ຂອງ​ເຮົາ, ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ຖືກ​ສິດ​ສອນ​ກ່ຽວ​ກັບ​ມັນ ໃນ​ການ​ຕອບ​ຕໍ່​ຄຳ​ອ້ອນ​ວອນ ຂອງ​ເພິ່ນ ເອງ ທີ່​ວ່າ “ພຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ພຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ​ເອີຍ, ດ້ວຍ​ເຫດ​ໃດ​ພຣະ​ອົງ​ຈຶ່ງ​ປະ​ຖິ້ມ​ຂ້າ​ນ້ອຍ​ເສຍ?”14 ຢູ່​ໃນ​ຄຸກ​ລີ​ເບີ​ຕີ​ທີ່​ໜາວ​ເຢັນ ແລະ ຖືກ​ຄຸມ​ຂັງ​ແບບ​ບໍ່​ເອົາ​ໃຈ​ໃສ່​ນັ້ນ, ເພິ່ນ​ໄດ້​ຖືກ​ສິດ​ສອນ​ເຖິງ​ຫລັກ​ທຳ​ແຫ່ງ​ຄວາມ​ຊອບ​ທຳ ລວມ​ທັງ​ຄຸນ​ນະ​ທຳ​ດັ່ງ​ເຊັ່ນ ຄວາມ​ອົດ​ທົນ, ຄວາມ​ອົດ​ກັ້ນ, ຄວາມ​ອ່ອນ​ໂຍນ, ແລະ ຄວາມ​ຮັກ​ອັນ​ບໍ່​ແກ້ງ​ເຮັດ.15 ຖ້າ​ປາດ​ສະ​ຈາກ​ຫລັກ​ທຳ​ເຫລົ່າ​ນັ້ນ, ໃນ​ທີ່​ສຸດ​ເຮົາ​ຈະ​ປະ​ເຊີນ​ກັບ​ການ​ຜິດ​ຖຽງ​ກັນ ແລະ ຄວາມ​ເປັນ​ສັດ​ຕູ​ກັນ​ຢ່າງ​ແນ່​ນອນ.

ໃນ​ເລື່ອງ​ນັ້ນ, ຂ້າ​ພະ​ເຈົ້າ​ຂໍ​ອະ​ນຸ​ຍາດ​ກ່າວ​ຈັກ​ບຶດ​ໜຶ່ງ​ກ່ຽວ​ກັບ ການ​ຂາດ ຫລັກ​ທຳ​ແຫ່ງ​ຄວາມ​ຊອບ​ທຳ​ເຫລົ່າ​ນີ້​ຢູ່​ໃນ​ວັນ​ເວ​ລາ​ຂອງ​ເຮົາ. ຕາມ​ປົກ​ກະ​ຕິ​ແລ້ວ, ຂ້າ​ພະ​ເຈົ້າ​ເປັນ​ຄົນ​ລ່າ​ເລີງ ແລະ ເບີກ​ບານ, ແລະ ກໍ​ມີ​ສິ່ງ​ດີໆ ແລະ ງົດ​ງາມ​ຢ່າງ​ຫລວງ​ຫລາຍ​ຢູ່​ໃນ​ໂລກ​ຂອງ​ເຮົາ. ແນ່​ນອນ ເຮົາ​ໄດ້​ຮັບ​ພອນ​ໂດຍ​ການ​ມີ​ສິ່ງ​ຂອງ​ທາງ​ໂລກ​ຫລາຍ​ກວ່າ​ລຸ້ນ​ໃດໆ​ໃນ​ປະ​ຫວັດ​ສາດ, ແຕ່​ໃນ​ສັດ​ຕະ​ວັດ​ທີ 21 ໂດຍ​ທົ່ວ​ໄປ​ແລ້ວ ແລະ ສ່ວນ​ຫລາຍ​ໃນ​ສາດ​ສະ​ໜາ​ຈັກ, ເຮົາ​ຍັງ​ເຫັນ​ຫລາຍ​ຄົນ​ມີ​ບັນ​ຫາ, ມີ​ການ​ລົດ​ສິນ​ທຳ ຊຶ່ງ​ນຳ​ໄປ​ສູ່​ການ​ລະ​ເມີດ​ພັນ​ທະ​ສັນ​ຍາ ແລະ ຫລາຍ​ຄົນ​ກໍ​ເຈັບ​ປວດ​ໃຈ. ໃຫ້​ພິ​ຈາ​ລະ​ນາ​ພາ​ສາ​ຫຍາບ​ຄາຍ​ທີ່​ຄຽງ​ຄູ່​ໄປ​ກັບ​ການ​ລ່ວງ​ລະ​ເມີດ​ທາງ​ເພດ, ຊຶ່ງ​ທັງ​ສອງ​ຢ່າງ​ມີ​ຢູ່​ທົ່ວ​ໄປ​ໃນ​ຮູບ​ເງົາ ຫລື ໃນ​ໂທ​ລະ​ພາບ, ຫລື ໃຫ້​ສັງ​ເກດ​ເບິ່ງ​ການ​ກໍ່​ກວນ​ທາງ​ເພດ ແລະ ຄວາມ​ບໍ່​ເໝາະ​ສົມ​ອື່ນໆ​ທີ່​ເຮົາ​ອ່ານ​ກ່ຽວ​ກັບ​ມັນ ຊຶ່ງ​ເກີດ​ຂຶ້ນ​ໃນ​ບ່ອນ​ທຳ​ງານ. ໃນ​ເລື່ອງ​ຂອງ​ຄວາມ​ບໍ​ລິ​ສຸດ​ຂອງ​ພັນ​ທະ​ສັນ​ຍາ, ຄວາມ​ສັກ​ສິດ​ມັກ​ຖືກ​ເຮັດ​ໃຫ້​ເປັນ​ເລື່ອງ​ທຳ​ມະ​ດາ ແລະ ຄວາມ​ບໍ​ລິ​ສຸດ​ມັກ​ຖືກ​ດູ​ໝິ່ນ​ຫລາຍ​ເກີນ​ໄປ. ຕໍ່​ທຸກ​ຄົນ​ທີ່​ຖືກ​ລໍ້​ລວງ​ໃຫ້​ເຮັດ ຫລື ໃຫ້​ເວົ້າ ຫລື ໃຫ້​ປະ​ພຶດ​ໃນ​ທາງ​ນີ້—“ຕາມ​ທີ່​ໂລກ​ໃຫ້,” ດັ່ງ​ທີ່​ກ່າວ—ຢ່າ​ຄາດ​ຫວັງ​ວ່າ​ມັນ​ຈະ​ນຳ​ພາ​ໄປ​ສູ່​ຄວາມ​ສະ​ຫງົບ​ສຸກ; ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ຈະ​ບໍ່​ພົບ. “ຄວາມ​ຊົ່ວ​ຮ້າຍ​ບໍ່​ເຄີຍ​ເປັນ​ຄວາມ​ສຸກ​ເລີຍ,”16 ດັ່ງ​ທີ່​ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ​ເຄີຍ​ກ່າວ​ໄວ້. ເມື່ອ​ການ​ເຕັ້ນ​ລຳ​ທຳ​ເພງ​ສິ້ນ​ສຸດ​ລົງ, ຜູ້​ເປົ່າ​ປີ່​ສີ​ຊໍ​ຈະ​ຕ້ອງ​ທວງ​ເອົາ​ຄ່າ​ຈ້າງ, ແລະ ສ່ວນ​ຫລາຍ​ແລ້ວ​ເງິນ​ຊຳ​ລະ​ໜີ້​ຈະ​ເປັນ​ນ້ຳ​ຕາ ແລະ ຄວາມ​ກິນ​ແໜງ​ແຄງ​ໃຈ.17

ຫລື ບາງ​ທີ​ເຮົາ​ເຫັນ​ການ​ຂົ່ມ​ເຫັງ ຫລື ການ​ລົດ​ກຽດ​ໃນ​ຮູບ​ແບບ​ອື່ນ. ແຕ່​ເຮົາ​ຕ້ອງ​ລະ​ມັດ​ລະ​ວັງ​ເປັນ​ສອງ​ເທົ່າ​ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ທີ່​ຈະ​ບໍ່​ມີ​ພາກ​ສ່ວນ​ໃນ​ການ​ປະ​ພຶດ​ເຊັ່ນ​ນັ້ນ. ບໍ່​ມີ​ກໍ​ລະ​ນີ​ໃດ​ທີ່​ເຮົາ​ເປັນ​ຝ່າຍ​ຜິດ​ເມື່ອ​ຢູ່​ໃນ​ການ​ປົກ​ຄອງ​ທີ່​ບໍ່​ຊອບ​ທຳ ຫລື ໃນ​ການ​ຂົ່ມ​ເຫັງ ຫລື ໃນ​ການ​ຖືກ​ບັງ​ຄັບ​ທີ່​ຜິດ​ສິນ​ທຳ​ໃດໆ—ທາງ​ຮ່າງ​ກາຍ ຫລື ທາງ​ອາ​ລົມ ຫລື ທາງ​ສາດ​ສະ​ໜາ ຫລື ທາງ​ອື່ນໆ. ຂ້າ​ພະ​ເຈົ້າ​ຈື່​ໄດ້​ເຖິງ​ຄວາມ​ໜັກ​ແໜ້ນ​ຂອງ​ປະ​ທານ​ກໍ​ດອນ ບີ ຮິງ​ລີ ເມື່ອ​ເພິ່ນ​ກ່າວ​ຈາກ​ແທ່ນ​ປາ​ໄສ​ນີ້ ເມື່ອ​ບໍ່​ຫລາຍ​ປີ​ຜ່ານ​ມາ​ນີ້ ຕໍ່​ບັນ​ດາ​ຜູ້​ຊາຍ​ຂອງ​ສາດ​ສະ​ໜາ​ຈັກ​ກ່ຽວ​ກັບ​ຜູ້​ທີ່​ເພິ່ນ​ເອີ້ນ​ວ່າ “ຄົນ​ຜະ​ເດັດ​ການ​ຢູ່​ໃນ​ບ້ານ​ຂອງ​ຕົນ”:18

ເພິ່ນ​ກ່າວ​ວ່າ, “ມັນ​ເປັນ​ເລື່ອງ​ໜ້າ​ເສົ້າ ແລະ ໜ້າ​ກຽດ​ຊັງ​ທີ່​ສຸດ​ໃນ​ເລື່ອງ​ທີ່​ພັນ​ລະ​ຍາ​ຖືກ​ຂົ່ມ​ເຫັງ”. “ຊາຍ​ຄົນ​ໃດ​ໃນ​ສາດ​ສະ​ໜາ​ຈັກ​ນີ້​ທີ່​ຂົ່ມ​ເຫັງ​ພັນ​ລະ​ຍາ​ຂອງ​ຕົນ, ດູ​ຖູກ​ນາງ, ໃຊ້​ການ​ປົກ​ຄອງ​ທີ່​ບໍ່​ຊອບ​ທຳ​ກັບ​ນາງ ຊາຍ​ຄົນ​ນັ້ນ​ບໍ່​ມີ​ຄ່າ​ຄວນ​ທີ່​ຈະ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ. … [ເຂົາ] ບໍ່​ມີ​ຄ່າ​ຄວນ​ທີ່​ຈະ​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ.”19 ສິ່ງ​ທີ່​ໜ້າ​ກຽດ​ຊັງ​ຄື​ກັນ​ນັ້ນ, ເພິ່ນ​ກ່າວ, ແມ່ນ​ການ​ຂົ່ມ​ເຫັງ​ລູກ ບໍ່​ວ່າ​ຈະ​ເປັນ​ໃນ​ແບບ​ໃດ—ຫລື ການ​ຂົ່ມ​ເຫັງ​ໃດໆ​ກໍ​ຕາມ.20

ມີ​ຫລາຍ​ເກີນ​ໄປ, ຊຶ່ງ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ, ຊາຍ, ຍິງ, ແລະ ແມ່ນ​ແຕ່​ເດັກ​ນ້ອຍ​ສາ​ມາດ​ເປັນ​ຝ່າຍ​ຜິດ​ໄດ້ ເລື່ອງ​ການ​ເວົ້າ​ຈາ​ບໍ່​ສຸ​ພາບ, ແມ່ນ​ແຕ່​ເປັນ​ການ​ທຳ​ລາຍ, ຕໍ່​ຜູ້​ທີ່​ສ່ວນ​ຫລາຍ​ແລ້ວ​ໄດ້​ຜະ​ນຶກ​ເຂົ້າ​ກັນ​ໂດຍ​ພິ​ທີ​ການ​ສັກ​ສິດ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ທຸກ​ຄົນ​ມີ​ສິດ​ທີ່​ຈະ​ໄດ້​ຮັບ​ຄວາມ​ຮັກ, ທີ່​ຈະ​ຮູ້​ສຶກ​ສະ​ຫງົບ​ສຸກ, ແລະ ທີ່​ຈະ​ພົບ​ຄວາມ​ປອດ​ໄພ​ໃນ​ບ້ານ. ຂໍ​ໃຫ້​ເຮົາ​ຈົ່ງ​ພະ​ຍາ​ຍາມ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ໃນ​ທີ່​ນັ້ນ​ໄວ້. ຄຳ​ສັນ​ຍາ​ສຳ​ລັບ​ການ​ເປັນ​ຄົນ​ມັກ​ສະ​ຫງົບ​ແມ່ນ ທ່ານ​ຈະ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ເພື່ອນ​ຕະ​ຫລອດ​ເວ​ລາ ແລະ ພອນ​ຈະ​ຫລັ່ງ​ໄຫລ​ມາ​ສູ່​ທ່ານ “ປາດ​ສະ​ຈາກ​ການ​ບັງ​ຄັບ” ຕະ​ຫລອດ​ໄປ.21 ຄົນ​ທີ່​ມີ​ລີ້ນ​ທີ່​ແຫລມ​ຄົມ ຫລື ໃຊ້​ຄຳ​ເວົ້າ​ທີ່​ຂາດ​ຄວາມ​ເມດ​ຕາ​ປາ​ນີ ຈະ​ບໍ່​ສາ​ມາດ “ຮ້ອງ​ເພງ​ແຫ່ງ​ຄວາມ​ຮັກ​ທີ່​ໄຖ່” ໄດ້.22

ຂ້າ​ພະ​ເຈົ້າ​ຂໍ​ປິດ​ຈາກ​ບ່ອນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ຕົ້ນ. ມື້​ອື່ນ​ຈະ​ເປັນ​ວັນ​ອີດ​ສະ​ເຕີ, ເປັນ​ເວ​ລາ​ທີ່​ໃຫ້​ຫລັກ​ທຳ​ແຫ່ງ​ຄວາມ​ຊອບ​ທຳ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ “ເອົາ​ຊະ​ນະ”—ເອົາ​ຊະ​ນະ​ການ​ຕໍ່​ຕ້ານ ແລະ ການ​ຂັດ​ແຍ້ງ, ເອົາ​ຊະ​ນະ​ຄວາມ​ສິ້ນ​ຫວັງ ແລະ ການ​ລ່ວງ​ລະ​ເມີດ, ແລະ ໃນ​ທີ່​ສຸດ ເອົາ​ຊະ​ນະ​ຄວາມ​ຕາຍ. ມັນ​ເປັນ​ເວ​ລາ​ໃຫ້​ປະ​ຕິ​ຍານ​ຕົນ​ໃນ​ຄຳ​ເວົ້າ ແລະ ການ​ກະ​ທຳ ວ່າ​ຈະ​ຈົງ​ຮັກ​ພັກ​ດີ​ຕໍ່​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ຈົນ​ໝົດ​ໃຈ, ຜູ້ “[ໄດ້​ທົນ​ກັບ] ຄວາມ​ເຈັບ​ປວດ, ທີ່​ພວກ​ເຮົາ​ສົມ​ຄວນ​ໄດ້​ຮັບ”23 ຊຶ່ງ​ພຣະ​ອົງ​ຕັ້ງ​ພຣະ​ໄທ​ທີ່​ຈະ​ສຳ​ເລັດ​ວຽກ​ງານ​ແຫ່ງ​ຄວາມ​ລອດ​ແທນ​ເຮົາ.

ເຖິງ​ແມ່ນ​ໄດ້​ຖືກ​ທໍ​ລະ​ຍົດ ແລະ ເຈັບ​ປວດ, ຖືກ​ກະ​ທຳ​ຕໍ່​ຢ່າງ​ບໍ່​ຖືກ​ຕ້ອງ ແລະ ໂຫດ​ຮ້າຍ, ແລະ ຮັບ​ເອົາ​ບາບ ແລະ ຄວາມ​ໂສກ​ເສົ້າ​ທັງ​ໝົດ​ຂອງ​ຄອບ​ຄົວ​ມະ​ນຸດ, ແຕ່​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ ກໍ​ຍັງ​ຫລຽວ​ລົງ​ເບິ່ງ​ອະ​ນາ​ຄົດ​ຂອງ​ຄວາມ​ເປັນ​ມະ​ຕະ, ເຫັນ​ເຮົາ​ໃນ​ທ້າຍ​ອາ​ທິດ​ນີ້, ແລະ ໄດ້​ກ່າວ​ວ່າ: “ເຮົາ​ມອບ​ສັນ​ຕິ​ສຸກ​ໄວ້​ກັບ​ພວກ​ເຈົ້າ, ເປັນ​ສັນ​ຕິ​ສຸກ​ຂອງ​ເຮົາ, ທີ່​ເຮົາ​ມອບ​ໃຫ້​ພວກ​ເຈົ້າ: ສັນ​ຕິ​ສຸກ​ທີ່​ເຮົາ​ໃຫ້​ນັ້ນ, ບໍ່​ເໝືອນ​ສັນ​ຕິ​ສຸກ​ທີ່​ໂລກ​ໃຫ້. ຢ່າ​ວຸ້ນ​ວາຍ​ເປັນ​ທຸກ​ໃຈ, ແລະ ຢ່າ​ສູ່​ຢ້ານ.”24 ຂໍ​ໃຫ້​ທ່ານ​ຈົ່ງ​ມີ​ວັນ​ອີດ​ສະ​ເຕີ​ທີ່​ເປັນ​ພອນ, ຊົມ​ຊື່ນ​ຍິນ​ດີ, ແລະ ສັນ​ຕິ​ສຸກ. ມັນ​ເປັນ​ພອນ​ຢ່າງ​ລົ້ນ​ເຫລືອ​ທີ່​ອົງ​ສັນ​ຕິ​ລາດ​ໄດ້​ຈ່າຍ​ຄ່າ​ແທນ​ເຮົາ, ຜູ້​ຊຶ່ງ​ຂ້າ​ພະ​ເຈົ້າ​ຮັກ​ສຸດ​ຫົວ​ໃຈ, ສາດ​ສະ​ໜາ​ຈັກ​ນີ້​ເປັນ​ຂອງ​ພຣະ​ອົງ, ແລະ ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຢ່າງ​ຊັດ​ເຈນ​ເຖິງ​ພຣະ​ອົງ, ແມ່ນ​ແຕ່​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ອາ​ແມນ.