ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເຈົ້າ​ຈະ​ເປັນ​ອິດ​ສະ​ລະ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ເຈົ້າ​ຈະ​ເປັນ​ອິດ​ສະ​ລະ

ພຣະ​ເຢ​ຊູ​ຄຣິດ​ແມ່ນ​ຄວາມ​ສະ​ຫວ່າງ​ທີ່​ເຮົາ​ຄວນ​ຍົກ​ຂຶ້ນ ແມ່ນ​ແຕ່​ໃນ​ທ່າມ​ກາງ​ຊ່ວງ​ເວ​ລາ​ທີ່​ມືດ​ມົນ​ໃນ​ຊີ​ວິດ​ມະ​ຕະ​ຂອງ​ເຮົາ​ກໍ​ຕາມ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ຫລາຍ ສໍາ​ລັບ​ສິດ​ທິ​ພິ​ເສດ​ທີ່​ໄດ້​ກ່າວ​ກັບ​ທ່ານ​ຈາກ​ອາ​ຟຣິ​ກາ. ເປັນ​ພອນ​ຢ່າງ​ຍິ່ງ​ທີ່​ມີ​ເທັກ​ໂນ​ໂລ​ຈີ​ໃນ​ປະ​ຈຸ​ບັນ ແລະ ທີ່​ໄດ້​ໃຊ້​ມັນ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ທີ່​ສຸດ ເພື່ອ​ເອື້ອມ​ອອກ​ຫາ​ທ່ານ ບໍ່​ວ່າ​ທ່ານ​ຈະ​ຢູ່​ທີ່​ໃດ​ກໍ​ຕາມ.

ໃນ​ເດືອນ​ກັນ​ຍາ ປີ 2019, ຂະ​ນະ​ທີ່​ຮັບ​ໃຊ້​ເປັນ​ຜູ້​ນໍາ​ເຜີຍ​ແຜ່​ເຂດ​ແມ​ຣີ​ແລນ ບາວ​ຕິ​ມໍ, ຊິດ​ສະ​ເຕີ ມາ​ທຸມ​ໂບ ແລະ ຂ້າ​ພະ​ເຈົ້າ ໄດ້​ຮັບ​ສິດ​ທິ​ພິ​ເສດ​ໃນ​ການ​ໄປ​ຢ້ຽມ​ຢາມ​ສະ​ຖານ​ທີ່​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ເມືອງ​ພາ​ໄມ​ຣາ, ລັດ​ນິວ​ຢອກ, ໃນ​ລະ​ຫວ່າງ​ທີ່​ໄປ​ຮ່ວມ​ການ​ສໍາ​ມະ​ນາ​ຂອງ​ກຸ່ມ​ຜູ້​ນໍາ​ເຜີຍ​ແຜ່. ພວກ​ເຮົາ​ໄດ້​ຈົບ​ການ​ຢ້ຽມ​ຢາມ​ຂອງ​ພວກ​ເຮົາ​ໃນ​ປ່າ​ສັກ​ສິດ. ຈຸດ​ປະ​ສົງ​ຂອງ​ພວກ​ເຮົາ​ໃນ​ການ​ໄປ​ຢ້ຽມ​ຢາມ​ປ່າ​ສັກ​ສິດ​ນັ້ນ ບໍ່​ແມ່ນ​ເພື່ອ​ຮັບ​ການ​ສະ​ແດງ​ໃຫ້​ປະ​ຈັກ ຫລື ພາບ​ນິ​ມິດ​ພິ​ເສດ, ແຕ່​ພວກ​ເຮົາ​ໄດ້​ຮູ້​ສຶກ​ເຖິງ​ການ​ປະ​ທັບ​ຢູ່​ຂອງ​ພຣະ​ເຈົ້າ​ໃນ​ສະ​ຖານ​ທີ່​ສັກ​ສິດ​ແຫ່ງ​ນີ້. ໃຈ​ຂອງ​ພວກ​ເຮົາ​ເຕັມ​ປ່ຽມ​ໄປ​ດ້ວຍ​ຄວາມ​ກະ​ຕັນ​ຍູ​ຕໍ່​ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ.

ໃນ​ລະ​ຫວ່າງ​ທາງ​ກັບ, ຊິດ​ສະ​ເຕີ ມາ​ທຸມ​ໂບ ໄດ້​ສັງ​ເກດ​ເຫັນ​ວ່າ ຂ້າ​ພະ​ເຈົ້າ​ຍິ້ມ​ກວ້າງ​ຂະ​ນະ​ທີ່​ກຳ​ລັງ​ຂັບ​ລົດ​ຢູ່, ດັ່ງ​ນັ້ນ ລາວ​ຈຶ່ງ​ຖາມ​ວ່າ, “ແມ່ນ​ຫຍັງ​ຄື​ເຫດ​ຜົນ​ທີ່​ເຮັດ​ໃຫ້​ເຈົ້າ​ຕື່ນ​ເຕັ້ນ?”

ຂ້າ​ພະ​ເຈົ້າ​ຕອບ​ວ່າ, “ນາ​ຕາ​ລີ​ທີ່​ຮັກ, ຄວາມ​ຈິງ​ຈະ​ເອົາ​ຊະ​ນະ​ຄວາມ​ຜິດ​ພາດ​​ສະ​ເໝີ, ແລະ ຄວາມ​ມືດ​ຈະ​ບໍ່​ສືບ​ຕໍ່​ມີ​ໃນ​ແຜ່ນ​ດິນ​ໂລກ ຍ້ອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ຖືກ​ຟື້ນ​ຟູ.”

ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ເຢ​ຊູ​ຄຣິດ​ໄດ້​ຢ້ຽມ​ຢາມ​ຊາຍ​ໜຸ່ມ​ໂຈ​ເຊັບ ສະ​ມິດ ເພື່ອ​ນໍາ​ສິ່ງ​ທີ່​ຖືກ​ເຊື່ອງ​ຊ້ອນ​ໄວ້​ອອກ​ມາ​ສູ່​ແສງ​ສະ​ຫວ່າງ, ເພື່ອ​ວ່າ​ພວກ​ເຮົາ​ຈະ​ສາ​ມາດ​ຮັບ “ຄວາມ​ຮູ້​ເຖິງ​ສິ່ງ​ທີ່​ເປັນ​ຢູ່, … ດັ່ງ​ທີ່​ໄດ້​ເປັນ​ມາ, ແລະ ດັ່ງ​ທີ່ [ຈະ​ເປັນ]” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:24).

ຫລັງ​ຈາກ​ຫລາຍ​ກວ່າ 200 ປີ, ຫລາຍ​ຄົນ​ຍັງ​ສະ​ແຫວງ​ຫາ​ຄວາມ​ຈິງ​ຢູ່ ເພາະ​ເຂົາ​ເຈົ້າ​ຕ້ອງ​ການ​ທີ່​ຈະ​ເປັນ​ອິດ​ສະ​ລະ​ຈາກ​ປະ​ເພ​ນີ​ຕ່າງໆ ແລະ ຄຳ​ຕົວະ​ທີ່​ສັດ​ຕູ​ໄດ້​ເຜີຍ​ແຜ່​ອອກ​ໄປ​ຕະ​ຫລອດ​ທົ່ວ​ໂລກ. ມີ​ຫລາຍ​ຄົນ​ທີ່ “ຕາ​ບອດ​ໂດຍ​ກົນ​ອຸ​ບາຍ​ທີ່​ລີ້​ລັບ​ຂອງ​ມະ​ນຸດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 123:12). ໃນ​ສານ​ຂອງ​ເພິ່ນ​ເຖິງ​ຊາວ​ເອ​ເຟ​ໂຊ, ໂປ​ໂລ​ໄດ້​ສິດ​ສອນ​ວ່າ, “ຄົນ​ທີ່​ນອນ​ຫລັບ​ເອີຍ, ຈົ່ງ​ຕື່ນ​ຂຶ້ນ​ເຖີດ, ຈົ່ງ​ຟື້ນ​ຂຶ້ນ​ມາ​ຈາກ​ຄວາມ​ຕາຍ ແລະ ພຣະ​ຄຣິດ​ຈະ​ສ່ອງ​ສະ​ຫວ່າງ​ໃສ່​ເຈົ້າ” (ເອ​ເຟ​ໂຊ 5:14). ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສັນ​ຍາ​ວ່າ ພຣະ​ອົງ​ຈະ​ເປັນ​ແສງ​ສະ​ຫວ່າງ​ໃຫ້​ແກ່​ທຸກ​ຄົນ​ທີ່​ໄດ້​ຍິນ​ພຣະ​ຄໍາ​ຂອງ​ພຣະ​ອົງ (ເບິ່ງ 2 ນີ​ໄຟ 10:14).

ສາມ​ສິບ​ຫ້າ​ປີ​ກ່ອນ, ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຕາ​ບອດ ແລະ ໄດ້​ພະ​ຍາ​ຍາມ​ສະ​ແຫວງ​ຫາ​ທີ່​ຈະ​ຮູ້​ເຖິງ​ຄວາມ​ຈິງ ແລະ ໄດ້​ກັງ​ວົນ​ວ່າ​ຄວນ​ຈະ​ຫັນ​ໄປ​ທາງ​ໃດ​ເພື່ອ​ທີ່​ຈະ​ພົບ​ມັນ. ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ທັງ​ສອງ​ຄົນ​ເກີດ​ຢູ່​ໃນ​ໝູ່​ບ້ານ, ບ່ອນ​ທີ່​ປະ​ເພ​ນີ​ຕ່າງໆ​ໄດ້​ຢັ່ງ​ຮາກ​ລົງ​ໃນ​ຊີ​ວິດ​ຂອງ​ທຸກ​ຄົນ ແລະ ທຸກ​ຄອບ​ຄົວ. ພວກ​ເພິ່ນ​ທັງ​ສອງ​ໄດ້​ອອກ​ຈາກ​ໝູ່​ບ້ານ​ຂອງ​ພວກ​ເພິ່ນ​ຕອນ​ທີ່​ພວກ​ເພິ່ນ​ຍັງ​ໜຸ່ມ ແລະ ໄດ້​ເຂົ້າ​ມາ​ຢູ່​ໃນ​ເມືອງ, ເພື່ອ​ຊອກ​ຫາ​ຊີ​ວິດ​ທີ່​ດີ​ກວ່າ.

ພວກ​ເພິ່ນ​ໄດ້​ແຕ່ງ​ງານ ແລະ ໄດ້​ສ້າງ​ຄອບ​ຄົວ​ຂອງ​ພວກ​ເພິ່ນ​ໃນ​ວິ​ທີ​ທີ່​ລຽບ​ງ່າຍ​ທີ່​ສຸດ. ພວກ​ເຮົາ​ມີ​ກັນ​ຢູ່​ເກືອບ​ແປດ​ຄົນ​ໃນ​ເຮືອນ​ຫລັງ​ນ້ອຍໆ—ມີ​ພໍ່​ແມ່, ເອື້ອຍ​ນ້ອງ​ສອງ​ຄົນ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ, ແລະ ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ຄົນ​ໜຶ່ງ​ທີ່​ເຄີຍ​ຢູ່​ກັບ​ພວກ​ເຮົາ. ຂ້າ​ພະ​ເຈົ້າ​ສົງ​ໄສ​ວ່າ​ພວກ​ເຮົາ​ເປັນ​ຄອບ​ຄົວ​ດຽວ​ກັນ​ແທ້ໆ​ຫລື​ບໍ່, ເພາະ​ພວກ​ເຮົາ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ກິນ​ເຂົ້າ​ແລງ​ຢູ່​ໂຕະ​ດຽວ​ກັນ​ກັບ​ພໍ່​ແມ່​ຂອງ​ພວກ​ເຮົາ. ເມື່ອ​ພໍ່​ຂອງ​ພວກ​ເຮົາ​ກັບ​ມາ​ແຕ່​ວຽກ, ທັນ​ທີ​ທີ່​ເພິ່ນ​ເຂົ້າ​ເຮືອນ​ມາ, ພວກ​ເຮົາ​ຈະ​ຖືກ​ບອກ​ໃຫ້​ອອກ​ໄປ​ທາງ​ນອກ. ກາງ​ຄືນ​ຂອງ​ພວກ​ເຮົາ​ແມ່ນ​ສັ້ນ​ຫລາຍ, ເພາະ​ພວກ​ເຮົາ​ບໍ່​ສາ​ມາດ​ນອນ​ຫລັບ​ໄດ້ ຍ້ອນ​ການ​ຂາດ​ຄວາມ​ປອງ​ດອງ ແລະ ຄວາມ​ຮັກ​ແທ້​ໃນ​ການ​ແຕ່ງ​ງານ​ຂອງ​ພໍ່​ແມ່​ຂອງ​ພວກ​ເຮົາ. ບ້ານ​ຂອງ​ພວກ​ເຮົາ​ບໍ່​ແມ່ນ​ພຽງ​ແຕ່​ນ້ອຍ​ເທົ່າ​ນັ້ນ, ແຕ່​ມັນ​ຍັງ​ມືດ​ມົນ​ນໍາ​ອີກ. ກ່ອນ​ໄດ້​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ, ພວກ​ເຮົາ​ໄດ້​ໄປ​ໂບດ​ບ່ອນ​ໜຶ່ງ​ທຸກໆ​ວັນ​ອາ​ທິດ. ເປັນ​ສິ່ງ​ທີ່​ແນ່​ຊັດ​ວ່າ ພໍ່​ແມ່​ຂອງ​ພວກ​ເຮົາ​ກຳ​ລັງ​ຊອກ​ຫາ​ບາງ​ສິ່ງ​ທີ່​ໂລກ​ນີ້​ບໍ່​ສາ​ມາດ​ຈັດ​ຫາ​ໃຫ້​ໄດ້.

ສິ່ງ​ນີ້​ໄດ້​ສືບ​ຕໍ່​ຈົນ​ກວ່າ​ພວກ​ເຮົາ​ໄດ້​ພົບ​ກັບ​ແອວ​ເດີ ແລະ ຊິດ​ສະ​ເຕີ ຮັດ​ຊິງ, ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ​ຄູ່​ທໍາ​ອິດ​ທີ່​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ໃນ​ປະ​ເທດ​ຊາ​ເອຍ (ຊຶ່ງ​ເປັນ​ທີ່​ຮູ້​ກັນ​ໃນ​ປະ​ຈຸ​ບັນ​ວ່າ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຄອງ​ໂກ ຫລື ຄອງ​ໂກ-ຄິນ​ຊາ​ຊາ). ເມື່ອ​ພວກ​ເຮົາ​ເລີ່ມ​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ດີ​ເລີດ​ເຫລົ່າ​ນີ້, ຜູ້​ທີ່​ເປັນ​ເໝືອນ​ດັ່ງ​ທູດ​ສະ​ຫວັນ​ທີ່​ມາ​ຈາກ​ພຣະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ວ່າ ບາງ​ສິ່ງ​​ໄດ້​ເລີ່ມ​ຕົ້ນ​ປ່ຽນ​ແປງ​ໃນ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ. ຫລັງ​ຈາກ​ການ​ຮັບ​ບັບ​ຕິ​ສະ​ມາ​ຂອງ​ພວກ​ເຮົາ, ພວກ​ເຮົາ​ກໍ​ເລີ່ມ​ຕົ້ນ​ວິ​ຖີ​ຊີ​ວິດ​ໃໝ່ ຍ້ອນ​ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຖືກ​ຟື້ນ​ຟູ. ພຣະ​ຄໍາ​ຂອງ​ພຣະ​ຄຣິດ​ໄດ້​ເລີ່ມ​ຂະ​ຫຍາຍ​ຈິດ​ວິນ​ຍານ​ຂອງ​ພວກ​ເຮົາ. ພຣະ​ຄຳ​ເຫລົ່າ​ນັ້ນ​ໄດ້​ເລີ່ມ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ແກ່​ຄວາມ​ເຂົ້າ​ໃຈ​ຂອງ​ພວກ​ເຮົາ ແລະ ໄດ້​ເລີ່ມ​ມີ​ລົດ​ຊາດ​ທີ່​ແຊບ​ສໍາ​ລັບ​ພວກ​ເຮົາ, ດັ່ງ​ທີ່​ຄວາມ​ຈິງ​ທີ່​ພວກ​ເຮົາ​ໄດ້​ຮັບ ໄດ້​ເປັນ​ທີ່​ເບິ່ງ​ເຫັນ​ໄດ້ ແລະ ພວກ​ເຮົາ​ສາ​ມາດ​ເຫັນ​ແສງ​ສະ​ຫວ່າງ, ແລະ ແສງ​ສະ​ຫວ່າງ​ນີ້​ກໍ​ສະ​ຫວ່າງ​ຂຶ້ນ​ເລື້ອຍໆ​ໃນ​ທຸກໆ​ມື້.

ການ​ເຂົ້າ​ໃຈ​ກ່ຽວ​ກັບ ເປັນ​ຫຍັງ ຂອງ​ພຣະ​ກິດ​ຕິ​ຄຸນ​ນີ້ ໄດ້​ຊ່ວຍ​ໃຫ້​ພວກ​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ. ຂະ​ໜາດ​ຂອງ​ເຮືອນ​ພວກ​ເຮົາ​ບໍ່​ໄດ້​ປ່ຽນ​ແປງ; ທັງ​ສະ​ພາບ​ທາງ​ສັງ​ຄົມ​ຂອງ​ພວກ​ເຮົາ​ກໍ​ບໍ່​ໄດ້​ປ່ຽນ​ແປງ​ເຊັ່ນ​ກັນ. ແຕ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ເຖິງ​ການ​ປ່ຽນ​ແປງ​ໃນ​ຈິດ​ໃຈ​ຂອງ​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ ໃນ​ຂະ​ນະ​ທີ່​ພວກ​ເຮົາ​ອະ​ທິ​ຖານ​ໃນ​ທຸກໆ​ມື້, ເຊົ້າ ແລະ ແລງ. ພວກ​ເຮົາ​ໄດ້​ສຶກ​ສາ​ພຣະ​ຄໍາ​ພີ​ມໍ​ມອນ; ພວກ​ເຮົາ​ໄດ້​ຈັດ​ການ​ສັງ​ສັນ​ໃນ​ຄອບ​ຄົວ; ພວກ​ເຮົາ​ໄດ້​ກາຍ​ເປັນ​ຄອບ​ຄົວ​ດຽວ​ກັນ​ແທ້ໆ. ທຸກໆ​ວັນ​ອາ​ທິດ ພວກ​ເຮົາ​ໄດ້​ຕື່ນ​ນອນ​ຕອນ 6 ໂມງ​ເຊົ້າ ເພື່ອ​ກຽມ​ຕົວ​ໄປ​ໂບດ, ແລະ ພວກ​ເຮົາ​ໄດ້​ເດີນ​ທາງ​ເປັນ​ເວ​ລາ​ຫລາຍ​ຊົ່ວ​ໂມງ ເພື່ອ​ໄປ​ຮ່ວມ​ການ​ປະ​ຊຸມ​ໂບດ​ທຸກໆ​ອາ​ທິດ​ໂດຍ​ທີ່​ບໍ່​ຈົ່ມ. ນັ້ນ​ເປັນ​ປະ​ສົບ​ການ​ທີ່​ງົດ​ງາມ​ທີ່​ໄດ້​ເຫັນ. ພວກ​ເຮົາ, ຜູ້​ທີ່​ເຄີຍ​ຍ່າງ​ຢູ່​ໃນ​ຄວາມ​ມືດ​ໃນ​ເມື່ອ​ກ່ອນ, ໄດ້​ຂັບ​ໄລ່​ຄວາມ​ມືດ​ອອກ​ໄປ​ຈາກ​ທ່າມ​ກາງ​ພວກ​ເຮົາ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:25) ແລະ ໄດ້​ເຫັນ “ແສງ​ສະ​ຫວ່າງ​ຢ່າງ​ໃຫຍ່​ຫລວງ” (2 ນີ​ໄຟ 19:2).

ຂ້າ​ພະ​ເຈົ້າ​ຈື່​ມື້​ໜຶ່ງ​ໄດ້ ຕອນ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ຢາກ​ຕື່ນ​ແຕ່​ເຊົ້າໆ​ເພື່ອ​ການ​ອະ​ທິ​ຖານ​ເປັນ​ຄອບ​ຄົວ​ຂອງ​ພວກ​ເຮົາ, ຂ້າ​ພະ​ເຈົ້າ​ໄດ້​ຈົ່ມ​ໃຫ້​ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ຟັງ​ວ່າ, “ພວກ​ເຮົາ​ບໍ່​ມີ​ອັນ​ອື່ນ​ເຮັດ​ບໍ​ໃນ​ບ້ານ​ຫລັງ​ນີ້, ມີ​ແຕ່​ອະ​ທິ​ຖານ, ອະ​ທິ​ຖານ, ອະ​ທິ​ຖານ​ເທົ່າ​ນັ້ນ.” ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຄໍາ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຈື່​ປະ​ຕິ​ກິ​ລິ​ຍາ​ຂອງ​ເພິ່ນ​ໄດ້ ຂະ​ນະ​ທີ່​ເພິ່ນ​ສິດ​ສອນ​ຂ້າ​ພະ​ເຈົ້າ​ດ້ວຍ​ຄວາມ​ຮັກ ແຕ່​ມີ​ຄວາມ​ໜັກ​ແໜ້ນ​ວ່າ, “ຕາບ​ໃດ​ທີ່​ເຈົ້າ​ຍັງ​ຢູ່​ບ້ານ​ຫລັງ​ນີ້, ເຈົ້າ​ຈະ​ຕ້ອງ​ອະ​ທິ​ຖານ, ອະ​ທິ​ຖານ, ອະ​ທິ​ຖານ.”

ຄໍາ​ເວົ້າ​ຂອງ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ດັງ​ຢູ່​ໃນ​ຫູ​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ທຸກ​ມື້. ທ່ານ​ຄິດ​ວ່າ​ທຸກ​ມື້​ນີ້ ຊິດ​ສະ​ເຕີ ມາ​ທຸມ​ໂບ ກັບ​ຂ້າ​ພະ​ເຈົ້າ​ເຮັດ​ຫຍັງ​ກັບ​ລູກໆ​ຂອງ​ພວກ​ເຮົາ? ພວກ​ເຮົາ​ອະ​ທິ​ຖານ, ອະ​ທິ​ຖານ, ແລະ ອະ​ທິ​ຖານ. ນີ້​ຄື​ມໍ​ລະ​ດົກ​ຂອງ​ພວກ​ເຮົາ.

ຊາຍ​ຄົນ​ໜຶ່ງ​ທີ່​ເກີດ​ມາ​ຕາ​ບອດ ແລະ ໄດ້​ຖືກ​ປິ່ນ​ປົວ​ໂດຍ​ພຣະ​ເຢ​ຊູ​ຄຣິດ, ຫລັງ​ຈາກ​ທີ່​ໄດ້​ຖືກ​ກົດ​ດັນ​ໂດຍ​ເພື່ອນ​ບ້ານ​ຂອງ​ລາວ ແລະ ພວກ​ຟາ​ຣີ​ຊາຍ, ລາວ​ໄດ້​ເວົ້າ​ວ່າ:

“ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ເຢ​ຊູ ໄດ້​ເຮັດ​ຂີ້​ຕົມ​ທາ​ໃສ່​ຕາ​ຂອງ​ຂ້ອຍ, ແລ້ວ​ເພິ່ນ​ບອກ​ຂ້ອຍ​ໃຫ້​ໄປ​ລ້າງ​ທີ່​ສະ​ນໍ້າ​ຊີ​ໂລ​ອາມ. ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ໄປ​ລ້າງ ແລ້ວ​ຂ້ອຍ​ກໍ​ເລີຍ​ເຫັນ​ຮຸ່ງ​ໄດ້. …

“… ຂ້າ​ນ້ອຍ​ຮູ້​ພຽງ​ແຕ່​ວ່າ ເມື່ອ​ກ່ອນ​ນັ້ນ​ຂ້າ​ນ້ອຍ​ຕາ​ບອດ ແລະ ດຽວ​ນີ້​ໄດ້​ເຫັນ​ຮຸ່ງ​ແລ້ວ” (ໂຢ​ຮັນ 9:11, 25).

ພວກ​ເຮົາ​ກໍ​ເຄີຍ​ຕາ​ບອດ ແລະ ດຽວ​ນີ້​ໄດ້​ເຫັນ​ຮຸ່ງ​ແລ້ວ. ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ ໄດ້​ມີ​ຜົນ​ກະ​ທົບ​ຕໍ່​ຄອບ​ຄົວ​ຂອງ​ພວກ​ເຮົາ​ຕັ້ງ​ແຕ່​ເວ​ລາ​ນັ້ນ​ມາ. ການ​ທີ່​ເຂົ້າ​ໃຈ ເປັນ​ຫຍັງ ຂອງ​ພຣະ​ກິດ​ຕິ​ຄຸນ ໄດ້​ອວຍ​ພອນ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ມາ​ແລ້ວ​ສາມ​ລຸ້ນ ແລະ ຈະ​ສືບ​ຕໍ່​ອວຍ​ພອນ​ຫລາຍໆ​ລຸ້ນ​ຕໍ່​ໄປ​ອີກ.

ພຣະ​ເຢ​ຊູ​ຄຣິດ​ເປັນ​ຄວາມ​ສະ​ຫວ່າງ​ທີ່​ສ່ອງ​ແສງ​ໃນ​ຄວາມ​ມືດ. ຜູ້​ທີ່​ຕິດ​ຕາມ​ພຣະ​ອົງ “ຈະ​ມີ​ຄວາມ​ສະ​ຫວ່າງ​ແຫ່ງ​ຊີ​ວິດ ແລະ ຈະ​ບໍ່​ເດີນ​ຢູ່​ໃນ​ຄວາມ​ມືດ​ຈັກ​ເທື່ອ” (ໂຢ​ຮັນ 8:12).

ເປັນ​ເວ​ລາ​ເກືອບ​ປີ ລະ​ຫວ່າງ​ປີ 2016 ແລະ ປີ 2017, ທີ່​ປະ​ຊາ​ຊົນ​ໃນ​ຂົງ​ເຂດ​ຄາ​ຊາຍ ໄດ້​ປະ​ເຊີນ​ໜ້າ​ກັບ​ເຫດ​ການ​ທີ່​ໜ້າ​ໂສກ​ເສົ້າ​ທີ່​ສຸດ. ມັນ​ເປັນ​ຊ່ວງ​ເວ​ລາ​ທີ່​ມືດ​ມົນ​ສໍາ​ລັບ​ຄົນ​ເຫລົ່າ​ນັ້ນ ເນື່ອງ​ຈາກ​ການ​ຂັດ​ແຍ້ງ​ລະ​ຫວ່າງ​ກຸ່ມ​ນັກ​ຮົບ​ພື້ນ​ເມືອງ ແລະ ກອງ​ກຳ​ລັງ​ລັດ​ຖະ​ບານ. ຄວາມ​ຮຸນ​ແຮງ​ໄດ້​ແຜ່​ລາມ​ຈາກ​ເມືອງ​ຕ່າງໆ​ໃນ​ແຂວງ​ຄາ​ຊາຍ​ຕອນ​ກາງ ຈົນ​ເຖິງ​ພາກ​ພື້ນ​ກວ້າງ​ໄກ​ອ້ອມ​ຮອບ​ຂອງ​ແຂວງ​ຄາ​ຊາຍ. ຫລາຍ​ຄົນ​ໄດ້​ໜີ​ຈາກ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ​ເພື່ອ​ຄວາມ​ປອດ​ໄພ ແລະ ໄດ້​ລີ້​ຢູ່​ໃນ​ປ່າ. ພວກ​ເຂົາ​ບໍ່​ມີ​ອາ​ຫານ ຫລື ນ້ຳ ຫລື ສິ່ງ​ໃດ​ເລີຍ, ແລະ ໃນ​ທ່າມ​ກາງ​ພວກ​ເຂົາ​ກໍ​ມີ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໃນ​ເຂດ​ຄາ​ນານ​ກາ. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ບາງ​ຄົນ​ໄດ້​ຖືກ​ຂ້າ​ໂດຍ​ກອງ​ທະ​ຫານ​ອາ​ສາ​ສະ​ໝັກ.

ບຣາ​ເດີ ໂອ​ໂນ​ເຣ ມູ​ລຸມ​ບາ ຈາກ​ຫວອດ​ຍານ​ຊາ ໃນ​ຄາ​ນານ​ກາ ແລະ ຄອບ​ຄົວ​ຂອງ​ລາວ ແມ່ນ​ຢູ່​ໃນ​ກຸ່ມ​ຄົນ​ຈໍາ​ນວນ​ໜ້ອຍ​ໜຶ່ງ​ທີ່​ໄດ້​ຫລົບ​ລີ້​ຢູ່​ໃນ​ເຮືອນ​ຂອງ​ເຂົາ​ເຈົ້າ, ໂດຍ​ທີ່​ບໍ່​ຮູ້​ວ່າ​ຈະ​ໄປ​ໃສ ເພາະ​ຖະ​ໜົນ​ທຸກ​ສາຍ​ໄດ້​ຖືກ​ປ່ຽນ​ເປັນ​ສະ​ໜາມ​ຍິງ​ປືນ. ມື້​ໜຶ່ງ ຜູ້​ຊາຍ​ໃນ​ກອງ​ທະ​ຫານ​ອາ​ສາ​ສະ​ໝັກ​ໃນ​ໝູ່​ບ້ານ​ບາງ​ຄົນ​ໄດ້​ສັງ​ເກດ​ເຫັນ​ບຣາ​ເດີ ມູ​ລຸມ​ບາ ແລະ ຄອບ​ຄົວ​ຂອງ​ລາວ, ເມື່ອ​ຕອນ​ແລງ​ມື້​ໜຶ່ງ​ເຂົາ​ເຈົ້າ​ໄດ້​ອອກ​ໄປ​ນອກ​ເຮືອນ​ເພື່ອ​ຊອກ​ຫາ​ຜັກ​ຢູ່​ສວນ​ຄົວ​ຂອງ​ເຂົາ​ເຈົ້າ​ມາ​ກິນ. ທະ​ຫານ​ອາ​ສາ​ສະ​ໝັກ​ກຸ່ມ​ໜຶ່ງ​ໄດ້​ມາ​ທີ່​ບ້ານ​ຂອງ​ເຂົາ​ເຈົ້າ ແລະ ແລ້ວ​ໄດ້​ດຶງ​ເຂົາ​ເຈົ້າ​ອອກ​ໄປ ແລະ ບອກ​ໃຫ້​ເຂົາ​ເຈົ້າ​ເລືອກ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ປະ​ຕິ​ບັດ​ຕາມ​ກອງ​ທະ​ຫານ​ອາ​ສາ​ສະ​ໝັກ​ຂອງ​ພວກ​ເຂົາ ຖ້າ​ບໍ່​ດັ່ງ​ນັ້ນ​ຈະ​ຕ້ອງ​ຖືກ​ຂ້າ.

ບຣາ​ເດີ ມູ​ລຸມ​ບາ ໄດ້​ບອກ​ພວກ​ເຂົາ​ຢ່າງ​ກ້າ​ຫານ​ວ່າ, “ຂ້ອຍ​ແມ່ນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຄອບ​ຄົວ​ຂອງ​ຂ້ອຍ ແລະ ຂ້ອຍ​ໄດ້​ຮັບ​ເອົາ​ພຣະ​ເຢ​ຊູ​ຄຣິດ ແລະ ມີ​ສັດ​ທາ​ໃນ​ພຣະ​ອົງ. ພວກ​ເຮົາ​ຈະ​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ພວກ​ເຮົາ ແລະ ຍອມ​ຕາຍ.”

ພວກ​ເຂົາ​ບອກ​ເຂົາ​ເຈົ້າ​ວ່າ, “ໃນ​ເມື່ອ​ພວກ​ເຈົ້າ​ເລືອກ​ພຣະ​ເຢ​ຊູ​ຄຣິດ, ຊາກ​ສົບ​ຂອງ​ພວກ​ເຈົ້າ​ຈະ​ຖືກ​ໝາ​ກິນ,” ແລະ ພວກ​ເຂົາ​ສັນ​ຍາ​ວ່າ​ຈະ​ກັບ​ມາ. ແຕ່​ພວກ​ເຂົາ​ກໍ​ບໍ່​ໄດ້​ກັບ​ມາ, ແລະ ຄອບ​ຄົວ​ນັ້ນ​ກໍ​ຢູ່​ເຮືອນ​ຕໍ່​ໄປ​ເປັນ​ເວ​ລາ​ສອງ​ເດືອນ ແລະ ບໍ່​ເຫັນ​ພວກ​ເຂົາ​ອີກ​ເລີຍ. ບຣາ​ເດີ ມູ​ລຸມ​ບາ ແລະ ຄອບ​ຄົວ​ຂອງ​ລາວ​ໄດ້​ຮັກ​ສາ​ໂຄມ​ໄຟ​ແຫ່ງ​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃຫ້​ສະ​ຫວ່າງ. ເຂົາ​ເຈົ້າ​ໄດ້​ຈື່​ຈໍາ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ ແລະ ໄດ້​ຮັບ​ການ​ປົກ​ປ້ອງ.

ພຣະ​ເຢ​ຊູ​ຄຣິດ​ແມ່ນ​ຄວາມ​ສະ​ຫວ່າງ​ທີ່​ເຮົາ​ຄວນ​ຍົກ​ຂຶ້ນ ແມ່ນ​ແຕ່​ໃນ​ທ່າມ​ກາງ​ຊ່ວງ​ເວ​ລາ​ທີ່​ມືດ​ມົນ​ໃນ​ຊີ​ວິດ​ມະ​ຕະ​ຂອງ​ເຮົາ​ກໍ​ຕາມ (ເບິ່ງ 3 ນີ​ໄຟ 18:24). ເມື່ອ​ເຮົາ​ເລືອກ​ທີ່​ຈະ​ຕິດ​ຕາມ​ພຣະ​ຄຣິດ, ເຮົາ​ກໍ​ເລືອກ​ທີ່​ຈະ​ປ່ຽນ​ແປງ​ໃໝ່. ຊາຍ ຫລື ຍິງ​ຄົນ​ໃດ​ທີ່​ປ່ຽນ​ແປງ​ໃໝ່​ເພື່ອ​ພຣະ​ຄຣິດ​ຈະ​ມີ​ພຣະ​ຄຣິດ​ເປັນ​ແມ່​ທັບ, ແລະ ເຮົາ​ຈະ​ຖາມ, ດັ່ງ​ທີ່​ໂປ​ໂລ​ໄດ້​ຖາມ​ວ່າ, “ພຣະ​ອົງ​ເຈົ້າ​ເອີຍ, ພຣະ​ອົງ​ຈະ​ໃຫ້​ຂ້າ​ນ້ອຍ​ເຮັດ​ຫຍັງ?” (ກິດ​ຈະ​ການ 9:6). ເຮົາ​ຈະ “ຕິດ​ຕາມ​ຮອຍ​ພຣະ​ບາດ​ຂອງ​ພຣະ​ອົງ” (1 ເປ​ໂຕ 2:21). ເຮົາ​ຈະ “ດໍາ​ເນີນ​ຊີ​ວິດ​ຕາມ​ທາງ​ທີ່​ພຣະ​ອົງ​ຊົງ​ດໍາ​ເນີນ​ນັ້ນ​ເໝືອນ​ກັນ” (1 ໂຢ​ຮັນ 2:6). (ເບິ່ງ Ezra Taft Benson, “Born of God,” Tambuli, Oct. 1989, 2, 6.)

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ອົງ​ຜູ້​ທີ່​ໄດ້​ສິ້ນ​ພຣະ​ຊົນ, ຖືກ​ຝັງ, ແລະ ເປັນ​ຄືນ​ມາ​ອີກ​ຄັ້ງ​ໃນ​ມື້​ທີ​ສາມ ແລະ ໄດ້​ສະ​ເດັດ​ຂຶ້ນ​ສູ່​ສະ​ຫວັນ ເພື່ອ​ວ່າ​ທ່ານ ແລະ ຂ້າ​ພະ​ເຈົ້າ​ຈະ​ສາ​ມາດ​ຮັບ​ພຣະ​ພອນ​ແຫ່ງ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຄວາມ​ສູງ​ສົ່ງ. ພຣະ​ອົງ​ເປັນ “ຄວາມ​ສະ​ຫວ່າງ, … ຊີ​ວິດ, ແລະ ຄວາມ​ຈິງ” (ອີ​ເທີ 4:12). ພຣະ​ອົງ​ເປັນ​ຢາ​ຕ້ານ​ພິດ ແລະ ເປັນ​ຢາ​ຮັກ​ສາ​ຄວາມ​ສັບ​ສົນ​ຂອງ​ໂລກ. ພຣະ​ອົງ​ເປັນ​ມາດ​ຕະ​ຖານ​ຂອງ​ຄວາມ​ດີ​ເລີດ​ສໍາ​ລັບ​ຄວາມ​ສູງ​ສົ່ງ, ແມ່ນ​ແຕ່​ພຣະ​ເຢ​ຊູ​ຄຣິດ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.