ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເປັນ​ຫຍັງ​ຈຶ່ງ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ເປັນ​ຫຍັງ​ຈຶ່ງ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ

ຄວາມ​ແຕກ​ຕ່າງ​ຂອງ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ແມ່ນ​ສຳ​ຄັນ​ຢ່າງ​ປຽບ​ທຽບ​ກັນ​ບໍ່​ໄດ້ ແລະ ເປັນ​ນິ​ລັນ​ດອນ.

ຕະ​ຫລອດ​ທົ່ວ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເພິ່ນ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສຶກ​ສາ ແລະ ໄດ້​ສິດ​ສອນ​ກ່ຽວ​ກັບ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ກັບ​ລູກໆ​ຂອງ​ພຣະ​ອົງ. ເພິ່ນ​ເອງ​ກໍ​ເປັນ​ຜູ້​ໜຶ່ງ​ຂອງ​ການ​ເປັນ​ຕົວ​ຢ່າງ​ທີ່​ດີ ທີ່​ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ. ໃນ​ຂ່າວ​ສານ​ເທື່ອ​ທຳ​ອິດ​ໃນ​ຖາ​ນະ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ, ປະ​ທານ​ແນວ​ສັນ​ໄດ້​ກ່າວ​ວ່າ:

ຄວາມ​ຕັ້ງ​ໃຈ​ຂອງ​ທ່ານ ທີ່​ຈະ​ເຮັດ​ຕາມ​ພ​ຣະ​ຜູ້​ຊ່ວຍ​ໃຫ້​ລອດ ໂດຍ​ການ​ເຮັດ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ອົງ ແລະ ແລ້ວ​ຮັກ​ສາ​ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້ ຈະ​ເປີດ​ປະ​ຕູ​ຮັບ​ເອົາ​ພອນ​ທຸກ​ປະ​ການ​ທາງ​ວິນ​ຍານ ແລະ ຮັບ​ເອົາ​ສິດ​ທິ​ພິ​ເສດ ທີ່​ມີ​ໃຫ້​ຊາຍ, ຍິງ, ແລະ ເດັກ​ນ້ອຍ ໃນ​ທຸກ​ແຫ່ງ​ຫົນ.

“… ພິ​ທີ​ການ​ຂອງ​ພຣະ​ວິ​ຫານ ແລະ ພັນ​ທະ​ສັນ​ຍາ ທີ່​ທ່ານ​ໄດ້​ເຮັດ​ຢູ່​ໃນ​ນັ້ນ ເປັນ​ສິ່ງ​ສຳ​ຄັນ​ຕໍ່​ຄວາມ​ເຂັ້ມ​ແຂງ​ຂອງ​ຊີ​ວິດ​ທ່ານ, ຕໍ່​ການ​ແຕ່ງ​ງານ ແລະ ຄອບ​ຄົວ​ຂອງ​ທ່ານ, ແລະ ຕໍ່​ຄວາມ​ສາ​ມາດ​ທີ່​ຈະ​ປະ​ເຊີນ​ກັບ​ການ​ໂຈມ​ຕີ​ຂອງ​ຜູ້​ປໍ​ລະ​ປັກ. ການ​ນະ​ມັດ​ສະ​ການ​ຂອງ​ທ່ານ ໃນ​ພຣະ​ວິ​ຫານ ແລະ ການ​ຮັບ​ໃຊ້​ຂອງ​ທ່ານ​ຢູ່​ໃນ​ນັ້ນ ສຳ​ລັບ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານ ຈະ​ເພີ່ມ​ການ​ເປີດ​ເຜີຍ​ສ່ວນ​ຕົວ ແລະ ຄວາມ​ສະ​ຫງົບ​ໃຫ້​ທ່ານ ແລະ ຈະ​ປົກ​ປ້ອງ​ຄວາມ​ຕັ້ງ​ໃຈ​ຂອງ​ທ່ານ ທີ່​ຈະ​ຍຶດ​ໝັ້ນ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ທ່ານ.”1

ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຄື​ຫຍັງ? ມັນ​ຄື​ເສັ້ນ​ທາງ​ສາຍ​ໜຶ່ງ​ທີ່​ນຳ​ໄປ​ສູ່​ອາ​ນາ​ຈັກ​ຊັ້ນ​ສູງ​ຂອງ​ພຣະ​ເຈົ້າ. ເຮົາ​ເລີ່ມ​ຕົ້ນ​ໃນ​ເສັ້ນ​ທາງ​ຈາກ​ປະ​ຕູ​ແຫ່ງ​ການ​ບັບ​ຕິ​ສະ​ມາ ແລະ ແລ້ວ “ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ໃນ​ພຣະ​ຄຣິດ, ໂດຍ​ມີ​ຄວາມ​ສະ​ຫວ່າງ​ຢ່າງ​ບໍ​ລິ​ບູນ ແລະ ຄວາມ​ຫວັງ ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ຂອງ​ມະ​ນຸດ​ທັງ​ປວງ [ພຣະ​ບັນ​ຍັດ​ສອງ​ຂໍ້​ຕົ້ນ] … ຈົນ​ເຖິງ​ທີ່​ສຸດ.”2 ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ (ຊຶ່ງ, ຕາມ​ຈິງ​ແລ້ວ, ຍາວ​ຜ່ານ​ກາຍ​ຊ່ວງ​ມະ​ຕະ), ເຮົາ​ໄດ້​ຮັບ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ທັງ​ໝົດ ທີ່​ກ່ຽວ​ກັບ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ.

ຄຳ​ໝັ້ນ​ສັນ​ຍາ​ແຫ່ງ​ພັນ​ທະ​ສັນ​ຍາ​ທັງ​ໝົດ​ຂອງ​ເຮົາ​ແມ່ນ​ທີ່​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ “ແລະ ເພື່ອ​ຈະ​ໄດ້​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ໃນ​ທຸກ​ເລື່ອງ​ທີ່​ພຣະ​ອົງ​ຈະ​ບັນ​ຊາ​ພວກ​ເຮົາ.”3 ການ​ເຮັດ​ຕາມ​ຫລັກ​ທຳ ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃນ​ແຕ່​ລະ​ວັນ ເປັນ​ເສັ້ນ​ທາງ​ທີ່​ມີ​ຄວາມ​ສຸກ ແລະ ໜ້າ​ເພິ່ງ​ພໍ​ໃຈ​ຫລາຍ​ທີ່​ສຸດ​ໃນ​ຊີ​ວິດ. ເພາະ​ຢ່າງ​ໜຶ່ງ, ບຸກ​ຄົນ​ຈະ​ຫລີກ​ເວັ້ນ​ຈາກ​ບັນ​ຫາ ແລະ ການ​ກິນ​ແໜງ​ຫລາຍ​ຢ່າງ. ຂ້າ​ພະ​ເຈົ້າ​ຂໍ​ອະ​ນຸ​ຍາດ​ໃຊ້​ການ​ຫລິ້ນ​ກິ​ລາ​ເປັນ​ການ​ປຽບ​ທຽບ. ໃນ​ການ​ຫລິ້ນ​ເທນ​ນິດ, ມີ​ບາງ​ສິ່ງ​ທີ່​ເອີ້ນ​ວ່າ ຄວາມ​ຜິດ​ທີ່​ບໍ່​ໄດ້​ຖືກ​ບັງ​ຄັບ. ມັນ​ມີ​ການ​ຕີ​ໝາກ​ບານ​ໃສ່​ຕາ​ໜ່າງ ຫລື ເຮັດ​ຄວາມ​ຜິດ​ສອງ​ເທື່ອ​ຕອນ​ເສີບ​ໝາກ​ບານ. ຄວາມ​ຜິດ​ທີ່​ບໍ່​ໄດ້​ຖືກ​ບັງ​ຄັບ​ແມ່ນ​ເກີດ​ຈາກ​ຄວາມ​ຜິດ​ພາດ​ຂອງ​ຜູ້​ຫລິ້ນ ແທນ​ທີ່​ຈະ​ເກີດ​ຈາກ​ຄວາມ​ຊຳ​ນານ​ຂອງ​ຄູ່​ແຂ່ງ.

ສ່ວນ​ຫລາຍ​ແລ້ວ​ບັນ​ຫາ​ຂອງ​ເຮົາ ຫລື ການ​ທ້າ​ທາຍ​ແມ່ນ​ເກີດ​ຈາກ​ຕົວ​ເຮົາ​ເອງ, ຜົນ​ຂອງ​ການ​ເລືອກ​ບໍ່​ດີ, ຫລື, ເຮົາ​ສາ​ມາດ​ເວົ້າ​ໄດ້​ວ່າ, ມັນ​ເປັນ “ຄວາມ​ຜິດ​ທີ່​ບໍ່​ໄດ້​ຖືກ​ບັງ​ຄັບ.” ເມື່ອ​ເຮົາ​ສະ​ແຫວງ​ຫາ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຢ່າງ​ພາກ​ພຽນ, ເຮົາ​ຈະ​ຫລີກ​ເວັ້ນ​ຈາກ “ຄວາມ​ຜິດ​ທີ່​ບໍ່​ໄດ້​ຖືກ​ບັງ​ຄັບ” ແບບ​ທຳ​ມະ​ຊາດ. ເຮົາ​ຈະ​ຍ່າງ​ກາຍ​ການ​ຕິດ​ແສດ​ຕ່າງໆ​ນາໆ. ເຮົາ​ຈະ​ບໍ່​ຕົກ​ລົງ​ຂຸມ​ຂອງ​ການ​ກະ​ທຳ​ທີ່​ບໍ່​ຊື່​ສັດ. ເຮົາ​ຈະ​ຜ່ານ​ຂ້າມ​ຄວາມ​ເລິກ​ຂອງ​ການ​ຜິດ​ສິນ​ທຳ ແລະ ການ​ນອກ​ໃຈ. ເຮົາ​ຈະ​ເວັ້ນ​ຈາກ​ຜູ້​ຄົນ ແລະ ສິ່ງ​ທີ່, ເຖິງ​ແມ່ນ​ເປັນ​ທີ່​ນິ​ຍົມ, ຈະ​ທຳ​ຮ້າຍ​ຄວາມ​ຜາ​ສຸກ​ທາງ​ຮ່າງ​ກາຍ ແລະ ທາງ​ວິນ​ຍານ​ຂອງ​ເຮົາ. ເຮົາ​ຈະ​ຫລີກ​ລ້ຽງ​ຈາກ​ການ​ເລືອກ​ທີ່​ເປັນ​ໄພ ຫລື ເອົາ​ປຽບ​ຄົນ​ອື່ນ ແລະ ແທນ​ດ້ວຍ​ການ​ຊອກ​ຫາ​ນິ​ໄສ​ຂອງ​ການ​ບັງ​ຄັບ​ຕົນ​ເອງ ແລະ ການ​ຮັບ​ໃຊ້.4

ແອວ​ເດີ ເຈ ໂກນ​ເດັນ ຄິມ​ໂບ ໄດ້​ຖືກ​ລາຍ​ງານ​ວ່າ​ເຄີຍ​ກ່າວ​ດັ່ງ​ນີ້, “ຂ້າ​ພະ​ເຈົ້າ​ອາດ​ບໍ່​ເຄີຍ​ເດີນ​ຢູ່​ໃນ​ເສັ້ນ​ທາງ​ທີ່​ຄັບ ແລະ ແຄບ [ສະ​ເໝີ​ໄປ], ແຕ່​ຂ້າ​ພະ​ເຈົ້າ​ກໍ [ພະ​ຍາ​ຍາມ] ທີ່​ຈະ​ໄປ​ຫາ​ມັນ​ເລື້ອຍໆ​ເທົ່າ​ທີ່​ຈະ [ເປັນ​ໄປ​ໄດ້].”5 ໃນ​ຊ່ວງ​ເວ​ລາ​ທີ່​ຈິງ​ຈັງ​ກວ່າ​ນີ້, ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ ບຣາ​ເດີ ຄິມ​ໂບ ຈະ​ຕ້ອງ​ເຫັນ​ດ້ວຍ​ກັບ​ການ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ບໍ່​ພຽງ​ແຕ່​ໄປ​ຫາ​ມັນ​ເປັນ​ບາງ​ຄັ້ງ​ເທົ່າ​ນັ້ນ, ຊຶ່ງ​ເປັນ​ຄວາມ​ຫວັງ​ຂອງ​ເຮົາ​ໃນ​ການ​ຫລີກ​ເວັ້ນ​ຈາກ​ຄວາມ​ໂສກ​ເສົ້າ ທີ່​ຫລີກ​ລ້ຽງ​ໄດ້ ແລະ ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ຈັດ​ການ​ກັບ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ຊີ​ວິດ ທີ່​ຫລີກ​ລ້ຽງ​ບໍ່​ໄດ້.

ບາງ​ຄົນ​ອາດ​ເວົ້າ​ວ່າ, “ຂ້ອຍ​ສາ​ມາດ​ເລືອກ​ສິ່ງ​ດີ​ໂດຍ​ທີ່​ບໍ່​ຕ້ອງ​ຮັບ​ບັບ​ຕິ​ສະ​ມາ; ຂ້ອຍ​ບໍ່​ຈຳ​ເປັນ​ຕ້ອງ​ເຮັດ​ພັນ​ທະ​ສັນ​ຍາ ເພື່ອ​ເປັນ​ຄົນ​ຊື່​ສັດ ແລະ ປະ​ສົບ​ຄວາມ​ສຳ​ເລັດ.” ແນ່ນອນ, ມີ​ຫລາຍ​ຄົນ​ທີ່​ບໍ່​ໄດ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ, ປະ​ພຶດ​ຕົນ​ໃນ​ທາງ​ທີ່​ເຮັດ​ແບບ​ການ​ເລືອກ ແລະ ການ​ມີ​ສ່ວນ​ຮ່ວມ​ຂອງ​ຄົນ​ທີ່​ຢູ່​ໃນ​ເສັ້ນ​ທາງ. ທ່ານ​ອາດ​ເວົ້າ​ວ່າ ພວກ​ເຂົາ​ໄດ້​ເກັບ​ກ່ຽວ​ພຣະ​ພອນ​ຈາກ​ການ​ເດີນ​ໄປ​ໃນ​ເສັ້ນ​ທາງ​ທີ່ “ສອດ​ຄ່ອງ​ກັບ​ພັນ​ທະ​ສັນ​ຍາ”. ແລ້ວ, ມັນ​ແຕກ​ຕ່າງ​ແນວ​ໃດ​ກັບ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ?

ຕາມ​ຈິງ​ແລ້ວ, ຄວາມ​ແຕກ​ຕ່າງ​ນັ້ນ​ແມ່ນ​ສຳ​ຄັນ​ຢ່າງ​ປຽບ​ທຽບ​ກັນ​ບໍ່​ໄດ້ ແລະ ເປັນ​ນິ​ລັນ​ດອນ. ຄວາມ​ແຕກ​ຕ່າງ​ລວມ​ທັງ​ລັກ​ສະ​ນະ​ຂອງ​ການ​ເຊື່ອ​ຟັງ​ຂອງ​ເຮົາ, ລັກ​ສະ​ນະ​ຂອງ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ຕໍ່​ເຮົາ, ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ​ທີ່​ເຮົາ​ໄດ້​ຮັບ, ພອນ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ເຕົ້າ​ໂຮມ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ, ແລະ ສຳ​ຄັນ​ທີ່​ສຸດ​ຄື, ມໍ​ລະ​ດົກ​ນິ​ລັນ​ດອນ​ຂອງ​ເຮົາ.

ການ​ເຊື່ອ​ຟັງ​ທີ່​ໄດ້​ສັນ​ຍາ

ທຳ​ອິດ​ແມ່ນ​ລັກ​ສະ​ນະ​ຂອງ​ການ​ເຊື່ອ​ຟັງ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ. ບໍ່​ພຽງ​ແຕ່​ມີ​ເຈດ​ຕະ​ນາ​ດີ​ເທົ່າ​ນັ້ນ, ເຮົາ​ສັນ​ຍາ​ຢ່າງ​ໜັກ​ແໜ້ນ​ວ່າ ຈະ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ຄຳ​ທຸກ​ປະ​ການ​ທີ່​ອອກ​ມາ​ຈາກ​ພຣະ​ໂອດ​ຂອງ​ພຣະ​ເຈົ້າ. ໃນ​ສິ່ງ​ນີ້, ເຮົາ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຜູ້​ຊຶ່ງ, ໂດຍ​ການ​ຮັບ​ບັບ​ຕິ​ສະ​ມາ, “ໄດ້​ສະ​ແດງ​ແກ່​ລູກ​ຫລານ​ມະ​ນຸດ​ວ່າ ຕາມ​ທາງ​ຂອງ​ເນື້ອ​ໜັງ ພຣະ​ອົງ​ຖ່ອມ​ຕົວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ບິ​ດາ, ແລະ ເປັນ​ພະ​ຍານ​ຕໍ່​ພຣະ​ບິ​ດາ​ວ່າ ຈະ​ເຊື່ອ​ຟັງ​ພຣະ​ອົງ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.”6

ດ້ວຍ​ພັນ​ທະ​ສັນ​ຍາ, ເຮົາ​ມີ​ຄວາມ​ຕັ້ງ​ໃຈ​ຫລາຍ​ກວ່າ​ພຽງ​ແຕ່​ຈະ​ຫລີກ​ເວັ້ນ​ຈາກ​ຄວາມ​ຜິດ​ພາດ ຫລື ການ​ເປັນ​ຄົນ​ຮອບ​ຄອບ​ໃນ​ການ​ຕັດ​ສິນ​ໃຈ​ຂອງ​ເຮົາ​ເທົ່າ​ນັ້ນ. ເຮົາ​ຮູ້​ສຶກ​ເຖິງ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ພຣະ​ເຈົ້າ​ສຳ​ລັບ​ການ​ເລືອກ​ຂອງ​ເຮົາ ແລະ ຊີ​ວິດ​ຂອງ​ເຮົາ. ເຮົາ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ. ເຮົາ​ເອົາ​ໃຈ​ໃສ່​ຕໍ່​ພຣະ​ຄຣິດ—ໃນ​ການ​ເປັນ​ຄົນ​ກ້າ​ຫານ​ທີ່​ຈະ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ ແລະ ພັດ​ທະ​ນາ​ຕົນ​ໃນ​ລັກ​ສະ​ນະ​ຂອງ​ພຣະ​ຄຣິດ.

ດ້ວຍ​ພັນ​ທະ​ສັນ​ຍາ, ການ​ເຊື່ອ​ຟັງ​ຕໍ່​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຈະ​ຢັ່ງ​ລົງ​ເລິກ​ໃນ​ຈິດ​ວິນ​ຍານ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ຮູ້​ຈັກ​ສາ​ມີ​ພັນ​ລະ​ຍາ​ຄູ່​ໜຶ່ງ, ຕັ້ງ​ແຕ່​ຕອນ​ເຂົາ​ເຈົ້າ​ແຕ່ງ​ງານ​ກັນ, ພັນ​ລະ​ຍາບໍ່​ເຂັ້ມ​ແຂງ​ໃນ​ສາດ​ສະ​ໜາ​ຈັກ ແລະ ສາ​ມີ​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ຂ້າ​ພະ​ເຈົ້າ​ຈະ​ເອີ້ນ​ເຂົາ​ເຈົ້າ​ວ່າ ນາງ​ແມ​ຣີ ແລະ ຈອນ, ບໍ່​ແມ່ນ​ຊື່​ແທ້​ຂອງ​ເຂົາ​ເຈົ້າ. ເມື່ອ​ເລີ່ມ​ສ້າງ​ຄອບ​ຄົວ, ນາງ​ແມ​ຣີ​ກໍ​ຢາກ​ລ້ຽງ​ດູ​ລູກໆ, ຕາມ​ທີ່​ພຣະ​ຄຳ​ພີ​ກ່າວ​ວ່າ, “ຕາມ​ລະ​ບຽບ ແລະ ຫລັກ​ຄຳ​ສັ່ງ​ສອນ​ທຸກ​ຢ່າງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”7 ຈອນ​ກໍ​ສະ​ໜັບ​ສະ​ໜູນ. ນາງ​ແມ​ຣີ​ໄດ້​ເສຍ​ສະ​ລະ​ຫລາຍ​ຢ່າງ​ທີ່​ສຳ​ຄັນ ເພື່ອ​ຈະ​ໄດ້​ຢູ່​ເຮືອນ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ສະ​ໝ່ຳ​ສະ​ເໝີ. ນາງ​ໃຫ້​ແນ່​ໃຈ​ໄດ້​ວ່າ ຄອບ​ຄົວ​ຈະ​ເອົາ​ໃຈ​ໃສ່​ຕໍ່​ການ​ນະ​ມັດ​ສະ​ການ ແລະ ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ​ໃຫ້​ຫລາຍ​ທີ່​ສຸດ. ນາງ​ແມ​ຣີ ແລະ ຈອນ​ໄດ້​ກາຍ​ເປັນ​ຕົວ​ຢ່າງ​ທີ່​ດີ, ແລະ ລູກໆ​ຂອງ​ເຂົາ​ເຈົ້າ (ເປັນ​ຜູ້​ຊາຍ​ທີ່​ຫ້າວ​ຫັນ​ທຸກ​ຄົນ) ໄດ້​ເຕີບ​ໃຫຍ່​ຂຶ້ນ​ໃນ​ສັດ​ທາ ແລະ ອຸ​ທິດ​ຕົນ​ຕໍ່​ພຣະ​ກິດ​ຕິ​ຄຸນ ແລະ ມາດ​ຕະ​ຖານ.

ພໍ່​ແມ່​ຂອງ​ຈອນ, ພໍ່​ຕູ້​ປູ່ ແລະ ແມ່​ຕູ້​ຍ່າ​ຂອງ​ເດັກ​ນ້ອຍ​ຜູ້​ຊາຍ​ເຫລົ່າ​ນັ້ນ, ກໍ​ດີ​ໃຈ​ຫລາຍ​ກັບ​ຊີ​ວິດ​ທີ່​ດີ​ງາມ ແລະ ຄວາມ​ສຳ​ເລັດ​ຜົນ​ຂອງ​ພວກ​ຫລານ​ຊາຍ​ຂອງ​ເຂົາ​ເຈົ້າ, ແຕ່​ເປັນ​ເພາະ​ຄວາມ​ຮູ້​ສຶກ​ທີ່​ຕໍ່​ຕ້ານ​ກັບ​ສາດ​ສະ​ໜາ​ຈັກ, ເຂົາ​ເຈົ້າ​ຈຶ່ງ​ພຽງ​ແຕ່​ຮັບ​ຮູ້​ວ່າ ຄວາມ​ສຳ​ເລັດ​ນັ້ນ​ມາ​ຈາກ​ທັກ​ສະ​ຂອງ​ການ​ເປັນ​ພໍ່​ແມ່​ຂອງ​ຈອນ ແລະ ນາງ​ແມ​ຣີ. ເຖິງ​ແມ່ນ​ວ່າ​ຈອນ​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ກໍ​ຕາມ, ແຕ່​ລາວ​ບໍ່​ໄດ້​ປ່ອຍ​ໃຫ້​ການ​ປະ​ເມີນ​ຜົນ​ນັ້ນ​ປາດ​ສະ​ຈາກ​ການ​ທ້າ​ທາຍ. ລາວ​ໄດ້​ຢືນ​ຢັນ​ວ່າ​ພໍ່​ແມ່​ຂອງ​ລາວ​ກຳ​ລັງ​ເຫັນ​ໝາກ​ຜົນ​ຂອງ​ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ—ສິ່ງ​ທີ່​ພວກ​ລູກ​ຊາຍ​ຂອງ​ລາວ​ໄດ້​ມີ​ປະ​ສົບ​ການ​ຢູ່​ໃນ​ໂບດ ຕະ​ຫລອດ​ທັງ​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ບ້ານ.

ຈອນ​ເອງ​ກໍ​ໄດ້​ຖືກ​ຊົງ​ນຳ​ໂດຍ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ, ໂດຍ​ຄວາມ​ຮັກ ແລະ ຕົວ​ຢ່າງ​ຂອງ​ພັນ​ລະ​ຍາ​ຂອງ​ລາວ, ແລະ ໂດຍ​ການ​ຊຸກ​ຍູ້​ຂອງ​ພວກ​ລູກ​ຊາຍ​ຂອງ​ລາວ. ເມື່ອ​ເວ​ລາ​ຜ່ານ​ໄປ, ລາວ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ, ຊຶ່ງ​ເຮັດ​ໃຫ້​ສະ​ມາ​ຊິກ​ຫວອດ ແລະ ໝູ່​ເພື່ອນ​ດີ​ໃຈ​ຫລາຍ.

ເຖິງ​ແມ່ນ​ວ່າ​ຊີ​ວິດ​ບໍ່​ເຄີຍ​ປາດ​ສະ​ຈາກ​ການ​ທ້າ​ທາຍ​ສຳ​ລັບ​ເຂົາ​ເຈົ້າ ແລະ ພວກ​ລູກ​ຊາຍ​ຂອງ​ເຂົາ​ເຈົ້າ, ແຕ່​ນາງ​ແມ​ຣີ ແລະ ຈອນ​ກໍ​ຍັງ​ຢືນ​ຢັນ​ດ້ວຍ​ສຸດ​ໃຈ​ວ່າ ຕາມ​ຈິງ​ແລ້ວ ພັນ​ທະ​ສັນ​ຍາ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ເປັນ​ແຫລ່ງ​ຂອງ​ພອນ​ຢ່າງ​ຫລວງ​ຫລາຍ. ເຂົາ​ເຈົ້າ​ໄດ້​ເຫັນ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ເຢ​ເຣ​ມີ​ຢາ ໄດ້​ສຳ​ເລັດ​ຄົບ​ຖ້ວນ​ໃນ​ຊີ​ວິດ​ຂອງ​ລູກໆ​ຂອງ​ເຂົາ​ເຈົ້າ ຕະ​ຫລອດ​ທັງ​ຕົວ​ເຂົາ​ເຈົ້າ​ເອງ ທີ່​ວ່າ: “ເຮົາ​ຈະ​ຕັ້ງ​ກົດ​ບັນ​ຍັດ​ຂອງ​ເຮົາ​ໄວ້​ພາຍ​ໃນ​ພວກ​ເຂົາ, ແລະ ຂຽນ​ກົດ​ບັນ​ຍັດ​ນັ້ນ​ໄວ້​ທີ່​ຫົວ​ໃຈ​ຂອງ​ພວກ​ເຂົາ​; ແລະ ເຮົາ​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ແລະ ພວກ​ເຂົາ​ກໍ​ຈະ​ເປັນ​ປະ​ຊາ​ຊົນ​ຂອງ​ເຮົາ.”8

ຜູກ​ພັນ​ກັບ​ພຣະ​ເຈົ້າ

ທັດ​ສະ​ນະ​ພິ​ເສດ​ຢ່າງ​ທີ​ສອງ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ແມ່ນ​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ. ພັນ​ທະ​ສັນ​ຍາ​ທີ່​ພຣະ​ເຈົ້າ​ສະ​ເໜີ​ມອບ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ອົງ​ແມ່ນ​ເກີນ​ກວ່າ​ພຽງ​ແຕ່​ນຳ​ພາ​ເຮົາ​ເທົ່າ​ນັ້ນ. ມັນ​ຜູກ​ມັດ​ເຮົາ​ເຂົ້າ​ກັບ​ພຣະ​ອົງ, ແລະ, ຜູກ​ພັນ​ກັບ​ພ​ຣະ​ອົງ, ເຮົາ​ສາ​ມາດ​ເອົາ​ຊະ​ນະ​ທຸກ​ສິ່ງ​ໄດ້.9

ມີ​ເທື່ອ​ໜຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ບົດ​ຄວາມ​ສັ້ນ​ທີ່​ນັກ​ສື່​ຂ່າວ​ຂອງ​ສຳ​ນັກ​ງານ​ໜັງ​ສື​ພິມ​ແຫ່ງ​ໜຶ່ງ​ໄດ້​ຂຽນ​ໃນ​ທາງ​ທີ່​ບໍ່​ຖືກ​ຕ້ອງ​ວ່າ ພວກ​ເຮົາ​ບັບ​ຕິ​ສະ​ມາ​ແທນ​ຄົນ​ຕາຍ ໂດຍ​ການ​ຈຸ່ມ​ມ້ວນ​ໄມ​ໂກຼ​ຟິມ​ລົງ​ໃນ​ນ້ຳ. ແລ້ວ​ຜູ້​ທີ່​ມີ​ລາຍ​ຊື່​ຢູ່​ໃນ​ໄມ​ໂກຼ​ຟິມ​ນັ້ນ​ກໍ​ຖື​ວ່າ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ. ການ​ທີ່​ຈະ​ເຮັດ​ແນວ​ນັ້ນ​ອາດ​ມີ​ປະ​ສິດ​ທິ​ພາບ​ຫລາຍ, ແຕ່​ເປັນ​ການ​ເມີນ​ເສີຍ​ຈາກ​ຄ່າ​ຄວນ​ຂອງ​ຈິດ​ວິນ​ຍານ​ແຕ່​ລະ​ດວງ ແລະ ຄວາມ​ສຳ​ຄັນ​ຂອງ​ພັນ​ທະ​ສັນ​ຍາ​ທີ່​ຈຳ​ເປັນ​ສ່ວນ​ຕົວ​ກັບ​ພຣະ​ເຈົ້າ.

“[ພຣະ​ເຢ​ຊູ] ໄດ້​ກ່າວ​ວ່າ … : ຈົ່ງ​ເຂົ້າ​ໄປ​ທາງ​ປະ​ຕູ​ຄັບ; ເພາະ​ປະ​ຕູ​ຄັບ, ແລະ ທາງ​ແຄບ​ນັ້ນ​ແຫລະ​ທີ່​ນຳ​ໄປ​ສູ່​ຊີ​ວິດ, ແລະ ມີ​ໜ້ອຍ​ຄົນ​ທີ່​ຈະ​ພົບ​ເຫັນ​ມັນ.”10 ຖ້າ​ຈະ​ເວົ້າ​ແບບ​ປຽບ​ທຽບ​ແລ້ວ, ປະ​ຕູ​ນີ້​ແມ່ນ​ແຄບ​ຫລາຍ ຊຶ່ງ​ພຽງ​ແຕ່​ເຂົ້າ​ໄດ້​ເທື່ອ​ລະ​ຄົນ​ເທົ່າ​ນັ້ນ. ແຕ່​ລະ​ຄົນ​ໄດ້​ເຮັດ​ຄຳ​ໝັ້ນ​ສັນ​ຍາ​ເປັນ​ສ່ວນ​ຕົວ​ກັບ​ພຣະ​ເຈົ້າ ແລະ ກໍ​ໄດ້​ຮັບ​ພັນ​ທະ​ສັນ​ຍາ​ສ່ວນ​ຕົວ​ຈາກ​ພຣະ​ອົງ, ຕາມ​ຊື່, ທີ່​ເຂົາ​ເຈົ້າ​ສາ​ມາດ​ເພິ່ງ​ອາ​ໄສ​ໄດ້​ໃນ​ຊ່ວງ​ການ​ເວ​ລາ ແລະ ຊົ່ວ​ນິ​ລັນ​ດອນ. ດ້ວຍ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ, “ອຳ​ນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ” ໃນ​ຊີ​ວິດ​ຂອງ​ເຮົາ.11

ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ

ສິ່ງ​ນີ້​ເຮັດ​ໃຫ້​ເຮົາ​ພິ​ຈາ​ລະ​ນາ​ເຖິງ​ພອນ​ຢ່າງ​ທີ​ສາມ​ຂອງ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ. ພຣະ​ເຈົ້າ​ໄດ້​ມອບ​ຂອງ​ປະ​ທານ​ຢ່າງ​ທີ່​ເກືອບ​ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້ ເພື່ອ​ຊ່ວຍ​ຜູ້​ເຮັດ​ພັນ​ທະ​ສັນ​ຍາ​​ໃຫ້​ກາຍ​ເປັນ​ຜູ້​ຮັກ​ສາ​ພັນ​ທະ​ສັນ​ຍາ ນັ້ນ​ຄື: ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຂອງ​ປະ​ທານ​ນີ້​ແມ່ນ​ສິດ​ທິ​ຂອງ​ການ​ເປັນ​ເພື່ອນ, ການ​ປົກ​ປ້ອງ, ແລະ ການ​ຊີ້​ນຳ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ​ຕະ​ຫລອດ​ເວ​ລາ.12 ພ້ອມ​ທັງ​ຮູ້​ຈັກ​ກັນ​ດີ​ອີກ​ວ່າ​ເປັນ​ພຣະ​ຜູ້​ປອບ​ໂຍນ, ພຣະ​ວິນ​ຍານ​ສັກ​ສິດ “ເຕັມ​ປ່ຽມ​ໄປ​ດ້ວຍ​ຄວາມ​ຫວັງ ແລະ ຄວາມ​ຮັກ​ທີ່​ສົມ​ບູນ.”13 ພຣະ​ອົງ “ຮູ້​ທຸກ​ສິ່ງ, ແລະ ເປັນ​ພະ​ຍານ​ເຖິງ​ພຣະ​ບິ​ດາ ແລະ ພຣະ​ບຸດ,”14 ຜູ້​ຊຶ່ງ​ເຮົາ​ສັນ​ຍາ​ທີ່​ຈະ​ເປັນ​ພະ​ຍານ.15

ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ເຮົາ​ກໍ​ຍັງ​ພົບ​ເຫັນ​ພອນ​ທີ່​ສຳ​ຄັນ​ແຫ່ງ​ການ​ໃຫ້​ອະ​ໄພ ແລະ ການ​ຊຳ​ລະ​ຈາກ​ບາບ​ນຳ​ອີກ. ນີ້​ຄື​ຄວາມ​ຊ່ວຍ​ເຫລືອ​ທີ່​ສາ​ມາດ​ມາ​ເຖິງ​ພຽງ​ແຕ່​ຜ່ານ​ທາງ​ພຣະ​ຄຸນ​ແຫ່ງ​ສະ​ຫວັນ, ຊຶ່ງ​ມອບ​ໃຫ້​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເທົ່າ​ນັ້ນ. “ບັດ​ນີ້ ນີ້​ຄື​ພຣະ​ບັນ​ຍັດ,” ພຣະ​ຜູ້​ເປັນ​ເຈົ້າ​ກ່າວ, “ຈົ່ງ​ກັບ​ໃຈ, ເຈົ້າ​ທັງ​ຫລາຍ​ຈົນ​ເຖິງ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ, ແລະ ຈົ່ງ​ມາ​ຫາ​ເຮົາ ແລະ ຮັບ​ບັບຕິ​ສະມາ​ໃນ​ນາມ​ຂອງ​ເຮົາ, ເພື່ອ​ເຈົ້າ​ຈະ​ໄດ້​ຮັບ​ການ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ ໂດຍ​ການ​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ເພື່ອ​ເຈົ້າ​ຈະ​ຢືນ​ຢູ່​ໂດຍ​ບໍ່​ມີ​ມົນ​ທິນ​ຕໍ່​ໜ້າ​ເຮົາ​ໃນ​ວັນ​ສຸດ​ທ້າຍ.”16

ເຕົ້າ​ໂຮມ​ກັບ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ

ສີ່, ຜູ້​ທີ່​ສະ​ແຫວງ​ຫາ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ຈະ​ພົບ​ເຫັນ​ພອນ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ການ​ເຕົ້າ​ໂຮມ​ຕ່າງໆ​ຊຶ່ງ​ສະ​ຫວັນ​ກຳ​ນົດ​ໄວ້​ນຳ​ອີກ. ຄຳ​ທຳ​ນາຍ​ເຖິງ​ການ​ເຕົ້າ​ໂຮມ​ແທ້ໆ​ຂອງ​ເຜົ່າ​ທີ່​ກະ​ຈັດ​ກະ​ຈາຍ​ໄປ​ເປັນ​ເວ​ລາ​ດົນ​ນານ​ກັບ​ຄືນ​ສູ່​ແຜ່ນ​ດິນ​ທີ່​ເປັນ​ມໍ​ລະ​ດົກ​ຂອງ​ເຂົາ​ເຈົ້າ ມີ​ຢູ່​ຕະ​ຫລອດ​ທົ່ວ​ພຣະ​ຄຳ​ພີ.17 ການ​ບັນ​ລຸ​ຕາມ​ຄຳ​ທຳ​ນາຍ ແລະ ຄຳ​ສັນ​ຍາ​ເຫລົ່າ​ນັ້ນ ບັດ​ນີ້​ກຳ​ລັງ​ເກີດ​ຂຶ້ນ​ດ້ວຍ​ການ​ເຕົ້າ​ໂຮມ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ, ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ປະ​ທານ​ແນວ​ສັນ​ໄດ້​ອະ​ທິ​ບາຍ​ວ່າ, “ເມື່ອ​ເຮົາ​ກ່າວ​ເຖິງ ການ​ເຕົ້າ​ໂຮມ, ເຮົາ​ພຽງ​ກ່າວ​ເຖິງ​ຄວາມ​ຈິງ​ຂັ້ນ​ພື້ນ​ຖານນີ້: ລູກໆ​ທຸກ​ຄົນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ … ມີ​ສິດທີ່​ຈະ​ໄດ້​ຍິນ​ຂ່າວ​ສານຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ຖືກ​ຟື້ນ​ຟູ.”18

ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໃຫ້ “ລຸກ​ຂຶ້ນ ແລະ ສ່ອງ​ແສງ​ອອກ​ໄປ, ເພື່ອ​ວ່າ​ຄວາມ​ສະ​ຫວ່າງ​ຂອງ​ພວກ​ເຈົ້າ​ຈະ​ເປັນ​ທຸງ​ສັນ​ຍານ​ໃຫ້​ປະ​ຊາ​ຊາດ; … ເພື່ອ​ວ່າ ການ​ເຕົ້າ​ໂຮມ​ຢູ່​ເທິງ​ແຜ່ນ​ດິນ​ຊີ​ໂອນ, ແລະ ເທິງ​ສະເຕກ​ຂອງ​ນາງ, ຈະ​ເກີດ​ຂຶ້ນ​ເພື່ອ​ການ​ປົກ​ປ້ອງ, ແລະ ເພື່ອ​ເປັນ​ບ່ອນ​ຫລົບ​ໄພ​ຈາກ​ພະ​ຍຸ, ແລະ ຈາກ​ພຣະ​ພິ​ໂລດ​ເມື່ອ​ມັນ​ຈະ​ຖອກ​ເທ​ລົງ​ມາ​ໂດຍ​ສຸດ​ພະ​ລັງ​ເທິງ​ທັງ​ແຜ່ນ​ດິນ​ໂລກ.”19

ມັນ​ກໍ​ຍັງ​ມີ​ການ​ເຕົ້າ​ໂຮມ​ຂອງ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ໃນ​ແຕ່​ລະ​ອາ​ທິດ​ນຳ​ອີກ ເຂົ້າ​ໃນ​ບ້ານ​ແຫ່ງ​ການ​ອະ​ທິ​ຖານ​ໃນ​ວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຮັກ​ສາ “[ຕົວ​ເຮົາ​ເອງ] ໃຫ້​ປາດ​ສະ​ຈາກ​ມົນ​ທິນ​ຂອງ​ໂລກ​ໄດ້​ຫລາຍ​ກວ່າ​ເກົ່າ.”20 ມັນ​ເປັນ​ການ​ເຕົ້າ​ໂຮມ​ເພື່ອ​ຮັບ​ເອົາ​ເຂົ້າ​ຈີ່ ແລະ ນ້ຳ​ຂອງ​ສິນ​ລະ​ລຶກ ຊຶ່ງ​ເປັນ​ຕົວ​ແທນ​ໃຫ້​ແກ່​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ເປັນ​ເວ​ລາ “ເພື່ອ​ຖື​ສິນ​ອົດ​ເຂົ້າ ແລະ ເພື່ອ​ອະ​ທິ​ຖານ ແລະ ເພື່ອ​ສົນ​ທະ​ນາ​ກັນ​ກ່ຽວ​ກັບ​ຄວາມ​ຜາ​ສຸກ​ຂອງ​ຈິດ​ວິນ​ຍານ [ຂອງ​ພວກ​ເຮົາ].”21 ຕອນ​ເປັນ​ໄວ​ລຸ້ນ, ຂ້າ​ພະ​ເຈົ້າ​ແມ່ນ​ຄົນ​ດຽວ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ຢູ່​ໃນ​ຫ້ອງ​ຮຽນ​ມັດ​ທະ​ຍົມ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ມັກ​ພົບ​ປະ​ສັງ​ສັນ​ກັບ​ໝູ່​ເພື່ອນ​ທີ່​ດີ​ຫລາຍ​ຄົນ​ຢູ່​ໃນ​ໂຮງ​ຮຽນ, ແຕ່​ຂ້າ​ພະ​ເຈົ້າ​ພົບ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ເພິ່ງ​ອາ​ໄສ​ການ​ເຕົ້າ​ໂຮມ​ໃນ​ວັນ​ຊະ​ບາ​ໂຕ​ຫລາຍ​ທີ່​ສຸດ ໃນ​ແຕ່​ລະ​ອາ​ທິດ ເພື່ອ​ເຕີມ​ພະ​ລັງ ແລະ ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ທາງ​ວິນ​ຍານ ແລະ ແມ່ນ​ແຕ່​ທາງ​ຮ່າງ​ກາຍ. ເຮົາ​ຄິດ​ຮອດ​ພັນ​ທະ​ສັນ​ຍາ​ຂອງ​ການ​ເຕົ້າ​ໂຮມ​ນີ້​ຫລາຍ​ແທ້ໆ ໃນ​ຊ່ວງ​ໄລ​ຍະ​ຂອງ​ການ​ແຜ່​ລະ​ບາດ​ນີ້, ແລະ ເຮົາ​ກໍ​ລໍ​ຖ້າ​ເວ​ລາ​ເມື່ອ​ເຮົາ​ຈະ​ໄດ້​ກັບ​ໄປ​ເຕົ້າ​ໂຮມ​ກັນ​ອີກ ຄື​ຄາວ​ແຕ່​ກ່ອນ.

ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ກໍ​ເຕົ້າ​ໂຮມ​ຢູ່​ໃນ​ພ​ຣະ​ວິ​ຫານ​ນຳ​ອີກ, ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເພື່ອ​ຮັບ​ເອົາ​ພິ​ທີ​ການ, ພອນ, ແລະ ການ​ເປີດ​ເຜີຍ ຊຶ່ງ​ມີ​ໃຫ້​ເຮົາ​ແຕ່​ລະ​ຄົນ​ເປັນ​ພິ​ເສດ​ໃນ​ນັ້ນ. ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ສິດ​ສອນ​ວ່າ: “ແມ່ນ​ຫຍັງ​ຄື​ຈຸດ​ປະ​ສົງ​ຂອງ​ພຣະ​ເຈົ້າ​ໃນ​ການ​ເຕົ້າ​ໂຮມ … ຜູ້​ຄົນ​ຂອງ​ພຣະ​ເຈົ້າ ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ​ຂອງ​ໂລກ? … ຈຸດ​ປະ​ສົງ​ຕົ້ນ​ຕໍ​ແມ່ນ ເພື່ອ​ກໍ່​ສ້າງ​ບ້ານ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ບ່ອນ​ທີ່​ພຣະ​ອົງ​ຈະ​ສາ​ມາດ​ເປີດ​ເຜີຍ​ພິ​ທີ​ການ​ຂອງ​ບ້ານ​ຂອງ​ພຣະ​ອົງ ແລະ ລັດ​ສະ​ໝີ​ພາບ​ຂອງ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ໃຫ້​ແກ່​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ເພື່ອ​ສັ່ງ​ສອນ​ວິ​ທີ​ທາງ​ແຫ່ງ​ຄວາມ​ລອດ​ໃຫ້​ແກ່​ຜູ້​ຄົນ; ເພາະ​​ມີ​ພິ​ທີ​ການ ແລະ ຫລັກ​ທຳ​ໂດຍ​ສະ​ເພາະ, ເມື່ອ​ຖືກ​ສັ່ງ​ສອນ ແລະ ຝຶກ​ປະ​ຕິ​ບັດ​ຕາມ, ຕ້ອງ​ເກີດ​ຂຶ້ນ​ໃນ​ສະ​ຖານ​ທີ່​ໃດ​ໜຶ່ງ ຫລື ບ້ານ​ທີ່​ຖືກ​ສ້າງ​ຂຶ້ນ​ມາ​ເພື່ອ​ຈຸດ​ປະ​ສົງ​ນັ້ນ​ໂດຍ​ສະ​ເພາະ.”22

ການ​ຮັບ​ຄຳ​ສັນ​ຍາ​ແຫ່ງ​ພັນ​ທະ​ສັນ​ຍາ​ເປັນ​ມໍ​ລະ​ດົກ

ໃນ​ທີ່​ສຸດ, ພຽງ​ແຕ່​ໃນ​ການ​ສະ​ແຫວງ​ຫາ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ເທົ່າ​ນັ້ນ ທີ່​ເຮົາ​ຈະ​ໄດ້​ຮັບ​ພອນ​ຂອງ​ອັບ​ຣາ​ຮາມ, ອີ​ຊາກ, ແລະ ຢາ​ໂຄບ ເປັນ​ມໍ​ລະ​ດົກ, ຊຶ່ງ​ເປັນ​ພອນ​ສູງ​ສຸດ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ ທີ່​ພຣະ​ເຈົ້າ​ເທົ່າ​ນັ້ນ​ສາ​ມາດ​ມອບ​ໃຫ້.23

ແຫລ່ງ​ອ້າງ​ອີງ​ໃນ​ພຣະ​ຄຳ​ພີ​ເຖິງ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ ສ່ວນ​ຫລາຍ​ແລ້ວ​ໝາຍ​ເຖິງ​ລູກ​ຫລານ​ຂອງ​ອັບ​ຣາ​ຮາມ ຫລື “ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ.” ແຕ່​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ກໍ​ລວມ​ທັງ​ທຸກ​ຄົນ​ທີ່​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.24 ໂປ​ໂລ​ໄດ້​ອະ​ທິ​ບາຍ​ວ່າ:

“ຄົນ​ໃດ​ໃນ​ພວກ​ເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ຄຣິດ​ແລ້ວ ຄົນ​ນັ້ນ​ກໍ​ໄດ້​ສວມ​ຊີ​ວິດ​ຂອງ​ພຣະ​ອົງ. …

“ຖ້າ​ພວກ​ເຈົ້າ​ເປັນ​ຄົນ​ຂອງ​ພຣະ​ຄຣິດ​ແລ້ວ ພວກ​ເຈົ້າ​ກໍ​ເປັນ​ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ ຄື​ເປັນ​ຜູ້​ໄດ້​ຮັບ​ມໍ​ລະ​ດົກ​ຕາມ​ພຣະ​ສັນ​ຍາ.”25

ຜູ້​ທີ່​ຈົງ​ຮັກ​ພັກ​ດີ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ຕົນ “ຈະ​ອອກ​ມາ​ໃນ ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ທ່ຽງ​ທຳ.”26 ເຂົາ​ເຈົ້າ “ຖືກ​ເຮັດ​ໃຫ້​ດີ​ພ້ອມ​ທຸກ​ຢ່າງ​ຜ່ານ​ພຣະ​ເຢ​ຊູ​ຜູ້​ເປັນ​ກາງ​ຂອງ​ພັນ​ທະ​ສັນ​ຍາ​ໃໝ່. … ຜູ້​ທີ່​ຮ່າງ​ກາຍ​ຂອງ​ພວກ​ເຂົາ​ເປັນ​ຂອງ​ຊັ້ນ​ສູງ, ຊຶ່ງ​ລັດ​ສະ​ໝີ​ພາບ​ຂອງ​ພວກ​ເຂົາ​ເປັນ​ຂອງ​ດວງ​ຕາ​ເວັນ, ແມ່ນ​ແຕ່​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ, ຜູ້​ສູງ​ສຸດ​ຂອງ​ທຸກ​ສິ່ງ​ທັງ​ປວງ.”27 “ດັ່ງ​ນັ້ນ, ທຸກ​ສິ່ງ​ທັງ​ປວງ​ເປັນ​ຂອງ​ພວກ​ເຂົາ, ບໍ່​ວ່າ​ຊີ​ວິດ ຫລື ຄວາມ​ຕາຍ, ຫລື ສິ່ງ​ໃນ​ປະ​ຈຸ​ບັນ, ຫລື ສິ່ງ​ທີ່​ຈະ​ມາ​ເຖິງ, ທັງ​ໝົດ​ເປັນ​ຂອງ​ພວກ​ເຂົາ ແລະ ພວກ​ເຂົາ​ເປັນ​ຂອງ​ພຣະ​ຄຣິດ, ແລະ ພຣະ​ຄຣິດ​ເປັນ​ຂອງ​ພຣະ​ເຈົ້າ.”28

ຂໍ​ໃຫ​ເຮົາ​ຈົ່ງ​ເອົາ​ໃຈ​ໃສ່​ຕໍ່​ການ​ເອີ້ນ​ຂອງ​ສາດ​ສະ​ດາ ເພື່ອ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ. ນີ​ໄຟ​ໄດ້​ເຫັນ​ເຮົາ ແລະ ເຫັນ​ວັນ​ເວ​ລາ​ຂອງ​ເຮົາ ແລະ ໄດ້​ບັນ​ທຶກວ່າ, “ຂ້າ​ພະ​ເຈົ້າ, ນີ​ໄຟ, ໄດ້​ເຫັນ​ອຳ​ນາດ​ຂອງ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ, ລົງ​ມາ​ເທິງ​ໄພ່​ພົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເມ​ສາ​ນ້ອຍ, ແລະ ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຊຶ່ງ​ກະ​ຈັດ​ກະ​ຈາຍ​ໄປ​ຕາມ​ຜືນ​ແຜ່ນ​ດິນ​ໂລກ; ແລະ ພວກ​ເຂົາ​ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ​ພ້ອມ​ກັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃນ​ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່.”29

ພ້ອມ​ກັບ​ນີ​ໄຟ, “ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເບີກ​ບານ” ໃນ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”30 ໃນ​ວັນ​ອາ​ທິດ​ອີດ​ສະ​ເຕີ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ຜູ້​ຊຶ່ງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ​ເປັນ​ຄວາມ​ຫວັງ​ຂອງ​ເຮົາ ແລະ ເປັນ​ການ​ປະ​ກັນ​ຂອງ​ທຸກ​ສິ່ງ​ທີ່​ຖືກ​ສັນ​ຍາ​ໄວ້​ຢູ່​ໃນ​ລະ​ຫວ່າງ​ທາງ ແລະ ໃນ​ປາຍ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.