ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ເດີນ​ທາງ​ສ່ວນ​ຕົວ​ຂອງ​ລູກ​ຂອງ​ພຣະ​ເຈົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ການ​ເດີນ​ທາງ​ສ່ວນ​ຕົວ​ຂອງ​ລູກ​ຂອງ​ພຣະ​ເຈົ້າ

ໃນ​ຖາ​ນະ​ລູກໆ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ, ເຮົາ​ຮັກ, ໃຫ້​ກຽດ, ລ້ຽງ​ດູ, ປ້ອງ​ກັນ, ແລະ ຕ້ອນ​ຮັບ​ດວງ​ວິນ​ຍານ​ທີ່​ກຳ​ລັງ​ລົງ​ມາ​ຈາກ​ໂລກ​ກ່ອນ​ເກີດ.

ເຮົາ​ແຕ່​ລະ​ຄົນ​ກໍ​ຖືກ​ກະ​ທົບ​ກະ​ເທືອນ​ໂດຍ​ການ​ລະ​ບາດ​ຕະ​ຫລອດ​ທົ່ວ​ໂລກ, ຂະ​ນະ​ທີ່​ຄອບ​ຄົວ ແລະ ໝູ່​ເພື່ອນ​ໄດ້​ເສຍ​ຊີ​ວິດ​ໄປ​ໂດຍ​ບໍ່​ຄາດ​ຄິດ. ຂ້າ​ພະ​ເຈົ້າ​ຂໍ​ຮັບ​ຮູ້​ສາມ​ຄົນ​ທີ່​ພວກ​ເຮົາ​ຄິດ​ຮອດ​ຫລາຍ, ທີ່​ເປັນ​ຕົວ​ແທນ​ໃຫ້​ທຸກ​ຄົນ​ທີ່​ພວກ​ເຮົາ​ຮັກ​ຫລາຍ​ທີ່​ສຸດ.

ຮູບ​ພາບ
ບຣາ​ເດີ ແລະ ຊິດ​ສະ​ເຕີ ນະ​ສອນ​ດີ

ນີ້​ແມ່ນ ບຣາ​ເດີ ຟີ​ລິບ ແລະ ຊິດ​ສະ​ເຕີ ເຈີ​ເມນ ນະ​ສອນ​ດີ. ບຣາ​ເດີ ນະ​ສອນ​ດີ ໄດ້​ຮັບ​ໃຊ້​ເປັນ​ປິ​ຕຸ​ຢູ່​ທີ່​ສະ​ເຕກ​ບຣາ​ຊາ​ວິວ ສາ​ທາ​ລະ​ນະ​ລັດ​ຄອງ​ໂກ ຕອນ​ລາວ​ໄດ້​ເສຍ​ຊີ​ວິດ​ໄປ. ລາວ​ເປັນ​ທ່ານ​ໝໍ ຜູ້​ທີ່​ໄດ້​ແບ່ງ​ປັນ​ພອນ​ສະ​ຫວັນ​ຂອງ​ລາວ​ຢ່າງ​ເຜື່ອ​ແຜ່​ກັບ​ຄົນ​ອື່ນ. 1

ຮູບ​ພາບ
ຄະ​ລາ​ຣາ ຣູ​ອາ​ໂນ ເດ ວີ​ຍາ​ເຣ​ອາວ

ນີ້​ແມ່ນ​ຊິດ​ສະ​ເຕີ ຄະ​ລາ​ຣາ ເອ​ລິ​ສາ ຣູ​ອາ​ໂນ ເດ ວີ​ຍາ​ເຣ​ອາວ ຈາກ​ເມືອງ​ທູ​ຄານ, ປະ​ເທດ​ເອ​ກວາ​ດໍ. ລາວ​ໄດ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຕອນ​ອາ​ຍຸ 34 ປີ ແລະ ໄດ້​ເປັນ​ຜູ້​ນຳ​ທີ່​ຮັກ​ແພງ. ຄອບ​ຄົວ​ຂອງ​ລາວ​ໄດ້​ສັ່ງ​ລາ​ລາວ​ໂດຍ​ການ​ຮ້ອງ​ເພງ​ໂປດ​ຂອງ​ລາວ ຊື່​ວ່າ, “ເຮົາ​ຮູ້​ພຣະ​ຜູ້​ໄຖ່​ຊົງ​ພຣະ​ຊົນ.” 2

ຮູບ​ພາບ
ເຣ ທູ​ອີ​ເນ​ອາ​ອູ ແລະ ຄອບ​ຄົວ​ຂອງ​ລາວ

ນີ້​ແມ່ນ ບຣາ​ເດີ ເຣ ທູ​ອີ​ເນ​ອາ​ອູ ຈາກ​ລັດ​ຢູ​ທາ, ພ້ອມ​ກັບ​ຄອບ​ຄົວ​ທີ່​ໜ້າ​ຮັກ​ຂອງ​ລາວ. ພັນ​ລະ​ຍາ​ຂອງ​ລາວ, ນາງ​ຈູ​ລີ​ແອັດ, ໄດ້​ເວົ້າ​ວ່າ, “ຂ້ອຍ​ຢາກ​ໃຫ້ [ລູກ​ຊາຍ​ຂອງ​ຂ້ອຍ] [ຈື່​ຈຳ​ໄວ້​ວ່າ​ພໍ່​ຂອງ​ພວກ​ເຂົາ] ພະ​ຍາ​ຍາມ​ໃຫ້​ພຣະ​ເຈົ້າ​ມາ​ກ່ອນ​ທຸກ​ສິ່ງ.” 3

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ຢູ່​ນຳ​ກັນ​ໃນ​ຄວາມ​ຮັກ, ເຖິງ​ຂະ​ໜາດ​ທີ່​ພວກ​ເຈົ້າ​ຈະ​ຮ້ອງ​ໄຫ້​ນຳ​ຄົນ​ທີ່​ຕາຍ​ໄປ.” 4

ຂະ​ນະ​ທີ່​ເຮົາ​ຮ້ອງ​ໄຫ້, ເຮົາ​ຍັງ​ປິ​ຕິ​ຍິນ​ດີ​ໃນ​ການ​ຟື້ນ​ຄືນ​ພຣະ​ຊົນ​ທີ່​ຮຸ່ງ​ໂລດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ເປັນ​ເພາະ​ພຣະ​ອົງ, ຄົນ​ທີ່​ເຮົາ​ຮັກ ແລະ ໝູ່​ເພື່ອນ​ຂອງ​ເຮົາ​ຈຶ່ງ​ດຳ​ເນີນ​ຕໍ່​ໄປ​ໃນ​ການ​ເດີນ​ທາງ​ນິ​ລັນ​ດອນ​ຂອງ​ເຂົາ​ເຈົ້າ. ດັ່ງ​ທີ່​ປະ​ທານ​ໂຈ​ເຊັບ ແອັຟ ສະ​ມິດ ໄດ້​ອະ​ທິ​ບາຍ​ວ່າ: “ເຮົາ​ຈະ​ລືມ​ເຂົາ​ເຈົ້າ​ບໍ່​ໄດ້; ເຮົາ​ຈະ​ບໍ່​ເຊົາ​ຮັກ​ເຂົາ​ເຈົ້າ. … ເຂົາ​ເຈົ້າ​ໄດ້​ກ້າວ​ໜ້າ​ແລ້ວ; ເຮົາ​ກຳ​ລັງ​ກ້າວ​ໜ້າ; ເຮົາ​ກຳ​ລັງ​ເຕີບ​ໂຕ​ດັ່ງ​ທີ່​ເຂົາ​ເຈົ້າ​ໄດ້​ເຕີບ​ໂຕ​ແລ້ວ.” 5 ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ, “ນ້ຳ​ຕາ​ແຫ່ງ​ຄວາມ​ໂສກ​ເສົ້າ​ຂອງ​ເຮົາ … ກາຍ​ເປັນ​ນ້ຳ​ຕາ​ແຫ່ງ​ການ​ລໍ​ຄອຍ.” 6

ເຮົາ​ຮູ້​ກ່ຽວ​ກັບ​ຊີ​ວິດ​ກ່ອນ​ເກີດ

ທັດ​ສະ​ນະ​ນິ​ລັນ​ດອນ​ຂອງ​ເຮົາ​ບໍ່​ພຽງ​ແຕ່​ຈະ​ຂະ​ຫຍາຍ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ກ່ຽວ​ກັບ​ຜູ້​ຄົນ​ທີ່​ກຳ​ລັງ​ເດີນ​ທາງ​ຕໍ່​ໄປ​ຂ້າມ​ຊີ​ວິດ​ມະ​ຕະ​ນີ້​ເທົ່າ​ນັ້ນ ແຕ່​ມັນ​ຍັງ​ເປີດ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ກ່ຽວ​ກັບ​ຜູ້​ທີ່​ຫາ​ກໍ​ໄດ້​ເລີ່ມ​ການ​ເດີນ​ທາງ​ຂອງ​ເຂົາ​ເຈົ້າ ແລະ ກຳ​ລັງ​ເຂົ້າ​ມາ​ສູ່​ຊີ​ວິດ​ມະ​ຕະ​ນີ້​ນຳ​ອີກ.

ແຕ່​ລະ​ຄົນ​ທີ່​ມາ​ສູ່​ໂລກ​ເປັນ​ບຸດ ຫລື ທິ​ດາ​ຜູ້​ພິ​ເສດ​ຂອງ​ພຣະ​ເຈົ້າ. 7 ການ​ເດີນ​ທາງ​ສ່ວນ​ຕົວ​ຂອງ​ເຮົາ​ບໍ່​ໄດ້​ເລີ່ມ​ຕົ້ນ​ຕອນ​ເຮົາ​ເກີດ. ກ່ອນ​ເຮົາ​ໄດ້​ມາ​ເກີດ, ເຮົາ​ໄດ້​ຢູ່​ນຳ​ກັນ​ໃນ​ໂລກ​ຂອງ​ການ​ກຽມ​ພ້ອມ ບ່ອນ​ທີ່​ເຮົາ “ໄດ້​ຮັບ​ບົດ​ຮຽນ​ທຳ​ອິດ [ຂອງ​ເຮົາ] ຢູ່​ໃນ​ໂລກ​ວິນ​ຍານ.” 8 ພຣະ​ເຢ​ໂຮ​ວາ​ໄດ້​ບອກ​ເຢ​ເຣ​ມີ​ຢາ​ວ່າ, “ເຮົາ​ເລືອກ​ເຈົ້າ​ໄວ້​ກ່ອນ​ເຮົາ​ໄດ້​ໃຫ້​ຊີ​ວິດ​ແກ່​ເຈົ້າ; ແລະ ກ່ອນ​ເຈົ້າ​ໄດ້​ເກີດ​ມາ ເຮົາ​ໄດ້​ເລືອກ​ເອົາ​ເຈົ້າ​ໄວ້​ແລ້ວ ເພື່ອ​ໃຫ້​ເປັນ​ສາດ​ສະ​ດາ​ແກ່​ປະ​ຊາ​ຊາດ​ທັງ​ປວງ.” 9

ບາງ​ຄົນ​ອາດ​ສົງ​ໄສ​ຖ້າ​ຫາກ​ວ່າ​ຊີ​ວິດ​ເລີ່ມ​ຕົ້ນ​ດ້ວຍ​ການ​ປະ​ກອບ​ຂອງ​ລູກ​ທີ່​ກຳ​ລັງ​ຈະ​ເລີ່ມ​ເປັນ​ໂຕ​ໃນ​ທ້ອງ, ຫລື ຕອນ​ທີ່​ຫົວ​ໃຈ​ເລີ່ມ​ເຕັ້ນ, ຫລື ເມື່ອ​ເດັກ​ທາ​ລົກ​ສາ​ມາດ​ຢູ່​ລອດ​ໄດ້​ນອກ​ມົດ​ລູກ, ແຕ່​ສຳ​ລັບ​ເຮົາ​ແລ້ວ​ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ​ວິນ​ຍານ​ຂອງ​ທິ​ດາ ແລະ ບຸດ​ຂອງ​ພຣະ​ເຈົ້າ​ກຳ​ລັງ​ຢູ່​ໃນ​ການ​ເດີນ​ທາງ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ ລົງ​ມາ​ສູ່​ແຜ່ນ​ດິນ​ໂລກ​ເພື່ອ​ຮັບ​ເອົາ​ຮ່າງ​ກາຍ ແລະ ປະ​ສົບ​ການ​ຂອງ​ຊີ​ວິດ​ມະ​ຕະ.

ໃນ​ຖາ​ນະ​ລູກໆ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ, ເຮົາ​ຮັກ, ໃຫ້​ກຽດ, ລ້ຽງ​ດູ, ປ້ອງ​ກັນ, ແລະ ຕ້ອນ​ຮັບ​ດວງ​ວິນ​ຍານ​ທີ່​ກຳ​ລັງ​ລົງ​ມາ​ຈາກ​ໂລກ​ກ່ອນ​ເກີດ.

ສ່ວນ​ປະ​ກອບ​ທີ່​ດີ​ເດັ່ນ​ຂອງ​ຜູ້​ຍິງ

ສຳ​ລັບ​ຜູ້​ຍິງ, ການ​ມີ​ລູກ​ສາ​ມາດ​ເປັນ​ການ​ເສຍ​ສະ​ລະ​ທີ່​ຍິ່ງ​ໃຫຍ່ ທັງ​ທາງ​ຮ່າງ​ກາຍ, ທາງ​ອາ​ລົມ, ແລະ ທາງ​ເສດ​ຖະ​ກິດ. ພວກ​ເຮົາ​ຮັກ ແລະ ໃຫ້​ກຽດ​ຜູ້​ຍິງ​ທີ່​ປະ​ເສີດ​ຂອງ​ສາດ​ສະ​ໜາ​ຈັກ​ນີ້. ດ້ວຍ​ສະ​ຕິ​ປັນ​ຍາ ແລະ ຄວາມ​ສະ​ຫລາດ​ສະ​ຫລຽວ, ທ່ານ​ໄດ້​ແບກ​ຫາບ​ພາ​ລະ​ໜັກ​ຂອງ​ຄອບ​ຄົວ. ທ່ານ​ຮັກ. ທ່ານ​ຮັບ​ໃຊ້. ທ່ານ​ເສຍ​ສະ​ລະ. ທ່ານ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ, ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຜູ້​ຄົນ​ທີ່​ຂັດ​ສົນ, ແລະ ມີ​ສ່ວນ​ປະ​ກອບ​ຢ່າງ​ຫລວງ​ຫລາຍ​ໃຫ້​ແກ່​ສັງ​ຄົມ.

ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສັກ​ສິດ​ຂອງ​ການ​ປ້ອງ​ກັນ​ຊີ​ວິດ

ເມື່ອ​ຫລາຍ​ປີ​ກ່ອນ, ໂດຍ​ທີ່​ຮູ້​ສຶກ​ເປັນ​ຫ່ວງ​ຫລາຍ​ກັບ​ຈຳ​ນວນ​ການ​ແທ້ງ​ລູກ​ຕະ​ຫລອດ​ທົ່ວ​ໂລກ, ປະ​ທານ​ກໍ​ດອນ ບີ ຮິງ​ລີ ໄດ້​ກ່າວ​ຕໍ່​ບັນ​ດາ​ຜູ້​ຍິງ​ຂອງ​ສາດ​ສະ​ໜາ​ຈັກ​ດ້ວຍ​ຖ້ອຍ​ຄຳ​ທີ່​ກ່ຽວ​ຂ້ອງ​ກັບ​ເຮົາ​ໃນ​ທຸກ​ວັນ​ນີ້. ເພິ່ນ​ໄດ້​ກ່າວ​ວ່າ: “ທ່ານ​ຜູ້​ເປັນ​ພັນ​ລະ​ຍາ ແລະ ແມ່ ເປັນ​ຫລັກ​ໝັ້ນ​ຂອງ​ຄອບ​ຄົວ. ທ່ານ​ມີ​ລູກ. ນັ້ນ​ກໍ​ຊ່າງ​ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ໃຫຍ່​ຫລວງ ແລະ ສັກ​ສິດ. … ມີ​ຫຍັງ​ກຳ​ລັງ​ເກີດ​ຂຶ້ນ​ກັບ​ຄວາມ​ຮູ້​ຄຸນ​ຄ່າ​ຂອງ​ຄວາມ​ສັກ​ສິດ​ຂອງ​ຊີ​ວິດ​ຂອງ​ມະ​ນຸດ? ການ​ແທ້ງ​ລູກ​ເປັນ​ສິ່ງ​ທີ່​ຊົ່ວ​ຮ້າຍ, ໂຫດ​ຮ້າຍ ແລະ ເປັນ​ຈິງ ແລະ ໜ້າ​ລັງ​ກຽດ, ຊຶ່ງ​ກຳ​ລັງ​ແຜ່​ອອກ​ໄປ​ຕະ​ຫລອດ​ທົ່ວ​ແຜ່ນ​ດິນ​ໂລກ. ຂ້າ​ພະ​ເຈົ້າ​ຂໍ​ອ້ອນ​ວອນ​ກັບ​ຜູ້​ຍິງ​ຂອງ​ສາດ​ສະ​ໜາ​ຈັກ​ໃຫ້​ຫລີກ​ລ້ຽງ​ມັນ, ໃຫ້​ຢືນ​ຢູ່​ເໜືອ​ມັນ, ໃຫ້​ຢູ່​ຫ່າງໆ​ຈາກ​ສະ​ພາບ​ການ​ທີ່​ຈະ​ເຮັດ​ໃຫ້​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ​ເຫລົ່າ​ນັ້ນ ຊຶ່ງ​ຈະ​ເຮັດ​ໃຫ້​ມັນ​ປະ​ກົດ​ວ່າ​ເປັນ​ສິ່ງ​ທີ່​ໜ້າ​ເພິ່ງ​ປາດ​ຖະ​ໜາ. ອາດ​ຈະ​ມີ​ບາງ​ສະ​ຖາ​ນະ​ການ​ຊຶ່ງ​ມັນ​ຈະ​ເກີດ​ຂຶ້ນ​ໄດ້, ແຕ່​ມັນ​ກໍ​ຈຳ​ກັດ​ຫລາຍ ແລະ ສ່ວນ​ຫລາຍ​ແລ້ວ​ກໍ​ບໍ່​ໜ້າ​ເປັນ​ໄປ​ໄດ້. 10 … ທ່ານ​ເປັນ​ມານ​ດາ​ຂອງ​ບຸດ ແລະ ທິ​ດາ​ຂອງ​ພຣະ​ເຈົ້າ, ຊຶ່ງ​ຊີ​ວິດ​ຂອງ​ເຂົາ​ນັ້ນ​ບໍ​ລິ​ສຸດ. ການ​ປ້ອງ​ກັນ​ເຂົາ​ເຈົ້າ​ເປັນ​ຄວາມ​ຮັບ​ຜິດ​ຊອບ​ທີ່​ຖືກ​ປະ​ທານ​ໃຫ້​ຈາກ​ສະ​ຫວັນ ຊຶ່ງ​ເຮົາ​ບໍ່​ສາ​ມາດ​ປ່ອຍ​ປະ​ລະ​ເລີຍ​ໄດ້​ງ່າຍໆ.” 11

ແອວ​ເດີ ມາ​ກະສ໌ ບີ ແນສ໌ ໄດ້​ແບ່ງ​ປັນ​ກັບ​ຂ້າ​ພະ​ເຈົ້າ​ເຖິງ​ເລື່ອງ​ລາວ​ຂອງ​ຜູ້​ຍິງ​ທີ່​ໜ້າ​ຮັກ​ຄົນ​ໜຶ່ງ​ທີ່​ມີ​ອາ​ຍຸ 84 ປີ ຜູ້​ທີ່, ລະ​ຫວ່າງ​ການ​ສຳ​ພາດ​ຮັບ​ບັບ​ຕິ​ສະ​ມາ​ຂອງ​ລາວ, “ໄດ້​ສາ​ລະ​ພາບ​ເລື່ອງ​ການ​ແທ້ງ​ລູກ​ທີ່​ໄດ້​ເກີດ​ຂຶ້ນ [ຫລາຍໆ​ປີ​ຜ່ານ​ມາ​ແລ້ວ].” ດ້ວຍ​ຄວາມ​ຮູ້​ສຶກ​ເສຍ​ໃຈ​ຫລາຍ ລາວ​ໄດ້​ເວົ້າ​ວ່າ: “ຂ້ອຍ​ໄດ້​ຮູ້​ສຶກ​ຜິດ​ກັບ​ການ​ແທ້ງ​ລູກ​ທຸກໆ​ມື້​ໃນ​ຊີ​ວິດ​ຂອງ​ຂ້ອຍ​ເປັນ​ເວ​ລາ​ສີ່​ສິບ​ຫົກ​ປີ. … ບໍ່​ມີ​ຫຍັງ​ຈະ​ເອົາ​ຄວາມ​ເຈັບ​ປວດ ແລະ ຄວາມ​ຮູ້​ສຶກ​ຜິດ​ນີ້​ໄປ​ຈາກ​ຂ້ອຍ​ໄດ້. ຂ້ອຍ​ໄດ້​ຮູ້​ສຶກ​ສິ້ນ​ຫວັງ​ຈົນ​ກວ່າ​ຂ້ອຍ​ໄດ້​ຮັບ​ການ​ສິດ​ສອນ​ເຖິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຂ້ອຍ​ໄດ້​ຮຽນ​ຮູ້​ວິ​ທີ​ກັບ​ໃຈ … ແລະ ທັນ​ໃດ​ນັ້ນ​ຂ້ອຍ​ກໍ​ໄດ້​ຮູ້​ສຶກ​ວ່າ​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ. ໃນ​ທີ່​ສຸດ​ຂ້ອຍ​ກໍ​ໄດ້​ມາ​ຮູ້​ວ່າ​ຂ້ອຍ​ສາ​ມາດ​ໄດ້​ຮັບ​ການ​ໃຫ້​ອະ​ໄພ ຖ້າ​ຫາກ​ຂ້ອຍ​ໄດ້​ກັບ​ໃຈ​ແທ້ໆ​ຈາກ​ບາບ​ຂອງ​ຂ້ອຍ.” 12

ເຮົາ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ ສຳ​ລັບ​ພອນ​ແຫ່ງ​ການ​ກັບ​ໃຈ ແລະ ການ​ໃຫ້​ອະ​ໄພ.

ເຮົາ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່?

ແມ່ນ​ຫຍັງ​ຄື​ຄວາມ​ຮັບ​ຜິດ​ຊອບ​ຂອງ​ເຮົາ​ໃນ​ຖາ​ນະ​ສາ​ນຸ​ສິດ​ທີ່​ສະ​ຫງົບ​ສຸກ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຂໍ​ໃຫ້​ເຮົາ​ຈົ່ງ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ສິດ​ສອນ​ມັນ​ໃຫ້​ແກ່​ລູກໆ​ຂອງ​ເຮົາ, ແລະ ແບ່ງ​ປັນ​ມັນ​ກັບ​ຄົນ​ອື່ນ​ທີ່​ເຕັມ​ໃຈ​ຈະ​ຮັບ​ຟັງ. 13 ຂໍ​ໃຫ້​ເຮົາ​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ທີ່​ເລິກ​ເຊິ່ງ​ຂອງ​ເຮົາ​ກ່ຽວ​ກັບ​ຄວາມ​ສັກ​ສິດ​ຂອງ​ຊີ​ວິດ​ກັບ​ຜູ້​ຄົນ​ທີ່​ມີ​ການ​ຕັດ​ສິນ​ໃຈ​ໃນ​ສັງ​ຄົມ. ເຂົາ​ເຈົ້າ​ອາດ​ບໍ່​ເຫັນ​ຄຸນ​ຄ່າ​ຢ່າງ​ຄົບ​ຖ້ວນ​ຂອງ​ສິ່ງ​ທີ່​ເຮົາ​ເຊື່ອ​ຖື, ແຕ່​ເຮົາ​ອະ​ທິ​ຖານ​ວ່າ​ເຂົາ​ເຈົ້າ​ຈະ​ເຂົ້າ​ໃຈ​ຢ່າງ​ຄົບ​ຖ້ວນ​ວ່າ, ສຳ​ລັບ​ພວກ​ເຮົາ, ເປັນ​ຫຍັງ​ການ​ຕັດ​ສິນ​ໃຈ​ເຫລົ່າ​ນີ້​ຈຶ່ງ​ສຳ​ຄັນ​ຫລາຍ​ກວ່າ​ພຽງ​ແຕ່​ເປັນ​ສິ່ງ​ທີ່​ຄົນໆ​ໜຶ່ງ​ຢາກ​ໄດ້​ສຳ​ລັບ​ຕົວ​ເຂົາ​ເອງ.

ຖ້າ​ຫາກ​ມີ​ການ​ຕັ້ງ​ທ້ອງ​ໂດຍ​ທີ່​ບໍ່​ໄດ້​ວາງ​ແຜນ, ຂໍ​ໃຫ້​ເຮົາ​ຈົ່ງ​ເອື້ອມ​ອອກ​ໄປ​ດ້ວຍ​ຄວາມ​ຮັກ, ​ໃຫ້​ກຳ​ລັງ​ໃຈ, ແລະ, ເມື່ອ​ຈຳ​ເປັນ, ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ທາງ​ການ​ເງິນ, ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ຜູ້​ເປັນ​ແມ່ ໃນ​ການ​ອະ​ນຸ​ຍາດ​ໃຫ້​ລູກ​ຂອງ​ນາງ​ເກີດ​ມາ ແລະ ດຳ​ເນີນ​ຕໍ່​ໄປ​ໃນ​ການ​ເດີນ​ທາງ​ໃນ​ຊີ​ວິດ​ມະ​ຕະ​ຂອງ​ເຂົາ. 14

ຄວາມ​ສວຍ​ງາມ​ຂອງ​ການ​ຮັບ​ເອົາ​ເດັກ​ມາ​ລ້ຽງ​ເປັນ​ລູກ​ບຸນ​ທຳ

ໃນ​ຄອບ​ຄົວ​ຂອງ​ພວກ​ເຮົາ, ພວກ​ເຮົາ​ໄດ້​ຮັບ​ພອນ​ຢ່າງ​ຫລວງ​ຫລາຍ​ເມື່ອ​ສອງ​ທົດ​ສະ​ວັດ​ກ່ອນ, ຍິງ​ໜຸ່ມ​ຄົນ​ໜຶ່ງ ອາ​ຍຸ 16 ປີ​ໄດ້​ຮຽນ​ຮູ້​ວ່າ​ນາງ​ກຳ​ລັງ​ຕັ້ງ​ທ້ອງ. ນາງ ແລະ ພໍ່​ຂອງ​ເດັກ​ບໍ່​ໄດ້​ແຕ່ງ​ງານ​ກັນ, ແລະ ເຂົາ​ເຈົ້າ​ບໍ່​ໄດ້​ຄິດ​ວ່າ​ຈະ​ຢູ່​ນຳ​ກັນ​ຕໍ່​ໄປ. ຍິງ​ໜຸ່ມ​ຄົນ​ນັ້ນ​ໄດ້​ເຊື່ອ​ວ່າ​ຊີ​ວິດ​ທີ່​ນາງ​ອູ້ມ​ຢູ່​ນັ້ນ​ລ້ຳ​ຄ່າ​ຫລາຍ. ນາງ​ໄດ້​ຄອດ​ລູກ​ສາວ​ນ້ອຍ ແລະ ໄດ້​ອະ​ນຸ​ຍາດ​ໃຫ້​ຄອບ​ຄົວ​ທີ່​ຊອບ​ທຳ​ຄອບ​ຄົວ​ໜຶ່ງ​ຮັບ​ເອົາ​ນາງ​ນ້ອຍ​ໄປ​ລ້ຽງ​ເປັນ​ລູກ​ຂອງ​ເຂົາ​ເຈົ້າ​ເອງ. ສຳ​ລັບ​ທ້າວ​ບະ​ໄຣສ໌ ແລະ ນາງ​ໂຈ​ລີນ, ນາງ​ນ້ອຍ​ຄົນ​ນັ້ນ​ເປັນ​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ໄດ້​ຕັ້ງ​ຊື່​ໃຫ້​ນາງ​ນ້ອຍ​ວ່າ ເອັມ​ມະ​ລີ ແລະ ໄດ້​ສິດ​ສອນ​ໃຫ້​ນາງ​ໄວ້​ວາງ​ໃຈ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ນາງ ແລະ ໃນ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ.

ຮູບ​ພາບ
ເອັມ​ມະ​ລີ ແລະ ຄຣິດ​ສະ​ຕຽນ

ນາງ​ເອັມ​ມະ​ລີ​ໄດ້​ເຕີບ​ໂຕ​ຂຶ້ນ. ພວກ​ເຮົາ​ກະ​ຕັນ​ຍູ​ຫລາຍ​ທີ່​ນາງ​ເອັມ​ມະ​ລີ ແລະ ຫລານ​ຊາຍ​ຂອງ​ພວກ​ເຮົາ, ທ້າວ​ຄຣິດ​ສະ​ຕຽນ, ໄດ້​ຕົກ​ຫລຸມ​ຮັກ ແລະ ໄດ້​ແຕ່ງ​ງານ​ກັນ​ຢູ່​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ບັດ​ນີ້​ນາງ​ເອັມ​ມະ​ລີ ແລະ ທ້າວ​ຄຣິດ​ສະ​ຕຽນ ກໍ​ມີ​ລູກ​ສາວ​ນ້ອຍ​ຂອງ​ເຂົາ​ເຈົ້າ​ເອງ.

ຮູບ​ພາບ
ເອັມ​ມະ​ລີ​ກັບ​ລູກ​ສາວ

ເມື່ອ​ບໍ່​ດົນ​ມາ​ນີ້ ນາງ​ເອັມ​ມະ​ລີ​ໄດ້​ຂຽນ​ວ່າ: “ຕະ​ຫລອດ​ເວ​ລາ​ເກົ້າ​ເດືອນ​ຜ່ານ​ມາ​ຂອງ​ການ​ຕັ້ງ​ທ້ອງ, ຂ້າ​ນ້ອຍ​ໄດ້​ມີ​ເວ​ລາ​ຫວນ​ຄິດ​ເຖິງ​ເຫດ​ການ [ຂອງ] ການ​ເກີດ​ຂອງ​ຂ້າ​ນ້ອຍ. ຂ້າ​ນ້ອຍ​ໄດ້​ຄິດ​ເຖິງ​ແມ່​ຜູ້​ໃຫ້​ກຳ​ເນີດ​ຂ້າ​ນ້ອຍ, ຜູ້​ທີ່​ມີ​ອາ​ຍຸ​ພຽງ​ແຕ່ 16 ປີ. ຂະ​ນະ​ທີ່​ຂ້າ​ນ້ອຍ​ໄດ້​ປະ​ສົບ​ຄວາມ​ເຈັບ​ປວດ ແລະ ການ​ປ່ຽນ​ແປງ​ທີ່​ການ​ຕັ້ງ​ທ້ອງ​ນັ້ນ​ນຳ​ມາ​ໃຫ້, ຂ້າ​ນ້ອຍ​ອົດ​ຄິດ​ບໍ່​ໄດ້​ວ່າ ມັນ​ຄົງ​ຈະ​ຍາກ​ຂະ​ໜາດ​ໃດ​ຕອນ​ອາ​ຍຸ 16 ປີ. … ນ້ຳ​ຕາ​ກໍ​ຍັງ​ໄຫລ​ອອກ​ມາ​ແມ່ນ​ແຕ່​ໃນ​ເວ​ລາ​ນີ້ ຂະ​ນະ​ທີ່​ຂ້າ​ນ້ອຍ​ຄິດ​ເຖິງ​ແມ່​ຜູ້​ໃຫ້​ກຳ​ເນີດ​ຂ້າ​ນ້ອຍ, ຜູ້​ທີ່​ໄດ້​ຮູ້​ວ່າ​ລາວ​ຈະ​ໃຫ້​ຊີ​ວິດ [ທີ່​ລາວ​ປາດ​ຖະ​ໜາ​ຈະ​ໃຫ້​ຂ້າ​ນ້ອຍ​ບໍ່​ໄດ້ ແລະ ໂດຍ​ບໍ່​ເຫັນ​ແກ່​ຕົວ ລາວ​ໄດ້​ອະ​ນຸ​ຍາດ​ໃຫ້​ຄົນ​ອື່ນ] ຮັບ​ເອົາ​ຂ້າ​ນ້ອຍ​ໄປ​ລ້ຽງ​ເປັນ​ລູກ​ບຸນ​ທຳ. ຂ້າ​ນ້ອຍ​ບໍ່​ສາ​ມາດ​ເຂົ້າ​ໃຈ​ສິ່ງ​ທີ່​ລາວ​ອາດ​ໄດ້​ຜ່ານ​ຜ່າ​ໃນ​ໄລ​ຍະ​ເກົ້າ​ເດືອນ​ເຫລົ່າ​ນັ້ນ—ມີ​ຄົນ​ຕັດ​ສິນ​ລາວ​ຂະ​ນະ​ທີ່​ຮ່າງ​ກາຍ​ຂອງ​ລາວ​ໄດ້​ປ່ຽນ​ໄປ, ປະ​ສົບ​ການ​ຂອງ​ຄົນ​ໄວ​ລຸ້ນ​ທີ່​ລາວ​ໄດ້​ພາດ​ໄປ, ໂດຍ​ທີ່​ຮູ້​ວ່າ​ໃນ​ທີ່​ສຸດ​ວຽກ​ງານ​ແຫ່ງ​ຄວາມ​ຮັກ​ຂອງ​ແມ່, ລາວ​ຈະ​ຕ້ອງ​ວາງ​ລູກ​ນ້ອຍໄວ້​ຢູ່ໃນ​ອ້ອມ​ແຂນ​ຂອງ​ຄົນ​ອື່ນ. ຂ້າ​ນ້ອຍ​ກະ​ຕັນ​ຍູ​ຫລາຍ​ສຳ​ລັບ​ການ​ເລືອກ​ທີ່​ບໍ່​ເຫັນ​ແກ່​ຕົວ​ຂອງ​ລາວ, ທີ່​ລາວ​ໄດ້​ເລືອກ​ໃຫ້​ຂ້າ​ນ້ອຍ​ມີ​ຊີ​ວິດ ເພື່ອ​ຈະ​ສາ​ມາດ​ໃຊ້​ອຳ​ເພີ​ໃຈ​ຂອງ​ຂ້າ​ນ້ອຍ​ເອງ.” ນາງ​ເອັມ​ມະ​ລີ​ສະ​ຫລຸບ​ໂດຍ​ກ່າວ​ວ່າ, “ຂ້າ​ນ້ອຍ​ຂອບ​ຄຸນ​ສຳ​ລັບ​ແຜນ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ສຳ​ລັບ​ພໍ່​ແມ່​ຜູ້​ປະ​ເສີດ ຜູ້​ທີ່ [ໄດ້​ຮັກ ແລະ ດູ​ແລ] ຂ້າ​ນ້ອຍ, ແລະ ສຳ​ລັບ​ພຣະ​ວິ​ຫານ ບ່ອນ​ທີ່​ເຮົາ​ສາ​ມາດ​ໄດ້​ຮັບ​ການ​ຜະ​ນຶກ​ເຂົ້າ​ກັບ​ຄອບ​ຄົວ​ຂອງ​ເຮົາ​ຊົ່ວ​ນິ​ລັນ​ດອນ.” 15

ຮູບ​ພາບ
ຮູບ​ພາບ​ປະ​ກອບ​ເຂົ້າ​ກັນ

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ “ກໍ​ໄດ້​ເອົາ​ເດັກ​ນ້ອຍ​ຜູ້​ໜຶ່ງ​ມາ​ຢືນ​ຢູ່​ຕໍ່​ໜ້າ​ພວກ​ເພິ່ນ: ແລ້ວ​ກໍ​ອູ້ມ​ເອົາ​ເດັກ​ນ້ອຍ​ນັ້ນ ແລະ ກ່າວ​ແກ່​ພວກ​ສາ​ວົກ​ວ່າ, ຖ້າ​ຜູ້​ໃດ​ກໍ​ຕາມ​ທີ່​ຕ້ອນ​ຮັບ​ເດັກ​ນ້ອຍ [ເຫລົ່າ​ນີ້] ຢ່າງ​ນີ້ ໄວ້​ໃນ​ນາມ​ຂອງ​ເຮົາ, ຜູ້​ນັ້ນ​ກໍ​ຕ້ອນ​ຮັບ​ເຮົາ.” 16

ເມື່ອ​ຄວາມ​ປາດ​ຖະ​ໜາ​ທີ່​ຊອບ​ທຳ​ຍັງ​ບໍ່​ເກີດ​ເປັນ​ຈິງ​ເທື່ອ

ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຮັກ ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ຄູ່​ຄອງ​ທີ່​ຊອບ​ທຳ ຜູ້​ທີ່​ແຕ່ງ​ງານ​ກັນ ແລະ ບໍ່​ສາ​ມາດ​ມີ​ລູກ​ທີ່​ເຂົາ​ເຈົ້າ​ຄາດ​ຫວັງ​ຢາກ​ໄດ້​ຫລາຍ​ແທ້ໆ ແລະ ຕໍ່​ບັນ​ດາ​ຍິງ ແລະ ຊາຍ​ຜູ້​ທີ່​ບໍ່​ໄດ້​ມີ​ໂອ​ກາດ​ທີ່​ຈະ​ແຕ່ງ​ງານ ອີງ​ຕາມ​ກົດ​ຂອງ​ພຣະ​ເຈົ້າ. ຄວາມ​ຝັນ​ຂອງ​ຊີ​ວິດ​ທີ່​ບໍ່​ເກີດ​ເປັນ​ຈິງ​ກໍ​ເປັນ​ເລື່ອງ​ທີ່​ເຂົ້າ​ໃຈ​ຍາກ ຖ້າ​ຫາກ​ເຮົາ​ມອງ​ເບິ່ງ​ມັນ​ພຽງ​ແຕ່​ຈາກ​ທັດ​ສະ​ນະ​ຂອງ​ຊີ​ວິດ​ມະ​ຕະ​ເທົ່າ​ນັ້ນ. ໃນ​ຖາ​ນະ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ ເມື່ອ​ທ່ານ​ຊື່​ສັດ​ຕໍ່​ພຣະ​ເຢ​ຊູ​ຄຣິດ ແລະ ພັນ​ທະ​ສັນ​ຍາ​ຂອງ​ທ່ານ, ທ່ານ​ຈະ​ໄດ້​ຮັບ​ພຣະ​ພອນ​ຊົດ​ເຊີຍ​ໃນ​ຊີ​ວິດ​ນີ້ ແລະ ຄວາມ​ປາດ​ຖະ​ໜາ​ທີ່​ຊອບ​ທຳ​ຂອງ​ທ່ານ​ຕາມ​ຕາ​ຕະ​ລາງ​ເວ​ລາ​ນິ​ລັນ​ດອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. 17 ຈະ​ມີ​ຄວາມ​ສຸກ​ໄດ້​ໃນ​ການ​ເດີນ​ທາງ​ຂອງ​ຊີ​ວິດ​ມະ​ຕະ ແມ່ນ​ແຕ່​ເມື່ອ​ຄວາມ​ຫວັງ​ທີ່​ຊອບ​ທຳ​ທັງ​ໝົດ​ຂອງ​ເຮົາ​ບໍ່​ໄດ້​ເກີດ​ເປັນ​ຈິງ​ກໍ​ຕາມ. 18

ຫລັງ​ຈາກ​ການ​ເກີດ​ມາ, ເດັກ​ນ້ອຍ​ຍັງ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຂອງ​ເຮົາ​ຕໍ່​ໄປ. ບາງ​ຄົນ​ກໍ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ນັ້ນ​ຫລາຍ​ແທ້ໆ. ແຕ່​ລະ​ປີ ຜ່ານ​ທາງ​ອະ​ທິ​ການ​ທີ່​ຫ່ວງ​ໃຍ ແລະ ສ່ວນ​ບໍ​ລິ​ຈາກ​ຂອງ​ທ່ານ​ໃນ​ການ​ຖື​ສິນ​ອົດ​ເຂົ້າ ແລະ ກອງ​ທຶນ​ມະ​ນຸດ​ສະ​ທຳ, ຊີ​ວິດ​ຂອງ​ເດັກ​ນ້ອຍ​ຫລາຍໆ​ລ້ານ​ຄົນ​ກໍ​ໄດ້​ຮັບ​ພອນ. ເມື່ອ​ບໍ່​ດົນ​ມາ​ນີ້ ຝ່າຍ​ປະ​ທານ​ສູງ​ສຸດ​ໄດ້​ປະ​ກາດ​ການ​ບໍ​ລິ​ຈາກ​ເພີ່ມ​ອີກ​ເປັນ​ຈຳ​ນວນ 20 ລ້ານ​ໂດ​ລາ ໃນ​ການ​ຊ່ວຍ​ກອງ​ທຶນ​ສາ​ກົນ​ເພື່ອ​ການ​ພັດ​ທະ​ນາ​ເດັກ ໃນ​ຄວາມ​ພະ​ຍາ​ຍາມ​ຕະ​ຫລອດ​ທົ່ວ​ໂລກ​ທີ່​ຈະ​ຈັດ​ການ​ສັກ​ຢາ​ວັກ​ຊີນ​ສອງ​ພັນ​ລ້ານ​ເຂັມ. 19 ພຣະ​ເຈົ້າ​ຮັກ​ເດັກ​ນ້ອຍ.

ການ​ຕັດ​ສິນ​ໃຈ​ທີ່​ສັກ​ສິດ​ໃນ​ການ​ມີ​ລູກ

ມັນ​ເປັນ​ເລື່ອງ​ທີ່​ໜ້າ​ເປັນ​ຫ່ວງ​ທີ່ ແມ່ນ​ແຕ່​ໃນ​ປະ​ເທດ​ທີ່​ຈະ​ເລີນ​ກ້າວ​ໜ້າ​ທີ່​ສຸດ​ຂອງ​ໂລກ, ຍັງ​ມີ​ເດັກ​ນ້ອຍ​ເປັນ​ຈຳ​ນວນ​ໜ້ອຍ​ທີ່​ເກີດ​ມາ. 20 “ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຕໍ່​ລູກໆ​ຂອງ​ພຣະ​ອົງ​ໃຫ້​ມີ​ລູກ​ໃນ​ແຜ່ນ​ດິນ​ໂລກ ຍັງ​ເປັນ​ພຣະ​ບັນ​ຍັດ​ທີ່​ໃຊ້​ໄດ້​ຢູ່.” 21 ເມື່ອ​ໃດ​ຈະ​ມີ​ລູກ ແລະ ຈະ​ມີ​ຈັກ​ຄົນ​ນັ້ນ​ເປັນ​ການ​ຕັດ​ສິນ​ໃຈ​ສ່ວນ​ຕົວ​ລະ​ຫວ່າງ​ສາ​ມີ ແລະ ພັນ​ລະ​ຍາ ແລະ ພຣະ​ຜູ້​ເປັນ​ເຈົ້າ. ດ້ວຍ​ສັດ​ທາ ແລະ ການ​ອະ​ທິ​ຖານ, ການ​ຕັດ​ສິນ​ໃຈ​ທີ່​ສັກ​ສິດ​ນີ້​ສາ​ມາດ​ເປັນ​ປະ​ສົບ​ການ​ທີ່​ງົດ​ງາມ ແລະ ເປັນ​ການ​ເປີດ​ເຜີຍ​ໄດ້. 22

ຂ້າ​ພະ​ເຈົ້າ​ຈະ​ແບ່ງ​ປັນ​ເລື່ອງ​ລາວ​ຂອງ​ຄອບ​ຄົວ​ລາ​ອິງ ຈາກ​ລັດ​ແຄ​ລິໂຟ​ເນຍ​ພາກ​ໃຕ້. ຊິດ​ສະ​ເຕີ ເຣ​ແບັກ​ກາ ລາ​ອິງ ຂຽນ​ວ່າ:

ຮູບ​ພາບ
ຄອບ​ຄົວ​ລາ​ອິງ

“ໃນ​ລະ​ດູ​ຮ້ອນ​ຂອງ​ປີ 2011, ຊີ​ວິດ​ຄອບ​ຄົວ​ຂອງ​ພວກ​ເຮົາ​ກໍ​ເບິ່ງ​ຄື​ວ່າ​ສົມ​ບູນ​ແບບ​ດີ. ພວກ​ເຮົາ​ໄດ້​ແຕ່ງ​ງານ​ກັນ​ຢ່າງ​ມີ​ຄວາມ​ສຸກ ພ້ອມ​ດ້ວຍ​ລູກໆ​ສີ່​ຄົນ—ອາ​ຍຸ 9, 7, 5, ແລະ 3 ປີ. …

“ການ​ຕັ້ງ​ທ້ອງ ແລະ ການ​ຄອດ​ລູກ​ຂອງ​ຂ້າ​ນ້ອຍ [ໄດ້​ເປັນ] ການ​ສ່ຽງ​ສູງ … [ແລະ] ພວກ​ເຮົາ​ໄດ້​ຮູ້​ສຶກ​ວ່າ​ໄດ້​ຮັບ​ພອນ [ຫລາຍ] ແລ້ວ​ທີ່​ໄດ້​ມີ​ລູກ​ສີ່​ຄົນ, [ໂດຍ​ຄິດ] ວ່າ​ຄອບ​ຄົວ​ຂອງ​ພວກ​ເຮົາ​ແມ່ນ​ສົມ​ບູນ​ຄົບ​ຖ້ວນ​ແລ້ວ. ໃນ​ເດືອນ​ຕຸ​ລາ ຂະ​ນະ​ທີ່​ຮັບ​ຟັງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຢູ່​ນັ້ນ, ຂ້າ​ນ້ອຍ​ໄດ້​ມີ​ຄວາມ​ຮູ້​ສຶກ​ທີ່​ແຈ່ມ​ແຈ້ງ​ວ່າ​ພວກ​ເຮົາ​ຕ້ອງ​ມີ​ລູກ​ອີກ​ໜຶ່ງ​ຄົນ. ຂະ​ນະ​ທີ່ ຣາ​ກະ​ແຣນ ແລະ ຂ້າ​ນ້ອຍ​ໄດ້​ຄິດ​ໄຕ່​ຕອງ ແລະ ອະ​ທິ​ຖານ, … ພວກ​ເຮົາ​ໄດ້​ຮູ້​ວ່າ​ພຣະ​ເຈົ້າ​ໄດ້​ມີ​ແຜນ​ທີ່​ແຕກ​ຕ່າງ​ສຳ​ລັບ​ພວກ​ເຮົາ ຈາກ​ທີ່​ພວກ​ເຮົາ​ມີ​ສຳ​ລັບ​ຕົວ​ເອງ.

“ຫລັງ​ຈາກ​ການ​ຕັ້ງ​ທ້ອງ ແລະ ການ​ຄອດ​ທີ່​ຍາກ​ລຳ​ບາກ​ອີກ​ເທື່ອ​ໜຶ່ງ, ພວກ​ເຮົາ​ກໍ​ໄດ້​ຮັບ​ພອນ​ໂດຍ​ມີ​ລູກ​ສາວ​ນ້ອຍ​ທີ່​ສວຍ​ງາມ​ຄົນ​ໜຶ່ງ. ພວກ​ເຮົາ​ໄດ້​ຕັ້ງ​ຊື່​ໃຫ້​ນາງ​ວ່າ ບະ​ຣີ​ແອວ. ນາງ​ໄດ້​ເປັນ​ການ​ມະ​ຫັດ​ສະ​ຈັນ. ບໍ່​ດົນ​ຫລັງ​ຈາກ​ນາງ​ເກີດ, ຂະ​ນະ​ທີ່​ຍັງ​ຢູ່​ໃນ [ຫ້ອງ​ຄອດ], ຂ້າ​ນ້ອຍ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ​ຢ່າງ​ແຈ່ມ​ແຈ້ງ​ວ່າ: ‘ຍັງ​ມີ​ອີກ​ຄົນ​ໜຶ່ງ.’

“ສາມ​ປີ​ຕໍ່​ຈາກ​ນັ້ນ, ໄດ້​ມີ​ການ​ມະ​ຫັດ​ສະ​ຈັນ​ອີກ​ຄັ້ງ, ຊຶ່ງ​ເປັນ​ນາງ​ມີ​ອາ. ນາງ​ບະ​ຣີ​ແອວ ແລະ ນາງ​ມີ​ອາ​ເປັນ​ແຫລ່ງ​ແຫ່ງ​ຄວາມ​ສຸກ​ຢ່າງ​ຫລວງ​ຫລາຍ​ສຳ​ລັບ​ຄອບ​ຄົວ​ຂອງ​ພວກ​ເຮົາ.” ນາງ​ສະ​ຫລຸບ​ໂດຍ​ກ່າວ​ວ່າ, “ການ​ເປີດ​ໃຈ​ຮັບ​ການ​ຊີ້​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ການ​ເຮັດ​ຕາມ​ແຜນ​ຂອງ​ພຣະ​ອົງ​ສຳ​ລັບ​ເຮົາ ຈະ​ນຳ​ຄວາມ​ສຸກ​ທີ່​ຍິ່ງ​ໃຫຍ່​ມາ​ໃຫ້​ເຮົາ​ຫລາຍ​ກວ່າ … ການ​ເພິ່ງ​ພາ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ເອງ.” 23

ຮູບ​ພາບ
ນາງ​ບະ​ຣີ​ແອວ ແລະ ນາງ​ມີ​ອາ ລາ​ອິງ

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮັກ​ເດັກ​ນ້ອຍ​ແຕ່​ລະ​ຄົນ.

“ແລະ ພຣະ​ອົງ​ໄດ້​ເອົາ​ເດັກ​ນ້ອຍໆ​ຂອງ​ພວກ​ເຂົາ, ມາ​ເທື່ອ​ລະ​ຄົນ, ແລະ ອວຍ​ພອນ​ພວກ​ເຂົາ. …

“ແລະ … ພວກ​ເຂົາ​ໄດ້​ກວາດ​ສາຍ​ຕາ​ຂຶ້ນ​ໄປ​ເທິງ​ຟ້າ, … ແລະ ພວກ​ເຂົາ​ໄດ້​ເຫັນ​ເຫລົ່າ​ທູດ​ພາ​ກັນ​ລົງ​ມາ​ຈາກ​ສະ​ຫວັນ … ຢູ່​ທ່າມ​ກາງ​ໄຟ; ແລະ [ເຫລົ່າ​ທູດ] … ໄດ້​ອ້ອມ​ຮອບ​ເດັກ​ນ້ອຍ​ເຫລົ່າ​ນັ້ນ​ໄວ້, … ແລະ ເຫລົ່າ​ທູດ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ພວກ​ເຂົາ.” 24

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ການ​ເດີນ​ທາງ​ສ່ວນ​ຕົວ​ຂອງ​ທ່ານ​ໃນ​ຖາ​ນະ​ລູກ​ຂອງ​ພຣະ​ເຈົ້າ​ບໍ່​ໄດ້​ເລີ່ມ​ຕົ້ນ​ສຳ​ລັບ​ທ່ານ​ຕອນ​ທ່ານ​ສູບ​ລົມ​ຫາຍ​ໃຈ​ເຂົ້າ​ໄປ​ໃນ​ປອດ​ເປັນ​ເທື່ອ​ທຳ​ອິດ​ຫລັງ​ຈາກ​ທ່ານ​ເກີດ​ມາ, ແລະ ມັນ​ຈະ​ບໍ່​ສິ້ນ​ສຸດ​ລົງ​ຕອນ​ທ່ານ​ສູບ​ລົມ​ຫາຍ​ໃຈ​ເປັນ​ເທື່ອ​ສຸດ​ທ້າຍ​ໃນ​ຊີ​ວິດ​ມະ​ຕະ​ນີ້.

ຂໍ​ໃຫ້​ເຮົາ​ຈົ່ງ​ຈຳ​ໄວ້​ວ່າ ລູກ​ທາງ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ແຕ່​ລະ​ຄົນ​ກຳ​ລັງ​ລົງ​ມາ​ສູ່​ໂລກ​ໃນ​ການ​ເດີນ​ທາງ​ສ່ວນ​ຕົວ​ຂອງ​ເຂົາ​ເອງ. 25 ຂໍ​ໃຫ້​ເຮົາ​ຈົ່ງ​ຕ້ອນ​ຮັບ​ພວກ​ເຂົາ, ປ້ອງ​ກັນ​ພວກ​ເຂົາ, ແລະ ຮັກ​ພວກ​ເຂົາ​ສະ​ເໝີ​ໄປ. ເມື່ອ​ທ່ານ​ຕ້ອນ​ຮັບ​ເອົາ​ເດັກ​ນ້ອຍໆ​ທີ່​ລ້ຳ​ຄ່າ​ເຫລົ່າ​ນີ້​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຊ່ວຍ​ພວກ​ເຂົາ​ໃນ​ການ​ເດີນ​ທາງ​ນິ​ລັນ​ດອນ​ຂອງ​ພວກ​ເຂົາ, ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອວຍ​ພອນ​ທ່ານ ແລະ ຖອກ​ເທ​ຄວາມ​ຮັກ ແລະ ຄວາມ​ເຫັນ​ດີ​ເຫັນ​ຊອບ​ໃຫ້​ແກ່​ທ່ານ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ການ​ຕິດ​ຕໍ່​ສ່ວນ​ຕົວ.

  2. ການ​ຕິດ​ຕໍ່​ສ່ວນ​ຕົວ. ເບິ່ງ “ເຮົາ​ຮູ້​ພຣະ​ຜູ້​ໄຖ່​ຊົງ​ພຣະ​ຊົນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ເລກ​ທີ 42.

  3. ການ​ຕິດ​ຕໍ່​ສ່ວນ​ຕົວ.

  4. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:45.

  5. Joseph F. Smith, ໃນ Conference Report, Apr. 1916, 3.

  6. ໃນ Trent Toone, “‘A Fulness of Joy’: President Nelson Shares Message of Eternal Life at His Daughter’s Funeral,” Church News, Jan. 19, 2019, thechurchnews.com.

  7. ເບິ່ງ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ChurchofJesusChrist.org.

  8. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:56.

  9. ເຢ​ເຣ​ມີ​ຢາ 1:5. ພຣະ​ຄຳ​ພີ​ໃໝ່​ບອກ​ເຖິງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ທີ່​ຍັງ​ບໍ່​ທັນ​ເກີດ​ວ່າ ໄດ້​ເໜັງ​ຕີງ​ຢູ່​ໃນ​ທ້ອງ​ແມ່​ຕອນ​ນາງ​ເອ​ລີ​ຊາ​ເບັດ​ໄດ້​ຍິນ​ຄຳ​ທັກ​ທາຍ​ຈາກ​ນາງ​ມາ​ຣີ, ຜູ້​ທີ່​ກຳ​ລັງ​ຈະ​ມີ​ກຸມ​ມານ​ນ້ອຍ​ເຢ​ຊູ​ໃນ​ບໍ່​ດົນ​ນັ້ນ (ເບິ່ງ ລູ​ກາ 1:41).

  10. ນະ​ໂຍ​ບາຍ​ທີ່​ເປັນ​ທາງ​ການ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຄື:

    “ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເຊື່ອ​ໃນ​ຄວາມ​ສັກ​ສິດ​ຂອງ​ຊີ​ວິດ​ຂອງ​ມະ​ນຸດ. ດັ່ງ​ນັ້ນ, ສາດ​ສະ​ໜາ​ຈັກ​ຈຶ່ງ​ຕໍ່​ຕ້ານ​ການ​ເລືອກ​ແທ້ງ​ລູກ​ສຳ​ລັບ​ຄວາມ​ສະ​ດວກ​ສ່ວນ​ຕົວ ຫລື ສັງ​ຄົມ, ແລະ ແນະ​ນຳ​ສະ​ມາ​ຊິກ​ວ່າ​ບໍ່​ໃຫ້​ຍິນ​ຍອມ​ຕໍ່, ກະ​ທຳ, ຊຸກ​ຍູ້, ຈ່າຍ​ຄ່າ, ຫລື ຈັດ​ຫາ​ການ​ແທ້ງ​ລູກ​ດັ່ງ​ກ່າວ​ນີ້.

    “ສາດ​ສະ​ໜາ​ຈັກ​ອະ​ນຸ​ຍາດ​ໃຫ້​ມີ​ການ​ຍົກ​ເວັ້ນ​ທີ່​ເປັນ​ໄປ​ໄດ້​ສຳ​ລັບ​ສະ​ມາ​ຊິກ​ເມື່ອ:

    “ການ​ຕັ້ງ​ທ້ອງ​ນັ້ນ​ເປັນ​ຜົນ​ຈາກ​ການ​ຂົ່ມ​ຂືນ ຫລື ການ​ມີ​ເພດ​ສຳ​ພັນ​ລະ​ຫວ່າງ​ຄົນ​ໃນ​ຄອບ​ຄົວ, ຫລື

    “ແພດ​ທີ່​ມີ​ຄວາມ​ສາ​ມາດ​ກຳ​ນົດ​ວ່າ​ຊີ​ວິດ ຫລື ສຸ​ຂະ​ພາບ​ຂອງ​ຜູ້​ເປັນ​ແມ່​ຕົກ​ຢູ່​ໃນ​ຂັ້ນ​ອັນ​ຕະ​ລາຍ​ທີ່​ຮ້າຍ​ແຮງ, ຫລື

    “ແພດ​ທີ່​ມີ​ຄວາມ​ສາ​ມາດ​ກຳ​ນົດ​ວ່າ​ເດັກ​ທີ່​ຢູ່​ໃນ​ທ້ອງ​ນັ້ນ​ມີ​ສະ​ພາບ​ທີ່​ສາ​ຫັດ​ຫລາຍ ຈົນເດັກ​ຈະ​ບໍ່​ລອດ​ຫລັງ​ການ​ຄອດ.

    “ສາດ​ສະ​ໜາ​ຈັກ​ສິດ​ສອນ​ສະ​ມາ​ຊິກ​ວ່າ ແມ່ນ​ແຕ່​ຂໍ້​ຍົກ​ເວັ້ນ​ເຫລົ່າ​ນີ້​ກໍ​ບໍ່​ໄດ້​ໃຫ້​ເຫດ​ຜົນ​ເພື່ອ​ຈັດ​ການ​ແທ້ງ​ລູກ​ຢ່າງ​ອັດ​ຕະ​ໂນ​ມັດ. ການ​ແທ້ງ​ລູກ​ເປັນ​ເລື່ອງ​ທີ່​ຮ້າຍ​ແຮງ​ທີ່​ສຸດ ແລະ ຄວນ​ຖືກ​ພິ​ຈາ​ລະ​ນາ ພຽງ​ແຕ່​ຫລັງ​ຈາກ​ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ​ໄດ້​ປຶກ​ສາ​ກັບ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ທ້ອງ​ຖິ່ນ​ຂອງ​ເຂົາ​ເຈົ້າ​ເສຍ​ກ່ອນ ແລະ ຮູ້​ສຶກ​ຜ່ານ​ການ​ອະ​ທິ​ຖານ​ສ່ວນ​ຕົວ​ວ່າ​ການ​ຕັດ​ສິນ​ໃຈ​ນັ້ນ​ແມ່ນ​ຖືກ​ຕ້ອງ.

    “ສາດ​ສະ​ໜາ​ຈັກ​ບໍ່​ໄດ້​ເຫັນ​ດ້ວຍ ຫລື ຄັດ​ຄ້ານ​ຂໍ້​ສະ​ເໜີ​ຂອງ​ຝ່າຍ​ທີ່​ອອກ​ກົດ​ໝາຍ ຫລື ການ​ປະ​ທ້ວງ​ສາ​ທາ​ລະ​ນະ​ຊົນ​ກ່ຽວ​ກັບ​ການ​ແທ້ງ​ລູກ” (“Abortion,” Newsroom, newsroom.ChurchofJesusChrist.org; ເບິ່ງ General Handbook: Serving in The Church of Jesus Christ of Latter-day Saints , 38.6.1, ChurchofJesusChrist.org) ນຳ​ອີກ.

  11. Gordon B. Hinckley, “Walking in the Light of the Lord,” Ensign, Nov. 1998, 99; Liahona, Jan. 1999, 117.

    ປະ​ທານ​ກໍ​ດອນ ບີ ຮິງ​ລີ ໄດ້​ກ່າວ​ວ່າ:

    “ການ​ແທ້ງ​ລູກ​ເປັນ​ເລື່ອງ​ທີ່​ໜ້າ​ລັງ​ກຽດ, ເປັນ​ສິ່ງ​ທີ່​ເລວ​ຊາມ, ສິ່ງ​ທີ່​ຈະ​ນຳ​ຄວາມ​ເສຍ​ໃຈ ແລະ ຄວາມ​ໂສກ​ເສົ້າ ແລະ ຄວາມ​ກິນ​ແໜງ​ມາ​ໃຫ້​ໃນ​ທີ່​ສຸດ.

    “ເຖິງ​ແມ່ນ​ວ່າ​ເຮົາ​ປະ​ນາມ​ມັນ, ເຮົາ​ກໍ​ໃຫ້​ຂໍ້​ຍົກ​ເວັ້ນ​ໃນ​ສະ​ຖາ​ນະ​ການ​ດັ່ງ​ເຊັ່ນ ເມື່ອ​ການ​ຕັ້ງ​ທ້ອງ​ນັ້ນ​ເປັນ​ຜົນ​ຂອງ​ການ​ມີ​ເພດ​ສຳ​ພັນ​ລະ​ຫວ່າງ​ຄົນ​ໃນ​ຄອບ​ຄົວ ຫລື ການ​ຂົ່ມ​ຂືນ, ເມື່ອ​ຊີ​ວິດ ຫລື ສຸ​ຂະ​ພາບ​ຂອງ​ແມ່​ຖືກ​ຕັດ​ສິນ​ໂດຍ​ເຈົ້າ​ໜ້າ​ທີ່​ທາງ​ການ​ແພດ​ທີ່​ມີ​ຄວາມ​ສາ​ມາດ​ວ່າ ຕົກ​ຢູ່​ໃນ​ຂັ້ນ​ອັນ​ຕະ​ລາຍ​ທີ່​ຮ້າຍ​ແຮງ, ຫລື ແພດ​ທີ່​ມີ​ຄວາມ​ສາ​ມາດ​ໄດ້​ຮູ້​ວ່າ​ເດັກ​ທີ່​ຢູ່​ໃນ​ທ້ອງ​ນັ້ນ ມີ​ສະ​ພາບ​ທີ່​ສາ​ຫັດ​ຫລາຍ ຈົນ​ເດັກ​ຈະ​ບໍ່​ລອດ​ຫລັງ​ການ​ຄອດ.

    “ແຕ່​ຕົວ​ຢ່າງ​ເຫລົ່າ​ນີ້​ກໍ​ຫາ​ເຫັນ​ຍາກ, ແລະ ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ເກີດ​ຂຶ້ນ​ກໍ​ມີ​ໜ້ອຍ​ທີ່​ສຸດ​ເລີຍ. ໃນ​ສະ​ຖາ​ນະ​ການ​ເຫລົ່າ​ນີ້ ຜູ້​ຄົນ​ທີ່​ປະ​ເຊີນ​ກັບ​ຄຳ​ຖາມ​ນີ້​ກໍ​ຖືກ​ຂໍ​ຮ້ອງ​ໃຫ້​ປຶກ​ສາ​ກັບ​ຜູ້​ນຳ​ທາງ​ຝ່າຍ​ສາດ​ສະ​ໜາ​ໃນ​ທ້ອງ​ຖິ່ນ ແລະ ອະ​ທິ​ຖານ​ດ້ວຍ​ຄວາມ​ຕັ້ງ​ໃຈ​ຢ່າງ​ເຕັມ​ທີ່, ຮັບ​ເອົາ​ການ​ຢືນ​ຢັນ​ຜ່ານ​ທາງ​ການ​ອະ​ທິ​ຖານ​ກ່ອນ​ຈະ​ດຳ​ເນີນ​ຕໍ່​ໄປ” (“What Are People Asking about Us?,” Ensign, Nov. 1998, 71; Liahona, Jan. 1999, 83–84).

  12. ເບິ່ງ Neil L. Andersen, The Divine Gift of Forgiveness (2019), 25.

    ໃນ​ໂອ​ກາດ​ໜຶ່ງ​ຢູ່​ປະ​ເທດ​ຝຣັ່ງ, ລະ​ຫວ່າງ​ການ​ສຳ​ພາດ​ຮັບ​ບັບ​ຕິ​ສະ​ມາ, ຜູ້​ຍິງ​ຄົນ​ໜຶ່ງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ເຖິງ​ການ​ແທ້ງ​ລູກ​ຂອງ​ລາວ​ເມື່ອ​ຫລາຍ​ປີ​ກ່ອນ​ໜ້າ​ນັ້ນ. ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ສຳ​ລັບ​ຄວາມ​ດີ​ງາມ​ຂອງ​ລາວ. ລາວ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ປະ​ມານ​ໜຶ່ງ​ປີ​ຕໍ່​ມາ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໂທ​ລະ​ສັບ. ຜູ້​ຍິງ​ທີ່​ປະ​ເສີດ​ຄົນ​ນີ້ ໜຶ່ງ​ປີ​ຫລັງ​ຈາກ​ການ​ຮັບ​ບັບ​ຕິ​ສະ​ມາ​ຂອງ​ລາວ, ລາວ​ໄດ້​ຮັບ​ການ​ສິດ​ສອນ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ລາວ​ໄດ້​ໂທ​ມາ​ດ້ວຍ​ສຽງ​ສະ​ອື້ນ​ວ່າ: “ທ່ານ​ຈຳ​ໄດ້​ບໍ ທີ່ … ຂ້າ​ນ້ອຍ​ໄດ້​ບອກ​ທ່ານ​ກ່ຽວ​ກັບ​ການ​ແທ້ງ​ລູກ​ເມື່ອ​ຫລາຍ​ປີ​ກ່ອນ? ຂ້າ​ນ້ອຍ​ໄດ້​ຮູ້​ສຶກ​ຜິດ​ສຳ​ລັບ​ສິ່ງ​ທີ່​ຂ້າ​ນ້ອຍ​ໄດ້​ເຮັດ​ລົງ​ໄປ. ແຕ່​ປີ​ທີ່​ຜ່ານ​ມາ​ນີ້​ໄດ້​ປ່ຽນ​ແປງ​ຂ້າ​ນ້ອຍ. … ຫົວ​ໃຈ​ຂອງ​ຂ້າ​ນ້ອຍ​ໄດ້​ຫັນ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. … ຂ້າ​ນ້ອຍ​ເຈັບ​ປວດ​ຫລາຍ​ໂດຍ​ຄວາມ​ຮ້າຍ​ແຮງ​ຂອງ​ບາບ​ຂອງ​ຂ້າ​ນ້ອຍ​ຈົນ​ຂ້າ​ນ້ອຍ​ບໍ່​ມີ​ທາງ​ທີ່​ຈະ​ຟື້ນ​ຟູ​ຊີ​ວິດ​ນັ້ນ​ໄດ້.”

    ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຢ່າງ​ຫລວງ​ຫລາຍ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ມີ​ໃຫ້​ແກ່​ຜູ້​ຍິງ​ຄົນ​ນີ້. ປະ​ທານ​ບອຍ ເຄ ແພ໊ກ​ເກີ ໄດ້​ກ່າວ​ວ່າ: “ການ​ຟື້ນ​ຟູ​ສິ່ງ​ທີ່​ທ່ານ​ບໍ່​ສາ​ມາດ​ຟື້ນ​ຟູ, ການ​ປິ່ນ​ປົວ​ບາດ​ແຜ​ທີ່​ທ່ານ​ບໍ່​ສາ​ມາດ​ປິ່ນ​ປົວ, ການ​ສ້ອມ​ແປງ​ສິ່ງ​ທີ່​ທ່ານ​ເຮັດ​ແຕກ​ຫັກ, ແລະ ທ່ານ​ບໍ່​ສາ​ມາດ​ສ້ອມ​ແປງ ນັ້ນ​ຄື​ຈຸດ​ປະ​ສົງ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ.” ເມື່ອ​ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານ​ທີ່​ຈະ​ກັບ​ໃຈ​ນັ້ນ​ໜັກ​ແໜ້ນ ແລະ ທ່ານ​ເຕັມ​ໃຈ​ທີ່​ຈະ​ຈ່າຍ ‘ໝົດ​ຄົບ​ທຸກ​ອັດ,’ [ເບິ່ງ ມັດ​ທາຍ 5:25–26] ແລ້ວ​ກົດ​ແຫ່ງ​ການ​ຊົດ​ເຊີຍ​ຈະ​ບໍ່​ມີ​ຜົນ​ສັກ​ສິດ. ໜີ້​ຂອງ​ທ່ານ​ຖືກ​ຍົກ​ຍ້າຍ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ອົງ​ຈະ​ຊຳ​ລະ​ໜີ້​ໃຫ້​ທ່ານ” (“The Brilliant Morning of Forgiveness,” Ensign, Nov. 1995, 19–20). ຂ້າ​ພະ​ເຈົ້າ​ໃຫ້​ລາວ​ໝັ້ນ​ໃຈ​ໄດ້​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ພຽງ​ແຕ່​ຍົກ​ເອົາ​ບາບ​ໄປ​ຈາກ​ລາວ​ເທົ່າ​ນັ້ນ, ພຣະ​ອົງ​ໄດ້​ເສີມ​ຄວາມ​ເຂັ້ມ​ແຂງ ແລະ ຊຳ​ລະ​ວິນ​ຍານ​ຂອງ​ລາວ​ໃຫ້​ສະ​ອາດ​ນຳ​ອີກ. (ເບິ່ງ Neil L. Andersen, The Divine Gift of Forgiveness, 154–56.)

  13. ເບິ່ງ Dallin H. Oaks, “Protect the Children,” Liahona, Nov. 2012, 43–46.

  14. ການ​ປ້ອງ​ກັນ​ຊີ​ວິດ​ຂອງ​ທິ​ດາ ແລະ ບຸດ​ຂອງ​ພຣະ​ເຈົ້າ​ກໍ​ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຜູ້​ເປັນ​ພໍ່​ນຳ​ອີກ. ພໍ່​ທຸກ​ຄົນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທາງ​ດ້ານ​ອາ​ລົມ, ທາງ​ວິນ​ຍານ, ແລະ ທາງ​ການ​ເງິນ ທີ່​ຈະ​ຕ້ອນ​ຮັບ, ຮັກ, ແລະ ດູ​ແລ​ເດັກ​ນ້ອຍ​ທີ່​ລົງ​ມາ​ສູ່​ໂລກ.

  15. ການ​ຕິດ​ຕໍ່​ສ່ວນ​ຕົວ.

  16. ມາ​ຣະ​ໂກ 9:36–37.

  17. ເບິ່ງ Neil L. Andersen, “A Compensatory Spiritual Power for the Righteous” (Brigham Young University devotional, Aug. 18, 2015), speeches.byu.edu.

  18. ເບິ່ງ Dallin H. Oaks, “The Great Plan of Happiness,” Ensign, Nov. 1993, 75; ເບິ່ງ Russell M. Nelson, “Choices,” Ensign, Nov. 1990, 75 ນຳ​ອີກ.

  19. ເບິ່ງ “Bishop Caussé Thanks UNICEF and Church Members for COVID-19 Relief,” Newsroom, Mar. 5, 2021, newsroom.ChurchofJesusChrist.org.

  20. ຍົກ​ຕົວ​ຢ່າງ, ຖ້າ​ຫາກ​ສະ​ຫະ​ລັດ​ໄດ້​ຮັກ​ສາ​ອັດ​ຕາ​ການ​ຈະ​ເລີນ​ພັນ​ຂອງ​ປີ 2008, ພຽງ​ແຕ່ 13 ປີ​ກ່ອນ, ຄົງ​ຈະ​ມີ​ເດັກ​ນ້ອຍ​ເປັນ​ຈຳ​ນວນ 5.8 ລ້ານ​ຄົນ​ທີ່​ຈະ​ມີ​ຊີ​ວິດ​ຢູ່​ໃນ​ທຸກ​ວັນ​ນີ້ (ເບິ່ງ Lyman Stone, “5.8 Million Fewer Babies: America’s Lost Decade in Fertility,” Institute for Family Studies, Feb. 3, 2021, ifstudies.org/blog).

  21. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ChurchofJesusChrist.org. ພຣະ​ຄຳ​ພີ​ບັນ​ທຶກ​ວ່າ “ເດັກ​ນ້ອຍ​ຄື​ຂອງ​ຂວັນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໂຜດ​ປະ​ທານ” (ເພງ​ສັນ​ລະ​ເສີນ 127:3). ເບິ່ງ Russell M. Nelson, “How Firm Our Foundation,” Liahona, July 2002, 83–84; ເບິ່ງ Dallin H. Oaks, “Truth and the Plan,” Liahona, Nov. 2018, 27 ນຳ​ອີກ.

  22. ເບິ່ງ Neil L. Andersen, “Children,” Liahona, Nov. 2011, 28.

  23. ການ​ຕິດ​ຕໍ່​ສ່ວນ​ຕົວ, ລົງ​ວັນ​ທີ 10 ເດືອນ​ມີ​ນາ, 2021.

  24. 3 ນີ​ໄຟ 17:21, 24.

  25. “ໃນ​ຄວາມ​ເປັນ​ຈິງ, ເຮົາ​ທຸກ​ຄົນ​ກໍ​ເປັນ​ຄົນ​ເດີນ​ທາງ—ແມ່ນ​ແຕ່​ນັກ​ສຳ​ຫລວດ​ໃນ​ຊີ​ວິດ​ມະ​ຕະ. ເຮົາ​ບໍ່​ໄດ້​ມີ​ປະ​ສົບ​ການ​ສ່ວນ​ຕົວ​ກ່ອນ​ໜ້າ​ນີ້. ເຮົາ​ຕ້ອງ​ຜ່ານ​ຜ່າ​ຜາ​ຊັນ ແລະ ແມ່​ນ້ຳ​ທີ່​ປັ່ນ​ປ່ວນໃນ​ການ​ເດີນ​ທາງ​ຂອງ​ເຮົາ​ເອງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ” (Thomas S. Monson, “The Bridge Builder,” Liahona, Nov. 2003, 67).