​2010–2019
ຄວາມຈິງ ແລະ ແຜນ
ເດືອນ​ຕຸລາ 2018


ຄວາມຈິງ ແລະ ແຜນ

ເມື່ອເຮົາສະແຫວງຫາຄວາມຈິງກ່ຽວກັບສາດສະໜາ, ເຮົາຄວນໃຊ້ວິທີທາງ ທາງວິນຍານທີ່ຖືກຕ້ອງສຳລັບການຄົ້ນຄວ້ານັ້ນ.

ການ​ເປີດ​ເຜີຍ​ສະ​ໄໝ​ໃໝ່​ແປ​ຄວາມ​ໝາຍຂອງ ຄວາມ​ຈິງ ວ່າ ເປັນຄວາມຮູ້ເຖິງສິ່ງທີ່ເປັນຢູ່, ແລະ ດັ່ງທີ່ໄດ້ເປັນມາ, ແລະ ດັ່ງທີ່ຈະເປັນ (ເບິ່ງ Doctrine and Covenants 93:24). ມັນ​ເປັນ​ການ​ແປ​ຄວາມ​ໝາຍ​ທີ່​ດີ​ເລີດ ສຳ​ລັບ​ແຜນ​ແຫ່ງ​ຄວາມ​ລອດ ແລະ ສຳ​ລັບ​ໃບ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ.”

ເຮົາມີຊີວິດຢູ່ໃນວັນເວລາທີ່ຂໍ້ມູນຖືກຂະຫຍາຍ ແລະ ເຜີຍແຜ່ຢ່າງກວ້າງຂວາງ. ແຕ່ບໍ່ແມ່ນຂໍ້ມູນທັງ​ໝົດທີ່ເປັນຄວາມຈິງ. ເຮົາຕ້ອງລະມັດລະວັງ ເມື່ອເຮົາສະແຫວງຫາຄວາມຈິງ ແລະ ເມື່ອເຮົາເລືອກແຫລ່ງທີ່ເຮົາຈະເພິ່ງອາໄສໃນການຄົ້ນຄວ້ານັ້ນ. ເຮົາບໍ່ຄວນຖືວ່າຄວາມໂດ່ງດັງທາງໂລກ ຫລື ສິດອຳນາດ​ເປັນແຫລ່ງຂອງຄວາມຈິງທີ່ເໝາະສົມ. ເຮົາຄວນລະມັດລະວັງກ່ຽວກັບຂໍ້ມູນ ຫລື ຄຳປຶກສາທີ່​ໄຮ້ສາລະ ທີ່ດາລາການບັນເທີງ, ນັກກິລາທີ່ໂດ່ງດັງ, ຫລື ແຫລ່ງທີ່ບໍ່ບອກ​ຊື່​ຈາກໃນອິນເຕີເນັດນຳສະເໜີ. ຄວາມຊ່ຽວຊານໃນອາຊີບໜຶ່ງ ບໍ່ຄວນຖືກຮັບຮູ້ວ່າເປັນຄວາມຊ່ຽວຊານ ເຖິງຄວາມຈິງໃນອີກຫົວຂໍ້​ໜຶ່ງ.

ຄວາມລະມັດລະວັງອີກຢ່າງໜຶ່ງສຳລັບການໄຕ່ຕາມຫາຄວາມຈິງແມ່ນໃຫ້ພິຈາລະນາຄວາມຕັ້ງໃຈຂອງຜູ້ທີ່ໃຫ້ຂໍ້ມູນນັ້ນ. ເພາະເຫດນັ້ນ ພຣະຄຳພີຈຶ່ງເຕືອນເຮົາໃຫ້ຕ້ານ​ທານ​ກັບ​ການ​ຫລອກ​ລວງ​ຂອງ​ປະ​ໂລ​ຫິດ (ເບິ່ງ 2 ນີ​ໄຟ 26:29). ຖ້າ​ຫາກ​ແຫລ່ງ​ໃດທີ່ບໍ່​ບອກ​ຊື່ ຫລື ເຮົາບໍ່​ເຄີຍ​ໄດ້​ຍິນ​ມາ​ກ່ອນ, ຂໍ້​ມູນ​ອາດ​ເປັນ​ໜ້າ​ສົງ​ໄສ.

ການຕັດສິນໃຈສ່ວນຕົວຂອງເຮົາຄວນອີງຕາມຂໍ້ມູນຈາກແຫລ່ງທີ່ມີສິດເໝາະສົມກ່ຽວກັບຫົວຂໍ້ນັ້ນ ແລະ ປາດສະຈາກການບິດເບືອນ ທີ່ສາມາດເປັນຜົນທີ່ມາຈາກ ຄວາມຕັ້ງໃຈທີ່ເຫັນແກ່ຕົວ.

I.

ເມື່ອເຮົາສະແຫວງຫາຄວາມຈິງກ່ຽວກັບສາດສະໜາ, ເຮົາຄວນໃຊ້ວິທີທາງ ທາງວິນຍານທີ່ຖືກຕ້ອງສຳລັບການຄົ້ນຄວ້ານັ້ນ ດັ່ງເຊັ່ນ: ການອະທິຖານ, ພະຍານຈາກພຣະວິນຍານບໍລິສຸດ, ແລະ ການສຶກສາພຣະຄຳພີ ແລະ ຖ້ອຍຄຳຂອງສາດສະດາໃນຍຸກສະໄໝໄໝ່. ຂ້າພະເຈົ້າເສົ້າໃຈຕະຫລອດເມື່ອຂ້າພະເຈົ້າໄດ້ຍິນຄົນໃດຄົນໜຶ່ງລາຍງານ ການສູນເສຍສັດທາໃນສາດສະໜາ ເພາະຍ້ອນຄຳສອນທາງໂລກ. ອາການຕາບອດທາງວິນຍານອາດກໍ່ໃຫ້ເກີດຂຶ້ນດ້ວຍຕົວເອງ ໂດຍຜູ້ທີ່ຄັ້ງໜຶ່ງເຄີຍໄດ້ມີພາບທີ່ມາໃຫ້ເຫັນທາງວິນຍານ. ປະທານເຮັນຣີ ບີ ໄອຣິງ ໄດ້ກ່າວ​ວ່າ, “ບັນຫາຂອງເຂົາເຈົ້າບໍ່ໄດ້ຢູ່ໃນ ສິ່ງທີ່ເຂົາເຈົ້າຄິດວ່າເຂົາເຈົ້າເຫັນ; ມັນຢູ່ໃນສິ່ງທີ່ເຂົາເຈົ້າ ບໍ່ສາມາດເຫັນໄດ້​ເທື່ອ.”1

ວິທີທາງຂອງວິທະຍາສາດຈະນຳເຮົາໄປສູ່ສິ່ງທີ່ເຮົາເອີ້ນວ່າ ຄວາມຈິງທາງວິທະຍາສາດ. ແຕ່ “ຄວາມຈິງທາງວິທະຍາສາດ” ບໍ່ໄດ້ເປັນທັງໝົດຂອງຊີວິດ. ຜູ້ທີ່ບໍ່ຮຽນຮູ້ ໂດຍການສຶກສາ ແລະ ໂດຍສັດທານຳອີກ (ເບິ່ງ Doctrine and Covenants 88:118) ຈະຈຳກັດຄວາມເຂົ້າໃຈຂອງເຂົາເຈົ້າເຖິງຄວາມຈິງ ທີ່ເຂົາເຈົ້າສາມາດພິສູດໄດ້ໂດຍວິທີທາງວິທະຍາສາດ. ສິ່ງນີ້ໃຫ້ຄວາມຈຳກັດໃນການໄຕ່ຕາມຫາຄວາມຈິງ.

ປະທານເຈມສ໌ ອີ ຟາວ ໄດ້ກ່າວວ່າ: “ຜູ້ທີ່ໄດ້ [ຮັບບັບຕິສະມາ] ໄດ້ວາງຈິດວິນຍານນິລັນດອນຂອງເຂົາເຈົ້າໄວ້ໃນຈຸດທີ່ສ່ຽງ ໂດຍການໄຕ່ຕາມຫາພຽງແຕ່ແຫລ່ງແຫ່ງການຮຽນຮູ້ຂອງໂລກຢ່າງບໍ່ລະມັດລະວັງ. ເຮົາເຊື່ອວ່າ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ມີຄວາມສົມບູນຂອງພຣະກິດຕິຄຸນຂອງພຣະຄຣິດ, ຊຶ່ງພຣະກິດຕິຄຸນນັ້ນເປັນ​ແກ່ນ​ສານ ຂອງຄວາມຈິງ ແລະ ຄວາມຮູ້ແຈ້ງນິລັນດອນ.”2

ເຮົາ​ພົບ​ເຫັນ​ຄວາມ​ຈິງ ແລະ ຄວາມສຸກທີ່ແທ້ຈິງ ໂດຍການມາຮູ້ຈັກ ແລະ ກະທຳຕາມຄວາມຈິງກ່ຽວກັບວ່າ ເຮົາເປັນໃຜ, ຄວາມໝາຍຂອງຊີວິດມະຕະ, ແລະ ວ່າເຮົາຈະໄປໃສເມື່ອເຮົາຕາຍໄປ. ຄວາມຈິງເຫລົ່ານັ້ນບໍ່ສາມາດຮຽນໄດ້ໂດຍວິທີທາງຂອງວິ​ທະ​ຍາ​ສາດ ຫລື ທາງ​ໂລກ.

II.

ບັດນີ້ຂ້າພະເຈົ້າຈະກ່າວເຖິງຄວາມຈິງຂອງພຣະກິດຕິຄຸນທີ່ຖືກຟື້ນຟູ ທີ່ເປັນພື້ນຖານຂອງຄຳສອນຂອງສາດສະໜາຈັກ ຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ກະລຸນາພິຈາລະນາຄວາມຈິງເຫລົ່ານີ້ຢ່າງລະມັດລະວັງ. ມັນຈະອະທິບາຍກ່ຽວກັບຄຳສອນ ແລະ ພາກປະຕິບັດຂອງເຮົາ, ບາງທີຈະຮ່ວມດ້ວຍບາງສິ່ງທີ່ຍັງບໍ່ທັນເຂົ້າໃຈເທື່ອ.

ມີພຣະເຈົ້າ, ອົງທີ່ເປັນພຣະບິດາທີ່ຮັກຂອງວິນຍານຂອງທຸກໆຄົນທີ່ເຄີຍມີຊີວິດ ຫລື ຈະມີຊີວິດ.

ເພດເປັນເລື່ອງນິລັນດອນ. ກ່ອນເຮົາລົງມາເກີດຢູ່ເທິງໂລກນີ້, ເຮົາໄດ້ມີຊີວິດຢູ່ເປັນວິນຍານຊາຍ ຫລື ຍິງ ຢູ່ໃນທີ່ປະທັບຂອງພຣະເຈົ້າ.

ເຮົາຫາກໍໄດ້ຍິນກຸ່ມນັກຮ້ອງ ແທ​ໂບ​ແນ​ໂກ ຮ້ອງເພງ “I Will Follow God’s Plan” ແປ​ວ່າ ເຮົາຈະຕິດຕາມແຜນຂອງພຣະເຈົ້າ.”3 ນັ້ນ​ແມ່ນ​ແຜນ​ທີ່​ພຣະ​ເຈົ້າ​ໄດ້​ສະ​ຖາ​ປະ​ນາ​ຂຶ້ນ ເພື່ອ​ວ່າ​ລູກໆ​ທາງວິນ​ຍານ​ຂອງ​ພຣະ​ອົງ​ທຸກ​ຄົນ ຈະ​ກ້າວ​ໜ້າ​ໄປ​ສູ່​ນິ​ລັນ​ດອນ. ແຜນນັ້ນແມ່ນຈຳເປັນຕໍ່ເຮົາແຕ່ລະຄົນ.

ພາຍໃຕ້ແຜນນັ້ນ, ພຣະ​ເຈົ້າ​ໄດ້​ສ້າງ​ແຜ່ນດິນໂລກນີ້ ໃຫ້ເປັນບ່ອນທີ່ລູກໆທີ່ຮັກທາງວິນຍານຂອງພຣະອົງ ຈະສາມາດລົງມາເກີດໃນ​ຄວາມ​ເປັນ​ມະ​ຕະ ແລະ ຮັບ​ເອົາ​ຮ່າງ​ກາຍ ແລະ ມີ​ໂອ​ກາດ​ສຳ​ລັບ​ຄວາມ​ກ້າວ​ໜ້າ​ນິ​ລັນ​ດອນ ໂດຍ​ການ​ເລືອກ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ.

ເພື່ອໃຫ້ມີຄວາມໝາຍ, ການເລືອກມະຕະນີ້ຕ້ອງຖືກເຮັດລະຫວ່າງພະລັງ ທີ່ຕ້ານທານກັນຂອງຄວາມດີ ແລະ ຄວາມຊົ່ວ. ຕ້ອງມີການກົງກັນຂ້າມ ແລະ, ສະນັ້ນ, ຜູ້ປໍລະປັກ, ຜູ້ທີ່ຖືກຂັບໄລ່ອອກໄປ ເພາະການກະບົດ, ຈຶ່ງໄດ້ຮັບອະນຸຍາດໃຫ້ລໍ້ລວງ, ແລະ ທົດລອງຜູ້ຄົນ ໂດຍການຊັກນຳເຂົາເຈົ້າໃຫ້ກະທຳກົງກັນຂ້າມກັບແຜນຂອງພຣະເຈົ້າ.

ຈຸດປະສົງຂອງແຜນຂອງພຣະເຈົ້າແມ່ນໃຫ້ໂອກາດ​ແກ່​ລູກໆ​ຂອງ​ພຣະ​ອົງ ເພື່ອເລືອກຊີວິດນິລັນດອນ. ຈະສາມາດບັນລຸສິ່ງນີ້ໄດ້ ພຽງ​ແຕ່ໂດຍປະສົບການມະຕະ ແລະ, ຫລັງຈາກຄວາມຕາຍ, ໂດຍຄວາມກ້າວໜ້າຫລັງຊີວິດມະຕະ ທີ່ບັນລຸຜົນສຳເລັດໃນໂລກວິນຍານ​ເທົ່າ​ນັ້ນ.

ໃນຊ່ວງຊີວິດມະຕະ, ເຮົາຈະເປິເປື້ອນໂດຍບາບ ເມື່ອເຮົາຍອມຕໍ່ການລໍ້ລວງ ທີ່ຊົ່ວຮ້າຍຂອງຜູ້ປໍລະປັກ, ແລະ ໃນ​ທີ່​ສຸດ ເຮົາ​ຈະ​ຕາຍ. ເຮົາໄດ້ຮັບວ່າການທ້າທາຍເຫລົ່ານັ້ນຈະເປັນພາກສ່ວນຂອງແຜນນັ້ນ, ໂດຍເພິ່ງອາໄສຄວາມແນ່ໃຈວ່າ ພຣະເຈົ້າອົງ​ເປັນພຣະບິດາຂອງເຮົາ ຈະຈັດໃຫ້ມີພຣະຜູ້ຊ່ວຍໃຫ້ລອດ. ພຣະຜູ້ຊ່ວຍໃຫ້ລອດອົງນັ້ນ, ພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ, ຈະກູ້ຊີວິດເຮົາ ໂດຍການຟື້ນຄືນຊີວິດ ໃຫ້ທຸກຄົນມີຊີວິດຫລັງຈາກຄວາມຕາຍ. ພຣະຜູ້ຊ່ວຍໃຫ້ລອດຈະຈັດໃຫ້ມີການຊົດໃຊ້ນຳອີກ ເພື່ອຈ່າຍຄ່າ ເພື່ອທຸກຄົນຈະສະອາດຈາກບາບ ອີງຕາມເງື່ອນໄຂທີ່ພຣະອົງໄດ້ຈັດໄວ້. ເງື່ອນໄຂເຫລົ່ານັ້ນແມ່ນຮ່ວມດ້ວຍສັດທາໃນພຣະຄຣິດ, ການກັບໃຈ, ການບັບຕິສະມາ, ຂອງປະທານແຫ່ງພຣະວິນຍານບໍລິສຸດ, ແລະ ພິທີການອື່ນໆ ທີ່​ດຳເນີນການໂດຍສິດອຳນາດຂອງຖານະປະໂລຫິດ.

ແຜນແຫ່ງຄວາມສຸກທີ່ຍິ່ງໃຫຍ່ຂອງພຣະເຈົ້າຈັດໃຫ້ມີຄວາມດຸນ​ດ່ຽງ ທີ່ສົມບູນແບບລະຫວ່າງຄວາມຍຸດຕິທຳ ແລະ ຄວາມເມດຕານິລັນດອນ ທີ່ເຮົາສາມາດໄດ້ຮັບຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ. ມັນຍັງເຮັດໃຫ້ເຮົາສາມາດປ່ຽນແປງເປັນຄົນໃໝ່ໃນພຣະຄຣິດ.

ພຣະເຈົ້າທີ່ຊົງຮັກເອື້ອມອອກມາຫາເຮົາແຕ່ລະຄົນ. ເຮົາຮູ້ວ່າ ຜ່ານທາງຄວາມຮັກຂອງພຣະອົງ ແລະ ເພາະການຊົດໃຊ້ຂອງພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ, “ທຸກ​ຄົນຈະລອດໄດ້ໂດຍການເຊື່ອຟັງກົດ ແລະ ພິທີການຂອງພຣະກິດຕິຄຸນ [ຂອງພຣະອົງ]” (ຫລັກ​ແຫ່ງ​ຄວາມ​ເຊື່ອ 1:3; ເນັ້ນ​ຄຳ​ເນີ້ງ).

ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ກໍເປັນທີ່ຮູ້ຈັກຢ່າງຖືກຕ້ອງວ່າ ເປັນສາດສະໜາຈັກທີ່ມີຄອບຄົວເປັນສູນກາງ. ແຕ່ສິ່ງທີ່ບໍ່ເຂົ້າໃຈກັນດີກໍຄືວ່າ ການມີຄອບຄົວເປັນສູນ​ກາງຂອງເຮົານັ້ນ ບໍ່ໄດ້ເຈາະຈົງໃສ່ແຕ່ຄວາມສຳພັນໃນຊ່ວງມະຕະເທົ່ານັ້ນ. ຄວາມສຳພັນນິລັນດອນກໍສຳຄັນຕໍ່ຄວາມເຊື່ອທາງສາດສະໜາສາດຂອງເຮົາ. “ຄອບຄົວແມ່ນຖືກແຕ່ງຕັ້ງຂຶ້ນໂດຍພຣະເຈົ້າ.”4 ພາຍໃຕ້ແຜນອັນຍິ່ງໃຫຍ່ຂອງພຣະຜູ້ສ້າງທີ່ຊົງຮັກ, ພາລະກິດຂອງສາດສະໜາຈັກທີ່ຖືກຟື້ນຟູຂອງພຣະອົງ ແມ່ນທີ່ຈະຊ່ວຍລູກໆຂອງພຣະເຈົ້າ ໃຫ້ບັນລຸຄວາມສູງສົ່ງໃນອານາຈັກຊັ້ນສູງ ຈະສາມາດບັນລຸເຖິງພອນທີ່ສູງສົ່ງນີ້ໄດ້ ພຽງແຕ່ຜ່ານ​ທາງການແຕ່ງງານນິລັນດອນ ລະຫວ່າງຊາຍ ແລະ ຍິງເທົ່ານັ້ນ (ເບິ່ງ Doctrine and Covenants 131:1–3). ພຣະຜູ້ເປັນເຈົ້າໄດ້ສອນເຮົາວ່າ “ເພດເປັນສິ່ງສຳຄັນຫລາຍ ຕໍ່ການຈຳແນກບອກໃຫ້ຮູ້ເຖິງບຸກຄະລິກລັກສະນະຂອງແຕ່ລະຄົນ ໃນໂລກກ່ອນເກີດ, ໃນໂລກນີ້, ແລະ ໃນນິລັນດອນ ແລະ ເຖິງຈຸດມຸ້ງໝາຍ” ແລະ ວ່າ “ການແຕ່ງງານລະຫວ່າງຊາຍ ແລະ ຍິງ ເປັນສິ່ງສຳຄັນຫລາຍຕໍ່ແຜນນິລັນດອນຂອງພຣະອົງ.”5

ໃນທີ່ສຸດ, ຄວາມຮັກຂອງພຣະເຈົ້າແມ່ນຍິ່ງໃຫຍ່ຫລາຍ, ຍົກເວັ້ນເສຍແຕ່ສຳລັບສ່ວນໜ້ອຍ ທີ່ຕັ້ງໃຈຈະກາຍເປັນບຸດແຫ່ງຄວາມຈິບຫາຍ, ພຣະອົງໄດ້ຈັດໃຫ້ມີຈຸດໝາຍປາຍທາງທີ່ຮຸ່ງໂລດສຳລັບລູກໆຂອງພຣະອົງທຸກຄົນ. “ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ” ຮ່ວມ​ທັງ​ຜູ້​ທີ່​ໄດ້​ເສຍ​ຊີ​ວິດ​ແລ້ວ. ເຮົາ​ເຮັດພິ​ທີ​ການ​ເພື່ອ​ເຂົາ​ເຈົ້າ ໂດຍ​ຜູ້​ກະ​ທຳ​ແທນ ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ເຮົາ. ຈຸດປະສົງຂອງສາດສະໜາຈັກຂອງພຣະເຢຊູຄຣິດ ແມ່ນເຮັດໃຫ້ລູກໆຂອງພຣະອົງເໝາະສົມ ສຳລັບລັດສະໝີພາບລະດັບສູງສຸດ, ຊຶ່ງເປັນຄວາມສູງສົ່ງ ຫລື ຊີວິດນິລັນດອນ. ສຳລັບຜູ້ທີ່ບໍ່ປາດຖະໜາ ຫລື ບໍ່ເໝາະສົມ, ພຣະອົງກໍໄດ້ຈັດໃຫ້ມີລັດສະໝີພາບໃນອານາຈັກທີ່ຕ່ຳກວ່າ.

ຜູ້ໃດທີ່ເຂົ້າໃຈຄວາມຈິງນິລັນດອນເຫລົ່ານີ້ ກໍສາມາດເຂົ້າໃຈວ່າເປັນຫຍັງສະມາຊິກ ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍຄິດດັ່ງທີ່ເຮົາຄິດ ແລະ ເຮັດດັ່ງທີ່ເຮົາເຮັດ.

III.

ບັດນີ້ຂ້າພະເຈົ້າຈະກ່າວເຖິງການນຳໃຊ້ຄວາມຈິງນິລັນດອນບາງຢ່າງເຫລົ່ານີ້, ທີ່ສາມາດເຂົ້າໃຈໄດ້ ພຽງແຕ່ໃນມຸມມອງຂອງແຜນຂອງພຣະເຈົ້າເທົ່ານັ້ນ.

ທຳ​ອິດ, ເຮົາໃຫ້ກຽດອຳເພີໃຈສ່ວນຕົວ. ຫລາຍຄົນກໍຮັບຮູ້ຄວາມພະຍາຍາມອັນກວ້າງໄກຂອງສາດສະໜາຈັກ ທີ່ຈະສົ່ງເສີມອິດສະລະພາບທາງສາດສະໜາ ໃນສະຫະລັດ ແລະ ຕະຫລອດທົ່ວໂລກ. ຄວາມພະຍາຍາມເຫລົ່ານີ້ບໍ່ພຽງແຕ່ສົ່ງເສີມຜົນປະໂຫຍດຂອງເຮົາເທົ່ານັ້ນ, ແຕ່ອີງຕາມແຜນຂອງພຣະອົງ, ຍັງສະແແຫວງຫາທີ່ຈະຊ່ວຍເຫລືອໃຫ້ລູກໆ ຂອງພຣະອົງທຸກຄົນມີອິດສະລະພາບທີ່ຈະເລືອກ.

ທີ​ສອງ, ເຮົາເປັນຜູ້ຄົນທີ່ເຜີຍແຜ່. ບາງເທື່ອເຮົາກໍຖືກຖາມວ່າ ເປັນຫຍັງເຮົາຈຶ່ງສົ່ງຜູ້ສອນສາດສະໜາອອກໄປຫາ ຫລາຍໆປະເທດ, ແມ່ນແຕ່ໃນທ່າມກາງປະຊາຊົນທີ່ເປັນຊາວຄຣິດ. ເຮົາໄດ້ຮັບຄຳຖາມອັນດຽວກັນນີ້ ວ່າເປັນຫຍັງເຮົາຈຶ່ງບໍລິຈາກຈຳນວນເງິນ ເປັນຫລາຍໆລ້ານໂດລາ ໃນໂຄງການມະນຸດສະທຳໃຫ້ຜູ້ຄົນທີ່ບໍ່ໄດ້ເປັນສະມາຊິກ ຂອງສາດສະໜາຈັກຂອງເຮົາ ແລະ ວ່າເປັນຫຍັງເຮົາຈຶ່ງບໍ່ເຊື່ອມໂຍງການຊ່ວຍເຫລືອນີ້ ເຂົ້າກັບວຽກງານການເຜີຍແຜ່ຂອງເຮົາ. ເຮົາ​ເຮັດ​ສິ່ງນີ້ ເພາະ​ເຮົາຮັບຮູ້ວ່າມະນຸດທຸກຄົນເປັນລູກໆຂອງພຣະເຈົ້າ—ເປັນອ້າຍເອື້ອຍນ້ອງຂອງເຮົາ—ແລະ ເຮົາຢາກແບ່ງປັນຄວາມອຸດົມສົມບູນທາງວິນຍານ ແລະ ທາງໂລກຂອງເຮົາກັບທຸກໆຄົນ.

ທີ​ສາມ, ຊີວິດມະ​ຕະເປັນເລື່ອງສັກສິດຕໍ່ເຮົາ. ຄຳໝັ້ນສັນຍາຂອງເຮົາຕໍ່ແຜນຂອງພຣະເຈົ້າ ຮຽກຮ້ອງໃຫ້ເຮົາຕໍ່ຕ້ານການແທ້ງລູກ ແລະ ການຕັດຊີວິດຄົນ.

ທີ​ສີ່, ບາງຄົນກໍມີບັນຫານຳພາກປະຕິບັດຂອງສາດສະໜາຈັກ ກ່ຽວກັບການແຕ່ງງານ ແລະ ເດັກນ້ອຍ. ຄວາມຮູ້ຂອງເຮົາເຖິງແຜນ ທີ່ຖືກເປີດເຜີຍຂອງພຣະເຈົ້າເຖິງຄວາມລອດ ເຮັດໃຫ້ເຮົາຕໍ່ຕ້ານແນວໂນ້ມໃນປະຈຸບັນຂອງການເມືອງ, ກົດໝາຍ, ແລະ ຄວາມກົດດັນຂອງສັງຄົມ ເພື່ອການປ່ຽນແປງຕໍ່ການແຕ່ງງານຕາມປະເພນີ ແລະ ການປ່ຽນແປງທີ່ເຮັດໃຫ້ສັບສົນ ຫລື ປ່ຽນແປງເພດ ເຮັດໃຫ້ຄວາມແຕກຕ່າງລະຫວ່າງຊາຍ ແລະ ຍິງເປັນແບບດຽວກັນ. ເຮົາຮູ້ວ່າຄວາມສຳພັນ, ເອກະລັກ, ແລະ ໜ້າ​ທີ່ຂອງຊາຍ ແລະ ຍິງແມ່ນຈຳເປັນ ເພື່ອຈະສຳເລັດແຜນອັນຍິ່ງໃຫຍ່ຂອງພຣະເຈົ້າ.

ທີ​ຫ້າ, ເຮົາຍັງມີທັດສະນະທີ່ແຕກຕ່າງກ່ຽວກັບເດັກນ້ອຍນຳອີກ. ເຮົາຖືວ່າການມີ ແລະ ການລ້ຽງດູລູກໆເປັນພາກສ່ວນຂອງແຜນຂອງພຣະເຈົ້າ, ເປັນໜ້າທີ່ ທີ່ໜ້າຊື່ນຊົມ ແລະ ສັກສິດ ສຳລັບຜູ້ທີ່ໄດ້ຮັບອຳນາດທີ່ຈະມີ ສ່ວນຮ່ວມໃນວຽກງານນັ້ນ. ໃນ​ມຸມມອງ​ຂອງ​ເຮົາ, ຊັບສົມບັດທີ່ມີຄ່າທີ່ສຸດຢູ່ເທິງໂລກ ແລະ ໃນສະຫວັນແມ່ນລູກໆ ແລະ ລູກຫລານຂອງເຮົາ. ສະນັ້ນ, ເຮົາຕ້ອງສິດສອນ ແລະ ຕໍ່ສູ້ເພື່ອຫລັກທຳ ແລະ ພາກປະຕິບັດທີ່ໃຫ້ມີບັນຍາກາດທີ່ດີທີ່ສຸດສຳລັບການພັດທະນາ ແລະ ຄວາມສຸກຂອງເດັກນ້ອຍ—ເດັກນ້ອຍທຸກໆຄົນ.

ສຸດ​ທ້າຍ, ເຮົາເປັນລູກໆທີ່ຮັກຂອງພຣະບິດາເທິງສະຫວັນ, ອົງທີ່ໄດ້​ສິດສອນເຮົາວ່າ ຄວາມເປັນຊາຍ ແລະ ຍິງ, ການແຕ່ງງານລະຫວ່າງຊາຍ ແລະ ຍິງ, ແລະ ການມີ ແລະ ການລ້ຽງດູລູກໆ ແມ່ນຈຳເປັນຕໍ່ແຜນແຫ່ງຄວາມສຸກ ອັນຍິ່ງໃຫຍ່ຂອງພຣະອົງ. ສະຖານະຂອງເຮົາກ່ຽວກັບຫລັກທຳເຫລົ່ານີ້ ກໍມັກຈະກໍ່ໃຫ້ເກີດການກົງກັນຂ້າມ ໃຫ້ແກ່ສາດສະໜາຈັກເລື້ອຍໆ. ເຮົາຖືວ່ານີ້ເປັນສິ່ງທີ່ຫລີກລ້ຽງບໍ່ໄດ້. ການກົງກັນຂ້າມເປັນພາກສ່ວນຂອງແຜນນັ້ນ, ແລະ ເປັນການກົງກັນຂ້າມທີ່ແຮງກ້າຂອງຊາຕານ ທີ່ເຈາະຈົງໃສ່ສິ່ງໃດກໍຕາມ ທີ່ສຳຄັນທີ່ສຸດຕໍ່ແຜນຂອງພຣະເຈົ້າ. ມານສະແຫວງຫາທີ່ຈະທຳລາຍວຽກງານຂອງພຣະເຈົ້າ. ວິທີທີ່ສຳຄັນທີ່ສຸດຂອງມັນ ແມ່ນທີ່ຈະເຮັດໃຫ້ເສຍຄວາມເຊື່ອຖືພຣະຜູ້ຊ່ວຍໃຫ້ລອດ ແລະ ສິດອຳນາດແຫ່ງສະຫວັນຂອງພຣະອົງ, ທີ່ຈະລຶບລ້າງຜົນສະທ້ອນຂອງການຊົດໃຊ້ ຂອງພຣະເຢຊູຄຣິດ, ບໍ່ສົ່ງເສີມການກັບໃຈ, ປອມແປງການເປີດເຜີຍ, ແລະ ຂັດແຍ້ງຄວາມຮັບຜິດຊອບຂອງສ່ວນບຸກຄົນ. ມັນຍັງສະແຫວງຫາທີ່ຈະເຮັດໃຫ້ເພດສັບສົນ, ບິດເບືອນການແຕ່ງງານ, ແລະ ຂັດຂວາງການມີລູກ—ໂດຍສະເພາະ ໂດຍພໍ່ແມ່ທີ່ຈະລ້ຽງດູລູກໆຢູ່ໃນຄວາມຈິງ.

IV.

ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າຈະກ້າວໄປໜ້າ ເຖິງແມ່ນວ່າຈະມີການກົງກັນຂ້າມທີ່ຈັດຂຶ້ນ ແລະ ບໍ່ລົດລະ ທີ່ຕໍ່ຕ້ານເຮົາ ຂະນະທີ່ເຮົາພະຍາຍາມຈະດຳລົງຊີວິດ ຕາມຄຳສອນຂອງສາດສະໜາຈັກຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍກໍ​ຕາມ. ສຳລັບຜູ້ທີ່ຕົກຢູ່ພາຍໃຕ້ການກົງກັນຂ້າມນັ້ນ, ຂ້າພະເຈົ້າຂໍສະເໜີຄຳແນະນຳສາມຂໍ້.

ຂໍໃຫ້ຈື່ຈຳຫລັກທຳແຫ່ງການກັບໃຈ ທີ່ເຮັດໃຫ້ເປັນໄປໄດ້ ໂດຍອຳນາດທີ່ບໍ່ມີຫຍັງເທົ່າທຽມຂອງການຊົດໃຊ້ຂອງພຣະເຢຊູຄຣິດ. ດັ່ງທີ່ ແອວເດີ ນຽວ ເອ ແມ໊ກສະແວວ ໄດ້ກ່າວຊຸກຍູ້ວ່າ, ຢ່າຢູ່ໃນບັນດາ “ຜູ້ຄົນທີ່ພະຍາຍາມຈະປ່ຽນແປງສາດສະໜາຈັກ ແທນທີ່ຈະປ່ຽນແປງຕົນເອງ.6

ດັ່ງທີ່ ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ກ່າວຊຸກຍູ້ວ່າ:

ໃຫ້ຢຶດໝັ້ນຢູ່ກັບສິ່ງທີ່ທ່ານຮູ້ຢູ່ແລ້ວ ແລະ ຢືນຢູ່ຢ່າງໝັ້ນຄົງຈົນກວ່າຄວາມຮູ້ເພີ່ມເຕີມຈະມາເຖິງ.

“… ໃນສາດສະໜາຈັກນີ້, ສິ່ງທີ່ເຮົາຮູ້ຈະເອົາຊະນະສິ່ງທີ່ເຮົາບໍ່ຮູ້ສະເໝີ.7

ໃຫ້ໃຊ້ສັດທາໃນອົງພຣະເຢຊູຄຣິດ​ເຈົ້າ, ຊຶ່ງເປັນຫລັກທຳຢ່າງທຳອິດ ຂອງພຣະກິດຕິຄຸນ.

ສຸດ​ທ້າຍ, ໃຫ້ສະແຫວງຫາຄວາມຊ່ວຍເຫລືອ. ເຮົາມີຜູ້ນຳທີ່ຮັກທ່ານ ແລະ ສະແຫວງຫາການຊີ້ນຳທາງວິນຍານ ເພື່ອຊ່ວຍເຫລືອທ່ານ. ເຮົາມີແຫລ່ງຊ່ວຍເຫລືອຫລາຍຢ່າງ ດັ່ງທີ່ທ່ານຈະພົບເຫັນຜ່ານທາງ LDS.org ແລະ ແຫລ່ງ​ສະໜັບ​ສະ​ໜູນອື່ນໆ ສຳ​ລັບ​ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ ຢູ່​ທີ່​ບ້ານ. ເຮົາກໍມີອ້າຍເອື້ອຍນ້ອງ​ຜູ້ປະຕິບັດສາດສະໜາກິດ ທີ່ຖືກເອີ້ນໃຫ້ມາໃຫ້ຄວາມຊ່ວຍເຫລືອ​ດ້ວຍຄວາມຮັກ​ນຳ​ອີກ.

ພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາ ປະສົງໃຫ້ລູກໆ​ຂອງ​ພຣະ​ອົງມີຄວາມສຸກ ຊຶ່ງເປັນຈຸດປະສົງຂອງການສ້າງ​ເຮົາ​ຂຶ້ນ​ມາ. ຈຸດໝາຍປາຍທາງແຫ່ງຄວາມສຸກຂອງລູກໆຂອງພຣະເຈົ້າຄືຊີວິດນິລັນດອນ, ຊຶ່ງເຮົາສາມາດບັນລຸໄດ້ ໂດຍການກ້າວໄປໜ້າຢ່າງໝັ້ນຄົງ ຕາມເສັ້ນທາງທີ່ສາດສະດາຂອງເຮົາ, ປະທານຣະໂຊ ເອັມ ແນວສັນ, ມັກຈະເອີ້ນວ່າ “ເສັ້ນທາງແຫ່ງພັນທະສັນຍາ.” ນີ້ຄືສິ່ງທີ່ເພິ່ນໄດ້ກ່າວໃນຂ່າວສານຄັ້ງທຳອິດໃນຖານະປະທານຂອງສາດສະໜາຈັກວ່າ: ຈົ່ງຢູ່ໃນເສັ້ນທາງແຫ່ງພັນທະສັນຍາ. ຄວາມ​ຕັ້ງ​ໃຈ​ຂອງ​ທ່ານ ທີ່​ຈະ​ເຮັດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໂດຍ​ການ​ເຮັດ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ອົງ ແລະ ແລ້ວ​ຮັກ​ສາ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ ຈະ​ເປີດ​ປະ​ຕູ​ຮັບ​ເອົາ​ພອນ​ທຸກ​ປະ​ການ​ທາງ​ວິນ​ຍານ ແລະ ຮັບ​ເອົາ​ສິດ​ທິ​ພິ​ເສດ ທີ່​ມີ​ໃຫ້​ຊາຍ, ຍິງ, ແລະ ເດັກ​ນ້ອຍ ໃນ​ທຸກ​ແຫ່ງ​ຫົນ.”8

ຂ້າ​ພະ​ເຈົ້າເປັນ​ພະ​ຍານ​ຢ່າງ​ໜັກ​ແໜ້ນ​ວ່າ ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ກ່າວ​ໄປ​ນັ້ນ ເປັນ​ຄວາມ​ຈິງ, ແລະ ມັນ​ຖືກເຮັດ​ໃຫ້​ເປັນ​ໄປ​ໄດ້ ໂດຍ​ຄຳ​ສອນ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ຜູ້​ໄດ້​ເຮັດ​ໃຫ້​​ທັງ​ໝົດເປັນ​ໄປ​ໄດ້ ພາຍ​ໃຕ້​ແຜນ​ອັນ​ຍິ່ງ​ໃຫຍ່​ຂອງພຣະ​ເຈົ້າ, ພຣະ​ບິ​ດາ​ນິ​ລັນ​ດອນ​ຂອງ​ເຮົາ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. Henry B. Eyring, To Draw Closer to God: A Collection of Discourses (1997), 143.

  2. James E. Faust, “The Abundant Life,” Ensign, Nov. 1985, 9.

  3. “I Will Follow God’s Plan,” Children’s Songbook, 164–65.

  4. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” Liahona, May 2017, 145.

  5. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” 145.

  6. Neal A. Maxwell, If Thou Endure It Well (1996), 101.

  7. Jeffrey R. Holland, “Lord, I Believe,” Liahona, May 2013, 94; ເນັ້ນສະ​ບັບ​ຕົ້ນ.

  8. Russell M. Nelson, “As We Go Forward Together,” Liahona, Apr. 2018, 7.