​2010–2019
ກອງ​ໄຟ​ແຫ່ງສັດ​ທາ​ຂອງ​ເຮົາ
ເດືອນ​ຕຸລາ 2018


ກອງ​ໄຟ​ແຫ່ງສັດ​ທາ​ຂອງ​ເຮົາ

ສຳ​ລັບ​ຜູ້​ທີ່​ສະ​ແຫວງ​ຫາ, ປ່ອຍ​ໃຫ້​ມັນ​ເກີດ​ຂຶ້ນ, ແລະ ພະ​ຍາ​ຍາມ​ເຮັດ​ໃຫ້​ສຳ​ເລັດ, ສັດ​ທາ​ຈະລິ​ເລີ່ມ, ບາງ​ເທື່ອອາດ​ເປັນເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ, ແຕ່ມັນຈະ​ເກີດ​ຂຶ້ນ ຫລື ກັບ​ຄືນມາ​ໄດ້.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ເປັນໜ້າ​ອັດ​ສະ​ຈັນ​ໃຈ​ບໍ ທີ່​ເຮົາໄດ້​ຮັບ​ການ​ເປີດ​ເຜີຍ​ຢ່າງ​ຕໍ່​ເນື່ອງ ຈາກ​ສະ​ຫວັນ​ຜ່ານ​ທາງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ແລະ ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ທີ່​ເຊື້ອ​ເຊີນ​ເຮົາ​ໃຫ້ດຳ​ລົງ​ຊີ​ວິດ​ໃນວິ​ທີ​​ທາງໃໝ່ ແລະ ສັກ​ສິດກວ່າ,1 ຢູ່​ທີ່​ບ້ານ ແລະ ທີ່​ໂບດ, ດ້ວຍ​​ສຸດໃຈ, ພະ​ລັງ, ຄວາມ​ນຶກ​ຄິດ ແລະ ກຳ​ລັງ​ຂອງ​ເຮົາ?

ທ່ານ​ເຄີຍ​ມີ​ໂອ​ກາດ ທີ່​ໄດ້​ເຮັດ​ບາງ​ສິ່ງ​ບໍ ຊຶ່ງ​ໂດຍ​ການນັ້ນ ທ່ານ​ຮູ້​ສຶກວ່າ ທ່ານບໍ່​ກະ​ກຽມ ຫລື ບໍ່​ພຽບ​ພ້ອມ ແຕ່​ທ່ານໄດ້​ຮັບ​ພອນ​ທີ່​ໄດ້ພະ​ຍາ​ຍາມ​ເຮັດ?

ຂ້າພະເຈົ້າເຄີຍ. ນີ້​ຄື​ຕົວ​ຢ່າງ​ໜຶ່ງ.

ເມື່ອ​ຫລາຍ​ປີ​ກ່ອນ, ແອວ​ເດີ ຣິ​ເຈີດ ຈີ ສະ​ກາດ, ສະ​ມາ​ຊິກ​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ໄດ້​​​ຊັກ​ຊວນຂ້າ​ພະ​ເຈົ້າ​ຢ່າງ​ສຸ​ພາບ​ວ່າ, “ແກ​ຣິດ, ເຈົ້າ​ຢາກ​ແຕ້ມ​ຮູບ​ດ້ວຍ​ສີນ້ຳ​ກັບ​ຂ້ອຍບໍ?”

ແອວ​ເດີ ສະ​ກາດ ເວົ້າ​ວ່າ ການ​ແຕ້ມຮູບ ໄດ້​ຊ່ວຍ​ເພິ່ນ​ສັງ​ເກດ ແລະ ປະ​ດິດ​ຄິດ​ສ້າງ. ເພິ່ນ​ໄດ້​ຂຽນ​ວ່າ: “ຕ້ອງ​ພະ​ຍາ​ຍາມ​ປະ​ດິດ​ຄິດ​ສ້າງ, ເຖິງ​ແມ່ນ​ວ່າ​ຜົນ​​ຂອງ​ມັນເປັນ​ພຽງ​​ສິ່ງທຳ​ມະ​ດາ​ກໍ​ຕາມ. … ການ​ປະ​ດິດ​ຄິດ​ສ້າງ ສາ​ມາດກໍ່​ໃຫ້​ເກີດ​ຄວາມ​ກະ​ຕັນ​ຍູ​ທາງວິນ​ຍານ​ສຳ​ລັບ​ຊີ​ວິດ ແລະ ສຳ​ລັບ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ຖັກ​ສານໄວ້​ໃນ​ຕົວ​ທ່ານ. … ຖ້າ​ຫາກ​ທ່ານ​ເລືອກ​ຢ່າງ​ສະ​ຫລາດ, ມັນ​ຈະ​ບໍ່​ກິນ​ເວ​ລາ​ຫລາຍ​ປານ​ໃດ.”2

ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ ບັນ​ຍາຍ​ເຖິງ​ການ​ນັ່ງ​ສະ​ມາ​ທິ​ທາງ​ສິ​ລະ​ປະ​ຂອງ​ເພິ່ນ ຊຶ່ງ​ກະ​ຕຸ້ນ​ໂດຍ “ຄວາມ​ຮູ້​ສຶກ​ຮັກ,” ຮ່ວມ​ທັງ “ຄວາມ​ຮັກ​ຂອງພຣະ​ຜູ້​ສ້າງ ທີ່​ຄາດໝາຍ​ໃຫ້​ລູກໆ​ຂອງ​ພຣະ​ອົງ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ—ເພື່ອ​ປະ​ດິດ​ຄິດ​ສ້າງ ແລະ ສ້າງ​ສາ.”3 ວຽກ​ງານ​ທີ່​ປະ​ດິດ​ຄິດ​ສ້າງ​ຂອງ​ປະ​ທານ​ໄອ​ຣິງ ໃຫ້ “ມຸມມອງ​ທາງວິນ​ຍານ​ທີ່​ພິ​ເສດ ເລື່ອງ​ປະ​ຈັກ​ພະ​ຍານ ແລະ ສັດ​ທາ.”4

ຮູບ​ພາບ​ຂອງ​ປະ​ທານບອຍ ເຄ ແພ໊ກ​ເກີ ສະ​ແດງ​ໃຫ້​ເຫັນ​ເຖິງ​ຂ່າວ​ສານ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂັ້ນ​ພື້ນ​ຖານ: “ພຣະ​ເຈົ້າ​ຄື​ພຣະ​ຜູ້​ສ້າງ​ຟ້າ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ ແລະ ທຸກ​ສິ່ງ​ທັງ​ປວງ​ໃນ​ນັ້ນ, ຊຶ່ງ​ທຸກ​ສິ່ງ​ເປັນ​ພະ​ຍານ​ເຖິງ​ການ​ສ້າງແຫ່ງ​ສະ​ຫວັນ​ໂດຍ​ກົງ, ແລະ ມັນ​ກໍ​ມີ​ຄວາມ​ປອງດອງ​ລະ​ຫວ່າງ​ທຳ​ມະ​ຊາດ, ວິ​ທະ​ຍາ​ສາດ, ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.”5

ແອວ​ມາ​ເປັນ​ພະ​ຍານ​ວ່າ, “ທຸກ​ສິ່ງ​ຊີ້​ໃຫ້​ເຫັນ​ວ່າ​ມີ​ພຣະ​ເຈົ້າ.”6 ເພງ​ຂອງ​ເດັກ​ນ້ອຍ​ປະ​ຖົມ​ໄວ​ຂອງ​ເຮົາ ບອກວ່າ, “ເມື່ອ​ໃດ​ເຮົາ​ໄດ້​ຍິນ​ສຽງ​ນົກ​ຮ້ອງ ຫລື ເບິ່ງ​ທ້ອງ​ຟ້າສີ​ຄາມ, … ເຮົາ​ດີ​ໃຈ ທີ່​ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ໂລກ​ທີ່​ສວຍ​ງາມ ​ຊຶ່ງພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ສ້າງ​ໄວ້​ໃຫ້​ເຮົາ.”7 ນັກຂຽນ​ຊື່ ວິກ​ເຕີ ຮູ​ໂກ ອະ​ທິ​ບາຍກ່ຽວ​ກັບ “ຄວາມ​ສຳ​ພັນ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ ລະຫວ່າງ​ສິ່ງ​ທີ່​ມີ​ຊີ​ວິດ; ສິ່ງຕ່າງໆ ໃນ​ໂລກນີ້, ຈາກດວງ​ຕາ​ເວັນ ເຖິງ​ໂຕ​ເພ້ຍ. … ນົກ​ທັງ​ໝົດ​ທີ່​ບິນ ເປັນ​ພາກ​ສ່ວນ​ໜຶ່ງ​ໃນ​ແຜນ​ແຫ່ງ​ນິ​ລັນ​ດອນ. … ກຸ່ມ​ແກ໊ສ​ໃນ​ທ້ອງ​ຟ້າ ກໍ​ເຕັມ​ໄປ​ດ້ວຍດວງດາວ.”8

ສິ່ງນັ້ນ​ໄດ້​ພາ​ເຮົາ​ກັບ​ມາ​ຫາ​ຄຳ​ຊັກ​ຊວນຂອງ​ແອວ​ເດີ ສະ​ກາດ.

“ແອວ​ເດີ ສະ​ກາດ,” ຂ້າ​ພະ​ເຈົ້າ​ຕອບ, “ຂ້ອຍ​ກໍ​ຢາກ​ຮູ້​ຈັກ​ສັງ​ເກດ ແລະ ປະ​ດິດ​ຄິດ​ສ້າງ​ຫລາຍກວ່າ​ເກົ່າ. ຂ້ອຍ​ຕື່ນ​ເຕັ້ນ​ເມື່ອ​ຄິດ​ເຖິງ​ຮູບ​ພາບ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ທີ່​ມີ​ຄື້ນເມກ ແລະ ສີ​ສັນໃນທ້ອງ​ຟ້າ ແລະ ໃນນ້ຳ. ແຕ່”—ໄດ້ມິດ​ງຽບ​ຢູ່ບຶດ​ໜຶ່ງ—“ແອວ​ເດີ ສະ​ກາດ,” ຂ້າ​ພະ​ເຈົ້າ​ເວົ້າ, “ຂ້ອຍບໍ່​ມີ​ພອນ​ສະ​ຫວັນ​ໃນ​ເລື່ອງ​ການ​ແຕ້ມ​ດ້ວຍ​ສີ​ນ້ຳ. ຂ້ອຍ​ເປັນ​ຫ່ວງວ່າ ມັນ​ຈະ​ເຮັດ​ໃຫ້​ເຈົ້າ​ຫຍຸ້ງ​ຍາກ ທີ່​ຈະ​ພະ​ຍາ​ຍາມສອນ​ຂ້ອຍ.”

ແອວ​ເດີ ສະ​ກາດ ຍິ້ມ ແລະ ໄດ້​ຈັດ​ຫາ​ເວ​ລາ​ໃຫ້ຂ້າ​ພະ​ເຈົ້າ​ໄປ​ຫາເພິ່ນ. ເມື່ອ​ຮອດມື້​ນັດ​ໝາຍ, ເພິ່ນ​ໄດ້​ຕຽມ​ເຈ້ຍ, ສີ, ແລະ ແປງ​ທາ​ໄວ້ໃຫ້. ເພິ່ນ​ໄດ້​ວາດ​ຮູບ​ຮ່າງ ແລະ ໄດ້ທາ​ເຈ້ຍ​ໃຫ້​ປຽກ​​ ໃຫ້​ຂ້າ​ພະ​ເຈົ້າ.

ຮູບ​ພາບ
ກອງ​ໄຟ​ໃນ​ຍາມ​ອັດ​ສະ​ດົງ

ພວກ​ເຮົາ​ໄດ້​ໃຊ້​ແບບ​ຮູບ​ທີ່​ແຕ້ມ​ດ້ວຍ​ສີ​ນ້ຳ ຊື່​ວ່າ ກອງ​ໄຟ​ໃນ​ຍາມ​​ອັດ​ສະ​ດົງ. ຂະ​ນະ​ທີ່​ພວກ​ເຮົາ​ແຕ້ມ​ຢູ່ນັ້ນ, ພວກ​ເຮົາ​ໄດ້​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ສັດ​ທາ—ວ່າຕອນ​ທີ່ເຮົາ​ສຳ​ພັດ​ກັບແສງ​ສະ​ຫວ່າງ ແລະ ຄວາມ​ອົບ​ອຸ່ນ​ຂອງກອງ​ໄຟ, ເຮົາ​ບໍ່​ເປັນ​ຫ່ວງ​ກັບຄວາມ​ມືດ ແລະ ຄວາມບໍ່​ໝັ້ນ​ໃຈ—ວ່າ​ໃນ​ຍາມຄ່ຳ​ຄືນ​ທີ່​ຍືດ​ຍາວ ແລະ ເປົ່າ​ປ່ຽວ​ດຽວ​ດາຍ, ກອງ​ໄຟ​ແຫ່ງ​ສັດ​ທາ​ຂອງ​ເຮົາ ສາ​ມາດ​ໃຫ້​ຄວາມ​ຫວັງ ແລະ ຄວາມ​ໝັ້ນ​ໃຈ​ໄດ້. ແລະ ​ມື້​ເຊົ້າ​ຈະ​ຕ່າວ​ມາ. ກອງ​ໄຟ​ແຫ່ງ​ສັດ​ທາ​ຂອງ​ເຮົາ—ຄວາມ​ຊົງ​ຈຳ, ປະ​ສົບ​ການ, ແລະ ມໍ​ລະ​ດົກ​ແຫ່ງ​ສັດ​ທາ​ໃນ​ຄຸນ​ງາມ​ຄວາມ​ດີ​ຂອງ​ພຣະ​ເຈົ້າ ແລະ ຄວາມ​ເມດ​ຕາ​ທີ່​ອ່ອນ​ໂຍນ​ໃນ​ຊີ​ວິດ​ຂອງ​ເຮົາ—ຊ່ວຍ​ເຮົາ​ໃຫ້ສາ​ມາດ​ຜ່ານ​ຜ່າ​ຄ່ຳ​ຄືນ​ໄປ​ໄດ້.

ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນວ່າ—ສຳ​ລັບ​ຜູ້​ທີ່​ສະ​ແຫວງ​ຫາ, ປ່ອຍ​ໃຫ້​ມັນ​ເກີດ​ຂຶ້ນ, ແລະ ພະ​ຍາ​ຍາມ​ເຮັດ​ໃຫ້​ສຳ​ເລັດ—​ສັດ​ທາ​ຈະລິ​ເລີ່ມ, ບາງ​ເທື່ອອາດ​ເປັນເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ, ແຕ່ມັນຈະ​ເກີດ​ຂຶ້ນ ຫລື ກັບ​ຄືນມາ​ໄດ້. ແສງ​ສະ​ຫວ່າງ​ຈະ​ເກີດ​ຂຶ້ນ ເມື່ອ​ເຮົາ​ປາດ​ຖະ​ໜາ ແລະ ສະ​ແຫວງ​ຫາ​ມັນ, ເມື່ອ​ເຮົາ​ອົດ​ທົນ ແລະ ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ເມື່ອ​ເຮົາ​ເປີດ​ຮັບ​ເອົາ​ພຣະ​ຄຸນ, ການ​ປິ່ນ​ປົວ, ແລະ ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ.

ຂະ​ນະ​ທີ່​ພວກ​ເຮົາ​ເລີ່ມ​ຕົ້ນ​ແຕ້ມ​ຮູບ, ແອວ​ເດີ ສະ​ກາດ ໄດ້​ຊຸກ​ຍູ້​ຂ້າ​ພະ​ເຈົ້າ​ວ່າ, “ແກຣິດ, ເຖິງ​ແມ່ນ​ເປັນເທື່ອ​ທຳ​ອິດ​ທີ່​ຮຽນ​ແຕ້ມ ເຈົ້າ​ກໍ​ຊິ​ແຕ້ມ​ບາງ​ສິ່ງ​ທີ່​ເຈົ້າ​ຢາກເກັບ​ໄວ້ ແລະ ຈື່​ຈຳ.” ແອວເດີ ສະກາດ ເວົ້າ​ຖືກ. ຂ້າ​ພະ​ເຈົ້າຍັງ​ທະ​ນຸ​ຖະ​ໜອມ​ຮູບ​ພາບກອງ​ໄຟ​ແຫ່ງ​ສັດ​ທາ​ຂອງ​ເຮົາ ທີ່​ແອວ​ເດີ ສະ​ກາດ ຊ່ວຍ​ຂ້າ​ພະ​ເຈົ້າ​ແຕ້ມ ໄວ້​ຢູ່. ຄວາມ​ສາ​ມາດ​ທາງ​ດ້ານ​ສິ​ລະ​ປະ​ຂອງ​ຂ້າ​ພະ​ເຈົ້າ ຍັງ​ຈຳ​ກັດ​ຢູ່, ແຕ່​ຄວາມ​ຊົງ​ຈຳ​ກ່ຽວ​ກັບກອງ​ໄຟ​ແຫ່ງ​ສັດ​ທາຂອງ​ເຮົາ ໄດ້​ຊຸກ​ຍູ້ເຮົາ ໃນ​ຫ້າ​ວິ​ທີ.

ທຳ​ອິດ, ກອງ​ໄຟ​ແຫ່ງ​ສັດ​ທາ​ຂອງ​ເຮົາ ສາ​ມາດ​ຊຸກ​ຍູ້​ເຮົາ​ໃຫ້​ພົບ​ຄວາມ​ສຸກ​ໃນ​ການ​ປະ​ດິດ​ຄິດ​ສ້າງ​ທີ່​ເປັນ​ປະ​ໂຫຍດ.

ມັນ​ມີ​ຄວາມ​ສຸກ​ໃນ​ການ​ມະ​ໂນ​ພາບ, ການ​ຮຽນ​ຮູ້, ການ​ເຮັດ​ສິ່ງ​ໃໝ່​ທີ່​ມີ​ຄຸນ​ຄ່າ. ​ສິ່ງນີ້​ເປັນ​ຄວາມ​ຈິງ ໂດຍ​ສະ​ເພາະ ເມື່ອ​ເຮົາ​ມີ​ສັດ​ທາ​ທີ່​ເລິກ​ຊຶ້ງ ແລະ ໄວ້​ວາງ​ໃຈ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ. ເຮົາ​ບໍ່ສາ​ມາດ​ຮັກ​ຕົວ​ເອງ​ຫລາຍ​ພໍ ທີ່​ຈະ​ຊ່ວຍຕົວ​ເອງ​ໃຫ້​ລອດ​ໄດ້. ແຕ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮັກ​ເຮົາ ຫລາຍກວ່າທີ່​ເຮົາ​ຮັກ ຫລື ຮູ້​ຈັກ​ຕົວ​ເອງ. ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ບໍ່​ຄວນ​ເຊື່ອ​ໝັ້ນ​ໃນ​ສິ່ງ​ທີ່​ເຮົາ​ຄິດ​ວ່າ​ເຮົາ​ຮູ້​ຈັກ.9

ທ່ານ​ເຄີຍເປັນ​ຜູ້​ດຽວ​ທີ່ບໍ່​ຖືກ​ເຊີນ​ໄປ​ຮ່ວມງານ​ວັນ​ເກີດ​ຂອງ​ບາງ​ຄົນ​ບໍ?

ທ່ານ​ເຄີຍ​ຖືກ​ເລືອກ​ເປັນ​ຄົນ​ສຸດ​ທ້າຍ​ບໍ, ຫລື ບໍ່​ຖືກ​ເລືອກ​ເລີຍ, ຕອນ​ມີ​ການ​ເລືອກ​ທີມ?

ທ່ານ​ເຄີຍ​ກະ​ກຽມ​ສຳ​ລັບ​ການ​ສອບ​ເສັງ​ທີ່ໂຮງ​ຮຽນ, ການ​ສຳ​ພາດ​ສຳ​ລັບ​ວຽກ​ງານ, ໂອ​ກາດ​ທີ່​ທ່ານ​ຢາກ​ໄດ້​ຮັບ​ຫລາຍ​ທີ່​ສຸດບໍ—ແລະ ທ່ານ​ຮູ້​ສຶກວ່າ ທ່ານລົ້ມ​ເຫລວ?

ທ່ານ​ເຄີຍ​ອະ​ທິ​ຖານ​ສຳ​ລັບ​ຄວາມ​ສຳ​ພັນ​​ໃດ​ໜຶ່ງ​ບໍ, ບໍ່​ວ່າ​ດ້ວຍ​ເຫດ​ຜົນ​ໃດ​ກໍ​ຕາມ, ທ່ານບໍ່​ປະ​ສົບ​ຄວາມ​ສຳ​ເລັດ​?

ທ່ານ​ເຄີຍ​ປະ​ສົບ​ກັບ​ຄວາມ​ປ່ວຍ​ໂຊ​, ຖືກ​ຄູ່​ຄອງ​ປະ​ຖິ້ມ, ທຸກ​ທໍ​ລະ​ມານ​ເພື່ອ​ຄອບ​ຄົວ​ບໍ?

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ຮູ້​ຈັກ​ສະ​ພາບ​ການ​ຂອງ​ເຮົາ. ເມື່ອ​ເຮົາໃຊ້​ອຳ​ເພີ​ໃຈ​ທີ່​ພຣະ​ເຈົ້າ​ປະ​ທານ​ໃຫ້ ແລະ ມີ​ສ່ວນ​ຮ່ວມ​ໃນການ​ໃຊ້​ຄວາມ​ສາ​ມາດ​ຂອງ​ເຮົາ ໃນ​ຄວາມ​ຖ່ອມ​ຕົວ ແລະ ສັດ​ທາ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ສາ​ມາດ​ຊ່ວຍ​ເຮົາ​ໃຫ້ສາ​ມາດ​ປະ​ເຊີນ​ກັບ​ການ​ທ້າ​ທາຍ ແລະ ຄວາມ​ສຸກ​ຂອງ​​ຊີ​ວິດ​ໄດ້. ສັດ​ທາ​ແມ່ນ​ຮ່ວມ​ດ້ວຍ​ຄວາມ​ປາດ​ຖະ​ໜາ ແລະ ການ​ເລືອກ​ທີ່​ຈະ​ເຊື່ອ. ສັດ​ທາ​ກໍ​ຍັງ​ມາ​ເຖິງ​ຈາກ​ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ນຳ​ອີກ, ຊຶ່ງ​ຖືກ​ປະ​ທານ​ໃຫ້​ເພື່ອ​ເປັນ​ພອນ​ແກ່​ເຮົາ, ເມື່ອ​ເຮົາ​ເດີນ​ຕາມ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ.

ເມື່ອ​ເຮົາ​ເຄີຍຮູ້​ສຶກ, ຫລື ກຳ​ລັງຮູ້​ສຶກ, ບໍ່​ແນ່ນອນໃຈ, ເປົ່າ​ປ່ຽວ, ງຸດ​ງິດ, ໃຈ​ຮ້າຍ, ບໍ່ເປັນ​ດັ່ງ​ຄິດ, ຜິດ​ຫວັງ, ຫລື ຫ່າງເຫີນ​ຈາກ​ພຣະ​ເຈົ້າ ແລະ ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ, ອາດ​ຕ້ອງ​ໄດ້​ໃຊ້​ຄວາມ​ພະ​ຍາ​ຍາມ ແລະ ສັດ​ທາ ເພື່ອ​ຈະ​ໄດ້​ເຂົ້າ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ໄດ້ອີກ. ແຕ່​ມັນ​​ກໍກຸ້ມ​ຄ່າ! ຈົ່ງ​ມາ, ຫລື ກັບ​ຄືນ​ມາ, ຫາ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ! ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ໝັ້ນ​ໜຽວກວ່າ​ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ—ທາງ​ຮ່າງ​ກາຍ ຫລື ທາງວິນ​ຍານ.10 ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ແມ່ນ​ບໍ່​ມີ​ຂອບ​ເຂດ ແລະ ​ເປັນນິ​ລັນ​ດອນ. ເຮົາ​ແຕ່​ລະ​ຄົນ​ຈະ​ຫັນ​ເຫ ແລະ ຂາດ​ຕົກ​ບົ່ງ​ພ່ອງ. ຈະ​ມີ​ເວ​ລາ​ໃດ​ເວ​ລາ​ໜຶ່ງ​ທີ່​ເຮົາ​ຈະ​ຫລົງ​ທິດຫລົງ​ທາງ. ພຣະ​ເຈົ້າ​ໃຫ້​ເຮົາ​ແນ່​ໃຈ​ໄດ້​ວ່າ, ບໍ່​ວ່າ​ເຮົາ​ຈະ​ຢູ່​ບ່ອນ​ໃດ ຫລື ເຮົາ​ເຄີຍ​ເຮັດ​ສິ່ງ​ໃດ, ບໍ່​ມີ​ຈຸດ​ໃດດອກ ທີ່​ເຮົາ​ຈະ​ຫວນ​ກັບ​​ຄືນບໍ່​ໄດ້. ພຣະ​ອົງ​ລໍ​ຖ້າ ​ຕ້ອນຮັບ​ເຮົາ​ຢູ່.11

ທີ​ສອງ, ກອງ​ໄຟ​ແຫ່ງ​ສັດ​ທາຂອງ​ເຮົາ​ສາ​ມາດ​ຊຸກ​ຍູ້​ເຮົາ​ໃຫ້​ປະ​ຕິ​ບັດ​ໃນ​ວິ​ທີ​​ທາງໃໝ່, ທີ່​ສູງກວ່າ, ແລະ ສັກ​ສິດກວ່າ ທີ່​ຖືກ​ດົນ​ໃຈ​ຈາກພຣະ​ວິນ​ຍານ.

ການ​ປະ​ຕິ​ບັດ​ເຊັ່ນ​ນັ້ນ ຈະ​ນຳ​ການ​ມະ​ຫັດ​ສະ​ຈັນ ແລະ ພອນ​ຂອງ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ເປັນ​ພາກ​ສ່ວນ ມາ​ໃຫ້—ທີ່​ເຮັດ​ໃຫ້​ເຮົາ​ຮູ້​ສຶກເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ສະ​ແຫວງ​​ຫາທີ່​ຈະ​ປະ​ຕິ​ບັດ​ຕໍ່ຄົນ​ອື່ນ​ໃນຄວາມ​ຮູ້​ສຶກ​ດຽວ​ກັນ​ນັ້ນ.

ເມື່ອບໍ່​ດົນ​ມານີ້, ຊິດ​ສະ​ເຕີ ກອງ ແລະ ຂ້າ​ພະ​ເຈົ້າ ໄດ້​ຮູ້​ຈັກ​ກັບ​ພໍ່​ຄົນ​ໜຶ່ງ ແລະ ຄອບ​ຄົວ​ຂອງ​ລາວ ທີ່​ໄດ້​ຮັບ​ພອນ​ຈາກ​ອ້າຍ​ນ້ອງ​ຖາ​ນະ​ປະ​ໂລ​ຫິດ ທີ່ຊື່​ສັດ ຊຶ່ງ​ລາ​ວໄດ້​ໄປ​ຫາ​ອະ​ທິ​ການ​ຂອງ​ເຂົາ​ເຈົ້າ ແລະ ຂໍ​ເປັນ​ຄູສອນ​ປະ​ຈຳ​ບ້ານ ຄູ່​ກັບ​ພໍ່​ຄົນ​ນີ້. ພໍ່​ຄົນ​ນີ້​ບໍ່​ເຂັ້ມ​ແຂງ ແລະ ບໍ່​ສົນ​ໃຈ​ເປັນ​ຄູ​ສອນ​ປະ​ຈຳ​ບ້ານ. ແຕ່​ເມື່ອ​ໃຈ​ຂອງ​ລາວ​ເລີ່ມ​ປ່ຽນ​ແປງ, ລາວ ແລະ ອ້າຍ​ນ້ອງ​ຖາ​ນະ​ປະ​ໂລ​ຫິດ​ຄົນ​ນີ້ ເລີ່ມ​ຕົ້ນ​ໄປຢ້ຽມ​ຢາມຄອບ​ຄົວ “ຂອງ​ເຂົາ​ເຈົ້າ”. ຫລັງ​ຈາກໄດ້​ໄປ​ຢ້ຽມ​ຢາມເທື່ອ​ໜຶ່ງ, ເມຍ​ຂອງ​ລາວ—ຕອນນັ້ນ ບໍ່​ໄດ້​ໄປ​ໂບດ—ໄດ້​ຖາມ​ຜົວ​ວ່າ ການ​ໄປ​ຢ້ຽມ​ຢາມ​ເປັນ​ຈັ່ງ​ໃດ. ພໍ່​ຄົນ​ນີ້​ໄດ້​ຍອມ​ຮັບ​ວ່າ, “ຂ້ອຍ​ຮູ້​ສຶກ​​ເຖິງບາງ​ສິ່ງ”—ແລ້ວ​ລາວ​ກໍຍ່າງ​ໄປ​ເອົາ​ເບຍ​ຢູ່​ເຮືອນ​ຄົວ.12

ແຕ່​ສິ່ງ​ໜຶ່ງ​ພາ​ໄປ​ຫາ​ອີກ​ສິ່ງ​ໜຶ່ງ: ປະ​ສົບ​ການ​ທີ່​ອ່ອນ​ໂຍນ, ການ​ປະ​ຕິ​ບັດ​ຮັບ​ໃຊ້, ການ​ປ່ຽນ​ໃຈ, ການ​ໄປຫ້ອງ​ຮຽນ​ຕຽມ​ໄປ​ພຣະ​ວິ​ຫານ, ການ​ໄປ​ໂບດ, ການ​ໄປ​ຜະ​ນຶກ​ເປັນ​ຄອບ​ຄົວ​ໃນ​ພຣະ​ວິ​ຫານ​ທີ່​ສັກ​ສິດ. ໃຫ້​ວາດ​ພາບ​ເບິ່ງ​ດູ​ວ່າ ລູກ​ຫລານຂອງ​ລາວຈະ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ​ຂະ​ໜາດ​ໃດ​ຕໍ່ພໍ່​ແມ່​ຂອງ​ເຂົາ​ເຈົ້າ ແລະ ຕໍ່​ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ທີ່​ໄດ້​ມາ​ຫາ​ໃນ​ຖາ​ນະ​ເພື່ອນ ແລະ ຄູ່​ສອນກັບ​ພໍ່ຄົນ​ນີ້ ເພື່ອປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ຮັກຄົນ​ອື່ນ.

ກອງ​ໄຟ​ແຫ່ງ​ສັດ​ທາ​ຢ່າງ​ທີ​ສາມ ໃຫ້​ການ​ຊຸກ​ຍູ້: ຄວາມ​ສຸກ ແລະ ພອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ປະ​ດິດ​ຄິດ​ສ້າງ ມາ​ເຖິງ​ເມື່ອ​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ຮັກພຣະ​ຜູ້​ເປັນ​ເຈົ້າ ແລະ ຄົນ​ອື່ນ ດ້ວຍສຸດ​ໃຈ ແລະ ​ສຸດ​ຈິດ.

ພຣະ​ຄຳ​ພີ​ສອນ​ເຮົາ​ໃຫ້​ວາງ​ທຸກ​ສິ່ງ​ທີ່​ເຮົາ​ເປັນ ແລະ ຈະ​ກາຍ​ເປັນ ໄວ້​ເທິງ​ແທ່ນ​ບູ​ຊາ​ແຫ່ງ​ຄວາມ​ຮັກ ແລະ ການ​ຮັບ​ໃຊ້. ໃນ​ພຣະ​ຄຳ​ພີ​ເດີມ, ພຣະ​ບັນ​ຍັດ​ສອງ ໄດ້​ແນະ​ນຳ​ເຮົາ​ໃຫ້ “ຮັກ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຈົ້າ” ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ແລະ ດ້ວຍ​ສຸດ​ກຳ​ລັງ.13 ໂຢ​ຊວຍ​ແນະ​ນຳ​ວ່າ, “ຈົ່ງ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຈົ້າ, … ຈົ່ງ​ປະ​ຕິ​ບັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ, … ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​​ພ​ຣະເຈົ້າ, … ຈົ່ງ​ສັດ​ຊື່​ຕໍ່​ພຣະ​ອົງ, ແລະ … ຮັບ​ໃຊ້​ພຣະ​ອົງ​ດ້ວຍ​ສຸດ​ໃຈ ແລະ ດ້ວຍ​ສຸດ​ຈິດ​ຂອງ​ພວກ​ເຈົ້າ.”14

ໃນ​ພຣະ​ຄຳ​ພີ​ໃໝ່, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ກ່າວ​ເຖິງ​ພຣະບັດ​ຍັດ​ສອງ​ປະ​ການ: “ຈົ່ງ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຈົ້າ ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ​ແລະ ດ້ວຍ​ສຸດ​ກຳ​ລັງຂອງ​ເຈົ້າ, … ແລະ ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ.”15

ໃນ​ພຣະ​ຄຳ​ພີ​ມໍ​ມອນ: ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ກະ​ສັດ​ເບັນ​ຢາ​ມິນ​ໄດ້ອອກ​ແຮງງານ “​ດ້ວຍ​ສຸດ​ກຳ​ລັງ​ຂອງ​ຮ່າງ​ກາຍ​ຂອງ​ເພິ່ນ ແລະ ດ້ວຍ​ຄວາມ​ສາ​ມາດ​ຂອງ​ຈິດ​ວິນ​ຍານ​ທັງ​ໝົດ​ຂອງ​ເພິ່ນ” ແລະ ໄດ້​ສະ​ຖາ​ປະ​ນາ​ຄວາມ​ສະ​ຫງົບ​ຂຶ້ນ​ໃນ​ແຜ່ນ​ດິນ.16 ໃນ Doctrine and Covenants, ດັ່ງ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ທຸກ​ຄົນ​ຮູ້​ຈັກ, ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ໃຫ້​ເຮົາ​ຮັບ​ໃຊ້​ພຣະ​ອົງ ດ້ວຍ​ສຸດໃຈ, ພະ​ລັງ, ຄວາມ​ນຶກ​ຄິດ ແລະ ກຳ​ລັງ.17 ຕອນ​ໄພ່​ພົນ​ໄດ້​ເຂົ້າ​ໄປ​ຫາ​ເຂດ​ແຈ໊ກ​ສັນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ເຂົາ​ເຈົ້າ​ໃຫ້​ຮັກ​ສາ​ວັນ​ຊະ​ບາ​ໂຕ​ໃຫ້​ສັກ​ສິດ ໂດຍ​ການ​ຮັກພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຂົາ​ເຈົ້າ​ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ພະ​ລັງ, ຄວາມ​ຄິດ, ແລະ ກຳ​ລັງ​ຂອງເຂົາ​ເຈົ້າ; ແລະ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃຫ້​​ເຂົາ​ເຈົ້າຮັບ​ໃຊ້​ພຣະ​ອົງ.18

ເຮົາ​ປິ​ຕິ​ຍິນ​ດີ​ໃນ​​ຄຳ​ເຊື້ອ​ເຊີນ​ໃຫ້​ອຸ​ທິດ​​ດ້ວຍ​ສຸດ​ຈິດ ເພື່ອ​​ສະແຫວງ​ຫາ​ວິ​ທີ​ທີ່​ສູງກວ່າ ແລະ ສັກ​ສິດກວ່າ ທີ່​ຈະ​ຮັກ​ພຣະ​ເຈົ້າ ແລະ ຄົນ​ອື່ນ​ທີ່​ຢູ່​ອ້ອມ​ຮອບ​ເຮົາ ແລະ ມີສັດ​ທາ​​ຫລາຍ​ຂຶ້ນ ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄ​ຣິດ ຢູ່ໃນ​ໃຈ ແລະ ໃນ​ບ້ານ​ເຮືອນຂອງ​ເຮົາ ແລະ ທີ່​ໂບດ.

ທີ​ສີ່, ກອງ​ໄຟ​ແຫ່ງ​ສັດ​ທາຂອງ​ເຮົາ ຊຸກ​ຍູ້​ເຮົາ​ໃຫ້​ສ້າງ​ແບບ​ແຜນ​ແຫ່ງ​ການ​ດຳ​ລົງ​ຊີ​ວິດ​ຢ່າງ​ຊອບ​ທຳ​ເປັນ​ປະ​ຈຳ ເພື່ອ​ໃຫ້​ສັດ​ທາ ແລະ ​ຄວາມ​ເປັນ​ຢູ່ທາງວິນ​ຍານ​ເລິກ​ຊຶ້ງ.

ນິ​ໄ​ສທີ່​ສັກ​ສິດ, ລະ​ບຽບ​ປະ​ຈຳ​ທີ່​ຊອບ​ທຳ, ຫລື ແບບ​ແຜນ​ຂອງ​ການ​ອະ​ທິ​ຖານ​ເຫລົ່າ​ນີ້ ອາດ​ຮ່ວມ​ດ້ວຍ​ການ​ອະ​ທິ​ຖານ, ການ​ສຶກ​ສາ​ພຣະ​ຄຳ​ພີ, ການ​ຖື​ສິນ​ອົດ​ເຂົ້າ, ການ​ລະ​ນຶກ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພັນ​ທະ​ສັນ​ຍາ ລະ​ຫວ່າງ​ພິ​ທີ​ການ​ສິນ​ລະ​ລຶກ; ການ​ແບ່ງ​ປັນ​ພອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຜ່ານ​ທາງ​ຜູ້​ສອນ​ສາດ​ສະ​ໜາ, ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ, ແລະ ການ​ຮັບ​ໃຊ້​ອື່ນໆ; ການຂຽນ​ບັນ​ທຶກ​ສ່ວນ​ຕົວ​ທີ່​ໃຊ້​ຄວາມ​ຄິດ; ແລະ ອື່ນໆ.

ເມື່ອ​ແບບ​ແຜນ​ທີ່​ຊອບ​ທຳ ແລະ ​ຄວາມ​ໃຝ່​ຝັນ​ທາງວິນ​ຍານ ລວມ​ເຂົ້າ​ກັນ, ເວ​ລາ ແລະ ນິ​ລັນ​ດອນກໍ​ຈະ​ລວມ​ເຂົ້າ​ກັນ. ແສງ​ສະ​ຫວ່າງ​ທາງວິນ​ຍານ ແລະ ຊີ​ວິດ​ມາ​ເຖິງ​ ເມື່ອ​ການ​ໄປ​ໂບດ​ເປັນ​ປະ​ຈຳ ດຶງ​ດູດ​ເຮົາ​ໃຫ້​ເຂົ້າ​ໃກ້​ຊິດ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ. ເມື່ອ​ເຮົາ​ມັກ​ຄວາມ​ໝາຍ ແລະ ພິ​ທີ​ການຂອງ​ກົດ, ສິ່ງ​ທີ່​ເປັນ​ນິ​ລັນ​ດອນ​ຈະ​ກັ່ນ​ລົງ​ມາ​ເທິງ​ຈິດ​ວິນ​ຍານ​ຂອງ​ເຮົາ ເໝືອນ​ດັ່ງ​ຢາດ​ນ້ຳ​ຄ້າງ​ຈາກ​ສະ​ຫວັນ.19 ດ້ວຍການ​ເຊື່ອ​ຟັງ​ແຕ່​ລະ​ວັນ ແລະ ນ້ຳ​ທີ່​ປະ​ກອບ​ດ້ວຍ​ຊີ​ວິດ​ທີ່​ສົດ​ຊື່ນ, ເຮົາ​ຈະ​ພົບ​ຄຳ​ຕອບ, ສັດ​ທາ, ແລະ ພະ​ລັງ ເພື່ອ​ປະ​ເຊີນ​ກັບ​ການ​ທ້າ​ທາຍ ແລະ ໂອ​ກາດ​ໃນ​ທຸກວັນ ດ້ວຍ​ພຣະ​ກິດ​ຕິ​ຄຸນ​ທີ່​ມີ​ຄວາມ​ອົດ​ທົນ, ມຸມມອງ, ແລະ ຄວາມ​ສຸກ.

ທີ​ຫ້າ, ເມື່ອ​ເຮົາ​ຮັກ​ສາ​ແບບ​ແຜນ​ທີ່​ຮູ້​ຈັກ​ດີ​ທີ່​ສຸດ ຂະ​ນະ​ທີ່​ສະ​ແຫວງ​ຫາ​ວິ​ທີ​ໃໝ່ ແລະ ສັກ​ສິດກວ່າ ທີ່​ຈະ​ຮັກ​ພຣະ​ເຈົ້າ ແລະ ຊ່ວຍ​ເຮົາ ແລະ ຄົນ​ອື່ນ ກະ​ກຽມ​ທີ່​ຈະ​ພົບ​ກັບ​ພຣະ​ອົງ, ແລ້ວກອງ​ໄຟ​ແຫ່ງ​ສັດ​ທາຂອງ​ເຮົາ​ຈະ​ຊຸກ​ຍູ້​ເຮົາ​ໃຫ້​ຈື່​ຈຳ​ວ່າ ຄວາມ​ດີ​ພ້ອມ​ແມ່ນ​ຢູ່​ໃນ​ພຣະ​ຄຣິດ, ບໍ່​ແມ່ນ​ຢູ່​ໃນ​ຕົວ​ເຮົາ ຫລື ຢູ່​ໃນ​ຄວາມດີ​ພ້ອມ​ຂອງ​ໂລກ.

ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ເຈົ້າ​ແມ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ເປັນ​ໄປ​ໄດ້ ເພາະ​ພຣະ​ເຢ​ຊູ​ຄຣິດ “ເປັນ​ທາງນັ້ນ, ເປັນ​ຄວາມ​ຈິງ, ແລະ ເປັນ​ຊີ​ວິດ.”20 ຕໍ່​ບັນ​ດາ​ຜູ້​ເຮັດ​ການ​ໜັກ​ໜ່ວງ, ພຣະ​ອົງ​ເຊື້ອ​ເຊີນ​ວ່າ, “ຈົ່ງ​ມາ​ຫາ​ເຮົາ,” ແລະ ຜູ້​ທີ່​ມາ​ຫາ​ພຣະ​ອົງ, ພຣະ​ອົງ​ສັນ​ຍາ​ວ່າ, “ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ເຊົາ​ເມື່ອຍ.”21 “ຈົ່ງ​ມາ​ຫາ​ພຣະ​ຄຣິດ, ແລະ ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ, … ຮັກ​ພຣະ​ເຈົ້າ​ດ້ວຍ​ສຸດ​ພະລັງ, ຈິດ​ໃຈ, ແລະ ກຳລັງ​ຂອງ​ທ່ານ, ເມື່ອ​ນັ້ນ​ພຣະ​ຄຸນ​ຂອງ​ພຣະ​ອົງ​ຈຶ່ງ​ພຽງພໍ​ສຳລັບ​ທ່ານ, ເພື່ອ​ໂດຍ​ພຣະ​ຄຸນ​ຂອງ​ພຣະ​ອົງ, ທ່ານ​ຈະ​ດີ​ພ້ອມ​ໃນ​ພຣະ​ຄຣິດ.”22

ໃນ​ຄວາມ​ໝັ້ນ​ໃຈ​ນີ້ “ໂດຍ​ພຣະ​ຄຸນ​ຂອງ​ພຣະ​ອົງ, ທ່ານ​ຈະ​ດີ​ພ້ອມ​ໃນ​ພຣະ​ຄຣິດ” ມັນ​ຍັງ​ເປັນ​ຄວາມ​ປອບ​ໂຍນ, ຄວາມ​ສະ​ຫງົບ, ແລະ ຄຳ​ສັນ​ຍາ ທີ່​ເຮົາ​ສາ​ມາດ​ສືບ​ຕໍ່ດຳ​ເນີນ​ໄປ​ໜ້າ​ດ້ວຍ​ສັດ​ທາ ແລະ ດ້ວຍ​ຄວາມ​ໝັ້ນ​ໃຈ ໃນ​ພຣະ​ຜູ້​ເປັນ​ເຈົ້າ ແມ່ນ​ແຕ່​ຕອນ​ທີ່​​ທຸກ​ສິ່ງ​ບໍ່​ເປັນ​ໄປ​ດັ່ງ​ທີ່​ເຮົາ​​ຫວັງ, ຄາດ​ໝາຍ, ຫລື ບາງ​ເທື່ອ ສົມ​ຄວນ​ໄດ້​ຮັບ, ເຖິງ​ແມ່ນ​ມັນບໍ່​ໄດ້​ເປັນ​ຄວາມ​ຜິດ​ຂອງ​ເຮົາ​ເອງ, ແມ່ນ​ແຕ່​ຫລັງ​ຈາກ​ເຮົາ​ໄດ້​ເຮັດ​ທຸກ​ສິ່ງຈົນ​ສຸດ​ຄວາມ​ສາ​ມາດ​ແລ້ວ.

ໃນຫລາຍ​ເວ​ລາ ແລະ ຫລາຍ​ວິ​ທີ, ເຮົາ​ທຸກ​ຄົນ​ກໍ​ຮູ້​ສຶ​ກກວ່າບໍ່​ພຽບ​ພ້ອມ, ບໍ່​ໝັ້ນ​ໃຈ, ບາງ​ທີ ບໍ່​ມີ​ຄ່າ​ຄວນ​ພໍ. ແຕ່​ໃນ​ຄວາມ​ພະ​ຍາ​ຍາມຂອງ​ເຮົາ​ດ້ວຍ​ສັດ​ທາ ທີ່​ຈະ​ຮັກ​ພຣະ​ເຈົ້າ ແລະ ປະ​ຕິ​ບັດ​ຕໍ່​ເພື່ອນ​ບ້ານ​ຂອງ​ເຮົາ, ເຮົາອາດ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ ແລະ ການ​ດົນ​ໃຈ​ທີ່​ຕ້ອງ​ການ ສຳ​ລັບ​ເຂົາ​ເຈົ້າ ແລະ ຊີ​ວິດ​ຂອງ​ເຮົາ ໃນ​ວິ​ທີທາງ​ໃໝ່ ແລະ ສັກ​ສິດກວ່າ.

ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ຊຸກ​ຍູ້​ເຮົາ ແລະ ສັນ​ຍາ​ວ່າ ເຮົາ​ສາ​ມາດ “ມຸ້ງໜ້າດ້ວຍ​ຄວາມໝັ້ນຄົງ​ໃນພຣະຄຣິດ, ໂດຍມີຄວາມສະຫວ່າງ​ຢ່າງບໍລິບູນ​ຂອງຄວາມຫວັງ ແລະ ຄວາມຮັກຂອງ​ພຣະເຈົ້າ ແລະ ຂອງມະນຸດ​ທັງປວງ.”23 ຄຳ​ສອນ​ຂອງ​ພຣະ​ຄ​ຣິດ, ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ແລະ ​ການເດີນ​ຕາມ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ ​ດ້ວຍ​ສຸດຈິດ​ຂອງ​ເຮົາ ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ຮູ້​ຄວາມ​ຈິງ​ຂອງ​ພຣະ​ອົງ ແລະ ເຮັດ​ໃຫ້​ເຮົາ​ເປັນ​ອິດ​ສະ​ລະ.24

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ແລະ ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ອົງ ໄດ້​ຖືກ​ຟື້ນ​ຟູ ແລະ ຖືກ​ສິດ​ສອນ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄ​ຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ໃນ​ພຣະ​ຄຳ​ພີ​ທີ່​ສັກ​ສິດ, ແລະ ໂດຍ​ສາດ​ສະ​ດາ ຈາກ​ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ ມາ​ເຖິງ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໃນ​ທຸກວັນ​ນີ້. ​ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ ທີ່​ພາ​ໄປ​ສູ່​ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ຊຶ່ງພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ ສັນ​ຍາ​ວ່າ: “ເຈົ້າຈະ​ມີ​ຊີ​ວິດ​ນິ​ລັນ​ດອນ.”25

​ຂໍ​ໃຫ້​ພອນ​ຂອງ​ພຣະ​ອົງ ແລະ ຄວາມ​ສຸກ​ທີ່​ຍືນຍາວ ເປັນ​ຂອງ​ເຮົາ ເມື່ອ​ເຮົາ​ເພີ່ມ​ພະ​ລັງ​ໃຫ້​ແກ່​ໃຈ ແລະ ຄວາມ​ຫວັງ ແລະ ຄວາມ​ຕັ້ງ​ໃຈ​ຂອງ​​ເຮົາ ໃນ​ກອງ​ໄຟ​ແຫ່ງ​ສັດ​ທາ​ຂອງ​ເຮົາ, ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ໃນ​ພຣະ​ນາມ​ອັນ​ສັກ​ສິດ ຂອງ​ພຣະ​ເຢ​ຊູ​ຄ​ຣິດ, ອາ​ແມນ.