​2010–2019
ການ​ປະຕິບັດສາດ​ສະ​ໜາ​ກິດ
ເດືອນ​ເມສາ 2018


ການ​ປະຕິບັດສາດ​ສະ​ໜາ​ກິດ

ພວກ​ເຮົາ​ຈະ​ປະ​ຕິ​ບັດ​ຕາມແບບ​ແຜນ​ທີ່​ໃໝ່​ກວ່າ ແລະ ສັກ​ສິດກວ່າ ໃນ​ການ​ດູ​ແລ ແລະ ປະ​ຕິ​ບັດສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ.

ຂໍ​ຂອບ​ໃຈ​ແອວ​ເດີ ກອງ ແລະ ແອວ​ເດີ ໂຊ​ອາ​ເຣສ໌, ສຳ​ລັບ​ຖ້ອຍ​ຄຳ ດ້ວຍ​ສັດ​ທາທີ່​ຈິງ​ໃຈ​ຂອງ​ພວກ​ທ່ານ. ພວກ​ເຮົາ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ​ສຳ​ລັບ​ພວກ​ທ່ານ ແລະ ຄູ່​ຄອງ​ຂອງ​ພວກ​ທ່ານ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ພວກ​ເຮົາ​ບໍ່​ເຄີຍ​ຢຸດ​ທີ່​ຈະ​ສະ​ແຫວງ​ຫາ​ການ​ຊີ້​ນຳ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ກ່ຽວ​ກັບ​ວິ​ທີ​ທີ່​ພວກ​ເຮົາ​ຈະ​ສາ​ມາດ​ຊ່ວຍ​ເຫລືອ​ສະ​ມາ​ຊິກ​ຂອງ​ພວກ​ເຮົາ ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ໂດຍ​ສະ​ເພາະ​ພຣະ​ບັນ​ຍັດ​ສອງ​ຂໍ້​ໃຫຍ່ນັ້ນ ເພື່ອ​ໃຫ້​ຮັກ​ພຣະ​ເຈົ້າ ແລະ ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ.1

ເປັນ​ເວ​ລາ​ຫລາຍ​ເດືອນ​ທີ່​ພວກ​ເຮົາ​ໄດ້ ຊອກ​ຫາ​ວິ​ທີ​ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ຕໍ່​ຄວາມ​ຕ້ອງ​ການ​ທາງວິນ​ຍານ ແລະ ທາງ​ໂລກ ຂອງ​ຜູ້​ຄົນ​ຂອງ​ພວກ​ເຮົາ ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ພວກ​ເຮົາ​ໄດ້​ຕັດ​ສິນ​ໃຈ ທີ່​ຈະ​ເຊົາ​ຈາກ​ການ​ສອນ​ປະ​ຈຳ​ບ້ານ ແລະ ການ​ຢ້ຽມ​ສອນ ດັ່ງ​ທີ່​ພວກ​ເຮົາ​ເຄີຍ​ເຮັດ​ມາ. ແຕ່​ພວກ​ເຮົາ​ຈະ​ປະ​ຕິ​ບັດ​ຕາມແບບ​ແຜນ​ທີ່​ໃໝ່​ກວ່າ ແລະ ສັກ​ສິດກວ່າ ໃນ​ການ​ດູ​ແລ ແລະ ປະ​ຕິ​ບັດສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ. ພວກ​ເຮົາ​ຈະ​ກ່າ​ວ​ເຖິງ​ແບບ​ແຜນ​ໃໝ່​ນີ້​ວ່າ “ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.”

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທີ່​ມີ​ປະ​ສິດ​ທິ​ພາບ ຈະ​ເກີດ​ຈາກ​ຂອງ​ປະ​ທານ​ທີ່​ມີ​ຢູ່​ໃນ​ຕົວ​ຂອງ​ບັນ​ດາ​ເອື້ອຍ​ນ້ອງ ແລະ ໂດຍ​ອຳ​ນາດ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ຖາ​ນະ​ປະ​ໂລ​ຫິດ. ພວກ​ເຮົາ​ທຸກ​ຄົນ​ຕ້ອງ​ການ ການ​ປົກ​ປ້ອງ​ເຊັ່ນ​ນັ້ນ ຈາກ​ກົນ​ອຸ​ບາຍ​ທີ່​ສະ​ຫລາດ​ແກມ​ໂກງ​ຂອງ​ຜູ້​ປໍ​ລະ​ປັກ.

ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ແລະ ຊິດ​ສະ​ເຕີ ຈີນ ບີ ບິງ​ກຳ, ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ, ຈະ​ອະ​ທິ​ບາຍ​ເຖິງວິ​ທີ​ທີ່​ອ້າຍ​ນ້ອງ ແຫ່ງຖາ​ນະ​ປະ​ໂລ​ຫິດ ຜູ້​ໄດ້​ຮັບມອບ​ໝາຍ ແລະ ເອື້ອຍ​ນ້ອງຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ກຸ່ມ​ຍິງ​ໜຸ່ມ ຜູ້​ໄດ້​ຮັບ​ມອບ​ໝາຍ ຈະ​ປະ​ຕິ​ບັດ​ໜ້າ​ທີ່​ນັບຈາກນີ້​ໄປ ໃນ​ການ​ຮັບ​ໃຊ້ ແລະ ດູ​ແລ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ຕະ​ຫລອດ​ທົ່ວ​ໂລກ​ໃນ​ວິ​ທີ​ໃດ.

ຝ່າຍ​ປະ​ທານ​ສູງ​ສຸດ ແລະ ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ເປັນ​ອັນ​ໜຶ່ງອັນ​ດຽວ​ກັນ ແລະ ເຫັນ​ດ້ວຍ​ກັບຂ່າວ​ສານ​ຂອງ​ພວກ​ເພິ່ນ. ພວກ​ເຮົາ​ໄດ້​ເປີດ​​ພາກ​ໃໝ່ ໃນ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ ດ້ວຍ​ຄວາມ​ກະ​ຕັນ​ຍູ ແລະ ດ້ວຍ​ການ​ອະ​ທິ​ຖານ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.