​2010–2019
ເບິ່ງ​ຊາຍ​ຄົນ​ນີ້​ແມ!
ເດືອນ​ເມສາ 2018


ເບິ່ງ​ຊາຍ​ຄົນ​ນີ້​ແມ!

ຜູ້​ທີ່​ຊອກ​ຫາ​ທາງ​ທີ່​ຈະ​ເບິ່ງ​ຊາຍ​ຄົນ​ນີ້ ຈະ​ພົບ​ເຫັນ​ປະ​ຕູ​ທີ່​ນຳ​ໄປ​ສູ່​ຄວາມ​ສຸກ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ໃນ​ຊີ​ວິດ ແລະ ພົບ​ຫວ້ານ​ຢາ​ສຳ​ລັບ​ຄວາມ​ໝົດ​ຫວັງ ທີ່​ໜັກ​ໜ່ວງ​ຫລາຍ​ທີ່​ສຸດໃນ​ຊີ​ວິດ.

ອ້າຍ​ເອື້ອຍ​ນ້ອງ, ໝູ່​ເພື່ອນ, ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ ທີ່​ໄດ້​ມາ​ຢູ່​ກັບ​ທ່ານ ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ທີ່​ດີ​ເລີດ ໃນ​ທ້າຍ​ສັບ​ປະ​ດານີ້. ແຮ​ຣີ​ແອດ ແລະ ຂ້າ​ພະ​ເຈົ້າ​ຊື່ນ​ຊົມ​ກັບ​ທ່ານ ໃນ​ການ​ສະ​ໜັບ​ສະ​ໜູນ ແອວ​ເດີ ກອງ ແລະ ແອວ​ເດີ ໂຊ​ອາ​ເຣສ໌ ແລະ ອ້າຍ​ເອື້ອຍ​ນ້ອງ​ຫລາຍ​ຄົນ ຜູ້​ໄດ້​ຮັບ​ການ​ເອີ້ນ​ໃໝ່ ທີ່​ສຳ​ຄັນ ລະ​ຫວ່າງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ນີ້.

ເຖິງ​ແມ່ນ​ວ່າ ຂ້າ​ພະ​ເຈົ້າ​ຄິດຮອດ ປະ​ທານ​ທອມ​ມັສ ແອັສ ມອນ​ສັນ ເພື່ອນທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ, ແຕ່​ຂ້າ​ພະ​ເຈົ້າ​ກໍ​ຮັກ, ສະ​ໜັບ​ສະ​ໜູນ, ແລະ ສົ່ງ​ເສີມ ສາດ​ສະ​ດາ​ຂອງ​ພວກ​ເຮົາ ປະ​ທານຣະ​ໂຊ ເອັມ ແນວ​ສັນ, ແລະ ທີ່​ປຶກ​ສາ​ທີ່​ມີ​ກຽດຂອງ​ເພິ່ນ.

ຂ້າ​ພະ​ເຈົ້າ​ຂໍ​ຂອບ​ໃຈ ແລະ ຖື​ວ່າ​ໄດ້​ຮັບ​ກຽດ​ຫລາຍ ທີ່​ໄດ້​ທຳ​ງານ​ຢ່າງ​ໃກ້​ຊິດ ອີກ​ເທື່ອ​ໜຶ່ງ ຮ່ວມ​ກັບ​ບັນ​ດາອ້າຍ​ນ້ອງ​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ.

ຍິ່ງກວ່າ​ສິ່ງ​ອື່ນ​ໃດ, ຂ້າ​ພະ​ເຈົ້າ​ຖ່ອມ​ຕົວ ແລະ ດີ​ໃຈ​ຫລາຍ ທີ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ບ່ອນ​ທີ່​ຊາຍ, ຍິງ, ແລະ ເດັກ​ນ້ອຍ ຫລາຍໆ​ລ້ານ​ຄົນ ເຕັມ​ໃຈ​ທີ່​ຈະ ຍົກໃນ​ບ່ອນ​ທີ່​ເຂົາ​ເຈົ້າຢືນ—ໃນ​ການ​ເອີ້ນ​ອັນ​ໃດ​ກໍ​ຕາມ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ—ແລະ ພະ​ຍາ​ຍາມ​ດ້ວຍ​ສຸດ​ໃຈ ເພື່ອ​ຮັບ​ໃຊ້​ພຣະ​ເຈົ້າ ແລະ ລູກໆ​ຂອງ​ພຣະ​ອົງ, ໃນ​ການ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

ມື້ນີ້​ແມ່ນ​ວັນ​ທີ່​ສັກ​ສິດ. ມື້ນີ້​ແມ່ນ​ວັນ​ອິດ​ສະ​ເຕີ, ແມ່ນ​ວັນ​ທີ່​ເຮົາ​ສະ​ເຫລີມ​ສະ​ຫລອງ​ເຊົ້າ​ຂອງວັນ​ທີ່​ຮຸ່ງ​ເຫລື້ອມ ຕອນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້ເຮັດ​ໃຫ້​ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ​ຂາດ​ອອກ1 ແລະ ໄດ້ອອກ​ມາ​ຈາກ​ອຸບ​ມຸງ​ຢ່າງ​ຜູ້​ມີ​ໄຊ.

ວັນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ

ເມື່ອບໍ່​ດົນ​ມານີ້ ຂ້າ​ພະ​ເຈົ້າ​ໄດ້​ຖາມ​ອິນ​ເຕີ​ເນັດ​ວ່າ, “ວັນ​ໃດທີ່​ປ່ຽນ​ແປງ​ປະ​ຫວັດ​ສາດ​ຫລາຍ​ທີ່​ສຸດ?”

ຄຳ​ຕອບ ແມ່ນ​ທັງປະ​ຫລາດ​ໃຈ, ທັງແປກ, ໃຫ້​ຄວາມ​ຮູ້, ແລະ ກ​ະ​ຕຸ້ນ​ແນວ​ຄິດ. ໃນ​ບັນ​ດາ​ຄຳ​ຕອບ​ເຫລົ່າ​ນັ້ນ, ແມ່ນ​ມື້​ທີ່ກ້ອນ​ຫີນ​ໃຫຍ່​ກ້ອນ​ໜຶ່ງ ຈາກ​ອາວະ​ກາດ ຕົກ​ລົງ​ໃສ່ແຫລມ ຢູ​ກະ​ແທນ; ຫລື ໃນ​ປີ 1440, ໂຢ​ຮັນ ກະ​ເຕິນ​ເບີກ ໄດ້​ສຳ​ເລັດ​ການ​ພິມ​ຂອງ​ລາວ; ແລະ, ແນ່ນອນ, ໃນ​ປີ 1903 ຕອນ​ອ້າຍ​ນ້ອງ ວະ​ໄຣ້ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ມະ​ນຸດ​ສາ​ມາດ ບິນ​ໄດ້.

ຖ້າ​ຫາກ​ທ່ານ ຖືກ​ຖາມ ໃນ​ຄຳ​ຖາມ​ອັນ​ດຽວ​ກັນ​ນັ້ນ, ທ່ານ​ຈະ​ຕອບ​ວ່າ​ແນວ​ໃດ?

ໃນ​ຄວາມ​​ຄິດ​ຂອງ​ຂ້າ​ພະ​ເຈົ້າ, ຄຳ​ຕອບ​ແມ່ນ​ແຈ່ມ​ແຈ້ງ.

ໃນ​ການ​ຊອກ​ຫາ​ວັນ​ແຫ່ງ​ປະ​ຫວັດ​ສາດທີ່​ສຳ​ຄັນ​ທີ່​ສຸດ, ເຮົາ​ຕ້ອງ​ຄືນ​ໄປ​ຫາ​ຄ່ຳ​ຄືນ​ໜຶ່ງ ທີ່​ເກືອບ​ເຖິງ 2,000 ປີຜ່ານ​ມາ​ແລ້ວ ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ ຕອນ​ພຣະ​ເຢ​ຊູ​ຄຣິດ ໄດ້​ຄຸ​ເຂົ່າ​ອະ​ທິ​ຖານ​ຢ່າງ​ຕັ້ງ​ໃຈ ແລະ ໄດ້​ສະ​ເໜີ​ມອບ​ຕົວ​ເອງ​ເພື່ອ​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ. ມັນ ແມ່ນ​ລະ​ຫວ່າງ​ການ​ເສຍ​ສະ​ລະ ທີ່​ຍິ່ງ​ໃຫຍ່ ແລະ ເປັນ​ນິດນີ້ຂອງ​ການ​ຮັບ​ທຸກ​ທໍ​ລະ​ມານ​ທີ່ບໍ່​ມີ​ສິ່ງ​ໃດ​ເທົ່າ​ທຽມ ໄດ້ ທັງ ຮ່າງ​ກາຍ ແລະ ວິນ​ຍານ ທີ່ ພຣະ​ເຢ​ຊູ​ຄຣິດ, ແມ່ນ​ແຕ່​ພຣະ​ເຈົ້າ, ໄດ້​ຫລັ່ງ​ໂລ​ຫິດ ຈາກທຸກ​ຂຸມ​ຂົນ. ດ້ວຍ​ຄວາມ​ຮັກ​ທີ່​ດີ​ພ້ອມ, ພຣະ​ອົງ​ໄດ້​ມອບ​ທັງ​ໝົດ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຮັບ​ທັງ​ໝົດ. ການ​ເສຍ​ສະ​ລະ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ອົງ, ຊຶ່ງ​ຍາກ​ທີ່​ຈະ​ເຂົ້າ​ໃຈ​ໄດ້, ພຽງ​ແຕ່​ຮູ້​ສຶກ​ຢູ່​ໃນ​ໃຈ ແລະ ໃນ​ຄວາມ​ຄິດ​ຂອງ​ເຮົາ, ເຕືອນ​ເຮົາ​ເຖິງ​ການ​ເປັນ​ໜີ້​​ທາງຄວາມ​ກະ​ຕັນ​ຍູ​ທັງ​ໝົດ ທີ່​ເຮົາ​ມີ​​ຕໍ່​ພຣະ​ຄຣິດ ສຳ​ລັບ​ຂອງ​ປະ​ທານ​ທີ່​ສູງ​ສົ່ງ​ຂອງ​ພຣະ​ອົງ.

ຕໍ່​ມາ​ໃນ​ຄ່ຳ​ຄືນນັ້ນ, ພຣະ​ເຢ​ຊູ​ໄດ້​ຖືກ​ນຳ​ໄປ​ຫາ​ເຈົ້າ​ໜ້າ​ທີ່​ຝ່າຍ​ສາດ​ສະ​ໜາ ແລະ ຝ່າຍ​ການ​ເມືອງ ຜູ້​ໄດ້​ເຍາະ​ເຍີ້ຍ​, ຂ້ຽນ​ຕີພຣະ​ອົງ, ແລະ ໄດ້​ສົ່ງ​ພຣະ​ອົງ​ໄປ​ສູ່​ຄວາມ​ຕາຍ​ຢ່າງໜ້າ​ອັບ​ອາຍ. ພຣະ​ອົງ​ໄດ້​ຖືກ​ແຂວນ​ໄວ້​ເທິງ​ໄມ້​ກາງ​ແຂນ ດ້ວຍ​ຄວາມ​ເຈັບ​ປວດ​​ອັນແສນ​ສາ​ຫັດ ຈົນ​ກວ່າ, ໃນ​ທີ່​ສຸດ, “ສຳ​ເລັດ​ແລ້ວ.”2 ພຣະ​ກາຍ​ທີ່​ປາດ​ສະ​ຈາກ​ພຣະວິນ​ຍານ​ຂອງ​ພຣະ​ອົງ ໄດ້​ຖືກ​ນຳ​ໄປ​ວາງ​ໄວ້​ໃນ​ອຸບ​ມຸງ​ທີ່​ຢືມ​ໃຊ້. ແລະ ຈາກນັ້ນ​, ໃນ​ເຊົ້າ​ຂອງມື້​ທີ​ສາມ, ພຣະ​ເຢ​ຊູ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ອົງ​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່, ໄດ້​ອອກ​ມາ​ຈາກ​ອຸບ​ມຸງ​ ດ້ວຍ​ລັດ​ສະ​ໝີ​ພາບ, ໄດ້​ຟື້ນ​ຄືນ​ພຣະ​ຊົນ​ຢ່າງ​ສະ​ຫງ່າ​ລາ​ສີ, ຮຸ່ງ​ເຫລື້ອມ, ແລະ ດ້ວຍ​ອຳ​ນາດ.

ແທ້​ຈິງ​ແລ້ວ, ມັນ​ມີ​ຫລາຍ​ເຫດ​ການ​ຕະ​ຫລອດ​ທົ່ວ​ປະ​ຫວັດ​ສາດ ທີ່​ມີ​ຜົນ​ກະ​ທົບ​ຕໍ່​ຈຸດ​ໝາຍ​ປາຍ​ທາງ ຂອງ​ປະ​ຊາ​ຊາດ ແລະ ຜູ້​ຄົນ. ແຕ່​ເມື່ອ​ລວມ​ທັງ​ໝົດ​ເຂົ້າ​ກັນ, ເຫດ​ການ​ທັງ​ໝົດ​ກໍ​ຍັງ​ບໍ່​ສຳ​ຄັນ​ເທົ່າ​ກັບ ສິ່ງ​ທີ່​ໄດ້​ເກີດຂຶ້ນ ໃນ​ເຊົ້າ​ຂອງວັນ​ອິດ​ສະ​ເຕີ ເທື່ອ​ທຳ​ອິດນັ້ນ.

ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ການ​ເສຍ​ສະ​ລະ ເປັນ​ນິດ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ ເປັນ​ເຫດ​ການ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ—ມີ​ອິດ​ທິ​ພົນ​ຫລາຍກວ່າ​ສົງ​ຄາມ​ໂລກ, ຫລາຍກວ່າ​ຄວາມ​ພິ​ນາດ, ແລະ ​ຫລາຍກວ່າການ​ຄົ້ນ​ພົບ​ຂອງ​ນັກ​ວິ​ທະ​ຍາ​ສາດ ທີ່​ປ່ຽນ​ແປງ​ຊີ​ວິດ?

ເພາະ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈຶ່ງ​ສາ​ມາດ​ມີ​ຊີ​ວິດ​ອີກ

ຄຳ​ຕອບ​ມີ​ຢູ່​ໃນ​ການ​ທ້າ​ທາຍ​ສອງ​ຢ່າງ​ທີ່ບໍ່​ສາ​ມາດ​ເອົາ​ຊະ​ນະ​ໄດ້, ຊຶ່ງ​ເຮົາ​ແຕ່​ລະ​ຄົນ​ປະ​ເຊີນຢູ່.

ຢ່າງ​ທຳ​ອິດ, ເຮົາ​ທຸກ​ຄົນ​ຕ້ອງ​ຕາຍ. ບໍ່​ວ່າ​ເຮົາ​ຈະ​ໜຸ່ມ, ສວຍ​ງາມ, ແຂງ​ແຮງ, ຫລື ລະ​ມັດ​ລະ​ວັງ​ຫລາຍ​ປານ​ໃດ​ກໍ​ຕາມ, ມື້​ໜຶ່ງ​ຮ່າງ​ກາຍ​ຂອງ​ເຮົາ ຈະ​ມີ​ສະ​ພາບ​ທີ່ບໍ່​ມີ​ວິນ​ຍານ. ໝູ່​ເພື່ອນ ແລະ ຄອບ​ຄົວ​ຈະ​ໂສກ​ເສົ້າ ເພາະ​ການ​ຈາກ​ໄປ​ຂອງ​ທ່ານ. ແຕ່​ເຂົາ​ເຈົ້າ​ບໍ່​ສາ​ມາດເຮັດ​ໃຫ້​ທ່ານ​ກັບ​ຄືນ​ມາ​ມີ​ຊີ​ວິດ​ອີກ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພາະ​ພຣະ​ເຢ​ຊູ​ຄຣິດ, ການ​ຕາຍ​ຂອງ​ທ່ານ ເປັນ​ພຽງ​ຊົ່ວ​ຄາວ​ເທົ່າ​ນັ້ນ. ໃນ​ມື້​ໜຶ່ງ ວິນ​ຍານ​ຂອງ​ທ່ານຈະ​ເຂົ້າ​ຄືນ​ສູ່​ຮ່າງ​ກາຍ​ຂອງ​ທ່ານ. ຮ່າງ​ກາຍ​ທີ່​ໄດ້​ຟື້ນ​ຄືນຊີ​ວິດ ຈະ​ບໍ່​ຕາຍ​ອີກ,3 ແລະ ທ່ານ​ຈະ​ຢູ່​ໃນ​ນິ​ລັນ​ດອນ, ບໍ່​ມີ​ຄວາມ​ເຈັບ​ປວດ ແລະ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ຮ່າງ​ກາຍ.4

ສິ່ງນີ້​ຈະ​ເກີດ​ຂຶ້ນ ເພາະ ພຣະ​ເຢ​ຊູ​ຄຣິດ, ຜູ້​ໄດ້​ສະ​ລະ​ພຣະ​ຊົນ​ຊີບຂອງ​ພຣະ​ອົງ ແລະ ຮັບ​ເອົາ​ມັນ​ຄືນ.

ພຣະ​ອົງ​ໄດ້​ເຮັດ​ສິ່ງນີ້ ເພື່ອ​ທຸກ​ຄົນ ທີ່​ເຊື່ອ​ໃນ​ພຣະ​ອົງ.

ພຣະ​ອົງ​ໄດ້​ເຮັດ​ສິ່ງນີ້ ເພື່ອ​ທຸກ​ຄົນ​ທີ່ບໍ່​ເຊື່ອ​ໃນ​ພຣະ​ອົງ.

ພຣະ​ອົງໄດ້​ເຮັດ​ສິ່ງນີ້ ແມ່ນ​ແຕ່ເພື່ອ​ຜູ້​ທີ່​ເຍາະ​ເຍີ້ຍ, ປ້ອຍ​ດ່າ, ແລະ ສາບ​ແຊ່ງ​ພຣະ​ນາມ​ຂອງ​ພຣະ​ອົງ.5

ເພາະ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈຶ່ງ​ສາ​ມາດ​ຢູ່​ກັບ​ພຣະ​ເຈົ້າ.

ຢ່າງ​ທີສອງ, ເຮົາທຸກ​ຄົນ​ມີ​ບາບ. ບາບ​ຂອງ​ເຮົາ​ຄົງ​ກີດ​ກັນ ເຮົາ​ຈາກ​ການ​ໄດ້​ຢູ່​ກັບ​ພຣະ​ເຈົ້າ​ຕະ​ຫລອດ​ການ, ເພາະ “ສິ່ງ​ທີ່ບໍ່​ສະ​ອາດ ຈະ​ບໍ່​ສາ​ມາດ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ໄດ້.”6

ດ້ວຍ​ເຫດ​ຜົນ​ນີ້, ຊາຍ, ຍິງ, ແລະ ເດັກ​ນ້ອຍ ທຸກ​ຄົນ ຈຶ່ງ​ຖືກ​ກີດ​ກັນ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ອົງ—ນັ້ນ​ຄື, ຈົນ​ກວ່າ​ພຣະ​ເຢ​ຊູ​ຄຣິດ, ພຣະ​ເມ​ສາ​ນ້ອຍ​ທີ່​ປາດ​ສະ​ຈາກ​ມົນ​ທິນ, ໄດ້​ສະ​ລະ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ ເປັນ​ຄ່າ​ໄຖ່​ສຳ​ລັບ​ບາບ​ຂອງ​ເຮົາ. ເພາະ​ພຣະ​ເຢ​ຊູ ບໍ່​ໄດ້​ເປັນ​ໜີ້ຄວາມ​ຍຸດ​ຕິ​ທຳ, ພຣະ​ອົງ​ຈຶ່ງ​ສາ​ມາດ​ຈ່າຍ​ຄ່າ​ໜີ້​ສິນ​ໃຫ້​ເຮົາ ແລະ ສະ​ໜອງ​ການ​ຮຽກ​ຮ້ອງ​ຂອງ​ຄວາມ​ຍຸດ​ຕິ​ທຳ ສຳ​ລັບ​ຈິດ​ວິນ​ຍານ​ທຸກດວງໄດ້. ແລະ ນັ້ນ​ແມ່ນ​ຮ່ວມທັງ​ທ່ານ ແລະ ຂ້າ​ພະ​ເຈົ້າ.

ພຣະ​ເຢ​ຊູ​ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ.

ແທນບາບ​ທັງ​ໝົດ.

ໃນ​ມື້​ທີ່​ສຳ​ຄັນ​ທີ່​ສຸດນັ້ນ ໃນ​ປະ​ຫວັດ​ສາດ, ພຣະ​ເຢ​ຊູ​ຄຣິດ​ໄດ້​ເປີດ​ປະ​ຕູ​ແຫ່ງ​ຄວາມ​ຕາຍ ແລະ ​ຍົກ​ຮົ້ວ​ກັ້ນອອກ ຊຶ່ງ​ກີດ​ກັນ​ເຮົາຈາກ ເສັ້ນ​ທາງ​ທີ່​ບໍ​ລິ​ສຸດ ແລະ ສັກ​ສິດ ທີ່​ພາ​ໄປ​ສູ່​ຊີ​ວິດ​ອັນ​ເປັນ​ນິດ. ເພາະ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ທ່ານ ແລະ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຮັບຂອງ​ປະ​ທານ​ທີ່​ປະ​ເສີດ​ເລີດ​ລ້ຳ ແລະ ມີ​ຄ່າ​ທີ່​ສຸດ—ບໍ່​ວ່າ​ອະ​ດີດ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ, ເຮົາ​ສາ​ມາດ​ກັບ​ໃຈ ແລະ ເດີນ​ໄປ​ໃນ​ເສັ້ນ​ທາງ ທີ່​ພາ​ເຮົາ​ໄປ​ສູ່​ຄວາມ​ສະ​ຫວ່າງ ແລະ ລັດ​ສະ​ໝີ​ພາບ​ແຫ່ງ​ຊັ້ນ​ສູງ, ອ້ອມ​ຮອບ​ໄປ​ດ້ວຍ​ລູກໆ​ທີ່​ຊື່​ສັດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ປິ​ຕິ​ຍິນ​ດີ

ນີ້​ຄື​ສິ່ງ​ທີ່​ເຮົາ​ສະ​ເຫລີມ​ສະ​ຫລອງ ໃນ​ວັນ​ອາ​ທິດ​ບຸນ​ອິດ​ສະ​ເຕີ—ເຮົາ​ສະ​ເຫລີມ​ສະ​ຫລອງ​ຊີ​ວິດ!

ເພາະ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈະ​ລຸກ​ຂຶ້ນ​ຈາກ​ຄວາມ​ໝົດ​ຫວັງ​ແຫ່ງ​ຄວາມ​ຕາຍ ແລະ ໂອບກອດ ຜູ້​ຄົນ​ທີ່​ເຮົາ​ຮັກ, ຫລັ່ງ​ນ້ຳ​ຕາ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ກະ​ຕັນ​ຍູ​ຢ່າງ​ລົ້ນ​ເຫລືອ. ເພາະ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈະ ອອກ​ໄປ​ໃນ​ຖາ​ນະ​ທີ່​ເປັນ​ບຸກ​ຄົນ​ນິ​ລັນ​ດອນ, ສູ່​ໂລກ​ທີ່​ປາດ​ສະ​ຈາກ​ການ​ສິ້ນ​ສຸດ.

ເພາະ​ພຣະ​ເຢ​ຊູ​ຄຣິດ, ບໍ່​ພຽງ​ແຕ່ບາບ​ຂອງ​ເຮົາ​ຈະ​ຖືກ​ລຶບ​ຖິ້ມ​ເທົ່າ​ນັ້ນ; ແຕ່​ມັນ​ຈະ​ຖືກ​ລືມ​ນຳ​ອີກ.

ເຮົາ​ສາ​ມາດ​ກາຍ​ເປັນ​ຄົນ​ບໍ​ລິ​ສຸດ ແລະ ສູງ​ສົ່ງໄດ້.

ສັກສິດ.

ເພາະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຊົງ​ຮັກ​ຂອງ​ເຮົາ, ເຮົາ​ຈຶ່ງ​ສາ​ມາດ​ດື່ມ​ຈາກ​ນ້ຳ​ພຸ ທີ່​ພຸ່ງ​ຂຶ້ນ​ເຖິງ​ຊີ​ວິດ​ລັນ​ດອນ.7 ເຮົາ​ສາ​ມາດອາ​ໄສ​ຢູ່​ໃນປາ​ສາດ​​ຂອງ​ອົງ​ກະ​ສັດ​ແຫ່ງ​ນິ​ລັນ​ດອນຕະ​ຫລອດ​ການ, ໃນ​ລັດ​ສະ​ໝີ​ພາບ​ທີ່​ຄິດບໍ່​ເຖິງ ແລະ ມີ​ຄວາມ​ສຸກ​ທີ່ສົມ​ບູນ​ແບບ​ໄດ້.

ເຮົາ “ເບິ່ງ​ຊາຍ​ຄົນ​ນີ້​ຢູ່ບໍ”?

ເຖິງ​ແມ່ນ​ທຸກ​ສິ່ງ​ທຸກຢ່າງນີ້, ຍັງ​ມີ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ຢູ່​ໃນ​ໂລກ ທຸກວັນ​ນີ້ ທີ່ບໍ່​ຮູ້​ຈັກ ຫລື ບໍ່​ເຊື່ອ​ໃນ​ຂອງ​ປະ​ທານ​ທີ່​ປະ​ເສີດ​ເລີດ​ລ້ຳ ຂອງ​ພຣະ​ເຢ​ຊູ​ຄຣິດ ທີ່​ໄດ້​ມອບ​ໃຫ້​ເຮົາ. ເຂົາ​ເຈົ້າ​ອາດ​ໄດ້​ຍິນ​ເຖິງ​ພຣະ​ອົງ ແລະ ຮູ້​ເຖິງ​ພຣະ​ອົງ ວ່າ​ເປັນ​ບຸກ​ຄົນ​ຢູ່​ໃນ​ປະ​ຫວັດ​ສາດ, ແຕ່​ເຂົາ​ເຈົ້າ​ບໍ່​ໄດ້​ເຫັນ​ພຣະ​ອົງ ຢ່າງ​ທີ່​ພຣະ​ອົງ​ເປັນ.

ເມື່ອ​ຂ້າ​ພະ​ເຈົ້າ​ຄິດ​ກ່ຽວ​ກັບ​ເລື່ອງນີ້, ຂ້າ​ພະ​ເຈົ້າ​ຖືກ​ເຕືອນ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຢືນ​ຢູ່​ຕໍ່​ໜ້າ​ປີ​ລາດ ຜູ້​ປົກ​ຄອງ, ພຽງ​ແຕ່ສອງ​ສາມ​ຊົ່ວ​ໂມງ ກ່ອນ​ການ​ສິ້ນ​ພຣະ​ຊົນ ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ປີ​ລາດ​ໄດ້​ເບິ່ງ​ພຣະ​ເຢ​ຊູ ຕາມ​ທັດ​ສະ​ນະ​ຂອງ​ໂລກ​ເທົ່າ​ນັ້ນ. ປີ​ລາດ​ມີ​ໜ້າ​ທີ່​ວຽກ​ງານ, ແລະ ມັນ​ກ່ຽວ​ພັນ​ກັບ​ພາ​ລະ​ກິດ​ສອງ​ຢ່າງ: ການເກັບ​ພາ​ສີໃຫ້​ກຸງ​ໂຣມ ແລະ ຮັກ​ສາ​ຄວາມ​ສະ​ຫງົບ. ບັດ​ນີ້ ຊາວ​ຢິວ​ຈາກສານ ຊານເຮັດ​ລິນ ໄດ້ພາ​ຊາຍ​ຄົນ​ໜຶ່ງ​ມາ ຜູ້​ຖືກ​ກ່າວ​ຫາ​ວ່າ ເປັນ​ຜູ້​ກີດ​ກັນ​ທັງ​ສອງ​ຢ່າງນັ້ນ.8

ຫລັງ​ຈາກ​ໄດ້​ສອບ​ສວນ​ນັກ​ໂທດ​ຂອງ​ເພິ່ນ​ແລ້ວ, ປີ​ລາດ​ຈຶ່ງ​ໄດ້​ປະ​ກາດ​ວ່າ, “ເຮົາ​ບໍ່​ພົບ​ຄວາມ​ຜິດ​ຈັກ​ຢ່າງ​ໃນ​ຊາຍ​ຜູ້ນີ້.”9 ແຕ່​ເພິ່ນ​ຄິດ​ວ່າ ເພິ່ນ​ຕ້ອງ​ເອົາ​ໃຈ​ຜູ້​ຟ້ອງ​ພຣະ​ເຢ​ຊູ, ສະ​ນັ້ນ ປີ​ລາດ​ຈຶ່ງ​ໄດ້​ເຮັດ​ຕາມ​ປະ​ເພ​ນີ​ຂອງ​ຊາວ​ຢິວ ທີ່​ຕ້ອງ​ປ່ອຍ​ນັກ​ໂທດ​ຄົນ​ໜຶ່ງ​ໄປ ລະ​ຫວ່າງ​ງານ​ປັດ​ສະ​ຄາ. ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງບໍ່​ໃຫ້​ເພິ່ນ​ປ່ອຍ​ພຣະ​ເຢ​ຊູ​ໄປ ແທນ​ໂຈນ ແລະ ຄາດ​ຕະ​ກອນ​ທີ່​ໂຫດ​ຮ້າຍ ຊື່ ບາ​ຣາ​ບາ?10

ແຕ່​ກຸ່ມ​ຄົນ​ຮ້າຍ​ໄດ້​ສັ່ງ​ໃຫ້​ປີ​ລາດ​ປ່ອຍ ບາ​ຣາ​ບາ ແລະ ໃຫ້​ຄຶງ​ພຣະ​ເຢ​ຊູ.

“ເປັນ​ຫຍັງ?” ປີ​ລາດ​ໄດ້​ຖາມ. “ພວກ​ທ່ານ​ຢາກ​ໃຫ້​ເຮົາ​ເຮັດ​ຢ່າງ​ໃດ?”

ແຕ່​ພວກ​ເຂົາ​ໄດ້​ຮ້ອງ​ຕອບ. “ຄຶງ​ມັນ!”11

ເພິ່ນ​ໄດ້​ພະ​ຍາ​ຍາມ​ອີກ​ເທື່ອ​ໜຶ່ງ ເພື່ອ​ໃຫ້​ກຸ່ມ​ຄົນ​ຮ້າຍ​ເພິ່ງ​ພໍ​ໃຈ, ປີ​ລາດ​ໄດ້​ສັ່ງ​ທະ​ຫານ​ໃຫ້​ຂ້ຽນ​ຕີ​ພຣະ​ເຢ​ຊູ.12 ພວກ​ເຂົາ​ໄດ້​ເຮັດ​ສິ່ງນີ້, ຈົນ​ພຣະ​ອົງ​ເລືອດໄຫລ​ຍ້ອຍ ແລະ ຂຽວ​ຊ້ຳ. ພວກ​ເຂົາ​ໄດ້​ເຍາະ​ເຍີ້ຍ​ພຣະ​ອົງ, ໄດ້ເອົາ​ມົງ​ກຸດ​ທີ່​ເຮັດ​ດ້ວຍ​ເຄືອ​ໜາມ ສຸບ​ໃສ່​ພຣະ​ສຽນ​ຂອງ​ພຣະ​ອົງ, ແລະ ເອົາ​ເສື້ອ​ຄຸມ​ສີ​ມ່ວງ​ອ່ອນ​ນຸ່ງ​ໃຫ້​ພຣະ​ອົງ.13

ບາງ​ທີ​ປີ​ລາດ​ຄິດ​ວ່າ ສິ່ງ​ນີ້​ຄົງ​ເຮັດ​ໃຫ້​ກຸ່ມ​ຄົນ​ຮ້າຍ​ພໍ​ໃຈ​ແລ້ວ. ບາງ​ທີ ພວກ​ເຂົາ​ຈະສົງ​ສານ​ຊາຍ​ຄົນ​ນີ້. ປີ​ລາດ​ໄດ້​ກ່າວ​ວ່າ, “ຈົ່ງ​ເບິ່ງ, ເຮົາ​ຈະ​ນຳ​ລາວ​ອອກ​ມາ ເພື່ອ​ໃຫ້​ພວກ​ທ່ານ​ຮູ້​ວ່າ, ເຮົາ​ບໍ່​ພົບ​ຄວາມ​ຜິດ​ຈັກ​ຢ່າງ​ໃນ​ຄົນ​ນີ້. … ເບິ່ງ​ຊາຍ​ຄົນ​ນີ້​ແມ!”14

ພຣະ​ບຸດ​ຂອງ​ພຣະ​ເຈົ້າ ໄດ້​ຢືນ​ຢູ່​ໃນ​ເນື້ອ​ໜັງ ຕໍ່​ໜ້າ​ຜູ້​ຄົນ​ຂອງ​ເຢ​ຣູ​ຊາ​ເລັມ.

ພວກ​ເຂົາ​ສາ​ມາດ​ຫລຽວ​ເຫັນ​ພຣະ​ເຢ​ຊູ, ແຕ່​ພວກ​ເຂົາ​ບໍ່​ເບິ່ງ​ພຣະ​ອົງ.

ພວກ​ເຂົາ​ບໍ່​ມີ​ຕາ ທີ່ສາ​ມາດ​ຫລຽວເຫັນ​ໄດ້.15

ໃນ​ຄຳ​ປຽບ​ທຽບ, ເຮົາ​ກໍ​ຖືກ​ເຊື້ອ​ເຊີນ​ໃຫ້ “ເບິ່ງ​ຊາຍ​ຄົນ​ນີ້” ຄື​ກັນ. ຜູ້​ຄົນ​ມີ​ຄວາມ​ຄິດ​ເຫັນ ທີ່​ແຕກ​ຕ່າງ​ກັນ ກ່ຽວ​ກັບ​ພຣະ​ອົງ. ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ ແລະ ໃນ​ສະ​ໄໝ​ໃໝ່ ເປັນ​ພະ​ຍານ​ວ່າ ພຣະ​ອົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ກໍ​ເຮັດ​ແນວນີ້​ຄື​ກັນ. ມັນຈຳ​ເປັນ ແລະ ສຳ​ຄັນ ທີ່​ເຮົາ​ທຸກ​ຄົນ ຈະ​ມາ​ຮູ້​ຈັກ​ດ້ວຍ​ຕົວ​ເອງ. ສະນັ້ນ, ເມື່ອ​ທ່ານ​ໄຕ່​ຕອງ​ພຣະ​ຊົນ​ຊີບ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ທ່ານ​ເຫັນ​ສິ່ງ​ໃດ​ແດ່?

ຜູ້​ທີ່​ຊອກ​ຫາ​ທາງ​ທີ່​ຈະ​ເບິ່ງ​ຊາຍ​ຄົນ​ນີ້ ຈະ​ພົບ​ເຫັນ​ປະ​ຕູ​ທີ່​ນຳ​ໄປ​ສູ່​ຄວາມ​ສຸກ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ໃນ​ຊີ​ວິດ ແລະ ພົບ​ຫວ້ານ​ຢາ​ສຳ​ລັບ​ຄວາມ​ໝົດ​ຫວັງ ທີ່​ໜັກ​ໜ່ວງ​ຫລາຍ​ທີ່​ສຸດໃນ​ຊີ​ວິດ.

ສະ​ນັ້ນ, ເມື່ອ​ທ່ານ​ຖືກ​ອ້ອມ​ຮອບ​ໄປ​ດ້ວຍ​ຄວາມ​ໂສກ​ເສົ້າເສຍ​ໃຈ, ຈົ່ງເບິ່ງ​ຊາຍ​ຄົນ​ນີ້.

ເມື່ອ​ທ່ານ​ຮູ້​ສຶກ​​ທໍ້​ຖອຍ ແລະ ຖືກ​ລືມ, ຈົ່ງ​ເບິ່ງ​ຊາຍ​ຄົນນີ້.

ເມື່ອ​ທ່ານ​ໝົດ​ຫວັງ, ສົງ​ໄສ, ເສຍ​ຫາຍ, ຫລື ຜ່າຍ​ແພ້, ຈົ່ງ​ເບິ່ງ​ຊາຍ​ຄົນ​ນີ້.

ພຣະອົງຈະ​ປອບ​ໂຍນ​ທ່ານ.

ພຣະ​ອົງ​ຈະ​ປິ່ນ​ປົວ​ທ່ານ ແລະ ເຮັດ​ໃຫ້​ການ​ເດີນ​ທາງ​ຂອງ​ທ່ານ​ມີ​ຄວາມ​ໝາຍ. ພຣະ​ອົງ​ຈະ​ຖອກ​ເທ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ລົງ​ມາ ແລະ ເຮັດ​ໃຫ້​ໃຈ​ຂອງ​ທ່ານ​ມີ​ຄວາມ​ສຸກ​ຢ່າງ​ລົ້ນ​ເຫລືອ.16

ພຣະ​ອົງ “ເຊີດ​ຊູ​ກຳ​ລັງ​ຜູ້​ທີ່​ອິດ​ເມື່ອຍອ່ອນ​ແຮງ ແລະ ໃຫ້​ກຳ​ລັງ​ອັນ​ເຂັ້ມ​ແຂງ​ແກ່​ຜູ້​ທີ່​ຂາດ.”17

ເມື່ອ​ເຮົາ​ເບິ່ງ​ຊາຍ​ຄົນ​ນີ້​ແທ້ໆ, ເຮົາ​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ອົງ ແລະ ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ໃຫ້​ຊີ​ວິດ​ຂອງ​ເຮົາ​ສອດ​ຄ່ອງ​ກັບ​ພຣະ​ອົງ. ເຮົາ​ກັບ​ໃຈ ແລະ ພະ​ຍາ​ຍາມ​ຫລໍ່​ຫລອມ​​ທັດ​ສະ​ນະຂອງ​ຕົວ​ເອງ ແລະ ເຂົ້າ​ໃກ້​ພຣະ​ອົງ​ຫລາຍ​ຂຶ້ນ ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ. ເຮົາ​ສະ​ແດງ​ຄວາມ​ຮັກ​ຕໍ່​ພຣະ​ອົງ ໂດຍ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ແລະ ໂດຍ​ການ​ດຳ​ລົງ ຊີ​ວິດ​ຕາມ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ​ຂອງ​ເຮົາ.

ໃນ​ອີກ​ຄຳ​ໜຶ່ງ, ເຮົາ​ກາຍ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ.

ຄວາມ​ສະ​ຫວ່າງ​ທີ່​ບໍ​ລິ​ສຸດ​ຂອງ​ພຣະ​ອົງ ສ່ອງ​ແຈ້ງ​ຢູ່​ໃນຈິດ​ວິນ​ຍານ​ຂອງ​ເຮົາ. ພຣະຄຸນຂອງພຣະອົງ​ເຊີດ​ຊູ​ເຮົາ. ພາ​ລະ​ຂອງ​ເຮົາ​ກໍ​ເບົາ​ບາງ​ລົງ, ຄວາມ​ສະ​ຫງົບ​ສຸກ​ຂອງ​ເຮົາ​ກໍ​ເລິກ​ຊຶ້ງກວ່າ​ເກົ່າ. ເມື່ອ​ເຮົາ​ເບິ່ງ​ຊາຍ​ຄົນ​ນີ້​ແທ້ໆ, ເຮົາ​ຈະ​ໄດ້​ຮັບ​ຄຳ​ສັນ​ຍາ ທີ່​ເປັນ​ພອນ​ໃນ​ອະ​ນາ​ຄົດ ຊຶ່ງ​ໃຫ້​ການ​ດົນ​ໃຈ ແລະ ຄ້ຳ​ຊູ​ເຮົາ ຜ່ານ​ຜ່າ​ບ່ອນ​ທີ່ຄົດ​ລ້ຽວ ແລະ ຫລຸບ​ໂນນ ໃນ​ເສັ້ນ​ທາງ​ແຫ່ງ​ຊີ​ວິດ​ຂອງ​ເຮົາ. ເມື່ອ​ຫວນ​ຄິດ​ຄືນ​ຫລັງ, ເຮົາ​ຈະ​ເຫັນ​ວ່າ ມັນ​ມີ​ແບບ​ແຜນ​ແຫ່ງ​ສະ​ຫວັນ, ຈຸດ​ຕ່າງໆ​ເຫລົ່າ​ນັ້ນ ຕິດ​ຕໍ່​ເຂົ້າ​ກັນ​ແທ້ໆ.18

ເມື່ອ​ທ່ານ​ຮັບ​ເອົາ​ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ, ກາຍ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ, ແລະ ໃນ​ທີ່​ສຸດ​ ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ຂອງ​ຊ່ວງ​ມະ​ຕະ​ນີ້, ແລ້ວ​ຄວາມ​ໂສກ​ເສົ້າ ທີ່​ທ່ານ​ຕ້ອງ​ອົດ​ທົນ​ຕໍ່ ໃນ​ຊີ​ວິດນີ້ ຈະ​ກັບ​ກາຍ​ເປັນ​ສິ່ງ​ໃດ?

ມັນ​ຈະ​ໝົດ​ໄປ.

ຄວາມ​ຜິດຫວັງ, ການ​ທໍ​ລະ​ຍົດ, ການ​ຖືກ​ຂົ່ມ​ເຫັງ​ທີ່​ທ່ານເຄີຍປະ​ເຊີນເດ້?

ຈະ​ໝົດ​ໄປ.

ຄວາມ​ທຸກ​ທໍ​ລະ​ມານ, ຄວາມ​ເຈັບປວດຫົວ, ຄວາມ​ຮູ້​ສຶກ​ຜິດ, ຄວາມ​ອັບ​ອາຍ, ແລະ ຄວາມເຈັບ​ປວດ​ຕ່າງໆ ທີ່​ທ່ານ​ເຄີຍຜ່ານ​ຜ່າເດ້?

ຈະ​ໝົດ​ໄປ.

ຈະຖືກ​ລືມ​ໄປ.

ຈຶ່ງບໍ່ແປກ​ໃຈ​ເລີຍທີ່ “ພວກ​ເຮົາ​ເວົ້າ​ເຖິງ​ພຣະ​ຄຣິດ, ພວກ​ເຮົາ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ, ພວກ​ເຮົາ​ສັ່ງ​ສອນ​ເລື່ອງ​ພຣະ​ຄຣິດ, ພວກ​ເຮົາ​ທຳ​ນາຍ​ເຖິງ​ພຣະ​ຄຣິດ … ເພື່ອ​ລູກ​ຫລານ​ຂອງ​ພວກ​ເຮົາ ຈະ​ໄດ້​ຮູ້​ວ່າ ພວກ​ເຂົາ​ຈະ​ຫລຽວ​ຫາ​ແຫລ່ງ​ໃດ​ເພື່ອ​ການ​ປົດ​ບາບ.”19

ມັນ​ເປັນ​ເລື່ອງ​ແປກ​ປະ​ຫລາດ​ບໍ ທີ່​ເຮົາ​ພະ​ຍາ​ຍາມ​ດ້ວຍ​ສຸດ​ໃຈ ເພື່ອ​ຈະ​ໄດ້​ເບິ່ງ​ຊາຍ​ຄົນ​ນີ້?

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ​ວັນ​ທີ່​ສຳ​ຄັນ​ທີ່​ສຸດ ໃນ​ປະ​ຫວັດ​ສາດ​ຂອງ​ມະ​ນຸດ ແມ່ນ​ວັນທີ່​ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ໄດ້​ເອົາ​ຊະ​ນະ​ຄວາມ​ຕາຍ ແລະ ຄວາມ​ຜິດ​ບາບ ເພື່ອ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ. ແລະ ວັນ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ຊີ​ວິດ​ຂອງທ່ານ ແລະ ຂອງ​ຂ້າ​ພະ​ເຈົ້າ ແມ່ນ​ວັນ​ທີ່​ເຮົາ​ຮຽນ​ຮູ້​ທີ່​ຈະ “ເບິ່ງ​ຊາຍ​ຄົນ​ນີ້”; ເມື່ອ​ເຮົາ​ເຫັນ​ພຣະ​ອົງ ໃນ​ແບບ​ທີ່​ພຣະ​ອົງ​ເປັນ; ເມື່ອ​ເຮົາ​ຮັບ​ເອົາ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ ດ້ວຍ​ສຸດ​ໃຈ ແລະ ສຸດ​ຄວາມ​ຄິດ; ເມື່ອ​ເຮົາ​ສັນ​ຍາ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ ແລະ ດ້ວຍ​ພະ​ລັງ. ຂໍ​ໃຫ້​ວັນ​ນັ້ນເກີດ​ຂຶ້ນ ເທື່ອ​ແລ້ວ​ເທື່ອ​ອີກ ຕະ​ຫລອດ​ຊົ່ວ​ຊີ​ວິດ​ຂອງ​ເຮົາ.

ຂ້າ​ພະ​ເຈົ້າ​ຂໍ​ມອບ​ປະ​ຈັກ​ພະ​ຍານ ແລະ ພອນ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ແກ່​ທ່ານ ວ່າ​ເມື່ອ​ເຮົາ “ເບິ່ງ​ຊາຍ​ຄົນ​ນີ້,” ເຮົາ​ຈະ​ພົບ​ເຫັນ​ຄວາມ​ໝາຍ, ຄວາມ​ຊື່ນ​ຊົມ, ແລະ ຄວາມ​ສະ​ຫງົບ ໃນ​ຊີ​ວິດ​ຢູ່​ໃນ​ໂລກ ແລະ ຊີ​ວິດ​ນິ​ລັນ​ດອນ ໃນ​ໂລກ​ທີ່​ຈະ​ມາ​ເຖິງ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ໂມ​ໄຊ​ຢາ 15:23.

  2. ໂຢ​ຮັນ 19:30.

  3. ເບິ່ງ ແອວ​ມາ 11:45.

  4. ເບິ່ງ ພຣະ​ນິ​ມິດ 21:4.

  5. ເບິ່ງ 1 ໂກ​ຣິນ​ໂທ 15:21–23.

  6. 3 ນີ​ໄຟ 27:19.

  7. ເບິ່ງ ໂຢ​ຮັນ 4:14.

  8. ເບິ່ງ ລູກາ 23:2.

  9. ໂຢ​ຮັນ 18:38. ໃນ​ການ​ຫລີກ​ເວັ້ນ​ຈາກ​ການ​ຕັດ​ສິນ​ພຣະ​ເຢ​ຊູ, ປີ​ລາດ​ໄດ້​ພະ​ຍາ​ຍາມ​ສົ່ງຄະ​ດີ​ໄປ​ໃຫ້​ເຮ​ໂຣດ ອັນ​ຕິ​ປາ. ຖ້າ​ຫາກ​ເຮ​ໂຣດ, ຜູ້​ໄດ້​ສັ່ງ​ຂ້າ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ (ເບິ່ງ ມັດ​ທາຍ 14:6–11), ຈະ​ກ່າວ​ໂທດ​ພຣະ​ເຢ​ຊູ, ແລ້ວ​ປີ​ລາດພຽງ​ແຕ່​ເຮັດ​ຕາມ​ຄຳ​ສັ່ງ​ເທົ່າ​ນັ້ນ ແລະ ຖື​ວ່າ ມັນ​ເປັນ​ຄະ​ດີ​ພາຍ​ໃນ​ທ້ອງ​ຖິ່ນ ແລະ ເພິ່ນ​ເຮັດ​ຕາມ​ເພື່ອ​ຮັກ​ສາ​ຄວາມ​ສະ​ຫງົບ​ເທົ່າ​ນັ້ນ. ແຕ່​ພຣະ​ເຢ​ຊູບໍ່​ໄດ້​ຕອບ​ເຮ​ໂຣດ​ຈັກ​ຄຳ (ເບິ່ງ ລູ​ກາ 23:6–12), ແລະ ເຮ​ໂຣດ​ໄດ້​ສົ່ງ​ພຣະ​ອົງ​ກັບ​ຄືນ​ໄປ​ໃຫ້​ປີ​ລາດ.

  10. ເບິ່ງ ມາ​ຣະ​ໂກ 15:6–7; ໂຢ​ຮັນ 18:39–40. ນັກ​ປາດ​ອາ​ຈານ​ເລື່ອງ​ພຣະ​ຄຳ​ພີ​ເດີມ ໄດ້​ຂຽນ​ວ່າ, “ເບິ່ງ​ຄື​ວ່າ ມັນ​ເປັນ​ປະ​ເພ​ນີ, ທີ່​ລະ​ຫວ່າງ​ງານ​ປັດ​ສະ​ຄາ ຜູ້​ປົກ​ຄອງ​ຊາວ​ໂຣມ​ຈະ​ປ່ອຍ​ນັກ​ໂທດ​ຊາວ​ຢິວ ທີ່​ຊົ່ວ​ຮ້າຍຄົນ​ໜຶ່ງ ຜູ້​ຖືກ​ສັ່ງ​ປະ​ຫານ” (Alfred Edersheim, The Life and Times of Jesus the Messiah [1899], 2:576). ຊື່ ບາ​ຣາ​ບາ ໝາຍ​ຄວາມ​ວ່າ “ບຸດຂອງ​ພໍ່.” ສິ່ງ​ກົງ​ກັນ​ຂ້າມ​ໃນ​ການ​ສະ​ເໜີ​ໃຫ້​ຜູ້​ຄົນ​ຂອງ​ເຢ​ຣູ​ຊາ​ເລັມ​ເລືອກ ລະ​ຫວ່າງຊາຍ​ສອງ​ຄົນ ແມ່ນ​ເປັນ​ໜ້າ​ສົນ​ໃຈ.

  11. ເບິ່ງ ມາ​ຣະ​ໂກ 15:11–14.

  12. ການ​ຂ້ຽນ​ຕີ​ແມ່ນ​ຮ້າຍ​ແຮງ​ທີ່​ສຸດ ຈົນ​ຖືກ​ເອີ້ນ​ວ່າ “ເຄິ່ງ​ຕາຍ” (Edersheim, Jesus the Messiah, 2:579).

  13. ເບິ່ງ ໂຢ​ຮັນ 19:1–3.

  14. ໂຢ​ຮັນ 19:4–5.

  15. ກ່ອນ​ໜ້ານັ້ນ, ພຣະ​ເຢ​ຊູ​ໄດ້​ສັງ​ເກດ​ເຫັນ​ວ່າ “ໃຈ​ຂອງ​ພວກ​ເຂົາ​ປຶກ​ຕັນ, ຫູ​ກໍ​ໜັກ, ຕາ​ກໍ​ຫລັບ​ເສຍ; ບໍ່​ດັ່ງ​ນັ້ນ ພວກ​ເຂົາ​ຈະ​ສັງ​ເກດ​ເຫັນ​ດ້ວຍ​ຕາ, ຈະ​ໄດ້​ຍິນ​ດ້ວຍ​ຫູ, ແລະ ຈະ​ຮູ້​ດ້ວຍ​ໃຈ, ແລະ ຈະ​ຄືນ​ມາ​ຫາ​ເຮົາ ແລ້ວ​ເຮົາ​ຈະ​ໂຜດ​ພວກ​ເຂົາ​ໃຫ້​ຫາຍ​ດີ.” ແລ້ວ ດ້ວຍ​ຄວາມ​ອ່ອນ​ໂຍນ ພຣະ​ອົງ​ໄດ້​ກ່າວ​ກັບ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ວ່າ, “ແຕ່​ຕາ​ຂອງ​ພວກ​ເຈົ້າ​ກໍ​ເປັນ​ສຸກ ເພາະ​ພວກ​ເຈົ້າ​ໄດ້​ເຫັນ ແລະ ຫູ​ຂອງ​ພວກ​ເຈົ້າ​ກໍ​ເປັນ​ສຸກ ເພາະ​ໄດ້​ຍິນ” (ມັດ​ທາຍ 13:15–16). ເຮົາ​ຈະ​ປ່ອຍ​ໃຫ້​ໃຈ​ຂອງ​ເຮົາ​ແຂງ​ກະ​ດ້າງ​ບໍ, ຫລື ຈະ​ເປີດ​ຕາ ແລະ ໃຈ​ຂອງ​ເຮົາ ເພື່ອ​ເຮົາ​ຈະໄດ້ ເບິ່ງ​ຊາຍ​ຄົນ​ນີ້?

  16. ເບິ່ງ ໂມ​ໄຊ​ຢາ 4:20.

  17. ເອຊາຢາ 40:29.

  18. ເບິ່ງ Dieter F. Uchtdorf, “The Adventure of Mortality” (worldwide devotional for young adults, Jan. 14, 2018), broadcasts.lds.org.

  19. 2 ນີໄຟ 25:26.