​2010–2019
ຮ່ວມໃຈກັນ
ເດືອນ​ເມສາ 2018


ຮ່ວມໃຈກັນ

ເພື່ອຈະໄປເຖິງຈຸດໝາຍປາຍທາງແຫ່ງສະຫວັນຂອງເຮົາ, ເຮົາຕ້ອງການກັນແລະກັນ, ແລະ ເຮົາຕ້ອງປຸ້ມລຸມກັນ.

ສັດທີ່ໜ້າອັດສະຈັນທີ່ສຸດຊະນິດໜຶ່ງແມ່ນແມງກະເບື້ອພັນມານອກ. ຕອນເດີນທາງໄປປະເທດແມັກຊີໂກ ເພື່ອໄປຢ້ຽມຄອບຄົວຂອງສາມີຂອງຂ້າພະເຈົ້າຕອນເທດສະການຄຣິດສະ​ມັດ, ພວກເຮົາໄດ້ໄປຢາມສະຖານທີ່ຫລົບໄພຂອງແມງກະເບື້ອ, ບ່ອນທີ່ແມງກະເບື້ອມານອກຫລາຍໆລ້ານໂຕໄປພັກຢູ່ໃນລະດູໜາວ. ມັນເປັນເລື່ອງທີ່ຕື່ນເຕັ້ນ ທີ່ໄດ້ເຫັນສິ່ງທີ່ໜ້າປະທັບໃຈ ແລະ ໃຫ້ພວກເຮົາສະທ້ອນຄິດເຖິງຕົວຢ່າງຂອງການເປັນອັນໜຶ່ງອັນດຽວກັນ ແລະ ການເຊື່ອຟັງຕໍ່ກົດແຫ່ງສະຫວັນ ທີ່ການສ້າງຂອງພຣະເຈົ້າສະແດງໃຫ້ເຫັນ.1

ຮູບ​ພາບ
ແມງ​ກະ​ເບື້ອ​ມາ​ນອກ
ຮູບ​ພາບ
ຝູງ​ແມງ​ກະ​ເບື້ອ

ແມງກະເບື້ອມານອກເປັນນັກນຳທາງບິນທີ່ຊຳນານ. ມັນໃຊ້ທີ່ຕັ້ງຂອງຕາເວັນເພື່ອຊ່ວຍຫາທິດທາງທີ່ມັນຕ້ອງການຈະໄປ. ທຸກໆລະດູໃບໄມ້ປົ່ງ, ມັນຈະບິນເດີນທາງໄປຫລາຍໆພັນໄມ ຈາກປະເທດແມັກຊີໂກໄປເຖິງປະເທດການາດາ, ແລະ ທຸກໆລະດູໃບໄມ້​ຫລົ່ນ, ມັນຈະບິນກັບຄືນໄປທີ່ປ່າຕົ້ນເຟີສັກສິກໃນປະເທດແມັກຊີໂກ.2 ພວກມັນເຮັດແບບນີ້ທຸກໆປີ, ໂດຍໃຊ້ປີກນ້ອຍໆພັບໄປມາເທື່ອລະພັບ. ໃນລະຫວ່າງການເດີນທາງ, ມັນເຕົ້າໂຮມກັນຈັບຕົ້ນໄມ້ຢູ່ໃນຕອນກາງຄືນ, ເພື່ອປົກປ້ອງຕົວເອງຈາກອາກາດໜາວເຢັນ ແລະ ສັດທີ່ຈະ​ລ່າມັນ.3

ຮູບ​ພາບ
ກ້ອງ​ສະ​ທ້ອນ​ພາບ​ຫລາຍ​ສີ​ທີ່​ເປັນ​ຮູບ​ແມງ​ກະ​ເບື້ອ
ຮູບ​ພາບ
ກ້ອງ​ສະ​ທ້ອນ​ພາບ​ຫລາຍ​ສີ​ທີ່​ເປັນ​ຮູບ​ແມງ​ກະ​ເບື້ອ​ອັນ​ທີ​ສອງ

ແມງກະເບື້ອແຕ່ລະກຸ່ມກໍເອີ້ນວ່າ ກ້ອງສະທ້ອນພາບຫລາຍສີ.4 ນັ້ນຊ່າງເປັນພາບທີ່ສວຍງາມແທ້ໆນໍ? ແມງກະເບື້ອແຕ່ລະໂຕໃນກ້ອງ ສະ​ທ້ອນ​ພາບ​ຫລາຍ​ສີ ກໍພິເສດ ແລະ ແຕກຕ່າງກັນ, ແຕ່ສັດທີ່ເບິ່ງຄືວ່າອ່ອນແອເຫລົ່ານີ້ໄດ້ຖືກສ້າງຂຶ້ນມາໂດຍພຣະຜູ້ສ້າງທີ່ຊົງຮັກ ດ້ວຍຄວາມສາມາດທີ່ຈະລອດຊີວິດ, ເດີນທາງ, ອອກແມ່ແຜ່ລູກ, ແລະ ກະຈາຍຊີວິດ ຂະນະທີ່ພວກມັນບິນຈາກດອກໄມ້ດອກໜຶ່ງໄປຫາອີກດອກໜຶ່ງ, ກະຈາຍລະອອງເກສອນດອກໄມ້. ແລະ, ເຖິງແມ່ນວ່າແມງກະເບື້ອແຕ່ລະໂຕແຕກຕ່າງກັນ, ພວກມັນເຮັດວຽກຮ່ວມກັນເພື່ອເຮັດໃຫ້ໂລກ ເປັນສະຖານທີ່ທີ່ສວຍງາມ ແລະ ອຸດົມສົມບູນ.

ເໝືອນດັ່ງແມງກະເບື້ອມານອກ, ເຮົາກໍຢູ່ໃນການເດີນທາງກັບຄືນໄປຫາບ້ານແຫ່ງສະຫວັນຂອງເຮົາ ບ່ອນທີ່ເຮົາຈະໄດ້ກັບຄືນໄປຫາພຣະບິດາມານດາເທິງສະຫວັນຂອງເຮົາ.5 ເໝືອນດັ່ງແມງກະເບື້ອ, ເຮົາໄດ້ຮັບຄຸນສົມບັດແຫ່ງສະຫວັນ ທີ່ນຳທາງເຮົາໃຫ້ເດີນໄປໃນທິດທາງທີ່ຖືກຕ້ອງຕະຫລອດຊີວິດ, ເພື່ອ ເຮັດໃຫ້ຈຸດປະສົງຂອງການສ້າງຂອງ [ເຮົາ] ສຳເລັດຄົບຖ້ວນ.6 ເໝືອນດັ່ງພວກມັນ, ຖ້າເຮົາເຮັດໃຫ້ຫົວໃຈຂອງເຮົາຜູກພັນກັນໄວ້,7 ພຣະຜູ້ເປັນເຈົ້າຈະປົກປ້ອງເຮົາ “ຄືກັນກັບແມ່ໄກ່ [ເຕົ້າໂຮມ] ລູກຂອງມັນໄວ້ໃຕ້ປີກຂອງມັນ”8 ແລະ ຈະເຮັດໃຫ້ເຮົາກາຍເປັນກ້ອງສະ​ທ້ອນ​ພາບ​ຫລາຍ​ສີ ທີ່ສວຍງາມ.

ເດັກຜູ້ຍິງ ແລະ ຜູ້ຊາຍ, ຍິງໜຸ່ມ ແລະ ຊາຍໜຸ່ມ, ເອື້ອຍອ້າຍນ້ອງທັງຫລາຍ, ເຮົາກໍຢູ່ໃນການເດີນທາງນີ້ນຳກັນ. ເພື່ອຈະໄປເຖິງຈຸດໝາຍປາຍທາງແຫ່ງສະຫວັນຂອງເຮົາ, ເຮົາຕ້ອງການກັນແລະກັນ, ແລະ ເຮົາຕ້ອງປຸ້ມລຸມກັນ. ພຣະຜູ້ເປັນເຈົ້າໄດ້ບັນຊາເຮົາວ່າ, ໃຫ້ເຮົາເປັນອັນໜຶ່ງອັນດຽວກັນ; ແລະ ຖ້າເຮົາບໍ່ເປັນອັນໜຶ່ງອັນດຽວກັນ ເຮົາກໍບໍ່ແມ່ນຂອງພຣະອົງ.9

ພຣະເຢຊູຄຣິດເປັນຕົວຢ່າງທີ່ສຸດຍອດຂອງການເປັນອັນໜຶ່ງອັນດຽວກັນ ກັບພຣະບິດາຂອງພຣະອົງ. ພວກພຣະອົງເປັນໜຶ່ງໃນຈຸດປະສົງ, ໃນຄວາມຮັກ, ແລະ ໃນວຽກງານ, “ເພື່ອປະສົງຂອງພຣະບຸດຈະຖືກກືນລົງໄປໃນພຣະປະສົງຂອງພຣະບິດາ.”10

ເຮົາຈະຕິດຕາມຕົວຢ່າງທີ່ດີພ້ອມຂອງພຣະຜູ້ເປັນເຈົ້າ ເຖິງການເປັນອັນໜຶ່ງ​ອັນດຽວກັນ ກັບພຣະບິດາຂອງພຣະອົງ ແລະ ຮ່ວມປຸ້ມລຸມກັນກັບພວກພຣະອົງ ແລະ ກັນແລະກັນຫລາຍຂຶ້ນໄດ້ແນວໃດ?

ແບບແຜນທີ່ດົນໃຈຢ່າງໜຶ່ງກໍພົບເຫັນຢູ່ໃນພຣະທຳ ກິດ​ຈະ​ການ 1:14. ເຮົາອ່ານວ່າ, “[ພວກຜູ້ຊາຍ] ເຫລົ່ານີ້ທັງໝົດໄດ້ ຮ່ວມ​ໃຈ​ກັນ ອະທິຖານປະຈຳສະໝ່ຳສະເໝີ ໂດຍມີພວກແມ່ຍິງຮ່ວມຢູ່ດ້ວຍ.”11

ຂ້າພະເຈົ້າຄິດວ່າມັນສຳຄັນທີ່ສຳນວນ “ຮ່ວມໃຈກັນ” ປະກົດໃຫ້ເຫັນຫລາຍເທື່ອ ໃນພຣະທຳກິດຈະການ, ບ່ອນທີ່ເຮົາອ່ານກ່ຽວກັບສິ່ງທີ່ຜູ້ຕິດຕາມພຣະເຢຊູຄຣິດໄດ້ເຮັດ ໃນທັນທີຫລັງຈາກພຣະອົງໄດ້ສະເດັດຂຶ້ນສະຫວັນ ໂດຍທີ່ເປັນອົງທີ່ຟື້ນຄືນພຣະຊົນ, ທັງເປັນພອນທີ່ເຂົາເຈົ້າໄດ້ຮັບ ເພາະຄວາມພະຍາຍາມຂອງເຂົາເຈົ້າດ້ວຍ. ມັນກໍຍັງສຳຄັນທີ່ເຮົາພົບເຫັນແບບແຜນທີ່ຄ້າຍຄືກັນໃນບັນດາຜູ້ຄົນທີ່ຊື່ສັດໃນທະວີບອາເມຣິກາ ໃນວັນເວລາທີ່ພຣະຜູ້ເປັນເຈົ້າໄດ້ມາຢ້ຽມຢາມ ແລະ ປະຕິບັດສາດສະໜາກິດຕໍ່ເຂົາເຈົ້າ. ຄຳທີ່ວ່າ “ຮ່ວມໃຈກັນ” ໝາຍຄວາມວ່າການເຫັນດີເຫັນພ້ອມ, ການເປັນອັນໜຶ່ງ​ອັນດຽວກັນ, ແລະ ການຮ່ວມກັນທັງໝົດ.

ບາງສິ່ງທີ່ໄພ່ພົນຍຸກສຸດທ້າຍໄດ້ເຮັດໃນການເປັນອັນໜຶ່ງ​ອັນດຽວກັນໃນທັງສອງສະຖານທີ່ແມ່ນວ່າ ເຂົາເຈົ້າໄດ້ເປັນພະຍານເຖິງພຣະເຢຊູຄຣິດ, ໄດ້ສຶກສາພຣະຄຳຂອງພຣະເຈົ້ານຳກັນ, ແລະ ໄດ້ປະຕິບັດສາດສະໜາກິດຕໍ່ກັນແລະກັນ ດ້ວຍຄວາມຮັກ.12

ຜູ້ຕິດຕາມຂອງພຣະຜູ້ເປັນເຈົ້າໄດ້ເປັນອັນໜຶ່ງອັນດຽວກັນໃນຈຸດປະສົງ, ໃນຄວາມຮັກ, ແລະ ໃນວຽກງານ. ເຂົາເຈົ້າໄດ້ຮູ້ວ່າເຂົາເຈົ້າເປັນໃຜ, ເຂົາເຈົ້າໄດ້ຮູ້ສິ່ງທີ່ເຂົາເຈົ້າຕ້ອງເຮັດ, ແລະ ເຂົາເຈົ້າໃດ້ເຮັດສິ່ງນັ້ນດ້ວຍຄວາມຮັກທີ່ມີໃຫ້ແດ່ພຣະເຈົ້າ ແລະ ໃຫ້ກັນແລະກັນ. ເຂົາເຈົ້າໄດ້ເປັນພາກສ່ວນຂອງກ້ອງສະ​ທ້ອນ​ພາບ​ຫລາຍ​ສີ ທີ່ສະຫງ່າງາມ ກ້າວໄປໜ້າດ້ວຍການຮ່ວມໃຈກັນ.

ພອນບາງຢ່າງທີ່ເຂົາເຈົ້າໄດ້ຮັບກໍແມ່ນ ເຂົາເຈົ້າໄດ້ເຕັມໄປດ້ວຍພຣະວິນຍານບໍລິສຸດ, ສິ່ງມະຫັດສະຈັນໄດ້ເກີດຂຶ້ນໃນບັນດາເຂົາເຈົ້າ, ສາດສະໜາຈັກກໍໄດ້ເຕີບໂຕ, ບໍ່ມີການຂັດແຍ້ງກັນໃນບັນດາຜູ້ຄົນ, ແລະ ພຣະຜູ້ເປັນເຈົ້າໄດ້ອວຍພອນເຂົາເຈົ້າໃນທຸກສິ່ງ.13

ເຮົາຄາດຄະເນໄດ້ວ່າ ເຫດຜົນທີ່ເຂົາເຈົ້າໄດ້ເປັນອັນໜຶ່ງດຽວກັນ ກໍເພາະວ່າເຂົາເຈົ້າໄດ້ຮູ້ຈັກພຣະຜູ້ເປັນເຈົ້າເປັນການສ່ວນຕົວ. ເຂົາເຈົ້າໄດ້ຢູ່ໃກ້ຊິດພຣະອົງ, ແລະ ເຂົາເຈົ້າໄດ້ເປັນສັກຂີພະຍານເຖິງພາລະກິດແຫ່ງສະຫວັນຂອງພຣະອົງ, ເຖິງສິ່ງມະຫັດສະຈັນທີ່ພຣະອົງໄດ້ກະທຳ, ແລະ ເຖິງການຟື້ນຄືນພຣະຊົນຂອງພຣະອົງ. ເຂົາເຈົ້າໄດ້ເຫັນ ແລະ ໄດ້ສຳພັດຮອຍແຜທີ່ຢູ່ໃນພຣະຫັດ ແລະ ພຣະບາດຂອງພຣະອົງ. ເຂົາເຈົ້າໄດ້ຮູ້ຢ່າງແນ່ນອນວ່າ ພຣະອົງເປັນພຣະເມຊີອາທີ່ຖືກສັນຍາໄວ້, ເປັນພຣະຜູ້ໄຖ່ຂອງໂລກ. ເຂົາເຈົ້າໄດ້ຮູ້ວ່າ “ພຣະອົງເປັນແຫລ່ງຂອງການປິ່ນປົວ, ຄວາມສະຫງົບສຸກ, ແລະ ຄວາມກ້າວໜ້ານິລັນດອນທັງໝົດ.”14

ເຖິງແມ່ນວ່າເຮົາອາດບໍ່ໄດ້ເຫັນພຣະຜູ້ຊ່ວຍໃຫ້ລອດດ້ວຍຕາທາງຮ່າງກາຍຂອງເຮົາເອງກໍຕາມ, ເຮົາກໍສາມາດຮູ້ໄດ້ວ່າພຣະອົງຊົງພຣະຊົນ. ເມື່ອເຮົາເຂົ້າໃກ້ພຣະອົງ, ເມື່ອເຮົາສະແຫວງຫາທີ່ຈະໄດ້ຮັບພະຍານສ່ວນຕົວ ຜ່ານພຣະວິນຍານບໍລິສຸດ ເຖິງພາລະກິດແຫ່ງສະຫວັນຂອງພຣະອົງຫລາຍ​ຂຶ້ນ​ເທົ່າ​ໃດ, ເຮົາຈະມີຄວາມເຂົ້າໃຈເຖິງຈຸດປະສົງຂອງເຮົາ; ຄວາມຮັກຂອງພຣະອົງຈະສະຖິດຢູ່ໃນໃຈຂອງເຮົາ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ;15 ເຮົາຈະມີຄວາມຕັ້ງໃຈທີ່ເປັນກ້ອງສະ​ທ້ອນ​ພາບ​ຫລາຍ​ສີຂອງຄອບຄົວ, ຫວອດ, ແລະ ຊຸມຊົນຂອງ​ເຮົາ; ແລະ ເຮົາຈະປະຕິບັດຕໍ່ຄົນອື່ນ “ໃນຮູບແບບໃໝ່.”16

ສິ່ງມະຫັດສະຈັນຈະເກີດຂຶ້ນເມື່ອລູກໆຂອງພຣະເຈົ້າຮ່ວມມືກັນ ໂດຍໄດ້ຮັບການຊີ້ນຳຈາກພຣະວິນຍານ ເພື່ອໃຫ້ເອື້ອມອອກໄປຫາຄົນອື່ນທີ່ຂັດສົນ.

ຮູບ​ພາບ
ຜູ້​ຊ່ວຍກູ້​ໄພຢ່າງ​ຫລວງ​ຫລາຍ

ເຮົາໄດ້ຍິນເລື່ອງລາວຫລາຍເລື່ອງເຖິງຄວາມຮັກສັນເພື່ອນບ້ານ ທີ່ຖືກສະແດງໃຫ້ເຫັນໃນບັນດາຜູ້ຄົນເມື່ອເກີດໄພຮ້າຍແຮງ. ຍົກຕົວຢ່າງ, ເມື່ອເມືອງຮິວສະຕັນຖືກນ້ຳຖ້ວມໜັກປີແລ້ວນີ້, ຜູ້ຄົນໄດ້ພາກັນລືມຄວາມຕ້ອງການຂອງຕົນ ແລະ ໄດ້ອອກໄປຊ່ວຍເຫລືອຄົນອື່ນ. ປະທານກຸ່ມແອວເດີຄົນໜຶ່ງໄດ້ຮ້ອງຂໍຄວາມຊ່ວຍເຫລືອຈາກຊຸມຊົນ, ແລະ ຈຳນວນເຮືອ 77 ລຳກໍໄດ້ຖືກຈັດຂຶ້ນ. ຜູ້ຊ່ວຍກູ້ໄພໄດ້ອອກໄປໃນໝູ່ບ້ານທີ່ໄດ້ຮັບການເສຍຫາຍ ແລະ ໄດ້ຂົນສົ່ງຜູ້ຄົນເປັນຄອບຄົວໄປພັກຢູ່ທີ່ຕຶກໂບດຂອງເຮົາ, ບ່ອນທີ່ເຂົາເຈົ້າໄດ້ຮັບທີ່ຫລີ້ໄພ ແລະ ຄວາມຊ່ວຍເຫລືອທີ່ເຂົາເຈົ້າຕ້ອງການຫລາຍທີ່ສຸດ. ສະມາຊິກ ແລະ ຜູ້ທີ່ບໍ່ໄດ້ເປັນສະມາຊິກ ໄດ້ຮ່ວມມືກັນດ້ວຍຈຸດປະສົງອັນດຽວກັນ.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ ສິດ​ສອນ​ໃນ​ພາ​ສາ​ສະ​ເປນ

ໃນເມືອງຊານຕີອາໂກ ປະເທດຈີເລ, ປະທານສະມາຄົມສະຕີສົງເຄາະຄົນໜຶ່ງ ມີຄວາມປາດຖະໜາທີ່ຈະຊ່ວຍຄົນເຂົ້າເມືອງໃນຊຸມຊົນຂອງນາງທີ່ມາຈາກ ປະເທດເຮຕີ. ໂດຍການປຶກສາຫາລືນຳກັນກັບຜູ້ນຳຖານະປະໂລຫິດຂອງນາງ, ນາງ ແລະ ຜູ້ນຳຄົນອື່ນໆໄດ້ມີຄວາມຄິດທີ່ຈະຈັດຫ້ອງຮຽນພາສາສະເປນ ໃຫ້ຜູ້ຄົນເຂົ້າເມືອງໃໝ່ເຫລົ່ານັ້ນ, ເພື່ອຊ່ວຍເຂົາເຈົ້າໃຫ້ຮ່ວມເຂົ້າເປັນອັນໜຶ່ງອັນດຽວກັນ ໃນຊຸມຊົນໃໝ່ຂອງເຂົາເຈົ້າ. ທຸກໆເຊົ້າວັນເສົາ, ຜູ້ສອນສາດສະໜາຈະໄປເຕົ້າໂຮມກັນກັບນັກຮຽນທີ່ຕື່ນເຕັ້ນຂອງເຂົາເຈົ້າ. ຄວາມຮູ້ສຶກຂອງການເປັນອັນໜຶ່ງອັນດຽວກັນໃນຕຶກນັ້ນ ກໍເປັນຕົວຢ່າງທີ່ດົນໃຈ ຂອງຜູ້ຄົນທີ່ມາຈາກພື້ນຖານທີ່ແຕກຕ່າງກັນ ຮັບໃຊ້ຮ່ວມໃຈກັນໄປ.

ຮູບ​ພາບ
ຜູ້​ອາ​ສາ​ສະ​ໝັກ​ໃນປະ​ເທດ​ແມັກ​ຊີ​ໂກ

ໃນປະເທດແມັກຊີໂກ, ສະມາຊິກຫລາຍໆຮ້ອຍຄົນໄດ້ເດີນທາງຫລາຍໆຊົ່ວໂມງ ເພື່ອໄປຊ່ວຍຜູ້ເຄາະຮ້າຍຈາກແຜ່ນດິນໄຫວ​ທີ່​ຮ້າຍ​ແຮງສອງເທື່ອ. ເຂົາເຈົ້າໄດ້ພາກັນໄປດ້ວຍເຄື່ອງມື, ເຄື່ອງຈັກ, ແລະ ຄວາມຮັກທີ່ມີໃຫ້ແກ່ເພື່ອນບ້ານຂອງເຂົາເຈົ້າ. ຂະນະທີ່ຜູ້ອາສາສະໝັກໄດ້ເຕົ້າໂຮມກັນຢູ່ທີ່ຕຶກປະຊຸມແຫ່ງໜຶ່ງຂອງເຮົາ ເພື່ອລໍຖ້າຄຳແນະນຳ, ເຈົ້າເມືອງຂອງເມືອງອິກຮົວຕານ ໄດ້ຫລັ່ງນ້ຳຕາ ເມື່ອເພິ່ນໄດ້ເຫັນການສະແດງໃຫ້ປະຈັກເຖິງ “ຄວາມຮັກອັນບໍລິສຸດຂອງພຣະຄຣິດ.”17

ບັດນີ້ ພຣະຜູ້ເປັນເຈົ້າກຳລັງປະທານໂອກາດໃຫ້ເຮົາ ເພື່ອໃຫ້ປຶກສາຫາລືນຳກັນແຕ່ລະເດືອນໃນກຸ່ມຖານະປະໂລຫິດ ແລະ ສະມາຄົມສະຕີສົງເຄາະຂອງເຮົາ, ເພື່ອວ່າເຮົາຈະເປັນຜູ້ມີພາກສ່ວນຢ່າງຈິງຈັງໃນກ້ອງສະ​ທ້ອນ​ພາບ​ຫລາຍ​ສີ ຂອງຫວອດ ແລະ ສາຂາຂອງເຮົາ—ເປັນບ່ອນທີ່ເຮົາທຸກຄົນເຂົ້າກັບໝູ່ໄດ້ ແລະ ບ່ອນທີ່ມີຄົນຕ້ອງການເຮົາ.

ທຸກໆເສັ້ນທາງຂອງເຮົາແມ່ນແຕກຕ່າງກັນ, ແຕ່ເຮົາຈະຍ່າງໄປດ້ວຍກັນ. ເສັ້ນທາງຂອງເຮົາບໍ່ກ່ຽວກັບສິ່ງທີ່ເຮົາໄດ້ເຮັດມາ ຫລື ວ່າເຮົາໄດ້ໄປໃສມາ; ມັນກ່ຽວກັບວ່າເຮົາຈະໄປໃສ ແລະ ສິ່ງທີ່ເຮົາຈະກາຍເປັນ, ໃນການເປັນອັນໜຶ່ງອັນດຽວກັນ. ເມື່ອເຮົາປຶກສາຫາລືນຳກັນໂດຍໄດ້ຮັບການຊີ້ນຳຈາກພຣະວິນຍານບໍລິສຸດ, ເຮົາຈະສາມາດເຫັນວ່າເຮົາຢູ່ໃສໃນຕອນນີ້ ແລະ ວ່າເຮົາຈະຕ້ອງຢູ່ໃສ. ພຣະວິນຍານບໍລິສຸດປະທານວິໄສທັດໃຫ້ເຮົາທີ່ຕາທຳມະຊາດຂອງເຮົາບໍ່ສາມາດຫລຽວເຫັນໄດ້, ເພາະ “ການເປີດເຜີຍຖືກກະຈັດກະຈາຍໄປ ໃນບັນດາພວກເຮົາ,”18 ແລະ ເມື່ອເຮົາເອົາການເປີດເຜີຍມາຮ່ວມກັນ, ແລ້ວເຮົາຈະ​ຫລຽວ​ເຫັນຫລາຍຂຶ້ນ.

ເມື່ອເຮົາເຮັດວຽກໂດຍການເປັນອັນໜຶ່ງອັນດຽວກັນ, ຈຸດປະສົງຂອງເຮົາຄວນເປັນທີ່ຈະຊອກຫາ ແລະ ເຮັດຕາມ​ພຣະ​ປະ​ສົງຂອງພຣະຜູ້ເປັນເຈົ້າ; ແຮງຈູງໃຈຂອງເຮົາຄວນເປັນຄວາມຮັກ ທີ່ເຮົາມີໃຫ້ແດ່ພຣະເຈົ້າ ແລະ ເພື່ອນບ້ານຂອງເຮົາ;19 ແລະ ຄວາມປາດຖະໜາທີ່ສຳຄັນຂອງເຮົາຄວນເປັນທີ່ຈະ “ເຮັດວຽກງານຢ່າງພາກພຽນ,”20 ເພື່ອວ່າເຮົາຈະສາມາດຕຽມທາງໄວ້ ສຳລັບການສະເດັດຄືນມາອັນຮຸ່ງໂລດຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ທາງດຽວເທົ່ານັ້ນທີ່ເຮົາຈະສາມາດເຮັດແບບນີ້ໄດ້ກໍດ້ວຍການ “ຮ່ວມໃຈກັນ.”

ເໝືອນດັ່ງແມງກະເບື້ອມານອກ, ຂໍໃຫ້ເຮົາຈົ່ງສືບຕໍ່ໃນການເດີນທາງຂອງເຮົາໄປດ້ວຍກັນ ໃນຈຸດປະສົງ, ເຮົາແຕ່ລະຄົນດ້ວຍຄຸນສົມບັດ ແລະ ສ່ວນບໍລິຈາກ, ເຮັດວຽກເພື່ອເຮັດໃຫ້ໂລກນີ້ເປັນໂລກທີ່ສວຍງາມ ແລະ ອຸດົມສົມບູນຫລາຍຂຶ້ນ—ເທື່ອລະບາດກ້າວນ້ອຍໆ ແລະ ໃນຄວາມປອງດອງທີ່ສົມບູນແບບກັບພຣະຜູ້ຊ່ວຍໃຫ້ລອດ.

ອົງພຣະຜູ້ເປັນເຈົ້າພຣະເຢຊູຄຣິດໄດ້ສັນຍາກັບເຮົາວ່າ ເມື່ອເຮົາເຕົ້າໂຮມກັນໃນພຣະນາມຂອງພຣະອົງ, ພຣະອົງກໍຢູ່ໃນທ່າມກາງພວກເຮົາ.21 ຂ້າພະເຈົ້າເປັນພະຍານວ່າ ພຣະອົງຊົງພຣະຊົນ ແລະ ວ່າພຣະອົງໄດ້ຟື້ນຄືນພຣະຊົນ ໃນເຊົ້າລະດູໃບໄມ້ປົ່ງທີ່ສວຍງາມເໝືອນດັ່ງມື້ນີ້. ພຣະອົງເປັນພຣະລາຊາເໜືອລາຊາໃດໆ, “ພຣະອົງເປັນພຣະມະຫາກະສັດຂອງ​ກະ​ສັດທັງປວງ, ແລະ ເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງປວງ.”22

ຂ້າພະເຈົ້າຫວັງວ່າເຮົາຈະເປັນອັນໜຶ່ງ​ອັນດຽວກັນໃນພຣະບິດາ ແລະ ໃນພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ, ຂະນະທີ່ເຮົາຖືກຊີ້ນຳໂດຍພຣະວິນຍານບໍລິສຸດ, ນີ້ຄືຄຳ​ອະທິຖານທີ່ຖ່ອມ​ຕົວຂອງຂ້າພະເຈົ້າ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ Abraham 3:26; 4:7, 9–12, 15, 18, 21, 24–25.

  2. ຄວາມເທັດຈິງທີ່ໜ້າສົນໃຈກ່ຽວກັບແມງກະເບື້ອພັນມານອກ ຄືວ່າ ຕ້ອງໃຊ້ເວລາເຖິງສາມລຸ້ນ ເພື່ອຈະບິນຂຶ້ນເໜືອສູ່ ປະເທດການາດາ. ເຖິງຢ່າງໃດກໍຕາມ, “ລຸ້ນວິເສດ” ນີ້ບິນເດີນທາງລົງໄປທາງໃຕ້ສູ່ປະເທດແມັກຊີໂກ, ພັກລະດູໜາວຢູ່ທີ່ນັ້ນ, ແລະ ແລ້ວບິນກັບຄືນເໜືອຮອບທຳອິດ. (ເບິ່ງ “Flight of the Butterflies” [video, 2012]; “‘Flight’: A Few Million Little Creatures That Could,” WBUR News, Sept. 28, 2012, wbur.org.)

  3. ເບິ່ງ “Why Do Monarchs Form Overnight Roosts during Fall Migration?” learner.org/jnorth/tm/monarch/sl/17/text.html.

  4. ເບິ່ງ “What Is a Group of Butterflies Called?” amazingbutterflies.com/frequentlyaskedquestions.htm. . Kaleidoscope comes from the Greek kalos (“beautiful”) and eidos (“form”) ນຳ​ອີກ.

  5. ເບິ່ງ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” Liahona, May 2017, 145.

  6. ເບິ່ງ Doctrine and Covenants 88:19; ເບິ່ງ Doctrine and Covenants 88:25 ນຳ​ອີກ.

  7. ເບິ່ງ ໂມ​ໄຊ​ຢາ 18:21.

  8. 3 ນີໄຟ 10:4.

  9. ເບິ່ງ Doctrine and Covenants 38:27.

  10. ໂມໄຊຢາ 15:7.

  11. ກິດ​ຈະ​ການ 1:14; ເນັ້ນ​ຄຳ​ເນີ້ງ.

  12. ບາງສິ່ງທີ່ໄພ່ພົນໃນກຸງເຢຊາ​ເລັມໄດ້ເຮັດຄື: ໄດ້ເລືອກອັກຄະສາວົກໃໝ່ໜຶ່ງຄົນ ແລະ ຊາຍເຈັດຄົນທີ່ຊື່ສຽງດີ, ແລະ ໄດ້ສະໜັບສະໜູນເຂົາເຈົ້າ (ເບິ່ງ ກິດ​ຈະ​ການ 1:26; 6:3–5); ໄດ້ເຕົ້າໂຮມກັນໃນວັນເພັນເຕຄໍສະເຕ (ເບິ່ງ ກິດ​ຈະ​ການ 2:1); ໄດ້ເປັນພະຍານເຖິງພຣະເຢຊູຄຣິດ (ເບິ່ງ ກິດ​ຈະ​ການ 2:22–36; 3:13–26; 4:10, 33; 5:42); ໄດ້ເອີ້ນຜູ້ຄົນໃຫ້ກັບໃຈ ແລະ ໃຫ້ບັບຕິສະມາແກ່ເຂົາເຈົ້າ (ເບິ່ງ ກິດ​ຈະ​ການ 2:38–41); ໄດ້ສືບຕໍ່ເຂົ້າຮ່ວມໃນກຸ່ມສາມັກຄີທຳ ໃນການຫັກເຂົ້າຈີ່ ແລະ ໃນການອະ​ທິ​ຖານ (ເບິ່ງ ກິດ​ຈະ​ການ 2:42); ໄດ້ສືບຕໍ່ຢູ່ຮ່ວມກັນ ແລະ ມີຊັບ​ພະສິ່ງຂອງເປັນຂອງສ່ວນລວມ (ເບິ່ງ ກິດ​ຈະ​ການ 2:44–46; 4:34–35); ໄດ້ນະມັດສະການໃນພຣະວິຫານ (ເບິ່ງ ກິດ​ຈະ​ການ 2:46); ໄດ້ຮ່ວມຮັບປະທານອາຫານນຳກັນ ດ້ວຍຄວາມຊື່ນຊົມຍິນດີ ແລະ ດ້ວຍໃຈທີ່ເຊື່ອ (ກິດ​ຈະ​ການ 2:46); ໄດ້ສັນລະເສີນພຣະເຈົ້າ ແລະ ພໍໃຈນຳບັນດາຄົນທີ່ເຊື່ອນັ້ນ (ເບິ່ງ ກິດ​ຈະ​ການ 2:47); ໄດ້ຍອມເຊື່ອຟັງຕໍ່ຄວາມເຊື່ອນັ້ນ (ເບິ່ງ ກິດ​ຈະ​ການ 6:7); ໄດ້ອຸທິດເວລາໃສ່ໃນການອະທິຖານ ແລະ ການສັ່ງສອນພຣະທຳ (ກິດ​ຈະ​ການ 6:4). ບາງສິ່ງທີ່ໄພ່ພົນໄດ້ເຮັດໃນທະວີບອາເມຣິກາຄື: ໄດ້ສິດສອນພຣະກິດຕິຄຸນຂອງພຣະຄຣິດ (ເບິ່ງ 3 ນີ​ໄຟ 28:23); ໄດ້ຈັດຕັ້ງສາດສະໜາຈັກຂອງພຣະຄຣິດ (ເບິ່ງ 4 ນີ​ໄຟ 1:1); ໄດ້ໃຫ້ບັບຕິສະມາແກ່ຜູ້ຄົນ (ເບິ່ງ 4 ນີ​ໄຟ 1:1); ທຸກຄົນໄດ້ປະຕິບັດຕໍ່ກັນໂດຍທ່ຽງທຳ (ເບິ່ງ 4 ນີ​ໄຟ 1:2); ໄດ້ມີເຂົ້າຂອງທັງໝົດນຳກັນເປັນສ່ວນລວມ (ເບິ່ງ 4 ນີ​ໄຟ 1:3); ໄດ້ສ້າງເມືອງຂຶ້ນອີກ (ເບິ່ງ 4 ​ນີ​ໄຟ 1:7–9); ໄດ້ແຕ່ງງານກັນ (ເບິ່ງ 4 ນີ​ໄຟ 1:11); ໄດ້ເດີນໄປຕາມພຣະບັນຍັດ ຊຶ່ງພວກເຂົາໄດ້ຮັບຈາກພຣະຜູ້ເປັນເຈົ້າ (ເບິ່ງ 4 ນີ​ໄຟ 1:12); ໄດ້ສືບຕໍ່ຖືສິນອົດເຂົ້າ ແລະ ການອະທິຖານ (ເບິ່ງ 4 ນີ​ໄຟ 1:12); ໄດ້ຊຸມນຸມກັນເລື້ອຍໆເພື່ອອະທິຖານ ແລະ ເພື່ອຟັງພຣະຄຳຂອງພຣະຜູ້ເປັນເຈົ້າ (ເບິ່ງ 4 ນີ​ໄຟ 1:12).

  13. ພອນບາງຢ່າງທີ່ໄພ່ພົນໃນກຸງເຢຣູຊາ​ເລັມໄດ້ຮັບຄື: ເຂົາເຈົ້າໄດ້ເຕັມໄປດ້ວຍພຣະວິນຍານບໍລິສຸດ (ເບິ່ງ ກິດ​ຈະ​ການ 2:4; 4:31); ເຂົາເຈົ້າໄດ້ຮັບຂອງປະທານຂອງການ​ແປພາສາຕ່າງໆ ແລະ ໄດ້ທຳນາຍ ແລະ ກ່າວເຖິງ “ວຽກງານທີ່ອັດສະຈັນຂອງພຣະເຈົ້າ” (ເບິ່ງ ກິດ​ຈະ​ການ 2:4–18); ພວກອັກຄະສາວົກໄດ້ເຮັດການອັດສະຈັນ ແລະ ໝາຍສຳຄັນຫລາຍປະການ (ເບິ່ງ ກິດ​ຈະ​ການ 2:43); ສິ່ງມະຫັດສະຈັນໄດ້ເກີດຂຶ້ນ (ເບິ່ງ ກິດ​ຈະ​ການ 3:1–10; 5:18–19; 6:8, 15); ຫລາຍຄົນໄດ້ເຂົ້າຮ່ວມສາດສະໜາຈັກ (ເບິ່ງ ກິດ​ຈະ​ການ 2:47; 5:14). ພອນບາງຢ່າງທີ່ໄພ່ພົນໃນທະວີບອາເມຣິກາໄດ້ຮັບຄື: ຜູ້ຄົນໄດ້ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າ (ເບິ່ງ 3 ນີ​ໄຟ 28:23; 4 ນີ​ໄຟ 1:2); ຄົນລຸ້ນນັ້ນໄດ້ຮັບພອນ (ເບິ່ງ 3 ນີ​ໄຟ 28:23); ມີການຂັດແຍ້ງ ແລະ ການໂຕ້ຖຽງກັນໃນບັນດາພວກເຂົາ (ເບິ່ງ 4 ນີ​ໄຟ 1:2, 13, 15, 18); ບໍ່ມີຄົນຮັ່ງມີ ຫລື ຄົນຍາກຈົນ (ເບິ່ງ 4 ນີ​ໄຟ 1:3); ພວກເຂົາທຸກຄົນເປັນອິດສະລະ, ແລະ ເປັນຜູ້ມີສ່ວນໃນຂອງປະທານຈາກສະຫວັນ (4 ນີ​ໄຟ 1:3); ມີຄວາມສັນຕິສຸກໃນແຜ່ນດິນ (ເບິ່ງ 4 ນີ​ໄຟ 1:4); ໄດ້ມີສິ່ງມະຫັດສະຈັນເກີດຂຶ້ນ (ເບິ່ງ 4 ນີ​ໄຟ 1:5, 13); ພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ພວກເຂົາຈະເລີນຮຸ່ງເຮືອງຢ່າງຍິ່ງ (ເບິ່ງ 4 ນີ​ໄຟ 1:7, 18); ພວກເຂົາໄດ້ເຂັ້ມແຂງຂຶ້ນ, ແລະ ມີຄົນເພີ່ມທະວີຂຶ້ນຢ່າງໄວ, ແລະ ກັບເປັນຜູ້ຄົນທີ່ຈົບງາມ ແລະ ໜ້າຊົມທີ່ສຸດ (ເບິ່ງ 4 ນີ​ໄຟ 1:10); ພວກເຂົາໄດ້ຮັບພອນຫລາຍປະການຕາມຄຳສັນຍາ ຊຶ່ງພຣະຜູ້ເປັນເຈົ້າໄດ້ກະທຳໄວ້ກັບພວກເຂົາ (ເບິ່ງ 4 ນີ​ໄຟ 1:11); “ບໍ່ມີການຂັດແຍ້ງກັນໃນແຜ່ນດິນ, ຍ້ອນວ່າຄວາມຮັກຂອງພຣະເຈົ້າ ຊຶ່ງມີຢູ່ໃນໃຈຂອງຜູ້ຄົນ” (4 ນີ​ໄຟ 1:15); “ບໍ່ມີການອິດສາບັງບຽດ, ບໍ່ມີການຜິດຖຽງ, ບໍ່ມີການວຸ້ນວາຍ, ບໍ່ມີການໂສເພນີ, ບໍ່ມີການເວົ້າຕົວະ, ບໍ່ມີການຄາດຕະກຳ, ບໍ່ມີການປະພຶດລາມົກຢ່າງໃດເລີຍ; ແລະ ໂດຍແນ່ນອນແລ້ວ ຄົງບໍ່ມີຜູ້ຄົນກຸ່ມໃດທີ່ມີຄວາມສຸກຫລາຍໄປກວ່ານີ້ ໃນບັນດາຜູ້ຄົນທັງປວງທີ່ພຣະຫັດຂອງພຣະເຈົ້າໄດ້ສ້າງຂຶ້ນມາ” (4 ນີ​ໄຟ 1:16); “ບໍ່ມີໂຈນ, ຫລື ຄາດຕະກອນ, ທັງບໍ່ມີຊາວເລມັນ ຫລື ຊາວໃດໆເລີຍ; ແຕ່ຄົນທັງໝົດຢູ່ເປັນພວກດຽວກັນ, ເປັນລູກຂອງພຣະຄຣິດ, ແລະ ທາຍາດຂອງອານາຈັກຂອງພຣະເຈົ້າ” (4 ນີ​ໄຟ 1:17); ພຣະຜູ້ເປັນເຈົ້າໄດ້ປະທານພອນໃຫ້ພວກເຂົາສຳລັບການກະທຳຂອງພວກເຂົາທັງໝົດ (ເບິ່ງ 4 ນີ​ໄຟ 1:18).

  14. Jean B. Bingham, “That Your Joy Might Be Full,” Liahona, Nov. 2017, 85.

  15. ເບິ່ງ 4 ນີ​ໄຟ 1:15.

  16. Jeffrey R. Holland, “Emissaries to the Church,” Liahona, Nov. 2016, 62.

  17. ໂມໂຣໄນ 7:47.

  18. Neil L. Andersen, in “Auxiliary Panels Use New Training Library,” Liahona, Apr. 2011, 76.

  19. ເບິ່ງ ມັດ​ທາຍ 22:37–40.

  20. ຢາໂຄບ 5:61.

  21. ເບິ່ງ ມັດ​ທາຍ 18:20.

  22. 1 ຕີ​ໂມ​ທຽວ 6:15.