​2010–2019
ພຣະ​ຄຣິດ​ເຈົ້າ​ຄືນ​ຊີບ​ວັນ​ນີ້
ເດືອນ​ເມສາ 2018


ພຣະ​ຄຣິດ​ເຈົ້າ​ຄືນ​ຊີບ​ວັນ​ນີ້

ນີ້​ແມ່ນ​ວັນ​ອາ​ທິດ​ບຸນ​ອິດ​ສະ​ເຕີ. ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານດ້ວຍ​ຄວາມ​ຄາ​ລະ​ວະ ແລະ ຢ່າງ​ໜັກ​ແໜ້ນ​ເຖິງ​ພຣະ​ຄິດ ທີ່​ຊົງ​ພຣະ​ຊົນ​ຢູ່—ພຣະ​ອົງ ຜູ້​ໄດ້​“ສິ້ນ​ພຣະ​ຊົນ, ໄດ້​ຖືກ​ຝັງ, ແລະ ໄດ້​ຟື້ນ​ຄືນ​ພຣະ​ຊົນ​ອີກ ໃນ​ມື້​ທີ​ສາມ.”

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຕອນ​ລູກ​ຊາຍ​ຂອງ​ພວກ​ເຮົາ​ຍັງ​ນ້ອຍ, ຂ້າ​ພະ​ເຈົ້າ​ໄດ້​ເລົ່າ​ເລື່ອງ​ໜຶ່ງໃຫ້​ພວກ​ເຂົາ​ຟັງ ຕອນ​ເຂົ້າ​ນອນ ກ່ຽວ​ກັບ​ໝາ​ລ່າ​ສັດ ແລະ ໄດ້​ຮ້ອງ​ເພງສວດ​ໃນຄໍ ຮ່ວມ​ທັງ​ເພງ “ພຣະ​ຄຣິດ​ເຈົ້າ​ຄືນ​ຊີບ​ວັນ​ນີ້.”1 ບາງ​ເທື່ອ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ປ່ຽນເນື້ອ​ເພງດ້ວຍ​ຄຳ​ອະ​ທິ​ຖານ​ວ່າ: ບັດ​ນີ້ ເຖິງ​ເວ​ລາ​ຫລັບ​ນອນ​ແລ້ວ—ອາ​ເລ​ລູ​ຢາ. ຕາມ​ປົກ​ກະ​ຕິ​ແລ້ວ ລູກ​ຊາຍ​ຂອງ​ພວກ​ເຮົາ​ກໍຫລັບ​ໄວ; ຫລື ຢ່າງ​ໜ້ອຍ ພວກ​ເຂົາ​ຮູ້​ວ່າ ຖ້າ​ຂ້າ​ພະ​ເຈົ້າ​ຄິດ​ວ່າ ພວກເຂົາ ຫລັບ​ໄວ, ຂ້າ​ພະ​ເຈົ້າ​ຊິ​ເຊົາ​ຮ້ອງ​ເພງ.

ຖ້ອຍ​ຄຳ—ຢ່າງ​ໜ້ອຍ​ຖ້ອຍ​ຄຳ​ຂອງ​ຂ້າ​ພະ​ເຈົ້າ—ບໍ່​ສາ​ມາດ​ເວົ້າ​ອອກ​ມາ​ໄດ້ ເຖິງ​ຄວາມ​ຮູ້​ສຶກທີ່​ຖ້ວມ​ລົ້ນ ນັບ​ຕັ້ງ​ແຕ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ຈັບ​ມື​ຂ້າ​ພະ​ເຈົ້າ, ມີ ຊູ​ແຊນ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ ຢູ່​ຄຽງ​ຂ້າງ, ແລະ ໄດ້​ມອບ​ຕຳ​ແໜ່ງນີ້ ຈາກ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ຂ້າ​ພະ​ເຈົ້າ ຊຶ່ງ​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຕົກ​ຕະ​ລຶງ ແລະ ນ້ຳ​ຕາ​ໄຫລ​ຫລາຍ​ເທື່ອ ໃນ​ຫລາຍມື້​ມານີ້.

ໃນ​ວັນ​ອິດ​ສະ​ເຕີມື້ນີ້, ຂ້າ​ພະ​ເຈົ້າ​ຊື່ນ​ຊົມ ທີ່​ຈະ​ຮ້ອງວ່າ, “ອາ​ເລ​ລູ​ຢາ.” ເພງ​ທີ່​ກ່າວ​ເຖິງ​ຄວາມ​ຮັກ​ທີ່ໄຖ່ ຂອງພຣະ​ຜູ້​ຊ່ວຍ​ໃຫ້​ລອດ2 ສະ​ເຫລີມ​ສະ​ຫລອງ​ຄວາມ​ປອງດອງ​ແຫ່ງ​ພັນ​ທະ​ສັນ​ຍາ (ທີ່​ເຊື່ອມ​ຕໍ່​ເຮົາ​ໃສ່ກັບ​ພຣະ​ເຈົ້າ ແລະ ຕໍ່ກັນ​ແລະ​ກັນ) ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ (ທີ່​ຊ່ວຍ​ເຮົາ​ໃຫ້​ເຊົາ​ເປັນ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ແລະ ເຮັດ​ຕາມ​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ3).

ພ້ອມ​ກັນ, ພັນ​ທະ​ສັນ​ຍາ​ຂອງ​ເຮົາ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເຮັດ​ໃຫ້​ເປັນ​ໄປ​ໄດ້ ແລະ ຍົກ​ລະ​ດັບຈິດ​ໃຈ. ພ້ອມ​ກັນ, ທັງ​ສອງ​ຊ່ວຍ​ເຮົາ​ໃຫ້ຍຶດ​ໝັ້ນ ແລະ ປ່ອຍ​ໄປ. ພ້ອມ​ກັນ, ທັງ​ສອງ​ຫວານຊື່ນ, ຮັກ​ສາ, ຊຳ​ລະ, ໄຖ່​ຖອນ.

ສາດສະດາ ໂຈເຊັບ ສະມິດ ໄດ້ກ່າວວ່າ: “ກັບບາງຄົນ ອາດເບິ່ງຄືວ່າ ມັນເປັນຄຳສອນທີ່ອາດຫານຫລາຍ ທີ່ພວກເຮົາກ່າວເຖິງ—ເປັນອຳນາດຊຶ່ງບັນທຶກໄວ້ ຫລື ຜູກມັດໄວ້ ຢູ່​ໃນ​ແຜ່ນ​ດິນ​ໂລກ ແລະ ຢູ່ໃນສະຫວັນ. ເຖິງຢ່າງໃດກໍຕາມ, ໃນທຸກຍຸກທຸກສະໄໝຂອງໂລກ, ເມື່ອໃດກໍຕາມທີ່ພຣະຜູ້ເປັນເຈົ້າໄດ້ມອບ​ສະ​ໄໝ​ຂອງ​ຖາ​ນະ​ປະ​ໂລ​ຫິດ ໃຫ້​ມະນຸດຄົນໃດ ໂດຍການເປີດເຜີຍໂດຍກົງ, ຫລື ຄົນກຸ່ມໃດກໍຕາມ, ອຳນາດນີ້ໄດ້ຖືກມອບໃຫ້ສະເໝີ.”4

ແລະ ໃນ​ເວ​ລາ​ນີ້​​ກໍ​ຄື​ກັນ. ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ທີ່​ສັກ​ສິດ, ຊຶ່ງບໍ່​ມີ​ໃຫ້​ຢູ່​ບ່ອນ​ອື່ນ, ໄດ້​ຮັບ​ຢູ່​ໃນ​ບ້ານ​ທີ່​ສັກ​ສິດ 159 ແຫ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໃນ 43 ປະ​ເທດ​ເທົ່າ​ນັ້ນ. ພອນ​ທີ່​ສັນ​ຍາ​ໄວ້ ມາ​ເຖິງ​ເຮົາ​ຜ່ານ​ທາງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ຄຳ​ສອນ, ແລະ ສິດ​ອຳ​ນາດ​ທີ່​ຖືກ​ຟື້ນ​ຟູ, ຜ່ານ​ທາງ​ຜົນ​ສະ​ທ້ອນ​ແຫ່ງ​ສັດ​ທາ, ການ​ເຊື່ອ​ຟັງຂອງ​ເຮົາ, ແລະ ຄຳ​ສັນ​ຍາ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ​ຂອງ​ພຣະ​ອົງ ໃນ​ລຸ້ນ​ລູກ​ຫລານ​ຂອງ​ເຮົາ, ໃນ​ການ​ເວ​ລາ ແລະ ໃນນິ​ລັນ​ດອນ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ໃນ​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ແລະ ທຸກ​ພາ​ສາ, ຕະ​ຫລອດ​ທົ່ວ​ສາດ​ສະ​ໜາ​ຈັກ​ທີ່​ຂະ​ຫຍາຍກວ້າງ​ທົ່ວ​ໂລກ​ຂອງ​ເຮົາ,​ຂໍຂອບ​ໃຈ​ສຳ​ລັບ​ສັດ​ທາ, ຄວາມ​ຫວັງ, ແລະ ຄວາມ​ໃຈ​ບຸນ ທີ່​ດຳ​ລົງ​ຢູ່ຂອງ​ທ່ານ ໃນ​ທຸກ​ບາດ​ກ້າວ. ຂໍຂອບ​ໃຈ ສຳ​ລັບ​ປະ​ຈັກ​ພະ​ຍານ ແລະ ການ​ກາຍ​ເປັນປະ​ສົບ​ການ ຂອງ​ການ​ເຕົ້າ​ໂຮມ ແຫ່ງ​ພຣະ​ກິດ​ຕິ​ຄຸນ​ທີ່​ສົມ​ບູນ ຊຶ່ງຖືກ​ຟື້ນ​ຟູ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ເຮົາ​ເປັນ​ຄອບ​ຄົວ​ດຽວ​ກັນ. ເຮົາ​ສາ​ມາດ​“ຜູກ​ພັນເຂົ້າ​ກັນ​ເປັນອັນ​ໜຶ່ງ​ອັນດຽວ​ກັນ ແລະ ໃນ​ຄວາມ​ຮັກ”5 ໃນ​ທຸກ​ສິ່ງ ແລະ ໃນ​ທຸກ​ບ່ອນ.6 ດັ່ງ​ທີ່​ອົງ​ພຣະເຢ​ຊູ​ຄຣິດ​ເຈົ້າ​ເຊື້ອ​ເຊີນ​ເຮົາ​ແຕ່​ລະ​ຄົນ, ບໍ່​ວ່າ​ເຮົາ​ຈະ​ຢູ່​ໃສ, ສະ​ພາ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ, ຂໍ​ໃຫ້ “ມາ ແລະ ເບິ່ງ.”7

ມື້ນີ້ ຂ້າ​ພະ​ເຈົ້າ​ຂໍ​ປະ​ຕິ​ຍານຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຕໍ່​ຊູ​ແຊນ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ ແລະ ຄອບ​ຄົວ, ຕໍ່​ບັນ​ດາ​ອ້າຍ​ນ້ອງຂອງ​ຂ້າ​ພະ​ເຈົ້າ, ແລະ ຕໍ່​ທ່ານ​ທັງ​ຫລາຍ, ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ ດ້ວຍ​ສຸດ​ພະ​ລັງ​ແຫ່ງ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ,8 ບໍ່​ວ່າ​ຈະ​ເປັນ​ແນວ​ໃດ ຫລື ຈະກາຍ​ເປັນ​ແນວ​ໃດ​ກໍ​ຕາມ.

ທຸກ​ສິ່ງ​ທີ່​ມີ​ຄ່າ​ຄວນ ແລະ ນິ​ລັນ​ດອນ ເຈາະ​ຈົງ​ຢູ່​ທີ່ ຄວາມ​ເປັນ​ຈິງ​ຂອງ​ພຣະ​ເຈົ້າ, ພຣະ​ບິ​ດາ​ນິ​ລັນ​ດອນ​ຂອງ​ເຮົາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ຊຶ່ງ​ເປັນ​ພະ​ຍານ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.9 ນີ້​ແມ່ນ​ວັນ​ອາ​ທິດ​ບຸນ​ອິດ​ສະ​ເຕີ. ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານດ້ວຍ​ຄວາມ​ຄາ​ລະ​ວະ ແລະ ຢ່າງ​ໜັກ​ແໜ້ນ​ເຖິງ​ພຣະ​ຄິດ ທີ່​ຊົງ​ພຣະ​ຊົນ​ຢູ່—ພຣະ​ອົງ ຜູ້​ໄດ້​“ສິ້ນ​ພຣະ​ຊົນ, ໄດ້​ຖືກ​ຝັງ, ແລະ ໄດ້​ຟື້ນ​ຄືນ​ພຣະ​ຊົນ​ອີກ ໃນ​ມື້​ທີ​ສາມ, ແລະ ໄດ້​ສະ​ເດັດ​ຂຶ້ນ​ໄປ​ສະ​ຫວັນ.”10 ພຣະ​ອົງ​ຄື​ອາ​ລະ​ຟາ ແລະ ໂອ​ເມ​ຄາ11—ໄດ້​ຢູ່​ກັບ​ເຮົາ​ໃນ​ຕອນ​ຕົ້ນ, ພຣະ​ອົງ​ຈະ​ຢູ່​ກັບ​ເຮົາ ຈົນ​ເຖິງ​ທີ່​ສຸດ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ສາດ​ສະ​ດາ​ຂອງ​ຍຸກ​ສຸດ​ທ້າຍ, ນັບຈາກ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ເຖິງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ທີ່​ຮັກ​ແພງ​ຂອງເຮົາ, ຜູ້​ທີ່​ເຮົາ​ໄດ້​ສະ​ໜັບ​ສະໜູນ ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ. ດັ່ງທີ່ເດັກນ້ອຍປະຖົມໄວເຮົາໄດ້ຮ້ອງເພງວ່າ, “ຈົ່ງຕິດຕາມສາດະດາເທີ້ນ; ເພິ່ນຮູ້ເສັນທາງ.”12 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ, ດັ່ງ​ທີ່​ມີ​ທຳ​ນາຍ​ໄວ້ ຢູ່​ໃນ​ພຣະ​ຄຳ​ພີ​ທີ່​ສັກ​ສິດ, ລວມ​ທັງ​ພຣະ​ຄຳ​ພີ​ມໍ​ມອນ: ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢຊູຄຣິດ, “ອາ​ນາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ຖືກ​ສະ​ຖາ​ປະ​ນາ​ຄືນໃໝ່ອີກ ຢູ່​ເທິງ​ແຜ່ນ​ດິນ​ໂລກ, ຕຽມ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເມ​ຊີ​ອາ.13 ໃນ​ພຣະ​ນາມ​ອັນບໍ​ລິ​ສຸດ ແລະ ​ສັກ​ສິດຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.