​2010–2019
ເຮົາເປັນລູກຂອງພຣະເຈົ້າບໍ?
ເດືອນ​ເມສາ 2018


ເຮົາເປັນລູກຂອງພຣະເຈົ້າບໍ?

ເຮົາ​ແຕ່​ລະ​ຄົນ​ຈະ​ປະ​ສົບ​ກັບພະ​ລັງ​ແຫ່ງ​ຄວາມ​ເຂົ້າ​ໃຈ ເຖິງ​​ເອ​ກະ​ລັກ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ​ ໄດ້​ແນວ​ໃດ? ມັນ​ເລີ່ມ​ຕົ້ນ​ດ້ວຍ​ການ​ສະ​ແຫວງ​ຫາ​ທີ່​ຈະ​ຮູ້​ຈັກ​ພຣະ​ເຈົ້າ, ພຣະ​ບິ​ດາ​ຂອງ​ເຮົາ.

ເມື່ອບໍ່​ດົນ​ມານີ້ ຂ້າ​ພະ​ເຈົ້າ​ໄດ້​ໄປ​ໂບດ​ທີ່​ເກົ່າ ແລະ ສ້າງ​ດ້ວຍ​​ກ້ອນ​ຫີນ ກັບ​ແມ່​ທີ່​ປະ​ເສີດ​ຂອງ​ຂ້າ​ພະ​ເຈົ້າ. ໂດຍ​ທີ່​ໄດ້​ຍິນ​ສຽງ​ອອກ​ມາ​ຈາກ​ຫ້ອງ​ຊັ້ນ​ປະ​ຖົມ​ໄວ ຊຶ່ງ​ຂ້າ​ພະ​ເຈົ້າ​ເຄີຍ​ໄປ​ຕອນ​ຍັງ​ນ້ອຍ, ​ຂ້າ​ພະ​ເຈົ້າ ຈຶ່ງ​ໄດ້ຍ່າງ​ໄປ​ຫາ​ທ້າຍ​ຫ້ອງ ແລະ ສັງ​ເກດເບິ່ງ​ຜູ້​ນຳ​ທີ່​ເປັນ​ຫ່ວງ​ເປັນ​ໃຍ ສອນກ່ຽວ​ກັບ​ຫົວ​ຂໍ້​ຂອງ​ປີນີ້ ທີ່​ວ່າ: “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ.”1 ຂ້າ​ພະ​ເຈົ້າ​ໄດ້​ຍິ້ມ​ອອກ​ມາ ໃນ​ຂະ​ນະ​ທີ່​ຈື່​ຈຳ ຄູ​ສອນ​ຜູ້​ທີ່​ມີ​ຄວາມ​ອົດ​ທົນ ແລະ ມີ​ຄວາມ​ຮັກ ຜູ້​ຊຶ່ງ, ໃນ​ລະ​ຫວ່າງ​ຕອນ​ພວກ​ເຮົາ​ຮ້ອງ​ເພງ, ​ມັກ​ຫລຽວ​ມາ​ເບິ່ງ​ຂ້າ​ພະ​ເຈົ້າ—ຄື​ກັບ​​ຊິ​ເວົ້າ​ວ່າ ເດັກ​ນ້ອຍ​ຜູ້​ຊາຍ​ທີ່​ຂີ້ດື້​ ທີ່ນັ່ງ​ຢູ່​ສົ້ນຕັ່ງມ້າ​​ຄົນ​ນັ້ນ, “ເປັນ​ລູກ​ຂອງ​ພຣະ​ເຈົ້າ ແທ້ໆ ບໍ? ແລະ ແມ່ນ​ໃຜທີ່​ສົ່ງ​ລາວ​ມານີ້?”2

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ເຮົາ​ແຕ່​ລະ​ຄົນ ໃຫ້​ເປີດ​ໃຈ​ຕໍ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຜູ້ “ຮ່ວມ​ເປັນ​ພະ​ຍານ​ກັບ​​ວິນ​ຍານ​ຂອງ​ພວກ​ເຮົາ​ ປະ​ກາດ​ວ່າ, ພວກ​ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ.”3

ຖ້ອຍ​ຄຳ​ຂອງປະ​ທານບອຍ ເຄ ແພ໊ກ​ເກີ ​ແມ່ນ​ລຽບ​ງ່າຍ ແລະ ມີ​ຄ່າ​ຫລາຍ ທີ່​ວ່າ: “ທ່ານ​ແມ່ນ​ລູກ​ຂອງ​ພຣະ​ເຈົ້າ. ພຣະ​ອົງ​ເປັນ​ພຣະ​ບິ​ດາ​ຂອງວິນ​ຍານ​ທ່ານ. ທ່ານ​ມີ​ຖາ​ນະ​ທີ່​ສູງ​ສັກ​ທາງວິນ​ຍານ, ເປັນ​ລູກໆ​ຂອງ​ພຣະ​ກະ​ສັດ​ແຫ່ງ​ສະ​ຫວັນ. ຈົ່ງ​​ເກັບ​ຄວາມ​ຈິງນີ້​ໄວ້​ໃນ​ຄວາມ​ຄິດ​ຂອງ​ທ່ານ ແລະ ຢ່າ​ລືມມັນ​ ເຖິງ​ຢ່າງ​ໃດ​ກໍ​ຕາມ ຫລາຍ​ລຸ້ນ​ຄົນ​ໃນ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານ, ບໍ່​ວ່າ​ທ່ານ​ຈະ​ມີເຊື້ອ​ຊາດ​ໃດ, ແຕ່ລຳ​ດັບ​ເຊື້ອ​ສາຍ​ຂອງ​ທ່ານ ແມ່ນ​ມາ​ຈາກ​ບັນ​ພະ​ບຸ​ລຸດ​ຜູ້​ດຽວ​ກັນ. ທ່ານ​ເປັນ​ລູກ​ຂອງ​ພຣະ​ເຈົ້າ!”4

“ເມື່ອ​ທ່ານ … ເຫັນ​ພຣະ​ບິ​ດາ​ຂອງ​ເຮົາ,” ບຣິ​ກຳ ຢັງ ໄດ້​ບັນ​ຍາຍ, “ທ່ານ​ຈະ​ເຫັນ​ບຸກ​ຄົນ​ທີ່​ທ່ານ​ເຄີຍ​ຮູ້​ຈັກ​ມາ​ດົນ​ນານ, ແລະ ພຣະ​ອົງ​ຈະ​ຮັບ​ທ່ານ​ໄວ້​ໃນ​ອ້ອມ​ແຂນ, ແລະ ທ່ານ​ຈະ​ພ້ອມ​ແລ້ວ ທີ່​ຈະ​ເຂົ້າ​ໄປ​ໃນ​ອ້ອມ​ແຂນ​ຂອງ​ພຣະ​ອົງ ແລະ ຈູບ​ພຣະ​ອົງ.”5

ສົງ​ຄາມ​ທີ່​​ຮ້າຍ​ແຮງ ເພື່ອເອ​ກະ​ລັກ​ແຫ່ງ​ສະ​ຫວັນ

ໂມ​ເຊ​ໄດ້​ຮຽນ​ຮູ້​ເຖິງ​ມໍ​ລະ​ດົກ​ແຫ່ງ​ສະ​ຫວັນ ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໜ້າ​ຕໍ່​ໜ້າ. ຫລັງ​ຈາກ​ປະ​ສົບ​ການນັ້ນ, “ຊາ​ຕານ​ໄດ້​ມາ​ລໍ້​ລວງ​ເພິ່ນ” ດ້ວຍ​ຄວາມ​ສະ​ຫລາດ, ແຕ່​​ມີ​ຈຸດ​ປະ​ສົງ​ທີ່ຮ້າຍ​ກາດ ເພື່ອ​ບິດ​ເບືອນເອ​ກະ​ລັກ​ຂອງ​ໂມ​ເຊ ຢາກ​ໃຫ້ໂມ​ເຊ, ບຸດ​ມະ​ນຸດ, ນະ​ມັດ​ສະ​ການ​ມັນ. ແລະ … ໂມ​ເຊ​ໄດ້​ຫລຽວ​ເບິ່ງ​ຊາ​ຕານ ແລະ ໄດ້​ກ່າວ​ວ່າ, ທ່ານ​ເປັນ​ໃຜ? ເພາະ​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເປັນ ບຸດ​ຂອງ​ພຣະ​ເຈົ້າ.6

ສົງ​ຄາມ​ທີ່​ຮ້າຍ​ແຮງນີ້ ເພື່ອ​ເອ​ກະ​ລັກ​ແຫ່ງ​ສະ​ຫວັນ ໄດ້​ເກີດ​ຂຶ້ນ​ຢ່າງ​ດຸ​ເດືອດ ໃນ​ເມື່ອ​ເປົ້າ​ໝາຍ​ທີ່​ຮ້າຍ​ກາດ​ຂອງ​ຊາ​ຕານ ແມ່ນ​ເພື່ອ​ທຳ​ລາຍ​ຄວາມ​ເຊື່ອ​ ແລະ ຄວາມ​ຮູ້​ຂອງ​ເຮົາ ກ່ຽວ​ກັບ​ຄວາມ​ສຳ​ພັນ​ຂອງ​ເຮົາ​ນຳ​ພຣະ​ເຈົ້າ. ໂຊກ​ດີ​ຫລາຍ​ທີ່ ເຮົາ​ໄດ້​ຮັບ​ພອນ ດ້ວຍ ພາບ​ທີ່​ແຈ່ມ​ແຈ້ງ ແລະ ຄວາມ​ເຂົ້າ​ໃຈເຖິງ​ເອ​ກະ​ລັກ​ທີ່​ແທ້​ຈິງ​ຂອງ​ເຮົາ ນັບ​ແຕ່​ຕອນ​ຕົ້ນ ​ທີ່​ວ່າ: “ແລ້ວພຣະ​ເຈົ້າ​ໄດ້​ກ່າວ​ວ່າ, ບັດ​ນີ້​ເຮົາ​ຈະ​ສ້າງ​ມະ​ນຸດ​ໃຫ້​ມີ​ຮູບ​ລັກ​ສະ​ນະ​ຄື​ເຮົາ, ຕາມ​ແບບ​ຢ່າງ​ຂອງ​ເຮົາ,”7 ແລະ ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່ຂອງ​ພຣະ​ອົງ ປະ​ກາດ​ວ່າ, “[ມະ​ນຸດ] ທຸກ​ຄົນ​ເປັນ​ບຸດ ແລະ ທິ​ດາທາງວິນ​ຍານ​ທີ່​ຮັກ​ຫອມ ຂອງ​ພຣະ​ບິ​ດາ​ມານ​ດາ​ໃນ​ສະ​ຫວັນ, ແລະ ສະ​ນັ້ນ, ແຕ່​ລະ​ຄົນ​ຈຶ່ງ​ມີ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ ແລະ ມີ​ຈຸດ​ໝາຍ​ປາຍ​ທາງ.”8

ການ​ມາ​ຮູ້​ຈັກ​ຄວາມ​ຈິງ​ເຫລົ່າ​ນີ້ ດ້ວຍ​ຄວາມ​ແນ່​ນອນ​ໃຈ9 ຊ່ວຍ​ເຮົາ​ເອົາ​ຊະ​ນະ​ການ​ທົດ​ລອງ, ບັນ​ຫາ, ແລະ ຄວາມຫຍຸ້ງ​ຍາກ​ທຸກ​ຢ່າງ.10 ເມື່ອ​ຖືກ​ຖາມ​ວ່າ, “ເຮົາ​ຈະ​ຊ່ວຍ​ເຫລືອ​ຜູ້​ທີ່ດີ້ນ​ລົນ​ກັບ [ການ​ທ້າ​ທາຍ​ສ່ວນ​ຕົວ] ໄດ້​ແນວ​ໃດ?” ອັກ​ຄະ​ສາ​ວົກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ແນະ​ນຳ​ວ່າ, “ຈົ່ງ​ສອນ​ໃຫ້​ເຂົາ​ເຈົ້າ​ຮູ້​ຈັກ​ເອ​ກະ​ລັກ​ ແລະ ຈຸດ​ປະ​ສົງ​ຂອງ​ຕົນ.”11

“ເປັນຄວາມ​ຮູ້​ທີ່​ມີ​ພະ​ລັງ​ຫລາຍ​ທີ່​ສຸດ ທີ່​ຂ້າ​ນ້ອຍ​ມີ”

ຄວາມ​ຈິງ​ທີ່​ມີ​ພະ​ລັງ​ເຫລົ່າ​ນີ້ ໄດ້​ປ່ຽນ​ຊີ​ວິດ​ຂອງ​ເພື່ອນ​ຄົນ​ໜຶ່ງ ຂອງ​ຂ້າ​ພະ​ເຈົ້າ ຊື່ ເຈັນ,12 ຊຶ່ງ​ຕອນເປັນ​ໄວ​ລຸ້ນ ນາງ​ໄດ້​ຂັບ​ລົດ ຕຳ​ລົດ​ຄັນ​ໜຶ່ງ. ເຖິງ​ແມ່ນ​ນາງ​ໄດ້​ຮັບ​ບາດ​ເຈັບ​ທີ່​ສາ​ຫັດ, ແຕ່​ນາງ​ຮູ້​ສຶກ​ເຈັບ​ປວດ​ໜັກ​ກວ່ານັ້ນ ເພາະອີກ​ຝ່າຍ​ໜຶ່ງ​ໄດ້​ຕາຍ​ໄປ. “ແມ່​ຄົນ​ໜຶ່ງ​ໄດ້​ຕາຍ​ໄປ, ມັນ​ເປັນ​ຄວາມ​ຜິດ​ຂອງ​ຂ້ອຍ,” ນາງ​ເວົ້າ. ພຽງ​ແຕ່​ສອງ​ສາມມື້ ກ່ອນ​ໜ້ານັ້ນ ນາງ​ເຈັນ ໄດ້​ຢືນ​ຂຶ້ນ ກ່າວ​ຄຳ​ຂວັນ​ທີ່​ວ່າ, “ເຮົາ​ເປັນທິ​ດາ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ຜູ້​ຮັກ​ເຮົາ,”13 ບັດ​ນີ້ ສົງ​ໄສວ່າ, “ພຣະ​ອົງ​ຈະ​ຮັກ​ ເຮົາ ໄດ້​ແນວ​ໃດ?”

“ຄວາມ​ເຈັບ​ປວດ​ທາງ​ຮ່າງ​ກາຍ​ໄດ້​ໝົດ​ໄປ,” ນາງ​ເວົ້າ, “ແຕ່​​ບາດ​ແຜ​ທາງ​ຄວາມ​ຮູ້​ສຶກ ແລະ ທາງວິນ​ຍານ​ຂອງ​ຂ້ອຍ ຄົງ​ບໍ່​ມີ​ວັນ​ຫາຍ​ໄດ້.”

ໃນ​ຄວາມ​ສູ້​ທົນ, ນາງ​ເຈັນ ໄດ້​ເຊື່ອງ​ຄວາມ​ຮູ້​ສຶກ​ຂອງ​ນາງ​ໄວ້, ແລະ ກໍ​ໄດ້​ແຍກ​ຕົວ​ອອກ​ຫ່າງ ແລະ ເຢັນ​ຊາ​ລົງ. ຫລັງ​ຈາກ​ໜຶ່ງ​ປີ, ເມື່ອ​ນາງ​ສາ​ມາດ​ເວົ້າ​ອອກ​ມາ​ໄດ້ ກ່ຽວ​ກັບ​ອຸ​ປະ​ຕິ​ເຫດ, ຄູ​ສອນ​ທີ່​ໄດ້​ຮັບ​ການ​ດົນ​ໃຈ ໄດ້​ຂໍ​ໃຫ້​ນາງ​ຂຽນ ສຳ​ນວນ​ໜຶ່ງ “ເຮົາ​ເປັນ​ລູກ​ຂອງ​ພຣະເຈົ້າ” ແລະ ເວົ້າ 10 ເທື່ອ ທຸກມື້.

“ການ​ຂຽນ​ຂໍ້​ຄວາມນັ້ນ​ແມ່ນ​ງ່າຍ,” ນາງ​ເວົ້າ, “ແຕ່ ຂ້ອຍເວົ້າ​ອອກ​ມາບໍ່​ໄດ້. … ມັນ​ຍາກ​ໂພດ, ແລະ ຂ້ອຍບໍ່​ເຊື່ອ​ວ່າ ພຣະ​ເຈົ້າ​ຢາກ​ໃຫ້​ຂ້ອຍເປັນ​ລູກ​ຂອງ​ພຣະ​ອົງດອກ. ຂ້ອຍໂສກ​ເສົ້າ​ເສຍ​ໃຈ.”

ຫລັງ​ຈາກ​ຫລາຍ​ເດືອນ, ໃນ​ທີ່​ສຸດ ນາງ​ເຈັນ​ກໍ​ສາ​ມາດ​ເຮັດ​ສິ່ງນັ້ນ​ໄດ້​​ທຸກມື້. “ຂ້ອຍໄດ້​ຖອກ​ເທ​ຈິດ​ວິນ​ຍານທັງ​​ໝົດ,” ນາງ​ໄດ້ເວົ້າ, “ອ້ອນວອນ​​ຕໍ່ພຣະ​ເຈົ້າ. … ແລ້ວຂ້ອຍ​ເລີ່ມ​​ເຊື່ອ​ຂໍ້​ຄວາມ.” ຄວາມ​ເຊື່ອນີ້​ໄດ້​ອະ​ນຸ​ຍາດ​ໃຫ້ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເລີ່ມ​ຕົ້ນ​​ປິ່ນ​ປົວ​ຈິດ​ວິນ​ຍານ​ທີ່​ເຈັບ​ປວດ​ຂອງ​ນາງ. ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ນຳ​ຄວາມ​ປອບ​ໂຍນ ແລະ ຄວາມ​ກ້າ​ຫານມາ​ໃຫ້ ໃນ​ການ​ຊົດ​​ໃຊ້​ຂອງ​ພຣະ​ອົງ.14

“ພຣະ​ຄຣິດ​ຮູ້​ສຶກ​ເຖິງ​ຄວາມ​ເຈັບ​ປວດ, ຄວາມ​ໂສກ​ເສົ້າ, ແລະ ຄວາມ​ຮູ້​ສຶກ​ຜິດ​ຂອງ​ຂ້ອຍ,” ນາງ​ເຈັນ​ໄດ້​ເວົ້າ. “ຂ້ອຍໄດ້​ຮູ້​ສຶກ​ເຖິງ​ຄວາມ​​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ອົງ ແລະ ບໍ່​ເຄີຍ​ປະ​ສົບ​ກັບ​ສິ່ງ​ໃດ ທີ່​ມີ​ພະ​ລັງ​ແບບນັ້ນ! ການ​ທີ່​ຮູ້​ວ່າ ​ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ ເປັນ​ຄວາມ​ຮູ້​ທີ່​ມີ​ພະ​ລັງ​ຫລາຍ​ທີ່​ສຸດ ທີ່​ຂ້ອຍ​ມີ!”

ການ​ສະ​ແຫວງ​ຫາ​ທີ່​ຈະ​ຮູ້​ຈັກ​ພຣະ​ເຈົ້າ, ພຣະ​ບິ​ດາ​ຂອງ​ເຮົາ

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເຮົາ​ແຕ່​ລະ​ຄົນ​ຈະ​ປະ​ສົບ​ກັບພະ​ລັງ​ແຫ່ງ​ຄວາມ​ເຂົ້າ​ໃຈ ເຖິງ​​ເອ​ກະ​ລັກ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ​ ໄດ້​ແນວ​ໃດ? ມັນ​ເລີ່ມ​ຕົ້ນ​ດ້ວຍ​ການ​ສະ​ແຫວງ​ຫາ​ທີ່​ຈະ​ຮູ້​ຈັກ​ພຣະ​ເຈົ້າ, ພຣະ​ບິ​ດາ​ຂອງ​ເຮົາ.15 ປະ​ທານຣະ​ໂຊ ເອັມ ແນວ​ສັນ ໄດ້​ເປັນ​ພະ​ຍານ​ວ່າ, “ບາງ​ສິ່ງ​ທີ່​ມີ​ພະ​ລັງ​ຈະ​ເກີດ​ຂຶ້ນ ເມື່ອ​ລູກ​ຂອງ​ພຣະ​ເຈົ້າ ສະ​ແຫວງ​ຫາ​ທີ່​ຈະ​ຮູ້​ຈັກ​ພຣະ​ອົງ​ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ​ຫລາຍກວ່າ​ເກົ່າ.”16

ການ​ຮຽນ​ຮູ້ ແລະ ການ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈະ​ຊ່ວຍ​ເຮົາ ໃຫ້​ມາ​ຮູ້​ຈັກ​ພຣະ​ບິ​ດາ. “ການ​ທີ່​ມີ​ສະພາບ … ເປັນ​ແບບ​ພິມ​ດຽວ​ກັນ​ກັບ [ພຣະ​ບິ​ດາ] ຂອງ​ພຣະ​ອົງ,”17 ​ພຣະ​ເຢ​ຊູ​ໄດ້​ສອນ​ວ່າ, “ພຣະ​ບຸດ​ຈະ​ເຮັດ​ສິ່ງ​ໜຶ່ງ​ສິ່ງ​ໃດ​ໂດຍ​ຕົນ​ເອງບໍ່​ໄດ້, ນອກ​ຈາກ​ໄດ້​ເຫັນ​ພຣະ​ບິ​ດາ​​ເຮັດ.”18 ພຣະ​ຄຳ ແລະ ການ​ກະ​ທຳທັງ​ໝົດ​ຂອງ​ພຣະ​ຄຣິດ ​ໄດ້ເປີດ​ເຜີຍ​ຄຸນ​ສົມ​ບັດທີ່​ແທ້​ຈິງ​ຂອງ​ພຣະ​ເຈົ້າ ແລະ ​ຄວາມ​ສຳ​ພັນ​ຂອງ​ເຮົາ​ນຳ​ພຣະ​ອົງ.19 ແອວ​ເດີ ແຈັບ​ຟະ​ລີ ອາ ຮໍ​ແລນ ໄດ້​ສອນ​ວ່າ, “ດ້ວຍ​ໂລ​ຫິດ​ທີ່​ໄຫລ​ອອກ​ມາ​ຈາກ​ທຸກ​ຂຸມ​ຂົນ ແລະ ດ້ວຍ​ສຸ​ລະ​ສຽງ​ທີ່​ເຈັບ​ປວດ, ພຣະ​ອົງ​ໄດ້​ສະ​ແຫວງຫາຜູ້​ທີ່​ພຣະ​ອົງ​ໄດ້​ສະ​ແຫວງຫາສະ​ເໝີ​ມາ—ພຣະ​ບິ​ດາ​ຂອງ​ພຣະ​ອົງ. ‘ພຣະ​ບິ​ດາ,’ ​ພຣະ​ອົງ​ໄດ້​ຮ້ອງ​ອອກ​ມາ​ວ່າ, ‘ພຣະ​ບິ​ດາ​ເຈົ້າ​ເອີຍ.’”20

ດັ່ງທີ່​ພຣະ​​ເຢ​ຊູ​ໄດ້ສະ​ແຫວງ​ຫາ​ພຣະ​ບິ​ດາ​ຂອງ​ພຣະ​ອົງຢ່າງ​ພາກ​ພຽນ ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ, ​ໂຈ​ເຊັບ ສະ​ມິດ ກໍ​ຄື​ກັນ, ໃນ​ປີ 1820, ດ້ວຍ​ການ​ອະ​ທິ​ຖານຫາ​ພຣະ​ເຈົ້າ ຢູ່​ໃນ​ປ່າ​ສັກ​ສິດ. ຫລັງ​ຈາກ​ໄດ້​ອ່ານ​ວ່າ, “ຖ້າ​ຫາກ​ຄົນ​ໃດ​ໃນ​ພວກ​ເຈົ້າ​ຂາດ​ສະ​ຕິ​ປັນ​ຍາ, ກໍ​ໃຫ້​ຜູ້ນັ້ນ​ທູນ​ຂໍ​ຈາກ​ພຣະ​ເຈົ້າ,”21 ໂຈ​ເຊັບຈຶ່ງ​ໄດ້​ອອກ​ໄປ​ອະ​ທິ​ຖານ.

“ຂ້າ​ພະ​ເຈົ້າ​ໄດ້​ຄຸ​ເຂົ່າ​ລົງ,” ເພິ່ນ​ໄດ້​ຂຽນ, “ແລະ ເລີ່ມ​​ຖວາຍ​ຄວາມ​ປາດ​ຖະ​ໜາ​ຈາກ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ຕໍ່​ພຣະ​ເຈົ້າ. …

“… ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ແສງ​ສະ​ຫວ່າງ​ເປັນ​ເລົາ​ລົງ​ມາ ຢູ່​ເທິງ​ຫົວ​ຂອງ​ຂ້າ​ພະ​ເຈົ້າ. …

“… ເມື່ອ​ແສງ​ນັ້ນ​ລົງ​ມາ​ເຖິງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສອງ​ພຣະ​ອົງ​ປະ​ທັບ​ຢືນ​ຢູ່​ໃນ​ອາ​ກາດ,​ ຊື່​ຫົວ​ຂອງ​ຂ້າ​ພະ​ເຈົ້າ. ອົງ​ໜຶ່ງ​ໄດ້​ຮັບ​ສັ່ງ​ກັບ​ຂ້າ​ພະ​ເຈົ້າ, ໂດຍ​ເອີ້ນ​ຊື່​ຂອງ​ຂ້າ​ພະ​ເຈົ້າ ແລະ ຊີ້​ພຣະ​ຫັດ​ໄປ​ຫາ​ອີກ​ອົງ​ໜຶ່ງ ແລະ ກ່າວ​ວ່າ—[ໂຈ​ເຊັບ,] ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ.ຈົ່ງ​ຟັງ​ທ່ານ!22

ເມື່ອ​ເຮົາ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ສາດ​ສະ​ດາ​ໂຈ​ເຊັບ ໃນ​ການສະ​ແຫວງ​​ຫາ​ພຣະ​ເຈົ້າ​ດ້ວຍ​ຄວາມ​ພາກ​ພຽນ, ແລ້ວ​ເຮົາ​ຈະ​ເຂົ້າ​ໃຈ ໃນ​ວິ​ທີ​ທີ່​ແທ້​ຈິງ, ດັ່ງ​ທີ່​ນາງ​ເຈັນ​ໄດ້​ເຂົ້າ​ໃຈ​, ວ່າ​ພຣະ​ບິ​ດາ​ຂອງ​ເຮົາ ຮູ້​ຈັກ​ເຮົາ​ຕາມ​ຊື່​ຂອງ​ເຮົາ, ວ່າເຮົາ​ເປັນ​ລູກ​ຂອງ​ພຣະ​ອົງ.

ຕໍ່​ແມ່​​ທັງ​ຫລາຍ, ໂດຍ​ສະ​ເພາະ​ແມ່​ໜຸ່ມ​, ຜູ້​ຮູ້​ສຶກ​​ໜັກ​ໃຈ ແລະ ​ຫຍຸ້ງ​ຍາກ​ ໃນ​ຂະ​ນະ​ທີ່​ພະ​ຍາ​ຍາມ​ລ້ຽງ​ດູ “​ລຸ້ນ​ທີ່​ສາ​ມາດ​ຕ້ານ​ທານ​ກັບ​ຄວາມ​ບາບ,”23 ​ຢ່າ​ປະ​ເມີນ​ບົດ​ບາດ​ຂອງ​ຕົວ​ເອງ​ຕ່ຳ​ເກີນ​ໄປ ໃນ​ແຜນ​ຂອງ​ພຣະ​ເຈົ້າ. ໃນ​ເວ​ລາ​ທີ່​ມີ​ຄວາມ​ກົດ​ດັນ​ນັ້ນ—ບາງ​ທີ ຕອນ​ທີ່​ທ່ານ​ແລ່ນ​ໄລ່​ຄຸບ​ລູກໆ ແລະ ກິ່ນ​ອາ​ຫານ​ທີ່​ກຳ​ລັງໄໝ້​ ຈາກ​ເຮືອນ​ຄົວ ບົ່ງ​ບອກ​ທ່ານ​ວ່າ ອາ​ຫານ​ຂອງ​ທ່ານ ກາຍ​ເປັນ​ອາ​ຫານ​ເຜົາ​ຖວາຍ​ແລ້ວ—ຂໍ​ໃຫ້​ຮູ້​ໄວ້​ວ່າ ພຣະ​ເຈົ້າ​ໄດ້​ຊຳ​​ລະ​ມື້​ທີ່​ຫຍຸ້ງ​ຍາກ​ຂອງ​ທ່ານ ໃຫ້​ສະ​ອາດ​ແລ້ວ.24 “ຢ່າ​ສູ່​ຢ້ານກົວ; ເພາະ​ເຮົາ​ຈະ​ຢູ່​ກັບ​ເຈົ້າ,”25 ​ພຣະ​ອົງ​ໄດ້​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ ແບບ​ສະ​ຫງົບ. ພວກ​ເຮົາ​ໃຫ້​ກຽດ​ທ່ານ ໃນ​ຂະ​ນະ​ທີ່​ທ່ານ​ເຮັດ​ໜ້າ​ທີ່ ດ້ວຍ​ຄວາມ​ຫວັງ ດັ່ງ​ທີ່ ຊິດ​ສະ​ເຕີ ໂຈຍ ດີ ໂຈນສ໌, ​ໄດ້​ກ່າວ​ວ່າ, “​ລູກໆ​ຂອງ​ເຮົາ ມີ​ສິດ​ທີ່​ຈະ​ເຂົ້າ​ໃຈ​ເອ​ກະ​ລັກ​ທີ່​ແທ້​ຈິງ​ຂອງ​ເຂົາ.”26

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ເຮົາ​ແຕ່​ລະ​ຄົນ ໃຫ້​ສະ​ແຫວງຫາ​ພຣະ​ເຈົ້າ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ. ປະ​ທານ​ແນວ​ສັນ ໄດ້​ຊີ້​ນຳວ່າ, “ບໍ່​ມີ​ຢູ່​ໃນບ່ອນ​ໃດ​ອີກ ທີ່​ຄວາມ​ຈິງ​ເຫລົ່າ​ນັ້ນ​ໄດ້​ຖືກ​ສອນ​ຢ່າງ​ແຈ່ມ​ແຈ້ງ ແລະ ມີ​ພະ​ລັງ​ຫລາຍ​ໄປ​ກວ່າ ທີ່​ຢູ່​ໃນ​ພຣະ​ຄຳ​ພີ​ມໍມອນ.”27 ຈົ່ງ​ເປີດ​ມັນ ແລະ ຮຽນ​ຮູ້​ວ່າ ພຣະ​ເຈົ້າ​ກະ​ທຳ “ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອຄວາມ​ຜາ​ສຸກ ແລະ ຄວາມ​ສຸກ​ສະ​ບາຍ [ຂອງ​ເຮົາ]”;28 ວ່າ​ພຣະ​ອົງມີ “ເມດ​ຕາ ແລະ ສຸ​ພາບ​ອ່ອນ​ໂຍນ, ຊັກຊ້າ​ທີ່​ຈະພຣະ​ພິ​ໂລດ​, ອົດ​ກັ້ນ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ດີ​ງາມ”;29 ແລະ ວ່າ “ທຸກ​ຄົນ​ເທົ່າ​ທຽມ​ກັນ​ໝົດ​ສຳ​ລັບ [ພຣະ​ອົງ].”30 ເມື່ອ​ທ່ານ​ຮູ້​ສຶກ​ເຈັບ​ປວດ, ສູນ​ເສຍ, ຢ້ານ​ກົວ, ໃຈ​ຮ້າຍ, ໂສກ​ເສົ້າ, ຫິວ​ໂຫຍ, ຫລື ຖືກ​ປະ​ຖິ້ມ​ຢ່າງ​ໝົດຫວັງ ໃນ​ລະ​ຫວ່າງ​ການ​ທົດ​ລອງ​ທີ່​ຫຍຸ້ງ​ຍາກ​ທີ່​ສຸດ ໃນ​ຊີ​ວິດ​ຂອງ​ທ່ານ31—ຈົ່ງ​ເປີດ​ພຣະ​ຄຳ​ພີ​ມໍ​ມອນ, ແລ້ວ​ທ່ານ​ຈະ​ຮູ້​ຈັກວ່າ “[ພຣະ​ເຈົ້າ] ຈະ​ບໍ່​ປະ​ຖິ້ມ​ເຮົາ. ພຣະ​ອົງ​ບໍ່​ເຄີຍ, ແລະ ຈະ​ບໍ່​ເຮັດ. ພຣະ​ອົງ​ເຮັດ​ບໍ່​ໄດ້. ມັນ​ບໍ່​ແມ່ນ​ຄຸນ​ສົມ​ບັດ​ຂອງ​ພຣະ​ອົງ [ທີ່​ຈະ​ເຮັດ​ແນວນັ້ນ].”32

ການ​ມາ​ຮູ້​ຈັກ​ພຣະ​ບິ​ດາ​ຂອງ​ເຮົາ ຈະ​ປ່ຽນ​ທຸກ​ສິ່ງ, ໂດຍ​ສະ​ເພາະ​ໃຈ​ຂອງ​ເຮົາ, ດັ່ງ​ທີ່​ພຣະ​ວິນ​ຍານ​ທີ່​ອ່ອນ​ໂຍນ​ຂອງ​ພຣະ​ອົງ​ໄດ້​ຢືນ​ຢັນ​ເອ​ກະ​ລັກ​ທີ່​ແທ້​ຈິງ​ຂອງ​ເຮົາ ແລະ ຄຸນ​ຄ່າ​ທີ່​ຍິ່ງ​ໃຫຍ່ ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ.33 ພຣະ​ເຈົ້າ​ດຳ​ເນີນ​ໄປ​ກັບ​ເຮົາ ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ໃນ​ຂະ​ນະ​ທີ່​ເຮົາ​ສະ​ແຫວງ​ຫາ​ພຣະ​ອົງ ຜ່ານ​ທາງ​ການ​ອະ​ທິ​ຖານ​ອ້ອນວອນ, ການ​ຄົ້ນ​ຄວ້າ​ພຣະ​ຄຳ​ພີ, ແລະ ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ເຊື່ອ​ຟັງ.

ຄຸນ​ສົມ​ບັດ​ທີ່​ດີ​ເລີດ​ຂອງ​ພຣະ​ເຈົ້າ—ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ

ຂ້າ​ພະ​ເຈົ້າ​ຮັກພຣະ​ເຈົ້າ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ຂ້າ​ພະ​ເຈົ້າ,34 “​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່,”35 ຜູ້​ໄດ້​ກັນ​ແສງ​ກັບ​ເຮົາ ຕອນ​ເຮົາ​ໂສກ​ເສົ້າ, ໄດ້​ຕີ​ສອນ​ເຮົາ​ດ້ວຍ​ຄວາມ​ອົດ​ທົນ ກັບ​ຄວາມບໍ່​ຊອບ​ທຳ​ຂອງ​ເຮົາ, ແລະ ປິ​ຕິ​ຍິນ​ດີ ເມື່ອ​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ “ປະ​ຖິ້ມ​ບາບ​ທັງ​ໝົດ [ຂອງ​ເຮົາ] ເພື່ອ​ຈະ​ໄດ້​ຮູ້​ຈັກ [ພຣະ​ອົງ].”36 ຂ້າ​ພະ​ເຈົ້າ​ນະ​ມັດ​ສະ​ການ​ພຣະ​ອົງ, ຜູ້​ເປັນ “ພຣະ​ບິ​ດາ​ຂອງ​ລູກ​ກຳ​ພ້າ”37 ແລະ ເປັນ​ເພື່ອນ ຂອງ​ຜູ້​ທີ່​ຂາດ​ເພື່ອນ. ດ້ວຍ​ຄວາມ​ກະ​ຕັນ​ຍູ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຂ້າ​ພະ​ເຈົ້າ​ຮູ້​ຈັກ​ພຣະ​ເຈົ້າ, ພຣະ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ, ແລະ ເປັນ​ພະ​ຍານ​ເຖິງຄວາມ​ດີ​ພ້ອມ​ທຸກ​ຢ່າງ, ເຖິງ​ທັດ​ສະ​ນະ, ແລະ “ລັກ​ສະ​ນະ​ທີ່​ດີ​ເລີດຂອງ [ພຣະ​ອົງ].”38

ວ່າ​ເຮົາ​ທຸກ​ຄົນ​ຈະ​ເຂົ້າ​ໃຈ​ແທ້ໆ ແລະ ທະ​ນຸ​ຖະ​ໜອມ “​ສິດ​ຂອງ​ການ​ເປັນ​ລູກ​ທີ່​ມີ​ກຽດ” ຂອງ​ເຮົາ39 ໃນ​ຖາ​ນະ​ທີ່​ເປັນ​ລູກ​ຂອງ​ພຣະ​ເຈົ້າ ໃນ​ການ​ມາ​ຮູ້​ຈັກ​ພຣະ​ອົງ, “ຜູ້​ເປັນ​ພຣະ​ເຈົ້າ​ທ່ຽງ​ແທ້​ແຕ່​ອົງ​ດຽວ, ແລະ ຮູ້​ຈັກ​ພຣະ​ເຢ​ຊູ​ຄຣິດ, ຜູ້​ທີ່​ພຣະ​ອົງ​ໃຊ້​ມາ”40 ຄື​ຄຳ​ອະ​ທິ​ຖານອັນ​ແຮງ​ກ້າຂອງ​ຂ້າ​ພະ​ເຈົ້າ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ 2018 Outline for Sharing Time: I Am a Child of God, lds.org/manual/primary.

  2. ເບິ່ງ “ເຮົາເປັນລູກຂອງພຣະເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ເລກທີ 64.

  3. ໂຣມ 8:16.

  4. Boyd K. Packer, “To Young Women and Men,” Ensign, May 1989, 54.

  5. Brigham Young, “Discourse,” Deseret News, Oct. 1, 1856, 235.

  6. ເບິ່ງ Moses 1:12–13; ເນັ້ນ​ຄຳ​ເນີ້ງ.

  7. ປະ​ຖົມ​ມະ​ການ 1:26.

  8. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” Liahona, May 2017, 145.

  9. ໂຈ​ເຊັບ ສະ​ມິດ ໄດ້​ກ່າວ​ວ່າ, “ມັນ​ແມ່ນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຂໍ້ທຳ​ອິດ ທີ່​ຮູ້​​ຢ່າງ​ແນ່ນອນ​ເຖິງ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ” (from the King Follett sermon, Apr. 7, 1844; in History of the Church, 6:305).

  10. ເບິ່ງ ແອວ​ມາ 36:3, 27.

  11. Russell M. Nelson, in Tad R. Callister, “Our Identity and Our Destiny” (Brigham Young University devotional, Aug. 14, 2012), 1, speeches.byu.edu.

  12. ຊື່​ຖືກ​ປ່ຽນ.

  13. Young Women Theme,” Young Women Personal Progress (2009), 3, PersonalProgress.lds.org.

  14. ເບິ່ງ 2 ນີ​ໄຟ 2; 6–9; ໂມ​ໄຊ​ຢາ 2–5; 14–16; ແອວ​ມາ 7; 34; 39–42; ຮີ​ລາ​ມັນ 14; 3 ນີ​ໄຟ 11; ໂມ​ໂຣ​ໄນ 7.

  15. ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ສອນ​ວ່າ, “ຖ້າ​ຫາກ​ມະ​ນຸດບໍ່​ເຂົ້າ​ໃຈ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ, ແລ້ວ​ເຂົາ​ກໍ​ບໍ່​ເຂົ້າ​ໃຈ​ຕົວ​ເຂົາ​ເອງ” (Teachings of Presidents of the Church: Joseph Smith [2007], 40).

  16. Russell M. Nelson, “The Book of Mormon: What Would Your Life Be Like without It? Liahona, Nov. 2017, 61.

  17. ເຮັບ​ເຣີ 1:3.

  18. ໂຢ​ຮັນ 5:19.

  19. ເບິ່ງ Jeffrey R. Holland, “The Grandeur of God,” Liahona, Nov. 2003, 70–73.

  20. Jeffrey R. Holland, “The Hands of the Fathers,” Liahona, July 1999, 19.

  21. ຢາໂກໂບ 1:5.

  22. Joseph Smith—History 1:15–17.

  23. Russell M. Nelson, “A Plea to My Sisters,” Liahona, Nov. 2015, 97.

  24. ເບິ່ງ “ພື້ນ​ໝັ້ນ​ຄົງ​ໜັກ​ໜາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ເລກ​ທີ 6.

  25. ເອຊາຢາ 41:10.

  26. Joy D. Jones, in Marianne Holman Prescott, “2018 Primary Theme ‘I Am a Child of God’ Teaches Children Their Divine Identity,” Church News section of LDS.org, Jan. 5, 2018, news.lds.org.

  27. Russell M. Nelson, “The Book of Mormon: What Would Your Life Be Like without It?” 61.

  28. ຮີ​ລາ​ມັນ 12:2; ເບິ່ງ 2 ນີ​ໄຟ 26:24 ນຳ​ອີກ.

  29. Lectures on Faith (1985), 42.

  30. 2 ນີ​ໄຟ 26:33.

  31. ຂ້າ​ພະ​ເຈົ້າ​ມັກ​ເລື່ອງ​ລາວ​ຂອງ​ຊາຍບຸກ​ເບີກ​ຄົນ​ໜຶ່ງ, ​ຊຶ່ງ​ຫລັງ​ຈາກ​ປະ​ສົບ​ການ​ຂອງ​ລາວ ທີ່ໄດ້​ເດີນ​ທາງ​ຂ້າມ​ທົ່ງ​ພຽງ​ມາ, ໄດ້​ເປັນ​ພະ​ຍານ​ວ່າ: “ພວກ​ເຮົາ​ໄດ້​ທົນ​ທຸກ​ເກີນກວ່າ​ທຸກ​ສິ່ງ ທີ່​ພວກ​ທ່ານ​ສາ​ມາດ​ວາດ​ພາບ​ໄດ້ ແລະ ຫລາຍ​ຄົນ​ກໍ​ໄດ້​ຕາຍ​ໄປ​ເພາະ​ຄວາມ​ຫິວ​ໂຫຍ, ແຕ່ບໍ່​ເຄີຍ​ໄດ້​ຍິນ​ຜູ້​ລອດ​ຕາຍ​ຄົນ​ໃດ​ໃນ​ກຸ່ມ ກ່າວ​ວິ​ຈານ​​ແມ່ນ​ແຕ່​ຄຳ​ດຽວເລີຍ? ບໍ່​ມີ​ຄົນ​ໃດ​ໃນ​ກຸ່ມນັ້ນ ປະ​ຖິ້ມ ຫລື ໜີ​ໄປຈາກ​ສາດ​ສະ​ໜາ​ຈັກ, ເພາະ​ເຮົາ​ທຸກ​ຄົນ​ໄດ້ຜ່ານ​ຜ່າ​ມາ​ດ້ວຍ​ຄວາມ​ຮູ້​ທີ່ສົມ​ບູນ ວ່າ​ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່ ເພາະ​ເຮົາ​ໄດ້ຮູ້​ຈັກ​ກັບ​ພຣະ​ອົງ ໃນ​ຄວາມ​ທຸກ​ຍາກ​ລຳ​ບາກ​ທີ່​ສຸດ​ຂອງ​ເຮົາ” (in David O. McKay, “Pioneer Women,” Relief Society Magazine, Jan. 1948, 8).

  32. George Q. Cannon, “Remarks,” Deseret Evening News, Mar. 7, 1891, 4.

  33. ເບິ່ງ Doctrine and Covenants 18:10.

  34. ເບິ່ງ ກິດ​ຈະ​ການ 5:30; 22:14; “God of Our Fathers, Whose Almighty Hand,” Hymns, no. 78.

  35. Moses 1:3; ເບິ່ງ ພຣະ​ນິ​ມິດ 15:3; 21:22–23; 3 ນີ​ໄຟ 4:32; Doctrine and Covenants 109:77; 121:4.

  36. ແອວມາ 22:18.

  37. ເພງ​ສັນ​ລະ​ເສີນ 68:5; ເບິ່ງ ຢາ​ໂກ​ໂບ 1:27 ນຳ​ອີກ.

  38. Lectures on Faith (1985), 42.

  39. “Carry On,” Hymns, no. 255.

  40. ໂຢຮັນ 17:3.