ພຣະ​ຄຳ​ພີ
3 ນີໄຟ 11


ພຣະ​ເຢຊູ​ຄຣິດ​ໄດ້​ມາ​ປະກົດ​ຕົວ​ແກ່​ຜູ້​ຄົນ​ຂອງ​ນີໄຟ ໃນ​ຂະນະ​ທີ່​ຝູງ​ຊົນ​ກຳ​ລັງ​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ, ແລະ ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ພວກ​ເຂົາ; ແລະ ໂດຍ​ວິ​ທີ​ນີ້​ພຣະ​ອົງ​ໄດ້​ປະກົດ​ແກ່​ພວກ​ເຂົາ.

ມີ​ຢູ່​ໃນ​ບົດ​ທີ 11 ຈົນ​ເຖິງ​ບົດ​ທີ 26.

ບົດ​ທີ 11

ພຣະ​ບິດາ​ໃຫ້​ຖ້ອຍ​ຄຳ​ເຖິງ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ—ພຣະ​ຄຣິດ​ມາ​ປະກົດ ແລະ ປະ​ກາດ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ—ຝູງ​ຊົນ​ໄດ້​ລູບ​ຄຳ​ຮອຍ​ຢູ່​ໃນ​ພຣະ​ຫັດ ແລະ ພຣະ​ບາດ ແລະ ຢູ່​ໃນ​ຂ້າງ​ຂອງ​ພຣະ​ອົງ—ພວກ​ເຂົາ​ຮ້ອງ​ໂຮ ໂຮ​ຊັນ​ນາ—ພຣະ​ອົງ​ຈັດ​ຕັ້ງ​ແບບ​ແຜນ​ບັບຕິ​ສະມາ—ວິນ​ຍານ​ແຫ່ງ​ການ​ຂັດ​ແຍ້ງ​ກັນ​ມາ​ຈາກ​ມານ—ຄຳ​ສອນ​ຂອງ​ພຣະ​ຄຣິດ​ຄື ມະນຸດ​ຄວນ​ເຊື່ອ ແລະ ຮັບ​ບັບຕິ​ສະມາ ແລະ ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ປະ​ມານ ຄ.ສ. 34.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມັນ​ໄດ້​ມີ​ຊາວ​ນີໄຟ​ເປັນ​ຈຳນວນ​ຫລວງ​ຫລາຍ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ອ້ອມ​ຮອບ​ບໍ​ລິ​ເວນ​ພຣະ​ວິຫານ ຊຶ່ງ​ຕັ້ງ​ຢູ່​ໃນ​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ; ແລະ ພວກ​ເຂົາ​ກຳ​ລັງ​ອັດ​ສະ​ຈັນ​ໃຈ ແລະ ງຶດ​ງໍ້​ກັນ​ຢູ່, ແລະ ກຳ​ລັງ​ບອກ​ກັນ​ເຖິງ​ຄວາມ​ປ່ຽນ​ແປງ ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ຊຶ່ງ​ໄດ້​ເກີດ​ຂຶ້ນ.

2 ແລະ ພວກ​ເຂົາ​ກຳ​ລັງ​ເວົ້າ​ເຖິງ​ພຣະ​ເຢຊູ​ຄຣິດນີ້​ຢູ່, ຜູ້​ຊຶ່ງ​ມີ ເຄື່ອງ​ໝາຍ​ໃຫ້​ໄວ້​ກ່ຽວ​ກັບ​ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ຂະນະ​ທີ່​ພວກ​ເຂົາ​ກຳ​ລັງ​ສົນ​ທະ​ນາ​ກັນ​ຢູ່​ນັ້ນ, ພວກ​ເຂົາ​ໄດ້​ຍິນ ສຽງ​ດັງ​ຂຶ້ນ​ຄື​ກັນ​ກັບ​ວ່າ ມັນ​ດັງ​ມາ​ຈາກ​ຟ້າ​ສະຫວັນ ແລະ ພວກ​ເຂົາ​ໄດ້​ກວາດ​ສາຍ​ຕາ​ໄປ​ຮອບໆ ເພາະ​ວ່າ​ພວກ​ເຂົາ​ບໍ່​ເຂົ້າ​ໃຈ​ສຽງ​ທີ່​ພວກ​ເຂົາ​ໄດ້​ຍິນ​ນັ້ນ​ເລີຍ, ແລະ ມັນ​ບໍ່​ແມ່ນ​ສຽງ​ໂຫດ​ຫ້ຽມ ແລະ ທັງ​ບໍ່​ແມ່ນ​ສຽງ​ດັງ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ແລະ ທັງໆ​ທີ່​ມັນ​ເປັນ​ສຽງ ເບົາ ປານ​ນັ້ນ​ມັນ​ກໍ​ຍັງ​ໄດ້​ສຽບ​ແທງ​ເຂົ້າ​ຈົນ​ເຖິງ​ກາງ​ໃຈ, ເຖິງ​ຂະ​ໜາດ​ທີ່​ບໍ່​ມີ​ສ່ວນ​ໃດ​ຂອງ​ຮ່າງ​ກາຍ​ຂອງ​ພວກ​ເຂົາ​ທີ່​ສຽງ​ນັ້ນ​ຈະ​ບໍ່​ເຮັດ​ໃຫ້​ສັ່ນ​ໄດ້; ແທ້​ຈິງ​ແລ້ວ, ມັນ​ໄດ້​ສຽບ​ແທງ​ພວກ​ເຂົາ​ຈົນ​ເຖິງ​ຮອດ​ຈິດ​ວິນ​ຍານ​ທຸກ​ສ່ວນ, ແລະ ໄດ້​ເຮັດ​ໃຫ້​ໃຈ​ຂອງ​ພວກ​ເຂົາ​ຮ້ອນ​ໄໝ້.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຍິນ​ສຽງ​ນັ້ນ​ອີກ, ແລະ ພວກ​ເຂົາ​ບໍ່​ເຂົ້າ​ໃຈ​ມັນ.

5 ແລະ ພວກ​ເຂົາ​ໄດ້​ຍິນ​ສຽງ​ນັ້ນ​ອີກ​ເປັນ​ເທື່ອ​ທີ​ສາມ, ແລະ ໄດ້​ງ່ຽງ​ຫູ​ຟັງ ແລະ ຕາ​ຂອງ​ພວກ​ເຂົາ​ຫລຽວ​ໄປ​ທາງ​ສຽງ​ນັ້ນ; ແລະ ພວກ​ເຂົາ​ໄດ້​ແນມ​ຂຶ້ນ​ຟ້າ​ສະຫວັນ, ເພາະ​ສຽງ​ດັງ​ມາ​ຈາກ​ບ່ອນ​ນັ້ນ.

6 ແລະ ຈົ່ງ​ເບິ່ງ, ເທື່ອ​ທີ​ສາມ​ພວກ​ເຂົາ​ຈຶ່ງ​ເຂົ້າ​ໃຈ​ສຽງ​ທີ່​ພວກ​ເຂົາ​ໄດ້​ຍິນ​ນັ້ນ; ແລະ ມັນ​ກ່າວ​ກັບ​ພວກ​ເຂົາ​ວ່າ:

7 ຈົ່ງ​ເບິ່ງ ບຸດ​ທີ່​ຮັກ​ຂອງ​ເຮົາ​ເຖີດ, ໃນ​ຜູ້​ເຮົາ​ພໍ​ໃຈ​ຫລາຍ, ໃນຜູ້​ທີ່​ສັນ​ລະ​ເສີນ​ພຣະ​ນາມ​ຂອງ​ເຮົາ—ຈົ່ງ​ຟັງ​ທ່ານ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ, ເມື່ອ​ພວກ​ເຂົາ​ເຂົ້າ​ໃຈ​ຄຳ​ເວົ້າ​ນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ກວາດ​ສາຍ​ຕາ​ຂຶ້ນ​ໄປ​ຟ້າ​ສະຫວັນ​ອີກ; ແລະ ຈົ່ງ​ເບິ່ງ, ພວກ​ເຂົາ ໄດ້​ເຫັນ​ຊາຍ​ຄົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ; ແລະ ພຣະ​ອົງ​ໄດ້​ສວມ​ເສື້ອ​ຄຸມ​ສີ​ຂາວ; ແລະ ພຣະ​ອົງ​ໄດ້​ລົງ​ມາ​ຢືນ​ຢູ່​ທ່າມ​ກາງ​ພວກ​ເຂົາ; ແລະ ຕາ​ຂອງ​ຝູງ​ຊົນ​ທັງ​ໝົດ​ຈົດ​ຈໍ່​ຢູ່​ທີ່​ພຣະ​ອົງ, ແລະ ພວກ​ເຂົາ​ບໍ່​ກ້າ​ທີ່​ຈະ​ເປີດ​ປາກ, ທັງ​ບໍ່​ກ້າ​ສື່ມ​ກັນ, ແລະ ບໍ່​ຮູ້​ວ່າ​ມັນ​ໝາຍ​ຄວາມ​ວ່າ​ແນວ​ໃດ ເພາະ​ພວກ​ເຂົາ​ຄິດ​ວ່າ ພຣະ​ອົງ​ເປັນ​ທູດ​ທີ່​ມາ​ປະກົດ​ຕໍ່​ພວກ​ເຂົາ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ອົງ​ໄດ້​ເດ່​ພຣະ​ຫັດ​ອອກ​ໄປ ແລະ ເວົ້າ​ກັບ​ຜູ້​ຄົນ, ມີ​ຄວາມ​ວ່າ:

10 ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ເຢຊູ​ຄຣິດ, ຜູ້​ທີ່​ສາດ​ສະ​ດາ​ໄດ້​ໃຫ້​ຖ້ອຍ​ຄຳ​ວ່າ​ຈະ​ມາ​ຍັງ​ໂລກ​ນີ້.

11 ແລະ ຈົ່ງ​ເບິ່ງ, ເຮົາ​ເປັນ ຄວາມ​ສະ​ຫວ່າງ ແລະ ຊີ​ວິດ​ຂອງ​ໂລກ; ແລະ ເຮົາ​ໄດ້​ດື່ມ​ຈາກ ຈອກ​ອັນ​ຂົມ​ຂື່ນ ຊຶ່ງພຣະ​ບິດາ​ໄດ້​ປະທານ​ໃຫ້​ເຮົາ​ແລ້ວ, ແລະ ຖວາຍ​ບາ​ລະ​ມີ​ພຣະ​ບິດາ​ໂດຍ ຮັບ​ເອົາ​ບາບ​ຂອງ​ໂລກ​ມາ​ໄວ້​ກັບ​ເຮົາ, ຊຶ່ງ​ໃນ​ເລື່ອງ​ນີ້ ເຮົາ​ໄດ້​ຍອມ​ປະ​ຕິ​ບັດ​ຕາມ ພຣະ​ປະສົງ​ຂອງ​ພຣະ​ບິດາ​ໃນ​ທຸກ​ສິ່ງ​ທຸກ​ຢ່າງ ຕັ້ງ​ແຕ່​ຕົ້ນ​ມາ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ເຢຊູ​ໄດ້​ກ່າວ​ຂໍ້​ຄວາມ​ນີ້​ແລ້ວ ຝູງ​ຊົນ​ທັງ​ໝົດ​ກໍ​ໄດ້​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ; ເພາະ​ພວກ​ເຂົາ​ຈື່​ໄດ້​ວ່າ ມັນ​ມີ ທຳ​ນາຍ​ໄວ້​ແລ້ວ​ໃນ​ບັນ​ດາ​ພວກ​ເຂົາ​ວ່າ ພຣະ​ຄຣິດ​ຈະ​ສະ​ເດັດ​ມາ​ຫາ​ພວກ​ເຂົາ​ດ້ວຍ​ຕົວ​ພຣະ​ອົງ​ເອງ ຫລັງ​ຈາກ​ທີ່​ພຣະ​ອົງ​ໄດ້​ສະ​ເດັດ​ຂຶ້ນ​ສະຫວັນ​ແລ້ວ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ພວກ​ເຂົາ​ມີ​ຄວາມ​ວ່າ:

14 ຈົ່ງ​ລຸກ​ຂຶ້ນ ແລະ ອອກ​ມາ​ຫາ​ເຮົາ​ເຖີດ, ເພື່ອ​ເຈົ້າ​ຈະ​ໄດ້ ເດ່​ມື​ມາ​ໃສ່​ຂ້າງ​ຂອງ​ເຮົາ, ແລະ ເພື່ອ​ເຈົ້າ​ຈະ​ໄດ້ ລູບ​ຄຳ​ຮອຍ​ຕະ​ປູ​ທີ່​ພຣະ​ຫັດ ແລະ ທີ່​ພຣະ​ບາດ​ຂອງ​ເຮົາ​ນຳ​ອີກ ເພື່ອ​ເຈົ້າ​ຈະ​ໄດ້​ຮູ້​ວ່າ ເຮົາ​ຄື ພຣະ​ເຈົ້າ​ຂອງ​ອິດສະ​ຣາເອນ ແລະ ພຣະ​ເຈົ້າ​ຂອງ​ທັງ ແຜ່ນ​ດິນ​ໂລກ, ແລະ ໄດ້​ຖືກ​ປະ​ຫານ​ເພື່ອ​ບາບ​ຂອງ​ໂລກ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຝູງ​ຊົນ​ໄດ້​ອອກ​ໄປ, ແລະ ໄດ້​ເດ່​ມື​ໄປ​ໃສ່​ຂ້າງ ແລະ ໄດ້​ລູບ​ຄຳ​ຮອຍ​ຕະ​ປູ​ທີ່​ພຣະ​ຫັດ ແລະ ພຣະ​ບາດ​ຂອງ​ພຣະ​ອົງ; ແລະ ພວກ​ເຂົາ​ໄດ້​ກະ​ທຳ​ສິ່ງ​ນີ້​ໂດຍ​ການ​ອອກ​ໄປ​ເທື່ອ​ລະ​ຄົນ ຈົນ​ວ່າ​ພວກ​ເຂົາ​ໝົດ​ທຸກ​ຄົນ​ໄດ້​ອອກ​ໄປ ແລະ ໄດ້​ເຫັນ​ດ້ວຍ​ຕາ​ຂອງ​ຕົນ​ເອງ, ແລະ ໄດ້​ລູບ​ຄຳ​ດ້ວຍ​ມື​ຂອງ​ຕົນ​ເອງ, ແລະ ໄດ້​ຮູ້​ເຖິງ​ຄວາມ​ແນ່​ນອນ​ນີ້ ແລະ ໄດ້​ເປັນ​ພະຍານ​ວ່າ ມັນ​ແມ່ນ​ພຣະ​ອົງ​ແທ້ໆ ຜູ້​ທີ່​ສາດ​ສະ​ດາ​ທັງ​ຫລາຍ​ໄດ້​ຂຽນ​ໄວ້​ວ່າ ຈະ​ສະ​ເດັດ​ມາ.

16 ແລະ ຫລັງ​ຈາກ​ທີ່​ພວກ​ເຂົາ​ທຸກ​ຄົນ​ໄດ້​ອອກ​ໄປ ແລະ ໄດ້​ເຫັນ​ດ້ວຍ​ຕາ​ຂອງ​ຕົນ​ເອງ​ແລ້ວ, ພວກ​ເຂົາ​ໄດ້​ຮ້ອງ​ອອກ​ມາ​ເປັນ​ສຽງ​ດຽວ​ກັນ, ມີ​ຄວາມ​ວ່າ:

17 ໂຮ​ຊັນ​ນາ! ຂໍ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຜູ້​ສູງ​ສຸດ​ຈົ່ງ​ພຣະ​ກະ​ເສີມ​ສຳ​ລານ​ເຖີດ! ແລ້ວ​ພວກ​ເຂົາ​ກໍ​ໄດ້​ກາບ​ລົງ​ແທບ​ພຣະ​ບາດ​ຂອງ​ພຣະ​ເຢຊູ ແລະ ໄດ້ ນະມັດ​ສະການ​ພຣະ​ອົງ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ອົງ​ໄດ້​ກ່າວ​ກັບ ນີໄຟ (ເພາະ​ວ່າ​ນີໄຟ​ກໍ​ໄດ້​ຢູ່​ໃນ​ບັນ​ດາ​ຝູງ​ຊົນ​ນັ້ນ) ແລະ ພຣະ​ອົງ​ໄດ້​ບັນ​ຊາ​ໃຫ້​ເພິ່ນ​ອອກ​ມາ.

19 ແລະ ນີໄຟ​ໄດ້​ລຸກ​ຂຶ້ນ ແລະ ອອກ​ໄປ, ແລະ ກາບ​ລົງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ຈູບ​ພຣະ​ບາດ​ຂອງ​ພຣະ​ອົງ.

20 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ໃຫ້​ນີໄຟ​ລຸກ​ຂຶ້ນ. ແລະ ເພິ່ນ​ກໍ​ໄດ້​ລຸກ​ຂຶ້ນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ.

21 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ: ເຮົາ​ມອບ ອຳນາດ​ແກ່​ເຈົ້າ​ເພື່ອ​ເຈົ້າ​ຈະ​ໄດ້​ໃຫ້ ບັບຕິ​ສະມາ​ແກ່​ຜູ້​ຄົນ​ພວກ​ນີ້ ເມື່ອ​ເຮົາ​ກັບ​ຂຶ້ນ​ສະຫວັນ​ອີກ.

22 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ຄົນ ອື່ນໆ​ມາ​ອີກ, ແລະ ໄດ້​ກ່າວ​ກັບ​ພວກ​ເພິ່ນ​ໃນ​ທຳ​ນອງ​ດຽວ​ກັນ; ແລະ ພຣະ​ອົງ​ໄດ້​ປະທານ​ອຳນາດ​ໃຫ້​ແກ່​ພວກ​ເພິ່ນ ເພື່ອ​ຈະ​ໄດ້​ໃຫ້​ບັບຕິ​ສະມາ​ຄົນ​ອື່ນ. ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ພວກ​ເພິ່ນ​ວ່າ: ພວກ​ເຈົ້າ​ຈົ່ງ​ໃຫ້​ບັບຕິ​ສະມາ​ຕາມ​ວິ​ທີ​ນີ້ ແລະ ມັນ​ຈະ ບໍ່​ມີ​ການ​ໂຕ້​ຖຽງ​ກັນ​ໃນ​ບັນ​ດາ​ພວກ​ເຈົ້າ.

23 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ຜູ້​ໃດ​ກໍ​ຕາມ​ທີ່​ກັບ​ໃຈ​ຈາກ​ບາບ​ຂອງ​ຕົນ​ຕາມ ຄຳ​ເວົ້າ​ຂອງ​ພວກ​ເຈົ້າ, ແລະ ປາດ​ຖະ​ໜາ​ທີ່​ຈະ​ຮັບ​ບັບຕິ​ສະມາ​ໃນ​ພຣະ​ນາມ​ຂອງ​ເຮົາ, ພວກ​ເຈົ້າ​ຈົ່ງ​ໃຫ້​ບັບຕິ​ສະມາ​ເຂົາ​ຕາມ​ວິ​ທີ​ນີ້—ຈົ່ງ​ເບິ່ງ, ເຈົ້າ​ຈົ່ງ​ລົງ​ໄປ ຢືນ​ຢູ່​ໃນ​ນ້ຳ, ແລະ ເຈົ້າ​ຈົ່ງ​ໃຫ້​ບັບຕິ​ສະມາ​ເຂົາ​ໃນ​ພຣະ​ນາມ​ຂອງ​ເຮົາ.

24 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ພວກ​ເຈົ້າ​ຈົ່ງ​ກ່າວ​ຄຳ​ເຫລົ່າ​ນີ້ ໂດຍ​ເອີ້ນ​ຊື່​ຂອງ​ເຂົາ, ກ່າວ​ວ່າ:

25 ໂດຍ​ໄດ້​ຮັບ ສິດ​ອຳນາດ​ມອບ​ໝາຍ​ຈາກ​ພຣະ​ເຢຊູ​ຄຣິດ, ຂ້າ​ພະ​ເຈົ້າ​ໃຫ້​ບັບຕິ​ສະມາ​ທ່ານ​ໃນ​ພຣະ​ນາມ​ຂອງ ພຣະ​ບິດາ, ແລະ ຂອງ​ພຣະ​ບຸດ, ແລະ ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ອາແມນ.

26 ແລະ ຫລັງ​ຈາກ​ນັ້ນ ໃຫ້​ພວກ​ເຈົ້າ ຈຸ່ມ​ເຂົາ​ລົງ​ໃນ​ນ້ຳ, ແລະ ຂຶ້ນ​ມາ​ຈາກ​ນ້ຳ​ອີກ.

27 ແລະ ຕາມ​ວິ​ທີ​ນີ້​ພວກ​ເຈົ້າ​ຈົ່ງ​ໃຫ້​ບັບຕິ​ສະມາ​ໃນ​ພຣະ​ນາມ​ຂອງ​ເຮົາ; ເພາະ​ຈົ່ງ​ເບິ່ງ, ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ວ່າ​ພຣະ​ບິດາ, ແລະ ພຣະ​ບຸດ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ ໜຶ່ງ; ແລະ ເຮົາ​ຢູ່​ໃນ​ພຣະ​ບິດາ, ແລະ ພຣະ​ບິດາ​ຢູ່​ໃນ​ເຮົາ, ແລະ ພຣະ​ບິດາ​ກັບ​ເຮົາ​ເປັນ​ໜຶ່ງ.

28 ແລະ ຕາມ​ທີ່​ເຮົາ​ສັ່ງ​ພວກ​ເຈົ້າ, ພວກ​ເຈົ້າ​ຈົ່ງ​ໃຫ້​ບັບຕິ​ສະມາ. ແລະ ມັນ​ຈະ​ບໍ່​ມີ​ການ​ໂຕ້​ຖຽງ​ກັນ​ໃນ​ບັນ​ດາ​ພວກ​ເຈົ້າ, ດັ່ງ​ທີ່​ເຄີຍ​ມີ​ມາ​ກ່ອນ; ທັງ​ຈະ ບໍ່​ມີ​ການ​ໂຕ້​ຖຽງ​ກັນ​ໃນ​ບັນ​ດາ​ພວກ​ເຈົ້າ​ກ່ຽວ​ກັບ​ຄຳ​ສອນ​ຂອງ​ເຮົາ ດັ່ງ​ທີ່​ເຄີຍ​ມີ​ມາ​ກ່ອນ​ນັ້ນ.

29 ເພາະ​ຕາມ​ຈິງ, ຕາມ​ຈິງ​ແລ້ວ​ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ຜູ້​ທີ່​ມີ ວິນ​ຍານ​ແຫ່ງ ການ​ຂັດ​ແຍ້ງ​ນັ້ນ​ບໍ່​ໄດ້​ມາ​ຈາກ​ເຮົາ, ແຕ່​ມາ​ຈາກ​ມານ, ຜູ້​ເປັນ​ບິດາ​ຂອງ​ການ​ຂັດ​ແຍ້ງ ແລະ ມັນ​ໄດ້​ຍຸ​ຍົງ​ໃຈ​ຂອງ​ມະນຸດ​ໃຫ້​ຂັດ​ແຍ້ງ​ກັນ​ດ້ວຍ​ຄວາມ​ຄຽດ​ແຄ້ນ.

30 ຈົ່ງ​ເບິ່ງ, ນີ້​ບໍ່​ແມ່ນ​ຄຳ​ສອນ​ຂອງ​ເຮົາ​ທີ່​ຈະ​ຍຸ​ຍົງ​ໃຈ​ຂອງ​ມະນຸດ​ໃຫ້​ມີ​ຄວາມ​ຄຽດ​ແຄ້ນ​ຕໍ່​ກັນ; ແຕ່​ນີ້​ເປັນ​ຄຳ​ສອນ​ຂອງ​ເຮົາ​ຄື ຄວນ​ໃຫ້​ເລື່ອງ​ເຊັ່ນ​ນັ້ນ​ໝົດ​ໄປ.

31 ຈົ່ງ​ເບິ່ງ, ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ເຮົາ​ຈະ​ປະ​ກາດ ຄຳ​ສອນ​ຂອງ​ເຮົາ​ກັບ​ພວກ​ເຈົ້າ.

32 ແລະ ນີ້​ຄື ຄຳ​ສອນ​ຂອງ​ເຮົາ, ແລະ ມັນ​ເປັນ​ຄຳ​ສອນ ຊຶ່ງພຣະ​ບິດາ​ໄດ້​ປະທານ​ໃຫ້​ແກ່​ເຮົາ, ແລະ ເຮົາ ເປັນ​ພະຍານ​ເຖິງ​ພຣະ​ບິດາ ແລະ ພຣະ​ບິດາ​ເປັນ​ພະຍານ​ເຖິງ​ເຮົາ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ພະຍານ​ເຖິງ​ພຣະ​ບິດາ ແລະ ເຖິງ​ເຮົາ, ແລະ ເຮົາ​ເປັນ​ພະຍານ​ວ່າ ພຣະ​ບິດາ​ໄດ້​ບັນ​ຊາ​ໃຫ້​ມະນຸດ​ທັງ​ປວງ​ຢູ່​ທຸກ​ຫົນ​ທຸກ​ແຫ່ງ​ກັບ​ໃຈ ແລະ ເຊື່ອ​ໃນ​ເຮົາ.

33 ແລະ ຜູ້​ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ເຮົາ, ແລະ ຮັບ ບັບຕິ​ສະມາ, ຜູ້​ນັ້ນ​ຈະ ລອດ; ແລະ ເຂົາ​ຈະ​ເປັນ​ຜູ້​ທີ່​ໄດ້​ຮັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ເປັນ ມູນ​ມໍ​ລະ​ດົກ.

34 ແລະ ຜູ້​ໃດ​ກໍ​ຕາມ​ທີ່​ບໍ່​ເຊື່ອ​ໃນ​ເຮົາ, ແລະ ບໍ່​ຮັບ​ບັບຕິ​ສະມາ, ຈະ​ຕ້ອງ​ອັບ​ປະ​ໂຫຍດ.

35 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ວ່າ​ນີ້​ຄື​ຄຳ​ສອນ​ຂອງ​ເຮົາ ແລະ ເຮົາ​ເປັນ​ພະຍານ​ເຖິງ​ມັນ ຊຶ່ງ​ມາ​ຈາກ​ພຣະ​ບິດາ; ແລະ ຜູ້​ໃດ​ກໍ​ຕາມ​ທີ່ ເຊື່ອ​ໃນ​ເຮົາ​ຍ່ອມ​ເຊື່ອ​ໃນ​ພຣະ​ບິດາ​ຄື​ກັນ; ແລະ ຕໍ່​ຜູ້​ນັ້ນ​ພຣະ​ບິດາ​ຈະ​ເປັນ​ພະຍານ​ເຖິງ​ເຮົາ, ເພາະ​ພຣະ​ອົງ​ຈະ​ສະ​ເດັດ​ມາ​ຢ້ຽມ​ຢາມ​ຜູ້​ນັ້ນ ດ້ວຍ​ໄຟ ແລະ ດ້ວຍ ພຣະ​ວິນ​ຍານ​ບໍ​ລິ​ສຸດ.

36 ແລະ ເມື່ອ​ນັ້ນ​ພຣະ​ບິດາ​ຈະ​ເປັນ​ພະຍານ​ເຖິງ​ເຮົາ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ເປັນ​ພະຍານ​ເຖິງ​ພຣະ​ບິດາ ແລະ ເຖິງ​ເຮົາ; ເພາະ​ວ່າ​ພຣະ​ບິດາ​ກັບ​ເຮົາ ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ໜຶ່ງ.

37 ແລະ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ອີກ, ພວກ​ເຈົ້າ​ຕ້ອງ​ກັບ​ໃຈ, ແລະ ກາຍ​ເປັນ​ເໝືອນ​ດັ່ງ​ເດັກ​ນ້ອຍ​ເສຍ​ກ່ອນ, ແລະ ຮັບ​ບັບຕິ​ສະມາ​ໃນ​ນາມ​ຂອງ​ເຮົາ, ຖ້າ​ບໍ່​ດັ່ງ​ນັ້ນ ພວກ​ເຈົ້າ​ຈະ​ບໍ່​ມີ​ທາງ​ທີ່​ຈະ​ໄດ້​ຮັບ​ສິ່ງ​ເຫລົ່າ​ນີ້​ໄດ້​ເລີຍ.

38 ແລະ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ອີກ, ພວກ​ເຈົ້າ​ຕ້ອງ​ກັບ​ໃຈ ແລະ ຮັບ​ບັບຕິ​ສະມາ​ໃນ​ນາມ​ຂອງ​ເຮົາ​ເສຍ​ກ່ອນ, ແລະ ກາຍ​ເປັນ​ເໝືອນ​ດັ່ງ​ເດັກ​ນ້ອຍ, ຖ້າ​ບໍ່​ດັ່ງ​ນັ້ນ ເຈົ້າ​ຈະ​ບໍ່​ມີ​ທາງ​ທີ່​ຈະ​ໄດ້​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ມາ​ເປັນ​ມູນ​ມໍ​ລະ​ດົກ​ໄດ້​ເລີຍ.

39 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ວ່າ​ນີ້​ຄື​ຄຳ​ສອນ​ຂອງ​ເຮົາ, ແລະ ຜູ້​ໃດ​ກໍ​ຕາມ​ທີ່ ສ້າງ​ຢູ່​ໃນ​ຄຳ​ສອນ​ນີ້​ຍ່ອມ​ສ້າງ​ຢູ່​ເທິງ​ດານ​ຫີນ​ຂອງ​ເຮົາ ແລະ ປະຕູ​ນະລົກ​ຈະ​ເອົາ​ຊະນະ​ເຂົາ​ບໍ່​ໄດ້.

40 ແລະ ຜູ້ໃດ​ກໍ​ຕາມ​ທີ່​ຈະ​ປະ​ກາດ​ຫລາຍ ຫລື ໜ້ອຍ​ໄປ​ກວ່າ​ນີ້, ແລະ ສະຖາ​ປະນາ​ມັນ​ຂຶ້ນ​ເປັນ​ຄຳ​ສອນ​ຂອງ​ເຮົາ ຜູ້​ນັ້ນ​ແຫລະ​ມາ​ຈາກ​ຄວາມ​ຊົ່ວ, ແລະ ບໍ່​ໄດ້​ສ້າງ​ຢູ່​ເທິງ​ດານ​ຫີນ​ຂອງ​ເຮົາ, ແຕ່​ເຂົາ​ໄດ້​ສ້າງ​ຢູ່​ໃນ​ຮາກ​ຖານ​ຂອງ ດິນ​ຊາຍ, ແລະ ປະຕູ​ນະລົກ​ຈະ​ເປີດ​ຮັບ​ຄົນ​ເຊັ່ນ​ນັ້ນ​ເມື່ອ​ນ້ຳ​ມາ​ຖ້ວມ ແລະ ລົມ​ພະ​ຍຸ​ພັດ​ຕີ.

41 ສະນັ້ນ, ຈົ່ງ​ອອກ​ໄປ​ຫາ​ຜູ້​ຄົນ​ພວກ​ນີ້​ເຖີດ ແລະ ປະ​ກາດ​ພຣະ​ຄຳ ຊຶ່ງ​ເຮົາ​ໄດ້​ກ່າວ​ໄປ​ນັ້ນ​ໃຫ້​ເຖິງ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ.