ພຣະ​ຄຳ​ພີ
3 ນີໄຟ 19


ບົດ​ທີ 19

ສາ​ນຸ​ສິດ​ສິບ​ສອງ​ຄົນ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ຝູງ​ຊົນ ແລະ ອະ​ທິ​ຖານ​ເພື່ອ​ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ—ພວກ​ເພິ່ນ​ໄດ້​ຮັບ​ບັບຕິ​ສະມາ ແລະ ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ໄດ້​ຮັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຈາກ​ເຫລົ່າ​ທູດ—ພຣະ​ເຢຊູ​ອະ​ທິ​ຖານ​ດ້ວຍ​ຖ້ອຍ​ຄຳ​ທີ່​ບໍ່​ສາ​ມາດ​ຂຽນ​ໄວ້​ໄດ້—ພຣະ​ອົງ​ຢັ້ງ​ຢືນ​ເຖິງ​ສັດທາ​ອັນ​ແຮງ​ກ້າ​ຂອງ​ຊາວ​ນີໄຟ​ເຫລົ່າ​ນີ້. ປະ​ມານ ຄ.ສ. 34.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ເຢຊູ​ໄດ້​ສະ​ເດັດ​ຂຶ້ນ​ສູ່​ສະຫວັນ​ແລ້ວ, ຝູງ​ຊົນ​ກໍ​ໄດ້​ແຍກ​ຍ້າຍ​ກັນ​ໄປ, ແລະ ທຸກ​ຄົນ​ກໍ​ໄດ້​ພາ​ເມຍ​ຂອງ​ຕົນ ແລະ ລູກ​ຂອງ​ຕົນ​ກັບ​ໄປ​ບ້ານ​ເຮືອນ​ຂອງ​ໃຜ​ລາວ.

2 ແລະ ມັນ​ໄດ້​ມີ​ຂ່າວ​ລື​ໂດຍ​ທັນ​ທີ​ໄປ​ທົ່ວ​ໃນ​ບັນ​ດາ​ຜູ້​ຄົນ​ກ່ອນ​ມັນ​ຈະ​ຄ່ຳ​ມືດ, ວ່າ​ພຣະ​ອົງ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ພວກ​ເຂົາ, ແລະ ວ່າ​ພຣະ​ອົງ​ຈະ​ມາ​ປະກົດ​ຕໍ່​ຝູງ​ຊົນ​ອີກ​ໃນ​ມື້​ອື່ນ.

3 ແທ້​ຈິງ​ແລ້ວ, ແລະ ຕະຫລອດ​ທັງ​ຄືນ​ມັນ​ໄດ້​ມີ​ສຽງ​ເວົ້າ​ກັນ​ໄປ​ທົ່ວ​ກ່ຽວ​ກັບ​ພຣະ​ເຢຊູ; ແລະ ພວກ​ເຂົາ​ໄດ້​ສົ່ງ​ຂ່າວ​ໄປ​ຍັງ​ຜູ້​ຄົນ​ຈົນ​ວ່າ​ຄົນ​ຢ່າງ​ຫລວງ​ຫລາຍ​ໄດ້​ຮູ້​ຈັກ, ແທ້​ຈິງ​ແລ້ວ, ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ໄດ້​ທຳ​ງານ​ຢ່າງ​ໜັກ​ຕະຫລອດ​ທັງ​ຄືນ, ເພື່ອ​ວ່າ​ໃນ​ມື້​ຕໍ່​ມາ ພວກ​ເຂົາ​ຈະ​ໄດ້​ມີ​ໜ້າ​ຢູ່​ບ່ອນ​ທີ່​ພຣະ​ເຢຊູ​ຈະ​ມາ​ປະກົດ​ຕົວ​ຕໍ່​ຝູງ​ຊົນ​ອີກ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ມື້​ຕໍ່​ມາ ຝູງ​ຊົນ​ກໍ​ໄດ້​ມາ​ລວມ​ກັນ​ຢູ່​ແລ້ວ, ຈົ່ງ​ເບິ່ງ, ນີໄຟ ແລະ ນ້ອງ​ຊາຍ​ຂອງ​ເພິ່ນ ຜູ້​ທີ່​ເພິ່ນ​ໄດ້​ໂຜດ​ຍົກ​ຂຶ້ນ​ຈາກ​ຕາຍ ຊື່​ວ່າ ຕີ​ໂມ​ທີ, ແລະ ລູກ​ຊາຍ​ຂອງ​ເພິ່ນ​ຊື່​ວ່າ​ໂຢ​ນາ, ແລະ ມາ​ໂທ​ໄນ​ກັບ​ນ້ອງ​ຊາຍ​ຂອງ​ເພິ່ນ​ຊື່​ວ່າ ມາ​ໂທ​ໄນ​ຮາ, ແລະ ຄູ​ເມັນ, ແລະ ຄູ​ເມັນ​ອອນ​ໄຮ, ແລະ ເຢເຣ​ມີຢາ, ແລະ ເຊັມ​ນັນ, ແລະ ໂຢ​ນາ, ແລະ ເຊ​ເດ​ກີ​ຢາ, ແລະ ເອຊາ​ຢາ—ທັງ​ໝົດ​ນີ້​ຄື​ຊື່​ຂອງ ສາ​ນຸ​ສິດ​ທີ່​ພຣະ​ເຢຊູ​ໄດ້​ເລືອກ​ໄວ້—​ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເພິ່ນ​ໄດ້​ອອກ​ໄປ​ຢືນ​ຢູ່​ເຄິ່ງ​ກາງ​ຝູງ​ຊົນ.

5 ແລະ ຈົ່ງ​ເບິ່ງ, ມັນ​ມີ​ຝູງ​ຊົນ​ຢ່າງ​ຫລວງ​ຫລາຍ​ຈົນ​ວ່າ​ພວກ​ເພິ່ນ​ຕ້ອງ​ໄດ້​ໃຫ້​ພວກ​ເຂົາ​ແຍກ​ອອກ​ເປັນ​ສິບ​ສອງ​ກຸ່ມ.

6 ແລະ ສາ​ນຸ​ສິດ​ສິບ​ສອງ​ຄົນ​ໄດ້​ສິດ​ສອນ​ຝູງ​ຊົນ; ແລະ ຈົ່ງ​ເບິ່ງ, ພວກ​ເພິ່ນ​ໄດ້​ໃຫ້​ຝູງ​ຊົນ​ຄຸ​ເຂົ່າ​ລົງ​ຢູ່​ກັບ​ພື້ນ​ດິນ ແລະ ອະ​ທິ​ຖານ​ຫາ​ພຣະ​ບິດາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ.

7 ແລະ ສາ​ນຸ​ສິດ​ກໍ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ບິດາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄື​ກັນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເພິ່ນ​ໄດ້​ລຸກ​ຂຶ້ນ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ຜູ້​ຄົນ.

8 ແລະ ເມື່ອ​ພວກ​ເພິ່ນ​ໄດ້​ສິດ​ສອນ​ຂໍ້​ຄວາມ​ດຽວ​ກັນ​ກັບ​ທີ່​ພຣະ​ເຢຊູ​ໄດ້​ກ່າວ ໂດຍ​ບໍ່​ຜິດ​ຈາກ​ພຣະ​ຄຳ​ທີ່​ພຣະ​ເຢຊູ​ໄດ້​ກ່າວ​ໄວ້​ເລີຍ ຈົ່ງ​ເບິ່ງ, ພວກ​ເພິ່ນ​ໄດ້​ຄຸ​ເຂົ່າ​ລົງ ແລະ ອະ​ທິ​ຖານ​ຫາ​ພຣະ​ບິດາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ.

9 ແລະ ພວກ​ເພິ່ນ​ໄດ້​ອະ​ທິ​ຖານ​ຂໍ​ສິ່ງ​ທີ່​ພວກ​ເພິ່ນ​ປາດ​ຖະ​ໜາ​ຫລາຍ​ທີ່​ສຸດ; ແລະ ພວກ​ເພິ່ນ​ປາດ​ຖະ​ໜາ​ຂໍ​ໃຫ້ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມາ​ສະ​ຖິດ​ຢູ່​ນຳ​ພວກ​ເພິ່ນ.

10 ແລະ ເມື່ອ​ພວກ​ເພິ່ນ​ອະ​ທິ​ຖານ​ແລ້ວ ພວກ​ເພິ່ນ​ຈຶ່ງ​ໄດ້​ລົງ​ໄປ​ຍັງ​ແຄມ​ແມ່​ນ້ຳ, ແລະ ຝູງ​ຊົນ​ໄດ້​ຕິດ​ຕາມ​ພວກ​ເພິ່ນ​ໄປ.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນີໄຟ​ໄດ້​ລົງ​ໄປ ໃນ​ນ້ຳ ແລະ ຮັບ​ບັບຕິ​ສະມາ.

12 ແລະ ເພິ່ນ​ໄດ້​ຂຶ້ນ​ມາ​ຈາກ​ນ້ຳ ແລະ ເລີ່ມ​ໃຫ້​ບັບຕິ​ສະມາ. ແລະ ເພິ່ນ​ໄດ້​ໃຫ້​ບັບຕິ​ສະມາ​ທຸກ​ຄົນ​ທີ່​ພຣະ​ເຢຊູ​ໄດ້​ເລືອກ​ໄວ້.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ເມື່ອ​ພວກ​ເພິ່ນ​ທຸກ​ຄົນ​ໄດ້​ຮັບ ບັບຕິ​ສະມາ ແລະ ຂຶ້ນ​ມາ​ຈາກ​ນ້ຳ​ແລ້ວ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ສະ​ເດັດ​ລົງ​ມາ​ເທິງ​ພວກ​ເພິ່ນ, ແລະ ພວກ​ເພິ່ນ​ໄດ້​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ດ້ວຍ​ໄຟ.

14 ແລະ ຈົ່ງ​ເບິ່ງ, ຄື​ກັນ​ກັບ​ວ່າ​ພວກ​ເພິ່ນ​ຖືກ ລ້ອມ​ໄວ້​ດ້ວຍ​ໄຟ; ແລະ ມັນ​ໄດ້​ລົງ​ມາ​ຈາກ​ສະຫວັນ, ແລະ ຝູງ​ຊົນ​ໄດ້​ເຫັນ​ກັບ​ຕາ​ຂອງ​ຕົນ​ເອງ, ແລະ ໄດ້​ເປັນ​ພະຍານ​ເຖິງ​ເລື່ອງ​ນີ້ ແລະ ເຫລົ່າ​ທູດ​ໄດ້​ລົງ​ມາ​ຈາກ​ສະຫວັນ ແລະ ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ພວກ​ເພິ່ນ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ຂະນະ​ທີ່​ເຫລົ່າ​ທູດ​ກຳ​ລັງ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ສາ​ນຸ​ສິດ​ຢູ່​ນັ້ນ, ຈົ່ງ​ເບິ່ງ, ພຣະ​ເຢຊູ​ໄດ້​ສະ​ເດັດ​ລົງ​ມາ ແລະ ປະ​ທັບ​ຢືນ​ຢູ່​ເຄິ່ງ​ກາງ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ພວກ​ເພິ່ນ.

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ອົງ​ໄດ້​ກ່າວ​ກັບ​ຝູງ​ຊົນ, ແລະ ບັນ​ຊາ​ໃຫ້​ພວກ​ເຂົາ​ຄຸ​ເຂົ່າ​ລົງ​ຢູ່​ກັບ​ພື້ນ​ດິນ​ອີກ, ແລະ ບັນ​ຊາ​ໃຫ້​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ຄຸ​ເຂົ່າ​ລົງ​ຢູ່​ກັບ​ພື້ນ​ດິນ​ຄື​ກັນ.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ທຸກ​ຄົນ​ໄດ້​ຄຸ​ເຂົ່າ​ລົງ​ຢູ່​ກັບ​ພື້ນ​ດິນ​ແລ້ວ ພຣະ​ອົງ​ໄດ້​ບັນ​ຊາ​ໃຫ້​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ອະ​ທິ​ຖານ.

18 ແລະ ຈົ່ງ​ເບິ່ງ, ພວກ​ເພິ່ນ​ເລີ່ມ​ອະ​ທິ​ຖານ; ແລະ ພວກ​ເພິ່ນ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ເຢຊູ, ເອີ້ນ​ພຣະ​ອົງ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ເຈົ້າ​ຂອງ​ພວກ​ເພິ່ນ.

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ເຢຊູ​ໄດ້​ສະ​ເດັດ​ອອກ​ໄປ​ຈາກ​ວົງ​ລ້ອມ​ຂອງ​ພວກ​ເພິ່ນ ແລະ ໄດ້​ສະ​ເດັດ​ອອກ​ໄປ​ຫ່າງ​ຈາກ​ພວກ​ເພິ່ນ​ເລັກ​ໜ້ອຍ ແລະ ກົ້ມ​ຂາບ​ລົງ​ຢູ່​ກັບ​ພື້ນ​ດິນ, ແລະ ພຣະ​ອົງ​ໄດ້​ກ່າວ​ວ່າ:

20 ພຣະ​ບິດາ​ເອີຍ, ຂ້າ​ນ້ອຍ​ຂໍ​ຂອບ​ພຣະ​ໄທ​ທີ່​ພຣະ​ອົງ​ໄດ້​ປະທານ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ແກ່​ຄົນ​ເຫລົ່າ​ນີ້ ຊຶ່ງ​ຂ້າ​ນ້ອຍ​ເລືອກ​ໄວ້; ແລະ ເປັນ​ຍ້ອນ​ສັດທາ​ຂອງ​ພວກ​ເຂົາ​ທີ່​ມີ​ໃນ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ຈຶ່ງ​ໄດ້​ເລືອກ​ພວກ​ເຂົາ​ຈາກ​ໂລກ.

21 ພຣະ​ບິດາ​ເອີຍ, ຂ້າ​ນ້ອຍ​ຂໍ​ວິງ​ວອນ​ຂໍ​ພຣະ​ອົງ​ປະທານ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ແກ່​ທຸກ​ຄົນ​ທີ່​ຈະ​ເຊື່ອ​ໃນ​ຄຳ​ເວົ້າ​ຂອງ​ພວກ​ເຂົາ.

22 ພຣະ​ບິດາ​ເອີຍ, ພຣະ​ອົງ​ໄດ້​ປະທານ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ແກ່​ພວກ​ເຂົາ ເພາະ​ພວກ​ເຂົາ​ເຊື່ອ​ໃນ​ຂ້າ​ນ້ອຍ; ແລະ ພຣະ​ອົງ​ເຫັນ​ວ່າ ພວກ​ເຂົາ​ເຊື່ອ​ໃນ​ຂ້າ​ນ້ອຍ​ກໍ​ເພາະ​ວ່າ​ພຣະ​ອົງ​ໄດ້​ຍິນ​ພວກ​ເຂົາ, ແລະ ພວກ​ເຂົາ​ອະ​ທິ​ຖານ​ຫາ​ຂ້າ​ນ້ອຍ; ແລະ ພວກ​ເຂົາ​ອະ​ທິ​ຖານ​ຫາ​ຂ້າ​ນ້ອຍ​ເພາະ​ຂ້າ​ນ້ອຍ​ຢູ່​ກັບ​ພວກ​ເຂົາ.

23 ແລະ ບັດ​ນີ້​ພຣະ​ບິດາ​ເອີຍ, ຂ້າ​ນ້ອຍ​ອະ​ທິ​ຖານ​ຫາ​ພຣະ​ອົງ​ເພື່ອ​ພວກ​ເຂົາ, ແລະ ເພື່ອ​ທຸກ​ຄົນ​ທີ່​ຈະ​ເຊື່ອ​ໃນ​ຄຳ​ເວົ້າ​ຂອງ​ພວກ​ເຂົາ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ເຊື່ອ​ໃນ​ຂ້າ​ນ້ອຍ, ເພື່ອ​ຂ້າ​ນ້ອຍ​ຈະ​ໄດ້​ຢູ່​ໃນ​ພວກ​ເຂົາ ດັ່ງ​ພຣະ​ອົງ​ຢູ່​ໃນ​ຂ້າ​ນ້ອຍ, ເພື່ອ​ພວກ​ເຮົາ​ຈະ​ໄດ້​ເປັນ ໜຶ່ງ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ເຢຊູ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ບິດາ​ດັ່ງ​ນັ້ນ​ແລ້ວ, ພຣະ​ອົງ​ໄດ້​ສະ​ເດັດ​ໄປ​ຫາ​ສາ​ນຸ​ສິດ​ຂອງ​ພຣະ​ອົງ, ແລະ ຈົ່ງ​ເບິ່ງ, ພວກ​ເພິ່ນ​ຍັງ​ອະ​ທິ​ຖານ​ຫາ​ພຣະ​ອົງ​ຢູ່​ໂດຍ​ບໍ່​ຢຸດ​ຢັ້ງ; ແລະ ພວກ​ເພິ່ນ​ບໍ່​ໄດ້ ເວົ້າ​ຊ້ຳ​ຄຳ​ເກົ່າ, ເພາະ​ວ່າ​ພວກ​ເພິ່ນ​ໄດ້​ຮັບ​ມາ​ແລ້ວ​ວ່າ​ພວກ​ເພິ່ນ​ຄວນ ອະ​ທິ​ຖານ​ແບບ​ໃດ, ແລະ ພວກ​ເພິ່ນ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ປາດ​ຖະ​ໜາ.

25 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ເຢຊູ​ໄດ້​ປະທານ​ພອນ​ໃຫ້​ແກ່​ພວກ​ເພິ່ນ​ໃນ​ຂະນະ​ທີ່​ພວກ​ເພິ່ນ​ກຳ​ລັງ​ອະ​ທິ​ຖານ​ຫາ​ພຣະ​ອົງ​ຢູ່​ນັ້ນ, ແລະ ພຣະ​ອົງ​ໄດ້​ຍິ້ມ​ໃສ່​ພວກ​ເພິ່ນ, ແລະ ຄວາມ​ສະ​ຫວ່າງ​ໃນ ພຣະ​ພັກ​ຂອງ​ພຣະ​ອົງ​ໄດ້​ສ່ອງ​ໃສ່​ພວກ​ເພິ່ນ, ແລະ ຈົ່ງ​ເບິ່ງ ພວກ​ເພິ່ນ ຂາວ​ຄື​ກັນ​ກັບ​ພຣະ​ພັກ ແລະ ອາ​ພອນ​ຂອງ​ພຣະ​ເຢຊູ; ແລະ ຈົ່ງ​ເບິ່ງ ຄວາມ​ຂາວ​ນັ້ນ​ຍິ່ງ​ກວ່າ​ຄວາມ​ຂາວ​ທັງ​ປວງ, ແທ້​ຈິງ​ແລ້ວ, ບໍ່​ມີ​ສິ່ງ​ໃດ​ໃນ​ແຜ່ນ​ດິນ​ໂລກ​ທີ່​ຈະ​ຂາວ​ເທົ່າ​ກັບ​ຄວາມ​ຂາວ​ນັ້ນ.

26 ແລະ ພຣະ​ເຢຊູ​ໄດ້​ກ່າວ​ກັບ​ພວກ​ເພິ່ນ​ວ່າ: ຈົ່ງ​ອະ​ທິ​ຖານ​ຕໍ່​ໄປ​ເຖີດ; ແຕ່​ເຖິງ​ປານ​ນັ້ນ​ພວກ​ເພິ່ນ​ກໍ​ບໍ່​ໄດ້​ຢຸດ​ອະ​ທິ​ຖານ​ເລີຍ.

27 ແລະ ພຣະ​ອົງ​ໄດ້​ຫັນ​ໄປ​ຈາກ​ພວກ​ເພິ່ນ​ອີກ, ແລະ ໄດ້​ສະ​ເດັດ​ອອກ​ໄປ​ຫ່າງ​ຈາກ​ພວກ​ເພິ່ນ​ເລັກ​ໜ້ອຍ; ແລະ ກົ້ມ​ຂາບ​ລົງ​ຢູ່​ກັບ​ພື້ນ​ດິນ; ແລະ ພຣະ​ອົງ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ບິດາ​ອີກ, ມີ​ຄວາມ​ວ່າ:

28 ພຣະ​ບິດາ​ເອີຍ, ຂ້າ​ນ້ອຍ​ຂໍ​ຂອບ​ພຣະ​ໄທ​ພຣະ​ອົງ​ທີ່​ພຣະ​ອົງ​ກະ​ທຳ​ໃຫ້​ຜູ້​ຄົນ​ທີ່​ຂ້າ​ນ້ອຍ​ເລືອກ​ໄວ້ ບໍ​ລິ​ສຸດ, ເພາະ​ສັດທາ​ຂອງ​ພວກ​ເຂົາ, ແລະ ຂ້າ​ນ້ອຍ​ອະ​ທິ​ຖານ​ເພື່ອ​ພວກ​ເຂົາ, ແລະ ເພື່ອ​ທຸກ​ຄົນ​ທີ່​ເຊື່ອ​ຄຳ​ຂອງ​ພວກ​ເຂົາ​ນຳ​ອີກ, ເພື່ອ​ພວກ​ເຂົາ​ຈະ​ຖືກ​ເຮັດ​ໃຫ້​ບໍ​ລິ​ສຸດ​ໃນ​ຂ້າ​ນ້ອຍ, ໂດຍ​ທາງ​ສັດທາ​ໃນ​ຄຳ​ຂອງ​ພວກ​ເຂົາ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ບໍ​ລິ​ສຸດ​ໃນ​ຂ້າ​ນ້ອຍ.

29 ພຣະ​ບິດາ​ເອີຍ, ຂ້າ​ນ້ອຍ​ບໍ່​ໄດ້​ອະ​ທິ​ຖານ​ເພື່ອ​ໂລກ, ແຕ່​ເພື່ອ​ຄົນ​ເຫລົ່າ​ນັ້ນ​ທີ່​ພຣະ​ອົງ​ໄດ້​ປະທານ​ໃຫ້​ແກ່​ຂ້າ​ນ້ອຍ ຈາກ​ໂລກ​ເພາະ​ສັດທາ​ຂອງ​ພວກ​ເຂົາ, ເພື່ອ​ພວກ​ເຂົາ​ຈະ​ຖືກ​ເຮັດ​ໃຫ້​ບໍ​ລິ​ສຸດ​ໃນ​ຂ້າ​ນ້ອຍ, ເພື່ອ​ຂ້າ​ນ້ອຍ​ຈະ​ໄດ້​ຢູ່​ໃນ​ພວກ​ເຂົາ​ຄື​ກັນ​ກັບ​ພຣະ​ບິດາ​ຢູ່​ໃນ​ຂ້າ​ນ້ອຍ, ເພື່ອ​ພວກ​ເຮົາ​ຈະ​ໄດ້​ເປັນ​ໜຶ່ງ, ພື່ອ​ຂ້າ​ນ້ອຍ​ຈະ​ໄດ້​ຮັບ​ບາ​ລະ​ມີ​ໃນ​ພວກ​ເຂົາ.

30 ແລະ ເມື່ອ​ພຣະ​ເຢຊູ​ໄດ້​ກ່າວ​ຂໍ້​ຄວາມ​ເຫລົ່າ​ນີ້​ແລ້ວ ພຣະ​ອົງ​ໄດ້​ສະ​ເດັດ​ມາ​ຫາ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ອີກ; ແລະ ຈົ່ງ​ເບິ່ງ ພວກ​ເພິ່ນ​ຍັງ​ອະ​ທິ​ຖານ​ຫາ​ພຣະ​ອົງ​ຢູ່​ຢ່າງ​ຕັ້ງ​ອົກ​ຕັ້ງ​ໃຈ​ໂດຍ​ບໍ່​ຢຸດ​ຢັ້ງ; ແລະ ພຣະ​ອົງ​ໄດ້​ຍິ້ມ​ໃສ່​ພວກ​ເພິ່ນ​ອີກ; ແລະ ຈົ່ງ​ເບິ່ງ ພວກ​ເພິ່ນ ຂາວ​ເໝືອນ​ດັ່ງ​ພຣະ​ເຢຊູ.

31 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ອົງ​ໄດ້​ສະ​ເດັດ​ອອກ​ໄປ​ຫ່າງ​ຈາກ​ພວກ​ເພິ່ນ​ເລັກ​ໜ້ອຍ​ອີກ ແລະ ໄດ້​ອະ​ທິ​ຖານ​ຫາ​ພຣະ​ບິດາ;

32 ແລະ ລີ້ນ​ບໍ່​ສາ​ມາດ​ກ່າວ​ພຣະ​ຄຳ​ທີ່​ພຣະ​ອົງ​ອະ​ທິ​ຖານ​ນັ້ນ​ໄດ້, ທັງ​ມະນຸດ​ບໍ່​ສາ​ມາດ ຂຽນ​ຂໍ້​ຄວາມ​ທີ່​ພຣະ​ອົງ​ອະ​ທິ​ຖານ​ນັ້ນ​ໄດ້.

33 ແລະ ຝູງ​ຊົນ​ໄດ້​ຍິນ ແລະ ໄດ້​ເປັນ​ພະຍານ; ແລະ ໃຈ​ຂອງ​ພວກ​ເຂົາ​ເປີດ​ອອກ ແລະ ພວກ​ເຂົາ​ເຂົ້າ​ໃຈ​ສິ່ງ​ທີ່​ພຣະ​ອົງ​ໄດ້​ອະ​ທິ​ຖານ​ໃນ​ໃຈ​ຂອງ​ພວກ​ເຂົາ.

34 ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ຄຳ​ຊຶ່ງ​ພຣະ​ອົງ​ໄດ້​ກ່າວ​ອອກ​ມາ​ນັ້ນ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ຫລາຍ​ຈົນ​ຂຽນ​ມັນ​ໄວ້​ບໍ່​ໄດ້, ທັງ​ມະນຸດ​ຈະ ເອີ່ຍ​ບໍ່​ໄດ້.

35 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ເຢຊູ​ຈົບ​ການ​ອະ​ທິ​ຖານ​ແລ້ວ, ແລະ ພຣະ​ອົງ​ໄດ້​ສະ​ເດັດ​ມາ​ຫາ​ສາ​ນຸ​ສິດ​ອີກ, ແລະ ໄດ້​ກ່າວ​ກັບ​ພວກ​ເພິ່ນ​ວ່າ: ເຮົາ​ບໍ່​ເຄີຍ​ເຫັນ ສັດທາ​ອັນ​ແຮງ​ກ້າ​ເຊັ່ນ​ນີ້​ໃນ​ບັນ​ດາ​ຊາວ​ຢິວ​ເລີຍ; ດັ່ງ​ນັ້ນ​ເຮົາ​ຈຶ່ງ​ສະແດງ​ສິ່ງ​ມະຫັດ​ສະຈັນ​ອັນ​ຍິ່ງ​ໃຫຍ່​ເຊັ່ນ​ນີ້​ກັບ​ພວກ​ເຂົາ​ບໍ່​ໄດ້, ເພາະ​ຄວາມ ບໍ່​ເຊື່ອ​ຖື​ຂອງ​ພວກ​ເຂົາ.

36 ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ, ບໍ່​ມີ​ຜູ້​ໃດ​ເລີຍ​ໃນ​ບັນ​ດາ​ຊາວ​ຢິວ​ທີ່​ເຄີຍ​ເຫັນ​ສິ່ງ​ອັນ​ຍິ່ງ​ໃຫຍ່​ດັ່ງ​ທີ່​ເຈົ້າ​ໄດ້​ເຫັນ​ມາ​ນີ້; ທັງ​ພວກ​ເຂົາ​ບໍ່​ເຄີຍ​ໄດ້​ຍິນ​ເລື່ອງ​ທີ່​ຍິ່ງ​ໃຫຍ່​ເຊັ່ນ​ນີ້​ດັ່ງ​ທີ່​ເຈົ້າ​ໄດ້​ຍິນ.