ພຣະ​ຄຳ​ພີ
3 ນີໄຟ 22


ບົດ​ທີ 22

ເມືອງ​ຊີໂອນ ແລະ ຫລັກ​ຂອງ​ມັນ​ຈະ​ຖືກ​ສະຖາ​ປະນາ​ຂຶ້ນ​ໃນ​ຍຸກ​ສຸດ​ທ້າຍ, ແລະ ຊາວ​ອິດສະ​ຣາເອນ​ຈະ​ຖືກ​ເຕົ້າ​ໂຮມ​ເຂົ້າ​ກັນ​ໃນ​ຄວາມ​ເມດ​ຕາ ແລະ ຄວາມ​ອ່ອນ​ໂຍນ—ພວກ​ເຂົາ​ຈະ​ໄຊ​ຊະນະ—ປຽບ​ທຽບ​ກັບ ເອຊາ​ຢາ 54. ປະ​ມານ ຄ.ສ. 34.

1 ແລະ ເມື່ອ​ນັ້ນ​ສິ່ງ​ທີ່​ມີ​ຂຽນ​ໄວ້​ຈະ​ເກີດ​ຂຶ້ນ: ຈົ່ງ​ຮ້ອງ​ລຳ​ທຳ​ເພງ​ເຖີດ, ໂອ້ ເຈົ້າ​ຜູ້​ເປັນ​ເໝືອນ​ຍິງ​ໝັນ; ຈົ່ງ ຮ້ອງ​ລຳ​ທຳ​ເພງ ແລະ ມ່ວນ​ຊື່ນ​ເຖີດ, ເຈົ້າ​ຜູ້​ບໍ່​ເຄີຍ​ເຈັບ​ທ້ອງ​ອອກ​ລູກ​ເອີຍ; ເພາະ​ວ່າ​ເຈົ້າ​ຈະ​ມີ​ລູກ​ຫລາຍ​ກວ່າ​ຍິງ​ທີ່​ມີ​ຜົວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

2 ຈົ່ງ​ເຮັດ​ຜ້າ​ເຕັ້ນ​ຂອງ​ເຈົ້າ​ໃຫ້​ກວ້າງ​ຂວາງ, ແລະ ຕໍ່​ເຊືອກ​ຜ້າ​ເຕັ້ນ​ຂອງ​ເຈົ້າ​ໃຫ້​ຍາວ; ແລະ ສຽບ ຫລັກ​ຂອງ​ເຈົ້າ​ໃຫ້​ແໜ້ນ;

3 ເພາະ​ເຈົ້າ​ຈະ​ຂະ​ຫຍາຍ​ເຂດ​ອອກ​ໄປ​ທາງ​ມື​ຂວາ ແລະ ຊ້າຍ, ແລະ ຜູ້​ຄົນ​ຂອງ​ເຈົ້າ​ໄດ້ ຄົນ​ຕ່າງ​ຊາດ​ມາ​ເປັນ​ມໍ​ລະ​ດົກ ແລະ ເຮັດ​ໃຫ້​ເມືອງ​ຮົກ​ຮ້າງ​ເປັນ​ບ່ອນ​ອາ​ໄສ.

4 ຢ່າ​ສູ່​ຢ້ານ, ເຈົ້າ​ຈະ​ບໍ່​ອາຍ; ທັງ​ເຈົ້າ​ຈະ​ບໍ່​ຈຳ​ນົນ, ເພາະ​ເຈົ້າ​ຈະ​ບໍ່​ຖືກ​ເຮັດ​ໃຫ້ ອາຍ; ເຈົ້າ​ຈະ​ລືມ​ຄວາມ​ອາຍ​ໃນ​ໄວ​ເຍົາ​ຂອງ​ເຈົ້າ, ແລະ ຈະ​ບໍ່​ຈື່​ຈຳ​ຄວາມ​ຕຳ​ນິ​ໃນ​ຄາວ​ໄວ​ເຍົາ​ຂອງ​ເຈົ້າ, ແລະ ຈະ​ບໍ່​ຈື່​ຈຳ​ຄວາມ​ຕຳ​ນິ​ຂອງ​ຄວາມ​ເປັນ​ໝ້າຍ​ຂອງ​ເຈົ້າ​ອີກ​ຕໍ່​ໄປ.

5 ເພາະ​ຜູ້​ສ້າງ​ຂອງ​ເຈົ້າ, ສາ​ມີ​ຂອງ​ເຈົ້າ, ຈອມ​ໂຍທາ​ຄື​ພຣະ​ນາມ​ຂອງ​ພຣະ​ອົງ; ແລະ ພຣະ​ຜູ້​ໄຖ່​ຂອງ​ເຈົ້າ, ແລະ ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ—ພຣະ​ອົງ​ຈະ​ຖືກ​ເອີ້ນ​ວ່າ ພຣະ​ເຈົ້າ​ຂອງ​ທັງ​ແຜ່ນ​ດິນ​ໂລກ.

6 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ເຈົ້າ​ເປັນ​ເໝືອນ​ເມຍ​ສາວ​ທີ່​ຖືກ​ຜົວ​ປະ​ຖິ້ມ ແລະ ມີ​ວິນ​ຍານ​ໂສກ​ເສົ້າ, ແລະ ເປັນ​ເມຍ​ສາວ​ຄາວ​ເຈົ້າ​ເປັນ​ໝ້າຍ, ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ​ກ່າວ.

7 ເຮົາ​ໄດ້​ປະ​ຖິ້ມ​ເຈົ້າ​ພຽງ​ແຕ່​ໄລ​ຍະ​ຊົ່ວ​ຄາວ, ແຕ່​ເຮົາ​ຈະ​ເອົາ​ເຈົ້າ​ຄືນ​ດ້ວຍ​ຄວາມ​ຮັກ​ອັນ​ສຸດ​ຊຶ້ງ.

8 ໃນ​ຄວາມ​ໂມ​ໂຫ​ຮ້າຍ​ເລັກ​ໜ້ອຍ ເຮົາ​ໄດ້​ເຊື່ອງ​ໜ້າ​ເຮົາ​ຈາກ​ເຈົ້າ​ຊົ່ວ​ຄາວ, ແຕ່​ດ້ວຍ​ຄວາມ​ກະ​ລຸ​ນາ​ອັນ​ເປັນ​ນິດ ເຮົາ​ຈະ​ມີ ເມດ​ຕາ​ຕໍ່​ເຈົ້າ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ຜູ້​ໄຖ່​ຂອງ​ເຈົ້າ​ໄດ້​ກ່າວ.

9 ເພາະ ການ​ນີ້, ເໝືອນ ຜືນ​ນ້ຳ​ແຫ່ງ​ໂນອາ​ຕໍ່​ເຮົາ, ເພາະ​ເຮົາ​ໄດ້​ສັນ​ຍາ​ວ່າ ຜືນ​ນ້ຳ​ແຫ່ງ​ໂນອາ ຈະ​ບໍ່​ໄຫລ​ຖ້ວມ​ແຜ່ນ​ດິນ​ໂລກ​ອີກ​ຕໍ່​ໄປ​ສັນ​ໃດ, ເຮົາ​ຈຶ່ງ​ສັນ​ຍາ​ວ່າ ເຮົາ​ຈະ​ບໍ່​ໂມ​ໂຫ​ຮ້າຍ​ເຈົ້າ​ສັນ​ນັ້ນ.

10 ພູ​ໃຫຍ່ ແລະ ພູ​ນ້ອຍ​ອາດ​ພັງ​ທະ​ລາຍ​ລົງ, ແຕ່​ຄວາມ​ຮັກ​ຂອງ​ເຮົາ ໝັ້ນ​ຄົງ​ບໍ່​ສິ້ນ​ສຸດ​ໄດ້, ທັງ​ເຮົາ​ຈະ​ຮັກ​ສາ​ສັນ​ຍາ​ແຫ່ງ​ສັນ​ຕິ​ພາບ​ໄວ້​ສືບ​ໄປ, ພຣະ​ຜູ້​ເປັນ​ເຈົ້າ​ທີ່​ມີ​ຄວາມ​ເມດ​ຕາ​ຕໍ່​ເຈົ້າ​ໄດ້​ກ່າວ.

11 ໂອ້ ເຈົ້າ​ຜູ້​ເປັນ​ທຸກ, ຜູ້​ຖືກ​ໂຍນ​ໄປ​ດ້ວຍ​ພະ​ຍຸ​ຝົນ​ຟ້າ​ຄະ​ນອງ, ແລະ ບໍ່​ໄດ້​ຮັບ​ການ​ປອບ​ໂຍນ! ຈົ່ງ​ເບິ່ງ, ເຮົາ​ຈະ​ວາງ ຫີນ​ຂອງ​ເຈົ້າ​ດ້ວຍ​ສີ​ສວຍ​ງາມ, ແລະ ຈະ​ວາງ​ຮາກ​ຖານ​ຂອງ​ເຈົ້າ​ດ້ວຍ​ຫີນ​ປະ​ເສີດ.

12 ແລະ ເຮົາ​ຈະ​ສ້າງ​ປ່ອງ​ຢ້ຽມ​ຂອງ​ເຈົ້າ​ດ້ວຍ​ທັບ​ທິມ, ແລະ ປະຕູ​ຂອງ​ເຈົ້າ​ດ້ວຍ​ແກ້ວ​ເຈຍ​ລະ​ໄນ, ແລະ ກຳ​ແພງ​ເມືອງ​ທັງ​ໝົດ​ຂອງ​ເຈົ້າ​ດ້ວຍ​ເພັດ​ນິນ​ຈິນ​ດາ.

13 ແລະ ລູກ​ຫລານ ທັງ​ໝົດ​ຂອງ​ເຈົ້າ​ຈະ​ໄດ້​ຮັບ​ການ​ສິດ​ສອນ​ເລື່ອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ສັນ​ຕິ​ສຸກ​ຂອງ​ລູກ​ຫລານ​ຂອງ​ເຈົ້າ​ຈະ​ຍິ່ງ​ໃຫຍ່.

14 ເຈົ້າ​ຈະ​ຖືກ​ສະຖາ​ປະນາ​ຂຶ້ນ​ໃນ ຄວາມ​ຊອບ​ທຳ; ເຈົ້າ​ຈະ​ຫ່າງ​ຈາກ​ການ​ກົດ​ຂີ່ ເພາະ​ເຈົ້າ​ຈະ​ບໍ່​ຢ້ານ, ແລະ ຫ່າງ​ຈາກ​ຄວາມ​ຫວາດ​ກົວ ເພາະ​ມັນ​ຈະ​ບໍ່​ມາ​ໃກ້​ເຈົ້າ.

15 ຈົ່ງ​ເບິ່ງ, ພວກ​ເຂົາ​ຈະ​ຮ່ວມ​ກັນ​ຕໍ່​ສູ້​ເຈົ້າ​ຢ່າງ​ແນ່​ນອນ, ແຕ່​ບໍ່​ແມ່ນ​ໂດຍ​ເຮົາ; ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ຮ່ວມ​ກັນ​ຕໍ່​ຕ້ານ​ເຈົ້າ ກໍ​ຈະ​ລົ້ມ​ລົງ.

16 ຈົ່ງ​ເບິ່ງ, ເຮົາ​ໄດ້​ສ້າງ​ຊ່າງ​ຕີ​ເຫລັກ​ເປົ່າ​ຖ່ານ​ໃນ​ໄຟ, ແລະ ນຳ​ເຄື່ອງ​ມື​ທີ່​ເຂົາ​ສ້າງ​ອອກ​ມາ; ແລະ ເຮົາ​ໄດ້​ສ້າງ​ຜູ້​ມ້າງ​ເພ​ເພື່ອ​ທຳ​ລາຍ.

17 ບໍ່​ມີ​ອາ​ວຸດ​ໃດໆ​ທີ່​ຖືກ​ເຮັດ​ຂຶ້ນ​ເພື່ອ​ໃຊ້​ກັບ​ເຈົ້າ​ຈະ​ໄດ້​ຜົນ; ແລະ ເຈົ້າ​ຈະ​ລົງ​ໂທດ​ລີ້ນ​ທຸກ​ລີ້ນ​ທີ່​ຈະ​ລຸກ​ຂຶ້ນ​ໝິ່ນ​ປະ​ໝາດ​ເຈົ້າ​ໃນ​ການ​ພິ​ພາກ​ສາ. ນີ້​ຄື​ມໍ​ລະ​ດົກ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຄວາມ​ຊອບ​ທຳ​ຂອງ​ພວກ​ເຂົາ​ມາ​ຈາກ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.