ພຣະ​ຄຳ​ພີ
3 ນີໄຟ 3


ບົດ​ທີ 3

ກິດ​ດີ​ອານ​ໄຮ​ຜູ້​ເປັນ​ຫົວ​ໜ້າ​ໂຈນ​ແກ​ດີ​ອານ​ທັນ​ສັ່ງ​ໃຫ້​ເລ​ໂຄ​ນິ​ອັດ ແລະ ຊາວ​ນີໄຟ​ຍອມ​ຈຳ​ນົນ ແລະ ຍອມ​ມອບ​ແຜ່ນ​ດິນ​ໃຫ້​ພວກ​ເຂົາ—ເລ​ໂຄ​ນິ​ອັດ​ແຕ່ງ​ຕັ້ງ​ກິດ​ກິດ​ໂດ​ໄນ​ຂຶ້ນ​ເປັນ​ຫົວ​ໜ້າ​ນາຍ​ທະ​ຫານ​ຂອງ​ກອງ​ທັບ—ຊາວ​ນີໄຟ​ເຕົ້າ​ໂຮມ​ກັນ​ຢູ່​ເຊຣາ​ເຮັມລາ ແລະ ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ​ເພື່ອ​ປ້ອງ​ກັນ​ຕົວ​ເອງ. ປະ​ມານ ຄ.ສ. 16–18.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ທີ​ສິບ​ຫົກ​ນັບ​ຕັ້ງ​ແຕ່​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ, ເລ​ໂຄ​ນິ​ອັດ​ຜູ້​ປົກ​ຄອງ​ແຜ່ນ​ດິນ​ໄດ້​ຮັບ​ສານ​ຈາກ​ຜູ້​ນຳ ແລະ ຜູ້​ປົກ​ຄອງ​ຂອງ​ພວກ​ໂຈນ​ພັກ​ນີ້; ແລະ ນີ້​ຄື​ຂໍ້​ຄວາມ​ທີ່​ມີ​ຂຽນ​ໄວ້, ມີ​ຄວາມ​ວ່າ:

2 ເລ​ໂຄ​ນິ​ອັດ​ຜູ້​ເປັນ​ຫົວ​ໜ້າ​ຜູ້​ປົກ​ຄອງ​ແຜ່ນ​ດິນ​ທີ່​ມີ​ກຽດ​ສູງ​ສົ່ງ, ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຂຽນ​ສານ​ນີ້​ມາ​ຫາ​ທ່ານ, ແລະ ຂໍ​ຍ້ອງ​ຍໍ​ທ່ານ​ເປັນ​ຢ່າງ​ສູງ ເພາະ​ຄວາມ​ໝັ້ນ​ຄົງ​ຂອງ​ທ່ານ, ແລະ ຄວາມ​ໝັ້ນ​ຄົງ​ຂອງ​ຜູ້​ຄົນ​ຂອງ​ທ່ານ​ນຳ​ອີກ​ໃນ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ທີ່​ພວກ​ທ່ານ​ຄິດ​ວ່າ​ເປັນ​ສິດ​ທິ ແລະ ເສ​ລີ​ພາບ​ຂອງ​ພວກ​ທ່ານ; ແທ້​ຈິງ​ແລ້ວ, ພວກ​ທ່ານ​ຢູ່​ໃນ​ຖານະ​ດີ​ຄ້າຍ​ຄື​ກັບ​ວ່າ ພວກ​ທ່ານ​ໄດ້​ຮັບ​ຄວາມ​ອູ້ມ​ຊູ​ໂດຍ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ອົງ​ໜຶ່ງ ໃນ​ການ​ປ້ອງ​ກັນ​ເສ​ລີ​ພາບ​ຂອງ​ພວກ​ທ່ານ, ແລະ ຊັບ​ສົມ​ບັດ​ຂອງ​ພວກ​ທ່ານ, ແລະ ປະເທດ​ຂອງ​ພວກ​ທ່ານ, ຫລື ສິ່ງ​ທີ່​ພວກ​ທ່ານ​ເອີ້ນ​ເຊັ່ນ​ນັ້ນ.

3 ແລະ ເບິ່ງ​ເປັນ​ໜ້າ​ສົງ​ສານ​ສຳ​ລັບ​ຂ້າ​ພະ​ເຈົ້າ​ເລ​ໂຄ​ນິ​ອັດ​ຜູ້​ມີ​ກຽດ​ສູງ​ສຸດ, ທີ່​ພວກ​ທ່ານ​ໂງ່ ແລະ ອວດ​ດີ​ທີ່​ຄິດ​ວ່າ ພວກ​ທ່ານ​ຈະ​ສາ​ມາດ​ຢືນ​ຕໍ່​ສູ້​ກັບ​ຄົນ​ກ້າ​ຫານ​ຢ່າງ​ຫລວງ​ຫລາຍ​ຜູ້​ທີ່​ຢູ່​ໃຕ້​ບັງ​ຄັບ​ບັນ​ຊາ​ຂອງ​ຂ້າ​ພະ​ເຈົ້າ ຜູ້​ຊຶ່ງ​ໃນ​ເວລາ​ນີ້​ກຳ​ລັງ​ຢືນ​ຈັບ​ອາ​ວຸດ ແລະ ຄອຍ​ຖ້າ​ຄຳ​ສັ່ງ​ຢູ່​ດ້ວຍ​ຄວາມ​ຮ້ອນ​ຮົນ​ທີ່​ສຸດ—ໃຫ້​ຍົກ​ໄປ​ໂຈມ​ຕີ​ຊາວ​ນີໄຟ ແລະ ທຳ​ລາຍ​ພວກ​ເຂົາ​ເສຍ.

4 ແລະ ຂ້າ​ພະ​ເຈົ້າ​ໂດຍ​ທີ່​ຮູ້​ຈັກ​ດີ​ເຖິງ​ວິນ​ຍານ​ທີ່​ບໍ່​ຍອມ​ຜ່າຍ​ແພ້​ຂອງ​ພວກ​ເຂົາ, ແລະ ໂດຍ​ທີ່​ໄດ້​ທົດ​ສອບ​ມາ​ແລ້ວ​ໃນ​ສະ​ໜາມ​ຮົບ ແລະ ຮູ້​ຈັກ​ດີ​ເຖິງ​ຄວາມ​ກຽດ​ຊັງ​ອັນ​ເປັນ​ນິດ​ຂອງ​ພວກ​ເຂົາ​ທີ່​ມີ​ຕໍ່​ພວກ​ທ່ານ ເພາະ​ຄວາມ​ຜິດ​ພາດ​ຫລາຍ​ຢ່າງ​ທີ່​ພວກ​ທ່ານ​ໄດ້​ກະ​ທຳ​ຕໍ່​ພວກ​ເຂົາ, ສະນັ້ນ ຖ້າ​ຫາກ​ພວກ​ເຂົາ​ຍົກ​ລົງ​ມາ​ຕໍ່​ສູ້​ກັບ​ພວກ​ທ່ານ ແລ້ວ​ພວກ​ເຂົາ​ຈະ​ມາ​ຢ້ຽມ​ຢາມ​ພວກ​ທ່ານ​ດ້ວຍ​ຄວາມ​ພິນາດ​ຈົນ​ໝົດ​ສິ້ນ.

5 ສະນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຂຽນ​ສານ​ນີ້ ປະ​ທັບ​ຕາ​ດ້ວຍ​ມື​ຂອງ​ຂ້າ​ພະ​ເຈົ້າ​ເອງ, ເຫັນ​ແກ່​ຄວາມ​ຜາ​ສຸກ​ຂອງ​ພວກ​ທ່ານ​ເພາະ​ຄວາມ​ໝັ້ນ​ຄົງ​ຂອງ​ພວກ​ທ່ານ​ໃນ​ສິ່ງ​ທີ່​ພວກ​ທ່ານ​ເຊື່ອ​ວ່າ​ຖືກ​ຕ້ອງ, ແລະ ວິນ​ຍານ​ອັນ​ສູງ​ສັກ​ຂອງ​ພວກ​ທ່ານ​ໃນ​ສະ​ໜາມ​ຮົບ.

6 ສະນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຂຽນ​ມາ​ຫາ​ທ່ານ ເພື່ອ​ປາດ​ຖະ​ໜາ​ໃຫ້​ພວກ​ທ່ານ​ຍອມ​ມອບ​ເມືອງ​ຂອງ​ພວກ​ທ່ານ, ແຜ່ນ​ດິນ​ຂອງ​ພວກ​ທ່ານ, ແລະ ຊັບ​ສົມ​ບັດ​ຂອງ​ພວກ​ທ່ານ, ແທນ​ທີ່​ຈະ​ໃຫ້​ພວກ​ເຂົາ​ມາ​ຢ້ຽມ​ຢາມ​ພວກ​ທ່ານ​ດ້ວຍ​ດາບ ແລະ ໃຫ້​ຄວາມ​ພິນາດ​ນັ້ນ​ມາ​ສູ່​ພວກ​ທ່ານ.

7 ຫລື ອີກ​ຄຳ​ໜຶ່ງ ໃຫ້​ພວກ​ທ່ານ​ຍອມ​ມອບ​ຕົວ​ໃຫ້​ພວກ​ເຮົາ​ເສຍ, ແລະ ເຂົ້າ​ມາ​ຮ່ວມ​ກັບ​ພວກ​ເຮົາ ແລະ ມາ​ຮູ້​ຈັກ​ກັບ​ວຽກ​ງານ​ອັນ ລຶກ​ລັບ​ຂອງ​ພວກ​ເຮົາ, ແລະ ກັບ​ກາຍ​ເປັນ​ພີ່​ນ້ອງ​ຂອງ​ພວກ​ເຮົາ ເພື່ອ​ພວກ​ທ່ານ​ຈະ​ໄດ້​ເປັນ​ຄື​ກັນ​ກັບ​ພວກ​ເຮົາ—ບໍ່​ແມ່ນ​ຂ້າ​ທາດ​ຂອງ​ພວກ​ເຮົາ, ແຕ່​ເປັນ​ພີ່​ນ້ອງ ແລະ ຫຸ້ນ​ສ່ວນ​ໃນ​ເຂົ້າ​ຂອງ​ທັງ​ໝົດ​ຂອງ​ພວກ​ເຮົາ.

8 ແລະ ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຂໍ ສາບານ​ກັບ​ພວກ​ທ່ານ​ວ່າ, ຖ້າ​ຫາກ​ພວກ​ທ່ານ​ເຮັດ​ຕາມ​ນີ້​ດ້ວຍ​ຄຳ​ສາບານ, ພວກ​ທ່ານ​ຈະ​ບໍ່​ຖືກ​ທຳ​ລາຍ; ແຕ່​ຖ້າ​ພວກ​ທ່ານ​ບໍ່​ຍອມ​ເຮັດ​ຕາມ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ຄຳ​ສາບານ​ກັບ​ພວກ​ທ່ານ​ວ່າ, ເດືອນ​ໜ້າ​ນີ້​ຂ້າ​ພະ​ເຈົ້າ​ຈະ​ສັ່ງ​ໃຫ້​ກອງ​ທັບ​ຂອງ​ຂ້າ​ພະ​ເຈົ້າ​ຍົກ​ທັບ​ລົງ​ມາ​ໂຈມ​ຕີ​ພວກ​ທ່ານ, ແລະ ພວກ​ເຂົາ​ຈະ​ບໍ່​ຢັ້ງ​ມື ແລະ ຈະ​ບໍ່​ໄວ້​ຊີ​ວິດ, ແຕ່​ຈະ​ຂ້າ​ພວກ​ທ່ານ, ແລະ ຈະ​ໃຫ້​ດາບ​ຟາດ​ຟັນ​ລົງ​ເທິງ​ພວກ​ທ່ານ ຈົນ​ວ່າ​ພວກ​ທ່ານ​ຈະ​ສູນ​ສິ້ນ.

9 ແລະ ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຄື​ກິດ​ດີ​ອານ​ໄຮ; ແລະ ຂ້າ​ພະ​ເຈົ້າ​ເປັນ​ຜູ້​ປົກ​ຄອງ ສະມາ​ຄົມ​ລັບ​ແຫ່ງ​ນີ້​ຂອງ​ແກ​ດີ​ອານ​ທັນ; ຊຶ່ງ​ສະມາ​ຄົມ ແລະ ວຽກ​ງານ​ຂອງ​ມັນ​ຂ້າ​ພະ​ເຈົ້າ​ຮູ້​ວ່າ ດີ; ແລະ ມັນ​ມີ​ມາ​ແຕ່ ເກົ່າ​ກ່ອນ ແລະ ມັນ​ຖືກ​ມອບ​ຕໍ່ໆ​ກັນ​ມາ​ເຖິງ​ພວກ​ເຮົາ.

10 ແລະ ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ສານ​ມາ​ຫາ​ທ່ານ, ເລ​ໂຄ​ນິ​ອັດ, ແລະ ຂ້າ​ພະ​ເຈົ້າ​ຫວັງ​ວ່າ ພວກ​ທ່ານ​ຈະ​ມອບ​ແຜ່ນ​ດິນ​ຂອງ​ພວກ​ທ່ານ, ແລະ ຊັບ​ສົມ​ບັດ​ຂອງ​ພວກ​ທ່ານ​ໃຫ້​ໂດຍ​ບໍ່​ມີ​ການ​ເສຍ​ເລືອດ​ເນື້ອ, ເພື່ອ​ຄົນ​ພວກ​ນີ້​ຂອງ​ຂ້າ​ພະ​ເຈົ້າ​ຜູ້​ທີ່​ແຍກ​ອອກ​ໄປ​ຈາກ​ພວກ​ທ່ານ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ທ່ານ​ໃນ​ການ​ຍຶດ​ເອົາ​ສິດ​ທິ​ການ​ປົກ​ຄອງ​ຂອງ​ພວກ​ເຂົາ​ໄປ ຈະ​ໄດ້​ຮັບ​ສິດ​ທິ ແລະ ອຳນາດ​ປົກ​ຄອງ​ຂອງ​ພວກ​ເຂົາ​ຄືນ​ມາ, ແລະ ຖ້າ​ຫາກ​ພວກ​ທ່ານ​ບໍ່​ເຮັດ​ຕາມ​ນີ້, ຂ້າ​ພະ​ເຈົ້າ​ຈະ​ແກ້​ແຄ້ນ​ຄວາມ​ເສຍ​ຫາຍ​ຂອງ​ພວກ​ເຂົາ. ຂ້າ​ພະ​ເຈົ້າ​ຄື ກິດ​ດີ​ອານ​ໄຮ.

11 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ເວລາ​ເລ​ໂຄ​ນິ​ອັດ​ໄດ້​ຮັບ​ສານ​ນີ້​ແລ້ວ ເພິ່ນ​ກໍ​ແປກ​ໃຈ​ຢ່າງ​ຍິ່ງ​ເພາະ​ຄວາມ​ອວດ​ດີ​ຂອງ​ກິດ​ດີ​ອານ​ໄຮ​ໃນ​ການ​ຮຽກ​ຮ້ອງ​ຄວາມ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ຂອງ​ຊາວ​ນີໄຟ ແລະ ນາບ​ຂູ່​ຜູ້​ຄົນ ແລະ ຈະ​ແກ້​ແຄ້ນ​ຄວາມ​ເສຍ​ຫາຍ​ໃຫ້​ຄົນ​ທີ່​ບໍ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ນຳ​ອີກ ນອກ​ຈາກ​ພວກ​ເຂົາ​ໄດ້​ສ້າງ​ຄວາມ ເສຍ​ຫາຍ​ໃຫ້​ແກ່​ຕົນ​ເອງ ໂດຍ​ແຍກ​ອອກ​ໄປ​ຫາ​ພວກ​ໂຈນ​ທີ່​ຊົ່ວ ແລະ ໜ້າ​ກຽດ​ຊັງ​ເຫລົ່າ​ນັ້ນ.

12 ບັດ​ນີ້​ຈົ່ງ​ເບິ່ງ, ເລ​ໂຄ​ນິ​ອັດ​ຜູ້​ປົກ​ຄອງ​ຜູ້​ນີ້​ເປັນ​ຄົນ​ທ່ຽງ​ທຳ, ແລະ ຄຳ​ສັ່ງ ແລະ ການ​ນາບ​ຂູ່​ຂອງ ໂຈນ​ບໍ່​ໄດ້​ເຮັດ​ໃຫ້​ເພິ່ນ​ມີ​ຄວາມ​ສະ​ທ້ານ​ຫວັ່ນ​ໄຫວ​ເລີຍ; ສະນັ້ນ ເພິ່ນ​ຈຶ່ງ​ບໍ່​ໄດ້​ເຊື່ອ​ຟັງ​ສານ​ຂອງ​ກິດ​ດີ​ອານ​ໄຮ ຜູ້​ປົກ​ຄອງ​ຂອງ​ພວກ​ໂຈນ​ເລີຍ, ແຕ່​ວ່າ​ເພິ່ນ​ໄດ້​ໃຫ້​ຜູ້​ຄົນ​ຂອງ​ເພິ່ນ​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ຂໍ​ພະ​ລັງ​ໃນ​ເວລາ​ທີ່​ພວກ​ໂຈນ​ຈະ​ຍົກ​ທັບ​ມາ​ໂຈມ​ຕີ​ພວກ​ເຂົາ.

13 ແທ້​ຈິງ​ແລ້ວ, ເພິ່ນ​ໄດ້​ສົ່ງ​ຂ່າວ​ໄປ​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ໝົດ, ວ່າ​ໃຫ້​ພວກ​ເຂົາ​ຮວບ​ຮວມ​ພວກ​ແມ່​ຍິງ​ຂອງ​ພວກ​ເຂົາ ແລະ ເດັກ​ນ້ອຍ​ຂອງ​ພວກ​ເຂົາ, ຝູງ​ສັດ​ລ້ຽງ​ຂອງ​ພວກ​ເຂົາ ແລະ ຝູງ​ສັດ​ໃຊ້​ແຮງ​ງານ​ຂອງ​ພວກ​ເຂົາ, ແລະ ເຂົ້າ​ຂອງ​ທັງ​ໝົດ​ຂອງ​ພວກ​ເຂົາ​ຢູ່​ບ່ອນ​ດຽວ​ກັນ, ເວັ້ນ​ເສຍ​ແຕ່​ແຜ່ນ​ດິນ​ຂອງ​ພວກ​ເຂົາ​ເທົ່າ​ນັ້ນ.

14 ແລະ ເພິ່ນ​ໄດ້​ສັ່ງ​ໃຫ້​ສ້າງ​ບ່ອນ​ປ້ອງ​ກັນ​ຂຶ້ນ​ໂດຍ​ຮອບ, ແລະ ໃຫ້​ບ່ອນ​ນັ້ນ​ມີ​ກຳ​ລັງ​ຫລາຍ​ທີ່​ສຸດ. ແລະ ເພິ່ນ​ໄດ້​ໃຫ້​ກອງ​ທັບ​ທັງ​ໝົດ ທັງ​ຂອງ​ຊາວ​ນີໄຟ ແລະ ຂອງ​ຊາວ​ເລມັນ ຫລື ຜູ້​ຄົນ​ທັງ​ໝົດ​ທີ່​ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຊາວ​ນີໄຟ​ມາ​ຕັ້ງ​ປ້ອງ​ກັນ​ພວກ​ເຂົາ​ໂດຍ​ຮອບ ທັງ​ກາງ​ເວັນ ແລະ ກາງ​ຄືນ, ແລະ ປ້ອງ​ກັນ​ພວກ​ເຂົາ ໃຫ້​ພົ້ນ​ຈາກ​ພວກ​ໂຈນ.

15 ແທ້​ຈິງ​ແລ້ວ, ເພິ່ນ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ຕາບ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່ ຖ້າ​ຫາກ​ພວກ​ທ່ານ​ບໍ່​ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ຮ້າຍ​ທັງ​ໝົດ​ຂອງ​ພວກ​ທ່ານ ແລະ ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ແລ້ວ​ພວກ​ທ່ານ​ຈະ​ບໍ່​ມີ​ທາງ​ພົ້ນ​ຈາກ​ກຳ​ມື​ຂອງ​ພວກ​ໂຈນ​ແກ​ດີ​ອານ​ທັນ​ເຫລົ່າ​ນີ້​ໄດ້.

16 ແລະ ຄຳ​ເວົ້າ ແລະ ຄຳ​ທຳ​ນາຍ​ຂອງ​ເລ​ໂຄ​ນິ​ອັດ​ນັ້ນ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ຫລາຍ ຈົນ​ເຮັດ​ໃຫ້ ຄວາມ​ຢ້ານ​ກົວ​ເກີດ​ກັບ​ຜູ້​ຄົນ​ທັງ​ໝົດ; ແລະ ພວກ​ເຂົາ​ໄດ້​ພະ​ຍາ​ຍາມ​ທຳ​ຕົວ​ດ້ວຍ​ຄວາມ​ສາ​ມາດ​ຂອງ​ພວກ​ເຂົາ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ຄຳ​ຂອງ​ເລ​ໂຄ​ນິ​ອັດ.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເລ​ໂຄ​ນິ​ອັດ​ໄດ້​ແຕ່ງ​ຕັ້ງ​ໃຫ້​ມີ​ຫົວ​ໜ້າ​ນາຍ​ທະ​ຫານ ເພື່ອ​ຄວບ​ຄຸມ​ກອງ​ທັບ​ທັງ​ໝົດ​ຂອງ​ຊາວ​ນີໄຟ, ເພື່ອ​ຈະ​ໄດ້​ບັງ​ຄັບ​ບັນ​ຊາ​ໃນ​ເວລາ​ທີ່​ພວກ​ໂຈນ​ຈະ​ຍົກ​ທັບ​ລົງ​ມາ​ຈາກ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເພື່ອ​ໂຈມ​ຕີ​ພວກ​ເຂົາ.

18 ບັດ​ນີ້​ມີ​ການ​ແຕ່ງ​ຕັ້ງ​ຫົວ​ໜ້າ​ໃຫຍ່​ທີ່​ສຸດ​ໃນ​ບັນ​ດາ​ຫົວ​ໜ້າ​ນາຍ​ທະ​ຫານ​ທັງ​ໝົດ ແລະ ຜູ້​ບັງ​ຄັບ​ບັນ​ຊາ​ກອງ​ທັບ​ທັງ​ໝົດ​ຂອງ​ຊາວ​ນີໄຟ​ມີ​ຊື່​ວ່າ ກິດ​ກິດ​ໂດ​ໄນ.

19 ບັດ​ນີ້​ມັນ​ເປັນ​ທຳ​ນຽມ​ໃນ​ບັນ​ດາ​ຊາວ​ນີໄຟ​ທັງ​ໝົດ​ທີ່​ຈະ​ແຕ່ງ​ຕັ້ງ​ຫົວ​ໜ້າ​ນາຍ​ທະ​ຫານ​ຂອງ​ພວກ​ເຂົາ (ນອກ​ຈາກ​ໃນ​ເວລາ​ແຫ່ງ​ຄວາມ​ຊົ່ວ​ຮ້າຍ) ຈາກ​ຄົນ​ທີ່​ມີ​ວິນ​ຍານ​ແຫ່ງ​ການ​ເປີດ​ເຜີຍ ແລະ ການ​ທຳ​ນາຍ​ນຳ​ອີກ; ສະນັ້ນ, ກິດ​ກິດ​ໂດ​ໄນ​ຜູ້​ນີ້​ຈຶ່ງ​ໄດ້​ເປັນ​ສາດ​ສະ​ດາ​ຜູ້​ຍິ່ງ​ໃຫຍ່​ໃນ​ບັນ​ດາ​ພວກ​ເຂົາ, ເຊັ່ນ​ດຽວ​ກັນ​ກັບ​ຫົວ​ໜ້າ​ຜູ້​ຕັດ​ສິນ.

20 ບັດ​ນີ້​ຜູ້​ຄົນ​ໄດ້​ກ່າວ​ກັບ​ກິດ​ກິດ​ໂດ​ໄນ​ວ່າ: ຈົ່ງ​ອະ​ທິ​ຖານ​ຫາ​ພຣະ​ເຈົ້າ​ເທາະ, ແລະ ໃຫ້​ພວກ​ເຮົາ​ຂຶ້ນ​ໄປ​ເທິງ​ພູ ແລະ ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເພື່ອ​ພວກ​ເຮົາ​ຈະ​ໄດ້​ໂຈມ​ຕີ​ພວກ​ໂຈນ ແລະ ທຳ​ລາຍ​ພວກ​ເຂົາ​ເສຍ​ໃນ​ແຜ່ນ​ດິນ​ຂອງ​ພວກ​ເຂົາ​ເອງ.

21 ແຕ່​ກິດ​ກິດ​ໂດ​ໄນ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ພຣະ​ຜູ້​ເປັນ​ເຈົ້າ ສັ່ງ​ຫ້າມ; ເພາະ​ຖ້າ​ຫາກ​ພວກ​ເຮົາ​ຂືນ​ຂຶ້ນ​ໄປ​ໂຈມ​ຕີ​ພວກ​ເຂົາ ພຣະ​ຜູ້​ເປັນ​ເຈົ້າ​ຈະ ສົ່ງ​ພວກ​ເຮົາ​ໄປ​ສູ່​ກຳ​ມື​ຂອງ​ພວກ​ເຂົາ; ສະນັ້ນ ພວກ​ເຮົາ​ຈະ​ຕຽມ​ຕົວ​ເອງ​ໃນ​ໃຈ​ກາງ​ແຜ່ນ​ດິນ​ຂອງ​ພວກ​ເຮົາ, ແລະ ພວກ​ເຮົາ​ຈະ​ເຕົ້າ​ໂຮມ​ກອງ​ທັບ​ທັງ​ໝົດ​ຂອງ​ພວກ​ເຮົາ​ໄວ້, ແລະ ພວກ​ເຮົາ​ຈະ​ບໍ່​ໄປ​ໂຈມ​ຕີ​ພວກ​ເຂົາ, ແຕ່​ພວກ​ເຮົາ​ຈະ​ລໍ​ຄອຍ​ພວກ​ເຂົາ​ຈົນ​ກວ່າ​ພວກ​ເຂົາ​ຈະ​ຍົກ​ທັບ​ມາ​ໂຈມ​ຕີ​ພວກ​ເຮົາ; ສະນັ້ນ ຕາບ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່, ຖ້າ​ຫາກ​ພວກ​ເຮົາ​ເຮັດ​ຕາມ​ນີ້ ພຣະ​ອົງ​ຈະ​ສົ່ງ​ພວກ​ເຂົາ​ມາ​ສູ່​ກຳ​ມື​ຂອງ​ພວກ​ເຮົາ.

22 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ສິບ​ເຈັດ, ໃນ​ທ້າຍ​ປີ​ທີ​ສິບ​ເຈັດ, ມີ​ການ​ປະ​ກາດ​ຂອງ​ເລ​ໂຄ​ນິ​ອັດ​ອອກ​ໄປ​ຕະຫລອດ​ທົ່ວ​ຜືນ​ແຜ່ນ​ດິນ, ແລະ ພວກ​ເຂົາ​ໄດ້​ເອົາ​ມ້າ​ຂອງ​ພວກ​ເຂົາ, ແລະ ລົດ​ຮົບ​ຂອງ​ພວກ​ເຂົາ, ແລະ ຝູງ​ງົວ​ຂອງ​ພວກ​ເຂົາ, ແລະ ຝູງ​ສັດ​ລ້ຽງ​ທັງ​ໝົດ​ຂອງ​ພວກ​ເຂົາ, ແລະ ຝູງ​ສັດ​ໃຊ້​ແຮງ​ງານ​ຂອງ​ພວກ​ເຂົາ, ແລະ ພືດ​ພັນ​ທັນ​ຍາ​ຫານ​ຂອງ​ພວກ​ເຂົາ, ແລະ ເຂົ້າ​ຂອງ​ທັງ​ໝົດ​ຂອງ​ພວກ​ເຂົາ, ແລະ ໄດ້​ຍົກ​ອອກ​ໄປ​ເປັນ​ພັນໆ​ເປັນ​ໝື່ນ ໆ​ຈົນ​ວ່າ​ພວກ​ເຂົາ​ໄດ້​ອອກ​ໄປ​ຮອດ​ບ່ອນ​ທີ່​ໄດ້​ກຳ​ນົດ​ໄວ້​ໃຫ້​ພວກ​ເຂົາ​ໄປ​ເຕົ້າ​ໂຮມ​ກັນ​ເພື່ອ​ປ້ອງ​ກັນ​ຕົວ​ໃຫ້​ພົ້ນ​ຈາກ​ສັດ​ຕູ​ຂອງ​ພວກ​ເຂົາ.

23 ແລະ ແຜ່ນ​ດິນ​ຊຶ່ງ​ໄດ້​ກຳ​ນົດ​ໄວ້​ຄື ແຜ່ນ​ດິນ​ເຊຣາ​ເຮັມລາ, ແລະ ແຜ່ນ​ດິນ​ທີ່​ຢູ່​ລະຫວ່າງ​ແຜ່ນ​ດິນ​ເຊຣາ​ເຮັມລາ ແລະ ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ, ແທ້​ຈິງ​ແລ້ວ, ຕາມ​ເສັ້ນ​ທາງ​ທີ່​ຢູ່​ລະຫວ່າງ​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ​ກັບ​ແຜ່ນ​ດິນ​ຮ້າງ.

24 ແລະ ມັນ​ມີ​ຜູ້​ຄົນ​ຫລາຍ​ພັນ​ຄົນ​ຜູ້​ມີ​ຊື່​ວ່າ​ຊາວ​ນີໄຟ ໄດ້​ມາ​ເຕົ້າ​ໂຮມ​ກັນ​ໃນ​ແຜ່ນ​ດິນ​ນັ້ນ. ບັດ​ນີ້​ເລ​ໂຄ​ນິ​ອັດ​ໄດ້​ໃຫ້​ພວກ​ເຂົາ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ແຜ່ນ​ດິນ​ທາງ​ໃຕ້ ເພາະ​ຄຳ​ສາບ​ແຊ່ງ​ຢ່າງ​ໜັກ​ຊຶ່ງ​ມີ​ກັບ ແຜ່ນ​ດິນ​ທາງ​ເໜືອ.

25 ແລະ ພວກ​ເຂົາ​ໄດ້​ເສີມ​ກຳ​ລັງ​ຂຶ້ນ​ເພື່ອ​ຕ້ານ​ທານ​ກັບ​ສັດ​ຕູ​ຂອງ​ພວກ​ເຂົາ; ແລະ ພວກ​ເຂົາ​ໄດ້​ຢູ່​ໃນ​ແຜ່ນ​ດິນ​ດຽວ ແລະ ໃນ​ກຸ່ມ​ດຽວ, ແລະ ພວກ​ເຂົາ​ຢ້ານ​ກົວ​ຄຳ​ທີ່​ເລ​ໂຄ​ນິ​ອັດ​ໄດ້​ເວົ້າ​ໄວ້, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ກັບ​ໃຈ​ຈາກ​ບາບ​ທັງ​ໝົດ​ຂອງ​ພວກ​ເຂົາ; ແລະ ພວກ​ເຂົາ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ເພື່ອ​ພຣະ​ອົງ​ຈະ​ໄດ້ ປົດ​ປ່ອຍ​ພວກ​ເຂົາ​ໃນ​ເວລາ​ທີ່​ສັດ​ຕູ​ຈະ​ຍົກ​ທັບ​ມາ​ໂຈມ​ຕີ​ພວກ​ເຂົາ.

26 ແລະ ພວກ​ເຂົາ​ເສົ້າ​ສະ​ຫລົດ​ໃຈ​ຢ່າງ​ຍິ່ງ​ເພາະ​ສັດ​ຕູ​ຂອງ​ພວກ​ເຂົາ. ແລະ ກິດ​ກິດ​ໂດ​ໄນ​ໄດ້​ໃຫ້​ພວກ​ເຂົາ​ສ້າງ ອາ​ວຸດ​ແຫ່ງ​ສົງ​ຄາມ​ທຸກ​ຊະ​ນິດ, ແລະ ໃຫ້​ພວກ​ເຂົາ​ມີ​ກຳ​ລັງ​ດ້ວຍ​ເຄື່ອງ​ປ້ອງ​ກັນ, ແລະ ດ້ວຍ​ໂລ່, ແລະ ດ້ວຍ​ເສື້ອ​ຫຸ້ມ​ເກາະ, ຕາມ​ແບບ​ຢ່າງ​ທີ່​ເພິ່ນ​ໄດ້​ແນະນຳ.