ພຣະ​ຄຳ​ພີ
3 ນີໄຟ 2


ບົດ​ທີ 2

ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ເພີ່ມ​ທະ​ວີ​ຂຶ້ນ​ໃນ​ບັນ​ດາ​ຜູ້​ຄົນ—ຊາວ​ນີໄຟ ແລະ ຊາວ​ເລມັນ​ຮ່ວມ​ມື​ກັນ​ເພື່ອ​ປົກ​ປ້ອງ​ຕົນ​ເອງ​ຈາກ​ພວກ​ໂຈນ​ແກ​ດີ​ອານ​ທັນ—ຊາວ​ເລມັນ​ທີ່​ເຫລື້ອມ​ໃສ​ກັບ​ເປັນ​ຄົນ​ຜິວ​ຂາວ ແລະ ຖືກ​ເອີ້ນ​ວ່າ​ຊາວ​ນີໄຟ. ປະ​ມານ ຄ.ສ. 5–16.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ປີ​ທີ​ເກົ້າ​ສິບ​ຫ້າ​ກໍ​ໄດ້​ຜ່ານ​ໄປ​ຄື​ກັນ, ແລະ ຜູ້​ຄົນ​ເລີ່ມ​ຫລົງ​ລືມ​ເຄື່ອງ​ໝາຍ ແລະ ຄວາມ​ແປກ​ປະ​ຫລາດ​ຊຶ່ງ​ພວກ​ເຂົາ​ເຄີຍ​ໄດ້​ຍິນ​ມາ, ແລະ ເລີ່ມ​ແປກ​ໃຈ​ໜ້ອຍ​ລົງ​ກ່ຽວ​ກັບ​ເຄື່ອງ​ໝາຍ ຫລື ການ​ແປກ​ປະ​ຫລາດ​ຈາກ​ສະຫວັນ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ເລີ່ມ​ແຂງ​ກະ​ດ້າງ​ໃນ​ໃຈ ແລະ ມືດ​ດັບ​ໃນ​ຈິດ, ແລະ ເລີ່ມ​ບໍ່​ເຊື່ອ​ທຸກ​ສິ່ງ​ຊຶ່ງ​ພວກ​ເຂົາ​ໄດ້​ຍິນ ແລະ ເຫັນ​ມາ—

2 ນຶກ​ຄິດ​ເຖິງ​ສິ່ງ​ທີ່​ບໍ່​ມີ​ປະ​ໂຫຍດ​ບາງ​ຢ່າງ​ໃນ​ໃຈ​ຂອງ​ພວກ​ເຂົາ ວ່າ​ມະນຸດ ແລະ ອຳນາດ​ຂອງ​ມານ​ເຮັດ​ມັນ​ຂຶ້ນ​ເພື່ອ​ຊັກ​ຈູງ ແລະ ຫລອກ​ລວງ​ໃຈ​ຂອງ​ຜູ້​ຄົນ; ແລະ ຊາຕານ​ໄດ້​ຄອບ​ຄອງ​ໃຈ​ຂອງ​ຜູ້​ຄົນ​ອີກ​ແລ້ວ​ດັ່ງ​ນັ້ນ, ເຖິງ​ຂະ​ໜາດ​ທີ່​ມັນ​ໄດ້​ເຮັດ​ໃຫ້​ຕາ​ຂອງ​ພວກ​ເຂົາ​ບອດ ແລະ ຊັກ​ນຳ​ພວກ​ເຂົາ​ໄປ​ໃຫ້​ເຊື່ອ​ວ່າ ຄຳ​ສອນ​ຂອງ​ພຣະ​ຄຣິດ​ເປັນ​ສິ່ງ​ທີ່​ໂງ່​ຈ້າ​ລ້າ​ຫລັງ ແລະ ບໍ່​ມີ​ປະ​ໂຫຍດ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ເລີ່ມ​ເກັ່ງ​ກ້າ​ຫລາຍ​ຂຶ້ນ​ໃນ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ; ແລະ ພວກ​ເຂົາ​ບໍ່​ເຊື່ອ​ວ່າ ມັນ​ຈະ​ມີ​ເຄື່ອງ​ໝາຍ ຫລື ການ​ແປກ​ປະ​ຫລາດ​ເກີດ​ຂຶ້ນ​ຕື່ມ​ອີກ; ແລະ ຊາຕານ​ໄດ້ ໄປ​ຫາ​ທົ່ວ​ທຸກ​ແຫ່ງ​ຫົນ​ຊັກ​ຈູງ​ໃຈ​ຂອງ​ຜູ້​ຄົນ​ໄປ​ໂດຍ​ລໍ້​ລວງ​ພວກ​ເຂົາ ແລະ ເປັນ​ເຫດ​ໃຫ້​ພວກ​ເຂົາ​ເຮັດ​ຄວາມ​ຊົ່ວ​ຮ້າຍ​ອັນ​ໃຫຍ່​ຫລວງ​ໃນ​ແຜ່ນ​ດິນ.

4 ແລະ ປີ​ທີ​ເກົ້າ​ສິບ​ຫົກ​ໄດ້​ຜ່ານ​ໄປ​ດັ່ງ​ນັ້ນ; ແລະ ປີ​ທີ​ເກົ້າ​ສິບ​ເຈັດ​ນຳ​ອີກ; ແລະ ປີ​ທີ​ເກົ້າ​ສິບ​ແປດ ແລະ ປີ​ທີ​ເກົ້າ​ສິບ​ເກົ້າ​ນຳ​ອີກ.

5 ແລະ ໜຶ່ງ​ຮ້ອຍ​ປີ​ໄດ້​ຜ່ານ​ໄປ ນັບ​ຕັ້ງ​ແຕ່​ວັນ​ເວລາ​ຂອງ ໂມ​ໄຊ​ຢາ, ຜູ້​ເປັນ​ກະສັດ​ຂອງ​ຊາວ​ນີໄຟ.

6 ແລະ ຫົກ​ຮ້ອຍ​ເກົ້າ​ປີ​ໄດ້​ຜ່ານ​ໄປ ນັບ​ຕັ້ງ​ແຕ່​ລີໄຮ​ອອກ​ຈາກ​ເຢຣູ​ຊາເລັມ​ມາ.

7 ແລະ ເກົ້າ​ປີ​ໄດ້​ຜ່ານ​ໄປ ນັບ​ຕັ້ງ​ແຕ່​ເວລາ​ທີ່​ມີ​ເຄື່ອງ​ໝາຍ​ປະທານ​ໃຫ້, ຊຶ່ງ​ສາດ​ສະ​ດາ​ໄດ້​ເວົ້າ​ໄວ້​ວ່າ ພຣະ​ຄຣິດ​ຈະ​ສະ​ເດັດ​ມາ​ສູ່​ໂລກ.

8 ບັດ​ນີ້​ຊາວ​ນີໄຟ​ໄດ້​ເລີ່ມ​ນັບ​ເວລາ​ຂອງ​ພວກ​ເຂົາ​ນັບ​ຕັ້ງ​ແຕ່​ເວລາ​ນີ້​ເປັນ​ຕົ້ນ​ໄປ​ເລີ່ມ​ຈາກ​ເວລາ​ທີ່​ມີ​ເຄື່ອງ​ໝາຍ​ປະທານ​ໃຫ້, ຫລື ນັບ​ຕັ້ງ​ແຕ່​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ; ສະນັ້ນ, ມັນ​ຈຶ່ງ​ເປັນ​ເວລາ​ພຽງ​ແຕ່​ເກົ້າ​ປີ​ຜ່ານ​ໄປ.

9 ແລະ ນີໄຟ​ຜູ້​ເປັນ​ບິດາ​ຂອງ​ນີໄຟ​ຜູ້​ໄດ້​ຮັບ​ໜ້າ​ທີ່​ເພື່ອ​ເກັບ​ແຜ່ນ​ຈາລຶກ​ນັ້ນ, ບໍ່ ໄດ້​ກັບ​ຄືນ​ມາ​ແຜ່ນ​ດິນ​ເຊຣາ​ເຮັມລາ​ອີກ, ແລະ ບໍ່​ມີ​ຜູ້​ໃດ​ພົບ​ເຫັນ​ເພິ່ນ​ຢູ່​ບ່ອນ​ໃດ​ເລີຍ​ໃນ​ທົ່ວ​ແຜ່ນ​ດິນ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ຍັງ​ຄົງ​ຢູ່​ໃນ​ຄວາມ​ຊົ່ວ​ຮ້າຍ, ທັງໆ​ທີ່​ມີ​ການ​ສັ່ງ​ສອນ ແລະ ໃຫ້​ຄຳ​ທຳ​ນາຍ​ຫລາຍ​ຢ່າງ​ໃນ​ບັນ​ດາ​ພວກ​ເຂົາ; ແລະ ປີ​ທີ​ສິບ​ໄດ້​ຜ່ານ​ໄປ​ດັ່ງ​ນີ້; ແລະ ປີ​ທີ​ສິບ​ເອັດ​ກໍ​ໄດ້​ຜ່ານ​ໄປ​ດ້ວຍ​ຄວາມ​ຊົ່ວ​ຮ້າຍ​ນຳ​ອີກ.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ສິບ​ສາມ ມັນ​ເລີ່ມ​ມີ​ສົງ​ຄາມ ແລະ ການ​ຂັດ​ແຍ້ງ​ກັນ​ຕະຫລອດ​ທົ່ວ​ແຜ່ນ​ດິນ; ເພາະ​ວ່າ​ພວກ​ໂຈນ​ແກ​ດີ​ອານ​ທັນ​ກັບ​ມີ​ຈຳນວນ​ຫລວງ​ຫລາຍ​ຂຶ້ນ, ແລະ ໄດ້​ຂ້າ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ, ແລະ ເຮັດ​ໃຫ້​ຫລາຍ​ຫົວ​ເມືອງ​ແປນ​ເປົ່າ ແລະ ໄດ້​ຂະ​ຫຍາຍ​ຄວາມ​ຕາຍ ແລະ ການ​ຂ້າ​ຟັນ​ຢ່າງ​ຫລວງ​ຫລາຍ​ທົ່ວ​ແຜ່ນ​ດິນ, ຈົນ​ວ່າ​ມັນ​ເປັນ​ສິ່ງ​ສົມ​ຄວນ​ທີ່​ຜູ້​ຄົນ​ທັງ​ໝົດ ທັງ​ຊາວ​ນີໄຟ ແລະ ຊາວ​ເລມັນ​ຈະ​ຈັບ​ອາ​ວຸດ​ຂຶ້ນ​ຕໍ່​ສູ້​ກັບ​ພວກ​ເຂົາ.

12 ສະນັ້ນ, ຊາວ​ເລມັນ​ທັງ​ໝົດ​ຜູ້​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໄດ້​ເຂົ້າ​ສົມ​ທົບ​ກັບ​ຊາວ​ນີໄຟ​ພີ່​ນ້ອງ​ຂອງ​ພວກ​ເຂົາ, ແລະ ຖືກ​ບັງ​ຄັບ​ໃຫ້​ຈັບ​ອາ​ວຸດ​ຂຶ້ນ​ຕໍ່​ສູ້​ກັບ​ໂຈນ​ແກ​ດີ​ອານ​ທັນ​ເຫລົ່າ​ນັ້ນ ເພື່ອ​ຄວາມ​ປອດ​ໄພ​ຂອງ​ຊີ​ວິດ​ຂອງ​ພວກ​ເຂົາ ແລະ ພວກ​ແມ່​ຍິງ​ຂອງ​ພວກ​ເຂົາ ແລະ ພວກ​ເດັກ​ນ້ອຍ​ຂອງ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ແລະ ເພື່ອ​ປົກ​ປັກ​ຮັກ​ສາ​ສິດ​ຂອງ​ພວກ​ເຂົາ, ແລະ ສິດ​ທິ​ພິ​ເສດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພວກ​ເຂົາ ແລະ ສິດ​ຂອງ​ການ​ນະມັດ​ສະການ​ຂອງ​ພວກ​ເຂົາ, ແລະ ອິດສະ​ລະ​ພາບ ແລະ ເສ​ລີ​ພາບ​ຂອງ​ພວກ​ເຂົາ​ນຳ​ອີກ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກ່ອນ​ປີ​ທີ​ສິບ​ສາມ​ຈະ​ຜ່ານ​ພົ້ນ​ໄປ ຊາວ​ນີໄຟ​ໄດ້​ຖືກ​ຄຸກ​ຄາມ​ດ້ວຍ​ການ​ທຳ​ລາຍ​ອັນ​ໃຫຍ່​ຫລວງ ຍ້ອນ​ວ່າ​ສົງ​ຄາມ​ເທື່ອ​ນີ້​ໂຫດ​ຮ້າຍ​ທາ​ລຸນ​ຫລາຍ​ທີ່​ສຸດ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລມັນ​ເຫລົ່າ​ນັ້ນ​ຜູ້​ທີ່​ໄດ້​ເຂົ້າ​ມາ​ຮ່ວມ​ກັບ​ຊາວ​ນີໄຟ ໄດ້​ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຊາວ​ນີໄຟ;

15 ແລະ ຄຳ​ສາບ​ແຊ່ງ​ທີ່​ມີ​ຢູ່​ກັບ​ພວກ​ເຂົາ​ຖືກ​ຖອນ​ອອກ​ໄປ, ແລະ ຜິວ​ໜັງ​ຂອງ​ພວກ​ເຂົາ​ກັບ​ມາ ຂາວ​ຄື​ກັນ​ກັບ​ຊາວ​ນີໄຟ;

16 ແລະ ພວກ​ຊາຍ​ໜຸ່ມ ແລະ ພວກ​ລູກ​ສາວ​ຂອງ​ພວກ​ເຂົາ​ກັບ​ມາ​ເປັນ​ຄົນ​ຈົບ​ງາມ​ທີ່​ສຸດ, ແລະ ພວກ​ເຂົາ​ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຊາວ​ນີໄຟ ແລະ ຖືກ​ເອີ້ນ​ວ່າ​ຊາວ​ນີໄຟ. ແລະ ປີ​ທີ​ສິບ​ສາມ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ຕົ້ນ​ປີ​ທີ​ສິບ​ສີ່, ສົງ​ຄາມ​ລະຫວ່າງ​ພວກ​ໂຈນ ແລະ ຜູ້​ຄົນ​ຂອງ​ນີໄຟ​ໄດ້​ດຳ​ເນີນ​ຕໍ່​ໄປ ແລະ ມັນ​ໄດ້​ກັບ​ມາ​ຮ້າຍ​ແຮງ​ຫລາຍ​ທີ່​ສຸດ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜູ້​ຄົນ​ຂອງ​ນີໄຟ​ຍັງ​ໄດ້​ປຽບ​ພວກ​ໂຈນ​ຢູ່, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ຂັບ​ໄລ່​ພວກ​ເຂົາ​ອອກ​ໄປ​ຈາກ​ແຜ່ນ​ດິນ​ຂອງ​ຕົນ ເຂົ້າ​ໄປ​ໃນ​ພູ ແລະ ບ່ອນ​ລີ້​ຊ່ອນ​ຂອງ​ພວກ​ເຂົາ.

18 ແລະ ປີ​ທີ​ສິບ​ສີ່​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້. ແລະ ໃນ​ປີ​ທີ​ສິບ​ຫ້າ ພວກ​ເຂົາ​ໄດ້​ຍົກ​ມາ​ຕໍ່​ສູ້​ກັບ​ຜູ້​ຄົນ​ຂອງ​ນີໄຟ; ແລະ ເປັນ​ຍ້ອນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ​ຂອງ​ນີໄຟ, ແລະ ການ​ຂັດ​ແຍ້ງ ແລະ ການ​ແຕກ​ແຍກ​ກັນ​ຫລາຍ​ຕໍ່​ຫລາຍ​ເທື່ອ​ຂອງ​ພວກ​ເຂົາ, ພວກ​ໂຈນ​ແກ​ດີ​ອານ​ທັນ​ຈຶ່ງ​ໄດ້​ປຽບ​ພວກ​ເຂົາ.

19 ແລະ ປີ​ທີ​ສິບ​ຫ້າ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້, ແລະ ຜູ້​ຄົນ​ໄດ້​ຢູ່​ໃນ​ສະພາບ​ແຫ່ງ​ຄວາມ​ທຸກ​ຢູ່​ດັ່ງ​ນີ້; ແລະ ດາບ​ແຫ່ງ​ຄວາມ​ພິນາດ​ໄດ້​ແຂວນ​ຢູ່​ເທິງ​ຫົວ​ຂອງ​ພວກ​ເຂົາ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ຈະ​ຖືກ​ມັນ​ຟາດ​ຟັນ, ແລະ ນີ້​ກໍ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ.