ພຣະ​ຄຳ​ພີ
3 ນີໄຟ 5


ບົດ​ທີ 5

ຊາວ​ນີໄຟ​ກັບ​ໃຈ ແລະ ປະ​ຖິ້ມ​ບາບ​ຂອງ​ພວກ​ເຂົາ—ມໍມອນ​ຂຽນ​ປະຫວັດ​ສາດ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ​ໄວ້ ແລະ ປະ​ກາດ​ພຣະ​ຄຳ​ອັນ​ເປັນ​ນິດ​ແກ່​ພວກ​ເຂົາ—ອິດສະ​ຣາເອນ​ຈະ​ເຕົ້າ​ໂຮມ​ຈາກ​ການ​ແຕກ​ກະ​ຈັດ​ກະ​ຈາຍ​ອັນ​ຍາວ​ນານ. ປະ​ມານ ຄ.ສ. 22–26.

1 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ບໍ່​ມີ​ຜູ້​ໃດ​ຈັກ​ຄົນ​ເລີຍ​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ໝົດ​ຂອງ​ຊາວ​ນີໄຟ​ໄດ້​ສົງ​ໄສ​ໃນ​ຄຳ​ເວົ້າ​ຂອງ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ທັງ​ຫລາຍ​ທີ່​ໄດ້​ເວົ້າ​ໄວ້; ເພາະ​ພວກ​ເຂົາ​ຮູ້​ວ່າ​ມັນ​ຈຳ​ເປັນ​ທີ່​ມັນ​ຈະ​ຕ້ອງ​ເປັນ​ຈິງ.

2 ແລະ ພວກ​ເຂົາ​ຮູ້​ຈັກ​ວ່າ ມັນ​ສົມ​ຄວນ​ທີ່​ພຣະ​ຄຣິດ​ຕ້ອງ​ສະ​ເດັດ​ມາ ເພາະ​ເຄື່ອງ​ໝາຍ​ຫລາຍ​ຢ່າງ ຊຶ່ງ​ໄດ້​ເກີດ​ຂຶ້ນ​ຕາມ​ຄຳ​ເວົ້າ​ຂອງ​ສາດ​ສະ​ດາ; ແລະ ເພາະ​ຫລາຍ​ສິ່ງ​ທີ່​ໄດ້​ເວົ້າ​ໄວ້​ນັ້ນ​ໄດ້​ເກີດ​ຂຶ້ນ​ແລ້ວ, ພວກ​ເຂົາ​ຈຶ່ງ​ຮູ້​ວ່າ ມັນ​ຈຳ​ເປັນ​ທີ່​ທຸກ​ສິ່ງ​ຈະ​ເກີດ​ຂຶ້ນ​ຕາມ​ຄຳ​ທີ່​ໄດ້​ເວົ້າ​ໄວ້.

3 ສະນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ປະ​ຖິ້ມ​ບາບ​ທັງ​ໝົດ​ຂອງ​ພວກ​ເຂົາ, ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ, ແລະ ການ​ໂສ​ເພ​ນີ​ຂອງ​ພວກ​ເຂົາ, ແລະ ໄດ້​ຮັບ​ໃຊ້​ພຣະ​ເຈົ້າ​ຈົນ​ສຸດ​ຄວາມ​ພາກ​ພຽນ​ຕະຫລອດ​ວັນ ແລະ ຄືນ.

4 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ພວກ​ເຂົາ​ໄດ້​ຈັບ​ພວກ​ໂຈນ​ທັງ​ໝົດ​ມາ​ເປັນ​ຊະ​ເລີຍ, ເຖິງ​ຂະ​ໜາດ​ທີ່​ບໍ່​ມີ​ຜູ້​ໃດ​ທີ່​ບໍ່​ໄດ້​ຖືກ​ຂ້າ​ໜີ​ລອດ​ໄປ​ໄດ້, ພວກ​ເຂົາ​ຈຶ່ງ​ໄດ້​ເອົາ​ຊະ​ເລີຍ​ເຂົ້າ​ຄຸກ, ແລະ ໄດ້​ສັ່ງ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໃຫ້​ແກ່​ພວກ​ຊະ​ເລີຍ​ເຫລົ່າ​ນັ້ນ; ແລະ ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ໄດ້​ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ເຂົາ ແລະ ໄດ້​ເຂົ້າ​ເຮັດ​ພັນທະ​ສັນ​ຍາ​ວ່າ​ພວກ​ເຂົາ​ຈະ​ບໍ່​ເຮັດ​ການ​ຄາດ​ຕະ​ກຳ​ອີກ​ຕໍ່​ໄປ ໄດ້​ຖືກ ປ່ອຍ​ໄປ.

5 ແຕ່​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ບໍ່​ໄດ້​ເຂົ້າ​ເຮັດ​ພັນທະ​ສັນ​ຍາ, ແລະ ຄົນ​ທີ່​ຍັງ​ມີ​ຄວາມ​ຄິດ​ຄາດ​ຕະ​ກຳ​ຢູ່​ໃນ​ໃຈ​ຂອງ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ພົບ​ເຫັນ​ວ່າ​ໃຊ້​ຄຳ​ເວົ້າ​ຂົ່ມ​ຂູ່​ພີ່​ນ້ອງ​ຂອງ​ຕົນ​ຢູ່ ຈຶ່ງ​ໄດ້​ຖືກ​ຕັດ​ສິນ ແລະ ລົງ​ໂທດ​ຕາມ​ກົດ​ໝາຍ.

6 ແລະ ດ້ວຍ​ເຫດ​ນີ້​ພວກ​ເຂົາ​ຈຶ່ງ​ໄດ້​ຢຸດ​ການ​ມົ້ວ​ສຸມ​ລັບ​ອັນ​ຊົ່ວ​ຮ້າຍ ແລະ ໜ້າ​ກຽດ​ຊັງ​ທັງ​ໝົດ ຊຶ່ງ​ໃນ​ນັ້ນ​ມີ​ຄວາມ​ຊົ່ວ​ຮ້າຍ​ຫລາຍ, ແລະ ການ​ຄາດ​ຕະ​ກຳ​ຢ່າງ​ຫລວງ​ຫລາຍ.

7 ແລະ ປີ​ທີ ຊາວ​ສອງ​ໄດ້​ຜ່ານ​ໄປ​ດັ່ງ​ນີ້, ແລະ ປີ​ທີ​ຊາວ​ສາມ​ນຳ​ອີກ, ແລະ ປີ​ທີ​ຊາວ​ສີ່, ແລະ ປີ​ທີ​ຊາວ​ຫ້າ; ແລະ ເວລາ​ຊາວ​ຫ້າ​ປີ​ໄດ້​ຜ່ານ​ໄປ​ດັ່ງ​ນີ້.

8 ແລະ ມີ​ຫລາຍ​ຢ່າງ​ຫລາຍ​ແນວ​ເກີດ​ຂຶ້ນ ຊຶ່ງ​ໃນ​ສາຍ​ຕາ​ຂອງ​ຄົນ​ບາງ​ຄົນ​ເຫັນ​ວ່າ​ມັນ​ເປັນ​ເລື່ອງ​ທີ່​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ເລື່ອງ​ລາວ​ທັງ​ໝົດ​ກໍ​ບໍ່​ສາ​ມາດ​ທີ່​ຈະ​ເອົາ​ມາ​ຂຽນ​ໄວ້​ໃນ​ໜັງ​ສື​ເຫລັ້ມ​ນີ້​ໄດ້; ແທ້​ຈິງ​ແລ້ວ, ໜັງ​ສື​ເຫລັ້ມ​ນີ້​ບໍ່​ສາ​ມາດ​ບັນ​ທຶກແມ່ນ​ແຕ່ ໜຶ່ງ​ສ່ວນ​ຮ້ອຍ​ຂອງ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ບັນ​ດາ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ໃນ​ໄລ​ຍະ​ຊາວ​ຫ້າ​ປີ​ຜ່ານ​ມາ;

9 ແຕ່​ຈົ່ງ​ເບິ່ງ ມັນ​ມີ ບັນ​ທຶກ ຊຶ່ງ​ມີ​ເລື່ອງ​ລາວ​ຂອງ​ຄວາມ​ເປັນ​ມາ​ທັງ​ໝົດ​ຂອງ​ຜູ້​ຄົນ​ພວກ​ນີ້; ແລະ ມັນ​ເປັນ​ເລື່ອງ​ລາວ​ທີ່​ສັ້ນໆ ແຕ່​ເປັນ​ຄວາມ​ຈິງ​ຊຶ່ງ​ໃຫ້​ໄວ້​ໂດຍ​ນີໄຟ.

10 ສະນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ເຮັດ​ບັນ​ທຶກ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ເລື່ອງ​ເຫລົ່າ​ນີ້, ຕາມ​ບັນ​ທຶກ​ຂອງ​ນີໄຟ ຊຶ່ງ​ຖືກ​ບັນ​ທຶກ​ໄວ້​ໃນ​ແຜ່ນ​ຈາລຶກ​ທີ່​ເອີ້ນ​ວ່າ ແຜ່ນ​ຈາລຶກ​ຂອງ​ນີໄຟ.

11 ແລະ ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກໍ​ໄດ້​ບັນ​ທຶກ​ໄວ້​ໃນ​ແຜ່ນ​ຈາລຶກ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ດ້ວຍ​ມື​ຂອງ​ຂ້າ​ພະ​ເຈົ້າ​ເອງ​ຄື​ກັນ.

12 ແລະ ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຊື່​ວ່າ ມໍມອນ, ໂດຍ​ທີ່​ຖືກ​ເອີ້ນ​ຕາມ ແຜ່ນ​ດິນ​ມໍມອນ, ແຜ່ນ​ດິນ​ທີ່​ແອວມາ​ໄດ້​ສະຖາ​ປະນາ​ສາດ​ສະ​ໜາ​ຈັກ​ຂຶ້ນ​ໃນ​ບັນ​ດາ​ຜູ້​ຄົນ, ແທ້​ຈິງ​ແລ້ວ, ມັນ​ເປັນ​ສາດ​ສະ​ໜາ​ຈັກ​ແຫ່ງ​ທຳ​ອິດ​ທີ່​ຖືກ​ສະຖາ​ປະນາ​ຂຶ້ນ​ໃນ​ບັນ​ດາ​ພວກ​ເຂົາ ຫລັງ​ຈາກ​ການ​ລ່ວງ​ລະເມີດ​ຂອງ​ພວກ​ເຂົາ.

13 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ເອີ້ນ​ຈາກ​ພຣະ​ອົງ ໃຫ້​ປະ​ກາດ​ພຣະ​ຄຳ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ພຣະ​ອົງ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ມີ​ຊີ​ວິດ​ອັນ​ເປັນ​ນິດ.

14 ແລະ ມັນ​ຈຶ່ງ​ເປັນ​ການ​ສົມ​ຄວນ​ທີ່​ຂ້າ​ພະ​ເຈົ້າ, ຕາມ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ, ຄວນ​ເຮັດ ບັນ​ທຶກ​ກ່ຽວ​ກັບ​ສິ່ງ​ທີ່​ເປັນ​ມາ​ເຫລົ່າ​ນີ້​ໄວ້, ເພື່ອ​ໃຫ້​ຄຳ​ອະ​ທິ​ຖານ​ຂອງ​ຜູ້​ທີ່​ໄດ້​ຈາກ​ໄປ​ແລ້ວ​ນັ້ນ ຊຶ່ງ​ເປັນ​ຜູ້​ບໍ​ລິ​ສຸດ ໄດ້​ຮັບ​ຄວາມ​ສຳ​ເລັດ​ຕາມ​ສັດທາ​ຂອງ​ພວກ​ເຂົາ—

15 ແທ້​ຈິງ​ແລ້ວ, ບັນ​ທຶກ​ເຫລັ້ມ​ນ້ອຍ​ຂອງ​ເລື່ອງ​ລາວ​ທີ່​ໄດ້​ເກີດ​ຂຶ້ນ​ນັບ​ຕັ້ງ​ແຕ່​ເວລາ​ທີ່​ລີໄຮ​ອອກ​ມາ​ຈາກ​ເຢຣູ​ຊາເລັມ, ຈົນ​ເຖິງ​ເວລາ​ນີ້.

16 ສະນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ເຮັດ​ບັນ​ທຶກ​ຈາກ​ເລື່ອງ​ລາວ​ຊຶ່ງ​ຄົນ​ທີ່​ຢູ່​ມາ​ກ່ອນ​ຂ້າ​ພະ​ເຈົ້າ​ໃຫ້​ໄວ້, ຈົນ​ຮອດ​ຕອນ​ຕົ້ນ​ຂອງ​ວັນ​ເວລາ​ຂອງ​ຂ້າ​ພະ​ເຈົ້າ;

17 ແລະ ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ເຮັດ ບັນ​ທຶກ​ກ່ຽວ​ກັບ​ເລື່ອງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ມາ​ດ້ວຍ​ຕາ​ຂອງ​ຂ້າ​ພະ​ເຈົ້າ​ເອງ.

18 ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ ບັນ​ທຶກ​ຊຶ່ງ​ຂ້າ​ພະ​ເຈົ້າ​ເຮັດ​ໄວ້​ນັ້ນ​ເປັນ​ບັນ​ທຶກ​ທີ່​ຖືກ​ຕ້ອງ ແລະ ເປັນ​ຄວາມ​ຈິງ; ເຖິງ​ຢ່າງ​ໃດ​ກໍ​ຕາມ ມັນ​ຍັງ​ມີ​ອີກ​ຫລາຍ​ສິ່ງ​ຫລາຍ​ຢ່າງ ຊຶ່ງ​ພວກ​ເຮົາ​ບໍ່​ສາ​ມາດ​ຈະ ຂຽນ​ໄວ້​ໄດ້​ຕາມ​ພາ​ສາ​ຂອງ​ພວກ​ເຮົາ.

19 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຂໍ​ຈົບ​ການ​ເວົ້າ​ເຖິງ​ຕົວ​ຂອງ​ຂ້າ​ພະ​ເຈົ້າ​ເອງ​ໄວ້​ພຽງ​ເທົ່າ​ນີ້, ແລະ ຕໍ່​ໄປ​ນີ້​ຈະ​ເລີ່ມ​ເລົ່າ​ເລື່ອງ​ລາວ​ກ່ຽວ​ກັບ​ສິ່ງ​ທີ່​ເປັນ​ມາ​ກ່ອນ​ຂ້າ​ພະ​ເຈົ້າ.

20 ຂ້າ​ພະ​ເຈົ້າ​ຄື​ມໍມອນ, ແລະ ເປັນ​ຜູ້​ສືບ​ເຊື້ອ​ສາຍ​ໂດຍ​ແທ້​ຈິງ​ຂອງ​ລີໄຮ. ຂ້າ​ພະ​ເຈົ້າ​ມີ​ເຫດ​ຜົນ​ທີ່​ຈະ​ຖວາຍ​ພອນ​ແດ່​ພຣະ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ຂ້າ​ພະ​ເຈົ້າ​ພຣະ​ເຢຊູ​ຄຣິດ, ທີ່​ພຣະ​ອົງ​ໄດ້​ນຳ​ພາ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ອອກ​ມາ​ຈາກ​ແຜ່ນ​ດິນ​ເຢຣູ​ຊາເລັມ, (ແລະ ບໍ່​ມີ​ຜູ້​ໃດ​ຮູ້​ຈັກ​ເລື່ອງ​ນີ້​ເລີຍ ນອກ​ຈາກ​ພຣະ​ອົງ​ເອງ ແລະ ຜູ້​ທີ່​ພຣະ​ອົງ​ໄດ້​ນຳ​ອອກ​ມາ​ຈາກ​ແຜ່ນ​ດິນ​ນັ້ນ) ແລະ​ວ່າ​ພຣະ​ອົງ​ໄດ້​ປະທານ​ຄວາມ​ຮູ້​ຢ່າງ​ມະຫາ​ສານ​ໃຫ້​ແກ່​ຂ້າ​ພະ​ເຈົ້າ ແລະ ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໄປ​ສູ່​ຄວາມ​ລອດ​ແຫ່ງ​ຈິດ​ວິນ​ຍານ​ຂອງ​ພວກ​ເຮົາ.

21 ພຣະ​ອົງ​ໄດ້​ປະທານ​ພອນ​ໃຫ້​ແກ່ ເຊື້ອ​ສາຍ​ຂອງ ຢາໂຄບ​ໂດຍ​ແນ່​ແທ້, ແລະ ໄດ້ ເມດ​ຕາ​ລູກ​ຫລານ​ຂອງ​ໂຢເຊັບ.

22 ແລະ ຕາບ​ໃດ​ທີ່​ລູກ​ຫລານ​ຂອງ​ລີໄຮ​ຍັງ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ຢູ່ ພຣະ​ອົງ​ໄດ້​ປະທານ​ພອນ​ໃຫ້​ແກ່​ພວກ​ເຂົາ ແລະ ເຮັດ​ໃຫ້​ພວກ​ເຂົາ​ຈະ​ເລີນ​ຮຸ່ງ​ເຮືອງ​ຕາມ​ຄຳ​ຂອງ​ພຣະ​ອົງ.

23 ແທ້​ຈິງ​ແລ້ວ, ແລະ ແນ່​ນອນ​ທີ່​ສຸດ ພຣະ​ອົງ​ຈະ​ເອົາ ສ່ວນ​ໜຶ່ງ​ທີ່​ເຫລືອ​ຢູ່​ຂອງ​ລູກ​ຫລານ​ຂອງ​ໂຢເຊັບ​ມາ​ສູ່ ຄວາມ​ຮູ້​ເລື່ອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ.

24 ແລະ ຕາບ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່​ຢ່າງ​ແນ່​ນອນ​ສັນ​ໃດ, ພຣະ​ອົງ​ຈະ ເຕົ້າ​ໂຮມ​ສ່ວນ​ທີ່​ເຫລືອ​ຢູ່​ທັງ​ໝົດ​ຂອງ​ລູກ​ຫລານ​ຂອງ​ຢາໂຄບ, ຈາກ​ສີ່​ສ່ວນ​ຂອງ​ແຜ່ນ​ດິນ​ໂລກ​ເຂົ້າ​ກັນ​ສັນ​ນັ້ນ ຊຶ່ງ​ພວກ​ເຂົາ​ໄດ້​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ຕາມ​ຜືນ​ແຜ່ນ​ດິນ​ໂລກ.

25 ແລະ ພຣະ​ອົງ​ໄດ້​ເຮັດ​ພັນທະ​ສັນ​ຍາ​ໄວ້​ກັບ​ເຊື້ອ​ສາຍ​ຂອງ​ຢາໂຄບ​ທັງ​ໝົດ​ສັນ​ໃດ, ພັນທະ​ສັນ​ຍາ​ຊຶ່ງ​ພຣະ​ອົງ​ໄດ້​ເຮັດ ໄວ້​ກັບ​ເຊື້ອ​ສາຍ​ຂອງ​ຢາໂຄບ​ຈະ​ສຳ​ເລັດ​ໃນ​ເວລາ​ອັນ​ເໝາະ​ສົມ​ຂອງ​ພຣະ​ອົງ​ເອງ​ສັນ​ນັ້ນ, ຈົນ​ເຖິງ ການ​ນຳ​ເອົາ​ເຊື້ອ​ສາຍ​ຂອງ​ຢາໂຄບ​ທັງ​ໝົດ​ກັບ​ມາ​ຫາ​ຄວາມ​ຮູ້​ເລື່ອງ​ພັນທະ​ສັນ​ຍາ​ທີ່​ພຣະ​ອົງ​ໄດ້​ເຮັດ​ໄວ້​ກັບ​ພວກ​ເຂົາ.

26 ແລະ ເມື່ອ​ນັ້ນ​ພວກ​ເຂົາ​ຈະ ຮູ້​ຈັກ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ, ຄື​ພຣະ​ເຢຊູ​ຄຣິດ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ; ແລະ ເມື່ອ​ນັ້ນ ພວກ​ເຂົາ​ຈະ​ຖືກ​ເຕົ້າ​ໂຮມ​ຈາກ​ສີ່​ສ່ວນ​ຂອງ​ແຜ່ນ​ດິນ​ໂລກ, ເຂົ້າ​ມາ​ຫາ​ແຜ່ນ​ດິນ​ຂອງ​ພວກ​ເຂົາ​ເອງ ຊຶ່ງ​ພວກ​ເຂົາ​ໄດ້​ໜີ​ຈາກ​ໄປ; ແທ້​ຈິງ​ແລ້ວ, ຕາບ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່​ສັນ​ໃດ, ມັນ​ກໍ​ຈະ​ເປັນ​ໄປ​ສັນ​ນັ້ນ. ອາແມນ.