ພຣະ​ຄຳ​ພີ
3 ນີໄຟ 7


ບົດ​ທີ 7

ຫົວ​ໜ້າ​ຜູ້​ຕັດ​ສິນ​ຖືກ​ຂ້າ​ຕາຍ, ຜູ້​ປົກ​ຄອງ​ຖືກ​ໂຄ່ນ​ລົ້ມ, ແລະ ຜູ້​ຄົນ​ແບ່ງ​ແຍກ​ກັນ​ອອກ​ເປັນ​ຫລາຍ​ເຜົ່າ—ຢາໂຄບ​ຜູ້​ຕໍ່​ຕ້ານ​ພຣະ​ຄຣິດ​ກາຍ​ເປັນ​ກະສັດ​ຂອງ​ກຸ່ມ​ມົ້ວ​ສຸມ​ລັບ—ນີໄຟ​ສັ່ງ​ສອນ​ເຖິງ​ການ​ກັບ​ໃຈ ແລະ ສັດທາ​ໃນ​ພຣະ​ຄຣິດ—ເຫລົ່າ​ທູດ​ມາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ເພິ່ນ​ທຸກໆ​ມື້, ແລະ ເພິ່ນ​ໄດ້​ໂຜດ​ຍົກ​ນ້ອງ​ຊາຍ​ຂອງ​ເພິ່ນ​ຂຶ້ນ​ຈາກ​ຕາຍ—ຫລາຍ​ຄົນ​ກັບ​ໃຈ ແລະ ຮັບ​ບັບຕິ​ສະມາ. ປະ​ມານ ຄ.ສ. 30–33.

1 ບັດ​ນີ້​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຈະ​ສະແດງ​ແກ່​ພວກ​ທ່ານ​ວ່າ ພວກ​ເຂົາ​ບໍ່​ໄດ້​ແຕ່ງ​ຕັ້ງ​ໃຫ້​ມີ​ກະສັດ​ປົກ​ຄອງ​ແຜ່ນ​ດິນ; ແຕ່​ໃນ​ປີ​ດຽວ​ກັນ​ນັ້ນ, ແທ້​ຈິງ​ແລ້ວ, ໃນ​ປີ​ທີ​ສາມ​ສິບ, ພວກ​ເຂົາ​ໄດ້​ທຳ​ລາຍ​ບັນ​ລັງ​ຕັດ​ສິນ, ແທ້​ຈິງ​ແລ້ວ, ໄດ້​ລອບ​ຂ້າ​ຫົວ​ໜ້າ​ຜູ້​ຕັດ​ສິນ​ຂອງ​ແຜ່ນ​ດິນ.

2 ແລະ ຜູ້​ຄົນ​ໄດ້​ແບ່ງ​ແຍກ​ເປັນ​ສັດ​ຕູ​ກັນ; ແລະ ພວກ​ເຂົາ​ໄດ້​ແບ່ງ​ແຍກ​ກັນ​ອອກ​ເປັນ​ຫລາຍ​ເຜົ່າ, ຕາມ​ຄອບ​ຄົວ ແລະ ຍາດ​ພີ່​ນ້ອງ ແລະ ເພື່ອນ​ຝູງ​ຂອງ​ພວກ​ເຂົາ; ແລະ ພວກ​ເຂົາ​ໄດ້​ທຳ​ລາຍ​ການ​ປົກ​ຄອງ​ຂອງ​ແຜ່ນ​ດິນ​ດັ່ງ​ນີ້.

3 ແລະ ແຕ່​ລະ​ເຜົ່າ​ກໍ​ໄດ້​ແຕ່ງ​ຕັ້ງ​ໃຫ້​ມີ​ຫົວ​ໜ້າ ຫລື ຜູ້​ດູ​ແລ​ພວກ​ເຂົາ; ແລະ ພວກ​ເຂົາ​ຈຶ່ງ​ກັບ​ເປັນ​ເຜົ່າ​ຕ່າງໆ ແລະ ເປັນ​ຫົວ​ໜ້າ​ເຜົ່າ​ດັ່ງ​ນີ້.

4 ບັດ​ນີ້​ຈົ່ງ​ເບິ່ງ, ບໍ່​ມີ​ຜູ້​ໃດ​ໃນ​ບັນ​ດາ​ພວກ​ເຂົາ​ທີ່​ບໍ່​ມີ​ຄອບ​ຄົວ​ໃຫຍ່ ແລະ ຍາດ​ພີ່​ນ້ອງ ແລະ ເພື່ອນ​ຝູງ​ຫລາຍ​ຄົນ; ສະນັ້ນ ເຜົ່າ​ຂອງ​ພວກ​ເຂົາ​ຈຶ່ງ​ແຜ່​ຂະຫຍາຍ​ຢ່າງ​ກວ້າງ​ຂວາງ.

5 ບັດ​ນີ້ທັງ​ໝົດ​ນີ້​ເປັນ​ໄປ ແລະ ຍັງ​ບໍ່​ທັນ​ມີ​ສົງ​ຄາມ​ເກີດ​ຂຶ້ນ​ໃນ​ບັນ​ດາ​ພວກ​ເຂົາ​ເທື່ອ; ແລະ ຄວາມ​ຊົ່ວ​ຮ້າຍ​ທັງ​ໝົດ​ນີ້​ມາ​ສູ່​ຜູ້​ຄົນ ເພາະ​ພວກ​ເຂົາ​ໄດ້ ຍອມ​ຕົວ​ໃຫ້​ກັບ​ອຳນາດ​ຂອງ​ຊາຕານ.

6 ແລະ ຂໍ້​ບັງ​ຄັບ​ຂອງ​ຝ່າຍ​ຜູ້​ປົກ​ຄອງ​ໄດ້​ຖືກ​ທຳ​ລາຍ​ໄປ, ເພາະ ຄວາມ​ມົ້ວ​ສຸມ​ລັບ​ຂອງ​ເພື່ອນ​ຝູງ ແລະ ຍາດ​ພີ່​ນ້ອງ​ຂອງ​ພວກ​ທີ່​ຂ້າ​ສາດ​ສະ​ດາ.

7 ແລະ ພວກ​ເຂົາ​ໄດ້​ເຮັດ​ໃຫ້​ເກີດ​ການ​ຂັດ​ແຍ້ງ​ອັນ​ໃຫຍ່​ຫລວງ​ໃນ​ແຜ່ນ​ດິນ, ເຖິງ​ຂະ​ໜາດ​ທີ່​ຜູ້​ຄົນ​ທີ່​ຊອບ​ທຳ​ເກືອບ​ຈະ​ກາຍ​ມາ​ເປັນ​ຄົນ​ຊົ່ວ​ໄປ​ຈົນ​ໝົດ; ແທ້​ຈິງ​ແລ້ວ, ຍັງ​ມີ​ແຕ່​ຄົນ​ທີ່​ຊອບ​ທຳ​ຢູ່​ພຽງ​ບໍ່​ເທົ່າ​ໃດ​ຄົນ​ເທົ່າ​ນັ້ນ​ໃນ​ບັນ​ດາ​ພວກ​ເຂົາ.

8 ແລະ ເວລາ​ຫົກ​ປີ​ຍັງ​ບໍ່​ທັນ​ໄດ້​ຜ່ານ​ໄປ​ເທື່ອ​ນັບ​ແຕ່​ຄົນ​ສ່ວນ​ຫລາຍ​ໄດ້​ຫັນ​ໄປ​ຈາກ​ຄວາມ​ຊອບ​ທຳ​ຂອງ​ພວກ​ເຂົາ, ຄື​ກັນ​ກັບ​ໝາ​ກິນ​ສິ່ງ​ທີ່​ມັນ ຮາກ​ອອກ​ມາ, ຫລື ຄື​ກັນ​ກັບ​ໝູ​ທີ່​ລ້າງ​ແລ້ວ​ລົງ​ໄປ​ນອນ​ລຸຍ​ຢູ່​ໃນ​ບວກ​ອີກ.

9 ບັດ​ນີ້​ກຸ່ມ​ມົ້ວ​ສຸມ​ລັບ​ນີ້, ຊຶ່ງ​ນຳ​ຄວາມ​ຊົ່ວ​ຮ້າຍ​ອັນ​ໃຫຍ່​ຫລວງ​ມາ​ສູ່​ຜູ້​ຄົນ, ໄດ້​ມາ​ເຕົ້າ​ໂຮມ​ກັນ ແລະ ໄດ້​ຕັ້ງ​ຄົນ​ຜູ້​ໜຶ່ງ​ຂຶ້ນ​ເປັນ​ຫົວ​ໜ້າ​ຂອງ​ພວກ​ເຂົາ ຜູ້​ທີ່​ພວກ​ເຂົາ​ເອີ້ນ​ວ່າ ຢາໂຄບ;

10 ແລະ ພວກ​ເຂົາ​ໄດ້​ເອີ້ນ​ລາວ​ວ່າ​ເປັນ​ກະສັດ​ຂອງ​ພວກ​ເຂົາ; ສະນັ້ນ ລາວ​ຈຶ່ງ​ໄດ້​ກາຍ​ມາ​ເປັນ​ກະສັດ​ປົກ​ຄອງ​ຄົນ​ຊົ່ວ​ກຸ່ມ​ນີ້; ແລະ ລາວ​ເປັນ​ຄົນ​ສຳ​ຄັນ​ທີ່​ສຸດ​ຄົນ​ໜຶ່ງ​ທີ່​ໄດ້​ອອກ​ສຽງ​ຕໍ່​ຕ້ານ​ສາດ​ສະ​ດາ ຜູ້​ຊຶ່ງ​ໃຫ້​ຖ້ອຍ​ຄຳ​ເຖິງ​ພຣະ​ເຢຊູ.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ບໍ່​ມີ​ຈຳນວນ​ຄົນ​ຫລາຍ​ເທົ່າ​ກັບ​ເຜົ່າ​ຕ່າງໆ, ຜູ້​ໄດ້​ຮ່ວມ​ເຂົ້າ​ກັນ​ເປັນ​ໜຶ່ງ ແຕ່​ພວກ​ຫົວ​ໜ້າ​ຂອງ​ພວກ​ເຂົາ​ໄດ້​ຕັ້ງ​ກົດ​ຂຶ້ນ, ແຕ່​ລະ​ຄົນ​ຕາມ​ເຜົ່າ​ຂອງ​ຕົນ​ເອງ; ເຖິງ​ຢ່າງ​ໃດ​ກໍ​ຕາມ​ພວກ​ເຂົາ​ກໍ​ຍັງ​ເປັນ​ສັດ​ຕູ​ກັນ​ຢູ່; ເຖິງ​ແມ່ນ​ວ່າ​ພວກ​ເຂົາ​ບໍ່​ໄດ້​ເປັນ​ຄົນ​ຊອບ​ທຳ, ແຕ່​ພວກ​ເຂົາ​ກໍ​ໄດ້​ເຂົ້າ​ຮ່ວມ​ກັນ​ກຽດ​ຊັງ​ພວກ​ທີ່​ໄດ້​ເຂົ້າ​ເຮັດ​ພັນທະ​ສັນ​ຍາ​ເພື່ອ​ທຳ​ລາຍ​ຝ່າຍ​ຜູ້​ປົກ​ຄອງ.

12 ສະນັ້ນ, ຢາໂຄບ​ໂດຍ​ທີ່​ເຫັນ​ວ່າ​ສັດ​ຕູ​ມີ​ຈຳນວນ​ຫລາຍ​ກວ່າ​ພວກ​ຕົນ, ໂດຍ​ທີ່​ລາວ​ເອງ​ເປັນ​ກະສັດ​ຂອງ​ກຸ່ມ​ນັ້ນ, ສະນັ້ນ ລາວ​ຈຶ່ງ​ໄດ້​ສັ່ງ​ໃຫ້​ຜູ້​ຄົນ​ຂອງ​ລາວ​ໜີ​ໄປ​ຫາ​ຂົງ​ເຂດ​ທີ່​ຢູ່​ເໜືອ​ສຸດ​ຂອງ​ແຜ່ນ​ດິນ​ທາງ​ເໜືອ, ແລະ ຢູ່​ທີ່​ນັ້ນ​ຈະ​ໄດ້​ສ້າງ ອາ​ນາ​ຈັກ​ຂຶ້ນ​ເພື່ອ​ພວກ​ເຂົາ​ເອງ, ຈົນ​ວ່າ​ມີ​ພວກ​ທີ່​ແຍກ​ອອກ​ໄປ​ຮ່ວມ​ກັບ​ພວກ​ເຂົາ, (ເພາະ​ຢາໂຄບ​ໄດ້​ເວົ້າ​ຍຸ​ຍົງ​ພວກ​ເຂົາ​ວ່າ ມັນ​ຈະ​ມີ​ຜູ້​ຄົນ​ແຍກ​ອອກ​ໄປ​ຮ່ວມ​ເປັນ​ຈຳນວນ​ຫລວງ​ຫລາຍ) ແລະ ພວກ​ເຂົາ​ກັບ​ມາ​ມີ​ກຳ​ລັງ​ພຽງ​ພໍ​ທີ່​ຈະ​ຕໍ່​ສູ້​ກັບ​ຜູ້​ຄົນ​ຂອງ​ເຜົ່າ​ຕ່າງໆ; ແລະ ພວກ​ເຂົາ​ໄດ້​ເຮັດ​ເຊັ່ນນີ້.

13 ແລະ ການ​ເດີນ​ທັບ​ຂອງ​ພວກ​ເຂົາ​ນັ້ນ​ວ່ອງ​ໄວ​ທີ່​ສຸດ ເຖິງ​ຂະ​ໜາດ​ທີ່​ບໍ່​ມີ​ສິ່ງ​ໃດ​ຈະ​ຂັດ​ຂວາງ​ພວກ​ເຂົາ​ໄດ້ ຈົນ​ວ່າ​ພວກ​ເຂົາ​ໄດ້​ອອກ​ໄປ​ພົ້ນ​ຈາກ​ໄລ​ຍະ​ທີ່​ຜູ້​ຄົນ​ຈະ​ຕາມ​ມາ​ທັນ. ແລະ ປີ​ທີ​ສາມ​ສິບ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້; ແລະ ການ​ງານ​ຂອງ​ຜູ້​ຄົນ​ຂອງ​ນີໄຟ​ກໍ​ເປັນ​ໄປ​ດັ່ງ​ນີ້.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ສາມ​ສິບ​ເອັດ​ຄື ພວກ​ເຂົາ​ໄດ້​ແບ່ງ​ແຍກ​ອອກ​ເປັນ​ຫລາຍ​ເຜົ່າ, ທຸກ​ຄົນ​ຕາມ​ຄອບ​ຄົວ, ຍາດ​ພີ່​ນ້ອງ ແລະ ເພື່ອນ​ຝູງ​ຂອງ​ເຂົາ; ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຂົາ​ຍັງ​ໄດ້​ຕົກ​ລົງ​ກັນ​ວ່າ ພວກ​ເຂົາ​ຈະ​ບໍ່​ເຮັດ​ສົງ​ຄາມ​ຕໍ່​ຕ້ານ​ກັນ, ແຕ່​ພວກ​ເຂົາ​ບໍ່​ໄດ້​ເປັນ​ໜຶ່ງ​ເລື່ອງ​ກົດ​ໝາຍ ແລະ ລະບຽບ​ການ​ປົກ​ຄອງ​ຂອງ​ພວກ​ເຂົາ ເພາະ​ພວກ​ເຂົາ​ໄດ້​ຕັ້ງ​ກົດ​ຂຶ້ນ​ຕາມ​ຄວາມ​ຄິດ​ເຫັນ​ຂອງ​ຜູ້​ທີ່​ເປັນ​ຫົວ​ໜ້າ ແລະ ຜູ້​ນຳ​ຂອງ​ພວກ​ເຂົາ. ແຕ່​ວ່າ​ພວກ​ເຂົາ​ໄດ້​ຕັ້ງ​ກົດ​ເຄັ່ງ​ຄັດ​ທີ່​ສຸດ​ຂຶ້ນ​ວ່າ ບໍ່​ໃຫ້​ແຕ່​ລະ​ເຜົ່າ​ລ່ວງ​ລະເມີດ​ຊຶ່ງ​ກັນ​ແລະ​ກັນ, ເຖິງ​ຂະ​ໜາດ​ທີ່​ມັນ​ໄດ້​ມີ​ສັນ​ຕິ​ສຸກ​ຢູ່​ໃນ​ແຜ່ນ​ດິນ​ພໍ​ສົມ​ຄວນ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃຈ​ຂອງ​ພວກ​ເຂົາ​ໄດ້​ຫັນ​ເຫ​ໄປ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ແລະ ພວກ​ເຂົາ​ໄດ້​ແກວ່ງ​ກ້ອນ​ຫີນ​ໃສ່​ສາດ​ສະ​ດາ, ແລະ ໄດ້​ຂັບ​ໄລ່​ພວກ​ເພິ່ນ​ອອກ​ໄປ​ຈາກ​ບັນ​ດາ​ພວກ​ເຂົາ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນີໄຟ—​ໂດຍ​ທີ່​ໄດ້​ຮັບ​ການ​ມາ​ຢ້ຽມ​ຢາມ​ຈາກ​ເຫລົ່າ​ທູດ ແລະ ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ​ນຳ​ອີກ, ສະນັ້ນ ນີໄຟ​ຈຶ່ງ​ໄດ້​ເຫັນ​ເຫລົ່າ​ທູດ, ແລະ ເປັນ​ພະຍານ​ດ້ວຍ​ຕາ, ແລະ ມີ​ອຳນາດ​ທີ່​ຖືກ​ປະທານ​ໃຫ້​ແກ່​ເພິ່ນ ເພື່ອ​ເພິ່ນ​ຈະ​ໄດ້​ຮູ້​ຈັກ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຄຣິດ, ແລະ ເປັນ​ພະຍານ​ດ້ວຍ​ຕາ ເຖິງ​ການ​ຫັນ​ເຫ​ຢ່າງ​ວ່ອງ​ໄວ​ຈາກ​ຄວາມ​ຊອບ​ທຳ​ໄປ​ສູ່​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ​ນຳ​ອີກ;

16 ສະນັ້ນ, ໂດຍ​ທີ່​ມີ​ຄວາມ​ໂສກ​ເສົ້າ ເພາະ​ຄວາມ​ແຂງ​ກະ​ດ້າງ​ຂອງ​ໃຈ​ຂອງ​ພວກ​ເຂົາ ແລະ ຄວາມ​ບອດ​ຂອງ​ຈິດ​ໃຈ​ຂອງ​ພວກ​ເຂົາ—ຈຶ່ງ​ໄດ້​ອອກ​ໄປ​ໃນ​ປີ​ດຽວ​ກັນ​ນັ້ນ, ແລະ ເລີ່ມ​ໃຫ້​ຖ້ອຍ​ຄຳ​ຢ່າງ​ອາດ​ຫານ​ເລື່ອງ​ການ​ກັບ​ໃຈ ແລະ ການ​ປົດ​ບາບ​ຜ່ານ​ສັດທາ​ໃນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ.

17 ແລະ ເພິ່ນ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຫລາຍ​ຢ່າງ​ແກ່​ພວກ​ເຂົາ; ແລະ ບໍ່​ສາ​ມາດ​ຂຽນ​ເລື່ອງ​ທັງ​ໝົດ​ໄວ້​ໄດ້, ແລະ ຖ້າ​ຈະ​ຂຽນ​ສ່ວນ​ໜຶ່ງ​ໄວ້​ກໍ​ຈະ​ບໍ່​ຄົບ​ຖ້ວນ, ສະນັ້ນ ມັນ​ຈຶ່ງ​ບໍ່​ໄດ້​ຖືກ​ຂຽນ​ໄວ້​ເລີຍ​ໃນ​ໜັງ​ສື​ເຫລັ້ມ​ນີ້. ແລະ ນີໄຟ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ດ້ວຍ ອຳນາດ ແລະ ດ້ວຍ​ສິດ​ອຳນາດ​ອັນ​ຍິ່ງ​ໃຫຍ່.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຄຽດ​ແຄ້ນ​ໃຫ້​ເພິ່ນ, ເພາະ​ເພິ່ນ​ມີ​ອຳນາດ​ຫລາຍ​ກວ່າ​ພວກ​ເຂົາ, ເພາະ​ມັນ​ເປັນ​ໄປ ບໍ່​ໄດ້​ທີ່​ພວກ​ເຂົາ​ຈະ​ບໍ່​ເຊື່ອ​ຄຳ​ເວົ້າ​ຂອງ​ເພິ່ນ, ເພາະ​ສັດທາ​ຂອງ​ເພິ່ນ​ໃນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ​ນັ້ນ​ໃຫຍ່​ຍິ່ງ​ທີ່​ສຸດ​ຈົນ​ວ່າ​ເຫລົ່າ​ທູດ​ໄດ້​ມາ​ປະ​ຕິ​ບັດ​ແກ່​ເພິ່ນ​ທຸກໆ​ມື້.

19 ແລະ ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ ເພິ່ນ​ໄດ້​ຂັບ​ໄລ່​ພວກ​ຜີ​ສາງ ແລະ ວິນ​ຍານ​ອັນ​ບໍ່​ສະອາດ​ອອກ​ໄປ; ແລະ ເຖິງ​ຂະ​ໜາດ​ທີ່​ເພິ່ນ​ໄດ້​ໂຜດ​ຍົກ​ນ້ອງ​ຊາຍ​ຂອງ​ເພິ່ນ​ຂຶ້ນ​ຈາກ​ຕາຍ, ຫລັງ​ຈາກ​ທີ່​ລາວ​ຖືກ​ຜູ້​ຄົນ​ແກວ່ງ​ກ້ອນ​ຫີນ​ໃສ່​ຈົນ​ເຖິງ​ແກ່​ຄວາມ​ຕາຍ.

20 ແລະ ຜູ້​ຄົນ​ໄດ້​ເຫັນ​ເຫດ​ການ​ນີ້ ແລະ ໄດ້​ເປັນ​ພະຍານ​ເຖິງ​ເລື່ອງ​ນີ້, ແລະ ໄດ້​ຄຽດ​ແຄ້ນ​ໃຫ້​ເພິ່ນ​ຍ້ອນ​ອຳນາດ​ຂອງ​ເພິ່ນ; ແລະ ເພິ່ນ​ໄດ້​ເຮັດ​ສິ່ງ​ມະຫັດ​ສະຈັນ​ອີກ ຫລາຍ​ຢ່າງ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຕໍ່​ສາຍ​ຕາ​ຂອງ​ຜູ້​ຄົນ​ນຳ​ອີກ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ປີ​ທີ​ສາມ​ສິບ​ເອັດ​ໄດ້​ຜ່ານ​ພົ້ນ​ໄປ, ແລະ ມີ​ຄົນ​ບໍ່​ເທົ່າ​ໃດ​ຄົນ​ທີ່​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ; ແຕ່​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ປ່ຽນ​ໃຈ​ເຫລື້ອມ​ໃສ​ໄດ້​ສະແດງ​ຕໍ່​ຜູ້​ຄົນ​ໂດຍ​ແທ້​ຈິງ​ວ່າ ພວກ​ເຂົາ​ໄດ້​ຖືກ​ຢ້ຽມ​ຢາມ​ໂດຍ​ອຳນາດ ແລະ ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ຊຶ່ງ​ສະ​ຖິດ​ຢູ່​ໃນ​ພຣະ​ເຢຊູ​ຄຣິດ, ຊຶ່ງ​ໃນ​ພຣະ​ອົງ​ພວກ​ເຂົາ​ເຊື່ອ​ຖື.

22 ແລະ ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ໄດ້​ຮັບ​ການ​ຂັບ​ໄລ່​ຜີ​ສາງ​ອອກ​ຈາກ​ຕົວ​ຂອງ​ພວກ​ເຂົາ, ແລະ ໄດ້​ຮັບ​ການ​ປິ່ນ​ປົວ​ຈາກ​ຄວາມ​ເຈັບ​ໄຂ້​ໄດ້​ປ່ວຍ​ຂອງ​ພວກ​ເຂົາ ແລະ ຄວາມ​ບໍ່​ຢູ່​ດີ​ມີ​ແຮງ​ຂອງ​ພວກ​ເຂົາ​ນັ້ນ, ໄດ້​ປະ​ກາດ​ແກ່​ຜູ້​ຄົນ​ໂດຍ​ແທ້​ຈິງ​ວ່າ ພວກ​ເຂົາ​ໄດ້​ຮັບ​ການ​ປິ່ນ​ປົວ​ໂດຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ, ແລະ ໄດ້​ຫາຍ​ດີ​ເປັນ​ປົກ​ກະ​ຕິ​ແລ້ວ; ແລະ ພວກ​ເຂົາ​ໄດ້​ສະແດງ​ເຄື່ອງ​ໝາຍ​ໃຫ້​ປະຈັກ​ນຳ​ອີກ ແລະ ໄດ້​ເຮັດ​ສິ່ງ​ມະຫັດ​ສະຈັນ​ຫລາຍ​ຢ່າງ​ໃນ​ບັນ​ດາ​ຜູ້​ຄົນ.

23 ປີ​ທີ​ສາມ​ສິບ​ສອງ​ກໍ​ໄດ້​ຜ່ານ​ໄປ​ດັ່ງ​ນີ້. ແລະ ນີໄຟ​ໄດ້​ຮ້ອງ​ປ່າວ​ຕໍ່​ຜູ້​ຄົນ​ໃນ​ຕົ້ນ​ປີ​ທີ​ສາມ​ສິບ​ສາມ; ແລະ ເພິ່ນ​ໄດ້​ສັ່ງ​ສອນ​ເລື່ອງ​ການ​ກັບ​ໃຈ ແລະ ການ​ປົດ​ບາບ​ໃຫ້​ແກ່​ພວກ​ເຂົາ.

24 ບັດ​ນີ້​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ທ່ານ​ຈື່​ຈຳ​ໄວ້​ນຳ​ອີກ​ວ່າ ບໍ່​ມີ​ຜູ້​ໃດ​ເລີຍ​ທີ່​ໄດ້​ຮັບ​ການ​ນຳ​ມາ​ສູ່​ການ​ກັບ​ໃຈ​ໂດຍ​ປາດ​ສະ​ຈາກ ການ​ບັບຕິ​ສະມາ​ດ້ວຍ​ນ້ຳ.

25 ສະນັ້ນ, ຈຶ່ງ​ມີ​ຜູ້​ຊາຍ​ຫລາຍ​ຄົນ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ນີໄຟ, ເພື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ນີ້ ເພື່ອ​ທຸກ​ຄົນ​ທີ່​ມາ​ຫາ​ພວກ​ເພິ່ນ​ຈະ​ໄດ້​ຮັບ​ບັບຕິ​ສະມາ​ດ້ວຍ​ນ້ຳ, ແລະ ການ​ຮັບ​ບັບຕິ​ສະມາ​ດ້ວຍ​ນ້ຳ​ນີ້​ຈະ​ເປັນ​ພະຍານ ແລະ ປະຈັກ​ພະຍານ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ແລະ ຕໍ່​ຜູ້​ຄົນ​ວ່າ​ພວກ​ເຂົາ​ໄດ້​ກັບ​ໃຈ ແລະ ໄດ້​ຮັບ ການ​ປົດ​ບາບ​ແລ້ວ.

26 ແລະ ໃນ​ຕົ້ນ​ປີ​ນີ້ ມີ​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ໄດ້​ຮັບ​ບັບຕິ​ສະມາ​ໄວ້​ກັບ​ການ​ກັບ​ໃຈ; ແລະ ເວລາ​ສ່ວນ​ຫລາຍ​ຂອງ​ປີ​ໄດ້​ຜ່ານ​ໄປ​ດັ່ງ​ນີ້.