​2010–2019
ການ​ກາຍ​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍທີ່​ເປັນ​ຕົວ​ຢ່າງ
ເດືອນ​ຕຸລາ 2018


ການ​ກາຍ​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍທີ່​ເປັນ​ຕົວ​ຢ່າງ

ຂ້າ​ພະ​ເຈົ້າ​ຂໍ​ມອບ​ຄວາມ​ຮັກ ແລະ ພອນ​ໃຫ້​ແກ່​ທ່ານ, ວ່າ​ທ່ານ​ຈະ​ຊື່ນ​ຊົມ​ຢູ່​ກັບ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ນຳ​ໃຊ້​ຄຳ​ສອນ​ຂອງ​ພຣະ​ອົງ ໃນ​ຊີ​ວິດສ່ວນ​ຕົວ​ຂອງ​ທ່ານ.

ຊ່າງ​ເປັນ​ກອງ​ປະ​ຊຸມໃຫຍ່​ທີ່ໃຫ້​ຄຳ​ດົນ​ໃຈ ແລະ ແຫ່ງ​ປະ​ຫວັດ​ສາດ​ແທ້ໆ. ພວກ​ເຮົາ​ເບິ່ງ​ອະ​ນາ​ຄົດ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ. ພວກ​ເຮົາ​ໄດ້​ຖືກ​ຊຸກ​ຍູ້​ໃຫ້ ເຮັດ ດີກວ່າ​ເກົ່າ ແລະ ໃຫ້ ເປັນ ຄົນ​ດີກວ່າ​ເກົ່າ. ຂ່າວ​ສານ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ ກໍ​ໄດ້​ຖືກ​ກ່າວ ຈາກ​ແທ່ນ​ປາ​ໄສ ໂດຍ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່ ແລະ ເຈົ້າ​ໜ້າ​ທີ່​ສາ​ມັນ ແລະ ສຽງ​ເພງ​ກໍ​ມ່ວນ​ອອນ​ຊອນ​ຫລາຍ! ຂ້າ​ພະ​ເຈົ້າ​ຂໍ​ຊຸກ​​ຍູ້​ທ່ານ ໃຫ້​ສຶກ​ສາ​ຂ່າວ​ສານ​ເຫລົ່າ​ນີ້, ເລີ່ມ​​ຕົ້ນຈາກ​ອາ​ທິດນີ້​ໄປ.1 ຂ່າວ​ສານ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເ​ຫັນພຣະ​ດຳ​ລັດ ແລະ ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ສຳ​ລັບ​ຜູ້​ຄົນ​ຂອງ​ພຣະ​ອົງ, ໃນທຸກວັນ​ນີ້.

ຫລັກ​ສູດ​ກ່ຽວ​ກັບການ​ເຮັດໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ, ໂດຍ​ມີສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ ມີ​ສັກ​ກະ​ຍະ​ພາບ ທີ່​ຈະ​ປ່ອຍ​ພະ​ລັງ​ຂອງ​ຄອບ​ຄົວ​ອອກ​ໄປ, ເມື່ອ​ແຕ່​ລະ​ຄອບ​ຄົວ​​ປະ​ຕິ​ບັດ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່ ແລະ ດ້ວຍ​ຄວາມ​ຮອບ​ຄອບ ເພື່ອ​ປ່ຽນ​ບ້ານ​ເຮືອນ​ຂອງ​ຕົນ ໃຫ້​ເປັນ​ສະ​ຖານ​ທີ່ສັກ​ສິດ​ແຫ່ງ​ສັດ​ທາ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ເຮົາ​ທຳ​ງານ​ຢ່າງ​ພາກ​ພຽນ ເພື່ອ​ສ້ອມ​ແປງ​ບ້ານ​ເຮືອນ​ຂອງ​ເຮົາ ໃຫ້​ເປັນສູນ​​ກາງ ການຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ, ແລ້ວ​ເມື່ອ​ເວ​ລາ​ຜ່ານ​ໄປ ວັນ​ຊະ​ບາ​ໂຕ ຂອງ​ທ່ານ ຈະເປັນ​ມື້​ທີ່​ມີ​ຄວາມ​ສຸກ​ຫລາຍແທ້ໆ. ລູກໆ ຂອງ​ທ່ານ ຈະ​ຕື່ນ​ເຕັ້ນ ທີ່​ຈະຮຽນ​ຮູ້ ແລະ ດຳ​ລົງ​ຊີ​ວິດ​ຕາມຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ອິດ​ທິ​ພົນ​ຂອງ​ຜູ້​ປໍ​ລະ​ປັກ ໃນ​ຊີ​ວິດ ຂອງ​ທ່ານ ແລະ ໃນ​ບ້ານ​ເຮືອນ ຂອງ​ທ່ານ ຈະ​ລົດ​​ນ້ອຍ​ຖອຍ​ລົງ. ການ​ປ່ຽນ​ແປງ​ໃນ​ຄອບ​ຄົວ​ຂອງ​ທ່ານ ຈະເປັນສິ່ງ​ທີ່​ໜ້າ​ຕື່ນ​ເຕັ້ນ ແລະ ຄ້ຳ​ຈູນ.

ລະ​ຫວ່າງກອງ​ປະ​ຊຸມ​ໃຫຍ່​ນີ້ ເຮົາ​ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ມຸ່ງ​ໝັ້ນ ໃນ​ການ​ໃຫ້​ກຽດ​ແດ່​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ທຸກ ເທື່ອ ທີ່​ເຮົາ​ກ່າວ​ເຖິງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ ຄວາມ​ຕັ້ງ​ໃຈ​ທີ່​ຊອບ​ທຳ​ຂອງ​ເຮົາ ທີ່​ຈະ​ເອີ້ນ​ຊື່​ແທ້​​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ສະ​ມາ​ຊິກ ຈະ​ນຳ​ໄປ​ສູ່​ການ​ມີ​ສັດ​ທາ​ຫລາຍ​ຂຶ້ນ ແລະ ໄດ້​ຮັບ​ພະ​ລັງ​ທາງວິນ​ຍານ​ທີ່​ຍິ່ງ​ໃຫຍ່ກວ່າ ສຳ​ລັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

ບັດ​ນີ້ ໃຫ້​ເຮົາ​ຫັນ​ມາ​ກ່າວ​ກ່ຽວ​ກັບ​ພຣະ​ວິ​ຫານ. ເຮົາ​ຮູ້​ວ່າ ເວ​ລາ​ຂອງ​ເຮົາ​ຢູ່​ໃນ​ພຣະ​ວິ​ຫານ​ແມ່ນຈຳ​ເປັນ​ຕໍ່​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຂອງ​ເຮົາ ແລະ ຂອງຄອບ​ຄົວ​ຂອງເຮົາ.

ຫລັງ​ຈາກ​ທີ່​ເຮົາ​ໄດ້​ຮັບ​ພິ​ທີ​ການ​ທາງ​ພຣະ​ວິ​ຫານ​ສຳ​ລັບ​ຕົວ​ເຮົາ​ເອງ​ ແລະ ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ເຈົ້າ​ແລ້ວ, ເຮົາ​ແຕ່​ຄົນຍັງ​ຕ້ອງ​ການ​ພະ​ລັງ ແລະ ການ​ສິດ​ສອນ​ທາງວິນ​ຍານ​ນຳ​ອີກ ຊຶ່ງ​ເປັນ​ໄປ​ໄດ້ ພຽງ​ແຕ່ ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ. ແລະ ບັນ​ພະ​ບຸ​ລຸດ​ຂອງ​ເຮົາ ຢາກ​ໃຫ້​ເຮົາ​ຮັບ​ໃຊ້​ເປັນ​ຜູ້​ກະ​ທຳ​ພິ​ທີ​ແທນ​ເຂົາ​ເຈົ້າ.

ໃຫ້​ເຮົາ​ມາພິ​ຈາ​ລະ​ນາ​ຄວາມ​ເມດ​ຕາ​ອັນ​ຍິ່ງ​ໃຫຍ່ ແລະ ຄວາມ​ດີ​ງາມ​ຂອງ​ພຣະ​ເຈົ້າ, ຜູ້​ຊຶ່ງ, ກ່ອນ​ການ​ວາງ​ຮາກ​ຖານ​ຂອງ​ໂລກ, ໄດ້​ຈັດຕຽມ​ວິ​ທີ​ທີ່​ຈະ​ມອບ​ພອນ​ຂອງ​ພຣະ​ວິ​ຫານ​ໃຫ້​ແກ່​ຜູ້​ທີ່​ໄດ້​ເສຍ​ຊີ​ວິດ​ໄປ ໂດຍປາດ​ສະ​ຈາກ​ຄວາມ​ຮູ້​ເລື່ອງ​ພຣະ​ກິດ​ຕິ​ຄຸນ. ພິ​ທີ​ການ​ທີ່​ສັກ​ສິດ​ໃນ​ພຣະ​ວິ​ຫານ ແມ່ນ​ເປັນ​ແບບ​ສະ​ໄໝ​ບູ​ຮານ. ຕໍ່​ຂ້າ​ພະ​ເຈົ້າ​ແລ້ວ ຄວາມ​ເກົ່າ​ແກ່ ເປັນ​ສິ່ງ​ທີ່​ໜ້າ​ຕື່ນ​ເຕັ້ນ ແລະ ເປັນ​ຫລັກ​ຖານ​ເຖິງ​ຄວາມ​ຈິງແທ້​.2

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ການ​ໂຈມ​ຕີ​ຂອງ​ຜູ້​ປໍ​ລະ​ປັກ ແມ່ນ​ເພີ່ມ​ທະ​ວີ​ຫລາຍ​ຂຶ້ນ, ໃນຄວາມ​ຮຸນ​ແຮງ ແລະ ໃນ​ຫລາຍ​ຮູບ​ແບບ.3 ການ​ໄປ​ພຣະ​ວິ​ຫານ​ເປັນ​ປະ​ຈຳຂອງ​ເຮົາ ແມ່ນ​ຈຳ​ເປັນ​ຫລາຍກວ່າ ທີ່​ຜ່ານ​ມາ. ຂ້າ​ພະ​ເຈົ້າຂໍ​ໃຫ້​ທ່ານ​ຈົ່ງ​ກວດ​ກາ​ເບິ່ງ​ເວ​ລາ​ທີ່​ທ່ານ​ໃຊ້ເຮັດ​​ສິ່ງ​ຕ່າງໆ ດ້ວຍ​ການ​ອະ​ທິ​ຖານ. ຈົ່ງ​ໃຊ້​ເວ​ລາ​ໃນ​ອະ​ນາ​ຄົດ​ຂອງ​ທ່ານ ກັບ​ຄອບ​ຄົວ​ຂອງ​ທ່ານ. ຖ້າ​ຫາກ​ທ່ານສາ​ມາດ​ໄປ​ພຣະ​ວິ​ຫານ, ຂ້າ​ພະ​ເຈົ້າ​​ຂໍຊຸກ​ຍູ້​ທ່ານ ໃຫ້​ໄປ​ເຂົ້າ​ເຝົ້າ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ປະ​ຈຳ—ໄປ​ຫາ​ບ້ານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ—ແລ້ວ​ໃຫ້​ຮັກ​ສາ​ການ​ນັດ​ພົບ​ນັ້ນດ້ວຍ​ຄວາມ​ແນ່ນອນ ແລະ ດ້ວຍ​ຄ​ວາມ​ຊື່ນ​ຊົມ. ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ສິ່ງ​ມະ​ຫັດ​ຈະ​ສັນ ທີ່​ທ່ານ​ຕ້ອງ​ການ ມາ​ໃຫ້​ທ່ານ ຂະ​ນະ​ທີ່​ທ່ານ​ເສຍ​ສະ​ລະ​ເວ​ລາ ທີ່​ຈະ​ຮັບ​ໃຊ້ ແລະ ນະ​ມັດ​ສະ​ການ ຢູ່​ໃນພຣະ​ວິ​ຫານ​ຂອງ​ພຣະ​ອົງ.

ປະ​ຈຸ​ບັນ​ນີ້ ເຮົາ​ມີພຣະ​ວິ​ຫານ​ທີ່​ໄດ້​ຮັບ​ການ​ອຸ​ທິດ​ແລ້ວ ຢູ່​ດ້ວຍ​ກັນ 159 ແຫ່ງ. ການ​ດູ​ແລ ແລະ ການ​ຮັກ​ສາ​ພຣະ​ວິ​ຫານ​ເຫລົ່າ​ນີ້ ໃນ​ທາງ​ທີ່​ຖືກ​ຕ້ອງ ແມ່ນ​ສຳ​ຄັນ​ຫລາຍ​ຕໍ່​ພວກ​ເຮົາ. ເມື່ອ​ເວ​ລາ​ຜ່ານ​ໄປ, ພຣະ​ວິ​ຫານ​ກໍ​ຕ້ອງ​ໄດ້​ຮັບ​ການ​ປັບ​ປຸງ ແລະ ການບຸ​ລະ​ນະ ຢ່າງ​ທີ່​ຫລີກ​ລ້ຽງ​ບໍ່​ໄດ້. ສະ​ນັ້ນ, ບັດ​ນີ້​ຈຶ່ງມີ​ແຜນ​ການ​ທີ່​ຈະ​ສ້ອມ​ແປງ ແລະ ປັບ​ປຸງ​ພຣະ​ວິ​ຫານ​ເຊົາ​ເລັກ ແລະ ພຣະ​ວິ​ຫານ​ແຫ່ງ​ອື່ນໆ ທີ່​ໄດ້​ສ້າງ​ໃນ​ສະ​ໄໝ​ບຸກ​ເບີກ. ລາຍ​ລະ​ອຽດ​ກ່ຽວ​ກັບ​ໂຄງ​ການ​ເຫລົ່ານີ້ ຈະ​ແຈ້ງ​ໃຫ້​ຊາບ ໃນ​ຂັ້ນ​ຕອນ​ຕໍ່​ໄປ.

ມື້ນີ້ ພວກ​ເຮົາ​ຍິນ​ດີ​ທີ່​ຈະ​ປະ​ກາດ​ແຜນ​ການກໍ່​ສ້າງ​ພຣະ​ວິ​ຫານ​ຕື່ມ​ອີກ 12 ແຫ່ງ. ພຣະ​ວິ​ຫານ​ເຫລົ່າ​ນັ້ນ ຈະ​ຖືກ​ສ້າງ​ຂຶ້ນ​ໃນ​ສະ​ຖານ​ທີ່ ດັ່ງ​ຕໍ່​ໄປ​ນີ້: ເມັນ​ໂດ​ຊາ, ອາກ​ຊັງ​ຕິນ; ເຊົາ​ວາ​ດໍ, ບຣາ​ຊິນ; ເມືອງຢູ​ບາ, ແຄ​ລິ​ໂຟ​ເນຍ; ພະ​ນົມ​ເປັນ, ກຳ​ພູ​ຊາ; ພຣາ​ເອຍ, ເຄບ ເວເດ; ຢີ​ໂກ, ກວາມ; ພວຍ​ບະ​ລາ, ແມັກ​ຊິ​ໂກ; ອອກແລນ, ນິວ​ຊີ​ແລນ; ເລໂກສ໌ ໄນເຈເຣຍ; ດາວາວ ຟີ​ລິບ​ປິນ; ແຊນ​ຮວນ, ພອດ​ໂຕ ຣິ​ໂກ; ແລະ ເຂດ​ວໍ​ຊິງ​ຕັນ, ຢູ​ທາ.

ການ​ກໍ່ສ້າງ ແລະ ການ​ບົວ​ລະ​ບັດ​ຮັກ​ສາ​ພຣະ​ວິ​ຫານ ອາດບໍ່​ປ່ຽນ​ແປງ​ຊີ​ວິດ​ຂອງ​ທ່ານ, ແຕ່​ເວ​ລາ​ທີ່​ທ່ານໃຊ້​ຢູ່​ໃນ​ພຣະ​ວິ​ຫານ ຈະ​ປ່ຽນ​ຊີ​ວິດ​ຂອງ​ທ່ານ ຢ່າງ​ແນ່ນອນ. ຕໍ່​ຜູ້​ທີ່ບໍ່​ໄດ້​ໄປ​ພຣະ​ວິ​ຫານ​ດົນ​ແລ້ວ, ຂ້າ​ພະ​ເຈົ້າ​​ຂໍຊຸກ​ຍູ້​ທ່ານ​ໃຫ້​ກະ​ກຽມ ແລະ ກັບ​ຄືນ​ໄປໄວໆ ເທົ່າ​ທີ່​ຈະ​ສາ​ມາດ​ເຮັດ​ໄດ້. ແລ້ວ ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ ໃຫ້​ນະ​ມັດ​ສະ​ການ​ຢູ່​ໃນ​ພຣະ​ວິ​ຫານ ແລະ ອະ​ທິ​ຖານ ເພື່ອ​ຈະ​ໄດ້​ຮູ້​ຢ່າງ​ເລິກ​ຊຶ້ງ​ເຖິງ​ຄວາມ​ຮັກ​ອັນ​ເປັນ​ນິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເພື່ອ​ວ່າ​ທ່ານ​ແຕ່​ລະ​ຄົນ ຈະ​ມີ​ປະ​ຈັກ​ພະ​ຍານ​ຂອງ​ຕົວ​ເອງ ວ່າ​ພຣະ​ອົງ​ຊີ້​ນຳ​ວຽກ​ງານ​ທີ່​ສັກ​ສິດ ແລະ ນິ​ລັນ​ດອນນີ້ ຂອງ​ພຣະ​ອົງ.4

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ຂໍ​ຂອບ​ໃຈ​ທ່ານ ສຳ​ລັບ​ສັດ​ທາ ແລະ ຄວາມ​ພະ​ຍາ​ຍາມ​ທີ່ບໍ່​ລົດ​ລະ​ຂອງ​ທ່ານ. ຂ້າ​ພະ​ເຈົ້າ​ຂໍ​ມອບ​ຄວາມ​ຮັກ ແລະ ພອນ​ໃຫ້​ແກ່​ທ່ານ, ວ່າ​ທ່ານ​ຈະ​ຊື່ນ​ຊົມ​ຢູ່​ກັບ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ນຳ​ໃຊ້​ຄຳ​ສອນ​ຂອງ​ພຣະ​ອົງ ໃນ​ຊີ​ວິດສ່ວນ​ຕົວ​ຂອງ​ທ່ານ. ຂ້າ​ພະ​ເຈົ້າ​ໃຫ້​ທ່ານ​ໝັ້ນ​ໃຈ​ໄດ້​ວ່າ ການ​ເປີດ​ເຜີຍ​ທີ່​ຕໍ່​ເນື່ອງ​ໃນ​ສາດ​ສະ​ໜາ​ຈັກ ຈະ​ມີ​ຢູ່​ຕໍ່​ໄປ ຈົນ​ກວ່າ “ຈຸດ​ປະ​ສົງ​ຂອງ​ພຣະ​ເຈົ້າ ​ຈະສຳ​ເລັດ​ຄົບ​ຖ້ວນ, ແລະ ພຣະ​ເຢ​ໂຮ​ວາ​ທີ່​ຍິ່ງ​ໃຫຍ່ ຈະ​ກ່າວ​ວ່າ ວຽກ​ງານ​ສຳ​ເລັດ​ແລ້ວ.”5

ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ທ່ານ ໃຫ້​ມີ​ສັດ​ທາ​ຫລາຍ​ຂຶ້ນ​ໃນ​ພຣະ​ອົງ ແລະ ໃນ​ວຽກ​ງານ​​ທີ່​ສັກ​ສິດຂອງ​ພຣະ​ອົງ, ດ້ວຍ​ສັດ​ທາ ແລະ ຄວາມອົດ​ທົນ ເພື່ອ​ຈະ​ໄດ້​ທົນ​ກັບ​ການ​ທ້າ​ທາຍ​ສ່ວນ​ຕົວ ໃນ​ຊີ​ວິດ​ຂອງ​ທ່ານ. ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ທ່ານ ໃຫ້​ກາຍ​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍທີ່​ເປັນ​ຕົວ​ຢ່າງ. ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ທ່ານດັ່ງ​ນັ້ນ ແລະ ສະ​ແດງ​ປະ​ຈັກ​ພະ​ຍານ​ວ່າ ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່! ພຣະ​ເຢ​ຊູ​ຄື ພຣະ​ຄຣິດ! ນີ້ແມ່ນສາດສະໜາຈັກຂອງພຣະອົງ. ເຮົາ​ເປັນຜູ້​ຄົນ​ຂອງ​ພຣະ​ອົງ, ໃນພຣະນາມ​ຂອງພຣະເຢຊູຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ຂ່າວ​ສານ​ຂອງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ຢູ່​ທີ່ LDS.org ແລະ ໃນ​ແອພ ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິຄຸນ. ຂ່າວ​ສານ​ຈະ​ຖືກ​ພິມ​ຢູ່​ໃນ​ວາ​ລະ​ສານ Ensign ແລະ Liahona. ວາ​ລະ​ສານ​ຂອງ​ສາດ​ສະ​ໜາ​ຈັກ, ຮ່ວມ​ທັງ​ວາ​ລະ​ສານ New Era ແລະ Friend, ຈະ​ຖືກ​ສົ່ງ​ໄປ​ທາງ​ໄປ​ສະ​ນີ ຫລື ໂດຍ​ທາງ​ການ​ດາວ​ໂຫລດ ອອນ​ລາຍ, ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ ຂອງ​ຫລັກ​ສູດ​ພຣະ​ກິດ​ຕິ​ຄຸນ ເລື່ອງ​ການ​ເຮັດ​ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ.

  2. ເບິ່ງ, ຍົກ​ຕົວ​ຢ່າງ, ອົບ​ພະ​ຍົບ 28; 29; ພວກ​ເລ​ວີ 8.

  3. ເບິ່ງ ໂມ​ໄຊ​ຢາ 4:29.

  4. ເບິ່ງ Wilford Woodruff, “The Law of Adoption,” ຄຳ​ປາ​ໄສ​ທີ່​ກ່າວ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ, ວັນທີ 8 ເດືອນ​ເມສາ, 1894. ປະ​ທານ​ວູດດຣັບ ໄດ້​ກ່າວ​ວ່າ: “ພວກ​ເຮົາ​ຍັງ​ມີ​ການ​ເປີດ​ເຜີຍ​ຕື່ມ​ຢູ່. ເຮົາ​ຍັງ​ບໍ່​ແລ້ວ​ວຽກ​ຂອງ​ພຣະ​ເຈົ້າ​ເທື່ອ. … ມັນ​ຈະ​ບໍ່​ມີ​ທີ່​ສິ້ນສຸດ​ສຳ​ລັບ​ວຽກ​ງານນີ້ ຈົນ​ກວ່າ​ມັນ​ຈະ​ດີ​ພ້ອມ” (Deseret Evening News, Apr. 14, 1894, 9).

  5. Teachings of Presidents of the Church: Joseph Smith (2007), 142.