​2010–2019
ເພື່ອ​ພຣະ​ອົງ
ເດືອນ​ຕຸລາ 2018


ເພື່ອ​ພຣະ​ອົງ

ການ​ຮູ້​ຈັກ​ວ່າ ຜູ້​ໃດ ແລະ ວ່າເປັນ​ຫຍັງ ໃນ​ການ​ຮັບ​ໃຊ້​ຄົນ​ອື່ນ ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ ການ​ສະ​ແດງ​ໃຫ້​ປະ​ຈັກທີ່​ສູງ​ສຸດ​ຂອງ​ຄວາມ​ຮັກ ແມ່ນ​ການ​ອຸ​ທິດ​ຕົນ​ຕໍ່​ພຣະ​ເຈົ້າ.

ໃນ​ຄ່ຳ​ຄືນ​ແຫ່ງ​ປະ​ຫວັດ​ສາດນີ້, ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຮັກ ແລະ ຄວາມຮູ້​ບຸນ​ຄຸນ​ຕໍ່ທ່ານ​ແຕ່​ລະ​ຄົນ, ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ. ບໍ່​ວ່າ​ອາ​ຍຸ​ໄຂ, ສະ​ຖານ​ທີ່, ຫລື ສະ​ພາບ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ເຮົາ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ໃນ​ຄ່ຳ​ຄືນນີ້ ໃນ​ຄວາມ​ເປັນ​ໜຶ່ງ, ໃນ​ພະ​ລັງ, ແລະ ໃນ​ປະ​ຈັກ​ພະ​ຍານ​ວ່າ ເຮົາ​ໄດ້​ຮັບ​ຄວາມ​ຮັກ ແລະ ຖືກ​ນຳ​ພາ​ໂດຍ​ພຣະ​ບິ​ດາ​ເທິງ​ສະ​ຫວັນ; ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ; ແລະ ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ, ປະທານ​ຣະ​ໂຊ ເອັມ ແນວ​ສັນ.

ຕອນ​ເປັນສາ​ມີ​ພັນ​ລະ​ຍາ​ໜຸ່ມ​ສາວ, ສາ​ມີ ແລະ ຂ້າ​ພະ​ເຈົ້າ ໄດ້​ຮັບ​ການເອີ້ນຈາກ​ອະ​ທິ​ການ​ຂອງ​ພວກ​ເຮົາ ໃຫ້​ໄປ​ຢ້ຽມ​ຢາມ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄອບ​ຄົວ​ໜຶ່ງ ທີ່ບໍ່​ໄດ້​ໄປ​ໂບດ ເປັນ​ເວ​ລາ​ຫລາຍ​ປີ. ພວກ​ເຮົາ​ກໍ​ໄດ້​ຮັບ​ເອົາ​ການມອບ​ໝາຍ​ດ້ວຍ​ຄວາມ​ເຕັມ​ໃຈ ແລະ ກໍ​ໄດ້​ໄປ​ຫາ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ ສອງ​ສາມມື້​ຈາກນັ້ນ. ເຫັນ​ໄດ້​ທັນ​ທີ​ຢ່າງ​ແຈ່ມ​ແຈ້ງວ່າ ເຂົາ​ເຈົ້າ​ບໍ່​ຢາກ​ໃຫ້​ໃຜ​ຈາກ​ໂບດ ໄປ​ຢ້ຽມ​ຢາມ​ເຂົາ​ເຈົ້າ.

ສະ​ນັ້ນ ຕອນ​ພວກ​ເຮົາ​ໄດ້​ໄປ​ຢ້ຽມ​ຢາມ​ເທື່ອ​ຕໍ່​ໄປ, ພວກ​ເຮົາ​ໄດ້​ເອົາ​ເຂົ້າ​ໜົມ​ໄປ​ຝາກ, ໂດຍ​ທີ່ຄິດ​ວ່າ ເຂົ້າໜົມ​ໂຊ​ໂກ​ລ້າ ຈະເຮັດ​ໃຫ້​ໃຈ​ຂອງ​ເຂົາ​ເຈົ້າ​ອ່ອນ​ລົງ. ແຕ່ບໍ່​ໄດ້​ຜົນ. ສາ​ມີ​ພັນ​ລະ​ຍາ​ຄູ່ນັ້ນ ໄດ້​ເວົ້າ​ລົມ​ກັບ​ພວກ​ເຮົາ​ຜ່ານ​ທາງປະ​ຕູ​ຕາ​ໜ່າງ, ຊຶ່ງ​ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງ​ຫລາຍ​ຂຶ້ນ​ວ່າ ພວກ​ເຮົາ​ບໍ່​ໄດ້​ຖືກ​ຮັບ​ຕ້ອນ. ແຕ່ຂະ​ນະ​ທີ່​ພວກ​ເຮົາ​ຂັບ​ລົດ​ກັບ​ບ້ານ, ພວກ​ເຮົາ​ໄດ້​ລົມ​ກັນ​ວ່າ ຖ້າ​ຫາກ​ພວກ​ເຮົາ​ເອົາ​ເຂົ້າ​ຂຽບ​ຫວານ​ໄປ​ໃຫ້​ເຂົາ​ເຈົ້າ ຄົງ​ໄດ້​ຜົນ​ດີກວ່າ.

ການ​ຂາດ​ວິ​ໄສ​ທັດ​ທາງວິນ​ຍານ ໄດ້​ເຮັດ​ໃຫ້​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເຮົາບໍ່​ປະ​ສົບ​ຜົນ​ສຳ​ເລັດ. ການ​ຖືກ​ປະ​ຕິ​ເສດ ບໍ່​ເຄີຍເປັນ​ສິ່ງ​ສະ​ບາຍ​ໃຈ​ເລີຍ. ເມື່ອ​ເວ​ລາ​ຜ່ານ​ໄປ ພວກ​ເຮົາ​ໄດ້​ເລີ່ມ​ຕົ້ນ​ຖາມ​ຕົວ​ເອງວ່າ, “ເປັນ​ຫຍັງ ພວກ​ເຮົາ​ຈຶ່ງ​ເຮັດ​ແນວນີ້? ຈຸດ​ປະ​ສົງຂອງ​ພວກເຮົາ​ຄື​ຫຍັງ?

ແອວ​ເດີ ຄາລ໌ ບີ ຄຸກ ໄດ້​ສັງ​ເກດ​ວ່າ: “ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ … ສາ​ມາດ​ເປັນ​ການ​ທ້າ​ທາຍ ຖ້າ​ຫາກ​ເຮົາ​ຖືກ​ຂໍ​ໃຫ້​ເຮັດ​ບາງ​ສິ່ງ​ທີ່​ເຮົາ​ຢ້ານ​ກົວ, ຖ້າ​ຫາກ​ເຮົາ​ຮູ້​ສຶກ​ອ່ອນ​ແຮງ​ໃນ​ການ​ຮັບ​ໃຊ້, ຫລື ຖ້າ​ຫາກ​ເຮົາ​ໄດ້​ຖືກ​ເອີ້ນ​ໃຫ້​ເຮັດ​ບາງ​ຢ່າງ​ທີ່​ເຮົາ​ບໍ່​ຢາກ​ເຮັດ.”1 ພວກ​ເຮົາ​ໄດ້​ປະ​ສົບ​ກັບ​ຄວາມ​ຈິງ ຕາມຖ້ອຍ​ຄຳ​ຂອງ​ແອວ​ເດີ ຄຸກ ຕອນ​ພວກ​ເຮົາ​ໄດ້​ຕັດ​ສິນ​ໃຈ​ສະ​ແຫວງ​ຫາຄຳ​ຊີ້​ນຳ​ຈາກ​ພຣະ​ອົງ ທີ່​ມີ​ມຸມມອງ​ທີ່​ດີກວ່າ​ພວກ​ເຮົາ.

ສະ​ນັ້ນ, ຫລັງ​ຈາກ​ໄດ້​ອະ​ທິ​ຖານ ແລະ ສຶກ​ສາ​ດ້ວຍ​ຄວາມ​ຕັ້ງ​ໃຈ​ແລ້ວ, ພວກ​ເຮົາ​ຈຶ່ງ​ໄດ້​ຮັບ​ຄຳ​ຕອບ ໃຫ້​ແກ່ຄຳ​ວ່າ ເປັນ​ຫຍັງ ຂອງ​ການ​ຮັບ​ໃຊ້​ຂອງ​ພວກ​ເຮົາ. ພວກ​ເຮົາ​ໄດ້​ປ່ຽນ​ແປງ​ໃນ​ຄວາມ​ເຂົ້າ​ໃຈ, ໄດ້​ປ່ຽນ​ໃຈ, ໃນ​ທີ່​ສຸດ​ໄດ້​ມີ​ປະ​ສົບ​ການ​ທີ່​ເປັນ​ການ​ເປີດ​ເຜີຍ.2 ຂະ​ນະ​ທີ່​ພວກ​ເຮົາ​ສະ​ແຫວງ​ຫາ​ການ​ຊີ້​ນຳ​ຈາກ​ພຣະ​ຄຳ​ພີ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສອນພວກ​ເຮົາ ເຖິງວິ​ທີ​ທີ່​ຈະ​ເຮັດ​ໃຫ້​ຂັ້ນ​ຕອນ​ການ​ຮັບ​ໃຊ້​ຄົນ​ອື່ນງ່າຍ​ຂຶ້ນ ແລະ ມີ​ຄວາມ​ໝາຍ​ຫລາຍກວ່າ​ເກົ່າ. ຕໍ່​ໄປນີ້​ແມ່ນ​ຂໍ້​ໜຶ່ງ ທີ່​ພວກ​ເຮົາ​ໄດ້​ອ່ານ ຊຶ່ງມັນ​ໄດ້​ປ່ຽນ​ໃຈ ແລະ ປ່ຽນ​ການ​ເຂົ້າ​ຫາ​ຂອງ​ພວກ​ເຮົາ ວ່າ: “ເຈົ້າ​ຕ້ອງ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຈົ້າດ້ວຍ​ສຸດ​ໃຈ​, ດ້ວຍ​ສຸດ​ພະ​ລັງ, ດ້ວຍ​ສຸດ​ຄວາມ​ຄິດ, ແລະ ​ດ້ວຍສຸດ​ກຳ​ລັງ​ຂອງ​ເຈົ້າ; ແລະ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃຫ້​ເຈົ້າ​ຮັບ​ໃຊ້​ພຣະ​ອົງ.”3 ເຖິງ​ແມ່ນ​ພວກ​ເຮົາ​ຮູ້​ຈັກ​ຂໍ້​ນີ້​ດີ, ແຕ່​ເບິ່ງ​ຄື​ວ່າ ມັນ​ກ່າວ​ກັບ​ພວກ​ເຮົາ​ໃນ​ວິ​ທີ​ໃໝ່ ແລະ ສຳ​ຄັນ.

ພວກ​ເຮົາ​ຮັບ​ຮູ້​ວ່າ ພວກ​ເຮົາ​ໄດ້​ພະ​ຍາ​ຍາມທີ່​ຈະ​ຮັບ​ໃຊ້​ຄອບ​ຄົວ​ນີ້ ແລະ ທີ່​ຈະ​ຮັບ​ໃຊ້​ອະ​ທິ​ການຂອງ​ເຮົາ, ແຕ່​ພວກ​ເຮົາ​ໄດ້​ຖາມ​ຕົວ​ເອງວ່າ ພວກ​ເຮົາ​ໄດ້​ຮັບ​ໃຊ້ ເພາະ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ​ຫລືບໍ່ ກະ​ສັດ​ເບັນ​ຢາ​ມິນ ໄດ້​ເຮັດ​ໃຫ້​ເລື່ອງນີ້​ແຈ່ມ​ແຈ້ງ ເມື່ອ​ເພິ່ນ​ກ່າວ​ວ່າ, “ຈົ່ງ​ເບິ່ງ, ຂ້າພະ​ເຈົ້າກ່າວ​ກັບ​ພວກ​ທ່ານ​ວ່າ ເພາະ​ຂ້າພະ​ເຈົ້າ​ໄດ້​ໃຊ້​ວັນ​ເວລາ​ຂອງ​ຂ້າພະ​ເຈົ້າ​ໄປ​ໃນ​ການ​ຮັບ​ໃຊ້​ພວກ​ທ່ານ, ຂ້າພະ​ເຈົ້າ​ຈຶ່ງ​ບໍ່​ປາດ​ຖະໜາ​ຈະ​ອວດ​ອ້າງ, ເພາະ​ຂ້າ​ພະ​ເຈົ້າ​ຢູ່​ໃນ​ການ​ຮັບ​ໃຊ້​ພຣະ​ເຈົ້າ​ນັ້ນ​ເອງ.”4

ສະ​ນັ້ນ ແທ້​ຈິງ​ແລ້ວ ກະ​ສັດ​ເບັນ​ຢາ​ມິນ ຮັບ​ໃຊ້​ໃຜ? ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ການ​ຮູ້​ຈັກວ່າ ຜູ້​ໃດ ແລະ ວ່າເປັນ​ຫຍັງ ໃນ​ການ​ຮັບ​ໃຊ້​ຄົນ​ອື່ນ ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ ການ​ສະ​ແດງ​ໃຫ້​ປະ​ຈັກທີ່​ສູງ​ສຸດ​ຂອງ​ຄວາມ​ຮັກ ແມ່ນ​ການ​ອຸ​ທິດ​ຕົນ​ຕໍ່​ພຣະ​ເຈົ້າ.

ເມື່ອ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ເລີ່ມ​ຕົ້ນ​ປ່ຽນ​ແປງ, ຄຳ​ອະ​ທິ​ຖານ​ຂອງ​ເຮົາ​ກໍ​ເລີ່ມ​ປ່ຽນ​ແປງ​ຄື​ກັນ. ພວກ​ເຮົາ​ເລີ່ມ​ຕົ້ນຕື່ນ​ເຕັ້ນ​ທີ່​ຈະ​ໄປ​ຢ້ຽມ​ຢາມ​ຄອບ​ຄົວ​ທີ່​ດີນີ້ ເພາະ​ຄວາມ​ຮັກ​ທີ່​ພວກ​ເຮົາ​ມີ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ.5 ພວກ​ເຮົາ​ເຮັດ​ເພື່ອ​ພຣະ​ອົງ. ພຣະ​ອົງ​ໄດ້​ເຮັດ​ໃຫ້​ບັນ​ຫານັ້ນ ກາຍ​ເປັນ​ສິ່ງ​ທີ່ບໍ່​ມີ​ບັນ​ຫາ​ອີກ​ຕໍ່​ໄປ. ຫລັງ​ຈາກ​ຫລາຍ​ເດືອນ​ທີ່​ພວກ​ເຮົາ​ໄດ້​ຢືນລົມ​ກັນ​ຢູ່​ໜ້າ​ປະ​ຕູ​ບ້ານ, ຄອບ​ຄົວ​ນີ້​ໄດ້ໃຫ້​ພວກ​ເຮົາ​ເຂົ້າ​ໄປ​ໃນ​ເຮືອນ. ໃນ​ທີ່​ສຸດ, ພວກ​ເຮົາ​ໄດ້​ມີ​ການ​ອະ​ທິ​ຖານ ແລະ ເວົ້າ​ລົມ​ກັນ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ດ້ວຍ​ຄວາມ​ອ່ອນ​ຫວານ​ເປັນ​ປະ​ຈຳ. ມິດ​ຕະ​ພາບ​ອັນ​ຍາວ​ນານ​ໄດ້​ເກີດ​ຂຶ້ນ. ພວກ​ເຮົາ​ໄດ້​ນະ​ມັດ​ສະ​ການ​ພຣະ​ອົງ ແລະ ຮັກ​ພຣະ​ອົງ ໂດຍ​ການ​ຮັກ​ລູກໆ​ຂອງ​ພຣະ​ອົງ.

ທ່ານ​ຈື່​ເວ​ລາ​ທີ່​ທ່ານ​ໄດ້​ເອື້ອມ​ອອກ​ໄປ​ດ້ວຍ​ຄວາມ​ຮັກ ແລະ ຈິງ​ໃຈ​ບໍ ເພື່ອ​ຊ່ວຍ​ບາງ​ຄົນ ແລະ ຮູ້​ສຶກວ່າ ເຂົາ​ເຈົ້າ​ບໍ່​ສົນ​ໃຈ ຫລື ບາງ​ທີບໍ່​ຮູ້​ບຸນ​ຄຸນ ຫລື ແມ່ນ​ແຕ່ບໍ່​ຕ້ອງ​ການ​ເລີຍ? ໃນ​ເວ​ລານັ້ນ, ທ່ານ​ໄດ້ສົງ​ໄສ​ຄຸນ​ຄ່າ​ຂອງ​ການ​ຮັບ​ໃຊ້​ຂອງ​ທ່ານ​ບໍ? ຖ້າ​ເຄີຍ​ສົງ​ໄສ, ຂໍ​ໃຫ້​ຖ້ອຍ​ຄຳ​ຂອງ​ກະ​ສັດ​ເບັນ​ຢາ​ມິນ ມາ​ທົດ​ແທນ​ຄວາມ​ສົງ​ໄສ ແລະ ແມ່ນ​ແຕ່​ຄວາມ​ເຈັບ​ປວດ​ຂອງ​ທ່ານ ທີ່​ວ່າ: “​ພວກ​ທ່ານ​ກໍ​ຮັບ​ໃຊ້​ພຣະ​ເຈົ້າ​ຂອງ​ພວກ​ທ່ານນັ້ນ​ເອງ.”6

ແທນ​ທີ່​ຈະ​ສ້າງ​ຄວາມແຄ້ນ​ໃຈ, ຜ່ານ​ການ​ຮັບ​ໃຊ້, ເຮົາ​ສາ​ມາດ​ສ້າງ​ຄວາມ​ສຳ​ພັນ​ທີ່​ດີ​ກວ່າເກົ່າ ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ຄວາມ​ຮັກ ແລະ ຄວາມ​ອຸ​ທິດ​ຕົນ​ຂອງ​ເຮົາ​ຕໍ່​ພຣະ​ອົງ ຍົກ​ເ​ລີກ​ຄວາມ​ຕ້ອງ​ການ​ ທີ່​ຢາກໃຫ້​ຄົນ​​ອື່ນຮັບ​ຮູ້ ຫລື ຮູ້​ບຸນ​ຄຸນ ແລະ ປ່ອຍ​ໃຫ້​ຄວາມ​ຮັກ​ຂອງ​ພຣະ​ອົງ ຫລັ່ງ​ໄຫລ​ມາ​​ສູ່ເຮົາ ແລະ ຜ່ານ​ທາງ​ເຮົາ.

ບາງ​ເທື່ອ​ເຮົາ​ອາດ​ເລີ່ມ​ຕົ້ນ​ຮັບ​ໃຊ້ ດ້ວຍ​ຄວາມ​ຮູ້​ສຶກວ່າ​ເປັນ​ໜ້າ​ທີ່ ຫລື ຄວາມ​ຈຳ​ເປັນ, ເຖິງ​ແມ່ນ​ແຕ່​ການ​ຮັບ​ໃຊ້​​ເຊັ່ນ​ນັ້ນ ກໍ​ສາ​ມາດ​ນຳ​ພາ​ເຮົາ​ເຂົ້າ​ໃກ້​ສິ່ງ​ທີ່ສູງກ​ວ່າ ຢູ່​ໃນ​ຕົວ​ເຮົາ, ນຳ​ພາ​ເຮົາ​ໃຫ້​ຮັບ​ໃຊ້ ໃນ “ວິ​ທີ​​ທີ່​ດີກວ່າ”7—ດັ່ງ​ໃນ​ຄຳ​ເຊື້ອ​ເຊີນ​ຂອງ​ປະ​ທານ​ແນວ​ສັນ “ໃຫ້ປະ​ຕິ​ບັດ​ຕາມ​​ວິ​ທີ​ທາງ​ທີ່​ໃໝ່​ກວ່າ ແລະ ສັກ​ສິດກວ່າ ໃນ​ການ​ດູ​ແລ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ.”8

ເມື່ອ​ເຮົາ​ເອົາ​ໃຈ​ໃສ່​ຕໍ່​ທຸກ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້ກະ​ທຳ​ເພື່ອ​ເຮົາ, ການ​ຮັບ​ໃຊ້​ຂອງ​ເຮົາ​ຈະ​ຫລັ່ງ​ໄຫລ​ອອກ​ມາຈາກ​ໃຈ​ແຫ່ງ​ຄວາມ​ກະ​ຕັນ​ຍູ. ເມື່ອ​ເຮົາມີ​ຄວາມ​ເປັນ​ຫ່ວງ​ໜ້ອຍ​ລົງ​ກ່ຽວ​ກັບ​ການ​ຂະ​ຫຍາຍ​ການ​ຮັບ​ໃຊ້​ຂອງ​ເຮົາ, ເຮົາ​ຈະຮູ້​ຈັກ​ວ່າ ການ​ເອົາ​ໃຈ​ໃສ່ໃນ​ການ​ຮັບ​ໃຊ້​ຂອງ​ເຮົາ​ແມ່ນ​ຢູ່​ທີ່​ພຣະ​ເຈົ້າ.9

ປະ​ທານເອັມ ຣະ​ໂຊ ບາ​ເລີດ ໄດ້​ສອນ​ວ່າ, “ພຽງ​ແຕ່​ເມື່ອ​ຕອນ​ເຮົາ​ຮັກ​ພຣະ​ເຈົ້າ ແລະ ພຣະ​ຄຣິດ ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຮົາ​ເທົ່າ​ນັ້ນ ທີ່​ເຮົາ​ຈະ​ສາ​ມາດ​ແບ່ງ​ປັນ​ຄວາມ​ຮັກ​ນີ້ ໃຫ້​ກັບ​ເພື່ອນ​ບ້ານ ຜ່ານ​ທາງ​ການ​ກະ​ທຳ​ດ້ວຍ​ຄວາມ​ເມດ​ຕາ ແລະ ການ​ຮັບ​ໃຊ້.”10

ຂໍ້​ທຳ​ອິດ ໃນ​ພຣະ​ບັນ​ຍັດ​ສິບ​ປະ​ການ ກ່າວ​ເນັ້ນ​ປັນ​ຍາ​ທີ່​ສູງ​ສົ່ງ​ນີ້ວ່າ: “ເຮົາ​ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຈົ້າ. … ເຈົ້າຈະ​ບໍ່​ມີ​ພຣະ​ເຈົ້າອົງ​ອື່ນ​ຕໍ່ໜ້າ​ເຮົາ.”11 ລຳ​ດັບຂອງ​ພຣະ​ບັນ​ຍັດ​ຂໍ້​ນີ້ ຊ່ວຍ​ເຮົາ​ໃຫ້ເຂົ້າ​ໃຈ​ວ່າ ຖ້າ ເຮົາ​ໃຫ້​ພຣະ​ອົງ ຢູ່​ໃນລຳ​ດັບ​ສູງ​ສຸດ, ແລ້ວຢ່າງ​ອື່ນ​ຈະ​ເຂົ້າ​ຮູບ​ ເຂົ້າ​ຮອຍ​ຂອງ​ມັນ​ເອງ—ແມ່ນ​ແຕ່​ການ​ຮັບ​ໃຊ້​ຂອງ​ເຮົາ​ຕໍ່​ຄົນ​ອື່ນ. ເມື່ອ​ພຣະ​ອົງ​ສຳ​ຄັນ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ເຮົາ ໂດຍ​ການ​ເລືອກດ້ວຍ​ເຈດ​ຕະ​ນາ​ຂອງ​ເຮົາ, ແລ້ວ​ພຣະ​ອົງ​ຈະ​ສາ​ມາດອວຍ​ພອນ​ໃຫ້​ແກ່ການ​ກະ​ທຳ​ຂອງ​ເຮົາ ເພື່ອ​ຄວາມ​ດີ​ຂອງ​ເຮົາ ແລະ ເພື່ອ​ຄວາມ​ດີ​ຂອງ​ຄົນ​ອື່ນ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະ​ນຳ​ວ່າ ໃຫ້​ເບິ່ງທີ່​ພຣະ​ອົງ​ໃນຄວາມ​ນຶກ​ຄິດ​ທຸກ​ຢ່າງ.12 ແລະ ທຸກ​ອາ​ທິດ​ເຮົາ​ເຮັດ​ພັນ​ທະ​ສັນ​ຍາ ທີ່​ຈະ​ເຮັດ​ແນວນັ້ນ—ທີ່​ຈະລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ.”13 ການ​ເອົາ​ໃຈ​ໃສ່​ຕໍ່​ພຣະ​ເຈົ້າ​ເຊັ່ນ​ນັ້ນ ສາ​ມາດ​ເອົາ​ມາ​ນຳ​ໃຊ້​ໃນ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ບໍ? ການເຮັດ​ວຽກ​ຕ່ຳ​ສາ​ມາດ​ກາຍ​ເປັນ​ໂອ​ກາດ ທີ່​ຈະ​ສະ​ແດງ​ຄວາມ​ຮັກ ແລະ ການ​ອຸ​ທິດ​ຕົນ​ຂອງ​ເຮົາ​ຕໍ່​ພຣະ​ອົງ​ບໍ? ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ມັນ​ເປັນ​ໄປ​ໄດ້.

ເຮົາ​ສາ​ມາດ​ເຮັດ​ໃຫ້​ທຸກ​ຢ່າງ​ໃນ​ລາຍ​ການ​ທີ່​ເຮົາ​ຕ້ອງ​ເຮັດ ກາຍ​ເປັນ​ວິ​ທີ​ທີ່​ສັນລະ​ເສີນ​ພຣະ​ອົງ​ໄດ້. ເຮົາ​ສາ​ມາດ​ເບິ່ງວຽກ​ງານ​ແຕ່​ລະ​ຢ່າງວ່າ​ເປັນ​ສິດ​ທິ​ພິ​ເສດ ແລະ ເປັນໂອ​ກາດ​ທີ່​ຈະ​ຮັບ​ໃຊ້​ພຣະ​ອົງ, ແມ່ນ​ແຕ່ຕອນ​ທີ່​ເຮົາ​ຕ້ອງ​ເຮັດ​ໃຫ້​ແລ້ວ​ຕາມ​ກຳ​ນົດ, ຕາມ​ໜ້າ​ທີ່, ຫລື ປ່ຽນ​ຜ້າ​ອ້ອມ​ກໍ​ຕາມ.

ດັ່ງ​ທີ່​ອຳ​ໂມນ​ໄດ້​ກ່າວ, “ແທ້​ຈິງ​ແລ້ວ, ຂ້ອຍ​ຮູ້​ວ່າ ຂ້ອຍ​ບໍ່​ໄດ້​ມີ​ຄຸນ​ຄ່າ​ຫຍັງ​ໝົດ; ຖ້າ​ອາ​ໄສ​ພະລັງ​ຂອງ​ຂ້ອຍ​ເອງ ຂ້ອຍ​ກໍ​ອ່ອນ​ແອ; ດັ່ງນັ້ນ ຂ້ອຍ​ຈະ​ບໍ່ອວດ​ອ້າງ​ເຖິງ​ເລື່ອງ​ຕົວ​ເອງ, ແຕ່​ຂ້ອຍ​ຈະ​ອວດ​ອ້າງ​ພຣະ​ເຈົ້າຂອງ​ຂ້ອຍ, ເພາະ​ໃນ​ພະລັງ​ຂອງ​ພຣະ​ອົງ; ຂ້ອຍ​ສາມາດ​ເຮັດ​ໄດ້​ທຸກ​ສິ່ງ​ທຸກ​ຢ່າງ.”14

ເມື່ອ​ການ​ຮັບ​ໃຊ້​ພຣະ​ເຈົ້າ​ ກາຍ​ເປັນ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ເຮົາ, ແລ້ວ​ເຮົາ​ຈະ​ບໍ່​ຄິດ​ກ່ຽວ​ກັບ​ຕົວ​ເອງ, ແລະ ໃນ​ທີ່​ສຸດ, ເຮົາ​ຈະ​ຮູ້ຕົວ​ເອງ.15

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສອນ​ຫລັກ​ທຳຂໍ້​ນີ້ ແບບ​ລຽບ​ງ່າຍ ແລະ ໂດຍ​ກົງ​ວ່າ: “ດັ່ງນັ້ນ​ຈົ່ງ​ໃຫ້​ຄວາມ​ສະຫວ່າງ​ຂອງ​ເຈົ້າ​ສ່ອງ​ເຊັ່ນ​ນັ້ນ​ຕໍ່​ໜ້າ​ຜູ້​ຄົນ​ພວກນີ້, ເພື່ອ​ວ່າ​ພວກ​ເຂົາ​ຈະເຫັນ​ການ​ດີ​ຂອງ​ເຈົ້າ ແລະ ສັນ​ລະ​ເສີນ​ພຣະ​ບິ​ດາ​ຂອງ​ເຈົ້າ ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ.”16

ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​​ຄຳ​ສະ​ຕິ​ເຕືອນ​ໃຈ​ກັບ​ທ່ານ ທີ່​ພົບ​ເຫັນ​ຢູ່​ເທິງ​ຝາ​ຢູ່​ ສູນ​ເດັກ​ກຳ​ພ້າ ໃນ​ເມືອງ​ຄາ​ຄູ​ຕ້າ, ປະ​ເທດ​ອິນ​ເດຍ ທີ່ກ່າວ​ວ່າ: “ຖ້າ​ຫາກເຈົ້າ​ມີ​ເມດ​ຕາ, ຜູ້​ຄົນ​ອາດກ່າວ​ຫາ ວ່າ​ເຈົ້າ​ເປັນ​ຄົນ​ມີ​ເຈດ​ຕະ​ນາ ​ທີ່​ເຊື່ອງ​ຊ້ອນ​ຄວາມ​ເຫັນ​ແກ່​ຕົວ ໄວ້​ຢູ່​ຂ້າງ​ໃນ. ຈົ່ງມີ​ເມດ​ຕາ​ຕໍ່​ໄປ. ສິ່ງ​ທີ່​ເຈົ້າ​ໄດ້​ສ້າງມາ​ເປັນ​ເວ​ລາ​ຫລາຍ​ປີ, ຜູ້​ຄົນ​ສາ​ມາດ​ທຳ​ລາຍ​ມັນ​ໄດ້​ພຽງ​ຂ້າມ​ຄືນ. ຈົ່ງ​ສ້າງ​ມັນຕໍ່​ໄປ. ຄວາມ​ດີ​ງາມ​ທີ່​ເຈົ້າ​ເຮັດ​ໃນ​ມື້ນີ້, ຜູ້​ຄົນ​ມັກ​ຈະ​ລືມ​ມັນ​ໄປ​ໃນ​ມື້​ອື່ນ. ຈົ່ງ​ເຮັດ​ຄວາມ​ດີ​ງາມຕໍ່​ໄປ. ເຖິງ​ແມ່ນ​ເຈົ້າ​ໄດ້ມອບ​ສິ່ງ​ທີ່​ດີ​ທີ່​ສຸດ​ໃຫ້​ແກ່​ໂລກ, ແຕ່ອາດ​ຍັງ​ບໍ່​ພຽງ​ພໍ. ຈົ່ງ​ມອບ​ສິ່ງ​ທີ່​ດີ​ທີ່​ສຸດ ທີ່​ເຈົ້າມີ ໃຫ້​ໂລກ​ຕໍ່​ໄປ. ເຈົ້າ​ຈະ​ເຫັນ​ວ່າ, ໃນ​ທີ່​ສຸດ, ມັນ​ເປັນ​ລະ​ຫວ່າງ​ເຈົ້າ ແລະ ພຣະ​ເຈົ້າ​ຂອງ​ເຈົ້າ … ເທົ່າ​ນັ້ນ.”17

ເອື້ອຍ​ນ້ອງ​ທັງ​ຫລາຍ, ມັນ​ຈະ​ເປັນ​ລະ​ຫວ່າງ​ເຮົາ ແລະ ພຣະ​ຜູ້​ເປັນ​ເຈົ້າ​ສະ​ເໝີ. ດັ່ງ​ທີ່​ປະ​ທານ​ເຈມສ໌ ອີ ຟາວ ໄດ້​ກ່າວ: “‘ໂລກນີ້​ຕ້ອງ​ການ​ສິ່ງ​ໃດ​ຫລາຍ​ທີ່​ສຸດ?’ … ‘ສິ່ງ​ທີ່​ຕ້ອງ​ການ​ຫລາຍ​ທີ່​ສຸດ​ຢູ່​ໃນ​ໂລກນີ້ ບໍ່​ແມ່ນ​ການ​ມີ​ຄວາມ​ສຳ​ພັນ ເປັນ​ສ່ວນ​ຕົວ, ທີ່​ສືບ​ຕໍ່​ໄປ​ແຕ່​ລະ​ວັນ ນຳ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບໍ?’ ການ​ມີ​ຄວາມ​ສຳ​ພັນ​ເຊັ່ນ​ນັ້ນ ສາ​ມາດ​ເປີດ​ເຜີຍ​ຄວາມ​ສູງ​ສົ່ງ​ຢູ່​ໃນ​ຕົວ​ເຮົາ, ແລະ ບໍ່​ມີ​ສິ່ງ​ໃດ​ທີ່​ສາ​ມາດ​ສ້າງ​ຄວາມ​ແຕກ​ຕ່າງ​ໃນ​ຊີ​ວິດ​ຂອງ​ເຮົາ ​ໄດ້ເທົ່າ​ກັບ​ເຮົາ​ມາ​ຮູ້​ຈັກ ແລະ ເຂົ້າ​ໃຈ​ຄວາມ​ສຳ​ພັນ​ແຫ່ງ​ສະ​ຫວັນ​ນຳ​ພຣະ​ເຈົ້າ.”18

ແອວ​ມາ​ໄດ້​ອະ​ທິ​ບາຍ​ແບບ​ຄ້າຍ​ຄື​ກັນ​ນີ້ ຕໍ່​ລູກ​ຊາຍ​ຂອງ​ເພິ່ນ​ວ່າ, “ແທ້​ຈິງ​ແລ້ວ, ຂໍ​ໃຫ້ການ​ກະທຳ​ທັງ​ໝົດ​ຂອງ​ລູກ​ຢູ່​ກັບ​ພຣະຜູ້​ເປັນ​ເຈົ້າ, ແລະ ບໍ່​ວ່າ​ລູກ​ຈະ​ໄປ​ບ່ອນ​ໃດ​ກໍ​ຕາມ ກໍ​ໃຫ້​ວຽກ​ງານ​ຂອງ​ລູກນັ້ນຢູ່​ກັບ​ພຣະຜູ້​ເປັນ​ເຈົ້າ; ແທ້​ຈິງ​ແລ້ວ, ຂໍ​ໃຫ້​ຄວາມ​ຄິດ​ຂອງ​ລູກ​ລະນຶກ​ຫາ​ພຣະຜູ້​ເປັນ​ເຈົ້າ; ແທ້​ຈິງ​ແລ້ວ, ຂໍ​ໃຫ້​ຄວາມ​ຮັກ​ໃນ​ໃຈ​ຂອງ​ລູກ​ວາງ​ໄວ້​ຢູ່​ກັບ​ພຣະຜູ້​ເປັນ​ເຈົ້າ​ຕະຫລອດ​ໄປ.”19

ແລະ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ກໍ​ໄດ້​ສິດ​ສອນ​ເຮົາ​ຄື​ກັນ​ວ່າ, “ເມື່ອ​ເຮົາ​ເຂົ້າ​ໃຈ​ການ​ຊົດ​ໃຊ້​ທີ່​ອາ​ສາ​ສະໝັກ​ຂອງ​ພຣະ​ອົງ, ຄວາມ​ຮູ້​ສຶກວ່າເຮົາ​ໄດ້ເສຍ​ສະ​ລະ ຈະ​ປະ​ກົດ​ວ່າບໍ່​ສຳ​ຄັນ ໂດຍ​ຄວາມ​ຮູ້​ສຶກ​ທີ່​ມີ​ຄວາມ​ກະ​ຕັນ​ຍູ ສຳ​ລັບ​ສິດ​ທິ​ພິ​ເສດ ທີ່​ໄດ້​ຮັບ​ໃຊ້​ພຣະ​ອົງ.”20

ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເມື່ອພຣະ​ເຢ​ຊູ​ຄຣິດ, ຜ່ານ​ທາງ​ພະ​ລັງ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ທຳ​ງານ ກັບ ຕົວ​ເຮົາ ແລະ ໃນ ຕົວເຮົາ, ພຣະ​ອົງ​ຈະ​ເລີ່ມ​ຕົ້ນ​ທຳ​ງານ ຜ່ານ​ທາງ ​ຕົວເຮົາ ເພື່ອ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ. ເຮົາ​ຮັບ​ໃຊ້​ເຂົາ​ເຈົ້າ, ແຕ່​ເຮົາ​ເຮັດ​ດ້ວຍ​ຄວາມ​ຮັກ ແລະ ດ້ວຍ​ການ​ຮັບ​ໃຊ້​ພຣະ​ອົງ. ເຮົາ​ກາຍ​ເປັນ​ສິ່ງ​ທີ່​ພຣະ​ຄຳ​ພີ​ບັນ​ຍາຍ​ວ່າ ທຸກ​ຄົນ​ສົນ​ໃຈ​ກັບ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ເພື່ອນ​ມະ​ນຸດ​ດ້ວຍ​ກັນ, ແລະ ເຮັດ​ທຸກ​ສິ່ງ​ທັງ​ປວງ ເພາະ​ການ​ທີ່​ເຫັນ​ແກ່​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ​ແຕ່​ຢ່າງ​ດຽວ.21

ບາງ​ທີອະ​ທິ​ການ​ຂອງ​ພວກເຮົາ ຮູ້​ວ່າ ​ນັ້ນ​ຄືບົດ​ຮຽນ​ທີ່​ສາ​ມີ ແລະ ຂ້າ​ພະ​ເຈົ້າ​ຕ້ອງຮຽນ​ຮູ້ ຈາກ​ຄວາມ​ພະ​ຍາ​ຍາມດ້ວຍ​ເຈດ​ຕະ​ນາ​ດີ, ແຕ່ບໍ່​ດີ​ພ້ອມ, ເພື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ບຸດ ແລະ ທິ​ດາ​ທີ່​ຮັກ​ຂອງ​ພຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ຂໍສະ​ແດງ​ປະ​ຈັກ​ພະ​ຍານ​ສ່ວນ​ຕົວ ແລະ ​ທີ່ແນ່ນອນ​ຂອງ​ຂ້າ​ພະ​ເຈົ້າ ເຖິງ​ພຣະ​ກະ​ລຸ​ນາ​ທິ​ຄຸນ ແລະ ຄວາມ​ຮັກ ທີ່​ພຣະ​ອົງໄດ້​ແບ່ງ​ປັນ​ກັບ​ເຮົາ ແມ່ນ​ແຕ່​ເມື່ອ​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ຮັບ​ໃຊ້​ພຣະ​ອົງ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.