​2010–2019
ຈົ່ງຕັດສິນໃຈໃນມື້ນີ້
ເດືອນ​ຕຸລາ 2018


ຈົ່ງຕັດສິນໃຈໃນມື້ນີ້

ຄວາມຍິ່ງໃຫຍ່ຂອງຄວາມສຸກນິລັນດອນຂອງເຮົາ ແມ່ນຂຶ້ນຢູ່ກັບການເລືອກພຣະເຈົ້າທີ່ດຳລົງຢູ່ ແລະ ການຮ່ວມມືກັບພຣະອົງໃນວຽກງານຂອງພຣະອົງ.

ຕົວລະຄອນທີ່ແຕ່ງຂຶ້ນຊື່ ແມຣີ ພອບປິນສ໌ ເປັນເອື້ອຍລ້ຽງເດັກຊາວອັງກິດ—ຜູ້ທີ່ມີເວດມົນຄາຖາ.1 ນາງຖືກພັດມາຈາກລົມຂອງທິດຕາເວັນອອກ ເພື່ອມາຊ່ວຍຄອບຄົວ ແບ້ງສ໌ ທີ່ມີບັນຫາ ຢູ່ທີ່ບ້ານເລກທີ 17, ຖະໜົນແຊວຣີ ທຣີ ເລນ ໃນຄຸ້ມ ເອດ​ເວີດ​ດຽນ ກຸງລອນດອນ. ນາງໄດ້ຮັບມອບໝາຍໃຫ້ດູແລເດັກນ້ອຍຊື່ ນາງເຈນ ແລະ ທ້າວໄມໂກ. ໃນວິທີທີ່ເດັດດ່ຽວແຕ່ມີຄວາມເມດຕາ, ນາງໄດ້ເລີ່ມ​ສິດສອນບົດຮຽນທີ່ມີ ຄຸນຄ່າຫລາຍໃຫ້ແກ່ພວກເຂົາ ດ້ວຍການໃຊ້ເວດມົນ.

ນາງເຈນ ແລະ ທ້າວໄມໂກ ໄດ້ມີຄວາມກ້າວໜ້າດີ, ແຕ່ນາງແມຣີຕັດສິນໃຈວ່າ ເຖິງເວລາແລ້ວທີ່ນາງຕ້ອງຈາກໄປ. ໃນການສະແດງເທິງເວທີ, ເພື່ອນກວາດປ່ອງແປວໄຟຂອງນາງແມຣີ, ທ້າວເບີດ, ພະຍາຍາມກີດກັນບໍ່ໃຫ້ນາງໄປ. ລາວກ່າວວ່າ, “ແຕ່ພວກເຂົາເປັນເດັກດີນະ, ແມຣີ.”

ນາງແມຣີຕອບວ່າ, “ຖ້າພວກເຂົາບໍ່ເປັນເດັກດີ ແລ້ວຂ້ອຍຈະມາສົນໃຈພວກເຂົາບໍລະ? ແຕ່ຂ້ອຍຈະຊ່ວຍພວກເຂົາບໍ່ໄດ້ ຖ້າພວກເຂົາບໍ່ຍອມໃຫ້ຂ້ອຍຊ່ວຍ, ແລະ ບໍ່ມີຄົນໃດທີ່ສອນຍາກໄປກວ່າເດັກທີ່ຮູ້ທຸກສິ່ງ.”

ທ້າວເບີດຖາມວ່າ, “ແລ້ວຈັ່ງໃດລະ?”

ນາງແມຣີຕອບວ່າ, “ແລ້ວພວກເຂົາຕ້ອງເຮັດສ່ວນຕໍ່ໄປ ດ້ວຍຕົວພວກເຂົາເອງ.2

ອ້າຍເອື້ອຍນ້ອງທັງຫລາຍ, ເໝືອນດັ່ງນາງເຈນ ແລະ ທ້າວໄມໂກ ແບ້ງສ໌, ເຮົາກໍເປັນ “ເດັກດີ” ຜູ້ທີ່ຕ້ອງໄດ້ຮັບຄວາມສົນໃຈຄືກັນ. ພຣະບິດາເທິງສະຫວັນຂອງເຮົາປະສົງຈະຊ່ວຍເຫລືອ ແລະ ອວຍພອນເຮົາ, ແຕ່ເຮົາກໍບໍ່ຍອມໃຫ້ພຣະອົງເຮັດດັ່ງນັ້ນສະເໝີໄປ. ບາງເທື່ອ, ເຮົາກໍປະພຶດຕົວຄືກັນກັບວ່າເຮົາຮູ້ທຸກສິ່ງແລ້ວ. ແລະ ເຮົາກໍຕ້ອງເຮັດ “ສ່ວນຕໍ່ໄປ” ດ້ວຍຕົວເຮົາເອງຄືກັນ. ເພາະເຫດນີ້ ເຮົາຈຶ່ງໄດ້ລົງມາສູ່ໂລກ ຈາກບ້ານກ່ອນຊີວິດມະຕະ, ບ້ານແຫ່ງສະຫວັນ. “ສ່ວນຕໍ່ໄປ” ຂອງເຮົາກ່ຽວຂ້ອງກັບການເລືອກ.

ເປົ້າໝາຍຂອງພຣະບິດາເທິງສະຫວັນຂອງເຮົາໃນການເປັນພໍ່ແມ່ ບໍ່ແມ່ນຈະໃຫ້ລູກໆຂອງພຣະອົງ ເຮັດ ສິ່ງທີ່ຖືກຕ້ອງ; ແຕ່ແມ່ນໃຫ້ລູກໆຂອງພຣະອົງ ເລືອກ ທີ່ຈະເຮັດສິ່ງທີ່ຖືກຕ້ອງ ແລະ ໃນທີ່ສຸດກາຍເປັນເໝືອນດັ່ງພຣະອົງ. ຖ້າຫາກວ່າພຣະອົງພຽງແຕ່ປະສົງໃຫ້ເຮົາເຊື່ອຟັງເທົ່ານັ້ນ, ພຣະອົງຈະໃຊ້ລາງວັນ ແລະ ການລົງໂທດທັນທີ ທີ່ຈະມີອິດທິພົນຕໍ່ພຶດຕິກຳຂອງເຮົາ.

ແຕ່ພຣະເຈົ້າບໍ່ປະສົງໃຫ້ລູກໆຂອງພຣະອົງເປັນແບບ “ສັດລ້ຽງ” ທີ່ໄດ້ຮັບການອົບລົມ ແລະ ເຊື່ອຟັງ ຜູ້ທີ່ຈະບໍ່ແຫ້ນເກີບຂອງພຣະອົງຢູ່ໃນຫ້ອງຮັບແຂກ ໃນອານາຈັກສັ້ນສູງ.3 ບໍ່ເລີຍ, ພຣະເຈົ້າປະສົງໃຫ້ລູກໆຂອງພຣະອົງເຕີບໂຕທາງວິນ​ຍານ ແລະ ຮ່ວມມືກັບພຣະອົງໃນວຽກງານ​ຂອງ​ຄອບ​ຄົວ.

ພຣະເຈົ້າໄດ້ຈັດແຜນໜຶ່ງຂຶ້ນ ບ່ອນທີ່ເຮົາຈະສາມາດກາຍເປັນທາຍາດ ໃນອານາຈັກຂອງພຣະອົງ, ຊຶ່ງເປັນເສັ້ນທາງແຫ່ງພັນທະສັນຍາ ທີ່ຈະນຳເຮົາໃຫ້ກາຍເປັນເໝືອນດັ່ງພຣະອົງ, ມີຊີວິດແບບທີ່ພຣະອົງມີ, ແລະ ມີຊີວິດຕະຫລອດໄປເປັນຄອບຄົວ ໃນທີ່ປະທັບຂອງພຣະອົງ.4 ການເລືອກສ່ວນຕົວໄດ້ເປັນ—ແລະ ເປັນ—ສິ່ງທີ່ຈຳເປັນຕໍ່ແຜນນີ້, ຊຶ່ງເຮົາໄດ້ຮຽນຮູ້ ໃນຊີວິດກ່ອນເກີດຂອງເຮົາ. ເຮົາໄດ້ຍອມຮັບເອົາແຜນນັ້ນ ແລະ ໄດ້ເລືອກທີ່ຈະລົງມາສູ່ໂລກ.

ເພື່ອໃຫ້ແນ່ໃຈວ່າເຮົາຈະນຳໃຊ້ສັດທາ ແລະ ຮຽນຮູ້ທີ່ຈະໃຊ້ອຳເພີໃຈຂອງເຮົາໃຫ້ຖືກຕ້ອງ, ຜ້າມ່ານແຫ່ງຄວາມຫລົງລືມຖືກເອົາມາປິດບັງຄວາມນຶກຄິດຂອງເຮົາ ເພື່ອວ່າເຮົາຈະບໍ່ຈົດຈຳແຜນຂອງພຣະເຈົ້າ. ປາດສະຈາກຜ້າມ່ານນັ້ນ, ຈຸດປະສົງຂອງພຣະເຈົ້າຈະບໍ່ບັນລຸຜົນສຳເລັດ ເພາະວ່າເຮົາຈະກ້າວໜ້າ ແລະ ຈະກາຍເປັນທາຍາດທີ່ໄວ້ໃຈໄດ້ ທີ່ພຣະອົງປະສົງໃຫ້ເຮົາເປັນບໍ່​ໄດ້.

ສາດສະດາລີໄຮໄດ້ກ່າວວ່າ: “ດັ່ງນັ້ນ, ອົງພຣະຜູ້ເປັນເຈົ້າຈຶ່ງປະທານໃຫ້ມະນຸດ ເພື່ອພວກເຂົາຈະກະທຳດ້ວຍຕົວເອງ. ດັ່ງນັ້ນ, ມະນຸດກະທຳດ້ວຍຕົວເອງບໍ່ໄດ້ ນອກຈາກຈະເປັນໄປເມື່ອພວກເຂົາ ຖືກຊັກຈູງໂດຍຢ່າງໜຶ່ງ ຫລື ອີກຢ່າງໜຶ່ງ.”5 ໃນລະດັບພື້ນຖານ, ທາງໜຶ່ງແມ່ນພຣະເຢຊູຄຣິດເປັນຕົວແທນ, ພຣະບຸດອົງທຳ​ອິດຂອງພຣະບິດາ. ອີກທາງໜຶ່ງກໍມີຊາຕານ, ລູ​ຊິເຟີ, ເປັນຕົວແທນ, ຜູ້ທີ່ຢາກທຳລາຍອຳເພີໃຈ ແລະ ແຍ້ງຊີງເອົາອຳນາດ.6

ໃນພຣະເຢຊູຄຣິດ, “ພວກເຮົາມີຜູ້ວິງວອນແທນພວກເຮົາ ນຳພຣະບິດາ.”7 ຫລັງຈາກໄດ້ສຳເລັດການເສຍສະລະຊົດໃຊ້ຂອງພຣະອົງແລ້ວ, ພຣະເຢຊູ “ໄດ້ສະເດັດຂຶ້ນໄປສະຫວັນ … ເພື່ອຮຽກຮ້ອງສິດແຫ່ງຄວາມເມດຕາຈາກພຣະບິດາ ຊຶ່ງພຣະອົງມີຕໍ່ລູກຫລານມະນຸດ.” ແລະ, ໂດຍທີ່ໄດ້ຮຽກຮ້ອງສິດແຫ່ງຄວາມເມດຕາ, “ພຣະອົງຈຶ່ງວິງວອນແທນລູກຫລານມະນຸດ.”8

ການວິງວອນແທນຂອງພຣະຄຣິດນຳພຣະບິດາແທນເຮົາ ບໍ່ໄດ້ເປັນເລື່ອງຂອງຄູ່ຕໍ່ສູ້. ພຣະເຢຊູຄຣິດ, ຜູ້ທີ່ຍອມໃຫ້ພຣະປະສົງຂອງພຣະອົງຖືກກືນ ເຂົ້າໄປໃນພຣະປະສົງຂອງພຣະບິດາ,9 ຈະບໍ່ສະໜັບສະໜູນສິ່ງໃດນອກຈາກສິ່ງທີ່ພຣະບິດາໄດ້ປະສົງຢູ່ແລ້ວ. ພຣະບິດາເທິງສະຫວັນກໍໄດ້ໃຫ້ກຳລັງໃຈ ແລະ ສັນລະເສີນຄວາມສຳເລັດຜົນຂອງເຮົາແນ່ນອນ.

ການວິງວອນແທນຂອງພຣະຄຣິດ, ວ່າຢ່າງໜ້ອຍ, ກໍທີ່ຈະເຕືອນໃຈເຮົາວ່າພຣະອົງໄດ້ຈ່າຍຄ່າແທນບາບຂອງເຮົາແລ້ວ ແລະ ວ່າບໍ່ມີໃຜຖືກກີດ​ກັນ​ຈາກຄວາມເມດຕາຂອງພຣະເຈົ້າ ຈົນເອື້ອມອອກໄປບໍ່ເຖິງ.10 ສຳລັບຜູ້ທີ່ເຊື່ອໃນພຣະເຢຊູຄຣິດ, ກັບໃຈ, ຮັບບັບຕິສະມາ, ແລະ ອົດທົນຈົນເຖິງທີ່ສຸດ—ເປັນຂັ້ນຕອນທີ່ນຳໄປສູ່ການກັບຄືນດີ11—ພຣະຜູ້ຊ່ວຍໃຫ້ລອດໃຫ້ອະໄພ, ປິ່ນປົວ, ແລະ ວິງວອນແທນ. ພຣະອົງເປັນຜູ້ຊ່ວຍເຫລືອ, ຜູ້ປອບໃຈ, ແລະ ຜູ້ໄກ່ເກ່ຍຂອງເຮົາ—ຢືນຢັນ ແລະ ຮັບຮອງການກັບຄືນດີຂອງເຮົາກັບພຣະເຈົ້າ.12

ໃນທາງທີ່ກົງກັນຂ້າມທີ່ແຈ້ງຊັດ, ລູຊິເຟີເປັນຜູ້ກ່າວຫາ ຫລື ໄອຍະການ. ໂຢຮັນ ຜູ້ເປີດເຜີຍໄດ້ບັນຍາຍການປະລາໄຊຂອງລູຊິເຟີໃນທີ່ສຸດວ່າ: “ແລ້ວຂ້າພະເຈົ້າໄດ້ຍິນສຽງດັງມາຈາກສະຫວັນວ່າ, ບັດນີ້ຄວາມລອດພົ້ນ, ລິດເດດ ແລະ ອານາຈັກແຫ່ງພຣະເຈົ້າຂອງເຮົາທັງຫລາຍ ກັບທັງລິດອຳນາດພຣຄຣິດຂອງພຣະອົງໄດ້ມາເຖິງແລ້ວ.” ເປັນຫຍັງ? ເພາະວ່າ “ຜູ້ທີ່ກ່າວໂທດພວກພີ່ນ້ອງຂອງເຮົາຕໍ່ພຣະພັກພຣະເຈົ້າຂອງເຮົາ ທັງກາງເວັນ ແລະ ກາງຄືນນັ້ນ ກໍໄດ້ຖືກຖິ້ມລົງເສຍແລ້ວ. ເຂົາເຫລົ່ານັ້ນໄດ້ໄຊຊະນະພະຍານາກແລ້ວ ດ້ວຍໂລຫິດຂອງພຣະເມສານ້ອຍ, ແລະ ເພາະຄຳພະຍານຂອງພວກເຂົາເອງ.”13

ລູຊິເຟີແມ່ນຜູ້ກ່າວຫາ. ມັນໄດ້ກ່າວຕໍ່ຕ້ານເຮົາໃນຊີວິດກ່ອນມະຕະ, ແລະ ມັນຍັງປະນາມເຮົາໃນຊີວິດນີ້ຢູ່ຕໍ່ໄປ. ມັນສະແຫວງຫາທີ່ຈະດຶງເຮົາລົງ. ມັນຢາກໃຫ້ເຮົາມີຄວາມໂສກເສົ້າທີ່ບໍ່ມີວັນສິ້ນສຸດ. ມັນເປັນຜູ້ທີ່ບອກເຮົາວ່າເຮົາມີຄວາມບົກຜ່ອງ, ຜູ້ທີ່ບອກເຮົາວ່າເຮົາບໍ່ດີພໍ, ທີ່ບອກເຮົາວ່າບໍ່ມີທາງແກ້ໄຂຄວາມຜິດພາດ. ມັນເປັນຜູ້ຂົ່ມຂູ່ທີ່ສຸດ, ທີ່ຊ້ຳເຕີມເຮົາຍາມເຮົາໝົດຫວັງ.

ຖ້າລູຊິເຟີເປັນຜູ້ສອນເດັກນ້ອຍໃຫ້ຍ່າງ ແລະ ເດັກນັ້ນສະດຸດລົ້ມ, ມັນກໍຈະຮ້ອງໃສ່ເດັກ, ລົງໂທດເຂົາ, ແລະ ບອກເດັກຄົນນັ້ນໃຫ້ເຊົາພະຍາຍາມເສຍ. ວິທີທາງຂອງລູຊິເຟີຈະນຳຄວາມອຸກອັ່ງໃຈ ແລະ ຄວາມສິ້ນຫວັງມາໃຫ້—ໃນ​ທີ່​ສຸດ ແລະ ​ສະ​ເໝີ​ໄປ. ບິດາຂອງຄວາມຂີ້ຕົວະຜູ້ນີ້ ເປັນຜູ້ທີ່ຈັດໃຫ້ມີຄວາມເທັດທັງໝົດ14 ແລະ ທຳງານຢ່າງສະຫລາດແກມກົງເພື່ອຈະຫລອກລວງ ແລະ ລົບກວນເຮົາ, “ເພາະມັນສະແຫວງຫາເພື່ອມະນຸດທັງປວງຈະໄດ້ເສົ້າສະຫລົດໃຈ ຄືກັນກັບມັນ.”15

ຖ້າພຣະຄຣິດເປັນຜູ້ທີ່ສອນເດັກນ້ອຍໃຫ້ຍ່າງ ແລະ ເດັກນ້ອຍຄົນນັ້ນສະດຸດລົ້ມ, ພຣະອົງຈະຊ່ວຍເດັກໃຫ້ຢືນຂຶ້ນ ແລະ ຊຸກຍູ້ໃຫ້ເດັກກ້າວໄປໜ້າ.16 ພຣະຄຣິດເປັນພຣະຜູ້ຊ່ວຍເຫລືອ ແລະ ພຣະຜູ້ປອບໃຈ. ວິທີທາງຂອງພຣະອົງຈະນຳຄວາມສຸກ ແລະ ຄວາມຫວັງມາໃຫ້—ໃນ​ທີ່​ສຸດ ແລະ ສະເໝີໄປ.

ແຜນຂອງພຣະເຈົ້າແມ່ນຮ່ວມທັງການຊີ້ນຳເຮົາ, ຊຶ່ງພຣະຄຳພີຮ້ອງວ່າພຣະບັນຍັດ. ພຣະບັນຍັດເຫລົ່ານີ້ບໍ່ໄດ້ຖືກຈັດຂຶ້ນແບບຫລິ້ນໆ ຫລື ເປັນພຽງແຕ່ປະມວນກົດ ທີ່ປະສົງຈະອົບລົມເຮົາໃຫ້ເປັນຄົນທີ່ເຊື່ອຟັງເທົ່ານັ້ນ. ພຣະ​ບັນ​ຍັດ​ເຫລົ່າ​ນີ້ເຊື່ອມໂຍງກັບການພັດທະນາຄຸນສົມບັດຂອງ​ບັນ​ດາພຣະເຈົ້າ​ທັງ​ຫລາຍ, ເພື່ອການກັບຄືນໄປຫາພຣະບິດາເທິງສະຫວັນຂອງ​ເຮົາ, ແລະ ໄດ້ຮັບຄວາມສຸກທີ່ບໍ່ມີວັນສິ້ນສຸດ. ການເຊື່ອຟັງຕໍ່ພຣະບັນຍັດຂອງພຣະອົງ ບໍ່ໄດ້ເປັນເລື່ອງຕາບອດ; ເຮົາ​ຕັ້ງ​ໃຈເລືອກພຣະເຈົ້າ ແລະ ເສັ້ນທາງຂອງພຣະອົງ ທີ່ນຳເຮົາກັບບ້ານ. ແບບແຜນສຳລັບເຮົາແມ່ນອັນດຽວກັນ ດັ່ງທີ່ມັນໄດ້ເປັນສຳລັບອາດາມ ແລະ ເອວາ, ທີ່ “ພຣະເຈົ້າໄດ້ມອບພຣະບັນຍັດໃຫ້ແກ່ເຂົາເຈົ້າ: ຫລັງຈາກທີ່ໄດ້ເຮັດໃຫ້ເຂົາເຈົ້າຮູ້ເຖິງແຜນແຫ່ງການໄຖ່.”17 ເຖິງແມ່ນວ່າພຣະເຈົ້າປະສົງໃຫ້ເຮົາຄົງຢູ່ໃນເສັ້ນ​ທາງແຫ່ງພັນທະສັນຍາ, ແຕ່ພຣະອົງຍັງໃຫ້ເຮົາສາ​ມາດເລືອກ ດ້ວຍ​ກຽດ​ສັກ​ສີ.

ແທ້ຈິງແລ້ວ, ພຣະເຈົ້າປາດຖະໜາ, ຄາດຫວັງ, ແລະ ຊີ້ນຳລູກໆຂອງພຣະອົງແຕ່ລະຄົນ ໃຫ້ເລືອກສຳລັບຕົວເຂົາເອງ. ພຣະອົງຈະບໍ່ບັງຄັບເຮົາ. ຜ່ານທາງຂອງປະທານແຫ່ງອຳເພີໃຈ, ພຣະເຈົ້າປ່ອຍໃຫ້ລູກໆຂອງພຣະອົງ “ກະທຳດ້ວຍຕົວເອງ ແລະ ທີ່ຈະບໍ່ຖືກກະທຳ.”18 ອຳເພີໃຈອະນຸຍາດໃຫ້ເຮົາເລືອກທີ່ຈະເຂົ້າໄປຢູ່ໃນເສັ້ນທາງ, ຫລື ບໍ່​ເຂົ້າ​ໄປ. ມັນອະນຸຍາດໃຫ້ເຮົາອອກໄປ, ຫລື ບໍ່ອອກໄປ. ດັ່ງທີ່ເຮົາບໍ່ສາມາດຖືກບັງຄັບໃຫ້ເຊື່ອຟັງສັນໃດ, ເຮົາກໍບໍ່ສາມາດຖືກບັງຄັບ ບໍ່ໃຫ້ເຊື່ອຟັງສັນນັ້ນ. ບໍ່ມີໃຜ, ປາດສະຈາກການຮ່ວມມືຂອງເຮົາ, ສາມາດດຶງເຮົາອອກຈາກເສັ້ນທາງໄດ້. (ບັດ​ນີ້, ນີ້ບໍ່ແມ່ນ​ໃຫ້​ສັບ​ສົນ​ກັບ​ຜູ້​ທີ່​ອຳ​ເພີ​ໃຈ​ຖືກ​ລະ​ເມີດ. ເຂົາ​ເຈົ້າ​ບໍ່​ໄດ້​ອອກນອກ​ທາງ​ໄປ; ແຕ່ເຂົາ​ເຈົ້າ​ເປັນ​ຜູ້​ຮັບ​ເຄາະ. ເຂົາ​ເຈົ້າ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ, ຄວາມ​ຮັກ, ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຈາກ​ພຣະ​ເຈົ້າ.)

ແຕ່ເມື່ອເຮົາອອກຈາກເສັ້ນທາງ, ພຣະເຈົ້າກໍເສົ້າພຣະ​ໄທ ເພາະພຣະອົງຮູ້ວ່າ ໃນທີ່ສຸດ, ເຖິງແມ່ນຈະແຕກຕ່າງກັນ, ມັນຈະນຳໄປສູ່ຄວາມສຸກທີ່ມີໜ້ອຍລົງ ແລະ ເຮັດໃຫ້ສູນເສຍພອນຕ່າງໆ. ໃນພຣະຄຳພີ, ການອອກໄປຈາກເສັ້ນທາງນັ້ນເອີ້ນວ່າບາບ, ແລະ ຈະມີ​ຄວາມ​ສຸກໜ້ອຍລົງ ແລະ ການສູນເສຍພອນຈະເປັນຜົນທີ່ຕາມມາ ຊຶ່ງ​ເອີ້ນ​ວ່າ ການ​ລົງ​ໂທດ. ໃນດ້ານນີ້, ພຣະເຈົ້າບໍ່ໄດ້ລົງໂທດເຮົາ; ການລົງໂທດເປັນຜົນທີ່ຕາມມາຂອງການເລືອກຂອງເຮົາ​ເອງ, ບໍ່ແມ່ນ​ການ​ເລືອກຂອງພຣະອົງ.

ເມື່ອເຮົາພົບເຫັນວ່າເຮົາອອກໄປນອກເສັ້ນທາງ, ເຮົາສາມາດຢູ່ທີ່ນັ້ນໄດ້, ຫລື ວ່າເປັນເພາະການຊົດໃຊ້ຂອງພຣະເຢຊູຄຣິດ, ເຮົາສາມາດເລືອກທີ່ຈະຫັນກັບຄືນມາຢູ່ໃນເສັ້ນທາງ​ອີກ. ໃນພຣະຄຳພີ, ຂັ້ນຕອນຂອງການຕັດສິນ​ໃຈທີ່ຈະປ່ຽນແປງ ແລະ ກັບຄືນມາສູ່ເສັ້ນທາງນັ້ນ ແມ່ນເອີ້ນວ່າ ການກັບໃຈ. ການບໍ່ຍອມກັບໃຈໝາຍຄວາມວ່າ ເຮົາເລືອກທີ່ຈະບໍ່ໃຫ້ຕົນເອງເໝາະສົມກັບພອນ ທີ່ພຣະເຈົ້າປາດຖະໜາຈະປະທານໃຫ້ເຮົາ. ຖ້າຫາກເຮົາ, “ບໍ່ເຕັມໃຈຈະປິຕິຍິນດີກັບສິ່ງທີ່ [ເຮົາ] ອາດຈະໄດ້ຮັບ,” ເຮົາຈະ “ກັບຄືນ … ໄປສູ່ຈຸດ [ຂອງເຮົາເອງ], ທີ່ຈະປິຕິຍິນດີກັບສິ່ງທີ່ [ເຮົາ] ເຕັມໃຈ​ທີ່ຈະໄດ້ຮັບ”19—ທາງເລືອກຂອງເຮົາ, ບໍ່ແມ່ນທາງເລືອກຂອງພຣະເຈົ້າ.

ບໍ່ວ່າເຮົາໄດ້ອອກໄປນອກເສັ້ນທາງນັ້ນດົນນານປານໃດ ຫລື ວ່າເຮົາໄດ້ພະເນຈອນໄປໄກປານໃດກໍຕາມ, ໃນວິນາທີທີ່ເຮົາເລືອກທີ່ຈະປ່ຽນ, ພຣະເຈົ້າຈະຊ່ວຍເຮົາໃຫ້ກັບຄືນມາ.20 ຈາກທັດສະນະຂອງພຣະເຈົ້າ, ຜ່ານການກັບໃຈທີ່ຈິງໃຈ ແລະ ການກ້າວໄປໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ, ເມື່ອໄດ້ກັບຄືນມາຢູ່ໃນເສັ້ນທາງແລ້ວ, ມັນກໍຈະເປັນຄືກັນກັບວ່າ ເຮົາບໍ່ເຄີຍອອກໄປຈາກເສັ້ນທາງນັ້ນເລີຍ.21 ພຣະຜູ້ຊ່ວຍໃຫ້ລອດຈ່າຍຄ່າບາບຂອງເຮົາ ແລະ ປົດປ່ອຍເຮົາຈາກການມີຄວາມສຸກ ແລະ ການ​ໄດ້​ຮັບພອນແບບ​ໜ້ອຍໆ. ໃນພຣະຄຳພີ ສິ່ງນີ້ຖືກເອີ້ນວ່າການໃຫ້ອະໄພ. ຫລັງ​ຈາກ​ບັບ​ຕິ​ສະ​ມາ, ສະ​ມາ​ຊິກ​ທຸກ​ຄົນ​ຈະເຈືອກ​ອອກ​ຈາກ​ເສັ້ນ​ທາງ—ພວກ​ເຮົາ​ບາງ​ຄົນ ກໍໄດ້​ໂດດ​ອອກ. ດັ່ງນັ້ນ, ການໃຊ້ສັດທາໃນພຣະເຢຊູຄຣິດ, ການກັບໃຈ, ການຮັບເອົາຄວາມຊ່ວຍເຫລືອຈາກພຣະອົງ, ແລະ ການໄດ້ຮັບການໃຫ້ອະໄພ, ບໍ່ໄດ້ເປັນເຫດການທີ່ເກີດຂຶ້ນເທື່ອດຽວ ແຕ່ເປັນຂັ້ນຕອນຕະຫລອດຊີວິດ, ຂັ້ນຕອນທີ່ເຮັດຊ້ຳແລ້ວຊ້ຳອີກ ຫລື ເຮັດ​ເລື້ອຍໆ. ນີ້ຄືວິທີທີ່ເຮົາ “ອົດທົນຈົນເຖິງທີ່ສຸດ.”22

ເຮົາຕ້ອງເລືອກວ່າເຮົາຈະຮັບໃຊ້ໃຜ.23 ຄວາມຍິ່ງໃຫຍ່ຂອງຄວາມສຸກນິລັນດອນຂອງເຮົາ ແມ່ນຂຶ້ນຢູ່ກັບການເລືອກພຣະເຈົ້າທີ່ດຳລົງຢູ່ ແລະ ການຮ່ວມມືກັບພຣະອົງໃນວຽກງານຂອງພຣະອົງ. ເມື່ອເຮົາພະຍາຍາມທີ່ຈະ “ເຮັດສ່ວນຕໍ່ໄປ” ດ້ວຍຕົວເຮົາເອງ, ເຮົາກໍເຝິກການໃຊ້ອຳເພີໃຈຂອງເຮົາຢ່າງຖືກຕ້ອງ. ດັ່ງທີ່ອະດີດປະທານສະມາຄົມສະຕີສົງເຄາະສາມັນສອງທ່ານໄດ້ກ່າວວ່າ, ເຮົາບໍ່ຄວນເປັນ “ແອນ້ອຍທີ່ຕ້ອງການ ການອອຍໃຈ ແລະ ການຕັກເຕືອນຕະຫລອດເວລາ.”24 ບໍ່​ໃຫ້​ເປັນ​ແນວນັ້ນ, ພຣະ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ກາຍ​ເປັນ​ຜູ້​ໃຫຍ່ ແລະ ປົກ​ຄອງ​ຕົວ​ເອງ.

ການເລືອກທີ່ຈະຕິດຕາມແຜນຂອງພຣະບິດາ ຄືວິທີທາງດຽວເທົ່າ​ນັ້ນ ທີ່ເຮົາຈະສາມາດກາຍເປັນທາຍາດໃນອານາຈັກຂອງພຣະອົງ​ໄດ້; ພຽງແຕ່ໃນເວລານັ້ນ ທີ່ພຣະອົງຈະສາມາດໄວ້ວາງໃຈເຮົາ ທີ່ຈະບໍ່ທູນຂໍສິ່ງທີ່ກົງກັນຂ້າມ ກັບພຣະປະສົງຂອງພຣະອົງ.25 ແຕ່ເຮົາຕ້ອງຈື່ຈຳວ່າ “ບໍ່ມີຄົນໃດທີ່ສອນຍາກໄປກວ່າເດັກທີ່ຮູ້ທຸກສິ່ງ.” ສະ​ນັ້ນ ເຮົາຕ້ອງເຕັມໃຈທີ່ຈະໄດ້ຮັບການສິດສອນໃນວິທີທາງຂອງພຣະຜູ້ເປັນເຈົ້າ ໂດຍພຣະຜູ້ເປັນເຈົ້າ ແລະ ຜູ້ຮັບໃຊ້ຂອງພຣະອົງ. ເຮົາສາມາດໄວ້ວາງໃຈໄດ້ວ່າ ເຮົາເປັນລູກໆທີ່ຮັກຂອງພຣະບິດາມານດາເທິງສະຫວັນ26 ແລະ ເຮົາມີຄຸນຄ່າດີພໍທີ່ຈະ “ໄດ້ຮັບຄວາມສົນໃຈ” ແລະ ໄດ້ຮັບຄວາມໝັ້ນໃຈວ່າ “ດ້ວຍໂຕຄົນດຽວ” ຈະບໍ່ໝາຍຄວາມວ່າ “ຕາມລຳພັງ” ເລີຍ.

ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ຮ່ວມກັບ​ຢາ​ໂຄບ ສາດ​ສະ​ດາ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ທີ່​ວ່າ:

“ດັ່ງນັ້ນ, ຈົ່ງເຮັດໃຫ້ໃຈຂອງທ່ານຊື່ນບານ, ແລະ ຈົ່ງຈື່ຈຳໄວ້ວ່າ ທ່ານມີສິດທີ່ຈະເຮັດເພື່ອຕົນເອງ—ທີ່ຈະເລືອກທາງແຫ່ງຄວາມຕາຍອັນຕະຫລອດໄປ ຫລື ທາງແຫ່ງຊີວິດນິລັນດອນ.

“ສະນັ້ນ, ອ້າຍ​ນ້ອງ [ແລະ ເອື້ອຍ​ນ້ອງ] ທີ່ຮັກແພງຂອງຂ້າພະເຈົ້າ, ຈົ່ງທຳຕົນເອງໃຫ້ເຂົ້າກັບພຣະປະສົງຂອງພຣະເຈົ້າ, ແລະ ບໍ່ແມ່ນເຂົ້າກັບຄວາມປະສົງຂອງມານ … ; ແລະ ຈົ່ງຈື່ຈຳໄວ້, ຫລັງຈາກທ່ານທຳຕົນເອງເຂົ້າກັບພຣະເຈົ້າແລ້ວ, ວ່າຈະເປັນໂດຍພຣະຄຸນຂອງພຣະເຈົ້າເທົ່ານັ້ນທີ່ທ່ານຈະລອດ.”27

ສະນັ້ນ, ຈົ່ງເລືອກສັດທາໃນພຣະຄຣິດ; ເລືອກ​ການກັບໃຈ; ເລືອກທີ່ຈະຮັບບັບຕິສະມາ ແລະ ຮັບເອົາພຣະວິນຍານບໍລິສຸດ; ເລືອກທີ່ຈະຕຽມພ້ອມຢ່າງຮອບຄອບ ແລະ ຮັບສ່ວນສິນລະລຶກຢ່າງມີຄຸນຄ່າດີພໍ; ເລືອກທີ່ຈະເຮັດພັນທະສັນຍາໃນພຣະວິຫານ; ແລະ ເລືອກທີ່ຈະຮັບໃຊ້ພຣະເຈົ້າທີ່​ດຳ​ລົງຢູ່ ແລະ ລູກໆຂອງພຣະອົງ. ການເລືອກຂອງເຮົາ ຈະກຳນົດຄົນທີ່ເຮົາເປັນ ແລະ ຄົນທີ່ເຮົາຈະກາຍເປັນ.

ຂ້າ​ພະ​ເຈົ້າ​ຂໍ​ຈົບ​ດ້ວຍ​ພອນຂອງຢາໂຄບ ທີ່ວ່າ: “ດັ່ງນັ້ນ, ຂໍໃຫ້ພຣະເຈົ້າຈົ່ງຍົກທ່ານຂຶ້ນຈາກ … ຄວາມຕາຍອັນເປັນນິດໂດຍອຳນາດແຫ່ງການຊົດໃຊ້, ເພື່ອທ່ານຈະຖືກຮັບເຂົ້າໃນອານາຈັກນິລັນດອນຂອງພຣະເຈົ້າ.”28 ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ຕົວລະຄອນທີ່ແຕ່ງຂຶ້ນມາ ຊື່ ແມຣີ ພອບປິນສ໌ ຖືກນຳມາໃຫ້ເປັນຕົວຈິງຜ່ານບົດປະພັນຂອງ ທ່ານພີ ແອວ ທຣະເວີສ໌. ໜັງສືຂອງເພິ່ນໄດ້ເປັນພື້ນຖານໃຫ້​ແກ່ໜັງລະຄອນເພງສຳລັບປີ 1964, ທີ່ ວອດທ໌ ດີສະນີ ໄດ້ສ້າງເປັນໜັງ, ແລະ ຕໍ່ມາສຳລັບລະຄອນເວທີທີ່ຖືກດັດແປງຈາກໜັງ.

  2. ລະຄອນເວທີບັນ​ຈຸ​ພາບທີ່ຖືກບັນຍາຍ. ເບິ່ງ Libretto to Mary Poppins: The Broadway Musical, 70.

  3. ເບິ່ງ Spencer W. Kimball, in Brisbane Area Conference 1976, 19. ປະທານຄິມໂບ ໄດ້ກ່າວວ່າ: “ສິ່ງທຳອິດ ກ່ອນເລີ່ມສ້າງໂລກຂອງເຮົາຢູ່ນີ້, ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, ‘ເຮົາຈະມອບອຳເພີໃຈຂອງ​ເຈົ້າ ໃຫ້ແກ່ເຈົ້າ. ເຮົາຢາກໄດ້ຊາຍ ແລະ ຍິງທີ່ເຂັ້ມແຂງ ເພາະມັນຖືກຕ້ອງທີ່ຈະເຂັ້ມແຂງ. ເຮົາບໍ່ຢາກໄດ້ຄົນອ່ອນແອທີ່ຊອບທຳ ພຽງແຕ່ວ່າພວກເຂົາຕ້ອງຊອບທຳເທົ່ານັ້ນ.’”

  4. ເບິ່ງ, ຍົກ​ຕົວ​ຢ່າງ, Russell M. Nelson, “As We Go Forward Together,” Liahona, Apr. 2018, 7. ເສັ້ນທາງແຫ່ງພັນທະສັນຍາກໍຖືກເອີ້ນວ່າ ແຜນແຫ່ງຄວາມສຸກ (ເບິ່ງ ແອວມາ 42:8, 16) ແລະ ແຜນແຫ່ງການໄຖ່ (ເບິ່ງ ແອວມາ 12:25–35).

  5. 2 ນີ​ໄຟ 2:16.

  6. ເບິ່ງ Moses 4:3.

  7. 1 ໂຢ​ຮັນ 2:1; ເບິ່ງJoseph Smith Translation, 1 John 2:1 (in 1 John 2:1, footnote a) ນຳ​ອີກ.

  8. ໂມໂຣໄນ 7:27, 28.

  9. ເບິ່ງ ໂມໄຊຢາ 15:7.

  10. ເບິ່ງ 1 ໂຢຮັນ 2:2.

  11. ເບິ່ງ 2 ໂກ​ຣິນ​ໂທ 5:16–21; ໂກ​ໂລ​ຊາຍ 1:19–23; 2 ນີ​ໄຟ 10:24.

  12. ຄຳ​ວ່າ ຜູ້​ວິງວອນ​ແທນ (paraklētŏs) ໃນ​ພາ​ສາກ​ຣີກ ໝາຍ​ຄວາມ​ວ່າ ຜູ້​ວິງວອນ, ຜູ້​ຊ່ວຍ​ເຫລືອ, ຜູ້​ປອບ​ໂຍນ, ຫລື ຜູ້​ປອບ​ໃຈ (ເບິ່ງ 1 ໂຢ​ຮັນ 2:1, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ b; The New Strong’s Expanded Exhaustive Concordance of the Bible [1984], Greek dictionary section, 55; 2 ນີ​ໄຟ 10:23–25; Doctrine and Covenants 45:3–5).

  13. ພຣະນິມິດ 12:10–11.

  14. ເບິ່ງ ອີເທີ 8:25.

  15. >2 ນີໄຟ 2:27; ເບິ່ງ 2 ນີໄຟ 2:6–8, 16, 26 ນຳ​ອີກ.

  16. ເບິ່ງ Fiona and Terryl Givens, The Christ Who Heals (2017), 29, 124. ສຳລັບການອ້າງອີງສະບັບເດີມ, ເບິ່ງ Anthony Zimmerman, Evolution and the Sin in Eden (1998), 160, citing Denis Minns, Irenaeus (2010), 61.

  17. ແອວມາ 12:32.

  18. 2 ນີໄຟ 2:26; ເບິ່ງ 2 ນີໄຟ 2:16 ນຳອີກ.

  19. ເບິ່ງ Doctrine and Covenants 88:32.

  20. ເບິ່ງ ແອວມາ 34:31.

  21. ເບິ່ງ 2 ນີໄຟ 31:20; ໂມໄຊຢາ 26:29–30; Doctrine and Covenants 58:42–43; Boyd K. Packer, “The Plan of Happiness,” Liahona, May 2015, 28. ປະທານແພ໊ກເກີ ໄດ້ກ່າວວ່າ, “ເມື່ອຂັ້ນຕອນຂອງການກັບໃຈ ສຳເລັດຄົບຖ້ວນແລ້ວ, ຈະບໍ່ມີຮອຍແປ້ວ ເປັນເພາະການຊົດໃຊ້ຂອງພຣະເຢຊູຄຣິດ.”

  22. 2 ນີໄຟ 31:20.

  23. ເບິ່ງ ໂຢຊວຍ 24:15.

  24. Julie B. Beck, “And upon the Handmaids in Those Days Will I Pour Out My Spirit,” Liahona, May 2010, 12; Sister Beck was quoting Eliza R. Snow, address to Lehi Ward Relief Society, Oct. 27, 1869, Lehi Ward, Alpine (Utah) Stake, in Relief Society, Minute Book, 1868–79, Church History Library, Salt Lake City, 26–27.

  25. ເບິ່ງ 2 ນີໄຟ 4:35; ຮີລາມັນ 10:5.

  26. ເບິ່ງ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” Liahona, May 2017, 145.

  27. 2 ນີໄຟ 10:23–24.

  28. 2 ນີໄຟ 10:25.