​2010–2019
ສະຕີ ແລະ ການຮຽນຮູ້ພຣະກິດຕິຄຸນຢູ່ໃນບ້ານເຮືອນ
ເດືອນ​ຕຸລາ 2018


ສະຕີ ແລະ ການຮຽນຮູ້ພຣະກິດຕິຄຸນຢູ່ໃນບ້ານເຮືອນ

ພຣະຜູ້ຊ່ວຍໃຫ້ລອດເປັນຕົວຢ່າງທີ່ສົມບູນແບບຂອງທ່ານວ່າ ທ່ານຈະມີບົດບາດທີ່ສຳຄັນອັນໃດ ໃນການກ້າວໄປໃຫ້ຄວາມເອົາໃຈໃສ່ຫລາຍຂຶ້ນ ເລື່ອງການຮຽນຮູ້ພຣະກິດຕິຄຸນຢູ່ໃນບ້ານເຮືອນ.

ເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ນີ້ຊ່າງເປັນໂອກາດທີ່ປະເສີດທີ່ໄດ້ມາຊຸມນຸມກັບທ່ານ. ນີ້ກໍເປັນວັນເວລາທີ່ຕື່ນເຕັ້ນໃນສາດສະໜາຈັກຂອງພະເຢຊູຄິດແຫ່ງ​ໄພ່​ພົນຍຸກສຸດທ້າຍ. ພຣະຜູ້ເປັນເຈົ້າກຳລັງຖອກເທຄວາມຮູ້ລົງມາເທິງສາດສະໜາຈັກຂອງພຣະອົງ ດັ່ງທີ່ພຣະອົງໄດ້ສັນຍາ.

ທ່ານກໍຈຳສິ່ງທີ່ພຣະອົງໄດ້ກ່າວ ວ່າ ອີກດົນນານປານໃດທີ່ຜືນນ້ຳທີ່ໄຫລລ່ອງຈະຍັງບໍ່ບໍລິສຸດ? ອຳນາດໃດທີ່ຈະຢັບຢັ້ງສະຫວັນ? ດັ່ງມະນຸດຈະເດ່ແຂນອັນບອບບາງຂອງເຂົາ ອອກໄປຢຸດແມ່ນ້ຳມີເຊີຣີ ບໍ່ໃຫ້ໄຫລໄປຕາມທິດທາງຂອງມັນ, ຫລື ເຮັດໃຫ້ມັນໄຫລຢ້ອນກັບໄປບໍ່ໄດ້ສັນໃດ, ກໍຈະບໍ່ສາມາດຂັດຂວາງພຣະຜູ້ຊົງລິດອຳນາດຍິ່ງໃຫຍ່ ໃຫ້ຖອກເທຄວາມຮູ້ຈາກສະຫວັນລົງມາເທິງຫົວ ຂອງໄພ່ພົນຍຸກສຸດທ້າຍບໍ່ໄດ້ສັນນັ້ນ.1

ພາກສ່ວນຂອງການແບ່ງປັນຄວາມຮູ້ຂອງພຣະຜູ້ເປັນເຈົ້າໃນເວລານີ້ ກ່ຽວຂ້ອງກັບການເລັ່ງການຖອກເທຄວາມ​ຈິງ​ນິ​ລັນ​ດອນ ຂອງພຣະອົງນັ້ນລົງມາເທິງຫົວ ແລະ ເຂົ້າໄປໃນຫົວໃຈຂອງຜູ້ຄົນຂອງພຣະອົງ. ພຣະອົງໄດ້ເຮັດໃຫ້ແຈ່ມແຈ້ງວ່າ ທິດາຂອງພຣະບິດາເທິງສະຫວັນ ຈະມີບົດບາດຕົ້ນຕໍໃນການເລັ່ງທີ່ອັດສະຈັນນັ້ນ. ຫລັກຖານໜຶ່ງເຖິງສິ່ງມະຫັດສະຈັນນັ້ນ ຄືການນຳພາສາດສະດາ​ທີ່​ມີ​ຊີ​ວິດ​ຢູ່ຂອງພຣະອົງ ໃຫ້ເນັ້ນໜັກຫລາຍຂຶ້ນ ເຖິງການສິດສອນພຣະກິດຕິຄຸນຢູ່ໃນບ້ານເຮືອນ ແລະ ພາຍໃນຄອບຄົວ.

ທ່ານອາດຖາມວ່າ, “ພຣະອົງຈະເຮັດໃຫ້ເອື້ອຍນ້ອງຜູ້ຊື່ສັດເປັນພະລັງຕົ້ນຕໍ ເພື່ອຊ່ວຍພຣະຜູ້ເປັນເຈົ້າຖອກເທຄວາມຮູ້ນັ້ນລົງມາ ເທິງໄພ່ພົນຂອງພຣະອົງແນວໃດ?” ພຣະຜູ້ເປັນເຈົ້າໄດ້ໃຫ້ຄຳຕອບຢູ່ໃນໜັງສື “ຄອບຄົວ: ການປະກາດຕໍ່ໂລກ.” ທ່ານຈຳພຣະຄຳເຫລົ່ານັ້ນ, ແຕ່ທ່ານອາດຈະເຫັນຄວາມໝາຍໃໝ່ ແລະ ຮັບຮູ້ວ່າພຣະຜູ້ເປັນເຈົ້າໄດ້ເຫັນການປ່ຽນແປງທີ່ຕື່ນເຕັ້ນນີ້ລ່ວງໜ້າແລ້ວ, ຊຶ່ງ​ຕອນນີ້​ກຳ​ລັງ​ເກີດ​ຂຶ້ນ​ຢູ່. ຢູ່ໃນການປະກາດນັ້ນ, ພຣະອົງໄດ້ມອບໝາຍໃຫ້ບັນດາເອື້ອຍນ້ອງ ເປັນຄູສອນ​ຫລັກ​ທຳພຣະກິດຕິຄຸນຢູ່ໃນຄອບຄົວ ດ້ວຍພຣະຄຳເຫລົ່ານີ້ ວ່າ: “ແມ່ມີໜ້າທີ່ຮັບຜິດຊອບຕົ້ນຕໍທີ່ຈະລ້ຽງດູ ລູກເຕົ້າຂອງຕົນ.”2 ນີ້ກໍຮ່ວມດ້ວຍການບຳລຸງລ້ຽງຄວາມຈິງ ແລະ ຄວາມຮູ້ຂອງພຣະກິດຕິຄຸນ.

ການປະກາດກ່າວຕໍ່ໄປ ວ່າ: “ພໍ່ແມ່ຕ້ອງໄດ້ຊ່ວຍກັນແລະກັນ ແລະ ເປັນຫຸ້ນສ່ວນທີ່ເທົ່າທຽມກັນ.”3 ເຂົາເຈົ້າເປັນຫຸ້ນສ່ວນທີ່ເທົ່າທຽມກັນ, ເທົ່າທຽມກັນໃນສັກກະ​ຍະພາບຂອງເຂົາເຈົ້າ ສຳລັບການເຕີບໂຕທາງວິນຍານ ແລະ ສຳລັບການສະແຫວງຫາຄວາມຮູ້, ແລະ ເຂົາເຈົ້າກໍປຸ້ມລຸມກັນໂດຍການຊ່ວຍເຫລືອກັນແລະກັນ. ເຂົາເຈົ້າເປັນຫຸ້ນສ່ວນທີ່ເທົ່າທຽມກັນ ໃນຈຸດໝາຍປາຍທາງແຫ່ງສະຫວັນຂອງເຂົາເຈົ້າ ທີ່ຈະຖືກເຮັດໃຫ້ສູງສົ່ງນຳກັນ. ຕາມ​ຈິງ​ແລ້ວ, ຊາຍ ແລະ ຍິງຈະຖືກເຮັດໃຫ້ສູງສົ່ງບໍ່ໄດ້ຕາມລຳພັງ.

ແລ້ວ, ເປັນຫຍັງ, ທິດາຂອງພຣະເຈົ້າ ທີ່ຢູ່ໃນຄວາມສຳພັນ ທີ່ເປັນໜຶ່ງດຽວ ແລະ ເທົ່າທຽມກັນ ຈຶ່ງໄດ້ຮັບໜ້າທີ່ຮັບຜິດຊອບຕົ້ນຕໍ ໃຫ້ບຳລຸງລ້ຽງດ້ວຍໂພສະນາການທີ່ສຳຄັນທີ່ສຸດ ທີ່ທຸກຄົນຕ້ອງໄດ້ຮັບ, ເຊັ່ນ ຄວາມຮູ້ແຫ່ງຄວາມຈິງທີ່ມາຈາກສະຫວັນ? ຕາມທີ່ຂ້າພະເຈົ້າເຂົ້າໃຈໄດ້, ນັ້ນເປັນວິທີທາງຂອງພຣະຜູ້ເປັນເຈົ້າ ນັບຕັ້ງແຕ່ຄອບຄົວໄດ້ຖືກສ້າງຂຶ້ນຢູ່ເທິງໂລກນີ້.

ຍົກ​ຕົວ​ຢ່າງ, ເອວາໄດ້ເປັນຜູ້ທີ່ໄດ້ຮັບຄວາມຮູ້ວ່າ ອາດາມຕ້ອງກິນໝາກໄມ້ ຈາກຕົ້ນໄມ້ແຫ່ງຄວາມຮູ້ ເພື່ອວ່າເຂົາເຈົ້າຈະໄດ້ຮັກສາພຣະບັນຍັດທຸກຂໍ້ ຂອງພຣະເຈົ້າ ແລະ ຈັດຕັ້ງຄອບຄົວ. ຂ້າພະເຈົ້າບໍ່ຮູ້ວ່າເປັນຫຍັງ ເອວາຈຶ່ງຮູ້ກ່ອນ, ແຕ່ອາດາມ ແລະ ເອວາ ໄດ້ເປັນນ້ຳໜຶ່ງໃຈດຽວກັນ ເມື່ອຄວາມຮູ້ນັ້ນຖືກຖອກເທລົງມາເທິງອາດາມ.

ອີກຕົວຢ່າງໜຶ່ງເຖິງການໃຊ້ຂອງປະທານແຫ່ງການບຳລຸງລ້ຽງຂອງສະຕີ ຄືວິທີທີ່ພຣະອົງເສີມຄວາມເຂັ້ມແຂງໃຫ້ແກ່​ພວກລູກຊາຍຂອງຮີລາມັນ. ຂ້າພະເຈົ້າຕື້ນຕັນໃຈເມື່ອຂ້າພະເຈົ້າໄດ້ອ່ານເລື່ອງລາວນີ້ ແລະ ກໍຈື່ຈຳຖ້ອຍຄຳທີ່ໃຫ້ຄວາມໝັ້ນໃຈງຽບໆຂອງແມ່ຂອງຂ້າພະເຈົ້າເອງ ຕອນຂ້າພະເຈົ້າໄດ້ອອກຈາກບ້ານໄປຮັບໃຊ້ເປັນທະຫານ.

ຮີລາມັນໄດ້ບັນທຶກໄວ້ວ່າ:

“ພວກເຂົາໄດ້ຮັບການສິດສອນຈາກແມ່ຂອງພວກເຂົາ, ວ່າຖ້າຫາກພວກເຂົາບໍ່ສົງໃສ, ແລ້ວພຣະເຈົ້າຈະປົດປ່ອຍພວກເຂົາ.

“ແລະ ພວກເຂົາໄດ້ທົບທວນຄຳເວົ້າຂອງແມ່ຂອງພວກເຂົາກັບຂ້າພະເຈົ້າ, ໂດຍກ່າວວ່າ: ພວກເຮົາບໍ່ສົງໃສເລີຍວ່າ ແມ່​ຂອງ​ພວກ​ເຮົາຮູ້​ຈັກ​ເລື່ອງນີ້.”4

ເຖິງແມ່ນວ່າຂ້າພະເຈົ້າຈະບໍ່ຮູ້ເຫດຜົນທັງໝົດຂອງພຣະຜູ້ເປັນເຈົ້າ ທີ່ໄດ້ມອບໜ້າທີ່ຮັບຜິດຊອບຕົ້ນຕໍ ສຳລັບການບຳລຸງລ້ຽງໃນຄອບຄົວ ໃຫ້ແກ່ບັນດາເອື້ອຍນ້ອງຜູ້ຊື່ສັດ, ແຕ່ຂ້າພະເຈົ້າເຊື່ອວ່າມັນຕ້ອງກ່ຽວຂ້ອງກັບ ຄວາມສາມາດຂອງທ່ານທີ່ຈະຮັກ. ມັນຕ້ອງໃຊ້ຄວາມຮັກທີ່ຍິ່ງໃຫຍ່ ທີ່ຈະຮູ້ສຶກເຖິງຄວາມຕ້ອງການຂອງຄົນອື່ນ ຫລາຍໄປກວ່າຄວາມຕ້ອງການຂອງຕົນເອງ. ນັ້ນຄືຄວາມຮັກອັນບໍລິສຸດຂອງພຣະຄຣິດ ທີ່ມີໃຫ້ແກ່ຜູ້ທີ່ທ່ານບຳລຸງລ້ຽງ. ຄວາມຮູ້ສຶກຂອງຄວາມໃຈບຸນນັ້ນມາຈາກຜູ້ຄົນທີ່ຖືກເລືອກໃຫ້ເປັນຜູ້ບຳລຸງລ້ຽງ ທີ່ເໝາະສົມສຳລັບຜົນສະທ້ອນຂອງການຊົດໃຊ້ຂອງພຣະເຢຊູຄຣິດ. ຄຳຂວັນຂອງສະມາຄົມສະຕິສົງເຄາະ, ຊຶ່ງແມ່ຂອງຂ້າພະເຈົ້າເອງໄດ້ເປັນຕົວຢ່າງທີ່ດີ, ສຳລັບຂ້າພະເຈົ້າແລ້ວແມ່ນຖືກດົນໃຈແນ່ວ່າ: “ຄວາມໃຈບຸນດຳລົງຢູ່ຕະຫລອດ.”

ໃນຖານະທິດາຂອງພຣະເຈົ້າ, ທ່ານມີຄວາມສາມາດຕາມທຳມະຊາດ ແລະ ຍິ່ງໃຫຍ່ ທີ່ຈະຮູ້ສຶກເຖິງຄວາມຕ້ອງການຂອງຄົນອື່ນ ແລະ ທີ່ຈະຮັກ. ສິ່ງນັ້ນແຫລະ, ທີ່ເຮັດໃຫ້ທ່ານສາມາດໄດ້ຮັບຮູ້ສຽງກະຊິບຈາກພຣະວິນຍານ. ແລ້ວພຣະວິນຍານນັ້ນກໍສາມາດນຳພາສິ່ງທີ່ທ່ານຄິດ, ສິ່ງທີ່ທ່ານກ່າວອອກ, ແລະ ສິ່ງທີ່ທ່ານເຮັດ ເພື່ອບຳລຸງລ້ຽງຜູ້ຄົນ ເພື່ອວ່າພຣະຜູ້ເປັນເຈົ້າອາດຈະຖອກເທຄວາມຮູ້, ຄວາມຈິງ, ແລະ ຄວາມກ້າຫານລົງມາເທິງເຂົາເຈົ້າ.

ເອື້ອຍນ້ອງທັງ​ຫລາຍທີ່ກຳລັງໄດ້ຍິນສຽງຂອງຂ້າພະເຈົ້າຢູ່ດຽວນີ້ ກໍຢູ່ໃນຈຸດພິເສດຂອງການເດີນທາງຂອງທ່ານຜ່ານຊີວິດນີ້. ບາງຄົນກໍເປັນເດັກຍິງນ້ອຍໃນພາກປະຊຸມສະຕີສາ​ມັນເປັນເທື່ອທຳອິດ. ບາງຄົນກໍເປັນຍິງໜຸ່ມທີ່ກຳລັງຕຽມທີ່ຈະເປັນຜູ້ບຳລຸງລ້ຽງ ທີ່ພຣະເຈົ້າປະສົງໃຫ້ພວກ​ເຈົ້າເປັນ. ບາງຄົນກໍຫາກໍແຕ່ງງານທີ່ຍັງບໍ່ທັນມີລູກ; ແລະ ບາງຄົນກໍເປັນແມ່ໜຸ່ມສາວທີ່ມີລູກໜຶ່ງ ຫລື ສອງຄົນ. ບາງຄົນກໍເປັນແມ່ຂອງໄວລຸ້ນ ແລະ ບາງຄົນກໍມີລູກທີ່ຢູ່​ໃນສະໜາມເຜີຍແຜ່. ບາງຄົນກໍມີລູກທີ່ອ່ອນແອໃນສັດທາ ແລະ ຢູ່ໄກຈາກບ້ານ. ບາງຄົນກໍອາໄສຢູ່ຄົນດຽວໂດຍບໍ່ມີຄູ່ຄອງທີ່ຊື່ສັດ. ບາງຄົນກໍເປັນແມ່ຕູ້.

ແຕ່, ບໍ່ວ່າສະຖານະການສ່ວນຕົວຂອງທ່ານຈະເປັນແບບໃດກໍຕາມ, ທ່ານເປັນພາກສ່ວນ—ພາກສ່ວນທີ່ສຳຄັນ—ຂອງຄອບຄົວຂອງພຣະເຈົ້າ ແລະ ຄອບຄົວຂອງທ່ານເອງ, ບໍ່ວ່າຈະເປັນໃນອະນາຄົດ, ໃນໂລກນີ້, ຫລື ໃນໂລກວິນຍານ. ຄວາມໄວ້ວາງໃຈຂອງທ່ານຈາກພຣະເຈົ້າ ແມ່ນໃຫ້ບຳລຸງລ້ຽງສະມາຊິກ ໃນຄອບຄົວຂອງພຣະເຈົ້າ ແລະ ຂອງທ່ານ ຫລາຍເທົ່າທີ່ທ່ານສາ​ມາດເຮັດໄດ້ ດ້ວຍຄວາມຮັກ ແລະ ສັດທາຂອງທ່ານ ທີ່​ມີໃນອົງພຣະເຢຊູຄຣິດເຈົ້າ.

ການທ້າທາຍ​ທົ່ວ​ໄປຂອງທ່ານກໍຄື ທີ່ຈະຮູ້ວ່າຈະບຳລຸງລ້ຽງໃຜ, ໂດຍວິທີໃດ, ແລະ ເມື່ອໃດ. ທ່ານຕ້ອງການຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ. ພຣະອົງຮູ້ຫົວໃຈຂອງຄົນອື່ນ, ແລະ ພຣະອົງຮູ້ເມື່ອໃດເຂົາເຈົ້າພ້ອມທີ່ຈະຮັບເອົາການບຳລຸງລ້ຽງ​ຈາກທ່ານ. ການອະທິຖານດ້ວຍສັດທາຂອງທ່ານຈະເປັນ​ສິ່ງ​ຈຳ​ເປັນຕໍ່ຄວາມສຳເລັດຜົນ. ທ່ານສາມາດເພິ່ງອາ​ໄສ ທີ່​ຈະ​ໄດ້​ຮັບການຊີ້ນຳຈາກພຣະອົງ.

ພຣະອົງໄດ້ໃຫ້ກຳລັງໃຈນີ້ວ່າ ໃຫ້​ເຮົາທູນຂໍພຣະບິດາໃນ​ພຣະນາມຂອງພຣະ​ອົງ, ໃນສັດທາໂດຍເຊື່ອວ່າ​ເຮົາຈະໄດ້ຮັບ, ແລະ ເຮົາຈະມີພຣະວິນຍານບໍລິສຸດສະຖິດຢູ່ນຳ, ຊຶ່ງສະແດງທຸກສິ່ງທີ່ສົມຄວນໃຫ້ປະຈັກ.5

ນອກເໜືອໄປຈາກການອະທິຖານ, ການສຶກສາພຣະຄຳພີທີ່ຈິງຈັງ ກໍຈະເປັນພາກສ່ວນຂອງ​ພະ​ລັງທີ່ເຕີບໂຕຂອງທ່ານ ທີ່ຈະບຳລຸງລ້ຽງ. ນີ້ຄືຄຳສັນຍາວ່າ ທັງບໍ່ໃຫ້ເຮົາຄິດລ່ວງໜ້າວ່າເຮົາຈະກ່າວຫຍັງ; ແຕ່ໃຫ້ສະສົມຖ້ອຍຄຳແຫ່ງຊີວິດໄວ້ໃນຈິດໃຈຂອງເຮົາເລື້ອຍໄປ, ແລະ ມັນຈະຖືກມອບໃຫ້ແກ່ເຮົາໃນຊົ່ວໂມງນັ້ນເອງ ສ່ວນທີ່ຈະຜອງໃຫ້ແກ່ມະນຸດທຸກຄົນ.6

ສະນັ້ນທ່ານຈະໃຊ້ເວລາອະທິຖານ, ໄຕ່ຕອງ, ແລະ ພິ​ຈາ​ລະ​ນາຫລາຍຂຶ້ນ ເຖິງເລື່ອງທີ່ເປັນທາງຝ່າຍວິນຍານ. ທ່ານຈະໄດ້​ຮັບຄວາມຮູ້​ຂອງຄວາມຈິງ ທີ່ຖືກຖອກເທລົງມາເທິງທ່ານ ແລະ ເຕີບໂຕໃນ​ພະ​ລັງຂອງທ່ານ ທີ່ຈະບຳລຸງລ້ຽງ​ຄົນ​ອື່ນໆຢູ່ໃນຄອບຄົວຂອງທ່ານ.

ຈະມີຊ່ວງເວລາເມື່ອທ່ານຈະຮູ້ສຶກວ່າ ຄວາມກ້າວໜ້າຂອງທ່ານ ໃນການຮຽນຮູ້ວິທີທີ່ຈະບຳລຸງລ້ຽງນັ້ນຊ້າແດ່. ມັນຈະຕ້ອງໃຊ້ສັດທາເພື່ອຈະອົດທົນ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດໄດ້ສົ່ງ​ພຣະຄຳທີ່ໃຫ້ກຳລັງໃຈນີ້ມາໃຫ້ທ່ານວ່າ:

ບໍ່ໃຫ້ທ່ານເມື່ອຍລ້າໃນການເຮັດວຽກງານດີ, ເພາະທ່ານພວມວາງຮາກຖານຂອງວຽກງານອັນຍິ່ງໃຫຍ່. ແລະ ຈາກສິ່ງເລັກນ້ອຍ ສິ່ງຍິ່ງໃຫຍ່ຈະເກີດຂຶ້ນ.

ພຣະຜູ້ເປັນເຈົ້າຮຽກຮ້ອງຫົວໃຈ ແລະ ຈິດໃຈທີ່ເຕັມໃຈ; ແລະ ຄົນທີ່ເຕັມໃຈ ແລະ ເຊື່ອຟັງ ຈະໄດ້ຢູ່ດີກິນດີຢູ່ໃນແຜ່ນດິນຊີໂອນ ໃນວັນເວລາສຸດທ້າຍນີ້.7

ການທີ່ທ່ານມາຮ່ວມກອງປະຊຸມໃນຄ່ຳຄືນນີ້ ກໍເປັນຫລັກຖານວ່າ ທ່ານເຕັມໃຈທີ່ຈະຍອມຮັບເອົາຄຳເຊື້ອເຊີນ ຂອງພຣະຜູ້ເປັນເຈົ້າທີ່ຈະບຳລຸງລ້ຽງ​ຄົນ​ອື່ນ. ນັ້ນເປັນ​ຄວາມຈິງແມ່ນແຕ່ສຳລັບຄົນທີ່ມີອາຍຸນ້ອຍທີ່ສຸດ ຢູ່ທີ່ກອງປະຊຸມໃນຄ່ຳຄືນນີ້. ທ່ານສາມາດຮູ້ໄດ້ວ່າຈະບຳລຸງລ້ຽງໃຜແດ່ໃນຄອບຄົວຂອງທ່ານ. ຖ້າຫາກທ່ານອະທິຖານດ້ວຍເຈດຕະນາອັນແທ້ຈິງ, ຊື່ ຫລື ໃບໜ້າ ຂອງບາງຄົນຈະເຂົ້າມາໃນຈິດໃຈຂອງທ່ານ. ຖ້າຫາກທ່ານອະທິຖານເພື່ອຈະຮູ້ວ່າຈະເຮັດຫຍັງ ຫລື ຈະເວົ້າຫຍັງ, ທ່ານຈະຮູ້ສຶກເຖິງຄຳຕອບ. ແຕ່ລະເທື່ອທີ່ທ່ານເຊື່ອຟັງ, ພະ​ລັງຂອງທ່ານທີ່ຈະບຳລຸງລ້ຽງຈະເຕີບ​ໂຕ​ຂຶ້ນ. ທ່ານຈະຖືກຕຽມພ້ອມສຳລັບວັນເວລາ ທີ່ທ່ານຈະບຳລຸງລ້ຽງລູກໆຂອງທ່ານເອງ.

ແມ່ທີ່ມີລູກເປັນໄວລຸ້ນ ສາມາດອະທິຖານເພື່ອຈະຮູ້ວ່າ ຈະບຳລຸງລ້ຽງລູກຊາຍ ຫລື ລູກສາວ ຜູ້ທີ່ເບິ່ງຄືວ່າບໍ່ມີການຕອບຮັບຕໍ່ການບຳລຸງລ້ຽງເລີຍ. ທ່ານອາດອະ​ທິຖານເພື່ອຈະຮູ້ວ່າ ໃຜຈະມີອິດທິພົນທາງວິນຍານ ຕໍ່ຄວາມຕ້ອງການຂອງລູກຂອງທ່ານ ແລະ ຜູ້​ໃດ​ທີ່ລູກຈະຍອມຮັບ. ພຣະເຈົ້າໄດ້ຍິນ ແລະ ຕອບຄຳອະທິຖານທີ່ຈິງໃຈຂອງແມ່ຜູ້ທີ່ເປັນຫ່ວງ, ແລະ ພຣະອົງຈະສົ່ງຄວາມຊ່ວຍເຫລືອມາໃຫ້.

ພ້ອມນີ້, ຜູ້​ເປັນແມ່ຕູ້ທີ່ມາຮ່ວມໃນຄ່ຳຄືນນີ້ ອາດຮູ້ສຶກເຈັບປວດໃຈ ທີ່ເກີດ​ຈາກຄວາມຍາກລຳບາກຂອງລູກໆ ແລະ ຫລານໆຂອງນາງ. ທ່ານອາດຈະຮັບເອົາຄວາມກ້າຫານ ແລະ ການຊີ້ນຳຈາກປະສົບການຂອງຄອບຄົວ ທີ່ຢູ່ໃນພຣະຄຳພີ.

ນັບຕັ້ງແຕ່ວັນເວລາຂອງເອວາ ແລະ ອາດາມ, ຜ່ານບິດາຂອງເຊື້ອສາຍອິດສະຣາເອນ, ແລະ ຈົນເຖິງທຸກໆຄອບຄົວໃນພຣະຄຳພີມໍມອນ, ກໍມີບົດຮຽນບົດໜຶ່ງທີ່ແນ່ນອນ ກ່ຽວ​ກັບ​ວິ​ທີ​ທີ່​ຈະເຮັດກັບ​ລູກ​ຜູ້​ທີ່ບໍ່​ຕອບ​ຮັບ ຄື: ຢ່າເຊົາຮັກ.

ເຮົາມີຕົວຢ່າງທີ່ໃຫ້ກຳລັງໃຈຈາກພຣະຜູ້ຊ່ວຍໃຫ້ລອດ ຂະນະທີ່ພຣະອົງໄດ້ບຳລຸງລ້ຽງລູກໆທາງວິນຍານ ທີ່ກະບົດຂອງພຣະບິດາເທິງສະຫວັນຂອງພຣະອົງ. ແມ່ນແຕ່ເມື່ອພວກເຂົາ ແລະ ເຮົາກໍ່ໃຫ້ເກີດຄວາມເຈັບປວດ, ແຕ່ພຣະຫັດຂອງພຣະຜູ້ຊ່ວຍໃຫ້ລອດກໍຍັງຍື່ນອອກມາ​ຢູ່.8 ພຣະອົງໄດ້ກ່າວຢູ່ໃນ 3 ນີໄຟ ເຖິງບັນດານ້ອງ​ສາວ ແລະ ນ້ອງ​ຊາຍທາງວິນຍານຂອງພຣະອົງ, ຜູ້ທີ່ພຣະອົງໄດ້ພະຍາຍາມທີ່ຈະບຳລຸງລ້ຽງ ແຕ່ບໍ່ສຳເລັດຜົນ ວ່າ: “ໂອ້ ເຈົ້າ … ຜູ້ເປັນເຊື້ອສາຍອິດສະຣາເອນ, ຈັກເທື່ອແລ້ວທີ່ເຮົາໄດ້ເຕົ້າໂຮມເຈົ້າ ຄືກັນກັບແມ່ໄກ່ເຕົ້າໂຮມລູກຂອງມັນ ໄວ້ໃຕ້ປີກຂອງມັນ, ແລະ ບຳລຸງລ້ຽງເຈົ້າ.”9

ສຳລັບເອື້ອຍນ້ອງທີ່ຢູ່ໃນທຸກໆຂັ້ນຕອນໃນການເດີນທາງແຫ່ງຊີວິດນີ້, ໃນສະພາບການທຸກໆຢ່າງຂອງຄອບຄົວ, ແລະ ຕະຫລອດທົ່ວທຸກໆວັດທະນະທຳ, ພຣະຜູ້ຊ່ວຍໃຫ້ລອດເປັນຕົວຢ່າງທີ່ສົມບູນແບບຂອງທ່ານວ່າ ທ່ານຈະມີບົດບາດທີ່ສຳຄັນອັນໃດ ໃນການກ້າວໄປໃຫ້ຄວາມເອົາໃຈໃສ່ຫລາຍຂຶ້ນ ເລື່ອງການຮຽນຮູ້ພຣະກິດຕິຄຸນຢູ່ໃນບ້ານເຮືອນ ແລະ ຄອບ​ຄົວ.

ທ່ານຈະນຳເອົາຄວາມຮູ້ສຶກຂອງການມີຄວາມໃຈບຸນເຂົ້າສູ່ການປ່ຽນແປງໃນກິດຈະກຳ ແລະ ການປະຕິບັດຕ່າງໆໃນຄອບຄົວຂອງທ່ານ. ສິ່ງນັ້ນຈະນຳຄວາມເຕີບ​ໂຕທີ່ຍິ່ງໃຫຍ່ທາງວິນຍານມາໃຫ້. ເມື່ອທ່ານອະທິຖານນຳ​ຄອບ​ຄົວ ແລະ ເພື່ອສະມາຊິກໃນຄອບຄົວ, ທ່ານຈະຮູ້ສຶກເຖິງຄວາມຮັກຂອງທ່ານ ແລະ ຂອງພຣະຜູ້ຊ່ວຍໃຫ້ລອດທີ່ມີໃຫ້ເຂົາເຈົ້າ. ສິ່ງນັ້ນຈະກາຍເປັນຂອງປະທານທາງວິນຍານຂອງທ່ານ ນັບມື້ນັບຫລາຍຂຶ້ນ ຂະນະທີ່ທ່ານສະແຫວງຫາມັນ. ສະມາຊິກໃນຄອບຄົວຂອງທ່ານຈະຮູ້ສຶກເຖິງມັນ ຂະນະທີ່ທ່ານອະທິຖານດ້ວຍສັດທາຫລາຍຂຶ້ນ.

ເມື່ອຄອບຄົວເຕົ້າໂຮມກັນເພື່ອອ່ານພຣະຄຳພີອອກສຽງ, ທ່ານຈະໄດ້ອ່ານ ແລະ ອະທິຖານເຖິງຂໍ້ພຣະຄຳພີເຫລົ່ານັ້ນແລ້ວ ເພື່ອຕຽມຕົວທ່ານເອງ. ທ່ານຈະພົບເຫັນເວລາທີ່ຈະອະທິຖານ ເພື່ອທູນຂໍໃຫ້ພຣະວິນຍານ ເຮັດໃຫ້ຈິດໃຈຂອງທ່ານຮູ້ແຈ້ງຂຶ້ນ. ແລ້ວ, ເມື່ອເຖິງຜຽນຂອງທ່ານທີ່ຈະອ່ານ, ສະມາຊິກໃນຄອບຄົວກໍຈະຮູ້ສຶກເຖິງຄວາມຮັກ ທີ່ທ່ານມີໃຫ້ແດ່ພຣະເຈົ້າ ແລະ ພຣະຄຳຂອງພຣະອົງ. ເຂົາເຈົ້າຈະໄດ້ຮັບການບຳລຸງລ້ຽງໂດຍພຣະອົງ ແລະ ໂດຍພຣະວິນຍານຂອງພຣະອົງ.

ການຖອກເທລົງມາອັນດຽວກັນນັ້ນກໍສາມາດເຂົ້າມາໃນການເຕົ້າໂຮມຂອງຄອບຄົວໄດ້ ຖ້າຫາກທ່ານອະທິຖານ ແລະ ວາງແຜນສຳລັບສິ່ງນັ້ນ. ອາດຕ້ອງໃຊ້ຄວາມພະຍາຍາມ ແລະ ເວລາ, ແຕ່ມັນຈະນຳສິ່ງມະຫັດສະຈັນມາໃຫ້. ຂ້າພະເຈົ້າຈຳບົດຮຽນບົດໜຶ່ງທີ່ແມ່ຂອງຂ້າພະເຈົ້າໄດ້ສອນຕອນຂ້າພະເຈົ້າຍັງນ້ອຍ. ຂ້າພະເຈົ້າຍັງສາມາດເຫັນໃນຄວາມນຶກຄິດໄດ້ ເຖິງແຜນທີ່ ທີ່ເປັນສີ ທີ່ແມ່ໄດ້ເຮັດ ເຖິງການເດີນທາງຂອງອັກຄະສາວົກໂປໂລ. ຂ້າພະເຈົ້າບໍ່​ຮູ້​ວ່າ ເພິ່ນເອົາເວລາ ແລະ ເຫື່ອແຮງມາແຕ່ໃສ່ ມາເຮັດສິ່ງນັ້ນ. ແລະ ຈົນເຖິງມື້ນີ້ ຂ້າພະເຈົ້າໄດ້ຮັບພອນໂດຍຄວາມຮັກ ທີ່ເພິ່ນມີຕໍ່ອັກຄະສາວົກທີ່ຊື່ສັດຄົນນັ້ນ.

ທ່ານແຕ່ລະຄົນຈະພົບເຫັນວິທີທາງ ທີ່ຈະມີພາກສ່ວນຕໍ່ການຖອກເທ ຄວາມຈິງ ລົງມາເທິງຄອບຄົວຂອງທ່ານ ຢູ່ໃນສາດສະໜາຈັກທີ່ຖືກຟື້ນຟູ ຂອງພຣະຜູ້ເປັນເຈົ້າ. ທ່ານແຕ່ລະຄົນຈະອະທິຖານ, ສຶກສາ, ແລະ ໄຕ່ຕອງ ເພື່ອຈະຮູ້ວ່າສ່ວນບໍລິຈາກພິເສດຂອງທ່ານຈະເປັນອັນໃດ. ແຕ່ຂ້າພະເຈົ້າຮູ້ວ່າ: ທ່ານແຕ່ລະຄົນ, ເທົ່າທຽມກັນກັບບຸດທັງຫລາຍຂອງພຣະເຈົ້າ, ຈະເປັນພາກສ່ວນທີ່ສຳຄັນຂອງສິ່ງມະຫັດສະຈັນຂອງການຮຽນຮູ້ ແລະ ການດຳລົງຊີວິດຕາມພຣະກິດຕິຄຸນ ທີ່ຈະເລັ່ງການເຕົ້າໂຮມອິດສະຣາເອນ ແລະ ຈະຕຽມຄອບຄົວຂອງພຣະເຈົ້າສຳລັບການສະເດັດມາ ອັນຮຸ່ງໂລດຂອງອົງພຣະເຢຊູຄຣິດເຈົ້າ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.