​2010–2019
ຄວາມເຫລື້ອມ​ໃສ​ທີ່​ເລິກ​ຊຶ້ງ ແລະ ຍາວ​ນານ ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ
ເດືອນ​ຕຸລາ 2018


ຄວາມເຫລື້ອມ​ໃສ​ທີ່​ເລິກ​ຊຶ້ງ ແລະ ຍາວ​ນານ ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ

ຈຸດ​ປະ​ສົງ​ຂອງ​ພວກ​ເຮົາ ຄື​ໃຫ້​ປະ​ສົບການ​ຢູ່ທີ່​ໂບດ ແລະ ຢູ່ທີ່​ບ້ານ​ເທົ່າ​ທຽມ​ກັນ ໃນ​ວິ​ທີ​ທີ່​ຈະ​ເພີ່ມ​ສັດ​ທາ ແລະ ເພີ່ມທາງວິນ​ຍານ ແລະ ຄວາມເຫລື້ອມ​ໃສຢ່າງ​ເລິກ​ຊຶ້ງ.

ດັ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ຫາ​ກໍ​ໄດ້​ກ່າວ​ຢ່າງ​ງົດ​ງາມ ແລະ ໂວ​ຫານ, ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ໄດ້ທຳ​ງານ​ເປັນ​ເວ​ລາ​ນານ ເລື່ອງແຜນການ ທີ່​ຈະໃຫ້ “ບ້ານ​ເຮືອນ​ເປັນ​ສູນ​ກາງ ແລະ ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ ເພື່ອ​ຮຽນ​ຄຳ​ສອນ, ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ, ແລະ ສົ່ງ​ເສີມການ​ນະ​ມັດ​ສະ​ການ​ເປັນ​ສ່ວນ​ຕົວ ທີ່​ດີ​ກວ່າ​ເກົ່າ.” ແລ້ວປະ​ທານ​ແນວ​ສັນ ໄດ້​ປະ​ກາດ​ການ​ປ່ຽນ​ແປງ ເພື່ອ​ບັນ​ລຸ “ຄວາມ​ດຸນ​ດ່ຽງ ແລະ ການ​ເຊື່ອມ​ໂຍງ​ໃໝ່ ລະ​ຫວ່າງ​ຄຳ​ແນະ​ນຳ​ເລື່ອງ​ພຣະ​ກິດ​ຕິ​ຄຸນ ຢູ່​ໃນ​ບ້ານ​ເຮືອນ ແລະ ຢູ່​ທີ່​ໂບດ.”1

ເພື່ອ​ບັນ​ລຸ​ຈຸດ​ປະ​ສົງ​ເຫລົ່າ​ນີ້—ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ບັນ​ຍາຍ ແລະ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ເພິ່ນ ແລະ ເພື່ອ​ໃຫ້​ເປັນ​ໄປ​ຕາມ​ການ​ຕັດ​ສິນ​ໃຈ​ຂອງ​ສະ​ພາ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ—ຕາ​ຕະ​ລາງ​ຂອງການ​ປະ​ຊຸມ​ໂບດ ຈະ​ຖືກ​ປ່ຽນ​ແປງ​ໃນ​ວິ​ທີ​ດັ່ງ​ຕໍ່​ໄປ​ນີ້, ເລີ່ມ​ຕົ້ນ​ໃນ​ເດືອນ​ມັງ​ກອນ ປີ 2019.

ຕາ​ຕະ​ລາງ​ການ​ປະ​ຊຸມ​ໃນ​ວັນ​ອາ​ທິດ

ການ​ປະ​ຊຸມ​ໂບດ​ໃນ​ວັນ​ອາ​ທິດ ຈະ​ຮ່ວມ​ດ້ວຍ ກອງ​ປະ​ຊຸມ​ສິນ​ລະ​ລຶກ 60 ນາ​ທີ ໃນ​ແຕ່​ລະ​ອາ​ທິດ, ເຈາະ​ຈົງ​ໃສ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພິ​ທີ​ການ​ຂອງ​ສິນ​ລະ​ລຶກ, ແລະ ຂ່າວ​ສານ​ທາງວິນ​ຍານ. ຫລັງ​ຈາກປ່ຽນ​ໄປ​ຫ້ອງ​ຮຽນ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ຈະ​ໃຊ້​ເວ​ລາ​ຮຽນ 50 ນາ​ທີ ຊຶ່ງ​ບົດ​ຮຽນຈະ​ສັບ​ປ່ຽນ​ໃນ​ແຕ່​ລະ​ອາ​ທິດ:

  • ໂຮງ​ຮຽນ​ວັນ​ອາ​ທິດ ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ອາ​ທິດ​ທີ​ໜຶ່ງ ແລະ ທີ​ສາມ ຂອງ​ເດືອນ.

  • ການ​ປະ​ຊຸມຂອງກຸ່ມ​ຖາ​ນະ​ປະ​ໂລ​ຫິດ, ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ກຸ່ມ​ຍິງ​ໜຸ່ມ ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ອາ​ທິດ​ທີ​ສອງ ແລະ ທີ​ສີ່.

  • ການ​ປະ​ຊຸມ​ໃນ​ວັນ​ອາ​ທິດ​ທີ​ຫ້າ ຈະ​ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ອະ​ທິ​ການ.

ຊັ້ນ​ປະ​ຖົມ​ໄວ ຈະ​ຖືກ​ຈັດ​ຂຶ້ນ​ທຸກ​ອາ​ທິດ ລະ​ຫວ່າງເວ​ລາ 50 ນາ​ທີນີ້ ແລະ ຈະ​ຮ່ວມ​ດ້ວຍເວ​ລາ​ຮ້ອງ​ເພງ​ເປັນ​ກຸ່ມ ແລະ ຫ້ອງ​ຮຽນ.

ຮູບ​ພາບ
ຕາ​ຕະ​ລາງ​ໃນ​ວັນ​ອາ​ທິດ

ກ່ຽວ​ກັບ​ຕາ​ຕະ​ລາງຂອງ​ການ​ປະ​ຊຸມ​ໃນ​ວັນ​ອາ​ທິດ, ຜູ້​ນຳ​ອາ​ວຸ​ໂສ​ຂອງ​ສາດ​ສະ​ໜາ​ຈັກ ກໍ​ຮູ້​ເປັນ​ເວ​ລາ​ດົນ​ນານ​ແລ້ວ​ວ່າ ສະ​ມາ​ຊິກ​ທີ່​ດີ​ເລີດ​ຫລາຍ​ຄົນ​ຂອງ​ພວກ​ເຮົາ, ເຫັນ​ວ່າ​ການ​ໄປ​ໂບດ​ສາມ​ຊົ່ວ​ໂມງ​ໃນ​ວັນ​ອາ​ທິດ ແມ່ນ​ຫຍຸ້ງ​ຍາກ​ຫລາຍ. ສິ່ງນີ້​ເປັນ​ຄວາມ​ຈິງ​ສຳ​ລັບ​ພໍ່​ແມ່​ທີ່​ມີ​ລູກ​ນ້ອຍ, ເດັກ​ໃນ​ຊັ້ນ​ປະ​ຖົມ​ໄວ, ສະ​ມາ​ຊິກ​ຜູ້​ອາ​ວຸ​ໂສ, ສະ​ມາ​ຊິກ​ໃໝ່, ແລະ ອື່ນໆ.2

ແຕ່​ມີ​ສິ່ງ​ອື່ນ​ອີກ ໃນ​ການ​ປ່ຽນ​ແປງນີ້ ຊຶ່ງນອກ​ເໜືອ​ໄປ​ກວ່າ ການ​ຕັດ​ເວ​ລາ​ໄປ​ໂບດ​ໃນ​ວັນ​ອາ​ທິດ ໃຫ້​ສັ້ນ​ລົງ. ປະ​ທານ​ແນວ​ສັນ ໄດ້​ຮັບ​ຮູ້​ດ້ວຍ​ຄວາມ​ກະ​ຕັນ​ຍູ ເຖິງ​ຄວາມ​ສຳ​ເລັດ​ຜົນ ທີ່​ກຳ​ລັງ​ເກີດ​ຂຶ້ນ​ຢູ່ ​ເພາະ​ການ​ຕອບ​ຮັບ​ຂອງ​ທ່ານ​ຢ່າງ​ຊື່​ສັດ ທີ່​ຈະ​ເຮັດ​ຕາມ​ການ​ເຊື້ອ​ເຊີນເທື່ອ​ແລ້ວນີ້​ຂອງ​ເພິ່ນ. ເພິ່ນ ແລະ ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ທັງ​ໝົດ ປາດ​ຖະ​ໜາ​ທີ່​ຈະ​ນຳ​ຄວາມ​ສຸກ​ຂອງ​ພຣະ​ກິດ​ຕິ​ຄຸນ—ມາ​ສູ່​ພໍ່​ແມ່, ເດັກ​ນ້ອຍ, ຊາວ​ໜຸ່ມ, ຄົນ​ໂສດ, ຜູ້​ອາ​ວຸ​ໂສ, ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່, ແລະ ຜູ້​ທີ່​ກຳ​ລັງຖືກ​ສິດ​ສອນ​ໂດຍ​ຜູ້​ສອນ​ສາດ​ສະ​ໜາ—ຜ່ານ​ທາງຄວາມ​ພະ​ຍາ​ຍາມ​ດຸນ​ດ່ຽງ​ເລື່ອງ​ການ​ເຮັດ​ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ, ໂດຍ​ມີ​ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ. ຈຸດ​ປະ​ສົງ ແລະ ພອນ​ທີ່​ກ່ຽວ​ພັນ​ກັບ​ການ​ປ່ຽນ​ແປງນີ້ ແລະ ການ​ປ່ຽນ​ແປງ​ເມື່ອບໍ່​ດົນ​ມານີ້ ແມ່ນ​ຮ່ວມ​ດ້ວຍ ສິ່ງ​ດັ່ງ​ຕໍ່​ໄປ​ນີ້:

  • ການ​ເຫລື້ອມ​ໃສ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ອົງພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຢ່າງ​ເລິກ​ຊຶ້ງ ແລະ ມີ​ສັດ​ທາ​ຫລາຍ​ຂຶ້ນ​ໃນ​ພວກ​ພຣະ​ອົງ.

  • ການເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ບຸກ​ຄົນ ແລະ ຄອບ​ຄົວ ຜ່ານ​ທາງ​ການ​ເຮັດ​ໃຫ້​ຄອບ​ຄົວ​ເປັນ​ສູນ​ກາງການຮຽນ​ຮູ້, ໂດຍ​ມີ​ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ ທີ່​ມີ​ສ່ວນ​ໃຫ້​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນດ້ວຍ​ຄວາມ​ຊື່ນ​ຊົມ.

  • ການ​ໃຫ້​ກຽດ​ແກ່​ວັນ​ຊະ​ບາ​ໂຕ, ດ້ວຍ​ການ​ເອົາ​ໃຈ​ໃສ່​ຕໍ່​ພິ​ທີ​ການ​ສິນ​ລະ​ລຶກ.

  • ການ​ຊ່ວຍ​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທຸກ​ຄົນ ຢູ່​ສອງ​ຟາກ​ມ່ານ ຜ່ານ​ທາງວຽກ​ງານ​ເຜີຍ​ແຜ່ ແລະ ການ​ຮັບ​ເອົາ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ ແລະ ພອນ​ຂອງ​ພຣະ​ວິ​ຫານ.

ບ້ານ​ເຮືອນ​ເປັນ​ສູນ​ກາງການ​ຮຽນ​ຮູ້, ໂດຍ​ມີ​ສາດ​ສະ​ໜາ​ຈັກສະ​ໜັບ​ສະ​ໜູນ

ຕາ​ຕະ​ລາງໃໝ່​ໃນ​ວັນ​ອາ​ທິດນີ້ ຈະ​ໃຫ້​ເວ​ລາ​ສຳ​ລັບ​ການ​ສັງ​ສັນໃນ​ຕອນ​ແລງ ແລະ ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ຢູ່​ທີ່​ບ້ານ ໃນ​ວັນ​ອາ​ທິດ ຫລື ໃນ​ເວ​ລາ​ອື່ນ ຕາມ​ທີ່​ບຸກ​ຄົນ ແລະ ຄອບ​ຄົວ​ເລືອກ​ເຮັດ. ກິດ​ກະ​ຈຳ​ຂອງ​ຄອບ​ຄົວ​ທີ່​ເຮັດໃນ​ຕອນ​ຄ່ຳ ຄວນ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ຈັນ ຫລື ໃນ​ເວ​ລາ​ອື່ນ. ເພາະ​ດ້ວຍ​ເຫດນີ້, ຜູ້​ນຳ​ຄວນ​ຍົກ​ເວັ້ນ​ຕອນ​ແລງວັນ​ຈັນ ຈາກ​ການ​ປະ​ຊຸມ​ໂບດ ແລະ ກິດ​ຈະ​ກຳ​ຕ່າງໆ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເວ​ລາ​ທີ່​ໃຊ້​ໃນ​ການ​ສັງ​ສັນ​ໃນຕອນ​ແລງ, ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ ແລະ ການ​ເຮັດ​ກິດ​ຈະ​ກຳ ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ ຄວນ​ຖືກ​ຈັດ​ຂຶ້ນ ຕາມ​ສະ​ຖາ​ນະ​ການ​ຂອງບຸກ​ຄົນ​ນັ້ນ.

ຮູບ​ພາບ
ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ

ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ ຢູ່​ທີ່​ບ້ານ ຈະເພີ່ມ​ພູນ​ຫລາຍ​ຂຶ້ນ ໂດຍ​ຄວາມ​ກົມ​ກຽວ​ຂອງ​ຫລັກ​ສູດ ແລະ ແຫລ່ງ​ຊ່ວຍ​ເຫລືອ​ໃໝ່ ຊື່​ວ່າ ຈົ່ງຕາມ​ເຮົາ​ມາ ສຳ​ລັບບຸກ​ຄົນ ແລະ ຄອບ​ຄົວ ຊຶ່ງ​ປະ​ສົມ​ປະ​ສານ​ກັບ​ສິ່ງ​ທີ່​ຖືກ​ສິດ​ສອນ​ຢູ່​ໃນ​ໂຮງ​ຮຽນ​ວັນ​ອາ​ທິດ​ ແລະ ໃນ​ຊັ້ນ​ປະ​ຖົມ​ໄວ.3 ໃນ​ເດືອນ​ມັງ​ກອນ, ໂຮງ​ຮຽນວັນ​ອາ​ທິດ​ສຳ​ລັບຊາວ​ໜຸ່ມ ແລະ ຜູ້​ໃຫຍ່​ ແລະ ຫ້ອງ​ຮຽນ​ຊັ້ນ​ປະ​ຖົມ​ໄວ ຈະ​ສຶກ​ສາ ພຣະ​ຄຳ​ພີ​ໃໝ່. ແຫລ່ງ​ຊ່ວຍ​ເຫລືອໃໝ່ ທີ່​ໃຊ້​ສຶກ​ສາ​ຢູ່​ທີ່​ບ້ານ ຊື່ ຈົ່ງ​ຕາມ​ເຮົາ​ມາ ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ—ຮ່ວມ​ທັງ​ເລື່ອງ​ພຣະ​ຄຳ​ພີ​ໃໝ່—ຖືກ​ກະ​ກຽມ​ໄວ້​ເພື່ອ​ຊ່ວຍ​ສະ​ມາ​ຊິກ​ໃຫ້​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນຢູ່​ໃນ​ບ້ານ​ເຮືອນ. ມັນ​ອະ​ທິ​ບາຍ​ວ່າ: “ແຫລ່ງນີ້ແມ່ນ​ສຳ​ລັບ​ທຸກ​ຄົນ ແລະ ທຸກ​ຄອບ​ຄົວ​ໃນ​ສາດ​ສະ​ໜາ​ຈັກ. ມັນ​ຖືກ​ກະ​ກຽມ​ໄວ້​ເພື່ອ​ຊ່ວຍເຮົາ ໃຫ້​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ [ໃຫ້​ດີກວ່າ​ເກົ່າ]—ບໍ່​ວ່າ​ຈະ​ເປັນແບບ​ສ່ວນ​ຕົວ ຫລື ກັບ​ຄອບ​ຄົວ. … ໂຄງ​ຮ່າງ​ຢູ່​ໃນ​ແຫລ່ງ​ຊ່ວຍ​ເຫລືອ [ໃໝ່] ນີ້ ໄດ້​ຖືກ​ຈັດ​ລຽງ ອີງ​ຕາມ​ຕາ​ຕະ​ລາງ … ໃນ​ແຕ່​ລະ​ອາ​ທິດ.”4

ບົດ​ຮຽນ​ໃໝ່ຂອງ​ຊັ້ນ​ປະ​ຖົມ​ໄວ ຊື່ ຈົ່ງ​ຕາມ​ເຮົາ​ມາ ທີ່​ສອນ​ຢູ່​ໂບດ ຈະ​ເຮັດ​ຕາມ​ຕາ​ຕະ​ລາງ​ເດີມ ຂອງ​ແຕ່​ລະ​ອາ​ທິດ. ໂຮງ​ຮຽນ​ວັນ​ອາ​ທິດສຳ​ລັບ​ຜູ້​ໃຫຍ່ ແລະ ຊາວ​ໜຸ່ມ ໃນ​ວັນ​ອາ​ທິດ​ທີ​ໜຶ່ງ ແລະ ທີ​ສາມ ຈະ​ຖືກປະ​ສົມ​ປະ​ສານ ໃນ​ທາງ​ທີ່​ສົ່ງ​ເສີມ​ແຫລ່ງ​ຊ່ວຍ​ເຫລືອ​ໃໝ່​ສຳ​ລັບ​ບ້ານ​ເຮືອນ ຊື່ ຈົ່ງ​ຕາມ​ເຮົາ​ມາ. ໃນ​ວັນ​ອາ​ທິດ​ທີ​ສອງ ແລະ ທີ​ສີ່, ຜູ້​ໃຫຍ່​ໃນກຸ່ມ​ຖາ​ນະ​ປະ​ໂລ​ຫິດ ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຈະ​ສືບ​ຕໍ່​ສຶກ​ສາ​ຄຳ​ສອນ​ຈາກ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ, ຊຶ່ງ​ເນັ້ນ​ຂ່າວ​ສານ​ໃນ​ປະ​ຈຸ​ບັນ​ຂອງ​ສາດ​ສະ​ດາ​ໃນ​ສະ​ໄໝ​ໃໝ່.5 ກຸ່ມ​ຍິງ​ໜຸ່ມ ແລະ ຊາຍໜຸ່ມ​ໃນ​ຖາ​ນະ​ປະໂລ​ຫິດ​ແຫ່ງ​ອາ​ໂຣນ ຈະ​ສຶກ​ສາ​ຫົວ​ຂໍ້ພຣະ​ກິດ​ຕິ​ຄຸນ ໃນ​ວັນ​ອາ​ທິດ​ເຫລົ່າ​ນັ້ນ.

ແຫລ່ງ​ໃໝ່​ສຳ​ລັບ​ການ​ສຶກ​ສາ​ຢູ່​ທີ່​ບ້ານ ກະ​ກຽມ “ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຄອບ​ຄົວ.”6 ໂຄງ​ຮ່າງ​ສຳ​ລັບ​ແຕ່​ລະ​ອາ​ທິດ ບັນ​ຈຸ​ແນວ​ຄິດ​ຊ່ວຍສຶກ​ສາ​ທີ່​ເປັນ​ປະ​ໂຫຍດ ແລະ ກິດ​ຈະ​ກຳ​ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ. ແຫລ່ງຊ່ວຍ​ເຫລືອ ຈົ່ງ​ຕາມ​ເຮົາ​ມາ ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ ກໍ​ຍັງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຫລາຍ​ສິ່ງ ທີ່​ຈະ​ຊ່ວຍ​ສົ່ງ​ເສີມ​ບຸກ​ຄົນ ແລະ ຄອບ​ຄົວ ເພື່ອ​ຮຽນ​ຮູ້ນຳ​ອີກ, ໂດຍ​ສະ​ເພາະ​ເດັກ​ນ້ອຍ.7 ແຫລ່ງ​ຊ່ວຍ​ເຫລືອ​ໃໝ່ດັ່ງ​ກ່າວ ຈະ​ມີ​ໃຫ້​ແຕ່​ລະ​ຄອບ​ຄົວ ກ່ອນ ຫລື ໃນ​ເດືອນ​ທັນ​ວາ ຂອງປີນີ້.

ປະ​ທານ​ແນວ​ສັນ, ຈາກ​ການ​ປາ​ໄສ ຕໍ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ເດືອນ​ມັງກອນ, ເພິ່ນ​ໄດ້​ແນະ​ນຳ​ເຮົາ​ໃຫ້​ຕຽມ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢ​ຊູ​ຄຣິດ ໂດຍ​ການດຳ​ເນີນ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.8

ອີງ​ຕາມ​ສະ​ພາບ​ການ​ຂອງ​ໂລກ ຈຶ່ງ​ຮຽກ​ຮ້ອງ​ໃຫ້​ຜູ້​ຄົນ​ເຫລື້ອມ​ໃສ​ຢ່າງ​ເລິກ​ຊຶ້ງ ແລະ ມີ​ສັດ​ທາ​ທີ່​ເຂັ້ມ​ແຂງ ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕຽມ​ເຮົາ, ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ, ສຳ​ລັບ​ເວ​ລາ​ທີ່​ຫຍຸ້ງ​ຍາກ ທີ່​ເຮົາ​ກຳ​ລັງ​ປະ​ເຊີນ​ຢູ່. ໃນ​ສອງ​ສາມ​ປີ​ທີ່​ຜ່ານ​ມາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ພາ​ພວກເຮົາ ໃຫ້​ກ່າວ​ເລື່ອງ​ທີ່​ກ່ຽວ​ກັບ​ສິ່ງ​ທີ່​ໜ້າ​ເປັນ​ຫ່ວງ​ຫລາຍ​ທີ່​ສຸດ, ຊຶ່ງ​ຮ່ວມ​ທັງ:

  • ການ​ໃຫ້​ກຽດແກ່​ວັນ​ຊະ​ບາ​ໂຕ ແລະ ພິ​ທີ​ການ​ສັກ​ສິດ​ຂອງ​ສິນ​ລະ​ລຶກ ຊຶ່ງ​ຖືກ​ເນັ້ນ ໃນ​ໄລ​ຍະ​ສາມ​ປີ​ຜ່ານ​ມານີ້.

  • ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ອະ​ທິ​ການ, ກຸ່ມ​ແອວ​ເດີ ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ທີ່​ເຂັ້ມ​ແຂງ ຈະ​ເອົາ​ໃຈ​ໃສ່​ກັບ​ຈຸດ​ປະ​ສົງ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ສູງ​ສົ່ງ​ທີ່​ຖືກ​ມອບ​ໝາຍ​ຂອງ​ສາດ​ສະ​ໜາ​ຈັກ9 ແລະ ຊ່ວຍ​ເຫລືອ​ສະ​ມາ​ຊິກ​ໃຫ້​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ.

  • ການ​ປະ​ຕິ​ບັດສາດ​ສະ​ໜາ​ກິດ ໃນ​ວິ​ທີ​ທີ່​ສູງກວ່າ ແລະ ສັກ​ສິດກວ່າ ໄດ້​ຖືກ​ນຳ​ໃຊ້​ດ້ວຍ​ຄວາມ​ຊື່ນ​ຊົມ.

  • ການ​ເລີ່ມ​ຕົ້ນ​ດ້ວຍ​ຈຸດ​ປະ​ສົງ, ພັນ​ທະ​ສັນ​ຍາ​ຂອງ​ພຣະ​ວິ​ຫານ ແລະ ການ​ຮັບ​ໃຊ້​ສືບ​ປະ​ຫວັດ​ຄອບ​ຄົວ ໄດ້​ກາຍ​ເປັນ​ພາກ​ສ່ວນ​ທີ່​ມີ​​ຄວາມ​ໝາຍ​ຂອງ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

ການ​ປ່ຽນ​ແປງ​ທີ່​ໄດ້​ຖືກ​ປະ​ກາດ​ໃນ​ເຊົ້າ​ມື້ນີ້ ເປັນ​ອີກ​ຕົວ​ຢ່າງ​ໜຶ່ງ ຂອງ​ການ​ຊີ້​ນຳ ສຳ​ລັບ​ການ​ທ້າ​ທາຍ ໃນ​ວັນ​ເວ​ລາ​ຂອງ​ເຮົາ.

ຫລັກ​ສູດດັ້ງ​ເດີມ​ຂອງ​ສາດ​ສະ​ໜາ​ຈັກ ໄດ້​ເນັ້ນ​ເຖິງ​ປະ​ສົບ​ການ​ໃນ​ວັນ​ອາ​ທິດຢູ່​ທີ່​ໂບດ. ເຮົາ​ຮູ້​ວ່າ ເມື່ອ​ເຮົາ​ມີ​ຄຳ​ສອນ​ທີ່​ດີກວ່າ ແລະ ໄດ້​ຕຽມ​ສະ​ມາ​ຊິກ​ໃນ​ຫ້ອງ​ຮຽນ​ທີ່​ຕຽມ​ພ້ອມ​ທາງວິນ​ຍານ​ຫລາຍກວ່າ, ແລ້ວ​ເຮົາ​ຈະ​ມີ​ປະ​ສົບ​ການ​ໃນ​ວັນ​ອາ​ທິດຢູ່​ທີ່​ໂບດ​ທີ່​ດີກວ່າ. ເຮົາ​ໄດ້​ຮັບ​ພອນ​ຫລາຍ ທີ່​ສ່ວນ​ຫລາຍ​ແລ້ວ ພຣະ​ວິນ​ຍານ​ຈະເພີ່ມ​ພູນ ແລະ ເພີ່ມ​ພະ​ລັງ​ຄວາມເຫລື້ອມ​ໃສ ຢູ່​ທີ່​ໂບດ.

ຫລັກ​ສູດ​ໃໝ່ ທີ່​ເຮັດ​ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ ແລະ ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ ຕ້ອງ​ມີ​ອິດ​ທິ​ພົນ​ຕໍ່​ການ​ນັບ​ຖື​ສາດ​ສະ​ໜາ ແລະ ການ​ປະ​ພຶດ​ຂອງ​ຄອບ​ຄົວ ແລະ ການ​ນັບ​ຖື​ສາດ​ສະ​ໜາ ແລະ ການ​ປະ​ພຶດ​ຂອງ​ບຸກ​ຄົນ. ພວກ​ເຮົາ​ຮູ້​ເຖິງ​ຜົນ​ກະ​ທົບ​ທາງວິນ​ຍານ ແລະ ເຖິງ​ຄວາມເຫລື້ອມ​ໃສ​ທີ່​ເລິກ​ຊຶ້ງ ແລະ ຍາວ​ນານ ຊຶ່ງ​ສາ​ມາດ​ບັນ​ລຸ​ໄດ້​ຢູ່​ທີ່​ບ້ານ. ເມື່ອ​ຫລາຍ​ປີ​ກ່ອນ, ມີ​ການ​ສຶກ​ສາ​ວ່າ​ສຳ​ລັບ​ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ມີ​ອິດ​ທິ​ພົນ​ຫລາຍທີ່​ສຸດ ຕອນ​ທີ່​ເຂົາ​ເຈົ້າ​ສຶກ​ສາ​ພຣະ​ຄຳ​ພີ ດ້ວຍ​ການອະ​ທິ​ຖານ​ຢູ່​ທີ່​ບ້ານ. ຈຸດ​ປະ​ສົງ​ຂອງ​ພວກ​ເຮົາ ຄື​ໃຫ້​ປະ​ສົບ​ການ​ຢູ່ທີ່​ໂບດ ແລະ ຢູ່ທີ່​ບ້ານ​ເທົ່າ​ທຽມ​ກັນ ໃນ​ວິ​ທີ​ທີ່​ຈະ​ເພີ່ມ​ສັດ​ທາ ແລະ ເພີ່ມ​ທາງວິນ​ຍານ ແລະ ຄວາມເຫລື້ອມ​ໃສຢ່າງ​ເລິກ​ຊຶ້ງ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.

ໃນ​ພາກ​ສ່ວນ​ຂອງ​ການ​ປ່ຽນ​ແປງ​ທີ່​ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ, ໂດຍ​ມີ​ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ​ນີ້, ຈະ​ເປີດ​ໂອ​ກາດ​ໃຫ້​ແກ່​ບຸກ​ຄົນ ແລະ ຄອບ​ຄົວ ເພື່ອພິ​ຈາ​ລະ​ນາ ດ້ວຍ​ການ​ອະ​ທິ​ຖານ ວ່າ​ຄວນ​ໃຊ້​ມັນ​ໃນ​ວິ​ທີ​ໃດ ແລະ ເມື່ອ​ໃດ. ຍົກ​ຕົວ​ຢ່າງ, ຂະ​ນະ​ທີ່​ສິ່ງນີ້​ຈະ​ເປັນ​ພອນ​ອັນ​ຍິ່ງ​ໃຫຍ່​ໃຫ້​ແກ່​ທຸກ​ຄອບ​ຄົວ, ອີງ​ຕາມ​ຄວາມ​ຕ້ອງ​ການ​ຢູ່​ໃນ​ທ້ອງ​ຖິ່ນ, ມັນ​ຈະ​ເໝາະ​ສົມ​ຫລາຍ​ສຳ​ລັບ​ຄົນ​ໜຸ່ມ​ໂສດ, ຜູ້​ໃຫຍ່​ໂສດ, ພໍ່ ຫລື ແມ່​ທີ່​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ, ບຸກ​ຄົນ​ທີ່​ເປັນ​ສະ​ມາ​ຊິກ​ພຽງ​ຜູ້​ດຽວ​ໃນ​ຄອບ​ຄົວ, ສະ​ມາ​ຊິກ​ໃໝ່,10 ແລະ ຄົນ​ອື່ນໆ ເພື່ອ​ເຕົ້າ​ໂຮມ​ເປັນ​ກຸ່ມ ທີ່ນອກ​ເໜືອ​ໄປ​ຈາກ​ການ​ນະ​ມັດ​ສະ​ການ ໃນ​ວັນ​ອາ​ທິດ ເພື່ອ​ຊື່ນ​ຊົມ​ພຣະ​ກິດ​ຕິ​ຄຸນ​ກັບ​ໝູ່​ເພື່ອນ ແລະ ເຂັ້ມ​ແຂງ​ຂຶ້ນ​ໂດຍ​ການ​ສຶກ​ສາແຫລ່ງ​ຊ່ວຍ​ເຫລືອ ທີ່​ເຮັດ​ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ, ໂດຍ​ມີ​ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ. ສິ່ງນີ້​ຈະສຳ​ເລັດ​ແບບ​ເປັນ​ກັນ​ເອງ ຕາມ​ແຕ່​ຜູ້​ໃດ​ຕ້ອງ​ການ​ເຮັດ.

ໃນ​ຫລາຍ​ພາກ​ສ່ວນ​ຂອງ​ໂລກ, ຜູ້​ຄົນ​ເລືອກ​ຢູ່​ໂບດ​ຕໍ່ໃນ​ວັນ​ອາ​ທິດ ຫລັງ​ຈາກ​ເລີກ​ໂບດ ເພື່ອ​ພົບ​ປະ​ສັງ​ສັນ​ກັບໝູ່​ເພື່ອນ. ການ​ປະ​ກາດ​ເລື່ອງ​ການ​​ປ່ຽນ​ແປງ​ໃນ​ມື້ນີ້ ບໍ່ກະ​ທົບ​ກະ​ເທືອນ​ກັບ​ການ​ປະ​ຕິ​ບັດ​ທີ່​ດີ​ເລີດ ແລະ ມີ​ຜົນດີ​ດັ່ງ​ກ່າວ ແຕ່​ຢ່າງ​ໃດ.

ໃນ​ການ​ຊ່ວຍ​ຕຽມ​ສະ​ມາ​ຊິກ ກະ​ກຽມ​ສຳ​ລັບ​ວັນ​ຊາ​ບະ​ໂຕ, ບາງ​ຫວອດ​ກໍ​ໄດ້​ສົ່ງ​ຂ່າວ​ສານ​ແຈ້ງບອກ​ລ່ວງ​ໜ້າ​ແລ້ວ ທາງ​ອີ​ເມວ, ທາງ​ມື​ຖື, ຫລື ທາງ​ສື່​ສານມວນ​ຊົນ ໃນ​ລະ​ຫວ່າງກາງ​ອາ​ທິດ. ໃນ​ເລື່ອງ​ການ​​ປ່ຽນ​ແປງນີ້, ພວກ​ເຮົາ​ຂໍ​ແນະ​ນຳ​ຢ່າງ​ຈິງ​ຈັງ ໃຫ້​ໃຊ້​ວິ​ທີ​ສື່​ສານ​ແບບນີ້. ການ​ເຊື້ອ​ເຊີນ​ເຫລົ່າ​ນີ້ ຈະ​ເຕືອນ​ສະ​ມາ​ຊິກ ກ່ຽວ​ກັບ​ຕາ​ຕະ​ລາງ​ຂອງ​ການ​ປະ​ຊຸມ​ໃນ​ວັນ​ອາ​ທິດ ສຳ​ລັບ​ອາ​ທິດນັ້ນ, ຮ່ວມ​ທັງຫົວ​ຂໍ້​ຂອງ​ບົດ​ຮຽນ, ແລະ ພຣະ​ກິດ​ຕິ​ຄຸນ​ທີ່​ຈະ​ເອົາ​ໄປ​ສົນ​ທະ​ນາ​ຕໍ່​ຢູ່​ທີ່​ບ້ານ. ນອກ​ເໜືອ​ຈາກນີ້, ການ​ປະ​ຊຸມ​ຂອງ​ຜູ້​ໃຫຍ່​ໃນ​ວັນ​ອາ​ທິດ ຈະ​ມີ​ຂໍ້​ມູນ ທີ່​ເຊື່ອມ​ໂຍງ​ການ​ສຶກ​ສາ​ຢູ່​ທີ່​ໂບດ ແລະ ຢູ່​ທີ່​ບ້ານ​ເຂົ້າ​ກັນ ໃນ​ແຕ່​ລະ​ອາ​ທິດ.

​ໃນກອງ​ປະ​ຊຸມ​ສິນ​ລະ​ລຶກ ແລະ ເວ​ລາ​ທີ່​ຢູ່​​ໃນຫ້ອງ​ຮຽນ ຮຽກ​ຮ້ອງ​ການ​ພິ​ຈາ​ລະ​ນາ ດ້ວຍ​ການ​ອະ​ທິ​ຖານ ເພື່ອ​ໃຫ້​ແນ່​ໃຈ​ວ່າ ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ທາງວິນ​ຍານ ຖືກເນັ້ນໜັກ ເໜືອກວ່າ​ພາ​ລະ​ໜ້າ​ທີ່​ຂອງການ​ບໍ​ລິ​ຫານ. ຍົກ​ຕົວ​ຢ່າງ, ການ​ປະ​ກາດ​ຕ່າງໆ ສາ​ມາດ​ເຮັດ​ໄດ້​ໃນ​ລະ​ຫວ່າງ​ກາງ​ອາ​ທິດ ຫລື ມີ​ຢູ່​ໃນເຈ້ຍ​ແຈ້ງບອກ​ລາຍ​ການ. ຂະ​ນະ​ທີ່ກອງ​ປະ​ຊຸມ​ສິນ​ລະ​ລຶກ ຄວນ​ມີ​ການ​ອະ​ທິ​ຖານ​ເປີດ ແລະ ປິດ, ແຕ່​ການ​ປະ​ຊຸມ​ຊົ່ວ​ໂມງ​ທີ​ສອງ ພຽງ​ແຕ່​ຄວນ​ມີ​ການ​ອະ​ທິ​ຖານ​ປິດ​ເທົ່າ​ນັ້ນ.11

ດັ່ງ​ທີ່​ໄດ້​ກ່າວ​ຜ່ານ​ມານັ້ນ, ຕາ​ຕະ​ລາງ​ໃໝ່​ສຳ​ລັບ​ວັນ​ອາ​ທິດ ຈະ​ເລີ່ມ​ຕົ້ນ​ໃນ​ເດືອນ​ມັງ​ກອນ ປີ 2019. ມັນ​ມີ​ຫລາຍ​ເຫດ​ຜົນ ກ່ຽວ​ກັບ​ສິ່ງນີ້. ເຫດ​ຜົນ​ທີ່​ສຳ​ຄັນ​ສອງ​ຢ່າງ​ແມ່ນ, ຢ່າງ​ທີ​ໜຶ່ງ, ເພື່ອ​ໃຫ້​ເວ​ລາ ໃນ​ການ​ແຈກ​ຢາຍ​ແຫລ່ງ​ຊ່ວຍ​ເຫລືອ ຊື່ ຈົ່ງ​ຕາມ​ເຮົາ​ມາ ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ ແລະ, ຢ່າງ​ທີ​ສອງ, ເພື່ອ​ໃຫ້​ເວ​ລາ​ແກ່​ປະ​ທານ​ສະ​ເຕກ ແລະ ອະ​ທິ​ການ ປັບຕາ​ຕະ​ລາງ ດ້ວຍ​ເປົ້າ​ໝາຍ ທີ່​ໃຫ້​ຫລາຍ​ຫວອດ ໄດ້​ໄປ​ໂບດ ໄວ​ກວ່າ​ທີ່​ຜ່ານ​ມາ.

ຂະ​ນະ​ທີ່ຜູ້​ນຳໄດ້ສະ​ແຫວງ​ຫາ​ການ​ເປີດ​ເຜີຍ, ການ​ຊີ້​ນຳ​ທີ່​ໄດ້​ຮັບ​ໃນ​ໄລ​ຍະ​ສອງ​ສາມ​ປີ​ກ່ອນ ຄື​ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ກອງ​ປະ​ຊຸມ​ສິນ​ລະ​ລຶກ, ໃຫ້​ກຽດ​ແກ່​ວັນ​ຊະ​ບາ​ໂຕ, ແລະ ຊຸກ​ຍູ້ ແລະ ຊ່ວຍ​ເຫລືອ​ພໍ່​ແມ່ ແລະ ບຸກ​ຄົນ ເຮັດ​ໃຫ້​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ ເປັນ​ແຫລ່ງ​ໃຫ້​ພະ​ລັງ​ທາງວິນ​ຍານ ແລະ ເພີ່ມ​ພູນ​ສັດ​ທາ—ເປັນ​ສະ​ຖານ​ທີ່ ທີ່ຊື່ນ​ຊົມ ແລະ ມີ​ຄວາມສຸກ.

ພອນ​ທີ່​ພິ​ເສດ

ການ​ປ່ຽນ​ແປງ​ເຫລົ່າ​ນີ້​ມີ​ຄວາມ​ໝາຍ​ແນວ​ໃດ ສຳ​ລັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ? ພວກ​ເຮົາ​ເຊື່ອ​ວ່າ ສະ​ມາ​ຊິກ​ຈະ​ໄດ້​ຮັບ​ພອນ ໃນ​ວິ​ທີ​ທາງ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ທີ່​ສຸດ. ວັນ​ອາ​ທິດ​ສາ​ມາດ​ເປັນ​ວັນຮຽນ​ຮູ້ ແລະ ສອນ​ພຣະ​ກິດ​ຕິ​ຄຸນ​ຢູ່​ທີ່​ໂບດ ແລະ ໃນ​ບ້ານ​ເຮືອນ. ເມື່ອ​ບຸກ​ຄົນ ແລະ ຄອບ​ຄົວ​​ມີ​ສ່ວນ​ຮ່ວມ​ໃນ​ສະ​ພາ​ຄອບ​ຄົວ, ປະ​ຫວັດ​ຄອບ​ຄົວ, ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ການ​ຮັບ​ໃຊ້, ການ​ນະ​ມັດ​ສະ​ການ​ເປັນ​ສ່ວນ​ຕົວ, ແລະ ມ່ວນ​ຊື່ນ​ກັບ​ເວ​ລາຢູ່​ນຳ​ຄອບ​ຄົວ, ແລ້ວ​ວັນ​ຊະ​ບາ​ໂຕ ຈະ​ເປັນ​ວັນ​ທີ່​ມີ​ຄວາມ​ສຸກ​ແທ້ໆ.

ຮູບ​ພາບ
ຄອບ​ຄົວ​ຄາ​ວາ​ໂຮ

ຄອບ​ຄົວ​ໜຶ່ງ​ຢູ່​ປະ​ເທດ ບຣາ​ຊິນ ທີ່​ເປັນສະ​ມາ​ຊິກ​ຢູ່​ໃນ​ສະ​ເຕກ ແຫ່ງ​ທີ່ແຫລ່ງ​ຊ່ວຍ​ເຫລືອ ຈົ່ງ​ຕາມ​ເຮົາ​ມາ ໄດ້​ຖືກ​ທົດ​ສອບ. ຜູ້​ເປັນ​ພໍ່​ຊື່ ເຟີ​ນານ​ໂດ, ອະ​ດີດ​ຜູ້​ສອນ​ສາດ​ສະ​ໜາ, ພ້ອມ​ດ້ວຍ​ພັນ​ລະ​ຍາ​ຊື່ ແນນ​ຊີ ທີ່​ເປັນ​ພໍ່​ແມ່​ຂອງ​ລູກ​ນ້ອຍ​ສີ່​ຄົນ ໄດ້​ລາຍ​ງານ​ວ່າ: “ເມື່ອ​ໂຄງ​ການ​ຊ່ວຍ​ເຫລືອ ຈົ່ງ​ຕາມ​ເຮົາ​ມາ ຖືກ​ນຳ​ສະ​ເໜີ ຢູ່​ໃນ​ສະ​ເຕກ​ຂອງ​ພວກ​ເຮົາ, ຂ້າ​ພະ​ເຈົ້າກໍ​ຕື່ນ​ເຕັ້ນ​ຫລາຍ, ແລະ ຂ້າ​ພະ​ເຈົ້າ​ຄິດ​ວ່າ ‘ວິ​ທີ​ທີ່​ພວກ​ເຮົາ​ສຶກ​ສາ​ພຣະ​ຄຳ​ພີ​ຢູ່​ທີ່​ບ້ານ ຈະ​ປ່ຽນ​ໄປ.’ ມັນ​ເປັນ​ແນວນັ້ນ​ແທ້ໆ ຢູ່​ໃນ​ບ້ານ​ເຮືອນ​ຂອງ​ຂ້າ​ພະ​ເຈົ້າ, ແລະ ໃນ​ຖາ​ນະ​ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ ຂ້າ​ພະ​ເຈົ້າ​ເຫັນ​ວ່າ ມັນ​ໄດ້​ເກີດ​ຂຶ້ນ ໃນ​ບ້ານ​ເຮືອນ​ຂອງ​ຄົນ​ອື່ນ​ຄື​ກັນ. … ມັນ​ຊ່ວຍ​ພວກ​ເຮົາ​ໃຫ້​ສົນ​ທະ​ນາ​ກ່ຽວ​ກັບ​ພຣະ​ຄຳ​ພີ​ແທ້ໆ ຢູ່​ໃນບ້ານ​ເຮືອນ​ຂອງ​ພວກ​ເຮົາ. ພັນ​ລະ​ຍາ ກັບ​ຂ້າ​ພະ​ເຈົ້າ ມີ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ຊຶ້ງຫລາຍກວ່າ​ເກົ່າ​ກ່ຽວ​ກັບ​ຫົວ​ຂໍ້​ສຶກ​ສາ. … ມັນ​ຊ່ວຍ​ພວກ​ເຮົາ … ຂະ​ຫຍາຍ​ຄວາມ​ຮູ້​ເລື່ອງ​ພຣະ​ກິດ​ຕິ​ຄຸນ ແລະ ເພີ່ມ​ສັດ​ທາ ແລະ ປະ​ຈັກ​ພະ​ຍານ​ຂອງ​ພວກ​ເຮົາ. … ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ … ວ່າ ຂ້າ​ພະ​ເຈົ້າ​ຮູ້​ວ່າ ສິ່ງນີ້​ໄດ້​ຖືກ​ດົນ​ໃຈ ໂດຍ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ວ່າ​ການ​ສຶກ​ສາ​ເປັນ​ປະ​ຈຳ ແລະ ມີ​ປະ​ສິດ​ທິ​ພາບ ເຖິງ​ຫລັກ​ທຳ ແລະ ຄຳ​ສອນ ໃນ​ພຣະ​ຄຳ​ພີ ຈະ​ນຳສັດ​ທາ, ປະ​ຈັກ​ພະ​ຍານ, ແລະ ຄວາມ​ສະ​ຫວ່າງ ມາ​ສູ່​ຄອບ​ຄົວ … ​ຢູ່​ໃນ​ໂລກ​ທີ່ເສື່ອມ​ໂຊມນີ້.”12

ໃນ​ການ​ທົດ​ສອບ​ຢູ່​ໃນ​ສະ​ເຕກ​ຕ່າງໆ​ຕະ​ຫລອດ​ທົ່ວ​ໂລກ, ພວກ​ເຮົາ​ໄດ້​ຮັບ​ຄຳ​ຕອບ​ທີ່​ໜ້າເພິ່ງ​ພໍ​ໃຈ ກັບ​ແຫລ່ງ​ຊ່ວຍ​ເຫລືອ ຈົ່ງ​ຕາມ​ເຮົາ​ມາ. ຫລາຍ​ຄົນ​ໄດ້​ລາຍ​ງານ​ວ່າ ເຂົາ​ເຈົ້າ​ເລື່ອນຈາກ​ການ​ອ່ານ​ພຣະ​ຄຳ​ພີ ​ໄປ​ສູ່​ການ​ສຶກ​ສາ​ພຣະ​ຄຳ​ພີ. ແລະ ຫລາຍ​ຄົນ​ກໍ​ຮູ້​ສຶກ​ຄື​ກັນ​ວ່າ ມັນ​ເປັນ​ປະ​ສົບ​ການ​ທີ່​ສົ່ງ​ເສີມ​ສັດ​ທາ ແລະ ມີ​ຜົນ​ດີ​ຫລາຍ​ຕໍ່​ຫວອດ​ຂອງ​ເຂົາ​ເຈົ້າ.13

ຄວາມເຫລື້ອມ​ໃສ​ທີ່ເລິກ​ຊຶ້ງ ແລະ ຍາວ​ນານ

ເປົ້າ​ໝາຍ​ຂອງ​ການ​ປ່ຽນ​ແປງ​ເຫລົ່າ​ນີ້ ແມ່ນ​ເພື່ອ​ຫວັງ​ໃຫ້​ຜູ້​ໃຫຍ່ ແລະ ຄົນ​ລຸ້ນ​ໃໝ່ ມີ​ຄວາມ​ເຫລື້ອມ​ໃສ​ທີ່​ເລິກ​ຊຶ້ງ ແລະ ຍາວ​ນານ. ໜ້າ​ທຳ​ອິດ​ຂອງ​ແຫລ່ງ​ຊ່ວຍ​ເຫລືອ​ບຸກ​ຄົນ ແລະ ຄອບ​ຄົວ ຊີ້ບອກວ່າ: “ຄວາມ​ມຸ້ງ​ໝາຍ​ຂອງ​ການ​ຮຽນ​ຮູ້ ແລະ ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ ຄື​ການ​ເຮັດ​ໃຫ້​ຄວາມ​ເຫລື້ອມ​ໃສ​ຂອງ​ເຮົາ​ເລິກ​ຊຶ້ງ ແລະ ຊ່ວຍ​ເຮົາ​ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ. … ນີ້​ໝາຍເຖິງ​ການ​ເພິ່ງ​ອາ​ໄສ​ພຣະ​ຄຣິດ ເພື່ອ​ປ່ຽນ​ໃຈ​ເຮົາ.”14 ສິ່ງນີ້​ຊ່ວຍ​ເຫລືອ ໂດຍ​ການ​ເອື້ອມ​ອອກ​ໄປ​ໄກກວ່າ “ຫ້​ອງ​ຮຽນ ເຂົ້າ​ເຖິງ​ຫົວ​ໃຈ​ຂອງ​ບຸກ​ຄົນ ແລະ ບ້ານ​ເຮືອນ. ມັນ​ຮຽກ​ຮ້ອງ​ຄວາມ​ສະ​ໝ່ຳ​ສະ​ເໝີ, ຄວາມ​ພະ​ຍາ​ຍາມ​ໃນ​ທຸກວັນ ທີ່​ຈະ​ເຂົ້າ​ໃຈ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ. ຄວາມ​ເຫລື້ອມ​ໃສ​ທີ່​ແທ້​ຈິງ ຮຽກ​ຮ້ອງ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.”15

ຈຸດ​ເປົ້າ​ໝາຍ​ທີ່​ສຳ​ຄັນ​ທີ່​ສຸດ ແລະ ພອນ​ອັນ​ສູງ​ສົ່ງ​ທີ່​ສຸດ ຂອງ​ຄວາມ​ເຫລື້ອມ​ໃສ​ທີ່​ເລິກ​ຊຶ້ງ ແລະ ຍາວ​ນານ ແມ່ນ​ການ​ມີ​ຄ່າ​ຄວນ​ທີ່​ຈະ​ໄດ້​ຮັບ​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ ຂອງ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.16

ພວກ​ເຮົາ​ໄວ້​ວາງ​ໃຈ​ວ່າ ທ່ານ​ທັງ​ຫລາຍ​ຈະ​ປຶກ​ສາ​ຫາ​ລື​ນຳ​ກັນ ແລະ ສະ​ແຫວງ​ຫາ​ການ​ເປີດ​ເຜີຍ ເພື່ອ​ການ​ນຳ​ໃຊ້ ການ​​ປ່ຽນ​ແປງ​ເຫລົ່າ​ນີ້—ຂະ​ນະ​ທີ່ບໍ່​ເຮັດ​ເກີນການ​ກຳ​ນົດ ຫລື ພະ​ຍາ​ຍາມບັນ​ຊາ​ບຸກ​ຄົນ ຫລື ຄອບ​ຄົວ ໃຫ້​ເຮັດ​ເພີ່ມ​ເຕີມ. ຂໍ້​ມູນ​ເພີ່ມ​ເຕີມ ຈະ​ຖືກ​ແບ່ງ​ປັນ ໃນ​ການສື່​ສານ​ຄັ້ງ​ຕໍ່​ໄປ, ຮ່ວມ​ທັງ ຈົດ​ໝາຍ ແລະ ເອ​ກະ​ສານ​ປະ​ກອບ ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ ໃນ​ການ​ໄຕ່​ຕອງ​ຂອງ​ສະ​ພາ​ຂອງຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ຢູ່​ໃນ​ພຣະ​ວິ​ຫານ, ແລະ ຫລັງ​ຈາກ​ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ ໄດ້​ອ້ອນວອນ​ຂໍ​ການ​ເປີດ​ເຜີຍ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຈະ​ໄດ້​ອະ​ນຸ​ມັດ​ການ​​ປ່ຽນ​ແປງ​ເຫລົ່າ​ນີ້, ທຸກ​ຄົນ​ກໍ​ໄດ້​ຮັບ​ການ​ຢືນ​ຢັນ​ທີ່​ມີ​ພະ​ລັງ. ຣະ​ໂຊ ເອັມ ແນວ​ສັນ ເປັນ​ປະ​ທານ ແລະ ສາດ​ສະ​ດາ ໃນ​ປະ​ຈຸ​ບັນ​ຂອງ​ເຮົາ. ການ​ປະ​ກາດ​ໃນ​ມື້ນີ້ ຈະ​ນຳ​ພອນ​ຢ່າງ​ຫລວງ​ຫລາຍ​ມາ​ໃຫ້​ຜູ້​ທີ່​ຮັບ​ເອົາ​ການ​​ປ່ຽນ​ແປງ ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ ແລະ ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ເຮົາ​ຈະ​ເຂົ້າ​ໃກ້​ຊິດ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ ຫລາຍກວ່າ​ເກົ່າ, ຜູ້​ຊຶ່ງ​ຂ້າ​ພະ​ເຈົ້າໃຫ້​ຄຳ​ເປັນ​ພະ​ຍານ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. Russell M. Nelson, “Opening Remarks,” Liahona, Nov. 2018, 8.

  2. ພວກ​ເຮົາ​ກໍຮູ້​ວ່າ, ໃນ​ສັງ​ຄົມໂດຍ​ທົ່ວ​ໄປ, ລາຍ​ການ​ທີ່​ໃຫຍ່​ໂຕ​ຫລາຍ​ຢ່າງ ສຳ​ລັບ​ຂໍ້​ມູນ, ການ​ສຶກ​ສາ, ແລະ ແມ່ນ​ແຕ່​ການ​ບັນ​ເທີງ ກໍ​ໄດ້​ຖືກ​ຕັດ​ໃຫ້​ສັ້ນ​ລົງຫລາຍ​ສົມ​ຄວນ.

  3. ຫລັກ​ສູດນີ້​ຈະ​ມີບໍ​ລິ​ການ​ເປັນ​ແບບ​ດິ​ຈິ​ຕອນ ແລະ ເອ​ກະ​ສານ.

  4. ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ (2019), vi.

  5. ເບິ່ງ “Come, Follow Me—For Elders Quorum and Relief Society,” Liahona, May 2018, 140. ແທນ​ທີ່​ຈະ​ເປັນ​ວັນ​ອາ​ທິດ​ທີ​ສອງ​ ແລະ ທີ​ສາມ, ຂ່າວ​ສານ​ຈາກກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ຈະ​ຖືກ​ນຳ​ມາ​ສົນ​ທະ​ນາ​ໃນ​ວັນ​ອາ​ທິດ​ທີ​ສອງ ແລະ ທີ​ສີ່.

  6. ເບິ່ງ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ, 4. ບຸກ​ຄົນ ແລະ ຄອບ​ຄົວ ຈະ​ພິ​ຈາ​ລະ​ນາ​ເອງວ່າ ພາກ​ສ່ວນ​ໃດ​ຂອງ​ການສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ຢູ່​ທີ່​ບ້ານ, ການ​ສັງ​ສັນໃນ​ຕອນ​ແລງ, ແລະ ກິດ​ຈະ​ກຳ​ຂອງ​ຄອບ​ຄົວ ຈະ​ເປັນ​ພາກ​ສ່ວນ​ຂອງ​ການ​ສັງ​ສັນ​ໃນ​ຄອບ​ຄົວ (ຊຶ່ງ​ຫລາຍ​ຄົນ​ກໍ​ໄດ້​ເອີ້ນແລ້ວວ່າ ການ​ສັງ​ສັນໃນ​ຕອນ​ແລງ). ເພາະ​ວ່າ​ບຸກ​ຄົນ ແລະ ຄອບ​ຄົວ ຈະ​ເປັນ​ຜູ້​ພິ​ຈາ​ລະ​ນາ, ສະ​ນັ້ນ ການ​ສັງ​ສັນໃນ​ຕອນ​ແລງ ແລະ ການ​ສັງ​ສັນ​ໃນ​ຄອບ​ຄົວ ຈຶ່ງ​ໄດ້​ຖືກ​ໃຊ້​ແບບ​ສັບ​ປ່ຽນ​ກັນ​ໄດ້ ໃນ​ການ​ປ່ຽນ​ແປງ​ທີ່​ຫາ​ກໍ​ໄດ້​ປະ​ກາດ​ໄປ​ນັ້ນ.

  7. ເບິ່ງ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ, 29.

  8. ເບິ່ງ Russell M. Nelson, “As We Go Forward Together,” Liahona, Apr. 2018, 7.

  9. ເບິ່ງ Handbook 2: Administering the Church (2010), 2.2. ໜ້າ​ທີ່​ຮັບ​ຜິດ​ຊອບອັນ​ສູງ​ສົ່ງ​ທີ່​ຖືກມອບ​ໝາຍ “ແມ່ນ​ຮ່ວມ​ທັງ ການ​ຊ່ວຍ​ເຫລືອ​ສະ​ມາ​ຊິກ​ໃຫ້​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ຜ່ານ​ທາງວຽກ​ງານ​ເຜີຍ​ແຜ່, ການ​ດູ​ແລ​ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ, ແລະ ການ​ນຳ​ຄວາມ​ລອດ​ມາ​ສູ່​ຄົນ​ຕາຍ ໂດຍ​ການ​ສ້າງ​ພຣະ​ວິ​ຫານ ແລະ ການ​ກະ​ທຳ​ພິ​ທີ​ການ​ແທນ.” ເບິ່ງ Doctrine and Covenants 110 ນຳ​ອີກ, ຊຶ່ງ​ບັນ​ຈຸ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ຟື້ນ​ຟູ​ຂໍ​ກະ​ແຈ​ທີ່​ສຳ​ຄັນ.

  10. ໃຫ້ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ເດັກ​ນ້ອຍ​ຜູ້​ທີ່​ພໍ່​ແມ່​ຂອງ​ເຂົາ​ບໍ່​ໄດ້​ເປັນ​ສະ​ມາ​ຊິກ ຫລື ເດັກ​ນ້ອຍ​ທີ່ບໍ່​ໄດ້​ມາ​ໂບດ​ເປັນ​ປະ​ຈຳ. ຄົນ​ໂສດ ແລະ ຄົນ​ອື່ນໆ ກໍ​ສາ​ມາດສັງ​ສັນ​ກັບ​ຄອບ​ຄົວ​ໃດ​ໜຶ່ງ​ໄດ້ ຖ້າ​ເຫັນ​ວ່າ ມັນ​ເປັນ​ສິ່ງ​ທີ່​ດີ.

  11. ການຮ່ວມ​ກຸ່ມ​ກ່ອນ​ເລີ່ມ​ຕົ້ນ​ຫ້ອງ​ຮຽນ ຕາມ​ປົກ​ກະ​ຕິ​ແລ້ວ ຈະບໍ່​ເປັນ​ພາກ​ສ່ວນ​ຂອງ​ການ​ປະ​ຊຸມໃນ​ຊົ່ວ​ໂມງ​ທີ​ສອງ.

  12. ຄອບ​ຄົວ ເຟີ​ນານ​ໂດ ແລະ ແນນ​ຊີ ຄາ​ວາ​ໂຮ, ປະ​ເທດ​ບຣາຊິນ.

  13. ບຸກ​ຄົນ ແລະ ຄອບ​ຄົວ ຜູ້​ທີ່​ໄດ້ມີພາກ​ສ່ວນ​ໃນ​ການ​ທົດ​ສອບ, ເມື່ອ​ສະ​ເລ່ຍ​ແລ້ວ, ໄດ້​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ ຫລາຍກວ່າ​ເກົ່າ ແລະ ໄດ້​ສຶກ​ສາ​ພຣະ​ຄຳ​ພີ​ຢ່າງ​ມີ​ຄວາມ​ໝາຍ ແລະ ມີ​ການ​ສົນ​ທະ​ນາ​ພຣະ​ກິດ​ຕິ​ຄຸນ ຢູ່​ທີ່​ບ້ານ. ເຂົາ​ເຈົ້າ​ໄດ້​ລາຍ​ງານ​ວ່າ ມີການ​ສົນ​ທະ​ນາ​ເລື່ອງ​ພຣະ​ກິດ​ຕິ​ຄຸນກັບ​ຄອບ​ຄົວ ແລະ ສະ​ມາ​ຊິກ​ຂອງ​ຫວອດ​ແບບ​ເປັນກັນ​ເອງ ແລະ ຮູ້​ຄຸນ​ຄ່າ​ທີ່​ໄດ້​ສຶກ​ສາ​ໃນ​ຈຸດ​ດຽວ​ກັນ​ກັບ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ. ສິ່ງນີ້​ເປັນ​ຄວາມ​ຈິງ ໂດຍ​ສະ​ເພາະໃນກຸ່ມ​ຊາວ​ໜຸ່ມ.

  14. ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ, v; ເບິ່ງ 2 ໂກ​ຣິນ​ໂທ 5:17 ນຳ​ອີກ.

  15. ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ, v.

  16. ເບິ່ງ Russell M. Nelson, “As We Go Forward Together,” 7.