​2010–2019
ໄດ້​ຮັບ​ບາດ​ເຈັບ
ເດືອນ​ຕຸລາ 2018


ໄດ້​ຮັບ​ບາດ​ເຈັບ

ໃນ​ການ​ທົດ​ລອງ​ຢູ່​ໂລກ​ທີ່​ເປັນ​ສິ່ງ​ຫລໍ່​ຫລອມນີ້, ໃຫ້​ດຳ​ເນີນ​ໄປດ້ວຍ​ຄວາມ​ອົດ​ທົນ, ແລ້ວພະ​ລັງ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈະ​ນຳ​ຄວາມ​ສະ​ຫວ່າງ, ຄວາມ​ເຂົ້າ​ໃຈ, ຄວາມ​ສະ​ຫງົບ, ແລະ ຄວາມ​ຫວັງ ມາ​ສູ່​ທ່ານ.

ໃນ​ວັນ​ທີ 22 ເດືອນ​ມິ​ນາ, 2016, ກ່ອນ​ແປດ ໂມງ​ເຊົ້າ, ລູກ​ລະ​ເບີດ​ຂອງ​ພວກກໍ່​ການ​ຮ້າຍ ໄດ້​ລະ​ເບີດ​ຂຶ້ນ​ຢູ່​ສອງ​ບ່ອນ ທີ່​ສະ​ໜາມ​ບິນ ບຣູໂຊສ໌. ແອວ​ເດີ ຣິ​ເຈີດ ໂນບີ, ແອວ​ເດີ ເມ​ສັນ ແວວສ໌, ແລະ ແອວເດີ ໂຈເຊັບ ເອັມພີ ໄດ້​ພາ ຊິດ​ສະ​ເຕີ ແຟນນີ ຄະ​ເລນ ໄປສົ່ງ​ຢູ່​ສະ​ໜາມ​ບິນ ເພື່ອ​ຂຶ້ນ​ຍົນ​ໄປ​ສອນ​ສາດ​ສະ​ໜາ​ຢູ່​ເມືອງ ຄະ​ລີບ​ແລນ, ລັດ​ໂອ​ໄຮ​ໂອ. ສາມ​ສິບ​ສອງ​ຄົນ​ໄດ້​ເສຍ​ຊີ​ວິດ​ໄປ, ແລະ ຜູ້​ສອນ​ສາດ​ສະ​ໜາ​ທຸກ​ຄົນ ໄດ້​ຮັບ​ບາດ​ເຈັບ.

ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ​ໜັກ​ທີ່​ສຸດແມ່ນ ແອວເດີ ຣິເຈີດ ໂນບີ, ອາ​ຍຸ 66 ປີ, ຮັບ​ໃຊ້​ກັບ​ຊິດ​ສະ​ເຕີ ແພມ ໂນບີ ພັນ​ລະ​ຍາ​ຂອງ​ລາວ.

ແອວເດີ ໂນບີ ໄດ້​ບອກ​ເຖິງ​ເຫດ​ການນັ້ນ​ວ່າ:

“ທັນ​ທີ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ.

“ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ແລ່ນ​ໄປ​ຫາ​ບ່ອນ​ປອດ​ໄພ, ແຕ່​ຂ້າ​ພະ​ເຈົ້າ​ລົ້ມ​ລົງ. … ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຂາ​ເບື້ອງ​ຊ້າຍ​ຂອງ​ຕົນ​ຖືກ​ບາດ​ເຈັບ​ໜັກ. ຂ້າ​ພະ​ເຈົ້າ [ໄດ້​ເຫັນ] ​ຂີ້ຄວັນ​ໄຟສີ​ດຳ, ເບິ່ງ​ຄື​ກັບໃຍ​ແມງ​ມຸມ, ຕິດ​ມື​ຢູ່​ທັງ​ສອງ​ຂ້າງ. ຂ້າ​ພະ​ເຈົ້າ​ໄດ້​ຄ່ອຍໆ​ດຶງ​ມັນ​ອອກ, ແຕ່​ຮູ້​ວ່າ​ມັນ​ບໍ່​ແມ່ນຂີ້ຄວັນ​ໄຟ ແຕ່​ແມ່ນ​ໜັງ​ຂອງ​ຂ້າ​ພະ​ເຈົ້າ ທີ່​ຖືກ​ໄ​ໝ້. ເສື້ອ​ສີ​ຂາວ​ຂອງ​ຂ້າ​ພະ​ເຈົ້າ​ປ່ຽນ​ເປັນ​ສີ​ແດງ ຈາກ​ຫລັງ​ທີ່​ຖືກ​ບາດ​ເຈັບ.

“ຂະ​ນະ​ທີ່​ຍັງ​ມີ​ສະ​ຕິ​ກ່ຽວ​ກັບ​ສິ່ງ​ທີ່ຫາ​ກໍ​ໄດ້​ເກີດ​ຂຶ້ນ, ຂ້າ​ພະ​ເຈົ້າ [ໄດ້] ຄິດ​ຢ່າງໜັກ​ແໜ້ນ​ວ່າ: … ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຮູ້​ວ່າ​ຂ້າ​ພະ​ເຈົ້າ​ຢູ່​ໃສ, ​ແມ່ນ​ຫຍັງ​ຫາ​ກໍ​ເກີດ​ຂຶ້ນ, ແລະ [ແມ່ນ​ຫຍັງ] ທີ່​ຂ້າ​ພະ​ເຈົ້າ​ປະ​ເຊີນ​ຢູ່​ໃນ​ເວ​ລານັ້ນ.”1

ຮູບ​ພາບ
ຣິ​ເຈີດ ໂນບີ ຢູ່​ໃນ​ອາ​ການ​ໝົດ​ສະ​ຕິ

ຣິ​ເຈີດ ໂນບີ ແລະ ແພມ ພັນ​ລະ​ຍາ​ຂອງ​ລາວ ຕ້ອງ​ໄດ້ປະ​ເຊີນ​ກັບ​ບັນ​ຫາ​ຫຍຸ້ງ​ຍາກ​ຫລາຍ ນັບ​ຈາກມື້ນັ້ນ. ລາວ​ໄດ້​ຖືກ​ວາງຢາ​ໃຫ້​ຢູ່​ໃນ​ອາ​ການໝົດ​ສະ​ຕິ, ຕິດ​ຕາມ​ດ້ວຍ​ການ​ຜ່າ​ຕັດ, ການ​ຕິດ​ເຊື້ອ​ພະ​ຍາດ, ແລະ ການ​ຊ່ຽງ​ຫລາຍ​ຢ່າງ.

ຣິ​ເຈີດ ໂນບີ ໄດ້​ລອດ​ຕາຍ, ແຕ່​ຊີ​ວິດ​ຂອງ​ລາວ ບໍ່​ຄື​ເກົ່າ​ອີກ​ຕໍ່​ໄປ. ສອງ​ປີ​ເຄິ່ງ​ຈາກນັ້ນ, ບາດ​ແຜ​ຂອງ​ລາວ​ກໍ​ຍັງ​ບໍ່​ຫາຍ​ດີ; ຂາ​ທັງ​ສອງ​ເບື້ອງ​ຂອງ​ລາວ ໄດ້​ຖືກ​ທຽມ​ດ້ວຍແທ່ງ​ເຫລັກ; ແຕ່​ລະ​ບາດ​ກ້າວ ແມ່ນລຳ​ບາກ​ຫລາຍ ກ່ອນ​ເວ​ລາ​ທີ່​ລາວ​ໄດ້​ໄປ​ສະ​ໜາມ​ບິນ ບຣູ​ໂຊ.

ຮູບ​ພາບ
ຣິ​ເຈີດ ແລະ ແພມ ໂນບີ

ເປັນ​ຫຍັງ​ສິ່ງນີ້​ຈຶ່ງ​ເກີດ​ກັບ ຣິ​ເຈີດ ແລະ ແພມ ໂນບີ?2 ເຂົາ​ເຈົ້າ​ໄດ້​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ, ໄດ້​ຮັບ​ໃຊ້​ເຜີຍ​ແຜ່​ມາ​ກ່ອນ ຢູ່ ໄອ​ໂວ​ຣີ ໂຄສ໌ ແລະ ກໍ​ໄດ້​ລ້ຽງ​ດູ​ຄອບ​ຄົວ​ທີ່​ດີ. ບາງ​ຄົນ​ອາດ​ເວົ້າ​ວ່າ, “ບໍ່​ຍຸ​ຕິ​ທຳ​ເລີຍ! ບໍ່​ຖືກ​ຕ້ອງ​ເລີຍ! ເຂົາ​ເຈົ້າ​ໄດ້​ອຸ​ທິດ​ຊີ​ວິດ​ເພື່ອ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ສິ່ງນີ້​ເກີດ​ຂຶ້ນ​ໄດ້​ແນວ​ໃດ?”

ນີ້​ຄືຄວາມ​ເປັນມະຕະ

ເຖິງ​ແມ່ນ​ຂໍ້​ປີກ​ຍ່ອຍ​ຈະ​ແຕກ​ຕ່າງ​ກັນ, ​ເລື່ອງ​ເສົ້າ​ສະ​ຫລົດ​ໃຈ, ການ​ທົດ​ສອບ ແລະ ການ​ທົດ​ລອງ​ທີ່ບໍ່​ຄາດ​ລ່ວງ​ໜ້າ, ທັງ​ທາງ​ຮ່າງ​ກາຍ ແລະ ທາງວິນ​ຍານ, ຈະ​ມາ​ສູ່​ເຮົາ​ແຕ່​ລະ​ຄົນ ເພາະ​ນີ້​ຄື​ຄວາມ​ເປັນ​ມະ​ຕະ.

ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຄິດມື້​ເຊົ້າ​ນີ້ ກ່ຽວ​ກັບ​ຜູ້​ປາ​ໄສ ພຽງ​ແຕ່​ສຳ​ລັບ​ພາກນີ້, ຂ້າ​ພະ​ເຈົ້າ​ສຳ​ນຶກ​ໄດ້​ວ່າ ສອງ​ທ່ານ​ໄດ້​ສູນ​ເສຍລູກ ແລະ ສາມ​ທ່ານ​ໄດ້​ສູນ​ເສຍຫລານ ຜູ້ໄດ້​ກັບ​ຄືນ​ໄປ​ບ້ານ​ແຫ່ງ​ສະ​ຫວັນ​ແລ້ວ ຢ່າງບໍ່​ຄາດ​ຄິດ. ບໍ່​ມີ​ໃຜ​ຖືກ​ຍົກ​ເວັ້ນ​ຈາກ​ຄວາມ​ເຈັບ​ປ່ວຍ ແລະ ຄວາມ​ໂສກ​ເສົ້າ, ແລະ ​ດັ່ງ​ທີ່​ໄດ້​ກ່າວ​ຜ່ານ​ມາ, ໃນ​ອາ​ທິດນີ້​ເອງ, ທູດ​ສະ​ຫວັນອົງ​ໜຶ່ງຢູ່ໃນໂລກ ທີ່​ພວກ​ເຮົາ​ຮັກ, ຊິດ​ສະ​ເຕີ ບາ​ບາ​ຣາ ບາ​ເລີດ, ກໍ​ໄດ້ກ້າວ​ຜ່ານ​ໄປຫາ​ຟາກມ່ານ​ເບື້ອງນັ້ນ​ແລ້ວ ຢ່າງ​ເບົາໆ. ປະ​ທານ​ບາ​ເລີດ​ເອີຍ, ພວກ​ເຮົາ​ຈະບໍ່ມີ​ວັນລືມ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ ໃນ​ເຊົ້າ​ມື້ນີ້.

ເຮົາ​ສະ​ແຫວງ​ຫາ​ຄວາມ​ສຸກ. ເຮົາ​ຢາກ​ມີ​ຄວາມ​ສະ​ຫງົບ. ເຮົາ​ຫວັງ​ທີ່​ຈະ​ມີ​ຄວາມ​ຮັກ. ແລະ ພຣະ​ຜູ້​ເປັນ​ເຈົ້າ ກໍ​ໄດ້​ປະ​ທານ​ພອນ​ໃຫ້​ເຮົາ ຢ່າງ​ຫລວງ​ຫລາຍ ຈົນ​ໜ້າ​ອັດ​ສະ​ຈັນ​ໃຈ. ແຕ່​ປະ​ປົນ​ໄປ​ກັບ​ຄວາມ​ຊື່ນ​ຊົມ ແລະ ຄວາມສຸກ, ສິ່ງ​ໜຶ່ງ​ທີ່​ແນ່ນອນ: ຈະ​ມີ​ເວ​ລາ, ຊົ່ວ​ໂມງ, ວັນ, ແລະ ບາງ​ເທື່ອ ຫລາຍ​ປີ ຕອນ​ທີ່​ຈິດ​ວິນ​ຍານ​ຂອງ​ທ່ານ ຈະເຈັບ​ປວດ.

ພຣະ​ຄຳ​ພີ​ສອນ​ເຮົາ​ວ່າ ເຮົາ​ຈະ​ໄດ້​ຊີມ​ທັງລົດ​ຂົມ ແລະ ລົດຫວານ3 ແລະ ວ່າ​ມັນ​ຈະ “ມີ​ການ​ກົງ​ກັນ​ຂ້າມ​ໃນ​ທຸກ​ຢ່າງ.”4 ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ, “[ພຣະ​ບິ​ດາ​ຂອງ​ທ່ານ] ​ບັນ​ດານໃຫ້​ແສງ​ຕາ​ເວັນ​ຂອງ​ພຣະ​ອົງ ສ່ອງ​ໃສ່​ທັງ​ຄົນ​ຊົ່ວ ແລະ ຄົນ​ດີ​ເໝືອນ​ກັນ, ແລະ ໃຫ້​ຝົນ​ຕົກ​ໃສ່​ທັງ​ຄົນ​ທີ່​ຊອບ​ທຳ ແລະ ບໍ່​ຊອບ​ທຳ.”5

ບາດ​ແຜ​ຂອງ​ຈິດ​ວິນ​ຍານ ບໍ່​ແຕກ​ຕ່າງ​ເລີຍ ໃນ​ຄົນ​ລ້ຳ​ລວຍ ຫລື ຄົນ​ຍາກ​ຈົນ, ໃນ​ວັດ​ທະ​ນະ​ທຳ, ປະ​ຊາ​ຊາດ, ຫລື ຄົນ​ລຸ້ນ​ໃດ. ມັນ​ຈະ​ມາ​ຫາ​ທຸກ​ຄົນ ແລະ ມັນ​ເປັນ​ພາກ​ສ່ວນ​ຂອງ​ການ​ຮຽນ​ຮູ້ ທີ່​ເຮົາ​ໄດ້​ຮັບ​ຈາກ​ປະ​ສົບ​ການ​ໃນ​ຊ່ວງ​ມະ​ຕະ.

ຄົນ​ຊອບ​ທຳ​ກໍ​ບໍ່​ຖືກ​ຍົກ​ເວັ້ນ

ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້ນີ້ແມ່ນ​ເຈາະ​ຈົງ​ໃສ່​ຜູ້​ທີ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ຜູ້​ໄດ້​ຮັກ​ສາ​ຄຳ​ສັນ​ຍາ​ຕໍ່​ພຣະ​ເຈົ້າ, ແລະ ເຊັ່ນ​ດຽວ​ກັບ ຄູ່​ສາ​ມີ​ພັນ​ລະ​ຍາໂນ​ບີ ແລະ ຊາຍ, ຍິງ, ແລະ ເດັກ​ນ້ອຍຫລາຍ​ຄົນ ຕະ​ຫລອດ​ທົ່ວ​ໂລກ, ເຄີຍປະ​ເຊີນ​ກັບ​ການ​ທົດ​ລອງ ແລະ ການ​ທ້າ​ທາຍ ທີ່ບໍ່​ຄາດ​ຄິດ ແລະ ​ຄວາມເຈັບ​ປວດ​ມາ​ແລ້ວ.

ບາດ​ແຜ​ຂອງ​ເຮົາ​ອາດ​ເກີດ​ຈາກ​ໄພ​ທຳ​ມະ​ຊາດ ຫລື ອຸ​ປະ​ຕິ​ເຫດ​ທີ່​ເປັນ​ໂຊກ​ຮ້າຍ. ມັນ​ອາດ​ເກີດ​ຈາກ​ສາ​ມີ ຫລື ພັນ​ລະ​ຍາ ທີ່ບໍ່​ຊື່​ສັດ, ທີ່ເຮັດ​ໃຫ້​ຊີ​ວິດ​ຂອງ​ລູກ​ເມຍ​ໂສກ​ເສົ້າ. ບາດ​ແຜ​ອາດ​ເກີດ​ຈາກ​ຄວາມ​ມືດ​ມົວ ແລະ ຄວາມ​ໂສກ​ເສົ້າ ຈາກ​ຄວາມ​ປ່ວຍ​ໂຊ​ທີ່ບໍ່​ຄາດ​ຄິດ, ຈາກ​ຄວາມ​ທຸກ​ທໍ​ລະ​ມານ ຫລື ການ​ຕາຍ​ກ່ອນຄວນ​ຂອງ​ຄົນ​ທີ່​ເຮົາ​ຮັກ, ຈາກຄວາມ​ໂສກ​ເສົ້າ​ເພາະ​ຄົນ​ໃນ​ຄອບ​ຄົວ​ທີ່ບໍ່​ມີ​ສັດ​ທາ, ຈາກຄວາມ​ເປົ່າ​ປ່ຽວ ທີ່​ສະ​ພາບ​ການບໍ່​ໄດ້​ນຳ​ຄູ່​ຊີ​ວິດ​ມາ​ໃຫ້, ຫລື ​ຈາກຄວາມ​ເຈັບ​ປວດ​ໃຈຫລາຍ​ຮ້ອຍ​ຢ່າງ​ອື່ນ​ອີກ “[ຄວາມ​ໂສກ​ເສົ້າ] ທີ່​ຕາບໍ່​ສາ​ມາດ​ຫລຽວ​ເຫັນ.”6

ເຮົາ​ແຕ່​ລະ​ຄົນ​ເຂົ້າ​ໃຈ​ວ່າ ຄວາມ​ຫຍຸ້ງ​ຍາກ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ຊີ​ວິດ, ແຕ່​ເມື່ອມັນ​ມາ​ເຖິງ​ເຮົາ, ເຮົາ​ອາດ​ຕົກ​ຕະ​ລຶງ. ໂດຍ​ທີ່ເຮົາ​ບໍ່​ຮູ້​ລ່ວງ​ໜ້າ, ເຮົາ​ຕ້ອງ​ຕຽມ​ພ້ອມ. ອັກ​ຄະ​ສາ​ວົກ​ເປ​ໂຕ ໄດ້​ກ່າວ​ວ່າ, “ຢ່າ​ປະ​ຫລາດ​ໃຈ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ທຸກ​ຮ້ອນ​ຢ່າງ​ແສນ​ສາ​ຫັດ​ເປັນ​ການ​ລອງ​ໃຈ ເໝືອນ​ກັບ​ວ່າ​ເປັນ​ເຫດ​ອັນ​ແປກ​ປະ​ຫລາດ​ເກີດ​ຂຶ້ນ​ກັບ​ພວກ​ເຈົ້າ.”7 ພ້ອມ​ດ້ວຍ​ຄວາມ​ສຸກ ແລະ ຄວາມ​ຊື່ນ​ຊົມ, ການ​ທົດ​ລອງ ແລະ ຄວາມ​ເສົ້າ​ສະ​ຫລົດ​ໃຈ ຈະ​ເກີດ​ຂຶ້ນ ຊຶ່ງ​ມັນ​ເປັນ​ພາກ​ສ່ວນໜຶ່ງ​ໃນ​ແຜນ​ຂອງ​ພຣະ​ບິ​ດາ. ການດີ້ນ​ລົນເຫລົ່າ​ນີ້, ເຖິງ​ແມ່ນ​ຈະ​ຫຍຸ້ງ​ຍາກ, ສ່ວນ​ຫລາຍ​ຈະ​ກາຍ​ເປັນ​ບົດ​ຮຽນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ.8

ເມື່ອ​ເລົ່າ​ເຖິງ​ສິ່ງ​ມະ​ຫັດ​ສະ​ຈັນທີ່​ເກີດ​ກັບ​ພວກນັກ​ຮົບ​ໜຸ່ມ 2,060 ຄົນ, ເຮົາມັກ​ຈະ​ອ້າງ​ເຖິງ​ຂໍ້​ພຣະ​ຄຳ​ພີນີ້: “ດ້ວຍພຣະ​ກະລຸນາ​ທິຄຸນ​ຂອງ​ພຣະ​ເຈົ້າ, ແລະ ຕໍ່​ຄວາມ​ແປກ​ປະຫລາດ​ໃຈ​ຫລາຍ​ທີ່​ສຸດ​ແກ່​ພວກ​ເຮົາ, ແລະ ດ້ວຍຄວາມ​ປິ​ຕິ​ຍິນ​ດີ​ຫລາຍ​ແກ່​ກອງທັບ​ທັງ​ໝົດ​ຂອງ​ພວກ​ເຮົາ, ເພາະວ່າ​ບໍ່​ມີ​ຜູ້​ໃດ​ເລີຍ​ໃນ​ພວກ​ເຮົາທີ່​ຖືກ​ຂ້າ.”

ມີກ່າວ​ຕໍ່​ໄປ​ວ່າ: “ແລະ ບໍ່​ມີ​ເທົ່າ​ໃດ​ຄົນ​ໃນ​ບັນດາ​ພວກ​ເຮົາ​ທີ່​ໄດ້​ຮັບ​ບາດ​ເຈັບ​ຫລາຍ​ບ່ອນ.”9 ແຕ່​ລະ​ຄົນ​ໃນ​ຈຳ​ນວນ 2,060 ຄົນ ໄດ້​ຮັບ​ບາດ​ເຈັບ​ຫລາຍ​ບ່ອນ, ແລະ ເຮົາ​ແຕ່​ລະ​ຄົນ​ຈະ​ໄດ້​ຮັບ​ບາດ​ເຈັບ ໃນ​ການ​ຕໍ່​ສູ້​ກັບຊີ​ວິດ, ບໍ່​ວ່າ​ຈະ​ເປັນ​ທາງ​ຮ່າງ​ກາຍ, ທາງວິນ​ຍານ, ຫລື ທັງ​ສອງ.

ພຣະເຢຊູແມ່ນໄທ​ຊາ​ມາ​ເຣຍ​ຜູ້​ໃຈ​ດີ​ຂອງ​ເຮົາ

ຢ່າ​ຍອມ​ແພ້—ບໍ່​ວ່າ​ບາດ​ແຜ​ໃນຈິດ​ວິນ​ຍານ​ຂອງທ່ານ ຈະ​ເລິກ​ພຽງ​ໃດ​ກໍ​ຕາມ, ບໍ່​ວ່າ​ເກີດ​ຈາກ​ຫຍັງ, ເກີດ​ຢູ່​ທີ່​ໃດ ຫລື ເມື່ອ​ໃດ, ແລະ ເຈັບ​ປວດດົນ​ນານ​ຫລາຍ​ປານ​ໃດ​ກໍ​ຕາມ, ແຕ່ບໍ່​ມີ​ເຈດ​ຕະ​ນາ​ທີ່​ຈະ​ໃຫ້​ທ່ານຕາຍ​ທາງວິນ​ຍານ. ມັນ​ມີ​ເຈດ​ຕະ​ນາ​ໃຫ້​ທ່ານ​ມີ​ຊີ​ວິດ​ທາງວິນ​ຍານ ແລະ ເຕີບ​ໂຕ ໃນ​ສັດ​ທາ ແລະ ໄວ້​ວາງ​ໃຈໃນ​ພຣະ​ເຈົ້າ.

ພຣະ​ເຈົ້າ​ບໍ່​ໄດ້​ສ້າງວິນ​ຍານ​ຂອງ​ເຮົາ ເພື່ອ​ໃຫ້​ເປັນ​ອິດ​ສະ​ລະ​ຈາກ​ພຣະ​ອົງ. ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ຜ່ານ​ທາງ​ຂອງ​ປະ​ທານ​ທີ່ວັດ​ແທກບໍ່​ໄດ້ ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ບໍ່​ພຽງ​ແຕ່​ຊ່ວຍ​ເຮົາ​ໃຫ້​ລອດ​ຈາກ​ຄວາມ​ຕາຍ ແລະ ເສຍ​ສະ​ລະ​ເພື່ອ​ເຮົາ​ເທົ່າ​ນັ້ນ, ຜ່ານ​ທາງ​ການ​ກັບ​ໃຈ, ໄດ້ອະ​ໄພ​ບາບ​ໃຫ້​ເຮົາ, ​ແຕ່​ພຣະ​ອົງ​ຍັງພ້ອມ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ລອດ​ຈາກ​ຄວາມ​ໂສກ​ເສົ້າ ແລະ ຄວາມ​ເຈັບ​ປວດ ຈາກ​ບາດ​ແຜ​ຂອງ​ເຮົາ.10

ຮູບ​ພາບ
ໄທຊາມາເຣຍຜູ້ໃຈດີ

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແມ່ນ​ໄທ​ຊາ​ມາ​ເຣຍ​ຜູ້​ໃຈ​ດີ​ຂອງ​ເຮົາ,11 ທີ່​ຖືກ​ສົ່ງ​ມາ​ເພື່ອ “ປິ່ນ​ປົວ​ຫົວ​ໃຈ​ທີ່​ຊອກ​ຊ້ຳ.”12 ພຣະ​ອົງ​ສະ​ເດັດ​ມາ​ຫາ​ເຮົາ ຕອນ​ທີ່​ຄົນ​ອື່ນ​ໄດ້​ຍ່າງ​ເວັ້ນ​ເຮົາ​ໄປ. ດ້ວຍ​ຄວາມ​ເມດ​ຕາ​ສົງສານ, ພຣະ​ອົງ​ໄດ້​ເອົາ​ຢາ​ທາ​ໃສ່​ບາດ​ແຜ​ຂອງ​ເຮົາ ແລະ ເອົາ​ຜ້າ​ພັນບາດ​ໃຫ້. ພຣະ​ອົງໂຈມ​ເຮົາ​ຂຶ້ນ. ພຣະ​ອົງດູ​ແລ​ເຮົາ. ພຣະ​ອົງ​ໄດ້​ຮ້ອງບອກ​ເຮົາ​ວ່າ, “ຈົ່ງມາ​ຫາ​ເຮົາ … ແລະ ເຮົາ​ຈະ​ປິ່ນ​ປົວ [ພວກ​ເຈົ້າ].”13

“ແລະ [ພຣະ​ເຢ​ຊູ] ຈະ … [ຮັບ​ເອົາ] ຄວາມເຈັບປວດ ແລະ ຄວາມທຸກທໍລະມານ ແລະ ການ​ລໍ້​ລວງ ໃນ​ທຸກ​ຮູບ​ແບບ; … ເພື່ອ​ວ່າ … ​ພຣະ​ອົງ [ອາດ​ຈະ] ຮັບເອົາຄວາມເຈັບປວດ ແລະ ຄວາມປ່ວຍໄຂ້ຂອງຜູ້ຄົນຂອງພຣະອົງ … [ຮັບ​ເອົາ​ຄວາມ​ອ່ອນ​ແອ​ຂອງ​ເຮົາ], ​ເຕັມ​ໄປດ້ວຍ​ຄວາມ​ເມດ​ຕາ.”14

ມາ​ເຖີດ, ເຈົ້າ​ຜູ້​ເສົ້າສະ​ຫລົດ​ໃຈ, ບໍ່​ວ່າໃຈ​ເຈົ້າອ່ອນ​ແຮງ​ຊ່ຳ​ໃດ;

ມາກົ້ມ​ຂາບ​ທີ່​ພຣະ​ທີ່​ນັ່ງ ທີ່​ມີ​ເມດ​ຕາ.

ນຳ​ຫົວ​ໃຈ​ທີ່​ເຈັບ​ປວດມາ, ແລ້ວບອກ​ໃຫ້​ຮູ້ເຖິງ​ຄວາມ​ເປັນ​ໄປ.

ບໍ່​ມີ​ຄວາມ​ໂສກ​ເສົ້າ​ໃດໆ ທີ່​ສະ​ຫວັນ​ບໍ່​ສາ​ມາດ​ປິ່ນ​ປົວ​ໄດ້.15

ໃນ​ເວ​ລາ​ທີ່​ຮັບ​ທຸກ​ທໍ​ລະ​ມານ​ທີ່​ສຸດ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກສາດ​ສະ​ດາ ໂຈ​ເຊັບ ສະ​ມິດ ວ່າ, ທັງໝົດ​ຈະ​ເປັນ​ປະ​ສົບ​ການ​ໃຫ້​ແກ່​ເພິ່ນ, ແລະ ຈະ​ເກີດ​ຂຶ້ນ​ເພື່ອ​ຄວາມ​ດີ​ຂອງ​ເພິ່ນ.16 ບາດ​ແຜ​ທີ່​ເຈັບ​ປວດ ສາ​ມາດ​ເປັນ​ສິ່ງ​ທີ່​ດີ​ຕໍ່​ເຮົາ​ໄດ້​ແນວ​ໃດ? ໃນ​ການ​ທົດ​ລອງ​ຢູ່​ໂລກ​ທີ່​ເປັນ​ສິ່ງ​ຫລໍ່​ຫລອມນີ້, ພະ​ລັງ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈະ​ນຳ​ຄວາມ​ສະ​ຫວ່າງ, ຄວາມ​ເຂົ້າ​ໃຈ, ຄວາມ​ສະ​ຫງົບ, ແລະ ຄວາມ​ຫວັງ ມາ​ໃຫ້.17

ຢ່າທໍ້ຖອຍໃຈ

ຈົ່ງ​ອະ​ທິ​ຖານ​ດ້ວຍ​ສຸດ​ໃຈ​ຂອງ​ທ່ານ. ຈົ່ງ​ມີ​ສັດ​ທາ​ຫລາຍ​ຂຶ້ນ ໃນ​ພຣະ​ເຢ​ຊູ​ຄຣິດ, ໃນ​ຄວາມ​ເປັນ​ຈິງ, ແລະ ໃນ​ພຣະ​ຄຸນ​ຂອງ​ພຣະ​ອົງ. ຈົ່ງ​ຍຶດ​ພຣະ​ຄຳ​ຂອງ​ພຣະ​ອົງ​ໄວ້ ທີ່​ວ່າ: “ພຣະ​ຄຸນ​ຂອງ​ເຮົາ​ກໍ​ມີ​ພໍ​ແລ້ວ​ສຳ​ລັບ​ເຈົ້າ: ດ້ວຍ​ວ່າ ເມື່ອ​ໃດ​ທີ່​ເຈົ້າ​ອ່ອນ​ແຮງ ເມື່ອນັ້ນ​ລິດ​ອຳ​ນາດ​ຂອງ​ເຮົາ​ກໍ​ສະ​ແດງ​ອອກ​ຢ່າງ​ລົ້ນ​ເຫລືອ.”18

ຈົ່ງ​ຈື່​ຈຳ​ວ່າ, ການ​ກັບ​ໃຈ​ເປັນ​ຫວ້ານ​ຢາ​ທາງວິນ​ຍານ​ທີ່​ມີ​ພະ​ລັງ​ທີ່​ສຸດ.19 ຈົ່ງ​ຮັກ​ສາ​ພຣະ​ບັນ​ຍັດ ແລະ ມີ​ຄ່າ​ຄວນ​ພໍ​ສຳ​ລັບ​ພຣະ​ຜູ້​ປອບ​ໂຍນ, ຈົ່ງ​ຈື່​ຈຳວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດໄດ້​ສັນ​ຍາວ່າ, “ເຮົາ​ຈະ​ບໍ່​ປະ​ຖິ້ມ​ເຈົ້າ​ທັງ​ຫລາຍ​ໄວ້​ໃຫ້​ເປັນ​ກຳ​ພ້າ: ເຮົາ​ຈະ​ມາ​ຫາ​ພວກ​ເຈົ້າ.”20

ຄວາມ​ສະ​ຫງົບ​ຢູ່​ໃນ​ພຣະ​ວິ​ຫານ ເປັນ​ຫວ້ານ​ຢາ​ບັນ​ເທົາ ໃຫ້​ແກ່​ຈິດ​ວິນ​ຍານ​ທີ່​ໄດ້​ຮັບ​ບາດ​ເຈັບ. ຈົ່ງ​ກັບ​ໄປ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າເລື້ອຍໆ ພ້ອມ​ກັບ​ຫົວ​ໃຈ​ທີ່​ເຈັບ​ປວດ​ຂອງ​ທ່ານ ແລະ ລາຍ​ຊື່​​ຂອງຄົນ​ໃນ​ຄອບ​ຄົວ​ທ່ານ ເມື່ອ​ເປັນ​ໄປ​ໄດ້. ພຣະ​ວິ​ຫານ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ກ່ຽວ​ກັບ​ຊ່ວງ​ມະ​ຕະ ໃນ​ພາບ​ທີ່ກວ້າງ​ຂວາງ ແຫ່ງ​ນິ​ລັນ​ດອນ.21

ເມື່ອຫວນ​ຄິດ​ຄືນ​ຫລັງ, ໃຫ້​ຈື່​ຈຳ​ວ່າ ທ່ານ​ໄດ້​ພິ​ສູດ​ການ​ມີ​ຄ່າ​ຄວນ​ຂອງ​ທ່ານ​ແລ້ວ ຢູ່​ໃນ​ໂລກ​ກ່ອນ​ເກີດ. ທ່ານ​ເປັນ​ລູກ​ທີ່​ກ້າ​ຫານ​ຂອງ​ພຣະ​ເຈົ້າ, ແລະ ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ອົງ, ທ່ານ​ຈະ​ສາ​ມາດ​ມີ​ໄຊ​ຊະ​ນະ​ໄດ້ ໃນ​ການຕໍ່​ສູ້ ຢູ່​ໃນ​ໂລກ​ທີ່​ເສື່ອມ​ໂຊມນີ້. ທ່ານ​ໄດ້​ເຮັດ​ມາ​ແລ້ວ, ແລະ ທ່ານ​ສາ​ມາດ​ເຮັດ​ໄດ້​ອີກ.

ຈົ່ງ​ເບິ່ງ​ໃນ​ອະ​ນາ​ຄົດ. ບັນ​ຫາ ແລະ ຄວາມ​ໂສກ​ເສົ້າ​ຂອງ​ທ່ານ ເປັນເລື່ອງ​ຈິງ, ແຕ່​ມັນ​ຈະ​ບໍ່​ຍືນ​ຍາວ​ໄປ​ຊົ່ວ​ນິ​ລັນ​ດອນ.22 ຄ່ຳ​ຄືນ​ທີ່​ມືດມົວ​ຂອງ​ທ່ານ​ຈະ​ຜ່ານ​ໄປ, ເພາະ “ພຣະ​ບຸດ … [​ໄດ້ລຸກ​ຂຶ້ນ] ​ດ້ວຍ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ອົງ.”23

ຄູ່​ສາມີ​ພັນ​ລະ​ຍາໂນບີ ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ, “ເຂົາ​ເຈົ້າ​ຮູ້​ສຶກຜິດ​ຫວັງ​ເປັນ​ບາງ​ຄັ້ງ ແຕ່ບໍ່​ເຄີຍ​ໃຫ້​ມັນ​ຢູ່​ນຳ​ດົນ​ນານ.”24 ອັກ​ຄະ​ສາ​ວົກ​ໂປ​ໂລ ໄດ້​ກ່າວ​ວ່າ, “ພວກ​ເຮົາມີ​ຄວາມ​ທຸກ​ລຳ​ບາກ … ແຕ່​ຍັງ​ບໍ່​ເຖິງ​ຂັ້ນ​ຂັດ​ສົນ; ຈົນ​ປັນ​ຍາ, ແຕ່​ຍັງ​ບໍ່​ໝົດ​ທາງ​ອອກ; ຖືກ​ຂົ່ມ​ເຫັງ, ແຕ່ບໍ່​ຖືກ​ປະ​ຖິ້ມ; ຖືກ​ຕີ​ລົ້ມ​ລົງ, ແຕ່​ກໍ​ຍັງ​ບໍ່​ເຖິງ​ຂັ້ນ​ເສຍ​ຊີ​ວິດ.”25 ທ່ານ​ອາດ​ຮູ້​ສຶກ​ອິດ​ເມື່ອຍ, ແຕ່​ຢ່າຍອມ​ແພ້.26

ເຖິງ​ແມ່​ນ​ມີ​ຄວາມ​ເຈັບ​ປວດ, ທ່ານ​ຈະ​ເອື້ອມ​ອອກ​ໄປຊ່ວຍ​ເຫລືອ​ຄົນ​ອື່ນ, ໄວ້​ວາງ​ໃຈ​ໃນ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ວ່າ: “ຜູ້​ໃດ​ທີ່​ຈະ​ເສຍ​ຊີ​ວິດ​ຂອງ​ຕົນ​ເພື່ອ​ເຫັນ​ແກ່​ເຮົາ ຜູ້ນັ້ນ​ຈະ​ໄດ້​ພົບ​ຊີ​ວິດນັ້ນ.”27 ຜູ້ມີ​ບາດ​ແຜ ທີ່​ຊ່ວຍ​ປິ່ນ​ປົວ​ບາດ​ແຜ​ຂອງ​ຄົນ​ອື່ນ ເປັນ​ທູດ​ຂອງ​ພຣະ​ເຈົ້າ ຢູ່​ເທິງ​ໂລກນີ້.

ຈັກ​ໜ່ອຍ, ເຮົາ​ຈະ​ໄດ້​ຍິນ​ຈາກ​ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ຜູ້​ມີ​ສັດ​ທາຢ່າງບໍ່​ລົດ​ລະ ໃນ​ພຣະ​ເຢ​ຊູ​ຄຣິດ, ຜູ້​ມີ​ຄວາມ​ຫວັງ ແລະ ຄວາມ​ສະ​ຫງົບ, ຜູ້​ພຣະ​ເຈົ້າ​ຮັກ ແຕ່​ກໍ​ຍັງ​ບໍ່​ຖືກ​ຍົກ​ເວັ້ນ​ຈາກບາດ​ແຜ​ໃນ​ຈິດ​ວິນ​ຍານ.

ໃນ​ປີ 1995 ນາງເອ​ມະ​ລີ ລູກ​ສາວ​ຂອງ​ເພິ່ນ, ຂະ​ນະ​ທີ່​ຖື​ພາ, ຮູ້​ວ່າ​ນາງ​ເປັນ​ໂຣກ​ມະ​ເລັງ. ນາງກໍ​ມີມື້​ທີ່​ມີ​ຄວາມ​ຫວັງ ແລະ ມີ​ຄວາມ​ສຸກ​ຢູ່ ເມື່ອລູກ​ທີ່​ມີ​ສຸ​ຂະ​ພາບ​ແຂງ​ແຮງຂອງ​ນາງ​ໄດ້​ເກີດ​ມາ. ແຕ່​ໂຣກ​ມະ​ເລັງ​ໄດ້​ກັບ​ມາ, ແລະ ນາງເອ​ມະ​ລີ ທີ່​ຮັກ​ຂອງ​ພວກ​ເພິ່ນ​ໄດ້​ຈາກ​ໄປ, ພຽງ​ແຕ່​ສອງ​ອາ​ທິດ​ຫລັງ​ຈາກ​ຄົບ​ຮອບ​ວັນ​ເກີດ 37 ປີ ຂອງ​ນາງ, ຊຶ່ງ​ໄດ້ປະ​ສາ​ມີ ແລະ ລູກ​ນ້ອຍຫ້າ​ຄົນ​ໄວ້​ຂ້າງ​ຫລັງ.

ຮູບ​ພາບ
ປະທານແນວສັນ ກ່າວ​ໃນ​ປີ 1995

ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ, ບໍ່​ດົນ​ຫລັງ​ຈາກ​ນາງ​ໄດ້​ເສຍ​ຊີ​ວິດ​ໄປ, ປະ​ທານແນວ​ສັນ ໄດ້​ບອກ​ເຖິງຄວາມ​ໃນ​ໃຈ​ວ່າ: “ນ້ຳ​ຕາ​ທີ່​ໂສກ​ເສົ້າ​ຂອງ​ຂ້າ​ພະ​ເຈົ້າ ໄດ້​ຫລັ່ງ​ໄຫລ​ອອກ​ມາ​ກັບ​ຄວາມ​ປາດ​ຖະ​​ໜາ ຢາກ​ສາ​ມາດ​ເຮັດ​ໃຫ້ໄດ້​ຫລາຍກວ່ານັ້ນ ເພື່ອ​ລູກ​ສາວ​ຂອງ​ພວກ​ເຮົາ. … ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ມີ​ພະ​ລັງ​ຂອງ​ການຟື້ນ​ຄືນ​ຊີ​ວິດ, ຂ້າ​ພະ​ເຈົ້າ​ອາດ​ໂຜດ​ນາງ​ໃຫ້ກັບ​ຄືນ​ມາ​ແທ້ໆ. … [ແຕ່] ພຣະ​ເຢ​ຊູ​ຄຣິດມີ​ຂໍ​ກະ​ແຈ​ເຫລົ່າ​ນັ້ນ ແລະ ຈະ​ໃຊ້​ມັນ​ກັບ​ນາງເອ​ມະ​ລີ … ແລະ ກັບ​ທຸກ​ຄົນ ໃນ​ເວ​ລາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເອງ.”28

ຮູບ​ພາບ
ປະທານແນວສັນ ໃນ​ປະ​ເທດ​ພວດ​ໂຕ ຣິ​ໂກ

ເດືອນ​ແລ້ວນີ້, ຂະ​ນະ​ທີ່ໄປ​ຢ້ຽມ​ຢາມ​ໄພ່​ພົນ​ຢູ່​ປະ​ເທດ​ພວດ​ໂຕ ຣິ​ໂກ ແລະ ຈື່​ຈຳ​ພະ​ຍຸ​ຮ້າຍ ເມື່ອ​ປີ​ກາຍນີ້, ປະ​ທານ​ແນວ​ສັນ ໄດ້​ກ່າວ​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ​ວ່າ:

“[ນີ້] ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ​ຊີ​ວິດ. ນີ້​ຄື​ເຫດ​ຜົນ​ທີ່​ເຮົາ​ມາ​ຢູ່ນີ້. ເຮົາ​ມາ​ຢູ່ນີ້ ເພື່ອ​ຮັບ​ເອົາ​ຮ່າງ​ກາຍ ແລະ ເພື່ອ​ຮັບ​ເອົາ​ການ​ທົດລອງ ແລະ ການທົດ​ສອບ. ການ​ທົດ​ສອບ​ບາງ​ຢ່າງ​ແມ່ນ ​ທາງ​ຮ່າງ​ກາຍ; ບາງ​ຢ່າງ​ແມ່ນ ທາງວິນ​ຍານ, ແລະ ການ​ທົດ​ລອງ​ຂອງ​ທ່ານຢູ່ນີ້​ແມ່ນທັງ ທາງ​ຮ່າງ​ກາຍ ແລະ ທາງວິນ​ຍານ.”29

“ທ່ານບໍ່​ໄດ້​ຍອມ​ແພ້. ພວກ​ເຮົາມີ​ຄວາມ​ພູມ​ໃຈ​ກັບຕົວ​ທ່ານ [ຫລາຍ​ແທ້ໆ]. ພວກທ່ານ​ທີ່​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ຊື່​ສັດ ໄດ້​ສູນ​ເສຍ​ຫລາຍ, ແຕ່​ເຖິງ​ແມ່ນ​ທັງ​ໝົດ​ນີ້, ທ່ານ​ຍັງ​ໄດ້​ມີ​ສັດ​ທາ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.”30

“ໂດຍ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​​ພຣະ​ເຈົ້າ, ເຮົາ​ສາ​ມາດ​ພົບ​ຄວາມສຸກ ແມ່ນ​ແຕ່​ໃນ​ທ່າມ​ກາງ​ສະ​ຖາ​ນະ​ການ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ຂອງ​ເຮົາ.”31

ນ້ຳ​ຕາ​ທຸກ​ຢົດ ຈະຖືກ​ເຊັດ​ໃຫ້ໝົດ​ໄປ

ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ມັນ​ເປັນ​ຄຳ​ສັນ​ຍາ​ຂອງ​ຂ້າ​ພະ​ເຈົ້າ ຕໍ່​ທ່ານ​ວ່າ ການ​ມີ​ສັດ​ທາ​ຫລາຍ​ຂຶ້ນໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ຈະ​ນຳ​ພະ​ລັງ ແລະ ຄວາມ​ຫວັງ​ທີ່​ຍິ່ງ​ໃຫຍ່​ມາ​ໃຫ້​ທ່ານ. ສຳ​ລັບ​ທ່ານ ຜູ້​ຊອບ​ທຳ, ໃນ​ເວ​ລາ ແລະ ໃນ​ວິ​ທີ​​ທາງຂອງ​ພຣະ​ອົງ​ເອງ, ພຣະ​ຜູ້​ປິ່ນ​ປົວ​ຈະ​ປິ່ນ​ປົວບາດ​ແຜ​ທັງ​ໝົດຂອງ​ທ່ານ.32 ບໍ່​ມີ​ຄວາມ​ບໍ່ຍຸດ​ຕິ​ທຳ​ໃດ, ການ​ຂົ່ມ​ເຫັງ​ໃດ​, ການ​ທົດ​ລອງ​ໃດ, ຄວາມ​ໂສກ​ເສົ້າ​ໃດ, ຄວາມ​ເຈັບ​ປວດ​ໃຈ​ໃດ, ຄວາມ​ທຸກ​ທໍ​ລະ​ມານ​ໃດ, ບາດ​ແຜ​ໃດ—ບໍ່​ວ່າ​ຈະ​ເລິກ, ຈະກວ້າງ, ຈະເຈັບ​ປວດ​ຫລາຍ​ປານ​ໃດ​ກໍ​ຕາມ—ຈະ​ບໍ່​ຖືກ​ກີດ​ກັນຈາກ​ການໄດ້​ຮັບ​ການ​ປອບ​ໂຍນ, ຄວາມສະ​ຫງົບ, ແລະ ຄວາມ​ຫວັງ​ທີ່​ຍືນ​ຍົງ ຂອງ​ພຣະ​ອົງ​ໄດ້ ຜູ້ວາ​ແຂນ ພ້ອມ​ດ້ວຍ​​ພ​ຣະ​ຫັດທີ່​ມີ​ຮອຍ​ແຜ ຕ້ອນ​ຮັບ​ເຮົາ​ເຂົ້າ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ອົງ. ໃນ​ສະ​ໄໝ​ນັ້ນ, ອັກ​ຄະ​ສາ​ວົກ​ໂຢ​ຮັນ ໄດ້​ເປັນ​ພະ​ຍານ​ວ່າ ຄົນ​ຊອບ​ທຳ “ທີ່​ໄດ້​ຜ່ານ​ການຖືກ​ຂົ່ມ​ເຫັງ​ຢ່າງ​ໜັກ”33 ຈະ​ຢືນ “ເປັນ​ແຖວໃນ​ຊຸດ​ຂາວ … ຢູ່​ຕໍ່​ໜ້າ​ບັນ​ລັງຂອງ​ພຣະ​ເຈົ້າ.” ພຣະ​ເມ​ສາ​ນ້ອຍ​ຈະ “ປະ​ທັບ​ຢູ່​ທ່າມ​ກາງ​ [ເຮົາ] … ແລະ ພຣະ​ເຈົ້າ​ຈະ​ເຊັດ​ນ້ຳ​ຕາ​ທຸກ​ຢົດ​ຈາກ​ຕາ​ຂອງ ​[ທ່ານ].”34 ມື້ນັ້ນ​ຈະ​ມາ​ເຖິງ. ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ການ​ສົນ​ທະ​ນາສ່ວນ​ຕົວ, ວັນ​ທີ 26 ເດືອນ​ມັງ​ກອນ, 2018.

  2. ໃນ​ການ​ສົນ​ທະ​ນາ​ກັນ​ໃນ​ຕົ້ນ​ປີນີ້, ຣິ​ເຈີດ ​ໂນບີ ໄດ້ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ພວກ​ເຮົາ​ໄດ້​ເຮັດ​ທຸກ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ຖືກມອບ​ໝາຍ.” ລາວ​ໄດ້​ແບ່ງ​ປັນຈາກ​ປຶ້ມ​ບັນ​ທຶກ​ສ່ວນ​ຕົວ​ຂອງ​ລາວ​ວ່າ: “ການ​ທົດ​ສອບ ແລະ ການ​ທົດ​ລອງ ທີ່​ມາ​ສູ່​ເຮົາ​ແຕ່​ລະ​ຄົນ ໃຫ້​ໂອ​ກາດ ແລະ ໃຫ້​ສິດ​ທິ​ພິ​ເສດ​ແກ່​ເຮົາ ທີ່​ຈະ​ຮູ້​ຈັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ ແລະ ເຂົ້າ​ໃຈ​ລາຍ​ລະ​ອຽດຢ່າງ​ເລິກ​ຊຶ້ງ ກ່ຽວ​ກັບການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ. ແມ່ນ​ພຣະ​ອົງ​ທີ່​ເຮົາ​ອີງ​ຕໍ່. ແມ່ນ​ພຣະ​ອົງ​ທີ່​ເຮົາ​ສະ​ແຫວງ​ຫາ. ແມ່ນ​ພຣະ​ອົງ​ທີ່​ເຮົາ​ເພິ່ງ​ອາ​ໄສ. ແມ່ນ​ພຣະ​ອົງ​ທີ່​ເຮົາ​ໝັ້ນ​ໃຈດ້ວຍ. ແມ່ນ​ພຣະອົງ​ທີ່​ເຮົາ​ຮັກ​ດ້ວຍ​ສຸດ​ໃຈ, ແບບບໍ່​ຈົ່ງ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​​ໄດ້ປິ່ນ​ປົວ​ຄວາມ​ເຈັບ​ປວດ​ທາງ​ຮ່າງ​ກາຍ ແລະ ທາງ​ຄວາມ​ຮູ້​ສຶກ ຊຶ່ງ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ຄວາມ​ເປັນ​ມະ​ຕະ. ພຣະ​ອົງ​ເອົາ​ຄວາມ​ເຈັບ​ປວດ​ໄປ​ຈາກ​ເຮົາ. ພຣະ​ອົງ​ຮັບ​ເອົາ​ຄວາມ​ໂສກ​ເສົ້າ​ຂອງ​ເຮົາ.”

  3. ເບິ່ງ Doctrine and Covenants 29:39.

  4. 2 ນີ​ໄຟ 2:11.

  5. ມັດທາຍ 5:45.

  6. “Lord, I Would Follow Thee,” Hymns, no. 220.

  7. 1 ເປ​ໂຕ 4:12.

  8. ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດຈະພິສູດເຮົາໂດຍວິທີນີ້, ເພື່ອເບິ່ງວ່າ​ເຮົາຈະເຮັດທຸກສິ່ງທັງປວງ ສິ່ງໃດກໍຕາມທີ່ພຣະຜູ້ເປັນເຈົ້າ ອົງເປັນພຣະເຈົ້າຂອງເຮົາຈະບັນຊາເຮົາຫລືບໍ່ (​ເບິ່ງ Abraham 3:25; ເບິ່ງ Doctrine and Covenants 101:4–5 ນຳ​ອີກ).

  9. ແອວ​ມາ 57:25.

  10. ຈົດ​ໝາຍ​ສ່ວນ​ຕົວ​ຈາກ​ເພື່ອນ​ຄົນ​ໜຶ່ງ ບອກວ່າ: “ເກືອບ​ເຖິງ​ຫ້າ​ປີ​ແລ້ວ ທີ່​ໄດ້ທົນ​ທຸກ​ກັບ​ຄວາມ​ຮູ້​ສຶກທີ່ ‘ມືດ​ມົວ ແລະ ເສົ້າ​ໝອງ’ ໃນ​ຫລາຍ​ລະ​ດັບ ຈົນ​ວ່າ​ເຮົາ​ຈະ​ໝົດ​ຄວາມ​ສາ​ມາດ, ໝົດທາງ​ແກ້​ໄຂ, ​ໝົດສັດ​ທາ, ແລະ ​ໝົດຄວາມ​ອົດ​ທົນ. ຫລັງ​ຈາກ​ໄດ້ ‘ທຸກ​ທໍ​ລະ​ມານ,’ ມາ​ຫລາຍວັນ​ແລ້ວ ເຮົາ​ກໍ​​ອິດເມື່ອຍ. ຫລັງ​ຈາກ​ໄດ້ ‘ທຸກ​ທໍ​ລະ​ມານ,’ ມາ​ຫລາຍ​ອາ​ທິດ​ແລ້ວ ເຮົາ​ກໍ​ອ່ອນ​ເພຍ. ຫລັງ​ຈາກ​ໄດ້ ‘ທຸກ​ທໍ​ລະ​ມານ,’ ມາ​ຫລາຍ​ເດືອນ​ແລ້ວ ເຮົາ​ກໍ​ເລີ່ມ​ຕົ້ນເສຍຫລັກ. ຫລັງ​ຈາກ​ໄດ້ ‘ທຸກ​ທໍ​ລະ​ມານ,’ ມາ​ຫລາຍ​ປີ​ແລ້ວ ເຮົາ​ກໍ​ຮູ້​ສຶກວ່າ ສະ​ພາບ​ການ​ຄົງ​ບໍ່​ມີ​ວັນ​ດີຄືນ​ຄື​ເກົ່າ​ອີກ. ຄວາມ​ຫວັງ​ກາຍ​ເປັນຂອງ​ປະ​ທານ​ທີ່​ມີ​ຄ່າ ແລະ ສຳ​ພັດ​ບໍ່​ໄດ້. ສະ​ຫລຸບ​ແລ້ວ, ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ ຂ້າ​ພະ​ເຈົ້າ​ຜ່ານ​ຜ່າ​ການ​ທົດ​ລອງນີ້​ມາ​ໄດ້​ແນວ​ໃດ, ຍົກ​ເວັ້ນ​ແຕ່​ເປັນ​ເພາະ [ພຣະ​ຜູ້​ຊ່ວຍ​ໃຫ້​ລອດ]. ມັນ​ເປັນ​ພຽງ​ຄຳ​ອະ​ທິ​ບາຍ​ດຽວ. ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ອະ​ທິ​ບາຍ ວ່າ​ຂ້າ​ພະ​ເຈົ້າ​ຮູ້​ໄດ້​ແນວ​ໃດ, ບອກ​ໄດ້​ແຕ່​ວ່າ ຂ້າ​ພະ​ເຈົ້າ​ຮູ້. ເປັນ​ເພາະ​ພຣະ​ອົງ, ຂ້າ​ພະ​ເຈົ້າ​ຈຶ່ງ​ຜ່ານ​ຜ່າ​ສິ່ງນີ້​ມາ​ໄດ້.”

  11. ເບິ່ງ ລູ​ກາ 10:30–35.

  12. ລູ​ກາ 4:18; ເບິ່ງ ເອ​ຊາ​ຢາ 61:1 ນຳ​ອີກ.

  13. 3 ນີ​ໄຟ 18:32.

  14. ແອວ​ມາ 7:11–12. ພຣະ​ອົງ​ໄດ້​ສະ​ເດັດ​ລົງ​ຕ່ຳ​ກວ່າ​ທຸກ​ສິ່ງ, ໃນ​ການນັ້ນ​ພຣະ​ອົງ​ຈຶ່ງ​ໄດ້​ເຂົ້າ​ໃຈ​ທຸກ​ສິ່ງ​ທັງ​ປວງ (ເບິ່ງ Doctrine and Covenants 88:6).

  15. “Come, Ye Disconsolate,” Hymns, no. 115.

  16. ເບິ່ງ Doctrine and Covenants 122:7.

  17. “ລູກ​ຍັງ​ຮູ້​ເຖິງ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ; ແລະ ພຣະ​ອົງ​ໄດ້​ຕັ້ງ​ຄວາມ​ທຸກ​ຂອງ​ລູກ​ໄວ້​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ລູກ” (2 ນີ​ໄຟ 2:2). “ພໍ່​ຮູ້​ວ່າ​ຜູ້​ໃດ​ກໍ​ຕາມ​ທີ່​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ, ຜູ້​ນັ້ນ​ຈະ​ໄດ້​ຮັບ​ການ​ອູ້ມຊູ​ໃນ​ເວລາ​ຂັດ​ສົນ​ຂອງ​ພວກ​ເຂົາ, ແລະ ຄວາມ​ຫຍຸ້ງຍາກ​ຂອງ​ພວກ​ເຂົາ, ແລະ ຄວາມ​ທຸກ​ທໍລະມານ​ຂອງ​ພວກ​ເຂົາ, ແລະ ພວກ​ເຂົາ​ຈະ​ຖືກ​ຍົກ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ” (ແອວ​ມາ 36:3).

  18. 2 ໂກຣິນໂທ 12:9.

  19. ເບິ່ງ Neil L. Andersen, “The Joy of Becoming Clean,” Ensign, Apr. 1995, 50–53.

  20. ໂຢ​ຮັນ 14:18.

  21. “ຖ້າ​ຄວາມ​ຫວັງ​ຂອງ​ພວກ​ເຮົາ​ໃນ​ພຣະ​ຄຣິດ ມີ​ຄຸນ​ຄ່າ​ພຽງ​ແຕ່​ສຳ​ລັບ​ຊີ​ວິດນີ້​ເທົ່າ​ນັ້ນ ພວກ​ເຮົາ​ກໍ​ເປັນ​ຄົນ​ທີ່​ໜ້າ​ສັງ​ເວດ​ທີ່​ສຸດ​ໃນ​ບັນ​ດາ​ຄົນ​ທັງ​ປວງ” (1 ໂກ​ຣິນ​ໂທ 15:19).

  22. ໃນ​ຂໍ້​ທຳ​ອິດ​ຂອງ​ພ​ຣະ​ຄຳ​ພີ​ມໍ​ມອນ, ນີ​ໄຟ​ໄດ້​ອະ​ທິ​ບາຍ​ວ່າ, “ໂດຍ​ທີ່​ເຫັນ​ຄວາມ​ທຸກ​ຫລາຍ​ຢ່າງ​ໃນ​ວັນ​ເວ​ລາ​ຂອງ [ເພິ່ນ]” (1 ນີ​ໄຟ 1:1). ຕໍ່​ມາ, ນີ​ໄຟ​ໄດ້​ກ່າວ​ວ່າ, “ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າພະ​ເຈົ້າ​ໄດ້​ຫລຽວ​ຫາ​ພຣະ​ເຈົ້າຂອງ​ຂ້າພະ​ເຈົ້າ, ແລະ ຂ້າພະ​ເຈົ້າ​ໄດ້​ສັນລະ​ເສີນ​ພຣະອົງ​ຕະຫລອດ​ວັນ; ແລະ ຂ້າພະ​ເຈົ້າບໍ່​ໄດ້​ຈົ່ມ​ໃຫ້​ພຣະຜູ້​ເປັນ​ເຈົ້າ ເພາະ​ຄວາມທຸກ​ທໍລະມານ​ຂອງ​ຂ້າພະ​ເຈົ້າ​ເລີຍ” (1 ນີ​ໄຟ 18:16).

  23. 3 ນີໄຟ 25:2.

  24. ການ​ສົນ​ທະ​ນາສ່ວນ​ຕົວ, ວັນ​ທີ 26 ເດືອນ​ມັງ​ກອນ, 2018.

  25. 2 ໂກ​ຣິນ​ໂທ 4:8–9.

  26. ປະ​ທານ​ຮິວ ບີ ບຣາວ, ຂະ​ນະ​ທີ່​ຢ້ຽມ​ຢາມ​ປະ​ເທດ​ອິດ​ສະ​ຣາ​ເອນ, ໄດ້​ຖືກ​ຖາມ​ວ່າ ເປັນ​ຫຍັງ​ອັບ​ຣາ​ຮາມ​ຈຶ່ງ​ຖືກ​ບັນ​ຊາ​ໃຫ້​ເສຍ​ສະ​ລະ​ລູກ​ຊາຍ​ຂອງ​ເພິ່ນ. ເພິ່ນ​ໄດ້​ຕອບ​ວ່າ, “ອັບ​ຣາ​ຮາມຈຳ​ເປັນ​ຕ້ອງ​ຮຽນ​ຮູ້​ບາງ​ສິ່ງ​ກ່ຽວ​ກັບ​ຕົວອັບ​ຣາ​ຮາມ​ເອງ” (in Truman G. Madsen, Joseph Smith the Prophet [1989], 93).

  27. ມັດ​ທາຍ 16:25.

  28. Russell M. Nelson, “Children of the Covenant,” Ensign, May 1995, 32.

  29. Russell M. Nelson, in Jason Swensen, “Better Days Are Ahead for the People of Puerto Rico,” Church News, Sept. 9, 2018, 4.

  30. Russell M. Nelson, in Swensen, “Better Days Are Ahead,” 3.

  31. Russell M. Nelson, in Swensen, “Better Days Are Ahead,” 4.

  32. ເບິ່ງ Russell M. Nelson, “Jesus Christ—the Master Healer,” Liahona, Nov. 2005, 85–88.

  33. ພຣະ​ນິ​ມິດ 7:14.

  34. ເບິ່ງ ພຣະ​ນິ​ມິດ 7:13, 15, 17.