​2010–2019
ເຊື່ອ, ຮັກ, ເຮັດ
ເດືອນ​ຕຸລາ 2018


ເຊື່ອ, ຮັກ, ເຮັດ

ເຮົາບັນລຸຊີວິດທີ່ອຸດົມສົມບູນນັ້ນ ໂດຍການກາຍເປັນສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດ—ໂດຍການຕິດຕາມວິທີທາງຂອງພຣະອົງ ແລະ ມີພາກສ່ວນໃນວຽກງານຂອງພຣະອົງ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຊ່າງ​ເປັນ​ໂອ​ກາດ​ທີ່​ດີ​ເລີດ​ແທ້ໆ ທີ່​ໄດ້​ມາ​ຢູ່​ກັບ​ທ່ານ ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ນີ້: ເພື່ອ​ຮັບຟັງ​ຂ່າວ​ສານ​ທີ່​ດົນ​ໃຈ, ເພື່ອ​ຟັງ​ສຽງ​ເພງທີ່​ມະ​ຫັດ​ສະ​ຈັນ ແລະ ຍອດ​ຍ້ຽມ​ຂອງ​ກຸ່ມ​ນັກ​ຮ້ອງ​ຜູ້​ສອນ​ສາດ​ສະ​ໜາ​ເຫລົ່ານີ້ ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ຜູ້​ສອນ​ສາດ​ສະ​ໜາ​ຫລາຍ​ພັນ​ຄົນ ຕະ​ຫລອດ​ທົ່ວ​ໂລກ—ລູກ​ສາວ, ລູກ​ຊາຍ​ຂອງ​ເຮົາ—ແລະ ໂດຍ​ສະ​ເພາະ​ທີ່​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ໃນ​ສັດ​ທາ ໃນ​ມື້​ນີ້, ໃນ​ການສະ​ໜັບ​ສະ​ໜູນ​ປະ​ທານ ແລະ ສາດ​ສະ​ດາ​ຂອງ​ເຮົາ​ອີກ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ຝ່າຍ​ປະ​ທານ​ສູງ​ສຸດ, ແລະ ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່ ຂອງ​ສາດ​ສະ​ໜາ​ຈັກ. ຊ່າງ​ເປັນ​ວັນ​ທີ່​ມີ​ຄວາມ​ສຸກ​ແທ້ໆ ທີ່​ໄດ້​ມາ​ຢູ່​ກັບ​ທ່ານ​ໃນ​ມື້ນີ້.

ກະສັດໂຊໂລໂມນໃນສະໄໝບູຮານ ໄດ້ເປັນມະນຸດຄົນໜຶ່ງ ທີ່ມີຜົນສຳເລັດຫລາຍທີ່ສຸດ ໃນປະຫວັດສາດ.1 ເບິ່ງຄືວ່າເພິ່ນມີທຸກສິ່ງ—ເງິນ, ອຳນາດ, ຄວາມເຄົາລົບ, ກຽດຕິຍົດ. ແຕ່ຫລັງຈາກຫລາຍໆທົດສະວັດຂອງການເຮັດຕາມໃຈຕົນເອງ, ແລະ ຄວາມຟຸມ​ເຟືອຍ, ກະສັດໂຊໂລໂມນໄດ້ສະຫລຸບຊີວິດຂອງເພິ່ນແນວໃດ?

“ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ,”2 ເພິ່ນໄດ້ເວົ້າ.

ຊາຍຄົນນີ້, ຜູ້ທີ່ໄດ້ມີທຸກສິ່ງ, ໃນທີ່ສຸດກໍສິ້ນຫວັງ, ມອງໂລກໃນແງ່ລົບ, ແລະ ບໍ່ມີຄວາມສຸກ, ເຖິງແມ່ນວ່າເພິ່ນໄດ້ມີທຸກສິ່ງທຸກຢ່າງ.3

ມີຄຳໜຶ່ງໃນພາສາເຢຍລະມັນ ກ່າວວ່າ, Weltschmerz. ໂດຍທົ່ວໄປແລ້ວ, ມັນໝາຍຄວາມວ່າ ຄວາມໂສກເສົ້າທີ່ມາຈາກ ຄວາມກະວົນກະວາຍ ກ່ຽວ​ກັບ​ໂລກ​ທີ່​ຕ່ຳ​ກວ່າ ເຮົາຄິດວ່າ​ມັນ​ຄວນ​ເປັນ.

ບາງທີອາດມີ Weltschmerz ໜ້ອຍໜຶ່ງໃນຕົວເຮົາທຸກຄົນ.

ເມື່ອຄວາມໂສກເສົ້າທີ່ມິດງຽບເຂົ້າມາໃນຊີວິດຂອງເຮົາ. ເມື່ອຄວາມໂສກເສົ້ານັ້ນເຕັມໄປໝົດທັງວັນ ແລະ ເຮັດໃຫ້ກາງຄືນຂອງເຮົາໂສກເສົ້າໄປດ້ວຍ. ເມື່ອເລື່ອງໂສກເສົ້າ ແລະ ຄວາມບໍ່ຍຸດຕິທຳເຂົ້າມາໃນໂລກອ້ອມຂ້າງເຮົາ, ຮ່ວມທັງໃນຊີວິດຂອງຄົນທີ່ເຮົາຮັກ. ເມື່ອເຮົາເດີນທາງຜ່ານເສັ້ນທາງທີ່ເຕັມໄປດ້ວຍເຄາະຮ້າຍ ແລະ ຄວາມໂດດດ່ຽວສ່ວນຕົວ, ແລະ ຄວາມເຈັບປວດເຮັດໃຫ້ຄວາມງຽບສະຫງົບ ຂອງເຮົາສູນຫາຍໄປ—ເຮົາອາດຖືກລໍ້ລວງໃຫ້ເຫັນພ້ອມກັບໂຊໂລໂມນ ວ່າຊີວິດນີ້ ອະນິຈັງ ແລະ ຂາດຄວາມໝາຍ.

ຄວາມຫວັງອັນຍິ່ງໃຫຍ່

ຂ່າວດີກໍຄືວ່າ, ຍັງມີຄວາມຫວັງຢູ່. ຍັງມີທາງແກ້ໄຂຕໍ່ຄວາມອ້າງວ້າງ, ຄວາມອະນິຈັງ, ແລະ Weltschmerz ຂອງຊີວິດ. ມີຍັງທາງແກ້ໄຂແມ່ນແຕ່ຕໍ່ຄວາມສິ້ນຫວັງ ແລະ ຄວາມທໍ້ຖອຍໃຈແທ້ໆ ທີ່ທ່ານອາດຮູ້ສຶກ.

ຄວາມຫວັງນີ້ແມ່ນພົບເຫັນຢູ່ໃນອຳນາດທີ່ປ່ຽນແປງຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ໃນອຳນາດແຫ່ງການໄຖ່ຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ຈະປິ່ນປົວຄວາມເຈັບປ່ວຍຂອງຈິດວິນຍານຂອງເຮົາ.

“ຝ່າຍເຮົາໄດ້ມາ.” ພຣະເຢຊູ ໄດ້ປະກາດ, “ເພື່ອເຂົາຈະໄດ້ຊີວິດ, ແລະ ຈະໄດ້ຊີວິດຢ່າງຄົບບໍລິບູນ.”4

ເຮົາບັນລຸຊີວິດທີ່ອຸດົມສົມບູນນັ້ນ ບໍ່ແມ່ນໂດຍການເອົາໃຈໃສ່ຕໍ່ຄວາມຕ້ອງການ ຂອງເຮົາເອງ ຫລື ຈາກຄວາມສຳເລັດຂອງເຮົາ ແຕ່ໂດຍການກາຍເປັນສານຸສິດທີ່ແທ້ຈິງ ຂອງພຣະເຢຊູຄຣິດ—ໂດຍການຕິດຕາມວິທີທາງຂອງພຣະອົງ ແລະ ມີພາກສ່ວນໃນ ວຽກງານຂອງພຣະອົງ. ເຮົາຈະພົບເຫັນຊີວິດທີ່ອຸດົມສົມບູນ ໂດຍການບໍ່​ຄິດ​ກ່ຽວ​ກັບຕົວເອງ ແລະ ໂດຍ​ການມີພາກສ່ວນຢູ່ໃນອຸດົມການອັນຍິ່ງໃຫຍ່ຂອງພຣະຄຣິດ.

ແລະ ແມ່ນຫຍັງຄືອຸດົມການຂອງພຣະຄຣິດ? ມັນແມ່ນທີ່ຈະເຊື່ອໃນພຣະອົງ, ຮັກດັ່ງທີ່ພຣະອົງໄດ້ຮັກ, ແລະ ເຮັດດັ່ງທີ່ພຣະອົງໄດ້ເຮັດ.

ພຣະເຢຊູ “ໄດ້ໄປທຸກຫົນທຸກແຫ່ງ ເຮັດຄຸນງາມຄວາມດີ.”5 ພຣະອົງໄດ້ຍ່າງໄປໃນບັນດາຄົນຍາກຈົນ, ຄົນທີ່ຖືກຂັບໄລ່, ຄົນເຈັບປ່ວຍ, ແລະ ຄົນທີ່ອັບອາຍ. ພຣະອົງໄດ້ປະຕິບັດສາດ​ສະ​ໜາ​ກິດຕໍ່ຄົນບໍ່​ມີອຳນາດ, ອ່ອນແອ, ແລະ ຜູ້ທີ່ຂາດໝູ່ເພື່ອນ. ພຣະອົງໄດ້ໃຊ້ເວລານຳພວກເຂົາ; ພຣະອົງໄດ້ເວົ້າລົມກັບພວກເຂົາ. “ແລະ ພຣະອົງກໍໄດ້ໂຜດຮັກສາທຸກຄົນໃຫ້ຫາຍ​ດີ.”6

ໃນທຸກແຫ່ງຫົນທີ່ພຣະອົງ​ໄປ​ຫາ, ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນ “ຂ່າວປະເສີດ”7 ຂອງພຣະກິດຕິຄຸນ. ພຣະອົງໄດ້ແບ່ງປັນຄວາມຈິງນິລັນດອນທີ່ປົດປ່ອຍ ໃຫ້ຜູ້ຄົນເປັນອິດສະລະທາງວິນຍານ ແລະ ທາງໂລກດ້ວຍ.

ຜູ້ທີ່ອຸທິດຕົນຕໍ່ອຸດົມການ​ເຫລົ່າ​ນີ້ຂອງ​ພຣະ​ຄຣິດ ຈະຄົ້ນພົບຄວາມຈິງຂອງຄຳສັນຍາຂອງພຣະຜູ້ຊ່ວຍໃຫ້ລອດທີ່ວ່າ: “ຜູ້ໃດທີ່ຈະເສຍຊີວິດຂອງຕົນເພື່ອເຫັນແກ່ເຮົາ ຜູ້ນັ້ນຈະໄດ້ພົບຊີວິດນັ້ນ.”8

ໂຊ​ໂລ​ໂມນ​ຄິດຜິດ, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ—ຊີ​ວິດບໍ່​ແມ່ນ “ອະ​ນິ​ຈັງ.” ກົງ​ກັນ​ຂ້າມ, ຊີ​ວິດ​ສາ​ມາດ​ເຕັມ​ໄປ​ດ້ວຍ​ຈຸດ​ປະ​ສົງ, ຄວາມໝາຍ, ແລະ ຄວາມ​ສະ​ຫງົບ​ສຸກ.

ອຳນາດຂອງ​ພຣະ​ຫັດແຫ່ງການປິ່ນປົວຂອງພຣະເຢຊູຄຣິດ ໄດ້​ເອື້ອມ​ອອກ​ໄປ​ຫາທຸກຄົນທີ່ສະແຫວງຫາພຣະອົງ. ຂ້າ​ພະ​ເຈົ້າຮູ້​ຈັກ​ຢ່າງບໍ່​ມີ​ຂໍ້​ສົງ​ໄສ​ເລີຍ​ວ່າ ການ​ເຊື່ອ ແລະ ການ​ຮັກ​ພຣະ​ເຈົ້າ ແລະ ຄວາມພະ​ຍາ​ຍາມ​ທີ່​ຈະ​ຕິດ​ຕາມ​ພຣະຄຣິດ ສາ​ມາດ​ປ່ຽນ​ໃຈ​ເຮົາ​ໄດ້,9 ບັນ​ເທົາ​ຄວາມ​ເຈັບ​ປວດ, ແລະ ຕື່ມ​ເຕັມຈິດ​ວິນ​ຍານ​ຂອງ​ເຮົາ “ດ້ວຍ​ຄວາມ​ສຸກ​ຢ່າງ​ຫລວງ​ຫລາຍ.”10

ເຊື່ອ, ຮັກ, ເຮັດ

ແນ່ນອນ, ເຮົາ​ຕ້ອງ​ເຮັດ​ຫລາຍກວ່າ ພຽງ​ແຕ່​ມີ​ຄວາມ​ເຂົ້າ​ໃຈເລື່ອງ​ພຣະ​ກິດ​ຕິ​ຄຸນເທົ່າ​ນັ້ນ ເພື່ອ​ຈະ​ໄດ້​ມີ​ອິດ​ທິ​ພົນ​ແຫ່ງ​ການ​ປິ່ນ​ປົວ​ນີ້ ໃນ​ຊີ​ວິດ​ຂອງ​ເຮົາ. ເຮົາ​ຕ້ອງ​ລວມ​ມັນ​ເຂົ້າ​ໃນ​ຊີ​ວິດ​ຂອງ​ເຮົາ—ເຮັດ​ໃຫ້​ມັນ​ເປັນ​ພາກ​ສ່ວນ​ຂອງ​ຜູ້​ທີ່​ເຮົາ​ເປັນ ແລະ ສິ່ງ​ທີ່​ເຮົາ​ເຮັດ.

ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳວ່າ ການເປັນສານຸສິດແມ່ນເລີ່ມດ້ວຍສາມຄຳງ່າຍໆ ເຫລົ່າ​ນີ້:

ເຊື່ອ, ຮັກ, ແລະ ເຮັດ.

ການ​ເຊື່ອ​ພຣະ​ເຈົ້າ ຈະ​ນຳ​ພາ​ໄປ​ສູ່ການ​ມີ​ສັດ​ທາ​ໃນ​ພຣະ​ອົງ ແລະ ພັດ​ທະ​ນາ​ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະ​ຄຳ​ຂອງ​ພຣະ​ອົງ. ສັດ​ທາເຮັດໃຫ້ຫົວໃຈຂອງເຮົາເຕີບໂຕໃນຄວາມຮັກທີ່ມີແດ່ພຣະເຈົ້າ ແລະ ຄົນອື່ນ. ເມື່ອຄວາມຮັກນັ້ນເຕີບໂຕ, ເຮົາຈະຖືກດົນໃຈໃຫ້ເຮັດຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ ຂະ​ນະ​ທີ່​ເຮົາເລີ່ມການເດີນທາງທີ່ຍິ່ງໃຫຍ່ຂອງເຮົາເອງ ຢູ່ໃນເສັ້ນທາງແຫ່ງການເປັນສານຸສິດ.

“ແຕ່,” ທ່ານຈະກ່າວວ່າ, “ມັນເບິ່ງຄືວ່າງ່າຍແທ້. ບັນຫາໃນຊີວິດ, ໂດຍ​ສະ​ເພາະບັນຫາຂອງຂ້າ​ພະ​ເຈົ້າ—​ແມ່ນສັບຊ້ອນເກີນກວ່າຄຳແນະນຳງ່າຍໆນີ້. ທ່ານຈະປິ່ນປົວ Weltschmerz ບໍ່ໄດ້ດ້ວຍສາມຄຳທີ່ງ່າຍດາຍເຫລົ່ານີ້ດອກ: ເຊື່ອ, ຮັກ, ເຮັດ.

ສຸພາສິດສັ້ນໆບໍ່ໄດ້ເປັນສິ່ງປິ່ນປົວ. ແມ່ນຄວາມຮັກຂອງພຣະເຈົ້າ​ທີ່​ຊ່ວຍ​ກູ້, ນຳ​ກັບ​ຄືນ, ແລະ ເຮັດ​ໃຫ້​ກັບ​ມີ​ຊີ​ວິດ.

ພຣະອົງຮູ້ຈັກທ່ານ. ທ່ານເປັນລູກຂອງພຣະອົງ. ພຣະອົງຮັກທ່ານ.

ແມ່ນ​ແຕ່​ຕອນ​ທ່ານ​ຄິດ​ວ່າ ທ່ານບໍ່​ເປັນ​ຕາຮັກ, ພຣະ​ອົງ​ກໍຍັງ​ເອື້ອມ​ອອກ​ມາ​ຫາ​ທ່ານ​ຢູ່.

ໃນ​ມື້ນີ້—ທຸກມື້—ພຣະ​ອົງ​ໄດ້​ເອື້ອມ​ອອກ​ມາ​ຫາ​ທ່ານ, ປະ​ສົງ​ທີ່​ຈະ​ປິ່ນ​ປົວ​ທ່ານ, ຍົກ​ທ່ານ​ຂຶ້ນ, ແລະ ປ່ຽນ​ຄວາມ​ອ້າງວ້າງ​ໃນ​ໃຈ​ທ່ານ ດ້ວຍ​ຄວາມ​ສຸກ​ຕະ​ຫລອດ​ໄປ. ພຣະອົງປະສົງຈະກຳຈັດຄວາມມືດໃດໆທີ່​ປົກ​ຄຸມຊີວິດຂອງທ່ານ ແລະ ຕື່ມເຕັມມັນດ້ວຍລັດສະໝີພາບ​ທີ່ບໍ່​ມີ​ວັນ​ສິ້ນ​ສຸດ ຊຶ່ງສັກ​ສິດ ແລະ ເຈີດຈ້າຂອງພຣະອົງ.

ຂ້າພະເຈົ້າເຄີຍໄດ້ປະສົບມັນແລ້ວໃນຊີວິດຂອງຂ້າພະເຈົ້າເອງ.

ແລະ ຂ້າພະເຈົ້າເປັນພະຍານ ໃນຖານະອັກຄະສາວົກຂອງອົງພຣະເຢຊູຄຣິດ ວ່າທຸກຄົນທີ່ມາຫາພຣະເຈົ້າ—ທຸກຄົນທີ່ ເຊື່ອ, ຮັກ, ແລະ ເຮັດ—ກໍສາມາດມີປະສົບການແບບດຽວກັນນັ້ນ.

ເຮົາເຊື່ອ

ພຣະຄຳພີສອນເຮົາວ່າ “ຖ້າບໍ່ມີຄວາມເຊື່ອແລ້ວ ຈະເປັນທີ່ພໍພຣະໄທ [ພຣະເຈົ້າ] ບໍ່ໄດ້: ດ້ວຍວ່າຜູ້ທີ່ເຂົ້າມາເຝົ້າພຣະເຈົ້າໄດ້ນັ້ນ ຕ້ອງເຊື່ອວ່າພຣະອົງຊົງພຣະຊົນຢູ່”11

ສຳລັບບາງຄົນ, ການທີ່ຈະເຊື່ອນັ້ນກໍເປັນເລື່ອງຍາກ. ບາງ​ເທື່ອ ຄວາມທະນົງຕົວຂອງເຮົາກີດຂວາງເຮົາ. ບາງທີ່ເຮົາຄິດວ່າ ເປັນເພາະເຮົາສະຫລາດຫລັກ​ແຫລມ, ມີການສຶກສາ, ຫລື ມີປະສົບການ, ເຮົາຈະເຊື່ອໃນພຣະເຈົ້າງ່າຍໆບໍ່ໄດ້. ເຮົາເລີ່ມເຫັນວ່າສາດສະໜາເປັນປະເພນີທີ່ໂງ່ຈ້າ.12

ໃນປະສົບການຂອງຂ້າພະເຈົ້າ, ຄວາມເຊື່ອບໍ່ໄດ້ເປັນ​ຄື​ກັບຮູບແຕ້ມ ທີ່ເຮົາເບິ່ງ ແລະ ຊື່ນຊົມ ແລະ ເຮົາເອົາມາສົນທະນາ ແລະ ສົມມຸດ. ມັນເປັນ​ຄື​ກັບໄຖທີ່ເຮົາເອົາລົງໄປໃນທົ່ງ ແລະ, ໂດຍເຫື່ອໄຫລໄຄຍ້ອຍ, ເຮົາເຮັດຮອຍໄຖໃນດິນທີ່ຈະຮັບເອົາເມັດພືດ ແລະ ອອກໝາກຜົນ ທີ່​ຈະ​ຄົງ​ຢູ່​ໃນທີ່ນັ້ນ.13

ໃຫ້ເຂົ້າໃກ້ພຣະເຈົ້າ ແລ້ວພຣະອົງຈະເຂົ້າໃກ້ເຮົາ.14 ນີ້ເປັນຄຳສັນຍາຕໍ່ທຸກຄົນທີ່ສະແຫວງຫາທີ່ຈະເຊື່ອ.

ເຮົາຮັກ

ພຣະຄຳພີເປິດເຜີຍວ່າ ເມື່ອເຮົາຮັກ​ພຣະ​ເຈົ້າ ແລະ ລູກໆ​ຂອງ​ພຣະ​ອົງຫລາຍເທົ່າໃດ, ເຮົາກໍຈະມີຄວາມສຸກຫລາຍຂຶ້ນເທົ່ານັ້ນ.15 ເຖິງຢ່າງໃດກໍຕາມ, ຄວາມຮັກທີ່ພຣະເຢຊູໄດ້ກ່າວເຖິງ, ບໍ່ໄດ້ເປັນຄວາມຮັກແບບກັກຂອງຂວັນ, ທີ່ໂຍນຖິ້ມ, ແລ້ວໄປເອົາອັນໃໝ່. ມັນບໍ່ໄດ້ເປັນຄວາມຮັກທີ່ກ່າວເຖິງ ແລ້ວລືມໄປງ່າຍໆ. ມັນບໍ່ໄດ້ເປັນຄວາມຮັກທີ່ວ່າ, “ບອກໃຫ້ຂ້ອຍຮູ້ເດີ້ຖ້າມີຫຍັງໃຫ້ຂ້ອຍເຮັດໃຫ້ໄດ້.”

ຄວາມຮັກທີ່ພຣະເຈົ້າກ່າວເຖິງ ແມ່ນຄວາມຮັກທີ່ເຂົ້າໄປໃນຫົວໃຈຂອງເຮົາ ເມື່ອເຮົາຕື່ນຂຶ້ນໃນຕອນເຊົ້າ, ຢູ່ກັບເຮົາຕະຫລອດທັງວັນ, ແລະ ພອງຕົວໃນຫົວໃຈຂອງເຮົາ ເມື່ອເຮົາກ່າວຄຳອະທິຖານ​ດ້ວຍ​ຄວາມ​ກະ​ຕັນ​ຍູຂອງເຮົາໃນທ້າຍແລງ.

ນີ້ຄືຄວາມຮັກທີ່ເກີນການສະແດງອອກ ທີ່ພຣະບິດາເທິງສະຫວັນມີໃຫ້ເຮົາ.

ມັນເປັນຄວາມເຫັນອົກເຫັນໃຈທີ່ໃຫ້ເຮົາເຫັນຄົນອື່ນຕາມທີ່ເຂົາເຈົ້າເປັນຢູ່ ຢ່າງແຈ້ງຊັດຫລາຍຂຶ້ນ. ຜ່ານດວງ​ຕາ​ແຫ່ງ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ, ເຮົາ​ຈະ​ເຫັນ​ຄວາມ​ເປັນ​ອະ​ມະ​ຕະ ມີສັກ​ກະຍະພາບ ແລະ ຄຸນຄ່າທີ່ບໍ່ມີຂອບເຂດ ແລະ ເປັນບຸດ ແລະ ທິດາທີ່ຮັກຂອງພຣະເຈົ້າອົງຊົງລິດອຳນາດ.

ເມື່ອເຮົາເຫັນຜ່ານດວງ​ຕານັ້ນແລ້ວ, ເຮົາຈະບໍ່ສາມາດລະເລີຍ, ດູ​ຖູກ, ຫລື ຈຳແນກໃຜໄດ້ເລີຍ.

ເຮົາເຮັດ

ໃນວຽກງານຂອງພຣະຜູ້ຊ່ວຍໃຫ້ລອດ, ສ່ວນຫລາຍແລ້ວແມ່ນ ເລື່ອງເລັກນ້ອຍ ແລະ ງ່າຍໆ ທີ່ “ຈະນຳເລື່ອງໃຫຍ່ມາ.”16

ເຮົາຮູ້ວ່າມັນ​ຮຽກ​ຮ້ອງ​ການເຝິກ​ຝົນຊ້ຳແລ້ວຊ້ຳອີກ ກ່ອນ​ຈະ​ເຮັດ​ເກັ່ງ ໃນ​ສິ່ງ​ໃດ​ກໍ​ຕາມ. ບໍ່ວ່າຈະເປັນການ​ເປົ່າປີ່, ເຕະບານເຂົ້າເປົ້າ, ແປງລົດ, ຫລື ແມ່ນ​ແຕ່ຂັບຍົນ, ມັນກໍຜ່ານການເຝິກຝົນນັ້ນເອງ ທີ່ເຮົາຈະເຮັດໄດ້ດີຂຶ້ນ ແລະ ດີຂຶ້ນເລື້ອຍໆ.17

ອົງການທີ່ພຣະຜູ້ຊ່ວຍໃຫ້ລອດຂອງເຮົາໄດ້ສ້າງຂຶ້ນຢູ່ເທິງໂລກ—ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ—ຊ່ວຍເຮົາໃຫ້ເຮັດສິ່ງນັ້ນລະ. ມັນໃຫ້ເຮົາມີບ່ອນທີ່ຈະເຝິກການດຳລົງຊີວິດຕາມວິທີທາງທີ່ພຣະອົງໄດ້​ສິດສອນ ແລະ ເປັນພອນໃຫ້ແກ່ຄົນອື່ນຕາມວິທີທາງທີ່ພຣະອົງໄດ້ເຮັດ.

ໃນຖານະສະມາຊິກຂອງສາດສະໜາຈັກ, ເຮົາໄດ້ຮັບການເອີ້ນ, ໜ້າທີ່ຮັບຜິດຊອບ ແລະ ໂອ​ກາດ ທີ່ຈະເອື້ອມອອກໄປ ດ້ວຍຄວາມເຫັນອົກເຫັນໃຈ ແລະ ດ້ວຍການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່ຄົນອື່ນ.

ເມື່ອບໍ່ດົນມານີ້, ສາດສະໜາຈັກໄດ້ເນັ້ນໜັກຕື່ມ​ອີກ ກ່ຽວກັບການປະຕິບັດສາດສະໜາກິດ, ຫລື ການ​ຮັບ​ໃຊ້ ຫລື ການຮັກຄົນອື່ນ. ໄດ້ໃຊ້ຄວາມຄິດຢ່າງໜັກເພື່ອຈະຕັດສິນໃຈວ່າເຮົາຕ້ອງເອີ້ນການເນັ້ນໜັກພິເສດນີ້ວ່າຫຍັງ.

ຊື່ໜຶ່ງທີ່ໄດ້ພິຈາລະນາແມ່ນ ການ​ເປັນ​ຜູ້​ລ້ຽງ, ທີ່ເຂົ້າກັບການເຊື້ອເຊີນຂອງພຣະຄຣິດ ທີ່ວ່າ: “ຈົ່ງລ້ຽງແກະທັງຫລາຍຂອງເຮົາເດີ”18 ເຖິງຢ່າງໃດກໍຕາມ, ມັນມີຂໍ້ເສຍຢ່າງໜຶ່ງ: ການໃຊ້ສັບນັ້ນຈະເຮັດໃຫ້ຂ້າພະເຈົ້າ ເປັນ ໝາ​ພັນ​ເຢຍ​ລະ​ມັນ. ໃນທີ່ສຸດ, ຂ້າພະເຈົ້າກໍພໍໃຈຫລາຍກັບຄຳສັບ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

ວຽກງານນີ້ແມ່ນສຳລັບທຸກໆຄົນ

ແນ່ນອນ, ການເນັ້ນໜັກເຖິງເລື່ອງນີ້ບໍ່ໄດ້ເປັນເລື່ອງໃໝ່. ມັນໄດ້ໃຫ້ໂອກາດໃໝ່ ແລະ ສຸ​ພາບ​ຮຽບ​ຮ້ອຍ​ສຳ​ລັບ​ເຮົາ ທີ່ຈະປະຕິບັດຕາມພຣະບັນຍັດຂອງພຣະ​ຜູ້ຊ່ວຍໃຫ້ລອດ ທີ່ຈະ “ຮັກກັນແລະກັນ”19 ໃນວິທີທາງທີ່ສຸ​ພາບ​ຮຽບ​ຮ້ອຍ ເພື່ອ​ລົງ​ມື​ເຮັດ ແລະ ເຝິກ​ຝົນ​ຈຸດ​ປະ​ສົງ​ຂອງ​ສາດ​ສະ​ໜາ​ຈັກ.

ໃຫ້​ເຮົາຄິດ​ກ່ຽວ​ກັບ​ວຽກ​ງານ​ເຜີຍ​ແຜ່; ຄວາມ​ກ້າ​ຫານ, ຄວາມ​ຖ່ອມ​ຕົວ, ແລະ ຄວາມ​ໝັ້ນ​ໃຈ ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ເປັນ​ຕົວ​ຢ່າງ​ທີ່​ດີ​ເລີດ ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ຕໍ່​ຄວາມ​ຕ້ອງ​ການ​ທາງວິນ​ຍານ​ຂອງ​ຄົນ​ອື່ນ, ບໍ່​ວ່າ​ຈະເປັນ​ໃຜ​ກໍ​ຕາມ.

ຫລື ການ​ເຮັດວຽກງານພຣະວິຫານ—ການຊອກຫາລາຍຊື່ຂອງບັນພະບຸລຸດຂອງເຮົາ ແລະ ​ການມອບພອນນິລັນດອນ​ໃຫ້ແກ່ເຂົາເຈົ້າ. ຊ່າງເປັນວິທີອັນສູງສົ່ງຂອງການປະຕິບັດສາດສະໜາ​ກິດແທ້ໆ.

ຂໍໃຫ້ພິຈາລະນາການກະທຳຂອງການຊອກຫາຜູ້ຄົນທີ່ຍາກຈົນ ແລະ ຂັດສົນ, ຍົກມືທີ່ເມື່ອຍລ້າ, ຫລື ໃຫ້ພອນແກ່ຄົນທີ່ເຈັບປ່ວຍ ແລະ ເປັນທຸກ. ນີ້ບໍ່ແມ່ນການກະທຳຂອງການປະຕິບັດສາດສະໜາກິດທີ່ບໍລິສຸດ ທີ່ພຣະຜູ້ເປັນເຈົ້າໄດ້ເຮັດບໍ ຕອນພຣະອົງໄດ້ມີພຣະຊົນຊີບຢູ່ເທິງໂລກ?

ຖ້າຫາກທ່ານບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກ, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ “ມາ ແລະ ເບິ່ງເອົາ.”20 ຈົ່ງ​ມາ​ຮ່ວມ​ກັບ​ພວກເຮົາ. ຖ້າຫາກທ່ານເປັນສະມາຊິກຂອງສາດສະໜາຈັກ ແຕ່ໃນເວລານີ້ບໍ່ເຂັ້ມແຂງ, ຂ້າ​ພະ​ເຈົ້າ​ຂໍເຊື້ອ​ເຊີນ​ທ່ານ​ວ່າ: ກະລຸນາກັບຄືນມາເສຍ. ພວກເຮົາຕ້ອງການທ່ານ!

ຈົ່ງມາ, ມາເພີ່ມຄວາມເຂັ້ມແຂງຂອງທ່ານໃສ່ກັບຂອງພວກເຮົາ.

ເປັນເພາະພອນສະຫວັນ, ຄວາມສາມາດ, ແລະ ບຸກຄະລິກພິເສດຂອງທ່ານ, ທ່ານຈະຊ່ວຍໃຫ້ພວກເຮົາກາຍເປັນຄົນດີ​ຂຶ້ນ ແລະ ມີຄວາມສຸກຫລາຍຂຶ້ນ. ໃນການຕອບແທນ, ພວກເຮົາຈະຊ່ວຍທ່ານໃຫ້ກາຍເປັນຄົນທີ່ດີຂຶ້ນ ແລະ ມີຄວາມສຸກຫລາຍຂຶ້ນຄືກັນ.

ຈົ່ງມາເຖີດ, ມາຊ່ວຍພວກເຮົາສ້າງ​ສາ ແລະ ເສີມຄວາມເຂັ້ມແຂງໃຫ້ແກ່ວັດທະນະທຳແຫ່ງການປິ່ນປົວ, ຄວາມ​ກະ​ລຸ​ນາ, ແລະ ຄວາມເມດຕາ ທີ່ມີຕໍ່ລູກໆຂອງພຣະເຈົ້າທຸກຄົນ. ເພາະເຮົາທຸກຄົນກໍພະຍາຍາມທີ່ຈະກາຍເປັນຄົນໃໝ່ ຊຶ່ງ “ຖານະເກົ່ານັ້ນກໍລ່ວງໄປແລ້ວ” ແລະ “ກາຍເປັນສິ່ງໃໝ່ … ທັງນັ້ນ.”21 ພຣະຜູ້​ຊ່ວຍ​ໃຫ້​ລອດສະແດງໃຫ້ເຮົາເຫັນທິດທາງທີ່ຈະກ້າວຕໍ່ໄປ—ກ້າວໄປໜ້າ ແລະ ສູງຂຶ້ນໄປເລື້ອຍໆ. ພຣະອົງກ່າວວ່າ, “ຖ້າພວກເຈົ້າຮັກເຮົາ, ພວກເຈົ້າຈະເຊື່ອຟັງກົດບັນຍັດຂອງເຮົາ.”22 ຂໍໃຫ້ເຮົາມາຮ່ວມມືກັນ ເພື່ອຈະກາຍເປັນຜູ້ຄົນທີ່ພຣະເຈົ້າໄດ້ປະສົງໃຫ້ເຮົາກາຍເປັນ.

ນີ້ເປັນວັດທະນະທຳຂອງພຣະກິດຕິຄຸນທີ່ເຮົາປາດຖະໜາຈະປູກຝັງຕະຫລອດທົ່ວສາດສະໜາຈັກຂອງພຣະເຢຊູຄຣິດ. ເຮົາສະແຫວງຫາທີ່ຈະເສີມຄວາມເຂັ້ມແຂງໃຫ້ແກ່ສາດສະໜາຈັກ ວ່າເປັນບ່ອນທີ່ເຮົາໃຫ້ອະໄພກັນແລະກັນ. ບ່ອນທີ່ເຮົາຕໍ່ຕ້ານຄວາມ​ພະ​ຍາ​ຍາມ​ທີ່​ຈະຈັບຜິດ, ນິນທາ, ແລະ ດູຖູກຄົນອື່ນ. ແທນທີ່ຈະເອົາໃຈໃສ່ຕໍ່ຄວາມອ່ອນແອ, ມັນເປັນບ່ອນທີ່ເຮົາຍົກກັນຂື້ນ ແລະ ຊ່ວຍເຫລືອກັນແລະກັນ ໃຫ້ກາຍເປັນຄົນທີ່ດີທີ່ສຸດທີ່ເຮົາສາມາດເປັນໄດ້.

ຂ້າພະເຈົ້າຂໍເຊື້ອເຊີນທ່ານອີກຄັ້ງ. ຈົ່ງມາ ແລະ ເບິ່ງເອົາ. ຈົ່ງມາຮ່ວມກັບພວກເຮົາ. ພວກ​ເຮົາ​ຕ້ອງ​ການ​ທ່ານ.

ຜູ້​ຄົນ​ທີ່ບໍ່​ດີ​ພ້ອມ

ທ່ານຈະພົບເຫັນວ່າສາດສະໜາຈັກນີ້ແມ່ນເຕັມໄປດ້ວຍຜູ້ຄົນທີ່ດີທີ່ສຸດທີ່ໂລກນີ້ມີໃຫ້. ເຂົາເຈົ້າເປັນຄົນອົບອຸ່ນ, ຮັກແພງ, ໃຈດີ, ແລະ ຈິງໃຈ. ເຂົາເຈົ້າ​ດຸ​ໝັ່ນ, ເຕັມ​ໃຈ​ທີ່​ຈະ​ເສຍ​ສະ​ລະ, ແລະ ບາງ​ຄັ້ງ​ກໍກ້າຫານຫລາຍ.

ແລະ ເຂົາເຈົ້າກໍຍັງບໍ່ດີພ້ອມທຸກຢ່າງອີກດ້ວຍ.

ເຂົາເຈົ້າເຮັດຜິດພາດ.

ເປັນບາງຄັ້ງບາງຄາວ ເຂົາເຈົ້າຈະກ່າວສິ່ງທີ່ເຂົາເຈົ້າບໍ່ຄວນກ່າວ. ເຂົາເຈົ້າເຮັດບາງສິ່ງທີ່ເຂົາເຈົ້າບໍ່ຄວນເຮັດ.

ແຕ່ເຂົາເຈົ້າຍັງມີສິ່ງນີ້​ນຳ​ກັນ—ເຂົາເຈົ້າຢາກພັດທະນາຕົວເອງ ແລະ ​ຢາກເຂົ້າໃກ້ພຣະຜູ້ເປັນເຈົ້າ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາຫລາຍຂຶ້ນ, ແມ່ນ​ແຕ່​ພຣະ​ເຢ​ຊູ​ຄຣິດ.

ເຂົາເຈົ້າກໍພະຍາຍາມທີ່ຈະເຮັດໃຫ້ຖືກຕ້ອງ.

ເຂົາ​ເຈົ້າ ເຊື່ອ. ເຂົາ​ເຈົ້າ ຮັກ. ເຂົາ​ເຈົ້າ ເຮັດ.

ເຂົາເຈົ້າຢາກ​ເປັນ​ຄົນເຫັນແກ່ຕົວໜ້ອຍລົງ, ເປັນຄົນທີ່ເຫັນອົກເຫັນໃຈຫລາຍຂຶ້ນ, ສຸພາບ, ແລະ ເປັນເໝືອນດັ່ງພຣະຄຣິດຫລາຍຂຶ້ນ.

ແບບແຜນສຳລັບຄວາມສຸກ

ແມ່ນແລ້ວ, ບາງເທື່ອຊີວິດກໍເປັນເລື່ອງຍາກ. ແນ່ນອນວ່າ ເຮົາທຸກຄົນໄດ້ມີຊ່ວງເວລາແຫ່ງຄວາມສິ້ນຫວັງ ແລະ ການທໍ້ຖອຍໃຈ.

ແຕ່ພຣະກິດຕິຄຸນຂອງພຣະເຢຊູຄຣິດໃຫ້ຄວາມຫວັງ. ແລະ, ໃນສາດສະໜາຈັກຂອງພຣະເຢຊູຄຣິດ, ເຮົາເຂົ້າຮ່ວມກັບຄົນອື່ນ ຜູ້ທີ່ສະແຫວງຫາບ່ອນ​ທີ່ ເຮົາ​ສາ​ມາດ​ຮູ້​ສຶກວ່າ ເຮົາຢູ່​ທີ່​ບ້ານ—ບ່ອນທີ່ສາ​ມາດ ເຊື່ອ, ຮັກ, ແລະ ເຮັດ ນຳ​ກັນ.

ບໍ່ວ່າຄວາມແຕກຕ່າງຂອງເຮົາຈະເປັນແບບໃດກໍຕາມ, ເຮົາ​ເລືອກ​ທີ່​ຈະ​ຮັບ​ເອົາ​ກັນ​ແລະ​ກັນ ໃນ​ຖາ​ນະ​ເປັນ​ບຸດ ແລະ ທິ​ດາ ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ທີ່ຊົງຮັກຂອງເຮົາ.

ຂ້າພະເຈົ້າກະຕັນຍູເກີນກວ່າຈະວັດແທກໄດ້ ທີ່ໄດ້ເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ແລະ ຮູ້ວ່າພຣະເຈົ້າຮັກລູກໆຂອງພຣະອົງຫລາຍພໍ ທີ່ຈະມອບແບບແຜນແຫ່ງຄວາມສຸກ ແລະ ຄວາມໝາຍໃນຊີວິດນີ້ໃຫ້ເຂົາເຈົ້າ ແລະ ວິທີທາງທີ່ຈະມີປະ​ສົບ​ຄວາມ​ສຸກ​ນິລັນດອນ ໃນເຄ​ຫາ​ສະ​ຖານແຫ່ງລັດສະໜີພາບ ໃນຊີວິດທີ່ຈະມາເຖິງ.

ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ ທີ່​ພຣະ​ເຈົ້າ​ໄດ້​ມອບ​ວິ​ທີ​ທາງໃຫ້​ເຮົາ ເພື່ອປິ່ນ​ປົວ ຄວາມເຈັບປ່ວຍທາງຈິດວິນຍານ ແລະ Weltschmerz ຂອງຊີວິດ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ແລະ ຂໍ​ມອບ​ພອນ​ໃຫ້ແກ່​ທ່ານ ວ່າເມື່ອເຮົາ ເຊື່ອ ໃນພຣະເຈົ້າ, ເມື່ອເຮົາ ຮັກ ພຣະອົງ ແລະ ຮັກ ລູກໆ​ຂອງ​ພຣະອົງ ດ້ວຍສຸດຫົວໃຈຂອງເຮົາ, ແລະ ພະຍາຍາມທີ່ຈະ ເຮັດ ຕາມທີ່ພຣະເຈົ້າໄດ້ສັ່ງສອນເຮົາ, ແລ້ວເຮົາຈະພົບເຫັນການປິ່ນປົວ ແລະ ຄວາມສັນຕິສຸກ, ຄວາມສຸກ ແລະ ຄວາມໝາຍ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ການສຳຫລວດຂອງ msn.com ໄດ້ລົງຊື່ ໂຊໂລໂມນ ວ່າເປັນຄົນອັນດັບທີຫ້າທີ່ລ້ຳລວຍທີ່ສຸດທີ່ເຄີຍມີຊີວິດ. “ອີງຕາມພຣະຄຣິສຕະທຳຄຳພີ, ກະສັດໂຊໂລໂມນ ໄດ້ປົກຄອງຈາກປີ 970 ​ປີ ກ່ອນ ຄ​.ສ. ເຖິງ 931 ປີ ກ່ອນ ຄ.ສ., ແລະ ໃນເວລານັ້ນ ໄດ້ກ່າວເຖິງເພິ່ນວ່າ ເພິ່ນໄດ້ຮັບຄຳ 25 ໂຕນ ແຕ່ລະປີໃນຈຳນວນ 39 ປີທີ່ເພິ່ນປົກຄອງ, ຊຶ່ງເປັນມູນຄ່າເປັນຫລາຍພັນ​ລ້ານໂດລາ ໃນປີ 2016. ພ້ອມທັງຄວາມຮັ່ງ​ມີ​ອັນ​ມະ​ຫາ​ສານ ທີ່ໄດ້ມາຈາກການເກັບພາສີ ແລະ ການຄ້າ, ຄວາມຮັ່ງມີສ່ວນຕົວຂອງຜູ້ປົກຄອງໃນພຣະຄຳພີອາດເກີນ 2 ແສນ​ລ້ານ​ໂດ​ລາ ໃນມູນຄ່າຂອງອັດຕາເງິນໃນທຸກວັນນີ້”(“The 20 Richest People of Al Time,” Apr. 25, 2017, msn.com).

  2. ເບິ່ງ ປັນຍາຈານ 1:1–2.

  3. ເບິ່ງ ປັນຍາຈານ 2:17.

  4. ໂຢຮັນ 10:10.

  5. ກິດຈະການ 10:38.

  6. ມັດທາຍ 12:15.; ເບິ່ງ ມັດທາຍ 15:30 ນຳ​ອີກ.

  7. ຄຳທີ່ວ່າ ພຣະກິດຕິຄຸນ ມີກົກເຫງົ້າໃນພາສາກຣີກ ທີ່ໝາຍຄວາມວ່າ “ຂ່າວປະເສີດ” (ເບິ່ງ Bible Dictionary, “Gospels”).

  8. ມັດທາຍ 16:25.

  9. ເບິ່ງ ເອເຊກຽນ 36:26; ເຢເຣມີຢາ 24:7.

  10. 1 ນີໄຟ 8:12.

  11. ເຮັບເຣີ 11:6.

  12. ເບິ່ງ 2 ນີໄຟ 9:28.

  13. ເບິ່ງ ໂຢ​ຮັນ 15:16.

  14. ເບິ່ງ ຢາໂກໂບ 4:8.

  15. ເບິ່ງ 4 ນີໄຟ 1:15–16.

  16. ແອວມາ 37:6.

  17. ແອ​ຣິ​ສະ​ຕາ​ໂຕ ເຊື່ອວ່າ “ຈາກການເຮັດສິ່ງທີ່ຍຸດຕິທຳ ກໍ່​ໃຫ້​ເກີດ​ມະ​ນຸດ​ທີ່​ທ່ຽງ​ທຳ” (The Nicomachean Ethics(, trans. David Ross, rev. Lesley Brown [2009], 28).

  18. ເບິ່ງ ໂຢຮັນ 21:15–17.

  19. ໂຢຮັນ 15:12.

  20. ໂຢ​ຮັນ 1:39.

  21. 2 ໂກຣິນໂທ 5:17.

  22. ໂຢຮັນ 14:15.