​2010–2019
ມີ​ສັດ​ທາ​ຢ່າງໝັ້ນຄົງ ແລະ ແນ່ວ​ແນ່​ໃນພຣະຄຣິດ
ເດືອນ​ຕຸລາ 2018


ມີ​ສັດ​ທາ​ຢ່າງໝັ້ນຄົງ ແລະ ແນ່ວ​ແນ່​ໃນພຣະຄຣິດ

ກ່ອນ​ຈະ​ຮັກ​ສາ​ການ​ມີ​ສັດ​ທາ​ຢ່າງໝັ້ນຄົງ ແລະ ແນ່ວ​ແນ່​ໃນພຣະຄຣິດໄວ້​ໄດ້ ຕ້ອງໃຫ້​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຊກ​ຊຶມ​ເຂົ້າ​ໄປ​ໃນ​ໃຈ ແລະ ຈິດ​ວິນ​ຍານ​ຂອງ​ບຸກ​ຄົນ.

ໃນ​ປະ​ຫວັດ​ສາດ​ຂອງ​ພຣະ​ຄຳ​ພີ​ເດີມ, ເຮົາ​ອ່ານເຖິງ​ສະ​ໄໝ​ຕິດ​ຕໍ່​ກັນ ເມື່ອ​ລູກ​ຫລານ​ອິດ​ສະ​ຣາ​ເອນ ​ໄດ້ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ​ທີ່​ເຮັດ​ກັບ​ພຣະ​ເຢ​ໂຮ​ວາ ແລະ ນະ​ມັດ​ສະ​ການ​ພຣະ​ອົງ ແລະ ເວ​ລາ​ອື່ນ​ທີ່​ເຂົາ​ເຈົ້າ​ບໍ່​ໄດ້ເອົາ​ໃຈ​ໃສ່​ຕໍ່​ພັນ​ທະ​ສັນ​ຍານັ້ນ ແລະ ໄດ້​ຂາບ​ໄຫວ້​ຮູບ​ບູ​ຊາ ຫລື ພຣະ​ບາ​ອານ.1

ຄາວ​ກະ​ສັດ​ອາ​ຫາບ​ປົກ​ຄອງ ເປັນ​ໄລ​ຍະ​ທີ່​ມີ​ການ​ປະ​ຖິ້ມ​ຄວາມ​ເຊື່ອ ຢູ່​ໃນ​ອາ​ນາ​ຈັກ​ພາກ​ເໜືອ​ຂອງ​ອິດ​ສະ​ຣາ​ເອນ. ຄັ້ງ​ໜຶ່ງ ສາດ​ສະ​ດາ​ເອ​ລີ​ຢາ ໄດ້​ຂໍ​ໃຫ້​ກະ​ສັດອາ​ຫາບ​ພາ​ປະ​ຊາ​ຊົນ ແລະ ພວກ​ສາດ​ສະ​ດາ ຫລື ປະ​ໂລ​ຫິດ​ຂອງ​ພຣະ​ບາ​ອານ ຂຶ້ນ​ໄປ​ເທິງ​ພູ​ກາ​ເມນ. ເມື່ອ​ປະ​ຊາ​ຊົນ​ໄດ້​ມາ​ເຕົ້າ​ໂຮມ​ກັນ, ເອ​ລີ​ຢາ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ, “​ພວກ​ທ່ານ​ຈະ​ໃຊ້​ເວ​ລາ​ອີກ​ນານ​ເທົ່າ​ໃດ? [ຫລື ໃນ​ອີກ​ຄຳ​ໜຶ່ງ, “ພວກ​ທ່ານ​ຈະ​ຕັດ​ສິນ​ໃຈ​ເມື່ອ​ໃດ?”] ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ແມ່ນ​ພຣະ​ເຈົ້າ, ຈົ່ງ​ນະ​ມັດ​ສະ​ການ​ພຣະ​ອົງ: ຖ້າ​ພຣະ​ບາ​ອານ​ເປັນ​ພຣະ​ເຈົ້າ, ຈຶ່ງ​ຂາບ​ໄຫວ້​ພຣະ​ບາ​ອານ. ແຕ່​ປະ​ຊາ​ຊົນ​ບໍ່​ຕອບ​ເພິ່ນ​ຢ່າງ​ໃດເລີຍ.”2 ສະ​ນັ້ນ ເອ​ລີ​ຢາ​ຈຶ່ງ​ໄດ້​ສັ່ງ​ໃຫ້​ເອົາ​ງົວ​ເຖິກ​ໂຕ​ໜຶ່ງ​ມາ ເພື່ອ​ຕັດ​ເປັນ​ຕ່ອນໆ ແລ້ວ​ເອົາ​ມາ​ວາງ​ໄວ້​ເທິງ​ກອງ​ຟືນ​ເທິງ​ແທ່ນ​ບູ​ຊາ ແຕ່ “ບໍ່​ໃຫ້​ດັງ​ໄຟ​ໃສ່.”3 ແລ້ວ, “ໃຫ້​ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ບາ​ອານ​ຂອງ​ພວກ​​ເຈົ້າ, ສ່ວນ​ຂ້າ​ພະ​ເຈົ້າ​ກໍ​ຈະ​ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ: ແລະ ພຣະ​ເຈົ້າ​ອົງ​ໃດ​ທີ່​ຕອບ ໂດຍ​ສົ່ງ​ໄຟ​ລົງ​ມາ ກໍ​ແມ່ນ​ພຣະ​ອົງ​ນັ້ນ​ແຫລະ ​ທີ່ເປັນ​ພຣະ​ເຈົ້າ. ແລະ ປະ​ຊາ​ຊົນ​ທຸກ​ຄົນ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, ​ສິ່ງ​ທີ່​ທ່ານ​ເວົ້ານັ້ນ​ເປັນ​ສິ່ງ​ທີ່​ດີ.”4

ທ່ານ​ອາດ​ຈື່​ໄດ້ ຕອນ​ພວກ​ປະ​ໂລ​ຫິດ​ຂອງ​ພຣະ​ບາ​ອານ​ຮ້ອງ​ດັງໆ ​ຫາພຣະ​ເຈົ້າ​ຂອງ​ພວກ​ເຂົາ​ເປັນ​ເວ​ລາ​ຫລາຍ​ຊົ່ວ​ໂມງ ເພື່ອ​ໃຫ້​ສົ່ງ​ໄຟ​ລົງ​ມາ. “ພວກ​ເຂົາ​ໄດ້​ເຮັດ​ດັ່ງ​ນີ້​ໄປ​ຈົນ​ເຖິງ​ເວ​ລາ​ຖວາຍ​ບູ​ຊາ​ຕອນ​ແລງ, ແຕ່ບໍ່​ມີ​ຄຳ​ຕອບ ແລະ ບໍ່​ມີ​ສຽງ​ໃດໆ​ເລີຍ.”5 ເມື່ອ​ເຖິງ​ຜຽນ​ຂອງ​ເອ​ລີ​ຢາ, ເພິ່ນ​ໄດ້​ສ້ອມ​ແປງ​ແທ່ນ​ບູ​ຊາ​ທີ່​ເພ​ພັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ວາງ​ຟືນ​ລົງ ແລະ ຖວາຍ​ເຄື່ອງ​ບູ​ຊາ​ເທິງນັ້ນ, ແລະ ແລ້ວ​ໄດ້​ສັ່ງ​ໃຫ້​ເອົາ​ນ້ຳ​ມາ​ເທ​ໃສ່ເຄື່ອງ​ຖວາຍ​ຈົນ​ປຽກ​ຈື້ນ, ບໍ່​ແມ່ນ​ພຽງ​ເທື່ອ​ດຽວ ແຕ່​ສາມ​ເທື່ອ. ບໍ່​ຕ້ອງ​ສົງ​ໄສວ່າ ຕົວ​ເພິ່ນເອງ ຫລື ມະ​ນຸດ​ຄົນ​ໃດ ຈະ​ສາ​ມາດ​ຈຸດ​ໄຟ​ໄດ້.

“ພໍ​ເຖິງ​ຍາມ​ຖວາຍ​ບູ​ຊາ​ຕອນ​ແລງ, ສາດ​ສະ​ດາ​ເອ​ລີ​ຢາ​ກໍ​ຍ່າງ​ເຂົ້າ​ໄປ​ໃກ້​ແທ່ນ​ບູ​ຊາ ແລະ ອະ​ທິ​ຖານ​ວ່າ, ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ, ອີ​ຊາກ, ແລະ ຂອງອິດ​ສະ​ຣາ​ເອນ, ຂໍ​ພຣະ​ອົງ​ຈົ່ງ​ພິ​ສູດ​ໃຫ້​ເຫັນ​ວ່າ ພຣະ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ຊາດອິດ​ສະ​ຣາ​ເອນ, ແລະ ຂ້າ​ນ້ອຍ​ເປັນ​ຜູ້​ຮັບ​ໃຊ້​ພຣະ​ອົງ, ແລະ ຂ້າ​ນ້ອຍ​ໄດ້​ເຮັດ​ສິ່ງ​ເຫລົ່າ​ນີ້​ທັງ​ໝົດ​ຕາມ​ຄຳ​ສັ່ງ​ຂອງ​ພຣະ​ອົງ. …

“ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໄດ້​ສົ່ງ​ໄຟ​ລົງ​ມາ​ໄໝ້​ເຄື່ອງ​ບູ​ຊາ, ໄໝ້​ຟືນ, ໄໝ້​ກ້ອນ​ຫີນ, ແລະ ເຜົາ​ໄໝ້​ດິນ, ແລະ ດູດ​ນ້ຳ​ໃນ​ຮ່ອງ​ຈົນ​ແຫ້ງ.

“ແລະ ເມື່ອ​ປະ​ຊາ​ຊົນ​ເຫັນ​ດັ່ງ​ນີ້, ພວກ​ເຂົາ​ຈຶ່ງກົ້ມ​ຂາບ​ລົງ ແລະ ຮ້ອງ​ຂຶ້ນ​ວ່າ: ພຣະ​ຜູ້​ເປັນ​ເຈົ້າ​ອົງ​ນີ້ ເປັນ​ພຣະ​ເຈົ້າ; ພຣະ​ຜູ້​ເປັນ​ເຈົ້າ​ອົງ​ນີ້ ເປັນ​ພຣະ​ເຈົ້າ.”6

ມື້ນີ້ ເອ​ລີ​ຢາ ອາດ​ກ່າວ​ວ່າ:

  • ມີສອງ​ຢ່າງ​ເທົ່າ​ນັ້ນ, ພຣະ​ເຈົ້າ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ມີ​ຈິງ ຫລື ບໍ່​ມີ​ຈິງ, ແຕ່​ຖ້າ​ຫາກ​ພຣະ​ອົງ​ມີ​ຈິງ, ໃຫ້​ນະ​ມັດ​ສະ​ການ​ພຣະ​ອົງ.

  • ມີ​ສອງ​ຢ່າງ​ເທົ່າ​ນັ້ນ, ພຣະ​ເຢ​ຊູ​ຄ​ຣິດ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ເປັນ​ພຣະ​ຜູ້​ໄຖ່​ທີ່​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ​ຂອງ​ມະ​ນຸດ, ຫລື​ ພຣະ​ອົງ​ບໍ່​ໄດ້​ເປັນ, ແຕ່​ຖ້າ​ຫາກ​ພຣະ​ອົງ​ເປັນ, ໃຫ້​ຕິດ​ຕາມ​ພຣະ​ອົງ.

  • ມີ​ສອງ​ຢ່າງ​ເທົ່າ​ນັ້ນ, ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ຫລື ມັນ​ບໍ່​ໄດ້​ເປັນ, ແຕ່​ຖ້າ​ຫາກ​ມັນ​ເປັນ, ແລ້ວ “ໃຫ້​ເຂົ້າ​ໃກ້​ພຣະ​ເຈົ້າ ໂດຍ​ການ [ສຶກ​ສາ ແລະ] ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ພຣະຄຳ​ພີນີ້.”7

  • ມີ​ສອງ​ຢ່າງ​ເທົ່າ​ນັ້ນ, ໂຈ​ເຊັບ ສະ​ມິດ ໄດ້​ເຫັນ ແລະ ສົນ​ທະ​ນາ​ກັບ​ພຣະ​ບິ​ດາ ແລະ ພຣະ​ບຸດ ໃນ​ວັນ​ຂອງ​ລະ​ດູ​ໃບ​ໄມ້​ປົ່ງ ຂອງ​ປີ 1820, ຫລື ເພິ່ນບໍ່​ໄດ້​ເຫັນ, ແຕ່​ຖ້າ​ຫາກ​ເພິ່ນ​ໄດ້​ເຫັນ, ແລ້ວ ໃຫ້​ເຮັດ​ຕາມ​ຄຳ​ຂອງສາດ​ສະ​ດາ​, ຮ່ວມ​ທັງ​ຂໍ​ກະ​ແຈ​ແຫ່ງ​ການ​ຜະ​ນຶກ ທີ່​ເຮົາ, ເອ​ລີ​ຢາ, ໄດ້​ມອບ​ໃຫ້​ແກ່​ລາວ.

ໃນ​ກອງ​ປະ​ຊຸມ​ໃຫຍ່ສາ​ມັນ​ເທື່ອ​ລ່າ​ສຸດ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ປະ​ກາດ​ວ່າ: “ທ່ານບໍ່​ຈຳ​ເປັນຕ້ອງ​ສົງ​ໄສກ່ຽວ​ກັບຄວາມ​ຈິງ [ເບິ່ງ ໂມ​ໂຣ​ໄນ 10:5]. ທ່ານບໍ່​ຈຳ​ເປັນ​ຕ້ອງ​ສົງ​ໄສວ່າ ທ່ານ​ຄວນ​ໄວ້​ວາງ​ໃຈ​ຜູ້​ໃດ. ຜ່ານ​ທາງ​ການ​ເປີດ​ເຜີຍ​ສ່ວນ​ຕົວ, ທ່ານ​ສາ​ມາດ​ໄດ້​ຮັບ​ການ​ເປັນ​ພະ​ຍານ ດ້ວຍ​ຕົວ​ເອງ ວ່າ​ພຣະ​ຄຳ​ພີ​ມໍ​ມອນ ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ວ່າ​ໂຈ​ເຊັບ ສະ​ມິດ ເປັນ​ສາດ​ສະ​ດາ, ແລະ ວ່ານີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ບໍ່​ວ່າ​ໃຜຈະ​ເວົ້າ​ຫຍັງ ຫລື ເຮັດ​ຫຍັງ, ບໍ່​ມີ​ໃຜ​ສາ​ມາດ​ເອົາ​ປະ​ຈັກ​ພະ​ຍານ​ທີ່​ກ່າວ​ແກ່​ໃຈ​ທ່ານ ກ່ຽວ​ກັບ​ສິ່ງ​ໃດ ທີ່ເປັນ​ຄວາມ​ຈິງ ໄປ​ຈາກ​ທ່ານໄດ້.”8

ເມື່ອ​ຢາ​ໂກ​ໂບ​ໄດ້​ສັນ​ຍາ​ວ່າ ພຣະ​ເຈົ້າ “ຈະ​ປະ​ທານ​ໃຫ້​ທຸກ​ຄົນ​ດ້ວຍ​ພຣະ​ກະ​ລຸ​ນາ” ທີ່​ສະ​ແຫວງ​ຫາ​ສະ​ຕິ​ປັນ​ຍາ​ຂອງ​ພຣະ​ອົງ,9 ເພິ່ນ​ກໍ​ໄດ້​ເຕືອນ​ອີກວ່າ:

“ແຕ່​ໃຫ້​ຜູ້ນັ້ນ​ທູນ​ຂໍ​ດ້ວຍ​ຄວາມ​ເຊື່ອ, ຢ່າ​ໃຫ້​ມີ​ໃຈ​ສົງ​ໄສ. ເພາະ​ຜູ້​ທີ່​ສົງ​ໄສ​ນັ້ນ ເປັນ​ເໝືອນຟອງ​ນ້ຳ ທີ່​ຖືກ​ລົມ​ພັດ​ຊັດ​ໄປ​ມາ.

“ຢ່າ​ໃຫ້​ຜູ້ນັ້ນ​ຄິດ​ວ່າ​ຕົນ​ຈະ​ໄດ້​ຮັບ​ສິ່ງ​ໃດ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ.

“ເພາະ​ເປັນ​ຄົນ​ສອງ​ໃຈ ບໍ່​ແນ່ນອນ​ໃນ​ທຸກ​ສິ່ງ​ທີ່​ຕົນ​ກະ​ທຳ.”10

ກົງ​ກັນ​ຂ້າມ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ເປັນ​ຕົວ​ຢ່າງ​ທີ່​ດີ​ພ້ອມ ເລື່ອງ​ຄວາມ​ໝັ້ນ​ຄົງ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ພຣະ​ອົງ​ບໍ່​ເຄີຍ​ປະ​ປ່ອຍ​ເຮົາ​ໃຫ້​ຢູ່​ຜູ້​ດຽວ; ເພາະ​ເຮົາ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ ຢູ່​ສະ​ເໝີ.”11 ໃຫ້​ພິ​ຈາ​ລະ​ນາ​ຄຳບັນ​ຍາຍ​ເຫລົ່າ​ນີ້ ຈາກ​ພຣະ​ຄຳ​ພີ ເຖິງ​ຊາຍ ແລະ ຍິງ ຜູ້​ທີ່ໝັ້ນ​ຄົງ ແລະ ແນ່ວ​ແນ່, ເຊັ່ນ​ດຽວ​​ກັນກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ:

ພວກ​ເຂົາ “ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ມາ​ສູ່​ສັດ​ທາ​ທີ່​ແທ້​ຈິງ; ແລະ ພວກເຂົາ​ຈະ​ບໍ່​ຖິ້ມ​ມັນ​ໄປ ເພາະ​ພວກເຂົາ​ໝັ້ນ​ຄົງ, ແລະ ແນ່ວ​ແນ່, ແລະ ບໍ່​ຫວັ່ນ​ໄຫວ, ເຕັມ​ໃຈ​ທີ່​ຈະ​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະຜູ້​ເປັນ​ເຈົ້າດ້ວຍ​ສຸດ​ຄວາມ​ພາກ​ພຽນ.”12

“ຈິດ​ໃຈ​ຂອງ​ພວກ​ເຂົາ​ເຂັ້ມ​ແຂງ, ແລະ ພວກ​ເຂົາມີຄວາມ​ໄວ້​ວາງ​ໃຈ​ໃນພຣະ​ເຈົ້າຕະຫລອດ​ເວລາ.”13

“ແລະ ຈົ່ງ​ເບິ່ງ, ພວກ​ທ່ານ​ຮູ້​ດ້ວຍ​ຕົວ​ເອງ​ແລ້ວ, ເພາະ​ພວກ​ທ່ານ​ໄດ້​ເຫັນ​ມາ​ແລ້ວ, ວ່າ​ຫລາຍ​ຕໍ່​ຫລາຍ​ຄົນ​ໄດ້​ຖືກ​ນຳ​ມາ​ສູ່​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ … ຍ່ອມ​ໝັ້ນ​ຄົງ ແລະ ແນ່ວ​ແນ່​ຢູ່​ໃນ​ສັດ​ທາ, ແລະ ຢູ່​ໃນ​ສິ່ງ​ທີ່​ເຮັດ​ໃຫ້​ພວກ​ເຂົາ​ເປັນ​ອິດ​ສະ​ລະ.”14

“ພວກ​ເຂົາ​ໄດ້​ຕັ້ງ​ໝັ້ນ​ຢູ່​ໃນ​ຄຳ​ສອນ​ຂອງ​ພວກອັກ​ຄະ​ສາ​ວົກ ແລະ ເຂົ້າ​ຮ່ວມ​ໃນ​ກຸ່ມສາ​ມັກ​ຄີ​ທຳ, ໃນ​ການ​ຫັກ​ເຂົ້າ​ຈີ່, ແລະ ໃນ​ການ​ອະ​ທິ​ຖານ.”15

ກ່ອນ​ຈະ​ຮັກ​ສາ​ການມີ​ສັດ​ທາ​ຢ່າງໝັ້ນຄົງ ແລະ ແນ່ວ​ແນ່​ໃນພຣະຄຣິດ​ໄວ້​ໄດ້ ຕ້ອງ​ໃຫ້ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຊກ​​ຊຶມ​ເຂົ້າ​ໄປ​ໃນ​ໃຈ ແລະ ຈິດ​ວິນ​ຍານ​ຂອງ​ບຸກ​ຄົນ, ໝາຍຄວາມ​ວ່າ ພຣະ​ກິດ​ຕິ​ຄຸນ​ກາຍ​ເປັນ ບໍ່​ພຽງ​ແຕ່​ອິດ​ທິ​ພົນ​ຢ່າງ​ໜຶ່ງ​ເທົ່າ​ນັ້ນ ໃນ​ຊີ​ວິດ​ຂອງ​ບຸກ​ຄົນ​ນັ້ນ ແຕ່​ເປັນ​ສິ່ງ​ທີ່​ມີ​ຄວາມ​ສຳ​ຄັນອັນ​ດັບ​ສູງ ໃນ​ຊີ​ວິດ ແລະ ໃນ​ລັກ​ສະ​ນະ​ຂອງ​ຕົນ. ພຣະຜູ້​ເປັນ​ເຈົ້າ​ກ່າວ​ວ່າ:

“ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ມີ​ຄວາມ​ຄິດ, ແລະ ຈິດ​ໃຈ​ໃໝ່, ເຮົາ​ຈະ​ເອົາ​ຈິດ​ໃຈ​ດື້​ດ້ານ​ທີ່​ແຂງ​ດັ່ງ​ຫີນ​ໜີ​ໄປ ແລະ ຈະ​ເອົາ​ຈິດ​ໃຈ​ເປັນ​ເນື້ອ​ໜັງ​ທີ່​ເຊື່ອ​ຟັງ​ໃຫ້​ພວກ​ເຈົ້າ.

“ເຮົາ​ຈະ​ເອົາ​ຈິດ​ວິນ​ຍານ​ຂອງ​ເຮົາ​ໃສ່​ໃຫ້​ພວກ​ເຈົ້າ, ເພື່ອ​ພວກ​ເຈົ້າ​ຈະ​ປະ​ຕິ​ບັດ​​ຕາມ​ກົດ​ຕ່າງໆ, ພ້ອມ​ທັງ​ຂໍ້​ຄຳ​ສັ່ງ​ທັງ​ໝົດ​ຂອງ​ເຮົາ.

“ແລະ … ພວກ​ເຈົ້າ​ຈະ​ເປັນ​ປະ​ຊາ​ຊົນ​ຂອງ​ເຮົາ, ແລະ ເຮົາ​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ.”16

ນີ້​ຄື​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ເຮັດ​ຕອນ​ຮັບ​ບັບ​ຕິ​ສະ​ມາ ແລະ ໃນ​ພິ​ທີ​ການ​ພຣະ​ວິ​ຫານ. ແຕ່​ບາງ​ຄົນ​ຍັງ​ບໍ່​ໄດ້​ຮັບ​​ເອົາພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດຢ່າງ​ເຕັມ​ປ່ຽມ​ເທື່ອ ເຂົ້າ​ໃນ​ຊີ​ວິດ​ຂອງ​ຕົນ. ດັ່ງ​​ທີ່​ໂປໂລ​ໄດ້​ກ່າວ, ເຖິງ​ແມ່ນ​ພວກ​ເຂົາ​ໄດ້ “ຖືກ​ຝັງ​ໄວ້​ກັບ [ພຣະ​ຄຣິດ] ດ້ວຍ​ການ​ຮັບ​ບັບ​ຕິ​ສະ​ມາ,” ແຕ່​ພວກ​ເຂົາ​ຍັງ​ຂາດ​ພາກ​ສ່ວນ​ທີ່ “ເໝືອນ​ດັ່ງ​ພຣະ​ຄຣິດ​ໄດ້​ຖືກ​ບັນ​ດານ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ … , ສັນ​ໃດ ພວກ​ເຮົາ … ກໍ​ຈະ​ໄດ້​ດຳ​ເນີນ​ຕາມ​ຊີ​ວິດ​ໃໝ່​ເໝືອນ​ກັນ​ສັນ​ນັ້ນ.”17 ພຣະ​ກິດ​ຕິ​ຄຸນ​ຍັງ​ບໍ່​ໄດ້​ເປັນ​ສິ່ງ​ທີ່​ມີ​ຄວາມ​ສຳ​ຄັນ​ອັນ​ດັບ​ສູງ​ສຳ​ລັບ​ເຂົາ. ເຂົາ​​ຍັງ​ບໍ່​ໄດ້​ເອົາ​ໃຈ​ໃສ່​ຕໍ່​ພຣະ​ຄຣິດ​ເທື່ອ. ເຂົາ​ຍັງ​ເລືອກ​ນັບ​ຖື​ຄຳ​ສອນ ແລະ ພຣະ​ບັນ​ຍັດ​ບາງ​ຂໍ້ ແລະ ​ຮັບ​ໃຊ້​ສາດ​ສະ​ໜາ​ຈັກ​ພຽງ​ໃນ​ບາງ​ບ່ອນ ແລະ ໃນບາງ​ເວ​ລາ​ເທົ່າ​ນັ້ນ. ກົງ​ກັນ​ຂ້າມ, ເປັນ​ເພາະ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ຕົນແທ້ໆ ທີ່​ຜູ້​ຄົນ​ເຫລົ່າ​ນັ້ນ “ຜູ້ໄດ້ຖືກ​ເລືອກ ອີງ​ຕາມ​ພັນ​ທະ​ສັນ​ຍາ”18 ຈະຫລີກ​ເວັ້ນ​ຈາກການ​ຫລອກ​ລວງ​ໄດ້ ແລະ ຍັງມີ​ສັດ​ທາ​ຢ່າງໝັ້ນຄົງ ໃນພຣະຄຣິດ​ຢູ່.

ພວກ​ເຮົາ​ສ່ວນ​ຫລາຍ ພົບ​ເຫັນ​ຕົວ​ເອງ​ໃນ​ເວ​ລານີ້ ຢູ່​ລະ​ຫວ່າງກາງ ການ​ມີ​ສ່ວນ​ຮ່ວມ​ຕາມ​ສັງ​ຄົມ ໃນ​ພິ​ທີ​ການ​ຂອງພຣະ​ກິດ​ຕິ​ຄຸນ ແລະ ການ​ເອົາ​ໃຈ​ໃສ່​ແທ້ໆ​ຢ່າງ​ພຣະ​ຄຣິດ ທີ່​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ. ໃນ​ບາງ​ຈຸດ​ລະ​ຫວ່າງ​ກາງ​ນີ້, ຂ່າວ​ປະ​ເສີດ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ໄດ້​ເຂົ້າ​ໄປ​ໃນ​ໃຈຂອງ​ເຮົາ ແລະ ຍຶດ​ຄອງ​ຈິດ​ວິນ​ຍານ​ຂອງ​ເຮົາ. ມັນ​ອາດບໍ່​ເກີດ​ຂຶ້ນ​​ໃນ​ທັນ​ທີ, ແຕ່​ເຮົາ​ຄວນ​ມຸ້ງ​ໄປ​ຫາ​ສະ​ພາບ​ທີ່​ເປັນ​ພອນນັ້ນ.

ມັນ​ເປັນ​ການ​ທ້າ​ທາຍ ແຕ່​ສຳ​ຄັນ​ທີ່​​ຕ້ອງໝັ້ນ​ຄົງ ແລະ ແນ່ວ​ແນ່ ເມື່ອ​ເຮົາ​ພົບ​ເຫັນ​ຕົວ​ເອງ​ຖືກ​ຫລໍ່​ຫລອມ “ໃນ​ເຕົາ​ໄຟ​ແຫ່ງ​ຄວາມ​ທຸກ,”19 ຊຶ່ງ​ເປັນ​ບາງ​ສິ່ງ​ທີ່​ຈະ​ເກີດ​ກັບ​ເຮົາ ບໍ່​ຊ້າ​ກໍ​ໄວ ໃນ​ຊ່ວງ​ມະ​ຕະ. ປາດ​ສະ​ຈາກ​ພຣະ​ເຈົ້າ, ປະ​ສົບ​ການ​ທີ່​ມືດ​ມົວ​ເຫລົ່າ​ນີ້ ຈະ​ເປັນ​ໜ້າ​ທໍ້​ຖອຍ​ໃຈ, ໝົດ​ຫວັງ, ແລະ ແມ່ນ​ແຕ່​ຂົມ​ຂື່ນ. ເມື່ອມີ​ພຣະ​ເຈົ້າ​ຢູ່​ນຳ, ຄວາມ​ເຈັບ​ປວດ​ຈະ​ປ່ຽນ​ເປັນ​ການ​ປອບ​ໂຍນ, ຄວາມ​ຫຍຸ້ງ​ຍາກ​ຈະ​ປ່ຽນ​ເປັນ​ຄວາມ​ສະ​ຫງົບ, ແລະ ຄວາມ​ໂສກ​ເສົ້າ​ຈະ​ປ່ຽນ​ເປັນ​ຄວາມ​ຫວັງ. ການຍັງມີ​ສັດ​ທາ​ຢ່າງໝັ້ນຄົງໃນພຣະຄຣິດ ຈະ​ນຳ​ພຣະ​ຄຸນ​ທີ່​ຄ້ຳ​ຈູນ ແລະ ການ​ສະ​ໜັບ​ສະ​ໜູນ​ຂອງ​ພຣະ​ອົງມາ​ໃຫ້.20 ພ​ຣະ​ອົງ​ຈະ​ປ່ຽນ​ການ​ທົດ​ລອງ​ເປັນ​ພອນ ແລະ, ຕາມ​ຖ້ອຍ​ຄຳ​ຂອງ​ເອ​ຊາ​ຢາ, “ໃຫ້​ຊົມ​ຊື່ນ​ຍິນ​ດີ … ແທນ​ທີ່​ຈະ​ໂສກ​ເສົ້າ.”21

ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ເຖິງ​ສາມ​ຕົວ​ຢ່າງ ຊຶ່ງຂ້າ​ພະ​ເຈົ້າຮູ້​ຈັກ:

ມີ​ຜູ້​ຍິງ​ຄົນ​ໜຶ່ງ ຜູ້​ເປັນ​ພະ​ຍາດ​ກ້າມ​ເນື້ອ​ອ່ອນ​ເພຍ ທີ່ບໍ່ຫາຍ​ດີຈັກ​ເທື່ອ ເຖິງ​ແມ່ນ​ວ່າ​ນາງ​ໄດ້​ໄປ​ຫາ​ໝໍ, ໄດ້​ຮັບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ແລະ ໄດ້​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ແລ້ວ​ກໍ​ຕາມ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສັດ​ທາ​ໃນ​ພະ​ລັງ​ຂອງ​ການ​ອະ​ທິ​ຖານ ແລະ ຄວາມ​ເປັນ​ຈິງ​ຂອງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ທີ່​ມີ​ຕໍ່​ນາງ ບໍ່ເຄີຍ​ລົດ​ນ້ອຍ​ຖອຍ​ລົງ. ນາງ​ໄດ້​ດຳ​ເນີນ​ຕໍ່​ໄປ​ໃນ​ແຕ່​ລະ​ວັນ (ແລະ ບາງ​ເທື່ອ​ໃນ​ແຕ່​ລະ​ຊົ່ວ​ໂມງ) ຮັບ​ໃຊ້​ໃນ​ການ​ເອີ້ນ​ທີ່​ໂບດ, ພ້ອມກັບ​ຜົວຂອງ​ນາງ, ດູ​ແລ​ລູກນ້ອຍ, ຍິ້ມ​ແຍ້ມເທົ່າ​ທີ່​ນາງ​ສາ​ມາດ​ເຮັດ​ໄດ້. ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຂອງ​ນາງ​ຕໍ່​ຄົນ​ອື່ນ​ແມ່ນ​ເລິກ​ຊຶ້ງ, ຊຶ່ງ​ເກີດ​ຈາກ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ນາງ, ແລະ ສ່ວນ​ຫລາຍ​ນາງບໍ່​ຄິດ​ກ່ຽວ​ກັບ​ຕົວ​ເອງ ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່ຄົນ​ອື່ນ. ນາງແນ່ວ​ແນ່ສະ​ເໝີ, ແລະ ຜູ້​ຄົນ​ຮູ້​ສຶກ​ມີ​ຄວາມ​ສຸກ ເມື່ອ​ຢູ່​ໃກ້​ນາງ.

ຊາຍ​ຄົນ​ໜຶ່ງ​ຜູ້​ໄດ້​ເຕີບ​ໂຕ​ຂຶ້ນ​ໃນ​ສາດ​ສະ​ໜາ​ຈັກ, ໄດ້​ຮັບ​ໃຊ້​ເຜີຍ​ແຜ່​ເຕັມ​ເວ​ລາ, ແລະ ໄດ້​ແຕ່ງ​ງານກັບ​ຜູ້​ຍິງ​ທີ່​ດີ​ຄົນ​ໜຶ່ງ ປະ​ຫລາດ​ໃຈ​ເມື່ອ​ໄດ້​ຍິນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ລາວ​ເລີ່ມ​ວິ​ຈານ​ສາດ​ສະ​ໜາ​ຈັກ ແລະ ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ. ເມື່ອ​ເວ​ລາ​ຜ່ານ​ໄປ ເຂົາ​ເຈົ້າ​ກໍ​ໄດ້​ໜີ​ໄປ​ຈາກ​ສາດ​ສະ​ໜາ​ຈັກ ແລະ ໄດ້​ຊັກ​ຊວນ​ລາວ​ໃຫ້​ເຮັດ​ຄື​ກັນ. ດັ່ງ​ທີ່​ເກີດ​ຂຶ້ນ​ເລື້ອຍໆ​ໃນ​ກໍ​ລະ​ນີ​ເຊັ່ນ​ນີ້, ເຂົາ​ເຈົ້າ​ໄດ້​ຊອກ​ຫາ​ບົດ​ຄວາມ, ​ແຟມ​ລາຍ​ການ​ສຽງ, ແລະ ວິ​ດີ​ໂອ​ຕ່າງໆ ທີ່​ຜູ້​ວິ​ຈານ​ໄດ້​ຜະ​ລິດ​ຂຶ້ນ​ມາ, ສ່ວນ​ຫລາຍ​ຈະ​ເປັນ​ອະ​ດີດ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ອ້າຍ​ເອື້ອຍ​ນ້ອງ​ຂອງ​ລາວ​ໄດ້​ເວົ້າ​ເຍາະ​ເຍີ້ຍ​ສັດ​ທາ​ຂອງ​ລາວ, ບອກ​ລາວ​ວ່າ ລາວ​ຫລອກ​ໄດ້​ງ່າຍ ແລະ ຖືກ​ພາ​ໃຫ້​ຫລົງ​ຜິດ. ລາວບໍ່​ມີ​ຄຳ​ຕອບ​ໃຫ້​ກັບການ​ຢືນ​ຢັນ​ທັງ​ໝົດ​ຂອງ​ເຂົາ​ເຈົ້າ, ແລະ ສັດ​ທາ​ຂອງ​ລາວ​ເລີ່ມ​ຫວັ່ນ​ໄຫວ ເມື່ອ​ຖືກ​ຕໍ່​ຕ້ານບໍ່​ເລີກບໍ່​ແລ້ວຈັກ​ເທື່ອ. ລາວ​ຄິດ​ວ່າ ລາວ​ຄວນ​ຢຸດ​ໄປໂບດ. ລາວ​ໄດ້​ເວົ້າ​ລົມ​ກັບເມຍ​ຂອງ​ລາວ. ລາວ​ໄດ້​ເວົ້າ​ລົມ​ກັບ​ຜູ້​ຄົນ​ທີ່​ລາວ​ໄວ້​ວາງ​ໃຈ. ລາວ​ໄດ້​ອະ​ທິ​ຖານ. ຂະ​ນະ​ທີ່​ລາວ​ຄິດ​ໄຕ່​ຕອງ​ກ່ຽວ​ກັບຄວາມ​ຂ້ອງ​ໃຈ, ລາວຈື່​ໄດ້​ວ່າ ມີ​ເທື່ອ​ໜຶ່ງ​ຕອນ​ລາວ​ໄດ້​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ສັກ​ສິດ ແລະ ໄດ້​ຮັບ​ການ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ຈາກພຣະ​ວິນ​ຍານ. ລາວ​ໄດ້​ສະ​ຫລຸບ​ວ່າ, “ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ຊື່​ສັດ​ຕໍ່​ຕົວ​ເອງ, ຂ້າ​ພະ​ເຈົ້າ​ຕ້ອງຍອມ​ຮັບ​ວ່າ ພຣະ​ວິນ​ຍານ​ໄດ້​ສຳ​ພັດ​ຂ້າ​ພະ​ເຈົ້າ ຫລາຍກວ່າ​ໜຶ່ງ​ເທື່ອ ແລະ ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ວິນ​ຍານ ແມ່ນ​ແທ້​ຈິງ.” ລາວ​ມີ​ຄວາມ​ສຸກ ແລະ ຄວາມ​ສະ​ຫງົບ​ຄືນ​ອີກ ຮ່ວມ​ກັບ​ລູກ​ເມຍ​ຂອງ​ລາວ.

ຜົວ​ເມຍ​ຄູ່​ໜຶ່ງ​ໄດ້​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ບັນ​ດາ​ອ້າຍ​ນ້ອງ​ຢ່າງ​ບໍ່​ລົດ​ລະ ແລະ ດ້ວຍ​ຄວາມ​​ເຕັມ​ໃຈ ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ ແຕ່ມີ​ຄວາມ​ໂສກ​ເສົ້າ ທີ່ບໍ່​ສາ​ມາດ​ມີ​ລູກ​ໄດ້. ເຂົາ​ເຈົ້າ​ໄດ້​ໃຊ້​ເງິນຢ່າງ​ຫລວງ​ຫລາຍ​​ໃຫ້​ກັບໝໍ, ແລະ ເມື່ອ​ເວ​ລາ​ຜ່ານ​ໄປ, ເຂົາ​ເຈົ້າ​ກໍ​ໄດ້ລູກ​ຊາຍໜຶ່ງ​ຄົນ. ແຕ່ໜ້າ​ໂສກ​ເສົ້າ, ຫລັງ​ຈາກ​ປະ​ມານ​ໜຶ່ງ​ປີ, ລູກ​ນ້ອຍ​ໄດ້​ຖືກ​ອຸ​ປະ​ຕິ​ເຫດ ແລະ ບໍ່​ແມ່ນ​ຄວາມ​ຜິດ​ຂອງຝ່າຍ​ໃດ, ເຮັດ​ໃຫ້ທ້າວ​ນ້ອຍຢູ່​ໃນ​ສະ​ພາບອ່ອນ​ແອຕະ​ຫລອດ, ພ້ອມ​ດ້ວຍມີ​ສະ​ໝອງ​ຜິດ​ປົກ​ກະ​ຕິ. ລາວ​ໄດ້​ຮັບ​ການ​ດູ​ແລ​ທີ່​ດີ​ທີ່​ສຸດ, ແຕ່​ໝໍ​ທັງ​ຫລາຍບໍ່​ສາ​ມາດບອກ​ໄດ້​ເຖິງ​ອະ​ນາ​ຄົດ​ຂອງ​ລາວ. ເດັກ​ຜູ້ນີ້ ທີ່​ຄູ່​ຜົວ​ເມຍ​ໄດ້​ພະ​ຍາ​ຍາມ ແລະ ໄດ້​ອະ​ທິ​ຖານ​ຫລາຍ​ທີ່​ສຸດ ເພື່ອ​ໃຫ້​ມາ​ສູ່​ໂລກ ເບິ່ງ​ແລ້ວ​ຄື​ວ່າ ລາວ​ໄດ້​ຖືກ​ເອົາ​ໄປ​ຈາກ​ເຂົາ​ເຈົ້າ, ແລະ ເຂົາ​ເຈົ້າ​ບໍ່​ຮູ້​ວ່າ ລາວ​ຈະ​ຖືກ​ສົ່ງ​ກັບ​ຄືນ​ມາ​ໃຫ້​ເຂົາ​ເຈົ້າອີກ​ຫລືບໍ່. ບັດ​ນີ້​ເຂົາ​ເຈົ້າ​ຫຍຸ້ງ​ຍາກ​ກັບ​ການ​ດູ​ແລ ທີ່​ລູກ​ນ້ອຍ​ຕ້ອງ​ການ​ຫລາຍ​ທີ່​ສຸດ ຂະ​ນະ​ທີ່​ຕ້ອງ​ເຮັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ອື່ນໆ​ອີກ. ໃນ​ຊ່ວງ​ທີ່​ຫຍຸ້ງ​ຍາກ​ຫລາຍ​ທີ່​ສຸດນີ້, ເຂົາ​ເຈົ້າ​ໄດ້​ຫັນ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ. ເຂົາ​ເຈົ້າ​ໄດ້​ເພິ່ງ​ອາ​ໄສ “ເຂົ້າ​ຈີ່​ປະ​ຈຳ​ວັນ” ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ຈາກ​ພຣະ​ອົງ. ເຂົາ​ເຈົ້າ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ໝູ່ເພື່ອນ ແລະ ຄອບ​ຄົວ ທີ່​ເຫັນ​ອົກ​ເຫັນ​ໃຈ ແລະ ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ​ຈາກ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ຜົວ​ເມຍ​ມີ​ຄວາມ​ຮັກ​ຕໍ່​ກັນ​ຫລາຍ​ຂຶ້ນ, ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຂອງ​ທັງ​ສອງ​ແມ່ນ​ເລິກຊຶ້ງ ແລະ ສົມ​ບູນກວ່າ​ໃນ​ເວ​ລານີ້ ຊຶ່ງອາດ​ເປັນ​ໄປ​ບໍ່​ໄດ້ ໃນ​ທາງ​ອື່ນ.

ໃນ​ວັນ​ທີ 23 ເດືອນ​ກໍ​ລະ​ກົດ, 1837, ພຣະ​ຜູ້​ເປັນ​ເຈົ້າ​ໄດ້ມອບ​ການ​ເປີດ​ເຜີຍ​ໂດຍ​ກົງ​ໃຫ້ ​ທອມ​ມັ​ສ ບີ ມາ​ສ໌, ຊຶ່ງ​ຕອນນັ້ນ ເພິ່ນ​ເປັນ​ປະ​ທານ​ຂອງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ. ມັນ​ຮ່ວມ​ດ້ວຍ​ຂໍ້​ຄວາມ​ດັ່ງ​ຕໍ່​ໄປ​ນີ້:

ໃຫ້​ອະ​ທິ​ຖານ​ເພື່ອ​ພວກ​ອ້າຍ​ນ້ອງ​ອັກ​ຄະ​ສາ​ວົກ​ສິບ​ສອງ​ຂອງເພິ່ນ. ຈົ່ງ​ຕັກ​ເຕືອນ​ພວກ​ເພິ່ນ​ຢ່າງ​ຄົມ​ຄາຍ ເພື່ອ​ເຫັນ​ແກ່​ພຣະ​ນາມ​ຂອງ​ພຣະ​ອົງ, ແລະ ໃຫ້​ພວກ​ເພິ່ນ​ໄດ້​ຮັບ​ການ​ຕັກ​ເຕືອນ​ສຳ​ລັບບາບ​ທັງ​ໝົດ​ຂອງ​ພວກ​ເພິ່ນ, ແລະ ໃຫ້​ຊື່​ສັດ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ ຕໍ່​ພຣະ​ນາມ​ຂອງ​ພຣະ​ອົງ.

ແລະ ຫລັງ​ຈາກ​ການ​ລໍ້​ລວງ​ຂອງ​ພວກ​ເພິ່ນ, ແລະ ຄວາມ​ທຸກ​ຍາກ​ລຳ​ບາກ​ຢ່າງ​ມາກ​ມາຍ​ຂອງ​ພວກ​ເພິ່ນ, ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊາວ​ຫາ​ພວກ​ເພິ່ນ, ແລະ ຖ້າ​ຫາກ​ພວກ​ເພິ່ນບໍ່​ເຮັດ​ໃຈ​ຂອງ​ພວກ​ເພິ່ນ​ແຂງ​ກະ​ດ້າງ, ແລະ ບໍ່​ແຂງ​ຄໍ​ຕໍ່​ພຣະ​ອົງ, ແລ້ວ​ພວກ​ເພິ່ນ​ຈະ​ປ່ຽນ​ໃຈ, ແລະ ພຣະ​ອົງ​ຈະ​ປິ່ນ​ປົວ​ພວກ​ເພິ່ນ.22

ຂ້າ​ພະ​ເຈົ້າ​ເຊື່ອ​ວ່າຫລັກ​ທຳ​ທີ່​ບັນ​ຍາຍ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ແມ່ນ​ກ່ຽວ​ຂ້ອງ​ກັບ​ເຮົາ​ທຸກ​ຄົນ. ການ​ລໍ້​ລວງ ແລະ ຄວາມ​ທຸກ​ຍາກລຳ​ບາກ​ທີ່​ເຮົາປະ​ເຊີນ, ພ້ອມ​ທັງ​ການ​ທົດ​ສອບ​ໃດໆ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ວ່າ​ເໝາະ​ສົມ​ທີ່​ຈະ​ມອບ​ໃຫ້, ສາ​ມາດ​ພາ​ເຮົາ​ໄປ​ຫາ​ການ​ກັບ​ໃຈ ແລະ ການ​ປິ່ນ​ປົວ​ຢ່າງ​ສົມ​ບູນ. ແຕ່​ສິ່ງນີ້​ຈະ​ເກີດ​ຂຶ້ນ​ພຽງ​ແຕ່ ຖ້າ​ຫາກ​ເຮົາ​ບໍ່​ເຮັດ​ໃຈ​ແຂງ​ກະ​ດ້າງ ຫລື ແຂງ​ຄໍ ຕໍ່​ພຣະ​ອົງ. ຖ້າ​ເຮົາ​ຍັງໝັ້ນ​ຄົງ ແລະ ແນ່ວ​ແນ່, ບໍ່​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ, ແລ້ວ​ເຮົາ​​ຈະ​ໄປ​ເຖິງ​ການກັບ​ໃຈ ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຄາດ​ໝາຍ ເມື່ອ​ພຣະ​ອົງ​ໄດ້​ກ່າວ​ກັບ​ເປ​ໂຕວ່າ, “ເມື່ອ​ເຈົ້າ​ກັບ​ຄືນ​ມາ​ຫາ​ເຮົາ​ແລ້ວ, ເຈົ້າ​ຕ້ອງ​ຊູ​ແຮງ​ບັນ​ດາ​ພີ່​ນ້ອງ​ຂອງ​ເຈົ້າ​ໄວ້,”23 ເປັນ​ການ​ກັບ​ໃຈ​ແທ້ໆ ຊຶ່ງບໍ່ສາ​ມາດ​ຫັນ​ກັບ​ຄືນ​ໄປ​ໄດ້. ການ​ປິ່ນ​ປົວ​ທີ່​ສັນ​ຍາ​ໄວ້ ຄື​ການ​ຊຳ​ລະ​ລ້າງ ແລະ ​ການ​ເຮັດ​ໃຫ້​ບາດ​ແຜ​ທີ່​ເປັນບາບ​ຂອງເຮົາ​ສະ​ອາດ, ເຮັດ​ໃຫ້​ເຮົາ​ສັກ​ສິດ.

ຂ້າ​ພະ​ເຈົ້າ​ຍັງ​ຈື່​ຄຳ​ຂອງ​ແມ່​ໄດ້​​ຢູ່ ທີ່ແນະ​ນຳ​ວ່າ: “ກິນ​ຜັກ​ແດ່​ເດີ້, ມັນ​ດີ​ສຳ​ລັບ​ລູກ.” ແມ່​ຂອງ​ພວກ​ເຮົາ​ເວົ້າ​ຖືກ, ແລະ ໃນ​ຂໍ້​ຄວາມ​ທີ່​ວ່າ ໝັ້ນ​ຄົງໃນ​ສັດ​ທາ, “ກິນ​​ຜັກ​ແດ່​ເດີ້” ຄື​ການ​ອະ​ທິ​ຖານ​ເລື້ອຍໆ, ຄື​ການຊື່ນ​ຊົມ​ກັບ​ພຣະ​ຄຳ​ພີ​ທຸກວັນ, ຄື​ການຮັບ​ໃຊ້ ແລະ ນະ​ມັດ​ສະ​ການ​ໃນ​ສາດ​ສະ​ໜາ​ຈັກ, ຄື​ການຮັບ​ສ່ວນ​ສິນ​ລະ​ລຶກ​ຢ່າງ​ມີ​ຄ່າ​ຄວນ​ທຸກ​ອາ​ທິດ, ຄື​ການຮັກ​ເພື່ອນ​ບ້ານ​ຂອງ​ທ່ານ, ແລະ ຄື​ການແບກ​ໄມ້​ກາງ​ແຂນ​ຂອງ​ທ່ານ ໃນ​ຄວາມ​ເຊື່ອ​ຟັງ​ຕໍ່​ພຣະ​ເຈົ້າ ໃນແຕ່​ລະ​ວັນ.24

ຈົ່ງ​ຈື່​ຈຳ​ສະ​ເໝີ​ເຖິງຄຳ​ສັນ​ຍາກ່ຽວ​ກັບສິ່ງ​ດີໆ​ທີ່​ຈະ​ມາ​ເຖິງ, ທັງ​ໃນ​ເວ​ລານີ້ ແລະ ໃນ​ອະ​ນາ​ຄົດ, ສຳ​ລັບ​ຜູ້​ທີ່ ມີ​ສັດ​ທາ​ຢ່າງໝັ້ນຄົງ ແລະ ແນ່ວ​ແນ່ໃນພຣະຄຣິດ. ຈົ່ງ​ຈື່​ຈຳ “ຊີ​ວິດ​ນິ​ລັນ​ດອນ, ແລະ ຄວາມ​ສຸກ​ຂອງໄພ່​ພົນ​ຂອງ​ພຣະ​ເຈົ້າ.”25 ໂອ້ ທ່ານ​ທັງຫລາຍ​ຜູ້ທີ່​ມີ​ໃຈບໍລິສຸດ, ຈົ່ງ​ເງີຍ​ໜ້າ​ຂຶ້ນ ແລະ ຮັບ​ພຣະ​ຄຳອັນໜ້າ​ພໍ​ໃຈ​ຂອງ​ພຣະ​ເຈົ້າ, ແລະ ຈົ່ງ​ຊື່ນ​ຊົມຢູ່​ດ້ວຍຄວາມ​ຮັກ​ຂອງ​ພຣະ​ອົງ; ພວກ​ທ່ານ​ຈະ​ເຮັດ​ໄດ້​ຖ້າ​ຫາກ​ຈິດ​ໃຈ​ຂອງ​ພວກ​ທ່ານ​ໝັ້ນ​ຄົງຕະຫລອດ​ໄປ.”26 ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.