ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ແສງ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ຈິງ ແລະ ຄວາມ​ຮັກ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ແສງ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ຈິງ ແລະ ຄວາມ​ຮັກ

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ແສງ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ຈິງ ແລະ ຄວາມ​ຮັກ​ກຳ​ລັງ​ສ່ອງ​ແສງ​ຢ່າງ​ເຈີດ​ຈ້າ​ໄປ​ທັງ​ທົ່ວ​ໂລກ​ໃນ​ມື້​ນີ້.

ບົດ​ເພງ​ສວດ​ທີ່​ງົດ​ງາມ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຊື່​ວ່າ ທຸກ​ຊົນ​ຊາດ​ຈົ່ງ​ຟັງ! “Hark, All Ye Nations!” ບົ່ງ​ບອກ​ຢ່າງ​ບໍ່​ຜິດ​ພ້ຽນ​ເຖິງ​ຄວາມ​ກະ​ຕື​ລົ້ນ ແລະ ຄວາມ​ເບີກ​ບານ​ໃຈ​ກັບ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ກຳ​ລັງ​ໄປ​ສູ່​ທົ່ວ​ໂລກ. ໃນ​ເພງ​ສວດ​ນີ້ ເຮົາ​ຮ້ອງ​ວ່າ:

ທຸກ​ຊົນ​ຊາດ​ຈົ່ງ​ຟັງ! ຟັງ​ສຽງ​ສະ​ຫວັນ

ທຸກ​ບັນ​ດາ​ຊາດ​ເພື່ອ​ຊາວ​ຊົນ​ຫັນ​ສາ!

ເຫລົ່າ​ທູດ​ແຫ່ງ​ສິ​ຣິ​ຮ້ອງ​ເພງ​ປີ​ດາ

ຄວາມ​ຈິງ​ໄດ້​ຖືກ​ຟື້ນ​ຟູ​ອີກ​ຄັ້ງ!1

ຫລູ​ອີສ໌ ແອັຟ ມ້ອງ, ຜູ້​ຂຽນ​ຂໍ້​ຄວາມ​ທີ່​ຕື່ນ​ເຕັ້ນ​ນີ້, ເປັນ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຊາວ​ເຢຍ​ລະ​ມັນ​ທີ່​ຂຽນ​ຖ້ອຍ​ຄຳ​ໂດຍ​ໄດ້​ຮັບ​ແຮງ​ບັນ​ດານ​ໃຈ​ສຳ​ລັບ​ເພງ​ສວດ ຂະ​ນະ​ທີ່​ອາ​ໄສ​ຢູ່​ໃນ​ປະ​ເທດ​ສະ​ວິດ​ເຊີ​ແລນ ລະ​ຫວ່າງ​ທີ່​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ​ໃນ​ເອີ​ຣົບ.2 ຄວາມ​ຊື່ນ​ຊົມ​ທີ່​ເກີດ​ຈາກ​ການ​ເຫັນ​ຜົນ​ກະ​ທົບ​ທົ່ວ​ໂລກ​ຂອງ​ການ​ຟື້ນ​ຟູ​ນັ້ນ ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ໃນ​ຖ້ອຍ​ຄຳ​ຂອງ​ເພງ​ສວດ​ດັ່ງ​ຕໍ່​ໄປ​ນີ້:

ຄົ້ນ​ຫາ​ໃນ​ຄວາມ​ມືດ, ຊົນ​ຊາດ​ຮ້ອງ​ໄຫ້;

ພວກ​ເຂົາ​ໄດ້​ເຝົ້າ​ຄອຍ​ອະ​ລຸນ​ເຈີດ​ຈ້າ.

ບັດ​ນີ້ ລ້ວນ​ຍິນ​ດີ​ລາ​ຕີ​ລັບ​ລາ.

ຄວາມ​ຈິງ​ຢູ່​ໃນ​ໂລກ​ອີກ​ຄັ້ງ!3

ຕ້ອງ​ຂອບ​ໃຈ​ການ​ເລີ່ມ​ຕົ້ນ​ຂອງ​ການ​ຟື້ນ​ຟູ​ອັນ​ຕໍ່​ເນື່ອງ​ມາ​ຕັ້ງ​ແຕ່ 200 ກວ່າ​ປີ​ກ່ອນ, “ແສງ​ພ​ຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ຈິງ ແລະ ຄວາມ​ຮັກ”4 ບັດ​ນີ້ ໄດ້​ສ່ອງ​ແສງ​ໄປ​ຕະ​ຫລອດ​ທົ່ວ​ໂລກ. ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ຮຽນ​ຮູ້​ໃນ​ປີ 1820, ແລະ ຄົນ​ອີກ​ເປັນ​ລ້ານໆ ໄດ້​ຮຽນ​ຮູ້​ຕັ້ງ​ແຕ່​ນັ້ນ​ມາ​ວ່າ, “ປະ​ທານ​ໃຫ້​ແກ່​ຄົນ​ທັງ​ປວງ​ດ້ວຍ​ພຣະ​ກະ​ລຸ​ນາ ບໍ່​ຊົງ​ກ່າວ​ຕິ.”5

ບໍ່​ດົນ​ຫລັງ​ຈາກ​ການ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ໃນ​ສະ​ໄໝ​ສຸດ​ທ້າຍ​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຕໍ່​ໂຈ​ເຊັບ ສະ​ມິດ ແລະ ໄດ້​ສະ​ແດງ​ໃຫ້​ປະ​ຈັກ​ເຖິງ​ຄວາມ​ຮັກ​ທີ່​ປ່ຽມ​ລົ້ນ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​​ເຮົາ ເມື່ອ​ພຣະ​ອົງ​ໄດ້​ກ່າວ​ວ່າ:

“ດັ່ງນັ້ນ, ເຮົາ​ພຣະ​ຜູ້​ເປັນ​ເຈົ້າ, ໂດຍ​ທີ່​ຮູ້​ເຖິງ​ຄວາມ​ເສຍ​ຫາຍ​ທີ່​ຈະ​ມາ​ສູ່​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ, ຈຶ່ງ​ໄດ້​ເອີ້ນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈ​ເຊັບ ສະ​ມິດ, ຜູ້​ລູກ, ແລະ ໄດ້​ກ່າວ​ກັບ​ລາວ​ຈາກ​ສະ​ຫວັນ, ແລະ ມອບ​ບັນ​ຍັດ​ໃຫ້​ລາວ; …

“ເພື່ອ​ພັນ​ທະ​ສັນ​ຍາ​ອັນ​ເປັນ​ນິດ​ຂອງ​ພຣະ​ອົງ​ຈະ​ໄດ້​ຖືກ​ສະ​ຖາ​ປະ​ນາ​ຂຶ້ນ;

“ເພື່ອ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ຈະ​ຖືກ​ປ່າວ​ປະ​ກາດ ໂດຍ​ຄົນ​ທີ່​ອ່ອນ​ແອ ແລະ ຄົນ​ທີ່​ຕ່ຳ​ຕ້ອຍ​ຈົນ​ເຖິງ​ທີ່​ສຸດ​ຂອງ​ໂລກ.”6

ບໍ່​ດົນ​ຫລັງ​ຈາກ​ທີ່​ໄດ້​ຮັບ​ການ​ເປີດ​ເຜີຍ​ນີ້, ບັນ​ດາ​ຜູ້​ສອນ​ສາດ​ສະ​ໜາ​ໄດ້​ເລີ່ມ​ຖືກ​ເອີ້ນ ແລະ ຖືກ​ສົ່ງ​ໄປ​ສູ່​ຫລາຍໆ​ປະ​ຊາ​ຊາດ​ໃນ​ໂລກ. ເຊັ່ນ​ດຽວ​ກັບ​ທີ່​ສາດ​ສະ​ດາ​ນີ​ໄຟ​ໄດ້​ຄາດ​ການ​ໄວ້, ຂ່າວ​ສານ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ໄດ້​ເລີ່ມ​ຖືກ​ສັ່ງ​ສອນ “ໃນ​ບັນ​ດາ​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ.”7

“ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ເຮືອນ​​ໄມ້​ທ່ອນ​ຫລັງ​ນ້ອຍໆ ໃນ​ເຂດ​ເໜືອ​ຂອງ​ລັດ​ນິວ​ຢອກ ໃນ​ປີ 1830.

“ມັນ​ໃຊ້​ເວ​ລາ 177 ປີ—ຈົນ​ຮອດ​ປີ 1947—ກ່ອນ​ສາດ​ສະ​ໜາ​ຈັກ​ຈະ​ເຕີບ​ໃຫຍ່​ຂຶ້ນ​ຈາກ​ສະ​ມາ​ຊິກ​ຫົກ​ຄົນ​ທຳ​ອິດ​ເປັນ​ໜຶ່ງ​ລ້ານ​ຄົນ. ບັນ​ດາ​ຜູ້​ສອນ​ສາດ​ສະ​ໜາ​ໄດ້​ກາຍ​ເປັນ​ລັກ​ສະ​ນະ​ເດັ່ນ​ຂອງ​ສາດ​ສະ​ໜາ​ຈັກ​ຕັ້ງ​ແຕ່​ລຸ້ນ​ທຳ​ອິດ, ໂດຍ​ກະ​ຈາຍ​ໄປ​ຍັງ​ດິນ​ແດນ​ຊາວ​ອິນ​ເດຍ​ແດງ, ຈົນ​ເຖິງ​ກາ​ນາ​ດາ ແລະ, ໃນ​ປີ 1837, ຜ່ານ​ກາຍ​ທະ​ວີບ​ອາ​ເມ​ຣິ​ກາ​ເໜືອ​ໄປ​ສູ່​ປະ​ເທດ​ອັງ​ກິດ. ຫລັງ​ຈາກ​ນັ້ນ​ບໍ່​ດົນ, ບັນ​ດາ​ຜູ້​ສອນ​ສາດ​ສະ​ໜາ​ກໍ​ໄດ້​ເຮັດ​ວຽກ​ໃນ​ທະ​ວີບ​ເອີ​ຣົບ ແລະ ໄກ​ໄປ​ຈົນ​ເຖິງ​ປະ​ເທດ​ອິນ​ເດຍ ແລະ ໝູ່​ເກາະ​ປາ​ຊີ​ຟິກ.

“ໄດ້​ໄປ​ຮອດ​ເປົ້າ​ໝາຍ​ສະ​ມາ​ຊິກ​ສອງ​ລ້ານ​ຄົນ​ພຽງ​ແຕ່ 16 ປີ​ຕໍ່​ມາ, ໃນ​ປີ 1963, ແລະ ຮອດ​ເປົ້າ​ໝາຍ​ສາມ​ລ້ານ​ຄົນ​ໃນ​ອີກ​ແປດ​ປີ.”8

ໂດຍ​ການ​ເນັ້ນ​ໃສ່​ການ​ເຕີບ​ໃຫຍ່​ທີ່​ວ່ອງ​ໄວ​ຂອງ​ສາດ​ສະ​ໜາ​ຈັກ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ໄວ້​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: “ເວ​ລາ​ນີ້, ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ກຳ​ລັງ​ກ້າວ​ໄປ​ໜ້າ​ຢ່າງ​ວ່ອງ​ໄວ. ສາດ​ສະ​ໜາ​ຈັກ​ຈະ​ມີ​ອະ​ນາ​ຄົດ​ທີ່​ຄາດ​ບໍ່​ເຖິງ ແລະ ບໍ່​ມີ​ໃຜ​ທຽບ​ເທົ່າ​ໄດ້.”9

ການ​ຟື້ນ​ຟູ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ການ​ຈັດ​ຕັ້ງ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ດຳ​ລົງ​ຢູ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເທິງ​ແຜ່ນ​ດິນ​ໂລກ​ນີ້​ອີກ​ຄັ້ງ, ແລະ ການ​ເຕີບ​ໂຕ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ຕັ້ງ​ແຕ່​ນັ້ນ​ມາ ໄດ້​ເປັນ​ພອນ​ໃຫ້​ຖາ​ນະ​ປະ​ໂລ​ຫິດ​ມີ​ຢູ່​ທົ່ວ​ໂລກ. ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ຕ່າງໆ​ອັນ​ສັກ​ສິດ​ທີ່​ຜູກ​ມັດ​ເຮົາ​ກັບ​ພຣະ​ເຈົ້າ ແລະ ວາງ​ເຮົາ​ໄວ້​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ໄດ້​ສະ​ແດງ​ໃຫ້​ປະ​ຈັກ​ຢ່າງ​ແຈ່ມ​ແຈ້ງ​ເຖິງ “ພະ​ລັງ​ແຫ່ງ​ຄວາມ​ເປັນ​ພຣະ​ເຈົ້າ.”10 ຂະ​ນະ​ທີ່​​ເຮົາ​ເຂົ້າ​ຮ່ວມ​ໃນ​ພິ​ທີ​ການ​ອັນ​ສັກ​ສິດ​ເຫລົ່າ​ນີ້​ເພື່ອ​ຜູ້​ທີ່​ມີ​ຊີ​ວິດ​ຢູ່ ແລະ ເພື່ອ​ຜູ້​ທີ່​ຕາຍ​ແລ້ວ, ເຮົາ​ກໍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ທັງ​ສອງ​ຟາກ​ມ່ານ ແລະ ກະ​ກຽມ​ແຜ່ນ​ດິນ​ໂລກ​ໄວ້​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​​ລອດ.

ໃນ​ເດືອນ​ເມ​ສາ ປີ 1973, ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ ໄດ້​ເດີນ​ທາງ​ຈາກ​ປະ​ເທດ​ອາກ​ຊັງ​ຕິນ ບ້ານ​ເກີດ​ຂອງ​ພວກ​ເຮົາ ເພື່ອ​ໄປ​ຮັບ​ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ. ໃນ​ເມື່ອ​ຕອນ​ນັ້ນ​ຍັງ​ບໍ່​ມີ​ພຣະ​ວິ​ຫານ​ຢູ່​ບ່ອນ​ໃດ​ໃນ​ອາ​ເມ​ຣິ​ກາ​ລາ​ຕິນ​ເທື່ອ, ພວກ​ເຮົາ​ຈຶ່ງ​ໄດ້​ບິນ​ໄປ​ຫລາຍ​ກວ່າ 6,000 ໄມ (9,700 ກມ) ເພື່ອ​ຮັບ​ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ​ເຊົາ​ເລັກ. ເຖິງ​ແມ່ນ​ວ່າ​ໃນ​ຕອນ​ນັ້ນ ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ​ໄດ້​ພຽງ​ແຕ່​ສອງ​ປີ ແລະ ບໍ່​ຈື່​ປະ​ສົບ​ການ​ທີ່​ພິ​ເສດ​ນັ້ນ​ທັງ​ໝົດ​ກໍ​ຕາມ, ແຕ່​ພາບ​ສາມ​ຢ່າງ​ທີ່​ຊັດ​ເຈນ​ຈາກ​ການ​ເດີນ​ທາງ​ນັ້ນ ຍັງ​ຕິດ​ຕຶງ ແລະ ຢູ່​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຕັ້ງ​ແຕ່​ນັ້ນ​ມາ.

ຮູບ​ພາບ
ພາບ​ຈາກ​ປ່ອງ​ຢ້ຽມ​ຍົນ

ທຳ​ອິດ, ຂ້າ​ພະ​ເຈົ້າ​ຈື່​ໄດ້​ວ່າ ຕົວ​ເອງ​​ຖືກ​ໃຫ້​ນັ່ງ​ຢູ່​ໃກ້​ປ່ອງ​ຢ້ຽມ​ຍົນ ແລະ ​ໄດ້​ແນມ​ເບິ່ງ​ເມກ​ຂາວ​ຢູ່​ທາງ​ລຸ່ມ.

ກ້ອນ​ເມກ​ທີ່​ສວຍ​ງາມ ແລະ ສົດ​ໃສ​ເຫລົ່າ​ນັ້ນ ຍັງ​ຢູ່​ໃນ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຄື​ກັບ​ວ່າ​ມັນ​ເປັນ​ກ້ອນ​ສຳ​ລີ​ຝ້າຍ​ຍັກ.

ອີກ​ພາບ​ໜຶ່ງ​ທີ່​ຍັງ​ຢູ່​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ພາບ​ຂອງ​ຕົວ​ລະ​ຄອນ​ທີ່​ຕະ​ຫລົກ​ສອງ​ສາມ​ໂຕ​ຢູ່​ສວນ​ສະ​ໜຸກ​ແຫ່ງ​ໜຶ່ງ​ໃນ​ເຂດ​ເມືອງ​ລອສ ແອັງ​ເຈີ​ລີສ. ຕົວ​ລະ​ຄອນ​ເຫລົ່າ​ນັ້ນ​ຍາກ​ທີ່​ຈະ​ລືມ​ໄດ້.

ແຕ່​ທີ່​ສຳ​ຄັນ​ກວ່າ​ນັ້ນ​ກໍ​ຄື ພາບ​ທີ່​ສຸກ​ໃສ ແລະ ບໍ່​ສາ​ມາດ​ລືມ​ໄດ້:

ຮູບ​ພາບ
ຫ້ອງ​ຜະ​ນຶກ​ໃນ​ພຣະ​ວິ​ຫານ​ເຊົາ​ເລັກ

ຂ້າ​ພະ​ເຈົ້າ​ຈື່​ໄດ້​ຢ່າງ​ຊັດ​ເຈນ​ວ່າ ກຳ​ລັງ​ຢູ່​ໃນ​ຫ້ອງ​ສັກ​ສິດ​ຂອງ​ພຣະ​ວິ​ຫານ​ເຊົາ​ເລັກ ບ່ອນ​ທີ່​ມີ​ການ​ຜະ​ນຶກ​ຂອງ​ຄູ່​ສາ​ມີ​ພັນ​ລະ​ຍາ ແລະ ຂອງ​ຄອບ​ຄົວ ເພື່ອ​ການ​ເວ​ລາ ແລະ ເພື່ອ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ. ຂ້າ​ພະ​ເຈົ້າ​ຈື່​ແທ່ນ​ບູ​ຊາ​ຂອງ​ພຣະ​ວິ​ຫານ ແລະ ຈື່​ແສງ​ຕາ​ເວັນ​ທີ່​ເຈີດ​ຈ້າ​ສ່ອງ​ເຂົ້າ​ມາ​ຜ່ານ​ປ່ອງ​ຢ້ຽມ​ທາງ​ນອກ​ຂອງ​ຫ້ອງ​ໄດ້. ຕອນ​ນັ້ນ​ຂ້າ​ພະ​ເຈົ້າ​ຮູ້​ສຶກ, ແລະ ຍັງ​ສືບ​ຕໍ່​ຮູ້​ສຶກ​ຕັ້ງ​ແຕ່​ນັ້ນ​ມາ, ເຖິງ​ຄວາມ​ອົບ​ອຸ່ນ, ຄວາມ​ປອດ​ໄພ, ແລະ ການ​ປອບ​ໂຍນ​ຂອງ​ແສງ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ຈິງ ແລະ ຄວາມ​ຮັກ.

ຄວາມ​ຮູ້​ສຶກ​ຄ້າຍໆ​ກັນ​ນີ້​ໄດ້​ຮັບ​ການ​ຢືນ​ຢັນ​ອີກ​ຄັ້ງ​ໜຶ່ງ​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ 20 ປີ​ຕໍ່​ມາ, ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ເພື່ອ​ຮັບ​ການ​ຜະ​ນຶກ​ອີກ​ຄັ້ງ—ເທື່ອ​ນີ້ ແມ່ນ​ໃນ​ຂະ​ນະ​ທີ່​ຄູ່​ໝັ້ນ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ ໄດ້​ຖືກ​ຜະ​ນຶກ​ເພື່ອ​ການ​ເວ​ລາ ແລະ ເພື່ອ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ໂອ​ກາດ​ນີ້, ພວກ​ເຮົາ​ບໍ່​ຈໍາ​ເປັນ​ທີ່​ຈະ​ເດີນ​ທາງ​ເປັນ​ພັນໆ​ກິ​ໂລ​ແມັດ ເພາະ​ພຣະ​ວິ​ຫານ ບວຍ​ໂນສ ແອ​ຣີສ໌ ອາກ​ຊັງ​ຕິນ ໄດ້​ຖືກ​ສ້າງ ແລະ ອຸ​ທິດ​ຕັ້ງ​ແຕ່​ນັ້ນ​ມາ, ແລະ ຢູ່​ຫ່າງ​ຈາກ​ບ້ານ​ຂອງ​ພວກ​ເຮົາ​ພຽງ​ແຕ່​ໄລ​ຍະ​ຂັບ​ລົດ​ສັ້ນໆ​ເທົ່າ​ນັ້ນ.

ຮູບ​ພາບ
ຄອບ​ຄົວ​ວອກ​ເກີ

ຊາວ​ສອງ​ປີ​ຫລັງ​ຈາກ​ການ​ແຕ່ງ​ງານ ແລະ ການ​ຜະ​ນຶກ​ຂອງ​ພວກ​ເຮົາ, ພວກ​ເຮົາ​ໄດ້​ຮັບ​ພອນ​ໃນ​ການ​ກັບ​ຄືນ​ໄປ​ພຣະ​ວິ​ຫານ​ຫລັງ​ເກົ່າ​ນັ້ນ​ອີກ, ແຕ່​ເທື່ອ​ນີ້ ນຳ​ກັນ​ກັບ​ລູກ​ສາວ​ຜູ້​ງາມ​ຂອງ​ພວກ​ເຮົາ, ແລະ ພວກ​ເຮົາ​ໄດ້​ຖືກ​ຜະ​ນຶກ​ເປັນ​ຄອບ​ຄົວ​ເພື່ອ​ການ​ເວ​ລາ ແລະ ເພື່ອ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ.

ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ສະ​ທ້ອນ​ຄິດ​ເຖິງ​ຊ່ວງ​ເວ​ລາ​ທີ່​ສັກ​ສິດ​ຫລາຍ​ເຫລົ່າ​ນີ້​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ປ່ຽມ​ລົ້ນ​ໄປ​ດ້ວຍ​ຄວາມ​ສຸກ​ທີ່​ເລິກ​ເຊິ່ງ ແລະ ຢັ້ງ​ຢືນ. ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ ແລະ ສືບ​ຕໍ່​ທີ່​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ທີ່​ເມດ​ຕາ​ກະ​ລຸ​ນາ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ໃນ​ສະ​ຫວັນ, ຜູ້​ຮູ້​ຄວາມ​ຕ້ອງ​ການ​ສ່ວນ​ຕົວ​ຂອງ​ພວກ​ເຮົາ ແລະ ຄວາມ​ປາດ​ຖະ​ໜາ​ທີ່​ຈິງ​ໃຈ​ຂອງ​ພວກ​ເຮົາ.

ໃນ​ການ​ກ່າວ​ເຖິງ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ໃນ​ຍຸກ​ສຸດ​ທ້າຍ, ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຢ​ໂຮ​ວາ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ຕັ້ງ​ກົດ​ບັນ​ຍັດ​ຂອງ​ເຮົາ​ໄວ້​ພາຍ​ໃນ​ພວກ​ເຂົາ ແລະ ຂຽນ​ກົດ​ບັນ​ຍັດ​ນັ້ນ​ໄວ້​ທີ່​ຫົວ​ໃຈ​ຂອງ​ພວກ​ເຂົາ; ເຮົາ​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ແລະ ພວກ​ເຂົາ​ຈະ​ເປັນ​ປະ​ຊາ​ຊົນ​ຂອງ​ເຮົາ.”11 ຂ້າ​ພະ​ເຈົ້າ​ຮູ້​ສຶກ​ກະ​ຕັນ​ຍູ​ຊົ່ວ​ນິ​ລັນ​ດອນ ທີ່​ຕັ້ງ​ແຕ່​ຕອນ​ຂ້າ​ພະ​ເຈົ້າ​ຍັງ​ນ້ອຍ ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລີ່ມ​ຖືກ​ສະ​ຫລັກ​ລົງ​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຢ່າງ​ເລິກ​ເຊິ່ງ ຜ່ານ​ທາງ​ພິ​ທີ​ການ​ທີ່​ສັກ​ສິດ​ຕ່າງໆ​ໃນ​ບ້ານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ. ມັນ​ສຳ​ຄັນ​ຫລາຍ​ຂະ​ໜາດ​ໃດ​ທີ່​ຮູ້​ວ່າ ພຣະ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຮົາ, ວ່າ​ເຮົາ​ເປັນ​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ບໍ່​ວ່າ​ສະ​ພາບ​ການ​ໃດ​ຈະ​ຢູ່​ອ້ອມ​ຕົວ​ເຮົາ​ກໍ​ຕາມ, ຖ້າ​ເຮົາ​ຊື່​ສັດ ແລະ ເຊື່ອ​ຟັງ​ພັນ​ທະ​ສັນ​ຍາ​ຕ່າງໆ​ທີ່​ເຮົາ​ໄດ້​ເຮັດ​ໄວ້, ແລ້ວ​ເຮົາ​ຈະ​ສາ​ມາດ “ຖືກ​ລ້ອມ​ໄວ້​ໃນ​ອ້ອມ​ພຣະ​ພາ​ຫາ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຊົ່ວ​ນິ​ລັນ​ດອນ.”12

ໃນ​ລະ​ຫວ່າງ​ພາກ​ສະ​ຕີ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ໃນ​ເດືອນ​ຕຸ​ລາ ປີ 2019 ນັ້ນ, ປະ​ທານ​ແນວ​ສັນ​ໄດ້​ກ່າວ​ວ່າ, “ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ກັນ​ແລະ​ກັນ, ປະ​ກາດ​ພຣະ​ກິດ​ຕິ​ຄຸນ, ຊ່ວຍ​ເຫລືອ​ໄພ່​ພົນ​ໃຫ້​ດີ​ພ້ອມ, ແລະ ໄຖ່​ຄົນ​ຕາຍ​ທັງ​ໝົດ​ລວມ​ກັນ​ຢູ່​ໃນ​ພຣະ​ວິ​ຫານ​ທີ່​ສັກ​ສິດ.”13

ເຊັ່ນ​ດຽວ​ກັນ, ໃນ​ລະ​ຫວ່າງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ດຽວ​ກັນ, ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ​ວ່າ: “ແນ່​ນອນ, ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ການ​ຟື້ນ​ຟູ ແມ່ນ​ພຣະ​ວິ​ຫານ​ທີ່​ສັກ​ສິດ. ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ​ຂອງ​ພຣະ​ວິ​ຫານ ເປັນ​ສິ່ງ​ຈຳ​ເປັນ​ຕໍ່​ການ​ກະ​ກຽມ​ຜູ້​ຄົນ​ເພື່ອ​ຕ້ອນ​ຮັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ.”14

ການ​ຟື້ນ​ຟູ​ອັນ​ຕໍ່​ເນື່ອງ​ແມ່ນ​ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ​ໂດຍ​ການ​ສ້າງ ແລະ ການ​ອຸ​ທິດ​ພຣະ​ວິ​ຫານ​ຫລາຍໆ​ແຫ່ງ​ໃນ​ລະ​ດັບ​ທີ່​ໄວ​ຂຶ້ນ​ກວ່າ​ເກົ່າ. ຂະ​ນະ​ທີ່​ເຮົາ​ເຕົ້າ​ໂຮມ​ທັງ​ສອງ​ຟາກ​ມ່ານ, ຂະ​ນະ​ທີ່​ເຮົາ​ເສຍ​ສະ​ລະ​ເພື່ອ​ທີ່​ຈະ​ຮັບ​ໃຊ້ ແລະ ເຮັດ​ໃຫ້​ພຣະ​ວິ​ຫານ​ເປັນ​ສິ່ງ​ສຳ​ຄັນ​ໃນ​ຊີ​ວິດ​ຂອງ​ເຮົາ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ສ້າງ​ເຮົາ​ຂຶ້ນ​ຢ່າງ​ແທ້​ຈິງ—ພຣະ​ອົງ​ກຳ​ລັງ​ສ້າງ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ.

ໂອ, ບັນ​ລັງ​ຈາກ​ເບື້ອງ​ບົນ​ຈະ​ມີ​ສະ​ຫງ່າ​ລາ​ສີ​ສ່ຳ​ໃດ

ສ່ອງ​ແສງ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ຈິງ ແລະ ຄວາມ​ຮັກ!

ເຈີດ​ຈ້າ​ດັ່ງ​ແສງ​ສຸ​ລິ​ຍາ

ສ່ອງ​ທົ່ວ​ທຸກ​ແຜ່ນ​ດິນ​ມື້​ນີ້.15

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ແສງ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ຈິງ ແລະ ຄວາມ​ຮັກ​ກຳ​ລັງ​ສ່ອງ​ແສງ​ຢ່າງ​ເຈີດ​ຈ້າ​ໄປ​ທັງ​ທົ່ວ​ໂລກ​ໃນ​ມື້​ນີ້. ວຽກ​ງານ​ທີ່​ໜ້າ “ງຶດ​ງໍ້​ແລ້ວ​ງຶດ​ງໍ້​ອີກ​ໂດຍ​ບໍ່​ໄດ້​ຄາດ​ຝັນ” ໄດ້​ຖືກ​ບອກ​ໄວ້​ລ່ວງ​ໜ້າ​ໂດຍ​ສາດ​ສະ​ດາ​ເອ​ຊາ​ຢາ16 ແລະ ໄດ້​ເຫັນ​ໂດຍ​ນີ​ໄຟ17 ກຳ​ລັງ​ເກີດ​ຂຶ້ນ​ໃນ​ລະ​ດັບ​ທີ່​ເລັ່ງ​ດ່ວນ, ແມ່ນ​ແຕ່​ໃນ​ຊ່ວງ​ເວ​ລາ​ທີ່​ທ້າ​ທາຍ​ນີ້. ດັ່ງ​ທີ່​ໂຈ​ເຊັບ ສະ​ມິດ ໄດ້​ປະ​ກາດ​ຢ່າງ​ພະ​ຍາ​ກອນ​ໄວ້​ແລ້ວ​ວ່າ, “ມາດ​ຕະ​ຖານ​ແຫ່ງ​ຄວາມ​ຈິງ​ໄດ້​ຖືກ​ສ້າງ​ຕັ້ງ​ຂຶ້ນ​ແລ້ວ; ແລະ ບໍ່​ມີ​ມື​ທີ່​ຊົ່ວ​ຮ້າຍ​ໃດ​ສາ​ມາດ​ຢຸດ​ວຽກ​ງານ​ບໍ່​ໃຫ້​ກ້າວ​ໜ້າ​ໄດ້ ຈົນ​ກວ່າ​ຈຸດ​ປະ​ສົງ​ຂອງ​ພຣະ​ເຈົ້າ​ຈະ​ສຳ​ເລັດ​ຄົບ​ຖ້ວນ, ແລະ ພຣະ​ເຢ​ໂຮ​ວາ​ທີ່​ຍິ່ງ​ໃຫຍ່​ຈະ​ກ່າວ​ວ່າ ວຽກ​ງານ​ສຳ​ເລັດ​ແລ້ວ.”18

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂໍ​ໃຫ້​ເຮົາ​ເຕັມ​ໃຈ ແລະ ຕັດ​ສິນ​ໃຈ​ໃນ​ມື້​ນີ້ ວ່າ​ຈະ​ຮ່ວມ​ຕົວ​ເຮົາ​ເອງ ແລະ ຄອບ​ຄົວ​ຂອງ​ເຮົາ​ໃນ​ການ​ຟັງ​ສຽງ​ສະ​ຫວັນ, ແມ່ນ​ແຕ່​ສຸ​ລະສຽງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ຂໍ​ໃຫ້​ເຮົາ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ຊຶ່ງ​ຈະ​ເຮັດ​ໃຫ້​ເຮົາ​ໝັ້ນ​ຄົງ​ໃນ​ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ອົງ, ແລະ ຂໍ​ໃຫ້​ເຮົາ​ປິ​ຕິ​ຍິນ​ດີ​ຢູ່​ໃນ​ພອນ​ທັງ​ປວງ​ຂອງ​ແສງ​ທີ່​ສະ​ຫງ່າ​ລາ​ສີ ແລະ ຄວາມ​ຈິງ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.