​2010–2019
ຊັບ​ສົມ​ບັດ​ທາງວິນ​ຍານ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


ຊັບ​ສົມ​ບັດ​ທາງວິນ​ຍານ

ເມື່ອທ່ານໃຊ້​ສັດ​ທາ ໃນພຣະ​ຜູ້​ເປັນ​ເຈົ້າ ແລະ ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ, ແລ້ວ​ຄວາມ​ສາ​ມາດ​ຂອງ​ທ່ານ ທີ່​ຈະ​ເຂົ້າ​ຫາ​ຊັບ​ສົມ​ບັດ​ທາງວິນ​ຍານນີ້ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ມີ​ໃຫ້ ຈະ​ເພີ່ມ​ທະ​ວີ​ຫລາຍ​ຂຶ້ນ.

ຂອບ​ໃຈ​ຫລາຍໆ​ສຳ​ລັບ​ເພງ​ທີ່​ມ່ວນ​ອອນ​ຊອນ. ຂະ​ນະ​ທີ່​ເຮົາ​ຢືນ​ຮ້ອງ​ເພງ​ຂັ້ນ ຊື່​ວ່າ, “ເຮົາ​ຂອບ​ພຣະ​ໄທ​ສຳ​ລັບ​ສາດ​ສະ​ດາ,” ແນວ​ຄິດ​ສອງ​ຢ່າງ​ໄດ້​ເຂົ້າ​ມາ​ສູ່​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ. ຢ່າງ​ໜຶ່ງ​ແມ່ນ​ກ່ຽວ​ກັບ​ສາດ​ສະ​ດາໂຈເຊັບ ສະມິດ, ສາດ​ສະ​ດາຂອງ​ຍຸກ​ສະ​ໄໝ​ນີ້. ຂ້າ​ພະ​ເຈົ້າ​ນັບ​ມື້​ນັບ​ມີ​ຄວາມ​ຮັກ ແລະ ຍ້ອງ​ຍໍ​ຊົມ​ເຊີຍ​ເພິ່ນ. ຄວາມ​ຄິດຢ່າງ​ທີ​ສອງ​ໄດ້​ເກີດ​ຂຶ້ນ ຕອນ​ທີ່​ຂ້າ​ພະ​ເຈົ້າ​ຫລຽວ​ເບິ່ງ​ພັນ​ລະ​ຍາ, ລູກ​ສາວ, ຫລານ​ສາວ, ແລະ ເຫລັນຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ ຂ້າ​ພະ​ເຈົ້າ​ຢາກ​ຮັບ​ເອົາ​ທ່ານ​ທຸກ​ຄົນເຂົ້າ​ເປັນ​ພາກ​ສ່ວນ​ຂອງ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ.

ຫລາຍ​ເດືອນ​ຜ່ານ​ມານີ້, ຫລັງ​ຈາກ​ພິ​ທີ​ຮັບ​ຂອງ​ປະ​ທານ​ສັກ​ສິດ​ຢູ່​ໃນ​ພຣະ​ວິ​ຫານ, ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ເວັນດີ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ວ່າ, “ອ້າຍ​ຫວັງ​ວ່າ ບັນ​ດາ​ເອື້ອຍ​ນ້ອງ​ຈະ​ເຂົ້າ​ໃຈ​ເຖິງ​ຊັບ​ສົມ​ບັດ​ທາງວິນ​ຍານ ທີ່​ເປັນ​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ພຣະ​ວິ​ຫານ​ນີ້.” ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ຄິດກ່ຽວ​ກັບ​ທ່ານ​ສະ​ເໝີ, ລວມ​ທັງ​ສອງ​ເດືອນ​ກ່ອນ ຕອນ ເວັນ​ດີ ແລະ ຂ້າ​ພະເຈົ້າ​ໄປ​ຢ້ຽມ​ຢາມເມືອງຮາມໂມນີ, ລັດເພັນໂຊ​ເວເນຍ.

ຮູບ​ພາບ
ການ​ຟື້ນ​ຟູ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ

ມັນ​ເປັນ​ເທື່ອ​ທີ​ສອງ​ຂອງ​ພວກ​ເຮົາ ທີ່​ໄດ້​ໄປ​ຢາມ. ທັງ​ສອງ​ເທື່ອ ພວກ​ເຮົາໄດ້​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ ຂະ​ນະ​ທີ່​ພວກ​ເຮົາ​ຍ່າງ​ຢູ່​ເທິງ​ພື້ນ​ທີ່​ສັກ​ສິດນັ້ນ. ຢູ່​ໃກ້​ເມືອງ​ຮາມ​ໂມ​ນີນັ້ນ​ເອງ ທີ່​ໂຢຮັນ​ບັບ​ຕິ​ສະ​ໂຕ ໄດ້​ມາ​ປະ​ກົດ​ຕໍ່​ໂຈເຊັບ ສະມິດ ແລະ ໄດ້​ຟື້ນ​ຟູ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ.

ຮູບ​ພາບ
ການ​ຟື້ນ​ຟູ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ

ຢູ່​ທີ່ນັ້ນເອງ​ທີ່ ອັກ​ຄະ​ສາ​ວົກ ເປໂຕ, ຢາໂກໂບ, ແລະ ໂຢຮັນ ໄດ້​ມາ​ປະ​ກົດ ເພື່ອ​ຟື້ນ​ຟູ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.

ຢູ່​ໃນ​ເມືອງ​ຮາມໂມນີນັ້ນ​ເອງ ທີ່ ເອມມາ ເຮວ ສະມິດ ໄດ້​ຮັບ​ໃຊ້​ເປັນ​ຜູ້​ຂຽນ​ຄົນ​ທຳ​ອິດ ໃຫ້​ສາ​ມີ​ຂອງ​ນາງ ຂະ​ນະ​ທີ່​ສາດ​ສະ​ດາ ແປ​ພຣະ​ຄຳ​ພີ​ມໍ​ມອນ.

ຢູ່​ໃນ​ເມືອງຮາມໂມນີນັ້ນ​ເອງ ທີ່​ໂຈ​ເຊັບ​ໄດ້​ຮັບ​ການ​ເປີດ​ເຜີຍ ທີ່​ສະ​ແດງ​ໃຫ້​ປະ​ຈັກ​ເຖິງ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຕໍ່​ນາງ​ເອມມາ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະ​ນຳ​ນາງ​ເອມມາ ໃຫ້​ອະ​ທິ​ບາຍ​ພຣະ​ຄຳ​ພີ, ໃຫ້​ແນະ​ນຳ​ສາດ​ສະ​ໜາ​ຈັກ, ໃຫ້​ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ໃຫ້​ໃຊ້​ເວ​ລາ “ຮຽນ​ຮູ້​ຫລາຍ​ໆຢ່າງ.” ນາງ​ເອມມາ ກໍ​ໄດ້​ຖືກ​ແນະ​ນຳ​ຕື່ມ​ອີກ ໃຫ້ “ປະ​ຖິ້ມ​ສິ່ງ​ທີ່​ເປັນ​ຂອງ​ໂລກນີ້ ແລະ ສະ​ແຫວງ​ຫາ​ສິ່ງ​ທີ່​ດີກວ່າ” ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ນາງ​ໄດ້​ເຮັດ​ກັບ​ພຣະ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້ຈົບ​ຄຳ​ແນະ​ນຳ​ຂອງ​ພຣະ​ອົງ ດ້ວຍ​ພຣະ​ຄຳ​ທີ່​ໜ້າ​ສົນ​ໃຈ​ດັ່ງ​ນີ້: “ນີ້​ຄື​ສຽງ​ຂອງ​ເຮົາ​ເຖິງ​ທຸກ​ຄົນ.”1

ທຸກ​ສິ່ງ ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ເມືອງຮາມໂມນີ ມີ​ຄວາມ​ໝາຍ​ທີ່​ເລິກ​ຊຶ້ງ​ຕໍ່​ຊີ​ວິດ ຂອງ​ທ່ານ. ການ​ຟື້ນ​ຟູ​ຖານ​ປະ​ໂລ​ຫິດ, ພ້ອມ​ດ້ວຍ​ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ນາງ​ເອມມາ, ສາ​ມາດ​ນຳ​ພາ ແລະ ເປັນ​ພອນ​ໃຫ້​ແກ່​ທ່ານແຕ່​ລະ​ຄົນ​ໄດ້. ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ທ່ານ​ເຂົ້າ​ໃຈ​ວ່າ ການ​ຟື້ນ​ຟູ​ຖາ​ນະ​ປະ​ໂລ​ຫິດ​ແມ່ນ​ກ່ຽວ​ຂ້ອງ​ກັບ​ທັງ​ຜູ້​ຍິງ ແລະ ຜູ້​ຊາຍ​ທຸກ​ຄົນ. ເປັນ​ເພາະຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ໄດ້​ຖືກ​ຟື້ນ​ຟູ, ທັງ​ຜູ້​ຍິງ ແລະ ຜູ້​ຊາຍ​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ ຈຶ່ງ​ສາ​ມາດ​ໄດ້​ຮັບ​ພອນ​ທາງວິນ​ຍານ “ທັງ​ໝົດ ຂອງ​ສາດ​ສະ​ໜາ​ຈັກ”2 ຫລື, ເຮົາ​ເວົ້າ​ໄດ້​ວ່າ, ໄດ້​ຮັບຊັບ​ສົມ​ບັດ​ທາງວິນ​ຍານ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ມີ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ.

ຍິງ ແລະ ຊາຍ​ທຸກ​ຄົນ ຜູ້​ເຮັດ​ພັນ​ທະ​ສັນ​ຍາ​ກັບພຣະ​ເຈົ້າ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ, ແລະ ຜູ້​ທີ່​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຢ່າງ​ມີ​ຄ່າ​ຄວນ, ເຂົາ​ເຈົ້າຈະ​ໄດ້​ຮັບ​ອຳ​ນາດ​ຈາກພຣະ​ເຈົ້າ​ໂດຍ​ກົງ. ຜູ້​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ ຢູ່​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງອຳ​ນາດ ຂອງ​ຖາ​ນະ​ປະ​ໂລ​ຫິດຂອງ​ພຣະ​ເຈົ້າ ເປັນ​ເພາະ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ, ພ້ອມ​ດ້ວຍ​ຂອງ​ປະ​ທານ​ແຫ່ງ​ຄວາມ​ຮູ້ ເພື່ອ​ຈະ​ໄດ້​ຮູ້​ຈັກ​ວິ​ທີ​ເຂົ້າ​ຫາ​ອຳ​ນາດນັ້ນ.

ສະ​ຫວັນ​ກໍ​ເປີດ​ໃຫ້ ຜູ້​ຍິງ ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ ດ້ວຍ​ອຳ​ນາດ​ຂອງ​ພຣະ​ເຈົ້າ ທີ່​ຫລັ່ງ​ໄຫລ​ມາ​ຈາກ​ພັນ​ທະ​ສັນ​ຍາ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ເຂົາ​ເຈົ້າ ເທົ່າໆ​ກັບ​ຜູ້​ຊາຍ​ທີ່​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ. ຂ້າ​ພະ​ເຈົ້າ​ຫວັງ​ວ່າທ່ານ​ທຸກ​ຄົນ​​ຈະຮັບ​ເອົາ​ຄວາມ​ຈິງ​ນັ້ນ ເພາະ​ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ມັນ​ຈະ​ປ່ຽນ​ແປງ​ຊີ​ວິດ​ຂອງ​ທ່ານ. ເອື້ອຍ​ນ້ອງ​ທັງ​ຫລາຍ, ທ່ານ​ມີ​ສິດ​ທີ່​ຈະ​ເຂົ້າ​ຫາ​ອຳ​ນາດ​ຂອງ​ພຣະ​ຜູ້ຊ່ວຍ​ໃຫ້​ລອດ​ຢ່າງ​ເປັນ​ອິດ​ສະ​ລະ ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ ແລະ ຄົນ​ອື່ນໆ​ທີ່​ທ່ານ​ຮັກ.

ບັດ​ນີ້, ທ່ານ​ອາດ​ເວົ້າ​ກັບ​ຕົວ​ເອງວ່າ, “ຟັງ​ແລ້ວ​ກໍ​ໜ້າ​ຕື່ນ​ເຕັ້ນ​ເນາະ, ແຕ່​ເຮົາ​ຈະ​ເຮັດ​ຈັ່ງ​ໃດ? ເຮົາ​ຈະ​ເຂົ້າ​ຫາ​ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ຊີ​ວິດ​ເຮົາ​ໄດ້​ແນວ​ໃດ?”

ທ່ານບໍ່​ສາ​ມາດ​ຊອກ​ຫາ​ຂັ້ນ​ຕອນ​ເຫລົ່າ​ນັ້ນ ຢູ່​ໃນໜັງ​ສືຄູ່​ມື​ເຫລັ້ມ​ໃດໆ. ພຣະ​ວິ​ນ​ຍານ​ບໍ​ລິ​ສຸດ ຈະ​ເປັນ​ຄູ​ສອນ​ສ່ວນ​ຕົວ​ຂອງ​ທ່ານ ຂະ​ນະ​ທີ່​ທ່ານ​ສະ​ແຫວງ​ຫາ​ທີ່​ຈະ​ເຂົ້າ​ໃຈ ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ຮູ້ ແລະ ເຮັດ. ຂັ້ນ​ຕອນ​ເຫລົ່າ​ນັ້ນ​ບໍ່​ໄດ້​ເປັນ​ເລື່ອງ​ໄວ ແລະ ງ່າຍໆ, ແຕ່ ເປັນ ສິ່ງ​ເຕີມ​ພະ​ລັງ​ທາງວິນ​ຍານ. ຈະ​ມີ​ຫຍັງ​ແດ່​ທີ່​ໜ້າ​ຕື່ນ​ເຕັ້ນ​ຫລາຍ​ໄປ​ກວ່າ​ການອອກ​ແຮງ​ດ້ວຍ​ພຣະ​ວິນ​ຍານ ເພື່ອ​ຈະ​ເຂົ້າ​ໃຈ​ອຳ​ນາດ​ຂອງ​ພຣະ​ເຈົ້າ—ອຳ​ນາດ​ຂອງ​ຖານະ​ປະ​ໂລ​ຫິດ?

ສິ່ງ​ທີ່​ຂ້າ​ພະ​ເຈົ້າ ສາ​ມາດ ບອກ​ທ່ານ​ໄດ້​ແມ່ນ ການ​ເຂົ້າ​ຫາ​ອຳ​ນາດ​ຂອງ​ພຣະ​ເຈົ້າ ໃນ​ຊີ​ວິດ​ຂອງ​ທ່ານ ຮຽກ​ຮ້ອງ​ສິ່ງ​ດຽວ​ກັນ​ກັບ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະ​ນຳ​ນາງ​ເອມມາ ແລະ ທ່ານ​ແຕ່​ລະ​ຄົນ​ໃຫ້​ເຮັດ.

ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ຂໍ​ເຊື້ອ​ເຊີນ​ທ່ານ ໃຫ້​ສຶກ​ສາ ແລະ ຄົ້ນ​ຄວ້າ ພາກ​ທີ 25 ຂອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ດ້ວຍ​ການອະ​ທິ​ຖານ ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ສິດ​ສອນ ທ່ານ. ຄວາມ​ພະ​ຍາ​ຍາມ​ສ່ວນ​ຕົວ ແລະ ທາງວິນ​ຍານ​ຂອງ​ທ່ານ ຈະ​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້​ທ່ານ ເມື່ອ​ທ່ານໄດ້​ຮັບ, ເຂົ້າ​ໃຈ, ແລະ ໃຊ້​ອຳ​ນາດ​ທີ່ທ່ານ​ໄດ້​ຮັບ​ມາ.

ພາກ​ສ່ວນ​ໜຶ່ງ​ຂອງ​ຄວາມ​ພະ​ຍາ​ຍາມນີ້ ຈະ​ຮຽກ​ຮ້ອງ​ໃຫ້​ທ່ານ​ປະ​ຖິ້ມ​ຫລາຍ​ຢ່າງ​ທີ່​ເປັນ​ຂອງ​ໂລກ. ບາງ​ເທື່ອ​ເຮົາ​ຈະ​ເວົ້າ​ແບບ​ທຳ​ມະ​ດາ​ກ່ຽວ​ກັບ​ການ​ເດີນ​ໜີ​ຈາກ​ໂລກ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຂັດ​ແຍ້ງ, ການ​ລໍ້​ລວງ​ທີ່​ແຜ່​ລາມ, ແລະ ປັດ​ສະ​ຍາ​ທີ່ບໍ່​ຖືກ​ຕ້ອງ. ແຕ່ ແທ້​ຈິງ​ແລ້ວ ການ​ເຮັດ​ແນວນັ້ນ ຮຽກ​ຮ້ອງ​ທ່ານ​ໃຫ້​ສຳ​ຫລວດ​ຊີ​ວິດ​ຕົວ​ເອງຢ່າງ​ລະ​ອຽດ ແລະ ເປັນ​ປະ​ຈຳ. ເມື່ອ​ທ່ານ​ເຮັດ​ເຊັ່ນ​ນັ້ນ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ກະ​ຕຸ້ນ​ທ່ານ​ໃຫ້​ຮູ້ວ່າ​ສິ່ງໃດ​ທີ່​ບໍ່​ຈຳ​ເປັນ​ອີກ​ຕໍ່​ໄປ, ສິ່ງ​ໃດທີ່​ທ່ານ​ບໍ່​ຄວນ​ເສຍ​ເວ​ລາ ແລະ ເຫື່ອ​ແຮງ​ນຳ.

ເມື່ອ​ທ່ານບໍ່​ເອົາ​ໃຈ​ໃສ່​ຕໍ່ສິ່ງ​ລົບ​ກວນ​ທາງ​ໂລກ, ແລ້ວ​ບາງ​ສິ່ງ​ທີ່​ເບິ່ງ​ຄື​ວ່າສຳ​ຄັນຫລາຍ​ຕໍ່​ທ່ານ​ໃນ​ເວ​ລານີ້ ຈະມີ​ຄວາມ​ສຳ​ຄັນ​ໜ້ອຍ​ລົງ. ທ່ານ​ອາດ​ຕ້ອງ​ປະ​ຕິ​ເສດ​ບາງ​ສິ່ງ, ເຖິງ​ແມ່ນ​ເບິ່ງ​ຄື​ວ່າ ມັນບໍ່​ມີ​ພິດ​ມີ​ໄພ​ກໍ​ຕາມ. ເມື່ອ​ທ່ານ​ເລີ່ມ​ຕົ້ນ ແລະ ດຳ​ເນີນ​ຂັ້ນ​ຕອນ​ຂອງ​ການ​ອຸ​ທິດ​ຖວາຍ​ຕະ​ຫລອດ​ຊີ​ວິດ​ຂອງ​ທ່ານ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ແລ້ວການ​ປ່ຽນ​ແປງ​ທາງ​ທັດ​ສະ​ນະ, ຄວາມ​ຮູ້​ສຶກ, ແລະ ຄວາມ​ເຂັ້ມ​ແຂງ​ທາງວິນ​ຍານ​ຂອງ​ທ່ານ ຈະ​ເຮັດ​ໃຫ້​ທ່ານ​ແປກ​ໃຈ​ຫລາຍ​ທີ່​ສຸດ!

ຕໍ່​ໄປ​ນີ້​ແມ່ນ​ຄຳ​ເຕືອນ. ຈະ​ມີ​ຄົນສົງ​ໃສ​ຄວາມ​ສາ​ມາດ​ຂອງ​ທ່ານ ທີ່​ຈະ​ເອີ້ນ​ຫາ​ອຳ​ນາດ​ຂອງ​ພຣະ​ເຈົ້າ. ຈະ​ມີ​ຄົນ​ຢາກ​ໃຫ້​ທ່ານ​ສົງ​ໃສ​ຕົວ​ເອງ ແລະ ລົດ​ຄວາມ​ສາ​ມາດ​ທີ່​ດີ​ເດັ່ນ​ທາງວິນ​ຍານ​ຂອງ​ທ່ານ​ລົງ ໃນ​ຖາ​ນະ​ຜູ້​ຍິງ​ທີ່​ຊອບ​ທຳ.

ສິ່ງ​ທີ່​ແນ່ນອນ​ແມ່ນ ຜູ້​ປໍ​ລະ​ປັກ​ບໍ່​ຢາກ​ໃຫ້​ທ່ານ​ເຂົ້າ​ໃຈ​ພັນ​ທະ​ສັນ​ຍາ​ທີ່​ທ່ານ​ໄດ້​ເຮັດ​ຕອນ​ຮັບ​ບັບ​ຕິ​ສະ​ມາ ຫລື ຄວາມ​ຮູ້ ແລະ ພະ​ລັງ​ທີ່​ເລິກ​ຊຶ້ງ ຊຶ່ງ​ທ່ານ​ໄດ້​ຮັບ ແລະ ຈະ​ໄດ້​ຮັບ​ຢູ່​ໃນ​ພຣະ​ວິ​ຫານ—ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ແລະ ແນ່ນອນ ຊາ​ຕານບໍ່​ຢາກ​ໃຫ້​ທ່ານ​ເຂົ້າ​ໃຈ​ວ່າ ທຸກ​ເທື່ອ​ທີ່​ທ່ານ​ຮັບ​ໃຊ້ ແລະ ນະ​ມັດ​ສະ​ການ​ຢ່າງ​ມີ​ຄ່າ​ຄວນ ຢູ່​ໃນ​ພຣະ​ວິ​ຫານ, ທ່ານ​ໄດ້​ກັບອອກ​ໄປ​ດ້ວຍ​ອຳ​ນາດ​ຂອງ​ພຣະ​ເຈົ້າ ແລະ ເຫລົ່າ​ທູດ​ຂອງ​ພຣະ​ອົງ​ກໍ “ຮັບຜິດ​ຊອບ​ດູ​ແລ” ທ່ານ.3

​ຊາ​ຕານ ແລະ ບໍ​ລິ​ວານ​ຂອງ​ມັນ ຈະ​ພະ​ຍາ​ຍາມ​ກິດ​ກັນ​ທ່ານ​ຕະ​ຫລອດ​ເວ​ລາ ເພື່ອບໍ່​ໃຫ້​​ທ່ານເຂົ້າ​ໃຈ​​ກ່ຽວ​ກັບ ຂອງ​ປະ​ທານ​ທາງວິນ​ຍານ ຊຶ່ງ​ທ່ານ​ໄດ້​ຮັບ ຫລື ສາ​ມາດ​ໄດ້​ຮັບ. ໜ້າ​ເສຍ​ໃຈ​ທີ່ ສິ່ງ​ກີດ​ກັນ​ບາງ​ຢ່າງ ແມ່ນ​ເກີດ​ຈາກ​ການ​ປະ​ພຶດທີ່ບໍ່​ດີ​ຂອງ​ຄົນ​ອື່ນ. ມັນ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ໂສກ​ເສົ້າ ທີ່ທ່ານ​ບາງ​ຄົນ​ຄິດ​ວ່າ​ຕົວ​ເອງບໍ່​ເປັນ​ທີ່​ຕ້ອງ​ການ ຫລື ຍັງ​ເປັນ​ທີ່​ສົງ​ໃສ​ຕໍ່​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ ຫລື ຖືກ​ຂົ່ມ​ເຫັງ ຫລື ຖືກ​ທໍ​ລະ​ຍົດ ໂດຍ​ສາ​ມີ, ພໍ່, ຫລື ເພື່ອນ. ຂ້າ​ພະ​ເຈົ້າ​ເສົ້າ​ໃຈ​ຫລາຍ​ທີ່ທ່ານ​ບາງ​ຄົນຮູ້​ສຶກຖືກ​ເມີນ​ເສີຍ, ຖືກ​ດູ​ໝິ່ນ, ຫລື ຖືກ​ເຂົ້າ​ໃຈ​ຜິດ. ການ​ກະ​ທຳ​ເຊັ່ນ​ນີ້ ບໍ່ຄວນ​ມີ​ຢູ່​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

ກົງ​ກັນ​ຂ້າມ, ຂ້າ​ພະ​ເຈົ້າ​ດີ​ໃຈ​ຫລາຍ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ວ່າ ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ມັກ​ໃຫ້​ຜູ້​ຍິງ​ມີ​ສ່ວນ​ຮ່ວມ​ຢູ່​ໃນ​ການ​ປະ​ຊຸມ​ສະ​ພາ​ຫວອດ ຫລື ສະ​ພາ​ສະ​ເຕກ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ສາ​ມີ​ຜູ້​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແມ່ນ​ການ​ດູ​ແລ​ພັນ​ລະ​ຍາ​ຂອງ​ຕົນ.4 ຂ້າ​ພະ​ເຈົ້າ​ຊົມ​ເຊີຍ​ຜູ້​ຊາຍ​ທີ່​ນັບ​ຖື​ພັນ​ລະ​ຍາ​ຕົນ ທີ່​​ນາງສາ​ມາດຮັບ​ການ​ເປີດ​ເຜີຍ ແລະ ທະ​ນຸ​ຖະ​ໜອມ​ນາງ ໃນ​ຖາ​ນະ​ຮຸ້ນ​ສ່ວນ​ທີ່​ເທົ່າ​ທຽມ​ກັນ ໃນ​ຊີ​ວິດ​ແຕ່ງ​ງານ​ຂອງ​ເຂົາ​ເຈົ້າ.

ເມື່ອ​ຜູ້​ຊາຍ​ເຂົ້າ​ໃຈ​ອະ​ນຸ​ພາບ ແລະ ພະ​ລັງ​ຂອງ​ຄວາມ​ຊອບ​ທຳ ແລະ ການ​ສະ​ແຫວງ​ຫາ ຂອງຜູ້​ຍິງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ, ຈຶ່ງບໍ່​ແປກ​ໃຈ​ເລີຍ ທີ່​ລາວຮູ້​ສຶກ​ວ່າ​ຕົນ​ເອງ​ຄວນ​ລຸກ​ຢືນ​ຂຶ້ນ​ເພື່ອ​ໃຫ້​ກຽດ ຂະ​ນະ​ທີ່​ນາງ​ຍ່າງ​ເຂົ້າ​ມາ​ໃນ​ຫ້ອງ ແມ່ນ​ບໍ?

ນັບ​ແຕ່​ດຶກ​ດຳ​ບັນ​ເປັນ​ຕົ້ນ​ມາ, ຜູ້​ຍິງ​ໄດ້​ຮັບ​ພອນ​ດ້ວຍຄວາມ​ສຳ​ນຶກ​ທາງ​ສິນ​ທຳ—ເປັນ​ຄວາມ​ສາ​ມາດ​ທີ່​ຈະ​ຮູ້​ຈັກ​ຄວາມ​ດີຈາກ​ຄວາມ​ຊົ່ວ. ຂອງ​ປະ​ທານ​ນີ້​ຂະ​ຫຍາຍ​ອອກກວ້າງ ໃນ​ຜູ້​ທີ່​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ. ແລະ ມັນ​ຈະລົດ​ນ້ອຍ​ຖອຍ​ລົງ ​ໃນ​ຜູ້​ທີ່​ຕັ້ງ​ໃຈ​ເມີນ​ເສີຍ​ຈາກ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

ຂ້າ​ພະ​ເຈົ້າ​ຂໍ​ບອກດຽວນີ້​ວ່າ ຜູ້​ຊາຍກໍບໍ່​ຖືກ​ຍົກ​ເວັ້ນ​ຈາກ​ເງື່ອນ​ໄຂ​ຂອງ​ພຣະ​ເຈົ້າ ທີ່​ໃຫ້ ເຂົາ​ເຈົ້າ ຮູ້​ຈັກ​ຈຳ​ແນກ​ຄວາມ​ດີຈາກ​ຄວາມ​ຊົ່ວຄື​ກັນ. ແຕ່ ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຄວາມ​ສາ​ມາດ​ຂອງ​ທ່ານທີ່​ຈະ​ຮູ້​ຈັກ​ຄວາມ​ດີ​ຈາກ​ຄວາມ​ຊົ່ວ, ທີ່​ຈະ​ເປັນ​ຜູ້​ປົກ​ປັກ​ຮັກ​ສາ​ສິນ​ທຳ​ຂອງ​ສັງ​ຄົມ, ແມ່ນ​ສຳ​ຄັນ​ຫລາຍ​ໃນ​ຍຸກ​ສຸດ​ທ້າຍນີ້. ແລະ ພວກ​ເຮົາ​ເພິ່ງ​ອາ​ໄສ​ທ່ານ ເພື່ອ​ສິດ​ສອນ​ຄົນ​ອື່ນໃຫ້​ເຮັດ​ຄື​ກັນ. ຂ້າ​ພະເຈົ້າ​ຂໍອະ​ທິ​ບາຍ​ວ່າ: ຖ້າ​ຫາກ​ໂລກນີ້​ຂາດ​ຄວາມ​ຖືກ​ຕ້ອງ​ທາງ​ສິນ​ທຳ​ຂອງ​ພວກ​ຜູ້​ຍິງ, ແລ້ວ​ໂລກນີ້​ຈະ ບໍ່​ມີ​ວັນ ຈະ​ເລີນ​ກ້າວ​ໜ້າ​ໄດ້.

ເຮົາ​ຜູ້​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ບໍ່​ແມ່ນ​ຂອງ​ໂລກ; ເຮົາ​ແມ່ນ​ຂອງ​ອິດ​ສະ​ຣາ​ເອນ​ແຫ່ງ​ພັນ​ທະ​ສັນ​ຍາ. ເຮົາ​ຖືກ​ເອີ້ນ​ໃຫ້​ກະ​ກຽມ​ຜູ້​ຄົນ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ບັດ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ອະ​ທິ​ບາຍ​ຫລາຍ​ຈຸດ​ຕື່ມ​ອີກ ດ້ວຍ​ຄວາມ​ນັບ​ຖື​ຕໍ່​ຜູ້​ຍິງ ແລະ ຖາ​ນະ​ປະ​ໂລ​ຫິດ. ເມື່ອ​ທ່ານ​ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ ເພື່ອ​ຮັບ​ໃຊ້​ຢູ່​ໃນ​ຕຳ​ແໜ່ງ ພາຍໃຕ້​ການ​ຊີ້​ນຳ​ຂອງ​ຜູ້​ທີ່​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ—ດັ່ງ​ເຊັ່ນ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຂອງ​ທ່ານ—ທ່ານ​ໄດ້​ຮັບ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ທຳ​ງານ​ໃນ​ຕຳ​ແໜ່ງ​ດັ່ງ​ກ່າວ.

ຄ້າຍ​ຄື​ກັນ​ນັ້ນ, ຢູ່ໃນ​ພຣະ​ວິ​ຫານ​ສັກ​ສິດ ທ່ານ​ໄດ້​ຮັບອະ​ນຸ​ຍາດ​ໃຫ້ປະ​ຕິ​ບັດ ແລະ ປະ​ກອບ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ ທຸກເທື່ອ ທີ່​ທ່ານ​ໄປ​ຮ່ວມ. ຂອງ​ປະ​ທານ​ສັກ​ສິດ ທີ່​ທ່ານ​ໄດ້​ຮັບ​ຢູ່​ໃນ​ພຣະ​ວິ​ຫານ ຈະ​ຊ່ວຍ​ທ່ານ​ເຮັດ​ສິ່ງນີ້​ໄດ້.

ຖ້າ​ຫາກ​ທ່ານ​ໄດ້​ຮັບ​ຂ​ອງປະ​ທານ​ສັກ​ສິດ​ແລ້ວ ແຕ່​ເວ​ລານີ້ຍັງ​ບໍ່​ໄດ້​ແຕ່ງ​ງານ​ເທື່ອ​ກັບ​ຜູ້​ທີ່​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ແລະ ບາງ​ຄົນ​ອາດ​ເວົ້າ​ກັບ​ທ່ານ​ວ່າ, “ຂ້ອຍ​ເສຍ​ໃຈ​ນຳ ທີ່​ເຈົ້າ​ບໍ່​ມີ​ຖາ​ນະ​ປະ​ໂລ​ຫິດ​ຢູ່​ໃນ​ບ້ານ,” ຂໍ​ໃຫ້​ທ່ານເຂົ້າ​ໃຈ​ວ່າ ຄຳ​ນັ້ນ​ບໍ່​ຖືກ​ຕ້ອງ. ທ່ານ​ອາດບໍ່​ມີ ຜູ້​ດຳ​ລົງ ຖາ​ນະ​ປະ​ໂລ​ຫິດ​ຢູ່​ໃນ​ບ້ານ, ແຕ່​ທ່ານ​ໄດ້ຮັບ ແລະ ໄດ້ເຮັດ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ​ກັບ​ພຣະ​ເຈົ້າ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ. ຈາກ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ ຂອງ​ປະ​ທານ​ສັກ​ສິດ ຈະ​ຫລັ່ງ​ໄຫລ​ມາສູ່​ທ່ານ​ຈາກ​ອຳນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ. ແລະ ຈົ່ງ​ຈຳ​ໄວ້​ວ່າ, ຖ້າ​ຫາກສາ​ມີ​ຂອງ​ທ່ານ​ໄດ້​ເສຍ​ຊີ​ວິດ​ໄປແລ້ວ, ທ່ານ ຈະກາຍ​ເປັນ​ຜູ້​ປົກ​ຄອງ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ທ່ານ.

ໃນ​ຖາ​ນະ​ຜູ້​ຍິງໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ຊອບ​ທຳ ແລະ ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ, ທ່ານ​ສາ​ມາດ​ເວົ້າ ແລະ ສິດ​ສອນ​ດ້ວຍ​ອຳ​ນາດ ແລະ ສິດ​ອຳ​ນາດ​ຈາກ​ພຣະ​ເຈົ້າ. ບໍ່​ວ່າ​ຈະ​ເປັນ​ການ​ຊຸກ​ຍູ້ ຫລື ການ​ສົນ​ທະ​ນາ, ພວກ​ເຮົາ​ກໍ​ຕ້ອງ​ການ​ທ່ານ ໃນ​ການ​ສິດ​ສອນ​ຄຳ​ສອນ​ຂອງ​ພຣະ​ຄຣິດ. ພວກ​ເຮົາ​ຕ້ອງ​ການ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ທ່ານ​ໃນສະ​ພາ​ຄອບ​ຄົວ, ສະ​ພາ​ຫວອດ, ແລະ ສະ​ພາ​ສະ​ເຕກ. ການ​ມີ​ສ່ວນ​ຮ່ວມ​ຂອງ​ທ່ານ​ແມ່ນ​ສຳ​ຄັນ ແລະ ກໍ​ບໍ່​ເຄີຍ​ຖື​ວ່າ ທ່ານ​ເປັນ​ພຽງ​ແຕ່ສິ່ງ​ປະ​ດັບ​ປະ​ດາ​ເທົ່າ​ນັ້ນ!

ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ພະ​ລັງ​ຂອງ​ທ່ານ​ຈະ​ເພີ່ມ​ທະ​ວີ​ຫລາຍ​ຂຶ້ນ ຂະ​ນະ​ທີ່​ທ່ານ​ຮັບ​ໃຊ້​ຄົນ​ອື່ນ. ຄຳ​ອະ​ທິ​ຖານ, ການ​ຖື​ສິນ​ອົດ​ເຂົ້າ, ເວ​ລາ​ກັບ​ພຣະ​ຄຳ​ພີ, ການ​ຮັບ​ໃຊ້​ຢູ່​ໃນ​ພຣະ​ວິ​ຫານ, ແລະ ວຽກ​ງານ​ສືບ​ປະ​ຫວັດ​ຄອບ​ຄົວ​ຂອງ​ທ່ານ ຈະ​ເປີດ​ສະ​ຫວັນ​ໃຫ້​ທ່ານ.

ຂ້າ​ພະ​ເຈົ້າຊຸກ​ຍູ້​ທ່ານ​ໃຫ້​ສຶກ​ສາຄວາມ​ຈິງ ທຸກ​ຢ່າງ ດ້ວຍ​ການ​ອະ​ທິ​ຖານ ກ່ຽວ​ກັບ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ທ່ານ​ສາ​ມາດ​ເລີ່ມ​ຕົ້ນ​ດ້ວຍ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ພາກ​ທີ 84 ແລະ 107. ສອງ​ພາກ​ເຫລົ່າ​ນັ້ນ ຈະ​ພາ​ທ່ານ​ໄປ​ຫາ​ຂໍ້​ຄວາມບ່ອນ​ໃໝ່. ພຣະ​ຄຳ​ພີ ແລະ ຄຳ​ສອນ​ຂອງ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ​ໃນ​ສະໄໝ​ໃໝ່ ກໍເຕັມ​ໄປ​ດ້ວຍ​ຄວາມ​ຈິງ​ເຫລົ່າ​ນີ້. ເມື່ອທ່ານ​ມີ​ຄວາມ​ເຂົ້າ​ໃຈ ແລະ ໃຊ້​ສັດ​ທາໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໃນ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດັ່ງ​ກ່າວຫລາຍ​ຂຶ້ນ​ເທົ່າ​ໃດ, ແລ້ວ​ຄວາມ​ສາ​ມາດ​ຂອງ​ທ່ານ ທີ່​ຈະ​ເຂົ້າ​ຫາ​ຊັບ​ສົມ​ບັດ​ທາງວິນ​ຍານນີ້ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ມີ​ໃຫ້ ຈະ​ເພີ່ມ​ທະ​ວີ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ. ເມື່ອ​ທ່ານ​ເຮັດ​ເຊັ່ນ​ນັ້ນ, ທ່ານ​ຈະ​ພົບ​ເຫັນຕົວ​ເອງ ຊ່ວຍ​ສ້າງ​ຄອບ​ຄົວ​ນິ​ລັນ​ດອນ ໃຫ້ດີ​ຂຶ້ນກວ່າ​ເກົ່າ ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ, ຜະ​ນຶກ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ສຳ​ລັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ສຳ​ລັບ​ພຣະ​ເຢ​ຊູຄຣິດ.

ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ທີ່​ຈະ​ປະ​ຕິ​ບັດສາດ​ສະ​ໜາ​ກິດ​ຕໍ່​ກັນ​ແລະ​ກັນ, ປະ​ກາດ​ພຣະ​ກິດ​ຕິ​ຄຸນ, ຊ່ວຍເຫລືອ​ໄພ່​ພົນ​ໃຫ້​ດີ​ພ້ອມ, ແລະ ໄຖ່​ຄົນ​ຕາຍ ທັງ​ໝົດ​ລວມ​ກັນ​ຢູ່​ໃນ​ພຣະ​ວິ​ຫານ​ທີ່​ສັກ​ສິດ. ປະ​ຈຸ​ບັນ​ນີ້ ພວກ​ເຮົາ​ມີ​ພຣະ​ວິ​ຫານ​ຢູ່ 166 ແຫ່ງ ຕະ​ຫລອດ​ທົ່ວ​ໂລກ, ແລະ ກໍ​ຈະ​ມີຕື່ມ​ອີກ.

ດັ່ງ​ທີ່​ທ່ານ​ຮູ້​ຈັກ, ພຣະ​ວິ​ຫານ​ເຊົາ​ເລັກ, ພ້ອມ​ທັງບໍ​ລິ​ເວນ​ພຣະ​ວິ​ຫານ, ແລະ ອາ​ຄານຕ່າງໆ​ທີ່​ຢູ່​ໃກ້​ຕຶກ​ຫ້ອງ​ການ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ ຈະ​ຖືກ​ສ້ອມ​ແປງ​ບຸ​ລະ​ນະ ຊຶ່ງ​ຈະ​ເລີ່​ມ​ຕົ້ນໃນ​ທ້າຍ​ປີນີ້. ພຣະ​ວິ​ຫານ​ທີ່​ສັກ​ສິດ​ແຫ່ງ ນີ້ ຈະ​ຖືກ​ຮັກ​ສາ ແລະ ຖືກກະ​ກຽມ​ໄວ້ ເພື່ອເປັນ​ສິ່ງ​ດົນ​ໃຈ​ຄົນ​ລຸ້ນ​ຫລັງ, ຄື​ກັນ​ກັບ​ທີ່​ມັນ​ໄດ້​ເປັນ​ອິດ​ທິ​ພົນ​ຕໍ່ລຸ້ນ​ຂອງ​ພວກເຮົາ.

ເມື່ອ​ສາດ​ສະ​ໜາ​ຈັກ​ເຕີບ​ໂຕ​ຫລາຍ​ຂຶ້ນ​ເທົ່າ​ໃດ, ກໍ​ຈະ​ມີ​ການ​ສ້າງ​ພຣະ​ວິ​ຫານ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ ເພື່ອ​ວ່າ​ຫລາຍໆ​ຄອບ​ຄົວ​ຈະ​ສາ​ມາດ​ເຂົ້າ​ເຖິງ​ພອນ​ທັງ​ໝົດ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ, ນັ້ນ​ຄື​ຊີ​ວິດ​ນິ​ລັນ​ດອນ.5 ພວກເຮົາຖືວ່າພຣະວິຫານ ເປັນ ອາຄານທີ່ສັກສິດທີ່ສຸດ ໃນສາດສະໜາຈັກ. ເມື່ອ​ໃດ​ທີ່​ມີ​ການ​ລາຍ​ງານ​ກ່ຽວ​ກັບ​ແຜນ​ການ​ສ້າງ​ພຣະ​ວິ​ຫານ​ຫລັງ​ໃໝ່, ມັນ​ກໍ​ກາຍ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​ຂອງ​ພວກ​ເຮົາ. ດັ່ງ​ທີ່​ພວກ​ເຮົາ​ໄດ້​ກ່າວ​ໃນ​ຄ່ຳ​ຄືນນີ້, ເອື້ອຍ​ນ້ອງ​ທັງ​ຫລາຍ ທ່ານ​ສຳ​ຄັນ​ຫລາຍ​ຕໍ່​ວຽກ​ງານ​ພຣະ​ວິ​ຫານ, ແລະ ພຣະ​ວິ​ຫານ​ກໍ​ເປັນ​ບ່ອນ​ທີ່​ທ່ານ​ສາ​ມາດ​ຮັບ​ເອົາ​ຊັບ​ສົມ​ບັດ​ທາງວິນ​ຍານ​ທີ່​ສູງ​ສຸດ.

ບັດ​ນີ້​ຂໍ​ໃຫ້​ຟັງ​ຢ່າງ​ຕັ້ງ​ໃຈ ແລະ ດ້ວຍ​ຄວາມ​ຄາ​ລະ​ວະ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ປະ​ກາດ​ແຜນ​ການ​ສ້າງ​ພຣະ​ວິ​ຫານ​ຕື່ມ​ອີກ​ແປດ​ແຫ່ງ. ຖ້າຫາກພຣະ​ວິ​ຫານ​ແຫ່ງ​ໃດ​ທີ່​ຖືກ​ປະ​ກາດ​ໄປ ມີ​ຄວາມ​ໝາຍ​ຕໍ່​ທ່ານ, ຂ້າ​ພະ​ເຈົ້າຂໍ​ແນະ​ນຳ​ທ່ານ​ໃຫ້​ກົ້ມ​ຫົວ​ອະ​ທິ​ຖານ ດ້ວຍ​ຄວາມ​ກະ​ຕັນ​ຍູ​ຢູ່​ໃນ​ໃຈ. ພວກ​ເຮົາ​ຍິນ​ດີ​ທີ່​ຈະ​ປະ​ກາດ​ແຜນ​ການ​ສ້າງ​ພຣະ​ວິ​ຫານ ໃນ​ສະ​ຖານ​ທີ່​ດັ່ງ​ຕໍ່​ໄປ​ນີ້: ຟຣີທາວ, ຊີແອຣາ ລີອອນ; ອໍຣຳ, ຢູທາ; ຜອດ ມໍເຣສ໌ບີ, ປາປູອາ ນິວ ກີນີ; ເບັນທັນວຽວ, ອາແຄນຊໍ; ບາໂກໂລດ, ຟີລິບປິນ; ມິກອາເລັນ, ເທັກຊັດ; ໂຄບານ, ກົວເຕ​ມາລາ; ແລະ ເທເລີ​ສະວຽວ, ຢູທາ. ຂໍຂອບໃຈ, ເອື້ອຍນ້ອງ​ທີ່​ຮັກ​ແພງ​ທັງ​ຫລາຍ. ພວກ​ເຮົາ​ຮູ້​ບຸນ​ຄຸນຢ່າງ​ຍິ່ງ ທີ່​ທ່ານ​ໄດ້​ຮັບ​ເອົາ​ແຜນ​ການ​ເຫລົ່າ​ນີ້ ແລະ ຕອບ​ຮັບ​ດ້ວຍ​ຄວາມ​ຄາ​ລະ​ວະ.

ສຸດ​ທ້າຍນີ້, ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ທ່ານ, ເພື່ອ​ທ່ານ​ຈະ​ເຂົ້າ​ໃຈ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ທີ່​ທ່ານ​ໄດ້​ຮັບ ແລະ ວ່າ​ທ່ານ​ຈະ​ຂະ​ຫຍາຍ​ອຳ​ນາດນັ້ນ ໂດຍ​ການ​ໃຊ້​ສັດ​ທາ​ຂອງ​ທ່ານ ໃນພຣະ​ຜູ້​ເປັນ​ເຈົ້າ ແລະ ໃນອຳ​ນາດ​ຂອງ​ພຣະ​ອົງ.

ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຮັກ​ຕໍ່​ທ່ານ ດ້ວຍ​ຄວາມ​ນັບ​ຖື ແລະ ດ້ວຍ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງຍິ່ງ. ດ້ວຍ​ຄວາມ​ຖ່ອມ​ຕົວ, ຂ້າ​ພະ​ເຈົ້າ​ຂໍ​ປະ​ກາດ​ວ່າ ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່! ພຣະ​ເຢ​ຊູ ຄື​ພຣະ​ຄຣິດ. ນີ້ແມ່ນສາດສະໜາຈັກຂອງພຣະອົງ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.