​2010–2019
ເອົາໃຈໃສ່ຕໍ່ການອະທິຖານຢູ່ສະເໝີ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


ຈົ່ງ​ເອົາ​ໃຈ​ໃສ່​ຕໍ່​ການ​ອະ​ທິ​ຖານ​ຢູ່​ສະ​ເໝີ (ແອວມາ 34:39; ໂມໂຣໄນ 6:4; ລູກາ 21:36)

ຄວາມລະມັດລະວັງຢ່າງສະໝ່ຳສະເໝີແມ່ນຈຳເປັນ ເພື່ອຕໍ່ຕ້ານກັບຄວາມເພິ່ງພໍໃຈ ແລະ ຄວາມບໍ່ເອົາໃຈໃສ່.

ຂ້າພະເຈົ້າອະທິຖານຢ່າງ​ຈິງ​ຈັງຂໍໃຫ້ພຣະວິນຍານບໍລິສຸດ ຈົ່ງມາຊ່ວຍເຫລືອທ່ານ ແລະ ຂ້າພະເຈົ້າ ໃນຂະນະທີ່ເຮົາປິຕິຍິນດີ ແລະ ນະມັດສະການນຳກັນ.

ໃນເດືອນເມສາຂອງປີ 1976, ແອວເດີ ບອຍ ເຄ ແພ໊ກເກີ ໄດ້ກ່າວຕໍ່ຊາວໜຸ່ມຂອງສາດສະໜາຈັກໂດຍສະເພາະ ຢູ່ໃນກອງປະຊຸມໃຫຍ່ສາມັນ. ໃນຂ່າວສານທີ່ຊົງຈຳຂອງເພິ່ນ ທີ່​​ມີ​ຊື່​ວ່າ “ແຂ້ທາງວິນຍານ,” ເພິ່ນໄດ້ບັນຍາຍເຖິງຕອນໄດ້ໄປປະຕິບັດໜ້າທີ່ມອບໝາຍຢູ່ທີ່ອາຟ​ຣິກາ ທີ່ເພິ່ນໄດ້ສັງເກດເຫັນໂຕແຂ້ທີ່ຊ້ອນຕົວຢູ່ຢ່າງດີເພື່ອລໍ​ຖ້າ​ລ່າສັດທີ່ບໍ່ຮູ້ຕົວ. ແລ້ວເພິ່ນກໍໄດ້ປຽບທຽບໂຕແຂ້ໃສ່ກັບຊາຕານ, ຜູ້ທີ່ລໍ​ຖ້າລ່າຄົນໜຸ່ມທີ່ບໍ່ຮູ້ຕົວ ໂດຍການປອມແປງທຳມະຊາດທີ່ອັນຕະລາຍຂອງບາບ.

ຂ້າພະເຈົ້າມີອາຍຸ 23 ປີ ຕອນ ແອວເດີ ແພ໊ກເກີ ໄດ້ກ່າວຄຳປາໄສບົດນັ້ນ, ແລະ ຊູແຊນ ແລະ ຂ້າພະເຈົ້າກໍພາກັນລໍຖ້າການເກີດຂອງລູກຄົນທຳອິດ ພາຍໃນສອງສາມມື້ຫລັງຈາກນັ້ນ. ພວກຂ້າພະເຈົ້າປະທັບໃຈກັບເນື້ອຫາຂອງຂ່າວສານຂອງເພິ່ນ ທີ່ກ່ຽວກັບການຫລີກເວັ້ນຈາກບາບ ແລະ ວິທີທີ່ເພິ່ນໄດ້ໃຊ້ພຶດຕິກຳທຳມະດາຂອງສັດ ເພື່ອສິດສອນບົດຮຽນທີ່ສຳຄັນທາງວິນຍານ.

ຊູແຊນ ແລະ ຂ້າພະເຈົ້າກໍໄດ້ເດີນທາງໄປປະຕິບັດໜ້າທີ່ມອບໝາຍທີ່ອາຟຣິກາຫລາຍໆເທື່ອ. ແລະ ພວກຂ້າພະເຈົ້າກໍໄດ້ມີໂອກາດເຫັນເຫລົ່າສັດທີ່ໜ້າປະຫລາດໃຈ ທີ່ອາໄສຢູ່ໃນທະວີບນັ້ນດ້ວຍ. ໂດຍທີ່ຈື່ຈຳຄວາມປະທັບໃຈທີ່ຄຳປາໄສຂອງແອວເດີ ແພ໊ກເກີ ມີຕໍ່ຊີວິດຂອງພວກຂ້າພະເຈົ້າ, ພວກຂ້າພະເຈົ້າໄດ້ພະຍາຍາມທີ່ຈະສັງເກດເບິ່ງ ແລະ ຮຽນຮູ້ບົດຮຽນຈາກພຶດຕິກຳຂອງສັດປ່າທີ່ອາຟ​ຣິກາ.

ຂ້າພະເຈົ້າຢາກບັນຍາຍບຸກຄະລິກລັກສະນະ ແລະ ເລ້ກົນຂອງເສືອດາວຈີຕ້າ ທີ່ຊູແຊນ ແລະ ຂ້າພະເຈົ້າໄດ້ເຫັນຕອນມັນລ່າສັດ ແລະ ປຽບທຽບມັນໃສ່ກັບສິ່ງທີ່ພວກຂ້າພະເຈົ້າໄດ້ສັງເກດເຫັນ ກ່ຽວກັບການດຳລົງຊີວິດປະຈຳວັນ ຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ.

ເສືອດາວຈີຕ້າ ແລະ ຝູງລະມັ່ງ

ເສືອດາວຈີຕ້າເປັນສັດບົກທີ່ໄວທີ່ສຸດຢູ່ເທິງໂລກ ແລະ ສາມາດແລ່ນໄວໄດ້ເຖິງ 75 ໄມຕໍ່ຊົ່ວໂມງ (120 ກິໂລແມັດຕໍ່ຊົ່ວໂມງ). ສັດທີ່ສວຍງາມເຫລົ່ານີ້ສາມາດແລ່ນໄວຈາກທ່າທີ່ຢືນເຖິງ 68 ໄມ (109 ກິໂລແມັດຕໍ່ຊົ່ວໂມງ) ພາຍ​ໃນສາມວິນາທີ. ເສືອດາວຈີຕ້າເປັນສັດຕາມລ່າ ທີ່ຄ່ອຍໆເຂົ້າໃກ້ເຫຍື່ອຂອງມັນ ແລະ ແລ້ວກະໂດດໄລ່ຕາມ ແລະ ​ໂດດ​ຄຸບ.

ຮູບ​ພາບ
ແອວເດີ ແລະ ຊິດສະເຕີ ແບ໊ດ​ນາ​ ເບິ່ງເສືອດາວຈີຕ້າ

ຊູແຊນ ແລະ ຂ້າພະເຈົ້າໄດ້ໃຊ້ເວລາເກືອບສອງຊົ່ວໂມງ ເພື່ອເບິ່ງເສືອດາວຈີຕ້າຊອມລ່າ​ຝູງລະ​ມັ່ງ ຝູງໃຫຍ່ຝູງໜຶ່ງ, ທີ່ມີຢ່າງຫລວງຫລາຍຢູ່ອາຟຣິກາ. ປ່າຫຍ້າທີ່ສູງ ແລະ ແຫ້ງຢູ່ໃນທົ່ງທີ່ອາຟຣິກາກໍເປັນສີນ້ຳຕານ ແລະ ເກືອບຈະປິດບັງສັດທີ່ຫາລ່າເຫຍື່ອ ໃນຂະນະທີ່ມັນຕາມລ່າຝູງລະມັ່ງ. ເສືອດາວຈີຕ້າແຍກກັນຢູ່ປະມານ 100 ສອກ (91 ແມັດ) ແຕ່ພວກມັນຊ່ວຍກັນຕາມລ່າ.

ຂະນະທີ່ເສືອດາວຈີຕ້າໂຕໜຶ່ງນັ່ງຊື່ຂຶ້ນຢູ່ໃນປ່າຫຍ້າ ແລະ ບໍ່ເໜັງຕີງ, ອີກໂຕໜຶ່ງໝອບລົງຕ່ຳໆຢູ່ພື້ນ ແລະ ຄ່ອຍໆຄານເຂົ້າໄປໃກ້ຝູງລະມັ່ງທີ່ບໍ່ຮູ້ຕົວ. ແລ້ວໂຕເສືອດາວຈີຕ້າທີ່ໄດ້ນັ່ງຢູ່ກໍໄດ້ຫາຍໂຕເຂົ້າໄປໃນປ່າຫຍ້າ ໃນເວລາດຽວກັນ ກັບທີ່ເສືອດາວຈີຕ້າອີກໂຕໜຶ່ງນັ່ງ​​​​ຊື່ຂຶ້ນ. ການສະຫລັບຕົວຂອງໂຕເສືອດາວຈີຕ້າທີ່ໝອບລົງ ແລະ ຄານເຂົ້າໄປໃກ້ໆ ໃນຂະນະທີ່ອີກໂຕໜຶ່ງນັ່ງຊື່ຂຶ້ນຢູ່ໃນປ່າຫຍ້າ ກໍໄດ້ສືບຕໍ່ກັນແບບນັ້ນເປັນເວລາດົນນານ. ເລ້ກົນແບບຄ່ອຍໆງຽບໆຢ່າງບໍ່ຮູ້ຕົວນັ້ນແມ່ນເພື່ອຈະລົບກວນ ແລະ ລໍ້ຫລອກຝູງລະມັ່ງ ແລະ ດຶງເອົາຄວາມສົນໃຈຂອງພວກມັນ ອອກໄປຈາກອັນຕະລາຍທີ່ຄ່ອຍໆເຂົ້າມາໃກ້ໆຕົວ. ດ້ວຍຄວາມອົດທົນ ແລະ ຢ່າງສະໝ່ຳສະເໝີ, ເສືອດາວຈີຕ້າສອງໂຕນັ້ນເຮັດວຽກຮ່ວມກັນເປັນທີມ ເພື່ອຈະໄດ້ອາຫານຄາບຕໍ່ໄປຂອງພວກມັນ.

ຢືນຢູ່ລະຫວ່າງໂຕລະມັ່ງຝູງໃຫຍ່ນັ້ນ ແລະ ເສືອດາວຈີຕ້າທີ່ກຳລັງເຂົ້າໄປໃກ້ໆ ກໍແມ່ນໂຕລະມັ່ງໃຫຍ່ ແລະ ແຂງແຮງກວ່າ ທີ່ຢືນເປັນໂຕຍາມຢູ່ເທິງໂພນປວກ. ບ່ອນທີ່ຫລຽວເຫັນໄດ້ດີຈາກໂພນປວກທີ່ສູງກວ່າປ່າຫຍ້າໃນທົ່ງ ຊ່ວຍໃຫ້ໂຕລະມັ່ງທີ່ເປັນຜູ້ພິທັກຮັກສາ ໃຫ້ເຫັນສັນຍານຂອງອັນຕະລາຍ.

ແລ້ວ ໃນທັນໃດນັ້ນ, ເມື່ອປະກົດເຫັນໄດ້ວ່າ ເສືອດາວຈີຕ້າກະໂດດລ່າຢູ່ທາງໄກ, ລະມັ່ງທັງຝູງກໍໄດ້ພາ​ກັນແຕກກະຈັດກະຈາຍກັນໄປ. ຂ້າພະເຈົ້າບໍ່ຮູ້ຖ້າຫາກວ່າ ຫລື ໂດຍວິທີໃດທີ່ໂຕລະມັ່ງ ທີ່ເປັນໂຕຍາມນັ້ນໄດ້ສື່ສານກັບຝູງໃຫຍ່, ແຕ່ກໍໄດ້ມີວິທີຕັກເຕືອນ, ແລະ ລະມັ່ງທຸກໂຕກໍໄດ້ແຕກຍ້າຍໄປຫາ​ບ່ອນທີ່ປອດໄພ.

ແລະ ແລ້ວໂຕເສືອດາວຈີຕ້າໄດ້ເຮັດແນວໃດຕໍ່ໄປ? ໂດຍບໍ່ໄດ້ລັ່ງເລ, ເສືອດາວຈີຕ້າສອງໂຕກໍໄດ້ສະຫລັບກັນເຮັດຕາມແບບແຜນໝອບລົງຕ່ຳໆ ແລະ ຄານເຂົ້າໄປຂະນະທີ່ເສືອດາວຈີຕ້າອີກໂຕໜຶ່ງນັ່ງຊື່ຂຶ້ນໃນປ່າຫຍ້ານັ້ນອີກ. ແບບແຜນຂອງການຕາມລ່າກໍສືບຕໍ່ແບບນັ້ນ. ພວກມັນບໍ່ໄດ້ຢຸດ. ພວກມັນບໍ່ໄດ້ພັກຜ່ອນ ຫລື ຢຸດພັກຈັກໜ້ອຍເລີຍ. ພວກມັນບໍ່ລົດລະໃນການເຮັດຕາມເລ້ກົນຂອງພວກມັນ ທີ່ຈະລົບກວນ ແລະ ຫລອກລວງ. ຊູແຊນ ແລະ ຂ້າພະເຈົ້າໄດ້ພາກັນເບິ່ງເສືອດາວຈີຕ້າຫາຍໂຕໄປ, ຍ້າຍເຂົ້າໄປໃກ້ໆຝູງລະມັ່ງເລື້ອຍໆ ເທື່ອລະເລັກເທື່ອລະໜ້ອຍ.

ຄືນນັ້ນຊູແຊນ ແລະ ຂ້າພະເຈົ້າໄດ້ເວົ້າລົມກັນ ດ້ວຍຄວາມຊົງຈຳກ່ຽວກັບສິ່ງ​ທີ່ພວກຂ້າພະເຈົ້າໄດ້ສັງເກດເຫັນ ແລະ ຮຽນຮູ້. ພວກຂ້າພະເຈົ້າໄດ້ສົນທະນາເຖິງປະສົບການນີ້ກັບລູກໆ ແລະ ຫລານໆນຳອີກ ແລະ ໄດ້ຊີ້ບອກເຖິງບົດຮຽນທີ່ມີຄ່າຫລາຍຢ່າງ. ບັດນີ້ຂ້າພະເຈົ້າຈະບັນຍາຍເຖິງບົດຮຽນສາມບົດເຫລົ່ານັ້ນ.

ບົດຮຽນບົດທີ 1—ໃຫ້ລະວັງເລ້ກົນທີ່ປອມແປງຂອງຄວາມຊົ່ວຮ້າຍ

ສຳລັບຂ້າພະເຈົ້າ, ເສືອດາວຈີຕ້າເປັນສັດທີ່ມີ​ພິກໄຫວ, ລໍ້ລວງ, ແລະ ຈັບໃຈ. ຂົນສີເຫລືອງອ່ອນເຖິງສີຂາວ ພ້ອມດ້ວຍຈຸດດຳກໍເປັນການປອມແປງທີ່ສວຍງາມ ທີ່ເຮັດໃຫ້ສັດເຫລົ່ານີ້ເກືອບເບິ່ງບໍ່ເຫັນ ຂະນະທີ່ພວກມັນຈອບຈະລ່າສັດທີ່ເປັນເຫຍື່ອ ທີ່ອາໄສຢູ່ໃນທົ່ງຫຍ້າທີ່ອາຟຣິກາ.

ຮູບ​ພາບ
ເສືອດາວຈີຕ້າ​ປອມແປງ​ເຂົ້າ​ກັບ​ພູມ​ສັນ​ຖານ

ໃນວິທີທີ່ຄ້າຍຄືກັນນີ້, ຄວາມຄິດ ແລະ ການກະທຳທີ່ອັນຕະລາຍທາງວິນຍານສ່ວນຫລາຍ ກໍສາມາດປະກົດວ່າເປັນທີ່ໜ້າຈັບໃຈ, ເພິ່ງປາດຖະໜາ, ຫລື ເປັນທີ່ເພິ່ງພໍໃຈ. ສະນັ້ນ, ຢູ່ໃນໂລກປະຈຸບັນຂອງເຮົາ, ເຮົາແຕ່ລະຄົນຈຳເປັນຕ້ອງ​ມີ​ສະ​ຕິ​ຕໍ່ຄວາມຊົ່ວຮ້າຍທີ່ລໍ້ລວງ ທີ່ທຳທ່າວ່າເປັນຄວາມດີ. ດັ່ງທີ່ເອຊາຢາໄດ້ເຕືອນວ່າ, “ວິບັດແກ່ຜູ້ທີ່ ເອີ້ນຄວາມຊົ່ວວ່າດີ, ແລະ ຄວາມດີວ່າຊົ່ວ; ເອີ້ນ ຄວາມມືດວ່າແຈ້ງ, ແລະ ຄວາມແຈ້ງວ່າມືດ; ເອີ້ນຄວາມຂົມວ່າຫວານ, ແລະ ຄວາມຫວານວ່າຂົມ!”1

ໃນຍຸກທີ່ກົງກັນຂ້າມ ເມື່ອການລະເມີດຄວາມສັກສິດຂອງຊີວິດຂອງມະນຸດຖືກນັບຖືວ່າ ເປັນສິດ ແລະ ຄວາມວຸ້ນວາຍຖືກບັນຍາຍວ່າ ເສລີພາບ, ເຮົາໄດ້ຮັບພອນພຽງໃດທີ່ເຮົາມີຊີວິດຢູ່ໃນຍຸກສຸດທ້າຍ ເມື່ອຄວາມສະຫວ່າງຂອງພຣະກິດຕິຄຸນທີ່ຟື້ນຟູ ສາມາດສ່ອງແສງຢ່າງເຈີດຈ້າໃນຊີວິດຂອງເຮົາ ແລະ ຊ່ວຍເຮົາໃຫ້ຫລິງເຫັນການລໍ້ລວງ ແລະ ການລົບກວນທີ່ມືດມົວຂອງຜູ້ປໍລະປັກ.

“ເພາະ​ພວກ​ເຂົາ​ເປັນ​ຄົນ​ສະຫລາດ ແລະ ໄດ້​ຮັບ​ເອົາຄວາມ​ຈິງ, ແລະ ໄດ້​ຮັບ​ເອົາ​ພຣະ​ວິນ​ຍານ​ສັກ​ສິດ​ເພື່ອການ​ນຳ​ພາ, ແລະ ບໍ່​ໄດ້​ຖືກຫລອກ​ລວງ—ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພວກ​ເຂົາ​ຈະ​ບໍ່​ຖືກ​ໂຄ່ນ​ລົງ ແລະ ໂຍນ​ເຂົ້າກອງ​ໄຟ, ແຕ່​ຈະ​ດຳ​ລົງ​ຢູ່​ໃນ​ວັນ​ນັ້ນ.”2

ບົດຮຽນບົດທີ 2—ໃຫ້ຕື່ນຢູ່ ແລະ ຮູ້ສຶກຕົວ

ສຳລັບໂຕລະມັ່ງ, ວິນາທີສັ້ນໆຂອງຄວາມລະເລີຍ ຫລື ຄວາມບໍ່ເອົາໃຈໃສ່ກໍສາມາດ ຖືກ​ເສືອດາວຈີຕ້າໂຈມ​ຕີຢ່າງວ່ອງ​ໄວໄດ້. ເຊັ່ນດຽວກັນ, ຄວາມເພິ່ງພໍໃຈ ແລະ ຄວາມບໍ່ລະມັດລະວັງເຮັດໃຫ້ເຮົາຕົກຢູ່ໃນອັນຕະລາຍ ຕໍ່ການບຸກລຸກຂອງຜູ້ປໍລະປັກ. ຄວາມບໍ່ເອົາໃຈໃສ່ທາງວິນຍານ ຈະນຳອັນຕະລາຍຢ່າງຫລວງຫລາຍເຂົ້າມາສູ່ຊີວິດຂອງເຮົາ.

ຮູບ​ພາບ
ຝູງ​ລະ​ມັ່ງ​ທີ່​ຮູ້​ສຶກ​ຕົວ

iStock.com/Angelika

ນີໄຟ ໄດ້ບັນຍາຍວິທີທີ່ຊາຕານຈະລໍ້ລວງ ເພື່ອກ່ອມລູກໆຂອງພຣະເຈົ້າໃນວັນເວລາສຸດທ້າຍ ໄປໃນຄວາມໝັ້ນຄົງທີ່ເຕັມໄປດ້ວຍກາມມະລົມຈົນວ່າ “ພວກນັ້ນຈະເວົ້າວ່າ: ທຸກຢ່າງດີໃນຊີໂອນ; ແທ້ຈິງແລ້ວ, ຊີໂອນຮຸ່ງເຮືອງໃນທຸກດ້ານ—ແລະ ມານກ່ອມຈິດວິນຍານຂອງພວກເຂົາດັ່ງນີ້, ແລະ ພາພວກເຂົາລົງໄປຫານະລົກຢ່າງລະມັດລະວັງ.”3

ຄວາມລະມັດລະວັງຢ່າງສະໝ່ຳສະເໝີແມ່ນຈຳເປັນ ເພື່ອຕໍ່ຕ້ານກັບຄວາມເພິ່ງພໍໃຈ ແລະ ຄວາມບໍ່ເອົາໃຈໃສ່. ການລະມັດລະວັງຄືສະພາບການ ຫລື ການກະທຳຂອງ ການເຝົ້າລະວັງ ເພື່ອຄວາມອັນຕະລາຍ ຫລື ຄວາມຍາກລຳບາກທີ່ອາດເກີດຂຶ້ນໄດ້. ແລະ ການເຝົ້າລະວັງໝາຍເຖິງ ການຕື່ນຢູ່ ເພື່ອຈະພິທັກຮັກສາ ແລະ ປົກປ້ອງ. ເມື່ອກ່າວທາງຝ່າຍວິນຍານ, ເຮົາຕ້ອງຕື່ນຢູ່ ແລະ ຮູ້ຕົວຕໍ່ການກະຕຸ້ນເຕືອນຂອງພຣະວິນຍານບໍລິສຸດ ແລະ ສັນຍານທີ່ມາຈາກຄົນຍາມຢູ່ເທິງຫໍສູງຂອງພຣະຜູ້ເປັນເຈົ້າ.4

“ແທ້ຈິງແລ້ວ, ຂ້າພະເຈົ້າຂໍແນະນຳພວກທ່ານ … ວ່າພວກທ່ານຈົ່ງເອົາໃຈໃສ່ຕໍ່ການອະທິຖານຢູ່ສະເໝີ, ເພື່ອພວກທ່ານຈະບໍ່ຖືກຊັກນຳໄປໂດຍການລໍ້ລວງຂອງມານ, … ເພາະຈົ່ງເບິ່ງ, ມັນບໍ່ໃຫ້ຂອງດີເປັນລາງວັນແກ່ພວກທ່ານເລີຍ.”5

ການເຈາະຈົງຊີວິດຂອງເຮົາຢູ່ໃນ ແລະ ໃສ່ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະກິດຕິຄຸນຂອງພຣະອົງ ຈະຊ່ວຍໃຫ້ເຮົາເອົາຊະນະແນວໂນ້ມຂອງມະນຸດທີ່ມີຈິດໃຈທຳມະດາ ໃຫ້ຫລັບນອນ ແລະ ກຽດຄ້ານທາງວິນຍານ. ຂະນະທີ່ເຮົາໄດ້ຮັບພອນດ້ວຍຕາທີ່ຈະເຫັນ ແລະ ຫູທີ່ຈະໄດ້ຍິນ,6 ພຣະວິນຍານບໍລິສຸດຈະເພີ່ມທະວີຄວາມສາມາດຂອງເຮົາ ໃຫ້ຫລຽວເຫັນ ແລະ ຮັບຟັງ ເມື່ອຕາມປົກກະຕິແລ້ວ ເຮົາຈະບໍ່ຄິດວ່າເຮົາຈຳເປັນຕ້ອງຫລຽວເບິ່ງ ຫລື ຮັບຟັງ ຫລື ເມື່ອເຮົາອາດຄິດວ່າ ບໍ່ມີຫຍັງທີ່ຈະໃຫ້ເຫັນ ຫລື ໃຫ້​ໄດ້ຍິນ.

“ສະນັ້ນ, ຈົ່ງເຝົ້າຄອຍ, ເພື່ອວ່າພວກເຈົ້າຈະຕຽມພ້ອມ.”7

ບົດຮຽນບົດທີ 3—ເຂົ້າໃຈເຖິງເຈດຕະນາຂອງສັດຕູ

ເສືອດາວຈີຕ້າເປັນສັດຕາມລ່າ ທີ່ລ່າສັດອື່ນເປັນອາຫານຕາມທຳມະຊາດ. ຕະຫລອດທັງວັນ, ທຸກໆວັນ, ເສືອດາວຈີຕ້າກໍເປັນສັດທີ່ຕາມລ່າ.

ຮູບ​ພາບ
ເສືອດາວຈີຕ້າກຳ​ລັງ​ລ່າ​ສັດ

ຊາຕານ “ຄືສັດຕູຂອງຄວາມຊອບທຳ ແລະ ຂອງທຸກຄົນທີ່ສະແຫວງຫາ ທີ່ຈະເຮັດຕາມພຣະປະສົງຂອງພຣະເຈົ້າ.”8 ຕະຫລອດທັງວັນ, ທຸກໆວັນ ເຈດຕະນາ ແລະ ຈຸດປະສົງຢ່າງດຽວຂອງມັນ ແມ່ນທີ່ຈະເຮັດໃຫ້ບຸດ ແລະ ທິດາຂອງພຣະເຈົ້າໂສກເສົ້າເໝືອນດັ່ງຕົວມັນເອງ.9

ແຜນແຫ່ງຄວາມສຸກຂອງພຣະບິດາໄດ້ຖືກສ້າງຂຶ້ນມາ ເພື່ອໃຫ້ການຊີ້ນຳສຳລັບລູກໆຂອງພຣະອົງ, ເພື່ອຊ່ວຍເຫລືອພວກເຂົາໃຫ້ມີປະສົບການທີ່ທົນທານ, ແລະ ນຳພວກເຂົາກັບບ້ານຢ່າງປອດໄພ ດ້ວຍຮ່າງກາຍທີ່ຖືກຟື້ນຟູ ແລະ ສູງສົ່ງ. ມານອອກແຮງງານເພື່ອເຮັດໃຫ້ບຸດ ແລະ ທິດາຂອງພຣະເຈົ້າສັບສົນ ແລະ ໂສກເສົ້າ ແລະ ຂັດຂວາງຄວາມກ້າວໜ້ານິລັນດອນຂອງພວກເຂົາ. ຜູ້ປໍລະປັກເຮັດວຽກຢ່າງບໍ່ຢຸດຢັ້ງ ເພື່ອຈະໂຈມຕີອົງປະກອບຂອງແຜນ ຂອງພຣະເຈົ້າທີ່ມັນລັງກຽດຫລາຍທີ່ສຸດ.

ຊາຕານບໍ່ມີຮ່າງກາຍ, ແລະ ຄວາມກ້າວໜ້ານິລັນດອນຂອງມັນກໍຖືກຢຸດກັ້ນ. ດັ່ງທີ່ເຂື່ອນຢຸດນ້ຳບໍ່ໃຫ້ລ່ອງໄຫລຕາມ​ທຳ​ມະ​ຊາດ, ຄວາມກ້າວໜ້ານິລັນດອນຂອງຜູ້ປໍລະປັກ ກໍຖືກຂັດຂວາງດັ່ງນັ້ນ ເພາະມັນບໍ່ມີຮ່າງກາຍ. ເພາະການກະບົດຂອງມັນ, ລູຊິເຟີໄດ້ປະຕິເສດຕົວມັນເອງຈາກການໄດ້ຮັບພອນ ແລະ ປະສົບການແຫ່ງມະຕະທັງໝົດ ທີ່ຮ່າງກາຍທາງເນື້ອໜັງ ແລະ ກະດູກສາມາດເຮັດໃຫ້ເປັນໄປໄດ້. ຄວາມໝາຍຢ່າງໜຶ່ງທີ່ມີພະລັງຫລາຍຈາກພຣະຄຳພີຂອງຄຳທີ່ວ່າ ອັບປະໂຫຍດ ກໍຖືກສະແດງໃຫ້ເຫັນຢູ່ໃນຄວາມບໍ່ກ້າວໜ້າຢ່າງຕໍ່ເນື່ອງຂອງມັນ ແລະ ການກາຍເປັນເໝືອນດັ່ງພຣະບິດາເທິງສະຫວັນຂອງເຮົາ.

ເພາະວ່າຮ່າງກາຍທາງເນື້ອໜັງນັ້ນສຳຄັນທີ່ສຸດ ໃນແຜນແຫ່ງຄວາມສຸກຂອງພຣະບິດາ ແລະ ການພັດທະນາທາງວິນຍານຂອງເຮົາ, ລູ​ຊິເຟີ​ຈຶ່ງສະແຫວງຫາທີ່ຈະກີດຂວາງຄວາມກ້າວໜ້າຂອງເຮົາ ໂດຍການລໍ້ລວງເຮົາໃຫ້ໃຊ້ຮ່າງກາຍຂອງເຮົາໃນທາງທີ່ຜິດ. ປະທານຣະໂຊ ເອັມ ແນວສັນ ໄດ້​ສິດສອນວ່າ ໃນທີ່ສຸດແລ້ວຄວາມປອດໄພທາງວິນຍານນັ້ນຂຶ້ນຢູ່ກັບ “ການບໍ່ເລີ່ມກ້າວເຂົ້າໄປໃນບ່ອນທີ່ທ່ານບໍ່ຄວນໄປ ແລະ ເຮັດສິ່ງທີ່ທ່ານບໍ່ຄວນເຮັດຕັ້ງແຕ່ຕົ້ນ.’ … ໃນຖານະມະນຸດ ເຮົາທຸກຄົນກໍມີຄວາມຢາກ [ທາງຮ່າງກາຍ] ທີ່ຈຳເປັນເພື່ອຄວາມຢູ່ລອດຂອງເຮົາ. ‘ຄວາມຢາກເຫລົ່ານີ້ແມ່ນຈຳເປັນທີ່ສຸດສຳລັບການສືບຕໍ່ຂອງຊີວິດ. ສະນັ້ນ, ຜູ້ປໍລະປັກຈະເຮັດຫຍັງ? … ມັນຈະໂຈມຕີເຮົາຜ່ານ​ທາງຄວາມຢາກຂອງເຮົາ. ມັນລໍ້ລວງເຮົາໃຫ້ກິນສິ່ງທີ່ເຮົາບໍ່ຄວນກິນ, ໃຫ້ດື່ມສິ່ງທີ່ເຮົາບໍ່ຄວນດື່ມ, ແລະ ຮັກດັ່ງທີ່ເຮົາບໍ່ຄວນຮັກ!”10

ເລື່ອງກົງກັນຂ້າມຢ່າງໜຶ່ງຂອງເລື່ອງນິລັນດອນກໍຄືວ່າ ຜູ້ປໍລະປັກ, ຜູ້ທີ່ໂສກເສົ້າເພາະມັນບໍ່ມີຮ່າງກາຍ​ທາງເນື້ອ​ໜັງ, ຊັກຊວນ ແລະ ລໍ້ລວງເຮົາໃຫ້ມີສ່ວນໃນຄວາມໂສກເສົ້າຂອງມັນ ຜ່ານ​ທາງການໃຊ້ຮ່າງກາຍຂອງເຮົາໃນທາງທີ່ຜິດ. ສະນັ້ນ ເຄື່ອງມືທີ່ມັນບໍ່ມີ ແລະ ໃຊ້ບໍ່ໄດ້ຈຶ່ງເປັນເປົ້າໝາຍຫລັກຂອງຄວາມພະຍາຍາມຂອງມັນ ທີ່ຈະລໍ້ລວງເຮົາໄປສູ່ການທຳລາຍທາງຮ່າງກາຍ ແລະ ວິນຍານ.

ການເຂົ້າໃຈເຖິງເຈດຕະນາຂອງສັດຕູແມ່ນສຳຄັນສຸດ ຕໍ່ການກຽມພ້ອມທີ່ມີປະສິດທິພາບ ສຳລັບການໂຈມຕີທີ່ເປັນໄປໄດ້ນີ້.11 ເພາະວ່າແມ່ທັບໂມໂຣໄນ ໄດ້ຮູ້ເຖິງເຈດຕະນາຂອງຊາວເລມັນ, ເພິ່ນຈຶ່ງພ້ອມທີ່ຈະອອກໄປຕໍ່ສູ້ກັບພວກເຂົາ ໃນເວລາທີ່ພວກເຂົາອອກມາສູ້ຮົບ ແລະ ໄດ້ຮັບໄຊຊະນະ.12 ແລະ ຫລັກທຳ ແລະ ຄຳສັນຍາອັນດຽວກັນນັ້ນ ກໍກ່ຽວຂ້ອງກັບພວກເຮົາແຕ່ລະຄົນ.

“ຖ້າ​ຫາກ​ພວກ​ເຈົ້າ​ຕຽມ​ພ້ອມ ພວກ​ເຈົ້າ​ຈະ​ບໍ່​ຢ້ານ​ກົວ.

“ແລະ ເພື່ອພວກເຈົ້າຈະໄດ້ໜີພົ້ນອຳນາດຂອງສັດຕູ.”13

ຄຳເຊື້ອເຊີນ, ຄຳສັນຍາ ແລະ ປະຈັກພະຍານ

ດັ່ງທີ່ເຮົາສາມາດຮຽນຮູ້ບົດຮຽນທີ່ສຳຄັນ ໂດຍການສັງເກດເບິ່ງພຶດຕິກຳຂອງຝູງເສືອດາວຈີຕ້າ ແລະ ຝູງລະມັ່ງ, ເຮົາແຕ່ລະຄົນກໍຄວນຊອກຫາບົດຮຽນ ແລະ ການຕັກເຕືອນທີ່ພົບເຫັນຢູ່ໃນເຫດການ ທີ່ລຽບງ່າຍຈາກຊີວິດປະຈຳວັນ. ເມື່ອເຮົາສະແຫວງຫາຄວາມຄິດ ແລະ ຈິດໃຈທີ່ເປີດຮັບການຊີ້ນຳຈາກສະຫວັນໂດຍພຣະວິນຍານບໍລິສຸດ, ແລ້ວຄຳສັ່ງສອນທີ່ດີເລີດບາງຢ່າງທີ່ເຮົາສາມາດໄດ້ຮັບ ແລະ ການຕັກເຕືອນທີ່ມີພະລັງທີ່ສຸດ ທີ່ສາມາດປົກປ້ອງເຮົາ ກໍຈະເກີດຈາກປະສົບການທຳມະດາຂອງເຮົາເອງ. ພຣະຄຳພີ ແລະ ຊີວິດປະຈຳວັນຂອງເຮົາກໍມີຄຳອຸບປະມາຊ້ອນຢູ່.

ຂ້າພະເຈົ້າໄດ້ເນັ້ນພຽງແຕ່ສາມບົດຮຽນທີ່ສາມາດຊີ້ບອກໄດ້ໃນການພະຈົນໄພຂອງ ຊູແຊນ ແລະ ຂ້າພະເຈົ້າໄດ້ມີຢູ່ທີ່ອາຟຣິກາ. ຂ້າພະເຈົ້າຂໍເຊື້ອເຊີນ ແລະ ຊຸກຍູ້ທ່ານໃຫ້ຄິດໄຕ່ຕອງເຫດການທີ່ກ່ຽວກັບຝູງເສືອດາວຈີຕ້າ ແລະ ຝູງລະມັ່ງ ແລະ ຊອກຫາບົດຮຽນອື່ນໆອີກສຳລັບທ່ານ ແລະ ຄອບຄົວຂອງທ່ານ. ຂໍຈົ່ງຈຳໄວ້ວ່າ ບ້ານເຮືອນຂອງທ່ານເປັນສູນກາງຂອງການຮຽນຮູ້ ແລະ ການດຳລົງຊີວິດຕາມພຣະກິດຕິຄຸນສະເໝີ.

ເມື່ອທ່ານຕອບຮັບດ້ວຍສັດທາຕໍ່ຄຳເຊື້ອເຊີນນີ້, ຄວາມຄິດທີ່ດົນໃຈຈະເຂົ້າມາສູ່ຄວາມນຶກຄິດຂອງທ່ານ, ຄວາມຮູ້ສຶກທາງວິນຍານຈະພອງຂຶ້ນໃນຫົວໃຈຂອງທ່ານ, ແລະ ທ່ານຈະຮັບຮູ້ການກະທຳທີ່ຄວນເຮັດຕໍ່ໄປ ເພື່ອວ່າທ່ານຈະສາມາດ “ຖືຍຸດທະພັນຄົບຊຸດ [ຂອງພຣະເຈົ້າ] ເພື່ອວ່າ [ທ່ານ] ຈະສາມາດຕ້ານທານກັບວັນອັນຊົ່ວຮ້າຍໄດ້, ຫລັງຈາກທີ່ [ທ່ານ] ໄດ້ເຮັດທຸກສິ່ງທຸກຢ່າງ ເພື່ອວ່າ [ທ່ານ] ຈະສາມາດຕ້ານທານກັບມັນໄດ້.”14

ຂ້າພະເຈົ້າສັນຍາວ່າ ພອນແຫ່ງການກະກຽມທີ່ມີປະສິດຕິພາບ ແລະ ການປົກປ້ອງທາງວິນຍານຈະຫລັ່ງໄຫລເຂົ້າມາສູ່ຊີວິດຂອງທ່ານ ໃນຂະນະທີ່ທ່ານ ເອົາໃຈໃສ່ຕໍ່ການອະຖານຢ່າງລະມັດລະວັງຢູ່ສະເໝີ.

ຂ້າພະເຈົ້າເປັນພະຍານວ່າ ການມຸ້ງໄປໜ້າຢູ່ໃນເສັ້ນ​ທາງແຫ່ງພັນທະສັນຍາ ຈະໃຫ້ເຮົາໄດ້ຮັບຄວາມປອດໄພທາງວິນຍານ ແລະ ເຊື້ອເຊີນຄວາມ​ສຸກ​ທີ່ທົນ​ທານເຂົ້າມາສູ່ຊີວິດຂອງເຮົາ. ແລະ ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ຊ່ວຍໃຫ້ລອດອົງທີ່ໄດ້ຟື້ນຄືນພຣະຊົນ ແລະ ຊົງພຣະຊົນຢູ່ ຈະສະໜັບສະໜູນ ແລະ ເຮັດໃຫ້ເຮົາເຂັ້ມແຂງຂຶ້ນຢູ່ໃນຊ່ວງເວລາທັງທີ່ດີ ແລະ ບໍ່ດີ. ຂ້າພະເຈົ້າເປັນພະຍານເຖິງຄວາມຈິງເຫລົ່ານີ້ ໃນພຣະນາມອັນສັກສິດຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.