​2010–2019
ໃນ​ຍາມ​ທຸກ ຫລື ສຸກ, ໂປດ​ຊົງ​ສະ​ຖິດ​ກັບ​ຂ້າ!
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


ໃນ​ຍາມ​ທຸກ ຫລື ສຸກ, ໂປດ​ຊົງ​ສະ​ຖິດ​ກັບ​ຂ້າ!

ຂ້າ​ພະ​ເຈົ້າເປັນ​ພະ​ຍານ​ວ່າ ໃນ “ຍາມ​ທຸກ ຫລື ສຸກ” ພຣະ​ຜູ້​ເປັນ​ເຈົ້າ​ຈະຢູ່​ກັບ​ເຮົາ, ວ່າ “ຄວາມ​ຍາກ​ລຳ​ບາກ [ຂອງ​ເຮົາ ຈະ​ຖືກ] ກືນ​ເຂົ້າ​ໄປ​ໃນ​ຄວາມ​ສຸກ​ຂອງ​ພຣະ​ຄຣິດ.”

ເພງ​ສວດ​ເພງ​ໜຶ່ງ​ທີ່​ເຮົາ​ມັກ ອ້ອນວອນ​ວ່າ “ຍາມ​ທຸກ ຫລື ສຸກ, ໂປດ​ຊົງ​ສະ​ຖິດ​ກັບ​ຂ້າ!”1 ມີ​ເທື່ອ​ໜຶ່ງ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ຢູ່​ໃນ​ຍົນ ພວກ​ເຮົາ​ກຳ​ລັງ​ມຸ້ງ​ໄປ​ຫາ​ລົມ​ພະ​ຍຸໃຫຍ່. ເມື່ອຫລຽວ​ອອກ​ໄປ​ທາງ​ປ່ອງ​ຢ້ຽມ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ກ້ອນ​ເມກຜືນ​ໃຫຍ່ ຢູ່​ກ້ອງ​ຍົນ. ແສງ​ຕາ​ເວັນທີ່​ສະ​ທ້ອນ​ອອກ​ຈາກ​ກ້ອນ​ເມກ ໄດ້​ເຮັດ​ໃຫ້​ກ້ອນ​ເມກປະ​ກາຍ​ແສງ​ທີ່​ເຈີດ​ຈ້າ. ບໍ່​ດົນ ຍົນ​ກໍ​ໄດ້​ບິນ​ລົງ​ຜ່ານ​ກ້ອນ​ເມກ, ແລະ ທັນ​ໃດ​ນັ້ນ​ພວກ​ເຮົາ​ກໍ​ຢູ່​ໃນ​ຄວາມມືດ​ອັນ​ຕຶບ​ໜາ ເມື່ອ​ປຽບ​ທຽບໃສ່​ກັບ​ຄວາມ​ສະ​ຫວ່າງ​ທີ່​ພວກ​ເຮົາຫາ​ກໍ​ໄດ້​ເຫັນ.2

ຮູບ​ພາບ
ແສງ​ອາ​ທິດ​ໃນ​ຕອນ​ຄ່ຳ
ຮູບ​ພາບ
ກ້ອນເມກ​ທີ່​ມືດ​ຄຶ້ມ

ກ້ອນ​ເມກ​ດຳ​ເຫລົ່າ​ນີ້ ອາດ​ເກີດ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ເຮົາ​ຄື​ກັນ, ຊຶ່ງ​ສາ​ມາດເຮັດ​ໃຫ້​ເຮົາ​ຫລຽວບໍ່​ເຫັນ​ແສງ​ສະ​ຫວ່າງ​ຂອງ​ພຣະ​ເຈົ້າ​ໄດ້ ແລະ ແມ່ນ​ແຕ່​ເຮັດ​ໃຫ້​ເຮົາ​ສົງ​ໃສ​ຖ້າ​ຫາກວ່າ ແສງ​ສະ​ຫວ່າງນັ້ນ​ຍັງ​ມີຢູ່​ບໍ. ກ້ອນ​ເມກບາງ​ກ້ອນ​ເຫລົ່າ​ນັ້ນ ແມ່ນ ໂຣກ​ຊຶມ​ເສົ້າ, ຄວາມ​ກັງ​ວົນ, ແລະ ບັນ​ຫາ​ທາງ​ຈິດ​ໃຈ ແລະ ອາ​ລົມ​ອື່ນໆ​ອີກ. ມັນ​ສາ​ມາດ​ບິດ​ເບືອນ​ວິ​ທີ​ທີ່​ເຮົາ​ເຫັນຕົວ​ເອງ, ຄົນ​ອື່ນ, ແລະ ແມ່ນ​ແຕ່​ພຣະ​ເຈົ້າ. ມັນ​ກະ​ທົບ​ກະ​ເທືອນ​ຕໍ່ຍິງ ແລະ ຊາຍ ໃນ​ທຸກໄວ ໃນ​ທຸກ​ມຸມ​ຂອງ​ໂລກ.

ເຊັ່ນ​ດຽວ​ກັນ ຄວາມ​ເສຍ​ຫາຍ​ທີ່​ມາ​ຈາກ​ຄວາມ​ສົງ​ໃສ​ສາ​ມາດ​ກະ​ທົບ​ກະ​ເທືອນ​ຄົນ​ອື່ນ​ຜູ້​ຍັງ​ບໍ່​ເຄີຍ​ປະ​ສົບ​ກັບ​ການ​ທ້າ​ທາຍ​ເຫລົ່ານີ້​ເທື່ອ. ຄື​ກັນ​ກັບ​ພາກ​ສ່ວນ​ຂອງ​ຮ່າງ​ກາຍ, ສະ​ໝອງ​ມັກ​ຈະ​ປະ​ສົບ​ກັບ​ການ​ເປັນ​ພະ​ຍາດ​ຕ່າງໆ, ຄວາມ​ເຈັບ​ປວດ, ແລະ ສານ​ເຄ​ມີບໍ່​ສົມ​ດູນ. ເມື່ອ​ຈິດ​ໃຈ​ຂອງ​ເຮົາ​ໄດ້​ຮັບ​ທຸກ​ທໍ​ລະ​ມານ, ເປັນ​ສິ່ງ​ສົມ​ຄວນ​ທີ່​ຈະ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ, ຈາກ​ຄົນ​ທີ່​ຢູ່​ອ້ອມ​ຮອບ​ເຮົາ, ແລະ ຈາກ​ຝ່າຍ​ແພດ ແລະ ຜູ້​ຊ່ຽວ​ຊານ​ຝ່າຍ​ສຸ​ຂະ​ພາບ​ຈິດນຳ​ອີກ.

“ມະນຸດ​ທຸກຄົນ—ຊາຍ ແລະ ຍິງ—ໄດ້ຖືກ​ສ້າງຂຶ້ນ​ຕາມຮູບຮ່າງ​ລັກສະນະ​ຂອງພຣະເຈົ້າ. ແຕ່​ລະ​ຄົນ​ກໍ​ເປັນ​ບຸດ ຫລື ທິ​ດາ​ທາງ​ວິນ​ຍານ ທີ່​ຮັກ​ຫອມ​ຂອງ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ ແລະ … ແຕ່​ລະ​ຄົນ​ຈຶ່ງ​ມີ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ ແລະ ມີ​ຈຸດ​ໝາຍ​ປາຍ​ທາງ.”3 ຄື​ກັນ​ກັນ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ເຮົາ​ມີ​ຮ່າງ​ກາຍ​ທີ່​ເປັນເນື້ອ​ໜັງ4 ແລະ ປະ​ສົບ​ກັບ​ອາ​ລົມ.5

ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ມັນ​ເປັນ​ເລື່ອງ​ທຳ​ມະ​ດາ​ທີ່​ຈະ​ຮູ້​ສຶກ​ໂສກ​ເສົ້າ ຫລື ກຸ້ມ​ໃຈ ເປັນບາງ​ຄັ້ງ. ຄວາມ​ໂສກ​ເສົ້າ ແລະ ຄວາມ​ກັງ​ວົນ ເປັນ​ອາ​ລົມ​ຂອງ​ມະ​ນຸດ​ໂດຍ​ທຳ​ມະ​ຊາດ.6 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖ້າ​ຫາກ​ເຮົາ​ໂສກ​ເສົ້າ​ຕະ​ຫລອດ​ເວ​ລາ ແລະ ຖ້າ​ຫາກ​ຄວາມ​ເຈັບ​ປວດຂອງ​ເຮົາ ກີດ​ກັນຄວາມ​ສາ​ມາດ​ຂອງ​ເຮົາ ທີ່​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ ແລະ ເຖິງ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລ້ວເຮົາ​ອາດ​ເປັນໂຣກ​ຊຶມ​ເສົ້າ, ມີ​ຄວາມ​ກັງ​ວົນ, ຫລື ມີ​ອາ​ການ​ທາງ​ອາ​ລົມ​ຢ່າງ​ອື່ນໆ.

ເທື່ອ​ໜຶ່ງ​ລູກ​ສາວ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ວ່າ: “ມີເທື່ອ​ໜຶ່ງ … ຂ້ອຍ​ມີ​ຄວາມ​ໂສກເສົ້າ​ຫລາຍ ​ຕະ​ຫລອດ​ເວລາ. ​ຂ້ອຍຄິດ​ວ່າ ຄວາມ​ໂສກ​ເສົ້າ​ເປັນ​ບາງ​ສິ່ງ​ທີ່​ໜ້າ​ອັບ​ອາຍ, ແລະ ວ່າ​ມັນ​ເປັນ​ເຄື່ອງ​ໝາຍ​ຂອງ​ຄວາມ​ອ່ອນ​ແອ. ສະ​ນັ້ນ ຂ້ອຍຈຶ່ງບໍ່​ໄດ້​ເວົ້າ​ສູ່​ໃຜ​ຟັງ. … ຂ້ອຍຮູ້​ສຶກວ່າໄຮ້ຄ່າ.”7

ເພື່ອນ​ຄົນ​ໜຶ່ງ​ໄດ້​ບັນ​ຍາຍ​ໃນ​ທາງນີ້​ວ່າ: “ນັບ​ແຕ່​ນ້ອຍໆ​ມາ, ຂ້ອຍ​ໄດ້​ປະ​ເຊີນ​ກັບ​ຄວາມ​ຮູ້​ສຶກ​ທີ່​ໝົດຫວັງ, ຄວາມ​ມືດ, ຄວາມ​ໂດດ​ດ່ຽວ, ແລະ ຄວາມ​ຢ້ານ​ກົວ ແລະ ຄວາມ​ຮູ້​ສຶກວ່າ​ຂ້ອຍ​ເປັນ​ບ້າ​ໄປ ຫລື ຜິດ​ປົກ​ກະ​ຕິ. ຂ້ອຍ​ໄດ້​ເຮັດ​ທຸກ​ສິ່ງ ເພື່ອ​ເຊື່ອງຄວາມ​ເຈັບ​ປວດ​ຂອງ​ຂ້ອຍ​ໄວ້ ມີ​ແຕ່​ສະ​ແດງ​ອອກວ່າ ຂ້ອຍ​ກ້າວ​ໜ້າ ແລະ ເຂັ້ມ​ແຂງ.”8

ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ມັນ​ສາ​ມາດ​ເກີດ​ຂຶ້ນ​ກັບ​ເຮົາ​ທຸກ​ຄົນ—ໂດຍ​ສະ​ເພາະ ຜູ້​ທີ່​ເຊື່ອ​ໃນ​ແຜນ​ແຫ່ງ​ຄວາມ​ສຸກ, ເຮົາມັກຊອກ​ຫາ​ພາ​ລະ​ທີ່ບໍ່​ຈຳ​ເປັນ​ມາ​ໃຫ້​ຕົວ​ເອງ ໂດຍ​ການ​ຄິດ​ວ່າ​ເຮົາ​ຕ້ອງ​ເປັນ​ຄົນ​ດີ​ພ້ອມ​ໃນ​ເວ​ລານີ້. ຄວາມ​ຄິດ​ແນວນັ້ນ​ອາດເຮັດ​ໃຫ້ໜັກໃຈ. ການ​ບັນ​ລຸ​ຄວາມ​ດີ​ພ້ອມ​ທຸກ​ຢ່າງ ເປັນ​ຂັ້ນ​ຕອນ​ທີ່​ຕ້ອງ​ເຮັດ​ຕະ​ຫລອດຊີ​ວິດນີ້ ແລະ ຫລັງ​ຈາກນັ້ນ​ອີກ—​ແລະ ພຽງ​ແຕ່​ຜ່ານ​ທາງ​ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເທົ່າ​ນັ້ນ.9

ກົງ​ກັນ​ຂ້າມ, ເມື່ອ​ເຮົາ​ເປີດໃຈ​ບອກ​ກ່ຽວ​ກັບການ​ທ້າ​ທາຍ​ທາງ​ອາ​ລົມ, ຍອມ​ຮັບ​ວ່າ​ເຮົາ​ບໍ່​ດີ​ພ້ອມ​ທຸກ​ຢ່າງ, ແລ້ວ​ເຮົາ​ຈະ​ເປີດ​ໂອ​ກາດ​ໃຫ້​ຄົນ​ອື່ນບອກ​ເຖິງ​ການດີ້ນ​ລົນ​ຂອງ​ເຂົາ​ເຈົ້າ​ຄື​ກັນ. ພ້ອມ​ກັນ ເຮົາ​ຈະ​ຮັບ​ຮູ້​ວ່າ ເຮົາ​ມີ​ຄວາມ​ຫວັງ​ຢູ່ ແລະ ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ຮັບ​ທຸກ​ທໍ​ລະ​ມານພຽງ​ລຳ​ພັງ.10

ຮູບ​ພາບ
ຄວາມ​ຫວັງ​ໃນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ

ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ເຈົ້າ ວ່າ​ເຮົາ “ເຕັມ​ໃຈ​ຈະ​ແບກ​ຫາບ​ພາ​ລະ​ຂອງ​ກັນ​ແລະ​ກັນ” ແລະ “ເປັນ​ທຸກ​ກັບ​ຄົນ​ທີ່​ເປັນ​ທຸກ.”11 ສິ່ງນີ້​ອາດ​ຮ່ວມ​ດ້ວຍ​ການ​ບອກ​ກ່າວ​ເຖິງ​ຄວາມເຈັບ​ປ່ວຍ​ທາງ​ອາ​ລົມ, ການ​ຊອກ​ຫາ​ແຫລ່ງຕ່າງໆ ທີ່​ສາ​ມາດ​ຊ່ວຍ​ເຫລືອ​ກັບ​ການດີ້ນ​ລົນ​ເຫລົ່າ​ນີ້, ແລະ ໃນ​ທີ່​ສຸດ​ນຳ​ຕົວ​ເອງ ແລະ ຄົນ​ອື່ນໆ​ມາ​ຫາ​ພຣະ​ຄຣິດ, ຜູ້​ເປັນ​ພຣະ​ອາ​ຈານ​ແຫ່ງ​ການ​ປິ່ນ​ປົວ.12 ແມ່ນ​ແຕ່​ຖ້າ​ຫາກ​ເຮົາ​ບໍ່​ຮູ້​ຈະປຽບ​ທຽບ​ບັນ​ຫາ​ຂອງ​ເຮົາ​ໃສ່​ກັບ​ຂອງ​ຄົນ​ອື່ນ​ກໍ​ຕາມ, ແຕ່​ການຢືນ​ຢັນ​ວ່າ ຄວາມ​ເຈັບ​ປວດ​ຂອງ​ເຂົາ​ເຈົ້າ​ມີ​ຈິງ ກໍ​ສາ​ມາດ​ເປັນ​ບາດ​ກ້າວ​ທຳ​ອິດ ທີ່​ຈະ​ພົບ​ເຫັນ​ຄວາມ​ເຂົ້າ​ໃຈ ແລະ ການ​ປິ່ນ​ປົວ.13

ໃນ​ບາງ​ກໍ​ລະ​ນີ, ເຮົາ​ສາ​ມາດ​ຮູ້​ຈັກ​ສາ​ເຫດ​ຂອງໂຣກ​ຊຶມ​ເສົ້າ ຫລື ຄວາມ​ກັງ​ວົນ​ໄດ້, ແຕ່​ບາງ​ເທື່ອ​ມັນ​ກໍ​ຍາກ​ທີ່​ຈະເບິ່ງ​ອອກ.14 ສະ​ໝອງ​ຂອງ​ເຮົາ​ອາດເຈັບ​ປວດ​ເພາະ​ຄວາມ​ຕຶງ​ຄຽດ15 ຫລື ອ່ອນ​ເພຍ​ຫລາຍ​​ທີ່​ສຸດ,16 ຊຶ່ງ​ບາງ​ເທື່ອ​ສາ​ມາດ​ດີ​ຂຶ້ນ​ໄດ້ ທາງ​ການ​ອຸ​ປະ​ໂພກ​ອາ​ຫານ, ການ​ຫລັບ​ນອນ, ແລະ ການ​ອອກ​ກຳ​ລັງ​ກາຍ. ບາງ​ເທື່ອ, ອາດ​ຕ້ອງ​ໄດ້​ຮັບການ​ບຳ​ບັດ ຫລື ການ​ກິນ​ຢາ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຜູ້​ຊ່ຽວ​ຊານ.

ການບໍ່​ປິ່ນ​ປົວ​ການ​ເຈັບ​ປ່ວຍ​ທາງ​ຈິດ​ໃຈ ແລະ ອາ​ລົມ ສາ​ມາດ​ນຳ​ໄປ​ສູ່​ການ​ແຍກ​ຕົວ​ຢູ່​ຄົນ​ດຽວ, ການ​ເຂົ້າ​ໃຈ​ຜິດ, ການ​ແຕກ​ແຍກ​ຄວາມ​ສຳ​ພັນ, ການ​ທຳ​ຮ້າຍ​ຕົວ​ເອງ, ແລະ ແມ່ນ​ແຕ່​ການ​ຂ້າ​ຕົວ​ຕາຍ. ຂ້າ​ພະ​ເຈົ້າ​ຮູ້​ຈັກ​ສິ່ງນີ້​ດ້ວຍ​ຕົວ​ເອງ, ເພາະ​ພໍ່​ຂອງຂ້າ​ພະ​ເຈົ້າ​ໄດ້​ຂ້າ​ຕົວ​ຕາຍ ເມື່ອ​ຫລາຍ​ປີ​ກ່ອນ. ການ​ຕາຍ​ຂອງ​ເພິ່ນ​ເຮັດ​ໃຫ້​ຄອບ​ຄົວ ແລະ ຂ້າ​ພະ​ເຈົ້າ​ຊ໊ອກ ແລະ ເຈັບ​ປວດ​ໃຈ. ຕ້ອງໄດ້​ໃຊ້ເວ​ລາ​ຫລາຍ​ປີ ກ່ອນຂ້າ​ພະ​ເຈົ້າ​ຈະ​ຫາຍ​ຈາກ​ການ​ໂສກ​ເສົ້າ, ເມື່ອບໍ່​ດົນ​ມານີ້ ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ການ​ເວົ້າ​ລົມ​ກ່ຽວ​ກັບ​ການ​ຂ້າ​ຕົວ​ຕາຍ ຈະ​ຊ່ວຍ​ປ້ອງ​ກັນ ແລະ ບໍ່​ແມ່ນ​ການ​ຊຸກ​ຍູ້ ເລື່ອງ​ການຂ້າ​ຕົວ​ຕາຍ.17 ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ລົມ​ຢ່າງ​ເປີດ​ເຜີຍ​ກັບ​ລູກໆ​ເລື່ອງ​ການ​ຂ້າ​ຕົວ​ຕາຍ​ຂອງ​ພໍ່​ຂອງຂ້າ​ພະ​ເຈົ້າ ແລະ ໄດ້​ເຫັນ​ການ​ປິ່ນ​ປົວ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແກ່ທັງ​ສອງ​ຝ່າຍ ຢູ່​ສອງຟາກ​ມ່ານ.18

ໜ້າ​ເສຍ​ດາຍ​ທີ່​ຫລາຍ​ຄົນ​ຜູ້​ເປັນໂຣກ​ຊຶມ​ເສົ້າ ໄດ້​ແຍກ​ຕົວ​ເອງ​ອອກ​ຈາກ​ໝູ່​ເພື່ອນ​ໃນ​ສາດ​ສະ​ໜາ​ຈັກ ເພາະ​ຮູ້​ສຶກວ່າ ເຂົາ​ເຈົ້າ​ເຂົ້າ​ກັບ​ໝູ່​ເພື່ອນ​ເຫລົ່າ​ນັ້ນ​ບໍ່​ໄດ້. ເຮົາ​ສາ​ມາດ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮູ້ຈັກ ແລະ ຮູ້​ສຶກວ່າ ເຂົາເຈົ້າ​ເປັນ​ພາກ​ສ່ວນ​ກັບພວກ​ເຮົາ. ມັນສຳ​ຄັນ​ທີ່​ຈະ​ຮັບ​ຮູ້​ວ່າ ໂຣກ​ຊຶມ​ເສົ້າບໍ່​ໄດ້​ເກີດ​ຈາກ​ຄວາມ​ອ່ອນ​ແອ, ຫລື ຈາກ​ຄວາມ​ຜິດ​ບາບ.19 ມັນ “ໜັກ​ໜ້າ​ຖ້າ​ປິດ​ບັງ​ໄວ້, ແຕ່​​ດີ​ຂຶ້ນ​ເມື່ອ​ມີ​ຄົນ​ເຫັນ​ໃຈ.”20 ພ້ອມ​ກັນ, ເຮົາ​ສາ​ມາດ​ຜ່ານ​ຜ່າກ້ອນ​ເມກແຫ່ງ​ຄວາມ​ເຫງົາ ແລະ ມົນ​ທິນນີ້​ໄປ​ໄດ້ ເພື່ອ​ວ່າ​ຄວາມ​ໜັກ​ໜ່ວງ​ຂອງ​ການ​ອັບ​ອາຍ​ຈະ​ຖືກ​ຍົກ​ອອກ​ໄປ ແລະ ປະ​ຕິ​ຫານ​ຂອງ​ການ​ປິ່ນ​ປົວ​ຈະ​ເກີດ​ຂຶ້ນ.

ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຊ່ວງ​ມະ​ຕະ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ​ໄດ້​ປິ່ນ​ປົວ​ຄົນ​ເຈັບ​ປ່ວຍ ແລະ ຄົນ​ເປັນ​ທຸກ, ແຕ່​ທຸກ​ຄົນ​ຕ້ອງ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ ແລະ ຕ້ອງ​ເຮັດບາງ​ຢ່າງ ເພື່ອ​ຮັບ​ການ​ປິ່ນ​ປົວ​ຈາກ​ພຣະ​ອົງ. ບາງ​ຄົນ​ໄດ້​ຍ່າງ​ເປັນ​ໄລ​ຍະ​ໄກ, ບາງ​ຄົນ​ພຽງ​ແຕ່​ເດ່ມື​ອອກ​ໄປ​ບາຍ​ເສື້ອ​ຄຸມ​ຂອງ​ພຣະ​ອົງ, ແລະ ບາງ​ຄົນໄດ້​ຖືກ​ຫາມ​ໄປ​ຫາ​ພຣະ​ອົງ ກ່ອນ​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ.21 ເມື່ອເວົ້າ​ເຖິງເລື່ອງ​ການ​ປິ່ນ​ປົວ, ເຮົາ​ທຸກ​ຄົນ​ກໍ​ຕ້ອງ​ການ​ພຣະ​ອົງ​ຫລາຍ​ທີ່​ສຸດ, ບໍ່​ແມ່ນ​ບໍ? “ເຮົາ​ບໍ່​ໄດ້​ເປັນ​ຄົນ​ຂໍ​ທານ​ທັງ​ໝົດ​ບໍ?”22

ຂໍ​ໃຫ້​ເຮົາ​ຈົ່ງ​ເດີນ​ຕາມ​ເສັ້ນ​ທາງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຫລາຍ​ຂຶ້ນ, ມີແນວ​ໂນ້ມ​ທີ່​ຈະ​ຕັດ​ສິນ​ໜ້ອຍ​ລົງ, ແລະ ເຊົາ​ເປັນ​ຜູ້ກວດ​ກາ​ຝ່າຍ​ວິນ​ຍານ​ຂອງ​ຄົນ​ອື່ນ. ການ​ຮັບ​ຟັງ​ດ້ວຍ​ຄວາມ​ຮັກ ເປັນ​ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຢ່າງ​ໜຶ່ງ ທີ່​ເຮົາ​ສາ​ມາດ​ສະ​ເໜີ​ມອບ​ໃຫ້, ແລະ ເຮົາ​ອາດ​ສາ​ມາດ​ຊ່ວຍ​ແບກ​ຫາບ ຫລື ຊ່ວຍ​ປັດ​ປ່າຍ​ກ້ອນ​ເມກ ທີ່​ຕຶບ​ໜາ​ອອກ​ຈາກ​ຄົນ​ທີ່​ເຮົາ​ຮັກ ແລະ ໝູ່​ເພື່ອນ​ຂອງ​ເຮົາ23 ເພື່ອ​ວ່າ, ຜ່ານ​ທາງ​ຄວາມ​ຮັກ​ຂອງ​ເຮົາ, ເຂົາ​ເຈົ້າ​ຈະ​ສາ​ມາດ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຄືນ​ອີກ ແລະ ໄດ້​ຮັບ​ຄວາມ​ສະ​ຫວ່າງ​ທີ່​ສ່ອງ​ອອກ​ມາ​ຈາກ​ພຣະ​ເຢ​ຊູ​ຄຣິດ.

ຖ້າ​ຫາກ​ທ່ານ​ຖືກ​ຫຸ້ມ​ລ້ອມ​ໄປ​ດ້ວຍ “ໝອກ​ແຫ່ງ​ຄວາມ​ມືດ,” ຕະ​ຫລອດ​ເວ​ລາ24 ໃຫ້​ຫັນ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ບໍ່​ມີ​ສິ່ງ​ໃດ​ທີ່​ທ່ານ​ປະ​ເຊີນ ສາ​ມາດ​ປ່ຽນ​ຄວາມ​ຈິງ​ນິ​ລັນ​ດອນ ທີ່​ວ່າ​ທ່ານ​ເປັນ​ລູກ​ຂອງ​ພຣະ​ອົງ ແລະ ວ່າ​ພຣະ​ອົງ​ຮັກ​ທ່ານ.25 ຈົ່ງ​ຈື່​ຈຳ​ໄວ້​ວ່າ ພຣະ​ຄຣິດຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ທ່ານ, ແລະ ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ຂອງ​ທ່ານ. ພວກ​ພຣະ​ອົງ​ເຂົ້າ​ໃຈ. ໃຫ້​ວາດ​ພາບ​ເຫັນ​ພວກ​ພຣະ​ອົງ​ຢູ່​ໃກ້​ທ່ານ, ຮັບ​ຟັງ ແລະ ສະ​ໜັບ​ສະ​ໜູນ​ທ່ານ.26 “[ພວກ​ພຣະ​ອົງ] ຈະ​ປອບ​ໂຍນ​​ທ່ານ​ໃນ​ຄວາມ​ທຸກ​ຂອງ​ທ່ານ.”27 ຈົ່ງເຮັດ​ທຸກ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້, ແລະ ໄວ້​ວາງ​ໃຈ​ໃນ​ພຣະ​ຄຸນແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ການດີ້ນ​ລົນ​ບໍ່​ກຳ​ນົດ​ທ່ານ, ແຕ່​ມັນ​ສາ​ມາດ ຫລໍ່​ຫລອມ ທ່ານ.28 ເພາະ “ສ້ຽນ​ໜາມ​ໃນ​ເນື້ອ​ໜັງ,”29 ທ່ານ​ອາດ​ມີ​ຄວາມ​ສາ​ມາດ​ທີ່​ຈະ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ​ຫລາຍ​ຂຶ້ນ. ເມື່ອ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ໃຫ້​ທ່ານ​ແບ່ງ​ປັນ​ເລື່ອງ​ລາວ​ຂອງ​ທ່ານ ເພື່ອ “ຊ່ວຍ​ເຫລືອ​ຄົນ​ທີ່​ອ່ອນ​ແອ, ຍົກ​ມື​ທີ່​ເມື່ອຍ​ລ້າ, ແລະ ໃຫ້​ກຳ​ລັງຫົວ​ເຂົ່າ​ທີ່​ອ່ອນ​ເພຍ.”30

ສຳ​ລັບ​ພວກ​ເຮົາ​ຜູ້​ກຳ​ລັງ​ດີ້ນ​ລົນ ຫລື ກຳ​ລັງ​ຊ່ວຍ​ເຫລືອ​ຄົນ​ອື່ນ​ທີ່ດີ້ນ​ລົນ​ຢູ່, ໃຫ້​ເຮົາ​ເຕັມ​ໃຈ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ເພື່ອ​ວ່າ​ເຮົາ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ສະ​ຖິດ​ຢູ່​ນຳ​ເຮົາ​ຕະ​ຫລອດ​ເວລາ.31 ຂໍ​ໃຫ້​ເຮົາ​ເຮັດ “ສິ່ງ​ເລັກ​ນ້ອຍ ແລະ ງ່າຍໆ”32 ອັນ​ທີ່​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ຝ່າຍວິນ​ຍານ​ຂອງ​ເຮົາ. ດັ່ງ​ທີ່​ປະ​ທານ​ຣະໂຊ ເອັມ ແນວສັນ ໄດ້​ກ່າວ​ວ່າ, “ບໍ່ມີ​ສິ່ງ​ໃດ ສາ​ມາດ​ເປີດ​ສະ​ຫວັນ ໄດ້​ດີ​ໄປ​ກວ່າ ຄວາມ​ບໍ​ລິ​ສຸດ, ການ​ເຊື່ອ​ຟັງ​ແທ້ໆ, ການ​ສະ​ແຫວງ​ຫາ​ຢ່າງ​ພາກ​ພຽນ, ການ​ຊື່ນ​ຊົມ​ຢູ່​ກັບ​ພຣະ​ຄຳ​ຂອງ​ພຣະ​ຄຣິດ ໃນ​ພຣະ​ຄຳ​ພີ​ມໍ​ມອນ, ແລະ ຄວາມ​ຕັ້ງ​ໃຈ​ທີ່​ຈະ​ໄປ​ພຣະ​ວິ​ຫານ ແລະ ເຮັດ​ວຽກ​ງານ​ສືບ​ປະ​ຫວັດ​ຄອບ​ຄົວ ເປັນ​ປະ​ຈຳ.”33

ຮູບ​ພາບ
ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃຫ້​ການ​ປິ່ນ​ປົວ

ຂໍ​ໃຫ້​ເຮົາ​ຈົ່ງ​ຈື່​ຈຳ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, “[ໄດ້​ຮັບ​ເອົາ] ຄວາມ​ບົກ​ພ່ອງ [ຂອງ​ເຮົາ], ເພື່ອ​ອຸ​ທອນ​ຂອງ​ພຣະ​ອົງ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ຕາມ​ທາງ​ຂອງ​ເນື້ອ​ໜັງ ເພື່ອ​ພຣະ​ອົງ​ຈະ​ຮູ້​ຈັກ … ຊ່ວຍ​ເຫລືອ [ເຮົາ] ຕາມ​ຄວາມ​ບົກ​ພ່ອງ [ຂອງ​ເຮົາ].”34 ພຣະ​ອົງ​ໄດ້​ສະ​ເດັດ​ມາ “ເພື່ອ​ປິ່ນ​ປົວ​ຄົນ​ລະ​ທົມ​ໃຈ, … ເພື່ອ​ອອຍ​ໃຈ​ຜູ້​ເສົ້າ​ໂສກ; … ເພື່ອ​ໃຫ້​​ເຮົາ​ຊົມ​ຊື່ນ​ຍິນ​ດີ ແທນ​ທີ່​ຈະ​ໂສກ​ເສົ້າ.”35

ຮູບ​ພາບ
ການສະເດັດມາຄັ້ງທີສອງ

ຂ້າ​ພະ​ເຈົ້າເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ ໃນ “ຍາມ​ທຸກ ຫລື ສຸກ” ພຣະ​ຜູ້​ເປັນ​ເຈົ້າ​ຈະຢູ່​ກັບ​ເຮົາ, ວ່າ “ຄວາມ​ທຸກ [ຂອງ​ເຮົາ ຈະ​ຖືກ] ກືນ​ເຂົ້າ​ໄປ​ໃນ​ຄວາມ​ສຸກ​ຂອງ​ພຣະ​ຄຣິດ,”36 ແລະ “ຫລັງ​ຈາກ​ພວກ​ເຮົາ​ເຮັດ​ທຸກ​ຢ່າງ​ໄດ້​ແລ້ວ ໂດຍ​ພຣະ​ຄຸນ​ພວກ​ເຮົາ​ຈຶ່ງ​ລອດ.”37 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ ຈະ​ສະ​ເດັດ​ກັບ​ມາ​ຍັງ​ໂລກ​ອີກ ເພື່ອ “ນຳ​ເອົາ​ການ​ປິ່ນ​ປົວ​ມາ​ສູ່​ພວກ​ເຮົາ.”38 ໃນ​ທີ່​ສຸດ, ພຣະ​ອົງ​ຈະ “ເຊັດ​ນ້ຳ​ຕາ​ທຸກ​ຢົດ​ຈາກ​ຕາ [ຂອງ​ເຮົາ], ແລະ ຄວາມ​ໂສກ​ເສົ້າ … ຈະ​ບໍ່​ມີ​ອີກ​ຕໍ່​ໄປ.”39 ສຳ​ລັບ​ທຸກ​ຄົນ​ທີ່​ຈະ “​ມາ​ຫາ​ພຣະ​ຄຣິດ, ແລະ ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ,”40 “ມື້​ທີ່ [ເຮົາ] ໂສກ​ເສົ້າ​ຈະ​ສິ້ນ​ສຸດ​ໄປ; … ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຄວາມ​ສະ​ຫວ່າງ [ຂອງ​ເຮົາ] ຕະ​ຫລອດ​ໄປ.”41 ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. “Abide with Me!” Hymns, no. 166.

  2. ຕອນ​ເຮົາ​ຢູ່​ເທິງ​ກ້ອນ​ເມກ, ເຮົາ​ບໍ່​ເຫັນ​ຄວາມ​ມືດ​ທີ່​ຢູ່​ກ້ອງ​ເຮົາ, ແລະ ເມື່ອ​ເຮົາ​ຢູ່​ກ້ອງ​ກ້ອນ​ເມກໃນ​ຄວາມ​ມືດ, ມັນ​ຍາກ​ທີ່​ຈະ​ເຫັນ​ແສງ​ເຈີດ​ຈ້າ​ຂອງດວງ​ຕາ​ເວັນ ຢູ່​ເທິງ​ກ້ອນ​ເມກເທິງ​ເຮົາ.

  3. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກLiahona, May 2017, 145.

  4. “ວິນ​ຍານ​ກັບ​ຮ່າງ​ກາຍ​ເປັນ​ຈິດ​ວິນ​ຍານ​ຂອງ​ມະ​ນຸດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:15). “ຮ່າງ​ກາຍ​ຂອງ​ທ່ານ ເປັນ​ວິ​ຫານ​ສຳ​ລັບ​ວິນ​ຍານ​ຂອງ​ທ່ານ. ແລະ ວິ​ທີ​ທີ່​ທ່ານ​ໃຊ້​ຮ່າງ​ກາຍ​ຂອງ​ທ່ານ ຈະ​ກະ​ທົບ​ກະ​ເທືອນ​ກັບ​ວິນ​ຍານ​ຂອງ​ທ່ານ” (Russell M. Nelson, “Decisions for Eternity,” Liahona, Nov. 2013, 107).

  5. ເບິ່ງ, ຍົກ​ຕົວ​ຢ່າງ, ເອ​ຊາ​ຢາ 65:19; ລູກາ 7:13; 3 ນີໄຟ 17:6–7; ໂມເຊ 7:28. ການ​ຮຽນຮູ້​ທີ່​ຈະຈຳ​ແນກ ແລະ ນັບ​ຖື​ອາ​ລົມ​ຂອງ​ເຮົາ ສາ​ມາດຊ່ວຍ​ເຮົາ​ໃຫ້​ໃຊ້​ມັນ​ໃນ​ທາງ​ທີ່​ສ້າງ​ສັນ ເພື່ອ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ, ຫລາຍກວ່າ​ເກົ່າ.

  6. ເບິ່ງ “Sadness and Depression,” kidshealth.org/en/kids/depression.html.

  7. Hermana Elena Aburto blog, hermanaelenaaburto.blogspot.com/2015/08. ນາງ​ໄດ້​ຂຽນ​ອີກ​ວ່າ:

    “ການ​ທົດ​ລອງນັ້ນ​ໃຫ້​ໂອ​ກາດ​ຂ້າ​ພະ​ເຈົ້າ​ໃຊ້​ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ ໃນ​ແຜນ​ແຫ່ງ​ຄວາມ​ລອດ​ແທ້ໆ. ເພາະ​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮັກ​ຂ້າ​ພະ​ເຈົ້າ, ແລະ ວ່າ​ພຣະ​ອົງ​ມີ​ແຜນ​ພຽງ​ແຕ່​ສຳ​ລັບ​ຂ້າ​ພະ​ເຈົ້າ, ແລະ ວ່າ​ພຣະ​ຄຣິດ​ເຂົ້າ​ໃຈ​ຄັກ​ແນ່​ເຖິງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ປະ​ເຊີນ​ຢູ່.”

    “ພຣະ​ເຈົ້າ​ຈະ​ບໍ່​ເຮັດ​ໃຫ້​ທ່ານ​ອັບ​ອາຍ ເມື່ອ​ທ່ານ​ຂາດ​ຄວາມ​ຊຳ​ນານ. ພຣະ​ອົງຍິນ​ດີ​ທີ່​ຈະ​ຊ່ວຍ​ທ່ານ​ໃຫ້​ພັດ​ທະ​ນາ ແລະ ກັບ​ໃຈ. ພຣະ​ອົງ​ບໍ່​ຄາດ​ໝາຍໃຫ້​ທ່ານ​ສ້ອມ​ແປງ​ທຸກ​ສິ່ງ​ທຸກ​ຢ່າງພ້ອມ​ກັນ​ບາດ​ດຽວ. ທ່ານບໍ່​ຕ້ອງ​ເຮັດ​ສິ່ງນີ້​ດ້ວຍ​ຕົວ​ຄົນ​ດຽວ” (iwillhealthee.blogspot.com/2018/09).

  8. ເອ​ກະ​ສານສ່ວນຕົວ. ນາງ​ໄດ້​ຂຽນ​ຕື່ມ​ອີກວ່າ: “ຫວ້ານ​ຢາ​ປິ່ນ​ປົວ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ເປັນ​ແຫລ່ງ​ໃຫ້​ຄວາມ​ສະ​ຫງົບ​ສຸກ ແລະ ບ່ອນລີ້​ໄພ​ທີ່ຄົງ​ທີ່​ເໜືອກວ່າ​ສິ່ງ​ໃດໆ ຕະ​ຫລອດ​ການ​ເດີນ​ທາງ​ຂອງ​ຂ້າ​ພະ​ເຈົ້າ. ເມື່ອ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ໂດດ​ດ່ຽວ​ຢູ່​ໃນ​ການດີ້ນ​ລົນ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເຕືອນ​ວ່າ ພຣະ​ອົງ​ເຄີຍ​ໄດ້​ປະ​ສົບ​ກັບ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ປະ​ເຊີນ​ຢູ່ ມາ​ກ່ອນ​ແລ້ວ ເພື່ອ​ຂ້າ​ພະ​ເຈົ້າ. … ມີ​ຄວາມ​ຫວັງ​ຢ່າງ​ຫລວງ​ຫລາຍ ໃນ​ການ​ຮູ້​ວ່າ ການ​ຟື້ນ​ຄືນຂອງ​ຮ່າງ​ກາຍທີ່​ສົມ​ບູນ​ແບບ​ຂອງ​ຂ້າ​ພະ​ເຈົ້າ ໃນ​ອະ​ນາ​ຄົດ​ຈະ​ບໍ່​ຖືກກະ​ທົບ​ກະ​ເທືອນ​ໂດຍ [ຄວາມ​ທຸກ​ທໍ​ລະ​ມານ] ຂອງຊ່ວງ​ມະ​ຕະ​ນີ້.”

  9. ເບິ່ງ Russell M. Nelson, “Perfection Pending,” Ensign, Nov. 1995, 86–88; Jeffrey R. Holland, “Be Ye Therefore Perfect—Eventually,” Liahona, Nov. 2017, 40–42; J. Devn Cornish, “Am I Good Enough? Will I Make It?Liahona, Nov. 2016, 32–34; Cecil O. Samuelson, “What Does It Mean to Be Perfect?New Era, Jan. 2006, 10–13.

  10. ມັນ​ສຳ​ຄັນ​ທີ່​ຈະ​ເວົ້າ​ລົມ​ກ່ຽວ​ກັບ​ບັນ​ຫາເຫລົ່າ​ນີ້​ກັບ​ລູກໆ, ຄອບ​ຄົວ, ແລະ ໝູ່​ເພື່ອນ​ຂອງ​ເຮົາ ຢູ່​ໃນ​ບ້ານ​ເຮືອນ, ໃນ​ຫວອດ, ແລະ ໃນ​ຊຸມ​ຊົນ​ຂອງ​ເຮົາ.

  11. ໂມ​ໄຊ​ຢາ 18:8–9.

  12. ເບິ່ງ Russell M. Nelson, “Jesus Christ—the Master Healer,” Liahona, Nov. 2005, 85–88; Carole M. Stephens, “The Master Healer,” Liahona, Nov. 2016, 9–12.

  13. ຄວາມ​ສາ​ມາດ​ທີ່​ຈະຮູ້​ຈັກ​ສັນ​ຍານ ແລະ ອາ​ການ​ຕ່າງໆ ໃນ​ຕົວ​ເຮົາ​ເອງ ແລະ ໃນ​ຕົວ​ຄົນ​ອື່ນໆ ສາ​ມາດຊ່ວຍ​ໄດ້​ຫລາຍ. ເຮົາ​ກໍ​ຍັງ​ສາ​ມາດ​ຮຽນ​ຮູ້ວິ​ທີ​ມອງ​ເຫັນ​ແບບ​ແຜນ​ຂອງຄວາມຄິດ​ທີ່ບໍ່​ຖືກ​ຕ້ອງ ຫລື ບໍ່​ດີ ແລະ ວິ​ທີ​ທີ່​ຈະ​ປ່ຽນ​ຄວາມ​ຄິດ​ເຫລົ່າ​ນັ້ນ ດ້ວຍ​ຄວາມ​ຄິດ​ທີ່​ຖືກ​ຕ້ອງ ແລະ ດີກວ່າ.

  14. ໂຣກ​ຊຶມ​ເສົ້າ​ກໍ​ສາ​ມາດ​ເປັນ​ຜົນ​ຈາກ​ການ​ປ່ຽນ​ແປງ​ໃນ​ຊີ​ວິດ​ໄປໃນ​ທາງບວກ​ນຳ​ອີກ—ດັ່ງ​ເຊັ່ນ ການ​ຄອດ​ລູກ ຫລື ການ​ມີ​ວຽກ​ການ​ໃໝ່—ແລະ ສາ​ມາດ​ເກີດ​ຂຶ້ນ​ເວ​ລາ​ທຸກ​ສິ່ງ​​ທຸກຢ່າງ​ດີ​ໃນ​ຊີ​ວິດ​ຂອງ​ບຸກ​ຄົນ.

  15. ເບິ່ງ “Understanding Stress,” Adjusting to Missionary Life (2013), 5–10.

  16. ເບິ່ງ Jeffrey R. Holland, “Like a Broken Vessel,” Liahona, Nov. 2013, 40.

  17. ເບິ່ງ Dale G. Renlund, “Understanding Suicide” (ວິ​ດີ​ໂອ), ChurchofJesusChrist.org; “Talking about Suicide” (ວິ​ດີ​ໂອ), ChurchofJesusChrist.org; Kenishi Shimokawa, “Understanding Suicide: Warning Signs and Prevention,Liahona, Oct. 2016, 35–39.

  18. “ການ​ເລີ່ມ​ຕົ້ນ​ການ​ປິ່ນ​ປົວ​ຕ້ອງ​ໃຊ້​ສັດ​ທາ​ເໝືອນ​ເດັກ​ນ້ອຍ​ໃນ​ຂໍ້​ເທັດ​ຈິງ​ອັນ​ບໍ່​ປ່ຽນ​ແປງ ທີ່​ວ່າ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຮັກ​ທ່ານ ແລະ ຕຽມ​ທາງ​ໄວ້​ເພື່ອ​ການ​ປິ່ນ​ປົວ. ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໄດ້​ສິ້ນ​ພຣະ​ຊົນ​ເພື່ອ​ໃຫ້​ເກີດ​ການ​ປິ່ນ​ປົວ​ນັ້ນ. ແຕ່ບໍ່​ມີ​ທາງ​ແກ້​ໄຂ​ແບບ​ມະ​ຫັດ​ສະ​ຈັນ, ບໍ່​ມີ​ຫວ້ານ​ຢາ​ງ່າຍໆ​ທີ່​ໃຊ້​ປິ່ນ​ປົວ, ຫລື ມີ​ຫົນ​ທາງ​ງ່າຍໆ​ສຳ​ລັບ​ການ​ຮັກ​ສາ​ໃຫ້​ຫາຍ. ການ​ຮັກ​ສາ​ຕ້ອງ​ໃຊ້​ສັດ​ທາ​ທີ່​ເລິກ​ຊຶ້ງ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ໃນ​ຄວາມ​ສາ​ມາດ​ອັນ​ບໍ່​ມີ​ທີ່​ສິ້ນ​ສຸດ​ຂອງ​ພຣະ​ອົງ​ໃນ​ການ​ປິ່ນ​ປົວ” (Richard G. Scott, “To Heal the Shattering Consequences of Abuse,Liahona, May 2008, 42). ເມື່ອ​ມີ​ບັນ​ຫາ, ເຮົາ​ມີແນວ​ໂນ້ມ​ທີ່​ຈະ​ແກ້​ໄຂ​ມັນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ບໍ່​ຈຳ​ເປັນ​ທີ່​ຈະ​ຕ້ອງ​ກາຍ​ເປັນ​ຄົນ​ແກ້​ໄຂ​ບັນ​ຫາ​ຂອງ​ເຮົາ ຫລື ຂອງ​ຄົນ​ອື່ນພຽງ​ຜູ້​ດຽວ. ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ເຮັດ​ທຸກ​ສິ່ງ​ດ້ວຍ​ຕົວ​ເຮົາ​ເອງ. ມີ​ຫລາຍ​ເທື່ອ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ຫາ​ຄົນ​ບຳ​ບັດ ເພື່ອ​ຊ່ວຍ​ຂ້າ​ພະ​ເຈົ້າກ່ຽວ​ກັບ​ບັນ​ຫາ​ຂອງ​ຂ້າ​ພະ​ເຈົ້າ.

  19. ເບິ່ງ ໂຢຮັນ 9:1–7.

  20. Jane Clayson Johnson, Silent Souls Weeping (2018), 197.

  21. ເບິ່ງ ມັດທາຍ 9:2–7, 20–22; 14:35–36; ມາຣະໂກ 1:40–42; 2:3–5; 3 ນີໄຟ 17:6–7.

  22. ໂມ​ໄຊ​ຢາ 4:19; ເບິ່ງ Jeffrey R. Holland, “Are We Not All Beggars?Liahona, Nov. 2014, 40–42 ນຳ​ອີກ.

  23. ເບິ່ງ ໂຣມ 2:19; 13:12; ເບິ່ງ Jeffrey R. Holland, “Come unto Me” (Brigham Young University devotional, Mar. 2, 1997), speeches.byu.edu ນຳ​ອີກ.

  24. 1 ນີໄຟ 8:23; ເບິ່ງ 1 ນີໄຟ 12:4, 17; 3 ນີໄຟ 8:22 ນຳ​ອີກ.

  25. ເບິ່ງ ເພງ​ສັນ​ລະ​ເສີນ 82:6; ໂຣມ 8:16–18; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 24:1; 76:24; ໂມເຊ 1:1–39.

  26. ເບິ່ງ Adjusting to Missionary Life, 20; ເບິ່ງ ມີກາ 7:8; ມັດທາຍ 4:16; ລູກາ 1:78–79; ໂຢຮັນ 8:12 ນຳ​ອີກ.

  27. ຢາໂຄບ 3:1; ເບິ່ງ ເອ​ເຟ​ໂຊ 5:8; ໂກ​ໂລ​ຊາຍ 1:10–14; ໂມ​ໄຊ​ຢາ 24:13–14; ແອວມາ 38:5 ນຳ​ອີກ. ອ່ານ​ໃບ​ປິ​ຕຸ​ພອນຂອງ​ທ່ານ ຫລື ຂໍ​ພອນຂອງ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ໄດ້​ຍິນ ແລະ ຈື່​ຈຳ​ວິ​ທີ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮັກ​ທ່ານ ແລະ ປະ​ສົງທີ່​ຈະ​ອວຍ​ພອນ​ທ່ານ.

  28. ເບິ່ງ 2 ໂກ​ຣິນ​ໂທ 4:16–18; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:7–8, 33; 122:5–9.

  29. 2 ໂກ​ຣິນ​ໂທ 12:7.

  30. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 81:5; ເບິ່ງ ເອ​ຊາ​ຢາ 35:3 ນຳ​ອີກ.

  31. ເບິ່ງ ໂມ​ໂຣ​ໄນ 4:3; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77.

  32. ແອວມາ 37:6.

  33. Russell M. Nelson, “Revelation for the Church, Revelation for Our Lives,” Liahona, May 2018, 95.

  34. ແອວມາ 7:12; ເບິ່ງ ເອ​ຊາ​ຢາ 53:4; 2 ນີໄຟ 9:21; ໂມ​ໄຊ​ຢາ 14:4 ນຳ​ອີກ.

  35. ເອ​ຊາ​ຢາ 61:1–3; ເບິ່ງ ລູກາ 4:18 ນຳ​ອີກ.

  36. ແອວມາ 31:38; ເບິ່ງ ແອວ​ມາ 32:43; 33:23 ນຳ​ອີກ.

  37. 2 ນີໄຟ 25:23.

  38. ມາ​ລາ​ກີ 4:2; 3 ນີໄຟ 25:2.

  39. ພຣະ​ນິ​ມິດ 21:4.

  40. ໂມໂຣໄນ 10:32.

  41. ເອຊາຢາ 60:20.