​2010–2019
ຄວາມ​ບໍ​ລິ​ສຸດ ແລະ ແຜນ​ແຫ່ງ​ຄວາມ​ສຸກ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


ຄວາມ​ບໍ​ລິ​ສຸດ ແລະ ແຜນ​ແຫ່ງ​ຄວາມ​ສຸກ

ຄວາມ​ສຸກ​ທີ່​ຍິ່ງ​ໃຫຍ່ກວ່າ ມາ​ຈາກ​ຄວາມ​ບໍ​ລິ​ສຸດ​ສ່ວນ​ຕົວ​ຫລາຍ​ກວ່າ​ເກົ່າ.

ອ້າຍ​ເອື້ອຍ​ນ້ອງ​ທີ່ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ຂໍ​ພະ​ລັງ ເພື່ອ​ຊ່ວຍ​ທ່ານ ໃນ​ການ​ຄົ້ນ​ຫາ​ຄວາມ​ສຸກ​ສ່ວນ​ຕົວ​ຂອງ​ທ່ານ. ບາງ​ຄົນ​ອາດ​ຮູ້​ສຶກ​ມີ​ຄວາມ​ສຸກ​ພຽງ​ພໍ​ແລ້ວ, ແຕ່​ແນ່ນອນ ບໍ່​ມີ​ໃຜຈະ​ປະ​ຕິ​ເສດ​ການ​ຈະ​ມີ​ຄວາມ​ສຸກ​ຫລາຍກວ່າ​ເກົ່າ. ທຸກ​ຄົນ​ຈະ​ຟ້າວ​ຮັບ​ເອົາ ຖ້າ​ຮັບ​ປະ​ກັນ​ວ່າ ຈະ​ມີ​ຄວາມ​ສຸກ​ອັນ​ຍາວ​ນານ.

ນັ້ນ​​ແຫລະ​ຄື​ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ; ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ; ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ ໄດ້ສະ​ເໜີ​ມອບ​ໃຫ້​ລູກໆ​ທາງວິນ​ຍານ​​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນທຸກ​ຄົນ ຜູ້​ມີ​ຊີ​ວິດ​ຢູ່​ໃນ​ເວ​ລານີ້, ຜູ້​ຈະ​ມີ​ຊີ​ວິດ​ຢູ່, ຫລື ຜູ້​ເຄີຍ​ມີ​ຊີ​ວິດ​ຢູ່​ໃນ​ໂລກນີ້. ຄຳ​ສະ​ເໜີນັ້ນ ບາງ​ເທື່ອ​ເອີ້ນ​ວ່າ ແຜນ​ແຫ່ງ​ຄວາມ​ສຸກ. ມັນ​ໄດ້​ຖືກ​ເອີ້ນ​ຈັ່ງ​ຊັ້ນ ໂດຍ​ສາດ​ສະ​ດາ​ແອວ​ມາ ຂະ​ນະ​ທີ່​ເພິ່ນ​ໄດ້​ສິດ​ສອນ​ລູກ​ຊາຍ​ຂອງ​ເພິ່ນ, ຜູ້​ເປັນ​ທຸກ​ຢູ່​ກັບ​ຄວາມ​ຜິດ​ບາບ. ແອວ​ມາ​ຮູ້​ວ່າ ຄວາມ​ຊົ່ວ​ຮ້າຍບໍ່​ເຄີຍ​ເປັນ​ຄວາມສຸກ​ເລີຍ​ສຳ​ລັບ​ລູກ​ຊາຍ​ຂອງ​ເພິ່ນ—ຫລື ສຳ​ລັບ​ລູກ​ຄົນ​ໃດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.1

ເພິ່ນ​ໄດ້​ສິດ​ສອນ​ລູກ​ຊາຍ​ຂອງ​ເພິ່ນວ່າ ການ​ມີ​ຄວາມ​ບໍ​ລິ​ສຸດ​ຫລາຍ​ກວ່າ​ເກົ່າ ເປັນ​ພຽງ​ທາງ​ດຽວ​ເທົ່າ​ນັ້ນ​ທີ່​ພາ​ໄປ​ສູ່​ຄວາມ​ສຸກ. ເພິ່ນ​ໄດ້​ບອກ​ຢ່າງແຈ່ມ​ແຈ້ງວ່າ ການ​ມີຄວາມ​ບໍ​ລິ​ສຸດ​ຫລາຍ​ກວ່າ​ເກົ່າ ແມ່ນ​ເປັນ​ໄປ​ໄດ້​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ທີ່​ເຮັດໃຫ້​ເຮົາ​ສະ​ອາດ ແລະ ດີ​ພ້ອມ.2 ພຽງ​ແຕ່​ໂດຍ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ການ​ກັບ​ໃຈ​ສະ​ເໝີ, ແລະ ການ​ຮັກ​ສາພັນ​ທະ​ສັນ​ຍາ​ເທົ່າ​ນັ້ນ ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ສາ​ມາດທວງ​ເອົາ​ຄວາມ​ສຸກ​ອັນ​ຍາວ​ນານໄດ້ ທີ່​ເຮົາ​ທຸກ​ຄົນ​ຢາກ​ມີ ແລະ ຢາກ​ຮັກ​ສາ.

ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ​ສຳ​ລັບ​ມື້ນີ້ ແມ່ນຢາກຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ວ່າ ຄວາມ​ສຸກ​ທີ່​ຍິ່ງ​ໃຫຍ່ກວ່າ ມາ​ຈາກ​ຄວາມ​ບໍ​ລິ​ສຸດ​ສ່ວນ​ຕົວ​ຫລາຍ​ກວ່າ​ເກົ່າ ເພື່ອ​ວ່າ​ທ່ານ​ຈະ​ເຮັດ​ຕາມ​ຄວາມ​ເຊື່ອນັ້ນ. ແລ້ວ​ຂ້າ​ພະ​ເຈົ້າ​ຈະ​ແບ່ງ​ປັນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ດ້ວຍ​ຕົວ​ເອງ ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ສາ​ມາດ​ເຮັດ ເພື່ອ​ຈະ​ເໝາະ​ສົມ​ກັບ​ຂອງ​ປະທານ​ຂອງ​ການ​ກາຍ​ເປັນ​ຄົນ​ບໍ​ລິ​ສຸດ​ຫລາຍກວ່າ​ເກົ່າ.

ພຣະ​ຄຳ​ພີ​ສິດ​ສອນ​ເຮົາ​ວ່າ ໃນ​ບັນ​ດາ​ສິ່ງ​ຕ່າງໆ, ເຮົາ​ສາ​ມາດຖືກ​ເຮັດ​ໃຫ້​ສະ​ອາດ ຫລື ກາຍ​ເປັນ​ຄົນ​ທີ່​ບໍ​ລິ​ສຸດ​ຫລາຍ​ກວ່າ​ເກົ່າ​ໄດ້ ເມື່ອ​ເຮົາ​ໃຊ້​ສັດ​ທາ​ໃນ​ພຣະ​ຄຣິດ,3 ສະ​ແດງ​ຄວາມ​ເຊື່ອ​ຟັງ​ຂອງ​ເຮົາ,4 ກັບ​ໃຈ,5 ເສຍ​ສະ​ລະ​ເພື່ອ​ພຣະ​ອົງ,6 ຮັບ​ເອົາ​ພິ​ທີ​ການ​ທີ່​ສັກ​ສິດ, ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ.7 ຄວາມເໝາະ​ສົມສຳ​ລັບຂອງ​ປະທານ​ແຫ່ງ​ຄວາມ​ບໍ​ລິ​ສຸດ ຮຽກ​ຮ້ອງ​ຄວາມ​ຖ່ອມ​ຕົວ,8 ຄວາມ​ອ່ອນນ້ອມ,9 ແລະ ຄວາມອົດ​ທົນ.10

ປະ​ສົບ​ການ​ໜຶ່ງ​ເຖິງ​ການຢາກ​ມີ​ຄວາມ​ບໍ​ລິ​ສຸດ​ຫລາຍ​ກວ່າ​ເກົ່າ ໄດ້​ເກີດ​ກັບຂ້າ​ພະ​ເຈົ້າ​ຢູ່​ໃນ​ພຣະ​ວິ​ຫານ​ເຊົາ​ເລັກ. ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ເປັນ​ເທື່ອ​ທຳ​ອິດ ໂດ​ຍບໍ່​ຮູ້​ຫຍັງ​ຫລາຍ. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຖ້ອຍ​ຄຳ​ຢູ່​ເທິງ​ອາ​ຄານ: “ສັກ​ສິດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ” ແລະ “ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.” ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ຄາດ​ໝາຍ​ທີ່​ດີ. ແຕ່​ຂ້າ​ພະ​ເຈົ້າ​ສົງ​ໃສວ່າ ຂ້າ​ພະ​ເຈົ້າ​ພ້ອມ​ທີ່​ຈະ​ເຂົ້າ​ໄປ​ຫລືບໍ່.

ແມ່ກັບພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ນຳ​ໜ້າ ຂະ​ນະ​ທີ່​ພວກ​ເຮົາ​ກຳ​ລັງ​ຈະ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ. ພວກ​ເຮົາ​ໄດ້​ຖືກ​ຂໍ​ໃຫ້​ສະ​ແດງ​ໃບຮັບ​ຮອງ, ເພື່ອ​ຢືນ​ຢັນ​ການ​ມີ​ຄ່າ​ຄວນ​ຂອງ​ພວກ​ເຮົາ.

ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ຮູ້​ຈັກ​ຜູ້​ຊາຍ​ຄົນ​ທີ່​ກວດ​​ກາໃບ​ຮັບ​ຮອງ. ສະ​ນັ້ນ​ພວກ​ເພິ່ນ​ຈຶ່ງ​ໄດ້​ລົມ​ກັບ​ລາວ​ບຶດ​ໜຶ່ງ. ຂ້າ​ພະ​ເຈົ້າ​ກໍ​ເລີຍ​ຍ່າງ​ເຂົ້າ​ໄປຫາ​ຫ້ອງ​ໂຖງ​ກ່ອນ ບ່ອນ​ທີ່​ທຸກສິ່ງ​ຂາວ​ສະ​ອາດ. ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ຂຶ້ນ​ເບິ່ງ​ເພ​ດານ ທີ່​ສູງ​ເໜືອ​ຫົວ ຊຶ່ງ​ເບິ່ງ​ຄື​ທ້ອງ​ຟ້າ​ເປີດ. ໃນ​ວິ​ນາ​ທີນັ້ນ​ເອງ, ຄວາມ​ຮູ້​ສຶກ​ທີ່​ແຈ້ງ​ຊັດ​ໄດ້​ເກີດ​ຂຶ້ນ​ກັບ​ຂ້າ​ພະ​ເຈົ້າ ຄື​ກັບວ່າ​ຂ້າ​ພະ​ເຈົ້າ​ເຄີຍ​ຢູ່​ທີ່ນັ້ນ​ມາ​ກ່ອນ.

ແຕ່​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ແຜ່ວ​ເບົາ—ມັນບໍ່​ແມ່ນ​ສຽງ​ຂອງ​ຂ້າ​ພະ​ເຈົ້າ​ເອງ. ສຽງ​ແຜ່ວ​ເບົາ​ກ່າວ​ວ່າ: “ເຈົ້າ​ບໍ່​ເຄີຍມາ​ບ່ອນນີ້​ເລີຍ. ເຈົ້າ​ຈື່​ຈຳ​ເວ​ລາ​ກ່ອນ​ເຈົ້າ​ໄດ້​ເກີດ​ມາ. ເຈົ້າ​ເຄີຍ​ຢູ່​ໃນ​ບ່ອນ​ທີ່​ສັກ​ສິດ​ແບບນີ້. ເຈົ້າ​ຮູ້​ສຶກວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ມາ​ສູ່​ບ່ອນ​ທີ່​ເຈົ້າ​ຢືນ​ຢູ່ນີ້. ແລະ ເຈົ້າ​ຮູ້​ສຶກ​ມີ​ຄວາມ​ສຸກ ເພາະ​ເຈົ້າ​ຢາກ​ພົບ​ພຣະ​ອົງ.”

ປະ​ສົບ​ການນັ້ນ​ຢູ່​ໃນ​ພຣະ​ວິ​ຫານ​ເຊົາ​ເລັກ ແມ່ນ​ບຶດ​ດຽວ​ເທົ່າ​ນັ້ນ. ແຕ່​ຄວາມ​ຊົງຈຳ​ກ່ຽວ​ກັບ​ມັນ​ຍັງ​ນຳ​ຄວາມ​ສະຫງົບ, ຄວາມ​ຊື່ນ​ຊົມ, ແລະ ຄວາມ​ສຸກ​ທີ່​ງຽບໆ ມາ​ໃຫ້​ຂ້າ​ພະ​ເຈົ້າ​ຢູ່.

ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ຫລາກ​ຫລາຍ​ບົດ​ຮຽນ​ໃນ​ມື້ນັ້ນ. ບົດ​ຮຽນ​ໜຶ່ງ​ແມ່ນ ພຣະ​ວິນ​ຍານບໍ​ລິ​ສຸດ​ໄດ້​ກ່າວ​ໃນ​ສຸ​ລະ​ສຽງ​ທີ່​ແຜ່ວ​ເບົາ. ຂ້າ​ພະ​ເຈົ້າ​ໄດ້​ຍິນ​ພຣະ​ອົງ ຕອນ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ສະ​ຫງົບ​ຢູ່​ໃນ​ໃຈ. ພຣະ​ອົງ​ໄດ້ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ສຸກ ແລະ ມີ​ຄວາມ​ໝັ້ນ​ໃຈ​ວ່າ ຂ້າ​ພະ​ເຈົ້າ​ໄດ້ກາຍ​ເປັນ​ຄົນ​ບໍ​ລິ​ສຸດ​ຫລາຍກວ່າ​ເກົ່າ. ແລະ ສິ່ງນັ້ນ​ໄດ້ນຳ​ຄວາມ​ສຸກ​ມາ​ໃຫ້​ສະ​ເໝີ ຊຶ່ງຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ບຶດ​ໜຶ່ງ ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ.

ທ່ານກໍ​ເຄີຍ​ໄດ້​ສັງ​ເກດ​ເຫັນ​ຢູ່​ໃນ​ຊີ​ວິດ​ຂອງ​ທ່ານ​ເອງ ແລະ ໃນ​ຊີ​ວິດ​ຂອງ​ຄົນ​ອື່ນ ເຖິງ​ການ​ມະ​ຫັດ​ສະ​ຈັນ​ຂອງ​ຄວາມ​ສຸກ​ທີ່​ມາ​ຈາກ​ການ​ເປັນ​ຄົນ​ບໍ​ລິ​ສຸດ​ຫລາຍ​ກວ່າ​ເກົ່າ, ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍກວ່າ​ເກົ່າ. ເມື່ອ​ຫລາຍ​ອາ​ທິດ​ກ່ອນ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ຜູ້​ຄົນທີ່​ຈະ​ຈາກ​ໂລກນີ້​ໄປ ພ້ອມ​ດ້ວຍ​ມີ​ສັດ​ທາ​ອັນ​ເຕັມ​ປ່ຽມ ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ດ້ວຍ​ຄວາມ​ເບີກ​ບາກ​ໃຈ.

ຄົນ​ໜຶ່ງ​ແມ່ນ​ຜູ້​ຊາຍ​ທີ່ຖືກ​ຫຸ້ມ​ລ້ອມ​ດ້ວຍ​ຄອບ​ຄົວ​ຂອງ​ລາວ. ລາວ​ກັບ​ພັນ​ລະ​ຍາ​ຂອງ​ລາວ ໄດ້​ເວົ້າ​ລົມ​ກັນ​ຄ່ອຍໆ ຂະ​ນະ​ທີ່​ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ ກັບ​ຂ້າ​ພະ​ເຈົ້າ​ໄດ້​ຍ່າງ​ເຂົ້າ​ໄປ. ຂ້າ​ພະ​ເຈົ້າ​ຮູ້​ຈັກ​ເຂົາ​ເຈົ້າ​ເປັນ​ເວ​ລາ​ຫລາຍ​ປີ. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ມີ​ຜົນ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ ແລະ ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ.

ເຂົາ​ເຈົ້າ​ທັງ​ສອງ​ໄດ້​ຕັດ​ສິນ​ໃຈ​ເຊົາຮັບການ​ປິ່ນ​ປົວ ທີ່​ຈະ​ຍືດ​ຊີ​ວິດ​ຂອງ​ລາວ​ໄວ້. ມັນ​ມີ​ຄວາມ​ຮູ້​ສຶກ​ທີ່​ສະຫງົບ​ງຽບ ຂະ​ນະ​ທີ່​ລາວ​ເວົ້າ​ກັບ​ພວກ​ເຮົາ. ລາວ​ຍິ້ມ ແລະ ກ່າວ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ ສຳ​ລັບ​ພຣະ​ກິດ​ຕິ​ຄຸນ ແລະ ຜົນ​ຂອງ​ການ​ເຮັດ​ໃຫ້​ສະ​ອາດບໍ​ລິ​ສຸດ ແກ່​ລາວ ແລະ ຄອບ​ຄົວ​ທີ່​ລາວ​ຮັກ. ລາວ​ໄດ້​ກ່າວ​ເຖິງ​ຊ່ວງ​ໄລ​ຍະ​ທີ່​ມີ​ຄວາມ​ສຸກ ຢູ່​ໃນ​ພຣະ​ວິ​ຫານ. ຕາມ​ຄຳ​ຂໍ​ຮ້ອງ​ຂອງ​ຊາຍ​ຄົນ​ນັ້ນ, ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຈີມ​ນ້ຳ​ມັນ​ສັກ​ສິດ​ໃສ່​ເທິງ​ຫົວ​ຂອງ​​ລາວ. ຂ້າ​ພະ​ເຈົ້າ​ໄດ້​ຜະ​ນຶກ​ການ​ເຈີມນັ້ນ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ເຮັດ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ດົນ​ໃຈ​ທີ່​ແຈ້ງ​ຊັດ​ໃຫ້ບອກ​ລາວ​ວ່າ ບໍ່​ດົນ​ລາວ​ຈະ​ໄດ້​ເຫັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ໜ້າ​ຕໍ່​ໜ້າ.

ຂ້າ​ພະ​ເຈົ້າໄດ້​ສັນ​ຍາ​ກັບ​ລາວ​ວ່າ ລາວ​ຈະ​ຮູ້ສຶກ​ມີ​ຄວາມ​ສຸກ, ໄດ້​ຮັບ​ຄວາມ​ຮັກ, ແລະ ຮັບ​ການ​ເຫັນ​ພ້ອມ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ລາວຍິ້ມ​ຢ່າງ​ອົບ​ອຸ່ນ ຂະ​ນະ​ທີ່​ພວກ​ເຮົາ​ຈາກ​ໄປ. ຄຳ​ເວົ້າ​ສຸດ​ທ້າຍ​ຂອງ​ລາວ​ຕໍ່​ຂ້າ​ພະ​ເຈົ້າ​ແມ່ນ “ບອກ​ແຄທີ ແດ່​ເດີວ່າ​ຂ້ອຍ​ຮັກ​ລາວ.” ເປັນ​ເວ​ລາ​ຫລາຍ​ປີ​ທີ່ ແຄທະລິນ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າໄດ້​ຊຸກ​ຍູ້​ຫລາຍ​ລຸ້ນ​ຄົນ​ຂອງ​ຄອບ​ຄົວ​ລາວ​ໃຫ້​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເພື່ອ​ມາ​ຫາ​ພຣະ​ອົງ, ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ, ແລະ ເໝາະ​ສົມ​ສຳ​ລັບ​ຄວາມ​ສຸກ​ທີ່​ມາ​ຈາກການ​ມີ​ຄວາມ​ບໍ​ລິ​ສຸດຫລາຍ​ຂຶ້ນນັ້ນ.

ຫລາຍ​ຊົ່ວ​ໂມງ​ຈາກນັ້ນ ລາວກໍ​ໄດ້​ເສຍ​ຊີ​ວິດ​ໄປ. ສອງ​ສາມ​ອາ​ທິດ​ຕໍ່​ມາ, ພັນ​ລະ​ຍາ​ຂອງ​ລາວ​ໄດ້​ເອົາ​ຂອງ​ຂວັນ​ມາ​ຝາກພັນ​ລະ​ຍາ​ກັບ​ຂ້າ​ພະ​ເຈົ້າ. ນາງຍິ້ມຂະ​ນະ​ທີ່​ເວົ້າ​ລົມ​ກັບ​ພວກ​ເຮົາ. ນາງ​ເວົ້າ​ຢ່າງ​ເບີກ​ບານ​ວ່າ, “ຂ້ອຍ​ຄິດ​ວ່າ ຂ້ອຍ​ຊິ​ຮູ້​ສຶກ​ໂສກ​ເສົ້າ ແລະ ໂດດ​ດ່ຽວ. ແຕ່ຂ້ອຍ​ຮູ້​ສຶກ​ມີ​ຄວາມ​ສຸກ. ພວກເຈົ້າ​ຄິດ​ວ່າ ມັນ​ຖືກ​ຕ້ອງ​ຢູ່​ບໍ?”

ໂດຍ​ທີ່​ຮູ້​ວ່າ ນາງ​ຮັກ​ສາ​ມີ​ຂອງ​ນາງ​ຫລາຍ​ຂະ​ໜາດ​ໃດ ແລະ ເຂົາ​ເຈົ້າ​ທັງ​ສອງ​ໄດ້​ມາ​ຮູ້​ຈັກ, ຮັກ, ແລະ ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ບອກ​ນາງວ່າ ຄວາມ​ຮູ້​ສຶກນັ້ນ​ແມ່ນ​ຂອງ​ປະທານ​ທີ່​ສັນ​ຍາໄວ້ ເພາະ​ດ້ວຍ​ການ​ຮັບ​ໃຊ້​ທີ່​ຊື່​ສັດ​ຂອງ​ນາງ, ນາງ​ຈຶ່ງໄດ້​ຖືກ​ເຮັດ​ໃຫ້​ບໍ​ລິ​ສຸດ​ຫລາຍ​ກວ່າ​ເກົ່າ. ຄວາມ​ບໍ​ລິ​ສຸດ​ຂອງ​ນາງ​ໄດ້​ເຮັດ​ໃຫ້​ນາງ​ເໝາະ​ສົມ​ກັບ​ຄວາມ​ສຸກນັ້ນ.

ບາງ​ຄົນ​ທີ່​ຮັບ​ຊົມ​ໃນ​ມື້ນີ້ ອາດ​ສົງ​ໃສວ່າ: “ເປັນ​ຫຍັງ​ຂ້ອຍ​ຈຶ່ງບໍ່​ຮູ້​ສຶກ​ສະ​ຫງົບ ແລະ ມີ​ຄວາມ​ສຸກ ທີ່​ສັນ​ຍາ​ກັບ​ຜູ້​ທີ່​ຊື່​ສັດ? ຂ້ອຍ​ໄດ້​ຊື່​ສັດ​ແມ່ນ​ແຕ່​ໃນ​ຕອນຍາກ​ລຳ​ບາກ, ແຕ່​ຂ້ອຍ​ກໍບໍ່​ເຄີຍ​ຮູ້​ສຶກ​ມີ​ຄວາມ​ສຸກ.”

ແມ່ນ​ແຕ່ສາດ​ສະ​ດາ​ໂຈເຊັບ ສະມິດ ກໍ​ໄດ້​ປະ​ເຊີນ​ກັບ​ການ​ທົດ​ສອບນີ້. ເພິ່ນ​ໄດ້​ອະ​ທິ​ຖານ​ຂໍ​​ການ​ບັນ​ເທົາ ຕອນ​ເພິ່ນ​ຖືກ​ຄຸມ​ຂັງ​ຢູ່​ໃນ​ຄຸກ ໃນ​ເມືອງ​ລີເບີຕີ, ​ລັດມີເຊີຣີ. ເພິ່ນ​ໄດ້​ຊື່​ສັດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ. ເພິ່ນ​ໄດ້​ເຕີບ​ໂຕ​ໃນ​ຄວາມ​ບໍ​ລິ​ສຸດ. ແຕ່​ເພິ່ນ​ກໍ​ຍັງ​ຮູ້​ສຶກວ່າ ເພິ່ນ​ບໍ່​ມີ​ຄວາມ​ສຸກ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້ສິດ​ສອນ​ເພິ່ນ​ເຖິງ​ຄວາມ​ອົດ​ທົນ ທີ່​ເຮົາ​ທຸກ​ຄົນ​ຈະ​ຕ້ອງມີ​ເປັນ​ບາງ​ເວລາ, ແລະ ບາງ​ທີ​ເປັນ​ເວລາ​ດົນ​ນານ, ໃນ​ໄລ​ຍະ​ການ​ທົດ​ສອບ​ໃນ​ຊ່ວງ​ມະ​ຕະ​ຂອງ​ເຮົາ. ຕໍ່​ໄປ​ນີ້​ແມ່ນ​ຂ່າວ​ສານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ສາດ​ສະ​ດາ​ທີ່​ຊື່​ສັດ ແລະ ຮັບ​ທຸກ​ທໍ​ລະ​ມານ ຂອງ​ພຣະ​ອົງ:

“ແລະ ຖ້າ​ຫາກ​ເຈົ້າ​ຖືກ​ໂຍນ​ລົງ​ໄປ​ໃນ​ຫລຸມ, ຫລື ໃນ​ມື​ຂອງ​ຄາດ​ຕະ​ກອນ, ແລະ ຖືກ​ຕັດ​ສິນ​ປະ​ຫານ​ຊີ​ວິດ; ຖ້າ​ຫາກ​ເຈົ້າ​ຖືກ​ໂຍນ​ລົງ​ໄປ​ໃນເຫວ​ເລິກ; ຖ້າ​ຫາກ​ຄື້ນ​ໃຫຍ່​ຊັດ​ກະ​ໜ່ຳ​ເຈົ້າ; ຖ້າ​ຫາກ​ພະ​ຍຸ​ຮ້າຍ​ກາຍ​ເປັນ​ສັດ​ຕູ​ຂອງ​ເຈົ້າ; ຖ້າ​ຫາກ​ຟ້າ​ສະຫວັນ​ເຕົ້າ​ໂຮມ​ຄວາມ​ມືດ, ແລະ ທາດ​ທັງ​ປວງ​ຮ່ວມ​ກັນ​ຕັນ​ທາງ​ເຈົ້າ; ແລະ ເໜືອ​ທຸກ​ສິ່ງ​ອື່ນ​ໝົດ, ຖ້າ​ຫາກ​ປາກນະລົກ​ຈະ​ເປີດ​ກວ້າງ​ງັບ​ເອົາ​ເຈົ້າ, ເຈົ້າ​ຈົ່ງ​ຮູ້​ໄວ້​ເຖີດ, ລູກ​ຂອງ​ພໍ່, ວ່າ​ສິ່ງ​ທັງ​ໝົດ​ເຫລົ່າ​ນີ້​ຈະ​ເປັນປະ​ສົບ​ການ​ໃຫ້​ແກ່​ເຈົ້າ, ແລະ ຈະ​ເກີດ​ຂຶ້ນ​ເພື່ອ​ຄວາມ​ດີ​ຂອງ​ເຈົ້າ.

“ບຸດ​ມະນຸດ​ໄດ້​ລົງ​ຕ່ຳ​ກວ່າ​ທຸກ​ສິ່ງ​ເຫລົ່າ​ນັ້ນ​ທັງ​ໝົດ. ເຈົ້າ​ຍິ່ງ​ໃຫຍ່​ກວ່າ​ພຣະ​ອົງ​ບໍ?

“ສະນັ້ນ, ຈົ່ງ​ຍຶດ​ໝັ້ນ​ຢູ່​ໃນ​ທາງ​ຂອງ​ເຈົ້າ, ແລະ ຖານະ​ປະ​ໂລ​ຫິດ​ຈະຄົງ​ຢູ່​ກັບ​ເຈົ້າ; ເພາະຂອບ​ເຂດ​ຂອງ​ມັນ​ໄດ້​ຖືກ​ຕັ້ງ​ໄວ້​ແລ້ວ, ມັນ​ບໍ່​ສາ​ມາດ​ຜ່ານ​ຂ້າມ. ວັນ​ເວລາ​ຂອງ​ເຈົ້າ​ໄດ້​ຖືກ​ຮັບ​ຮູ້, ແລະ ປີ​ຂອງ​ເຈົ້າ​ຈະ​ບໍ່​ຖືກ​ນັບ​ໃຫ້​ໜ້ອຍ​ລົງ; ສະນັ້ນ, ຢ່າ​ຢ້ານ​ກົວ​ສິ່ງ​ທີ່​ມະນຸດ​ສາ​ມາດ​ເຮັດ​ໄດ້, ເພາະ​ພຣະ​ເຈົ້າ​ຈະ​ຢູ່​ກັບ​ເຈົ້າ​ຕະຫລອດ​ການ ແລະ ຕະຫລອດ​ໄປ.”11

ນັ້ນ​ແມ່ນ​ຄຳແນະ​ນຳ​ອັນ​ດຽວ​ກັນ​ກັບທີ່​ພຣະ​ອົງ​ໄດ້​ມອບ​ໃຫ້​ແກ່​ໂຢບ, ຜູ້​ໄດ້​ຈ່າຍ​ຄ່າ​ຢ່າງ​ຫລວງ​ຫລາຍ ເພື່ອ​ປ່ອຍ​ໃຫ້​ການ​ຊົດ​ໃຊ້​ເຮັດ​ໃຫ້​ເພິ່ນ​ບໍ​ລິ​ສຸດ​ຫລາຍ​ກວ່າ​ເກົ່າ. ເຮົາ​ຮູ້​ຈັກ​ວ່າ​ໂຢບ​ບໍ​ລິ​ສຸດ, ຈາກ​ຄຳ​ແນະ​ນຳ​ກ່ຽວ​ກັບ​ເພິ່ນ ທີ່​ວ່າ: “ຢູ່​ໃນ​ດິນ​ແດນ​ອູ​ເຊ ມີ​ຊາຍ​ຜູ້​ໜຶ່ງ​ຊື່​ວ່າ ໂຢບ. ລາວ​ນະ​ມັດ​ສະ​ການ​ພຣະ​ເຈົ້າ ແລະ ຊື່​ສັດ​ຕໍ່​ພຣະ​ອົງ. ລາວ​ເປັນ​ຄົນ​ດີ ແລະ ລະ​ມັດ​ລະ​ວັງ​ຕົວ​ບໍ່​ເຮັດ​ຊົ່ວ.”12

ແລ້ວ​ໂຢບ​ໄດ້​ສູນ​ເສຍ​ຊັບ​ສົມ​ບັດ, ຄອບ​ຄົວ, ແລະ ແມ່ນ​ແຕ່​ສຸ​ຂະ​ພາບ​ຂອງ​ເພິ່ນ​ໄປ. ທ່ານ​ອາດ​ຈື່​ໄດ້​ ທີ່ໂຢບ​ຄິດ​ສົງ​ໃສວ່າ ຄວາມ​ບໍ​ລິ​ສຸດ​ຫລາຍ​ກວ່າ​​ເກົ່າ​ຂອງ​ເພິ່ນ, ທີ່​ໄດ້​ມາ​ຈາກ​ການ​ຜ່ານ​ຜ່າ​ຄວາມ​ຍາກ​ລຳ​ບາກ​ຢ່າງ​ຫລວງ​ຫລາຍ, ຈະ​ບໍ່​ຊ່ວຍ​ເພິ່ນ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່ກວ່າ. ສຳ​ລັບ​ໂຢບ​ແລ້ວ ເບິ່ງ​ຄື​ວ່າຄວາມ​ບໍ​ລິ​ສຸດນັ້ນ​ໄດ້​ນຳ​ຄວາມ​ທຸກທໍ​ລະ​ມານ​ມາ​ໃຫ້​ເພິ່ນ.

ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ບົດ​ຮຽນໃຫ້​ໂຢບ ຊຶ່ງ​ເປັນ​ບົດ​ຮຽນ​ດຽວ​ກັນ​ກັບ​ທີ່​ໄດ້​ມອບ​ໃຫ້​ໂຈເຊັບ ສະມິດ. ພຣະ​ອົງ​ໄດ້​ປ່ອຍ​ໃຫ້​ໂຢບ​ເຫັນ​ສະ​ພາບ​ທີ່​ເຈັບ​ປວດ​ໃຈ​ຂອງ​ຕົນ ດ້ວຍ​ຕາ​ທາງວິນ​ຍານ. ພຣະ​ອົງ​ໄດ້​ກ່າວ​ວ່າ:

“ຈົ່ງ​ລຸກ​ຂຶ້ນ​ດັ່ງ​ລູກ​ຜູ້​ຊາຍ​ຜູ້​ໜຶ່ງ ແລະ ຕອບ​ຄຳ​ທີ່​ເຮົາ​ຈະ​ຖາມ​ເຈົ້າ​ເບິ່ງ​ດູ.

“ເມື່ອ​ເຮົາ​ສ້າງ​ຈັກ​ກະ​ວານນັ້ນ ເຈົ້າ​ຢູ່​ບ່ອນນັ້ນ​ບໍ? ຖ້າ​ເຈົ້າ​ຮູ້​ຫຍັງ​ຫລາຍ​ຈົ່ງ​ບອກ​ເຮົາ​ມາ​ເບິ່ງ.

“ຜູ້​ໃດ​ຊີ້​ຂາດ​ວ່າ​ໂລກກວ້າງ​ເທົ່າ​ໃດ? ເຈົ້າ​ຮູ້​ບໍ? ຜູ້​ໃດ​ເໜັ່ງ​ສາຍ​ແທກ​ເທິງນັ້ນ? ຕອບ​ມາ​ດູ?

“ຜູ້​ໃດຖື​ເສົາ​ທັງ​ຫລາຍ​ໄວ້ ທີ່​ໃຊ້​ຄ້ຳ​ຈັກ​ກະ​ວານ? ຜູ້​ໃດ​ວາງ​ຮາກ​ຖານ​ເສົາ​ຫີນ​ຂອງ​ຈັກ​ກະ​ວານ​ໄວ້?

“ໃນ​ຮຸ່ງ​ເຊົ້າ​ຂອງວັນ​ນັ້ນ ໝູ່ດວງ​ດາວ​ຮ້ອງ​ເພງ​ນຳ​ກັນ, ​ເຫລົ່າ​ທູດ​ຂອງ​ພຣະ​ອົງ​ກໍ​ເປັ່ງ​ສຽງ​ໂຮ​ຮ້ອງ​ຍິນ​ດີ​ທັງ​ນັ້ນ?”13

ແລ້ວ, ຫລັງ​ຈາກ​ທີ່​ໂຢບ​ໄດ້​ກັບ​ໃຈ ຈາກ​ການ​ທີ່​ໄດ້​ເອີ້ນ​ພຣະ​ເຈົ້າ​ວ່າບໍ່​ທ່ຽງ​ທຳ, ໂຢບ​ກໍ​ໄດ້​ຖືກ​ອະ​ນຸ​ຍາດ​ໃຫ້​ເຫັນ​ການ​ທົດ​ລອງ​ຂອງ​ເພິ່ນ ໃນ​ວິ​ທີ​ທີ່​ສູງກວ່າ ແລະ ບໍ​ລິ​ສຸດກວ່າ​ເກົ່າ. ເພິ່ນ​ໄດ້​ກັບ​ໃຈ.

“ແລ້ວ​ໂຢບ​ກໍ​ໄດ້​ຕອບ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ,

“ຂ້າ​ນ້ອຍ​ຮູ້​ວ່າ ພຣະ​ອົງ​ມີ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່ ແລະ ພຣະ​ອົງ​ເຮັດ​ທຸກໆ​ສິ່ງ​ຕາມ​ໃຈ​ມັກ​ດ້ວຍ.

“ພຣະ​ອົງ​ກ່າວ​ວ່າ ເປັນ​ຫຍັງ​ກ້າ​ຖາມ​ເຖິງປັນ​ຍາ ເພາະ​ຂ້າ​ນ້ອຍ​ເອງ​ໂງ່​ຈ້າ​ທີ່​ສຸດ. ຂ້າ​ນ້ອຍ​ໄດ້​ເວົ້າ​ເຖິງ​ສິ່ງ​ທີ່​ຂ້າ​ນ້ອຍບໍ່​ເຂົ້າ​ໃຈ ເຖິງ​ສິ່ງ​ທີ່​ອັດ​ສະ​ຈັນ​ຍິ່ງ​ໃຫຍ່ ທີ່​ຂ້າ​ນ້ອຍ​ບໍ່ຮູ້​ໄດ້.

“ພຣະ​ອົງ​ໄດ້​ບອກ​ໃຫ້​ຂ້າ​ນ້ອຍ​ຟັງ​ເມື່ອ​ພຣະ​ອົງ​ເວົ້າ​ຈາ ແລະ ໃຫ້​ຊອກ​ຕອບ​ຄຳ​ຖາມ​ທີ່​ພຣະ​ອົງ​ຖາມນັ້ນ.

“ແລ້ວ​ກໍ​ພຽງ​ແຕ່​ໄດ້​ຮູ້​ສິ່ງ​ທີ່​ຄົນ​ອື່ນ​ໄດ້​ບອກ​ຂ້າ​ນ້ອຍ: ແຕ່​ບັດ​ນີ້​ຂ້າ​ນ້ອຍ​ເຫັນ​ພຣະ​ອົງ​ດ້ວຍ​ຕາ​ແລ້ວ.

“ດັ່ງ​ນັ້ນ ຂ້າ​ນ້ອຍ​ຈຶ່ງ​ອັບ​ອາຍ​ຕໍ່​ສິ່ງ​ທີ່​ໄດ້​ກ່າວ​ຈາ. ຂ້າ​ນ້ອຍ​ເສຍ​ໃຈ​ຈຶ່ງ​ນັ່ງ​ທີ່​ຂີ້​ຝຸ່ນ​ດິນ ແລະ ຂີ້​ເຖົ່າ.”14

ຫລັງ​ຈາກ​ໂຢບ​ໄດ້​ກັບ​ໃຈ ແລະ ກັບ​​ມາບໍ​ລິ​ສຸດ​ຫລາຍ​ກວ່າ​ເກົ່າ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ທຸກ​ສິ່ງ​ໃຫ້​ຫລາຍກວ່າ​ທີ່​ເພິ່ນ​ໄດ້​ສູນ​ເສຍ​ໄປ. ແຕ່​ບາງ​ທີ ພອນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ສຳ​ລັບ​ໂຢບ​ແມ່ນ ເພິ່ນ​ໄດ້​ບໍ​ລິ​ສຸດ​ຫລາຍກວ່າ​ເກົ່າ ຜ່ານ​ທາງ​ຄວາມ​ຍາກ​ລຳ​ບາກ ແລະ ການ​ກັບ​ໃຈ. ເພິ່ນ​ເໝາະ​ສົມ​ກັບ​ການ​ມີ​ຄວາມ​ສຸກ​ຫລາຍກວ່າ​ເກົ່າໃນ​ຊ່ວງຊີ​ວິດ​ທີ່​ເຫລືອ​ຢູ່​ຂອງ​ເພິ່ນ.

ຄວາມ​ບໍ​ລິ​ສຸດຫລາຍກວ່າ​ເກົ່າ​ຈະ​ບໍ່​ມາ​ເຖິງ​ແບບ​ງ່າຍໆ ໂດຍ​ການ​ພຽງ​ແຕ່ທູນ​ຂໍ​ເທົ່າ​ນັ້ນ. ມັນ​ຈະ​ມາ​ເຖິງ​ໂດຍ​ການ​ເຮັດ​ສິ່ງ​ທີ່​ຈຳ​ເປັນ​ສຳ​ລັບ​ພຣະ​ເຈົ້າ​ທີ່​ຈະ​ປ່ຽນ​ແປງ​ເຮົາ.

ປະທານ​ຣະໂຊ ເອັມ ແນວສັນ ໄດ້ໃຫ້​ຄຳ​ແນະ​ນຳທີ່​ຂ້າ​ພະ​ເຈົ້າ​ຖື​ວ່າ​ດີ​ທີ່ສຸດ ເຖິງ​ການ​ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ໃນ​ຄວາມ​ບໍ​ລິ​ສຸດ​ຫລາຍກວ່າ​ເກົ່າ. ເພິ່ນ​ໄດ້​ຊີ້​ບອກວິ​ທີ ເມື່ອ​ເພິ່ນຊຸກ​ຍູ້ວ່າ:

“ໃຫ້​ສຳ​ພັດ​ພະ​ລັງທີ່​ເສີມ​ກຳ​ລັງ​ຂອງ​ການ​ກັບ​ໃຈ​ທຸກວັນ—ການ​ເຮັດ ແລະ ການ​ເປັນ​ຄົນ​ທີ່ດີ​ຂຶ້ນ​ເລັກ​ນ້ອຍ ໃນ​ແຕ່​ລະ​ວັນ.

“ເມື່ອ​ເຮົາ​ເລືອກ​ທີ່​ຈະ​ກັບ​ໃຈ, ເຮົາ​ເລືອກ​ທີ່​ຈະ​ປ່ຽນ​ແປງ! ເຮົາ​ໃຫ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປ່ຽນ​ເຮົາ​ເປັນ​ບຸກ​ຄົນ​ທີ່​ດີ​ທີ່​ສຸດ. ເຮົາ​ເລືອກ​ທີ່​ຈະ​ເຕີບ​ໂຕ​ທາງວິນ​ຍານ ແລະ ຮັບ​ເອົາ​ຄວາມ​ຊື່ນ​ຊົມ—ເປັນ​ຄວາມ​ຊື່ນ​ຊົມ​ຂອງ​ການ​ໄຖ່ ໃນ​ພຣະ​ອົງ. ເມື່ອ​ເຮົາ​ເລືອກ​ທີ່​ຈະ​ກັບ​ໃຈ, ເຮົາ​ເລືອກ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ​ຫລາຍກວ່າ​ເກົ່າ!

ປະທານ​ແນວສັນ ໄດ້​ຊຸກ​ຍູ້​ເຮົາ​ຕື່ມ​ອີກ ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ທີ່​ຈະ​ກາຍ​ເປັນ​ຄົນ​ທີ່​ບໍ​ລິ​ສຸດຫລາຍກວ່າ​ເກົ່າ ດັ່ງ​ນີ້: “ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຄາດ​ໝາຍ​ໃຫ້​ເຮົາ​ດີ​ພ້ອມ​ໃນ​ເວ​ລານີ້. … ແຕ່​ພຣະ​ອົງ​ຄາດ​ໝາຍ​ໃຫ້​ເຮົາ ກາຍ​ເປັນ​ຄົນ​ບໍ​ລິ​ສຸດ​ຫລາຍ​ຂຶ້ນ. ການ​ກັບ​ໃຈ​ທຸກວັນ ເປັນ​ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່ຄວາມ​ບໍ​ລິ​ສຸດ.”15

ປະທານ​ດາລິນ ເອັຈ ໂອກ​ສ໌, ໃນ​ການ​ກ່າວ​ປາ​ໄສ​ຢູ່​ໃນ​ກອງ​ປະ​ຊຸມ​ທີ່​ຜ່ານ​ມາ, ກໍ​ໄດ້​ຊ່ວຍຂ້າ​ພະ​ເຈົ້າ​ໃຫ້​ເຫັນ​ຢ່າງ​ແຈ້ງ​ຊັດ​ຫລາຍ​ຂຶ້ນ ເຖິງວິ​ທີ​ທີ່​ເຮົາ​ເຕີບ​ໂຕ​ໃນ​ຄວາມ​ບໍ​ລິ​ສຸດ ແລະ ວິ​ທີ​ທີ່​ເຮົາ​ຮູ້​ວ່າ ເຮົາ​ກ້າວເຂົ້າ​ໄປ​ໃກ້​. ເພິ່ນ​ໄດ້​ກ່າວ​ວ່າ: “ເຮົາ​ຈະ​ບັນ​ລຸ​ທາງວິນ​ຍານ​ໄດ້​ແນວ​ໃດ? ເຮົາ​ຈະ​ໄດ້​ຮັບ​ລະ​ດັບ​ຄວາມ​ບໍ​ລິ​ສຸດນັ້ນ​ໄດ້​ແນວ​ໃດ ທີ່​ຈະ​ສາ​ມາດ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ເພື່ອນ​ຕະ​ຫລອດ​ເວລາ? ເຮົາ​ຈະ​ສາ​ມາດ​ເບິ່ງ ແລະ ປະ​ເມີນ​ສິ່ງ​ທີ່​ເປັນ​ຂອງ​ໂລກນີ້ ດ້ວຍ​ທັດ​ສະ​ນະ​ແຫ່ງ​ນິ​ລັນ​ດອນ​ແນວ​ໃດ?”16

ຄຳ​ຕອບ​ຂອງປະທານ​ໂອກສ໌​ ເລີ່ມ​ຕົ້ນ​ດ້ວຍ​ສັດ​ທາ​ທີ່​ຍິ່ງ​ໃຫຍ່ ໃນ​ພຣະ​ເຢ​ຊູ​ຄຣິດ ໃນ​ຖາ​ນະພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຊົງ​ຮັກ​ຂອງ​ເຮົາ. ສິ່ງນັ້ນ​ຈະພາ​ເຮົາ​ໃຫ້​ສະ​ແຫວງ​ຫາ​ການ​ໃຫ້​ອະ​ໄພ​ທຸກວັນ ແລະ ​ຈື່​ຈຳ​ພຣະ​ອົງ​ທຸກວັນ ໂດຍ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ສັດ​ທາ​ທີ່​ຍິ່ງ​ໃຫຍ່ນັ້ນ​ໃນ​ພຣະ​ເຢ​ຊູ​ຄຣິດ ມາ​ເຖິງ​ເມື່ອ​ເຮົາ​ຊື່ນ​ຊົມ​ຢູ່​ດ້ວຍ​ພຣະ​ຄຳ​​ຂອງພຣະ​ອົງ​ທຸກວັນ.

ເພງ​ສວດ​ຊື່ວ່າ “ເພີ່ມ​ຄວາມ​ສັກ​ສິດ​ໃຫ້​ເຮົາ” ແນະ​ນຳ​ວິ​ທີ​ທີ່​ຈະ​ອະ​ທິ​ຖານ​ຂໍ​ຄວາມ​ຊ່ວຍ​ເຫລືອ ໃນ​ການ​ກາຍ​ເປັນ​ຄົນ​ທີ່​ບໍ​ລິ​ສຸດ​ຫລາຍກວ່າ​ເກົ່າ. ຜູ້​ແຕ່ງ​ເພງ​ໄດ້​ແນະ​ນຳ​ຢ່າງ​ສະ​ຫລາດ​ວ່າ ຄວາມ​ບໍ​ລິ​ສຸດ​ທີ່​ເຮົາ​ສະ​ແຫວງ​ຫາ ແມ່ນ​ຂອງ​ປະທານ​ຈາກ​ພຣະ​ເຈົ້າ​ທີ່​ຊົງ​ຮັກ, ໄດ້​ມອບ​ໃຫ້​ຫລັງ​ຈາກ​ທີ່​ເຮົາ​ໄດ້​ເຮັດທຸກ​ສິ່ງ​ທຸກ​ຢ່າງ​ແລ້ວ. ທ່ານ​ຄົງຈື່​ຈຳ​ວັກ​ສຸດ​ທ້າຍນີ້​ໄດ້:

ເພີ່ມ​​ບໍ​ລິ​ສຸດໃຫ້​ເຮົາ,

ເພີ່ມ​ແຂງ​ຂັນ​ມີ​ໄຊ,

ເພີ່ມ​ເສ​ລີ​ຈາກ​ອຸ​ບາຍ,

ເພີ່ມ​ແຮງ​ໝາຍ​ຄືນ​ເຮືອນ.

ເພີ່ມ​ຄຳ​ສອນ​ອາ​ນາ​ຈັກ,

ເພີ່ມເຮົາ​ມັກ​ຖືກ​ໃຊ້,

ເພີ່ມ​​​​ສັກ​ສິດ ແລະ ພອນ​ເດັ່ນ—

ເພີ່ມ​ເຊັ່ນ​ພຣະ​ຜູ້​ໄຖ່.17

ບໍ່​ວ່າ​ສະ​ຖາ​ນະ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ, ບໍ່​ວ່າ​ເຮົາ​ຈະ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ເພື່ອ​ກັບ​ບ້ານ, ຂໍ​ໃຫ້​ຄຳອະ​ທິ​ຖານຂອງ​ເຮົາ ທີ່​ຂໍ​ຄວາມ​ບໍ​ລິ​ສຸດ​ຫລາຍກວ່າ​ເກົ່າ ໄດ້​ຮັບ​ຄຳ​ຕອບ. ຂ້າ​ພະ​ເຈົ້າຮູ້​ວ່າ ເມື່ອ​ຄຳອ້ອນວອນ​ຂອງ​ເຮົາ​ໄດ້​ຮັບ​ຄຳ​ຕອບ, ຄວາມ​ສຸກ​ຂອງ​ເຮົາ​ກໍ​ຈະ​ເພີ່ມ​ທະ​ວີຫລາຍ​ຂຶ້ນ. ມັນ​ອາດ​ມາ​ເຖິງ​ຊ້າ​ແດ່​ຈັກ​ໜ່ອຍ, ແຕ່​ມັນ​ຈະ​ມາ​ເຖິງຢ່າງ​ແນ່ນອນ. ຂ້າ​ພະ​ເຈົ້າ​ໝັ້ນ​ໃຈ​ໃນ​ເລື່ອງນີ້ ຈາກ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ໂຈເຊັບ ສະມິດ ​ໄດ້ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ, ປະທານຣະໂຊ ເອັມ ແນວສັນ ເປັນ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ໃນ​ທຸກວັນ​ນີ້. ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ​ຊົງ​ພຣະ​ຊົນ​ຢູ່ ແລະ ຮັກ​ເຮົາ. ພຣະ​ອົງ​ປະ​ສົງ​ໃຫ້​ເຮົາ​ກັບ​ບ້ານ​ໄປ​ຫາ​ພຣະ​ອົງ ຢູ່​ກັບ​ຄອບ​ຄົວ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຊົງ​ຮັກ​ຂອງ​ເຮົາ ເຊື້ອ​ເຊີນ​ເຮົາ​ໃຫ້​ຕິດ​ຕາມ​ພຣະ​ອົງ ໃນ​ການ​ເດີນ​ທາງ​ກັບ​ບ້ານ​ຂອງ​ເຮົາ. ພວກ​ພຣະ​ອົງ​ໄດ້​ກະ​ກຽມ​ທາງ​ໄວ້​ໃຫ້. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.