​2010–2019
ຜູ້​ຍິງ​ແຫ່ງ​ພັນ​ທະ​ສັນ​ຍາ ໃນ​ການ​ເປັນ​ຮຸ້ນ​ສ່ວນ​ກັບ​ພຣະ​ເຈົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


ຜູ້​ຍິງ​ແຫ່ງ​ພັນ​ທະ​ສັນ​ຍາ ໃນ​ການ​ເປັນ​ຮຸ້ນ​ສ່ວນ​ກັບ​ພຣະ​ເຈົ້າ

ການກາຍເປັນຜູ້ຍິງແຫ່ງພັນທະສັນຍາ ໃນການເປັນຮຸ້ນສ່ວນກັບພຣະເຈົ້າ ຄືວິທີທີ່ທິດາຜູ້ດີເລີດ ຂອງພຣະເຈົ້າໄດ້ບຳລຸງລ້ຽງ, ນຳພາ, ແລະ ໄດ້ປະຕິບັດສາດສະໜາກິດ.

ຂ້າພະເຈົ້າກະຕັນຍູສຳລັບພອນທີ່ໄດ້ມາກ່າວກັບທ່ານ, ທິດາແຫ່ງພັນທະສັນຍາຂອງພຣະເຈົ້າ. ຄ່ຳຄືນນີ້, ຈຸດປະສົງຂອງຂ້າພະເຈົ້າແມ່ນຈະຊຸກຍູ້ທ່ານຢູ່ໃນການຮັບໃຊ້ທີ່ສຳຄັນ ຊຶ່ງທ່ານຖືກເອີ້ນໃຫ້ເຮັດ. ແມ່ນແລ້ວ, ທິດາທຸກໆຄົນຂອງພຣະເຈົ້າທີ່ກຳລັງຮັບຟັງສຽງຂອງຂ້າພະເຈົ້າຢູ່ ໄດ້ຮັບການເອີ້ນຈາກ​ອົງ​ພຣະ​ເຢ​ຊູ​ຄຣິດເຈົ້າ.

ການເອີ້ນຂອງທ່ານໄດ້ເລີ່ມຕົ້ນຕັ້ງແຕ່ທ່ານໄດ້ລົງມາສູ່ໂລກມະຕະ, ຢູ່ໃນສະຖານທີ່ ແລະ ວັນເວລາທີ່ພຣະເຈົ້າໄດ້ເລືອກໃຫ້ແກ່ທ່ານ ຜູ້ຮູ້ຈັກທ່ານ​ເປັນຢ່າງດີ ແລະ ຮັກທ່ານໃນຖານະທິດາຂອງພຣະອົງ. ຢູ່ໃນໂລກວິນຍານ, ພຣະອົງໄດ້ຮູ້ຈັກທ່ານ ແລະ ໄດ້ສິດສອນທ່ານ ແລະ ໄດ້ສົ່ງທ່ານໄປຢູ່ບ່ອນທີ່ທ່ານຈະໄດ້ຮັບໂອກາດ, ຊຶ່ງຫາໄດ້ຍາກໃນປະຫວັດສາດຂອງໂລກ, ເພື່ອຈະຖືກຮັບການເຊື້ອເຊີນໃຫ້ເຂົ້າສູ່ອ່າງນ້ຳບັບຕິສະມາ. ຢູ່ທີ່ນັ້ນ, ທ່ານໄດ້ຍິນຖ້ອຍຄຳເຫລົ່ານີ້ ທີ່ຜູ້ຮັບໃຊ້ທີ່ຖືກເອີ້ນຂອງພຣະເຢຊູຄຣິດໄດ້ກ່າວວ່າ: “ໂດຍໄດ້ຮັບມອບໝາຍຈາກພຣະເຢຊູຄຣິດ, ຂ້າພະເຈົ້າໃຫ້ບັບຕິສະມ​ທ່ານ ໃນພຣະນາມຂອງພຣະບິດາ, ແລະ ຂອງພຣະບຸດ, ແລະ ພຣະວິນຍານບໍລິສຸດ. ອາແມນ.”1

ເມື່ອທ່ານໄດ້ຮັບບັບຕິສະມາ, ທ່ານໄດ້ຮັບການເອີ້ນທີ່ຈະຮັບໃຊ້ອີກຢ່າງໜຶ່ງ. ໃນບົດບາດຂອງທິດາແຫ່ງພັນທະສັນຍາຄົນໃໝ່ຂອງພຣະເຈົ້າ, ທ່ານໄດ້ໃຫ້ຄຳສັນຍາ ແລະ ໄດ້ຮັບເອົາການມອບໝາຍຢູ່ໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ຊຶ່ງຫລັງຈາກນັ້ນທ່ານກໍໄດ້ຮັບການຢືນຢັນເປັນສະມາຊິກ. ທ່ານໄດ້ເຮັດ​ພັນທະສັນຍາກັບພຣະເຈົ້າ ທີ່ຈະຮັບເອົາພຣະນາມຂອງພຣະເຢຊູຄຣິດ, ຮັກສາພຣະບັນຍັດຂອງພຣະອົງ, ແລະ ຮັບໃຊ້ພຣະອົງ.

ສຳລັບທຸກຄົນທີ່ເຮັດພັນທະສັນຍາເຫລົ່ານີ້, ການຮັບໃຊ້ທີ່ພຣະຜູ້ເປັນເຈົ້າເອີ້ນເຂົາເຈົ້າໃຫ້ເຮັດ ຈະເໝາະສົມດີກັບຄົນໆນັ້ນ. ເຖິງຢ່າງໃດກໍຕາມ, ທິດາ ແລະ ບຸດແຫ່ງພັນທະສັນຍາຂອງພຣະເຈົ້າ, ທຸກຄົນມີສ່ວນຮ່ວມໃນການເອີ້ນທີ່ສຳຄັນ ແລະ ປິຕິຍິນດີຢ່າງໜຶ່ງ. ນັ້ນກໍຄືທີ່ຈະຮັບໃຊ້ຄົນອື່ນແທນພຣະອົງ.

ເມື່ອກ່າວຕໍ່ບັນດາເອື້ອຍນ້ອງທັງຫລາຍ, ປະທານຣະໂຊ ເອັມ ແນວສັນ ໄດ້ໃຫ້ຂໍ້ສະຫລຸບທີ່ດີເລີດ ເຖິງການເອີ້ນຂອງພຣະເຈົ້າຕໍ່ທ່ານ ໃຫ້ເຂົ້າຮ່ວມກັບພຣະອົງໃນວຽກງານຂອງພຣະອົງ. ປະທານ​ແນວສັນ ໄດ້​ບັນ​ຍາຍ​ການ​ເອີ້ນ​ຂອງ​ທ່ານ​ໃນ​ທາງນີ້: “ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, ‘ວຽກງານ ແລະ ລັດສະໝີພາບຂອງເຮົາ ແມ່ນຈະນຳຄວາມເປັນອະມະຕະ ແລະ ຊີວິດນິລັນດອນມາສູ່ມະນຸດ.’ (ໂມເຊ 1:39.) ສະນັ້ນ ທິດາຜູ້ເປັນສານຸສິດທີ່ອຸທິດຕົນຂອງພຣະອົງອາດກ່າວໄດ້ແທ້ໆວ່າ, ‘ວຽກງານ ແລະ ລັດສະໝີພາບຂອງເຮົາ ແມ່ນທີ່ຈະຊ່ວຍຜູ້ຄົນທີ່ເຮົາຮັກ ໃຫ້ບັນລຸເປົ້າໝາຍນິລັນດອນນັ້ນ.’

“ເພື່ອຊ່ວຍມະນຸດຄົນອື່ນໃຫ້ບັນລຸເຖິງສັກກະຍະພາບນິລັນດອນຂອງເຂົາ ກໍເປັນພາກສ່ວນຂອງໜ້າທີ່ມອບໝາຍແຫ່ງສະຫວັນຂອງຜູ້ຍິງ. ໃນຖານະແມ່, ຄູສອນ, ຫລື ໄພ່ພົນທີ່ບຳລຸງລ້ຽງ, ນາງຫວັງວ່າຈະມີອິດທິພົນຕໍ່ຊີວິດຂອງຄົນອື່ນ. ໃນການເປັນຮຸ້ນສ່ວນກັບພຣະເຈົ້າ, ໜ້າທີ່ມອບໝາຍແຫ່ງສະຫວັນຂອງນາງແມ່ນຈະຊ່ວຍວິນຍານໃຫ້ມີຊີວິດ ແລະ ຊ່ວຍຈິດວິນຍານໃຫ້ບັນລຸເຖິງຄວາມສູງສົ່ງ. ນີ້ຄືຄວາມສຳເລັດທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງນາງ. ມັນເປັນສິ່ງທີ່ໃຫ້ກຽດ, ຍົກລະດັບ, ແລະ ເຮັດໃຫ້ສູງສົ່ງ.”2

ທ່ານຈະບໍ່ຮູ້ດອກວ່າເມື່ອໃດ, ຈະນານເທົ່າໃດ, ທີ່ໜ້າທີ່ມອບໝາຍສ່ວນຕົວຂອງທ່ານ ຈະຖືກເຈາະຈົງໃສ່ການຮັບໃຊ້ໃນການເອີ້ນດັ່ງການເປັນແມ່, ຜູ້ນຳ, ຫລື ເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ. ເປັນເພາະຄວາມຮັກຂອງພຣະອົງ, ພຣະຜູ້ເປັນເຈົ້າຈະ​ບໍ່​ໃຫ້​ເຮົາເລືອກ ເວລາ, ຄວາມ​ຍາວ​ນານ, ຫລື ລຳດັບການມອບ​ໝາຍ​​ເອງ. ແຕ່ທ່ານກໍຮູ້ຈາກພຣະຄຳພີ ແລະ ສາດສະດາທີ່​ມີ​ຊີ​ວິດຢູ່ ວ່າການມອບໝາຍທັງໝົດເຫລົ່ານີ້ ຈະມີມາໃຫ້ແກ່ທິດາທຸກໆຄົນຂອງພຣະເຈົ້າ, ບໍ່ວ່າໃນຊີວິດນີ້ ຫລື ໃນຊີວິດທີ່ຈະມາເຖິງ. ແລະ ທັງໝົດເປັນການກະກຽມສຳລັບຊີວິດນິລັນດອນ ຢູ່ໃນຄອບຄົວທີ່ມີຄວາມຮັກ—“ຊຶ່ງເປັນຂອງປະທານທີ່ຍິ່ງໃຫຍ່ທີ່ສຸດ ໃນບັນດາຂອງປະທານທັງໝົດຂອງພຣະເຈົ້າ.”3

ມັນຈະເປັນເລື່ອງສະຫລາດ ທີ່ທ່ານຈະຂະຫຍາຍທຸກຄວາມພະຍາຍາມ ທີ່ຈະກະກຽມໃນເວລານີ້ດ້ວຍ ສຳລັບເປົ້າໝາຍສຸດທ້າຍນັ້ນ. ວຽກງານນັ້ນຈະງ່າຍຂຶ້ນ ເພາະການມອບໝາຍແຕ່ລະຢ່າງເຫລົ່ານີ້ ຮຽກຮ້ອງການກະກຽມຢ່າງດຽວກັນ.

ໃຫ້ເຮົາມາເລີ່ມດ້ວຍໜ້າທີ່ມອບໝາຍໃຫ້ເປັນເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ. ບໍ່ວ່າທ່ານຈະມີການມອບໝາຍນັ້ນໃນຖານະລູກສາວອາຍຸ 10 ປີຢູ່ໃນຄອບຄົວທີ່ພໍ່ໄດ້ເສຍຊີວິດໄປແລ້ວ, ຫລື ໃນຖານະປະທານຂອງສະມາຄົມສະຕີສົງເຄາະ ບ່ອນທີ່ເມືອງຂອງຕົນຖືກກະທົບກະເທືອນ ໂດຍໄຟໄໝ້ເມື່ອບໍ່ດົນມານີ້, ຫລື ເມື່ອທ່ານຢູ່ໃນໂຮງໝໍກຳລັງພັກຟື້ນຈາກການຜ່າຕັດກໍຕາມ—ທ່ານກໍມີໂອກາດທີ່ຈະບັນລຸ ການເອີ້ນຂອງທ່ານຈາກພຣະຜູ້ເປັນເຈົ້າ ທີ່ໃຫ້ເປັນທິດາຜູ້ປະຕິບັດສາດສະໜາກິດຂອງພຣະອົງ.

ສະພາບການເຫລົ່ານັ້ນປະກົດວ່າ ເປັນການມອບໝາຍການປະຕິບັດສາດສະໜາກິດ ທີ່ແຕກຕ່າງຫລາຍ. ແຕ່ທັງໝົດຮຽກຮ້ອງການກະກຽມຂອງຫົວໃຈທີ່ມີພະລັງ ແລະ ຄວາມຮັກ, ສັດທາທີ່ໄຮ້ຄວາມຢ້ານກົວ ວ່າພຣະຜູ້ເປັນເຈົ້າບໍ່ໃຫ້ພຣະບັນຊາ ນອກຈາກພຣະອົງຈະຕຽມຫົນທາງໄວ້ໃຫ້, ແລະ ຄວາມປາດຖະໜາທີ່ຈະໄປ ແລະ ປະຕິບັດແທນພຣະອົງ.4

ເພາະນາງກໍພ້ອມແລ້ວ, ລູກສາວຜູ້ມີອາຍຸ 10 ປີຈຶ່ງໂອບກອດແມ່ຜູ້ເປັນໝ້າຍຂອງນາງ ແລະ ອະທິຖານເພື່ອຈະຮູ້ວິທີທີ່ນາງຈະຊ່ວຍຄອບຄົວຂອງນາງໄດ້. ແລະ ນາງກໍອະທິຖານຕໍ່ໄປ.

ປະທານຂອງສະມາຄົມສະຕີສົງເຄາະກໍພ້ອມແລ້ວ ທີ່ຈະປະຕິບັດສາດສະໜາກິດ ກ່ອນການໄຟໄໝ້ທີ່ບໍ່ຄາດຄິດ ໄດ້ເກີດຂື້ນຢູ່ໃນເຂດຂອງນາງ. ນາງໄດ້ຮູ້ຈັກ ແລະ ຮັກຜູ້ຄົນເຫລົ່ານັ້ນ. ສັດທາຂອງນາງໃນພຣະເຢຊູຄຣິດ ໄດ້ເຕີບໂຕຕະຫລອດຫລາຍປີທີ່ຜ່ານມາ ຈາກການໄດ້ຮັບຄຳຕອບ ຕໍ່ຄຳອະທິຖານຂອງນາງ ເພື່ອໃຫ້ພຣະຜູ້ເປັນເຈົ້າຊ່ວຍນາງ ໃນການຮັບໃຊ້ເລັກນ້ອຍແທນພຣະອົງ. ເປັນເພາະການກະກຽມຂອງນາງເປັນເວລາດົນນານ, ນາງກໍພ້ອມ ແລະ ຕື່ນເຕັ້ນ ທີ່ຈະຈັດແຈ່ງເອື້ອຍນ້ອງຂອງນາງ ໃຫ້ປະຕິບັດສາດສະໜາກິດຕໍ່ຜູ້ຄົນ ແລະ ຄອບຄົວທີ່ຕົກຢູ່ໃນຄວາມຫຍຸ້ງຍາກ.

ເອື້ອຍນ້ອງຜູ້ທີ່ພັກຟື້ນຢູ່ໃນໂຮງໝໍຈາກການຜ່າຕັດກໍພ້ອມແລ້ວ ທີ່ຈະປະຕິບັດສາດສະໜາກິດຕໍ່ເພື່ອນຄົນໄຂ້ຂອງນາງ. ນາງໄດ້ໃຊ້ເວລາຕະຫລອດຊີວິດ ໃນການປະຕິບັດສາດສະໜາກິດແທນພຣະຜູ້ເປັນເຈົ້າ ຕໍ່ຄົນແປກໜ້າທຸກຄົນ ເໝືອນກັບວ່າເຂົາເປັນຄົນໃນບ້ານໃກ້ເຮືອນຄຽງ ແລະ ໝູ່ເພື່ອນ. ເມື່ອນາງໄດ້ຮູ້ສຶກຢູ່ໃນໃຈວ່າ ໃຫ້ປະຕິບັດສາດສະໜາກິດຢູ່ໃນໂຮງໝໍ, ນາງໄດ້ຮັບໃຊ້ຄົນອື່ນຢ່າງກ້າຫານ ແລະ ດ້ວຍຄວາມຮັກ ຈົນວ່າຄົນໄຂ້ຄົນອື່ນຢາກໃຫ້ນາງພັກຟື້ນຢູ່ທີ່ນັ້ນອີກດົນນານຕໍ່ໄປ.

ໃນວິທີທາງດຽວກັນທີ່ທ່ານກະກຽມທີ່ຈະປະຕິບັດສາດສະໜາກິດ, ທ່ານກໍສາມາດ ແລະ ຕ້ອງກະກຽມສຳລັບການເອີ້ນຂອງທ່ານ ທີ່ໃຫ້ເປັນຜູ້ນຳແທນພຣະຜູ້ເປັນເຈົ້າ ເມື່ອເວລານັ້ນມາເຖິງ. ມັນຈະຮຽກຮ້ອງສັດທາໃນພຣະເຢຊູຄຣິດ, ທີ່ຢັ້ງຢູ່ໃນຄວາມຮັກ​ທີ່​ເລິກ​ຊຶ້ງຂອງທ່ານຕໍ່ພຣະຄຳພີ, ທີ່ຈະນຳພາຜູ້ຄົນ ແລະ ສິດສອນພຣະຄຳຂອງພຣະອົງ ປາດສະຈາກຄວາມຢ້ານກົວ. ແລ້ວທ່ານກໍພ້ອມທີ່ຈະມີພຣະວິນຍານບໍລິສຸດສະຖິດຢູ່ເປັນເພື່ອນ ຕະຫລອດເວລາ. ທ່ານຈະຕື່ນເຕັ້ນທີ່ຈະກ່າວວ່າ, “ເຮົາຈະໄປ,” ເມື່ອທີ່ປຶກສາຂອງທ່ານ ໃນຝ່ານປະທານຍິງໜຸ່ມກ່າວ, ດ້ວຍຄວາມກັງວົນຢູ່ໃນນ້ຳສຽງຂອງນາງວ່າ, “ມື້ນີ້ ຊິດສະເຕີ ອາວາເຣສ໌ ບໍ່ສະບາຍ. ໃຜຈະສອນຫ້ອງຮຽນຂອງລາວ?”

ມັນກໍໃຊ້ການກະກຽມແບບດຽວກັນ ສຳລັບວັນອັນປະເສີດເມື່ອພຣະຜູ້ເປັນເຈົ້າ ເອີ້ນທ່ານຕໍ່ການມອບໝາຍໃຫ້ເປັນແມ່. ແຕ່ມັນຈະຮຽກຮ້ອງຫົວໃຈ ທີ່ມີຄວາມຮັກຫລາຍກວ່າທີ່ທ່ານໄດ້ຕ້ອງການກ່ອນໜ້ານີ້. ມັນຈະຮຽກຮ້ອງສັດທາໃນພຣະເຢຊູຄຣິດ ທີ່ເກີນກວ່າທີ່ທ່ານເຄີຍໄດ້ມີຢູ່ໃນຫົວໃຈຂອງທ່ານມາກ່ອນ. ແລະ ມັນຈະຮຽກຮ້ອງຄວາມສາມາດ ທີ່ຈະອະທິຖານເພື່ອອິດທິພົນ, ການຊີ້ນຳ, ແລະ ການປອບໂຍນ ຂອງພຣະວິນຍານບໍລິສຸດ ເກີນກວ່າທີ່ທ່ານເຄີຍໄດ້ຮູ້ສຶກວ່າເປັນໄປໄດ້.

ທ່ານອາດຖາມຢ່າງມີເຫດຜົນວ່າ ຜູ້ຊາຍທີ່ຢູ່ໃນໄວໃດກໍຕາມ ຈະຮູ້ສິ່ງທີ່ບັນດາຜູ້ເປັນແມ່ຕ້ອງການໄດ້ແນວໃດ. ມັນກໍເປັນຄຳຖາມທີ່ມີເຫດຜົນ. ຜູ້ຊາຍບໍ່ສາມາດຮູ້ໄດ້ທຸກສິ່ງ, ແຕ່ພວກເຮົາສາມາດຮຽນຮູ້ບົດຮຽນບາງຢ່າງ ໂດຍການເປີດເຜີຍຈາກພຣະເຈົ້າ. ແລະ ພວກເຮົາກໍສາມາດຮຽນຮູ້ຫລາຍຢ່າງໂດຍການສັງເກດການ, ເມື່ອພວກເຮົາສວຍໂອກາດ ທີ່ຈະສະແຫວງຫາພຣະວິນຍານ ເພື່ອຊ່ວຍພວກເຮົາໃຫ້ເຂົ້າໃຈສິ່ງທີ່ພວກເຮົາສັງເກດເຫັນ.

ຂ້າພະເຈົ້າໄດ້ສັງເກດເບິ່ງ ນາງແຄດຕະລີນ ຈອນສັນ ໄອຣິງ ເປັນເວລາ 57 ປີທີ່ພວກເຮົາໄດ້ແຕ່ງງານກັນມາ. ນາງເປັນແມ່ຂອງລູກຊາຍສີ່ຄົນ ແລະ ລູກສາວສອງຄົນ. ຈົນເຖິງເວລານີ້, ນາງໄດ້ຮັບເອົາການເອີ້ນໃຫ້ເປັນແມ່ຜູ້ມີອິດທິພົນໂດຍກົງ ຕໍ່ສະມາຊິກໃນຄອບຄົວຫລາຍກວ່າໜຶ່ງຮ້ອຍຄົນ ແລະ ອີກຫລາຍຮ້ອຍຄົນທີ່ນາງໄດ້ຮັກເໝືອນລູກ.

ທ່ານຄົງຈຳຄຳບັນຍາຍທີ່ສົມບູນຂອງປະທານແນວສັນ ເຖິງພາລະກິດແຫ່ງສະຫວັນຂອງຜູ້ຍິງ—ລວມທັງພາລະກິດຂອງນາງໃນການເປັນແມ່ ວ່າ: ໃນຖານະແມ່, ຄູສອນ, ຫລື ໄພ່ພົນຜູ້ບຳລຸງລ້ຽງ, ນາງຫວັງວ່າຈະມີອິດທິພົນຕໍ່ຊີວິດຂອງຄົນອື່ນ. ໃນການເປັນຮຸ້ນສ່ວນກັບພຣະເຈົ້າ, ໜ້າທີ່ມອບໝາຍແຫ່ງສະຫວັນຂອງນາງ ແມ່ນຈະຊ່ວຍວິນຍານໃຫ້ມີຊີວິດ ແລະ ຊ່ວຍຈິດວິນຍານໃຫ້ບັນລຸເຖິງຄວາມສູງສົ່ງ. ນີ້ຄືຄວາມສຳເລັດທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງນາງ.”5

ຈາກສິ່ງທີ່ຂ້າພະເຈົ້າຮູ້, ແຄດຕະລີນ ພັນລະຍາຂອງຂ້າພະເຈົ້າ, ໄດ້ເຮັດຕາມໜ້າທີ່ຮັບຜິດຊອບນັ້ນ, ທີ່ຖືກມອບໃຫ້ແກ່ທິດາຂອງພຣະບິດາ. ຂ້າພະເຈົ້າເຫັນໄດ້ວ່າ ສ່ວນທີ່ສຳຄັນທີ່ສຸດ ປະກົດວ່າ ແມ່ນຖ້ອຍຄຳທີ່ວ່າ ນາງຫວັງວ່າຈະມີອິດທິພົນຕໍ່ຊີວິດຂອງຄົນອື່ນ … ໃນການເປັນຮຸ້ນສ່ວນກັບພຣະເຈົ້າ. ນາງບໍ່ໄດ້ບີບບັງຄັບ. ນາງໄດ້ມີອິດທິພົນຕໍ່. ແລະ ນາງກໍໄດ້ມີແບບແຜນສຳລັບຄວາມຫວັງຂອງນາງ, ແລະ ເປົ້າໝາຍທີ່ນາງໄດ້ພະຍາຍາມທີ່ຈະມີອິດທິພົນຕໍ່ຜູ້ຄົນທີ່ນາງຮັກ ແລະ ບຳລຸງລ້ຽງ. ແບບແຜນຂອງນາງແມ່ນພຣະກິດຕິຄຸນຂອງພຣະເຢຊູຄຣິດ—ຕາມທີ່ຂ້າພະເຈົ້າເຫັນໄດ້ ຜ່ານການສັງເກດການດ້ວຍການອະທິຖານຕະຫລອດຫລາຍປີທີ່ຜ່ານມາ.

ການກາຍເປັນຜູ້ຍິງແຫ່ງພັນທະສັນຍາ ໃນການເປັນຮຸ້ນສ່ວນກັບພຣະເຈົ້າ ຄືວິທີທີ່ທິດາຜູ້ດີເລີດຂອງພຣະເຈົ້າໄດ້ບຳລຸງລ້ຽງ, ນຳພາ, ແລະ ໄດ້ປະຕິບັດສາດສະໜາກິດ, ຮັບໃຊ້ໃນວິທີທາງໃດ ແລະ ບ່ອນໃດກໍຕາມທີ່ພຣະອົງໄດ້ກະກຽມສຳລັບພວກນາງ. ຂ້າພະເຈົ້າສັນຍາວ່າທ່ານຈະພົບເຫັນ​ຄວາມ​ສຸກໃນການເດີນທາງຂອງທ່ານ ໄປສູ່ບ້ານແຫ່ງສະຫວັນຂອງທ່ານ ເມື່ອທ່ານກັບຄືນໄປຫາພຣະອົງ ໃນຖານະທິດາຜູ້ຮັກສາພັນທະສັນຍາຂອງພຣະເຈົ້າ.

ຂ້າພະເຈົ້າເປັນພະຍານວ່າ ພຣະເຈົ້າ​ອົງ​ເປັນພຣະບິດາຊົງພຣະຊົນ​ຢູ່ ແລະ ພຣະ​ອົງຮັກທ່ານ. ພຣະ​ອົງ​ຈະ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ທ່ານ. ພຣະບຸດທີ່ຮັກຂອງພຣະອົງນຳພາສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ໃນທຸກໆລາຍລະອຽດ. ປະ​ທານຣະໂຊ ເອັມ ແນວສັນ ຄືສາດສະດາທີ່ມີຊີວິດຢູ່ຂອງພຣະອົງ. ແລະ ໂຈເຊັບ ສະມິດ ໄດ້ເຫັນ ແລະ ໄດ້ກ່າວກັບພຣະເຈົ້າອົງ​ເປັນພຣະບິດາ ແລະ ພຣະເຢຊູຄຣິດ ໃນປ່າໄມ້ ຢູ່ທີ່​ເມືອງພາໄມຣາ ລັດນິວຢອກ. ຂ້າພະເຈົ້າຮູ້ວ່າມັນຈິງ. ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ຕື່ມວ່າ ພຣະ​ເຢຊູ​ຄຣິດ​ເປັນ​ພຣະຜູ້​ຊ່ວຍ​ໃຫ້ລອດ​ຂອງ​ທ່ານ; ພຣະ​ອົງ​ຮັກ​ທ່ານ. ແລະ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ທ່ານ​ຈະ​ສາ​ມາດ​ຖືກ​ຊຳ​ລະ​ໃຫ້​ສະ​ອາດ ແລະ ຖືກ​ຍົກ​ຂຶ້ນສູ່​ການ​ເອີ້ນ​ທີ່​ສູງ​ສົ່ງ ແລະ ສັກ​ສິດ ຊຶ່ງ​ຈະ​ມາ​ສູ່​ທ່ານ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.