​2010–2019
ຫລັງ​ຈາກ​ການ​ທົດ​ລອງ​ສັດ​ທາ​ຂອງ​ເຮົາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


ຫລັງ​ຈາກ​ການ​ທົດ​ລອງ​ສັດ​ທາ​ຂອງ​ເຮົາ

ເມື່ອ​ເຮົາ​ເຮັດ​ຕາມ​ສຸ​ລະ​ສຽງ​ຂອງ​ພຣະເຈົ້າ ແລະ ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ, ແລ້ວ​ພຣະ​ອົງ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ ໃນ​ການ​ທົດ​ລອງ​ຂອງ​ເຮົາ.

ຕອນ​ຂ້າ​ພະ​ເຈົ້າ​ຍັງ​ນ້ອຍ, ຝະແຣ້ງ ທາລີ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່ດີ​ຄົນ​ໜຶ່ງ​ໄດ້​ສະ​ເໜີ​ຊ່ວຍ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ ໃຫ້​ບິນ​ຈາກ​ເຂດແຄວ້ນ ພວດໂຕ ຣິໂກ ໄປ​ເມືອງເຊົາ​ເລັກ ເພື່ອ​ວ່າ​ພວກ​ເຮົາ​ຈະ​ໄດ້​ຜະ​ນຶກ​ເຂົ້າ​ກັນ​ຢູ່​ໃນ​ພຣະ​ວິ​ຫານ, ແຕ່ບໍ່​ດົນ ອຸ​ປະ​ສັກ​ກໍໄດ້​ປະ​ກົດ​ຂຶ້ນ. ເອື້ອຍ​ນ້ອງ​ຄົນ​ໜຶ່ງ​ຂອງ​ຂ້າ​ພະ​ເຈົ້າ​ຊື່, ມາຣີວິດ, ໄດ້​ລົ້ມ​ປ່ວຍ. ເມື່ອບໍ່​ຮູ້​ວ່າ​ຊິ​ເຮັດ​ແນວ​ໃດ, ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເຮັດ ແລະ ກໍ​ຍັງ​ຮູ້​ສຶກວ່າ ຍັງ​ຖືກ​ກະ​ຕຸ້ນ​ໃຫ້​ເດີນ​ທາງ​ຢູ່. ພວກ​ເພິ່ນ​ໄວ້​ວາງ​ໃຈ​ວ່າ ເມື່ອ​ພວກ​ເພິ່ນ​ເຮັດ​ຕາມ​ການ​ກະ​ຕຸ້ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລ້ວ​ຄອບ​ຄົວ​ຂອງ​ພວກ​ເຮົາ​ຈະ​ໄດ້​ຮັບ​ການ​ດູ​ແລ ແລະ ໄດ້​ຮັບ​ພອນ—ແລະ ມັນ​ກໍ​ເປັນ​ແນວນັ້ນ.

ບໍ່​ວ່າ​ເຮົາ​ຈະ​ປະ​ເຊີນ​ກັບ​ອຸປະ​ສັກ​ໃດ​ກໍ​ຕາມ​ໃນ​ຊີ​ວິດ, ແຕ່​ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ວ່າ ພຣະ​ເຢ​ຊູ​ຄຣິດ​ຈະ​ກະ​ກຽມ​ທາງ​ໄວ້​ລ່ວງ​ໜ້າ ເພື່ອ​ເຮົາ​ຈະ​ໄດ້​ເດີນ​ໄປ​ດ້ວຍ​ສັດ​ທາ. ພຣະ​ເຈົ້າ​ໄດ້​ສັນ​ຍາ​ວ່າ ທຸກ​ຄົນ​ທີ່​ດຳ​ລົງ​ຊີ​ວິດ​ຕາມ​ພັນ​ທະ​ສັນ​ຍາ ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ໄວ້​ກັບ​ພຣະອົງ, ແລ້ວ​ເຂົາ​ເຈົ້າຈະ​ໄດ້​ຮັບ​ພອນ​ທີ່​ສັນ​ຍາ​ໄວ້ ຕາມ​ເວ​ລາ​ຂອງ​ພຣະ​ອົງ. ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້​ສິດ​ສອນວ່າ, “ເຮົາຈະ​ໄດ້ຮັບພອນ​ບາງຢ່າງ​ໄວ, ບາງຢ່າງ​ຊ້າ, ແລະ ພອນບາງຢ່າງ​ກໍຈະບໍ່​ໄດ້ຮັບ​ຈົນກວ່າ​ຮອດ​ສະຫວັນ; ແຕ່​ສຳລັບ​ຜູ້ຍຶດໝັ້ນ​ໃນ​ພຣະກິດ​ຕິຄຸນ​ຂອງ​ພຣະເຢຊູ​ຄຣິດ, ແມ່ນ​ຈະໄດ້​ຮັບ ພອນແທ້ໆ.”1

ໂມ​ໂຣ​ໄນ​ໄດ້​ສິດ​ສອນ​ວ່າ “ສັດທາ​ຄື​ສິ່ງ​ທີ່ມຸ້ງ​ຫວັງ​ໄວ້ ແລະ ຍັງບໍ່​ທັນ​ເຫັນ; ດັ່ງ​ນັ້ນ ຈົ່ງ​ຢ່າ​ໄດ້​ໂຕ້​ຖຽງ​ກັນ​ເລີຍ, ເພາະ​ທ່ານ​ບໍ່​ເຫັນ​ຍ້ອນ​ວ່າ​ທ່ານ​ຈະ​ບໍ່​ໄດ້​ຮັບ​ພະຍານ​ຈົນ​ກວ່າ​ຫລັງ​ຈາກ​ການ​ທົດ​ລອງ​ສັດ​ທາ​ຂອງ​ທ່ານ.”2

ຄຳ​ຖາມ​ຂອງ​ເຮົາ​ແມ່ນ, ເຮົາ​ຄວນ​ເຮັດ​ແນວ​ໃດ ຈຶ່ງຈະ​ສາ​ມາດ​ປະ​ເຊີນ​ກັບ​ການ​ທົດ​ລອງທີ່​ມາ​ສູ່​ເຮົາ?

ໃນ​ການ​ຖະ​ແຫລງຕໍ່​ສາ​ທາ​ລະ​ນະ​ເປັນ​ເທື່ອ​ທຳ​ອິດ​ຂອງ​ເພິ່ນ ໃນຖາ​ນະ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ, ປະ​ທານຣະ​ໂຊ ເອັມ ແນວສັນ ໄດ້​ສິດ​ສອນ​ວ່າ: “ໃນ​ຖາ​ນະ​ຝ່າຍ​ປະ​ທານ​ໃໝ່, ພວກ​ເຮົາ​ຢາກ​ເລີ່ມ​ຕົ້ນ ໂດຍມີ​ທີ່​ສຸດ​ຢູ່​ໃນ​ໃຈ. ເພາະ​ດ້ວຍ​ເຫດ​ນີ້, ພວກ​ເຮົາ​ຈຶ່ງ​ກ່າວ​ກັບ​ທ່ານ​ໃນ​ມື້​ນີ້ ຈາກ​ພຣະ​ວິ​ຫານ. ທີ່​ສຸດ​ດັ່ງ​ກ່າວ ທີ່​ເຮົາ​ແຕ່​ລະ​ຄົນ​ພະ​ຍາ​ຍາມ​ໄປ​ເຖິງ ແມ່ນ​ການ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ ພ້ອມ​ດ້ວຍ​ພະ​ລັງ ຢູ່​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ​ໄດ້​ຜະ​ນຶກ​ເຂົ້າ​ກັບ​ຄອບ​ຄົວ, ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ ທີ່​ໄດ້​ເຮັດ​ຢູ່​ໃນ​ພຣະ​ວິ​ຫານ ຊຶ່ງ​ຊ່ວຍ​ເຮົາ​ໃຫ້​ເໝາະ​ສົມ​ກັບ​ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ເຈົ້າ—ຄື​ຊີ​ວິດ​ນິ​ລັນ​ດອນ. ພິ​ທີ​ການ​ຂອງ​ພຣະ​ວິ​ຫານ ແລະ ພັນ​ທະ​ສັນ​ຍາ​ທີ່​ທ່ານ​ເຮັດ​ຢູ່​ໃນ​ນັ້ນ ຄື​ສິ່ງ​ສຳ​ຄັນ​ທີ່​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຊີ​ວິດ, ການ​ແຕ່ງ​ງານ ແລະ ຄອບ​ຄົວ, ແລະ ຄວາມ​ສາ​ມາດ​ຂອງ​ທ່ານ ໃນ​ການ​ຕໍ່​ຕ້ານ​ກັບ​ການ​ໂຈມ​ຕີ​ຂອງ​ຜູ້​ປໍ​ລະ​ປັກ. ການ​ນະ​ມັດ​ສະ​ການ​ຂອງ​ທ່ານ ໃນ​ພຣະ​ວິ​ຫານ ແລະ ການ​ຮັບ​ໃຊ້​ຂອງ​ທ່ານ​ຢູ່​ໃນ​ນັ້ນ ສຳ​ລັບ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານ ຈະ​ເພີ່ມ​ການ​ເປີດ​ເຜີຍ​ສ່ວນ​ຕົວ ແລະ ຄວາມ​ສະ​ຫງົບ​ໃຫ້​ທ່ານ ແລະ ຈະ​ປົກ​ປ້ອງ​ຄວາມ​ຕັ້ງ​ໃຈ​ຂອງ​ທ່ານ ທີ່​ຈະ​ຍຶດ​ໝັ້ນ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ທ່ານ.”3

ເມື່ອ​ເຮົາ​ເຮັດ​ຕາມ​ສຸ​ລະ​ສຽງ​ຂອງ​ພຣະເຈົ້າ ແລະ ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ, ແລ້ວ​ພຣະ​ອົງ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ ໃນ​ການ​ທົດ​ລອງ​ຂອງ​ເຮົາ.

ການ​ເດີນ​ທາງ​ຂອງ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ໄປ​ພຣະ​ວິ​ຫານ ເມື່ອ​ຫລາຍ​ປີ​ກ່ອນ ແມ່ນລຳ​ບາກ​ຫລາຍ, ແຕ່ເມື່ອ​ພວກ​ເຮົາໃກ້​ຊິ​ຮອດ ພຣະ​ວິ​ຫານ​ເຊົາ​ເລັກ, ລັດ​ຢູ​ທາ, ແມ່​ຂອງ​ຂ້າ​ພະ​ເຈົ້າ ຜູ້​ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ ແລະ ສັດ​ທາ ໄດ້ເວົ້າ​ວ່າ, “ພວກ​ເຮົາ​ຊິບໍ່​ເປັນ​ຫຍັງ; ພຣະ​ຜູ້​ເປັນ​ເຈົ້າ​ຊິ​ປົກ​ປ້ອງ​ພວກ​ເຮົາ.” ພວກ​ເຮົາ​ໄດ້​ຜະ​ນຶກ​ເຂົ້າ​ກັນ​ເປັນ​ຄອບ​ຄົວ ແລະ ເອື້ອຍ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຫາຍ​ດີ. ສິ່ງນີ້​ໄດ້​ເກີດ​ຂຶ້ນ ພຽງ​ແຕ່​ຫລັງ​ຈາກ​ການ​ທົດ​ລອງ​ສັດ​ທາ​ຂອງ​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ ແລະ ຫລັງ​ຈາກ​ການ​ເຮັດ​ຕາມ​ການ​ກະ​ຕຸ້ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຕົວ​ຢ່າງ​ຂອງ​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຍັງ​ເປັນ​ອິດ​ທິ​ພົນ​ໃນ​ຊີ​ວິດ​ຂອງ​ພວກ​ເຮົາ​ຢູ່ ໃນ​ທຸກວັນ​ນີ້. ຕົວ​ຢ່າງຂອງ​ພວກ​ເພິ່ນໄດ້​ສິດ​ສອນພວກ​ເຮົາເຖິງ ເຫດ​ຜົນ ຂອງ​ຄຳ​ສອນ​ພຣະ​ກິດ​ຕິ​ຄຸນ ແລະ ໄດ້​ຊ່ວຍ​ພວກ​ເຮົາ​ໃຫ້​ເຂົ້າ​ໃຈ​ຄວາມ​ໝາຍ, ຈຸດ​ປະ​ສົງ, ແລະ ພອນ​ທີ່​ພຣະ​ກິດ​ຕິ​ຄຸນ​ນຳ​ມາ​ໃຫ້. ການ​ເຂົ້າ​ໃຈ ເຫດ​ຜົນ ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ປະ​ເຊີນ​ກັບ​ການ​ທົດ​ລອງ ດ້ວຍ​ສັດ​ທາ​ໄດ້.

ໃນ​ທີ່​ສຸດ, ທຸກ​ສິ່ງ​ທີ່​ພຣະ​ເຈົ້າ​ເຊື້ອ​ເຊີນ ແລະ ບັນ​ຊາ​ເຮົາ​ໃຫ້​ເຮັດ ແມ່ນ​ເປັນ​ການ​ສະ​ແດງ​ອອກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ເຮົາ ແລະ ເຖິງ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ທີ່​ຈະ​ປະ​ທານ​ພອນ​ທຸກ​ປະ​ການ​ໃຫ້​ເຮົາ ຊຶ່ງ​ພຣະ​ອົງ​ໄດ້​ຮັກ​ສາ​ໄວ້​ໃຫ້​ຜູ້​ທີ່​ຊື່​ສັດ. ເຮົາ​ຈະ​ຄິດ​ເອງບໍ່​ໄດ້​ວ່າ ລູກໆຂອງ​ເຮົາ​ຈະ​ຮຽນ​ຮັກ​ພຣະ​ກິດ​ຕິ​ຄຸນ​ດ້ວຍ​ຕົວ​ເຂົາ​ເອງ; ມັນ​ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ ທີ່​ຈະ​ສິດ​ສອນ​ເຂົາ. ເມື່ອ​ເຮົາ​ຊ່ວຍ​ລູກ​ຂອງ​ເຮົາ​ໃຫ້ຮຽນ​ຮູ້​ວິ​ທີ​ໃຊ້​ອຳ​ເພີ​ໃຈ​ຂອງ​ເຂົາ​ຢ່າງ​ສະ​ຫລາດ, ແລ້ວ​ຕົວ​ຢ່າງຂອງ​ເຮົາ ຈະ​ສາ​ມາດ​ດົນ​ໃຈ​ເຂົາ​ໃຫ້​ເລືອກ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ. ການ​ດຳ​ລົງ​ຊີ​ວິດ​ທີ່​ຊື່​ສັດຂອງ​ເຂົາ ຈະ​ຊ່ວຍ​ລູກໆ​ຂອງ​ເຂົາ​ເອງ​ໃນ​ພາຍ​ຂ້າງ​ໜ້າ ໃຫ້​ຮູ້​ຄວາມ​ຈິງຂອງ​ພຣະ​ກິດ​ຕິ​ຄຸນ​ດ້ວຍ​ຕົວ​ເອງ.

ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມທັງ​ຫລາຍ, ພວກ​ເຈົ້າ​ໄດ້​ຍິນ​ສາດ​ສະ​ດາ​ກ່າວ​ກັບ​ພວກ​ເຈົ້າ​ໃນ​ມື້ນີ້. ຈົ່ງ​ສະ​ແຫວງ​ຫາ​ທີ່​ຈະ​ຮຽນ​ຮູ້​ເຖິງ​ຄວາມ​ຈິງ​ແຫ່ງສະ​ຫວັນ ແລະ ສະ​ແຫວງ​ຫາ​ທີ່​ຈະ​ເຂົ້າ​ໃຈ​ພຣະ​ກິດ​ຕິ​ຄຸນ​ດ້ວຍ​ຕົວ​ພວກ​ເຈົ້າ​ເອງ. ເມື່ອບໍ່​ດົນ​ມານີ້ ປະ​ທານ​ແນວ​ສັນ ​ໄດ້​ແນະ​ນຳ​ວ່າ: “ທ່ານ​ຂາດ​ສະ​ຕິປັນ​ຍາ​ໃນ​ເລື່ອງ​ອັນ​ໃດ? … ໃຫ້​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ສາດ​ສະ​ດາ​ໂຈເຊັບ. ໃຫ້ຊອກ​ຫາ​ບ່ອນ​ທີ່​ງຽບ​ສະ​ຫງົບ. … ໃຫ້​ຖ່ອມ​ຕົວ​ລົງ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ. ໃຫ້​ເປີດ​ໃຈ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນຂອງ​​ທ່ານ. ໃຫ້​ຫັນ​ໄປ​ຫາ​ພຣະ​ອົງ ເພື່ອ​ຄຳ​ຕອບ.”4 ເມື່ອ​ພວກ​ເຈົ້າ​ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ, ເຮັດ​ຕາມ​ຄຳແນະ​ນຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່, ແລະ ເບິ່ງເອົາ​ຕົວ​ຢ່າງ​ຂອງ​ພໍ່​ແມ່​ທີ່​ຊອບ​ທຳ, ແລ້ວ​ພວກ​ເຈົ້າ​ຈະ​ສາ​ມາດ​ກາຍ​ເປັນ​ບ້ວງ​ແຫ່ງ​ສັດ​ທາທີ່​ແຂງ​ແກ່ນ ໃນ​ຄອບ​ຄົວ​ຂອງ​ພວກ​ເຈົ້າ​ໄດ້.

ຕໍ່ພໍ່​ແມ່ ຜູ້​ທີ່​ລູກ​ໄດ້​ເດີນ​ອອກ​ຈາກ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ, ຈົ່ງຊ່ວຍ​ເຂົາ​ເຈົ້າ​ກັບ​ຄືນ​ດ້ວຍ​ຄວາມ​ອ່ອນ​ໂຍນ. ຈົ່ງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ. ໃຫ້​ເລີ່ມ​ຕົ້ນ​ໃນຕອນນີ້; ມັນ​ຍັງ​ບໍ່​ສາຍ​ເກີນ​ໄປ.

ຕົວ​ຢ່າງ​ທີ່​ຊອບ​ທຳ​ຂອງ​ເຮົາ ສາ​ມາດ​ສ້າງ​ຄວາມ​ແຕກ​ຕ່າງ​ໄດ້. ປະທານ​ແນວສັນ ໄດ້​ກ່າວ​ວ່າ: “ໃນ​ຖາ​ນະ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ເຮົາມັກ​ຄິດກ່ຽວ​ກັບ “ສາດ​ສະ​ໜາ​ຈັກ” ວ່າ​ເປັນ ບາງ​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ໂບດ, ທີ່​ສະ​ໜັບ​ສະ​ໜູນ​ໂດຍ​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ທີ່​ບ້ານ. ເຮົາ​ຕ້ອງ​ໄດ້​ປັບ​ຕົວ​ເຂົ້າ​ກັບ​ແບບ​ແຜນນີ້. ມັນ​ເຖິງ​ເວ​ລາ​ແລ້ວ ສຳ​ລັບ ສາດ​ສະ​ໜາ​ຈັກ ທີ່​ເຮັດ​ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ, ທີ່​ໄດ້​ຮັບ​ການສະ​ໜັບ​ສະ​ໜູນ​ຈາກ ສິ່ງ​ທີ່​ເກີດ​ຂຶ້ນ ໃນ​ຕຶກ​ສາ​ຂາ, ຫວອດ, ແລະ ສະ​ເຕກ​ຂອງ​ເຮົາ.”5

ພຣະ​ຄຳ​ພີ​ສິດສອນ​ວ່າ “ຈົ່ງ​ສັ່ງສອນລູກໃຫ້ຮູ້ທາງດຳເນີນຊີວິດ ແລະ ເຂົາຈະຈື່ຈຳໄປຕະຫລອດຊີວິດ.”6

ແລະ ຍັງ​ສິດສອນ​ອີກວ່າ, “ແລະ ບັດ​ນີ້, ເມື່ອການ​ສັ່ງ​ສອນພຣະ​ຄຳ​ອັນ​ຍິ່ງ​ໃຫຍ່​ນີ້​ໄດ້ນຳ​ພາ​ຜູ້​ຄົນ​ມາ​ເຮັດ​ໃນ​ສິ່ງ​ທີ່​ຖືກ​ຕ້ອງ​ແລ້ວ—ແທ້​ຈິງ​ແລ້ວ, ມັນ​ໄດ້​ໃຫ້​ຜົນ​ທີ່​ມີ​ອຳນາດ​ແກ່​ຈິດ​ໃຈ​ຂອງ​ຜູ້​ຄົນ​ຍິ່ງ​ກວ່າ​ດາບ, ຫລື ເໜືອ​ກວ່າ​ສິ່ງ​ໃດໆ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ພວກ​ເຂົາ—ສະນັ້ນ ແອວມາ​ຈຶ່ງ​ຄິດ​ວ່າ ມັນ​ສົມ​ຄວນ​ແລ້ວ ທີ່​ພວກ​ເພິ່ນ​ຈະ​ທົດ​ລອງ​ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.”7

ມີ​ເລື່ອງ​ເລົ່າເລື່ອງ​ໜຶ່ງ​ກ່ຽວ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ ທີ່​ໃຈ​ຮ້າຍ​ໃຫ້​ລູກ ເພາະ​ລູກ​ກິນ​ເຂົ້າ​ໜົມ​ຫລາຍ. ເຖິງ​ແມ່ນ​ນາງ​ໄດ້​ບອກລູກ​ຊາຍຫລາຍ​ເທື່ອ​ແລ້ວ​ກໍ​ຕາມ, ແຕ່​ລາວ​ກໍ​ຍັງກິນ​ຢູ່​ຄື​ເກົ່າ. ເມື່ອບໍ່​ຮູ້​ຈັກ​ຊິ​ເຮັດ​ແນວ​ໃດ, ນາງ​ຈຶ່ງ​ໄດ້​ຕັດ​ສິນ​ໃຈ​ພາ​ລູກ​ຊາຍ​ໄປ​ຫາ ຊາຍ​ຄົນ​ໜຶ່ງ​ທີ່​ລູກ​ຊາຍ​ຂອງ​ນາງ​ນັບ​ຖື.

ນາງ​ໄດ້​ເຂົ້າ​ຫາ​ຊາຍ​ຄົນ​ນັ້ນ ແລະ ເວົ້າ​ວ່າ, “ທ່ານ​ເອີຍ, ລູກ​ຂອງ​ຂ້າ​ນ້ອຍ​ກິນ​ເຂົ້າ​ໜົມ​ຫລາຍ. ຂໍ​ໃຫ້​ທ່ານ​ບອກ​ລາວ​ໃຫ້​ເຊົາ​ກິນ ຊິ​ໄດ້​ບໍ?”

ເພິ່ນໄດ້ຕັ້ງ​ໃຈ​ຟັງ​ຜູ້​ຍິງຄົນນັ້ນ​ເວົ້າ ແລ້ວ​ໄດ້​ເວົ້າ​ກັບ​ລູກ​ຊາຍ​ຂອງ​ນາງວ່າ, “ໃຫ້ກັບ​ເມືອ​ບ້ານ ແລ້ວ​ໃຫ້​ກັບ​ມາອີກ​ໃນ​ສອງ​ອາ​ທິດ.”

ນາງ​ໄດ້​ພາ​ລູກ​ຊາຍ​ກັບ​ບ້ານ, ບໍ່​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ຊາຍ​ຄົນ​ນັ້ນ​ຈຶ່ງບໍ່​ຂໍ​ໃຫ້​ລູກ​ຊາຍ​ຂອງ​ນາງ ເຊົາ​ກິນ​ເຂົ້າ​ໜົມຫລາຍ.

ສອງ​ອາ​ທິດ​ຈາກນັ້ນ ເຂົາ​ເຈົ້າ​ໄດ້​ກັບ​ຄືນ​ໄປ. ຊາຍ​ທີ່​ສະ​ຫລາດ​ໄດ້​ຫລຽວ​ເບິ່ງ​ທ້າວ​ນ້ອຍ ແລ້ວ​ເວົ້າ​ວ່າ, “ທ້າວ​ເອີຍ, ເຈົ້າ​ຕ້ອງ​ເຊົາກິນເຂົ້າ​ໜົມ​ຫລາຍ. ມັນ​ບໍ່​ດີຕໍ່​ສຸ​ຂະ​ພາບ​ຂອງ​ເຈົ້າ.”

ທ້າວ​ນ້ອຍ​ໄດ້​ງຶກ​ຫົວ ແລະ ສັນ​ຍາ.

ແມ່​ທ້າວ​ນ້ອຍນັ້ນຖາມ​ວ່າ, “ເປັນ​ຫຍັງ​ທ່ານ​ຈຶ່ງບໍ່​ບອກ​ລາວ ສອງ​ອາ​ທິດ​ແລ້ວນີ້?”

ຊາຍ​ທີ່​ສະ​ຫລາດ​ໄດ້​ຍິ້ມ. “ສອງ​ອາ​ທິດ​ແລ້ວນີ້ ຂ້ອຍ​ເອງ​ກໍ​ຍັງ​ກິນ​ເຂົ້າ​ໜົມ​ຫລາຍຢູ່.”

ຊາຍ​ຄົນ​ນີ້​ໄດ້​ດຳ​ລົງ​ຊີ​ວິດ​ຢ່າງ​ຊື່​ສັດ​ແທ້ໆ ຊຶ່ງ​ລາວ​ຮູ້​ວ່າ ຄຳ​ແນະ​ນຳຂອງ​ລາວ​ຈະ​ເປັນ​ຜົນ​​ສັກ​ສິດ ພຽງ​ແຕ່​ເມື່ອ​ຕົວ​ລາວ​ເອງ​ກໍ​ເຮັດຄື​ກັນ.

ອິດ​ທິ​ພົນ​ທີ່​ເຮົາ​ມີ​ຕໍ່​ລູກໆ​ຂອງ​ເຮົາ ຈະ​ມີ​ພະ​ລັງ​ຫລາຍກວ່າ ຖ້າ​ຫາກ​ເຂົາ​ເຫັນ​ເຮົາເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາຢ່າງ​ຊື່​ສັດ. ສາດ​ສະ​ດາ​ຢາໂຄບ​ໃນ​ພຣະ​ຄຳ​ພີ​ມໍ​ມອນ ກໍ​ເປັນ​ຕົວ​ຢ່າງ​ຂອງ​ຄວາມ​ຊອບ​ທຳ​ເຊັ່ນ​ນັ້ນ​ຄື​ກັນ. ເອ​ໂນດ ລູກ​ຊາຍ​ຂອງ​ເພິ່ນ​ໄດ້​ຂຽນ​ເຖິງ​ຜົນ​ກະ​ທົບ​ຂອງ​ຄຳ​ສອນ​ຂອງ​​ບິ​ດາ​ຂອງ​ເພິ່ນ ດັ່ງ​ນີ້:

“ຂ້າ​ພະ​ເຈົ້າ ເອໂນດ ໂດຍ​ທີ່​ຮູ້​ຈັກ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ເພິ່ນ​ເປັນ​ຄົນ​ທ່ຽງ​ທຳ—ເພາະ​ເພິ່ນໄດ້​ສິດ​ສອນ​ຂ້າ​ພະ​ເຈົ້າ​ໃນ​ພາ​ສາ​ຂອງ​ເພິ່ນ, ແລະ ໃນການ​ລ້ຽງ​ດູ ແລະ ການ​ຕັກ​ເຕືອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນຳ​ອີກ—ແລະ ຂໍ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ຈົ່ງ​ພຣະ​ກະ​ເສີມ​ສຳ​ລານ​ເພາະ​ການ​ນີ້​ເຖີດ. …

“… ແລະ ຄຳ​ເວົ້າ​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຈາກ​ບິດາ​ເລື້ອຍໆ​ກ່ຽວ​ກັບ​ຊີ​ວິດ​ນິ​ລັນ​ດອນ, ແລະ ຄວາມ​ສຸກ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້ຝັງ​ເລິກ​ຢູ່​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ.”8

ພວກ​ແມ່​ຂອງ​ນັກ​ຮົບ​ໜຸ່ມ ກໍ​ໄດ້​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ, ແລະ ລູກໆ​ຂອງ​ເຂົາ​ເຈົ້າ​ກໍເຕັມ​ໄປ​ດ້ວຍ​ຄວາມ​ເຊື່ອ​ໝັ້ນ. ຜູ້​ນຳ​ຂອງ​ນັກ​ຮົບ​ເຫລົ່າ​ນັ້ນ​ໄດ້​ລາຍ​ງານ​ວ່າ:

“ພວກເຂົາໄດ້ຮັບການສິດສອນຈາກແມ່ຂອງພວກເຂົາ, ວ່າຖ້າຫາກພວກເຂົາບໍ່ສົງໃສ, ແລ້ວພຣະເຈົ້າຈະປົດປ່ອຍພວກເຂົາ.

“ແລະ ພວກເຂົາໄດ້ທົບທວນຄຳເວົ້າຂອງແມ່ຂອງພວກເຂົາກັບຂ້າພະເຈົ້າ, ໂດຍກ່າວວ່າ: ພວກເຮົາບໍ່ສົງໃສເລີຍວ່າ ແມ່​ຂອງ​ພວກ​ເຮົາ​ຮູ້​ຈັກ​ເລື່ອງ​ນີ້.”9

ເອ​ໂນດ ແລະ ນົກ​ຮົບ​ໜຸ່ມ ໄດ້ຮັບ​ພະ​ລັງ​ໂດຍ​ສັດ​ທາ​ຂອງ​ພໍ່​ແມ່​ຂອງ​​ເຂົາ​ເຈົ້າ, ຊຶ່ງ​ຊ່ວຍ​​ເຂົາ​ເຈົ້າໃຫ້​ສາ​ມາດ​ປະເຊີນ​ກັບ​ການ​ທົດ​ລອງ​ຂອງ​​ເຂົາ​ເຈົ້າ​ໄດ້​ດ້ວຍ​ສັດ​ທາ.

ເຮົາ​ໄດ້​ຮັບ​ພອນ​ຫລາຍ​ດ້ວຍ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃນ​ວັນ​ເວ​ລາ​ຂອງ​ເຮົາ, ຊຶ່ງ​ຍົກ​ເຮົາ​ຂຶ້ນ​ເມື່ອ​ເຮົາ​ຮູ້​ສຶກ​ທໍ້​ຖອຍ​ໃຈ ແລະ ມີ​ບັນ​ຫາ. ເຮົາ​ໄດ້​ຮັບ​ຄວາມ​ໝັ້ນ​ໃຈ​ວ່າ ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ ຈະ​ເກີດ​ຜົນ​ ໃນ​ເວ​ລາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເອງ ຖ້າ​ຫາກ​ເຮົາ​ດຳ​ເນີນ​ຕໍ່​ໄປ​ຜ່ານ​ຜ່າ​ການ​ທົດ​ລອງ​ສັດ​ທາ​ຂອງ​ເຮົາ.

ເມື່ອບໍ່​ດົນ​ມານີ້ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ກັບ​ຂ້າ​ພະ​ເຈົ້າ, ພ້ອມ​ດ້ວຍ​ຝ່າຍ​ປະ​ທານ​ເຂດ, ໄດ້​ເດີນ​ທາງ​ໄປ​ກັບ​ແອວເດີ ເດວິດ ເອ ແບ໊ດນາ ເພື່ອ​ໄປ​ຮ່ວມ​ການ​ອຸ​ທິດ​ພຣະ​ວິ​ຫານ ໄຮຕີ ຜອດ-ອໍ-ພຣິນສ໌. ໂຮເຮ ລູກ​ຊາຍ​ຂອງ​ພວກ​ເຮົາ ທີ່ໄດ້​ໄປ​ກັບ​ພວກ​ເຮົາ, ເວົ້າ​ວ່າ: “ພໍ່ເອີຍ, ໜ້າ​ອັດ​ສະ​ຈັນຂະ​ໜາດ! ທັນ​ທີ​ທີ່ ແອວເດີ ແບ໊ດນາ ເລີ່ມ​ຕົ້ນ​ກ່າວ​ຄຳອະ​ທິ​ຖານ​ອຸ​ທິດ, ຂ້າ​ພະ​ເຈົ້າ​ຮູ້ສຶກ​ວ່າ ຫ້ອງນັ້ນ​ເຕັມ​ໄປ​ດ້ວຍ​ຄວາມ​ອົບ​ອຸ່ນ ແລະ ແສງ​ສະ​ຫວ່າງ. ຄຳ​ອະ​ທິ​ຖານນັ້ນ​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າເຂົ້າ​ໃຈ​ຫລາຍ​ຂຶ້ນ ກ່ຽວ​ກັບ​ຈຸດ​ປະ​ສົງ​ຂອງ​ພຣະ​ວິ​ຫານ. ມັນແມ່ນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າແທ້ໆ.

ໃນ​ພຣະ​ຄຳ​ພີ​ມໍ​ມອນ, ນີໄຟ​ໄດ້​ສິດ​ສອນ​ວ່າ ເມື່ອ​ເຮົາ​ປາດ​ຖະ​ໜາ​ທີ່​ຈະ​ຮູ້​ຈັກ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ, ແລ້ວ​ພຣະ​ອົງ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ. ເພິ່ນ​ໄດ້​ຂຽນ​ວ່າ, “ຂ້າ​ພະ​ເຈົ້າ​ນີໄຟ​ໂດຍ​ທີ່​ມີ​ອາ​ຍຸ​ໜ້ອຍ​ຢູ່ … ແລະ ມີ​ຄວາມ​ປາດ​ຖະ​ໜາ​ອັນ​ແຮງ​ກ້າ​ຢາກ​ຮູ້​ຈັກ ຄວາມ​ລຶກ​ລັບ​ຂອງ​ພຣະ​ເຈົ້າ, ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ; ແລະ ຈົ່ງ​ເບິ່ງ ພຣະ​ອົງ​ໄດ້ສະ​ເດັດ​ມາ​ຫາ​ຂ້າ​ພະ​ເຈົ້າ, ແລະ ເຮັດ​ໃຫ້​ໃຈ​ຂອງ​ຂ້າ​ພະ​ເຈົ້າອ່ອນ​ລົງ​ຈົນ​ວ່າ​ຂ້າ​ພະເຈົ້າ ເຊື່ອ​ຄຳ​ເວົ້າ​ທີ່ບິດາ​ຂອງ​ຂ້າ​ພະ​ເຈົ້າ​ເວົ້າ​ມາ​ທັງ​ໝົດ; ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ບໍ່​ໄດ້​ກະ​ບົດ​ຕໍ່​ເພິ່ນ ເໝືອນ​ດັ່ງ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ.”10

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂໍ​ໃຫ້​ເຮົາ​ຈົ່ງ​ຊ່ວຍ​ລູກໆ​ຂອງ​ເຮົາ ແລະ ທຸກ​ຄົນ​ທີ່​ຢູ່​ອ້ອມ​ຮອບ​ເຮົາ ໃຫ້ເດີນ​ຕາມ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ ເພື່ອ​ວ່າ​ພຣະ​ວິນ​ຍານ​ຈະ​ສາ​ມາດ​ສິດ​ສອນ​ເຂົາ​ເຈົ້າ ແລະ ເຮັດ​ໃຫ້​ໃຈ​ຂອງ​ເຂົາ​ເຈົ້າ​ອ່ອນ​ລົງ ເພື່ອຈະ​ມີ​ໃຈ​ປາດ​ຖະ​ໜາ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ​ໄປ​ຕະ​ຫລອດ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ເມື່ອ​ຂ້າ​ພະ​ເຈົ້າ​ໄຕ່​ຕອງ​ກ່ຽວ​ກັບ​ຕົວ​ຢ່າງ​ຂອງ​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຮັບ​ຮູ້​ວ່າ ສັດ​ທາ​ຂອງ​ເຮົາ​ໃນອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ຈະ​ສະ​ແດງ​ໃຫ້​ເຮົາ​ເຫັນ​ຫົນທາງ​ທີ່​ຈະ​ພາ​ເຮົາ​ກັບບ້ານ​ແຫ່ງ​ສະ​ຫວັນຂອງເຮົາ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ການ​ມະ​ຫັດ​ສະ​ຈັນ​ເກີດ​ຂຶ້ນ ຫລັງ​ຈາກ​ການ​ທົດ​ລອງ​ສັດ​ທາ​ຂອງເຮົາ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ອົງ​ຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ປົດ​ປ່ອຍ. ພຣະ​ອົງ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ພຣະ​ອົງ ໄດ້​ສະ​ເດັດ​ມາ​ໃນ​ເຊົ້າ​ມື້ນັ້ນ ໃນ​ລະ​ດູ​ໃບ​ໄມ້​ປົ່ງ ຂອງ​ປີ 1820 ເພື່ອ​ມາ​ຫາ​ຊາຍໜຸ່ມ ໂຈເຊັບ ສະ​ມິດ, ສາດ​ສະ​ດາ​ແຫ່ງ​ການ​ຟື້ນ​ຟູ. ປະ​ທານຣະ​ໂຊ ເອັມ ແນວສັນ ເປັນ​ສາດ​ສະ​ດາ​ໃນ​ວັນ​ເວ​ລາ​ຂອງ​ເຮົາ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.