​2010–2019
ຄວາມ​ຕັ້ງ​ໃຈທີ່ບໍ່​ຫວັ່ນ​ໄຫວ​ຕໍ່​ພຣະ​ເຢ​ຊູຄຣິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


ຄວາມ​ຕັ້ງ​ໃຈທີ່ບໍ່​ຫວັ່ນ​ໄຫວ​ຕໍ່​ພຣະ​ເຢ​ຊູຄຣິດ

ພຣະ​ເຈົ້າ​ເຊື້ອ​ເຊີນ​ເຮົາ​ໃຫ້​ໂຍນວິ​ທີ​ເກົ່າ​ຂອງ​ເຮົາ​ອອກ​ໄປ​ໄກໆ ແລະ ເລີ່ມ​ຕົ້ນ​ຊີ​ວິດ​ໃໝ່​ໃນ​ພຣະ​ຄຣິດ.

ເດືອນ​ເມສາ​ແລ້ວນີ້, ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ໄປ​ຮ່ວມ​ການ​ອຸ​ທິດ​ພຣະ​ວິ​ຫານ ຄິນສາຊາ ຂອງສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ ຄອງ​ໂກ.1 ບໍ່​ມີ​ຄຳ​ໃດ​ທີ່​ສາ​ມາດ​ເອົາ​ມາ​ກ່າວ​ໄດ້ ເຖິງ​ຄວາມ​ສຸກ​ຂອງ​ຊາວ​ຄອງ​ໂກ​ທີ່​ຊື່​ສັດ ແລະ ຄວາມ​ຮູ້​ສຶກ​ຂອງຂ້າ​ພະ​ເຈົ້າ ທີ່​ໄດ້​ເຫັນ​ພຣະ​ວິ​ຫານ​ຖືກ​ອຸ​ທິດ​ຢູ່​ໃນ​ປະ​ເທດ​ຂອງ​ເຂົາ​ເຈົ້າ.

ຮູບ​ພາບ
ຮູບ​ແຕ້ມ​ນ້ຳ​ຕົກ​ຄອງ​ໂກ

ຜູ້​ທີ່​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ ຄິນສາຊາ ໄດ້​ເຫັນ​ຮູບ​ແຕ້ມຕົ້ນ​ສະ​ບັບ ຊື່​ວ່າ ນ້ຳ​ຕົກຄອງ​ໂກ.2 ມັນ​ເຕືອນ​ຜູ້​ມັກໄປ​ພຣະ​ວິ​ຫານ​ສະ​ເພາະ ເຖິງ​ຄວາມ​ຕັ້ງ​ໃຈທີ່ບໍ່​ຫວັ່ນ​ໄຫວ ຊຶ່ງ​ຈຳ​ເປັນ​ຕໍ່​ການ​ຍຶດ​ໝັ້ນ​ຢູ່​ທີ່​ພຣະ​ເຢ​ຊູ​ຄຣິດ ແລະ ເດີນ​ຕາມ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ​ນ້ຳ​ຕົກ​ຢູ່​ໃນ​ຮູບ​ແຕ້ມ​ເຮັດ​ໃຫ້​ຄິດ​ກ່ຽວ​ກັບການ​ປະ​ຕິ​ບັດ ຊຶ່ງ​ເປັນ​ເລື່ອງ​ທຳ​ມະ​ດາ ຫລາຍກວ່າ​ໜຶ່ງ​ສັດ​ຕະ​ວັດ​ມາ​ແລ້ວ ໃນ​ບັນ​ດາ​ຜູ້​ປ່ຽນ​ໃຈ​ເຫລື້ອມໃສ​ຊາວ​ຄຣິດ ຢູ່​ໃນຄອງ​ໂກ.

ຮູບ​ພາບ
ຮູບ​ແຕ້ມ​ນ້ຳ​ຕົກ​ເອັນ​ຊອງ​ໂກ

ກ່ອນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ, ເຂົາ​ເຈົ້າ​ໄດ້ນະ​ມັດ​ສະ​ການສິ່ງ​ທີ່ບໍ່​ມີ​ຊີ​ວິດ, ໂດຍ​ທີ່​ເຊື່ອ​ວ່າ ສິ່ງ​ເຫລົ່າ​ນັ້ນ​ມີ​ລິດ​ເດດ ທີ່​ເໜືອ​ທຳ​ມະ​ຊາດ.3 ຫລັງ​ຈາກ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ, ຫລາຍ​ຄົນ​ໄດ້​ເດີນ​ທາງ​ໄປ​ຫາ​ນ້ຳ​ຕົກ​ຫລາຍ​ບ່ອນ​ທີ່​ນັບ​ບໍ່​ຖ້ວນ ຢູ່​ໃກ້​ແມ່​ນ້ຳ​ຄອງ​ໂກ, ດັ່ງ​ເຊັ່ນ​ນ້ຳ​ຕົກເອັນ​ຊອງ​ໂກ.4 ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ເຫລົ່າ​ນີ້​ໄດ້​ໂຍນ​ຮູບ​ປັ້ນ​ເກົ່າລົງ​ໃນ​ນ້ຳ​ຕົກ ຊຶ່ງ​ເປັນ​ສັນ​ຍາ​ລັກ​ຕໍ່​ພຣະ​ເຈົ້າ ແລະ ຄົນ​ອື່ນໆ​ວ່າ ເຂົາ​ເຈົ້າ​ເຊົາ​ເຊື່ອ​ຖື​ຕາມປະ​ເພ​ນີ​ທີ່​ເກົ່າ​ແກ່​ຂອງ​ເຂົາ​ເຈົ້າ​ແລ້ວ ແລະ ໄດ້​ຮັບ​ເອົາ​ພຣະ​ເຢ​ຊູ​ຄຣິດ. ເຂົາ​ເຈົ້າ​ບໍ່​ໄດ້​ຄິດ​ທີ່​ຈະ​ໂຍນ​ຮູບ​ປັ້ນ​ເຫລົ່າ​ນັ້ນ​ລົງ​ໃນນ້ຳ​ບ່ອນ​ຕື້ນໆ; ເຂົາ​ເຈົ້າ​ໄດ້​ໂຍນ​ມັນ​ລົງ​ໃນນ້ຳ​ແກ່ງ, ຈົນ​ບໍ່​ມີ​ໃຜສາ​ມາດ​ຊອກ​ມັນ​ເຫັນ. ການ​ກະ​ທຳ​ເຫລົ່າ​ນັ້ນ​ເປັນ​ສັນ​ຍາ​ລັກ​ຂອງ​ການ​ເລີ່ມ​ຕົ້ນ​ເຮັດ​ຕາມຄວາມ​ຕັ້ງ​ໃຈທີ່ບໍ່​ຫວັ່ນ​ໄຫວ​ຕໍ່​ພຣະ​ເຢ​ຊູ​ຄຣິດ.

ຜູ້​ຄົນ​ໃນ​ຫລາຍ​ບ່ອນ ແລະ ໃນ​ຫລາຍ​ຍຸກ​ສະ​ໄໝ ກໍໄດ້​ສະ​ແດງ​ຄວາມ​ຕັ້ງ​ໃຈຂອງ​ເຂົາ​ເຈົ້າ​ຕໍ່​ພຣະ​ເຢ​ຊູ​ຄຣິດ ໃນ​ທາງ​ທີ່​ຄ້າຍ​ຄື​ກັນ​ນີ້.5 ຜູ້​ຄົນ​ໃນພຣະ​ຄຳ​ພີ​ມໍ​ມອນ ຊາວອານໄທ-ນີໄຟ-ລີໄຮ ໄດ້ “ວາງ​ອາ​ວຸດ​ແຫ່ງ​ການ​ກະ​ບົດ​ຂອງ​ພວກ​ເຂົາ,” ໂດຍ​ການ​ຝັງ​ມັນ “ໄວ້​ໃຫ້​ເລິກ​ລົງ​ໃນ​ແຜ່ນ​ດິນ” ເປັນ “ປະ​ຈັກ​ພະ​ຍານ​ຕໍ່​ພຣະ​ເຈົ້າ … ບໍ່​ໄດ້​ໃຊ້​ອາ​ວຸດ​ຂອງ [ພວກ​ເຂົາ] ອີກ​ເລີຍ.”6 ໃນການ​ເຮັດ​ເຊັ່ນ​ນັ້ນ, ພວກ​ເຂົາ​ໄດ້​ສັນ​ຍາທີ່​ຈະ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ເຈົ້າ ແລະ ຈະ​ບໍ່​ຫັນ​ເຫ​ຈາກ​ຄວາມ​ຕັ້ງ​ໃຈຂອງ​ພວກ​ເຂົາ. ການ​ກະ​ທຳນີ້ ເປັນ​ການ​ເລີ່ມ​ຕົ້ນ ທີ່​ຈະ “ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ” ແລະ ບໍ່​ເຄີຍ​ຕົກໄປ.7

ການ “ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ” ໝາຍ​ເຖິງ​ການ​ປະ​ຖິ້ມ​ການ​ກະ​ທຳ, ຊຶ່ງ​ເຄີຍ​ເຮັດ​ຕາມ​ຄວາມ​ເຊື່ອ​ເກົ່າ, ແລະ ຮັບ​ເອົາ​ຄວາມ​ເຊື່ອ​ໃໝ່ ອີງ​ຕາມ​ສັດ​ທາ​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ການ​ປ່ຽນ​ແປງນີ້​ແມ່ນ​ເກີນກວ່າ​ການ​ພຽງ​ແຕ່ຍອມ​ຮັບ​ເອົາ​ຄຳ​ສອນ​ຂອງພຣະ​ກິດ​ຕິ​ຄຸນ​ເທົ່າ​ນັ້ນ. ມັນ​ຫລໍ່​ຫລອມ​ເອ​ກະ​ລັກຂອງ​ເຮົາ, ປ່ຽນ​ແປງ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ຊີ​ວິດ, ແລະ ນຳ​ພາ​ໄປ​ສູ່​ຄວາມ​ຊື່​ສັດ​ທີ່ບໍ່​ປ່ຽນ​ແປງ​ຕໍ່​ພຣະ​ເຈົ້າ. ຄວາມ​ປາດ​ຖະ​ໜາ​ສ່ວນ​ຕົວ​ທີ່ຂັດ​ກັບ​ການ​ຍຶດ​ໝັ້ນ​ຢູ່​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ເດີນ​ຕາມ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ຈະ​ຈາງ​ຫາຍ​ໄປ ແລະ ທົດ​ແທນ​ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ເລີ່ມ​ຕົ້ນ​ດ້ວຍ​ຄວາມ​ຕັ້ງ​ໃຈທີ່ບໍ່​ຫວັ່ນ​ໄຫວ​ຕໍ່​ພຣະ​ເຈົ້າ, ໂດຍ​ການ​ເຮັດ​ໃຫ້ຄວາມ​ຕັ້ງ​ໃຈນັ້ນ​ເປັນ​ພາກ​ສ່ວນ​ຂອງ​ຜູ້​ທີ່​ເຮົາ​ເປັນ. ການ​ເຮັດ​ໃຫ້​ຄວາມ​ຕັ້ງ​ໃຈນັ້ນ​ເປັນ​ພາກ​ສ່ວນ​ໃນ​ຊີ​ວິດ​ຂອງ​ເຮົາ ຈະ​ຕ້ອງ​ໃຊ້​ເວ​ລາ​ຕະ​ຫລອດ​ຊີ​ວິດ ທີ່ຮຽກ​ຮ້ອງ​ຄວາມ​ອົດ​ທົນ ແລະ ການ​ກັບ​ໃຈ​ອັນ​ຕໍ່​ເນື່ອງ. ໃນ​ທີ່​ສຸດ, ຄວາມ​ຕັ້ງ​ໃຈ​ນີ້​ຈະ​ກາຍ​ເປັນ​ພາກ​ສ່ວນ​ຂອງ​ຜູ້​ທີ່​ເຮົາ​ເປັນ, ຈະ​ຝັງ​ແໜ້ນ​ຢູ່​ໃນ​ຄວາມ​ຮູ້​ສຶກ, ແລະ ສະ​ແດງ​ອອກ​ຢູ່​ໃນ​ຊີ​ວິດ​ຂອງ​ເຮົາ. ຄື​ກັນ​ກັບ​ທີ່​ເຮົາ​ບໍ່​ເຄີຍ​ລືມ​ຊື່​ຂອງ​ຕົວ​ເອງ ບໍ່​ວ່າ​ເຮົາ​ຈະ​ຄິດ​ກ່ຽວ​ກັບ​ຫຍັງ​ກໍ​ຕາມ, ເຮົາ​ຈະ​ບໍ່​ເຄີຍ​ລືມ​ຄວາມ​ຕັ້ງ​ໃຈທີ່​ຈາ​ລຶກ​ຢູ່​ໃນ​ໃຈ​ຂອງ​ເຮົາ.8

ພຣະ​ເຈົ້າ​ເຊື້ອ​ເຊີນ​ເຮົາ​ໃຫ້​ໂຍນວິ​ທີ​ເກົ່າ​ຂອງ​ເຮົາ​ອອກ​ໄປ​ໄກໆ ແລະ ເລີ່ມ​ຕົ້ນ​ຊີ​ວິດ​ໃໝ່​ໃນ​ພຣະ​ຄຣິດ. ສິ່ງນີ້​ເກີດ​ຂຶ້ນ ຂະ​ນະ​ທີ່​ເຮົາ​ພັດ​ທະ​ນາ​ສັດ​ທາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຊຶ່ງ​ເລີ່ມ​ຕົ້ນ​ໂດຍ​ການ​ໄດ້​ຍິນ​ປະ​ຈັກ​ພະ​ຍານ​ຂອງ​ຄົນ​ທີ່​ມີ​ສັດ​ທາ.9 ຫລັງ​ຈາກນັ້ນ, ສັດ​ທາ​ຈະເລິກ​ຊຶ້ງ​ຫລາຍກວ່າ​ເກົ່າ ຂະ​ນະ​ທີ່​ເຮົາ​ກະ​ທຳໃນ​ທາງ​ທີ່​ຍຶດ​ໝັ້ນ​ເຮົາ​ໄວ້​ກັບ​ພຣະ​ອົງ.10

ບັດ​ນີ້ ມັນ​ອາດ​ດີ​ຫລາຍ​ຖ້າ​ຫາກ​ສັດ​ທາ​ຫລາຍ​ກວ່າ​ເກົ່າ ສາ​ມາດ​ລາມ​ຕໍ່​ໄປ​ຫາ​ຄົນ​ອື່ນ​ໄດ້ ຄື​ກັນ​ກັບການ​ຕິດ​ໄຂ້​ຫວັດ. ແລ້ວ​ພຽງ​ແຕ່ “ການຈາມທາງວິນ​ຍານ” ກໍ​ຈະ​ຊ່ວຍ​ໃຫ້​ຄົນ​ອື່ນ​ມີ​ສັດ​ທາ​ຫລາຍ​ຂຶ້ນໄດ້. ແຕ່​ມັນ​ບໍ່​ເປັນ​ຄື​ຈັ່ງ​ຊັ້ນ. ທາງ​ດຽວ​ທີ່​ສັດ​ທາ​ເຕີບ​ໂຕ​ໄດ້ ແມ່ນ​ບຸກ​ຄົນ​ຕ້ອງ​ກະ​ທຳ​ໃນສັດ​ທາ. ການ​ກະ​ທຳ​ເຫລົ່າ​ນີ້ ສ່ວນ​ຫລາຍ​ແລ້ວ​ຈະ​ຖືກ​ກະ​ຕຸ້ນ​ໂດຍ​ການ​ເຊື້ອ​ເຊີນ​ຂອງ​ຄົນ​ອື່ນ, ແຕ່​ເຮົາ​ບໍ່​ສາ​ມາດ​ເຮັດ​ໃຫ້​ສັດ​ທາ​ຂອງ​ຄົນ​ອື່ນ “ເຕີບ​ໂຕ” ຂຶ້ນ​ໄດ້ ຫລື ເພິ່ງ​ອາ​ໄສ​ໃຫ້​ຄົນ​ອື່ນ​ມາ​ຜັກ​ດັນ​ເຮົາ. ກ່ອນ​ສັດ​ທາ​ຂອງ​ເຮົາ​ຈະ​ເຕີບ​ໂຕ​ໄດ້​ນັ້ນ, ເຮົາ​ຕ້ອງ​ເລືອກ​ເຮັດ​ໃນ​ສິ່ງທີ່​ຈະ​ເສີມ​ສ້າງ​ສັດ​ທາ, ດັ່ງ​ເຊັ່ນ ການ​ອະ​ທິ​ຖານ, ການ​ສຶກ​ສາ​ພຣະ​ຄຳ​ພີ, ການ​ຮັບ​ສ່ວນ​ສິນ​ລະ​ລຶກ, ການ​ຮັກ​ສາ​ພຣະ​ບັນ​ຍັດ, ແລະ ການ​ຮັບ​ໃຊ້​ຄົນ​ອື່ນ.

ເມື່ອ​ສັດ​ທາ​ຂອງ​ເຮົາໃນ​ພຣະ​ເຢ​ຊູ​ຄຣິດ​ເຕີບ​ໂຕ​ຂຶ້ນ, ພຣະ​ເຈົ້າ​ຈະ​ເຊື້ອ​ເຊີນ​ເຮົາ​ໃຫ້​ເຮັດຄຳ​ສັນ​ຍານຳ​ພຣະ​ອົງ. ດັ່ງ​ທີ່ຄຳ​ສັນ​ຍາ​ເຊັ່ນ​ນັ້ນເປັນ​ທີ່​ຮູ້​ຈັກ​ກັນ, ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້ ຖືກ​ສະ​ແດງ​ອອກໃນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຮົາ. ​ພັນ​ທະ​ສັນ​ຍາ​ຍັງ​ສ້າງ​ພື້ນ​ຖານ​ທີ່​ແນ່ນອນ​ສຳ​ລັບ​ຄວາມ​ກ້າວ​ໜ້າ​ທາງວິນ​ຍານ​ນຳ​ອີກ. ເມື່ອ​ເຮົາເລືອກ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ, ເຮົາ​ເລີ່ມ​ຕົ້ນ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ,11 ເຮົາ​ກໍ​ໄດ້​ເລືອກທີ່​ຈະ​ຢູ່ກັບ​ພຣະ​ອົງ. ເຮົາ​ປະ​ຕິ​ຍານ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ ແລະ ພັດ​ທະ​ນາ​ຕົນ​ໃຫ້​ມີ​ຄຸນ​ລັກ​ສະ​ນະ​ຢ່າງ​ພຣະ​ອົງ.

ພັນ​ທະ​ສັນ​ຍາຍຶດ​ໝັ້ນ​ເຮົາ​ໄວ້​ກັບ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ແລະ ຜັກ​ດັນເຮົາ​ໃຫ້​ເດີນ​ຕາມ​ເສັ້ນ​ທາງ ທີ່​ພາ​ເຮົາ​ກັບ​ໄປ​ຫາ​ບ້ານ​ແຫ່ງສະ​ຫວັນ​ຂອງ​ເຮົາ. ພະ​ລັງ​ຂອງ​ພັນ​ທະ​ສັນ​ຍາ​ຊ່ວຍ​ເຮົາ​ໃຫ້​ຮັກ​ສາການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ໃນ​ໃຈ, ເຮັດ​ໃຫ້​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຮົາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ເລິກ​ຊຶ້ງ​ຫລາຍກວ່າ​ເກົ່າ, ແລະ ຮັບ​ເອົາ​ເງົາ​ຂອງ​ພຣະ​ຄຣິດໄວ້​ໃນ​ໃບ​ໜ້າ​ຂອງ​ເຮົາ​ຫລາຍກວ່າ​ເກົ່າ.12 ແຕ່​ຄວາມ​ຕັ້ງ​ໃຈ ແລະ ການ​ເຮັດ​ພັນ​ທະ​ສັນ​ຍາ​ແບບ​ສອງ​ຈິດ​ສອງໃຈ ຈະ​ບໍ່​ຮັບ​ປະ​ກັນຫຍັງ​ເຮົາ​ໄດ້.13 ເຮົາ​ອາດຄິດຢາກ​ເຮັດ​ແບບ​ຫລິ້ນໆ, ຖິ້ມ​ວິ​ທີ​ເກົ່າ​ຂອງ​ເຮົາ​ລົງ​ໃນ​ນ້ຳ​ຕື້ນ, ຫລື ຝັງ​ອາ​ວຸດ​ແຫ່ງ​ການ​ກະ​ບົດ​ຂອງ​ເຮົາ ໃຫ້​ດ້າມຂອງ​ມັນ​ເດ່​ອອກ​ມາ. ແຕ່​ຄວາມ​ຕັ້ງ​ໃຈ​ແບບບໍ່​ແນ່ນອນ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ຈະ​ບໍ່​ເປີດ​ປະ​ຕູ​ໄປ​ສູ່​ອຳນາດ​ແຫ່ງການ​ຊຳ​ລະ​ລ້າງ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ.

ຮູບ​ພາບ
ພຣະ​ວິ​ຫານຄິນ​ສາ​ຊາ

ຄວາມ​ຕັ້ງ​ໃຈຂອງ​ເຮົາ​ທີ່​ຈະ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ ບໍ່​ຄວນ​ມີ​ເງື່ອນ​ໄຂ ຫລື ແຕກ​ຕ່າງ​ໄປ​ກັບ​ສະ​ພາບ​ການປ່ຽນ​ແປງ​ໃນ​ຊີ​ວິດ​ຂອງ​ເຮົາ. ຄວາມໝັ້ນ​ຄົງ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ ຄວນ​ເປັນ​ຄື​ກັນ​ກັບ​ແມ່​ນ້ຳ​ຄອງ​ໂກ​ທີ່​ເຊື່ອ​ຖື​ໄດ້ ຊຶ່ງ​ໄຫລຜ່ານ​ໃກ້​ພຣະ​ວິ​ຫານ ຄິນສາຊາ. ແມ່​ນ້ຳ​ສາຍນີ້, ບໍ່​ເໝືອນ​ແມ່​ນ້ຳ​ສ່ວນ​ຫລາຍ​ຢູ່​ໃນ​ໂລກ, ໄດ້ໄຫລສະ​ໝ່ຳ​ສະ​ເໝີ​ຕະ​ຫລອດ​ປີ,14 ເທ​ນ້ຳ​ເກືອບ​ເຖິງ 11 ລ້ານ​ກາ​ລອນ​ (41.5 ລ້ານ​ລີດ) ຕໍ່​ວິ​ນາ​ທີ ລົງ​ສູ່​ມະ​ຫາ​ສະ​ໝຸດ ແອັດ​ແລນ​ຕິກ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຊື້ອ​ເຊີນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໃຫ້​ເປັນ​ຄົນ​ທີ່​ເຊື່ອ​ຖື​ໄດ້ ແລະ ໝັ້ນ​ຄົງ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ດັ່ງ​ນັ້ນ, ຈົ່ງ​ຕົກ​ລົງ​ໃຈ, ວ່າ​ພວກ​ເຈົ້າ​ຈະ​ເຮັດ​ສິ່ງ​ທີ່​ເຮົາ​ຈະ​ສິດ​ສອນ, ແລະ ບັນ​ຊາ​ພວກ​ເຈົ້າ.”15 ຄວາມ​ຕັ້ງ​ໃຈ ທີ່ “ໝັ້ນ​ຄົງ” ທີ່​ຈະ​ຮັກ​ສາ​ພັນ​ທະ​ສັນ​ຍາຂອງ​ເຮົາ ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້ເຖິງ​ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ ກ່ຽວ​ກັບຄວາມ​ສຸກອັນ​ຍາວ​ນານ.16

ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ຊື່​ສັດ​ຫລາຍ​ຄົນ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ເຂົາ​ເຈົ້າ “ໝັ້ນ​ຄົງ” ໃນ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ​ກັບ​ພຣະ​ເຈົ້າ ແລະ ໄດ້​ປ່ຽນ​ແປງ​ຕະ​ຫລອດ​ໄປ. ຂ້າ​ພະ​ເຈົ້າ​ຂໍ​ເລົ່າ​ເລື່ອງ​ຂອງ​ສາມ​ຄົນ—ບຣາເດີ ບານສາ ມູຊີ​ໂອໂກ, ຊິດສະເຕີ ບານສາ ຣີຈີນ, ແລະ ບຣາເດີ ເອັມບູຢີ ເອັນຄີຕາ​ບັນຈີ.

ຮູບ​ພາບ
ຄອບ​ຄົວ​ບານສາ

ໃນ​ປີ 1977, ຄອບ​ຄົວ ບານສາ ໄດ້​ອາ​ໄສ​ຢູ່​ເມືອງ ຄິນສາຊາ ໃນ​ປະ​ເທດ ຊາເອຍ, ຊຶ່ງ​ເວ​ລານີ້​ເອີ້ນ​ວ່າ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ ຄອງ​ໂກ. ເຂົາ​ເຈົ້າ​ເປັນ​ບຸກ​ຄົນ​ທີ່​ໜ້າ​ນັບ​ຖື ຢູ່​ໃນ​ໂບດ ໂປ​ເຕ​ສະ​ຕັງ ຂອງ​ເຂົາ​ເຈົ້າ. ເພາະ​ພອນ​ສະ​ຫວັນ​ຂອງ​ເຂົາ​ເຈົ້າ, ໂບດ​ຂອງ​ເຂົາ​ເຈົ້າ​ຈຶ່ງ​ໄດ້ຫາ​ວິ​ທີ​ໃຫ້​ເຂົາ​ເຈົ້າ​ພາ​ຄອບ​ຄົວ​ໄປ​ປະ​ເທດ​ສະ​ວິດ​ເຊີ​ແລນ ເພື່ອ​ສຶກ​ສາ ພ້ອມ​ດ້ວຍ​ຈັດ​ຫາ​ໃຫ້​ໄດ້​ທຶນ​ການ​ສຶກ​ສາ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ.

ຂະ​ນະ​ທີ່​ອາ​ໄສ​ຢູ່​ເມືອງ ຈີນີວາ, ຕອນ​ຂີ່​ລົດ​ເມ​ໄປ​ໂຮງ​ຮຽນ, ບຣາເດີ ບານສາ ໄດ້​ເຫັນ​ຕຶກ​ໂບດ​ນ້ອຍ​ແຫ່ງ​ໜຶ່ງເລື້ອຍໆ ທີ່​ມີ​ປ້າຍ​ຊື່​ວ່າ “ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.” ລາວ​ຄິດ​ວ່າ, “ພຣະ​ເຢ​ຊູ​ຄຣິດກໍ​ມີ​ໄພ່​ພົນ​ໃນ​ເວ​ລານີ້, ໃນ​ຍຸກ​ສຸດ​ທ້າຍນີ້​ຫວະ?” ໃນ​ທີ່​ສຸດ​ລາວ​ໄດ້​ຕັດ​ສິນ​ໃຈ​ໄປ​ເບິ່ງ.

ບຣາເດີ ແລະ ຊິດສະເຕີ ບານສາ ໄດ້​ຖືກ​ຮັບ​ຕ້ອນ​ດ້ວຍ​ຄວາມ​ອົບ​ອຸ່ນ​ຢູ່​ທີ່​ສາ​ຂາ. ເຂົາ​ເຈົ້າ​ເຄີຍຖາມ​ແລ້ວ​ຖາມ​ອີກ​ກ່ຽວ​ກັບ​ທຳ​ມະ​ຊາດ​ຂອງ​ພຣະ​ເຈົ້າ, ດັ່ງ​ເຊັ່ນ, “ພຣະ​ເຈົ້າ​ເປັນ​ວິນ​ຍານ​ບໍ, ເປັນ​ຄື​ລົມ​ບໍ, ເຮົາ​ໄດ້​ຖືກ​ສ້າງ​ຕາມ​ຮູບ​ລັກ​​ສະນະ​ຂອງ​ພຣະ​ອົງ​ແນວ​ໃດ? ພຣະ​ອົງ​ນັ່ງ​ຢູ່​ເທິງ​ບັນ​ລັງ​ແນວ​ໃດ?” ເຂົາ​ເຈົ້າ​ບໍ່​ເຄີຍ​ໄດ້​ຮັບ​ຄຳຕອບ​ທີ່​ພໍ​ໃຈ ຈົນ​ກວ່າ​ຜູ້​ສອນ​ສາດ​ສະ​ໜາ​ໄດ້​ອະ​ທິ​ບາຍ​ຄຳ​ສອນ​ທີ່​ຖືກ​ຟື້ນ​ຟູ ໃນ​ບົດ​ຮຽນ​ອັນສັ້ນໆ. ເມື່ອ​ຜູ້​ສອນ​ສາດ​ສະ​ໜາ​ຈາກ​ໄປ, ຄອບ​ຄົວ ບານສາ ໄດ້​ຫລຽວ​ເບິ່ງ​ໜ້າ​ກັນ ແລະ ເວົ້າ​ວ່າ “ພວກ​ເຮົາ​ຫາ​ກໍ​ໄດ້​ຍິນ​ຄວາມ​ຈິງ ແມ່ນ​ບໍ?” ເຂົາ​ເຈົ້າ​ໄດ້​ທຽວ​ໄປ​ໂບດ ແລະ ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ. ເຂົາ​ເຈົ້າ​ຮູ້​ວ່າ ການ​ຮັບ​ບັບ​ຕິ​ສະ​ມາ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ​ທີ່​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ ຈະມີ​ຜົນ​ສະ​ທ້ອນ. ເຂົາ​ເຈົ້າ​ຈະ​ສູນ​ເສຍ​ທຶນ​ການ​ສຶກ​ສາ, ບັດ​ວີ​ຊ້າ​ຈະ​ຖືກ​ຍຶດ​ຄືນ, ແລະ ເຂົາ​ເຈົ້າ​ພ້ອມ​ທັງ​ລູກ​ນ້ອຍ​ສອງ​ຄົນ ຕ້ອງ​ຖືກ​ສັ່ງ​ໃຫ້​ໜີ​ຈາກ​ປະ​ເທດສະ​ວິດເຊີ​ແລນ ເຂົາ​ເຈົ້າ​ໄດ້​ເລືອກຮັບ​ບັບ​ຕິ​ສະ​ມາ ແລະ ຮັບ​ການ​ຢືນ​ຢັນ ໃນ​ເດືອນ​ຕຸລາ ປີ 1979.

ສອງ​ອາ​ທິດ​ຫລັງ​ຈາກການ​ບັບ​ຕິ​ສະ​ມາ​ຂອງ​ເຂົາ​ເຈົ້າ, ບຣາເດີ ແລະ ຊິດສະເຕີ ບານສາ ໄດ້​ກັບ​ໄປ​ເມືອງ ຄິນສາຊາ ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄົນ​ທຳ​ອິດ ແລະ ຄົນ​ທີ​ສອງ ຢູ່​ໃນ​ປະ​ເທດ​ຂອງ​ເຂົາ​ເຈົ້າ. ສະ​ມາ​ຊິກ​ຂອງ​ສາ​ຂາ ​ຈີ​ນີ​ວາ ໄດ້​ຕິດ​ຕໍ່​ຫາ​ເຂົາ​ເຈົ້າ ແລະ ໄດ້​ຊ່ວຍ​ເຫລືອ​ເຂົາ​ເຈົ້າ​ຕິດ​ຕໍ່​ຫາ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ. ຄອບ​ຄົວ ບານສາ ໄດ້​ຮັບ​ກຳ​ລັງ​ໃຈ​ໃຫ້​ຄອຍ​ຖ້າ​ເວ​ລາ​ທີ່​ສັນ​ຍາ​ໄວ້​ຢ່າງ​ຊື່​ສັດ ຕອນ​ທີ່​ພຣະ​ເຈົ້າ​ຈະ​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຢູ່​ປະ​ເທດ ຊາເອຍ.

ຮູບ​ພາບ
ແອວເດີ ເອັມບູຢີ

ໃນ​ຂະ​ນະ​ດຽວ​ກັນ, ບຣາເດີ ເອັມບູຢີ ນັກ​ຮຽນ​ແລກ​ປ່ຽນຄົນ​ໜຶ່ງຈາກ​ປະ​ເທດ ຊາເອຍ, ກຳ​ລັງ​ສຶກ​ສາ​ຢູ່​ປະ​ເທດ​ແບນຊິກ. ລາວໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ປີ 1980 ຢູ່​ໃນ​ຫວອດ ບຣູໂຊ. ບໍ່​ດົນ​ຈາກນັ້ນ, ລາວ​ໄດ້​ຮັບ​ໃຊ້​ເຜີຍ​ແຜ່​ເຕັມ​ເວ​ລາ​ຢູ່​ປະ​ເທດ​ອັງ​ກິດ. ແລະ ພຣະ​ເຈົ້າ​ໄດ້​ກະ​ທຳ​ການ​ມະ​ຫັດ​ສະ​ຈັນ​ຂອງ​ພຣະ​ອົງ. ບຣາເດີ ເອັມບູຢີ ໄດ້​ກັບ​ໄປ​ປະ​ເທດ ຊາເອຍ ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄົນ​ທີ​ສາມ ໃນ​ປະ​ເທດ​ຂອງ​ລາວ. ໂດຍ​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ພໍ່​ແມ່​ຂອງ​ລາວ, ການ​ປະ​ຊຸມ​ໂບດ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ຢູ່​ທີ່​ບ້ານ​ຂອງ​ລາວ. ໃນ​ເດືອນ​ກຸມພາ 1986 ໃບ​ຄຳ​ຮ້ອງໄດ້​ຖືກ​ສົ່ງ​ຂຶ້ນ​ໄປ​ຫາ​ຝ່າຍ​ລັດ​ຖະ​ບານ ເພື່ອ​ຂໍ​ໃຫ້ຮັບ​ຮູ້​ສາດ​ສະ​ໜາ​ຈັກ​ເປັນ​ທາງ​ການ. ໃບ​ຄຳ​ຮ້ອງ​ຕ້ອງ​ມີ​ລາຍ​ເຊັນ​ຂອງ​ປະ​ຊາ​ຊົນ​ສາມ​ຄົນ. ຜູ້​ທີ່​ເຕັມ​ໃຈ​ເຊັນ​ສາມ​ຄົນ​ແມ່ນ ບຣາເດີ ບານສາ, ຊິດສະເຕີ ບານສາ, ແລະ ບຣາເດີ ເອັມບູຢີ.

ຮູບ​ພາບ
ບຣາເດີ ເອັມບູຢີ ແລະ ຄອບ​ຄົວ ບານສາ

ສະ​ມາ​ຊິກ​ທີ່​ເຂັ້ມ​ແຂງ​ເຫລົ່າ​ນີ້​ຮູ້​ຈັກ​ຄວາມ​ຈິງ ເມື່ອ​ເຂົາ​ເຈົ້າ​ໄດ້​ຍິນ​ມັນ; ເຂົາ​ເຈົ້າ​ໄດ້​ເຮັດ​ພັນ​ທະ​ສັນ​ຍາໃນ​ຕອນ​ຮັບ​ບັບ​ຕິ​ສະ​ມາ ທີ່​ຈະ​ຍຶດ​ໝັ້ນ​ຢູ່ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເມື່ອປຽບ​ທຽບ​ແລ້ວ ເຂົາ​ເຈົ້າ​ໄດ້ໂຍນວິ​ທີ​ເກົ່າ​ລົງ​ໃນແກ່ງ​ຂອງ​ນ້ຳ​ຕົກ ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ບໍ່ລົງ​ໄປ​ງົມ​ເອົາ​ມັນ​ຄືນ​ມາອີກ. ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ບໍ່​ເຄີຍ​ງ່າຍ​ຈັກ​ເທື່ອ. ຄວາມ​ວຸ້ນ​ວາຍ​ທາງ​ການ​ເມືອງ, ການ​ຂາດການ​ຕິດ​ຕໍ່​ກັບ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ການ​ທ້າ​ທາຍ​ຊຶ່ງ​ເປັນ​ເລື່ອງ​ທຳ​ມະ​ດາ ໃນ​ການ​ສ້າງ​ຊຸມ​ຊົນ​ຂອງ​ໄພ່​ພົນ ອາດ​ເຮັດ​ໃຫ້ບຸກ​ຄົນ​ທີ່ບໍ່​ຈິງ​ຈັງ​ຫລາຍ​ປານ​ໃດ​ທໍ້​ຖອຍ​ໃຈ. ແຕ່ບຣາເດີ ແລະ ຊິດສະເຕີ ບານສາ ແລະ ບຣາເດີ ເອັມບູຢີ ພາກ​ພຽນໃນ​ສັດ​ທາ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ກໍ​ໄດ້​ໄປ​ຮ່ວມພິ​ທີ​ອຸ​ທິດ​ພຣະ​ວິ​ຫານ​ຄິນສາຊາ, ຫລັງ​ຈາກ 33 ປີ ທີ່​ເຂົາ​ເຈົ້າ​ໄດ້​ເຊັນ​ໃບ​ຄຳ​ຮ້ອງ ທີ່​ຊ່ວຍ​ໃຫ້​ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ຮັບ​ຮູ້​ເປັນ​ທາງ​ການ ຢູ່​ໃນ​ປະ​ເທດ ຊາເອຍ.

ຮູບ​ພາບ
ບຣາເດີ ແລະ ຊິດສະເຕີ ບານສາ

ຄອບ​ຄົວ​ບານສາ ກໍ​ໄດ້​ຢູ່​ໃນ​ສູນ​ກາງ​ປະ​ຊຸມ​ໃຫຍ່ ມື້ນີ້. ເຂົາ​ເຈົ້າ​ມາ​ກັບ​ທ້າວ ຈູເນຍ ແລະ ທ້າວຟຽວ ລູກ​ຊາຍສອງ​ຄົນຂອງ​ເຂົາ​ເຈົ້າ, ພ້ອມ​ກັບ ນາງ​ແອນ​ນີ ແລະ ນາງ​ຢູ​ຢູ ລູກ​ໄພ້​ຂອງ​ເຂົາ​ເຈົ້າ. ໃນປີ 1986, ທ້າວຈູເນຍ ແລະ ທ້າວຟຽວ, ໄດ້​ເປັນ​ສອງ​ຄົນ​ທຳ​ອິດ​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ ຢູ່​ປະ​ເທດ ຊາເອຍ. ບຣາເດີ ເອັມບູຢີ ກໍ​ກຳ​ລັງ​ຮັບ​ຊົມ​ກອງ​ປະ​ຊຸມ​ຢູ່​ເມືອງ ຄິນສາຊາ ກັບນາງ​ແມກາຍ ພັນ​ລະ​ຍາ​ຂອງ​ລາວ, ພ້ອມ​ທັງ​ລູກ​ຫ້າ​ຄົນ​ຂອງ​ເຂົາ​ເຈົ້າ.

ຮູບ​ພາບ
ຊິດສະເຕີ ແລະ ບຣາເດີ ເອັມບູຢີ

ຜູ້​ບຸກ​ເບີກ​ເຫລົ່າ​ນີ້​ເຂົ້າ​ໃຈ​ເຖິງ​ຄວາມ​ໝາຍ ແລະ ຜົນ​ສະ​ທ້ອນ​ຂອງ​ພັນ​ທະ​ສັນ​ຍາ ຊຶ່ງມັນ “ໄດ້​ຊັກ​ນຳ​ພວກ​ເຂົາມາ​ສູ່​ຄວາມ​ຮູ້​ເລື່ອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ແລະ ເພື່ອ​ຈະ​ໄດ້​ປິ​ຕິ​ຍິນ​ດີ​ໃນ​ພຣະ​ເຢຊູ​ຄຣິດ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ.”17

ເຮົາຈະ​ສາ​ມາດ​ຍຶດ​ຕົວ​ເອງ​ໄວ້​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຊື່​ສັດ​ຢູ່​ຄື​ເກົ່າ ຄື​ກັນ​ກັບ​ເຂົາ​ເຈົ້າ ແລະ ຄື​ກັນ​ກັບຊາວ​ຄອງ​ໂກຫລາຍ​ສິບ​ພັນ​ຄົນ ຜູ້​ຕິດ​ຕາມ​ເຂົາ​ເຈົ້າ ແລະ ຫລາຍ​ລ້ານ​ຄົນ​ອື່ນອີກ ຕະ​ຫລອດ​ທົ່ວ​ໂລກ​ໄດ້​ແນວ​ໃດ? ພຣະຜູ້ຊ່ວຍໃຫ້ລອດ ໄດ້ສິດ​ສອນວິ​ທີໃຫ້​ເຮົາ. ແຕ່​ລະ​ອາ​ທິດ​ເຮົາ​ໄດ້​ຮັບ​ສ່ວນ​ສິນ​ລະ​ລຶກ ແລະ ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ. ເຮົາ​ສັນ​ຍາ​ທີ່ຈະ​ເຊື່ອມໂຍງເອ​ກະ​ລັກ​ຂອງ​ເຮົາ​ໃສ່​ກັບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໂດຍ​ການ​ປະ​ຕິ​ຍານ​ວ່າ ເຮົາ​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ອົງ, ຈະ​ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ, ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.18 ການ​ກະ​ກຽມ​ຢ່າງ​ຮອບ​ຄອບ ແລະ ການ​ເຮັດ​ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້ຢ່າງ​ມີ​ຄ່າ​ຄວນ ໃນ​ແຕ່​ລະ​ອາ​ທິດ ຈະ​ຊ່ວຍ​ເຮົາ ຍຶດ​ຕົວ​ເອງ​ໃຫ້​ຢູ່​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຊ່ວຍ​ເຮົາ​ໃຫ້ມີຄວາມ​ຕັ້ງ​ໃຈຢູ່​ພາຍ​ໃນ,19 ແລະ ຜັກ​ດັນ​ເຮົາ​ຢ່າງ​ມີ​ພະ​ລັງ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ຕັ້ງ​ໃຈ​ທີ່​ຈະ​ເປັນ​ສາ​ນຸສິດ​ຕະ​ຫລອດ​ຊີ​ວິດ. ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ. ໂຍນວິ​ທີ​ເກົ່າ​ຂອງ​ທ່ານ​ລົງ​ໃນ​ນ້ຳ​ເລິກ, ລົງ​ໃນ​ແກ່ງ​ຂອງ​ນ້ຳ​ຕົກ. ຝັງ​ອາ​ວຸດ​ແຫ່ງ​ການ​ກະ​ບົດ​ຂອງ​ທ່ານ​ໄວ້​ຈົນ​ໝົດ​ສິ້ນ ໂດຍບໍ່​ໃຫ້​ດ້າມ​ຂອງ​ມັນ​ເດ່​ອອກ​ມາ. ເພາະ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ການ​ເຮັດ​ພັນ​ທະ​ສັນ​ຍາ​ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ ທີ່​ຈະ​ໃຫ້​ກຽດ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ ຈະ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ທ່ານ​ຕະ​ຫລອດ​ໄປ. ທ່ານ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍກວ່າ​ເກົ່າ ເມື່ອ​ທ່ານ​ລະ​ນຶກ​ເຖິງ​ພຣະ​ອົງ, ຕິດ​ຕາມ​ພຣະ​ອົງ, ແລະ ຮັກ​ພຣະ​ອົງ​ຕະ​ຫລອດ​ເວ​ລາ. ຂ້າພະເຈົ້າເປັນພະຍານວ່າ ພຣະອົງເປັນພື້ນ​ຖານ​ທີ່​ໝັ້ນ​ຄົງ. ເຮົາ​ສາ​ມາດ​ເພິ່ງ​ອາ​ໄສ​ພຣະ​ອົງ​ໄດ້, ແລະ ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ກໍ​ແນ່ນອນ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ການ​ອຸ​ທິດ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ອາ​ທິດແກວ່ງ​ໃບ​ຕານ, ວັນ​ທີ 14 ເດືອນ​ເມສາ, 2019, ຕາມ​ທີ່​ຖືກມອບ​ໝາຍ​ໂດຍ​ປະທານ​ຣະໂຊ ເອັມ ແນວສັນ.

  2. ນັກ​ແຕ້ມ, ເດວິດ ມີໂກລ໌, ໄດ້​ແຕ້ມ ນ້ຳ​ຕົກ​ຄອງ​ໂກ ຈາກ​ຮູບ​ຖ່າຍ​ຂອງ​ນ້ຳ​ຕົກ ຄີຢູບູ. ນ້ຳ​ຕົກ​ຄີຢູບູ​ຕັ້ງ​ຢູ່​ປະ​ມານ 249 ໄມ (400 ກິ​ໂລ​ແມັດ) ທາງ​ເໜືອ​ຂອງ​ເມືອງ ລາບຳ​ບາຊີ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້ ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຄອງ​ໂກ.

  3. ສິ່ງ​ເຫລົ່າ​ນີ້​ຮູ້​ຈັກ​ກັນ​ວ່າ inkisi ໃນ​ພາ​ສາ ຄີຄອງ​ໂກ ແລະ fétiches ໃນ​ພາ​ສາ​ຝະຣັ່ງ. ຖ້ອຍ​ຄຳ​ຖືກ​ແປ​ເປັນ​ພາ​ສາ​ອັງ​ກິດວ່າ “amulets,” “talismans,” ຫລື “fetishes.”

  4. ເດວິດ ມີໂກລ໌ ກໍ​ຍັງ​ໄດ້​ແຕ້ມ ນ້ຳ​ຕົກ​ເອັນຊອງໂກ ນຳ​ອີກ ຈາກ​ຮູບ​ຖ່າຍ​ຂອງ​ນ້ຳ​ຕົກ. ນ້ຳ​ຕົກ​ເອັນຊອງໂກ​ຕັ້ງ​ຢູ່​ປະ​ມານ 81 ໄມ (130 ກິ​ໂລ​ແມັດ) ຈາກ​ເມືອງ​ຄິນສາຊາ, ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕຄອງໂກ. ແມ່​ນ້ຳ​ຂອງ​ນ້ຳ​ຕົກ​ເຫລົ່າ​ນີ້ ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ Nzadi Inkisi, ຫລື “ແມ່​ນ້ຳ ແຟທິດຊິສ໌.” ຊື່ນີ້​ບັນ​ຍາຍ​ເຖິງ​ການ​ປະ​ຕິ​ບັດ ທີ່​ບ​ອກ​ເລົ່າ​ຢູ່​ໃນບົດປາ​ໄສ.

  5. ໃນ ຄ.ສ. 1000, ຫົວ​ໜ້າ​ເຜົ່າ​ທັງ​ຫລາຍຂອງ​ຊາວ​ອາຍແລັນ ໄດ້​ມາ​ຮ່ວມ​ປະ​ຊຸມ​ປະ​ຈຳ​ປີ, ສອງ​ອາ​ທິດ Allting, ໃນ​ການ​ເຕົ້າ​ໂຮມ​ແບບ​ເປັນ​ກັນ​ເອງ ເພື່ອຕັ້ງ​ກົດ​ໝາຍ​ທີ່​ມີ​ຜົນ​ຜູກ​ພັນ​ກັບ​ທຸກ​ຄົນ. ຊາຍ​ຄົນ​ໜຶ່ງ​ຊື່ ຕໍ່ເກຍ ໄດ້​ຖືກ​ຂໍ​ຮ້ອງ​ໃຫ້​ຕັດ​ສິນ​ໃຈ​ສຳ​ລັບ​ທຸກ​ຄົນ ກ່ຽວ​ກັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ເປັນ​ຊາວ​ຄຣິດ ຫລື ຈະ​ສືບ​ຕໍ່​ນະ​ມັດ​ສະ​ການ​ພຣະ​ເຈົ້າ​ນໍເວຍ. ຫລັງ​ຈາກ​ໄດ້​ຢູ່​ໃນ​ຜ້າ​ເຕັ້ນ​ຂອງ​ເພິ່ນພຽງ​ລຳ​ພັງ ເປັນ​ເວ​ລາ​ສາ​ມ​ວັນ, ທ່ານ ຕໍ່ເກຍ ກໍ​ໄດ້​ປະ​ກາດ​ການ​ຕັດ​ສິນ​ໃຈ​ຂອງ​ເພິ່ນ; ເຜົ່າ​ຕ່າງໆ​ຈະ​ກາຍ​ເປັນ​ຊາວ​ຄຣິດ. ຂະ​ນະ​ທີ່​ທ່ານ​ຕໍ່​ເກຍ ກຳ​ລັງ​ເດີນ​ທາງ​ກັບ​ໄປ​ໝູ່​ບ້ານ​ຂອງ​ເພິ່ນ, ເພິ່ນ​ໄດ້​ເອົາ​ຮູບ​ປັ້ນ​ພຣະ​ເຈົ້າ​ນໍເວຍ ທີ່​ເພິ່ນເຄີຍ​ສັກ​ກະ​ລະ​ບູຊາ ຖິ້ມ​ລົງ​ໃນ​ນ້ຳ​ຕົກ, ຊຶ່ງ​ປະ​ຈຸ​ບັນ​ນີ້ ເອີ້ນ​ວ່າ Godafoss, ຫລື “ນ້ຳ​ຕົກ​ຂອງ​ພຣະ​ເຈົ້າ.” ການ​ກະ​ທຳ​ດັ່ງ​ກ່າວ ໝາຍ​ເຖິງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ເປັນ​ຊາວ​ຄຣິດ​ທີ່​ຈິງ​ຈັງ​ຂອງ​ທ່ານ​ຕໍ່ເກຍ.

  6. ແອວມາ 23:13; 24:17–18.

  7. ເບິ່ງ ແອວມາ 23:6; David A. Bednar, “Converted unto the Lord,” Liahona, Nov. 2012, 106–9.

  8. ເບິ່ງ ເອເຊກຽນ 11:19–20; 2 ໂກຣິນໂທ 3:3.

  9. ເບິ່ງ ໂຣມ 10:14, 17.

  10. ເບິ່ງ ຈົ່ງສອນພຣະກິດຕິຄຸນຂອງເຮົາ: ຄູ່ມືຕໍ່ການຮັບໃຊ້ຂອງຜູ້ສອນສາດສະໜາ, 231.

  11. ເບິ່ງ Dallin H. Oaks, “Taking upon Us the Name of Jesus Christ,” Ensign, May 1985, 80–83.

  12. ເບິ່ງ ແອວມາ 5:12–14.

  13. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 82:10.

  14. ແມ່​ນ້ຳ​ຄອງ​ໂກ ເປັນ​ແມ່​ນ້ຳ​ທີ່​ເລິກ​ທີ່​ສຸດ, ເປັນ​ທີ​ສອງ​ໃນ​ເລື່ອງ​ພະ​ລັງ, ແລະ ເປັນ​ທີ​ເກົ້າ ທີ່​ຍາວ​ທີ່​ສຸດ ຢູ່​ໃນ​ໂລກ. ເພາະ​ມັນ​ຂ້າມ​ເສັ້ນ​ສູນ​ຂອງ​ໂລກ​ສອງ​ເທື່ອ, ຢ່າງ​ໜ້ອຍ​ພາກ​ສ່ວນ​ໜຶ່ງ​ຂອງ​ແມ່​ນ້ຳ ຕົກ​ຢູ່​ໃນ​ລະ​ດູ​ຝົນ​ຕະ​ຫລອດ​ເວ​ລາ, ຊຶ່ງ​ເຮັດ​ໃຫ້​ນ້ຳ​ໄຫລ​ຢ່າງ​ສະ​ໝ່ຳ​ສະ​ເໝີ. ມັນ​ໄຫລ​ປະ​ມານ​ເທົ່າໆ​ກັນ​ຕະ​ຫລອດ​ປີ, ສະ​ເລ່ຍ​ແລ້ວ ກໍ​ປະ​ມານ 41,000 ແມັດ​ມົນ​ທົນ​ຂອງ​ນ້ຳ​ຕໍ່​ໜຶ່ງວິ​ນາ​ທີ, ເຖິງ​ແມ່ນ​ວ່າ ການ​ໄຫລ​ອາດ​ແຕກ​ຕ່າງ​ໃນ​ໄລ​ຍະ​ຫລາຍ​ປີ (ປະ​ມານ 23,000–75,000 ແມັດ​ມົນ​ທົນ​ຕໍ່​ວິ​ນາ​ທີ).

  15. ການ​ແປ​ຂອງ​ໂຈເຊັບ ສະມິດ, ລູກາ 14:28 (ໃນ ລູກາ 14:27, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ).

  16. ເບິ່ງ 2 ນີໄຟ 9:18; Russell M. Nelson, “Joy and Spiritual Survival,” Liahona, Nov. 2016, 81–84. ປະ​ທານ​ແນວ​ສັນ ໄດ້​ກ່າວ​ວ່າ, “ຄວາມ​ສຸກ​ເປັນ​ຂອງ​ປະ​ທານ​ສຳ​ລັບ​ຜູ້ຄົນ​ທີ່​ຊື່​ສັດ” (ໜ້າ​ທີ 84).

  17. ແອວມາ 37:9.

  18. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77. ຢູ່​ໃນ​ກອງ​ປະ​ຊຸມສຳ​ມະ​ນາ​ຂອງ​ຫົວ​ໜ້າ​ຜູ້​ສອນ​ສາດ​ສະ​ໜາ ໃນ​ເດືອນ​ມິຖຸນາ ປີ 2019, ຫລັງ​ຈາກ​ໄດ້​ຮັບ​ສ່ວນສິນ​ລະ​ລຶກ​ແລ້ວ, ກ່ອນ​ເລີ່ມ​ຕົ້ນ​ຂ່າວ​ສານ​ເປັນ​ທາງ​ການ, ປະ​ທານຣະໂຊ ເອັມ ແນວສັນ ໄດ້​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ຄິດ​ໄດ້​ວ່າ ການ​ເຮັດ​ພັນ​ທະ​ສັນ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້ນີ້ ແມ່ນ​ສຳ​ຄັນ​ຫລາຍກວ່າ​ຂ່າວ​ສານ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກະ​ກຽມ. ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ສ່ວນ​ສິນ​ລະ​ລຶກ ວ່າ​ຂ້າ​ພະ​ເຈົ້າ​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ວ່າ​ຂ້າ​ພະ​ເຈົ້າ​ເຕັມ​ໃຈ​ທີ່​ຈະ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ສ່ວນ​ຫລາຍ, ຂ້າ​ພະ​ເຈົ້າ​ໄດ້​ຍິນ​ວ່າ ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ ເພື່ອ​ຕໍ່​ພັນ​ທະ​ສັນ​ຍາ ທີ່​ເຮົາ​ໄດ້​ເຮັດ​ຕອນ​ຮັບ​ບັບ​ຕິ​ສະ​ມາ. ເຖິງ​ແມ່ນ​ສິ່ງນັ້ນ​ກໍ​ຈິງ​ຢູ່, ແຕ່​ມັນມີ​ຄວາມ​ໝາຍ​ຫລາຍກວ່ານັ້ນ. ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ໃໝ່. ພວກທ່ານ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ໃໝ່. … ບັດ​ນີ້ ເພື່ອ​ເປັນ​ການ​ຕອບ​ແທນ ພຣະ​ອົງ​ໄດ້​ກ່າວ​ວ່າ ເຮົາ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ກັບ​ເຮົາ​ຕະ​ຫລອດ​ເວ​ລາ ຊ່າງ​ເປັນ​ພອນ​ທີ່​ປະ​ເສີດແທ້ໆ!”

  19. ເບິ່ງ 3 ນີໄຟ 18:12.